​2010–2019
ວ່າ​ເຂົາເຈົ້າ​ຈະ​ລະນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ
ຕຸລາ 2015


ວ່າ​ເຂົາເຈົ້າ​ຈະ​ລະນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ

ຂ້າພະເຈົ້າ​ມັກ​ສຶກສາ​ ແລະ ​ໄຕ່ຕອງ​ກ່ຽວ​ກັບ​ຊີວິດ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ໄດ້​ປະທານ​ທຸກ​ຢ່າງ​ໃຫ້​ຂ້າພະເຈົ້າ​ ແລະ ​ໃຫ້​ເຮົາ​ທຸກ​ຄົນ.

ຂ້າພະເຈົ້າ​ມັກ​ເພງ​ຊັ້ນ​ປະຖົມ​ໄວ​ທີ່​ມີ​ຂໍ້ຄວາມ​ວ່າ:

ຂ້ານ້ອຍ​ຢາກ​ໄດ້​ຍິນ ເລື່ອງ​ລາວ​ຂອງ​ພຣະ​ເຢ​ຊູ​,

ສິ່ງ​ທີ່​ຂ້ານ້ອຍ​ຈະ​ຖາມ​ພຣະ​ອົງ ເພື່ອ​ຢາກ​ຮູ້​ວ່າ​ພຣະ​ອົງ​ໄດ້​ມາ​ນີ້​ບໍ່.

ຖາມ​ກ່ຽວ​ກັບ​ເລື່ອງ​ລາວ​ທີ່​ເກີດ​ຂຶ້ນ​ແຄມ​ທາງ ກ່ຽວ​ກັບ​ເລື່ອງ​ທີ່ຢູ່​ທະເລ,

ຈົ່ງ​ບອກ​ຂ້ານ້ອຍກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ພຣະ​ເຢ​ຊູ.1

ຂ້າພະເຈົ້າ​ເຊື່ອ​ວ່າ ການສ້າງຮີດຄອງ​ຂອງ​ການ​ເລົ່າ​ເລື່ອງ​ພຣະ​ເຢ​ຊູ​ຄຣິດໃຫ້​ລູກ ​ແລະ ​ຄອບຄົວ​ຂອງ​ເຮົາ​ຟັງ ເປັນ​ວິທີ​ພິເສດ​ທີ່​ຈະ​ຊ່ອຍ​ເຮົາ​ໃຫ້​ຮັກສາ​ວັນ​ຊະບາ​ໂຕ​ໃຫ້​ສັກສິດ​ໃນ​ບ້ານ​​ຂອງ​ເຮົາ​ໄດ້.

ສິ່ງ​ນີ້​ຈະ​ເປັນ​ການ​ນຳ​ວິນ​ຍານ​ພິເສດ​ມາສູ່​ບ້ານ​ຂອງ​ເຮົາ ​ແລະ ​ເຮັດ​ໃຫ້​ຄອບຄົວ​ຂອງ​ເຮົາ​ເຫັນ​ຕົວຢ່າງ​ຈາກ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເອງ.

ຂ້າພະເຈົ້າ​ມັກ​ສຶກສາ​ ແລະ ​ໄຕ່ຕອງ​ກ່ຽວ​ກັບ​ຊີວິດ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ໄດ້​ປະທານ​ທຸກ​ຢ່າງ​ໃຫ້​ຂ້າພະເຈົ້າ​ ແລະ ​ໃຫ້​ເຮົາ​ທຸກ​ຄົນ.

ຂ້າພະເຈົ້າ​ມັກ​ອ່ານ​ຂໍ້ຄວາມ​ໃນ​ພຣະ​ຄຳ​ພີ ທີ່​ກ່ຽວ​ກັບ​ຊີວິດ​ອັນ​ປາດ​ສະ​ຈາກ​ບາບ​ຂອງ​ພຣະ​ອົງ. ​ແລະ ​ຫລັງ​ຈາກ​ທີ່​ໄດ້​ອ່ານ​ພຣະ​ຄຳ​ພີ​ທີ່​ໄດ້​ເລົ່າ​ເຖິງ​ປະສົບ​ການ​ຂອງ​ພຣະ​ອົງ​ແລ້ວ ຂ້າພະເຈົ້າ​ໄດ້​ຫລັບ​ຕາ​ວາດ​ພາບ​ເຫັນຊ່ວງ​ເວລາ​ສັກສິດ​ເຫລົ່ານັ້ນ ທີ່​ໄດ້​ສອນ​ຂ້າພະເຈົ້າ​ ແລະ ​ເພີ່ມ​ພະລັງ​ທາງ​ວິນ​ຍານ​ໃຫ້​ແກ່​ຂ້າ​ພະ​ເຈົ້າ.

