​2010–2019
ພຣະວິນ​ຍານ​ບໍລິສຸດຈະ​ເປັນ​ເພື່ອນ​ຂອງ​ທ່ານ​ສະ​ເໝີ
ຕຸລາ 2015


ພຣະວິນ​ຍານ​ບໍລິສຸດຈະ​ເປັນ​ເພື່ອນ​ຂອງ​ທ່ານ​ສະ​ເໝີ

ເຮົາ​ສາມາດ, ຖ້າ​ຫາກ​ເຮົາ​ດຳລົງ​ຊີວິດ​ໃຫ້​ມີ​ຄ່າ​ຄວນ​ສຳລັບ​ມັນ, ມີ​​ພອນ​ແຫ່ງພຣະວິນ​ຍານ​ສະຖິດ​ຢູ່​ກັບ​ເຮົາ, ບໍ່​ພຽງ​ແຕ່​ໃນ​ບາງ​ເວລາ​ເທົ່າ​ນັ້ນ, ​ແຕ່​ຕະຫລອດ​ເວລາ.

​ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ ​ໃນ​ວັນ​ຊະບາ​ໂຕ​ນີ້ ​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນຂອງ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ. ຂ້າພະ​ເຈົ້າກໍ​ຮູ້ສຶກ, ​ເຊັ່ນ​ດຽວ​ກັບ​ທ່ານ, ​ເຖິງ​ພຣະວິນ​ຍານ​ ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ຂອງ​ຖ້ອຍ​ຄຳ ແລະ ສຽງ​ເພງ ​ທີ່​ເຮົາ​ໄດ້​ຍິນ​ຜ່ານ​ມານັ້ນ.

ຈຸດປະສົງ​ຂອງ​ຂ້າພະ​ເຈົ້າ​ໃນ​ມື້​ນີ້ ​ແມ່ນ​ທີ່​ຈະ​ເພີ່ມ​ຄວາມ​ປາດ​ຖະໜາ ​ແລະ ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ ​ໃຫ້ທວງ​ເອົາ​ຂອງ​ປະທານ​ທີ່​ໄດ້​ສັນຍາ​ໄວ້ ວ່າ​ເຮົາ​ຈະ​ໄດ້​ຮັບ ຫລັງ​ຈາກ​ເຮົາ​ຮັບ​ບັບຕິ​ສະມາ. ​ໃນ​ລະຫວ່າງ​ເຮົາ​ໄດ້​ຮັບ​ການ​ຢືນຢັນ ​ເຮົາ​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້: “ຈົ່ງ​ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ.”1 ຈາກ​ເວລາ​ນັ້ນມາ, ຊີວິດ​ຂອງ​ເຮົາ​ໄດ້​ປ່ຽນ​ໄປ​ຕະຫລອດ​ການ.

​ເຮົາ​ສາມາດ, ຖ້າ​ຫາກ​ເຮົາ​ດຳລົງ​ຊີວິດ​ໃຫ້​ມີ​ຄ່າ​ຄວນ​ສຳລັບ​ມັນ, ​ມີ​​ພອນ​ແຫ່ງພຣະວິນ​ຍານ​ສະຖິດ​ຢູ່​ກັບ​ເຮົາ, ບໍ່​ພຽງ​ແຕ່​ໃນ​ບາງ​ເວລາ​ເທົ່າ​ນັ້ນ, ​​ເໝືອນ​ດັ່ງ​ໃນ​ປະ​ສົບ​ການ​ອັນ​ລ້ຳ​ເລີດ​ ຄື​ເຮົາ​ມີ​ໃນ​ມື້ນີ້, ແຕ່​ຕະຫລອດ​ເວລາ. ທ່ານ​ຮູ້​ຈາກ​ຖ້ອຍ​ຄຳ​ຂອງ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກວ່າ ​ຄຳ​ສັນຍານັ້ນ ​ເປັນ​​ຈິງ​ແລ້ວ​ໃດ ທີ່​ວ່າ, “ໂອ້ ພຣະຜູ້​ເປັນເຈົ້າ, ພຣະ​ບິດາ​ຜູ້​ສະຖິດ​ນິລັນ​ດອນ, ພວກ​ຂ້າພຣະ​ອົງ​ທູນ​ຂໍພຣະ​ອົງ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ; ໂປດ​ປະທານ​ພອນ ແລະ ເຮັດ​ໃຫ້​ເຂົ້າຈີ່​ນີ້​ສັກສິດ​ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ທັງຫລາຍ​ຜູ້​ທີ່​ຮັບ​ສ່ວນ ເພື່ອ​ເຂົາ​ຈະ​ໄດ້​ຮັບ​ປະທານ​ດ້ວຍ​ຄວາມ​ລະນຶກ​ເຖິງ​ກາຍ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ແລະ ເປັນ​ສັກຂີ​ພະຍານ​ຕໍ່​ພຣະ​ອົງ, ໂອ້ ພຣະຜູ້​ເປັນເຈົ້າ, ພຣະ​ບິດາ​ຜູ້​ສະຖິດ​ນິລັນດອນ, ວ່າ​ເຂົາ​ເຕັມ​ໃຈ​ຮັບ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ແລະ ລະນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ ຊຶ່ງ​ປະທານ​ໃຫ້​ເຂົາ.”

​ແລະ ຕໍ່​ໄປ​ນີ້​ແມ່ນ​ຄຳ​ສັນຍາທີ່​ຮຸ່ງ​ໂລດ​ວ່າ: “ເພື່ອ​ເຂົາ​ຈະ​ມີ​ພຣະວິນ​ຍານ​ຂອງ​ພຣະອົງ​ຢູ່​ດ້ວຍ​ ຕະຫລອດ​ເວລາ ” (ເບິ່ງ D&C 20:77; ​ເນັ້ນຄຳ​ເນີ້ງ).

​ການ​ມີ​ພຣະວິນ​ຍານ​ຢູ່​ກັບ​ເຮົາ​ຕະຫລອດ​ເວລາ​ ຄື​ການ​ໄດ້​ຮັບ​ການ​ຊີ້​ນຳ ​ແລະ ການນຳພາ ຈາກ​ພຣະວິນ​ຍານ​ບໍລິສຸດ ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ. ​ຍົກ​ຕົວຢ່າງ, ​ເຮົາ​ສາມາດ​ໄດ້​ຮັບ​ການ​ເຕືອນ​ຈາກ​ພຣະວິນ​ຍານ ​ໃຫ້​ຫລີກ​​ເວັ້ນຈາກ​ການ​ລໍ້​ລວງ ​ທີ່​ຈະ​ໃຫ້​ເຮົາເຮັດສິ່ງ​ຊົ່ວ​ຮ້າຍ.

​ເພາະ​ເຫດຜົນ​ນັ້ນ, ມັນ​ຈຶ່ງ​ງ່າຍ​ທີ່​ຈະ​ເຫັນ​ວ່າ ດ້ວຍ​ເຫດ​ໃດ​ຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ ຈຶ່ງ​ໄດ້​ພະຍາຍາມ​ເພີ່ມຄວາມ​ປາດ​ຖະໜາ​ຂອງ​ເຮົາ ທີ່​ຈະ​ນະມັດສະການ​ພຣະ​ເຈົ້າ ຢູ່​ໃນ​ກອງ​ປະຊຸມ​ສິນ​ລະ​ລຶກຂອງ​ເຮົາ. ຖ້າ​ຫາກ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກດ້ວຍ​ສັດທາ, ​ແລ້ວ​ພຣະວິນ​ຍານ​ບໍລິສຸດ​ຈະ​ສາມາດ​ປົກ​ປ້ອງ​ເຮົາ ​ພ້ອມ​ດ້ວຍຄົນ​ທີ່​ເຮົາ​ຮັກ ຈາກ​ການ​ລໍ້​ລວງ ຊຶ່ງ​ຮ້າຍ​ແຮງ ​ແລະ ​ມີຫລາຍ​ຂຶ້ນ​​ເລື້ອຍໆ.

