​2010–2019
​ມີ​ສິ່ງ​ໃດ​ອີກ​ແດ່​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?
ຕຸລາ 2015


​ມີ​ສິ່ງ​ໃດ​ອີກ​ແດ່​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?

ຖ້າ​ຫາກ​ເຮົາ​​ເປັນ​ຄົນຖ່ອມ​ຕົວ ແລະ ສອນ​ງ່າຍ, ພຣະວິນ​ຍານ​ຈະ​ນຳພາ​ເຮົາກັບ​​ເມືອ​ບ້ານ, ​ແຕ່ເຮົາ​ຈຳເປັນ​ຕ້ອງ​ທູນ​ຖາມ​ການ​ຊີ້​ນຳ​ທາງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຂະນະ​ທີ່​ເດີນທາງ​ໄປ.

ຕອນ​ຂ້າພະເຈົ້າ​ເປັນ​ຊາຍ​ໜຸ່ມ, ຂ້າພະເຈົ້າ​ໄດ້​ເລີ່ມ​ສົນໃຈ​ສາດສະໜາ​ຈັກ. ໃນ​ຕອນ​ຕົ້ນ​ຂ້າພະເຈົ້າ​ຕິດ​ໃຈ​ພຣະ​ກິດ​ຕິ​ຄຸນ​ເພາະ​ຕົວຢ່າງ​ຂອງ​ໝູ່​ເພື່ອນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ແຕ່​ໃນ​ທີ່​ສຸດ​ຂ້າພະເຈົ້າ​ຕິດ​ໃຈ​ນຳ​ຄຳ​ສອນ​ທີ່​ແຕກ​ຕ່າງ. ເມື່ອ​ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ບັນດາ​ຊາຍ​ຍິງ​ສາມາດ​ກ້າວ​ໄປ​ໜ້າ​ໄດ້ ແລະ ໃນ​ທີ່​ສຸດ ກາຍ​ເປັນ​ເໝືອນ​ດັ່ງ ​​ພຣະ​ບິດາ​ມານ​ດາ​ແຫ່ງ​ສະຫວັນຂອງ​ເຮົາ​ໄດ້, ຂ້າພະເຈົ້າ​ໄດ້​ແປກ​ປະຫລາດ​ໃຈ​​ແທ້ໆ. ຂ້າພະເຈົ້າ​ມັກ​ຄວາມ​ຄິດ​ນັ້ນ​ຫລາຍ; ມັນ​ໄດ້​ຮູ້​ສຶກວ່າ​ເປັນຄວາມ​ຈິງ​ສຳລັບ​ຂ້າ​ພະ​ເຈົ້າ.

ບໍ່​ດົນ​ຫລັງ​ຈາກ​ການ​ຮັບບັບ​ຕິ​ສະ​ມາ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ໄດ້​ສຶກ​ສາ​ຄຳ​ເທດ​ສະໜາ​ເທິງ​ໂນນ​ພູ, ແລະ ຂ້າພະເຈົ້າ​ໄດ້​ຮັບ​ຮູ້​ວ່າ​ພຣະ​ເຢ​ຊູ​ໄດ້​ສອນຄວາມ​ຈິງ​ດຽວ​ກັນ​ນັ້ນ​ກ່ຽວ​ກັບ​ຄວາມ​ກ້າວໜ້າ​ນິລັນດອນ​ໃນ​ພຣະ​ຄຳ​ພີ​ສັກ​ສິດ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ເຈົ້າ​ທັງຫລາຍ​ຕ້ອງ​ເປັນ​ຄົນ​ດີ​ທີ່​ສຸດ ເໝືອນ​ຢ່າງ​ພຣະ​ບິດາ​ຂອງ​ເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ເປັນ​ຜູ້​ທີ່​ດີ​ທີ່​ສຸດ.”1

ໃນ​ເວລາ​ນີ້​ຂ້າພະເຈົ້າ​ໄດ້​ເປັນ​ສະມາຊິກ 40 ປີ​ແລ້ວ, ແລະ ເມື່ອ​ໃດ​ກໍ​ຕາມ​ທີ່ຂ້າພະເຈົ້າ​​ໄດ້ອ່ານ​ພຣະ​ຄຳ​ພີ​ຂໍ້​ນີ້, ຂ້າພະເຈົ້າ​ຖືກ​ເຕືອນໃຈ​ເຖິງ​ຈຸດປະສົງ​ຂອງ​ເຮົາ​ຢູ່​ເທິງ​ໂລກ​ນີ້. ເຮົາ​ໄດ້​ມາ​ທີ່​ນີ້​ເພື່ອ​ຮຽນ​ຮູ້ ແລະ ປັບປຸງ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ​ ຈົນ​ວ່າ​ໃນ​ທີ່​ສຸດ​ເຮົາ​ຖືກ​ເຮັດ​ໃຫ້​ສະອາດ ຫລື ໃຫ້​ດີ​ພ້ອມ​ໃນ​ພຣະ​ຄຣິດ.

ການ​ເດີນທາງ​ແຫ່ງ​ການ​ເປັນ​ສານຸສິດ​ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ. ມັນ​ໄດ້​ຖືກ​ເອີ້ນ​ວ່າ “ໂຄງການ​ສຶກສາ​ຂອງ​ການ​ປັບປຸງ​ທີ່​ສະ​ໝ່ຳ​ສະ​ເໝີ.”2 ຂະນະ​ທີ່​ເຮົາ​ເດີນທາງ​ໄປ​ໃນ​ທາງ​ຄັບ ແລະ ແຄບ, ພຣະ​ວິນ​ຍານ​ຈະ​ທ້າ​ທາຍ​ໃຫ້​ເຮົາ​ເປັນ​ຄົນ​ດີ​ຂຶ້ນ ​ແລະ ກ້າວ​ໄປ​ໜ້າ​ຢູ່​ຕໍ່​ໄປ. ພຣະ​ວິນ​ຍານ​ບໍລິສຸດ​ເປັນ​ເພື່ອນ​ເດີນທາງ​ທີ່​ເໝາະ​ສົມ​ດີ. ຖ້າ​ຫາກ​ເຮົາ​​ເປັນ​ຄົນຖ່ອມ​ຕົວ ແລະ ສອນ​ງ່າຍ, ພຣະ​ອົງ​ຈະ​ຈັບ​ມື​ເຮົາ ແລະ ນຳພາ​ເຮົາ​ກັບ​​ເມືອ​ບ້ານ.

ເຖິງ​ຢ່າງໃດ​ກໍ​ຕາມ, ເຮົາ​ຈຳເປັນ​ຕ້ອງ​ທູນ​ຖາມ​ການ​ຊີ້​ນຳ​ທາງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຂະນະ​ທີ່​ເດີນທາງ​ໄປ. ເຮົາ​ຕ້ອງ​ທູນ​ຖາມ​ຄຳ​ຖາມ​ທີ່​ຍາກ​ບາງ​ຢ່າງ, ດັ່ງ​ເຊັ່ນ “ເຮົາ​ຈຳເປັນ​ຕ້ອງ​ປ່ຽນແປງ​ຫຍັງ​ແດ່?” “ເຮົາ​ຈະ​ປັບປຸງ​ໄດ້​ແນວໃດ?” “ຄວາມ​ອ່ອນແອ​ຫຍັງ​ແດ່​ທີ່​ຕ້ອງ​ໄດ້​ຮັບ​ຄວາມ​ເຂັ້ມແຂງ?”

ໃຫ້​ເຮົາ​ມາ​ພິຈາລະນາ​ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ​ໃໝ່ ເຖິງ​ຜູ້​ປົກຄອງ​ໜຸ່ມ​ທີ່​ຮັ່ງມີ​ຄົນ​ໜຶ່ງ. ລາວ​ເປັນ​ຊາຍ​ໜຸ່ມ ຜູ້​ທີ່​ໄດ້​ຮັກສາ​ພຣະ​ບັນຍັດ​ສິບ​ປະການ​ຢູ່​ແລ້ວ, ແຕ່​ລາວ​ຢາກ​ກາຍເປັນ​ຄົນ​ດີກ​ວ່າ​ເກົ່າ. ເປົ້າ​ໝາຍ​ຂອງ​ລາວ​ແມ່ນ​ຊີວິດ​ນິລັນດອນ.

ເມື່ອ​ລາວ​ໄດ້​ພົບ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ລາວ​ໄດ້​ຖາມ​ວ່າ, “ມີ​ສິ່ງ​ໃດ​ອີກ​ແດ່​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?”3

ພຣະ​ເຢ​ຊູ​ໄດ້​ຕອບ​ທັນທີ, ໃຫ້​ຄຳ​ແນະນຳ​ທີ່​ເຈາະ​ຈົງ​ໃຫ້​ແກ່​ຊາຍ​ໜຸ່ມທີ່​ຮັ່ງມີ​ຄົນ​ນັ້ນ​ໂດຍ​ສະ​ເພາະ. “ພຣະ​ເຢ​ຊູ​​ຕອບ​ລາວ​ວ່າ, ຖ້າ​ເຈົ້າ​ຢາກ​ເປັນ​ຜູ້ດີ​ຄົບ​ຖ້ວນ, ຈົ່ງ​ໄປ​ຂາຍ​ທຸກ​ສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກ​ທານ​ໃຫ້​ແກ່​ຄົນ​ຍາກຈົນ, ແລະ … ​ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.”4

ຊາຍ​ໜຸ່ມ​ຄົນ​ນັ້ນ​ໄດ້​ຕົກໃຈ​ຫລາຍ; ລາວ​ບໍ່​ເຄີຍ​ໄດ້​ຄິດ​ເຖິງ​ການ​ເສຍ​ສະລະ​ດັ່ງ​ກ່າວ. ລາວ​ໄດ້​ຖ່ອມຕົວ​ພໍ​ທີ່​ຈະ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ບໍ່​ໄດ້​ຊື່ສັດ​ພໍ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ແຫ່ງ​ສະຫວັນ​ທີ່​ພຣະ​ອົງ​ໄດ້​ໃຫ້​ແກ່​ລາວ. ເຮົາ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ລົງມື​ປະຕິບັດ​ເມື່ອ​ເຮົາ​ໄດ້​ຮັບ​ຄຳ​ຕອບ.

ປະທານ ​ແຮ​ໂຣນ ບີ ລີ ໄດ້​ສອນ​ວ່າ: “ເຮົາ​ທຸກ​ຄົນ, ຖ້າ​ຫາກ​ເຮົາ​ຈະ​ບັນລຸ​ຄວາມ​ດີ​ພ້ອມ, ໃນ​ເວລາ​ໃດ​ເວລາ​ໜຶ່ງ ຕ້ອງ​ຖາມ​ຕົນ​ເອງ​ວ່າ: ‘ມີ​ສິ່ງ​ໃດ​ອີກ​ແດ່​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?’”5

ຂ້າພະເຈົ້າ​ໄດ້​ຮູ້ຈັກ​ຜູ້ຍິງທີ່​ຊື່ສັດ​ຄົນ​ໜຶ່ງ ທີ່​ໄດ້​ຖ່ອມຕົວ​ນາງ​ເອງ ແລະ ໄດ້​ທູນ​ຖາມ​ວ່າ, “ແມ່ນ​ຫຍັງ​ຄື​ສິ່ງ​ທີ່​ກີດ​ກັ້ນ​ຂ້ານ້ອຍ​ຈາກ​ຄວາມ​ກ້າວໜ້າ?” ໃນ​ສະພາບ​ການ​ຂອງ​ນາງ, ຄຳ​ຕອບ​ຈາກ​ພຣະ​ວິນ​ຍານ​ໄດ້​ມີ​ມາ​ຢ່າງ​ທັນທີ​ວ່າ: “ເຊົາ​ຈົ່ມ​ເສຍ.” ຄຳ​ຕອບ​ນີ້​ໄດ້​ເຮັດ​ໃຫ້​ນາງ​ຕົກໃຈ; ນາງ​ບໍ່​ເຄີຍ​ຄິດ​ມາ​ກ່ອນ​ວ່າ​ນາງ​ເປັນ​ຄົນ​ມັກ​ຈົ່ມ. ເຖິງ​ຢ່າງໃດ​ກໍ​ຕາມ, ຂ່າວສານ​ຈາກ​ພຣະ​ວິນ​ຍານ​ບໍລິສຸດ​ນັ້ນ​ແຈ່ມ​ແຈ້ງ​ແທ້ໆ. ໃນ​ອາທິດ​ທີ່​ຕິດຕາມ​ມາ​ນັ້ນ, ນາງ​ໄດ້​ສຳນຶກ​ເຖິງ​ນິໄສ​ຂອງ​ການ​ຈົ່ມ​ຂອງ​ນາງ. ໂດຍ​ທີ່​ມີ​ຄວາມ​ກະຕັນຍູ​ສຳລັບ​ການ​ກະ​ຕຸ້ນ​ໃຫ້​ປັບ​ຕົວ, ນາງ​ໄດ້​ຕັ້ງໃຈ​ທີ່​ຈະ​ນັບ​ພອນ​ຂອງ​ນາງ​ແທນ​ທີ່​ຈະ​ນັບ​ການ​ທ້າ​ທາຍ​ຂອງ​ນາງ. ພາຍ​ໃນ​ສາມ​ສີ່​ວັນ, ນາງ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ເຫັນ​ດີ​ທີ່​ອົບ​ອຸ່ນ​ຈາກ​ພຣະ​ວິນ​ຍານ.

ຊາຍ​ໜຸ່ມ​ທີ່​ຖ່ອມ​ຕົນ, ຜູ້​ທີ່​ເບິ່ງ​ຄື​ວ່າ​ບໍ່​ສາມາດ​ພົບ​ເຫັນ​ຍິງ​ສາວ​ ທີ່​ເໝາະ​ສົມ, ໄດ້​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຄວາມ​ຊ່ອຍ​ເຫລືອ: “ແມ່ນ​ຫຍັງ​ຄື​ສິ່ງ​ທີ່​ກີດ​ກັ້ນ​ຂ້ານ້ອຍ​ຈາກ​ການ​ເປັນ​ຜູ້​ຊາຍ​ທີ່​ເໝາະ​ສົມ?” ລາວ​ໄດ້​ຖາມ. ຄຳ​ຕອບ​ກໍ​ໄດ້​ເຂົ້າ​ມາສູ່​ຄວາມ​ຄິດ ແລະ ຫົວໃຈ​ຂອງ​ລາວ​ວ່າ: “ເຊົາ​ໃຊ້​ຄຳ​ວາຈາ​ທີ່​ຫຍາບ​ຄາຍ​ເສຍ.” ໃນ​ເວລາ​ນັ້ນ​ເອງ, ລາວ​ໄດ້​ຮັບ​ຮູ້​ຕົວ​ວ່າ​ຄຳ​ເວົ້າ​ທີ່​ຫຍາບ​ຄາຍ​ຫລາຍ​ຄຳ​ໄດ້​ກາຍເປັນ​ພາກສ່ວນ​ຂອງ​ຄຳ​ສັບ​ຂອງ​ລາວ, ແລະ ລາວ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາວ່າ​ຈະ​ປ່ຽນ​ແປງ.

ເອື້ອຍ​ນ້ອງ​ໂສດ​ຄົນ​ໜຶ່ງ​ໄດ້​ຖາມ​ຢ່າງ​ອາດ​ຫານ​​ວ່າ: “ຂ້າ​ນ້ອຍ​ຕ້ອງ​ປ່ຽນແປງ​ຫຍັງ​ແດ່?” ແລະ ພຣະ​ວິນ​ຍານ​ໄດ້​ຊື່ມ​ບອກວ່າ, “ຢ່າ​ເວົ້າ​ຕັດ​ຄຳ​ຄົນ​ອື່ນ​ເມື່ອ​ເຂົາເຈົ້າ​ເວົ້າ​ຢູ່.” ພຣະ​ວິນ​ຍານ​ບໍລິສຸດ​ໃຫ້​ຄຳ​ແນະນຳ​ຕາມ​ຄວາມ​ຕ້ອງການ​ແທ້ໆ. ພຣະ​ອົງ​ເປັນ​ເພື່ອນ​ທີ່​ສັດຊື່​ແທ້ໆ ແລະ ຈະ​ບອກ​ເຮົາ​ເຖິງ​ສິ່ງ​ທີ່​ບໍ່​ມີ​ຄົນ​ໃດ​ຮູ້ ຫລື ມີ​ຄວາມ​ກ້າຫານ​ພໍ​ທີ່​ຈະ​ກ່າວ​ອອກ​ມາ.

ອະ​ດີດ​ຜູ້​ສອນ​ສາດສະໜາ​ຄົນ​ໜຶ່ງ​ໄດ້​ພົບ​ເຫັນ​ຕົນ​ເອງ​ຮູ້ສຶກ​ວ່າຕຶງ​ຄຽດ​ ​ໃນ​ເວລາ​ທີ່​ຫຍຸ້ງ​ຫລາຍ. ລາວ​ໄດ້​ພະຍາຍາມ​ຫາ​ເວລາ​ສຳລັບ ​ວຽກ​ງານ, ການ​ສຶກສາ, ຄອບຄົວ, ແລະ ການ​ເອີ້ນ​ໃນ​ສາດສະໜາ​ຈັກ. ລາວ​ໄດ້​ທູນ​ຂໍ​ຄຳ​ແນະນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: “ຂ້ານ້ອຍ​ຈະ​ສາມາດ​ຮູ້ສຶກ​ເຖິງ​ຄວາມ​ສະຫງົບ​ໄດ້​ແນວໃດ ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຂ້ານ້ອຍ​ຈຳເປັນ​ຕ້ອງ​ເຮັດ?” ຄຳ​ຕອບ​ນັ້ນ​ບໍ່​ໄດ້​ເປັນ​ທີ່​ລາວ​ໄດ້​ຄາດ​ຄິດ; ລາວ​ໄດ້​ຮັບ​ຄວາມ​ປະທັບ​ໃຈ​ວ່າ​ລາວ​ຄວນ​ຮັກສາ​ວັນ​ຊະບາ​ໂຕ ແລະ ຢຶດ​ຖື​ໄວ້​​ໃຫ້​ເປັນ​ວັນ​ສັກສິດ​ຢ່າງ​ລະມັດລະວັງ​ຫລາຍ​ຂຶ້ນ. ລາວ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ອຸທິດ​ວັນ​ອາທິດ​ໃຫ້​ແດ່​ພຣະ​​ເຈົ້າ​—​ເພື່ອ​ຈະ​ບໍ່​ເຮັດ​ວຽກບ້ານ​ຈາກ​ໂຮງຮຽນ​ໃນ​ວັນ​ນັ້ນ ​ແຕ່ຈະ​ສຶກສາ​ພຣະ​ກິດ​ຕິ​ຄຸນ​ແທນ. ການ​ດັດແປງ​ເລັກ​ນ້ອຍ​ນີ້​ໄດ້​ນຳ​ຄວາມ​ສະຫງົບ ແລະ ຄວາມ​ສົມ​ດຸນ​ທີ່​ລາວ​ໄດ້​ສະແຫວງ​ຫາ ມາ​ໃຫ້​ລາວ.

ເມື່ອ​ຫລາຍ​ປີ​ກ່ອນ, ຂ້າພະເຈົ້າ​ໄດ້​ອ່ານ​ໃນ​ວາລະສານ​ຂອງ​ສາດສະໜາ​ຈັກ ເລື່ອງ​ລາວ​ຂອງ​​ຍິງ​ສາວຄົນ​ໜຶ່ງ ຜູ້​ທີ່​ໄດ້​ອາໄສ​ຢູ່​ໄກ​ຈາກ​ບ້ານ ແລະ ໄດ້​ໄປ​ຮຽນ​ຢູ່​ວິທະຍາ​ໄລ. ນາງ​ຮຽນ​ບໍ່​ທັນ​ໃນ​ຫ້ອງ​ຮຽນ​ຂອງ​ນາງ, ຊີວິດ​ທາງ​ສັງຄົມ​ຂອງ​ນາງ​ກໍ​ບໍ່​ໄດ້​ເປັນ​ດັ່ງ​ທີ່​ນາງ​ໄດ້​ຫວັງ​ໄວ້, ແລະ ສ່ວນ​ຫລາຍ​ແລ້ວ​ນາງ​ບໍ່​ມີ​ຄວາມ​ສຸກ. ໃນ​ທີ່​ສຸດ​ມື້ໜຶ່ງ, ນາງ​ໄດ້​ຄຸເຂົ່າ​ລົງ​ ແລະ ໄດ້​ທູນ​ຖາມ​​ວ່າ, “ຂ້ານ້ອຍ​ສາມາດ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ຂ້ານ້ອຍ​ດີ​ຂຶ້ນ?” ພຣະ​ວິນ​ຍານ​ບໍລິສຸດ​ໄດ້​ຊື່​ມບອກ​ວ່າ, “ລຸກຂຶ້ນ ແລະ ມ້ຽນ​ມັດ​ຫ້ອງ​ເຈົ້າ​ເສຍ.” ຄຳ​ກະ​ຕຸ້ນ​ນີ້​ໄດ້​ເຮັດ​ໃຫ້​ນາງ​ມີ​ຄວາມ​ປະຫລາດ​​ໃຈຫລາຍ​ແທ້ໆ, ແຕ່​ມັນ​ໄດ້​ເປັນ​ການ​ເລີ່ມ​ຕົ້ນ​ທີ່​ນາງ​​ຕ້ອງ​ການ. ຫລັງ​ຈາກ​ໄດ້​ໃຊ້​ເວລາ​ຈັດ​ແຈ່ງ ​ແລະ ວາງ​ສິ່ງ​ຂອງ​ໄວ້​ເປັນ​ລະບຽບ, ນາງ​ໄດ້​ຮູ້ສຶກ​ວ່າ​ພຣະ​ວິນ​ຍານ​ສະຖິດ​ຢູ່​ໃນ​ຫ້ອງ​ຂອງ​ນາງ ແລະ ໄດ້​ເຊີດ​ຊູ​ຈິດໃຈ​ຂອງ​ນາງ.

ພຣະ​ວິນ​ຍານ​ບໍລິສຸດ​ຈະ​ບໍ່​ບອກ​ເຮົາ​ໃຫ້​ປັບປຸງ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ເວລາ​ດຽວ​ກັນ. ຖ້າ​ຫາກ​ພຣະ​ອົງ​ເຮັດ​ດັ່ງນັ້ນ, ເຮົາ​ກໍ​ຈະ​ທໍ້ຖອຍ​ໃຈ ແລະ ຍອມ​ແພ້. ພຣະ​ວິນ​ຍານ​ພະຍາຍາມ​ກັບ​ເຮົາ​ຕາມ​ຄວາມ​ໄວ​ຂອງ​ເຮົາ, ແຕ່​ລະບາດ​ກ້າວ​​ໄປ, ຫລື ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ວ່າ, “ເປັນ​ບັນທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, … ແລະ ຜູ້​ທີ່​ງ່ຽງ​ຫູ​ຟັງ​ຄຳ​ແນະນຳ​ຂອງ​ເຮົາ ຍ່ອມ​ເປັນ​ສຸກ, … ເພາະ​ເມື່ອ​ເຂົາ​ຮັບ​ໄວ້ ເຮົາ​ຈະ​ໃຫ້​ເຂົາ​ອີກ.”6 ຍົກ​ຕົວຢ່າງ, ຖ້າ​ຫາກ​ພຣະ​ວິນ​ຍານ​ບໍລິສຸດ​ໄດ້​ກະ​ຕຸ້ນ​ເຕືອນ​ທ່ານ​ໃຫ້​ກ່າວ​ຄວາມ​ຂອບໃຈ​ຫລາຍ​ຂຶ້ນ, ແລະ ທ່ານ​ຕອບ​ຮັບ​ຢ່າງ​ທັນທີ​ຕໍ່​ການ​ກະ​ຕຸ້ນ​ນັ້ນ, ແລ້ວ​ພຣະ​ອົງອາດ​ຮູ້ສຶກ​ວ່າ​ມັນ​ເຖິງ​ເວລາ​ແລ້ວ​ສຳລັບ​ທ່ານ​ທີ່​ຈະ​ກ້າວ​ໄປ​ເຮັດ​ບາງ​ຢ່າງ​ທີ່​ທ້າ​ທາຍ​ຫລາຍ​ກວ່າ​ນັ້ນ​—​ດັ່ງ​ການ​ຮຽນ​ຮູ້​ທີ່​ຈະ​ກ່າວ​ວ່າ, “ຂ້ອຍ​ຂໍ​ໂທດ; ນັ້ນ​ເປັນຄວາມ​ຜິດ​ຂອງ​ຂ້ອຍ.”

ຮູບ​ພາບ
ຄອບຄົວ​ຮັບ​ສ່ວນ​ສິນ​ລະ​ລຶກ

ເວລາ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ທູນ​ຖາມ​ວ່າ, “ມີ​ສິ່ງ​ໃດ​ອີກ​ແດ່​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?” ແມ່ນ​ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ. ອັກ​ຄະ​ສາວົກ​ໂປໂລ​ໄດ້​ສອນ​ວ່າ ນີ້​​​ແຫລະ​ ຄື​ເວລາ​ສຳລັບ​ເຮົາ​ແຕ່ລະຄົນ​ທີ່​ຈະ​ປະ​ເມີນ​ຕົວ​ເຮົາ​ເອງ.7 ໃນ​ບັນຍາກາດ​ທີ່​ຄາລະວະ​ນີ້, ຂະນະ​ທີ່​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ຖືກ​ຫັນ​ໄປ​ຫາ​ສະຫວັນ, ພຣະ​ຜູ້​ເປັນ​ເຈົ້າ​ສາມາດ​ບອກ​ເຮົາ​ຢ່າງ​ອ່ອນໂຍນ​ເຖິງ​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ພັດທະນາ​ຕໍ່​ໄປ.

ເໝືອນ​ກັນ​ກັບ​ທ່ານ, ຂ້າພະເຈົ້າ​ໄດ້​ຮັບ​ຂ່າວສານ​ຫລາຍ​ຢ່າງ​ຈາກ​ພຣະ​ວິນ​ຍານ​ຕະຫລອດ​ຫລາຍ​ປີ ທີ່​ສະແດງ​ວິທີ​ທີ່​ຂ້າພະເຈົ້າ​ສາມາດ​ເຮັດ​ໃຫ້​ໄດ້​ດີ​ຂຶ້ນ. ຂ້າພະເຈົ້າ​ຂໍ​ແບ່ງປັນ​ຂ່າວສານ​ສ່ວນ​ຕົວ​ສອງ​ສາມ​ຢ່າງ ທີ່​ຂ້າພະເຈົ້າ​ໄດ້​ຍອມຮັບ​ຢ່າງ​ເຕັມ​ໃຈ. ການ​ກະ​ຕຸ້ນ​ເຕືອນ​ເຫລົ່າ​ນີ້​ຮ່ວມ​ທັງ:

  • ຢ່າ​ໃຊ້​ສຽງ​ດັງ.

  • ຈັດ​ລະບຽບ​ຕົວ​ເອງ; ຈັດ​ລາຍການ​ສິ່ງ​ທີ່​ຕ້ອງ​ເຮັດ​ແຕ່​ລະ​ວັນ.

  • ຮັກສາ​ຮ່າງກາຍ​ໃຫ້​ດີກ​ວ່າ​ເກົ່າ​ໂດຍ​ການ​ກິນ​ໝາກ​ໄມ້ ແລະ ຜັກ​ຫລາຍ​ກວ່າ​ເກົ່າ.

  • ໃຫ້​ໄປ​ພຣະ​ວິຫານ​ເລື້ອຍ​ກວ່າ​ເກົ່າ.

  • ໃຫ້​ໃຊ້​ເວລາ​ໄຕ່ຕອງ​ກ່ອນ​ທ່ານ​ອະທິ​ຖານ.

  • ໃຫ້​ຂໍ​ຄຳ​ແນະນຳ​ຈາກ​ພັນ​ລະ​ຍາ​ຂອງ​ທ່ານ.

  • ແລະ ໃຫ້​ເປັນ​ຄົນ​ໃຈເຢັນ​ເມື່ອ​ຂັບ​ລົດ; ຢ່າ​ຂັບ​ໄວ​ເກີນ​ກຳນົດ​ຄວາມ​ໄວ. (ຂ້າພະເຈົ້າ​ຍັງ​ພະຍາຍາມ​ພັດທະນາ​ຂໍ້​ສຸດ​ທ້າຍ​ນີ້​ຢູ່.)

ການ​ຊົດ​ໃຊ້​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ຄວາມ​ດີ​ພ້ອມ ແລະ ການ​ຊຳລະ​ໃຫ້​ສະອາດ​ເປັນ​ໄປ​ໄດ້. ເຮົາ​ຈະ​ບໍ່​ສາມາດ​ສຳເລັດ​ມັນ​ໄດ້​ດ້ວຍ​ຕົວ​ເຮົາ​ເອງ, ແຕ່​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ກໍ​ພຽງພໍ​ທີ່​ຈະ​ຊ່ອຍ​ເຫລືອ​ເຮົາ. ດັ່ງ​ທີ່ ແອວ​ເດີ​ເດ​ວິດ ເອ ແບ໊ດ​ນາ ໄດ້​ສັງເກດ​ເຫັນ​ໃນ​ຄັ້ງ​ໜຶ່ງ​ວ່າ: “ເຮົາ​ສ່ວນ​ຫລາຍ​ກໍ​ເຂົ້າໃຈ​ຢ່າງ​ແຈ່ມ​ແຈ້ງວ່າ​ການ​ຊົດ​ໃຊ້​ແມ່ນ​ສຳລັບ​ຄົນ​ເຮັດ​ບາບ. ຂ້າພະເຈົ້າ​ບໍ່​ແນ່​ໃຈ, ເຖິງ​ຢ່າງໃດ​ກໍ​ຕາມ, ວ່າ​ເຮົາ​ຮູ້ ແລະ ເຂົ້າໃຈ​ວ່າການ​ຊົດ​ໃຊ້​ນັ້ນ​ແມ່ນ​ສຳລັບ​ນັກບຸນ​ຄື​ກັນ​—ສຳລັບຊາຍ ແລະ ຍິງ​ທີ່​ດີ ຜູ້​ທີ່​ເຊື່ອ​ຟັງ, ມີຄ່າ​ຄວນ, ແລະ ຜູ້​ທີ່ລະ​ມັດ​ລະວັງ​ຫລາຍ ແລະ ຜູ້​ທີ່​ພະຍາຍາມ​ເຮັດ​ໃຫ້​ດີ​ຂຶ້ນ.”8