ດັ່ງ​ຊ່ວງ​ເວລາ:

  • ເມື່ອ​ພຣະ​ອົງ​​ໄດ້ຖົ່ມນ້ຳລາຍ​ໃສ່​ຂີ້​ດິນ ເຮັດ​ໃຫ້​ກາຍເປັນ​ດິນ​ໜຽວ ແລ້ວ​ເອົາ​ມາ​ແປະ​ໃສ່​ຕາ​ຂອງ​ຊາຍ​ຕາບອດ ທັງ​ບອກ​ລາວ​ວ່າ “ໃຫ້​ເຈົ້າ​ໄປ​ລ້າງ​ໜ້າທີ່​ສະ​ນ້ຳ​ຊີ​ໂລ​ອາມ.” ດັ່ງນັ້ນ ຊາຍ​ຄົນ​ນີ້​ຈຶ່ງ​ໄປ​ “ລ້າງ​ໜ້າ ແລະ ​ກັບ​ຄືນ​ມາ​ເຫັນ​ຮຸ່ງ.”2

  • ເມື່ອ​ພຣະ​ອົງ​ໄດ້​ໂຜດ​ຜູ້ຍິງ ທີ່​ເປັນ​ພະຍາດ​ເລືອດ​ຕົກ ​ແລະ ​ນາງ​ໄດ້​ບາຍ​ແຄມ​ເສື້ອ​ຄຸມ​ຂອງ​ພຣະ​ອົງ ໂດຍ​ເຊື່ອ​ວ່າ​ນາງ​ຈະ​ຫາຍ​ດີ.3

  • ເມື່ອ​ສາວົກ​ເຫັນ​ພຣະ​ອົງ ພວມ​ຍ່າງ​ເທິງ​ໜ້າ​ນ້ຳ.4

  • ເມື່ອ​ພຣະ​ອົງ​ສະເດັດ​ໄປ​ເມືອງ ເອມ​ມາ​ອຸດ ກັບ​ສາວົກ​ຂອງ​ພຣະ​ອົງ ​ແລະ ​ໄດ້​ເຮັດ​ໃຫ້​ເຂົາເຈົ້າ​ເຂົ້າໃຈ​ພະ​ຄຳ​ພີ.5

  • ເມື່ອ​ພຣະ​ອົງ​ມາ​ປະກົດ​​ແກ່ຄົນ​ທີ່ຢູ່​ທະວີບ​ອາເມຣິກາ ​ແລະ ​ໄດ້​ບອກ​ເຂົາເຈົ້າ​ໃຫ້​ມາ​ຫາ​ພຣະ​ອົງ​ແລະ ​ແຍ່​ມື​ເຂົ້າ​ມາ​ໃນ​ຂ້າງ​ຂອງ​ພຣະ​ອົງ ​​ແລະ ຄຳ​ຮອຍ​ຕະປູ​ທີ່​ພຣະຫັດ ແລະ ​ພຣະບາດຂອງ​ພຣະ​ອົງ ເພື່ອ​ເຂົາເຈົ້າ​ຈະ​ໄດ້​ຮູ້​ວ່າ​ພຣະ​ອົງ​ຄື “ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ອິດ​ສະ​ຣາ​ເອນ ​​ແລະ ພຣະ​ຜູ້​ເປັນ​ເຈົ້າ​ທັງ​ໝົດ​ຂອງແຜ່ນດິນ​ໂລກ ​​ແລະ ຖືກ​ປະຫານ​ເພື່ອ​ໂລກ.”6

ຂ້າພະເຈົ້າ​ດີໃຈ ທີ່​ຮູ້​ວ່າ ມີ​ພໍ່​ແມ່​ທີ່​ເລົ່າ​ເລື່ອງ​ລາວ​ຂອງ​ພຣະ​ຄຣິດ​ໃຫ້​ລູກ​ເຂົາເຈົ້າ​ຟັງ. ຂ້າພະເຈົ້າ​ສັງເກດ​ເຫັນ​ສິ່ງ​ນີ້ ເມື່ອ​ຂ້າພະເຈົ້າ​ເບິ່ງ​ເດັກນ້ອຍ​ໃນ​ໂບດ, ໃນ​ຫ້ອງ​ປະຖົມ​ໄວ​ ແລະ ​ໃນ​ໂອກາດ​ອື່ນໆ.

ຂ້າພະເຈົ້າ​ມີ​ຄວາມ​ກະຕັນຍູ ຕໍ່​ພໍ່​ແມ່​ຂອງ​ຂ້າພະເຈົ້າ​ທີ່​ໄດ້​ສອນ​ຂ້າພະເຈົ້າ​ກ່ຽວ​ກັບ​ພຣະ​ຄຣິດ. ຂ້າພະເຈົ້າ​ໄດ້​ເຫັນ​ວ່າ ຕົວຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຊ່ອຍ​ພັນ​ລະ​ຍາ​ທີ່​ຮັກ​ ແລະ ​ຂ້າພະເຈົ້າ​ເອງ​ໃນ​ການ​ສອນ​ລູກ​ຂອງ​ພວກ​ເຮົາແນວ​ໃດ.

