​2010–2019
ການສະໜັບສະ​ໜູນ​ເຈົ້າໜ້າ​ທີ່​ຂອງ​ສາດສະໜາ​ຈັກ
ຕຸລາ 2015


ການສະໜັບສະ​ໜູນ​ເຈົ້າໜ້າ​ທີ່​ຂອງ​ສາດສະໜາ​ຈັກ

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ປະທານ​ມອນ​ສັນ​ ​ໄດ້​ຂໍ​ໃຫ້​ຂ້າພະ​ເຈົ້າ ສະ​ເໜີ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່, ສາວົກ​ເຈັດ​ສິບ​ປະຈຳ​ເຂດ, ​​ແລະ ຝ່າຍ​ປະທານ​ອົງການ​ຊ່ອຍ​ເຫລືອສາມັນ ຕໍ່​ສາດສະໜາ​ຈັກ ​ເພື່ອ​ການ​ສະໜັບສະໜູນ.

ຂໍ​ສະ​ເໜີ​ໃຫ້​ສະໜັບ​ສະ​ໜູນ ທອມ​ມັສ ສະ​ເປັນ​ເຊີ ​ມອນ​ສັນ​ ​ເປັນ​ປະທານ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ ​ແລະ ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ; ​ເ​ຮັນຣີ ​ເບັນ​ນຽນ ​ໄອຣິງ ​ເປັນ​ທີ່​ປຶກສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ສູງ​ສຸດ, ​ແລະ ດີ​ເດີ ​ຟະຣີດະ​ຣິກ ​ອຸກ​ດອບ ​ເປັນ​ທີ່​ປຶກສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ສູງ​ສຸດ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ການ​ອອກສຽງ​ຖືກ​ບັນທຶກ​ໄວ້​ແລ້ວ.

ຂໍ​ສະ​ເໜີ​ໃຫ້​ສະໜັບສະໜູນ ຣະ​ໂຊ ​ເອັມ ​ແນວສັນ ​ເປັນ​ປະທານ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ​ແລະ ຕໍ່​ໄປ​ນີ້​ຄື ກຸ່ມ​ອັກຄະ​ສາວົກ​ສິບ​ສອງ: ຣະ​ໂຊ ​ເອັມ ​ແນວສັນ, ດາ​ລິນ ​ເອັຈ ​ໂອກ​ສ໌, ​ເອັມ ຣະ​ໂຊ ບາ​ເລີດ, ຣໍ​ເບີດ ດີ ​ແຮ​ວສ໌, ​ແຈັບ​ຟະຣີ ອາ ຮໍ​ແລນ, ​ເດ​ວິດ ​ເອ ​ແບ໊ດນາ, ຄວນ​ຕິນ ​ແອວ ຄຸກ, ດີ ທອດ ຄຣິສ​ໂຕ​ເຟີ​ສັນ, ນຽວ ​ແອວ ​ແອນ​ເດີ​ເສັນ, ​ແລະ ສະມາຊິກ​ໃໝ່​ຂອງ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ, ຣອນ​ໂນ ​ເອ ​ແຣັສ໌ແບນ, ​ແກຣີ ອີ ສະຕີ​ບ​ເວັນ​ສັນ, ​ແລະ ​ແດ​ວ ຈີ ​ເຣັນລັນ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ການ​ອອກສຽງ​ຖືກ​ບັນທຶກ​ໄວ້​ແລ້ວ.

ຂໍ​ສະ​ເໜີ​ໃຫ້​ສະໜັບສະໜູນ​ທີ່​ປຶກສາ​ໃນ​ຝ່າຍປະທານ​ສູງ​ສຸດ ​ແລະ ​ອັກຄະ​ສາວົກ​ສິບ​ສອງ​ເປັນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ການ​ອອກສຽງ​ຖືກ​ບັນທຶກ​ໄວ້​ແລ້ວ.

​ໂດຍ​ທີ່​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ເປັນ​ສະມາຊິກ​ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ, ສະນັ້ນ ​ໃນ​ເວລາ​ນີ້ ພວກ​ເຮົາ​ຈຶ່ງ​ຂໍປົດ ຣອນ​ໂນ ​ເອ ​ແຣັສ໌​ແບນ ຈາກ​ຝ່າຍ​ປະທານ​ສາວົກ​ເຈັດ​ສິບ ​ແລະ ​ແອວ​ເດີ ​ແດ​ວ ຈີ ​ເຣັນລັນ ຈາກ​ການ​ເປັນ​ສະມາຊິກ​​ໃນ​ກຸ່ມ​ທີ​ໜຶ່ງ​ຂອງ​ກຸ່ມສາວົກ​ເຈັດ​ສິບ​.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈພວກ​​ເພິ່ນຮ່ວມ​ກັບ​ພວກ​ເຮົາ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

