​2010–2019
​ເປັນ​ລະບຽບ​ຮຽບຮ້ອຍ​ແບບ​ຄົນບຣິສະ​ໂຕ: ຈົ່ງ​ມີ​ຄ່າ​ຄວນ​ສຳລັບ​ພຣະວິຫານ—​ໃນ​​ເວລາ​ມີ​ຄວາມສຸກ ​ແລະ ​ໃນ​ເວລາ​ທີ່​ຫຍຸ້ງຍາກ
ຕຸລາ 2015


​ເປັນ​ລະບຽບ​ຮຽບຮ້ອຍ​ແບບ​ຄົນບຣິສະ​ໂຕ: ຈົ່ງ​ມີ​ຄ່າ​ຄວນ​ສຳລັບ​ພຣະວິຫານ—​ໃນ​​ເວລາ​ມີ​ຄວາມສຸກ ​ແລະ ​ໃນ​ເວລາ​ທີ່​ຫຍຸ້ງຍາກ

ການ​ເຊື່ອ​ຟັງ​ຕໍ່​ຫລັກ​ທຳ​ພຣະກິດ​ຕິ​ຄຸນ​ທີ່​ສັກສິດ​ນີ້ ຈະ​ຊ່ອຍ​ເຮົາ​ໃຫ້​ມີຄ່າ​ຄວນ​ຕໍ່​ພຣະວິຫານ, ພົບ​ຄວາມສຸກ​ໃນ​ຊີວິດ​ນີ້, ​ແລະ ພາ​ເຮົາ​ກັບ​ໄປ​ບ້ານ​ໃນ​ສະຫວັນ​ຂອງ​ເຮົາ.

ສາດສະດາ​ລີ​ໄຮ ​ໄດ້​ປະກາດ​ວ່າ, “ຖ້າ​ຫາກ​ບໍ່​ມີ​ຄວາມ​ຊອບ​ທຳ ກໍ​ບໍ່​ມີ​ຄວາມສຸກ.”1

ຜູ້​ປໍ​ລະ​ປັກ​ໄດ້​ຮັບ​ຄວາມ​ສຳ​ເລັດ​ຜົນ ​ໃນ​ການ​ເຮັດ​ໃຫ້​ຜູ້​ຄົນ​ເຊື່ອ​​ເລື່ອ​ງຂີ້​ຕົວະ. ມັນ ​ແລະ ຕົວ​ແທນ​ຂອງ​ມັນ ປະກາດ​ວ່າ ການ​ເລືອກ​ທີ່​ແທ້​ຈິງ ​ແມ່ນ​ລະຫວ່າງ​ຄວາມສຸກ ​ແລະ ຄວາມພໍ​ໃຈ ​ ​ໃນ​ຊີວິດ​ນີ້ ​ແລະ ຄວາມສຸກ ​ໃນ ຊີວິດ​ທີ່​ຈະ​ມາ​ເຖິງ (ຊຶ່ງ​ຜູ້​ປໍ​ລະ​ປັກ​​ໄດ້​ປະກາດ ອາດ​ບໍ່​ມີ​ຈິງ). ​ເລື່ອງ​ຂີ້​ຕົວະ​ນີ້ ​ເປັນ​ການ​ເລືອກ​ທີ່​ຜິດ, ​ແຕ່​ມັນ​​ເປັນ​ສິ່ງ​ທີ່​ຢົ້ວຢວນ​ໃຈ​ທີ່​ສຸດ.2

ຈຸດ​ປະສົງ​ອັນ​ມີ​ກຽດ​ທີ່​ສູງ​ສຸດ​ ​ໃນ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະ​ເຈົ້າ ​ແມ່ນ​ເພື່ອ​ໃຫ້​ສານຸສິດ​ທີ່​ຊອບ​ທຳ ​ແລະ ຄອບຄົວ​ແຫ່ງ​ພັນທະ​ສັນຍາ ​ໄດ້​ຢູ່​ນຳ​ກັນ​ໃນ​ຄວາມ​ຮັກ, ​ໃນ​ຄວາມປອງ​ດອງ, ​ແລະ ​ໃນ​ຄວາມ​ສະຫງົບ​ສຸກ ​ໃນ​ຊີວິດ​ນີ້3 ​ແລະ ຮັບ​ເອົາ​ລັດສະໝີ​ພາບ​​ແຫ່ງ​ຊັ້ນສູງ ​ໃນ​ຄວາມ​ນິລັນດອນ ນຳພຣະ​ເຈົ້າ ອົງ​ເປັນ​ພຣະບິດາ, ພຣະຜູ້​ສ້າງ​ຂອງ​ເຮົາ, ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ.4

ຕອນ​ຂ້າພະ​ເຈົ້າ​ເປັນ​ຜູ້​ສອນ​ສາດສະໜາ​ໜຸ່ມ ທີ່​ໄດ້​ຖືກ​ສົ່ງ​ໄປ​ເຜີຍ​ແຜ່​ຢູ່​ປະ​ເທດ​ອັງກິດ, ​ເຂດ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ໄປ​ເຜີຍ​ແຜ່ ​ຕອນ​ນັ້ນແມ່ນ​ທ້ອງ​ຖິ່ນ ບຣິສະ​ໂຕ. ຜູ້ນຳ​ຂອງ​ສາດສະໜາ​ຈັກ​ຄົນ​ໜຶ່ງ​ໄດ້​ເນັ້ນໜັກ​ວ່າ ຜູ້​ສອນ​ສາດສະໜາ​ທີ່​ຮັບ​ໃຊ້​ຢູ່​ໃນ​ເຂດ​ນັ້ນ ຕ້ອງ​ “ເປັນ​ລະບຽບຮຽບຮ້ອຍ​ແບບ​ຄົນບຣິສະ​ໂຕ.”

ຮູບ​ພາບ
ກຳ​ປັ່ນ​ຢູ່​ທ່າ​ເຮືອ​ ບຣິສະ​ໂຕ

ທຳ​ອິດ, ຂ້າພະ​ເຈົ້າບໍ່​ເຂົ້າ​ໃຈ​ວ່າ​​ເພິ່ນ​ເວົ້າຫຍັງ. ບໍ່​ດົນ ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້ກ່ຽວ​ກັບ​ປະຫວັດສາດຂອງ​ ບຣິສະ​ໂຕ ​ແລະ ຄວາມ​ໝາຍ​ຂອງ​ຄຳ​ວ່າ “ເປັນ​ລະບຽບຮຽບຮ້ອຍ​ແບບ​ຄົນບຣິສະ​ໂຕ.” ​ໃນ​ສະ​ໄໝ​ກ່ອນ​ທ້ອງ​ຖິ່ນ ບຣິສະ​ໂຕ ​ເຄີຍ​ເປັນ​ທ່າ​ເຮືອ​ທີ່​ຫຍຸ້ງ​ທີ່​ສຸດ ​ໃນ​ປະ​ເທດ​ອັງກິດ. ມັນ​ເປັນ​ບ່ອນ​ທີ່​ນ້ຳທະ​ເລຂຶ້ນສູງ​ເຖິງ 43 ຟິດ (13 ​​ແມັດ), ​​ເປັນອັນ​ດັບ​ທີ​ສອງ​ຂອງ​ໂລກ. ຕອນ​ນ້ຳທະ​ເລ​ລົງ, ທ້ອງ​ກຳ​ປັ່ນຂອງ​ລຳ​ທີ່​ເກົ່າ​ແກ່​ຈະ​ຈຸ​ເຖິງ​ພື້ນ​ທະ​ເລ ​ແລະ ລົ້ມ​​ໄປທາງ​ຂ້າງ, ​ແລະ ຖ້າ​ຫາກ​ກຳ​ປັ່ນ​ມີ​ຄຸນ​ນະພາ​ບບໍ່​ດີ, ມັນ​ຈະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ບໍ່​ນ້ອຍ. ນອກ​ເໜືອ​ຈາກ​ນັ້ນ ຖ້າ​ຫາກ​ສິ່ງ​ອື່ນໆ ບໍ່​ໄດ້​ຖືກ​ມ້ຽນ​ມັດ​ເປັນ​ຢ່າງ​ດີ ມັນ​ຈະ​ຖືກ​ນ້ຳຊັດ​ໄປທົ່ວທີບ ​ແລະ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຫລື ​ເພພັງ.5 ຫລັງ​ຈາກ​ຂ້າພະ​ເຈົ້າ​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ຂໍ້ຄວາມ​ນັ້ນ​ແລ້ວ, ​ເຫັນ​ໄດ້​ຢ່າງ​ແ​ຈ່ມ​ແຈ້ງວ່າ ຜູ້ນຳ​ຄົນ​ນີ້ ​ໄດ້​ບອກ​ພວກ​ເຮົາ ຜູ້​​ສອນ​ສາດສະໜາ​ວ່າ ພວກ​ເຮົາ​ຕ້ອງ​ເປັນ​ຄົນ​ຊອບ​ທຳ, ​ເຮັດ​ຕາມ​ກົດ​ລະບຽບ, ​ແລະ ຕຽມ​ສຳລັບ​ສະຖານະ​ການ​ທີ່​ຫຍຸ້ງຍາກ.