ຂ້າພະ​ເຈົ້າມີ​ຄວາມສຸກ​ຫລາຍ​ ​ເມື່ອ​ໄດ້​ເຫັນ​ລູກໆ​ຂອງ​ຂ້າພະ​ເຈົ້າ ​ເລົ່າ​ເລື່ອງ​ພຣະຄຣິດ​ໃຫ້​ພວກຫລານ​ຂອງ​ຂ້າພະ​ເຈົ້າຟັງ. ມັນ​ເຕືອນ​ຂ້າພະ​ເຈົ້າ​ເຖິງ​ຂໍ້​ພຣະຄຳ​ພີ​ຂໍ້​ໜຶ່ງ ​ໃນ​ 3 ໂຢຮັນ ບົດ​ທີ 1, ຂໍ້​ທີ 4, ກ່າວ​ວ່າ, “ຂ້າພະເຈົ້າ​ບໍ່​ມີ​ຄວາມ​ຊື່ນ​ຊົມ​ໄປ​ກວ່າ​ນີ້​ອີກ ນອກຈາກ​ທີ່​ໄດ້​ຍິນ​ວ່າ​ລູກໆ​ຂອງ​ຂ້າພະເຈົ້າ​ໄດ້​ດຳລົງ​ຊີວິດ​ໃນ​ຄວາມ​ຈິງ.” ​ແລະ ​ທັງ​ຫລານ​ຂອງ​ຂ້າພະເຈົ້າ​ອີກ​ດ້ວຍ.

ຂ້າພະເຈົ້າ​ມີ​ຄວາມ​ກະຕັນຍູ​ສຳລັບ​ຜູ້ນຳ​ຂອງ​ເຮົາ ຜູ້​ຊຶ່ງ​ສອນ​ພວກ​ເຮົາ​ຕະຫລອດ​ກ່ຽວ​ກັບ​ພຣະ​ຄຣິດ ກ່ຽວ​ກັບ​ການ​ຮັກສາ​ວັນ​ຊະບາ​ໂຕ​ໃຫ້​ສັກສິດ ​​​ແລະ ​ກ່ຽວ​ກັບ​ການ​ຮັບ​ພິທີ​ສິນ​ລະ​ລຶກ​ທຸກ​ວັນ​ອາທິດ ເພື່ອ​ໃຫ້​ກຽດ​ແກ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ວັນ​ຊະບາ​ໂຕ ​​ແລະ ພິທີ​ສິນ​ລະ​ລຶກ​ກາຍເປັນ​ສິ່ງ​ທີ່​ເຮົາ​ມັກ​ຫລາຍ​ຂຶ້ນ ເມື່ອ​ເຮົາ​ສຶກສາ​ເລື່ອງ​ລາວ​ຂອງ​ພຣະ​ຄຣິດ. ໃນ​ການ​ເຮັດ​ເຊັ່ນ​ນັ້ນ ເຮົາ​ໄດ້​ສ້າງ​ຮີດຄອງ​ທີ່​ຈະ​ເສີມ​ສ້າງ​ສັດທາ​ ແລະ ​ປະຈັກ​ພະຍານ​ ແລະ ​ປົກ​ປ້ອງ​ຄອບຄົວ​ຂອງ​ພວກ​ເຮົາ.

ສອງ​ສາມ​ອາທິດ​ຜ່ານ​ມານີ້ ເມື່ອ​ຂ້າພະເຈົ້າ​ກຳລັງ​ຮຽນ​ຂ່າວສານ​ຂອງ​ປະທານ ຣະໂຊ ເອັມ ແນວສັນ ຈາກ​ກອງ​ປະຊຸມ​​ໃຫຍ່​ສາມາດເທື່ອ​ແລ້ວນີ້ ​ແລະ ​ເມື່ອ​ໄຕ່ຕອງ​ເຖິງ​ວັນ​ຊະບາ​ໂຕ​ຢູ່​ນັ້ນ ຂ້າພະເຈົ້າ​ຮູ້ສຶກ​ຂອບຄຸນ​ຢ່າງ​ເລິກ​ຊຶ້ງ​ສຳລັບ​ພອນ​ ແລະ ​ສິດ​ທິພິເສດ ທີ່​ມີ​ໂອກາດ​ໄດ້​ຮັບ​ພິທີ​ສິນ​ລະ​ລຶກ. ສຳລັບ​ຂ້າພະເຈົ້າ​ແລ້ວ ມັນ​ແມ່ນ​ພິທີ​ທີ່​ຈິງ​ຈັງ, ສັກສິດ,​ ແລະ ​ຊ່ວງ​ເວລາ​ແຫ່ງ​ຈິດ​ວິນ​ຍານ. ຂ້າພະເຈົ້າ​ມັກ​ການ​ປະຊຸມ​ສິນ​ລະ​ລຶກ​ຫລາຍ.

