​2010–2019
ຄວາມສຸກ​ຂອງ​ການ​ດຳລົງ​ຊີວິດ​ທີ່​ມີ​ພຣະ​ຄຣິດ​ເປັນ​ຈຸດ​ໃຈກາງ
ຕຸລາ 2015


ຄວາມສຸກ​ຂອງ​ການ​ດຳລົງ​ຊີວິດ​ທີ່​ມີ​ພຣະ​ຄຣິດ​ເປັນ​ຈຸດ​ໃຈກາງ

ຊີວິດ​ຂອງ​ເຮົາ​ກໍ​ຕ້ອງ​ຖືກ​ຕັ້ງ​ຢູ່​ດ້ວຍ​ຄວາມ​ແນ່ນອນ​ໃນ​ພຣະ​ຄຣິດ ຖ້າ​ຫາກ​ເຮົາ​ຢາກ​ຈະ​ພົບ​ເຫັນ​ຄວາມສຸກ ແລະ ຄວາມ​ສະຫງົບ​ທີ່ແທ້​ຈິງ​ໃນ​ຊີວິດ​ນີ້.

ໂລກ​ທີ່​ເຮົາ​ອາໄສ​ຢູ່ກຳ​ລັງ​ສ້າງ​ຄວາມ​ກົດ​ດັນ​ຫລາຍ​ໃຫ້​ແກ່​ຜູ້​ຄົນ​ທີ່​ດີ​ຢູ່​ທົ່ວ​ທຸກ​ແຫ່ງ​ຫົນ ໃຫ້​ຫລຸດ ຫລື ແມ່ນ​ແຕ່​ໃຫ້​ປະ​ຖິ້ມ​ມາດຕະຖານ​ແຫ່ງ​ການ​ດຳລົງ​ຊີວິດ​ທີ່​ຊອບ​ທຳ. ແຕ່, ເຖິງ​ແມ່ນ​ວ່າຄວາມ​ຊົ່ວ​ຮ້າຍ ແລະ ການ​ລໍ້​ລວງ​ຈະ​ຢູ່​ອ້ອມ​ຮອບ​ຕົວ​ເຮົາ​ແຕ່​ລະ​ວັນ​ກໍ​ຕາມ, ເຮົາ​ສາມາດ​ພົບ​ເຫັນ ແລະ ຈະ​ພົບ​ເຫັນ​ຄວາມສຸກ​ທີ່ແທ້​ຈິງ​ໂດຍ​ການ​ດຳລົງ​ຊີວິດ​ທີ່​ມີ​ພຣະ​ຄຣິດ​ເປັນ​ຈຸດ​ໃຈ​ກາງ.

ການ​ເຮັດ​ໃຫ້​ພຣະ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ເປັນ​ຈຸດ​ໃຈກາງ​ໃນ​ຊີວິດ​ຂອງ​ເຮົາ ຈະ​ນຳ​ຄວາມ​ໝັ້ນຄົງ ແລະ ຄວາມສຸກ​ມາສູ່​ຊີວິດ​ຂອງ​ເຮົາ ດັ່ງ​ທີ່​ຕົວຢ່າງ​ຕໍ່​ໄປ​ນີ້​ສະແດງ​ໃຫ້​ເຫັນ.

ແອວ​ເດີ​ ໄທ​ອີ​ຈີ ອາ​ໂອ​ບາ ແຫ່ງ​ສາວົກ​ເຈັດ​ສິບ, ຜູ້​ທີ່​ອາໄສ​ຢູ່​ໃນ​ໝູ່​ບ້ານ​ນ້ອຍໆ​ຢູ່​ເທິງ​ພູ ໃນ​ເມືອງ​ຊີ​ໂກ​ກູ ປະເທດ​ຍີ່ປຸ່ນ, ໄດ້​ຖືກ​ຂໍ​ໃຫ້​ສອນ​ຫ້ອງ​ຮຽນ​ໃນ​ກອງ​ປະຊຸມ​ຂອງ​ຊາວ​ໜຸ່ມ. “ຢືນ​ຢູ່​ໃນ​ສະຖານທີ່​ທີ່​ສັກສິດ” ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຫົວຂໍ້​ຂອງ​ກອງ​ປະຊຸມ​ນັ້ນ. ຫລັງ​ຈາກ​ໄດ້​ໄຕ່ຕອງ​ຫົວຂໍ້ ແລະ ສິ່ງ​ທີ່​ຈະ​ສອນ​ແລ້ວ, ແອວ​ເດີ​ ອາ​ໂອ​ບາ ໄດ້​ຕັດສິນ​ໃຈ​ທີ່​ຈະ​ນຳ​ໃຊ້​ວິຊາ​ຊີບ​ຂອງ​ເພິ່ນ​ ເພື່ອ​ເປັນ​ເຄື່ອງມື​ໃນ​ການ​ສອນ. ວິຊາ​ຊີບ​ຂອງ​ເພິ່ນ​ຄື​ຊ່າງ​ປັ້ນ​ໝໍ້.

