​2010–2019
ການ​ຈື່​ວ່າ​ເຮົາ​ໄວ້​ວາງໃຈ​ຜູ້​ໃດ​ມາ
ຕຸລາ 2015


ການ​ຈື່​ວ່າ​ເຮົາ​ໄວ້​ວາງໃຈ​ຜູ້​ໃດ​ມາ

ຄວາມ​ຫວັງ​ຂອງ​ເຮົາ​ທີ່ຈະຢູ່​ນຳ​ພຣະ​ບິດາ​ອີກ ​ແມ່ນຂຶ້ນ​ຢູ່​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເມື່ອ​ຂ້າພະເຈົ້າມີ​ອາຍຸ​​ໄດ້ເກົ້າ​ປີ ແມ່ຕູ້ຂອງຂ້າພະເຈົ້າ​ຜູ້​ມີ​ຜົມ​ສີຂາວ ແລະ ສູງ​ແຕ່ 1 ແມັດ​ເຄິ່ງ ເທົ່າ​ນັ້ນ ໄດ້​ມາ​ຢູ່​ບ້ານຂອງພວກ​ເຮົາ​ສອງ​ສາມ​ອາ​ທິດ. ໃນ​ບ່າຍ​ມື້ໜຶ່ງ​ ຕອນ​ທີ່​ແມ່ຕູ້ຢູ່ ອ້າຍ​ສອງ​ຄົນ​ພ້ອມ​ກັບ​ຂ້າພະເຈົ້າ​ໄດ້​ຕັດສິນ​ໃຈ ໄປ​ຂຸດ​ຫລຸມ​ຢູ່​ທົ່ງ​ທີ່​ຂ້າມ​ຟາກ​ຈາກ​ເຮືອນ​ພວກ​ເຮົາ. ຂ້າພະເຈົ້າ​ບໍ່​ຮູ້​ວ່າ ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງເຮັດ. ບາງ​ຄັ້ງ​ບາງຄາວ ​ເດັກ​ນ້ອຍ​ຜູ້ຊາຍ​ກໍ​ມັກ​ຂຸດ​ຫລຸມ​​ຫ​ລິ້ນ. ພວກ​ເຮົາ​ໄດ້​ເປື້ອນ​ໜ້ອຍ​ໜຶ່ງ ແຕ່​ບໍ່​ພໍ​ທີ່​ພວກ​ເຮົາ​ຈະ​ມີ​ບັນຫາ​ຫລາຍ. ເດັກນ້ອຍ​ຜູ້​ຊາຍ​ຄົນ​ອື່ນ​ຢູ່ເຂດ​ນັ້ນ​ກໍ​ເຫັນ​ວ່າ​ມັນ​ມ່ວນ​ເທົ່າໃດ ​ທີ່​ຂຸດ​ຫລຸມຫລິ້ນ ແລະ ກໍ​ມາ​ຊ່ອຍ​ກັນ. ແລ້ວ​ພວກ​ເຮົາ​ໄດ້ ເປື້ອນ​ກວ່າ​ນຳ​ກັນ. ດິນ​ກໍ​ແຂງ ພວກ​ເຮົາ​ກໍ​ເລີຍລາກ​ສາຍ​ທໍ່​ນ້ຳ​ມາ ແລະ ​ປ່ອຍ​ນ້ຳ​ໜ້ອຍ​ໜຶ່ງ​​ໃສ່ໃນ​ຫລຸມ ເພື່ອໃຫ້​ດິນ​ອ່ອນ​ກວ່າ. ພວກ​ເຮົາ​ໄດ້​​ເປື້ອນ​ຂີ້ຕົມ​ຂະນະ​ທີ່​ຂຸດ ແຕ່​ຫລຸມ​ນັ້ນ​ກໍ​ໄດ້​ເລິກ​ລົງ.

ມີ​ຜູ້​ໜຶ່ງ​ໃນ​ໝູ່​ພວກ​ເຮົາ​ໄດ້​ຕັດສິນ​ໃຈ​ວ່າ ຄວນປ່ຽນຫລຸມ​ໃຫ້​ເປັນ​ອ່າງ​ລອຍ​ນ້ຳ ດັ່ງນັ້ນ​ພວກ​ເຮົາ​ຈຶ່ງໄດ້​​ເປັ່ງນ້ຳ​ໃສ່ໃຫ້​ມັນ​ເຕັມ. ​ໂດຍ​ທີ່​ນ້ອຍ​ກວ່າ​ໝູ່ ແລະ ຢາກ​ເຮັດ​ນຳ​ໝູ່ ຂ້າພະເຈົ້າຈຶ່ງ​ໄດ້​ຖືກ​ຊັກ​ຊວນ​ໃຫ້​ໂດດລົງນ້ຳ​ລອງ​​ເບິ່ງ. ບັດ​ນັ້ນ​ຂ້າພະເຈົ້າ​ເປື້ອນ​ອີ່​ຫລີ. ຂ້າພະເຈົ້າ​ບໍ່​ໄດ້​ວາງແຜນ​ໃນ​ຕອນ​ເລີ່ມ​ຕົ້ນ​ວ່າ ຈະ​ໃຫ້​ເປື້ອນຕົມ​ໝົດ​ທັງ​ຕົວ, ແຕ່​ໃນ​ທີ່​ສຸດ​ກໍໄດ້​ເປັນ​ຈັ່ງຊັ້ນ​ແຫ​ລະ.

