​2010–2019
ຍອມ​ມອບ​ໃຈ​​ໃຫ້​ແກ່​ພຣະ​ເຈົ້າ
ຕຸລາ 2015


ຍອມ​ມອບ​ໃຈ​​ໃຫ້​ແກ່​ພຣະ​ເຈົ້າ

​ເມື່ອ​ເຮົາ​ມອບ​ໃຈ​ ໃຫ້​​ແກ່​ພຣະວິນ​ຍານ, ​ເຮົາ​ຈະ​ຮຽນ​ຮູ້​ທິດທາງ​ຂອງ​ພຣະ​ເຈົ້າ ​ແລະ ຮູ້ສຶກ​ເຖິງ​ພຣະປະສົງ​ຂອງ​ພຣະອົງ.

​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ ​ເດືອນ​ເມສາ ຜ່ານ​ມາ​ນີ້, ​ແອວ​ເດີ ດາ​ລິນ ​ເອັຈ ​ໂອກ​ສ໌ ​ໄດ້​ກ່າວ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ “ປ່ຽນ​ຊີວິດ​ສ່ວນ​ຕົວ​ຂອງ​ເຮົາ.”1 ຂ້າພະ​ເຈົ້າຂໍ​ແນະນຳ​ວິທີ​ປ່ຽນ​ຊີວິດ​ທີ່​ເລີ່ມດ້ວຍ ການ​ປ່ຽນ​ໃ​ຈ—ບໍ່​ວ່າ​ປະສົບ​ການ​ໃນຊີວິດ​ຂອງ​ທ່ານ​ເຄີຍ​ເປັນ​ແບບ​ໃດ ​ແລະ ທ່ານ​​ໄດ້​ເກີດ​ຢູ່​ໃສ​ກໍ​ຕາມ.

ຂ້າພະ​ເຈົ້າມາ​ຈາກພາກ​ໃຕ້​ຂອງ​ສະຫະລັດ​ອາ​ເມຣິກາ​, ​ແລະ ​ໃນ​ຕອນ​ຍັງ​ໜຸ່ມ ​ເພງ​ສວດ​ຂອງນິກາຍ ​ໂປ​ເຕສະຕັງ ​ໄດ້​ສອນຂ້າພະ​ເຈົ້າ​ເຖິງ​ໃຈ​ຂອງ​ສານຸສິດ​ທີ່​ແທ້​ຈິງ—​ທີ່​ໄດ້​ປ່ຽນ​ແປງ​ແລ້ວ. ​ໃຫ້​ພິຈາລະນາເນື້ອ​ເພງນີ້, ຊຶ່ງ​ຂ້າພະ​ເຈົ້າມັກ​ຫລາຍ:

ຂໍ​ໃຫ້​ເປັນຕາ​ມທິດ​ທາງ​ຂອງ​ພຣະຜູ້​ເປັນ​ເຈົ້າ!

ຂໍ​ໃຫ້​ເປັນ​ຕາມ​ທິດ​ທາງ​ຂອງ​ພຣະອົງ!

ພຣະອົງ​ເປັນ​ຊ່າງ​ປັ້ນໝໍ້;

ຂ້ານ້ອຍ​ເປັນ​ດິນ​ໜຽວ.

