​2010–2019
ການ​ມີຄ່າ​ຄວນ​ຕໍ່​ພອນທີ່​ຖືກ​ສັນຍາ​ໄວ້​ສຳລັບ​ເຮົາ
ຕຸລາ 2015


ການ​ມີຄ່າ​ຄວນ​ຕໍ່​ພອນທີ່​ຖືກ​ສັນຍາ​ໄວ້​ສຳລັບ​ເຮົາ

ຄຳ​ສັນຍາ​ທີ່​ເຫລືອ​ເຊື່ອ​ຂອງ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຈະ​ຕ້ອງ​ເປັນ​ສິ່ງ​ທີ່​ເຮົາ​​ຄວນເອົາ​ໃຈ​ໃສ່​​ໃຫ້​ຫລາຍ ​ໃນ​ທຸກໆ​ມື້.

​ເອື້ອຍ​ນ້ອງ​ຜູ້​ຢູ່​ໃນ​ວິ​ດີ​ໂອ​ຈັ່ງ​ແມ່ນ​ເປັນຕາ​ໜ້າ​ຮັກ​ນໍ! ​ພວກ​ເຮົາ​ຮູ້​ວ່າ ຫລາຍ​ຄົນ​ພວກ​ທ່ານ​ຜູ້​ທີ່​ບໍ່​ເຄີຍ​ມີ​ລູກ​ຂອງ​ຕົນ​ເອງ ​ໄດ້​ໃຊ້​ຊີວິດ​​ໃນ​ການ​ໃຫ້​ຄວາມ​ຮັກ, ສິດສອນ, ​ແລະ ​ເປັນ​ພອນ​ໃຫ້​ແກ່​ເດັກນ້ອຍ. ​ແລະ, ​ໂອ້​, ​ເພາະ​ສິ່ງ​ເຫລົ່າ​ນີ້ ພຣະບິດາ​ເທິງ​ສະຫວັນ, ​ແລະ ພວກ​ເຮົາ ຜູ້​ເປັນ​ເອື້ອຍ​ນ້ອງ​ຂອງ​ທ່ານ ຈຶ່ງ​ຮັກ​ທ່ານ​ຫລາຍ​ແທ້​ໆ!

​ເຮົາ​ທຸກ​ຄົນ, ຮ່ວມ​ທັງ​​ນ້ອງ​ສາວ​​ທັງຫລາຍ​ໃນ​ຊັ້ນປະຖົມ​ໄວ ​ແລະ ​ໃນ​ອົງການ​ຍິງ​ໜຸ່ມ, ​ເຄີຍ​ໄດ້​ມີ​ໂອກາດ​ອູ້ມ​ແອນ້ອຍ​ໄວ້​ໃນ​ອ້ອ​ມ​ແຂນ ​ແລະ ​ໄດ້​ຈ້ອງ​ມອງ​ເບິ່ງ​ແວວ​ຕາ​ຂອງ​​ເຂົາ​ແມ່ນ​ບໍ່? ​ເຮົາ​ເຄີຍ​ຮູ້ສຶກ​ເຖິງ​ຄວາມ​ສັກສິດ ​ແລະ ບໍລິ​ສຸດ ທີ່ຢູ່​ອ້ອມ​ຮອບ​ວິນ​ຍານ​ແຫ່ງ​ຊັ້ນສູງ​ນັ້ນ, ຊຶ່ງ​ເມື່ອ​ບໍ່​ດົນ​ມາ​ນີ້ ​ພຣະບິດາ​ເທິງ​ສະຫວັນ​ໄດ້​ສົ່ງ​ເຂົາ​ມາ​​ເປັນ​ການ​ສ້າງ​ທີ່​ໃໝ່​ອ່ຽມ, ​ເປັນຮ່າງກາຍ​ນ້ອຍໆທີ່​ບໍລິສຸດ? ມີ​ບາງ​ຄັ້ງທີ່​ຂ້າພະ​ເຈົ້າ​ເຄີຍ​ປະສົບ​ກັບ​ຄວາມ​ຮູ້ສຶກ​ທີ່​ຫວານ​ຊື່ນ, ອ່ອນ​ໂຍນ, ​ແລະ ​ເປັນ​ທາງ​ວິນ​ຍານ​ເຊັ່ນ​ນີ້.

