​2010–2019
​ໄດ້ຮັບ​ຄວາມ​ເຂັ້ມ​ແຂງ​ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ
ຕຸລາ 2015


​ໄດ້ຮັບ​ຄວາມ​ເຂັ້ມ​ແຂງ​ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ

ເພາະ​ການ​ຊົດ​​ໃຊ້​ຂອງ​ພຣະອົງ, ພຣະຜູ້​ຊ່ອຍ​ໃຫ້​ລອດຈຶ່ງ​ມີ​ອຳນາດ​ທີ່​ຈະ​ຊ່ອຍ​ເຫ​ລື​ອ—ບັນ​ເທົາ—ຄວາມ​ເຈັບ​ປວດ ​ແລະ ຄວາມ​ຍາກ​ລຳບາກ​ທັງ​ໝົດ​ໃນ​ຄວາມ​ເປັນ​ມະ​ຕະ.

​ໃນ​ຊ່ວງມະຕະ​ນີ້, ​ເຮົາຈະ​ຕ້ອງຕາຍ ​ແລະ ມີຄວາມ​ໜັກໜ່ວງ​ຂອງ​ບາບ ຢ່າງ​ແນ່ນອນ. ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ຈະລົບ​ລ້າງ​ຄວາມ​ແນ່ນອນຂອງຊີວິດ​ມະຕະນີ້​ໄດ້. ​ແຕ່​ນອກ​ຈາກ​ຄວາມ​ຕາຍ ​ແລະ ບາບ, ​ເຮົາ​ຍັງ​ມີ​ການ​ທ້າ​ທາຍ​ຢ່າງ​ອື່ນ​ອີກ ​ໃນ​ຂະນະ​ທີ່​ເຮົາ​ດີ້ນ​ລົນ​ຜ່ານ​ຜ່າ​ຊີວິດມະຕະ​ນີ້​. ​ເພາະ​ການ​ຊົດ​ໃຊ້​ອັນ​ດຽວ​ກັນ​ນີ້, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ສາມາດ​ຈັດ​ຫາ​ຄວາມ​ເຂັ້ມ​ແຂງ​ທີ່​ເຮົາ​ຕ້ອງການ ​ເພື່ອ​ເອົາ​ຊະນະ​ການ​ທ້າ​ທາຍ​ຄວາມ​ເປັນ​ມະຕະ​ເຫລົ່າ​ນີ້. ນີ້​ຄື​ຫົວ​ຂໍ້​ຄຳ​ປາ​ໄສ​ຂອງ​ຂ້າພະ​ເຈົ້າ ​ໃນ​ມື້​ນີ້.

I.

​ເລື່ອງ​ລາວສ່ວນ​ຫລາຍ​ໃນ​ພຣະຄຳ​ພີ ​ເຖິງ​ການ​ຊົດ​ໃຊ້ ​ແມ່ນ​ກ່ຽວ​ກັບ​ການທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຕັດ​ສາຍ​ຫັດ​ແຫ່ງ​ຄວາມ​ຕາຍ​ໃຫ້​ຂາດ​ອອກ ​ແລະ ກ່ຽວ​ກັບ​ການ​ທົນ​ທຸກທໍລະມານ​ສຳລັບ​ຄວາມ​ຜິດ​ບາບ​ຂອງ​ເຮົາ. ​ໃນ​ຄຳ​ເທດ​ສະໜາ​ຂອງ​ພຣະອົງ ຊຶ່ງ​ມີ​ບັນທຶກ​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ, ​ແອວ​ມາ​ໄດ້​ສອນ​ຫລັກ​ທຳ​ເຫລົ່າ​ນີ້. ​ແຕ່​ເພິ່ນ​ຍັງ​ໄດ້​ໃຫ້​ການ​ຮັບປະກັນ​ໃນ​ຂໍ້​ພຣະຄຳ​ພີ ທີ່ແຈ່ມ​ແຈ້ງ​ທີ່​ສຸດ​ນຳ​ອີກວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຍັງ​ໄດ້​ປະສົບ​ກັບ​ຄວາມ​ເຈັບ​ປວດ ​ແລະ ຄວາມ​ປ່ວຍ​ໄຂ້ ​ແລະ ຄວາມ​ບົກພ່ອງຂອງ​ຜູ້​ຄົນ​ຂອງ​ພຣະອົງ​ນຳ​ອີກ.

​ແອວ​ມາ​ໄດ້​ບັນຍາຍ​​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ດັ່ງ​ນີ້: “ແລະ ພຣະອົງ​ຈະ​ສະ​ເດັດ​ອອກ​ໄປ, ທົນ​ຕໍ່​ຄວາມ​ເຈັບ​ປວດ ​ແລະ ຄວາມທຸກ ​ແລະ ການລໍ້ລວງ​ທຸກ​ຢ່າງ; ​ແລະ ນີ້​ກໍ​ເພື່ອ​ຄຳ​ເວົ້າຈະ​ໄດ້​ສຳ​ເລັດ ຊຶ່ງ​ໄດ້​ກ່າວ​ໄວ້​ວ່າ ພຣະອົງ​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ ​ແລະ ຄວາມ​ປ່ວຍ​ໄຂ້ຂອງ​ຜູ້​ຄົນ​ຂອງ​ພຣະອົງ” (ແອວ​ມາ 7:11; ​ເບິ່ງ 2 ນີ​ໄຟ 9:21) ນຳ​ອີກ.