ເມື່ອ​ໄດ້​ເລີ່ມ​ໜາວ ຂ້າພະເຈົ້າ​ໄດ້​ຂ້າມ​ຖະໜົນ​ໂດຍ​ຄິດ​ຈະ​ຍ່າງ​ເຂົ້າ​ໃນ​ເຮືອນ. ແມ່ຕູ້​ໄດ້​ພົບ​ຂ້າພະເຈົ້າ​ຕົງ ປະຕູ​ໜ້າ​ບ້ານ ແລະ ບໍ່​ຍອມ​ໃຫ້​ຂ້າພະເຈົ້າ​ເຂົ້າ​ເລີຍ. ແມ່ຕູ້​ບອກ​ຂ້າພະເຈົ້າ​ວ່າ ຖ້າ​ໃຫ້​ເຂົ້າ ຂ້າພະເຈົ້າ​ຈະ ເອົາ​ຂີ້ຕົມ​ຢາຍໄປ​ທົ່ວ​ເຮືອນ​ທີ່​ແມ່ຕູ້​ຫາ​ກໍ​ໄດ້​ທຳ​ຄວາມ​ສະ​ອາດ. ສະນັ້ນ​ຂ້າພະເຈົ້າ​ຈຶ່ງໄດ້​ເຮັດ​ຕາມ​ເດັກ​ອາຍຸ​ເກົ້າ​ປີ ທີ່ທຸກ​ຄົນ​ໃນ​​ກໍລະນີ​ນັ້ນ​ຈະ​ເຮັດ ແລະ ໄດ້​ແລ່ນ​ໄປ​ຫາ​ປະຕູ​ຫລັງ​ບ້ານ ແຕ່​ແມ່ຕູ້ໄດ້​ໄວ​ກວ່າ​ຂ້າພະເຈົ້າ​ຄິດ. ຂ້າພະເຈົ້າ​ຈຶ່ງ​ໃຈ​ຮ້າຍ ໄດ້​ກະທື​ບ​ຕີນ ແລະ ອ້ອນວອນ​ຂໍເຂົ້າ​ເຮືອນ ແຕ່​ປະຕູ​ນັ້ນ​ກໍ​ບໍ່​ເປີດ.

ຂ້າພະເຈົ້າ​ກໍ​ປຽກ, ເປື້ອນ, ໜາວ, ແລະ ຄິດ​ແບບ​ເດັກ​ໄດ້​ຄິດ​ວ່າ ຂ້າພະເຈົ້າ​ອາດ​ຈະ​ຕາຍ​ຢູ່ຫລັງ​ບ້ານ​ຂອງ​ຂ້າພະເຈົ້າ​ເອງ. ໃນ​ທີ່​ສຸດ​ຂ້າພະເຈົ້າ​​ໄດ້ຖາມ​ແມ່ຕູ້ວ່າ ຂ້າພະເຈົ້າ​ຕ້ອງ​ເຮັດ​ຈັ່ງ​ໃດ ​ເພື່ອ​ຈະ​​ເຂົ້າເຮືອນ​ໄດ້. ​ແລ້ວ​ຂ້າພະເຈົ້າ​ກໍ​ຢືນຢູ່​ຫລັງ​ບ້ານ ​ໃນ​ຂະນະ​ທີ່​ແມ່ຕູ້​ສີດ​ນ້ຳ​ໃສ່​ຂ້າ​ພະ​ເຈົ້າ. ຫລັງ​ຈາກ​ເວລາ​ທີ່ຮູ້ສຶກ​ເໝືອນ​ນິດ​ນິ​ລັນ​ແລ້ວ ແມ່ຕູ້​ໄດ້​ປະກາດ​ວ່າ ຂ້າພະເຈົ້າ​ສະອາດ ແລະ ຍອມ​ໃຫ້​ຂ້າພະເຈົ້າ​ເຂົ້າ​ເຮືອນ​ໄດ້. ມັນ​ກໍ​ອຸ່ນຢູ່​ໃນ​ເຮືອນ, ​ແລະ ຂ້າພະ​ເຈົ້າ​​ໄດ້​ປ່ຽນ​ເຄື່ອງນຸ່ງ, ​ໃສ່​ເສື້ອ​ຜ້າ​ທີ່ສະອາດ.