ການ​ເປັນ​ເພື່ອນຂອງ​ພຣະວິນ​ຍານ​ບໍລິສຸດ ​ເຮັດ​ໃຫ້​ສິ່ງ​ທີ່​ດີ​ປະກົດວ່າ ​ໜ້າ​ເພິ່ງ​ພໍ​ໃຈ ​ແລະ ການ​ລໍ້​ລວງ​ບໍ່​ເປັນທີ່​ໜ້າ​ສົນ​ໃຈ. ສິ່ງ​ນີ້​ຄວນ​ເປັນ​ເຫດຜົນ​ພຽງພໍ​ທີ່​ເຮັດ​ໃຫ້​ເຮົາ ​ຕັ້ງ​ໃຈ​​ເຮັດ​ໃຫ້​ຕົນ​​ເໝາ​ະສົມ​ ທີ່​ຈະ​ໄດ້​ມີພຣະວິນ​ຍານ ​ເປັນ​ເພື່ອນ​ຕະຫລອດ​ເວລາ.

ດັ່ງ​ທີ່​ພຣະວິນ​ຍານ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ​ເພື່ອ​ຕ້ານທານ​ກັບ​ຄວາມ​ຊົ່ວ​ຮ້າຍ, ພຣະອົງ​ກໍ​ຍັງ​ປະທານ​ອຳນາດ​ໃຫ້​ເຮົາ ​ເພື່ອ​ຈະ​ໄດ້​ຮູ້ຈັກ​ລະຫວ່າງ​ຄວາມ​ຈິງ ​ແລະ ຄວາມ​ບໍ່​ຈິງ ນຳ​ອີກ. ຄວາມ​ຈິງ​ທີ່​ສຳຄັນ​ກວ່າ​ໝູ່​ໝົດ ​ແມ່ນ​ໄດ້​ຮັບ​ການ​ຢືນຢັນ​ໂດຍ​ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ. ​ການ​ຄຳ​ນຶງຂອງ​ມະນຸດ ​ແລະ ການ​ໃຊ້​ຄວາມ​ຮູ້ສຶກ​ທາງ​ຮ່າງກາຍ ຈະ​ບໍ່​ພຽງພໍ. ​ເຮົາ​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ ຕອນ​ທີ່​ຄົນ​ສະຫລາດ​ທີ່​ສຸດ ຈະ​ມີ​ບັນຫາ​ໃນ​ການ​ໃຈ້​ແຍກ​ຄວາມ​ຈິງ​ຈາກ​ການ​ຫລອກ​ລວງ​ທີ່​ສະຫລາດ​ແກມ​ໂກງ.

ພຣະຜູ້​ເປັນ​ເຈົ້າ​ໄດ້​ສອນ​ອັກຄະ​ສາວົກ​ຂອງ​ພຣະອົງ​ຊື່ ​ໂທ​ມາ, ຜູ້​ຢາກ​ເຫັນ​ຫລັກ​ຖານ​ຂອງ​ການ​ຟື້ນ​ຄືນ​ພຣະຊົນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໂດຍ​ການ​ແຕະຕ້ອງ​ຮອຍ​ບາດ​ແຜ​ຂອງ​ພຣະອົງ, ວ່າການ​ເປີດ​ເຜີຍ​ ​ເປັນ​ຫລັກ​ຖານ​ທີ່​ດີກ​ວ່າ ທີ່​ວ່າ​: “ພຣະ​ເຢຊູ​ໄດ້​ກ່າວ​ຕໍ່​ລາວ​ວ່າ, ​ໂທ​ມາ​ເອີຍ, ​ເພາະ​ເຈົ້າ​ໄດ້​ເຫັນ​ເຮົາ, ​ເຈົ້າຈຶ່ງ​ເຊື່ອ​ບໍ? ຜູ້ທີ່​ບໍ່​ເຫັນ​ເຮົາ ​ແຕ່​ໄດ້​ເຊື່ອ​ ກໍ​ເປັນ​ສຸກ” (ໂຢ​ຮັນ 20:29).

ຄວາມ​ຈິງ​ທີ່​​ສະ​ແດງ​ເສັ້ນທາງ​ກັບ​ບ້ານ ​ໄປ​ຫາ​ພຣະ​ເຈົ້າ ​​ແມ່ນ​ຖືກ​ພິສູດ​ໂດຍ​ພຣະວິນ​ຍານ​ບໍລິສຸດ. ​ເຮົາບໍ່​ສາມາດ​ໄປ​ຫາ​ປ່າ​ສັກສິດ ​ແລະ ​ເຫັນ​ພຣະບິດາ ​ແລະ ພຣະບຸດ ກ່າວ​ກັບ​ຊາຍ​ໜຸ່ມ​ໂຈ​ເຊັບ ສະ​ມິດ. ບໍ່​ມີ​ຫລັກ​ຖານ​ໃດ ຫລື ການ​ໂຕ້​ຕອບ​ໃດ ທີ່​ສາມາດ​ຢືນຢັນ​ວ່າ ​ເອລີ​ຢາ​ໄດ້​ມາ ດັ່ງ​ທີ່​ໄດ້​ສັນຍາ​ໄວ້ ​ແລະ ມອບ​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ໃຫ້ ຊຶ່ງ​ສາດ​ສະ​ດາ​ທີ່​ມີ​ຊີວິດ​, ປະ​ທານ​ທອມມັສ ແອັສ ມອນສັນ, ໃຊ້​ມັນ​ຢູ່​ໃນ​ເວລາ​ນີ້.

ການ​ຢືນຢັນ​ເຖິງ​ຄວາມ​ຈິງ ມາ​​ເຖິງ​ບຸດ ຫລື ທິດາ​ຂອງ​ພຣະ​ເຈົ້າ ຜູ້​ໄດ້​ທວງ​ເອົາ​ສິດທິ ທີ່​ຈະ​ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ. ເພາະຄວາມ​ບໍ່ຈິງ ​ແລະ ຄວາມ​ຕົວະ ອາດ​ມາ​ເຖິງ​ເຮົາ​ໄດ້​ທຸກ​ຍາມ, ​ສະນັ້ນເຮົາ​ຈຶ່ງຕ້ອງ​ມີ​ອິດ​ທິພົນ​ທີ່ສະ​ມ່ຳ​ສະ​ເໝີຂອງ​ພຣະວິນ​ຍານ​ແຫ່ງ​ຄວາມ​ຈິງ​ຢູ່​ກັບ​ເຮົາ ​ເພື່ອ​ວ່າ​ເຮົາ​ຈະ​ບໍ່​ເກີດ​ຄວາມ​ສົງ​ໄສ.