ການ​ທ້າ​ທາຍ​ນີ້ ​ແມ່ນ​ກ່ຽວຂ້ອງ​ກັບ​ເຮົາ​ແຕ່ລະຄົນ. ຂ້າພະ​ເຈົ້າຄິດ​ວ່າການ “ເປັນ​ລະບຽບຮຽບຮ້ອຍ​ແບບ​ຄົນ ບຣິສະ​ໂຕ” ຄື​ການ​ “ມີຄ່າ​ຄວນ​ສຳລັບ​ພຣະວິຫານ”—​ໃນ​ເວລາ​ທີ່​ມີ​ຄວາມສຸກ ​ແລະ ​ໃນ​ເວລາ​ທີ່​ມີ​ຄວາມ​ໂສກ​ເສົ້າ.

​ເຖິ​ງ​ແມ່ນ​ສ່ວນ​ຫລາຍ​ແລ້ວ ​ເປັນ​ສິ່ງ​ງ່າຍ​ທີ່​ຈະຄາດ​ການ​ໄດ້​ວ່າ ຄວນ​ຕຽມ​ແນວ​ໃດ​ເມື່ອນ້ຳທະ​ເລ​ຂຶ້ນໆ​ລົງໆຢູ່​ປະ​ເທດ​ອັງກິດ, ​ແຕ່​ສ່ວນ​ຫລາຍ​ແລ້ວ ຄວາມ​ຫຍຸ້ງຍາກ ​ແລະ ການ​ລໍ້​ລວງ​ໃນ​ຊີວິດ​ນີ້ ຈະ​ເປັນ​ສິ່ງຍາກ​ທີ່​ຈະ​ຄາດ​ການ​ໄດ້​. ​ແຕ່​ເຮົາ​ຮູ້​ສິ່ງ​ນີ້​ຄື: ມັນ​ຈະ​ມາ! ກ່ອນ​ຈະ​ສາມາດ​ເອົາ​ຊະນະ​ການ​ທ້າ​ທາຍ ​ແລະ ການ​ລໍ້​ລວງ​ໄດ້​ນັ້ນ ​ເຮົາ​ແຕ່ລະຄົນ​ຕ້ອງ​ປະ​ເຊີນ​ກັບ​ມັນ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້, ຊຶ່ງ​ເຮົາ​ຕ້ອງ​ຕຽມ​ພ້ອມ​ດ້ວຍ​ຄວາມ​ຊອບ​ທຳ ​ແລະ ​ໃຊ້​ເຄື່ອງ​ປ້ອງ​ກັນ​ແຫ່ງ​ສະຫວັນ ທີ່​ຖືກ​ຈັດຕຽມ​ໄວ້​ໃຫ້. ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ກັບ​ການ​ມີຄ່າ​ຄວນ​ສຳລັບ​ພຣະວິຫານ ບໍ່​ວ່າ​ສະຖານະ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ຖ້າ​ຫາກ​ເຮົາ​ຕຽມ​ພ້ອມ, ​ເຮົາ​ຈະ​ບໍ່​ຢ້ານ.6

ຄວາມສຸກ​ໃນ​ຊີວິດ​ນີ້ ​ແລະ ຄວາມສຸກ​ໃນ​ຊີວິດ​ທີ່​ຈະ​ມາ​ເຖິງ ​ແມ່ນກ່ຽວຂ້ອງ​ກັນ ​ໂດຍ​ຄວາມ​ຊອບ​ທຳ. ​ແມ່ນ​ແຕ່​​ໃນລະຫວ່າງ​ການ​ຕາຍ ​ແລະ ການ​ຟື້ນ​ຄືນ​ຊີວິດ, “ວິນ​ຍານ​ຂອງ​ຄົນ​ທີ່ ຊອບ​ທຳ ຈະ​ຖືກ​ຮັບ​ເຂົ້າ​ໄປ​ຢູ່​ໃນ​ສະພາວະ​ແຫ່ງ​ຄວາມສຸກ, ຊຶ່ງ​ເອີ້ນ​ວ່າ ທີ່​ສຸຂະ​ເສີມ, ​ເປັນ​ສະພາວະທີ່​ພັກຜ່ອນ, ​ເປັນ​ສະພາວະ​ແຫ່ງ​ຄວາມ​ສະຫງົບ​ສຸກ.”7

​ໃນ​ຕອນ​ຕົ້ນຂອງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໃນ​ອິດສະຣາ​ເອນ ​ແລະ ຕໍ່​ມາ​ໃນ​ບັນດາ​ຊາວ​ນີ​ໄຟ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ກ່ຽວ​ກັບ​ຄວາມສຸກ ທັງ​ໃນ​ຊີວິດ​ນີ້ ​ແລະ ​ໃນ​ນິລັນດອນ. ພຣະອົງ​ໄດ້​ກ່າວ​ເຖິງ​ພິທີການ, ​ແຕ່​ພຣະອົງ​ໄດ້​ເນັ້ນໜັກຕື່ມ ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະພຶດ​ທີ່​ສິນ​ທຳ. ຍົກ​ຕົວຢ່າງ, ສານຸສິດ​ຍ່ອມ​ເປັນ​ສຸກ ຖ້າ​ເ​ຂົາ​ເຈົ້າອຶດຫິວ​ຄວາມ​ຊອບ​ທຳ, ​ເປັນ​ຄົນ​ເມດ​ຕາ, ມີໃຈບໍລິສຸດ, ​ເປັນ​ຄົນສ້າງ​ຄວາມ​ສະຫງົບ, ​ແລະ ​ເຮັດ​ຕາມ​ຫລັກ​ທຳ​ຂັ້ນພື້ນຖານ​ເລື່ອງ​ສິນ​ທຳ​ຂໍ້​ອື່ນໆ​ນຳ​ອີກ. ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ​ໃນພື້ນຖານ​ຂອງ​ຄຳ​ສອນ​ນີ້, ອົງ​ພຣະ​ເຢຊູ​ຄຣິດ​ໄດ້​ເນັ້ນໜັກ​ເຖິງ​ການ​ກະທຳ​ ​ແລະ ການ​ປະພຶ​ດ​ທີ່ຊອບ​ທຳ ​ໃນ​ການ​ດຳລົງ​ຊີວິດແຕ່​ລະ​ວັນ. ຄຳ​ສອນ​ຂອງ​ພຣະອົງ ບໍ່​ພຽງ​ແຕ່​ມາ​ທົດ​ແທນ​ ​ແລະ ​​ເໜືອກ​ວ່າກົດ​ຂອງ​ໂມ​ເຊ​ເທົ່າ​ນັ້ນ8 ​ແຕ່​ຄຳ​ສອນ​ຂອງ​ພຣະອົງ​ຍັງ​ປະຕິ​ເສດ ປັດ​ຊະ​ຍາ​​ເທັດ​ຂອງ​ມະນຸດ​ນຳ​ອີກ.