ຈົ່ງ​ຫລໍ່​ຫລອມ​ຂ້ານ້ອຍ

​​​ເຮັດ​ໃຫ້​​ເປັນ​ຢ່າງ​ທີ່​ພຣະອົງ​ປະສົງ,

ຕອນ​ຂ້ານ້ອຍ​ລໍຖ້າ,

ຍອມ​ຕາມ ​ແລະ ມິດງຽບ​ຢູ່.2

​​ເຮົາ​ຜູ້​ທີ່ທັນ​ສະ​ໄໝ, ຫຍຸ້ງກັບ​ວຽກ​ງານ, ​ແລະ ​ມັກ​ແຂ່ງຂັນ​ກັບ​ຄົນ​ອື່ນ ​ຈະກາຍ​ເປັນ​ຄົນຍອມ​ຕາມ ​ແລະ ມິດ​ງຽບ​ຢູ່ ​ໄດ້​ແນວ​ໃດ? ​ເຮົາຈະ​ເຮັດ​ໃຫ້​ທິດ​ທາງຂອງ​ພຣະຜູ້​ເປັນ​ເຈົ້າ ​ເປັນ​ທິດ​ທາງ​ຂອງ​ເຮົາ​ ​ໄດ້​ແນວ​ໃດ? ​ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ເຮົາ​​ເລີ່ມຕົ້ນ​ໂດຍ​ການ​​ຮຽນຮູ້​ກ່ຽວ​ກັບ​ພຣະອົງ ​ແລະ ອະທິຖານ​​ຂໍຄວາມ​ເຂົ້າ​ໃຈ. ​ເມື່ອ​​ເຮົາ​ມີ​ຄວາມ​ໄວ້​ວາງ​ໃຈ​​ໃນ​ພຣະອົງ​ຫລາຍ​ຂຶ້ນ, ​ເຮົາ​ຈະ​ເປີດ​ໃຈ, ສະ​ແຫວ​ງ​ຫາ​ທີ່​ຈະ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ, ​ແລະ ລໍຖ້າ​ຄຳ​ຕອບ ອັນ​ທີ່​ຈະ​ຊ່ອຍ​ເຮົາ​ໃຫ້​ເຂົ້າ​ໃຈ.

ຂ້າພະ​ເຈົ້າ​ໄດ້​ປ່ຽນ​ໃຈ ຕອນ​ມີ​ອາຍຸ​ໄດ້ 12 ປີ, ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ເລີ່ມຕົ້ນຊອກ​ຫາ​ພຣະ​ເຈົ້າ. ຂ້າພະ​ເຈົ້າພຽງ​ແຕ່ຮູ້ຈັກ​ອະທິຖານ ຕາມ​ຄຳ​ອະທິຖານ​ຂອງ​ພຣະຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ,3 ສ່ວນ​ການອະທິຖານ​ແບບ​ອື່ນໆ ຂ້າພະ​ເຈົ້າບໍ່​ຮູ້ຈັກ. ຂ້າພະ​ເຈົ້າຈື່​ ຕອນ​ໄດ້​ຄຸ​​ເຂົ່າ​ລົງ, ຫວັງ​ວ່າ​ຂ້າພະ​ເຈົ້າຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ, ​ແລະ ​ໄດ້​ທູນ​ຖາມ​ວ່າ, “ພຣະບິດາ​ເທິງ​ສະຫວັນ, ພຣະອົງ​ຢູ່​ໃສ? ຂ້ານ້ອຍ​ຮູ້​ວ່າ ພຣະອົງ​ມີ​ຈິງ, ​ແຕ່​ວ່າ​ພຣະອົງ​ຢູ່​ໃສ?” ​ຕະຫລອດ​ໄລຍະ​ ຕອນ​ເປັນ​ໄວ​ລຸ້ນ, ຂ້າພະ​ເຈົ້າ​ໄດ້​ທູນ​ຂໍ. ຂ້າພະ​ເຈົ້າຮູ້ຈັກ​ໜ້ອຍ​ໜຶ່ງ​ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດ, ​ແຕ່​ພຣະບິດາ​ໄດ້​ປ່ອຍ​ໃຫ້​ຂ້າພະ​ເຈົ້າຊອກ​ຫາ ​ແລະ ​ໃຫ້​ລໍຖ້າ​ເປັນ​ເວລາ 10 ປີ.

ໃນ​ປີ 1970, ​ເມື່ອຜູ້​ສອນ​ສາດສະໜາ​ໄດ້​ສອນ​ຂ້າພະ​ເຈົ້າກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະບິດາ ​ແລະ ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ການລໍຖ້າ​ຂອງ​ຂ້າພະ​ເຈົ້າກໍ​ໄດ້​ສິ້ນ​ສຸດ​ລົງ. ຂ້າພະ​ເຈົ້າ​ໄດ້​ຮັບ​ເອົາ​ຄວາມ​ຈິງ​ເຫລົ່ານັ້ນ ​ແລະ ​ໄດ້​ຮັບ​ບັບຕິ​ສະມາ.

