​2010–2019
ຫັນ​ໄປ​ຫາ​ພຣະ​ອົງ ແລະ ຄຳ​ຕອບ​ຈະ​ມີ​ມາ
ຕຸລາ 2015


ຫັນ​ໄປ​ຫາ​ພຣະ​ອົງ ແລະ ຄຳ​ຕອບ​ຈະ​ມີ​ມາ

ຈົ່ງ​ເຊື່ອ​ຟັງ, ຈົ່ງ​ຈື່​ຈຳ​ເວລາ​ທີ່​ທ່ານ​ໄດ້​ຮູ້ສຶກ​ເຖິງ​ພຣະ​ວິນ​ຍານ​ໃນ​ອະ​ດີດ, ແລະ ທູນ​ຂໍ​ດ້ວຍ​ສັດ​ທາ. ຄຳ​ຕອບ​ຂອງ​ທ່ານ​ຈະ​ມີ​ມາ.

ຕອນ​ຂ້າພະເຈົ້າ​ເປັນ​ຊາຍ​ໜຸ່ມ, ພໍ່​ແມ່​ຂອງ​ຂ້າພະເຈົ້າ​ໄດ້​ເຂົ້າ​ຮ່ວມ​ສາດສະໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ພວກ​ເຮົາ​ໄດ້​ຮູ້​ວ່າ​ຜູ້​ສອນ​ສາດສະໜາ​ໄດ້​ສອນ​ພວກ​ເພິ່ນ, ແຕ່​ພໍ່​ແມ່​ຂອງ​ຂ້າພະເຈົ້າ​ໄດ້​ຮັບ​ຮຽນ​ບົດຮຽນ​ເຫລົ່ານັ້ນ​ພຽງ​ແຕ່​ສອງ​ຄົນ​ເພິ່ນ​ເອງ.

ຫລັງ​ຈາກ​ການ​ປະກາດ​ທີ່​ຕື່ນເຕັ້ນ​ນີ້, ອ້າຍ​ນ້ອງ ແລະ ຂ້າພະເຈົ້າ​ໄດ້​ເລີ່ມ​ຟັງ​ຜູ້​ສອນ​ສາດສະໜາ​ຄື​ກັນ, ແລະ ເຂົາເຈົ້າ​ແຕ່ລະຄົນ​ກໍ​ໄດ້​ຍອມຮັບ​ຂ່າວສານ​ແຫ່ງ​ການ​ຟື້ນ​ຟູ​ດ້ວຍ​ຄວາມ​ຍິນ​ດີ. ເຖິງ​ແມ່ນ​ວ່າ​ຂ້າພະເຈົ້າ​ກໍ​ສົນໃຈ​ຢາກ​ຮູ້​ຢາກ​ເຫັນ, ຫົວໃຈ​ຂອງ​ຂ້າພະເຈົ້າ​ບໍ່​ຢາກ​ປ່ຽນແປງ​ຊີວິດ​ຂອງ​ຂ້າພະເຈົ້າ​ເລີຍ. ແຕ່, ຂ້າພະເຈົ້າ​ໄດ້​ຍອມຮັບ​ການ​ທ້າ​ທາຍ​ໃຫ້​ອະທິຖານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ ວ່າ​ມັນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຫລື​ບໍ່, ແຕ່​ຂ້າພະເຈົ້າ​ບໍ່​ໄດ້​ຮັບ​ຄຳ​ຕອບ.

ທ່ານ​ອາດ​ຖາມ​ວ່າ​ເປັນ​ຫຍັງ​ພຣະ​ບິດາ​ເທິງ​ສະຫວັນ​ຈຶ່ງ​ບໍ່​ໄດ້​ຕອບ​ຄຳ​ອະທິຖານ​ນັ້ນ; ແນ່ນອນ​ວ່າ​ຂ້າພະເຈົ້າ​ກໍ​ໄດ້​ຄິດ​ຄື​ກັນ. ນັບ​ແຕ່​ເວລາ​ນັ້ນ​ມາ ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ຄຳ​ສັນຍາ​ທີ່​ໂມ​ໂຣ​ໄນ​ໄດ້​ໃຫ້​ໄວ້​ນັ້ນ​ຖືກ​ຕ້ອງ. ພຣະ​ເຈົ້າ​ຕອບ​ຄຳ​ອະທິຖານ​ຂອງ​ເຮົາ​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ, ແຕ່​ພຣະ​ອົງ​ຕອບ​ມັນ​ເມື່ອ​ເຮົາ​ມີ “ໃຈ​ຈິງ” ແລະ “ມີ​ເຈດ​ຕະ​ນາ​ທີ່​ແທ້​ຈິງ.”1 ພຣະ​ອົງ​ຈະ​ບໍ່​ຕອບ​ເພື່ອ​ພຽງ​ແຕ່​ຈະ​ໃຫ້​ຄຳ​ຕອບ​ຕໍ່​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ຂອງ​ເຮົາ​ເທົ່າ​ນັ້ນ.

