​2010–2019
ບາດ​ກ້າວ​ຕໍ່​ໄປ​ຂອງ​ທ່ານ
ຕຸລາ 2015


ບາດ​ກ້າວ​ຕໍ່​ໄປ​ຂອງ​ທ່ານ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກຂອງ​ທ່ານ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ ເຊື້ອ​ເຊີນ​ທ່ານ​ໃຫ້​ຮັບ​ເອົາ​ບາດ​ກ້າວ​ຕໍ່​ໄປ. ຢ່າ​ລໍ​ຊ້າ. ຈົ່ງ​ເຮັດ​ຕອນນີ້​ເລີຍ.

ຂ້າ​ພະ​ເຈົ້າ​ຕົກ​ໃຈຕອນ​ໄດ້​ພົບກັ​ບ​ສະ​ມາ​ຊິກ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​​ທີ່​ປະ​ເສິດເມື່ອບໍ່​ດົນ​ມານີ້. ໄດ້ມີ​ຄຳຖ​າມ​​ວ່າ, “ໃຜ​ແດ່​ຢາກ​ອາ​ໄສ​ຢູ່​ນຳ​ພ​ຣະ​ບິດາ​ເທິງ​ສະ​ຫວັນ​ອີກມື້​ໜຶ່ງ?” ​ທຸກ​ຄົນ​ໄດ້​ຍົກ​ມື​ຂຶ້​ນ. ຄຳ​ຖາມ​ຕໍ່​ໄປ​​ຄື: ໃຜແດ່​​ມີ​ຄວາມ​ໝັ້ນ​ໃຈ​ວ່າ​ທ່ານ​ຈະ​ສຳ​ເລັດ​ສິ່ງນັ້ນ​ໄດ້? ໜ້າ​ເສຍ​ໃຈ​ທີ່​ຫລາຍ​ຄົນ​ໄດ້​ວາງ​ມື​ລົງ.

ເມື່ອເຮົາ​ເຫັນ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄົນ​ທີ່​ເຮົາ​ເປັນ​ຢູ່​ໃນ​ເວ​ລານີ້ ແລະ ຄົນ​ທີ່​ເຮົາ​ປາດ​ຖະ​ໜາ​ຈະ​ກາຍເປັນ, ຫລາຍ​ຄົນ​ກໍ​ຖືກ​ລໍ້​ລວງ​ໃຫ້​ເລືອກ​​ທີ່​ຈະ​ສູນ​ເສຍ​ສັດ​ທາ ແລະ ຄວາມ​ຫວັງ.1

ເພາະ “ບໍ່​ມີ​ສິ່ງ​ໃດ​ທີ່ບໍ່​ສະ​ອາດ​ຈະ​ອາ​ໄສ​ຢູ່​ນຳ​ພຣະ​ເຈົ້າ​ໄດ້,”2 ສະ​ນັ້ນ​ ກ່ອນ​ຈະ​ໄດ້​ອາ​ໄສ​ຢູ່​ນຳ​ພຣະ​ອົງ​ອີກ​ຄັ້ງ, ເຮົາ​ຈະ​ຕ້ອງ​ຖືກ​ຊຳ​​ລະ​ລ້າງໃຫ້​ສະ​ອາດ​ຈາກ​ບາບ3 ແລະ ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ.4 ຖ້າ​ຫາກ​ເຮົາ​ຕ້ອງ​ເຮັດ​ສິ່ງນີ້ ດ້ວຍ​ຕົວ​ເອງ, ຈະ​ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​​ເຮັດ​ໄດ້​ຈັກ​ຄົນ​ເລີຍ. ແຕ່​ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ. ແທ້​ຈິງ​ແລ້ວ, ເຮົາ​ບໍ່​ໄດ້​ຢູ່​ຢ່າງ​ໂດດ​ດ່ຽວ​ດຽວ​ດາຍ​ ຈັກ​ເທື່ອ.

ເຮົາ​ມີ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະ​ຫວັນ ເພາະ​​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.5 ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ຖ້າ​ຫາກ​ທ່ານມີ​ສັດ​ທາ​ໃນ​ເຮົາ ​ທ່ານ​ຈະ​ມີ​ອຳ​ນາດ​ທີ່​ຈະ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່ເຮົາ​ເຫັນ​ສົມຄວນ.”6 ເມື່ອ​ເຮົາ​ໃຊ້ສັດ​ທາ, ເຮົາ​ຈະ​ມີສັດ​ທາ​ຫລາຍ​ຂຶ້ນ.

