​2010–2019
ຖືກ​ທົດ​ສອບ ແລະ ລໍ້​ລວງ​—​ແຕ່​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ
ຕຸລາ 2015


ຖືກ​ທົດ​ສອບ ແລະ ລໍ້​ລວງ​—​ແຕ່​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ

ເຮົາ​ສາມາດຊ່ອຍ​ເຫລືອ​ກັນ​ແລະ​ກັນ ໃນ​ຖານະ​ລູກໆ​ຂອງ​ພຣະ​ບິດາ​ເທິງ​ສະຫວັນຂອງ​ເຮົາ ໃນ​ການ​ທົດ​ລອງ ແລະ ການ​ລໍ້​ລວງ​ຂອງ​ເຮົາ.

ໃນ​ຊ່ວງ​ເວລາ​ຂອງ​ຊີວິດ, ເຮົາ​ຈະ​ຖືກ​ທົດ​ສອບ ແລະ ລໍ້​ລວງ. ເຮົາ​ຍັງ​ມີ​ໂອກາດ​ນຳ​ອີກ​ທີ່​ຈະ​ນຳ​ໃຊ້​ອຳເພີໃຈ​ຂອງ​ເຮົາ ແລະ ຊ່ອຍ​ເຫລືອ​ກັນ​ແລະ​ກັນ. ຄວາມ​ຈິງ​ເຫລົ່າ​ນີ້​ກໍ​ເປັນ​ພາກສ່ວນ​ຂອງແຜນ​ອັນ​ປະເສີດ ແລະ ດີ​ພ້ອມ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ.

ປະທານ​ຈອນ ເທ​ເລີ ໄດ້​ສອນ​ວ່າ: “ຂ້າພະເຈົ້າ​ໄດ້​ຍິນ​ສາດສະດາ ໂຈເຊັບ ​ກ່າວ, ເມື່ອ​ກ່າວ​ຕໍ່​ອັກ​ຄະ​ສາວົກ​ສິບ​ສອງ​ໃນ​ໂອກາດ​ໜຶ່ງ​ວ່າ: ‘ທ່ານ​ຈະ​ມີ​ການ​ທົດ​ສອບ​ຫລາຍໆ​ຢ່າງ​ທີ່​ຈະ​ຜ່ານ​ຜ່າ. ແລະ ມັນ​ກໍ​ຈຳເປັນ​ສຳລັບ​ທ່ານ ທີ່​ຈະ​ຖືກ​ທົດ​ລອງ ດັ່ງ​ທີ່​ມັນ​ໄດ້​ເປັນ​ໄປ​ສຳລັບ ອັບຣາ​ຮາມ ແລະ ບຸລຸດ​ຄົນ​ອື່ນ​ຂອງ​ພຣະ​ເຈົ້າ, ແລະ (ເພິ່ນ​ໄດ້​ກ່າວ) ພຣະ​ເຈົ້າ​ຈະ​ທົດ​ສອບ​ທ່ານ, ແລະ ພຣະ​ອົງ​ຈະ​ຮັບ​ເອົາ​ທ່ານ ແລະ ທົດສອບ​ທ່ານ​ຈົນ​ເຖິງ​ຂີດ​ຈຳກັດ​ຂອງ​ທ່ານ.’”1

ເມື່ອ​ເຮົາ​ເຖິງ​ອາຍຸ​ທີ່​ຮູ້​ຈັກຮັບຜິດຊອບ​ແລ້ວ, ການ​ທົດ​ລອງ ແລະ ການລໍ້​ລວງ​ເປັນ​ເລື່ອງ​ທຳ​ມະ​ດາ. ບາງເທື່ອ​ມັນ​ຈະ​ກາຍເປັນ​ພາລະ​ໜັກໄດ້, ແຕ່​ມັນ​ຍັງ​ໃຫ້​ພະລັງ ແລະ ຄວາມ​ກ້າວໜ້າ​ແກ່​ເຮົາ ເມື່ອ​ເຮົາ​ເອົາຊະນະ​ມັນ​ໄດ້​ຢ່າງ​ສຳເລັດ​ຜົນ.