ເມື່ອ​ເວລາ​ໄຕ່ຕອງ ຂ້າພະເຈົ້າ​ສຶກສາ​ຄຳ​ສວດ​ໃຫ້​ພອນ​ເຂົ້າຈີ່​ ແລະ ​ນ້ຳ​ຢ່າງ​ຄັກ​ແນ່. ຂ້າພະເຈົ້າ​ອ່ານ​ ແລະ ​ໄຕ່ຕອງ​ຖີ່​ຖ້ວນ​ກ່ຽວ​ກັບ​ຄຳ​ອະທິຖານ​ ແລະ ​ພິທີ​ສິນ​ລະ​ລຶກ. ຂ້າພະເຈົ້າ​ເລີ່ມ​ທົບ​ທວນ​ເຫດການ​ໃນ​ໃຈ​ ແລະ ​ໄດ້​ເສື່ອມ​ໂຍງ​ເຫດການ​ໃສ່​ພິທີ​ນັ້ນ.

ໃນ​ຊ່ວງ​ເວລາ​ໄຕ່ຕອງ​ນັ້ນ ຂ້າພະເຈົ້າ​ໄດ້​ທົບ​ທວນ​ກ່ຽວ​ກັບ​ວັນ​ນັ້ນ ຊຶ່ງ​ເປັນ​ມື້​ທຳອິດ​ຂອງ​ການ​ກິນ​ເຂົ້າຈີ່​ທີ່​ບໍ່​ໃສ່​ຜົງ​ຟູ ເມື່ອ​ພຣະ​ອົງ​ຕອບ​ຄຳ​ຖາມ​ຂອງ​ສາວົກ​ຂອງ​ພຣະ​ອົງ​ວ່າ ຈະ​ໄປ​ຈັດແຈ່ງ​ອາຫານ​ປັດ​ສະ​ຄາ​ຢູ່​ໃສ ພຣະ​ອົງ​ຕອບ​ພວກ​ເພິ່ນ​ວ່າ “ຈົ່ງ​ເຂົ້າ​ໄປ​ຫາ​ຄົນ​ໜຶ່ງ​ໃນ​ເມືອງ ​​ແລະ ​ບອກ​ລາວ​ວ່າ ອາຈານ​ບອກ​ວ່າ, ເວລາ​ຂອງ​ເຮົາ​ໃກ້​ເຂົ້າ​ມາ​ແລ້ວ; ພວກ​ສາວົກ​ຂອງ​ເຮົາ​ກັບ​ເຮົາ​ຈະ​ສະຫລອງ​ປັດ​ສະ​ຄາ​ທີ່​ບ້ານ​ຂອງ​ເຈົ້າ.”7

ຂ້າພະເຈົ້າ​ວາດ​ພາບ​ໃນ​ໃຈ ກ່ຽວ​ກັບ​ສາວົກ​ໄປ​ຊື້​ອາຫານ​ ​ແລະ ​ຈັດ​ໂຕະ​ຢ່າງ​ຄັກແນ່​ໃນ​ການ​ກິນ​ອາຫານ​ຮ່ວມ​ກັບ​ພຣະ​ອົງ ໃນ​ວັນ​ພິເສດ​ນັ້ນ: ໂຕະ​ນັ້ນ​ແມ່ນ​ຈັດ​ສຳລັບ 13 ຄົນ, ພຣະ​ອົງ​ ແລະ ​ສາວົກ 12 ຄົນ ທີ່​ພຣະ​ອົງ​ຊົງ​ຮັກ.

ຂ້າພະເຈົ້າ​ໄຫ້ ເມື່ອ​ນຶກ​​ພາບ​ພຣະ​ຄຣິດ​ ແລະ ​ສາວົກ​ຮ່ວມ​ພາເຂົ້າ​ນຳ​ກັນ ເມື່ອ​ພຣະ​ອົງ​ປະກາດ​ວ່າ, “ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງ​ວ່າ ຜູ້​ໜຶ່ງ​ໃນ​ພວກ​ທ່ານ​ຈະ​ທໍລະ​ຍົດ​ເຮົາ.”8