ຮູບ​ພາບ
​ແອວ​ເດີ ອາ​ໂອ​ບາ ກຳລັງ​ປັ້ນໝໍ້​ກັບ​ຊາວ​ໜຸ່ມ

ແອວ​ເດີ​ ອາ​ໂອ​ບາ ໄດ້​​ເລົ່າ​ວ່າ​ ຊາວ​ໜຸ່ມ​ໃນ​ຫ້ອງ​ຮຽນ​ຂອງ​ເພິ່ນ​ມີ​ຄວາມ​ຕື່ນ​ເຕັ້ນ ແລະ ສົນໃຈ​ຫລາຍ​ເມື່ອ​ພວກ​ເຂົາ​ໄດ້​ເຫັນ​ວິທີ​ທີ່​ເພິ່ນ​ສາມາດ​ປ່ຽນແປງ​ຮູບ​ຮ່າງ​ຂອງ​ດິນ​ໜຽວ​ຢູ່​ໃນ​ມື​ຂອງ​ເພິ່ນ​ໃຫ້​ກາຍເປັນ​ຖ້ວຍ, ເປັນ​ຊາມ, ແລະ ຈອກ. ຫລັງ​ຈາກ​ການ​ສາທິດ​ຂອງ​ເພິ່ນ, ເພິ່ນ​ໄດ້​ຖາມ​ພວກ​ເຂົາ ຖ້າ​ຫາກ​ວ່າ​ຄົນ​ໃດ​ຄົນ​ໜຶ່ງ​ຢາກ​ລອງ​ປັ້ນ​ອັນ​ໃດ​ບາງ​ຢ່າງ. ທຸກ​ຄົນ​ໄດ້​ຍົກ​ມື​ຂຶ້ນ.

ແອວ​ເດີ​ ອາ​ໂອ​ບາ ໄດ້​ໃຫ້​ຊາວ​ໜຸ່ມ​ຫລາຍ​ຄົນ​ອອກ​ໄປ​ລອງ​ເຮັດ​ຕາມ​ຄວາມ​ສົນໃຈ​ໃໝ່​ຂອງ​ພວກ​ເຂົາ. ພວກ​ເຂົາ​ໄດ້​ຄິດ, ຫລັງ​ຈາກ​ໄດ້​ເບິ່ງ​ເພິ່ນ, ວ່າ​ມັນ​ຈະ​ເປັນ​ເລື່ອງ​ງ່າຍ. ແຕ່, ບໍ່​ມີ​ໃຜ​​ຈັກ​ຄົນ​​ເຮັດ​ໄດ້ສຳ​ເລັດ ໃນ​ຄວາມ​ພະຍາຍາມ​ຂອງ​ພວກ​ເຂົາ ແມ່ນ​ແຕ່​ຈະ​ປັ້ນ​ຖ້ວຍ​ທີ່​ງ່າຍໆ​ກໍ​​ເຮັດບໍ່​ໄດ້. ພວກ​ເຂົາ​ໄດ້​ປະກາດ​ວ່າ: “ຂ້ານ້ອຍ​ເຮັດ​ບໍ່ໄດ້!” “ເປັນ​ຫຍັງ​ຄື​ມາ​ຍາກ​ແທ້?” “ນີ້​ຍາກ​ໂພດ.” ພວກ​ເຂົາ​ໄດ້​ກ່າວ​ຂໍ້ຄວາມ​ເຫລົ່າ​ນີ້ ຂະນະ​ທີ່​ກ້ອນ​ດິນ​ໜຽວ​ໄດ້​ຟົ້ງ​ອອກ​ໄປ​ທົ່ວ​ຫ້ອງ.

ເພິ່ນ​ໄດ້​ຖາມ​ຊາວ​ໜຸ່ມ​ວ່າ​ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ມີ​ບັນຫາ​ໃນ​ການ​ປັ້ນ​ຖ້ວຍ. ພວກ​ເຂົາ​ໄດ້​ຕອບ​ດ້ວຍ​ຄຳ​ຕອບ​ທີ່​ແຕກ​ຕ່າງ​ກັນ​ວ່າ: “ຂ້ານ້ອຍ​ບໍ່​ມີ​ປະສົບ​ການ.” “ຂ້ານ້ອຍ​ບໍ່​ເຄີຍ​ໄດ້​ຮັບ​ການ​ເຝິກ​ຝົນ.” “ຂ້ານ້ອຍ​ບໍ່​ມີ​ພອນ​ສະ​ຫວັນ.” ອີງ​ຕາມ​ຜົນງານ, ສິ່ງ​ທີ່​ພວກ​ເຂົາ​ໄດ້​ກ່າວ​ອອກ​ມາ​ແມ່ນ​ຈິງ​ທັງ​ໝົດ; ເຖິງ​ຢ່າງໃດ​ກໍ​ຕາມ, ເຫດຜົນ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ຄວາມ​ລົ້ມເຫລວ​ຂອງ​ພວກ​ເຂົາ​ນັ້ນ ກໍ​ເພາະ​ຍ້ອນ​ວ່າ ກ້ອນ​ດິນ​ໜຽວ​ບໍ່​ໄດ້​ຖືກ​ວາງ​ໄວ້​ຢູ່​ໃນ​ເຄິ່ງ​ກາງຂອງ​ລໍ້​ປັ້ນ. ຊາວ​ໜຸ່ມ​ໄດ້​ຄິດ​ວ່າ​ພວກ​ເຂົາ​ໄດ້​ວາງ​ດິນ​ໜຽວ​ນັ້ນ​ຢູ່​ໃນ​ເຄິ່ງ​ກາງ, ແຕ່​ຈາກ​ມຸມ​ມອງ​ຂອງ​ຜູ້​ເປັນ​ມື​ອາຊີບ, ມັນ​ບໍ່​ໄດ້​ຢູ່​ໃນ​ເຄິ່ງ​ກາງ​ຢ່າງ​ແນ່​ນອນ. ແລ້ວ​ເພິ່ນ​ໄດ້​ບອກ​ພວກ​ເຂົາ​ວ່າ, “ຂໍ​ໃຫ້​ເຮົາ​ພາກັນ​ລອງ​ເຮັດ​ອີກ​ເທື່ອ​ໜຶ່ງ.”