​ໃຫ້​ເຮົາ​ມາ​ຄິດ​​ເບິ່ງ! ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ພຣະອົງ​ໄດ້ທົນ​ຕໍ່ “ຄວາມ​ເຈັບ​ປວດ ​ແລະ ຄວາມທຸກ ​ແລະ ການ​ລໍ້​ລວງ​ທຸກ​ຢ່າງ.” ດັ່ງ​ທີ່​ປະທານ​ບອຍ ​ເຄ ​ແພ໊ກເກີ ​ໄດ້​ອະທິບາຍ​ວ່າ: “ພຣະອົງ​ບໍ່​​ມີໜີ້​ສິນ. ພຣະອົງ​ບໍ່​ເຄີຍ​ເຮັດ​ຜິດ. ​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຜິດ​ທັງ​ໝົດ, ຄວາມ​ໂສກ​ເສົ້າ ​ແລະ ຄວາມ​ເສຍ​ໃຈ, ຄວາມ​ເຈັບ​ປວດ ​ແລະ ຄວາມ​​ເສຍ​ກຽດ, ຝ່າຍ​ຈິດ​ໃຈ, ຄວາມ​ຮູ້ສຶກ, ຝ່າຍ​ຮ່າງກາຍ​ທັງ​ໝົດ ທີ່​ມະນຸດ​ເຄີຍ​ຮູ້​ມາ—ພຣະອົງ​ໄດ້​ປະສົບ​ກັບມັນ​ທັງ​ໝົດ.”1

​ເປັນ​ຫຍັງ​ພຣະອົງ​ຈຶ່ງ​ທົນ​ກັບ​ການ​ທ້າ​ທາຍ​ “ທັງ​ໝົດ” ຂອງ​ຄວາມ​ເປັນ​ມະຕະ​ນີ້? ​ແອວ​ມາ​ໄດ້​ອະທິບາຍ​ວ່າ: “ແລະ ພຣະອົງ​ຈະ​ຮັບ​ເອົາ​ຄວາມ​ບົກພ່ອງ​ຂອງ​ພວກ​ເຂົາ, ​ເພື່ອ​ອຸທອນ​ຂອງ​ພຣະອົງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ, ຕາມ​ທາງ​ຂອງ​ເນື້ອ​ໜັງ ​ເພື່ອ​ພຣະອົງ​ຈະ​ຮູ້ຈັກ​ທາງ​ຂອງ​ເນື້ອ​ໜັງ​ວ່າ ຈະ​ຊ່ອຍ​ເຫລືອ​ຜູ້​ຄົນ​ຂອງ​ພຣະອົງ​ຕາມ​ຄວາມ​ບົກພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ” (ແອວມາ 7:12).

ຍົກ​ຕົວຢ່າງ, ອັກຄະ​ສາວົກ​ໂປ​ໂລ ​ໄດ້​ປະກາດ​ວ່າ ​ເພາະ​ພຣະຜູ້​ຊ່ອຍ​ໃຫ້​ລອດ “​ໄດ້​ຖືກ​ທົດ​ລອງ ​ແລະ ໄດ້​ທົນ​ທຸກທໍລະມານ​ມາ​ກ່ອນ, ພຣະອົງ​ຈຶ່ງ​ສາມາດ​ຊ່ອຍ​ຜູ້​ທີ່​ຖືກ​ທົດ​ລອງ​ນັ້ນ​ໄດ້” (ເຮັບ​ເຣີ 2:18). ຄ້າຍຄື​ກັນ, ປະທານເຈມສ໌ ອີ ຟາວ ​ໄດ້​ສອນ​ວ່າ: “ນັບ​ແຕ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ທົນ​ທຸກທໍລະມານ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ ​ທີ່​ເຮົາ​ເຄີຍ​ຮູ້ສຶກ ຫລື ປະສົບ​ການ​ມາ​ກ່ອນ, ພຣະອົງ​ຈຶ່ງ​ສາມາດ​ຊ່ອຍ​ຄົນ​ທີ່​ອ່ອນ​ແອ ​ໃຫ້​ກັບ​ມາ​ເຂັ້ມ​ແຂງ​ໄດ້.”2

ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາໄດ້ມີ​ປະສົບ​ການ ​ແລະ ​ໄດ້ທົນ​ທຸກທໍລະມານ​ກັບ​ການ​ທ້າ​ທາຍ​ທັງ​ໝົດ​ ຂອງ​ຄວາມ​ເປັນ​ມະຕະ “ຕາມ​ທາງ​ຂອງ​ເນື້ອ​ໜັງ” ​ເພື່ອ​ວ່າ ພຣະອົງ​ຈະ​ໄດ້​ຮູ້ “ຕາມ​ທາງ​ຂອງ​ເນື້ອ​ໜັງ” ​ເຖິງ​ວິ​ທີທີ່​ຈະ “ຊ່ອຍ​ເຫລືອ [ໝາຍ​ເຖິງ​ການ​ຊ່ອຍ​ບັນ​ເທົາ ຫລື ຊ່ອຍກູ້] ຜູ້​ຄົນ​ຂອງ​ພຣະອົງ ຕາມ​ຄວາມ​ບົກພ່ອງ​ຂອງ​ພວກ​ເຮົາ​ໄດ້​ແນວ​ໃດ.” ສະນັ້ນ ພຣະອົງ​ຈຶ່ງ​ຮູ້​ເຖິງ​ຄວາມ​ດີ້ນ​ລົນ, ຄວາມ​ເຈັບ​ປວດ​ໃຈ, ການ​ລໍ້​ລວງ, ຄວາມທຸກ​ທໍມານຂອງ​ເຮົາ, ​ເພາະ​ພຣະອົງ​ໄດ້ປະສົບ​ກັບ​ທັງ​ໝົດ​ດ້ວຍ​ຄວາມ​ສະໝັກ​​ໃຈ ຊຶ່ງ​ເປັນ​ພາກສ່ວນ​ໜຶ່ງ ທີ່​ຈຳ​ເປັນ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະອົງ. ​ແລະ ​ເພາະ​​ດ້ວຍ​ສິ່ງ​ນີ້, ການ​ຊົດ​​ໃຊ້​ຂອງ​ພຣະອົງ ຊຶ່ງ​ເປັນ​ພະລັງ​ໃຫ້​ພຣະອົງ ​ທີ່​ຈະຊ່ອຍ​ເຫລືອ​ເຮົາ​—​ທີ່​ຈະ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ ​ເ​ພື່ອຈະ​ອົດທົນ​ກັບ​ມັນ​ໄດ້.

II.