ຂ້າພະເຈົ້າ​ຄິດ​ເຖິງ​ສາວົກ​ທີ່​ໂສກເສົ້າ​ຄົນ​ໜຶ່ງ ທີ່​ຖາມ​ວ່າ, “ນາຍ​ເຈົ້າ​ຂ້າ ທ່ານ​ຄົງ​ບໍ່​ໝາຍ​ຄວາມ​ວ່າ​ຜູ້​ຂ້າ! ແມ່ນ​ບໍ່?”9

​ແລະ ​ເມື່ອ​ຢູ​ດາ​ຖາມ​ຄຳ​ຖາມ​ດຽວ​ກັນ ພຣະ​ອົງ​ຕອບ​ຢ່າງ​ໃຈເຢັນ​ວ່າ, “ເຈົ້າ​ເວົ້າ​ເອງ.”10

ຂ້າພະເຈົ້າ​ນຶກ​ພາບ ເຖິງ​ມື​ທີ່​ປິ່ນປົວ ປອບ​ໂຍນ ສັ່ງສອນ ​​ແລະ ໃຫ້​ພອນ, ຫັກ​ເຂົ້າ​ຈີ່, ເໝືອນ​ດັ່ງ​ພຣະ​ເຢ​ຊູ​ກ່າວ​ວ່າ, “ຈົ່ງ​ກິນ​ເຖີດ ນີ້​ແຫລະ​ແມ່ນ​ກາຍ​ຂອງ​ເຮົາ.”11

ແລ້ວ​ພຣະ​ອົງ​ກໍ​ຈັບ​ເອົາ​ຈອກ​ຂຶ້ນ​ມາ ຂອບຄຸນ​ພຣະ​ເຈົ້າ​ ແລະ ​ຍື່ນ​ໃຫ້​ພວກ​ເຂົາ, ພຣະ​ອົງ​ກ່າວ​ວ່າ “ພວກ​ທ່ານ​ທຸກ​ຄົນ​ຈົ່ງ​ດື່ມ​ເຖີດ ນີ້​ແຫລະ​ແມ່ນ​ເລືອດ​ຂອງ​ເຮົາ ຊຶ່ງ​ຫລັ່ງ​ອອກ​ສຳລັບ​ຄົນ​ຢ່າງ​ຫລວງຫລາຍ ເພື່ອ​ການ​ເຮັດ​ບາບ​ຈະ​ໄດ້​ຮັບ​ການ​ອະ​ໄພ.”12

ໃນ​ການ​ນຶກ​ພາບ​ໃນ​ໃຈ ຂ້າພະເຈົ້າ​ໄດ້​ເບິ່ງ​ສາວົກ​ເທື່ອ​ລະ​ຄົນ ​​ແລະ ສາຍຕາ​ຂອງ​ພວກ​ເພິ່ນ​ບົ່ງ​ບອກ​ວ່າ ພວກ​ເພິ່ນ​ເປັນ​ຫ່ວງ​ພຣະ​ອາຈານ​ທີ່​ພວກ​ເພິ່ນ​ຮັກ. ມັນ​ຄື​ກັນ​ກັບ​ວ່າ ຂ້າພະເຈົ້າ​ໄດ້​ນັ່ງ​ຢູ່​ບ່ອນ​ນັ້ນ​ກັບ​ພວກ​ເພິ່ນ ​​ແລະ ​ໄດ້​ແນມ​ເຫັນ​ທຸກ​ຢ່າງ. ຂ້າພະເຈົ້າ​ຮູ້ສຶກ​ເຈັບ​ໃຈ​ແຮງ ໂສກເສົ້າ​ແຮງ ຍ້ອນ​ສິ່ງ​ທີ່​ພຣະ​ອົງ​ຈະ​ຜ່ານ​ຜ່າ​ເພື່ອ​ຂ້າ​ພະ​ເຈົ້າ.

ຂ້າພະເຈົ້າ​ມີ​ຄວາມ​ກະຕືລືລົ້ນ​ທີ່​ຢາກ​ເປັນ​ຄົນ​ດີ​ກວ່າ​ເກົ່າ. ໃນ​ການ​ກັບ​ໃຈ​ ແລະ ​ຄວາມ​ໂສກເສົ້າ ຂ້າພະເຈົ້າ​ປາດຖະໜາ​ຢ່າງ​ແຮງ​ກ້າ​ວ່າ ຕົນ​ເອງ​ຈະ​ສາມາດ​ເຮັດ​ໃຫ້​ຢົດ​ເລືອດ​ແຫ້ງ​ ແລະ ​ຫລີກເວັ້ນ​ການ​ເສຍ​ເລືອດ​ສອງ​ສາມ​ຢົດ​ໃນ​ສວນ​ເຄັດ​ເຊ​ມາ​ເນ​ນັ້ນ.