ບາງເທື່ອ​ອາດ​ມີ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໃນ​ຊີວິດ​ຂອງ​ທ່ານ​ທີ່​ທ່ານ​ມີ​ຄຳ​ຖາມ. ບາງເທື່ອ​ອາດ​ມີ​ບັນຫານ​ທີ່​ທ່ານ​ບໍ່​ຮູ້​ວ່າ​ຈະ​ຕອບ​ແນວ​ໃດ. ບ່າຍ​ມື້ນີ້ ຂ້າພະເຈົ້າ​ຢາກ​ແບ່ງປັນ​ຄວາມ​ຄິດ​ເຫັນ​ບາງ​ຢ່າງ​ທີ່​ອາດ​ຊ່ອຍ​ໃຫ້​ທ່ານ​ໄດ້​ຮັບ​ຄຳ​ຕອບ ຫລື ຄວາມ​ຊ່ອຍ​ເຫລືອ​ທີ່​ທ່ານ​ກຳລັງ​ຄົ້ນ​ຫາ​ຢູ່. ມັນ​ຈະ​ເລີ່ມ​ຕົ້ນ​ດ້ວຍ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ສະພາບ​ການ ແລະ ເຈດຕະນາ​ຂອງ​ໃຈ​ເຮົາ​ຈະ​ໃຫ້​ໄດ້​ຮັບ​ວິນ​ຍານ​ແຫ່ງ​ການ​ເປີດເຜີຍ

ຂ້າພະເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ​ຫລາຍ​ຂໍ້. ຍົກ​ຕົວຢ່າງ, ເລ​ມັນ ແລະ ​ເລ​ມູ​ເອນ, ເຂົາເຈົ້າ​ໄດ້ “ເກີດ​ຈາກ​ບິດາ​ມານ​ດາ​ຜູ້​ປະເສີດ” ແລະ ໄດ້​ຮັບ​ການ​ສິດສອນ “ໃນ​ສິ່ງ​ທີ່​ຮຽນ​ຮູ້​ທັງ​ໝົດ​ຂອງ​ບິດາ​ຂອງ [ເຂົາເຈົ້າ].”2 ແຕ່​ເຂົາເຈົ້າ​ຍັງ​ໄດ້​ຈົ່ມ​ ເພາະ​ບິດາ​ຂອງ​ເຂົາເຈົ້າ​ໄດ້​ເປັນ​ຄົນ​ເຫັນ​ພາບ​ນິມິດ. ຈາກ​ມຸມ​ມອງ​ຂອງ​ເຂົາເຈົ້າ, ການ​ຕັດສິນ​ໃຈ​ຂອງ​ເພິ່ນ​ບໍ່​ມີ​ເຫດຜົນ, ເພາະ​ເຂົາເຈົ້າ​ບໍ່​ໄດ້​ຮູ້​ເລື່ອງ​ລາວ​ຂອງ​ພຣະ​ເຈົ້າ, ແລະ ສະນັ້ນ​ເຂົາເຈົ້າ​ຈຶ່ງ​ບໍ່​ເຊື່ອ.3

ໜ້າ​ສົນໃຈ​ທີ່​ຈະ​ເຫັນ​ໄດ້​ວ່າ​ທາງ​ເລືອກ​ຂອງ​ເຂົາເຈົ້າ​ໄດ້​ອະນຸຍາດ​ໃຫ້​ເຂົາເຈົ້າ​ມີ​ໂອກາດ​ທີ່​ຈະ​ໄດ້​ມີ​ປະສົບ​ການ​ທີ່​ເສີມ​ສ້າງ​ສັດ​ທາ. ເຂົາເຈົ້າ​ໄດ້​ປະ​ຖິ້ມ​ບ້ານ​ເຮືອນ ແລະ ຄວາມ​ລ້ຳ​ລວຍ​ຂອງ​ເຂົາ​ເຈົ້າ. ເຂົາເຈົ້າ​ໄດ້​ທົນ​ທຸກ​ໃນ​ການ​ຊັດເຊ​ພະເນຈອນ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນ​ດານ. ໃນ​ທີ່​ສຸດ​ເຂົາເຈົ້າ​ໄດ້​ຊ່ອຍ​ສ້າງ​ເຮືອ, ແລະ ເຂົາເຈົ້າ​ໄດ້​ຍອມ​ເດີນທາງ​ໄປ​ສູ່​ແຜ່ນດິນ​ທີ່​ບໍ່​ເປັນ​ທີ່​ຮູ້​ຈັກ.

ນີ​ໄຟ​ກໍ​ໄດ້​ຜ່ານ​ຜ່າ​ປະສົບ​ການ​ດຽວ​ກັນ​ນີ້. ແຕ່​ການ​ກະທຳ​ເຫລົ່າ​ນີ້​ໄດ້​ເສີມ​ສ້າງ​ສັດທາ​ຂອງ​ເຂົາເຈົ້າ​ບໍ? ສັດທາ​ຂອງ​ນີ​ໄຟ​ໄດ້​ເຂັ້ມແຂງ​ຂຶ້ນ, ແຕ່​ເລ​ມັນ ແລະ ​ເລມູ​ເອນ​ໄດ້​ເຍາະ​ເຍີ້ຍ ແລະ ໃຈ​ຮ້າຍ​ຫລາຍ​ຂຶ້ນ. ພວກ​ອ້າຍ​ເຫລົ່າ​ນີ້​ຍັງ​ໄດ້​ເຫັນ ແລະ ໄດ້​ຍິນ​ທູດ​ອົງ​ໜຶ່ງ​ນຳ​ອີກ, ແຕ່​ເຂົາເຈົ້າ​ຍັງ​ໄດ້​ສົງ​ໄສອີກ​ຕໍ່​ໄປ.4