ໂດຍທີ່​ຄິດ​ກ່ຽວ​ກັບ​ຄຳ​ອຸ​ປະ​ມາ​ຈາກ​ຊີວິດ​ເປັນ​ຈິງ​ນັ້ນ ຂໍ​ໃຫ້​ພິຈາລະນາ​ຄຳ​ກ່າວນີ້​ຂອງ​ພຣະ​ເຢ​ຊູ​ຄຣິດ​: “ແລະ ສິ່ງ​ທີ່​ບໍ່​ສະອາດ​ຈະ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະ​ອົງ​ໄດ້; ດັ່ງນັ້ນ ຈະ​ບໍ່​ມີ​ສິ່ງ​ໃດ​ສາມາດ​ເຂົ້າ​​ໄປໃນ​ທີ່ພັກ​ຂອງ​ພຣະ​ອົງ​ໄດ້ ນອກຈາກ​ຜູ້​ທີ່​ໄດ້​ຊຳລະ​ລ້າງ​ອາພອນ​ຂອງ​ເຂົາ​ໃຫ້​ຂາວ​ສະອາດ​ແລ້ວ​ ດ້ວຍ​ໂລຫິດ​ຂອງເຮົາ, ເພາະ​ສັດທາ ແລະ ການ​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ ແລະ ຄວາມ​ຊື່ສັດ​ຈົນ​ເຖິງ​ທີ່​ສຸດ​ຂອງ​ເຂົາ.”1

ການ​ຢືນ​ຢູ່ນອກ​ເຮືອນ​ຂອງ​ຂ້າພະເຈົ້າ​ໂດຍ​ມີ​ແມ່ຕູ້​ສີດ​ນ້ຳ​ໃສ່ ກໍ​ບໍ່​ມ່ວນ ແລະ ບໍ່​ສະ​ດວກ. ທີ່​ຈະ​ຖືກ​ປະຕິເສດ ບໍ່​ໃຫ້​ມີ​ໂອກາດ​ກັບ​ໄປ​ຢູ່​ນຳ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຍ້ອນ​ວ່າ​ເຮົາ​ໄດ້​ເລືອກ​ທີ່ຈະຢູ່​ໃນຄວາມ​ເປື້ອນ ຫລື ເຮັດ​ໃຫ້ເປື້ອນ​ໂດຍ​ຫລຸມ​ຂີ້ຕົມ​ແຫ່ງ​ບາບ ນັ້ນ​ຈະ​​ເປັນເລື່ອງ​ໂສກເສົ້າ​ຊົ່ວ​ນິລັນດອນ. ເຮົາ​ບໍ່​ຄວນ​ຫລອກຕົວ​ເອງ ກ່ຽວກັບ​ສິ່ງ​ທີ່​ຕ້ອງ​ເຮັດ​ເພື່ອຈະ​ໄດ້​ກັບ​ໄປ​ ແລະ ຢູ່​ໃນ​ທີ່​ປະທັບ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ເຮົາ​ຕ້ອງ​ສະ​ອາດ.

ກ່ອນ​ເຮົາ​ມາສູ່​ໂລກ​ນີ້ ເຮົາ​ໄດ້​ຢູ່​ນຳ​ກັນ​ໃນ​ສະພາ​ມະຫາສານ​ ​ໃນ​ຖານະ​ບຸດ ​ແລະ ທິດ​າຂອງ​ພຣະ​ເຈົ້າ.2 ເຮົາ​ທຸກ​ຄົນ​ໄດ້ ຕັ້ງ​ໃຈ​ຟັງ ແລະ ບໍ່​ມີ​ຜູ້​ໃດ​​ເຊືອບ​ຫລັບ​ໄປ. ໃນກອງ​ປະຊຸມ​ດັ່ງກ່າວ​ນັ້ນ ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ໄດ້​ແນະນຳ​ແຜນ​. ເພາະ​ແຜນນັ້ນ​ໄດ້​ຮັກສາ​ອຳເພີໃຈ​ຂອງ​ເຮົາ ແລະ ຕ້ອງການ​ໃຫ້​ເຮົາ​ຮຽນຮູ້ ​ໂດຍປະສົບ​ການ​ຂອງ​ເຮົາ​ເອງ ແລະ ບໍ່​ຮຽນ​ຈາກ​ປະສົບ​ການ​ຂອງ​ພຣະ​ອົງ. ພຣະ​ອົງ​ຮູ້​ວ່າ ເຮົາ​ຈະ​ເຮັດ​ບາບ. ພຣະ​ອົງ​ຮູ້​ອີກ​ດ້ວຍ​ວ່າ ບາບ​ຈະ​ເຮັດ​ໃຫ້​ເຮົາ​ບໍ່​ສະອາດ ແລະ ບໍ່​ສາມາດ​ກັບ​ໄປ​ຫາທີ່​ປະທັບ​ຂອງ​ພຣະ​ອົງ ເພາະ​ທີ່​ປະ​ທັບ​ຂອງ​ພຣະອົງ​ ​ສະອາດ​ກວ່າ​ເຮືອນ​ທີ່​ແມ່ຕູ້​ຂອງຂ້າພະເຈົ້າ​​ໄດ້​ທຳ​ຄວາມ​ສະອາດ​ແລ້ວນັ້ນ.