ແລ້ວ​ຂ້າພະເຈົ້າ​​ໄດ້ໄຕ່ຕອງ​ກ່ຽວ​ກັບ​ສິນ​ລະ​ລຶກ​ທີ່​ເຮົາ​ຮັບ​ສ່ວນ​ທຸກໆ​ອາທິດ​ເພື່ອ​ລະ​ນຶກ​ເຖິງ​ພຣະ​ອົງ. ເມື່ອ​ເຮັດ​ເຊັ່ນ​ນັ້ນ​ຂ້າພະເຈົ້າ​ໄດ້​ໄຕ່ຕອງ​ທຸກ​ຖ້ອຍ​ຄຳ​ຂອງ​ການ​ອວຍພອນ​ເຂົ້າຈີ່​ ແລະ ​ນ້ຳ. ຂ້າພະເຈົ້າ​ຄິດ​ເຖິງ ​ຄຳ​ເວົ້າ​ທີ່​ວ່າ “​​ແລະ ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ” ນັ້ນ​ແມ່ນ​ຄຳ​ອວຍພອນ​ເຂົ້າຈີ່ ​​ແລະ ຄຳ​ອວຍພອນ​ນ້ຳ​ມີ​ຄວາມ​ວ່າ ວ່າ​ເຂົາ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ.13

ຂ້າພະເຈົ້າ​ໄຕ່ຕອງ​ຄວາມ​ໝາຍ​ຂອງ​ຄຳ​ວ່າ “ລະ​ນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວ​ລາ.”

ຕໍ່​ຂ້າພະເຈົ້າ ມັນ​ໝາຍ​ຄວາມ​ວ່າ:

  • ເພື່ອ​ລະ​ນຶກເຖິງ​ຊີວິດ​ກ່ອນ​ເກີດ​ຂອງ​ພຣະ​ອົງ, ເມື່ອ​ໂລກ​ທີ່​ສວຍ​ງາມ​ນີ້​ໄດ້​ຖືກ​ສ້າງ​ໂດຍ​ພຣະ​ອົງ.14

  • ເພື່ອ​ລະ​ນຶກເຖິງ​ການ​ປະສູດ​ອັນ​ຖ່ອມ​ຕົນ​ຂອງ​ພຣະ​ອົງ​ໃນ​ຄອກ​ສັດ, ທີ່​ເມືອງ​ເບັດ​ເລ​ເຮັມ ແຂວງ​ຢູ​ເດຍ.15

  • ເພື່ອ​ລະ​ນຶກ​ເຖິງ​ຕອນ​ທີ່​ພຣະ​ອົງ​ມີ​ອາຍຸ 12 ປີ ພຣະ​ອົງ​ໄດ້​ສອນ​ພວກ​ອາຈານ​ໃນ​ພຣະ​ວິຫານ.16

  • ເພື່ອ​ລະ​ນຶກ​ເຖິງ​ພຣະ​ອົງ ເມື່ອ​ພຣະ​ອົງ​ໄປ​ໃນ​ເຂດ​ທະເລຊາຍ​ຄົນ​ດຽວ ເພື່ອ​ຕຽມ​ພາລະກິດ​ມະຕະ​ຂອງ​ພຣະ​ອົງ.17

  • ​ເພື່ອ​ລະ​ນຶກ​ເຖິງ​ຕອນ​ທີ່​​ພຣະ​ອົງ​ປ່ຽນສະພາບ​ຕໍ່ໜ້າ​ສາ​ນຸ​ສິດ​ຂອງ​ພຣະ​ອົງ.18

  • ເພື່ອ​ລະ​ນຶກ​ເຖິງ​ຕອນ​ທີ່ພຣະ​ອົງ​ລິ​ເລີ່ມ​ສິນ​ລະ​ລຶກ​ຢູ່​ບ່ອນ​ກິນ​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ​ກັບ​ສາ​ວົກ.19

  • ​ເພື່ອ​ລະ​ນຶກ​ເຖິງ​ຕອນ​ທີ່​ພຣະ​ອົງ​ໄປ​ສວນ​ເຄັດ​ເຊ​ມາ​ເນ ​​ແລະ ​ທົນ​ທຸກທໍລະມານ​ສາຫັດ​ເພື່ອ​ຄວາມ​ຜິດບາບ, ຄວາມເຈັບ​ປວດ, ຄວາມ​ຜິດ​ຫວັງ, ຄວາມເຈັບ​ປ່ວຍ​ຂອງ​ພວກ​ເຮົາ ຈົນ​ມີ​ເລືອດ​ອອກ​ຈາກ​ທຸກ​ຂຸມ​ຂົນ​ຂອງ​ພຣະ​ອົງ.20