ຮ່າງກາຍ​ຂອງ​ເຮົາ​ເປັນ​ຂອງ​ປະທານ​ທີ່​ສັກສິດ ຈາກ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ມັນ​ເປັນ​ວິຫານສ່ວນ​ຕົວ. ​​ເມື່ອ​ເຮົາ​ຮັກສາ​ມັນ​ໃຫ້​ສະອາດ ​ແລະ ບໍລິສຸດ, ​ເຮົາ​ຈະ​ສາມາດ​ມີຄ່າ​ຄວນ​ທີ່​ຈະ​ຊ່ອຍ​ເຫລືອ​ພຣະບິດາ​ເທິງ​ສະຫວັນ ສ້າງ​ຮ່າງກາຍ​ສຳລັບ​ລູກໆ​ທາງ​ວິນ​ຍານທີ່​ຮັກ​ຂອງ​ພຣະອົງ​ໄດ້.

ຮູບ​ພາບ
ປະທານ​ແພ໊​ກ​ເກີ​ກ່າວ

​ໃນ​ຄຳ​ປາ​ໄສ​ຂອງ​ປະທານ​ບອຍ ​ເຄ ​ແພ໊ກ​ເກີ ​ເທື່ອ​ສຸດ​ທ້າຍ ​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​​, ຊຶ່ງ​ທ່ານ​ອາດຈື່​ໄດ້ ກ່ຽວ​ກັບ “ເຂົ້າໜົມ ​ແລະ ຮອຍ​ຈູບ,” ​ເພິ່ນ​ໄດ້​ເປັນ​ພະຍານ​ວ່າ “ພຣະ​ບັນຍັດ​ທີ່​ໃຫ້​ມີ​ລູກເຕົ້າ​ມາກ​ຫລາຍ ໃຫ້​ເຕັມ​ແຜ່ນດິນ​ໂລກ​ນັ້ນ​ ... ​ແມ່ນຈຳເປັນ​ ... ແລະ ກໍ​ເປັນ​ແຫລ່ງ​ແຫ່ງ​ຄວາມສຸກ​ຂອງ​ມະ​ນຸດ. ຖ້າ​ເຮັດ​ຕາມ​ອຳນາດ [​ແຫ່ງ​ການ​ສ້າງ] ​ນີ້​ໃນ​ສິນ​ທຳ, ເຮົາ​ອາດ​ຈະ​ໄດ້​ເຂົ້າ​ໃກ້​ພຣະ​ບິດາ​ເທິງ​ສະຫວັນຂອງ​ເຮົາ ແລະ ມີ​ຄວາມ​ຊື່ນ​ຊົມ​ເຕັມ​ປ່ຽມ ຈົນ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ໄດ້. ອຳນາດ​ແຫ່ງ​ການ​ສ້າງ ບໍ່​ແມ່ນ​ພາກສ່ວນ​ສຳລອງ​ໃນ​ແຜນ; ມັນ​ຄື ​ແຜນດັ່ງກ່າວ.”

​ເພິ່ນ​ໄດ້​ກ່າວ​ຕໍ່​ວ່າ:

“ເຮົາ​ຕ້ອງ​ສະຫງວນ​ການ​ມອບ​ຮັກ​ທີ່ແທ້​ຈິງ​ໄວ້​ຈົນ​ກວ່າ​ເຮົາ​ແຕ່ງງານ​ແລ້ວ ນັ້ນ​ຈະ​ເປັນ​ການ​ເປີດ​ອຳນາດ​ສັກສິດ​ … [​ໂດຍ] ການ​ຫລີກເວັ້ນ​ສະຖານະ​ການ​ໃດໆ ທີ່​ເຮົາ​ບໍ່​ສາມາດ​ຄວບ​ຄຸມ​ກິ​ເລດ​ຂອງ​ຕົນ​ໄດ້. …

“… ຄວາມສຸກ​ໃນ​ຊີວິດ​ມະຕະ, ຄວາມ​ຊື່ນຊົມ ​ແລະ ຄວາມ​ສູງ​ສົ່ງ​ຂອງ​ເຮົາ ​ແມ່ນ​ຂຶ້ນຢູ່​ກັບວ່າ​ເຮົາ​ສະ​ໜອງ​ຕໍ່​ສະ​ເໜ່ຫາ​ອັນ​ບໍ່​ລົດ​ລະ ​ແລະ ລໍ້​ໃຈ​ຂອງ​ເຮົາ​ນັ້ນ​ແນວ​ໃດ.”1