​ເມື່ອ​ເພິ່ນ​ເປັນສະມາຊິກ​ຄົນ​ໜຶ່ງ​ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ, ​ຈອດ ຄິວ ແຄນ​ນັນ ​ໄດ້​ຂໍ​ຮ້ອງ​ເຮົາ​ໃຫ້​ພະຍາຍາມ​ສະ​ແຫວ​ງຫາຢ່າງ​ສະ​ມ່ຳ​ສະ​ເໝີ​ ​ທີ່​ຈະມີພຣະວິນ​ຍານສະຖິດ​ຢູ່​ນຳ​ເຮົາ. ​ເພິ່ນ​ໄດ້​ສັນຍາ, ​ແລະ ຂ້າພະ​ເຈົ້າ​ຂໍ​ສັນຍາ​ຄື​ກັນ, ວ່າ​ຖ້າ​ຫາກ​​ເຮົາພະຍາຍາມ​ສະ​ແຫວ​ງຫາ​ພຣະວິນ​ຍານ, ​ເຮົາ “ຈະ​ບໍ່​ເຄີຍ​ຂາດ​ຄວາມ​ຮູ້” ​ເລື່ອງ​ຄວາມ​ຈິງ​ຈັກ​ເທື່ອ, “ຈະ​ບໍ່​ເຄີຍ​ສົງ​ໄສ ຫລື ຢູ່​ໃນ​ຄວາມ​ມືດ” ຈັກ​ເທື່ອ, ​ແລະ “ສັດທາ​ຂອງ​ເຮົາ​ຈະ​ເຂັ້ມ​ແຂງ, ຄວາມສຸກ​ຂອງ​ເຮົາ​ຈະ​ເຕັມ​ປ່ຽມ … .”2

​ເຮົາ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອຢ່າງ​ສະ​ມ່ຳ​ສະ​ເໝີນັ້ນ ຈາກ​ເພື່ອນ​ທີ່​ເປັນ​ພຣະວິນ​ຍານ​ບໍລິສຸດ ສຳລັບ​ເຫດຜົນ​ໜຶ່ງ​ອີກ. ການ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ ອາດ​ມາ​ເຖິງ​ຢ່າງ​ບໍ່​ຄາດ​ຄິດ. ມັນ​ເປັນ​ພະຍານ​ຈາກ​ພຣະວິນ​ຍານ​ບໍລິສຸດ ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພຣະບິດາ​ເທິງ​ສະຫວັນ ທີ່​ຊົງ​ພຣະຊົນ​ຢູ່ ​ແລະ ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ທີ່​ໄດ້​ຟື້ນ​ຄືນ​ພຣະຊົນ​ແລ້ວ ທີ່​ມອບ​ຄວາມ​ຫວັງ ​ແລະ ການ​ປອບ​ໂຍນ​ໃຫ້​ເຮົາ ​ໃນ​ເວລາ​ທີ່​ເຮົາ​ສູນ​ເສຍ ຄົນ​ທີ່​ເຮົາ​ຮັກ​ໄປ. ​ເຮົາຈະ​ຕ້ອງ​ມີປະຈັກ​ພະຍານ​ນັ້ນ ​ໃນ​ເວລາ​ທີ່​ມີ​ການ​ຕາຍ​ເກີດ​ຂຶ້ນ.

ດັ່ງນັ້ນ, ສຳລັບ​​ເຫດຜົນ​ຫລາຍ​ຢ່າງ, ​ເຮົາ​ຕ້ອງ​ການພຣະວິນ​ຍານບໍລິສຸດ​ສະຖິດ​ຢູ່ເປັນ​ເພື່ອນຢ່າງ​ບໍ່​ລົດ​ລະ. ​ເຮົາ​ປາດ​ຖະໜາ​ຢາກ​ມີ​ພຣະອົງ, ​ແຕ່​ເຮົາ​ຮູ້​ໂດຍ​ປະສົບ​ການ​ວ່າ ມັນ​ບໍ່​ໄດ້​ເປັນ​ສິ່ງ​ງ່າຍ ທີ່​ຈະ​ຍຶດພຣະອົງ​ໄວ້. ​ເຮົາ​ທຸກ​ຄົນ ຈະ​ຄິດ, ຈະ​ເວົ້າ, ​ແລະ ຈະ​ເຮັດສິ່ງ​ໃດ​ສິ່ງ​ໜຶ່ງ ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ ທີ່​ສາມາດ​ເຮັດ​ໃຫ້​ພຣະວິນ​ຍານ​ບໍ່​ພໍພຣະ​ໄທ​ໄດ້. ພຣະຜູ້​ເປັນ​ເຈົ້າ​ໄດ້​ສອນ​ເຮົາ​ວ່າ ພຣະວິນ​ຍານ​ບໍລິສຸດ ຈະ​ເປັນ​ເພື່ອນ​ຢ່າງ​ສະ​ມ່ຳ​ສະ​ເໝີຂອງ​ເຮົາ ​ເມື່ອ​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ໃຈ​ບຸນ ​ແລະ ​ເມື່ອ​ຄຸນ​ນະ​ທຳ​ຂອງ​ເຮົາ ປະດັບ​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ຢ່າງ​ບໍ່​ເສື່ອມຄາຍ (ເບິ່ງ D&C 121:45).

​ສຳລັບຄົນ​ທີ່​ກຳລັງ​ມີ​ບັນຫາ​ນຳ​ມາດຕະຖານ​ສູງ ​ເພື່ອ​ໃຫ້​ຕົນ​ເໝາະ​ສົມ​ສຳລັບການ​ເປັນ​ເພື່ອນ​ຂອງ​ພຣະວິນ​ຍານ​, ຂ້າພະ​ເຈົ້າຂໍມອບ​ການ​ຊຸກຍູ້​ນີ້​ໃຫ້​ທ່ານ. ຈະ​ມີ​ບາງ​ເວລາ ທີ່​ທ່ານ​ໄດ້ຮູ້ສຶກ​ເຖິງ​ອິດ​ທິພົນ​ຂອງ​ພຣະວິນ​ຍານ​ບໍລິສຸດ. ມັນ​ອາດ​ເກີດ​ຂຶ້ນ​​ສຳ​ລັບ​ທ່ານໃນ​ມື້​ນີ້.

ທ່ານ​ສາມາດ​ພິຈາລະນາ​ເວລາ​ແຫ່ງ​ການ​ດົນ​ໃຈນັ້ນ ​ເປັນ​ເໝືອນ​ເມັດ​ພືດ​ຂອງ​ສັດທາ ທີ່​ແອວ​ມາ​ໄດ້​ບັນຍາຍ​ໄວ້ (ເບິ່ງ ​ແອວ​ມາ 32:28). ໃຫ້​ກ້າ​ທຸກ​ເມັດ. ທ່ານ​ສາມາດ​ເຮັດ​ໄດ້ ​ໂດຍ​ການ​ເຮັດ​ຕາມ​ການ​ກະ​ຕຸ້ນ​ທີ່​ທ່າ​ນ​ໄດ້ຮູ້ສຶກ. ​ການ​ດົນ​ໃຈ​ທີ່​ມີ​ຄຸນ​ຄ່າ​ຫລາຍ​ທີ່​ສຸດ ແມ່ນ​ໃຫ້​ທ່ານ​ຮູ້​ສິ່ງ​ທີ່​ພ​ຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເຮັດ. ຖ້າ​ເປັນ​ວ່າ​ ທ່ານ​ຕ້ອງ​ຈ່າຍ​ສ່ວນ​ສິບ ຫລື ຕ້ອງ​ໄປ​ຢ້ຽມ​ຢາມ​ເພື່ອນ​ທີ່​ເປັນ​ທຸກ, ໃຫ້​ເຮັດ​ໂລດ. ບໍ່​ວ່າ​ຈະ​ເປັນ​ເລື່ອງ​ໃດກໍ​ຕາມ, ​ໃຫ້​ເຮັດ​ໂລດ. ​ແລະ ​ເຮັດ​ໄປ​ເລື້ອຍໆ. ​ເມື່ອ​ທ່ານ​ສະ​ແດງ​ ໃຫ້​ເຫັນ​ເຖິງ​ຄວາມ​ເຕັມ​ໃຈ​ຂອງ​ທ່ານ​ທີ່​ຈະ​ເຊື່ອ​ຟັງ, ພຣະວິນ​ຍານ​ຈະ​ສົ່ງ​ຄວາມ​ປະ​ທັບ​ໃຈ ມາ​ໃຫ້​ທ່ານຕື່ມ​ອີກ ​ເຖິງ​ສິ່ງ​ທີ່​ພຣະ​ເຈົ້າປະສົງ​ໃຫ້​ທ່ານ​ເຮັດ.