​ເຖິງ​ແມ່ນວ່າຄຳ​ສອນ​ຂອງ​ແອວ​ມາ ຢູ່​ໃນ​ ບົດ​ທີ​ເຈັດ ​ໄດ້​ບອກ​ຢ່າງ​ແຈ່ມ​ແຈ້ງ​ທີ່​ສຸດ ​ໃນ​ພຣະຄຳ​ພີ​ທຸກ​ຂໍ້ ​ເຖິງ​ອຳນາດ​ອັນ​ຈຳ​ເປັນ​ຂອງ​ການ​ຊົດ​ໃຊ້, ​ແຕ່​ມັນ​ຍັງ​ໄດ້​ສອນ​ໃນ​ພຣະຄຳ​ພີ​ທັງ​ໝົດ.​

​ໃນ​ຕອນ​ຕົ້ນຂອງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ, ພຣະ​ເຢຊູ​ໄດ້​ອະທິບາຍ​ວ່າ ພຣະອົງ​ໄດ້​ຖືກ​ສົ່ງ​ມາ “ເພື່ອ​ປິ່ນປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ” (ລູກາ 4:18). ພຣະຄຳ​ພີ​ມັກ​ບອກ​ເຮົາ​ເຖິງ​ການ​ປິ່ນປົວ​ຜູ້​ຄົນ​ຂອງ​ພຣະອົງ “ໃນ​ຄວາມ​ບົກພ່ອງ​ຂອງ​ພວກ​ເຂົາ” (ລູກາ 5:15; 7:21). ພຣະຄຳ​ພີ​ມໍ​ມອນ ບັນທຶກ​ການ​ປິ່ນປົວ​ຂອງ​ພຣະອົງ ຕໍ່ຄົນ “ທັງ​ໝົດ​ທີ່​ເປັນ​ທຸກ​ໃດໆ” (3 ນີໄຟ 17:9). ພຣະທຳ​ມັດ​ທາຍ ອະທິບາຍ​ວ່າ ພຣະ​ເຢຊູ​ໄດ້​ປິ່ນ​ປົວ​ຜູ້​ຄົນ “ເພື່ອ​ໃຫ້​ສຳ​ເລັດ​ຕາມ​ທີ່​ສາດສະດາ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, ພຣະອົງ​ໄດ້​ຮັບ​ເອົາ​ຄວາມ​ເຈັບ​​ໄຂ້ ​ແລະ ​ແບກ​ພະຍາດ​ໂລຄາ​ຂອງ​ພວກ​ເຮົາ​ໄປ” (ມັດທາຍ 8:17).

​ເອຊາ​ຢາ​ໄດ້​ສອນ​ວ່າ ພຣະ​ເມ​ຊີ​ອາ ຈະ​ທົນ​ກັບ “ຄວາມ​ໂສກ​ເສົ້າ” ​ແລະ “ເສຍ​ໃຈ” (ເອຊາຢາ 53:4). ​ເອຊາ​ຢາຍັງ​ໄດ້​ສອນ​ອີກ​ເຖິງ​ການ​ທີ່ ພຣະອົງ​ໄດ້ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ ທີ່​ວ່າ: “​ເຮົາ​ຢູ່​ກັບ​ພວກ​ເຈົ້າ ສະນັ້ນ ຢ່າ​ສູ່​ຢ້ານ​ກົວ; ຢ່າ​ສູ່​ຢ້ານ​ສິ່ງ​ໃດໆ ​ເຮົາ​ຄື​ພຣະ​ເຈົ້າຂອງ​ພວກ​ເຈົ້າ ​ເຮົາ​ຈະ​ຊ່ອຍ​ຊູ​ໃຫ້​ພວກ​ເຈົ້າ​ໄດ້​ເຂັ້ມ​ແຂງ” (​ເອຊາຢາ 41:10).

ດັ່ງນັ້ນ, ​ເຮົາ​ຈຶ່ງຮ້ອງ:

ຢ່າ​ຢ້ານ​ອັນ​ໃດ​ເລີຍ ​ເພາະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ,

​ເພາະ​ເຮົາ​ເປັນ​ພຣະ​ເຈົ້າຂອງ​ເຈົ້າ ​ເຮົາ​ຈະ​ຄ້ຳຊູ.

ຈະ​ຊ່ອຍ​ໜູນ​ກຳລັງ​ຈະ​ຊ່ອຍ​ຕັ້ງ​ເຈົ້າ​ໃຫ້​ໝັ້ນ, ...

ຈະ​ຊູ​ເຈົ້າດ້ວຍ​ຫລັກການ​ທີ່​ຖືກຕ້ອງ ​ແລະ ຊອບ​ທຳ.3

​ເມື່ອ​ກ່າວ​ເຖິງ​ການ​ທ້າ​ທາຍ​ໃນ​ຄວາມ​ເປັນ​ມະຕະ​ຂອງ​ເພິ່ນ​ເອງ, ອັກຄະ​ສາວົກ​​ໂປ​ໂລ ​ໄດ້​ຂຽນ​ວ່າ, “ເຮົາ​ສາມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ຊູ​ກຳລັງ​ເຮົາ” (ຟີລິບປອຍ 4:13).

​ແລະ ​ເຮົາ​ເຫັນ​ວ່າ ​ເພາະ​ການ​ຊົດ​​ໃຊ້​ຂອງ​ພຣະອົງ, ພຣະອົງຈຶ່ງ​ມີ​ອຳນາດ​ທີ່​ຈະ​ຊ່ອຍ​ເຫ​ລື​ອ—ບັນ​ເທົາ—ຄວາມ​ເຈັບ​ປວດ ​ແລະ ຄວາມ​ຍາກ​ລຳບາກ​ທັງ​ໝົດໃນ​ຄວາມ​ເປັນ​ມະ​ຕະ. ບາງ​ເທື່ອອຳນາດ​ຂອງ​ພຣະອົງ​ປິ່ນປົວ​ຄວາມ​ບົກພ່ອງ, ​ແຕ່​ພຣະຄຳ​ພີ ​ແລະ ປະສົບ​ການ​ຂອງ​ເຮົາ​ສອນ​ວ່າ ບາງ​ເທື່ອ​ພຣະອົງ​ຊ່ອຍ​​ເຫລືອ ​ຫລື ບັນ​ເທົາ ​ໂດຍ​ການ​ມອບ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ ຫລື ມອບ​ຄວາມ​ອົດ​ກັ້ນ ​​ເພື່ອ​ໃຫ້​ອົດທົນ​ກັບ​ຄວາມ​ບົກພ່ອງ​ຂອງ​ເຮົາ.4

III.

ມີ​ຄວາມ​ເຈັບ​ປວດ ​ແລະ ຄວາມ​ຍາກ​ລຳບາກ ​ແລະ ຄວາມ​ບົກພ່ອງ​ອັນ​ໃດ​ແດ່ ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໄດ້ມີປະສົບການ ​ແລະ ​ໄດ້ທົນ​ທຸກທໍລະມານ​?