ໂຊກ​ດີ​ແທ້ໆ ທີ່​ພາລະ​ເຫລົ່າ​ນີ້​ບໍ່​ຄວນ​ຕ້ອງ​ຖືກ​ແບກ​ຫາບ​ຄົນ​ດຽວ. ແອວ​ມາ​ໄດ້​ສອນ​ວ່າ, “ຍ້ອນ​ວ່າ​ພວກ​ທ່ານ​ປາດຖະໜາ​ຈະ​ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ແລະ ມີ​ຊື່ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ເຕັມ​ໃຈ​ຈະ​ແບກ​ຫາບ​ພາລະ​ຂອງ​ກັນ​ແລະ​ກັນ, ເພື່ອ​ຈະ​ໄດ້​ແບ່ງ​ເບົາ.”2 ຖ້ອຍ​ຄຳເຫລົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ຊ່ອຍ​ເຫລືອ​ກັນ​ແລະ​ກັນ. ໜ້າທີ່​ຮັບຜິດຊອບ​ນັ້ນ​ສາມາດ​ມາ​ຈາກ​ການ​ເອີ້ນ​ໃນ​ສາດສະໜາ​ຈັກ, ໜ້າທີ່​ມອບ​ໝາຍ, ມິດຕະພາບ, ຫລື ເປັນ​ພາກສ່ວນ​ຂອງໜ້າທີ່​ມອບ​ໝາຍ​ຂອງ​ການ​ເປັນ​ພໍ່​ແມ່, ຄູ່​ສາມີ​ພັນ​ລະ​ຍາ, ຫລື ສະມາຊິກ​ຂອງ​ຄອບ​ຄົວ​—​ຫລື ແມ່ນ​ແຕ່​ຈາກ​ພາກສ່ວນ​ໃນ​ຄອບຄົວຂອງ​ພຣະ​ເຈົ້າ.

ຂ້າພະເຈົ້າ​ຈະ​ໃຫ້​ຕົວຢ່າງ​ສີ່​ຢ່າງ​ ວ່າ​ພາລະ​ຂອງ​ເຮົາ​ຈະ​ຖືກ​ແບ່ງ​ເບົາ​ແນວໃດ ຂະນະ​ທີ່​ເຮົາ​ຊ່ອຍ​ເຫລືອ​ກັນ​ແລະ​ກັນ.

1. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ຖ້າ​ຜູ້​ໃດ​ຈະ​ເກນ​ເຈົ້າ​ໃຫ້​ແບກ​ໄປໜຶ່ງ​ຫລັກ ຈົ່ງ​ແບກ​ໄປ​ເຖິງ​ສອງ​ຫລັກ.”3 ຕົວຢ່າງ​ນີ້​ກໍ​ຄື​ວ່າ, ເຮົາ​ຖືກຮຽກຮ້ອງ​ໃຫ້​ໄປ​ພຣະ​ວິຫານ​ຢ່າງ​ສະໝ່ຳສະເໝີ, ຕາມ​ທີ່​ສະຖານະ​ການ ສ່ວນ​ຕົວ​ຂອງ​ເຮົາ​ຈະ​ອຳ​ນວຍ. ການ​ໄປ​ຮ່ວມ​ພິທີ​ໃນ​ພຣະ​ວິຫານ ຮຽກຮ້ອງ​ການ​ເສຍ​ສະລະ​ຂອງ​ເວລາ ແລະ ຊັບ​ສິນ, ໂດຍ​ສະເພາະ ສຳລັບ​ຜູ້​ທີ່​ຕ້ອງ​ເດີນທາງ​ໄກ​ແສນ​ໄກ. ເຖິງ​ຢ່າງໃດ​ກໍ​ຕາມ, ການ​ເສຍ​ສະລະ​ນີ້​ກໍ​ຖື​ໄດ້​ວ່າ​ເປັນ​ຫລັກ​ທຳອິດ​ທີ່​ຕ້ອງ​ເດີນ.