ຍ້ອນ​ວ່າ ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ຮັກ​ເຮົາ ແລະ ພຣະ​ອົງ​ມີ​ຈຸດປະສົງ​ທີ່​ຈະໃຫ້​ເກີດ​ຄວາມ​ເປັນ ອະມະຕະ ແລະ ຊີວິດ​ນິລັນດອນ​ຂອງ​ເຮົາ,3 ແຜນ​ຂອງ​ພຣະ​ອົງ​​ແມ່ນຮ່ວມ​ດ້ວຍບົດບາດ​ຂອງພຣະ​ຜູ້​ຊ່ອຍ​ໃຫ້​ລອດ—ເປັນ​ອົງ​ໜຶ່ງ​ທີ່​ສາມາດ​ຊ່ອຍ​ເຮົາ​ໃຫ້​ຊຳລະ​ສະອາດ ​ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ເປື້ອນຫລາຍ​ເທົ່າໃດ​ກໍ​ຕາມ. ເມື່ອ​ພຣະ​ບິດາເທິງ​ສະຫວັນ​ໄດ້​ປະກາດ​​ເຖິງຄວາມ​ຈຳ​ເປັນ​ຕ້ອງ​ມີພຣະ​ຜູ້​ຊ່ອຍ​ໃຫ້​ລອດ ຂ້າພະເຈົ້າ​ເຊື່ອ​ວ່າ ເຮົາ​ທຸກ​ຄົນ​ໄດ້​ຫັນ​ໄປເບິ່ງ​ພຣະ​ເຢ​ຊູ​ຄຣິດ ຜູ້​ກຳເນີດ​ອົງ​ທຳອິດ​ຕາມ​ວິນ​ຍານ ເປັນ​ຜູ້​ທີ່​ໄດ້​ກ້າວໜ້າ​ຈົນ​ພຣະ​ອົງ​ກໍ​ເໝືອນ​ດັ່ງ ພຣະ​ບິ​ດາ.4 ຂ້າພະເຈົ້າ​ເຊື່ອ​ວ່າ ເຮົາ​ທຸກ​ຄົນ​​ຮູ້​ວ່າ ຈະຕ້ອງ​ເປັນ​ພຣະ​ອົງ​ ບໍ່​ມີ​ຜູ້​ໃດ​ອີກ​ໃນພວກ​ເຮົາ ທີ່​ສາມາດ​ເຮັດ​ໄດ້ ແຕ່​ພຣະ​ອົງສາ​ມາດ​ເຮັດ​ໄດ້ ແລະ ພຣະ​ອົງ​ຈະ​ເຮັດ​​ແທ້ໆ.