ຊີວິດ​ມະຕະ​ບໍ່​ເປັນ​ເລື່ອງ​ງ່າຍ​ສຳ​ລັບເຮົາ​ຈັກ​ຄົນ. ເຮົາ​ຖືກ​ວາງ​ໄວ້​ຢູ່​ເທິງ​ໂລກ ເພື່ອ​ຖືກ​ທົດ​ລອງ ແລະ ທົດ​ສອບ. ການ​ໂຕ້​ຕອບ​ຂອງ​ເຮົາ​ຕໍ່ປະສົບ​ການ​ແຫ່ງ​ຊີວິດ ສ່ວນ​ຫລາຍ​ແລ້ວ​ມັກ​ຈະ​ມີ​ອິດ​ທິ​ພົນ​ຫລາຍ​ຕໍ່​ປະຈັກ​ພະຍານ​ຂອງ​ເຮົາ. ໃຫ້​ພິຈາລະນາ​ເຖິງ​ປະຕິກິລິຍາ​ຂອງ​ເລ​ມັນ ແລະ ເລ​ມູ​ເອນ: ເຂົາເຈົ້າ​ໄດ້​ຈົ່ມ​ເມື່ອ​ບິດາ​ຂອງ​ເຂົາເຈົ້າ​ໄດ້​ຂໍ​ໃຫ້​ເຂົາເຈົ້າ​ເຮັດ​ສິ່ງ​ທີ່​ຍາກ.5 ເຂົາເຈົ້າ​ໄດ້​ພະຍາຍາມ​ໄປ​ເອົາ​ແຜ່ນ​ຈາລຶກ​ທອງເຫລືອງ, ແຕ່​ເມື່ອ​ບໍ່​ໄດ້​ຮັບ​ຜົນສຳເລັດ, ເຂົາເຈົ້າ​ກໍ​ໄດ້​ທໍ້​ຖອຍ. ທ່າ​ທີ​ຂອງ​ເຂົາເຈົ້າ​ກໍ​ຄື​ວ່າ “ພວກ​ເຮົາ​ໄດ້​ພະຍາຍາມ​ແລ້ວ; ເຮົາ​ຈະ​ເຮັດ​ຫ​ຍັງ​ໄດ້​ຫລາຍ​ໄປ​ກວ່າ​ນີ້?”6

ໄດ້​ມີ​ເວລາ​ຕອນ​ທີ່​ເຂົາເຈົ້າ​ໄດ້​ເສົ້າ​ສະຫລົດ​ໃຈ​ສຳລັບ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ເຮັດ​ຜິດ ແລະ ໄດ້​ຂໍ​ການ​ໃຫ້​ອະ​ໄພ.7 ເຂົາເຈົ້າ​ໄດ້​ອະທິຖານ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ. ແຕ່​ຕໍ່​ໄປ​ພຣະ​ຄຳ​ພີ​ໄດ້​ບັນທຶກ​ໄວ້​ວ່າ​ເຂົາເຈົ້າ​ໄດ້​ຫັນ​ກັບ​ມາ​ຈົ່ມ​ອີກ ແລະ ບໍ່​ຍອມ​ອະທິ​ຖານ. ເຂົາເຈົ້າ​ໄດ້​ມາ​ຫາ​ນີ​ໄຟ ແລະ ໄດ້​ກ່າວ​ວ່າ​ເຂົາເຈົ້າ​ບໍ່ “ເຂົ້າໃຈ​ຄຳ​ເວົ້າ​ທີ່​ບິດາ [ຂອງ​ເຂົາເຈົ້າ​ໄດ້] ເວົ້າ.”8 ນີ​ໄຟ​ໄດ້​ຖາມ​ຖ້າ​ຫາກ​ເຂົາເຈົ້າ​ໄດ້ “ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ບໍ.”9 ຂໍ​ໃຫ້​ສັງເກດ​ຟັງ​ຄຳ​ຕອບ​ຂອງ​ເຂົາເຈົ້າ​ວ່າ: “ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຖາມ​ເທື່ອ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ເຮັດ​ເລື່ອງ​ແນວ​ນີ້​ໃຫ້​ພວກ​ເຮົາ​ຮູ້.”10

ການ​ສືບຕໍ່​ການ​ເຊື່ອ​ຟັງ​ອະນຸຍາດ​ໃຫ້​ເຮົາ​ໄດ້​ຮັບ​ຄຳ​ຕອບ

ຄຳ​ຕອບ​ຂອງ​ນີ​ໄຟ​ຕໍ່​ພວກອ້າຍຂອງ​ລາວ​ເປັນ​ຈຸດ​ສຳຄັນ​ສຳລັບ​ເຮົາ ທີ່​ຈະ​ໄດ້​ຮັບ​ຄຳ​ຕອບ​ອັນ​ຕໍ່​ເນື່ອງ​ຕໍ່​ຄຳ​ອະທິຖານ​ວ່າ:

“ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ບໍ່​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ? ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຍອມ​ຕາຍ​ເພາະ​ຄວາມ​ແຂງ​ກະດ້າງ​ຂອງ​ໃຈ​ຂອງ​ພວກ​ເຈົ້າ?