ເຮົາ​ເລີ່ມ​ເດີນ​ໄປ​ເຖິງ​ຫລັກ​ທີ​ສອງ​ເມື່ອ​ເຮົາ​ເຂົ້າໃຈ​ຖ້ອຍ​ຄຳ​ທີ່​ວ່າ, “ຄົ້ນ​ພົບ, ນຳໄປ ແລະ ສິດສອນ,”4 ເມື່ອ​ເຮົາ​ຄົ້ນ​ຫາ ແລະ ຈັດ​ຕຽມ​ຊື່​ຂອງ​ບັນພະບຸລຸດ​ຂອງ​ເຮົາ​ສຳລັບ​ພິທີການ​ໃນ​ພຣະ​ວິຫານ, ເມື່ອ​ເຮົາ​ຊ່ອຍ​ໃນ​ການ​ຈັດ​ດັດ​ສະ​ນີ​ຊື່, ເມື່ອ​ເຮົາ​ຮັບ​ໃຊ້​ເປັນ​ຜູ້​ຊ່ອຍ ໃນ​ພຣະ​ວິຫານ, ແລະ ເມື່ອ​ເຮົາ​ຊອກ​ຫາ​ວິທີ​ທາງ​ທີ່​ຈະ​ຊ່ອຍ​ຄົນ​ອື່ນ ໃຫ້​ມີ​ປະສົບ​ການ​ໃນ​ພຣະ​ວິຫານ​ທີ່​ມີ​ຄວາມ​ໝາຍ.

ຕອນ​ຂ້າພະເຈົ້າ​ຮັບ​ໃຊ້​ໃນ​ຖານະ​ສາວົກ​ເຈັດ​ສິບ​ປະຈຳ​ເຂດ, ສະ​ເຕກແຫ່ງ​ໜຶ່ງ​ທີ່ຢູ່​ໃນ​ສະພາ​ປະສານ​ງານ​ຂອງ​ຂ້າພະເຈົ້າ​ໄດ້​ມີ​ສ່ວນ​ຮ່ວມ​ໃນການ​ເດີນທາງ​ໄປ​ພຣະ​ວິຫານ​ເປັນ​ກຸ່ມ​ໃຫຍ່. ພຣະ​ວິຫານ​ທີ່​ສະມາຊິກ ໄດ້​ໄປ​ຮ່ວມ​ກໍ​ນ້ອຍ, ແລະ ໜ້າ​ເສຍ​ໃຈ​ທີ່​ສະມາຊິກ​ຫລາຍ​ຄົນ ບໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ພິທີ, ເຖິງ​ແມ່ນ​ໄດ້​ເດີນທາງ​ດົນ​ນານ​ເປັນ​ເວລາ 12 ຊົ່ວໂມງ, ເພາະວ່າ​ໄດ້​ມີ​ຜູ້​ໄປ​ຮ່ວມ​ຫລາຍ​ເກີນ​ກຳນົດ​ຂອງ​ວັນ​ນັ້ນ.

ສາມ​ສີ່​ມື້​ຫລັງ​ຈາກ​ການ​ເດີນທາງ​ນີ້, ຂ້າພະເຈົ້າ​ໄດ້​ໄປ​ຢ້ຽມ​ສະ​ເຕກ​ນີ້ ແລະ ໄດ້​ຖາມ​ປະທານ ຖ້າ​ຫາກ​ວ່າ​ຂ້າພະເຈົ້າ​ຈະ​ເວົ້າ​ລົມ​ກັບ​ສະມາຊິກບາງ​ຄົນ ຜູ້​ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ໃນ​ພຣະ​ວິຫານ​ໃນ​ວັນ​ນັ້ນຊິ​ໄດ້​ບໍ່. ອ້າຍ​ນ້ອງ ຄົນ​ໜຶ່ງ​ທີ່​ຂ້າພະເຈົ້າ​ໄດ້​ຢ້ຽມຢາມ​ໄດ້​ບອກ​ຂ້າພະເຈົ້າ​ວ່າ: “ແອວ​ເດີ​ເອີຍ, ບໍ່​ຕ້ອງ​ກັງວົນ​ດອກ. ຂ້ານ້ອຍ​ໄດ້​ໄປ​ຍັງ​ວິຫານ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ. ຂ້ານ້ອຍ​ໄດ້​ນັ່ງ​ຢູ່​ທີ່​ແປ້ນ​ນັ່ງ​ຢູ່​ໃນ​ສວນ ແລະ ໄດ້​ໄຕ່ຕອງ​ໃນ​ໃຈ​ເຖິງພິທີການ​ເຫລົ່າ​ນັ້ນ. ແລ້ວຂ້ານ້ອຍ​ກໍ​ໄດ້​ຮັບ​ໂອກາດ​ໃຫ້​ເຂົ້າ​ໄປ, ແຕ່ຂ້ານ້ອຍ​ໄດ້​ໃຫ້​ອ້າຍ​ນ້ອງ​ອີກ​ຄົນ​ໜຶ່ງ​ເຂົ້າ​ໄປ​ແທນ​ຂ້ານ້ອຍ, ຜູ້​ທີ່​ໄດ້​ໄປພຣະ​ວິຫານ​ເປັນ​ເທື່ອ​ທຳອິດ ເພື່ອ​ໄປ​ຜະ​ນຶກ​ເຂົ້າ​ກັບ​ພັນ​ລະ​ຍາ​ຂອງ ລາວ. ແລ້ວ​ເຂົາເຈົ້າ​ໄດ້​ມີ​ໂອກາດ​ເຂົ້າ​ຮ່ວມ​ອີກ​ທັງ​ສອງ​ພາກ​ໃນ​ມື້​ນັ້ນ. ພຣະ​ຜູ້​ເປັນ​ເຈົ້າ​ຮູ້ຈັກ​ຂ້ານ້ອຍ, ແລະ ພຣະ​ອົງ​ໄດ້​ໃຫ້​ພອນ​ແກ່​ຂ້ານ້ອຍແລ້ວ, ແລະ ພວກ​ຂ້ານ້ອຍ​ກໍ​ສະບາຍ​ດີ.”