ຂໍ​ໃຫ້​ເຮົາ​ມາ​ພິ​ຈາ​ລະ​ນາ​ນຳ​ກັນ ​ເຖິງຫລັກ​ທຳ​ສາມ​ຂໍ້ ທີ່​ຈະ​ຊ່ອຍ​ເຫລືອ​ເຮົາ​ໃນ​ການ​ເດີນ​ທາງ​ກັບ​ຄືນ​ໄປ​ຫາພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

ກາຍ​ເປັນ​ເໝືອນ​ດັ່ງ​ເດັກ​ນ້ອຍ

ຫລານ​ຊາຍ​ຫລ້າ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຈະ​ສະ​ແດງ​ໃຫ້​ເຫັນ​ຕົວ​ຢ່າງ​ຂອງ​ຫລັກ​ທຳ​ຂໍ້​ທີໜຶ່ງ. ຫລັງ​ຈາກ​ໄດ້​ຮຽນ​ຄານ ແລ້ວ​ຢືນ​ຂຶ້ນ, ລາວ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ລອງ​ຍ່າງ. ລະ​ຫວ່າງ​ສອງ​ສາມ​ບາດ​ກ້າວ​ທຳ​ອິດ, ລາວ​ໄດ້​ລົ້ມ​ລົງ, ໄດ້​ຮ້ອງ​ໄຫ້, ແລະ ໄດ້​ສົ່ງ​ແວວ​ຕາ​ທີ່ບອກວ່າ, “ຂ້າ​ນ້ອຍ​ຈະ​ບໍ່​ພະ​ຍາ​ຍາມ​ອີກ​ຈັກ​ເທື່ອ—ບໍ່​ເລີຍ—​ຈະ​ບໍ່​ລອງ​ເຮັດ​ອີກ​ຈັກ​ເທື່ອ​ເລີຍ!”

ເມື່ອ​ລາວ​ສະ​ດຸດ, ພໍ່​ແມ່​ທີ່​ຮັກ​ຂອງ​ລາວ​ໄດ້​ຮູ້​ສຶກວ່າ​ລາວ​ໝົດ​ຫວັງ ຫລື ວ່າ​ລາວ​ຈະ​ບໍ່​ຍ່າງ​ອີກ​ເລີຍ. ແຕ່​ກົງ​ກັນ​ຂ້າມ ເຂົາ​ເຈົ້າ​ໄດ້​ຍື່ນ​ແຂນ​ອອກ​ໄປ​ ແລະ ຮ້ອງ​ຫາ​ລາວ, ແລະ ໂດຍ​ທີ່​ເບິ່ງ​ພໍ່​ແມ່​ຢູ່, ລາວ​ໄດ້​ພະ​ຍາ​ຍາມ​ຍ່າງ​ໄປ​ຫາ​ອ້ອມ​ແຂນ​ທີ່​ຮັກ​ຂອງ​ພໍ່​ແມ່​ຂອງ​ລາວ.

ພໍ່​ແມ່​ທີ່​ຮັກ​ແພງ​ຈະ​ພ້ອມ​ສະ​ເໝີທີ່​ຈະ​ຍື່ນ​ແຂນ​ອອກ​ໄປ​ຕ້ອນ​ຮັບ ແມ່ນ​ແຕ່​ບາດ​ກ້າວ​ນ້ອຍໆ​ຂອງ​ເຮົາ ໄປ​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ. ພວກ​ເພິ່ນ​ຮູ້​ວ່າ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ພະ​ຍາ​ຍາມ ແລະ ​ແລ້ວພະ​ຍາ​ຍາມ​ອີກ​ຕໍ່​ໄປ ຈະ​ນຳ​ໄປ​ສູ່​ຄວາມ​ກ້າວ​ໜ້າ ແລະ ຄວາມ​ສຳ​ເລັດ​ຜົນ.