​ເມື່ອ​ທ່ານ​ເຊື່ອ​ຟັງ, ຄວາມ​ປະ​ທັບ​ໃຈ​ຈາກ​ພຣະວິນ​ຍານ ຈະ​ມາສູ່​ທ່ານ​ເລື້ອຍໆ, ​ໃກ້​ຂຶ້ນ​ເລື້ອຍໆ ຈົນ​ເປັນ​ເພື່ອນຕະຫລອດ​ເວລາ. ພະລັງ​ຂອງ​ທ່ານ​ທີ່​ຈະ​ເລືອກ​ສິ່ງ​ທີ່​ຖືກຕ້ອງ ຈະ​ເພີ່ມ​ທີ​ວີ​ຂຶ້ນ.

ທ່ານ​ຈະ​ສາມາດຮູ້​ໄດ້ເມື່ອ​ຄວາມ​ປະ​ທັບ​ໃຈ​ເຫລົ່ານັ້ນບອກ​ໃຫ້​ເຮັດ​ແທນ​ພ​ຣະ​ອົງ ວ່າ​ມັນ​ມາ​ຈາກ​ພຣະວິນ​ຍານ ຫລື ມາ​ຈາກ​ຄວາມ​ປາດ​ຖະໜາ​ຂອງ​ຕົນ​ເອງ. ​ເມື່ອ​ຄວາມ​ປະ​ທັບ​ໃຈນັ້ນສອດຄ່ອງ​ກັບ​ສິ່ງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ສາດສະດາ​ທີ່​ມີ​ຊີວິດ​ຢູ່​ຂອງ​ພຣະອົງ ​ແລະ ອັກຄະ​ສາວົກ ​ໄດ້​ກ່າວ, ທ່ານ​ສາມາດ​ເລືອກ​​ໄດ້ ທີ່​ຈະ​ເຊື່ອ​ຟັງດ້ວຍ​ຄວາມ​ໝັ້ນ​ໃຈ​. ​ແລ້ວ​ພຣະຜູ້​ເປັນ​ເຈົ້າ ຈະ​ສົ່ງ​ພຣະວິນ​ຍານ​ຂອງ​ພຣະອົງ​ມາ​​ດູ​ແລ​ທ່ານ.

ຍົກ​ຕົວຢ່າງ, ຖ້າ​ຫາກ​ທ່ານ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ ​ໃຫ້​ຮັກສາ​ວັນ​ຊະບາ​ໂຕ​ໃຫ້​ສັກສິດ, ​ໂດຍ​ສະ​ເພາະ​ຕອນ​ທີ່​ຍາກ​ທີ່​ຈະ​ເຮັດ, ​ແລ້ວ​ພຣະ​ເຈົ້າຈະ​ສົ່ງ​ພຣະວິນ​ຍານ​ຂອງ​ພຣະອົງ​ມາ​ຊ່ອຍ.

ຄວາມ​ຊ່ອຍ​ເຫລືອ​ນັ້ນ ​ໄດ້​ມາ​ເຖິງ​ພໍ່​ຂອງ​ຂ້າພະ​ເຈົ້າ​ເມື່ອ​ຫລາຍ​ປີ​ກ່ອນ ຕອນ​ເພິ່ນ​ໄດ້​ໄປ​ທຳ​ງານ​ຢູ່​ປ​ະ​ເທດ ອົດ​ສະ​ຕາ​ລີ. ​ເພິ່ນ​ໄດ້​ຢູ່​ຄົນ​ດຽວ​ໃນ​ວັນ​ອາທິດ, ​ແລະ ​ເພິ່ນ​ຢາກ​ຮັບ​ສ່ວນ​ສິນລະ​ລຶກ. ​ເພິ່ນ​ຊອກ​ບໍ່​ພົບ​ຂໍ້​ມູນ​​ໃດ ກ່ຽວ​ກັບສະຖານ​ທີ່​ ບ່ອນໄພ່​ພົນ​ຍຸກ​ສຸດ​ທ້າຍ​ຮ່ວມ​ປະຊຸມ​. ສະນັ້ນ ​ເພິ່ນ​ຈຶ່ງ​ເລີ່​ມຕົ້ນຍ່າງ​ໄປ. ​ເພິ່ນ​ໄດ້​ອະທິຖານ​ເມື່ອ​ໄປ​ເຖິງ​ສີ່​ແຍກ​ໄຟ​ແດງ ​ໃນ​ແຕ່​ລະ​ບ່ອນ ​ເພື່ອ​ຈະ​ໄດ້​ຮູ້​ວ່າ ​ເພິ່ນ​ຄວນ​ຍ່າງ​ໄປ​ທາງ​ໃດ. ຫລັງ​ຈາກ​ໄດ້​ຍ່າງ​​ໄປ​ເປັນ​ເວລາ​ໜຶ່ງ​ຊົ່ວ​ໂມງ, ​ເພິ່ນ​ໄດ້​ຢຸດ​ອະທິຖານ​ອີກ. ​ເພິ່ນ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ວ່າ ​ເພິ່ນ​ຄວນ​ຍ່າງ​ໄປ​ຕາມ​ຖະໜົນ​ເສັ້ນໜຶ່ງ. ບໍ່​ດົນ​ເພິ່ນ​ໄດ້​ຍິນ​ສຽງ​ຄົນ​ຮ້ອງ​ເພງ ອອກ​ມາ​ຈາກ​ຫ້ອງ​ຊັ້ນລ່າງ​ຂອງ​ຕຶກ​ຫ້ອງ​ແຖວ ທີ່ຢູ່​ໃກ້ໆ​ນັ້ນ. ​ເພິ່ນ​ໄດ້ສ່ອງ​ເຂົ້າ​ໄປ​ທາງ​ປ່ອງຢ້ຽມ ​ແລະ ​ເຫັນຜູ້​ຄົນຈຳ​ນວນ​ໜ້ອຍ​ໜຶ່ງ ນັ່ງ​ຢູ່​ໃກ້​ໂຕະ ທີ່​ມີ​ຜ້າ​ຂາວ​ປົກຖາດ​ສິນ​ລະ​ລຶກ​ຢູ່.