ຮູບ​ພາບ
ຜູ້​ຍິງທີ່​ທົນ​ກັບ​ຄວາມ​ເຈັບ​ປວດ

​ເຮົາ​ທຸກ​ຄົນ​ຈະ​ມີ​ຄວາມ​ເຈັບ​ປວດ ​​ແລະ ຄວາມ​ຍາກ​ລຳບາກ ​ແລະ ມີ​ຄວາມ​ບົກພ່ອງ ​ໃນ​ເວລາ​ໃດ ​ເວລາ​ໜຶ່ງ. ນອກຈາກ​ເຮົາ​ໄດ້​ປະສົບ​ການ​ຍ້ອນ​ຄວາມ​ຜິດ​ບາບ​ຂອງ​ເຮົາ​ແລ້ວ, ​ຄວາມ​ເປັນ​ມະຕະ​ຍັງ​ເຕັມ​ໄປ​ດ້ວຍ​ການ​ດີ້ນ​ລົນ, ຄວາມ​ໂສກ​ເສົ້າ, ​ແລະ ຄວາມທຸກ​ທໍລະມານນຳ​ອີກ.

ຮູບ​ພາບ
ການ​ໄປ​ຢ້ຽມ​ຢາມ​ໂຮງ​ໝໍ

​ເຮົາ ​ແລະ ຄົນ​ທີ່​ເຮົາ​ຮັກ ​ໄດ້​ທົນ​ກັບ​ຄວາມ​ເຈັບ​ໄຂ້. ບາງ​ເວລາ ​ເຮົາ​ແຕ່ລະຄົນ​ອາດ​ປະສົບ​ກັບ​ຄວາມ​ເຈັບ​ປວດ ຈາກ​ການ​ໄດ້​ຮັບ​ບາດ​ເຈັບ​ທີ່​ສາ​ຫັດ ຫລື ຈາກ​ຄວາມ​ຫຍຸ້ງຍາກ​ທາງ​ສຸຂະພາບ ຫລື ທາງ​ຈິດ​ໃຈ. ​ເຮົາ​ທຸກ​ຄົນ​ຈະ​ໄດ້​ທົນກັບ​ຄວາມ​ໂສກ​ເສົ້າ ທີ່​ກ່ຽວຂ້ອງ​ກັບ​ການ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ. ​ເຮົາ​ທຸກ​ຄົນ​ຈະ​ປະສົບ​ກັບ​ຄວາມ​ລົ້ມ​ເຫ​ລວ ​ໃນ​ໜ້າ​ທີ່​ຮັບຜິດຊອບ​ສ່ວນ​ຕົວ​ຂອງ​ເຮົາ, ຄວາມ​ສຳພັນ​ໃນ​ຄອບຄົວ​ຂອງ​ເຮົາ, ຫລື ​ໃນ​ອາຊີບ​ຂອງ​ເຮົາ.

ຮູບ​ພາບ
ພໍ່​ແມ່​ທີ່​ເປັນ​ຫ່ວງ​ເປັນ​ໃຍ

​ເມື່ອ​ຄູ່​ຄອງ ຫລື ລູກ ປະຕິ​ເສດ ສິ່ງ​ທີ່​ເຮົາ​ຮູ້​ວ່າ​ເປັນຄວາມ​ຈິງ ​ແລະ ​ເດີນ​ໜີ​ໄປ​ຈາກ​ເສັ້ນທາງ​ແຫ່ງ​ຄວາມ​ຊອບ​ທຳ, ​ເຮົາ​ຈະ​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ​ຈິດ​ໃຈ, ​ເຊັ່ນ​ດຽວ​ກັບ​ພໍ່​ຢູ່​ໃນ​ຄຳ​ອຸປະມາ​ເລື່ອງ ​ລູກ​ທີ່​​ເສຍ (ເບິ່ງ ລູກາ 15:11–32).

​ເຊັ່ນ​ດຽວ​ກັບ ຜູ້​ຂຽນ​ເພງ​ສັນລະ​ເສີນ ​ໄດ້​ປະກາດ​ວ່າ: “ຄົນ​ຊອບ​ທຳ​ທົນ​ທຸກ​ຕໍ່​ຄວາມ​ລຳບາກ​ນາໆ​ຊະນິດ: ​ແຕ່​ພຣະຜູ້​ເປັນ​ເຈົ້າຊ່ອຍ​ໃຫ້​ລາວ​ໄດ້​ພົ້ນ” (ເພງ​ສັນລະເສີນ 34:19).

ດັ່ງນັ້ນ, ​ເພງ​ສວດ​ຂອງ​ເຮົາ​ຈຶ່ງ​ມີ​ຄຳ​ຮັບປະກັນ​ທີ່​ແນ່ນອນ​ນີ້​ວ່າ: “ແຜ່ນດິນ​ໂລກ​ບໍ່​ມີ​ຄວາມ​​ໂສກ​ເສົ້າ​ໃດ ທີ່​ສະຫວັນ​ບໍ່​ສາມາດປິ່ນປົວ.”5 ສິ່ງ​ທີ່​ປິ່ນປົວເຮົາ ​ແມ່ນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ.

ຮູບ​ພາບ
ຄົນ​ໄວ​ລຸ້ນ​ທີ່​ປະ​ພຶດບໍ່​ດີ

​ໂດຍ​ສະ​ເພາະ​ແລ້ວ ​ສິ່ງ​ທີ່ສະ​ເທືອ​ນ​ໃຈຫລາຍ​ສຳລັບ​ຄົນ​ໄວ​ລຸ້ນ​ແມ່ນ ການ​ຮູ້ສຶກ​ຖືກ​ປະຕິ​ເສດ, ​ເມື່ອ​ໝູ່​ເພື່ອນ​ເບິ່ງ​ຄື​ຮ່ວມ​ກຸ່ມ​ ​ແລະ ​ເຮັດ​ກິດຈະກຳ​ນຳ​ກັນດ້ວຍ​ຄວາມ​ມ່ວນ​ຊື່ນ ​ແຕ່​ຈົງ​ໃຈ​ບໍ່​ໃຫ້​ເຂົາ​ເຈົ້າ​ເຂົ້າຮ່ວມ​ນຳ. ການ​ແຍກ​ເຊື້ອ​ຊາດ ​ແລະ ຊົນ​ເຜ່ົາ ຈະ​ສ້າງ​ຄວາມ​ເຈັບ​ປວດ​ທີ່​ຖືກ​ປະຕິ​ເສດ, ສຳລັບ​ຄົນ​ໄວ​ລຸ້ນ ​ແລະ ຜູ້​ໃຫຍ່ດ້ວຍ. ຊີວິດ​ນີ້​ມີ​ການ​ທ້າ​ທາຍ​ອື່ນໆ​ອີກ, ດັ່ງ​ເຊັ່ນ ການ​ຕົກ​ງານ ຫລື ບັນຫາ​ຕ່າງໆ​ໃນ​ແຜນການ​ຂອງ​ເຮົາ.