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ວ່າ ເພື່ອ​ຈະ​ໄດ້​ຮັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມໍ​ລະ​ດົກ, ເຮົາ​ຕ້ອງ​ກາຍ​ເປັນ​ເໝືອນ​ດັ່ງ​ເດັກ​ນ້ອຍໆ.7 ສະ​ນັ້ນ, ເມື່ອ​ກ່າວ​ທາງ​ຝ່າຍ​ວິນ​ຍານ​ແລ້ວ, ຫລັກ​ທຳ​ຂໍ້​ທຳ​ອິດ​ຄືວ່າ ເຮົາ​ຕ້ອງ​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕອນ​ຍັງ​ນ້ອຍ.8

ດ້ວຍ​ຄວາມ​ຖ່ອມ​ຕົນ​ເໝືອນ​ດັ່ງ​ເດັກ​ນ້ອຍ ແລະ ຄວາມ​ເຕັມ​ໃຈ​ທີ່​ຈະ​ເອົາ​ໃຈ​ໃສ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ເຮົາ​ກໍ​ຈະ​ກ້າວ​ໄປ​ໜ້າ. ແລ້ວຢ່າ​ໝົດ​ຫວັງ​ຈັກ​ເທື່ອ, ແມ່ນ​ແຕ່​ເມື່ອ​ເຮົາ​ລົ້ມ​ລົງ. ພຣະ​ບິ​ດາ​ເທິງ​ສະ​ຫວັນທີ່​ຊົງ​ຮັກ​ຂອງ​ເຮົາ ຊື່ນ​ຊົມ​ໃນ​ທຸກໆ​ບາດ​ກ້າວ​ຂອງ​ເຮົາ, ແລະ ຖ້າ​ຫາກ​ເຮົາ​ລົ້ມ​ລົງ, ພຣະ​ອົງ​ຍັງ​ຊື່ນ​ຊົມ​ນຳ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ທີ່​ຈະ​ລຸກ​ຂຶ້ນ​ອີກ ແລະ ພະ​ຍາ​ຍາມ​ຕໍ່​ໄປ.

ກະ​ທຳ​ດ້ວຍ​ສັດ​ທາ

ຫລັກ​ທຳ​ຂໍ້​ທີ​ສອງ​ກໍ​ຖືກ​ສະ​ແດງ​ໃຫ້​ເຫັນ​ໂດຍ​ໄພ່​ພົນ​ທີ່​ຊື່​ສັດ​ສອງ​ຄົນ, ແຕ່​ລະ​ຄົນ​ມີ​ຄວາມ​ປາດ​ຖະ​ໜາ​ຢ່າງ​ເລິກ​ຊຶ້ງ​ທີ່​ຈະ​ໄດ້​ພົບ​ພໍ້​ຄູ່​ຄອງ​ນິ​ລັນ​ດອນ. ທັງ​ສອງ​ໄດ້​ກ້າວ​ໄປ​ໜ້າ​ດ້ວຍ​ການ​ອະ​ທິ​ຖານ​ຢ່າງ​ເຕັມ​ທີ.

ຢູຣີ, ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຊາວ​​ຣັດເຊຍ​ຄົນ​ໜຶ່ງ, ໄດ້​ເສຍ​ສະ​ລະ​ເດີນ​ທາງໄກ ໄປ​ພຣະ​ວິ​ຫານ. ຢູ່​ເທິງ​ລົດ​ໄຟ ລາວ​ໄດ້​ສັງ​ເກດ​ເຫັນ​ຍິງ​ສາວ​ທີ່​ສວຍ​ງາມ​ຄົນ​ໜຶ່ງ ​ທີ່​ມີ​ໃບ​ໜ້າ​ທີ່​ເບີກ​ບານ​ແຈ່ມ​ໃສ ແລະ ໄດ້​ຮູ້​ສຶກວ່າ​ລາວ ຄວນ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ນາງ. ລາວ​ໄດ້​ເລີ່ມ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ຫວັງ​ວ່າ​ນາງ​ຈະ​ສັງ​ເກດ​ເຫັນ​ໄດ້.

ຢູຣີບໍ່​ໄດ້​ຮູ້​ວ່າ​ຍິງ​ສາວ​ຄົນ​ນັ້ນ, ນາງ ມາຣີຢາ, ກໍ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​. ໂດຍ​ທີ່ບໍ່​ຮູ້​ວ່າ​ ຢູຣີ ກໍ​ເປັນ​ສະ​ມາ​ຊິກ​ຄື​ກັນ, ແລະ ໄດ້​ເຮັດ​ຕາມ​ການ​ກະ​ຕຸ້ນ​ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​​ໃຫ້​ກັບ​ລາວ, ນາງ​ມາຣີຢາ ກໍ​ໄດ້​ເລີ່ມ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ຄື​ກັນ, ຫວັງ​ວ່າ​ທ້າວ​ຢູຣີ​ຈະ​ສົນ​ໃຈ​ມາ​ຖາມ.