ບັດ​ນີ້, ອາດ​ບໍ່​ມີ​ຫຍັງ​ຫລາຍ​ສຳລັບ​ທ່ານ, ​ແຕ່​ສຳລັບ​ເພິ່ນ​ແລ້ວ ມັນ​ເປັນ​ສິ່ງ​ທີ່​ປະ​ເສີດ​ຫລາຍ. ​ເພິ່ນ​ຮູ້ວ່າຄຳສັນຍາ​ຂອງ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກ ​ໄດ້​ເກີດ​ເປັນ​ຈິງ​ທີ່​ວ່າ: “ລະນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ ຊຶ່ງ​ປະທານ​ໃຫ້​ເຂົາ; ເພື່ອ​ເຂົາ​ຈະ​ມີ​ພຣະວິນ​ຍານ​ຂອງ​ພຣະອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ” (ເບິ່ງ D&C 20:77).

ນັ້ນຄື​ຕົວຢ່າງ​ໜຶ່ງ ​ເຖິງຕອນ​ທີ່​ເພິ່ນ​​ໄດ້ອະທິຖານ ​ແລ້ວ​ໄດ້​ເຮັດ​ຕາມ​ທີ່​ພຣະວິນ​ຍານ​ໄດ້​ບອກ​ເພິ່ນ​ ​ເຖິງ​ສິ່ງ​ທີ່ພຣະ​ເຈົ້າປະສົງ​ໃຫ້​ເພິ່ນ​ເຮັດ. ​ເພິ່ນ​ໄດ້​​ເຮັດ​ແນວ​ນັ້ນ​ເປັນ​ເວລາ​ຫລາຍ​ປີ, ຄື​ກັບ​ທ່ານ ​ແລະ ຂ້າພະ​ເຈົ້າຈະ​ເຮັດ. ​ເພິ່ນ​ບໍ່​ເຄີຍ​ເວົ້າກ່ຽວ​ກັບ​​ເລື່ອງ​​ທາງວິນ​ຍານຂອງ​ເພິ່ນ. ​ເພິ່ນ​ມີ​ແຕ່​ເຮັດ​ສິ່ງ​ເລັກ​ນ້ອຍ​ໃຫ້​ແກ່​ພຣະຜູ້​ເປັນ​ເຈົ້າ ຕາມ​ທີ່​ເພິ່ນ​ໄດ້​ຮັບ​ການ​ປະ​ທັບ​ໃຈ​ໃຫ້​ເຮັດ.

​ເມື່ອ​ໃດ​ກໍ​ຕາມ ທີ່​ກຸ່ມ​​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ໄດ້​ຂໍ​ໃຫ້​ເພິ່ນ​ກ່າວ​ກັບ​​ເຂົາ​ເຈົ້າ, ​ເພິ່ນ​ກໍ​ໄດ້​ເຮັດ. ບໍ່​ວ່າ​ຈະ​ເປັນ​ພຽງ​ແຕ່ 10 ຄົນ ຫລື 50 ຄົນ ຫລື ບໍ່​ວ່າ​ເພິ່ນ​ເມື່ອຍ​ປານ​ໃດ​ກໍ​ຕາມ. ​ເພິ່ນ​ໄດ້​ສະ​ແດງ​ປະຈັກ​ພະຍານ​ເຖິງ​ພຣະບິດາ, ​ເຖິງ​ພຣະບຸດ, ​ແລະ ​ເຖິງ​ພຣະວິນ​ຍານ​ບໍລິສຸດ, ​ແລະ ​ເຖິງ​ສາດສະດາ ​ເມື່ອ​ໃດ​ກໍ​ຕາມ ທີ່​ເພິ່ນ​ໄດ້​ຮັບ​ການ​ກະ​ຕຸ້ນ​ໃຫ້​ເຮັດ.

ຕຳ​ແໜ່​ງສູງ​ສຸດ​ຂອງ​ເພິ່ນ​ໃນ​ສາດສະໜາ​ຈັກ ຄື​ການ​ໄດ້​ເປັນສະມາຊິກ​ໃນ​ສະພາ​ສູງ​ຂອງ​ສະ​ເຕກ ບອນ​ນີ​ວິວ, ບ່ອນ​ທີ່​ເພິ່ນ​ໄດ້​ໄປ​ເສຍ​ຫຍ້າ​ຢູ່​ໃນ​ສວນ​ຂອງ​ສະ​ເຕກ, ​ແລະ ​ໄດ້​ສອນ​ໂຮງຮຽນ​ວັນ​ອາທິດ. ​ໃນ​ໄລຍະ​ຫລາຍ​ປີ, ​ເມື່ອ​ເພິ່ນ​ຕ້ອງການ​ພຣະວິນ​ຍານ​ບໍລິສຸດ, ພຣະອົງ​ກໍ​ໄດ້​ສະຖິດ​ຢູ່​ກັບ​ເພິ່ນ​ສະ​ເໝີ.

ຂ້າພະ​ເຈົ້າ​ໄດ້​ຢືນ​ຢູ່​ທາງ​ຂ້າງ​ຂອງພໍ່ ​ຕອນ​ເພິ່ນ​ຢູ່​ໂຮງໝໍ. ​ແມ່​ຂອງ​ຂ້າພະ​ເຈົ້າ, ພັນ​ລະ​ຍາ​ຂອງ​ເພິ່ນ ​ເປັນ​ເວລາ 41 ປີ, ​ໄດ້​ນອນປ່ວຍຢູ່​ໂຮງ​ໝໍ. ພວກ​ເຮົາ​ໄດ້​ເບິ່ງ​​ແມ່​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ. ພວກ​ເຮົາ​ໄດ້​ເລີ່ມຕົ້ນ ​ເຫັນ​ຄວາມ​ເຈັບ​ປວດ​ໄດ້​ຫລຸດ​ໜ້ອຍ​ລົງ​ຈາກ​ໃບ​ໜ້າ​ຂອງ​ແມ່. ນິ້ວມື​ທີ່​ໄດ້​ກຳ​ແໜ້ນ​ຢູ່ ​ເລີ່ມມາຍ​ອອກ. ​ແຂນ​ຂອງ​ແມ່​ໄດ້​ວາງ​ພັກຜ່ອນ​ຢູ່​ທາງ​ຂ້າງ.

ຄວາມ​ເຈັບ​ປວດ​ດ້ວຍ​ໂ​ຣກ​ມະ​ເລັງ​ເປັນ​ເວລາ​ຫລາຍ​ສິບປີ ​ໄດ້​ສິ້ນ​ສຸດ​ລົງ. ຂ້າພະ​ເຈົ້າ​ໄດ້​ເຫັນ​ໃບ​ໜ້າ​ຂອງ​ແມ່ ຢູ່​ໃນ​ຄວາມ​ສະຫງົບ. ​ແມ່​ໄດ້​ຫັນ​ໃຈສັ້ນໆ​ສອງ​ສາມ​​ເທື່ອ, ​ແລ້ວຫັນ​ໃຈ​ຫອບ​​ເທື່ອ​ໜຶ່ງ, ​ແລະ ​ແລ້ວນອນ​ງຽບ​ຢູ່. ພວກ​ເຮົາ​ໄດ້​ຢືນ​ລໍຖ້າ ​ເບິ່ງ​ວ່າ​ແມ່ຊິ​ຫັນ​ໃຈ​ອີກ​ບໍ່.