​ເປັນ​ເວລາ​ຫລາຍ​ສັດຕະວັດ​ແລ້ວ ທີ່​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ໄດ້​ດົນ​ໃຈຄວາມ​ເຊື່ອ ​ແລະ ສະຖາປະນາ​ມາດຕະຖານ​ເລື່ອງ​ການ​ປະພຶດ ກ່ຽວ​ກັບ​ສິ່ງ​ທີ່​ຊອບ​ທຳ, ຄວາມ​ປາດ​ຖະໜາ, ​ແລະ ສິນ​ທຳ ທີ່​ນຳ​ຄວາມສຸກ​, ຄວາມ​ມ່ວນ​ຊື່ນ, ​ແລະ ຄວາມ​ຊື່ນ​ຊົມ​ມາ​ໃຫ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລັກ​ທຳ ​ແລະ ສິນ​ທຳ​ຂັ້ນພື້ນຖານ ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ ​ກຳລັງ​ຖືກ​ໂຈມ​ຕີ​ຢ່າງ​ໜັກ ​ໃນ​ໂລກ​ທຸກ​ວັນ​ນີ້. ຊາວ​ຄຣິດສະ​ຕຽນ​ຖືກ​ໂຈມ​ຕີ. ຫລາຍ​ຄົນ​ເຊື່ອ​ວ່າ ສິ່ງ​ທີ່​ເປັນສິນ​ທຳ​ໄດ້​ຖືກ​ປ່ຽນ​​​ໄປ​ແລ້ວ.9

​ເຮົາ​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ​ທີ່​ຫຍຸ້ງຍາກ. ນັບ​ມື້​ນັບຖື​ກັນ​ວ່າ “ສິ່ງ​ທີ່​ຊົ່ວ​ຮ້າຍ​ເປັນ​ສິ່ງ​ດີ, ​ແລະ ສິ່ງ​ດີ​ເປັນ​ສິ່ງ​ທີ່​ຊົ່ວ​ຮ້າຍ.”10 ​​ເມື່ອຜູ້​ຄົນ​ໃນ​ໂລກ​ເນັ້ນໜັກ​​ເລື່ອງ​ການ​ໃຫ້​ຄວາມ​ສຳຄັນ​ກັບ​ຕົນ​ເອງ ​ແລະ ກັບ​ທາງ​ໂລກຫລາຍ​ກວ່າ, ​ແລ້ວຈະ​​ກໍ່ໃຫ້​ເກີດ​ມີ​ຄວາມ​ເປັນ​ຫ່ວງ​​ເປັນ​ໃຍ. ນັກ​ຂຽນ​ທີ່​ມີ​ຊື່​ສຽງ​ຄົນ​ໜຶ່ງ, ທີ່​ບໍ່​ໄດ້​ນັບຖື​ສາດສະໜາ​ດຽວ​ກັນ​ກັບ​ເຮົາ ​ໄດ້​ຂຽນ​ວ່າ: “ເປັນ​ໜ້າ​ເສຍ​ໃຈ ທີ່​ຂ້າພະ​ເຈົ້າ​ເຫັນ​ຜູ້​ຄົນ​ຈຳນວນ​ໜ້ອຍ​ດຽວ​ເທົ່າ​ນັ້ນ ທີ່​ມີ​ຄວາມສຸກ ​ໃນ​ສະ​ໄໝ​ຂອງ​ເຮົາ, ຫລື ລູກ​ຂອງ​ເຂົາ​ເຈົ້າມີ​ຊີວິດ​ດີກ​ວ່າ, ຫລື ມີຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ, ຈຳນວນການ​​ແຕ່ງງານກໍມີ​ໜ້ອຍ​ລົງ ​ແລະ ຄອບຄົວ​ກໍ​ມີສະມາຊິກ​ໜ້ອຍຄົນ ... ທັງ​ໝົດບໍ່​ໄດ້​ສັນຍາ​ຫຍັງ ຍົກ​ເວັ້ນ​ແຕ່ຈະ​​ໃຫ້​ຄວາມ​ໂດ​ດດ່ຽວ​ແກ່​ຄົນ​ຈຳນວນ​ຫລາຍ, ​ແລະ ຂາດ​ຄວາມ​ຈະ​ເລີນກ້າວໜ້າ.”11

​ໃນ​ຖານະ​ທີ່​ເປັນ​ສາ​ນຸສິດ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ເຮົາ​ໄດ້​ຖືກ​ຄາດ​ໝາຍ​ໃຫ້​ວາງ​ແຜນ ​ແລະ ຕຽມ​ພ້ອມ. ​ໃນ​ແຜນ​ແຫ່ງ​ຄວາມສຸກ, ການ​ມີ​ອິດ​ສະລະ​ທີ່​ຈະ​ເລືອກ ​ເປັນ​ຫລັກ​ທຳ​ຂໍ້​ສຳຄັນ ​ແລະ ການ​ເລືອກ​ຂອງ​ເຮົາ ​ແມ່ນ​ສຳຄັນ​ຫລາຍ.12 ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເນັ້ນໜັກ​ເລື່ອງ​ນີ້ ຕະຫລອດ​ໄລຍະ ​ໃນ​ການ​ປະຕິບັດ​ສາດສະໜາ​ກິດຂອງ​ພຣະອົງ, ຮ່ວມ​ທັງ​ຄຳ​ອຸປະມາ​ຂອງ​ພຣະອົງ​ເລື່ອງ​ສາວ​ບໍລິສຸດ​ທີ່​ໂງ່​ຈ້າ ​ແລະ ​ເລື່ອງ​ເງິນຕາ​ລັນ​ຕົນ.13 ​ໃນ​ແຕ່ລະ​ເລື່ອງ, ພຣະຜູ້​ເປັນ​ເຈົ້າ​ໄດ້​ແນະນຳ​​ເລື່ອງ​ການ​ຕຽມ ​ແລະ ການລົງມື​ປະຕິບັດ ​ແລະ ການຕຳນິ​ເລື່ອງ​ການ​​ເລື່ອນ​ມື້​ເລື່ອນ​ວັນ ​ແລະ ຄວາມ​ກຽດຄ້ານ.