“ພວກ​ເຈົ້າ​ຈື່​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຫລື​ບໍ່?—ວ່າ​ຖ້າ​ຫາກ​ເຈົ້າ​ບໍ່​ເຮັດ​ໃຈ​ແຂງ​ກະດ້າງ ແລະ ທູນ​ຖາມ​ເຮົາ​ດ້ວຍ​ສັດທາ​ໂດຍ​ເຊື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ດ້ວຍ​ຄວາມ​ພາກ​ພຽນ​ໃນ​ການ​ຮັກສາ​ບັນຍັດ​ຂອງ​ເຮົາ ແນ່ນອນ​ສິ່ງ​ເຫລົ່າ​ນີ້ [ຈະ] ເປັນ​ທີ່​ຮູ້ຈັກ​ແກ່​ເຈົ້າ.”11

ຂ້າພະເຈົ້າ​ຮູ້​ອະ​ດີດ​ຜູ້​ສອນ​ສາດສະໜາ​ຫລາຍ​ຄົນ ຜູ້​ທີ່​ເຄີຍ​ໄດ້​ມີ​ປະສົບ​ການ​ທາງ​ວິນ​ຍານ​ທີ່​ປະຕິເສດ​ບໍ່​ໄດ້, ແຕ່​ເປັນ​ເພາະ​ການ​ຂາດ​ອຸປະ​ນິໄສ​ທາງ​ວິນ​ຍານ​ບາງ​ຢ່າງ​ໂດຍ​ສະເພາະ ເບິ່ງ​ຄື​ວ່າ​ໄດ້​ເຮັດ​ໃຫ້​ເຂົາເຈົ້າ​ລືມ​ຊ່ວງ​ເວລາ​ຕອນ​ທີ່​ພຣະ​ເຈົ້າ​ໄດ້​ກ່າວ​ກັບ​ເຂົາ​ເຈົ້າ. ຕໍ່​ອະ​ດີດ​ຜູ້​ສອນ​ສາດສະໜາ​ເຫລົ່ານັ້ນ ແລະ ຕໍ່​ເຮົາ​ທຸກ​ຄົນ, ຖ້າ​ຫາກ​ທ່ານ “ຮູ້ສຶກ​ຢາກ​ຮ້ອງເພງ​ສັນລະເສີນ​ຄວາມ​ຮັກ​ທີ່​ໄຖ່, ຂ້າພະເຈົ້າ​ຈະ​ຖາມ​ວ່າ ພວກ​ທ່ານ​ຮູ້ສຶກ​ເຊັ່ນ​ນັ້ນ​ບໍ່​ໃນ​ຂະນະ​ນີ້?”12 ຖ້າ​ຫາກ​ທ່ານ​ບໍ່​ຮູ້ສຶກ​ເຊັ່ນ​ນັ້ນ​ໃນ​ຂະນະ​ນີ້, ທ່ານ​ສາມາດ​ຮູ້ສຶກ​ເຊັ່ນ​ນັ້ນ​ໄດ້​ອີກ, ແຕ່​ຂໍ​ໃຫ້​ພິຈາລະນາ​ຄຳ​ແນະນຳ​ຂອງ​ນີ​ໄຟ. ຈົ່ງ​ເຊື່ອ​ຟັງ, ຈົ່ງ​ຈື່​ຈຳ​ເວລາ​ທີ່​ທ່ານ​ໄດ້​ຮູ້ສຶກ​ເຖິງ​ພຣະ​ວິນ​ຍານ​ໃນ​ອະດີດ, ແລະ ໃຫ້​ທູນ​ຂໍ​ດ້ວຍ​ສັດ​ທາ. ຄຳ​ຕອບ​ຂອງ​ທ່ານ​ຈະ​ມີ​ມາ, ແລະ ທ່ານ​ຈະ​ຮູ້​ສຶຶກ​ເຖິງ​ຄວາມ​ຮັກ ແລະ ຄວາມ​ສະຫງົບ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ມັນ​ອາດ​ຈະ​ບໍ່​ມີ​ມາ​ຢ່າງ​ວ່ອງໄວ ຫລື ໃນ​ວິທີ​ທາງ​ທີ່​ທ່ານ​ປາດຖະໜາ, ແຕ່​ຄຳ​ຕອບ​ຈະ​ມີ​ມາ. ຢ່າ​ທໍ້ຖອຍ! ຢ່າ​ທໍ້ຖອຍ​ຈັກ​ເທື່ອ​ເລີຍ!