ເມື່ອ​ເຂົາ​ເຈົ້າ​ຫລຽວ​ຂຶ້ນ, ຢູຣີ ແລະ ມາຣີຢາ ​ໄດ້​ປະ​ຫລາດ​ໃຈ​ຫລາຍ ທີ່​ໄດ້​ເຫັນ​​ແຕ່​ລະ​ຄົນ​ມີພຣະ​ຄຳ​ພີ​ມໍ​ມອນ​ຢູ່ໃນ​ມື​—ແລະ ຫລັງ​ຈາກຕົກ​ຫລຸມ​ຮັກ​, ເຂົາ​ເຈົ້າ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ຢູ່​ໃນ​ພຣະ​ວິ​ຫານ. ທຸກວັນ​ນີ້ ຢູຣີ ແລະ ມາຣີຢາ ​ຄູເທໂພ, ​ໂດຍ​ທີ່​ເປັນ​ຄູ່​ນິ​ລັນ​ດອນ, ໄດ້​ມີ​ພາກ​ສ່ວນ​ອັນ​ສຳ​ຄັນ​ໃນ​ສາດ​ສະ​ໜາ​ຈັກ ຢູ່​ປະ​ເທດ​ຣັດເຊຍ.​

ເຮົາ​ບໍ່​ໄດ້​ເນັ້ນ​ເຖິງ​ຄວາມ​ເຕັມ​ໃຈ​ຂອງ​ທັງ​ສອງ​ໃນ​ການ​ກະ​ທຳ​ດ້ວຍ​ສັດ​ທາ​ເທົ່າ​ນັ້ນ. ມັນ​ກ່ຽວ​ກັບ​ຫລັກ​ທຳ​ຂໍ້​ທີ​ສອງ​ນຳ​ອີກ—​ພຣະ​ຜູ້​ເປັນ​ເຈົ້າ​​ໄດ້​ເຮັດ​ຫລາຍກວ່າ ການ​ຮ່ວມ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ​ໃສ່​ກັບ​ການ​ກະ​ທຳ​ດ້ວຍ​ສັດ​ທາ. ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ​ ທີ່​ຈະ​ກ້າວ​ໄປ​ໜ້າ ບໍ່​ແມ່ນ​ພຽງ​ແຕ່​ທີ່​ຈະບັນ​ລຸ​ເທົ່າ​ນັ້ນ​—ມັນ​ເກີນ​ກວ່ານັ້ນ—ມັນ​ເປັນພອນ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ພ້ອມ​ແລ້ວ ທີ່​ຈະ​ອວຍ​ພອນ​ເຮົາ. ພວກ​ພຣະ​ອົງ​ພຽງ​ແຕ່​ຂໍ​ໜຶ່ງ​ສ່ວນ​ສິບ ຈາກ​ສິ່ງ​ທີ່​ພວກ​ພຣະ​ອົງ​ໄດ້​ໃຫ້​ພອນ​ເຮົາ ແລະ ສັນ​ຍາ​ວ່າ ຈະ​ເປີດ​ປະ​ຕູ​ສະ​ຫວັນ!9

ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ເຕັມ​ໃຈ​ທີ່​ຈະ​ກະ​ທຳ​ດ້ວຍ​ສັດ​ທາ ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ກ້າວ​​ໄປ​ໜ້າອີກ​ຂັ້ນ​ໜຶ່ງ, ໂດຍ​ສະ​ເພາະ​ຂັ້ນ​ທີ່ບໍ່​ສະ​ດວກ ຈະ​ຮຽກ​ຮ້ອງ​ການ​ປ່ຽນ​ແປງ ຫລື ການ​ກັບ​ໃຈ, ແລ້ວເຮົາ​ຈະ​ໄດ້​ຮັບ​ພະ​ລັງ.10

ຂ້າ​ພະ​ເຈົ້າເປັນ​ພະ​ຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ພາ​ເຮົາ​—ແລະ ຜ່ານ​ຜ່າ —​ບາດ​ກ້າວ​ຕໍ່​ໄປ​. ພຣະ​ອົງຈະ​ເພີ່ມ​ພະ​ລັງ​ໃຫ້​ແກ່​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ຖ້າ​ຫາກ​ເຮົາ​ເຕັມ​ໃຈ ທີ່​ຈະ​ພະ​ຍາ​ຍາມ​ຕື່ມ​ອີກ, ກັບ​ໃຈ, ກ້າວ​ເດີນ​ໄປ​ໜ້າ ດ້ວຍ​ສັດ​ທາ ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

ຂອງ​ປະ​ທານ​ທາງວິນ​ຍານ​ໄດ້​ຖືກ​ສັນ​ຍາ​ໄວ້ ບໍ່​ພຽງ​ແຕ່​ສຳ​ລັບ​ຄົນ​ທີ່​ຮັກ​ພຣະ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ, ແຕ່​ສຳ​ລັບ​ຜູ້​ທີ່ “ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ນຳ​ອີກ.”11 ຜູ້​ທີ່​ສະ​ແຫວງ​ຫາ ຈະ​ໄດ້​ຮັບ​ພະ​ລັງ.