ອີງ​ຕາມ​ຄວາມ​ຮູ້​ນີ້​ເຖິງ​ຄວາມ​ເມດ​ຕາ​ ​ແລະ ອຳນາດຂອງ​ພຣະຜູ້​ເປັນ​ເຈົ້າ, ສາມີ ​ແລະ ລູກໆ​ຂອງຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າ​ໄດ້​ເລືອກ​ເອົາ​ຄຳ​ຂວັນ​ນີ້ ສຳລັບ​ຄອບຄົວ ທີ່​ວ່າ: “ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ.” ​ແຕ່​ເຮົາ​ຈະ​ກ່າວ​ຖ້ອຍ​ຄຳນັ້ນ​ໃຫ້​ກັນ​ຟັງ​ໄດ້​ແນວ​ໃດ ​ເມື່ອ​ບັນຫາ​ອັນ​ໜັກໜ່ວງ​ໄດ້​ມາ​ເຖິງ ​ແລະ ບໍ່​ມີຄຳ​ຕອບ?

​ເມື່ອນາງ ຈໍ​ເຈຍ ​ລູກສາວ​ທີ່​ໜ້າ​ຮັກ, ມີຄ່າ​ຄວນ, ອາຍຸ 21 ປີ, ຂອງ​ພວກ​ເຮົາ ​ໄດ້​ນອນ​ໂຮງ​ໝໍ ​ບາດ​ເຈັບ​ສາຫັດ ຈາກ​ອຸປະຕິ​​ເຫດ​ລົດຖີບ​ຖືກ​ຊົນ, ຄອບຄົວ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ເວົ້າວ່າ, “ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ.” ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ບິນ​ກັບ​ຈາກ​ເຂດ​ເຜີຍ​ແຜ່​ຂອງ​ພວກ​ເຮົາ ຢູ່​ປະ​ເທດບຣາຊິນ ​ເຖິງ ​ເມືອງອິນ​​ດີ​ອານາ​ໂປ​ລິ​ສ໌, ລັດອິນ​ດີ​ອານາ, ​ເພື່ອ​ໄປ​ຢູ່​ກັບ​ນາງ, ຂ້າພະ​ເຈົ້າ​ໄດ້​ນຶກ​ເຖິງຄຳ​ຂວັນ​ຂອງ​ຄອບຄົວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລູກ​ສາວ​ທີ່​ໜ້າ​ຮັກ​ຂອງ​ພວກຂ້າພະ​ເຈົ້າ​ໄດ້​ຈາກ​ໄປ​ໂລກ​ວິນ​ຍານ ພຽງ​ແຕ່​ສອງ​ສາມ​ຊົ່ວ​ໂມງ ກ່ອນ​ຍົນ​ລົງ​ເດີ່ນ. ດ້ວຍ​ຄວາມ​ໂສກ​ເສົ້າ ​ແລະ ດ້ວຍຄວາມຕົກ​ຕະລຶງ ທີ່​ເກີດ​ກັບ​ຄອບຄົວ​ຂອງ​ພວກ​ຂ້າພະ​ເຈົ້າ ທີ່​​ເໝືອນ​ດັ່ງ​ຖືກໄຟ​ຊ໊ອດ, ພວກ​ຂ້າພະ​ເຈົ້າຈະ​ຫລຽວ​ເບິ່ງ​ໜ້າ​ກັນ ​ແລະ ​ ຍັງ ​ເວົ້າວ່າ, “ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ” ​ໄດ້​ແນວ​ໃດ?