ໃຫ້​ເຮົາ​ມາ​ປຽບທຽບ​ເລ​ມັນ ແລະ ເລ​ມູ​ເອນ​ກັບ​ພວກ​ບຸດ​ຂອງ​ໂມ​ໄຊ​ຢາ. ຊາຍ​ທັງ​ສອງ​ກຸ່ມ​ໄດ້​ຮັບ​ການ​ລ້ຽງ​ດູ​ຂື້ນ​ມາ​ໃນ​ຄອບຄົວ​ທີ່​ຊອບ​ທຳ, ແຕ່​ທັງ​ສອງ​ໄດ້​ຫລົງ​ທາງ​ໄປ. ທູດ​ສະຫວັນ​ໄດ້​ເອີ້ນ​ທັງ​ສອງ​ກຸ່ມ​ໃຫ້​ກັບ​ໃຈ, ແຕ່​ແມ່ນ​ຫຍັງ​ແຕກ​ຕ່າງ​ກ່ຽວ​ກັບ​ປະສົບ​ການ​ຂອງ​ພວກ​ບຸດ​ຂອງ​ໂມ​ໄຊ​ຢາ?

ການ​ທົດ​ລອງ​ຈະ​ເສີມ​ສ້າງ​ສັດທາ​ຂອງ​ເຮົາ

ຄວາມ​ສຳເລັດ​ຜົນ​ໃນ​ການ​ເຜີຍແຜ່​ຂອງ​ເຂົາເຈົ້າ​ເປັນ​ສິ່ງ​ທີ່​ຈະ​ບໍ່​ມີ​ວັນ​ລືມ. ຄົນ​ເປັນ​ຈຳນວນ​ຫລາຍໆ​ພັນ​ຄົນ​ໄດ້​ປ່ຽນ​ໃຈ​ເຫລື້ອ​​ມໃສ​ຕໍ່​ວິທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຖິງ​ຢ່າງໃດ​ກໍ​ຕາມ, ເຮົາ​ມັກ​ຈະ​ລືມ​ໄປ​ວ່າ ເມື່ອ​ເຂົາເຈົ້າ​ໄດ້​ເລີ່ມ​ການ​ເຜີຍແຜ່​ຂອງ​ເຂົາເຈົ້າ, “ໃຈ​ຂອງ [ເຂົາເຈົ້າ] ທໍ້ຖອຍ ແລະ [ເຂົາເຈົ້າ] ເກືອບ​ຈະ​ກັບ​ຄືນ​ໄປ, [ແຕ່] ພຣະ​ຜູ້​ເປັນ​ເຈົ້າ ໄດ້​ປອບ​ໃຈ​ຂອງ [ເຂົາເຈົ້າ].” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະນຳ​ເຂົາເຈົ້າ​ໃຫ້ “ຮັບ​ເອົາ​ຄວາມທຸກ [ຂອງ​ເຂົາເຈົ້າ] ດ້ວຍ​ຄວາມ​ອົດ​ທົນ.”13

ການ​ສຶກສາ​ພຣະ​ຄຳ​ພີ​ບອກ​ເຮົາ​ເຖິງ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ

ເປັນ​ຫຍັງ​ການ​ທົດ​ລອງ​ຂອງ​ພວກ​ບຸດ​ເຫລົ່ານັ້ນ​ຂອງ​ໂມ​ໄຊ​ຢາ ໄດ້​ເພີ່ມ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ສັດທາ ແລະ ຄຳ​ໝັ້ນ​ສັນຍາ​ຂອງ​ເຂົາເຈົ້າ ແທນ​ທີ່​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຈົ່ມ ຫລື ສົງ​ໄສ? ຈຸດ​ສຳຄັນ​ກໍ​ຄື “ເຂົາເຈົ້າ​ໄດ້​ໝັ້ນຄົງ​ໃນ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ; ເພາະ​ເຂົາເຈົ້າ​ເປັນ​ຄົນ​ມີ​ຄວາມ​ເຂົ້າໃຈ​ຢ່າງ​ເລິກ​ຊຶ້ງ ແລະ ເຂົາເຈົ້າ​ໄດ້​ຄົ້ນຄວ້າ​ພຣະ​ຄຳ​ພີ​ຢ່າງ​ພາກ​ພຽນ, ເພື່ອ​ເຂົາເຈົ້າ​ຈະ​ໄດ້​ຮູ້ຈັກ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.”14 ເຮົາ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ທົດ​ລອງ ແລະ ມີ​ຄຳ​ຖາມ, ແຕ່​ຂໍ​ໃຫ້​ຈຳ​ໄວ້​ວ່າ ເຮົາ​ຕ້ອງ “ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ​ຢູ່​ຕະຫລອດ​ເວ​ລາ.”15 “ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ [ເຮົາ] ທຸກ​ຢ່າງ​ທີ່ [ເຮົາ] ຄວນ​ເຮັດ.”16 ເຮົາ​ຕ້ອງ​ເຮັດ​ໃຫ້ການ​ສຶກສາ​ພຣະ​ຄຳ​ພີ​ເປັນ​ພາກສ່ວນ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ, ເພາະ​ສິ່ງ​ນີ້​ຈະ​ເປີດ​ປະຕູ​ສູ່​ການ​ເປີດ​ເຜີຍ.