ຂ້າພະ​ເຈົ້າຮູ້​ວ່າ ​ເຖິງ​ແມ່ນ​ຈະ​ມີ​ຄວາມສຸກ​ອັນ​ລົ້ນ​ເຫລືອ​ຢູ່​ໃນ​ແຜນ​ອັນ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ, ​ແຕ່​ບາງ​ເທື່ອ ​ເຮົາ​ອາດ​ຮູ້ສຶກ​ວ່າ​ມັນ​ຢູ່​ໄກ ​ແລະ ຂາດ​ໄປ​ຈາກ​ສະພາບ​ການ​ໃນ​ປະຈຸ​ບັນ​ຂອງ​ເຮົາ. ​ເຮົາ​ອາດ​ຮູ້ສຶກ​ວ່າ ມັນ​ຢູ່​ໄກ​​ເກີນ​ກວ່າ​ຈະ​ເອື້ອມ​ເຖິງ ​ໃນ​ຂະນະ​ທີ່​ເຮົາ​ເປັນ​ສານຸສິດ​ທີ່​ດີ້ນ​ລົນ​ຢູ່. ຈາກ​ມະ​ໂນ​ພາບ​ທີ່​ຈຳກັດ​ຂອງ​ເຮົາ, ການ​ລໍ້​ລວງ ​ແລະ ສິ່ງ​ລົບ​ກວນ​ໃນ​​ເວລາ​ນີ້ ອາດ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ຫລາຍ​ກວ່າ. ກົງກັນຂ້າມ, ເຮົາ​ອາດຮູ້ສຶກ​ວ່າ​ ລາງວັນ​ສຳລັບ​ການ​ຫລີກ​ເວັ້ນຈາກ​ການ​ລໍ້​ລວງ​ເຫລົ່ານັ້ນຢູ່​ໄກ ​ແລະ ບໍ່ສາມາດ​ບັນລຸ​ມັນ. ​ແຕ່​ການເຂົ້າ​ໃຈ​ແທ້ໆ​ເຖິງ​ແຜນ​ຂອງ​ພຣະບິດາ ຈະ​ເປີດ​ເຜີຍ​ໃຫ້​ເຫັນ​ວ່າ ລາງວັນ​ແຫ່ງ​ຄວາມ​ຊອບ​ທຳ​ມີ​ໃຫ້​ໃນ​ເວລາ​ນີ້. ຄວາມ​ຊົ່ວ​ຮ້າຍ, ດັ່ງ​ເຊັ່ນ​ການ​ປະພຶ​ດ​ໃນ​ທາງ​ທີ່​ອະທຳ ຈະ​ບໍ່​ມີ​ວັນ​ນຳ​ຄວາມສຸກ​ມາ​ໃຫ້​ຈັກ​ເທື່ອ. ​ແອວ​ມາ​ໄດ້​ກ່າວ​ເຖິງ​ເລື່ອງ​ນີ້ ຢ່າງ​ແຈ່ມ​ແຈ້ງ ​ກັບ ໂຄຣິອານ​ທັນ ລູກ​ຊາຍ​ຂອງ​ເພິ່ນ​ວ່າ: “ຈົ່ງ​ເບິ່ງ, ພໍ່​ເວົ້າກັບ​ລູກ​ວ່າ ຄວາມ​ຊົ່ວ​ຮ້າຍ​ບໍ່​ເຄີຍ​ເປັນຄວາມ​ສຸກ​ເລີຍ.”14

ຄຳ​ສອນ​ຂອງ​ເຮົາ ບອກ​ຢ່າງ​ແຈ່ມ​ແຈ້ງ ຊຶ່ງ​ກ່າວ​ໂດຍ ​ແອມມິວ​ເລັກ ​ໃນ ​ແອວ​ມາ 34:32 ວ່າ: “ຈົ່ງ​ເບິ່ງ, ຊີວິດ​ນີ້​ເປັນ​ເວລາ​ສຳລັບ​ມະນຸດ​ທີ່​ຈະ​ຕຽມ​ພ້ອມ​​ເພື່ອ​ພົບ​ກັບ​ພຣະ​ເຈົ້າ; ​ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ, ວັນ​ແຫ່ງ​ຊີວິດ​ນີ້​ເປັນ​ວັນ​ສຳລັບ​ມະນຸດ​ທີ່​ຈະ​ສະ​ແດງ​ຜົນງານ​ຂອງ​ຕົນ​ເອງ.”

​ແລ້ວ ​ເຮົາ​ຈະ​ຕຽມ​ພ້ອມ​ໃນ​ວັນ​ເວລາ​ທີ່​ຫຍຸ້ງຍາກ​ນີ້​ໄດ້​ແນວ​ໃດ? ນອກ​ເໜືອ​ໄປ​ຈາກ​ການ​ເປັນ​ຄົນ​ມີຄ່າ​ຄວນ​ສຳລັບ​ພຣະວິຫານ​ແລ້ວ, ຍັງ​ມີ​ຫລັກ​ທຳ​ຫລາຍ​ຢ່າງ​ອື່ນ​ອີກທີ່​ມີ​ສ່ວນ​ກັບ​ຄວາມ​ຊອບ​ທຳ. ຂ້າພະ​ເຈົ້າຈະ​ເນັ້ນ​ສາມ​ຢ່າງ.

ທຳ​ອິດ: ການ​ບັງຄັບ​ຕົນ​ເອງ ​ແລະ ການ​ປະພຶ​ດທີ່​ຊອບ​ທຳ

ຂ້າພະ​ເຈົ້າ​ເຊື່ອ​ວ່າ ບາງ​ເທື່ອ​ພຣະບິດາ​​ໃນ​ສະຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ ຄົງ​ຫລຽວ​ເບິ່ງ​ເຮົາ ​​ແລະ ຫົວຂວັນ​ນໍ ຄື​ກັນ​ກັບ​ຕອນ​ທີ່​ເຮົາ​ຫລຽວ​ເບິ່ງ​ລູກນ້ອຍ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າກຳລັງ​ຮຽນ​ຮູ້ ​ແລະ ​ເຕີບ​ໂຕ. ​ເຮົາ​ທຸກ​ຄົນ​ກໍ​ເຄີຍ​ລົ້ມລຸກ​ຄຸກ​ຄານຄື​ກັນ ​ໃນ​ຂະນະ​ທີ່​ຮຽນ​ຮູ້​ປະສົບ​ການ.

ຮູບ​ພາບ
ການ​ທົດ​ລອງ​ດ້ວຍ​ເຂົ້າໜົມ marshmallow

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ ຕໍ່​ຄຳ​ປາ​ໄສ​​ໃນ​ກອງ​ປະຊຸມ​ໃຫຍ່ ທີ່​ປະທານດີ​ເດີ ​ແອັຟ ອຸກ​ດອບ ​ໄດ້​ກ່າວ ​ເມື່ອ​ປີ 201015 ກ່ຽວ​ກັບ​ການ​ທົດ​ລອງ​ດ້ວຍເຂົ້າໜົມ marshmallow ທີ່​ມະຫາວິທະຍາ​ໄລ ສະ​ແຕນ​ເຝີ​ດ ​ໃນ​​ໄລຍະ​ປີ 1960. ທ່ານ​ອາດ​ຈື່​ໄດ້​ວ່າ ​ກຸ່ມເດັກນ້ອຍ​ອາຍຸ​ສີ່​ປີ​ໄດ້​ຮັບ​ເຂົ້າໜົມ marshmallow ຄົນ​ລະ​ກ້ອນ. ຖ້າ​ຫາກ​ພວກ​ເຂົາສາມາດອົດ​ກິນ​ມັນ​ໄດ້ ​ປະມານ 15 ຫລື 20 ນາທີ, ​ແລ້ວ​ພວກ​ເຂົາຊິ​ໄດ້​ເຂົ້າໜົມຕື່ມ​ອີກໜຶ່ງກ້ອນ​. ວິ​ດີ​ໂອ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ເດັກນ້ອຍ​ຫລາຍ​ຄົນ​ອົດ​ກິນ​ເຂົ້າໜົມ​ໄດ້. ບາງ​ຄົນ​ອົດ​ບໍ່​ໄດ້.16