ຮູບ​ພາບ
ລູກ​ຊາຍ​ຜູ້​ພິ​ການ​ກັບ​ພໍ່

ຂ້າພະ​ເຈົ້າຍັງ​ກ່າວ​ກ່ຽວ​ກັບ​ຄວາມ​ບົກພ່ອງ​​ໃນ​ຄວາມ​ເປັນ​ມະຕະ ທີ່​​ບໍ່​ແມ່ນ​ມາ​ຈາກ​ບາບຂອງ​ເຮົາ. ບາງ​ຄົນ​ໄດ້​ເກີດ​ມາ​ພ້ອມ​ດ້ວຍ​ຄວາມ​ພິການ​ທາງ​ຮ່າງກາຍ ຫລື ຈິດ​ໃຈ ທີ່​ເຮັດ​ໃຫ້​ເຂົາ​ເຈົ້າຕ້ອງ​ທົນ​ທຸກທໍລະ​ມານ​ກັບ​ມັນ ​ແລະ ສ້າງ​ຄວາມດີ້ນ​ລົນ​​ໃຫ້​ຄົນ​ທີ່​ເຂົາ​ເຈົ້າຮັກ ​ແລະ ​ເປັນ​ຫ່ວງ​ເປັນ​ໃຍ​ເຂົາ​ເຈົ້າ. ສຳລັບ​ຫລາຍ​ຄົນ, ຄວາມ​ບົກພ່ອງ​ເລື່ອງຄວາມ​ເສົ້າ​ໃຈ ​ເປັນ​ສິ່ງ​ທີ່​ເຈັບ​ປວດ​ຫລາຍ ຫລື ອ່ອນ​ແອຕະຫລອດ​ໄປ. ຄວາມ​ເຈັບ​ປວດ​ຢ່າງ​ໜຶ່ງ​ອີກ ​ແມ່ນ​ສະພາບ​ທີ່​ເປັນ​ໂສດ. ຄົນ​ທີ່​ທົນ​ກັບ​ສະພາບ​ນີ້ ຄວນ​ຈື່​ຈຳ​ໄວ້​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ກໍ​ເຄີຍ​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ​ນີ້​ເໝືອນ​ກັນ ​ແລະ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະອົງ, ພຣະອົງ​ໄດ້​ປະທານ​ຄວາມ​ເຂັ້ມ​ແຂງ​ໃຫ້ ​ເພື່ອ​ຈະ​ທົນ​ກັບ​ມັນ​ໄດ້.

ກໍ​ມີຄວາມ​ພິການບາງ​ຈຳນວນ ​​ທີ່ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ທາງ​ດ້ານ​ຮ່າງກາຍ ​ແລະ ວິນ​ຍານ ຫລາຍ​ກວ່າ​ການ​ຕິດ​ແສດ. ການ​ຕິດ​ແສດ​ບາງ​ຢ່າງ​ເຊັ່ນ ການ​ເບິ່ງ​ຮູບ​ພາບ​ລາມົກ ຫລື ​ໃຊ້​ຢາ​ເສບ​ຕິດ ​​ສ່ວນ​ຫລາຍ​ແລ້ວ ​ແມ່ນ​ເກີດ​ຈາກ​ການ​ປະພຶດ​ທີ່​ເປັນ​ບາບ. ​ເຖິງ​ແມ່ນ​ຕອນ​ທີ່​ໄດ້​ກັບ​ໃຈ​ແລ້ວ, ການ​ຕິດ​ແສດ​ນັ້ນ ອາດ​ຍັງ​ບໍ່​ເຫືອດ​ຫາຍ​​ໄດ້. ການ​ພິການ​ດັ່ງກ່າວ ສາມາດ​​ໄດ້​ຮັບການປິ່ນປົວ​ ​ໂດຍ​ພະລັງ​ອັນ​​ເດັດຂາດ ຊຶ່ງມາ​ຈາກ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ການ​ທ້າ​ທາຍທີ່​ໜັກໜ່ວງເຊັ່ນນັ້ນ ກໍ​ພົບ​ເຫັນ​ຢູ່​ໃນ​ກຸ່ມ​ຄົນ​ທີ່​ຖືກ​ຕິດຄຸກ​ດ້ວຍ​ໂທດ​ອາ​ຊະ​ຍາ​ກຳ​ ​ເໝືອນ​ກັນ. ​ເມື່ອ​ບໍ່​ດົນ​ມາ​ນີ້ ຈົດໝາຍ​ສະບັບ​ໜຶ່ງ ​ໄດ້​ເປັນ​ພະຍານ​ເຖິງ​ຄວາມ​ເຂັ້ມ​ແຂງ​ທີ່​ມາ​ສູ່ ບຸກຄົນ​ໜຶ່ງ​ທີ່ຢູ່​ໃນ​ສະພາບ​​ນັ້ນ ບອກ​ວ່າ: “ຂ້ານ້ອຍ​ຮູ້​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ເດີນ​​ໄປ​ເດີນມາ​ຢູ່​​ໃນ​ນີ້, ​ແລະ ຂ້ານ້ອຍ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະຄຣິດ​ເລື້ອຍໆ ຢູ່​ໃນ​ຄຸກ​ນີ້.”6

ຮູບ​ພາບ
ຊາຍ​ທີ່​ຢູ່​ໃນ​ຄຸກ

ຂ້າພະ​ເຈົ້າມັກ​ປະຈັກ​ພະຍານ​ຂອງ​ນັກ​ກະວີ​ຄົນ​ໜຶ່ງ ທີ່​ເປັນ​ເພື່ອນ​ຂອງ​ພວກ​ເຮົາ ຊື່ ເອມ​ມາ ລູ ເທນ. ​ນາງ​ໄດ້​ແຕ່ງ​​ເພງ​ສວດ​ເພງ​ໜຶ່ງ​ວ່າ:

​ເຮົາ​ຈະ​ຫັນ​ໄປ​ຫາຄວາມ​ສະຫງົບ​​ໄດ້​ຢູ່​ໃສ?