ຮູບ​ພາບ
ແອວ​ເດີ ອາ​ໂອ​ບາ ກຳລັງ​ປັ້ນໝໍ້​

ເທື່ອ​ນີ້ ແອວ​ເດີ​ ອາ​ໂອ​ບາ ໄດ້​ວາງ​ກ້ອນ​ດິນ​ໜຽວ​ໄວ້​ຢູ່​ໃນ​ເຄິ່ງ​ກາງຂອງ​ລໍ້ ແລະ ແລ້ວ​ໄດ້​ເລີ່ມ​ປິ່ນ​ລໍ້, ເຮັດ​ຮູ​ຢູ່​ໃນ​ເຄິ່ງ​ກາງຂອງ​ກ້ອນ​ດິນ​ໜຽວ​ນັ້ັນ. ຊາວ​ໜຸ່ມ​ຫລາຍ​ຄົນ​ໄດ້​ລອງ​ເຮັດ​ອີກ. ເທື່ອ​ນີ້​ທຸກ​ຄົນ​ພາກັນ​ຕົບມື​ເມື່ອ​ພວກ​ເຂົາ​ໄດ້​ເວົ້າ​ວ່າ: “ວ້າວ! ມັນ​ບໍ່​ສັ່ນ,” “ຂ້ານ້ອຍ​ເຮັດ​ໄດ້,” ຫລື “ຂ້ານ້ອຍ​ເຮັດ​ໄດ້​ແລ້ວ!” ແນ່ນອນ​ວ່າ, ຮູບ​ຮ່າງ​ນັ້ນ​ບໍ່​ສົມບູນ​ແບບ, ແຕ່​ຜົນງານ​ເທື່ອ​ນີ້​ແມ່ນ​ແຕກ​ຕ່າງ​ຫລາຍ​ຈາກ​ຜົນ​ງານຂອງ​ເທື່ອ​ທຳ​ອິດ. ເຫດຜົນ​ສຳລັບ​ຄວາມ​ສຳເລັດ​ຂອງ​ພວກ​ເຂົາ​ແມ່ນ​ເປັນ​ເພາະ​ດິນ​ໜຽວ​ນັ້ນ​ໄດ້​ຖື​ກວາງ​ໄວ້​ຢູ່​ໃນ​ເຄິ່ງ​ກາງຂອງ​ລໍ້​ປິ່ນ.

ໂລກ​ທີ່​ເຮົາ​ອາໄສ​ຢູ່​ກໍ​ຄ້າຍຄື​ກັນ​ກັບ​ລໍ້​ປິ່ນ​ຂອງ​ຊ່າງ​ປັ້ນ, ແລະ ຄວາມ​ໄວ​ຂອງ​ລໍ້​ນັ້ນ​ກໍ​ກຳລັງ​ເພີ່ມ​ທະວີ​ຂຶ້ນ. ​ເໝືອນ​ດັ່ງ​ດິນ​ໜຽວ​ທີ່ຢູ່​ໃນ​ລໍ້​ປິ່ນ​ຂອງ​ຊ່າງ​ປັ້ນ, ເຮົາ​ກໍ​ຕ້ອງ​ຢູ່​ໃນ​ເຄິ່ງ​ກາງ​ຄື​ກັນ. ໃຈກາງ​ຂອງ​ເຮົາ, ຈຸດ​ໃຈກາງ​ຂອງ​ຊີວິດ​ເຮົາ, ຕ້ອງ​ເປັນ​ພຣະ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ການ​ດຳລົງ​ຊີວິດ​ທີ່​ມີ​ພຣະຄຣິດ​ເປັນ​ຈຸດ​ໃຈກາງ ​ໝາຍ​ຄວາມ​ວ່າ ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ແລ້ວ​ເຮົາ​ຕິດຕາມ​ຕົວຢ່າງ​ຂອງ​ພຣະ​ອົງ ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ​ຢ່າງ​ເຄັ່ງ​ຄັດ.

ເອ​ຊາ​ຢາ ສາດສະດາ​ບູຮານ​ໄດ້​ກ່າວ​ວ່າ, “ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເອີຍ, ພຣະ​ອົງ​ເປັນ​ພຣະ​ບິດາ​ຂອງ​ພວກ​ຂ້ານ້ອຍ; ພວກ​ຂ້ານ້ອຍ​ເປັນ​ດິນ​ໜຽວ ແລະ ພຣະ​ອົງ​ເປັນ​ຊ່າງ​ປັ້ນ; ພຣະ​ອົງ​ໄດ້​ສ້າງ​ພວກ​ຂ້ານ້ອຍ​ມາ.”1