ຫລັງ​ຈາກ​ນາງ ຈໍ​ເຈຍ​ ໄດ້​ຕາຍ​ໄປ, ຄວາມ​ຮູ້ສຶກ​ຂອງ​ພວກ​ຂ້າພະ​ເຈົ້າຍັງ​ເຈັບ​ປວດ​ຢູ່, ຍັງ​ພາກັນ​ດີ້ນ​ລົນ​ຢູ່, ​​ແລະ ​ໃນ​ທຸກ​ວັນ​ນີ້ ພວກ​ຂ້າພະ​ເຈົ້າກໍ​ຍັງ​ມີ​ຄວາ​ມ​ໂສກ​ເສົ້າຫລາຍ​ເປັນ​ບາງ​ຄັ້ງ, ​ແຕ່​ພວກ​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ວ່າ ບໍ່​ມີ​ໃຜ​ຕາຍ​ແທ້ໆ. ​ເຖິງ​ແມ່ນ​ພວກ​ຂ້າພະ​ເຈົ້າມີ​ຄວາມ​ເຈັບ​ປວດ​ໃຈ ​ເມື່ອ​ຮ່າງກາຍ​ຂອງ​ນາງ ຈໍ​ເຈຍ ​ເຊົາ​ທຳ​ງານ, ​ແຕ່​ພວກ​ຂ້າພະ​ເຈົ້າມີ​ສັດທາ​ວ່າ ນາງ​ຍັງ​ມີ​ຊີວິດ​ຢູ່​ຕໍ່​ໄປ​ໃນ​ຄວາ​ມ​ເປັນວິນ​ຍານ, ​ແລະ ພວກ​ຂ້າພະ​ເຈົ້າ​ເຊື່ອ​ວ່າ ພວກ​ຂ້າພະ​ເຈົ້າຈະ​ໄດ້​ຢູ່​ກັບ​ນາງ​ຊົ່ວ​ນິລັນດອນ ຖ້າ​ຫາກ​ເຮົາ​ຊື່ສັດ​ຕໍ່​ພັນທະ​ສັນຍາ​ໃນ​ພຣະວິຫານ​ຂອງ​ພວກ​ຂ້າພະ​ເຈົ້າ. ສັດທາ ​ໃນ​ພຣະຜູ້​ໄຖ່ ​ແລະ ການ​ຟື້ນ​ຄືນ​ພຣະຊົນ​ຂອງ​ພຣະອົງ, ​ແລະ ສັດທາ​ໃນ​ການ​ຜະ​ນຶກ​ນິລັນດອນ ​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າສາມາດ​ກ່າວ​ຄຳ​ຂວັນ​​ໄດ້​ດ້ວຍ​ຄວາມ​ໝັ້ນ​​ໃຈ.

ປະທານກໍ​ດອນ ບີ ຮິງ​ລີ ​ໄດ້​ກ່າວ​ວ່າ: “ຖ້າຫາກ​ທ່ານ​ເຮັດ​ໃຫ້​ດີ​ທີ່​ສຸດ​ແລ້ວ, ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ. ຈົ່ງ​​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ. … ພຣະຜູ້​ເປັນ​ເຈົ້າຈະ​ບໍ່​ປະ​ຖິ້ມ​​ເຮົາ.”4

ຄຳ​ຂວັນ​ຂອງ​ຄອບຄົວ​ຂອງ​ພວກ​ຂ້າພະ​ເຈົ້າ ບໍ່​ໄດ້​ກ່າວ​ວ່າ, “ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ​ ດຽວ​ນີ້.” ມັນ​ໝາຍເຖິງ​ຄວາມ​ຫວັງ​ຂອງ​ເຮົາ​ໃນຜົນ​ສະທ້ອນ​ນິລັນດອນ—ອາດ​ບໍ່​ແມ່ນ​ຜົນ​ສະທ້ອນ​ໃນ​ເວລາ​ນີ້. ພຣະຄຳ​ພີ​ກ່າວ​ວ່າ, ​ເຮົາ​ຕ້ອງຄົ້ນຫາຢ່າງ​ພາກ​ພຽນ, ອະທິຖານສະ​ເໝີ, ​ແລະ ມີ​ຄວາມ​ເຊື່ອ, ​ແລະ ທຸກ​ສິ່ງທັງ​ປວງຈະ​ທຳ​ງານ​ນຳກັນ​​ໄປ ເພື່ອ​ຄວາມ​ດີ​ຂອງ​​ເຮົາ.”5  ມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ທຸກ​ສິ່ງ​ ​ແມ່ນ ດີໝົດ, ​ແຕ່​ສຳລັບ​ຄົນ​ທີ່​ອ່ອນ​ໂຍນ ​ແລະ ຊື່ສັດ, ທຸກ​ສິ່ງ—ທັງ​ເປັນ​ສິ່ງ​ດີ ​ແລະ ສິ່ງ​ບໍ່​ດີ—ຈະ​ທຳ​ງານ​ ນຳ​ກັນ ໄປ ​ເພື່ອ​ຄວາມ​ດີ​, ​ແລະ ​ເປັນ​ໄປ​ຕາມ​ເວລາ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເຮົາ​ລໍຄອຍ​ພຣະອົງ, ບາງ​ເທື່ອ​ເໝືອນ​ດັ່ງ ​ໂຢບ ທີ່​ທົນ​ທຸກທໍລະມານ, ​ໂດຍ​ທີ່​ຮູ້​ວ່າ​ ພຣະ​ເຈົ້າຈະ “ພັນ​ບາດ​ແຜ​ໃຫ້ ​ເພາະ​​ໄດ້​ເຮັດ​ໃຫ້​ເກີດ​ບາດ​ເຈັບ.”6 ​ໃຈ​ທີ່​ອ່ອນ​ໂຍນ​ຈະ​ຮັບ​ເອົາ​ການ​ທົດ​ລອງ ​ແລະ ລໍຄອຍ​ເວລາ​ທີ່​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ ​ແລະ ຫາຍ​ດີ.