​ຂໍສະ​ເໜີ​ປົດ ​ແລະ ຂອບ​ໃຈ​ບຸກຄົນ​ດັ່ງ​ຕໍ່​ໄປ​ນີ້ ສຳລັບ​ການ​ຮັບ​ໃຊ້​ທີ່​ອຸທິດ​ຕົນ​ຂອງ​ພວກ​ເພິ່ນ: ​ແອວ​ເດີ ດອນ ອາ ຄະລາ​ກ ຈາກ​ການ​ເປັນ​ສະມາຊິກ​​ໃນກຸ່ມທີ​ໜຶ່ງ​ຂອງ​ກຸ່ມ​ສາວົກ​ເຈັດ​ສິບ​ ​ແລະ ​ແອວ​ເດີ ​ໂກ​ອີ​ຈີ ອາ​ໂອ​ຢາ​ກີ ​ແລະ ​ແອວ​ເດີ ບຣູສ໌ ​ເອ ຄາ​ສັນ ຈາກ​ການ​ເປັນ​ສະມາຊິກ​​ໃນ​​ກຸ່ມ​ທີ​ສອງ​ຂອງ​ກຸ່ມສາວົກ​ເຈັດ​ສິບ​ ​ແລະ ​​ໃຫ້​ພວກ​ເພິ່ນມີ​ຕຳ​ແໜ່​ງ​ເປັນ​ອະດີດ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ກະຕັນຍູ​ຮ່ວມ​ກັບພວກ​ເຮົາ ສຳລັບ​ການ​ຮັບ​ໃຊ້​ທີ່​ດີ​ເດັ່ນ​ຂອງ​ພວກ​ເພິ່ນ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ພ້ອມ​ນີ້ ພວກ​ເຮົາ​ຂໍ​ສະ​ເໜີ​ປົດ ​ເຊີ​ຮີ ​ເອ ​ໂຄ​ວາ​ໂລ ຈາກ​ການ​ເປັນ​ສາວົກ​ເຈັດ​ສິບ​ປະຈຳ​ເຂດ.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ຮ່ວມ​ກັບພວກ​ເຮົາ ສຳລັບ​ການ​ຮັບ​ໃຊ້​ທີ່​ດີ​ເດັ່ນ​ຂອງ​​ເພິ່ນ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

​ໃນ​ເວລາ​ນີ້, ພວກ​ເຮົາ​ຂໍ​ສະ​ເໜີ​ປົດບຣາ​ເດີ ຈອນ ​ແອັສ ​ແທນ​ເນີ ຈາກ​ການ​ເປັນ​ທີ່​ປຶກສາ​ທີ​ໜຶ່ງໃນ​ຝ່າຍ​ປະທານ​ໂຮງຮຽນ​ວັນ​ອາທິດ​ສາມັນ ​ແລະ ບຣາ​ເດີ ​ເດ​ວິນ ຈີ ​ເດີ​ແຣ້ນ ຈາ​ກການ​ເປັນ​ທີ່​ປຶກສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ໂຮງຮຽນ​ວັນ​ອາທິດ​ສາມັນ. ດັ່ງ​ທີ່​ໄດ້​ປະກາດ​ມາ​ກ່ອນ​ແລ້ວ, ບຣາ​ເດີ ​ແທນ​ເນີ ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ຮັບ​ໃຊ້​ເປັນ​ປະທານ​ຂອງມະຫາວິທະຍາ​ໄລ BYU–ຮາ​ວາຍ.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມຂອບ​ໃຈຮ່ວມ​ກັບພວກ​ເຮົາ ສຳລັບ​ການ​ຮັບ​ໃຊ້​ທີ່​ດີ​ເດັ່ນ​ຂອງອ້າຍ​ນ້ອງ​ເຫລົ່າ​ນີ້, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

​ເວລາ​ນີ້​ ບຣາ​ເດີ ​ເດ​ວິນ ຈີ ​ເດີ​ແຣ້ນ ​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ເປັນ​ທີ່​ປຶກສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ໂຮງຮຽນ​ວັນ​ອາທິດ​ສາ​ມັນ ​ແລະ ບຣາ​ເດີ ບຣາຍ​ແອນ ​ເຄ ແອສ໌ຕັນ ​ໃຫ້​ຮັບ​ໃຊ້​ເປັນ​ທີ່​ປຶກສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ໂຮງຮຽນ​ວັນ​ອາທິດ​ສາມັນ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະໜັບສະໜູນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຄົນ​ອື່ນໆ, ສາວົກ​ເຈັດ​ສິບ​ປະຈຳ​ເຂດ, ​ແລະ ຝ່າຍ​ປະທານ​ອົງການ​ຊ່ອຍ​ເຫລືອສາມັນ​ຕ່າງໆ ຊຶ່ງ​ຖືກ​ແຕ່ງຕັ້ງ​ໄວ້​ແລ້ວ​ຕອນ​ນີ້.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ການ​ອອກສຽງ​ຖືກ​ບັນທຶກ​ໄວ້​ແລ້ວ. ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ຜູ້​ທີ່​ຂັດ​ຄ້ານ ​ໃຫ້​ຕິດ​ຕໍ່​ຫາ​ປະທານ​ສະ​ເຕກຂອງ​ຕົນ.

ອ້າຍ​​ເອື້ອຍ​ນ້ອງ​ທັງຫລາຍ, ຂອບ​ໃຈ​ຫລາຍໆ​ສຳລັບ​ສັດທາ ​ແລະ ຄຳ​ອະທິຖານ​ຂອງ​ທ່ານ ​ເພື່ອ​ຜູ້ນຳ​ຂອງ​ສາດສະໜາ​ຈັກ.

ບັດ​ນີ້​ ພວກ​ເຮົາ​ຂໍ​ເຊີນ​ສະມາຊິກ​ໃໝ່​ຂອງ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ​ໃຫ້ຂຶ້ນມາ​ນັ່ງ​​ຢູ່​ເທິງ​ເວທີ. ພວກ​ເພິ່ນ​ຈະ​ມີ​ໂອກາດກ່າວ​ກັບ​ພວກ​ເຮົາ ​ໃນ​ມື້​ອື່ນຕອນ​ເຊົ້າ.