2. ຍິ້ມ​ແຍ້ມ. ການ​ກະທຳ​ນ້ອຍໆ​ນີ້​ສາມາດ​ຊ່ອຍ​ຄົນ​ອື່ນ​ຜູ້​ທີ່​ຮູ້ສຶກ ອຸກອັ່ງ ແລະ ໜັກໜ່ວງ​ໃຈ. ໃນ​ພາກ​ຖານະ​ປະໂລຫິດ​ຂອງ​ກອງ​ປະຊຸມໃຫຍ່​ສາມັນ​ເມື່ອ​ເດືອນ​ເມສາ​ທີ່​ຜ່ານ​ມາ​ນີ້, ຂ້າພະເຈົ້າ​ໄດ້​ນັ່ງ​ຢູ່​ເທິງ​ເວທີ ນຳ​ເຈົ້າ​ໜ້າທີ່​ຊັ້ນ​ຜູ້​ໃຫຍ່​ຫ້າ​ຄົນ​ທີ່​ຫາ​ກໍ​ຖືກ​ເອີ້ນ​ໃໝ່ໆ. ພວກ​ເຮົາ​ໄດ້​ນັ່ງ​ຢູ່ ບ່ອນ​ທີ່​ບັນດາ​ເອື້ອຍ​ນ້ອງ​ແຫ່ງ​ຝ່າຍ​ປະ​ທາ​ນອົງການ​ຊ່ອຍ​ເຫລືອ​ນັ່ງ​ຢູ່​ໃນ​ເ​ວ​ລາ​ນີ້. ຂ້າພະເຈົ້າ​ໄດ້​ຮູ້ສຶກ​ກັງວົນ ແລະ ໜັກ​ໃຈ​ຫລາຍ​ກັບ​ການ​ເອີ້ນ ໃໝ່ໆ​ຂອງ​ຂ້າ​ພະ​ເຈົ້າ.

ເມື່ອ​ເຮົາ​ໄດ້​ຮ້ອງເພງ​ສວດ​ເຄິ່ງ​ກອງ​ປະຊຸມ, ຂ້າພະເຈົ້າ​ໄດ້​ມີ​ຄວາມປະທັບ​ໃຈ​ຢ່າງ​ແຮງ​ກ້າ​ວ່າ​ມີ​ຄົນ​ກຳລັງ​ຈ້ອງ​ມອງ​ເບິ່ງ​ຂ້າພະເຈົ້າ​ຢູ່. ຂ້າພະເຈົ້າ​ໄດ້​ຄິດ​ໃນ​ໃຈ​ວ່າ: “ມີ​ຄົນ​ຫລາຍ​ກວ່າ 20,000 ຄົນ ໃນ​ອາຄານ​ນີ້, ແລະ ຄົນ​ສ່ວນ​ຫລາຍ​ກໍ​ພາກັນ​ປິ່ນ​ໜ້າ​ມາ​ທາງ​ນີ້. ແນ່ນອນ​ວ່າ​ຕ້ອງ​ມີ​ຄົນ​ຈ້ອງ​ມອງ​ເບິ່ງ​ເຮົາ.”