ເມື່ອ​ເຮົາ​ຍອມມອບ​ໃຈ ​ໃຫ້​ແກ່​ພຣະວິນ​ຍານ, ​ເຮົາ​ຈະ​ຮຽນ​ຮູ້​ວິທີ​ທາງ​ຂອງ​ພຣະ​ເຈົ້າ ​ແລະ ຮູ້ສຶກ​ເຖິງ​ພຣະປະສົງ​ຂອງ​ພຣະອົງ. ລະຫວ່າງ​ສິນ​ລະ​ລຶກ, ຊຶ່ງ​ຂ້າພະ​ເຈົ້າ​ເອີ້ນ​ວ່າ ຈຸດ​ສຳຄັນ​ຂອງ​ວັນ​ຊະບາ​ໂຕ, ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນ​ວ່າ ຫລັງ​ຈາກ​ໄດ້​ອະທິຖານ​ທູນ​ຂໍ​ການ​ໃຫ້​ອະ​ໄພ​ບາບ​ແລ້ວ, ​ຍັງຄວນທູນ​ຖາມ​ພຣະບິດາ​ເທິງ​ສະຫວັນ​ຕື່ມ​ວ່າ, “ມີ​ຫຍັງ​ອີກ​ບໍ່?” ​ເມື່ອ​ເຮົາ​ອ່ອນ​ນ້ອມ ​ແລະ ມິດ​ງຽບ​ຢູ່, ຈິດ​ໃຈ​ຂອງ​ເຮົາ​ສາມາດ​ໄດ້​ຮັບ​ການ​ຊົງ​ນຳ​ ​ໃຫ້​ຮູ້ຈັກ​ ບາງ​ສິ່ງ ທີ່​ເຮົາ​ຕ້ອງ​ປ່ຽນ​ແປງ—ບາງ​ສິ່ງ​ທີ່​ກຳຈັດ​ຄວາມ​ສາມາດ​ຂອງ​ເຮົາ ​ທີ່​ຈະ​ໄດ້​ຮັບ​ການ​ນຳພາ​ທາງ​ວິນ​ຍານ ຫລື ​ແມ່ນ​ແຕ່​ການ​ປິ່ນປົວ ​ແລະ ຄວາມ​ຊ່ອຍ​ເຫລືອ.

ຍົກ​ຕົວຢ່າງ, ບາງທີ​ຂ້າພະ​ເຈົ້າອາດ​ເຊື່ອງ​ຄວາມ​ແຄ້ນ​ໃຈ ທີ່​ມີ​ກັບ​ຄົນ​ອື່ນ. ​ເມື່ອ​ຂ້າພະ​ເຈົ້າທູນ​ຂໍ ຖ້າຫາກ​ມີ​ສິ່ງ​ອື່ນ​ທີ່​ຄວນ​ສາລະພາບ​ຫລື​ບໍ່, “ຄວາມ​ລັບ” ນັ້ນ ຈະ​ເຂົ້າມາສູ່​ຄວາມ​ຊົງ​ຈຳ​ຂອງ​ຂ້າພະ​ເຈົ້າ. ​ແທ້ໆ​ແລ້ວ, ພຣະວິນ​ຍານ​ກຳລັງ​ຊື່​ມ​ໃສ່​ຫູ ບອກ​ວ່າ, “ເຈົ້າ​ໄດ້​ຖາມ​ຢ່າງ​ຈິງ​ໃຈ​ວ່າ ມີ​ຫຍັງ ​ອີກ​ບໍ່, ​ແລະ ມັນ​ກໍ​ຢູ່​ນີ້​ເດ. ຄວາມ​ແຄ້ນ​ໃຈ​ຈະ​ກີດ​ກັນ​ຄວາມ​ກ້າວໜ້າ​ຂອງ​​ເຈົ້າ ​ແລະ ຈະ​ທຳລາຍ​ຄວາມ​ສາມາດ​ຂອງ​​ເຈົ້າ ​ໃນ​ການ​ມີ​ຄວາມ​ສຳພັນ​ທີ່​ດີ​ຕໍ່​ກັນ. ​ໃຫ້​ເຈົ້າປ່ອຍ​ມັນ​ໄປ​ສາ.” ​ໂອ້, ມັນ​ເປັນ​ສິ່ງ​ຍາກ​ຫລາຍ—​ເຮົາ​ອາດ​ຄິດ​ວ່າ ​ເຮົາ​ເປັນ​ຜູ້​ຖືກຕ້ອງ​​ໃນ​ຄວາມ​ຄຽດ​ແຄ້ນ​ນັ້ນ—​ແຕ່​ການ​ຍອມ​ເຮັດ​ຕາມ​ທິດ​ທາງ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເປັນ​ພຽງ​ວິທີ​ດຽວ ທີ່​ຈະ​ມີ​ຄວາມສຸກ​ອັນ​ຍາວ​ນານ.