ຢູ່​​ໃນສວນ​ເຄັດ​ເຊ​ມາ​ເນ ແລະ ທີ່​ໄມ້​ກາງ​ແຂນ​ຢູ່​ໂຄ​ລະ​ໂຄ​ທາ ພຣະ​ເຢ​ຊູ​ຄຣິດ​ໄດ້​ທົນ​ທຸກ​ທໍລະມານທັງ​ຮ່າງກາຍ ແລະ ວິນ​ຍານ ສັ່ນ​ເພາະ​ຄວາມເຈັບ​ປວດ ເລືອດ​​ໄຫລຈາກ​ທຸກ​ຂຸມ​ຂົນ ຂໍ​ຮ້ອງ​ໃຫ້​ພຣະ​ບິດາ​ຂອງ​ພຣະ​ອົງ ເອົາ​ຈອກ​ອັນ​ຂົມຂື່ນ​ອອກ​​ໄປຈາກ​ພຣະ​ອົງ,5 ແລະ ພຣະ​ອົງ​ຍັງ​ໄດ້​ຮັບ​ເອົາ​ໄວ້.6 ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ເຮັດ? ພຣະ​ອົງ​ກ່າວ​ວ່າ ພຣະ​ອົງ​ຢາກ​ມອບລັດສະໝີ​ພາບ​​ໃຫ້ແກ່​ພຣະ​ບິດາ​ຂອງ​ພຣະ​ອົງ ແລະ ເຮັດ​ໃຫ້ການ​ຕຽມຂອງ​ພຣະ​ອົງ​ສຳ​ເລັດເພື່ອ​ລູກ​ຫລານ​ມະ​ນຸດ.”7 ພຣະ​ອົງ​ຢາກ​ຮັກສາ​ພັນທະ​ສັນຍາ​ຂອງ​ພຣະ​ອົງ ແລະ ເຮັດ​ໃຫ້ການກັບ​ເມືອ​ບ້ານ​ຂອງ​ເຮົາ​ເປັນ​ໄປ​ໄດ້. ແລ້ວ​ພຣະ​ອົງ​ຂໍ​ໃຫ້​ເຮົາ​ຕອບ​ສະໜອງ​ຢ່າງໃດ​ແດ່? ພຣະ​ອົງ​ຂໍ​ຮ້ອງໃຫ້​ເຮົາ​ສາລະພາບ​ບາບ​ຂອງ​ເຮົາ ແລະ ກັບ​ໃຈ​ເພື່ອ​ເຮົາ​ຈະບໍ່​ຕ້ອງ​ທົນ​ທຸກ​ທໍລະມານເໝືອນ​ດັ່ງ​ພຣະ​ອົງ.8 ພຣະ​ອົງ​ເຊື້ອ​ເຊີນເຮົາ​ໃຫ້​ກາຍ​ເປັນ​ຄົນ​ສະອາດ ​ເພື່ອ​ເຮົາ​ຈະ​ບໍ່​ຖືກປະ​ຖິ້ມ​ໄວ້​ຢູ່ນອກ​ເຮືອນ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ.

ເຖິງ​ແມ່ນ​ວ່າ ການ​ຫລີກ​​ເວັ້ນຈາກບາບ​ກໍ​ແມ່ນ​ແບບຢ່າງ​ດີກ​ວ່າ​ໃນ​ຊີວິດ ຕາມ​ຜົນ​ສະທ້ອນ​ຂອງ​ການ​ຊົດ​ໃຊ້​ຂອງພຣະ​ເຢ​ຊູ​ຄຣິດ ບໍ່​ວ່າ​ເຮົາ ​ໄດ້​ເຮັດ​ບາບ​ແບບ​ໃດ​ກໍ​ຕາມ ຫລື ເຮົາ ​ໄດ້​ເຮັດ​ບາບ​ຫລາຍ​ປານໃດ​ກໍ​ຕາມ. ບໍ່​ວ່າ​ເຮົາ ອາດ​ຈະ​ອາຍ​ກໍ​ຕາມ ເພາະ​ບາບ​ທີ່​ເໝືອນ​ດັ່ງ​ສາດສະດາ​ນີ​ໄຟ ເຄີຍ​ວ່າ “ກີດ​ກັນ​ເຮົາ​ໄວ້​ຢ່າງ​ງ່າຍ​ດາຍ.”9 ບໍ່​ວ່າ​ທ່ານ​ເຄີຍ ​ຂາຍ​ສິດທິ​ຂອງ​ທ່ານມາ​ແລ້ວ​ກໍ​ຕາມ​ ເພື່ອ​​ແລກປ່ຽນ​ກັບ​ແກງ​ໝາກ​ຖົ່ວ.10