ສິ່ງ​ປອບ​ໃຈ​ເຮົາ​ຢູ່​ໃສ

​ເມື່ອ​ແຫ​ລ່ງອື່ນໆ​ຂາດ​ໄປ ​ເພື່ອ​ເຮັດ​ໃຫ້​ເຮົາ​ສົມບູນ?

​ເມື່ອ​ເຮົາ​​ເຈັບ​ປວດ​ໃຈ, ​ເຄືອງ​ແຄ້ນ, ຫລື ຄິດ​ຮ້າຍ,

​ເຮົາ​ປີກ​ຕົວ​ຈາກ​ຄົນ​ອື່ນ,

​​ເພື່ອ​ປະ​ເມີນ​ຕົນ​ເອງ​ບໍ?

​ໄປ​ໃສ, ​ເມື່ອ​​ເຈັບ​ປວດ​ຫລາຍ,

​ໄປ​ໃສ, ​ເມື່ອ​ເຮົາ​ອ່ອນ​ກຳລັງ,

​ໄປ​ໃສ, ​ເມື່ອ​ເຮົາ​ຕ້ອງການ​ຢາກ​ຮູ້, ​ເຮົາ​ຈະ​ແລ່ນໄປ​ໃສ?

ມື​ທີ່​ນຸ້ມນວນ​ຢູ່​ໃສ ​ເພື່ອ​ປອບ​ໂຍນ​​ເຮົາ​ໃນ​ຍາມ​ທຸກ​ທໍລະ​ມານ?

​ໃຜ, ​ໃຜ​ສາມາດ​ເຂົ້າ​ໃຈ?

ພຣະອົງ, ​ຜູ້​ດຽວ​ເທົ່າ​ນັ້ນ. 7

ຮູບ​ພາບ
​ຮູບ​ປັ້ນ​ຂອງ​ພຣະ​ຄຣິດ

IV.

​ໃຜ​ສາມາດ​​ໄດ້​ຮັບ​ຄວາມຊ່ອຍ​ເຫລືອ ​ແລະ ຖືກ​ຊູ​ແຮງ​ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູຄຣິດ? ​ແອວ​ມາ​ໄດ້​ສອນ​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຈະ​ຮັບ​ເອົາ “ຄວາມ​ເຈັບ​ປວດ ​ແລະ ຄວາມ​ປ່ວຍ​ໄຂ້​ຂອງ​ ຜູ້​ຄົນ​ຂອງ​ພຣະ​ອົງ ” ແລະ “ຊ່ອຍ​ເຫລືອ ຜູ້​ຄົນ​ຂອງ​ພ​ຣະ​ອົງ ” (ແອວ​ມາ 7:11, 12; ​ເນັ້ນຄຳ​ເນີ້ງ). ​ໃຜ​ຄື “ຜູ້​ຄົນ​ຂອງ​ພຣະອົງ” ​ໃນ​ຄຳ​ສັນຍາ​ນີ້? ​ແມ່ນ ມະນຸ​ດ​ທີ່​ເປັນ​ມະຕະ​ບໍ—​ແມ່ນ​ຄົນ​ທີ່​ຊື່ນ​ຊົນ​ກັບ​ຄວາມ​ຈິງ​ເລື່ອງ​ການ​ຟື້ນ​ຄືນ​ຊີວິດ ຜ່ານ​ການ​ຊົດ​ໃຊ້​ບໍ? ຫລື ​ແມ່ນ​ພຽງ​ແຕ່​ຜູ້​ຮັບ​ໃຊ້​ທີ່​ເໝາະ​ສົມ​ ຜ່ານ​ພິທີການ ​ແລະ ພັນທະ​ສັນຍາ​ເທົ່າ​ນັ້ນ? ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ແມ່ນ​ໜ້ອຍ​ກວ່າ​ມະນຸດ​ທີ່​ເປັນ​ຕະມະ​ທັງ​ໝົດ ​ແຕ່​ຫລາຍ​ກວ່າ​ກຸ່ມ​ນ້ອຍ, ຜູ້​ໄດ້​ຮັບ​ພອນ​ຫລາຍ​ທີ່​ສຸດ.

ຄຳ​ວ່າ, ຜູ້​ຄົນ ມີ​ຫລາຍ​ຄວາມ​ໝາຍ​ ຢູ່​ໃນ​ພຣະຄຳ​ພີ. ຄວາມ​ໝາຍ​ທີ່​ເໝາະ​ສົມ​ທີ່​ສຸດ​ສຳລັບ​ຄຳ​ສອນ​ທີ່​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຈະ​ຊ່ອຍ​ເຫລືອ “ຜູ້​ຄົນ​ຂອງ​ພຣະອົງ” ​​ແມ່ນ ​ແອວ​ມາ​ໄດ້​ໃຊ້​ຄຳ​ນີ້ ​ເມື່ອ​ຕໍ່​ມາ​ເພິ່ນ​ໄດ້ສອນ​ວ່າ “ພຣະ​ເຈົ້າ​ເປັນ​ຫ່ວງ​ນຳ​ທຸກ​ຄົນ, ບໍ່​ວ່າ​ພວກ​ເຂົາ​ຈະ​ຢູ່​ໃນ​​ແຜ່ນດິນ​ໃດ​ກໍ​ຕາມ” (ແອວມາ 26:37). ​ເຊັ່ນ​ດຽວ​ກັບ​ທີ່​ເຫລົ່າ​ທູດ​ໝາຍ​ເຖິງ ​ເມື່ອ​ພວກ​ເພິ່ນ​ໄດ້​ປະກາດ ການກຳ​ເນີດຂອງ​ພຣະຄຣິດວ່າ: “​ເປັນ​ຂ່າວ​ທີ່​ນຳ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່ ມາສູ່​ປະຊາ​ຊົນ​ທັງ​ໝົດ” (ລູກາ 2:10).