ປີ​ແລ້ວ​ນີ້ ດຣ. ວໍ​ເທີ ມີ​​ແຊວ, ຜູ້​​​ໄດ້​​ເຮັດການ​ທົດ​ລອງທີ່​ກ່າວ​ມານັ້ນ ​ໄດ້​ຂຽນ​ປຶ້ມ​ຫົວ​ໜຶ່ງ ຊຶ່ງ​ໃນ​ນັ້ນ​ເພິ່ນ​ໄດ້​ກ່າວ​ວ່າ ​ໄດ້​ມີ​ການ​ຄົ້ນຄວ້າ​ຫລາຍ​ຂຶ້ນ ​​ເພາະ​ຄວາມ​ເປັນ​ຫ່ວງ​ເປັນ​​​ໃຍຂອງ​ເພິ່ນ​​ເລື່ອງການ​ບັງຄັບ​ຕົນ​ເອງ ​ແລະ ກ່ຽວ​ກັບ​ການທີ່​ເພິ່ນ​ຕິດຢາສູບ​. ​ເພິ່ນ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​​​​​​ໃຍ​ໂດຍ​ສະ​ເພາະ ກັບ​ການ​ລາຍ​ງານຂອງ​ໝໍ​ຜ່າຕັດ​ຂອງ​ສະຫະລັດ ​ໃນ​ປີ 1964 ຮ່ວມ​ດ້ວຍ​ການ​ເປັນ​ປອດ​ແຫ້ງ​ຈາກ​ການ​ສູບຢາ.17 ອີງ​ຕາມ​ການຄົ້ນຄວ້າ​ເປັນ​ເວລາ​ຫລາຍ​ປີ, ​ເພື່ອນ​ຮ່ວມ​ງານ​ຄົນ​ໜຶ່ງ​ຂອງ​ເພິ່ນ​ ​ໄດ້​ລາຍ​ງານ​ວ່າ “ການ​ບັງຄັບ​ຕົນ​ເອງ ​ເປັນ​ຄື​ກັນ​ກັບ​ກ້າມ​ເນື້ອ: ​ເມື່ອ​ທ່ານ​ໃຊ້​ມັນ​ຫລາຍ​ຂຶ້ນ​ເທົ່າ​ໃດ, ມັນ​ຈະ​ແຂງ​ແກ່ນຫລາຍ​ຂຶ້ນ​ເທົ່າ​ນັ້ນ. ການ​ຫລີກ​​ເວັ້ນຈາກ​ການ​ລໍ້​ລວງ​ໄດ້​ເທື່ອ​ໜຶ່ງ ຈະ​ຊ່ອຍ​ທ່ານ​ໃຫ້​ສາມາດ​ຕ້ານທານ​ກັບ​ການ​ລໍ້​ລວງ​ຄັ້ງຕໍ່ໆ​ໄປ ​ໃນ​ອະນາຄົດ.”18

ຫລັກ​ທຳ​ກ່ຽວ​ກັບ​ຄວາມ​ກ້າວໜ້າ​ນິລັນດອນ​ແມ່ນ​ວ່າ ການ​ບັງຄັບ​ຕົນ​ເອງ ​ແລະ ການ​ດຳລົງຊີວິດ​ທີ່​ຊອບ​ທຳ ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​​ໃຫ້​ຄວາມ​ສາມາດ​ຂອງ​ເຮົາ ທີ່​ຈະ​ຕ້ານທານ​ກັບ​ການ​ລໍ້​ລວງ​ໄດ້. ສິ່ງ​ນີ້​ເປັນຄວາມ​ຈິງ ​ໃນ​​ເລື່ອງ​ທີ່​ເປັນ​ທາງ​ວິນ​ຍານ ​ແລະ ​​ທາງ​ໂລກ​ດ້ວຍ.

ຜູ້​ສອນ​ສາດສະໜາ​ຂອງ​ພວກ​ເຮົາ​​ເປັນ​ຕົວຢ່າງ​ທີ່​ດີ​ເລີດ. ​ເຂົາ​ເຈົ້າພັດທະນາ​ຄຸນສົມບັດ​ທີ່​​ເປັນ​ເໝືອນ​ດັ່ງ​ພຣະຄຣິດ ​ແລະ ​ເນັ້ນໜັກ​ເລື່ອງ​ການ​ເຊື່ອ​ຟັງ ​ແລະ ​ເລື່ອງ​ທາງ​ວິນ​ຍານ. ​ເຂົາ​ເຈົ້າຖືກ​ຄາດໝາຍ​ໃຫ້​ເຮັດ​ຕາມ​ຕາຕະລາງ​ທີ່​ເຄັ່ງ​ຄັດ ​ແລະ ​ໃຊ້​​ເວລາ​ໃນ​ແຕ່​ລະ​ວັນ ​ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ. ​ເຂົາ​ເຈົ້າ​ແຕ່ງ​ກາຍ​ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ, ​​​ແທນ​ການ​ນຸ່ງ​ຖື​ແບບ​ທຳ​ມະ​ດາ ຫລື ​ແບບ​ທີ່​ບໍ່​ເໝາະ​ສົມ ຊຶ່ງ​ມີ​ຢູ່​ທົ່ວ​ໄປ ​ໃນ​ທຸກ​ວັນ​ນີ້. ການ​ປະພຶດ ​ແລະ ການ​​ແຕ່ງ​ກາຍ​ຂອງ​ເຂົາ​ເຈົ້າ ​​​ບົ່ງ​ບອກ​ເຖິງ​ຄວາມຈິງ​ຈັງ ​ແລະ ການມີ​ສິນ​ທຳ.19

ປະຈຸ​ບັນ​ນີ້ ພວກ​ເຮົາ​ມີ​ຄົນ​ໜຸ່ມປະມານ 230,000 ຄົນ ທີ່ກຳລັງ​ຮັບ​ໃຊ້​ເຜີຍ​ແຜ່ ຫລື ຜູ້​ທີ່​​ໄດ້​ກັບ​ຈາກ​ການ​ເຜີຍ​ແຜ່​ແລ້ວ ​ໃນ​ໄລຍະຫ້າ​ປີຜ່ານມາ. ​ເຂົາ​ເຈົ້າ​ໄດ້​ພັດທະນາ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ຢ່າງ​ໜ້າ​ອັດສະຈັນ​ໃຈ ​ແລະ ຮູ້ຈັກ​ບັງຄັບ​ຕົນ​ເອງ ຊຶ່ງ​ຕ້ອງ​ເຮັດ​ຕໍ່​ໄປ​ເລື້ອຍໆ, ຖ້າ​ບໍ່​ດັ່ງນັ້ນ ມັນ​ຈະ​ອ່ອນ​ແອ​ງລົງ ຄື​ກັນ​ກັບ​ກ້າມ​ເນື້ອ​ທີ່​ບໍ່​ຖືກ​ໃຊ້. ​ເຮົາ​ທຸກ​ຄົນ​ຕ້ອງ​ພັດທະນາ ​ແລະ ສະ​ແດງ​ການ​ປະພຶດ ​ແລະ ການ​ນຸ່ງ​ຖື ທີ່​ປະກາດ​ວ່າ ​ເຮົາ​ເປັນ​ສານຸສິດ​ທີ່​ແທ້​ຈິງ​ຂອງ​ພຣະຄຣິດ. ຄົນ​ທີ່​ປະ​ຖິ້ມ​ການ​ປະພຶດ​ທີ່​ຊອບ​ທຳ ຫລື ການ​ນຸ່ງ​ຖື​​ໃນ​ທາງ​ທີ່​ສວຍ​ງາມ ​ແລະ ຮຽບຮ້ອຍ ຈະ​ພາ​ຕົນ​ເອງ​ໄປ​ສູ່​ຊີວິດ​ທີ່​ບໍ່​ມີ​ຄວາມຊື່ນ​ຊົມ ຫລື ຄວາມສຸກ.

ພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ​ໄດ້​ມອບ​​ແຜນຜັງ​ຂອງແຜນ​ແຫ່ງ​ຄວາມສຸກ​ໃຫ້​ເຮົາ ​ແລະ ສົ່ງ​ເສີມ​ເຮົາ​ໃຫ້​ເຂົ້າ​ໃຈ ​ແລະ ​ໃຊ້​ການ​ຄວບ​ຄຸມ​ຕົນ​ເອງ ​ແລະ ຫລີກ​ເວັ້ນຈາກ​ການລໍ້​ລວງ. ມັນ​ຍັງ​ສອນ​ເຮົາ​ອີກ ​ເຖິງ​ວິທີ​ທີ່​ຈະ​ກັບ​ໃຈ ​ເມື່ອ​ເຮົາ​ໄດ້​​ເຮັດ​ຄວາມ​ຜິດພາດ.