ຂະນະ​ທີ່​ຂ້າພະເຈົ້າຮ້ອງເພງ​ຕໍ່​ໄປ, ຂ້າພະເຈົ້າ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ປະທັບ​ໃຈ​ນັ້ນ​ອີກ. ຂ້າພະເຈົ້າ​ໄດ້​ຫລຽວ​ໄປ​ຫາ​ແຖວ​ທີ່​ອັກ​ຄະ​ສາວົກ​ສິບ​ສອງ​ນັ່ງ​ຢູ່ ແລະ ໄດ້​ເຫັນ​ວ່າ ປະທານ​ຣະໂຊ ​ເອັມ ແນວ​ສັນ ໄດ້​ຫລຽວ​ໄປ​ທາງ​ຫລັງ ບ່ອນ​ນັ່ງ​ຂອງ​ເພິ່ນ, ຫລຽວ​ໄປ​ບ່ອນ​ທີ່​ພວກ​ເຮົາ​ໄດ້​ນັ່ງ​ຢູ່. ພວກ​ເຮົາ​ໄດ້ສົບ​ຕາ​ກັນ, ແລະ ເພິ່ນ​ໄດ້​ຍິ້ມ​ໃຫຍ່ໆ​ໃຫ້​ຂ້າ​ພະ​ເຈົ້າ. ຮອຍ​ຍິ້ມ​ນັ້ນ​ໄດ້ນຳ​ຄວາມ​ສະຫງົບ​ມາສູ່​ຫົວໃຈ​ທີ່​ໜັກໜ່ວງ​ຂອງ​ຂ້າ​ພະ​ເຈົ້າ.

ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ໄປຢ້ຽມຢາມ​ຝູງ​ແກະ​ອື່ນ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ເອີ້ນ ແລະ ແຕ່ງຕັ້ງສານຸສິດ​ສິບ​ສອງ​ຄົນ, ແລະ ດ້ວຍ​ສິດ​ອຳນາດ​ນັ້ນ, ເຂົາເຈົ້າ​ໄດ້ປະຕິບັດ​ສາດສະໜາ​ກິດ​ຕໍ່​ຜູ້​ຄົນ. ອົງ​ພຣະ​ເຢ​ຊູ​ຄຣິດ​ເອງ​ກໍ​ໄດ້​ຢືນ​ຢູ່ໃນ​ທ່າມກາງ​ເຂົາ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໃຫ້​ເຂົາເຈົ້າ​ຄຸເຂົ່າ ແລະ ອະທິ​ຖານ. ຂ້າພະເຈົ້າ​ບໍ່​ແນ່​ໃຈ ຖ້າ​ຫາກ​ວ່າ​ສານຸສິດ​ທີ່​ຫາ​ກໍ​ຖືກ​ເອີ້ນ ແລະ ແຕ່ງຕັ້ງ​ໄດ້​ຮູ້ສຶກ​ໜັກໜ່ວງ​ໃຈ​ກ່ຽວ​ກັບ​ການ​ເອີ້ນ​ຂອງ​ເຂົາເຈົ້າ, ແຕ່​ຂໍ້​ພຣະ​ຄຳ​ພີ​ກ່າວ​ວ່າ, “ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື ພຣະ​ເຢ​ຊູ​ໄດ້​ປະທານ​ພອນ​ໃຫ້​ແກ່​ພວກ​ເພິ່ນ​ໃນ​ຂະນະ​ທີ່​ພວກ​ເພິ່ນ​ກຳລັງ​ອະທິຖານ​ຫາ​ພຣະ​ອົງ​ຢູ່​ນັ້ນ, ແລະ ພຣະ​ອົງ​ໄດ້​ ຍິ້ມ​ໃສ່ ພວກ​ເພິ່ນ, ແລະ ຄວາມ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະ​ອົງ​ໄດ້​ສ່ອງ​ໃສ່​ພວກ​ເພິ່ນ.”5 ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​ທີ່​ຜ່ານ​ມາ​ນີ້, ຮອຍ​ຍິ້ມ​ໄດ້​ເຮັດ​ໃຫ້​ພາລະ​ໜັກຂອງ​ຂ້າພະເຈົ້າ​ເບົາ​ລົງ​ທັນທີ ແລະ ໃນ​ວິທີ​ທາງ​ທີ່​ປະ​ເສີດ.