  • ເພື່ອ​ລະ​ນຶກ​ເຖິງຕອນ​ທີ່​ພຣະ​ອົງ​ທົນ​ທຸກ​ທໍລະມານ​​ຢ່າງ​ແສນສາຫັດ ​​ແລະ ​ເຈັບ​ປວດ ແລະ ​ຍັງ​ຖືກ​ສາວົກ​ຄົນ​ໜຶ່ງ​ທີ່​ພຣະ​ອົງ​ເອີ້ນ​ວ່າ ເພື່ອນ ທໍລະ​ຍົດ​ພຣະ​ອົງ ໂດຍ​ການ​ຈູບ​ພຣະ​ອົງ.21

  • ເພື່ອ​ລະ​ນຶກ​ເຖິງ​ຕອນ​ທີ່​ພຣະ​ອົງ​ຖືກ​ຄຸມ​ຕົວ​ໄປ​ຫາ​ປີ​ລາດ ​​ ແລະ ເຮ​ໂຣດ ເພື່ອ​ການ​ພິຈາລະນາ​ຄະ​ດີ.22

  • ​ເພື່ອ​ລະ​ນຶກ​ເຖິງ​ຕອນ​ທີ່​ພຣະ​ອົງ​ຖືກ​ເຍາະເຍີ້ຍ, ​ຖືກ​ທຸບ​ຕີ, ຖືກ​ຖົ່ມນ້ຳລາຍ​ໃສ່, ຖືກຟາດ,​​ ແລະ ຖືກ​ຂ້ຽນ​ຕີ​ດ້ວຍ​ແສ້ ຈົນ​ເປັນ​ແຜ.23

  • ​​ເພື່ອ​ລະ​ນຶກ​ເຖິງ​ຕອນ​ທີ່​ມົງກຸດ​ໜາມ​ຖືກ​ສວມ​ໃສ່ເທິງ​ພຣະຫັດ​ຂອງພຣະ​ອົງ​ຢ່າງ​ທາ​ລຸນ.24

  • ເພື່ອ​ລະ​ນຶກ​ເຖິງ​ຕອນ​ທີ່ພຣະ​ອົງ​ຕ້ອງ​ແບກ​ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ​ເອງ​ໄປ​ພູ​ກະໂຫລກຫົວ ແລ້ວ​ຖືກ​ຕອກ​ຕະປູ ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ​ບ່ອນ​ນັ້ນ ແສນ​ທໍລະມານ​ທັງ​ຮ່າງກາຍ​ ແລະ ​ວິນ​ຍານ.25

  • ເພື່ອ​ລະ​ນຶກ​ເຖິງ​ຕອນ​ທີ່​ຢູ່​ເທິງ​ໄມ້​ກາງ​ແຂນ​ນັ້ນ ພຣະ​ອົງ​ຍັງ​ມີ​ຄວາມ​ໃຈ​ບຸນ ພຣະ​ອົງ​ໄດ້​ຫລຽວ​ເບິ່ງ​ຄົນ​ທີ່​ຄຶງ​ພຣະ​ອົງ ​​ແລະ ໄດ້​ຫລຽວ​ຂຶ້ນ​ສະຫວັນ ວິ້ງ​ວອນ​ຕໍ່ພຣະ​ບິດາ​ວ່າ “ພຣະ​ບິດາ​ເອີຍ ໂຜດ​ຍົກໂທດ​ໃຫ້​ພວກ​ເຂົາ​ດ້ວຍ​ເຖີດ ເພາະ​ພວກ​ເຂົາ​ບໍ່​ຮູ້​ຫຍັງ.”26

  • ເພື່ອ​ລະ​ນຶກເຖິງ​ຕອນ​ທີ່​ພຣະ​ອົງ​ຮູ້​ວ່າ ພຣະ​ອົງ​ໄດ້​ເຮັດ​ພາລະກິດ​ສຳເລັດ​ ໂດຍ​ການ​ຊ່ອຍ​ມະນຸດ​ໃຫ້​ລອດ​ພົ້ນ​ແລ້ວ ພຣະ​ອົງ​ກໍ​ສິ້ນ​ລົມ​ຫັນ​ໃຈ ກັບ​ໄປ​ຫາ​ພຣະ​ບິດາ ຜູ້​ເປັນ​ພຣະ​ບິດາ​ຂອງ​ເຮົາ.27

  • ເພື່ອ​ລະ​ນຶກເຖິງ​ການ​ຟື້ນ​ຄືນ​ພ​ຣະ​ຊົນຂອງ​ພຣະ​ອົງ ເພື່ອ​ເປັນ​ການ​ຮັບປະກັນ​ວ່າ​ເຮົາ​ຈະ​ຟື້ນ​ຄືນ​ຊີວິດ​ ແລະ ​ມີ​ໂອກາດ​ໄດ້​ໄປ​ຢູ່​ກັບ​ພຣະ​ອົງ​ໃນ​ນິລັນດອນ ນັ້ນ​ແມ່ນ​ຂຶ້ນ​ຢູ່​ກັບ​ການ​ເລືອກ​ຂອງ​ເຮົາ.28