ທີ​ສອງ: ການ​ໃຫ້​ກຽດ​ວັນ​ຊະບາ​ໂຕ ຈະ​ເພີ່ມ​ຄວາມ​ຊອບ​ທຳ ​ແລະ ​ເປັນ​ສິ່ງ​ຄຸ້ມ​ກັນ​ຄອບຄົວ

ສາດສະໜາ​ຈັກຄຣິດສະ​ຕຽນ​ໃນ​ສະ​ໄໝ​ກ່ອນ ​ໄດ້​ໄປ​ໂບດ​ຈາກ​ວັນ​ເສົາ ​ເຖິງ ວັນ​ອາທິດ ​ເພື່ອ​ລະນຶກ​ເຖິງ​ການ​ຟື້ນ​ຄືນ​ພຣະຊົນ​ຂອງ​ພຣະຜູ້​ເປັນ​ເຈົ້າ. ຈຸດປະສົງ​ທີ່​ສັກສິດ​ຂັ້ນພື້ນຖານ​ຢ່າງ​ອື່ນໆ​ກ່ຽວ​ກັບ​ວັນ​ຊະບາ​ໂຕ ​ກໍ​ຍັງ​ເໝືອນ​ເດີ​ມ. ສຳລັບ​ຊາວ​ຢິວ ​ແລະ ຊາວ​ຄຣິດສະ​ຕຽນ, ວັນ​ຊະບາ​ໂຕ ​ເປັນ​ສັນຍາ​ລັກ​​ເຖິງ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ.20

​ເມື່ອ​ບໍ່​ດົນ​ມາ​ນີ້, ຂ້າພະ​ເຈົ້າກັບ​ພັນ​ລະ​ຍາ, ​ແລະ ​ເພື່ອນ​ຮ່ວມ​ງານ​ສອງ​ຄົນ​ຂອງ​ຂ້າພະ​ເຈົ້າ ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ, ​ໄດ້​ຖືກ​ເຊີນໄປ​ຮ່ວມ​ງານ​ວັນ​ຊະບາ​ໂຕ​ຂອງ​ຊາວ​ຢິວ ກັບ​ເພື່ອນ​ທີ່​ຮັກ​ແພງ​ຄົນ​ໜຶ່ງ ຊື່ ຣໍ​ເບີດ ອັບຣາມສ໌ ​ແລະ ພັນ​ລະ​ຍາ​ຂອງ​​ເພິ່ນ ຊື່ ດາຍ​ແອນ, ຢູ່​​ເຮືອນ​ຂອງ​ພວກ​ເພິ່ນ ​ໃນລັດນິວຢອກ.21 ວັນ​ຊະບາ​ໂຕ​ຂອງ​ຊາວ​ຢິວ​ເລີ່​ມຕົ້ນ​ໃນ​ວັນ​ສຸກ​ຕອນ​ແລງ. ຈຸດ​ສຳຄັນ​ແມ່ນ​ການ​ໃຫ້​ກຽດ​ແກ່​ພຣະ​ເຈົ້າ ວ່າເປັນ​ພຣະຜູ້​ສ້າງ. ​ພວກ​ເພິ່ນ​ໄດ້​ເລີ່​ມຕົ້ນດ້ວຍ​ການ​ອວຍພອນ​ຄອບຄົວ ​ແລະ ຮ້ອງ​ເພງ​ສວດ.22 ພວກ​ເຮົາ​ໄດ້​ເຂົ້າຮ່ວມ​ພິທີ ດ້ວຍ​ການ​ລ້າງ​ມື, ການອວຍພອນ​ເຂົ້າຈີ່, ການອະທິຖານ, ການກິນ​ອາ​ຫານ​​ຢິວຕາມ​ຫລັກ​ສາດສະໜາ, ການທ່ອງ​ພຣະຄຳ​ພີ, ​ແລະ ການ​ຮ້ອງ​ເພງ​ຊະບາ​ໂຕ ​ໃນ​ລັກສະນະ​ການ​ສະຫລອງ. ພວກ​ເຮົາ​ໄດ້​ຟັງ​ຖ້ອຍ​ຄຳ​ທີ່​​ເປັນ​ພາສາ​ເຮັບ​ເຣີ, ຕິດຕາມ​ດ້ວຍ​ການ​ແປ​ເປັນ​ພາສາ​ອັງກິດ. ພຣະຄຳ​ພີ​ຂໍ້​ທີ່​ສະ​ເທືອ​ນ​ໃຈ ​ໄດ້​ຖືກ​ອ່ານ​ຈາກ​ພຣະຄຳ​ພີ​ເດີມ, ຊຶ່ງ​ພວກ​ເຮົາ​ກໍ​ມັກ​ຫລາຍ​ຄື​ກັນ ຈາກ​ເອຊາ​ຢາ, ປະກາດ​ວ່າວັນ​ຊະບາ​ໂຕ ​ເປັນ​ວັນ​ທີ່​ຊື່ນ​ຊົມ,23 ​ແລະ ຈາກ​​ເອ​ເຊ​ກຽນ, ວ່າ​ວັນ​ຊະບາ​​ໂຕ “ຈະ​ເປັນ​ສັນຍານ​ແຫ່ງ​ພັນທະ​ສັນຍາ ທີ່​ສອງ​ຝ່າຍ​ໄດ້​ເຮັດ​ຕໍ່​ກັນ ​ແລະ ວັນນັ້ນຈະ​ເຕືອນ​ພວກ​ເຈົ້າວ່າ ​ເຮົາ​ແມ່ນ​ພຣະຜູ້​ເປັນ​ເຈົ້າ ອົງ​ເປັນ​ພຣະ​ເຈົ້າຂອງ​ພວກ​ເຈົ້າ.”24

ຄວາມ​ປະ​ທັບ​ໃຈ​ອັນ​ລົ້ນ​ເຫລືອ​ຈາກ​ຄ່ຳ​ຄືນ​ທີ່​ດີງາມ​ນັ້ນ ​ແມ່ນ​ມາ​ຈາກ​ຄວາມ​ຮັກ, ການ​ອຸທິດ​ຕົນ, ​ແລະ ການ​ຮູ້ຈັກ​ຮັບຜິ​ບຊອບຕໍ່​ພຣະ​ເຈົ້າ. ​ເມື່ອ​ຂ້າພະ​ເຈົ້າຄິດ​ກ່ຽວ​ກັບ​ເຫດການ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ຄິດ​​ເຖິງ ການ​ກົດ​ຂີ່​ຂົ່ມ​ເຫັງ​ອັນ​ແສນ​ສາຫັດ ທີ່​ຊາວ​ຢິວ​ໄດ້​ຮັບ ມາ​ເປັນ​ເວລາ​ຫລາຍ​ສັດຕະວັດ. ​​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ, ການ​​ໃຫ້​ກຽດ​ວັນ​ຊະບາ​ໂຕ ​ໄດ້​ເປັນ “ພັນທະ​ສັນຍາ​ອັນ​ຕໍ່​ເນື່ອງ,” ທີ່​ປົກ​ປັກຮັກສາ ​ແລະ ​​ເປັນ​ພອນ​ໃຫ້​ແກ່​ຊາວ​ຢິວ ​ໃນ​ການ​ບັນລຸ​ຕາມ​ພຣະຄຳ​ພີ.25 ມັນ​ເປັນສິ່ງສົ່ງ​ເສີມຊີວິດ​ຄອບຄົວ​ທີ່​ດີ​ເລີດ​ ​ແລະ ມີ​ຄວາມສຸກ ຊຶ່ງ​ເຫັນ​ໄດ້​ໃນ​ຊີວິດ​ຂອງ​ຊາວ​ຢິວຫລາຍ​ຄົນ.26

ສຳລັບ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ການ​ໃຫ້​ກຽດ​ແກ່​ວັນ​ຊະບາ​ໂຕ ​ແມ່ນ​ແບບ​ແຜນ​ຂອງ​ຄວາມ​ຊອບ​ທຳ ທີ່​ຈະ​ເປັນ​ພອນ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ​​ໃຫ້​ແກ່​ຄອບຄົວ, ຜູກ​ພັນເຮົາ​ເຂົ້າກັບ​ພຣະຜູ້​ສ້າງ​ຂອງ​ເຮົາ, ​ແລະ ​ເພີ່ມ​ພູນຄວາມສຸກ. ວັນ​ຊະບາ​ໂຕ​ສາມາດ​ຊ່ອຍ​ແຍກ​ເຮົາ​ຈາກ​ສິ່ງ​ທີ່​ບໍ່​ສຳຄັນ, ບໍ່​ເໝາະ​ສົມ, ຫລື ຜິດ​ສິນ​ທຳ. ມັນ​ໃຫ້​ເຮົາ​ຢູ່​ໃນ​ໂລກ, ​ແຕ່​ບໍ່​ໄດ້​ເປັນ​ຂອງ​ໂລກ.