ສິ່ງ​ທີ່​ສຳຄັນ​ຄື​ ພຣະ​ເຢ​ຊູ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ເຈົ້າ ໄດ້​ທົນ​ຕໍ່ “ຄວາມເຈັບ​ປວດ ແລະ ຄວາມທຸກທໍລະມານ ແລະ ການ​ລໍ້​ລວງ​ທຸກ​ຢ່າງ” ເພື່ອ “ພຣະ​ອົງ​ຈະ​ຮູ້ຈັກ​ຕາມ​ທາງ​ຂອງ​ເນື້ອ​ໜັງ​ວ່າ ຈະ​ຊ່ອຍເຫລືອ ຜູ້​ຄົນ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ.”11 ສິ່ງ​ທີ່​ສຳຄັນ​ຄື ພຣະ​ອົງ​ເມດ​ຕາ​ກະລຸນາ,12 ສະເດັດ​ລົງ​ມາ​ໃນ​ໂລກ​ນີ້ ຕ່ຳ​ກວ່າທຸກສິ່ງ​ທັງ​ປວງ”13 ແລະ ທົນ​ກັບ​ການ​ທ້າ​ທາຍ​ອັນ​ຮ້າຍ​ແຮງ​ຫລາຍກວ່າ​ຄົນ​ໃດ​ທີ່ເຄີຍ​ທົນ​ໄດ້.14 ສິ່ງ​ທີ່​ສຳຄັນ​ຄື ພຣະ​ຄຣິດກຳລັງ​ຂໍ​ຮ້ອງ​ນຳ​ພຣະ​ບິດາ​ເພື່ອ​ເຮົາ ໂດຍ​ຂໍ​​ໃຫ້ພຣະ​ບິດາ​​ພິຈາລະນາ​ຄວາມທຸກ​ເວດທະນາ ແລະ ຄວາມຕາຍ​ຂອງ​ພຣະ​ເຢ​ຊູ ຜູ້​ທີ່​ບໍ່​ເຄີຍ​ເຮັດ​ບາບ ແລະ ​ເປັນ​ຜູ້ພຣະ​ເຈົ້າ​ພໍ​ພຣະ​​ໄທ​ຫລາຍ; … ພຣະ​ເຢ​ຊູ​ຂໍ​ໃຫ້​ພຣະ​ບິດາ ລະ​ເວັ້ນ​ພີ່ນ້ອງ​ຂອງ​ພຣະ​ອົງ​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ເພື່ອ​ເຂົາເຈົ້າ​ຈະ​ໄປ​ຫາ​ພຣະ​ອົງ ແລະ ມີ​ຊີວິດອັນ​ເປັນ​ນິດ.”15 ສິ່ງ​ດັ່ງກ່າວ​ແມ່ນ​ສິ່ງ​ທີ່​ສຳຄັນ​ຫລາຍ ແລະ ຄວນ​ຈະ​ໃຫ້​ເຮົາ​ທຸກ​ຄົນ​ມີ​ຄວາມ​ຫວັງ​ໃໝ່ ແລະ ຕັ້ງໃຈ​ທີ່​ຈະ​ລອງ​ເຮັດ​ອີກ​ ເພາະ​ພຣະ​ອົງ​ບໍ່​​ເຄີຍລືມ​ເຮົາ​ເລີຍ.16

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ພຣະ​ຜູ້ຊ່ອຍ​ໃຫ້​ລອດ​ຈະ​ບໍ່​ຫັນ​ໄປ​ຈາກ​ເຮົາ​ເລີຍ ຂະນະ​ທີ່​ເຮົາ​ຖ່ອມຕົວ​ລົງ​ຊອກ​ຫາພຣະ​ອົງ​ ເພື່ອ​ຈະກັບ​ໃຈ; ພຣະ​ອົງ​ບໍ່​ເຄີຍ​ ຖື​ເຮົາ​ວ່າເປັນ​ຄົນ​ຫລົງ​ທາງ; ພຣະ​ອົງ​ບໍ່​​ເຄີຍ​ ກ່າວວ່າ, “ອ້າວ, ແມ່ນ​ເຈົ້າ​ອີກ​ແລ້ວ”; ພຣະ​ອົງ​​ບໍ່​​ເຄີຍ ປະຕິເສດ​ເຮົາ ​ເພາະ​ເຮົາ​ບໍ່​ເຂົ້າໃຈ​ວ່າ ມັນ​ຍາກ​ເທົ່າໃດ​ທີ່​ຈະຫລີກເວັ້ນ​ຈາກ​ບາບ. ພຣະ​ອົງເຂົ້າໃຈ​ທຸກ​ສິ່ງ​ຢ່າງ​ດີ​ພ້ອມ ແມ່ນ​​ແຕ່ຄວາມ​ອັບ​ອາຍ ແລະ ຄວາມ​ເຫລືອໃຈ​ ທີ່​ເປັນ​ຜົນ​ສະທ້ອນ ອັນ​ແນ່ນອນ​ຈາກບາບ.