​ໃນ​ທີ່​ສຸດ, ພໍ່​ໄດ້​ເວົ້າຄ່ອຍໆ​ວ່າ, “ນາງ​ນ້ອຍ​ໄດ້​ກັບ​​ເມືອບ້ານ​ແລ້ວ.”

​ເພິ່ນ​ບໍ່​ໄດ້​ຮ້ອງ​ໄຫ້. ​ນັ້ນ​ກໍເພາະ​ວ່າ​ພຣະວິນ​ຍານ​ບໍລິສຸດ​ໄດ້​ບອກ​ເພິ່ນ​ກ່ອນ​ແລ້ວ​ວ່າ ​ແມ່​ເປັນ​​ໃຜ, ​ແມ່​ມາ​ຈາກ​ໃສ, ​ແລະ ​​ແມ່ໄດ້​ກາຍ​ເປັນ​ຄົນ​ແນວ​ໃດ, ​ແລະ ​ແມ່​ຈະ​ໄປ​ໃສ. ພຣະວິນ​ຍານ​ໄດ້​ເປັນ​ພະຍານ​ຕໍ່​ເພິ່ນ​ຫລາຍ​ເທື່ອ ​ເຖິງ​ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ, ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ທີ່​ໄດ້​ເຮັດ​ໃຫ້​ສາຍຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ, ​ແລະ ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ການ​ຜະ​ນຶກ​ໃນ​ພຣະວິຫານ ທີ່​ເພິ່ນ​ໄດ້​ເຮັດ​ນຳ​ພັນ​ລະ​ຍາ ​ແລະ ຄອບຄົວ​ຂອງ​ເພິ່ນ.

ພຣະວິນ​ຍານ​ໄດ້​ເຮັດ​ໃຫ້​ເພິ່ນ​ແນ່ນອນ​ໃຈ​ກ່ອນ​ແລ້ວ ວ່າຄວາມ​ດີ​ ​ແລະ​ ສັດທາ​ຂອງ​ແມ່ ​ເຮັດ​ໃຫ້​ແມ່​ເໝາະ​ສົມ​ທີ່​ຈະ​ກັບ​ໄປ​ບ້ານ​ໃນ​ສະຫວັນ​ຂອງ​ເພິ່ນ ບ່ອນ​ທີ່​ເພິ່ນ​ຈະຖືກ​ຈື່​ຈຳ ວ່າ​ເປັນ​ລູກ​ທີ່​ປະ​ເສີດ​ແຫ່ງ​ຄຳ​ສັນຍາ ​ແລະ ​ໄດ້​ຮັບ​ການ​ຕ້ອນຮັບ​ກັບ​ບ້ານ ດ້ວຍ​ກຽດຕິຍົດ.

ສຳລັບ​ພໍ່​ຂອງ​ຂ້າພະ​ເຈົ້າ, ມັນ​ແມ່ນ​ເກີນ​ກວ່າ​ຄວາມ​ຫວັງ. ພຣະວິນ​ຍານ​ບໍລິສຸດ​ໄດ້​ເຮັດ​ໃຫ້​ມັນ​ເປັນ​ຈິງ​ສຳລັບ​ເພິ່ນ.

ບັດ​ນີ້, ບາງ​ຄົນ​ອາດ​ເວົ້າວ່າ ຖ້ອຍ​ຄຳ​ຂອງ​ເພິ່ນ ​ແລະ ການ​ວາດ​ພາບ​ຢູ່​ໃນ​ຈິດ​ໃຈ​ຂອງ​ເພິ່ນ ກ່ຽວ​ກັບ​ບ້ານ​ໃນ​ສະຫວັນ ​ເປັນ​ພຽງ​ຄວາມ​​ເພີ້​ຝັນ, ​ເປັນ​ການ​ຕັດສິນ​ທີ່​ບໍ່​ແຈ່ມ​ແຈ້ງ ຂອງ​ສາມີ​​ໃນ​ຍາມ​ທີ່​ສູນ​ເສຍ​ພັນ​ລະ​ຍາ. ​ແຕ່​ເພິ່ນ​ຮູ້​​ເຖິງ​ຄວາມ​ຈິງ​ນິລັນດອນ ​ໃນ​ວິທີ​ດຽວ​ທີ່​ທ່ານ​ສາມາດ​ທີ່​ຈະ​ຮູ້​ໄດ້.

​ເພິ່ນ​ເປັນ​ນັກວິທະຍາສາດ ຜູ້​ຄົ້ນຄວ້າ​ຫາ​ຄວາມ​ຈິງ ກ່ຽວ​ກັບ​​ໂລກ​ທຳ​ມະ​ຊາດ ​ຕະຫລອດ​ຊີວິດ​ຂອງການ​ເປັນ​ຜູ້​ໃຫຍ່ຂອງ​ເພິ່ນ. ​​ເພິ່ນ​ໄດ້​ໃຊ້​ເຄື່ອງມື​ທາງ​ວິທະຍາສາດ​ຫລາຍ​ພໍ ທີ່​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ເພື່ອນ​ຝູງ ຕະຫລອດ​ທົ່ວ​ໂລກ. ສິ່ງ​ຕ່າງໆ​ທີ່​ເພິ່ນ​ໄດ້​ເຮັດ​ໃນ​ວິຊາ​ເຄມີ ມາ​ຈາກ​ການ​ມະ​ໂນ​ພາບ​ຂອງ​ເພິ່ນ​ເອງ ​ເຫັນ ກ້ອນ​ເມັດອະ​ນູ ​ເຄື່ອນ​ຍ້າຍ​ໄປມາ ​ແລ້ວ​ເພິ່ນ​ໄດ້​ເຮັດ​ການ​ທົດ​ລອງ​ຢູ່​ຫ້ອງ​ຄົ້ນຄວ້າ.

​ແຕ່​ເພິ່ນ​ໄດ້​​ເດີນ​ໄປ​ໃນ​ເສັ້ນທາງ​ໜຶ່ງ​ອີກ ​ເພື່ອ​ຊອກ​ຫາ​ຄວາມ​ຈິງ​ທີ່​ສຳຄັນ​ກວ່າ​ໝູ່​ໝົດ ຕໍ່​ເພິ່ນ ​ແລະ ຕໍ່​ເຮົາ​ແຕ່ລະຄົນ. ພຽງ​ແຕ່​ຜ່ານ​ພຣະວິນ​ຍານ​ບໍລິສຸດ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ສາມາດ​ເຫັນ​ຜູ້​ຄົນ ​ແລະ ​ເຫັນ​ເຫດການ​ທີ່​ເກີດ​ຂຶ້ນ ດັ່ງ​ທີ່​ພຣະ​ເຈົ້າ​ເຫັນ​.