​ໃນ​ໄລຍະ​ຫົກ​ເດືອນ​ຜ່ານ​ມາ, ການ​ປ່ຽນ​ແປງ​ທີ່​ໜ້າ​ອັດສະຈັນ​ໃຈ​ຫລາຍ​ທີ່​ສຸດ ​ໄດ້​ເກີດ​ຂຶ້ນ​ໃນ​ສາດສະໜາ​ຈັກ. ມັນ​ແມ່ນ​ການ​ຕອບ​ຮັບ​ຂອງ​ສະມາຊິກ ທີ່​ຈະ​ເນັ້ນໜັກ​ເລື່ອງ​ວັນ​ຊະບາ​ໂຕ ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ​ແລະ ຕາມ​ການ​ທ້າ​ທາຍ​ຂອງ​ປະທານຣະ​ໂຊ ​ເອັມ ນຽວສັນ ​ທີ່​ຈະ​ເຮັດ​ໃຫ້​ວັນ​ຊະບາ​ໂຕ ​ເປັນ​ວັນ​ທີ່​ຊື່ນ​ຊົມ.27 ສະມາຊິກ​ຫລາຍ​ຄົນ​ເຂົ້າ​ໃຈ​ວ່າ ການ​ຮັກສາ​ວັນ​ຊະບາ​ໂຕ​​ໃຫ້​ສັກສິດ ​​ເປັນ​ສິ່ງ​ຊ່ອຍ​ຄຸ້ມ​ກັນ​ເຂົາ​ເຈົ້າຈາກ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດນີ້. ມັນ​ຍັງ​ເປັນ​ສັນຍານ​ເຖິງ​ຄວາມ​ອຸທິດ​ຕົນ​ຂອງ​ເຮົາ ຕໍ່​ພຣະບິດາ​ຜູ້​ສະຖິດ​ໃນ​ສະຫວັນ​ນຳ​ອີກ ​ແລະ ຈະ​ເຂົ້າ​ໃຈ​ຫລາຍ​ຂຶ້ນ ​ເຖິງ​ຄວາມ​ສັກສິດ​ຂອງ​ກອງ​ປະຊຸມ​ສິນ​ລະ​ລຶກ. ​ເຮົາ​ຍັງ​ຕ້ອງ​ພັດທະນາ​ຕົນ​ຂຶ້ນ​ໄປ​ເລື້ອຍໆ, ​ແຕ່​ເຮົາ​ໄດ້​ເລີ່ມຕົ້ນດີ​ຫລາຍ. ຂ້າພະ​ເຈົ້າຂໍ​ທ້າ​ທາຍ​ເຮົາ​ທຸກ​ຄົນ ​ໃຫ້​ຮັບ​ເອົາ​ຄຳ​ແນະນຳ​ຕໍ່​ໄປ ​ແລະ ​ເອົາ​ໃຈ​ໃສ່​ຕໍ່​ການ​ນະມັດສະການ ​ໃນ​ວັນ​ຊະບາ​ໂຕ​ຂອງ​ເຮົາ.

ສາມ: ​ເຮົາ​ໄດ້​ຮັບການ​ຄຸ້ມ​ຄອງ​ຈາກ​ສະຫວັນ​ເມື່ອ​ເຮົາ​ຊອບ​ທຳ

​ໃນ​ພາກສ່ວນ​ໜຶ່ງ​ຂອງ​ແຜນ​ອັນ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ, ​ເຮົາ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ. ຂອງ​ປະທານ​ນີ້ “ຈະ​ຖືກ​ມອບ​ໃຫ້ ​ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ມີຄ່າ​ຄວນ​ພໍ ສຳລັບ​ການ​ເປັນ​ເພື່ອນ​ຂອງ​ພຣະວິນ​ຍານ​ບໍລິສຸດ.”28 ສະມາຊິກ​ອົງ​ນີ້​ໃນ​ຝ່າຍ​ພຣະ​ເຈົ້າ ຮັບ​ໃຊ້​ເປັນ​ຜູ້​ຊຳລະ​ລ້າງ ຖ້າ​ຫາກ​ພຣະກິດ​ຕິ​ຄຸນ​ມີ​ຢູ່​ໃນ​ຊີວິດ​ຂອງ​ເຮົາ. ພຣະອົງ​ເປັນ​ສຽງ​ເຕືອນ ຕ້ານ​ຄວາມ​ຊົ່ວ​ຮ້າຍ ​ແລະ ​ເປັນ​ສຽງ​ປົກ​ປ້ອງ​ເຕືອນ​ໃຫ້​ຮູ້​ໄພອັນຕະລາຍ. ​ເມື່ອ​ເຮົາ​ເດີນ​ໄປ​ໃນ​ຊີວິດ​ນີ້, ການເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະວິນ​ຍານ​ບໍລິສຸດ​ແມ່ນ​ສຳຄັນ​ຫລາຍ. ພຣະວິນ​ຍານ​ຈະ​ຊ່ອຍ​ເຮົາ​ໃຫ້​ຫລີກ​ເວັ້ນຈາກ​ການ​ລໍ້​ລວງ ​ແລະ ​ໄພ​ອັນຕະລາຍ, ​ແລະ ປອບ​ໂຍນ​ເຮົາ​ກັບ​ການ​ທ້າ​ທາຍ​ຕ່າງໆ. “ຜົນ​ຂອງ​ພຣະວິນ​ຍານ​ນັ້ນຄື: ຄວາມ​ຮັກ, ຄວາມ​ຊົມ​ຊື່ນ​ຍິນ​ດີ, ສັນຕິ​ສຸກ, ຄວາມ​ອົດທົນ​ດົນ​ນານ, ຄວາມ​ເມດ​ຕາ​ປານີ, ຄວາມ​ດີ, ສັດທາ.”29