ການ​ກັບ​ໃຈ​ເປັນ​ສິ່ງ​ທີ່ແທ້​ຈິງ ແລະ ມັນ​ມີ​ຜົນ. ມັນ​ບໍ່​ແມ່ນ​ເລື່ອງ​ປອມ ຫລື ບໍ່​ແມ່ນ​ຜົນ​ການ “ຄວາມ​ຄິດ ບ້າໆ.”17 ມັນ​ມີ​ອຳນາດ​ທີ່​ຈະຍົກ​ພາລະ​ໜັກອອກ ແລະ ເອົາ​ຄວາມ​ຫວັງ​ມາ​ແທນ. ມັນ​ສາມາດ​​ນຳ​ການປ່ຽນ​​ແປງທາງຈິດ​ໃຈອັນ​ໃຫຍ່​ຍິ່ງມາ ທີ່​ຈະ​ເຮັດ​ໃຫ້​ເຮົາ “ບໍ່​ມີໃຈ​ທີ່​ຈະ​ກະທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ ແຕ່​ປາດຖະໜາ​ທີ່ຈະ​ເຮັດ​ແຕ່​ຄວາມ​ດີ ໂດຍ​ຕະ​ຫລອດ.”18 ການ​ກັບ​ໃຈ​ບໍ່​ໄດ້​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ເຮັດ. ສິ່ງ​ທີ່​ມີ​ຄວາມ​ໝາຍ​ທາງ​ນິລັນດອນ ສ່ວນ​ຫລາຍ​ກໍເປັນຈັ່ງ​ຊີ້. ແຕ່​ຜົນ​ທີ່​ໄດ້​ຮັບ ​ແມ່ນ​ກຸ້ມ​ຄ່າ​. ປະທານ​ບອຍ ເຄ ແພ໊ກເກີ ໄດ້​ປະກາດ​ເມື່ອ​ເພິ່ນ​ກ່າວກັບ​ພວກ​ສາວົກ​ເຈັດ​ສິບ​ເປັນ​ເທື່ອ​ສຸດ​ທ້າຍວ່າ: “ຄວາມ​ຄິດ​ເປັນ​ຢ່າງ​ນີ້: ການ​ຊົດ​ໃຊ້​ບໍ່​ມີ​ຮອຍ ບໍ່​ມີ​ຮ່ອງ​ເລີຍ. ສິ່ງ​ທີ່​​ໄດ້​ຖືກ​ດັດ​ແປງ ກໍ​ດີ​ຄືນ​ແລ້ວ. … ການ​ຊົດ​ໃຊ້​ບໍ່​ມີ​ຮອຍ ບໍ່​ມີ​ຮ່ອງ​ເລີຍ. ມັນ​ມີ​ແຕ່​ປິ່ນປົວ ແລະ ສິ່ງ​ທີ່​ມັນປິ່ນປົວ​ ກໍ​ຫາຍດີ​ແລ້ວ.”19

ຄວາມ​ຫວັງ​ຂອງ​ເຮົາ​ທີ່ຈະ​ໄດ້ຢູ່​ນຳ​ພຣະ​ບິດາ​ອີກ ​ແມ່ນ​ຂຶ້ນ​ຢູ່​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ຂຶ້ນ​ຢູ່​ກັບ​ຄວາມ​ເຕັມໃຈ​ຂອງ​ຄົນ​ ຄົນ​ດຽວ​ທີ່​ບໍ່​ເຄີຍ​ເຮັດ​ບາບ​ເລີຍ, ​ເພື່ອຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຄວາມຍຸດຕິ​ທຳ ພຣະ​ອົງ​ຈຶ່ງໄດ້​ຮັບ​ເອົາ​ຄວາມ​ຜິດບາບ​ທັງ​ປວງ​ຂອງ​ມະນຸດ, ຮ່ວມ​ທັງ​ບາບ​ທີ່​ລູກໆ​ບາງ​ຄົນ​ຂອງ​ພຣະ​ເຈົ້າ ​ໄດ້​ເລືອກ​ທີ່​ຈະ​ອົດທົນ​ກັບ​ມັນດ້ວຍ​ຕົວ​ເອງ.

​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢ​ຊູຄຣິດ​ແຫ່ງ​ໄພ​ພົນ​ຍຸກ​ສຸດ​ທ້າຍ, ​ເຮົາ​​ໃຫ້​ເຫດຜົນ​ຫລາຍ​ກວ່າ​ຄົນ​ອື່ນໆ​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ມີ​ອຳນາດ​ຫລາຍ​ທີ່​ສຸດ ເພາະ​ເຮົາ​ຮູ້​ວ່າ ຖ້າ​ຫາກເຮົາ​ເຮັດພັນທະ​ສັນຍາ, ກັບ​ໃຈ​ເລື້ອຍໆ, ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ, ​ແລ້ວພຣະ​ອົງ​ຈະ​​ໃຫ້​ເຮົາ​ຮັບ​ມູນ​ມໍລະດົກ​ຮ່ວມ​ກັບ​ພຣະ​ອົງ20 ແລະ ເໝືອນ​ດັ່ງ​ພຣະ​ອົງ ເຮົາ​ຈະ​​ໄດ້ຮັບ​ທຸກ​ສິ່ງ​ທີ່​ພຣະ​ບິດາ​ມີ​ຢູ່.21 ນັ້ນ​ເປັນ​ຄຳ​ສອນ​ອັນ​ສຳຄັນຍິ່ງ, ແຕ່​ມັນ​ເປັນ​ຈິງ​. ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ ​ໄດ້​ເຮັດ​ໃຫ້ການ​ເຊື້​ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້ລອດ​ ທີ່​ວ່າ “ຈົ່ງເປັນ​ຄົນ​ດີ​ຄົບ​ຖ້ວນ ຢ່າງ​ພຣະ​ບິດາ​ຂອງ​ພວກ​ທ່ານ​ໃນ​ສະຫວັນ​ດີ​ຄົບ​ຖ້ວນ​ທຸກ​ປະການ”22 ເປັນ​ໄປໄດ້ ແທນ​ທີ່​ເປັນ​ສິ່ງ​ທີ່​ບໍ່​ສາມາດ​ຮັບເອົາ​ໄດ້.