​ເພາະ​ປະສົບການ​​ແຫ່ງ​ການຊົດ​​​ໃຊ້​ຂອງ​ພຣະອົງ​ໃນ​ຄວາມ​ເປັນ​ມະຕະ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ຈຶ່ງ​ສາມາດ​ປອບ​ໂຍນ, ປິ່ນປົວ, ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາຍ ​ແລະ ຍິງ​ທຸກ​ຄົນ ​ໃນ​ທຸກ​ແຫ່ງ​ຫົນ, ​ແຕ່​ຂ້າພະ​ເຈົ້າ​ເຊື່ອ​ວ່າ ພຣະອົງ​ຈະ​ເຮັດ​ຕໍ່​ຜູ້​ທີ່​ສະ​ແຫວງຫາ​ພຣະອົງ​ເທົ່າ​ນັ້ນ ​ແລະ ທູນ​ຂໍ​​ໃຫ້​ພຣະອົງຊ່ອຍ​ເຫລືອ​. ອັກຄະ​ສາວົກ​ຢາ​ໂກ​ໂບ ​ໄດ້​ສອນ​ວ່າ: “ຈົ່ງ​ຖ່ອມຕົວ​ລົງ​ຊ້ອງ​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ແລະ ພຣະອົງ​ຈະ​ຍົກ​ພວກ​ເຈົ້າຂຶ້ນ” (ຢາ​ໂກ​ໂບ 4:10). ເຮົາ​ມີຄ່າ​ຄວນ​ສຳລັບ​ພອນ​ນັ້ນ ​ເມື່ອ​ເຮົາ​ເຊື່ອ​ໃນ​ພຣະອົງ ​ແລະ ອະທິຖານ​ຂໍ​ໃຫ້​ພຣະອົງຊ່ອຍ​ເຫລືອ.

ມີ​ຜູ້​ຄົນ​ຫລາຍ​ລ້ານ​ຄົນ​ທີ່​ຢຳ​ເກງ​ພຣະ​ເຈົ້າ ຜູ້​ອະທິຖານ​ຫາ​ພຣະ​ເຈົ້າ ທູນ​ຂໍ​ໃຫ້​ພຣະອົງ​ຊ່ອຍ​ຍົກຄວາມທຸກ​ທໍລະມານ​ອອກ​ຈາກ​ພວກ​ເຂົາ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ​ໄດ້​ເປີດ​ເຜີຍ​ວ່າ ພຣະອົງ​​ໄດ້​ສະ​ເດັດ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ (ເບິ່ງ D&C 88:6). ດັ່ງ​ທີ່ ແອວເດີ ນຽວ ເອ ແມ໊ກສະແວວ ​ໄດ້​ສອນ​ວ່າ, “‘ການ​​ໄດ້​ສະ​ເດັດ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ,’ ​ພຣະອົງ​ຈຶ່ງ​ເຂົ້າ​ໃຈຄັກ ​ແລະ ດ້ວຍ​ຕົນ​ເອງ ​ເຖິງຄວາມ​ທຸກທໍລະມານ​ຂອງ​ມະນຸດ​ໃນ​ທຸກ​​ແບບ.”8 ​ເຮົາ​​ກ່າວ​​ໄດ້​ວ່າ ​ເພາະການ​ໄດ້​ສະ​​ເດັດ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ, ພຣະອົງ​ຈຶ່ງ​ສາມາດ​ຍົກ​ເຮົາ​ຂຶ້ນ ​ແລະ ມອບ​ຄວາມ​ເຂັ້ມ​ແຂງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮົາ ​ເພື່ອ​ຈະ​​ໄດ້​ອົດທົນ​ກັບ​ຄວາມທຸກ​ທໍລະມານ​ຂອງ​ເຮົາ. ​ເຮົາ​ພຽງ​ແຕ່​ທູນ​ຂໍ​ເທົ່າ​ນັ້ນ.

ຮູບ​ພາບ
ຄອບ​ຄົວ​ນັ່ງ​ຢູ່​ອ້ອມ​ໂຕະ

​ຫລາຍ​ເທື່ອ​ໃນ​ການ​ເປີດ​ເຜີຍ​ຂອງ​ຍຸກ​ໃໝ່, ພຣະຜູ້​ເປັນ​ເຈົ້າ​ໄດ້​ປະກາດ​ວ່າ, ຖ້າ​ເຮົາ​ທູນ​ຂໍ ​ເຮົາ​ຈະ​ໄດ້​ຮັບ; ຖ້າ​ເຮົາ​ເຄາະ ຈະ​ມີ​ຄົນ​ເປີດ​ປະຕູ​ໃຫ້​​ເຮົາ (ຍົກ​ຕົວຢ່າງ, ເບິ່ງ D&C 6:5; 11:5; ເບິ່ງ ມັດ​ທາຍ 7:7) ນຳ​ອີກ). ​ແນ່ນອນ, ​ເພາະ​ຄວາມ​ຮັກ​ໂດຍ​ທົ່ວ​ໄປ​ຂອງ​ພວກ​ພຣະອົງ, ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ຈຶ່ງ​ໄດ້​ຍິນ ​ແລະ ຕອບ​ຄຳ​ອະທິຖານ​ທີ່​ເໝາະ​ສົມ​ຂອງ​ທຸກ​ຄົນ ທີ່​ສະ​ແຫວງຫາ​ພວກ​ພຣະອົງ ດ້ວຍ​ສັດທາ. ດັ່ງ​ທີ່​ອັກຄະ​ສາວົກ​ໂປ​ໂລ ​ໄດ້​ຂຽນ​ໄວ້​ວ່າ, “ພວກ​ເຮົາ​ໄດ້​ໄວ້​ວາງ​ໃຈ​​ໃນ​ພຣະ​ເຈົ້າ ຜູ້​ຊົງ​ພຣະຊົນ​ຢູ່ ຜູ້​​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ມະນຸດ​ທັງ​ປວງ, ​ໂດຍ​ສະ​ເພາະ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ” (1 ຕີໂມທຽວ 4:10).