ເມື່ອ​ເວລາ​ຜ່ານ​ໄປ ​ແລະ ຕາມ​ລຳດັບ, ​ເຮົາ​ຈະ​ໄດ້​ຮັບ​ພະລັງ ​ແລະ ການ​ຊີ້​ນຳ​ທີ່ງົດ​ງາມ​ຂອງ​ພຣະອົງ—ບາງທີ ນຳພາ​ເຮົາ​ໄປ​ພຣະວິຫານ​ເລື້ອຍໆ ຫລື ສຶກສາ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າຢ່າງ​ເລິກ​ຊຶ້ງ​ຫລາຍ​ຂຶ້ນ ຫລື ​ເວົ້າລົມ​ກັບ​ໝູ່​ເພື່ອນ, ຫລື ກັບ​ຜູ້​ໃຫ້​ຄຳ​ແນະນຳ​ທີ່​ຊ່ຽວຊານ, ຫລື ​ແມ່ນ​ແຕ່ກັບ​ທ່ານໝໍ. ການ​ປິ່ນປົວ​ໃຈ​ຂອງ​ເຮົາ​​ເລີ່ມຕົ້ນ​ເມື່ອ​ເຮົາ​ຍິນ​ຍອມ​ຕໍ່ ​ແລະ ນະມັດສະການ​ພຣະ​ເຈົ້າ.

ການ​ນະມັດສະການ​ທີ່​ແທ້​ຈິງ​ເລີ່ມຕົ້ນ​ເມື່ອ​ໃຈ​ຂອງ​ເຮົາ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະບິດາ ​ແລະ ພຣະບຸດ. ​ສະພາບ​ຂອງໃຈ​ເຮົາ​ເປັນ​ຈັ່ງ​ໃດ​ໃນ​ມື້ນີ້? ມັນ​ເປັນຄວາມ​ຈິງ​ທີ່​ວ່າ ກ່ອນ​ຈະ​​ໄດ້​ຮັບ​ການ​ປິ່ນ​ປົວ ​ແລະ ມີ​​ໃຈ​ທີ່​ຊື່ສັດ​ໄດ້​ນັ້ນ, ​ທຳ​ອິດ​ ​ເຮົາ​ຕ້ອງ​ປ່ອຍ​ໃຫ້​ໃຈ​ເຮົາ​ຊອກ​ຊ້ຳຢູ່​ໃນ​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ. ພຣະຜູ້​ເປັນ​ເຈົ້າ​ໄດ້​ປະກາດ​ວ່າ, “ແລະ ໃຫ້​ພວກ​ເຈົ້າຖະຫວາຍ​ໃຈທີ່ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳນຶກ​ຜິດ​ຂອງ​ພວກ​ເຈົ້າ​ແກ່​ເຮົາ​ເປັນ​ເຄື່ອງ​ບູຊາ.”7 ຜົນ​ໄດ້​ຮັບ​ຈາກ​ການຖະຫວາຍ​ໃຈ​ຂອງ​ເຮົາ, ຫລື ຄວາມ​ປາດ​ຖະໜາ​ຂອງ​ເຮົາ, ​ແດ່​ພຣະຜູ້​ເປັນ​ເຈົ້າ ຄື​ການ​ໄດ້​ຮັບ​ການນຳພາ​ທາງ​ວິນ​ຍານ ທີ່​ເຮົາ​ຕ້ອງການ.

​ໂດຍ​ການ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ເຖິງ​ພຣະຄຸນ​ ​ແລະ ພຣະ​ເມດ​ຕາຂອງ​ພຣະຜູ້​ເປັນ​ເຈົ້າ, ​ເຮົາ​ພົບ​ວ່າ ​ໃຈທີ່​ເປັນ​ອິດ​ສະລະ​ຂອງ​ເຮົາ ຈະ​ແຕກ​ອອກ ​ໃນ​ຄວາມ​ກະຕັນຍູ. ​ແລ້ວ​ເຮົາ​ໄດ້​ເຂົ້າ​ເຖິງ​ພຣະອົງ, ພ້ອມ​ແລ້ວ​ທີ່​ຈະ​ມອບ​ແອກ​ຂອງ​ເຮົາ​ໃຫ້​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີ​ດ​ຂອງ​ພຣະບິດາ. ​ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ມອບ​ໃຫ້, ​ເຮົາ​ໄດ້​ຮັບ​ຄວາມຫວັງ​ໃໝ່ ​ແລະ ການ​ຊີ້​ນຳ​​ໃໝ່ ຜ່ານ​ທາງ​ພຣະວິນ​ຍານ​ບໍລິສຸດ.

ຂ້າພະ​ເຈົ້າພະຍາຍາມ​ແກ້​ໄຂ​ບັນຫາ ​ເລື່ອງ​ການ​ເອົາ​ໃຈ​ຕົນ​​ເອງ, ຊຶ່ງ​ໃນ​ທີ່​ສຸດ ​ໄດ້​ຮູ້​ວ່າ ທິດທາງ​ ​ ຂອງ​ຂ້າພະ​ເຈົ້າ ຍັງ​ຂາດ​ຕົກ​ບົກ​ບ່ອງ, ​ແລະ ຕ່ຳ​ຕ້ອຍ​ກວ່າ​ທິດ​ທາງ​ຂອງ​ພຣະ​ເຢຊູ​ຄຣິດ. “ທິດ​ທາງ ຂອງ​ພຣະອົງ ​ເປັນ​ເສັ້ນທາງ​ທີ່​ນຳ​ໄປ​ສູ່​ຄວາມສຸກ ​ໃນ​ຊີວິດ​ນີ້ ​ແລະ ​ໃນ​ຊີວິດ​ນິລັນດອນ ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.”8 ​ເຮົາ​ຈະ​ຮັກ​ພຣະ​ເຢຊູ​ຄຣິດ ​ແລະ ຮັກ​ທິດ​ທາງ​ຂອງ​ພຣະອົງ ຫລາຍ​ກວ່າ​ທີ່​ເຮົາ​ຮັກ​ຕົນ​ເອງ ​ແລະ ຮັກ​ລາຍການ​ຂອງ​ເຮົາ​ໄດ້​ບໍ?

ບາງ​ຄົນ​ຄິດ​ວ່າ ​ເຂົາ​ເຈົ້າ​ໄດ້​ລົ້ມ​ເຫ​ລວຫລາຍ​ເທື່ອ ​ແລະ ຮູ້ສຶກ​ອ່ອນ​ແອ​ຫລາຍ ທີ່​ຈະ​ປ່ຽນ​ການ​ກະທຳ​ທີ່​ເປັນ​ບາບ ຫລື ປ່ຽນ​ຄວາມ​ປາດ​ຖະໜາ​ທາງ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ຖານະ​ທີ່​ເປັນ​ຜູ້​ຄົນ​ແຫ່ງພັນທະ​ສັນຍາ​ຂອງ​ອິດສະ​ຣາ​ເອນ​, ​ເຮົາ​ບໍ່​ພຽງ​ແຕ່​ພະຍາຍາມດ້ວຍ​ຕົນ​ເອງ​ເທົ່າ​ນັ້ນ. ຖ້າ​ຫາກ​ເຮົາ​ທູນ​ຕໍ່​ພຣະ​ເຈົ້າຢ່າງ​ພາກ​ພຽນ, ພຣະອົງ​ຈະຮັບ​ເອົາ​ເຮົາ ດັ່ງ​ທີ່​ເຮົາ​ເປັນ​ຢູ່—​ແລະ ປ່ຽນ​ເຮົາ​ໃຫ້​ເປັນ​ຄົນ​ທີ່​​ເກີນ​ກວ່າ​ເຮົາ​ຈະ​ຄາດ​ຄິດ​ໄດ້. ນັກປາດ​ອາຈານ​ທີ່​ມີ​ຊື່​ສຽງ​ຄົນ​ໜຶ່ງ ຊື່ ຣໍ​ເບີດ ​ແອວ ມິ​ວ​ເລັດ ​ໄດ້ຂຽນ​ວ່າ “ຄວາມ​ປາດ​ຖະໜາ​ທີ່​ຈະ​ປ່ຽນ​ແປງ,” ຮ່ວມ​ເຂົ້າກັບ​ທາງ​ວິ​ນຍານ “ໃຫ້​ຄວາມ​ແນ່ນອນ​ໃຈ​ວ່າ ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ຜ່ານ​ທາງ​ພຣະອົງ, ​ເຮົາ​ຈະ​ບັນລຸ​ຜົນສຳ​ເລັດ.”9 ​ດ້ວຍ​ຄວາມ​ເຂົ້າ​ໃຈນັ້ນ, ​ເຮົາ​ສາມາດ​ເວົ້າກັບພຣະບິດາ​ເທິງ​ສະຫວັນ​ວ່າ:

ຂ້ານ້ອຍ​ໄວ້​ວາງ​ໃຈ​​ໃນ​ຄວາມ​ຮັກ​ຂອງ​ພຣະອົງ,

​ແລະ ຮູ້​ວ່າ​ພຣະອົງ​ຮັກ​ຂ້ານ້ອຍ,

ຂ້ານ້ອຍ​ຈະ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ:

ຂ້ານ້ອຍ​ຈະ​ເປັນ​ຄົນ​ທີ່​ພຣະອົງ​ປະສົງ​ໃຫ້​ຂ້ານ້ອຍ​ເປັນ.10

​ເມື່ອ​ເຮົາ​ມອບ​ໃຈ​ທີ່​ຊອກ​ຊ້ຳ​ໃຫ້​ແກ່​ພຣະ​ເຢຊູ​ຄຣິດ, ພຣະອົງ​ຈະ​ຮັບ​ເອົາ​ການ​ຖະຫວາຍ​ຂອງ​ເຮົາ. ພຣະອົງ​ຈະ​ຮັບ​ເອົາ​ເຮົາ​ຄືນ. ບໍ່​ວ່າ​ເຮົາ​ໄດ້​ທົນ​ທຸ​ກກັບ​ຄວາມ​ເສຍ​ຫາຍ, ​ເຈັບ​ປວດ, ​ແລະ ຖືກ​ປະຕິ​​ເສດ ມາ​ຫລາຍ​ປານ​ໃດ​ກໍ​ຕາມ, ​ພຣະຄຸນ​ ​ແລະ ການ​ປິ່ນປົວຂອງ​ພຣະອົງ ​ແມ່ນ​​ເໜືອກ​ວ່າ​ທຸກ​ສິ່ງ. ​ເມື່ອ​ເຮົາມອບແອກ​ ​ໃຫ້​ແກ່​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ເຮົາ​ຈະ​ສາມາດ​ກ່າວ​ອອກ​ມາ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ, “ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ.” ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ

ແຫລ່ງອ້າງ​ອີງ

  1. Dallin H. Oaks, “The Parable of the Sower,” Liahona,  May 2015, 32.

  2. “Have Thine Own Way, Lord,” The Cokesbury Worship Hymnal, no. 72.

  3. ​ເບິ່ງ ມັດ​ທາຍ 6:9–13.

  4. Gordon B. Hinckley, Jordan Utah South regional conference, priesthood session, Mar. 1, 1997; see also “Excerpts from Addresses of President Gordon B. Hinckley,” Ensign, Oct. 2000, 73.

  5. ເບິ່ງ Doctrine and Covenants 90:24.

  6. ​ໂຢບ 5:18.

  7. 3 ນີ​ໄຟ 9:20.

  8. “The Living Christ: The Testimony of the Apostles,” Liahona, Apr. 2000, 3; emphasis added.

  9. Robert L. Millet, After All We Can Do: Grace Works (2003), 133.

  10. “I’ll Go Where You Want Me to Go,” Hymns, no. 270.