ພຣະ​ຄຳ​ພີ​ສອນ​ວ່າ ທຸກຄົນ​ທັງ​ປວງ​ຕ້ອງ “ຖືກ​ພິພາກສາ​ຕາມ​ການ​ພິພາກສາ​ອັນ​ສັກສິດ​ຂອງ​ພຣະ​ເຈົ້າ.”23 ໃນ​ວັນ​ນັ້ນ​ຈະ​ບໍ່​ມີ​ໂອກາດ​ທີ່​ບັງ​ຕົວ​ໄວ້​ໃນ​ກຸ່ມ​ໃຫຍ່, ບໍ່​ສາມາດ​ກ່າວ​ຫາ​ຄົນ​ອື່ນວ່າ​ເປັນ​ສາເຫດ​ທີ່​​ເຮັດ​ໃຫ້ເຮົາ​ບໍ່​ສະ​ອາດ. ພຣະ​ຄຳ​ພີ​ສອນ​ອີກ​ວ່າ ພຣະ​ເຢ​ຊູ​ຄຣິດ ຜູ້​ທີ່​ໄດ້​ທົນ​ເພື່ອ​ບາບ​ຂອງ​ເຮົາ ຜູ້​ທີ່​ວິງວອນພຣະ​ບິດາ​ແທນ​ເຮົາ ຜູ້​ທີ່​ເອີ້ນ​ເຮົາ​ວ່າ​ເປັນ​ໝູ່​ເພື່ອນ ຜູ້​ທີ່​ຮັກ​ເຮົາ​ຈົນ​ເຖິງ​ທີ່​ສິ້ນສຸດ ໃນ​ທີ່​ສຸດ​ແມ່ນ​ພຣະ​ອົງ ທີ່​ຈະ​ເປັນ​ຜູ້​ພິພາກສາ​ເຮົາ. ພອນ​ອັນ​ໜຶ່ງ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຫລາຍ​ຄົນ​ມັກ​ລືມ​ ຄື “ພຣະ​ບິ​ດາ … ໄດ້​ມອບ​ອຳນາດ​ທັງໝົດໃຫ້​ແກ່​ພຣະ​ບຸດທີ່​ຈະ​ຕັດ​ສິນ.”24

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຖ້າ​ທ່ານ​ຮູ້ສຶກທໍ້ຖອຍ​ໃຈ ຫລື ສົງໄສ​ວ່າ​ທ່ານ​ສາມາດ​ໄດ້​ຮັບ​ການ​ອະໄພ​ບາບ​ທັງຫລາຍ​ທີ່​ທ່ານເຄີຍ​ເຮັດຫລື​ບໍ່, ຂໍ​ໃຫ້​ທ່ານຈື່​ຜູ້​ທີ່​ຢືນ “ລະຫວ່າງ [ເຮົາ] ແລະ ຄວາມ​ຍຸດຕິ​ທຳ,” ຜູ້​ທີ່ “ເຕັມ​ໄປ​ດ້ວຍ​ຄວາມ​ກະລຸນາ ຮັກຫອມ​ລູກ​ຫລານ​ມະນຸດ,” ແລະ ຜູ້​ທີ່​ໄດ້​ຮັບ​ເອົາ​ຄວາມ​ຊົ່ວ​ຮ້າຍ ແລະ ການ​ລ່ວງ​ລະເມີດ​ຂອງ​ເຮົາ​ໄວ້​ນຳພຣະ​ອົງ​ເອງ ແລະ ໄດ້ “ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຄວາມ​ຍຸດຕິ​ທຳ.”25 ​ໃນ​ອີກ​ຄຳໜຶ່ງ ຕາມ​ທີ່​ນີ​ໄຟ ໄດ້​ເຮັດ​ເມື່ອ​ເພິ່ນ​ມີ​ຄວາມສົງໄສ​, ກໍໃຫ້​ທ່ານ​ຈື່​ວ່າ “[ທ່ານ] ໄດ້​ໄວ້​ວາງໃຈ​ຜູ້​ໃດ​ມາ,”26 ກໍ​ແມ່ນ​ພຣະ​ເຢ​ຊູ​ຄຣິດ, ແລ້ວ​ກັບ​ໃຈ​ໂລດ ແລະ ປະສົບ​ກັບ “ຄວາມ​ສະຫວ່າງ​ຢ່າງ​ບໍລິບູນ​ຂອງ​ຄວາມ​ຫວັງ”27 ອີກ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.