​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ທັງ​ໜຸ່ມ ​ແລະ ​​ບໍ່​ໜຸ່ມ​ປານ​ໃດ, ຂ້າພະ​ເຈົ້າມີ​ຄວາມ​​ເປັນ​ຫ່ວງຫລາຍ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຕຽມ​ຄຳ​ປາ​ໄສ​ນີ້. ດັ່ງ​ທີ່​ແອວ​ມາ​ຜູ້​ເປັນ​ລູກ​ໄດ້​ກ່າວ​ວ່າ, “ຂ້າພະ​ເຈົ້າປາດ​ຖະໜາ​ຈາກ​ສ່ວນ​ເລິກ​ທີ່​ສຸດ​ຂອງ​ໃຈ​ຂອງ​ຂ້າພະ​ເຈົ້າ … ​ໃຫ້​ພວກ​ທ່ານ … ​ເອີ້ນ​ຫາ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະອົງ, ​ແລະ ​ເຝົ້າ​ເບິ່ງ ​ແລະ ອະທິຖານ​ສະ​ເໝີ, ​ເພື່ອ​ພວກ​ທ່ານ​ຈະ​ບໍ່​ຖືກ​ລໍ້​ລວງ​ຈົນ​ເກີນ​ກວ່າ​ທີ່​ພວກ​ທ່ານ​ຈະ​ອົດທົນ​ໄດ້, ... ​ເພື່ອ​ພວກ​ທ່ານ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.”2

ຕໍ່​ມາ, ມໍ​ມອນ​ກໍ​ໄດ້​ເປັນ​ພະຍານ​ວ່າ ​ໃນ​ວັນ​ເວລາ​ຂອງ​ແອວ​ມາ, ໂຄຣິຫໍ ຜູ້​ຕໍ່ຕ້ານ​ພຣະຄຣິດ, “ໄດ້​ສິດສອນ … , ​ໄດ້​ຊັກ​ຈູງ​ໃຈ​ … ພວກຜູ້ຍິງ.”3

​ເອື້ອຍ​ນ້ອງ​ທັງຫລາຍ, ຊາຕາ​ນ​ໄດ້​ຍົກ​ທຸງ​ສັນຍານ ທີ່​ຄື​ກັນ​ກັບ ​ໂຄຣິຫໍ ຂຶ້ນ ​ໃນ​ສະ​ໄໝ​ຂອງ​ເຮົາ ​ແລະ ມັນ​ກໍ​ມີ​ຄວາມ​ສຳ​ເລັດ​ຫລາຍ. ​​​ເຄື່ອງມື​ຂອງ​ມັນ​ມີ​ຫຍັງ​ແດ່? ນິຍາຍ​ທີ່​ກະ​ຕຸ້ນ​ອາລົມ, ລະຄອນ​ໃນ​ໂທລະພາບ, ຜູ້ຍິງ​ທີ່​ແຕ່ງງານ​ແລ້ວ ຕິດ​ຕໍ່​ກັບ​ແຟນ​ເກົ່າ​ໃນ​ອິນ​ເຕີ​ແນັດ, ​ແລະ ຮູບ​ພາບ​ລາມົກ. ​ເຮົາ​ຕ້ອງ​ລະວັງ​ໃຫ້​ດີ, ​ເອື້ອຍ​ນ້ອງທີ່​ຮັກ​ແພງ​ທັງຫລາຍ! ​​ຖ້າເຮົາ​ຫລິ້ນ​ກັບ​ລູກ​ສອນ​ໄຟ​ຂອງ​ຊາຕາ​ນ, ​ແນ່ນອນ​ເຮົາ​ຈະ​ຖືກ​ໄຟ​ໄໝ້. ຂ້າພະ​ເຈົ້າບໍ່​ຮູ້​ສິ່ງ​ອື່ນ​ໃດ​ອີກ ທີ່​ຈະ​ຊ່ອຍ​​ເຮົາ​ໃຫ້​ມີ​ຄວາມ​ເໝາະ​ສົມ​ຕໍ່​ການ​ມີ​ພຣະວິນ​ຍານ​ບໍລິສຸດ​ເປັນ​ເພື່ອນ ຫລາຍ​ເທົ່າ​ກັບ​ການ​ມີ​ຄຸນ​ນະ​ທຳ.