ຖ້າ​ຫາກ​ຊີວິດ​ຂອງ​ເຮົາ​ເຈາະ​ຈົງ​ຢູ່​ທີ່ພຣະ​ເຢ​ຊູ​ຄຣິດ, ພຣະ​ອົງສາ​ມາດ​ຫລໍ່ຫລອມ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ເຮົາ​ຕ້ອງ​ເປັນ ເພື່ອ​ຈະ​ໄດ້​ກັບ​ຄືນ​ໄປ​ຫາ​ທີ່​ປະທັບ​ຂອງ​ພຣະອົງ ​ແລະ ພຣະ​ບິດາ​ເທິງ​ສະຫວັນ ໃນ​ອານາຈັກ​ຊັ້ນ​ສູງ. ຄວາມສຸກ​ທີ່​ເຮົາ​ປະສົບ​ຢູ່​ໃນ​ຊີວິດ​ນີ້ ຈະ​ກ່ຽວ​ພັນ​ຢ່າງ​ໂດຍ​ກົງ​ວ່າ ຊີວິດ​ຂອງ​ເຮົາ​ເຈາະ​ຈົງ​ຢູ່​ໃນ​ຄຳ​ສອນ, ຕົວຢ່າງ, ແລະ ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ດີ​ເທົ່າ​ໃດ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ໄດ້​ເກີດ​ມາ​ໃນ​ຄອບຄົວ​ທີ່​ໄດ້​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ມາ​ຫລາຍໆ​ລຸ້ນ​ຄົນ, ສະນັ້ນ ພອນ ແລະ ຄວາມສຸກ​ຂອງ​ການ​ມີ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ ຊຶ່ງເປັນ​ພື້ນຖານ​ຂອງ​ຄອບຄົວ​ເຮົາ​ ກໍ​ໄດ້​ຖືກ​ສານ​ຕໍ່​ເຂົ້າ​ກັບ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ​ໃນ​ທຸກໆ​ດ້ານ. ຕອນ​ໄປ​ເຜີຍແຜ່​ເຕັມ​ເວລາ​ຂອງ​ຂ້າພະເຈົ້າ ຕອນ​ຂ້າພະເຈົ້າ​ເປັນ​ຊາຍ​ໜຸ່ມ ຂ້າພະເຈົ້າ​ກໍ​ໄດ້​ຮັບ​ຮູ້​ຜົນ​ກະທົບ​ດີໆ ຂອງ​ຄວາມ​ສົມບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ​ໄດ້​ມີ​ຕໍ່​ຜູ້​ຄົນ​ທີ່​ບໍ່​ເຄີຍ​ໄດ້​ປະສົບ​ກັບ​ພອນ​ຂອງ​ມັນ​ໃນ​ຊີວິດ​ຂອງ​ເຂົາເຈົ້າ​ມາ​ກ່ອນ. ພຣະ​ຄຳ​ພີ​ຂໍ້​ນີ້​ໃນ​ພຣະ​ທຳ​ມັດ​ທາຍ ກໍ​ເປັນ​ຕົວຢ່າງ​ຂອງ​ຂັ້ນ​ຕອນ​ທີ່​ຜູ້​ທີ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ ປະສົບວ່າ: “ອານາຈັກ​ສະຫວັນ​ປຽບ​ເໝືອນ​ຊັບ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງ​ນາ, ຊາຍ​ຄົນ​ໜຶ່ງ​ພົບ​ແລ້ວ​ຈຶ່ງ​ເຊື່ອງ​ໄວ້​ອີກ; ລາວ​ດີໃຈ​ທີ່​ສຸດ​ຈຶ່ງ​ໄປ​ຂາຍ​ທຸກ​ສິ່ງ​ທີ່​ຕົນ​ມີ​ຢູ ແລ້ວໄປ​ຊື້​ເອົາ​ນາ​ທົ່ງ​ນັ້ນ.”2

ຂ້າພະເຈົ້າ​ຂໍ​ແບ່ງປັນ​ຕົວຢ່າງ​ໜຶ່ງ​ກັບ​ທ່ານ ຈາກ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ອະທິບາຍ​ເຖິງ​ສິ່ງ​ທີ່​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຄົນ​ໜຶ່ງ​ໄດ້​ເຕັມ​ໃຈ​ທີ່​ຈະ​ຈ່າຍ​ຄ່າ ເພື່ອ​ວ່າ​ຈະ​ໄດ້​ຮັບ​ຄວາມສຸກ ທີ່​ກ່ຽວ​ພັນ​ກັບ​ການ​ພົບ​ເຫັນ​ຊັບ​ທີ່​ພຣະ​ຄຣິດ​ໄດ້​ກ່າວ​ເຖິງ​ໃນ​ຄຳ​ອຸປະມາ​ເລື່ອງ ​ຊັບ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງ​ນາ.

ຈົ່ງ​ຈຳ​​ໄວ້ ໃນ​ພຣະ​ຄຳ​ພີ​ມໍ​ມອນ ​ໃນ ​ແອວ​ມາ ບົດ​ທີ 20, ອຳ​ໂມນ ແລະ ລາ​ໂມ​ໄນ ໄດ້​ພາກັນ​ເດີນທາງ​ໄປ​ສູ່​ເມືອງ ມິດ​ໂດ​ໄນ ເພື່ອ​ຈຸດປະສົງ​ຂອງ​ການ​ຊອກ​ຫາ ແລະ ການ​ປົດ​ປ່ອຍ ອາ​ໂຣນ, ນ້ອງ​ຊາຍ​ຂອງ​ເພິ່ນ​ອອກ​ຈາກ​ຄຸກ. ໃນ​ການ​ເດີນທາງ​ຂອງ​ພວກ​ເພິ່ນ, ພວກ​ເພິ່ນ​ໄດ້​ພົບ​ບິດາ​ຂອງ ລາ​ໂມ​ໄນ, ຜູ້​ທີ່​ເປັນ​ກະສັດ​ຊາວ​ເລ​ມັນຕະຫລອດ​ທົ່ວ​ແຜ່ນດິນ​ທັງ​ໝົດ.