ນອກຈາກ​ນີ້ ການ​ໄຕ່ຕອງ​ກ່ຽວ​ກັບ​ຄຳ​ສວດ​ພິທີ​ສິນ​ລະ​ລຶກ ​​ແລະ ​ຄວາມ​ໝາຍ​ພິເສດ​ຂອງ​ຄຳ​ສວດ ຊ່າງ​ເປັນ​ສິ່ງ​ທີ່​ເລີດ​ລ້ຳ ​ທີ່​ເຮົາ​ໄດ້​ຮັບ​ສັນຍາ​ຕາມ​ຄຳ​ອວຍພອນ​ຂອງ​ສິນ​ລະ​ລຶກ ວ່າ​ເຮົາ​ຈະ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ ​​ແລະ ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ສະຖິດຢູ່​ກັບ​ເຮົາ​ຕະຫລອດ​ເວ​ລາ.29

ຂ້າພະເຈົ້າ​ເຊື່ອ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ມີ​ເວລາ​ຂອງ​ພຣະ​ອົງ​ເອງ ​ວ່າ​ພຣະ​ອົງ​ຈະ​ໃຫ້ການ​ເປີດເຜີຍ​ແກ່​ເຮົາ​ຍາມ​ໃດ. ຂ້າພະເຈົ້າ​ເຂົ້າໃຈ​ແຈ່ມ​ແຈ້ງ​ເມື່ອ​ສຶກສາ ພຣະ​ທຳ​ປັນຍາ​ຈານ ບົດ​ທີ 3 ຂໍ້​ທີ 1 ​ແລະ ທີ 6, ຊຶ່ງ​ມີ​ຂໍ້ຄວາມ​ວ່າ:

“ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ໂລກ​ນີ້ ເປັນ​ໄປ​ຕາມ​ເວລາ​ທີ່​ພຣະ​ເຈົ້າ​ກຳນົດ​ໄວ້: …

“ເວລາ​ສຳລັບ​ການ​ເອົາ​ມາ ​​ແລະ ​ເວລາ​ສຳລັບ​ເສຍ ເວລາ​ສຳລັບ​ການ​ເກັບ​ໄວ້ ​​ແລະ ເວລາ​ສຳລັບ​ການ​ຖິ້ມ.”

ສິນ​ລະ​ລຶກ​ຍັງ​ເປັນ​ເວລາ​ສຳລັບ​ພຣະ​ບິດາ​ເທິງ​ສະຫວັນ ທີ່​ຈະ​ສອນ​ເຮົາ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງພຣະ​ບຸດ​ທີ່​ຮັກຂອງ​ພຣະອົງ—ພຣະ​ຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ​ອີກ​ດ້ວຍ—ແລະ ​ມັນແມ່ນ​ສຳລັບ​ເວລາ​ທີ່​ເຮົາ​ຈະ​ໄດ້​ຮັບ​ການ​ເປີດເຜີຍ​ກ່ຽວ​ກັບ​ສິ່ງ​ນັ້ນ​ອີກ. ມັນ​ແມ່ນ​ເວລາ​ທີ່​ຈະ​ເຄາະ ​ແລະ ​ຈະ​ມີ​ຄົນມາ​ເປີດ​ໃຫ້​ທ່ານ,”30 ເພື່ອ​ການ​ຂໍ​ ແລະ ​ການ​ຮັບ​ຄວາມ​ຮູ້ນີ້. ​ມັນ​​ແມ່ນ​ເວລາ​ທີ່​​ເຮົາ​ຈະ​ທູນ​ຂໍພຣະ​ເຈົ້າດ້ວຍ​ຄວາມ​ຄາລະວະ ສຳລັບ​ຄວາມ​ຮູ້​ນີ້. ຖ້າ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ຂ້າພະເຈົ້າ​​ເຊື່ອ​ວ່າ ​ເຮົາຈະ​ໄດ້​ຮັບ​ຄວາມ​ຮູ້​ນັ້ນ​ແນ່ນອນ ຊຶ່ງ​ຈະ​ເປັນ​ພອນ​ຕໍ່​ຊີວິດ​ຂອງ​ເຮົາ​ຢ່າງ​ລົ້ນ​ເຫລືອ.

ຂ້າພະເຈົ້າ​ມັກ​ວັນ​ຊະບາ​ໂຕ ພິທີ​ສິນ​ລະ​ລຶກ ​​ແລະ ​ຮູ້​ວ່າ​ມັນ​ມີ​ຄວາມ​ໝາຍ​ແນວ​ໃດ. ຂ້າພະເຈົ້າ​ຮັກ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ສຸດ​ຈິດ​ໃຈ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາເມນ.