​2010–2019
ເພາະ​ເຫດ​ໃດ​ຈຶ່ງ​ຕ້ອງ​ມີ​ສາດສະໜາ​ຈັກ
ຕຸລາ 2015


ເພາະ​ເຫດ​ໃດ​ຈຶ່ງ​ຕ້ອງ​ມີ​ສາດສະໜາ​ຈັກ

ມັນ​ກໍ​ກຸ້ມ​ຄ່າ​ທີ່​ຈະ​ຢຸດ​ບຶດໜຶ່ງ​ເພື່ອ​ໄຕ່ຕອງ​ວ່າ​ ເປັນ​ຫຍັງ​ພຣະ​ເຢຊູ​ຄຣິດ​ຈຶ່ງ​ເລືອກ​ທີ່​ຈະ​ໃຊ້​ສາດສະໜາ​ຈັກ, ສາດສະໜາ​ຈັກ​ຂອງ​ພຣະ​ອົງ, ​ເພື່ອ​ບັນລຸ​ວຽກ​ງານ​ຂອງ​ພຣະ​ອົງ.

ຕະຫລອດ​ຊີວິດ​ຂອງ​ຂ້າພະເຈົ້າ, ກອງ​ປະຊຸມ​ໃຫຍ່​ສາມັນ​ໄດ້​ເປັນ​​ເຫດການ​ທີ່​ໜ້າ​ຕື່ນເຕັ້ນ​ທາງ​ວິນ​ຍານ, ແລະ ສາດສະໜາ​ຈັກ​ນັ້ນ​ເອງ​ກໍ​ໄດ້​ເປັນ​ແຫລ່ງ​ຂອງ​ປະຈັກ​ພະຍານ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າພະເຈົ້າ​ກໍ​ຮູ້​ດີ​ວ່າ​ມີ​ບາງ​ຄົນ​ທີ່​ຖື​ວ່າ​ຕົວ​ເຂົາເຈົ້າ​ເອງ​ກໍ​ເປັນ​ຄົນ​ທີ່​ຖື​ສາດສະໜາ ແຕ່​ປະ​ຕິ​ເສດ​ການ​ມີ​ສ່ວນ​ຮ່ວມ​ໃນ​ສາດສະໜາ​ໃດ​ໜຶ່ງ ຫລື ແມ່ນ​ແຕ່​ຄວາມ​ຕ້ອງການ​ອົງການ​ໃດ​ໜຶ່ງ. ພາກ​ປະຕິບັດ​ທາງ​ສາດສະໜາ​ສຳລັບ​ເຂົາເຈົ້າ​ເປັນ​ເລື່ອງ​ສ່ວນ​ຕົວ. ແຕ່​ສາດສະໜາ​ຈັກ​​ເປັນການ​ສ້າງ​ຕັ້ງ​ຂອງ​ພຣະ​ອົງ—ອົງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຈຸດ​ໃຈກາງ​ຂອງ​ຝ່າຍ​ວິນ​ຍານ​ຂອງ​ເຮົາ. ມັນ​ກໍ​ກຸ້ມ​ຄ່າ​ທີ່​ຈະ​ຢຸດ​ບຶດໜຶ່ງ​ເພື່ອ​ໄຕ່ຕອງ​ວ່າ​ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ເລືອກ​ທີ່​ຈະ​ໃຊ້​ສາດສະໜາ​ຈັກ, ສາດສະໜາ​ຈັກ​ຂອງ​ພຣະ​ອົງ, ສາດສະໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເພື່ອ​ບັນລຸ​ວຽກ​ງານ​ຂອງ​ພຣະ​ອົງ ແລະ ຂອງ​ພຣະ​ບິດາ​ຂອງ​ພຣະ​ອົງ ທີ່​ຈະ​ກໍ່ໃຫ້ເກີດ​ຄວາມ​ເປັນ​ອະມະຕະ ແລະ ຊີວິດ​ນິລັນດອນ​ຂອງ​ມະ​ນຸດ.1

ເລີ່ມ​ຕົ້ນ​ຈາກ​ອາ​ດາມ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ສັ່ງສອນ, ແລະ ພິທີການ​ແຫ່ງ​ຄວາມ​ລອດ​ທີ່​ຈຳເປັນ, ດັ່ງ​ເຊັ່ນ​ການ​ບັບ​ຕິ​ສະ​ມາ, ກໍ​ຖືກ​ປະຕິບັດ​ຜ່ານ​ລຳດັບ​ຂອງ​ຖານະ​ປະໂລຫິດ​ຂອງ​ປິ​ຕຸ.2 ຂະນະ​ທີ່​ສັງຄົມ​ນັບ​ມື້​ນັບສັບຊ້ອນ​ໄປ​ກວ່າ​ທີ່​ຈະ​ມີ​ພຽງ​ແຕ່​ຄອບຄົວ​ທີ່​ເປັນ​ຍາດຕິ​ພີ່ນ້ອງ, ພຣະ​ເຈົ້າ​ຍັງ​ໄດ້​ເອີ້ນ​ສາດສະດາ, ທູດ, ແລະ ຄູ​ສອນ​ນຳ​ອີກ. ໃນ​ວັນ​ເວລາ​ຂອງໂມ​ເຊ ເຮົາ​ໄດ້​ອ່ານ​ເຖິງ​ລຳດັບ​ທີ່​ເປັນ​ທາງ​ການ​ຫລາຍ​ກວ່າ ທີ່​ຮ່ວມ​ທັງ​ແອວ​ເດີ, ປະໂລຫິດ, ແລະ ຜູ້​ຕັດ​ສິນ. ໃນ​ປະຫວັດສາດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ແອວ​ມາ​ໄດ້​ຈັດ​ຕັ້ງ​ສາດສະໜາ​ຈັກ​ທີ່​ມີ​ປະໂລຫິດ ແລະ ຄູ​ສອນ.

ແລ້ວ, ໃນ​ວັນ​ເວລາ​ອັນ​ຮຸ່ງ​ໂລດ, ພຣະ​ເຢ​ຊູ​ໄດ້​ຈັດ​ຕັ້ງ​ວຽກ​ງານ​ຂອງ​ພຣະ​ອົງ​ໃນ​ວິທີ​ທາງ​ທີ່​ພຣະ​ກິດ​ຕິ​ຄຸນ​ໄດ້​ສາມາດ​ຖືກ​ສະຖາປະນາ​ຂຶ້ນ​ພ້ອມໆ​ກັນ​ໃນ​ຫລາຍໆ​ປະເທດ​ຊາດ ແລະ ໃນ​ບັນດາ​ຜູ້​ຄົນ​ທີ່​ແຕກ​ຕ່າງ​ກັນ. ສາດສະໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຖືກ​ຈັດ​ຕັ້ງ​ຂຶ້ນ​ຜ່ານ​ພື້ື້ນ​ຖານ​ຂອງ ອັກ​ຄະ​ສາວົກ ແລະ ສາດສະດາ, ໂດຍ​ທີ່​ມີ​ອົງ​ພຣະ​ເຢ​ຊູ​ຄຣິດ​​​ເອງ​ເປັນ​ຫີນ​ເສົາ​ເອກ.3 ມັນ​ໄດ້​ຮ່ວມ​ທັງ​ເຈົ້າ​ໜ້າທີ່​ອື່ນໆ ດັ່ງ​ເຊັ່ນ​ສາວົກ​ເຈັດ​ສິບ, ແອວ​ເດີ, ອະທິການ, ປະໂລຫິດ, ຄູ​ສອນ, ແລະ ມັກຄະ​ນາ​ຍົກ. ພຣະ​ເຢ​ຊູ​ກໍ​ໄດ້​ສະຖາປະນາ​ສາດສະໜາ​ຈັກ​ທີ່​ຄ້າຍຄື​ກັນ​ນີ້​ໃນ​ທະວີບ​ອາເມ​ຣິ​ກາ​ ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ແລ້ວ.

ຫລັງ​ຈາກ​ສາດສະໜາ​ຈັກ​ໄດ້​ປະ​ຖິ້ມ​ຄວາມ​ເຊື່ອ ແລະ ແຕກ​ແຍກ​ກັນ​ໄປ ຂອງ​ສາດສະໜາ​ຈັກ ທີ່​ພຣະອົງ​ໄດ້​ຈັດຕັ້ງຂຶ້ນ ​ໃນ​ຕອນ​ຢູ່​ໃນ​ໂລກ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະຖາປະນາ​ສາດສະໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄືນໃໝ່ອີກ​ເທື່ອ​ໜຶ່ງ ​ຜ່ານ​ສາດສະດາ ໂຈເຊັບ ສະ​ມິດ. ຈຸດປະສົງ​ໃນ​ສະໄໝ​ບູຮານ​ກໍ​ຍັງ​ເໝືອນ​ເດີມ; ນັ້ນຄື, ທີ່​ຈະ​ສັ່ງສອນ​ຂ່າວ​ປະເສີດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ປະຕິບັດ​ພິທີການ​ແຫ່ງ​ຄວາມ​ລອດ—​ອີກ​ຄວາມ​ໝາຍ​ໜຶ່ງ​ກໍ​ແມ່ນ, ທີ່​ຈະ​ນຳ​ຜູ້​ຄົນ​ມາສູ່​ພຣະ​ຄຣິດ.4 ແລະ ບັດ​ນີ້​ຜ່ານ​ການ​ນຳ​ໃຊ້​ສາດສະໜາ​ຈັກ​ທີ່​ໄດ້​ຟື້ນ​ຟູແລ້ວນີ້, ຄຳ​ສັນຍາ​ແຫ່ງ​ການ​ໄຖ່​ກໍ​ເປັນ​ໄປ​ໄດ້ ແມ່ນ​ແຕ່​ສຳລັບ​ວິນ​ຍານ​ຂອງ​ຄົນ​ຕາຍ ຜູ້​ທີ່​ໃນ​ຊີວິດ​ມະຕະ​ຂອງ​ເຂົາເຈົ້າ ​ໄດ້​ຮູ້ຈັກ​ໜ້ອຍໜຶ່ງ ຫລື ​ບໍ່​ໄດ້​ຮູ້ຈັກ​ຫຍັງ​ເລີຍ​ກ່ຽວ​ກັບ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ສາດສະໜາ​ຈັກ​ນີ້​ຈະ​ສຳເລັດຕາມ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນວໃດ? ມັນ​ສຳຄັນ​ທີ່​ຈະ​ຮັບ​ຮູ້​ວ່າ​ພຣະ​ປະສົງ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ​ແມ່ນ​ຄວາມ​ກ້າວໜ້າ​ຂອງ​ເຮົາ. ຄວາມ​ປາດຖະໜາ​ຂອງ​ພຣະ​ອົງ​ກໍ​ແມ່ນ​ໃຫ້​ເຮົາ​ດຳເນີນ​ຕໍ່​ໄປ ​ຈາກ​ພຣະ​ຄຸນ​ໜຶ່ງ​ຫາ​ອີກ​ພຣະ​ຄຸນ​ໜຶ່ງ, ຈົນ​ກວ່າ [ເຮົາ​ໄດ້​ຮັບ] ຄວາມ​ສົມບູນ​ທັງ​ໝົດ5 ​ທີ່​ພຣະ​ອົງສາ​ມາດ​ປະທານ​ໃຫ້. ສິ່ງ​ນັ້ນ​ຮຽກຮ້ອງ​ຫລາຍ​ກວ່າ​ການ​ເປັນ​ຄົນ​ໃຈດີ ຫລື ຄວາມ​ຮູ້ສຶກ​ທາງ​ວິນ​ຍານ​ເທົ່າ​ນັ້ນ. ມັນ​ຮຽກຮ້ອງ​ສັດທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແລະ ດ້ວຍ​ພຣະ​ວິນ​ຍານ, ແລະ ການ​ອົດທົນ​ດ້ວຍ​ສັດທາ​ຈົນ​ເຖິງ​ທີ່​ສຸດ.6 ບຸກຄົນ​ບໍ່​ສາມາດ​ບັນລຸ​ສິ່ງ​ນັ້ນ​ໄດ້​ດ້ວຍ​ຕົວ​ຄົນ​ດຽວ, ສະນັ້ນຈຶ່ງ​ເປັນ​ເຫດຜົນ​ອັນ​ສຳຄັນ​ທີ່ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດຕັ້ງສາດສະໜາ​ຈັກຂຶ້ນ​ ເພື່ອ​ສ້າງ​ຊຸມ​ຊົນ​ຂອງ​ໄພ່​ພົນ ທີ່​ຈະ​ສະໜັບສະໜູນ​ກັນ​ແລະ​ກັນ “ໃນ​ທາງ​ຄັບ ແລະ ແຄບ​ນີ້​ ຊຶ່ງ​ນຳໄປ​ຫາ​ຊີວິດ​ນິລັນດອນ.”7

“ແລະ [ພຣະ​ຄຣິດ] ໃຫ້​ບາງ​ຄົນ​ເປັນ​ອັກ​ຄະ​ສາວົກ, ບາງ​ຄົນ​ເປັນ​ຜູ້​ປະກາດ​ພຣະ​ທຳ, ບາງ​ຄົນ​ເປັນ​ຜູ້​ປະກາດ​ຂ່າວ​ປະເສີດ, ບາງ​ຄົນ​ເປັນ​ສິດຍາພິບານ ແລະ ອາຈານ;

“… ເພື່ອ​ເສີມ​ສ້າງ​ພຣະ​ກາຍ​ຂອງ​ພຣະ​ຄຣິດ​ໃຫ້​ຈະເລີນ​ຂຶ້ນ:

“ຈົນ​ກວ່າ​ເຮົາ​ທຸກ​ຄົນ​ຈະ​ບັນລຸ​ເຖິງ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ຄວາມ​ເຊື່ອ, ແລະ ໃນ​ຄວາມ​ຮູ້​ເຖິງ​ເລື່ອງ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຈົນ​ກວ່າ​ເຮົາ​ຈະ​ເປັນ​ຄົນ​ໃໝ່​ເຕັມ​ສ່ວນ ຄື​ເຕັມ​ເຖິງ​ຂະໜາດ​ຄວາມ​ສົມບູນ​ຂອງ​ພຣະ​ຄຣິດ.”8

ພຣະ​ເຢ​ຊູ​ຄຣິດ​ເປັນ “ຜູ້​ສ້າງ ແລະ ເປັນ​ຜູ້​ເຮັດ​ໃຫ້​ສັດທາ [ຂອງ​ເຂົາ] ສົມ​ບູນ.”9 ການ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ກັບ​ພຣະ​ກາຍ​ຂອງ​ພຣະ​ຄຣິດ​—​ຄື​ສາດສະໜາ​ຈັກ​—​ກໍ​ເປັນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ການ​ຮັບ​ພຣະ​ນາມ​ຂອງ​ພຣະ​ອົງ.10 ເຮົາ​ຖືກ​ບອກ​ວ່າ​ສາດສະໜາ​ຈັກ​ໃນ​ສະໄໝ​ບູຮານ “ໄດ້​ຊຸມນຸມ​ກັນ​ຢູ່​ເລື້ອຍໆ, ເພື່ອ​ຖື​ສິນ​ອົດ​ເຂົ້າ ແລະ ເພື່ອ​ອະທິຖານ ແລະ ເພື່ອ​ສົນທະນາ​ກັນ​ກ່ຽວ​ກັບ​ຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ,”11 “ແລະ ເພື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”12 ມັນ​ກໍ​ເປັນ​ດັ່ງນີ້​ໃນ​ສາດສະໜາ​ຈັກ​ໃນ​ວັນ​ເວລາ​ນີ້. ມາ​ຊຸມນຸມ​ກັນ​ໃນ​ສັດທາ, ເຮົາ​ສອນ ແລະ ເສີມ​ສ້າງ​ກັນ​ແລະ​ກັນ ແລະ ພະຍາຍາມ​ດຳ​ລົງ​ຊີວິດ​ຕາມ​ມາດຕະຖານ​ທີ່​ສູງ​ສຸດ​ຂອງ​ການ​ເປັນ​ສານຸສິດ, “ເຕັມ​ເຖິງ​ຂະໜາດ​ຄວາມ​ສົມບູນ​ຂອງ​ພຣະ​ຄຣິດ,”13 ​ເຮົາ​ພະຍາຍາມ​ຊ່ອຍ​ເຫລືອ​ກັນ​ແລະ​ກັນ ​ໃຫ້​ມາ​ຮູ້ຈັກ​ພຣະຜູ້​ເປັນ​ເຈົ້າ, ຈົນ​ກວ່າ​ເຖິງ​ວັນນັ້ນ ​ເມື່ອ “ຈະ​ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຂົາ ສັ່ງສອນ​ເພື່ອນ​ຮ່ວມ​ຊາດ​ຂອງ​ຕົນ ​ໃຫ້​ຮູ້ຈັກ​ພຣະຜູ້​ເປັນ​ເຈົ້າ ​ເພາະ​ທຸກ​ຄົນ​ຈະ​ຮູ້ຈັກ​ເຮົາ ​ແຕ່​ຜູ້​ນ້ອຍ​ທີ່​ສຸດ​ຈົນ​ເຖິງ​ຜູ້​ໃຫຍ່​ທີ່​ສຸດ, ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ.”14

ໃນ​ສາດສະໜາ​ຈັກ​ເຮົາ​ບໍ່​ພຽງ​ແຕ່​ຮຽນ​ຮູ້​ຄຳ​ສອນ​ແຫ່ງ​ສະຫວັນ​ເທົ່າ​ນັ້ນ; ເຮົາ​ມີ​ປະສົບ​ການ​ໃນ​ການ​ນຳ​ໃຊ້​ຄຳ​ສອນ​ນັ້ນ. ໃນ​ຖານະ​ພຣະ​ກາຍ​ຂອງ​ພຣະ​ຄຣິດ, ສະມາຊິກ​ຂອງ​ສາດສະໜາ​ຈັກ​ປະຕິບັດ​ຕໍ່​ກັນ​ແລະ​ກັນ​ໃນ​ຄວາມ​ເປັນ​ຈິງ ຂອງ​ຊີວິດ​ປະຈຳ​ວັນ. ເຮົາ​ທຸກ​ຄົນ​ບໍ່​ດີ​ພ້ອມ; ເຮົາ​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ພໍໃຈ ແລະ ເຮົາ​ກໍ​ບໍ່​ພໍ​ໃຈ. ​ເຮົາ​ມັກ​ຈະ​ທົດ​ສອບ​ກັນ​ດ້ວຍ​ພຶດຕິ​ກຳ​ແປກໆ​ຂອງ​ເຮົາ. ໃນ​ພຣະ​ກາຍ​ຂອງ​ພຣະ​ຄຣິດ, ເຮົາ​ຕ້ອງ​ຮຽນ​ຮູ້​ຫລາຍ​ກວ່າ​ແຕ່​ຄວາມ​ຄິດ ແລະ ຖ້ອຍ​ຄຳ​ທີ່​ເຊີດ​ຊູ​ເທົ່າ​ນັ້ນ ແລະ ມີ​ສ່ວນ​ຮ່ວມ​ໂດຍ​ກົງ ຂະນະ​ທີ່​ເຮົາ​ຮຽນ​ຮູ້​ທີ່​ຈະຢູ່​ນຳ​ກັນ​ໃນ​ຄວາມ​ຮັກ.15

ສາດສະໜາ​ນີ້​ບໍ່​ໄດ້​ເປັນ​ຫ່ວງ​ພຽງ​ແຕ່​ຕົວ​ເອງ; ກົງກັນຂ້າມ ເຮົາ​ທຸກ​ຄົນ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້. ເຮົາ​ເປັນພຣະ​ເນດ, ເປັນ​ພຣະຫັດ, ເປັນ​​ເກສາ, ເປັນ​ພຣະບາດ, ແລະ ອະ​ໄວ​ຍະ​ວະ​ອື່ນໆ​ຂອງ​ພຣະກາຍ​ຂອງ​ພຣະຄຣິດ, ແລະ ແມ່ນ​ແຕ່ “ອະ​ໄວ​ຍະ​ວະ ... ສ່ວນ​ທີ່​ເຫັນ​ວ່າ​ອ່ອນແອ, ເຮົາ​ກໍ​ຂາດ​ເສຍ​ບໍ່​ໄດ້.”16 ​ເຮົາຕ້ອງການ​ ການ​ເອີ້ນ​​ເຫລົ່ານັ້ນ, ​ແລະ ​ເຮົາ​ຕ້ອງ​ຮັບ​ໃຊ້.

ຊາຍ​ຄົນ​ໜຶ່ງ​ໃນ​ຫວອດ​ທີ່​ຂ້າພະເຈົ້າ​ໄດ້​ເຕີບ​ໂຕ​ຂຶ້ນ​ມາ ບໍ່​ພຽງ​ແຕ່​ຂາດ​ຄວາມ​ສະໜັບສະໜູນ​ຂອງ​ພໍ່​ແມ່​ເທົ່າ​ນັ້ນ ແຕ່​ໄດ້​ມີ​ການ​ຕໍ່ຕ້ານ​ຕໍ່​ຄວາມ​ເຂັ້ມແຂງ​ຂອງ​ລາວ​ໃນ​ສາດສະໜາ​ຈັກ​ນຳ​ອີກ. ລາວ​ໄດ້​ສັງເກດ​ເບິ່ງ​ໃນ​ກອງ​ປະຊຸມ​ສິນ​ລະ​ລຶກ​ວ່າ: “ພໍ່​ຂອງ​ຂ້າພະເຈົ້າ​ບໍ່​ສາມາດ​ເຂົ້າໃຈ​ວ່າ ເປັນ​ຫຍັງ​ຄົນ​ຈຶ່ງ​ໄປ​ໂບດ​ໃນ​ເມື່ອ​ເຂົາ​ສາມາດ​ໄປ​ຂີ່ສະ​ກີ້​ຫລິ້ນ, ແຕ່​ຂ້າພະເຈົ້າ​ມັກ​ໄປ​ໂບດ​ຫລາຍ. ໃນ​ສາດສະໜາ​ຈັກ, ເຮົາ​ທຸກ​ຄົນ​ກໍ​ຢູ່​ໃນ​ການ​ເດີນທາງ​ອັນ​ດຽວ​ກັນ​ນັ້ນ, ແລະ ຂ້າພະເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ໃນ​ການ​ເດີນທາງ​ນັ້ນ ໂດຍ​ຊາວ​ໜຸ່ມ​ທີ່​ເຂັ້ມແຂງ, ເດັກນ້ອຍ​ທີ່​ບໍລິສຸດ, ແລະ ສິ່ງ​ທີ່​ຂ້າພະເຈົ້າ​ເຫັນ ແລະ ຮຽນ​ຮູ້​ຈາກ​ຜູ້​ໃຫຍ່​ຄົນ​ອື່ນໆ. ຂ້າພະເຈົ້າ​ກໍ​ເຂັ້ມແຂງ​ຂຶ້ນ​ໂດຍ​ມິດຕະພາບ ແລະ ຕື່ນເຕັ້ນ​ດ້ວຍ​ຄວາມ​ປິ​ຕິ​ຍິນດີ​ຂອງ​ການ​ດຳລົງ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ.”

ໃນ​ເວລາ​ດຽວ​ກັນ​ນັ້ນ, ຫວອດ ແລະ ສາຂາ​ຂອງ​ສາດສະໜາ​ຈັກ​ຈັດ​ໃຫ້​ມີ​ການ​ເຕົ້າໂຮມ​ທຸກໆ​ທິດ​ທີ່​ເປັນ​ການ​ພັກຜ່ອນ ແລະ ການ​ຕໍ່​ອາຍຸ, ທີ່​ເປັນ​ເວລາ ແລະ ສະຖານທີ່​ທີ່​ຈະ​ປ່ອຍປະ​ຄວາມ​ກັງວົນ ແລະ ກິດຈະກຳ​ອື່ນໆ​ໄວ້​ຢູ່​ຂ້າງ​ນອກ​—ເປັນ​ວັນ​ຊະບາ​ໂຕ. ມັນ​ເປັນ​ວັນ​ທີ່​ຈະ “ຊົມຊື່ນ​ຍິນດີ,”17 ທີ່​ຈະ​ໄດ້​ປະສົບ​ກັບການ​ປິ່ນປົວ​ທາງ​ວິນ​ຍານ ທີ່​ຈະ​ມາ​ເຖິງ​ດ້ວຍ​ສິນ​ລະ​ລຶກ, ແລະ ໄດ້​ຮັບ​ຄຳ​ສັນຍາ​ທີ່​ຖືກ​ຕໍ່​ອາຍຸ​ໃໝ່ ທີ່​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ສະຖິດ​ຢູ່​ກັບ​ເຮົາ.18

ພອນ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ຂອງ​ການ​ເປັນ​ພາກສ່ວນ​ຂອງ​ພຣະ​ກາຍ​ຂອງ​ພຣະ​ຄຣິດ, ເຖິງ​ແມ່ນ​ວ່າ​ມັນ​ອາດ​ເບິ່ງ​ຄື​ວ່າ ບໍ່​ເປັນ​ພອນ​ເລີຍ​ໃນ​ເວລາ​ນັ້ນ, ຄື​ການ​ຖືກ​ຕິຕຽນ​ຈາກ​ບາບ ແລະ ຄວາມ​ຜິດ​ພາດ. ເຮົາ​ມັກ​ຈະ​ຫາ​ທາງ​ແກ້​ຕົວ ຫລື ອ້າງ​ເຫດຜົນ​ສຳລັບ​ຄວາມ​ຜິດ​ຂອງ​ເຮົາ, ແລະ ບາງເທື່ອ​ແທ້ໆ​ແລ້ວ ເຮົາ​ບໍ່​ຮູ້​ຊ້ຳ​ວ່າ​ເຮົາ​ຈະ​ພັດທະນາ​ໄປ​ໜ້າ ຫລື ວ່າ​ຕ້ອງ​ເຮັດ​ແນວ​ໃດ. ປາດ​ສະ​ຈາກ​ຄົນ​ທີ່​ສາມາດ​ຕິຕຽນ​ເຮົາ “ໃຫ້​ທັນ​ການ​ດ້ວຍ​ຄວາມ​ສຽບ​ຂາດ, ເມື່ອ​ໄດ້​ຮັບ​ການ​ກະ​ຕຸ້ນ​ໂດຍ​ພຣະ​ວິນ​ຍານ​ບໍລິສຸດ,”19 ແລ້ວ​ເຮົາ​ອາດ​ຈະ​ຂາດ​ຄວາມ​ກ້າຫານ​ທີ່​ຈະ​ປ່ຽນແປງ ແລະ ຕິດຕາມ​ພຣະ​ອາຈານ​ຢ່າງ​ດີ​ພ້ອມ​ຫລາຍ​ຂຶ້ນ. ການ​ກັບ​ໃຈ​ເປັນ​ເລື່ອງ​ຂອງ​ສ່ວນ​ບຸກຄົນ, ແຕ່​ມິດຕະພາບ​ໃນ​ເສັ້ນທາງ​ ທີ່​ບາງເທື່ອ​​ເບິ່ງ​ຄື​ວ່າ​ເຈັບ​ປວດ​ນັ້ນ ​ກໍ​ມີ​ຢູ່​ໃນ​ສາດສະໜາ​ຈັກ.20

ໃນ​ການ​ສົນທະນາ​ນີ້​ເຖິງ​ສາດສະໜາ​ຈັກ ໃນ​ຖານະ​ພຣະ​ກາຍ​ຂອງ​ພຣະ​ຄຣິດ, ເຮົາ​ຕ້ອງ​ຈົດ​ຈຳ​ສອງ​ຢ່າງ​ໄວ້​ສະ​ເໝີ. ໜຶ່ງ, ເຮົາ​ບໍ່​ໄດ້​ພະຍາຍາມ​​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ສາດສະໜາ​ຈັກ ແຕ່​ຕໍ່​ພຣະ​ຄຣິດ ແລະ ພຣະ​ກິດ​ຕິຄຸນ​ຂອງ​ພຣະອົງ, ​ເປັນການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ສາດສະໜາ​ຈັກ​ຊ່ອຍ​ອຳນວຍ​ໃຫ້.21 ພຣະ​ຄຳ​ພີ​ມໍ​ມອນ​ສະແດງ​ໃຫ້​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ເມື່ອ​ກ່າວ​ວ່າ​ຜູ້​ຄົນ “ໄດ້​ ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້ ເຂົ້າ​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ຄຣິດ.22 ສອງ, ເຮົາ​ຕ້ອງ​ຈົດ​ຈຳ​ວ່າ​ໃນ​ຕອນ​ຕົ້ນ, ສາດສະໜາ​ຈັກ​ໄດ້​ເປັນ​ຄອບຄົວ, ແລະ ແມ່ນ​ແຕ່​ໃນ​ວັນ​ເວລາ​ນີ້​ໃນ​ຖານະ​ສະ​ຖາ​ບັນ ທີ່​ແຍກ​ອອກ, ຄອບ​ຄົວ ແລະ ສາດສະໜາ​ຈັກ​ຮັບ​ໃຊ້ ແລະ ເສີມ​ຄວາມ​ເຂັ້ມແຂງ​ໃຫ້​ກັນ​ແລະ​ກັນ. ທັງ​ສອງ​ບໍ່​ໄດ້​ມາແທນ​ທີ່​ຂອງ​ກັນ​ແລະ​ກັນ, ແລະ ແນ່ນອນ​ວ່າ ສາດສະໜາ​ຈັກ, ແມ່ນ​ແຕ່​ໃນ​ຄວາມ​ດີ​ທີ່​ສຸດ, ບໍ່​ສາມາດ​ມາ​ແທນ​ພໍ່​ແມ່​ໄດ້. ຈຸດປະສົງ​ຂອງ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ພິທີການ​ຂອງ​ຖາ​ນະ​ປະ​ໂລຫິດ​ຕ່າງໆ ທີ່​ສາດສະໜາ​ຈັກ​ນຳ​ປະຕິບັດ ກໍ​ເພື່ອ​ວ່າ​ຄອບຄົວ​ອາດມີຄ່າ​ຄວນ​ພໍ​ສຳລັບ​ຊີວິດ​ນິລັນດອນ.

ຍັງ​ມີ​ເຫດຜົນ​ໃຫຍ່​ທີ່​ສຳຄັນ​ຂໍ້​ທີ​ສອງ​ ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ດຳເນີນ​ວຽກ​ງານ​ຜ່ານ​ສາດສະໜາ​ຈັກ, ສາດສະໜາ​ຈັກຂອງ​ພຣະ​ອົງ, ແລະ ນັ້ນ​ກໍ​ເພື່ອ​ຈະ​ບັນລຸ​ສິ່ງ​ທີ່​ຈຳເປັນ ຊຶ່ງ​ຄົນໜຶ່ງ​ຄົນ​ດຽວ ຫລື ກຸ່ມ​ນ້ອຍໆ​ບໍ່​ສາມາດ​ບັນລຸ​ໄດ້. ຕົວຢ່າງທີ່​ແຈ່ມ​ແຈ້ງ​ຢ່າງ​ໜຶ່ງ​ກໍ​ຄື​ການ​ຈັດການ​ກັບ​ຄວາມ​ຍາກ​ຈົນ. ມັນ​ກໍ​ຈິງ​ທີ່​ໃນ​ຖານະ​ສ່ວນ​ບຸກຄົນ ແລະ ຄອບຄົວ​ ເຮົາຊ່ອຍ​ສະໜອງ​ຄວາມ​ຕ້ອງການ​ທາງ​ຮ່າງກາຍ​ຂອງ​ຄົນ​ອື່ນ, “ໂດຍ​ແຈກ​ຢາຍ​ໃຫ້​ກັນ​ຕາມ​ຄວາມ​ຈຳເປັນ ແລະ ຄວາມ​ຕ້ອງການ​ຂອງ​ເຂົາ​ທາງ​ໂລກ ແລະ ທາງ​ວິນ​ຍານ.”23 ແຕ່​ພ້ອມ​ກັນ​ໃນ​ສາດສະໜາ​ຈັກ, ຄວາມ​ສາມາດ​ທີ່​ຈະ​ດູແລຄົນ​ຍາກຈົນ ແລະ ຄົນ​ຂັດ​ສົນ​ຈະ​ເພີ່ມ​ທະວີ​ຂຶ້ນ​ເພື່ອ​ຈະ​ສະໜອງ​ຄວາມ​ຈຳເປັນ​ທີ່​ມີ​ຢູ່​ຢ່າງ​ກວ້າງ​ໄກ ​ແລະ ຫວັງ​ວ່າ ຫລາຍ​ຄົນ​ຈະ​ກຸ້ມ​ຕົນ​ເອງ.24 ນອກ​ເໜືອໄປ​ຈາກ​ນີ້, ສາດສະໜາ​ຈັກ, ສະມາຄົມ​ສະຕີ​ສົງເຄາະ, ແລະ ກຸ່ມ​ຖານະ​ປະໂລຫິດ​​ມີ​ຄວາມ​ສາມາດ​ ທີ່​ຈະຈັດ​ຫາ​ການ​ບັນເທົາ​ທຸກ​ໃຫ້ແກ່​ຄົນທັງຫລາຍ ໃນ​ຫລາຍໆ​ແຫ່ງ​ທີ່​ຖືກ​ກະທົບກະເທືອນ​ໂດຍ​ໄພ​ທຳ​ມະ​ຊາດ, ສົງຄາມ, ແລະ ການ​ຂົ່ມ​ເຫັງ.

ປາດ​ສະ​ຈາກ​ຄວາມ​ສາມາດ​ຂອງ​ສາດສະໜາ​ຈັກ​ທີ່​ມີ​ໄວ້, ໜ້າທີ່​ມອບ​ໝາຍ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ທີ່​ຈະ​ນຳ​ເອົາ​ພຣະ​ກິດ​ຕິ​ຄຸນ​ໄປ​ສູ່​ຕະຫລອດ​ທົ່ວ​ໂລກ​ຈະ​ບໍ່​ສຳເລັດ​ຜົນ.25 ຈະ​ບໍ່​ມີ​ຂໍ​ກະ​ແຈຂອງ​ອັກ​ຄະ​ສາວົກ, ໂຄງ​ຮ່າງ, ​ແຫລ່ງເທັກ​ໂນ​ໂລ​ຈີ, ​ທຶນ​ຊ່ອຍ​ເຫລືອ, ແລະ ຄວາມ​ອຸທິດ​ຕົນ ແລະ ການ​ເສຍ​ສະລະ​ຂອງ​ຜູ້​ສອນ​ສາດສະໜາ​ຫລາຍໆ​ພັນ​ຄົນ ​ເພື່ອ​ເຮັດ​ວຽກ​ງານ. ຈົ່ງ​ຈຳ​ໄວ້​ວ່າ, ພຣະ​ກິດ​ຕິ​ຄຸນ​ຂອງ​ອານາຈັກ [ຕ້ອງ] ຖືກ​ສັ່ງສອນ​ໄປ​ທົ່ວ​ໂລກ, ເພື່ອ​ເປັນ​ພະຍານ​ຕໍ່ປະຊາຊາດ​ທັງ​ປວງ, ແລະ ເມື່ອນັ້ນ​ທີ່​ສຸດ​ຈະ​ມາ​ເຖິງ.”26

ສາດສະໜາ​ຈັກ​ສາມາດ​ກໍ່ສ້າງ ແລະ ເປີດ​ບໍລິຫານ​ພຣະ​ວິຫານ, ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ບ່ອນ​ທີ່​ພິທີການ ແລະ ພັນທະ​ສັນຍາ​ທີ່​ຈຳເປັນ​ຖືກ​ປະຕິບັດ​ການ. ໂຈ​ເຊັບ ສະ​ມິດ ​ໄດ້​ກ່າວ​ວ່າ​ ພຣະ​ປະສົງ​ຂອງ​ພຣະ​ເຈົ້າ ໃນ​ການ​ເຕົ້າໂຮມຜູ້​ຄົນ​ຂອງ​ພຣະ​ອົງ​ໃນ​ທຸກຍຸກ​ທຸກສະໄໝ​ແມ່ນ “ເພື່ອ​ກໍ່ສ້າງ​ບ້ານ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ບ່ອນ​ທີ່​ພຣະ​ອົງ [ຈະ​ສາມາດ] ເປີດເຜີຍ​ພິທີການ​ຂອງ​ບ້ານ​ຂອງ​ພຣະ​ອົງ ແລະ ລັດສະໝີ​ພາບ​ຂອງ​ອານາຈັກ​ຂອງ​ພຣະ​ອົງ ໃຫ້​ແກ່​ຜູ້​ຄົນຂອງ​ພຣະ​ອົງ, ແລະ ເພື່ອ​ສັ່ງສອນ​ວິທີ​ທາງ​ແຫ່ງ​ຄວາມ​ລອດ​ໃຫ້​ແກ່​ຜູ້​ຄົນ; ເພາະ​ມີ​ພິທີການ ແລະ ຫລັກ​ທຳ ໂດຍ​ສະເພາະ, ເມື່ອ​ຖືກ​ສັ່ງສອນ ແລະ ​ເຝິກ​ປະຕິບັດ​ຕາມ, ຕ້ອງ​ເກີດ​ຂຶ້ນ​ໃນ​ສະຖານທີ່​ໃດ​ໜຶ່ງ ຫລື ບ້ານ​ທີ່​ຖືກ​ສ້າງ​ຂຶ້ນ​ມາ​ ເພື່ອ​ຈຸດປະສົງ​ນັ້ນ​ໂດຍ​ສະ​ເພາະ.”27

ຖ້າ​ຫາ​ຄົນ​ໃດ​ເຊື່ອ​ວ່າ​ເສັ້ນທາງ​ທຸກ​ເສັ້ນ​ນຳໄປ​ສູ່​ສະຫວັນ ຫລື ວ່າ​ບໍ່​ມີ​ຂໍ້​ຮຽກຮ້ອງ​​​ໃດສຳລັບ​ຄວາມ​ລອດ, ເຂົາ​ຈະບໍ່​ເຫັນ​ຄວາມ​ຈຳເປັນ​ທີ່​ຈະ​ປະກາດ​ພຣະ​ກິດ​ຕິ​ຄຸນ ຫລື ສຳລັບ​ພິທີການ ແລະ ພັນທະ​ສັນຍາ​ຕ່າງໆ​​ໃນ​ການໄຖ່ຄົນ​ເປັນ ຫລື ຄົນ​ຕາຍ. ແຕ່​ພວກ​ເຮົາ​ບໍ່​ພຽງ​ແຕ່​ກ່າວ​ກ່ຽວ​ກັບ​ຄວາມ​ເປັນ​ອະມະຕະ​ເທົ່າ​ນັ້ນ ແຕ່​ກ່ຽວ​ກັບ​ຊີວິດ​ນິລັນດອນ​ນຳ​ອີກ, ແລະ ເພາະ​ຈຸດປະສົງ​ນັ້ນ​ແຫລະ ເສັ້ນທາງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ແລະ ພັນທະ​ສັນຍາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຈຶ່ງ​ຈຳ​ເປັນ. ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຕ້ອງການ​ສາດສະໜາ​ຈັກ​ທີ່​ຈະ​ເຮັດ​ໃຫ້​ສິ່ງ​ເຫລົ່າ​ນີ້​ມີ​ໃຫ້​ແກ່​ລູກໆ​ທຸກໆ​ຄົນ​ຂອງ​ພຣະ​ເຈົ້າ—​ທັງ​ຄົນ​ເປັນ ແລະ ຄົນ​ຕາຍ.

ເຫດຜົນ​ສຸດ​ທ້າຍ​ທີ່​ຂ້າພະເຈົ້າ​ຈະ​ກ່າວ​ເຖິງ​ວ່າ​ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ສະຖາປະນາ​ສາດສະໜາ​ຈັກ​ຂອງພຣະ​ອົງ​ແມ່ນ​ພິເສດ​ທີ່​ສຸດ​—​ແທ້​ຈິງ​ແລ້ວ, ສາດສະໜາ​ຈັກ​ນີ້​ແມ່ນ​ອານາຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ໂລກ.

ເມື່ອ​ສາດສະໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ກຳລັງ​ຖືກ​ສະຖາປະນາ​ໃນ​​ໄລຍະປີ 1830, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່ ສາດສະດາ​ໂຈ​ເຊັບ ສະ​ມິດ ​ວ່າ, ຈົ່ງ​ລື້​ນ​ເລີງ ແລະ ຊື່ນ​ຊົມ​ເຖີດ, ເພາະ​ພວກ​ເຈົ້າ​ໄດ້​ຮັບ​ອານາຈັກ​ແລ້ວ, ຫລື ອີກ​ປະການ​ໜຶ່ງ, ຂໍ​ກະແຈຂອງ​ສາດສະໜາ​ຈັກ​ໄດ້​ຖືກ​ມອບ​ໃຫ້​ແລ້ວ.28 ​ໃນ​ສິດ​ອຳນາດຂອງ​ຂໍ​ກະ​ແຈ​ເຫລົ່າ​ນີ້, ເຈົ້າ​ໜ້າທີ່​ແຫ່ງ​ຖານະ​ປະໂລຫິດ​ຂອງ​ສາດສະໜາ​ຈັກ​ຮັກສາ​ຄວາມ​ບໍລິສຸດ​ຂອງ​ຄຳ​ສອນຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ແລະ ຄວາມ​ຊື່ສັດ​ຂອງ​ພິທີການ​ຊ່ອຍ​ໃຫ້​ລອດ​ເຫລົ່າ​ນີ້​ຂອງ​ພຣະອົງ​ເອົາ​ໄວ້.29 ພວກ​ເພິ່ນ​ຊ່ອຍ​ຕຽມ​ຜູ້​ທີ່​ປາດຖະໜາ​ຈະ​ໄດ້​ຮັບ​ພິທີການ​ເຫລົ່າ​ນີ້, ຕັດສິນ​ຄວາມ​ເໝາະ​ສົມ ແລະ ຄ່າ​ຄວນ​ຂອງ​ຜູ້​ຄົນ​ເຫລົ່ານັ້ນ ຜູ້​ທີ່​ໄດ້​ສະໝັກ​ຂໍ ແລະ ແລ້ວ​ດຳເນີນ​ພິທີການ​ເຫລົ່າ​ນັ້ນ.

ດ້ວຍ​ຂໍ​ກະແຈ​ແຫ່ງ​ອານາຈັກ, ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສາມາດ​ບອກ​ໄດ້​ເຖິງ​ຄວາມ​ຈິງ ແລະ ຄວາມ​​ເທັດ, ແລະ ອີກ​ເທື່ອ​ໜຶ່ງ​ກ່າວ​ຢ່າງ​ມີ​ສິດ​ອຳນາດ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້.” ໜ້າ​ເສຍດາຍ​ທີ່, ບາງ​ຄົນ​ຄຽດ​ແຄ້ນ​ໃຫ້ສາດສະໜາ​ຈັກ​ ເພາະວ່າ​ເຂົາເຈົ້າ​ຢາກ​ໃຫ້​ຄວາມ​ໝາຍ​ຂອງ​ຕົນ​ເຖິງ​ຄວາມ​ຈິງ, ແຕ່​ຕາມ​ຄວາມ​ເປັນ​ຈິງ​ແລ້ວ​ມັນ​ເປັນ​ພອນ​ອັນ​ປະເສີດ​ທີ່​ຈະ​ໄດ້​ຮັບ “ຄວາມ​ຈິງ​ຄື​ຄວາມ​ຮູ້​ເຖິງ​ສິ່ງ​ທີ່​ເປັນ​ຢູ່​ແທ້ໆ, ແລະ ດັ່ງ​ທີ່​ໄດ້​ເປັນ​ມາ, ແລະ ດັ່ງ​ທີ່​ຈະ​ເປັນ”30 ເຖິງ​ລະດັບ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປີດເຜີຍ​ມັນ. ສາດ​ສະ​ໜາ​ຈັກ​ຄຸ້ມ​ຄອງ ແລະ ປະ​ກາດ​ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ—​ກົດ​ຂອງ​ພຣະ​ຄຳ​ພີ.

ຕອນ​ທີ່ ດາ​ນີ​ເອນ ໄດ້​ແປ​ຄວາມ​ຝັນ​ຂອງ​ເນ​ບູ​ກາດ​ເນັດ​ຊາ ກະສັດ​ແຫ່ງ​ບາບີ​ໂລນ, ທີ່​ເຮັດ​ໃຫ້​ກະສັດ​ຮັບ​ຮູ້ “ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ,”31 ເພິ່ນ​ຈຶ່ງ​ໄດ້​ປະກາດ​ວ່າ “ພຣະ​ເຈົ້າ​ແຫ່ງ​ຟ້າ​ສະຫວັນ [ຈະ] ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ, ຊຶ່ງ​ຈະ​ບໍ່​ສູນຫາຍ​ໄປ​ຈັກ​ເທື່ອ: ອານາຈັກ​ນີ້​ຈະ​ບໍ່​ຖືກ​ຕີ​ໃຫ້​ຜ່າຍ​ແພ້​ຈັກ​ເທື່ອ, ແຕ່​ຈະ​ທຳລາຍ​ອານາຈັກ [ອື່ນໆ] ໃຫ້​ໝົດ​ສິ້ນ​ໄປ, ແລ້ວ​ກໍ​ຈະ​ຕັ້ງ​ໝັ້ນ​ຢູ່​ຕະຫລອດ​ໄປ​ເປັນ​ນິດ.”32 ສາດສະໜາ​ຈັກ​ນີ້​ຄື​ອານາຈັກ​ຍຸກ​ສຸດ​ທ້າຍ​ທີ່ຖືກ​​ພະຍາກອນ​ໄວ້ ທີ່​ມະນຸດ​ບໍ່​ໄດ້​ສ້າງ​ຂຶ້ນ​ມາ, ແຕ່​ຖືກ​ຈັດ​ຕັ້ງ​ຂຶ້ນ​ມາ​ໂດຍ​ພຣະ​ເຈົ້າ​ແຫ່ງ​ສະຫວັນ ແລະ ຈະ​ກິ້ງ​ອອກ​ໄປ​ດັ່ງ​ກ້ອນ​ຫີນ​ທີ່​ແຕກ​ອອກ​ມາ​ຈາກ​ໜ້າຜາ​ໂດຍ​ບໍ່​ມີ​ຜູ້​ໃດ​ເຮັດ ຈົນ​ເຕັມ​​ແຜ່ນດິນ​ໂລກ.33

ຈຸດໝາຍ​ປາຍທາງ​ຂອງ​ສາດສະໜາ​ຈັກ​ແມ່ນ​ທີ່​ຈະ​ສະຖາປະນາ​ສີ​ໂອນ ໃນ​ການ​ຈັດ​ຕຽມ​ສຳລັບ​ການ​ສະເດັດ​ຄືນ​ມາ ແລະ ການ​ປົກຄອງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ເວລາ​ພັນ​ປີ. ກ່ອນ​ວັນ​ນັ້ນ, ມັນ​ຈະ​ບໍ່​ເປັນ​ອານາຈັກ​ໃນ​ເລື່ອງ​ການ​ເມືອງ—​ດັ່ງ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ອານາຈັກ​ຂອງ​ເຮົາ​ບໍ່​ໄດ້​ ເປັນ​ທີ່ ​ໂລກນີ້.”34 ກົງກັນຂ້າມ, ມັນ​ເປັນ​ແຫລ່ງຂອງ​ສິດ​ອຳນາດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ, ຜູ້​ບໍລິຫານ​ພັນທະ​ສັນຍາ​ສັກສິດ​ຂອງ​ພຣະ​ອົງ, ຜູ້​ພິທັກຮັກສາ​ພຣະ​ວິຫານຂອງ​ພຣະ​ອົງ, ຜູ້​ປົກ​ປ້ອງ ແລະ ຜູ້​ປະກາດ​ຄວາມ​ຈິງ​ຂອງ​ພຣະ​ອົງ, ເປັນ​ສະຖານທີ່​ເຕົ້າໂຮມ​ກັນ​ຂອງ​ຊາດອິດ​ສະ​ຣາ​ເອນ​ທີ່​ໄດ້​ກະຈັດກະຈາຍ​ໄປ, ແລະ “ເພື່ອ​ການ​ປົກ​ປ້ອງ, ແລະ ... ເພື່ອ​ເປັນ​ບ່ອນ​ຫລົບ​ໄພ​ຈາກ​ພະຍຸ, ແລະ ຈາກ​ພຣະ​ພິໂລດ​ ເມື່ອ​ມັນ​ຈະ​ຖອກ​ເທ​ລົງ​ມາ​ໂດຍ​ສຸດ​ພະລັງ​ເທິງ​ທັງ​ແຜ່ນດິນ​ໂລກ.”35

ຂ້າພະເຈົ້າ​ຈະ​ຈົບ​ດ້ວຍ​ຄຳ​ອ້ອນວອນ​ ​ແລະ ຄຳ​ອະທິຖານຂອງ​ສາດສະດາ​ວ່າ:

ຈົ່ງ​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ວ່າ​ອານາຈັກ​ຂອງ​ພຣະ​ອົງ​ຈະ​ຂະຫຍາຍ​ອອກ​ໄປ​ເທິງ​ແຜ່ນດິນ​ໂລກ, ເພື່ອ​ວ່າ​ຜູ້​ອາໄສ​ໃນ​ນັ້ນ​ຈະ​ໄດ້​ຮັບ​ມັນ, ແລະ ຕຽມ​ພ້ອມ​ສຳລັບ​ວັນ​ເວລາ​ທີ່​ຈະ​ມາ​ເຖິງ, ຊຶ່ງ​ໃນ​ເວລາ​ນັ້ນ​ບຸດ​ມະນຸດ​ຈະ​ລົງ​ມາ​ຈາກ​ຟ້າສະຫວັນ, ຫຸ້ມ​ຫໍ່​ດ້ວຍ​ຄວາມ​ຮຸ່ງ​ເຫລື້ອມ​ແຫ່ງ​ລັດສະໝີ​ພາບ​ຂອງ​ພຣະ​ອົງ, ເພື່ອ​ພົບ​ກັບ​ອານາຈັກ​ຂອງ​ພຣະ​ເຈົ້າ ຊຶ່ງ​ຕັ້ງ​ຢູ່​ເທິງ​ແຜ່ນດິນ​ໂລກ.

ດັ່ງນັ້ນ, ຂໍ​ໃຫ້​ອານາຈັກ​ຂອງ​ພຣະ​ເຈົ້າ​ຈົ່ງ​ຂະຫຍາຍ​ອອກ​ໄປ, ເພື່ອ​ວ່າ​ອານາຈັກ​ສະຫວັນ​ຈະ​ມາ, ເພື່ອ​ວ່າ ພຣະ​ອົງ, ໂອ້ ພຣະ​ອົງ​ເຈົ້າ, ຈະ​ໄດ້​ຮັບ​ການ​ສັນລະເສີນ​ໃນ​ສະຫວັນ ເຊັ່ນ​ດຽວ​ກັບ​ຢູ່​ເທິງ​ແຜ່ນດິນ​ໂລກ, ເພື່ອ​ວ່າ​ສັດຕູ​ຂອງ​ພຣະ​ອົງ​ຈະ​ຖືກ​ປາບ; ເພາະ​ກຽດຕິຍົດ, ອຳນາດ, ແລະ ລັດສະໝີ​ພາບ​ເປັນ​ຂອງ​ພຣະ​ອົງ, ຕະຫລອດ​ການ ແລະ ຕະຫລອດ​ໄປ.36

ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Moses 1:39.

  2. ດ້ວຍ​ເຫດ​ນີ້​ຈຶ່ງ​ມີ​ການ​ສັ່ງສອນ​ພຣະ​ກິດ​ຕິ​ຄຸນ, ຈາກ​ຕອນ​ຕົ້ນ, ດ້ວຍ​ການ​ປະກາດ​ໂດຍ​ທູດ​ຜູ້​ບໍລິສຸດ​ທີ່​ຖືກ​ສົ່ງ​ມາ​ຈາກ​ທີ່​ປະທັບ​ຂອງ​ພຣະ​ເຈົ້າ, ແລະ ໂດຍ​ສຸລະສຽງ​ຂອງ​ພຣະ​ອົງ​ເອງ, ແລະ ໂດຍ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ.

    ແລະ ທຸກ​ສິ່ງ​ທັງ​ປວງ​ຈຶ່ງ​ຖືກ​ຢືນຢັນ​ກັບ​ອາ​ດາມ​ດັ່ງນັ້ນ, ໂດຍ​ພິທີການ​ສັກສິດ (ເບິ່ງ Moses 5:58–59; ເບິ່ງ Moses 6:22–23 ນຳ​ອີກ).