ຫລາຍ​ຄົນ​ໃນ​ໂລກ​ສະ​ແຫວ​ງຫາ​ຄວາມ​ພໍ​ໃຈ​​ແບບ​ທັນ​ໃຈ ​ແລະ ​ຄວາມ​ຮູ້​​ແບບ​ທັນ​ດ່ວນ ​ໃນ​ອິນ​ເຕີ​ແນັດ. ກົງກັນຂ້າມ, ​ເຮົາ​ຈະ​ໄດ້​ຮັບ​ພອນ​ຫລາຍ ຖ້າ​ຫາກ​ເຮົາ​ໃຊ້​ສັດທາ ​ແລະ ມີ​ຄວາມ​ອົດທົນ ​ແລະ ​ເຂົ້າຫາ​ພຣະບິດາ​ເທິງ​ສະຫວັນ, ​ເຂົ້າຫາ​ແຫ​ລ່ງ​ແຫ່ງ​ຄວາມ​ຈິງ​ທັງ​ໝົດ, ກັບ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ເຮົາ. ​ເຮົາ​ສາມາດ​​ໄດ້ຮັບຄຳ​ຕອບ ​ແລະ ຄຳ​ຮັບຮອງ​ຫລາຍ​ຢ່າງ​ໄດ້ ຈາກ​ການ​ສຶກສາ​ພຣະຄຳ​ພີ ​ແລະ ຈາກ​ການ​ອະທິຖານ​ດ້ວຍ​ຄວາມ​ຈິງ​ໃຈ ​ແລະ ດ້ວຍ​ການ​ອ້ອນວອນ, ​ແຕ່​ບໍ່​ມີ​ຄຳ​ສັນຍາ​ໃດໆ​ໃນ​ອິນ​ເຕີ​​ແນັດ. ສາດສະດາ​ຢາ​ໂຄບ​ເປັນ​ພະຍານ​ວ່າ: “ເພາະວ່າ​ພຣະວິນ​ຍານ​ກ່າວ​ດ້ວຍ​ຄວາມ​ຈິງ ​ແລະ ບໍ່​ຕົວະ. ດັ່ງນັ້ນ, ຈົ່ງ​ກ່າວ​ເຖິງ​ເລື່ອງ​ດັ່ງ​ທີ່​ເປັນ​ຈິງ ​ແລະ ​ເຖິງ​ເລື່ອງ​ດັ່ງ​ທີ່​ຈະ​ເປັນ​ຈິງ.”4

​ເມື່ອ​ເຮົາ​ມີ​ພາກສ່ວນ​ໃນ​ການ​ເບິ່ງ, ການ​ອ່ານ, ຫລື ການ​ເຮັດ​ອັນ​ໃດໆ​ກໍ​ຕາມ ທີ່​ຕ່ຳ​ກວ່າ​ມາດຕະຖານ​ຂອງ​ພຣະບິດາ​ເທິງ​ສະຫວັນ, ສິ່ງ​​ເຫລົ່ານັ້ນຈະ​ເຮັດ​ໃຫ້​ເຮົາ​ອ່ອນ​ແອ​ລົງ. ບໍ່​ວ່າ​ເຮົາ​ຈະ​ມີ​ອາຍຸ​ນ້ອຍ​ຫລາຍ​ປານ​ໃດ​ກໍ​ຕາມ, ຖ້າ​ຫາກ​ເຮົາ​ເບິ່ງ, ອ່ານ, ຟັງ, ຫລື ​ເລືອກ​ເຮັດ​ສິ່ງ​ໃດ​ກໍ​ຕາມ ທີ່​ຕ່ຳ​ກວ່າ​ມາດຕະຖານ​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ມີ​ຢູ່​ໃນ​ປຶ້ມ ສຳລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, ​ແລ້ວ​ໃຫ້​ປິດມັນ, ​ໃຫ້​ຈີກ​ມັນ​ຖິ້ມ, ​ໃຫ້​ໂຍນ​ມັນ​ຖິ້ມ, ​ແລະ ​ໃຫ້​ປິດປະຕູ.