3. ສະແດງ​ຄວາມ​ຮູ້ສຶກ​ເຖິງ​ຄວາມ​ເມດ​ຕາ​ທີ່​ມີ​ຕໍ່​ຄົນ​ອື່ນ. ຖ້າວ່າ​ທ່ານເປັນ​ຜູ້​ດຳລົງ​ຖານະ​ປະໂລຫິດ, ຂໍ​ໃຫ້​ທ່ານ​ໃຊ້​ອຳນາດ​ຂອງ​ທ່ານ ​ເພື່ອຊ່ອຍ​ເຫລືອ​ລູກໆ​ຂອງ​ພຣະ​ເຈົ້າ, ໃຫ້​ພອນ​ແກ່​ເຂົາ​ເຈົ້າ. ໃຫ້​ສະແດງ​ຄຳ ວາຈາ​ທີ່​ໃຫ້​ກຳລັງ​ໃຈ ແລະ ປອບ​ໂຍນ​ຜູ້​ຄົນ​ທີ່​ທໍລະມານ ຫລື ທົນ​ທຸກ​ຢູ່​ດ້ວຍ​ປະສົບ​ການ​ທີ່​ຍາກ​ລຳ​ບາກ.

4. ພື້ນຖານ​ຂອງ​ແຜນ​ຂອງ​ພຣະ​ເຈົ້າ​ຄື​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ເຢ​ຊູຄຣິດ​ເຈົ້າ. ຢ່າງ​ນ້ອຍ​ໜຶ່ງ​ເທື່ອ​ ແຕ່​ລະ​ທິດ, ເຮົາ​ຄວນ​ຄິດສຳ​ມະ​ທິ​ດັ່ງ​ທີ່ ປະທານ ໂຈ​ເຊັບ ແອັຟ ສະ​ມິດ ໄດ້​ເຮັດ​ໃນ “ຄວາມ​ຮັກ​ທີ່​ຍິ່ງ​ໃຫຍ່ ແລະ ປະເສີດ​ທີ່​ຖືກ​ເຮັດ​ໃຫ້​ປະຈັກ ໂດຍ​ພຣະ​ບິດາ ແລະ ພຣະ​ບຸດ ໃນ​ການສະເດັດ​ມາສູ່​ໂລກ​ຂອງ​ພຣະ​ຜູ້​ໄຖ່.”6 ການ​ເຊື້ອ​ເຊີນ​ຄົນ​ອື່ນ ໃຫ້​ມາ​ໂບດ ແລະ ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີຄ່າ​ຄວນ ຈະ​ອະນຸຍາດ ໃຫ້​ລູກໆ​ຂອງພຣະ​ເຈົ້າ​ຫລາຍ​ກວ່າ​ນັ້ນ​ໃຫ້​ສະທ້ອນ​ຄິດ​ເຖິງ ການ​ຊົດ​ໃຊ້. ແລະ ຖ້າ​ຫາກ​ເຮົາ​ບໍ່​ມີຄ່າ​ຄວນ, ເຮົາ​ກໍ​ສາມາດ​ກັບ​ໃຈ​ໄດ້. ຂໍ​ໃຫ້​ຈຳ​ໄວ້​ວ່າ ພຣະ​ບຸດ​ຂອງ​ອົງ​ທີ່​ສູງ​ສຸດ​ໄດ້​ສະເດັດ​ລົງ​ຕ່ຳ​ກວ່າ​ທຸກ​ຄົນ ແລະ ໄດ້​ຮັບເອົາ​ຄວາມ​ຜິດພາດ, ການ​ບາບ, ການ​ລ່ວງ​ລະເມີດ, ຄວາມເຈັບ​ໄຂ້, ຄວາມເຈັບ​ປວດ, ຄວາມ​ຍາກ​ລຳບາກ, ແລະ ຄວາມໂດດ​ດ່່ຽວດຽວ​ດາຍ. ຂໍ້​ພຣະ​ຄຳ​ພີ​ສອນ​ວ່າ, “ພຣະ​ອົງ​ຜູ້​ໄດ້​ສະເດັດ​ຂຶ້ນເບື້ອງບົນ, ດັ່ງ​ທີ່​ພຣະ​ອົງ​ໄດ້​ສະເດັດ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ, ໃນ​ການ​ນັ້ນ ພຣະ​ອົງ​ຈຶ່ງ​ໄດ້​ເຂົ້າໃຈ​ທຸກ​ສິ່ງ​ທັງ​ປວງ.”7