ຮູບ​ພາບ
​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ກຳລັງ​ອະທິຖານ

ຂ້າພະເຈົ້າ​ຢາກ​ຈະ​ແນະນຳ​ວ່າ​ທ່ານ​ແຕ່ລະຄົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ອອກກຳລັງ​ທາງ​ວິນ​ຍານ​ໃນ​ບໍ່​ຊ້າ​ນີ້, ບາງເທື່ອ​ແມ່ນ​ແຕ່​ຄືນ​ນີ້​ເລີຍ​ຂະນະ​ທີ່​ທ່ານ​ອະທິ​ຖານ. ຂໍ​ໃຫ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ຖ່ອມ​ຕົນ​ ດັ່ງ​ຕໍ່​ໄປ​ນີ້: “ແມ່ນ​ຫຍັງ​ຄື​ສິ່ງ​ທີ່​ກີດ​ກັ້ນ​ຂ້ານ້ອຍ​ຈາກ​ຄວາມ​ກ້າວໜ້າ?” ໃນ​ອີກ​ຄຳ​ໜຶ່ງ​ກໍ​ຄື: “ມີ​ສິ່ງ​ໃດ​ອີກ​ແດ່​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?” ແລ້ວ​ໃຫ້​ລໍຖ້າ​ຄຳ​ຕອບ​ຢ່າງ​ງຽບໆ. ຖ້າ​ຫາກ​ວ່າ​ທ່ານ​ຈິງ​ໃຈ, ຄຳ​ຕອບ​ນັ້ນ​ຈະແຈ່ມ​ແຈ້ງ​ຂຶ້ນ​ໃນ​ບໍ່​ຊ້າ. ມັນ​ຈະ​ເປັນ​ການ​ເປີ​ດ​ເຜີຍ​ທີ່​ເຈາະ​ຈົງ​ໃຫ້​ແກ່​ທ່ານ​ໂດຍ​ກົງ.

ບາງເທື່ອ​ພຣະ​ວິນ​ຍານ​ຈະ​ບອ​ກທ່ານ​ວ່າ​ ທ່ານ​ຕ້ອງ​ໃຫ້​ອະໄພ​ຄົນ​ໃດ​ຄົນ​ໜຶ່ງ. ຫລື ທ່ານ​ອາດ​ໄດ້​ຮັບ​ຂ່າວສານ​ວ່າ​ໃຫ້​ເລືອກ​ພາບພະຍົນ​ທີ່​ທ່ານ​ເບິ່ງ​ ຫລື ວ່າ​ເພງ​ທີ່​ທ່ານ​ເລືອກ​ຟັງໃຫ້​ດີກ​ວ່າ​ນີ້. ທ່ານ​ອາດ​ຖືກ​ກະ​ຕຸ້ນໃຫ້​ເປັນ​ຄົນ​ສັດຊື່​ຫລາຍ​ຂຶ້ນ​ໃນ​ການ​ປະຕິບັດ​ທຸລະ​ກິດ​ຂອງ​ທ່ານ ຫລື ວ່າ​ໃຫ້​ເພື່ອ​ແຜ່​ຫລາຍ​ຂຶ້ນ​ໃນ​ການ​ບໍລິຈາກ​ເງິນ​ຖື​ສິນ​ອົດ​ເຂົ້າ. ຍັງ​ມີ​ອີກ​ຫລາຍໆ​ໂອກາດ​ຈົນ​ນັບ​ບໍ່​ຖ້ວນ.

ພຣະ​ວິນ​ຍານ​ສາມາດ​ສະແດງ​ໃຫ້​ເຮົາ​ເຫັນ​ຄວາມ​ອ່ອນແອ​ຂອງ​ເຮົາ, ແຕ່​ພຣະ​ອົງ​ຍັງ​ສາມາດ​ສະແດງ​ໃຫ້​ເຮົາ​ເຫັນ​ຄວາມ​ເຂັ້ມແຂງ​ຂອງ​ເຮົາ​ນຳ​ອີກ. ບາງເທື່ອ​ເຮົາ​ຕ້ອງ​ທູນ​ຖາມ​ວ່າ​ເຮົາ​ເຮັດ​ຫຍັງ​​ໃຫ້ຖືກຕ້ອງ​ ເພື່ອ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສົ່ງ​ເສີມ ແລະ ໃຫ້​ກຳລັງ​ໃຈ​ເຮົາ. ເມື່ອ​ເຮົາ​ອ່ານ​ປິຕຸ​ພອນ​ຂອງ​ເຮົາ, ເຮົາ​ຖືກ​ເຕືອນໃຈ​ວ່າ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ຮູ້ຈັກ​ຄວາມ​ສາມາດ​ແຫ່ງ​ສະຫວັນ​ຂອງ​ເຮົາ. ພຣະ​ອົງ​ຊື່ນ​ຊົມ​ທຸກໆ​ເທື່ອ​ທີ່​ເຮົາ​ກ້າວ​ໄປ​ໜ້າ. ຕໍ່​ພຣະ​ອົງ, ທິດ​ທາງ​ຂອງ​ເຮົາ​ແມ່ນ​ສຳຄັນ​ຫລາຍ​ກວ່າ​ຄວາມ​ໄວ​ຂອງ​ເຮົາ.