ການ​ອະທິຖານ, ຮ່ວມ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ, ຈະ​ເປີດ ​ການ​ເປີດເຜີຍ

ສຳລັບ​ພວກ​ບຸດ​ຂອງ​ໂມ​ໄຊ​ຢາ, “ນີ້​ຍັງ​ບໍ່​ໝົດ; ເຂົາເຈົ້າ​ຍອມ​ຕົນ​ໃນ​ການ​ອະທິຖານ, ແລະ ການ​ຖື​ສິນ​ອົດ​ເຂົ້າ​ຫລາຍ​ທີ່​ສຸດ; ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ມີ​ວິນ​ຍານ​ແຫ່ງ​ການ​ທຳນາຍ, ແລະ ວິນ​ຍານ​ແຫ່ງ​ການ​ເປີດເຜີຍ​ຢູ່​ນຳ.”17 ການ​ອະທິຖານ ແລະ ການ​ຖື​ສິນ​ອົດ​ເຂົ້າ​ ອະນຸຍາດ​ໃຫ້​ເຮົາ​ໄດ້​ຮັບ​ການ​ກະ​ຕຸ້ນ​ທາງ​ວິນ​ຍານ​ງ່າຍ​ຂຶ້ນ. ການ​ສື່ສານ​ກັບ​ພຣະ​ບິດາ​ເທິງ​ສະຫວັນ ຂະນະ​ທີ່​ອົດ​ກິນ ແລະ ​ອົດດື່ມ​ຢ່າງ​ມີ​ຈຸດປະສົງ ຈະ​ອະນຸຍາດ​ໃຫ້​ເຮົາ “ປົດແອກ​ແຫ່ງ​ຄວາມ​ບໍ່​ຍຸດຕິ​ທຳ [ແລະ] ປົດ​ປ່ອຍ​ຄົນ​ທີ່​ຖືກ​ກົດ​ຂີ່​ໃຫ້​ເປັນ​ອິດ​ສະ​ລະ.”18 ການ​ອະທິຖານ, ຮ່ວມ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ, ຈະ​ຈັດ​ຫາ​ໃຫ້ ເພື່ອ​ວ່າ​ເມື່ອ​ເຮົາ “ເອີ້ນ​ຫາ, ... ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຂານ​ຕອບ; ... [ແລະ ເມື່ອ​ເຮົາ] ພາ​ວັນນາ, ... ພຣະ​ອົງ​ຈະ​ຕອບ​ວ່າ, ເຮົາ​ຢູ່​ນີ້.”19

ຫັນ​ໄປ​ຫາ​ພຣະ​ອົງ

ອຸປະ​ນິໄສ​ສ່ວນ​ຕົວ​ເລື່ອງ​ສາດສະໜາ​ເຫລົ່າ​ນີ້​—ການ​ເຊື່ອ​ຟັງ, ການ​ສຶກສາ​ພຣະ​ຄຳ​ພີ, ການ​ອະທິຖານ, ແລະ ການ​ຖື​ສິນ​ອົດ​ເຂົ້າ​—​ໄດ້​ເພີ່ມ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ພວກ​ບຸດ​ຂອງ​ໂມ​ໄຊ​ຢາ. ການ​ຂາດ​ອຸປະ​ນິໄສ​ສ່ວນ​ຕົວ​ເລື່ອງ​ສາດສະໜາ​ດຽວ​ກັນ​ນີ້ ກໍ​ໄດ້​ເປັນ​ເຫດຜົນ​ທີ່​ສຳຄັນ ທີ່​ໄດ້​ປ່ອຍ​ໃຫ້​ເລ​ມັນ ແລະ ເລ​ມູ​ເອນ​ຕົກ​ຢູ່​ໃນ​ການ​ລໍ້​ລວງ​ໃຫ້​ຈົ່ມ ແລະ ສົງ​ໄສ.

ຖ້າ​ຫາກ​ທ່ານ​ຖືກ​ລໍ້​ລວງ​ໃຫ້​ຈົ່ມ, ຖ້າ​ຫາກ​ທ່ານ​ໄດ້​ມີ​ຄວາມ​ສົງ​ໄສ ທີ່​ນຳໄປ​ສູ່​ການ​ບໍ່​ເຊື່ອ​ຖື, ຖ້າ​ຫາກ​ການ​ທົດ​ລອງ​ເບິ່ງ​ຄື​ວ່າ​ເກີນ​ກວ່າ​ທີ່​ທ່ານ​ຈະ​ທົນ​ໄຫວ, ຂໍ​ໃຫ້​ຫັນ​ໄປ​ຫາ​ພຣະ​ອົງ. ຖ້າ​ຫາກ​ທ່ານ​ເປັນ​ຄົນ​ໜຶ່ງ​ທີ່​ໄດ້​ຫັນ​ອອກ​ໄປ, ຫລື ໄດ້​ໃຫ້​ຂໍ້​ແກ້​ຕົວ​ສຳລັບ​ພຶດຕິ​ກຳ​ຂອງ​ທ່ານ, ຂໍ​ໃຫ້​ຫັນ​ໄປ​ຫາ​ພຣະ​ອົງ. ທ່ານ​ຈຳ​ໄດ້​ບໍ​ເມື່ອ​ພຣະ​ອົງ​ໄດ້ “ກ່າວ​ໃຫ້​ຄວາມ​ສະຫງົບ​ແກ່​ຈິດໃຈ​ຂອງ​ທ່ານ … ? ທ່ານ​ຈະ​ມີ​ພະຍານ​ໃດ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ພະຍານ​ຈາກ​ພຣະ​ເຈົ້າ?”20 ໃຫ້​ຖາມ​ຕົວ​ທ່ານ​ເອງ​ວ່າ, “ເຮົາ​ດຳລົງ​ຊີວິດ​ເກືອບ​ເໝືອນ​ພຣະ​ຄຣິດ​ໃນ​ເວລາ​ນີ້​ດັ່ງ​ທີ່​ເຮົາ​ເຄີຍ​ເຮັດ​ມາ​ແຕ່​ກ່ອນ​ບໍ?” ຈົ່ງ​ໂປດ​ເຖີດ, ຂໍ​ໃຫ້​ຫັນ​ໄປ​ຫາ​ພຣະ​ອົງ.