ມັນ​ບໍ່​ສຳຄັນ​ວ່າການ​ດີ້ນ​ລົນ​ສ່ວນ​ຕົວ​ຂອງ​ເຮົາ​ຈະ​ເປັນ​ຫຍັງ​ກໍ​ຕາມ​—​ບໍ່​ວ່າ​ມັນ​ຈະ​ເປັນ​ພະຍາດ​ໂລຄາ ຫລື ຄວາມ​ໂດດດ່ຽວ​ດຽວ​ດາຍ​ທີ່​ເປັນມາ​ຢ່າງ​ຍາວ​ນານ ຫລື ການ​ທົນ​ທຸກ​ຢູ່​ກັບ​ການ​ລໍ້​ລວງ ແລະ ການ​ທົດ​ສອບ​ຂອງ​ຜູ້​ປໍ​ລະ​ປັກ​—​ຜູ້​ລ້ຽງ​ແກະ​ທີ່​ດີ ກໍ​ຢູ່​ໃນ​ນັ້ນ. ພຣະ​ອົງ​ເອີ້ນ​ເຮົາ​ຕາມ​ຊື່ ແລະ ກ່າວ​ວ່າ, “ບັນດາ​ຜູ້​ທີ່​ເຮັດ​ການ​ໜັກໜ່ວງ ແລະ ແບກ​ຫາບ​ພາລະ​ໜັກ, ຈົ່ງ​ມາຫາ​ເຮົາ, ແລະ ເຮົາ​ຈະໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.”8

ຂ້າພະເຈົ້າ​ຂໍ​ສະຫລຸບ​ທັງ​ສີ່​ຈຸດ​ວ່າ:

ທີ​ໜຶ່ງ—ເດີນ​ໄປ​ຕໍ່​ອີກ​ເຖິງ​ຫລັກ​ທີ​ສອງ.

ທີ​ສອງ—ຂໍ​ໃຫ້​ຍິ້ມ​ແຍ້ມ. ຮອຍ​ຍິ້ມ​ຂອງ​ທ່ານ​ຈະ​ຊ່ອຍ​ຄົນ​ອື່ນ.

ທີ​ສາມ—ສະແດງ​ຄວາມ​ເມດ​ຕາ.

ທີ​ສີ່—ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ໂບດ.

ຂ້າພະເຈົ້າ​ກ່າວ​ປະຈັກ​ພະຍານ​ຂອງ​ຂ້າພະເຈົ້າ​ເຖິງ​ພຣະ​ຜູ້ຊ່ອຍ​ໃຫ້ລອດ. ພຣະ​ເຢ​ຊູ​ຄື​ ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່, ແລະ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່​ແທ້ໆ. ຂ້າພະເຈົ້າ​ຮູ້​ວ່າ​ພຣະ​ອົງ​ສະໜັບສະໜູນ ແຜນ​ຂອງ​ພຣະ​ບິດາ, ດ້ວຍ​ສຸດ​ພະລັງ ແລະ ອຳນາດ​ຂອງ​ພຣະ​ອົງ. ຂ້າພະເຈົ້າ​ຮູ້​ວ່າ ປະທານ​ທອມ​ມັສ ແອັສ ມອນ​ສັນ ເປັນ​ສາດສະດາ ທີ່​ມີ​ຊີວິດ​ຢູ່. ເພິ່ນ​ດຳລົງ​ຂໍ​ກະແຈ​ທັງ​ໝົດ​ທີ່​ຈະ​ບັນລຸ​ວຽກ​ງານ​ຂອງ ພຣະ​ເຈົ້າ​ຢູ່​ເທິງ​ໂລກ​ນີ້​ຢ່າງ​ສຳເລັດ​ຜົນ. ຂ້າພະເຈົ້າ​ຮູ້​ວ່າ​ເຮົາ​ສາມາດຊ່ອຍ​ເຫລືອ​ກັນ​ແລະ​ກັນ ໃນ​ຖານະ​ລູກໆ​ຂອງ​ພຣະ​ບິດາ​ເທິງ​ສະຫວັນຂອງ​ເຮົາ ໃນ​ການ​ທົດ​ລອງ ແລະ ການ​ລໍ້​ລວງ​ຂອງ​ເຮົາ. ໃນ​ພຣະນາມ​ຂອງພຣະ​ເຢ​ຊູ​ຄຣິດ, ອາ​ແມນ.