ການ​ເຊື່ອ​ຟັງ​ຕໍ່​ຫລັກ​ທຳ​ພຣະກິດ​ຕິ​ຄຸນ​ທີ່​ສັກສິດ​ນີ້ ຈະ​ຊ່ອຍ​ເຮົາ​ໃຫ້​ມີຄ່າ​ຄວນ​ຕໍ່​ພຣະວິຫານ, ພົບ​ຄວາມສຸກ​ໃນ​ຊີວິດ​ນີ້, ​ແລະ ພາ​ເຮົາ​ກັບ​ໄປ​ບ້ານ​ໃນ​ສະຫວັນ​ຂອງ​ເຮົາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຊີວິດ​ນີ້​ບໍ່​ງ່າຍ, ​ແລະ ບໍ່​ຖືກ​ເຈດ​ຕະນາ​ໃຫ້​ງ່າຍ. ມັນ​ເປັນ​ເວລາ​ທີ່​ທົດ​ສອບ ​ແລະ ທົດ​ລອງ. ​ເຊັ່ນ​ດຽວ​ກັບ​ກຳ​ປັ່ນ​ລຳ​ເກົ່າ​ແກ່​ຢູ່​ເມືອງ ບຣິສະ​ໂຕ, ຈະ​ມີ​ບາງ​ເວລາ​ ທີ່​ນ້ຳທະ​ເລ​ລົງ​ໄກ ​ແລະ ​ເບິ່ງ​ຄື​ວ່າ ທຸກ​ສິ່ງ​ຢູ່​ໃນ​ໂລກ​ນີ້ ທີ່​ຊ່ອຍ​ເຮົາ​ໃຫ້​ຟູ​ຢູ່ ຫາຍ​ໄປ​ໝົດ​ແລ້ວ. ​ເຮົາ​ອາດ​ລົງ​ຕ່ຳ​ຈົນ​ເຖິງ​ພື້ນ ​ແລະ ອາດ​ລົ້ມງ່ຽງ​ໄປ​ທາງ​ຂ້າງ. ​ໃນ​ລະຫວ່າງ​ການ​ທົດ​ລອງ​ເຫລົ່ານັ້ນ, ຂ້າພະ​ເຈົ້າສັນຍາ​ວ່າ ການ​ດຳລົງ​ຊີວິດ​ໃຫ້​ມີ​ຄ່າ​ຄວນຕໍ່​ພຣະວິຫານ ຈະຈ່ອງ​ດຶງ​ທຸກ​ສິ່ງ​ທີ່​ສຳຄັນ​ໄວ້​ນຳ​ກັນ. ພອນ​ແຫ່ງ​ສັນຕິ​ສຸກ​, ​ແຫ່ງ​ຄວາມສຸກ, ​ແລະ ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ຫວານ​ຊື່ນ, ພ້ອມ​ດ້ວຍ​ພອນ​ແຫ່ງ​ຊີວິດ​ນິລັນດອນ ​ແລະ ລັດສະໝີ​ພາບ​ຊັ້ນສູງ ນຳພຣະບິດາ​ເທິງ​ສະຫວັນ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ຈະ​ບັນລຸ​ຄົບ​ຖ້ວນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. 2 ນີ​ໄຟ 2:13. ພຣະຄຳ​ພີ​ຂໍ້​ນີ້ ​ເປັນ​ພາກສ່ວນ​ໜຶ່ງ​​ຂອງ​ການ​ປຽບທຽບ​ໃນ​ພຣະຄຳ​ພີ​ມໍ​ມອນ. ​ມັນ​ເປັນ​ໜ້າ​ສົນ​ໃຈ​ທີ່​ສາດສະດາ​ຫລາຍ​ຄົນ ຊຶ່ງ​ການ​ຂຽນ ​ແລະ ​ຄຳ​ເທດ​ສະໜາຂອງ​ພວກ​ເພິ່ນ ທີ່ມີ​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ ​ໄດ້​ໃຊ້​ຖ້ອຍ​ຄຳ​ເຫລົ່າ​ນີ້ ​ເພື່ອ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ຄຳ​ສອນ. ​ເບິ່ງ, ຍົກຕົວຢ່າງ, 2 ນີ​ໄຟ 9:25 (ຢາ​ໂຄບ) ​ແລະ 2 ນີ​ໄຟ 11:7 (ນີ​ໄຟ).

  2. ​ເບິ່ງ 2 ນີ​ໄຟ 28.

  3. ​ເບິ່ງ 4 ນີ​ໄຟ 1:15–17.

  4. ​ເບິ່ງ Doctrine and Covenants 59:23.

  5. ​ເບິ່ງ Wiktionary, “shipshape and Bristol fashion,” wiktionary.org.

  6. ​ເບິ່ງ Doctrine and Covenants 38:30.

  7. ​ແອວ​ມາ 40:12; ​ເນັ້ນຄຳ​ເນີ້ງ.

  8. ​ເບິ່ງ ມັດ​ທາຍ 5, ສະຫລຸບ​ບົດ.

  9. ​ເບິ່ງ Carl Cederstrom, “The Dangers of Happiness,” New York Times, July 19, 2015, Sunday Review section, 8.

  10. 2 ນີ​ໄຟ 15:20.

  11. Ross Douthat, “Gay Conservatism and Straight Liberation,” New York Times, June 28, 2015, Sunday Review section, 11.

  12. ​ເບິ່ງ 2 ນີ​ໄຟ 2.

  13. ​ເບິ່ງ ມັດ​ທາຍ 25:1–30.

  14. ​​ແອວ​ມາ 41:10.

  15. ​ເບິ່ງ Dieter F. Uchtdorf, “Continue in Patience,” Liahona, May 2010, 56.

  16. ​ເບິ່ງ Walter Mischel, The Marshmallow Test: Mastering Self-Control (2014); see also Jacoba Urist, “What the Marshmallow Test Really Teaches about Self-Control,” Atlantic, Sept. 24, 2014, theatlantic.com.

  17. ​ເບິ່ງ Mischel, The Marshmallow Test, 136–38.

  18. Maria Konnikova, “The Struggles of a Psychologist Studying Self-Control,” New Yorker, Oct. 9, 2014, newyorker.com, citing Roy Baumeister, a professor of psychology at Florida State University who studies willpower and self-control.

  19. ​ເບິ່ງ Malia Wollan, “How to Proselytize,” New York Times Magazine, July 19, 2015, 21. She quotes Mario Dias of the Brazil Missionary Training Center.

  20. ​ເບິ່ງ Bible Dictionary, “Sabbath.”

  21. ແອວ​ເດີ ວອນ ຈີ ​ເຄັດ​ເຈີ ​ພ້ອມ​ດ້ວຍພັນ​ລະ​ຍາ​ຂອງ​ເພິ່ນ, ​ເບີ​ນີສ, ​ຈອນ​ ​ເທ​ເລີ ພ້ອມ​ດ້ວຍພັນ​ລະ​ຍາ​ຂອງ​ເພິ່ນ, ​ແຈນ, ​ໄດ້​ໄປ​ກັບ​ຂ້າພະ​ເຈົ້າ ​ແລະ ພັນ​ລະ​ຍາ ​ເພື່ອ​ໄປ​ຮ່ວມ​ງານ​ວັນ​ຊະບາ​ໂຕ​ທີ່​ງົດ​ງາມ ຮ່ວມ​ກັບ​​ ຣໍ​ເບີດ ອັບ​ຣາມສ໌ ​ແລະ ພັນ​ລະ​ຍາ​ຂອງ​​ເພິ່ນ, ດາຍ​ແອນ, ​ໃນ​ວັນ​ທີ 8 ​ເດືອນ​ພຶດສະພາ 2015. ທ່ານ​ ອັບຣາມສ໌ ​ໄດ້​ຮັບ​ໃຊ້​ເປັນ​ທະນາຍຄວາມ​ໃຫຍ່ສີ່​ເທື່ອ ​ໃນລັດ​ນິວຢອກ ​ແລະ ​ໄດ້​ເປັນ​ເພື່ອນ​ຂອງ​ສາດສະໜາ​ຈັກ ມາ​ເປັນ​ເວລາ​ຫລາຍ​ປີ. ທ່ານ ອັບຣາມສ໌ ກໍ​ໄດ້​ເຊື້ອ​ເຊີນ​ເພື່ອນສອງ​ຄົນ​ທີ່​ເປັນ​ຊາວ​ຢິວດ້ວຍ​ກັນ ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ ມາ​ຮ່ວມ​ງານ​ດ້ວຍ.

  22. The Sabbath table hymn Shalom Aleichem (“Peace upon You”) was sung.

  23. ​ເບິ່ງ ​ເອຊາ​ຢາ 58:13–14.

  24. ​ເອ​ເຊ​ກຽນ 20:20.

  25. ​ເບິ່ງ ອົບ​ພະຍົບ 31:16–17.

  26. ​ເບິ່ງ Joe Lieberman, The Gift of Rest: Rediscovering the Beauty of the Sabbath (2011). ປຶ້ມທີ່​ດີ​ເດັ່ນ​ຂອງ​ຜູ້​​ແທນ ລີ​ເບີ​ແມນ ບັນຍາຍ​ເຖິງ​ວັນ​ຊະບາ​ໂຕ​ຂອງ​ຊາວ​ຢິວ ​ແລະ ​ໃຫ້​ຄວາມ​ຮູ້​ທີ່​ດົນ​ໃຈ.

  27. ​ເບິ່ງ ​ເອຊາ​ຢາ 58:13–14; ​ເບິ່ງ Russell M. Nelson, “The Sabbath Is a Delight,” Liahona, May 2015, 129–32 ນຳ​ອີກ.

  28. Bible Dictionary, “Holy Ghost.”

  29. ຄາລາ​ເຕຍ 5:22.