ຢ່າ​ທໍ້ຖອຍ ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຢ່າ​ໝົດ​ກຳລັງ​ໃຈ​ເລີຍ. ເຮົາ​ຈະ​ບໍ່​ບັນລຸ​ຄວາມ​ດີ​ພ້ອມ​ໃນ​ຊີວິດ​ມະຕະ​ຂອງ​ເຮົາ, ແຕ່​ໃນ​ຊ່ວງ​ມະຕະ​ນີ້​ເຮົາ​ສາມາດ​ວາງ​ຮາກ​ຖານ​ນັ້ນ​ໄວ້. “ມັນ​ເປັນ​ໜ້າທີ່​ຂອງ​ເຮົາ​ທີ່​ຈະ​ເຮັດ​ໃຫ້​ໄດ້​ດີກ​ວ່າ​ມື້ນີ້ ຫລາຍ​ກວ່າ​ທີ່​ເຮົາ​ເຮັດ​ໄດ້​ມື້ວານ​ນີ້ ແລະ ໃຫ້​ໄດ້​ດີ​ກວ່າໃນມື້ອື່ນ​ ຫລາຍ​ກວ່າ​ມື້​ນີ້.”9

ຖ້າ​ຫາກ​ການ​ເຕີບ​ໂຕ​ທາງ​ວິນ​ຍານ​ບໍ່​ເປັນ​ລະດັບ​ຄວາມ​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ, ຖ້າ​ຫາກ​ເຮົາ​ບໍ່​ໄດ້​ຢູ່​ໃນ​ໂຄງການ​ສຶກສາ​ຂອງ​ການ​ປັບປຸງ​ທີ່​ສະໝ່ຳສະເໝີ, ເຮົາ​ຈະ​ພາດ​ປະສົບ​ການ​ສຳຄັນ ທີ່​ພຣະ​ເຈົ້າ​ປະສົງ​ຈະ​ປະທານ​ໃຫ້​ເຮົາ.

ເມື່ອ​ຫລາຍ​ປີ​ກ່ອນ​ຂ້າພະເຈົ້າ​ໄດ້​ອ່ານ​ຖ້ອຍ​ຄຳ​ຂອງ​ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ, ທີ່​ໄດ້​ມີ​ອິດ​ທິ​ພົນ​ທີ່​ຍືນ​ຍົງ​ຕໍ່​ຂ້າ​ພະ​ເຈົ້າ. ເພິ່ນ​ໄດ້​ກ່າວ​ວ່າ: “ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ ເມື່ອ​ໃດ​ມີ​ຫົວໃຈ​ທີ່​ເຕັມ​ໄປ​ດ້ວຍ​ການ​ອະທິຖານ, ມີ​ຄວາມ​ປາດຖະໜາ​ຄວາມ​ຊອບ​ທຳ, ການ​ປະ​ຖິ້ມ​ບາບ, ແລະ ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະທານ​ຄວາມ​ສະຫວ່າງ​ໃຫ້​ຫລາຍ​ຂຶ້ນ​ຈົນ​ວ່າ​ ໃນ​ທີ່​ສຸດ​ຈະ​ມີ​ພະລັງ​ທີ່​ຈະ​ທະລຸ​ມ່ານ​ແຫ່ງ​ສະຫວັນ. ... ຄົນ​ທີ່​ມີຄວາມ​ຊອບ​ທຳ​​ເຊັ່ນນີ້​ ຈະ​ໄດ້​ຮັບ​ຄຳ​ສັນຍາ​ອັນລ້ຳ​ຄ່າ​ ວ່າ​ມື້ໜຶ່ງ​ເຂົາ​ຈະ​ໄດ້​ເຫັນ​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮູ້​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່.”10

ມັນ​ເປັນ​ຄຳ​ອະທິຖານ​ຂອງ​ຂ້າພະເຈົ້າ​ ວ່າ​ປະສົບ​ການ​ທີ່​ປະເສີດ​ນີ້​ສາມາດ​ເປັນ​ຂອງ​ເຮົາ​ໃນ​ມື້ໜຶ່ງ, ຂະນະ​ທີ່​ເຮົາ​ປ່ອຍ​ໃຫ້​ພຣະ​ວິນ​ຍານ​ບໍລິສຸດ​ນຳພາ​ເຮົາ​ກັບ​​ໄປບ້ານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.