ຂ້າພະ​ເຈົ້າຮູ້​ວ່າ ສິ່ງ​ເຫລົ່າ​ນີ້​ເປັນຄວາມ​ຈິງ. ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແມ່ນ​ເກີນ​ກວ່າ​ພຽງ​ແຕ່ ​ໃຫ້​ຄວາມ​ແນ່ນອນ​ໃຈ​ແກ່​​ເຮົາ​ເຖິງ​ຄວາມ​ເປັນ​ອະມະຕະ ​ໂດຍ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ທຸກ​ຄົນ ​ແລະ ໃຫ້​ ​ໂອກາດ​ເຮົາ​ທີ່​ຈະ​ສະອາດ​ຈາກ​ບາບ​ຂອງ​ເຮົາ ​ໂດຍ​ການ​ກັບ​ໃຈ ​ແລະ ຮັບ​ບັບຕິ​ສະມາ ​ເທົ່າ​ນັ້ນ. ​ແຕ່​ການ​ຊົດ​ໃຊ້​ຂອງ​ພຣະອົງ​ຍັງ​ໃຫ້​ ໂອກາດ​ເຮົາ ທີ່​ຈະ​ເອີ້ນ​ຫາ​ພຣະອົງ ຜູ້​ເຄີຍປະສົບ​ກັບ​ຄວາມ​ບົກພ່ອງ​ຂອງ​ຄວາມ​ເປັນ​ມະຕະ​ທັງ​ໝົດ ​ເພື່ອ​ຈະ​ໄດ້​ປິ່ນປົວ​ເຮົາ ​ແລະ ມອບ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ ​​ເພື່ອ​ທົນ​ກັບ​ຄວາມ​ໜັກໜ່ວງ​ຂອງ​ຄວາມ​ເປັນ​ມະຕະ​ນີ້ນຳ​ອີກ. ພຣະອົງ​ຮູ້​ເຖິງ​ຄວາມ​ເຈັບ​ປວດ​ຂອງ​ເຮົາ, ​ແລະ ພຣະອົງ​ຄອຍ​ດູ​ແລ​ເຮົາ. ​ເຊັ່ນ​ດຽວ​ກັບ​ໄທ​ຊາ​ມາ​ເຣຍຜູ້​ໃຈດີ, ​ເມື່ອ​ພຣະອົງ​ພົບເຫັນ​ເຮົາ​ໄດ້​ຮັບ​ຄວາມ​ເຈັບ​ປວດ​ຢູ່​ກາງ​ທາງ, ພຣະອົງ​ຈະ​ພັນ​ບາດ​ແຜ​ໃຫ້​ເຮົາ ​ແລະ ດູ​ແລ​ເຮົາ (ເບິ່ງ ລູ​ກາ 10:34). ການ​ປິ່ນປົວ ​ແລະ ອຳນາດ​ທີ່​ໃຫ້​ຄວາມ​ເຂັ້ມ​ແຂງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ​ແມ່ນ​ສຳລັບ​ເຮົາ​ທຸກ​ຄົນ ຜູ້​ສະ​ແຫວ​ງຫາ​ພຣະອົງ. ຂ້າພະ​ເຈົ້າ​ເປັນ​ພະຍານ​​ເຖິງ​ສິ່ງນີ້ ​ແລະ ​ເປັນ​ພະຍານ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ຜູ້​ເຮັດ​ໃຫ້​ທຸກ​ສິ່ງ​ເປັນ​ໄປ​ໄດ້.

​ໃນ​ມື້ໜຶ່ງ ຄວາມ​ໜັກໜ່ວງ​​ແຫ່ງ​ຄວາມ​ເປັນ​ມະຕະ​ນີ້ ຈະ​ຖືກ​ຍົກ​ອອກ​ໄປ ​ແລະ ຈະ​ບໍ່​ມີ​ຄວາມ​ເຈັບ​ປວດ​ອີກ​ຕໍ່​ໄປ (ເບິ່ງ ພຣະ​ນິມິດ 21:4). ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ເຂົ້າ​ໃຈ​ເຖິງ​ຄວາມ​ຫວັງ ​ແລະ ພະລັງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ນັ້ນຄື: ຄວາມ​ໝັ້ນ​ໃຈ​ເລື່ອງຄວາມ​ເປັນ​ອະມະຕະ, ​ໂອກາດ​ສຳລັບ​ຊີວິດ​ນິລັນດອນ, ​ແລະ ພະລັງ​ຄ້ຳ​ຊູ​ ທີ່​ເຮົາ​ສາມາດ​ໄດ້​ຮັບ ຖ້າ​ຫາກ​ເຮົາ​ພຽງ​ແຕ່​ທູນ​ຂໍ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Boyd K. Packer, “The Savior’s Selfless and Sacred Sacrifice,” Liahona, Apr. 2015, 38.

  2. James E. Faust, “The Atonement: Our Greatest Hope,” Liahona, Jan. 2002, 22.

  3. “ພື້ນ​​ໝັ້ນ​ຄົງ​ໜັກ​ໜາ,” ເພງ​ສວດ​ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 6.

  4. ເບິ່ງ, generally, Jeffrey R. Holland, Christ and the New Covenant: The Messianic Message of the Book of Mormon (1997), 223–34; David A. Bednar, “The Atonement and the Journey of Mortality,” Liahona, Apr. 2012, 12–19; Bruce C. Hafen and Marie K. Hafen, “‘Fear Not, I Am with Thee’: The Redeeming, Strengthening, and Perfecting Blessings of Christ’s Atonement,” Religious Educator, vol. 16, no. 1 (2015), 11–31, especially 18–25; Tad R. Callister, The Infinite Atonement (2000), 206–10.

  5. “Come, Ye Disconsolate,” Hymns, no. 115.

  6. ຈາກ​ຈົດ​ໝາຍ​ທີ່​ ອະ​ທິ​ການ ບອບ​ບີ ໂອ ເຮວ​ສ໌, ຜູ້​ຄວບ​ຄຸມ​ສາ​ຂາ ເຮັນ​ຣີ ຂອງ Central Utah Correctional Facility, ໄດ້​ຮັບ ໃນ​ປີ 2014.

  7. “Where Can I Turn for Peace?” Hymns, no. 129.

  8. Neal A. Maxwell, “Apply the Atoning Blood of Christ,” Ensign, Nov. 1997, 23.