ຂ້າພະເຈົ້າ​ຂໍ​ກັບ​ຄືນ​ໄປ​ຫາ​ເລື່ອງ​ສ່ວນ​ຕົວ​ຂອງ​ຂ້າພະເຈົ້າ​ອີກ. ໃນ​ທີ່​ສຸດ​ຂ້າພະເຈົ້າ​ກໍ​ໄດ້​ເລີ່ມ​ຈິງ​ໃຈ. ຂ້າພະເຈົ້າ​ຈຳ​ໄດ້​ເມື່ອ​ຜູ້​ສອນ​ສາດສະໜາ​ທີ່​ກຳລັງ​ສອນ​ຢູ່​ໄດ້​ຖາມ​ຂ້າພະເຈົ້າ ຖ້າ​ຫາກ​ວ່າ​ຂ້າພະເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ. ຂ້າພະເຈົ້າ​ໄດ້​ຕອບ​ວ່າ​ຂ້າພະເຈົ້າ​ຍັງ​ມີ​ຄຳ​ຖາມ​ຢູ່​ບາງ​ຢ່າງ. ຜູ້​ສອນ​ສາດສະໜາ​ທີ່​ສະຫລາດ​ຄົນ​ນີ້​ໄດ້​ບອກ​ຂ້າພະເຈົ້າ​ວ່າ​ລາວ​ສາມາດ​ຕອບ​ຄຳ​ຖາມ​ເຫລົ່ານັ້ນ​ໄດ້ ແຕ່​ວ່າ​ຂ້າພະເຈົ້າ​ຕ້ອງ​ຕອບ​ຄຳ​ຖາມ​ຂອງ​ລາວ​ກ່ອນ. ລາວ​ໄດ້​ຖາມ​ຂ້າພະເຈົ້າ ຖ້າ​ຫາກ​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ຈິງ ແລະ ຖ້າ​ຫາກ​ວ່າ ໂຈ​ເຊັບ ສະ​ມິດ ​ໄດ້​ເປັນ​ສາດ​ສະ​ດາ. ຂ້າພະເຈົ້າ​ໄດ້​ບອກ​ລາວ​ວ່າ​ຂ້າພະເຈົ້າ​ບໍ່​ຮູ້, ແຕ່​ວ່າ​ຂ້າພະເຈົ້າ​ຢາກ​ຮູ້.

ຄຳ​ຖາມ​ຂອງ​ຂ້າພະເຈົ້າ​ໄດ້​ນຳໄປ​ສູ່​ສັດທາ​ທີ່​ມີ​ຫລາຍ​ຂຶ້ນ. ສຳລັບ​ຂ້າພະເຈົ້າ, ຄຳ​ຕອບ​ໄດ້​ມີມາ ແຕ່​ບໍ່​ແມ່ນ​ເປັນ​ເຫດການ​ໃດ​ໜຶ່ງ ແຕ່​ເປັນ​ຂັ້ນ​ຕອນ. ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ ຂະນະ​ທີ່​ຂ້າພະເຈົ້າ​ໄດ້ “ທົດ​ລອງ​ຄຳ​ເວົ້າ [ຂອງ​ພຣະ​ເຈົ້າ]” ແລະ ໄດ້​ເລີ່ມ “ໃຊ້​ສັດທາ​ຈັກ​ໜ້ອຍ​ໜຶ່ງ,” ພຣະ​ຄຳ​ພີ​ມໍ​ມອນ​ໄດ້ “ມີ​ລົດ​ແຊບ​ສຳລັບ [ຂ້າພະເຈົ້າ].” ແລະ ມັນ​ໄດ້ “ເຮັດ​ໃຫ້​ຄວາມ​ເຂົ້າໃຈ​ຂອງຂ້າພະເຈົ້າແຈ້ງ​ອອກ” ແລະ ມັນ​ໄດ້ “ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງຂ້າພະເຈົ້າຂະຫຍາຍ​ອອກ” ແທ້ໆ. ໃນ​ທີ່​ສຸດ ຂ້າພະເຈົ້າ​ໄດ້​ມີ​ປະສົບ​ການ​ນັ້ນ ທີ່​ພຣະ​ຄຳ​ພີ​ໄດ້​ອະທິບາຍ​ວ່າ ​ເປັນ​ການ​ພອງ​ຢູ່​ພາຍ​ໃນ​ເອິກ​ຂອງ​ທ່ານ.21 ໃນ​ເວລາ​ນີ້​ແຫລະ ທີ່​ຂ້າພະເຈົ້າ​ໄດ້​ປາດຖະໜາ​ຮັບ​ບັບ​ຕິ​ສະ​ມາ ແລະ ອຸທິດ​ຊີວິດ​ຂອງ​ຂ້າພະເຈົ້າ​ແດ່​ພຣະ​ເຢ​ຊູ​ຄຣິດ.