ຂອງ​ປະທານ​ນັ້ນ ​ໄດ້​ມີ​ຕໍ່​ຢູ່​ໃນ​ໂຮງໝໍ ຫລັງ​ຈາກ​ພັນ​ລະ​ຍາ​ຂອງ​ເພິ່ນ​ໄດ້​​ເສຍ​ຊີວິດ​ໄປ. ພວກ​ເຮົາ​ໄດ້​ເກັບ​ທ້ອນ​ເອົາ​ສິ່ງ​ຂອງ ທີ່​ເປັນ​ຂອງ​ແມ່ ​ເພື່ອ​ເອົາ​ກັບ​ບ້ານ. ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​​ແວ່​ຂອບ​ໃຈ​ພວກ​ນາຍ​ແພດ ​ແລະ ທ່ານໝໍ​ທຸກ​ຄົນ​ທີ່​ໄດ້​ເຫັນ ຕອນ​ພວກ​ເຮົາ​ອອກ​ໄປ​ຫາ​ລົດ. ຂ້າພະ​ເຈົ້າຈື່​ໄດ້​ວ່າ ພວກ​ເຮົາ​ຄວນ​ເມືອ ​ເພື່ອ​ຢູ່​ຕາມ​ລຳພັງ​ກັບ​ຄວາມ​ໂສກ​ເສົ້າຂອງ​ພວກ​ເຮົາ.

ບັດ​ນີ້ ຂ້າພະ​ເຈົ້າຮັບ​ຮູ້ວ່າ ​ເພິ່ນ​ໄດ້​ເຫັນ​ສິ່ງ​ທີ່ ພຽງ​ແຕ່​ພຣະວິນ​ຍານ​ບໍ​ລິ​ສຸດ​ຈະສະ​ແດງ​ໃຫ້​​ເພິ່ນ​ເຫັນ​ເທົ່າ​ນັ້ນ. ​ເພິ່ນ​ໄດ້​ເຫັນ​ຜູ້​ຄົນ​ເຫລົ່ານັ້ນ ວ່າ​ເປັນ​ເຫລົ່າ​ທູດ​ທີ່​ພຣະ​ເຈົ້າ​ໄດ້​ສົ່ງ​ມາ​ດູ​ແລ​ສຸດ​ທີ່​ຮັກ​ຂອງ​ເພິ່ນ. ​ເຂົາ​ເຈົ້າອາດ​ຄິດ​ວ່າ​ຕົນ​ເອງ​ເປັນ​ພຽງ​ພະນັກງານ​ແພດ, ​ແຕ່​ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຂອບ​ໃຈ​ເຂົາ​ເຈົ້າ ​ແທນ​ພຣະຜູ້​ຊ່ອຍ​ໃຫ້​ລອດ.

ອິດ​ທິພົນ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ໄດ້​ສະຖິດຢູ່ຕໍ່​ໄປ​ກັບ​ເພິ່ນ ຕອນ​ພວກ​ເຮົາ​ໄປ​ເຖິງ​ບ້ານ​ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ. ພວກ​ເຮົາ​ໄດ້​ເວົ້າລົມ​ກັນ​ບຶດໜຶ່ງ​ຢູ່​ໃນ​ຫ້ອງ​ຮັບ​ແຂກ. ພໍ່​ຂອງ​ຂ້າພະ​ເຈົ້າໄດ້​ຂໍອະນຸຍາດ​​ເຂົ້າ​ໄປ​ໃນ​ຫ້ອງນອນ​ທາງ​ຂ້າງ.

ຫລັງ​ຈາກ​ສອງ​ສາມ​ນາທີ, ​ເພິ່ນ​ໄດ້​ຍ່າງ​ກັບ​ຄືນ​ມາ​ຫາ​ຫ້ອງ​ຮັບ​ແຂກ. ເພິ່ນ​ໄດ້​ກັບ​ມາດ້ວຍ​ຮອຍ​ຍິ້ມ. ​ເມື່ອ​ເພິ່ນ​ຍ່າງ​ມາ​ເຖິງ​ພວກ​ເຮົາ, ​ເພິ່ນ​ໄດ້​ເວົ້າຄ່ອຍ​ໆ​ວ່າ, “ພໍ່​ເປັນ​ຫ່ວງ​ວ່າ ມຽວເດຣດ ​ໄດ້​ໄປ​ເຖິງ​ໂລກ​ວິນ​ຍານ​ດ້ວຍ​ຕົວ​ຄົນ​ດຽວ. ພໍ່​ຢ້ານ​ວ່າ ລາວຊິຫລົງ​ທິດ​ຫລົງ​ທາງ.”

​ແລ້ວ​ເພິ່ນ​ໄດ້​ເວົ້າຢ່າງ​ແຈ່ມ​ໃສ​ວ່າ, “ພໍ່​ຫາ​ກໍ​ອະທິຖານ​ແລ້ວ. ພໍ່​ຮູ້​ວ່າ ​ມຽວເດຣດ ​ໄປ​ຮອດ​ປອດ​ໄພ. ແມ່​ຂອງ​ພໍ່​ຢູ່​ທີ່ນັ້ນ ເພື່ອ​ຕ້ອນ​ຮັບ​ລາວ.”

ຂ້າພະ​ເຈົ້າຈື່​ໄດ້ ​ໃນຂະນະ​ທີ່​ເພິ່ນ​ເວົ້າ, ຂ້າພະ​ເຈົ້າ​ໄດ້​ວາດ​ພາບ​ເຫັນ​ແມ່ຕູ້​ຍ່າ​ ຂາ​ສັ້ນໆ ຟ້າວ​ຍ່າງ​ມາ, ຊີງ​ຕົວ​ໄປ​ຢູ່​ແຖວ​ໜ້າ ​ເພື່ອ​ຈະ​ໄດ້​ຕ້ອນ​ຮັບ​ລູກ​ສະ​ໄພ້​ຂອງ​ເພິ່ນ ຕອນ​ລູກ​ສະ​ໄພ້​ມາ​ເຖິງ.

ບັດ​ນີ້, ​​ເຫດຜົນ​ຢ່າງ​ໜຶ່ງ​ທີ່​ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ທູນຂໍ ​ແລະ ​ໄດ້​ຮັບ​ການ​ປອບ​ໂຍນ​ນັ້ນ ​ເປັນ​ເພາະວ່າ ​ເພິ່ນ​ໄດ້​ອະທິຖານ​ດ້ວຍ​ສັດທາ​ສະ​ເໝີ ນັບ​ຕັ້ງ​ແຕ່​ຕອນ​ເພິ່ນ​ຍັງ​ນ້ອຍ. ​ເພິ່ນ​ເຄີຍ​ໄດ້​ຮັບ​ຄຳ​ຕອບ ທີ່​ເຂົ້າມາສູ່​ໃຈ​ຂອງ​ເພິ່ນ ​​ທີ່​ໃຫ້​ຄວາມ​ປອບ​ໂຍນ ​ແລະ ການ​ນຳພາ. ນອກ​ເໜືອ​ຈາກ​ການ​ມັກ​ອະທິຖານ​ແລ້ວ, ​ເພິ່ນ​ຍັງ​ຮູ້ຈັກ​ພຣະຄຳ​ພີ ​ແລະ ຖ້ອຍ​ຄຳ​ຂອງ​ສາດສະດາ​ນຳ​ອີກ. ສະນັ້ນ ​ເພິ່ນ​ຈຶ່ງ​ຮູ້​ຈັກ​ສຽງ​ຊື່​ມທີ່​ຄຸ້ນ​​ເຄີຍ​ຂອງ​ພຣະວິນ​ຍານ, ຊຶ່ງ​ທ່ານ​ອາດ​ໄດ້ຮູ້​ສຶກ​ໃນ​ມື້ນີ້.