ກະສັດ​ໃຈ​ຮ້າຍ​ຫລາຍ​ເພາະ​ບຸດ​ຂອງ​ເພິ່ນ​ກຳລັງ​ເດີນທາງ​ໄປ​ກັບ​ອຳ​ໂມນ, ຜູ້​ສອນ​ສາດສະໜາ​ຊາວ​ນີ​ໄຟ, ຜູ້​ທີ່​ເພິ່ນ​ໄດ້​ຖື​ວ່າ​ເປັນ​ສັດ​ຕູ. ເພິ່ນ​ໄດ້​ຮູ້ສຶກ​ວ່າ​ບຸ​ດ​ຂອງ​ເພິ່ນ​ຄວນ​ໄດ້​ໄປ​ຮ່ວມ​ໃນ​ງານ​ລ້ຽງ​ສະຫລອງ​ທີ່​ໃຫຍ່​ໂຕ ທີ່​ເພິ່ນ​ໄດ້​ຈັດ​ຂຶ້ນ​ສຳລັບ​ບັນດາ​ບຸດ​ຂອງ​ເພິ່ນ ແລະ ຜູ້​ຄົນ​ຂອງ​ເພິ່ນ. ກະສັດ​ຊາວ​ເລ​ມັນ​​​ໄດ້​ໃຈ​ຮ້າຍ​ຫລາຍ​ຈົນ​ວ່າ​ເພິ່ນ​ໄດ້​ບັນຊາ​ໃຫ້ ລາ​ໂມ​ໄນ ບຸດ​ຂອງ​ເພິ່ນ​ຂ້າ​ອຳ​ໂມນ​ດ້ວຍ​ດາບ​ຂອງ​ເພິ່ນ. ເມື່ອ​ລາ​ໂມ​ໄນ​ບໍ່​ຍອມ​ເຮັດ​ຕາມ, ກະສັດ​ໄດ້​ຈົກ​ດາບ​ຂອງ​ເພິ່ນ​ເອງ​ອອກ​ມາ ເພື່ອ​ຈະ​ຂ້າ​ບຸດ​ຂອງ​ເພິ່ນ​ເພາະ​ຄວາມ​ບໍ່​ເຊື່ອ​ຟັງ; ແຕ່, ອຳ​ໂມນ ໄດ້​ໄກ່​ເກ່ຍ​ເພື່ອ​ຊ່ອຍ​ຊີວິດ​ຂອງ ລາ​ໂມ​ໄນ ເອົາ​ໄວ້. ໃນ​ທີ່​ສຸດ ເພິ່ນ​ກໍ​ໄດ້​ມີ​ອຳນາດ​ເໜືອ​ກະສັດ ​ແລະ ​ເກືອບ​ຂ້າ​ເພິ່ນ.

ຕໍ່​ໄປ​ນີ້​ຄື​ຄຳ​ທີ່​ກະສັດ​ໄດ້​ກ່າວ​ກັບ ອຳ​ໂມນ ເມື່ອ​ພົບ​ເຫັນ​ຕົນ​ເອງ​ຕົກ​ຢູ່​ໃນ​ສະພາບ​ທີ່ຄໍ​ຂາດ​ບາດຕາ​ຍວ່າ: “ຖ້າ​ຫາກ​ເຈົ້າ​ໄວ້​ຊີວິດ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ຈະ​ອະນຸຍາດ​ໃຫ້​ເຈົ້າ ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຕ້ອງການ​ຈົນກະທັ້ງ​ເຄິ່ງ​ໜຶ່ງ​ຂອງ​ອານາຈັກ​ຂອງ​ຂ້າ​ພະ​ເຈົ້າ.”3

ສະນັ້ນ ກະສັດ​ໄດ້​ເຕັມ​ໃຈ​ຈະ​ສະລະ​ແມ່ນ​ແຕ່​ເຄິ່ງ​ໜຶ່ງ​ຂອງ​ອານາຈັກ​ຂອງ​ເພິ່ນ ເພື່ອ​ຈະ​ເອົາ​ຊີວິດ​ຂອງ​ຕົນ​ໃຫ້​ລອດ. ກະສັດ​ຕ້ອງ​ໄດ້​ຕົກໃຈ​ແທ້ໆ ເມື່ອ​ອຳ​ໂມນ​ໄດ້​ຮຽກຮ້ອງ​ພຽງ​ແຕ່​ວ່າ​ໃຫ້​ເພິ່ນ​ປົດ​ປ່ອຍ ອາ​ໂຣນ ນ້ອງ​ຊາຍ​ຂອງ​ເພິ່ນ ແລະ ໝູ່​ເພື່ອນ​ຂອງ​ລາວ​ຈາກ​ຄຸກ ແລະ ວ່າ​ໃຫ້ ລາ​ໂມ​ໄນ ບຸດ​ຂອງ​ເພິ່ນ​ປົກຄອງ​ອານາຈັກ​ຂອງ​ເພິ່ນ​ເອງ.

ຕໍ່​ຈາກ​ນັ້ນ, ເປັນ​ເພາະ​ການ​​ປະ​ທະຕອນ​ນີ້, ອາ​ໂຣນ ນ້ອງ​ຊາຍ​ຂອງ​ອຳ​ໂມນ ກໍ​ໄດ້​ຖືກ​ປົດ​ປ່ອຍ​ອອກ​ຈາກ​ຄຸກ ມິດ​ໂດ​ໄນ. ຫລັງ​ຈາກ​ການ​ປົດ​ປ່ອຍ​ຂອງ​ລາວ ລາວ​ກໍ​ຖືກ​ດົນ​ໃຈ​ໃຫ້​ເດີນທາງ​ໄປ​ບ່ອນ​ທີ່​ກະສັດ​ຊາວ​ເລ​ມັນ​ຄົນ​ນັ້ນ​ໄດ້​ປົກຄອງ​ແຜ່ນດິນ​ຢູ່. ອາ​ໂຣນ ຖືກ​ແນະນຳ​ຕົວ​ຕໍ່​ກະສັດ ແລະ ໄດ້​ມີ​ສິດທິ​ພິເສດ​ໃນ​ການ​ສັ່ງສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ແກ່​ເພິ່ນ, ຮ່ວມ​ເຖິງ​ແຜນ​ແຫ່ງ​ການ​ໄຖ່​ທີ່​ຍິ່ງ​ໃຫຍ່. ຄຳ​ສອນ​ຂອງ​ອາ​ໂຣນ ໄດ້​ດົນ​ໃຈ​ກະສັດ​ຫລາຍ.