ຮູບ​ພາບ
ພຣະຜູ້​ຊ່ອຍ​ໃຫ້​ລອດ​ໃນ​ສວນ​ເກັດ​ເຊ​ມາ​ເນ

ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ທີ່​ດີ​ພ້ອມ​ທຸກ​ຢ່າງ, ​ແຕ່​ເມື່ອ​ເຮົາ​ເຮັດ​ຄວາມ​ຜິດ​ບາບ, ປະທານ​ແພ໊ກ​ເກີ ​ໄດ້​ເຕືອນ​ເຮົາ​ວ່າ:

ຄຳ​ສັນຍາ​ນັ້ນ​ຄື: ຖ້າ​ຜູ້​ໃດ​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ, ເຂົາ​ຈະ​ໄດ້​ຮັບ​ການ​ອະໄພໂທດ ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຈົດ​ຈຳ​ບາບ​ນັ້ນ​ຕໍ່​ໄປ (ເບິ່ງ D&C 58:42). …

“… ການ​ຊົດ​ໃຊ້, ຊຶ່ງ​ເຮົາ​ແຕ່ລະຄົນ​ສາມາດທວງ​ເອົາ​ໄດ້ ບໍ່​ມີ​ຮອຍ​ແຜ. ນັ້ນໝາຍ​ຄວາມ​ວ່າ ບໍ່​ວ່າ​ເຮົາ​​ໄດ້​ເຄີຍ​ເຮັດ​ສິ່ງ​ໃດ ຫລື ​ເຄີຍ​ຢູ່​ໃສ ຫລື ສິ່ງ​ໃດ​ເຄີຍ​ເກີດ​ຂຶ້ນ, ຖ້າ​ເຮົາ​ກັບ​ໃຈ​ແທ້​ໆ, ພຣະອົງ​ໄດ້​ສັນຍາ​ວ່າ ພຣະອົງ​ຈະ​ຊົດ​ໃຊ້​ໃຫ້. ​ແລະ ​ເມື່ອ​ພຣະອົງ​​ໄດ້​ຊົດ​ໃຊ້, ພຣະອົງ​ກໍ​ໄດ້​ເຮັດ​ຕາມ​ສັນຍາ. ມີ​ຫລາຍ​ຄົນ​ໃນ​ພວກ​ເຮົາ​ຜູ້ນອນ​ພິກ​ໄປ​ພິກ​ມາ … ດ້ວຍ​ຄວາມ​ຮູ້ສຶກ​ຜິດ, ບໍ່​ຮູ້​ວ່າ ຈະ​​ໜີ​​ຈາກ​ມັນໄດ້​ແນວ​ໃດ. ທ່ານ​ໜີຈາກ​ມັນ​ໄດ້ ​ໂດຍ​ການ​ຮັບ​​ເອົາ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ, ​ແລະ ຄວາມ​ກຸ້ມ​ໃຈ​ທັງ​ໝົດ ຈະ​ກາຍ​ເປັນຄວາມ​ສວຍ​ງາມ ​ແລະ ຄວາມ​ຮັກ ​ແລະ ນິລັນດອນ.”5

ນອກ​ເໜືອ​ໄປ​ຈາກ​ການ​ກັບ​ໃຈ​ແລ້ວ, ມີ​ຄວາມ​ຊ່ອຍ​ເຫລືອ ຫລື ​ເຄື່ອງມື​ຢ່າງ​ໃດ​ແດ່ ທີ່​ເຮົາ​ໄດ້​ຮັບ ​ເພື່ອ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ສາມາດ​ດຳລົງ​ຢູ່​ຢ່າງ​ສະອາດ ​ແລະ ມີ​ຄຸນ​ນະ​ທຳ? ​ເດັກນ້ອຍ​ໃນ​ຊັ້ນປະຖົມ​ໄວ ​ແລະ ກຸ່ມ​ຍິງ​ໜຸ່ມ​ຮູ້ຈັກ​ເພງ​ນີ້​ດີ ຊື່ວ່າ “Scripture Power” ​ແປ​ວ່າ ພຣະລັງ​ຂອງ​ພຣະຄຳ​ພີ.6 ​ໃຫ້​ເຮົາ​ຂະຫຍາຍ​ມັນ​ເປັນ “ພະລັງ​ຂອງ​ການ​ອະທິຖານ,” “ພະລັງ​ຂອງ​ພຣະວິຫານ,” “ພະລັງ​ຂອງ​ພັນທະ​ສັນຍາ,” “ພະລັງ​ຂອງ​ວັນ​ຊະບາ​ໂຕ,” “ພະລັງ​ຂອງ​ສາດສະດາ,” ​ແລະ “ພະລັງ​ຂອງ​ຄຸນ​ນະ​ທຳ” ​ໄດ້​ບໍ?

ກໍ​ຍັງ​ມີ​ພອນອື່ນໆ​ທີ່​ຍິ່ງ​ໃຫຍ່​ ​ແລະ ​ໃຫ້ການ​ປົກ​ປ້ອງນຳ​ອີກ ຊຶ່ງ​ກ່ຽວ​ພັນ​ກັບ​ການ​ນຸ່ງ​ຖື​ເສື້ອ​ຜ້າ​ສັກສິດ ຢ່າງ​ຖືກຕ້ອງ. ຂ້າພະ​ເຈົ້າຮູ້ສຶກ​ວ່າ ຂ້າພະ​ເຈົ້າ​ໄດ້​ນຸ່ງ​ເສື້ອຜ້າ​ອາພອນ​ຂອງ​ບັນດາ​​ເຊື້ອສາຍ​ກະສັດ​ ຊຶ່ງ​ພຣະບິດາ​ເທິງ​ສະຫວັນ​ໄດ້​ປະທານ​ໃຫ້​ຂ້າພະ​ເຈົ້າ. ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເມື່ອ​ເຮົາ​ພະຍາຍາມ​ນຸ່ງ​ຖື​ເສື້ອ​ຜ້າ​ສັກສິດ​ຢ່າງ​ຖືກຕ້ອງ, ພຣະບິດາ​ຂອງ​ເຮົາ ຈະ​ຮັບ​ຮູ້​​ເສື້ອ​ຜ້າ​ສັກສິດ​ວ່າ ມັນ​ເປັນ​ເຄື່ອງໝາຍ​ອັນ​ສຳຄັນ​ເຖິງ​ຄວາມ​ຮັກ ​ແລະ ການ​ອຸທິດ​ຕົນ​ຕໍ່​ພຣະອົງ. ມັນ​ເປັນ​ເຄື່ອງໝາຍ​​ແຫ່ງ​ພັນທະ​ສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວ້​ນຳພຣະອົງ, ​ແລະ ພຣະອົງ​ໄດ້​ສັນຍາ​ວ່າ ​ພຣະອົງຈະ​ເຮັດ​ຕາມ​ສັນຍາ​ເມື່ອ​ເຮົາເຮັດ​ຕາມສິ່ງ​ທີ່​ພຣະອົງກ່າວ; ​ແຕ່​ເມື່ອ​​ເຮົາບໍ່​ເຮັດ​ສິ່ງ​ທີ່​ພຣະອົງ​ກ່າວ, ​ແລ້ວ​​ເຮົາກໍ​ບໍ່​ມີ​ ຄຳ​ສັນຍາ.7

​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ເວົ້າລົມ​ກັບ​ເພື່ອນ​​ເກົ່າ​ຄົນ​ໜຶ່ງ ຜູ້​ເຄີຍ​ໄດ້​ຢ່າ​ຮ້າງ​ສອງ​ເທື່ອ ກັບ​ສາມີ​ທີ່​ຕິດ​ແສດ ​ແລະ ບໍ່​ຊື່ສັດ​ຕໍ່​ນາງ. ນາງ ​ແລະ ລູກ​ສາມ​ຄົນ ​ໄດ້​ຮັບ​ທຸກທໍລະມານ​ຫລາຍ. ນາງ​ໄດ້​ອ້ອນວອນ​ວ່າ, “ຂ້ານ້ອຍ​ໄດ້​ພະຍາຍາມ​ດຳລົງ​ຊີວິດ​ດ້ວຍ​ຄວາມ​ຊອບ​ທຳ. ​ເປັນ​ຫຍັງ​ຂ້ານ້ອຍ​ຈຶ່ງ​ຖືກ​ທົດ​ລອງ​ຫລາຍ​ແທ້? ຂ້ານ້ອຍ​​ໄດ້ເຮັດ​ຫຍັງ​ຜິດ? ພຣະບິດາ​ເທິງ​ສະຫວັນ​ປະສົງ​ໃຫ້​ຂ້ານ້ອຍ​ເຮັດ​ຫຍັງ? ຂ້ານ້ອຍ​​ໄດ້​ອະທິຖານ ​ແລະ ອ່ານ​ພຣະຄຳ​ພີ, ຊ່ອຍ​ເຫລືອ​ລູກໆ, ​​ແລະ ໄປ​ພຣະວິຫານ​ເປັນ​ປະຈຳ.”

​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຮັບ​ຟັງ ​ເອື້ອຍ​ນ້ອງ​ຄົນ​ນີ້​ບອກ​ກ່າວ, ຂ້າພະ​ເຈົ້າຢາກ​​ເວົ້າອອກ​ໄປ​ວ່າ, “ເຈົ້າກຳລັງ​ເຮັດ​ຢູ່! ​ເຈົ້າກຳລັງ​ເຮັດ​ທຸກ​ສິ່ງ​ທີ່​ພຣະບິດາ​ເທິງ​ສະຫວັນປະສົງ ​ແລະ ຫວັງ​ວ່າເຈົ້າ​ຈະເຮັດ!”

ຫລາຍ​ຄົນ​ເຂົ້າ​ໃຈ​ວ່າ ຄຳ​ສັນຍາ​ຂອງ​ພຣະບິດາ​ຂອງ​ເຮົາ ​ແມ່ນ “ຢູ່​ໄກ​ຫລາຍ,” ​ໂດຍສ​ະ​ເພາະ ຕອນ​ທີ່​ຊີວິດ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ. ​ແຕ່​ແອ​ມມິວ​ເລັກ ​ໄດ້​ສອນ​ວ່າ “ຊີວິດ​ນີ້​ເປັນ​ເວລາ … ທີ່​ຈະ​ຕຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ.”8 ມັນ​ບໍ່​ໄດ້​ເປັນ​ເວລາ​ທີ່​ຈະ​ຮັບ​ພອນ​ທັງ​ໝົດ​ຂອງ​ເຮົາ. ປະທານ​ແພ໊ກ​ເກີ ​ໄດ້​ອະທິບາຍ​ວ່າ, “‘ແລະ ບໍ່​ເຄີຍ​ມີຄຳ​ວ່າ ​ເຂົາ​ເຈົ້າ​ໄດ້​ມີ​ຊີວິດ​ທີ່​ມີຄວາມສຸກ​ຕະຫລອດ​ໄປ ຢູ່​ໃນ​ສາກ​ທີ​ສອງ. ປະ​ໂຫຍ​ກນີ້ ຈະ​ຖືກ​ຂຽນ​ຢູ່​ໃນ​ສາກ​ທີ​ສາມ, ຕອນ​ທີ່​ຄວາມ​ລຶກລັບ​ໄດ້​ຖືກ​ເປີດ​ເຜີຍ ​ແລະ ​ທຸກ​ສິ່ງ​ໄດ້​ຖືກ​ແກ້​ໄຂ​ຮຽບຮ້ອຍ​ແລ້ວ.”9 ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ສັນຍາ​ທີ່​ເຫລືອ​ເຊື່ອ​ຂອງ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຈະ​ຕ້ອງ​ເປັນ​ສິ່ງ​ທີ່​ເຮົາຄວນ​​ເອົາ​ໃຈ​ໃສ່​​ໃຫ້​ຫລາຍ ​ໃນ​ທຸກໆ​ມື້—​ເທົ່າໆ​ກັບຄວາມ​ຮູ້ສຶກ​​ເຖິງ “ພຣະ​ກະລຸນາ​ທິຄຸນ​ອັນ​ລົ້ນ​ເຫລືອ​ຂອງ​ພຣະອົງ”10 ທີ່​ເຮົາ​ໄດ້​ຮັບ​ໃນ​ແຕ່​ລະ​ວັນ.

​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າບໍ່​ຮູ້​ວ່າ ​ເປັນ​ຫຍັງ​​ເຮົາ​ຈຶ່ງ​​ຖືກ​ທົດ​ລອງຫລາຍ, ​ແຕ່​ຂ້າພະ​ເຈົ້າຮູ້​ວ່າ ລາງວັນ​ແມ່ນ​ຍິ່ງ​ໃຫຍ່​ແທ້ໆ, ​ເປັນ​ນິລັນດອນ ​ແລະ ບໍ່​ສິ້ນ​ສຸດ​ຈັກ​ເທື່ອ, ​ເປັນ​ໜ້າ​ຊື່ນ​ຊົມ​ ​ແລະ ​ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ແທ້ໆ ຈົນ​ວ່າ​ໃນ​ມື້ທີ່​ໄດ້​ຮັບ​ລາງວັນ​ນັ້ນ, ​ເຮົາ​ຈະ​ກ່າວ​ກັບ​ພຣະບິດາ​ທີ່​ຊົງ​​ເມດ​ຕາ ​ແລະ ຊົງ​ຮັກ​ຂອງ​ເຮົາ​ວ່າ, “ມີ​ແຕ່ ​ເທົ່າ​ນີ້ ບໍ ທີ່​ຮຽກຮ້ອງ​ຈາກ​ຂ້ານ້ອຍ?” ຂ້າພະ​ເຈົ້າ​ເຊື່ອ​ວ່າ ຖ້າ​ຫາກ​ເຮົາ​ສາມາດ​ຈື່​ຈຳ ​​ແລະ ຮັບ​ຮູ້​ຄວາມ​ຮັກ​ອັນ​ເລິກ​ຊຶ້ງຂອງ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ແລະ ຂອງພຣະຜູ້​ຊ່ອຍ​ໃຫ້​ລອດ ທີ່​ມີ​ຕໍ່​ເຮົາ, ​ແລ້ວ​ເຮົາ​ຈະ​ເຕັມ​ໃຈ​ທີ່​ຈະ​ເຮັດ​ທຸກ​ສິ່ງ ​ເພື່ອ​ໃຫ້​ສາມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພວກ​ພຣະອົງ​ອີກ, ​ຖືກ​ອ້ອມ​ຮອບ​ດ້ວຍ​ຄວາມ​ຮັກ​ນິລັນດອນຂອງ​ພວກ​ພຣະອົງ. ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງຫລາຍ, ມັນ​ຈະ​ສຳຄັນ​ຫຍັງ ​ເຖິງ​ແມ່ນ​ເຮົາ​ຈະ​ທຸກທໍລະມານ​ໃນ​ເວລາ​ນີ້ ຖ້າ​ຫາກ​ໃນ​ທີ່​ສຸດ ການ​ທົດ​ສອບ​ຂອງ​ເຮົາ ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ສຳລັບ​ຊີວິດ​ນິລັນດອນ ​ແລະ ​ໄດ້​ຮັບຄວາມ​ສູງ​ສົ່ງ ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ ນຳພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ?

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ຮ່າງກາຍ​ຂອງ​ເຮົາ​​ແມ່ນ​ຂອງ​ປະທານ​ທີ່​ສັກສິດ ຈາກ​ພຣະບິດາ​ເທິງ​ສະຫວັນ ​ແລະ ວ່າ​​ເມື່ອ​ເຮົາ​ຮັກສາ​ຊີວິດ​ຂອງ​ເຮົາ​ໃຫ້​ບໍລິສຸດ ​ແລະ ສະອາດ ຜ່ານ​ການ​ຊົດ​​ໃຊ້ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ​ແລະ ​​​ເຫັນ​ລາງວັນທີ່​ພຣະບິດາ​ເທິງ​ສະຫວັນຂອງ​ເຮົາ​​ຊຶ່ງໄດ້​ສັນຍາ​ໄວ້ ​ຢູ່​ຕໍ່ໜ້າ​ເຮົາ​ໃນ​ແຕ່​ລະ​ວັນ, ​ແລ້ວ​​ໃນ​ມື້ໜຶ່ງ ​​ເຮົາ​ຈະ​ໄດ້​ຮັບ “ທຸກ​ສິ່ງ​ທີ່​ພຣະບິດາ​ຂອງ [​ເຮົາ] ​​ມີ.”11 ​​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