ການ​ເປັນ​ເພື່ອນ​ຂອງ​ພຣະວິນ​ຍານ ​​ແມ່ນ​ເກີນ​ກວ່າ​ການ​ໃຫ້​ຄວາມ​ປອບ​ໂຍນ ​ແລະ ການ​ຊີ້​ນຳ​ເພິ່ນ. ພຣະອົງ​ໄດ້​ປ່ຽນ​ເພິ່ນ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ​ເມື່ອ​ເຮົາ​ຮັບ​ເອົາ​ຄຳ​ສັນຍາ​ທີ່​ໄດ້​ສັນຍາ​ໄວ້ ​ເຖິງ​ການ​ມີ​ພຣະວິນ​ຍານ​ສະຖິດ​ຢູ່​ກັບ​ເຮົາ​ຕະຫລອດ​ເວລາ, ພຣະຜູ້ຊ່ອຍ​ໃຫ້​ລອດ​ສາມາດ​ເຮັດ​ໃຫ້​ເຮົາ​ສະອາດ​ບໍລິສຸດ ຕາມ​ການ​ຮຽກຮ້ອງ​ສຳລັບຊີວິດ​ນິລັນດອນ, ນັ້ນຄື​ຂອງ​ປະທານ​ທີ່​ຍິ່ງ​ໃຫຍ່​ສຸດ​ເໜືອກ​ວ່າ​ຂອງ​ປະທານ​ອື່ນ​ໃດ​ທັງ​ສິ້ນ (ເບິ່ງ D&C 14:7).

ຂ້າພະ​ເຈົ້າຈື່​ພຣະຄຳ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ທີ່​ວ່າ: “ບັດ​ນີ້ ນີ້​ຄື​ພຣະບັນຍັດ: ຈົ່ງ​ກັບ​ໃຈ, ​ເຈົ້າທັງຫລາຍ​ເຖິງ​ທີ່​ສຸດ​ຂອງ​ແຜ່ນດິນ​ໂລກ, ​ແລະ ຈົ່ງ​ມາ​ຫາ​ເຮົາ ​ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ, ​ເພື່ອ​ເຈົ້າຈະ​ໄດ້​ຖືກ​ຊຳລະ​ລ້າງ​ໃຫ້​ບໍລິສຸດ ​ໂດຍ​ການ​ຮັບ​ພຣະວິນ​ຍານ​ບໍລິສຸດ, ​ເພື່ອ​​ເຈົ້າຈະ​ຢືນ​ຢູ່​ໂດຍ​ບໍ່​ມີ​ມົນທິນ​ຕໍ່ໜ້າ​ເຮົາ​ໃນ​ວັນ​ສຸດ​ທ້າຍ” (3 ນີ​ໄຟ 27:20).

ພຣະບັນຍັດ​ເຫລົ່ານັ້ນ​ໄດ້​ມາ​ເຖິງ ດ້ວຍ​ຄຳ​ສັນຍາ​ນີ້ ຈາກ​ພຣະຜູ້​ເປັນ​ເຈົ້າ:

ວ່າ​ເຮົາຕ້ອງໄວ້​ວາງ​ໃຈ​ໃນພຣະວິນ​ຍານນັ້ນ ​ຊຶ່ງພາ​ໃຫ້​ເຮັດ​ຄວາ​ມດີ, ​ໃຫ້​ເຮັດຢ່າງຖືກຕ້ອງ, ​ໃຫ້​ເດີນ​ໄປດ້ວຍ​ຄວາມ​ຖ່ອມຕົນ, ໃຫ້ຕັດສິນ​ຢ່າງ​ຊອບ​ທຳ; ​ແລະ ນີ້​ຄືພຣະວິນ​ຍານ​ຂອງ​ພຣະອົງ.

ພຣະອົງ​ກ່າວ​ກັບ​ເຮົາ​ວ່າ ພຣະອົງຈະມອບພຣະວິນ​ຍານ​ຂອງ​ພຣະອົງ​ໃຫ້​ແກ່​​ເຮົາ, ​ຊຶ່ງຈະເຮັດ​ໃຫ້ຈິດ​ໃຈ​ຂອງ​ເຮົາສະຫວ່າງ, ​ຊຶ່ງຈະ​ເຮັດ​ໃຫ້​ຈິດ​ວິນ​ຍານຂອງ​ເຮົາ​ເຕັມ​ໄປ​ດ້ວຍຄວາມສຸກ (ເບິ່ງ D&C 11:12–13).

ຂ້າພະ​ເຈົ້າ​ເປັນ​ພະຍານ​ຕໍ່​ທ່ານ​ວ່າ ພຣະ​ເຈົ້າອົງ​ເປັນ​ພຣະບິດາ ຊົງ​ພຣະຊົນ​ຢູ່, ວ່າ​ພຣະ​ເຢຊູ​ຄຣິດທີ່​ຟື້ນ​ຄືນ​ພຣະຊົນ​ແລ້ວ ​ນຳ​ພາສາດສະໜາ​ຈັກ​ຂອງ​ພຣະອົງ, ວ່າ​ປະ​ທານທອມ​ມັ​ສ ແອັ​ສ ມອນ​ສັນ ມີ​ຂໍ​ກະ​ແຈ​ທັງ​ໝົດ​ຂອງ​ຖານະ​ປະ​ໂລຫິດ, ​ແລະ​ ວ່າການ​ເປີດ​ເຜີຍ​ຜ່ານ​ພຣະວິນ​ຍານ​ບໍລິສຸດ ນຳພາ ​ແລະ ຄ້ຳຊູ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ແລະ ສະມາຊິກ​ທີ່​ຖ່ອມຕົວ​ຂອງ​ສາດ​ສະໜາ​ຈັກ.

ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ຕື່ມ​ອີກວ່າ ຊາຍ​ທີ່ດີ​ເລີດ​ເຫລົ່ານັ້ນ ຜູ້​ໄດ້​ກ່າວ​ກັບ​ເຮົາ​ໃນ​ມື້ນີ້ ໃນ​ຖານະ​ທີ່​​ເປັນ​ພະ​ຍານ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ໃນ​ຖາ​ນະ​ສະ​ມາ​ຊິກ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ວິນ​ຍານ​ໄດ້​ອະ​ນຸ​ຍາດ​ໃຫ້​ປະ​ທານມອນສັນ ເອີ້ນ​ພວກ​ເພິ່ນ. ແລະ ເມື່ອ​ທ່ານ​ຟັງ​ພວກ​ເພິ່ນ ແລະ ຟັງ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ, ພຣະ​ວິນ​ຍານ​ບໍ​ລິ​ສຸດ ໄດ້ຢືນ​ຢັນ​ຕໍ່​ທ່ານ​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ກ່າວ​ກັບ​ທ່ານ​ຢູ່​ໃນ​ເວ​ລານີ້. ພວກ​ເພິ່ນ​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ສະ​ໜັບ​ສະ​ໜູນ​ພວກ​ເພິ່ນ ແລະ ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ພວກ​ເພິ່ນ ແລະ ຈະ​​ສະ​​ໜັບ​ສະ​ໜູນ​ພວກ​ເພິ່ນ ໃນ​ການ​ຮັບ​ໃຊ້​ຂອງ​ພວກ​ເພິ່ນ. ແລະ ຂ້າ​ພະ​ເຈົ້າ​ກ່າວ​ມາ ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາແມນ.

​ແຫລ່ງອ້າງ​ອີງ

  1. Handbook 2: Administering the Church (2010), 20.3.10.

  2. ເບິ່ງ George Q. Cannon, in “Minutes of a Conference,” Millennial Star, May 2, 1863, 275–76.