ຄຳ​ຕອບ​ຂອງ​ກະສັດ​ຕໍ່​ຄຳ​ສອນ​ຂອງ​ອາ​ໂຣນ ກໍ​ພົບ​ເຫັນ​ຢູ່​ໃນ​ ຂໍ້​ທີ 15 ຂອງ​​ແອວ​ມາ ບົດ​ທີ 22 ມີ​ຄວາມ​ວ່າ: “ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື ຫລັງ​ຈາກ​ອາ​ໂຣນ​ໄດ້​ອະທິບາຍ​ເລື່ອງ​ເຫລົ່າ​ນີ້​ຕໍ່​ເພິ່ນ​ແລ້ວ, ກະສັດ​ໄດ້​ເວົ້າ​ວ່າ: ຂ້າພະເຈົ້າ​ຈະ​ເຮັດ​ແນວໃດ​ເພື່ອ​ຂ້າພະເຈົ້າ​ຈະ​ມີ​ຊີວິດ​ນິລັນດອນ ຊຶ່ງ​ເຈົ້າ​ໄດ້​ເວົ້າ​ມາ​ນັ້ນ? ແທ້​ຈິງ​ແລ້ວ, ຂ້າພະເຈົ້າ​ຈະ​ເຮັດ​ແນວໃດ​ເພື່ອ​ຈະ​ໄດ້​ເກີດ​ຈາກ​ພຣະ​ເຈົ້າ, ໂດຍ​ຂຸດ​ເອົາ​ຮາກ​ຂອງ​ວິນ​ຍານ​ຊົ່ວ​ນີ້​ອອກ​ຈາກ​ໜ້າ​ເອິກ​ຂອງ​ຂ້າພະເຈົ້າ, ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ເພື່ອ​ຂ້າ​ພະ​​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ປິ​ຕິ​ຍິນດີ, ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ບໍ່​ໄດ້​ຖືກ​ປະ​ຖິ້ມ​ໃນ​ວັນ​ສຸດ​ທ້າຍ? ຈົ່ງ​ເບິ່ງ, ກະສັດ​ໄດ້​ເວົ້າ​ວ່າ ຂ້າພະເຈົ້າ​ຈະ​ສະລະ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຂ້າພະເຈົ້າ​ເປັນ​ເຈົ້າ​ຂອງ, ແທ້​ຈິງ​ແລ້ວ, ຂ້າພະເຈົ້າ​ຈະ​ປະ​ຖິ້ມ​ອານາຈັກ​ຂອງ​ຂ້າພະເຈົ້າ, ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຜາ​ສຸກ​ອັນ​ຍິ່ງ​ໃຫຍ່​ນີ້.”

ຊ່າງ​ປະຫລາດ​ໃຈ​​ແທ້ໆ, ກົງກັນຂ້າມ​ກັບ​ການ​ຈະ​ສະລະ​ອານາຈັກ​ຂອງ​ເພິ່ນ​ເຄິ່ງ​ໜຶ່ງ ​ເພື່ອ​ຈະ​ຮັກສາ​ຊີວິດ​ຂອງ​ເພິ່ນ​ເອົາ​ໄວ້, ບັດ​ນີ້ ກະສັດ​ຊາວ​ເລ​ມັນ​ກໍ​ເຕັມ​ໃຈ​ທີ່​ຈະ​ສະລະ​ອານາຈັກ​ຂອງ​ເພິ່ນ​ທັງ​ໝົດ​ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຮັບ​ຄວາມສຸກ​ທີ່​ມາ​ຈາກ​ຄວາມ​ເຂົ້າໃຈ, ການ​ຍອມຮັບ, ແລະ ການ​ດຳລົງ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ແນນ​ຊີ, ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ​ກໍ​ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ສາດສະໜາ​ຈັກ​ຄື​ກັນ. ນາງ​ໄດ້​ບອກ​ຂ້າພະເຈົ້າ​ຫລາຍ​ເທື່ອ​ຕະຫລອດ​ຫລາຍ​ປີຜ່ານມາ ເຖິງ​ຄວາມສຸກ​ທີ່​ນາງ​ໄດ້​ຮູ້ສຶກ​ໃນ​ຊີວິດ​ຂອງ​ນາງ ນັບ​ຕັ້ງແຕ່​ໄດ້​ພົບພໍ້, ໄດ້​ຍອມຮັບ​ເອົາ, ແລະ ໄດ້​ດຳລົງ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຕໍ່​ໄປ​ນີ້​ຄື​ຄວາມ​ຄິດ​ເຫັນ​ຂອງ ຊິດ​ສະ​ເຕີ ເມນສ໌ ກ່ຽວ​ກັບ​ປະສົບ​ການ​ຂອງ​ນາງ:

“ຕອນ​ຂ້າພະເຈົ້າ​ເປັນ​ສາວ​ໃນ​ໄວ​ຕົ້ນ 20 ປີ, ມັນ​ເປັນ​ຈຸດ​ໜຶ່ງ​ໃນ​ຊີວິດ​ຂອງ​ຂ້າພະເຈົ້າ ເມື່ອ​ຂ້າພະເຈົ້າ​ໄດ້​ຮູ້​ວ່າ​ຂ້າພະເຈົ້າ​ຈຳເປັນ​ຕ້ອງ​ປ່ຽນແປງ​ອັນ​ໃດ​ບາງ​ຢ່າງ ​ເພື່ອ​ວ່າ​ຈະ​ເປັນ​ຄົນ​ທີ່​ມີ​ຄວາມສຸກ​ຫລາຍ​ຂຶ້ນ. ຂ້າພະເຈົ້າ​ໄດ້​ຮູ້ສຶກ​ວ່າ​ ຊີວິດ​ບໍ່​ໄດ້​ມີ​ຈຸດປະສົງ ແລະ ທິດ​ທາງ​ທີ່ແທ້​ຈິງ, ແລະ ຂ້າພະເຈົ້າ​ບໍ່​ໄດ້​ຮູ້​ວ່າ​ຈະ​ໄປ​ຊອກ​ຫາ​ມັນ​ຢູ່​ໃສ. ຂ້າພະເຈົ້າ​ໄດ້​ຮູ້​ສະເໝີ​ວ່າ ພຣະ​ບິດາ​ເທິງ​ສະຫວັນ​ມີ​ຈິງ ແລະ ເປັນ​ບາງ​ຄັ້ງ​ບາງ​ຄາວ​ຕະຫລອດ​ຊີວິດ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ໄດ້​ອະທິຖານ, ໂດຍ​ຮູ້ສຶກ​ວ່າ​ພຣະ​ອົງ​ໄດ້​ຮັບ​ຟັງ.

“ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ເລີ່ມ​ຄົ້ນຄວ້າ​ຫາ, ຂ້າພະເຈົ້າ​ໄດ້​ໄປ​ໂບດ​ຫລາຍໆ​ແຫ່ງ ແຕ່ໃນ​ທີ່​ສຸດ​ກໍ​ກັບ​ຄືນ​ມາ​ຫາ​ຄວາມ​ຮູ້ສຶກ​ແບບ​ເກົ່າ ແລະ ການ​ທໍ້ຖອຍ​ໃຈ. ຂ້າພະເຈົ້າ​ຮູ້​ວ່າ​ໄດ້​ຮັບ​ພອນ​ຫລາຍ​ເພາະ​ການ​ອະທິຖານ​ຂອງ​ຂ້າພະເຈົ້າ ສຳລັບ​ການ​ຊີ້​ນຳ ແລະ ຈຸດປະສົງ​ໃນ​ຊີວິດ​ກໍ​ໄດ້​ຮັບ​ຄຳ​ຕອບ​ໃນ​ທີ່​ສຸດ, ແລະ ຄວາມ​ສົມບູນ​ແຫ່ງ​ພຣະ​ກິດຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກໍ​ຖືກ​ນຳ​ເຂົ້າ​ມາສູ່​ຊີວິດ​ຂອງ​ຂ້າ​ພະ​ເຈົ້າ. ເປັນ​ເທື່ອ​ທຳອິດ​ທີ່​ຂ້າພະເຈົ້າ​ໄດ້​ຮູ້ສຶກ​ວ່າ​ຂ້າພະເຈົ້າ​ມີ​ຈຸດປະສົງ, ແລະ ແຜນ​ແຫ່ງ​ຄວາມສຸກ​ໄດ້​ນຳ​ເອົາ​ຄວາມສຸກ​ທີ່​ແທ້​​ຈິງ​ມາສູ່​ຊີວິດ​ຂອງ​ຂ້າ​ພະ​ເຈົ້າ.”

ອີກ​ປະສົບ​ການ​ໜຶ່ງ​ແມ່ນ​ພົບ​ເຫັນ​ຈາກ ພຣະ​ຄຳ​ພີ​ມໍ​ມອນ ກໍ​ສະແດງ​ໃຫ້​ເຫັນ​ຢ່າງ​ແຈ່ມ​ແຈ້ງ ວ່າການ​ດຳລົງ​ຊີວິດ​ທີ່​ມີ​ພຣະ​ຄຣິດ​ເປັນ​ຈຸດ​ໃຈກາງ​ຂອງ​ຊີວິດ ສາມາດ​ເຮັດ​ໃຫ້​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມສຸກ​ທີ່​ຍິ່ງ​ໃຫຍ່ ແມ່ນ​ແຕ່​ເມື່ອ​ຖືກ​ອ້ອມ​ຮອບ​ຢູ່​ ດ້ວຍ​ບັນຫາ​ທີ່​ຍາກ​ລຳບາກ​ຫລາຍ​ແທ້ໆ.

ຫລັງ​ຈາກ​ສາດສະດາ​ລີ​ໄຮ ແລະ ຄອບຄົວ​ຂອງ​ເພິ່ນ​ໄດ້​ໜີ​ໄປ​ຈາກ​ເຢ​ຣູ​ຊາ​ເລັມ 600 ປີ​ ກ່ອນ ຄ.ສ.,ເຂົາເຈົ້າ​ໄດ້​ຊັດເຊ​ພະເນຈອນ​ໄປ​ເກືອບ​ແປດ​ປີ​ໃນ​ຖິ່ນ​ແຫ້ງແລ້ງ​ກັນ​ດານ ຈົນ​ກວ່າ​ເຂົາເຈົ້າ​ໄດ້​ມາ​ເຖິງ​ແຜ່ນດິນ​ທີ່​ເຂົາເຈົ້າ​ເອີ້ນ​ວ່າ ເມືອງ​ອຸດົມສົມບູນ, ຊຶ່ງ​ຕັ້ງ​ຢູ່​ໃກ້​ຝັ່ງ​ທະ​ເລ. ນີ​ໄຟ​​ໄດ້ບັນຍາຍ​ເຖິງ​ຊີວິດ​ທີ່​ມີ​ຄວາມ​ຍາກ​ລຳບາກ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ: “ພວກ​ເຮົາ​ໄດ້​ອົດທົນ​ຮັບ​ຄວາມທຸກ ແລະ ຄວາມ​ຫຍຸ້ງຍາກ​ມາ​ຫລາຍ​ແລ້ວ, ແທ້​ຈິງ​ແລ້ວ, ເຖິງ​ຂະໜາດ​ຂ້າພະເຈົ້າ​ຂຽນ​ໄວ້​ໝົດ​ບໍ່​ໄດ້.”4