  3. ເອ​ເຟ​ໂຊ 2:20.

  4. “ສາດສະໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຖືກ​ຈັດ​ຕັ້ງ​ໂດຍ​ພຣະ​ເຈົ້າ ເພື່ອ​ຊ່ອຍ​ເຫລືອ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ ທີ່​ຈະ​ນຳ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ມາສູ່​ລູກໆ​ຂອງ​ພຣະ​ອົງ. ...

    “ໃນ​ການ​ບັນລຸ​ຈຸດປະສົງ​ທີ່​ຈະ​ຊ່ອຍ​ບຸກຄົນ ແລະ ຄອບຄົວ​ໃຫ້​ເໝາະ​ສົມ​ສຳລັບ​ຄວາມ​ສູງ​ສົ່ງ, ສາດສະໜາ​ຈັກ​ເຈາະ​ຈົງ​ໃສ່​ຄວາມ​ຮັບ​ຜິ​ດຊອບ​ແຫ່ງ​ສະຫວັນ​ທີ່​ຖືກ​ມອບ​ໝາຍ​ໃຫ້. ນີ້​ແມ່ນ​ຮ່ວມ​ດ້ວຍ​ການ​ຊ່ອຍ​ເຫລືອ​ສະມາຊິກ​ໃຫ້​ດຳ​ລົງ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ເຕົ້າໂຮມ​ອິດ​ສະ​ຣາ​ເອນ​ຜ່ານ​ວຽກ​ງານ​ການ​ເຜີຍແຜ່, ການ​ດູແລ​ຄົນ​ຍາກຈົນ ແລະ ຄົນ​ຂັດ​ສົນ, ແລະ ເຮັດ​ໃຫ້​ຄວາມ​ລອດ​ເປັນ​ໄປ​ໄດ້​ສຳລັບ​ຄົນ​ຕາຍ ໂດຍ​ການ​ສ້າງ​ພຣະ​ວິຫານ ແລະ ດຳເນີນ​ພິທີການ​ແທນ​ເຂົາ​ເຈົ້າ” (Handbook 2: Administering the Church [2010], 2.2).

  5. ເບິ່ງ Doctrine and Covenants 93:13.

  6. ເບິ່ງ 2 ນີ​ໄຟ 31:17–20.

  7. 2 ນີ​ໄຟ 31:18.

  8. ເອ​ເຟ​ໂຊ 4:11–13.

  9. ​ໂມ​ໂຣ​ໄນ 6:4.

  10. ເບິ່ງ 3 ນີ​ໄຟ 27:5–7.

  11. ໂມ​ໂຣ​ໄນ 6:5.

  12. 4 ນີ​ໄຟ 1:12.

  13. ເອ​ເຟ​ໂຊ 4:13.

  14. ເຢ​ເຣ​ມີ​ຢາ 31:34; ເບິ່ງ ເຮັບ​ເຣີ 8:11 ນຳ​ອີກ.

  15. ເບິ່ງ Doctrine and Covenants 42:45.

  16. 1 ໂກ​ຣິນ​ໂທ 12:22. ໂປໂລ ໄດ້​ປະກາດ​ວ່າ: “ທີ່​ຈິງ [ເຮົາ​ເປັນ] ອະ​ໄວ​ຍະ​ວະ​ຫລາຍ​ພາກສ່ວນ, ແຕ່​ຍັງ​ເປັນ​ຮ່າງກາຍ​ອັນ​ດຽວ​ກັນ. … ຖ້າ​ອະ​ໄວ​ຍະ​ວະ​ອັນ​ໜຶ່ງ​ເຈັບ, ອະ​ໄວ​ຍະ​ວະ​ທັງ​ໝົດ​ກໍ​ເຈັບ​ດ້ວຍ​ກັນ, ຖ້າ​ອະ​ໄວ​ຍະ​ວະ​ອັນ​ໜຶ່ງ​ໄດ້​ຮັບ​ກຽດ, ອະ​ໄວ​ຍະ​ວະ​ທັງ​ໝົດ​ກໍ​ຊົມຊື່ນ​ຍິນດີ​ດ້ວຍ​ກັນ” (1 ໂກ​ຣິນ​ໂທ 12:20, 26; ເບິ່ງ ໂມ​ໄຊ​ຢາ 18:9 ນຳ​ອີກ).

  17. ເອ​ຊາ​ຢາ 58:14.

  18. ເບິ່ງ Doctrine and Covenants 20:77, 79; 59:9–12.

  19. ເບິ່ງ Doctrine and Covenants 121:43.

  20. ເບິ່ງ 3 ນີ​ໄຟ 18:21–23, 30–32.

  21. ​ເບິ່ງ Donald L. Hallstrom, “Converted to His Gospel through His Church,” Liahona, May 2012, 13–15.

  22. 3 ນີ​ໄຟ 28:23; ເນັ້ນ​ຄຳ​ເນີ້ງ.

  23. ໂມ​ໄຊ​ຢາ 18:29.

  24. ຕົວຢ່າງ​ໜຶ່ງ​ເຖິງ​ສິ່ງ​ທີ່​ເຮົາ​ເອີ້ນ​ວ່າ “ຄັງ (ອາຫານ) ຂອງ​ພຣະ​ຜູ້​ເປັນ​ເຈົ້າ”: “ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຈຳກັດ​ແຕ່​ເປັນ​ຕຶກ​ທີ່​ໃຊ້​ເພື່ອ​ແຈກ​ຢາຍ​ອາຫານ ແລະ ເສື້ອ​ຜ້າ​ໃຫ້​ແກ່​ຄົນ​ຍາກຈົນ​ເທົ່າ​ນັ້ນ. ມັນ​ຍັງ​ຮ່ວມ​ດ້ວຍ​ສ່ວນ​ບໍລິຈາກ​ທັງ​ເວລາ, ພອນ​ສະຫວັນ, ຄວາມ​ເມດ​ຕາ, ຊັບ​ສິນ, ແລະ ເງິນ​ຄຳ​ຂອງ​ສະມາຊິກ​ນຳ​ອີກ ທີ່​ໄດ້​ຈັດ​ໄວ້​ໃຫ້​ອະທິການ ເພື່ອ​ຊ່ອຍ​ເຫລືອ​ຄົນ​ຍາກຈົນ ແລະ ຄົນ​ຂັດ​ສົນ. ສະນັ້ນ, ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ມີ​ຢູ່​ໃນ​ແຕ່​ລະ​ຫວອດ” (Handbook 2, 6.1.3).

  25. ເບິ່ງ ມັດ​ທາຍ 28:19–20; Doctrine and Covenants 112:28–29.

  26. Joseph Smith—Matthew 1:31.

  27. Teachings of Presidents of the Church: Joseph Smith (2007), 416.

  28. ເບິ່ງ Doctrine and Covenants 42:69; ເບິ່ງ Doctrine and Covenants 90:3 ນຳ​ອີກ.

  29. ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:5.

  30. ເບິ່ງ Doctrine and Covenants 93:24.

  31. ດາ​ນີ​ເອນ 2:28.

  32. ດາ​ນີ​ເອນ 2:44.

  33. ດາ​ນີ​ເອນ 2:45; ເບິ່ງ ຂໍ້​ທີ 35 ນຳ​ອີກ.

  34. ໂຢ​ຮັນ 18:36; ເນັ້ນ​ຄຳ​ເນີ້ງ.

  35. ເບິ່ງ Doctrine and Covenants 115:6.

  36. ເບິ່ງ Doctrine and Covenants 65:5–6.