ຂ້າພະເຈົ້າ​ຮູ້​​ແທ້ໆ​ວ່າ ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ຂ້າພະເຈົ້າ​ຮູ້​ວ່າ ໂຈ​ເຊັບ ສະ​ມິດ​ ເປັນ​ສາດ​ສະ​ດາ. ແນ່ນອນ​ວ່າ, ຂ້າພະເຈົ້າ​ຍັງ​ໄດ້​ມີ​ບາງ​ສິ່ງ​ທີ່​ຂ້າພະເຈົ້າ​ບໍ່​ເຂົ້າໃຈ, ແຕ່​ປະຈັກ​ພະຍານ​ຂອງ​ຂ້າພະເຈົ້າ​ເຖິງ​ຄວາມ​ຈິງ​ໄດ້​ນຳ​ຂ້າພະເຈົ້າ​ໃຫ້​ເຂົ້າ​ໃກ້​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຫລາຍ​ຂຶ້ນ ແລະ ເສີມ​ສ້າງ​ສັດທາ​ຂອງ​ຂ້າ​ພະ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂໍ​ໃຫ້​ຈື່​ຈຳ​ນີ​ໄຟ ແລະ ພວກ​ບຸດ​ຂອງ​ໂມ​ໄຊ​ຢາ, ຜູ້​ທີ່​ໄດ້​ມີ​ປະສົບ​ການ​ທາງ​ວິນ​ຍານ ແລະ ແລ້ວ​ໄດ້​ລົງມື​ປະຕິບັດ​ດ້ວຍ​ສັດທາ ເພື່ອ​ວ່າ​ຄຳ​ຕອບ​ຈະ​ມີ​ມາ ແລະ ຄວາມ​ຊື່ສັດ​ຂອງ​ເຂົາເຈົ້າ​ກໍ​ໄດ້​ເຕີບ​ໂຕ​ຂຶ້ນ. ປຽບທຽບ​ສິ່ງ​ນີ້​ກັບ​ເລ​ມັນ ແລະ ເລ​ມູ​ເອນ, ຜູ້​ທີ່​ໄດ້​ສົງ​ໄສ ແລະ ໄດ້​ຈົ່ມ. ເຖິງ​ແມ່ນ​ວ່າ​ບາງເທື່ອ​ເຂົາເຈົ້າ​ໄດ້​ປະຕິບັດ​ໃນ​ທາງ​ທີ່​ມີ​ຄຸນຄ່າ, ແຕ່​ການ​ປະຕິບັດ​ປາດ​ສະ​ຈາກ​ສັດທາ​ນັ້ນ​ກໍ​ໄຮ້​ຜົນ. ເຮົາ​ຕ້ອງ​ມີ​ສັດທາ ພ້ອມ​ດ້ວຍ​ການ​ປະຕິບັດ​ເພື່ອ​ຈະ​ໄດ້​ຮັບ​ຄຳ​ຕອບ.

ຂ້າພະເຈົ້າ​ຫວັງ​ວ່າ ຂະນະ​ທີ່​ທ່ານ​ໄດ້​ຮັບ​ຟັງ​ໃນ​ເຊົ້າ​ມື້ນີ້ ພຣະ​ວິນ​ຍານ​ໄດ້​ປະທັບ​ໄວ້​ໃນ​ຄວາມ​ນຶກ​ຄິດ ແລະ ຫົວໃຈ​ຂອງ​ທ່ານ​ເຖິງ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ທ່ານ​ອາດ​ເຮັດ ເພື່ອ​ຄຳ​ຖາມ​ຂອງ​ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ ແລະ ພົບ​ເຫັນ​ທາງ​ແກ້​ໄຂ​ທີ່​ດົນ​ໃຈ​ຕໍ່​ບັນຫາ​ທີ່​ທ່ານ​ປະ​ເຊີນ​ຢູ່. ຂ້າພະເຈົ້າ​ເປັນ​ພະຍານ​ສັກສິດ​ວ່າ ​ພຣະ​ເຢ​ຊູ​ຄື​ ພຣະ​ຄຣິດ. ຂໍ​ໃຫ້​ຫັນ​ໄປ​ຫາ​ພຣະ​ອົງ ແລະ ຄຳ​ອະທິຖານ​ຂອງ​ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.