ຕອນ​ອາໄສ​ຢູ່​ທີ່ເມື່ອ​ງ​ອຸດົມສົມບູນ, ນີ​ໄຟ​ຖືກ​ບັນຊາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ສ້າງ​ເຮືອ​ໃຫຍ່​ທີ່​ຈະ​ພາ​ເຂົາເຈົ້າ​ຂ້າມ​ທະເລ​ໄປ​ສູ່​ແຜ່ນດິນ​​ແຫ່ງ​ຄຳ​ສັນຍາ​. ຫລັງ​ຈາກ​ໄດ້​ໄປ​ເຖິງ​ແຜ່ນດິນ​​ແຫ່ງ​ຄຳສັນຍາ​ແລ້ວ, ການ​ຕໍ່ຕ້ານ​ທີ່​ຮ້າຍ​ແຮງ​ກໍ​ໄດ້​ເກີດ​ຂຶ້ນ​ຢູ່​ຕໍ່​ໄປ​ລະຫວ່າງ​ຜູ້​ຄົນ​ທີ່​ຕັ້ງ​ຊີວິດ​ຂອງ​ເຂົາເຈົ້າ​ຢູ່​ໃນ​ພຣະ​ຄຣິດ ແລະ ຜູ້​ທີ່​ບໍ່​ເຊື່ອ​ຖື ຜູ້້​ທີ່​ໄດ້​ຕິດຕາມ​ຕົວຢ່າງ​ຂອງ​ເລ​ມັນ ແລະ ເລ​ມູ​ເອນ. ໃນ​ທີ່​ສຸດ, ການ​ສ່ຽງ​​ໄພ​ລະຫວ່າງ​ສອງ​ກຸ່ມ​ນີ້​ແມ່ນ​ໃຫຍ່​ຫລວງຫລາຍ ຈົນ​ກວ່າ​ນີ​ໄຟ ແລະ ຜູ້​ຄົນ​ທີ່​ໄດ້​ຕິດຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ແຍກ​ຕົວ​ເອງ​ອອກ​ໄປ ແລະ ໄດ້​ປົບ​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເພື່ອ​ຄວາມ​ປອດ​ໄພ. ໃນ​ເວລາ​ນີ້, ປະມານ 30 ປີ​ຫລັງ​ຈາກ ລີ​ໄຮ ແລະ ຄອບຄົວ​ຂອງ​ເພິ່ນ​ໄດ້​ໜີ​ໄປ​ຈາກ​ເຢ​ຣູ​ຊາ​ເລັມ, ນີ​ໄຟ ໄດ້​ກ່າວ​ຄຳ​ຢືນຢັນ​ທີ່​ບັນທຶກ​ໄວ້​ດີ ແລະ ທີ່​ປະຫລາດ​ໃຈ​ຢ່າງ​ໜຶ່ງ, ໂດຍ​ສະເພາະ​ຫລັງ​ຈາກ​ໄດ້​ບັນທຶກ​ໃນ​ຂໍ້​ພຣະ​ຄຳ​ພີ​ເຖິງ​ຄວາມ​ຍາກ​ລຳບາກ ແລະ ຄວາມທຸກ​ທໍລະມານ​ທັງຫລາຍ​ທີ່​ເຂົາເຈົ້າ​ໄດ້​ປະ​ເຊີນ​ເປັນ​ເວລາ​ດົນ​ນານ. ຕໍ່​ໄປ​ນີ້​ຄື​ຖ້ອຍ​ຄຳ​ຂອງ​ເພິ່ນ​ວ່າ: “ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື ພວກ​ເຮົາ (ໄດ້​ມີ​ຊີວິດ​ຢູ່) ຕາມ​ທາງ​ແຫ່ງ​ຄວາມ​ສຸກ.”5 ເຖິງ​ແມ່ນ​ວ່າ​ເຂົາເຈົ້າ​ໄດ້​ມີ​ຄວາມ​ຍາກ​ລຳບາກ, ເຂົາເຈົ້າ​ຍັງ​ສາມາດ​ດຳລົງ​ຊີວິດ ຕາມ​ທາງ​ແຫ່ງ​ຄວາມສຸກ ເພາະວ່າ​ເຂົາເຈົ້າ​ຖືກ​ຕັ້ງ​ຢູ່​ໃນ​ພຣະ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ເໝືອນ​ດັ່ງ​ດິນ​ໜຽວ​ຢູ່​ເທິງ​ລໍ້​ປິ່ນຂອງ​ຊ່າງ​ປັ້ນ​ໝໍ້, ຊີວິດ​ຂອງ​ເຮົາ​ກໍ​ຕ້ອງ​ຖືກ​ຕັ້ງ​ຢູ່​ດ້ວຍ​ຄວາມ​ແນ່ນອນ​ໃນ​ພຣະ​ຄຣິດ ຖ້າ​ຫາກ​ເຮົາ​ຢາກ​ຈະ​ພົບ​ເຫັນ​ຄວາມສຸກ ແລະ ຄວາມ​ສະຫງົບ​ທີ່ແທ້​ຈິງ​ໃນ​ຊີວິດ​ນີ້. ຕົວ​ຢ່າງ​ດັ່ງ​ກະສັດ​ຊາວ​ເລ​ມັນ; ແນນ​ຊີ, ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ; ແລະ ຜູ້​ຄົນ​ຊາວ​ນີ​ໄພ ທັງ​ໝົດ​ ກໍສົ່ງເສີມ​ຫລັກ​ທຳ​ນີ້.

ຂ້າພະເຈົ້າ​ເປັນ​ພະຍານ​ຕໍ່​ທ່ານ​ໃນ​ມື້ນີ້​ວ່າ ເຮົາ​ກໍ​ສາມາດ​ພົບ​ເຫັນ​ຄວາມ​ສະຫງົບ​ນັ້ນ, ຄວາມສຸກ​ນັ້ນ, ຄວາມ​ປິ​ຕິ​ຍິນດີ​ທີ່ແທ້​ຈິງ​ນັ້ນ​ຄື​ກັນ ຖ້າ​ເຮົາ​ເລືອກ​ທີ່​ຈະ​ດຳລົງ​ຊີວິດ​ທີ່​ມີ​ພຣະ​ຄຣິດ​ເປັນ​ຈຸດ​ໃຈກາງ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.