ມີ​ປ້າຍ​ທີ່​ສຳ​ຄັນ​ຢູ່​ສອງ​ອັນ ໃນ​ເສັ້ນ​ທາງ​ທີ່​ພາ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແມ່ນ​ພັນ​ທະ​ສັນ​ຍາ​ອັນ​ຕໍ່​ເນື່ອງ ຂອງ​ພິ​ທີ​ການແຫ່ງ​ສິນ​ລະ​ລຶກ ແລະ ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ. ປະທານ​ຣະໂຊ ເອັມ ແນວສັນ ໄດ້​ສອນ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ແລ້ວນີ້​ວ່າ ວັນ​ຊະ​ບາ​ໂຕ​ເປັນ​​ຂອງ​ປະ​ທານ​​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້ເຮົາ. ​ການ​ໄປ​ໂບດ​ທຸກ​ອາ​ທິດ​ດ້ວຍ​ຄວາມ​ອຸ​ທິດ​ຕົນ ເປັນ​ເຄື່ອງ​ໝາຍ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ເຮົາ​ຮັກ​ພຣະ​ອົງ.12

​ໃນ​ທຸກໆວັນ​ຊະ​ບາ​ໂຕ ເຮົາ​ເປັນ​ພະ​ຍານ​ວ່າ ເຮົາ​ເຕັມ​ໃຈ—ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ, ລະ​ນຶກ​ເຖິງ​ພຣະ​ອົງຕະ​ຫລອດ​ເວ​ລາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.13 ແລ້ວ​ສຳ​ລັບ​ການ​ກັບ​ໃຈ ແລະ ຄຳ​ສັນ​ຍາ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕໍ່​ຄຳ​ສັນ​ຍາ ທີ່​ຈະ​ປົດ​ບາບ ແລະ ໃຫ້​ເຮົາ “ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ.”14 ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເພີ່ມ​ທະ​ວີ​ຂຶ້ນ, ຈະ​ເພີ່ມ​ພະ​ລັງ, ຈະ​ສອນ, ແລະ ນຳ​ພາ​ເຮົາ.

ໃນ​ການ​ລະ​ນຶກ​ເຖິງ​ພຣະ​ອົງ, ເຮົາ​ຫັນ​ຫົວ​ໃຈ​ໄປ​ຫາ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ຜ່ານ​ປ້າຍ​ສຳ​ຄັນ​ສອງ​ອັນ​ນັ້ນ, ແລ້ວ​ເຮົາ​ຈະ​ມີ​ຄວາມ​ພະ​ຍາ​ຍາມ​ຫລາຍ​ຂຶ້ນ ແລະ ພອນ​ທີ່​ໄດ້​ຖືກ​ສັນ​ຍາ​ໄວ້ ກໍ​ຈະ​ຖືກ​ສົ່ງ​ມາ​ໃຫ້. ເຮົາ​ໄດ້​ຖືກ​ສັນ​ຍາ​ວ່າ, ດ້ວຍ​ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ, ຄວາມ​ບໍ​ລິ​ບູນ​ຂອງ​ແຜ່ນ​ດິນ​ໂລກ ຈະ​ເປັນ​ຂອງ​ເຮົາ.15

ເສັ້ນ​ທາງ​ກັບ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຈະນຳ​ພາ​ເຮົາໄປ​ຫາ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເມື່ອ​ເຮົາ​ໄດ້​ຮັບ​ພອນ ທີ່​ຈະ​ຮັບ​ເອົາ​ພິ​ທີ​ການ​ສຳ​ລັບ​ຕົວ​ເຮົາ​ເອງ ແລະ ສຳ​ລັບ​ຄົນ​ທີ່​ເຮົາ​ຮັກ ຜູ້​ໄດ້​ລ່ວງ​ລັບ​ໄປ​ແລ້ວ. ປະທານ​ບອຍ ເຄ ແພ໊ກເກີ ໄດ້​ສອນ​ວ່າ ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ ໄດ້​ກາຍ​ເປັນ​ໃບ​ຮັບ​ຮອງ​ເຂົ້າ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.”16 ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ມີ​ຄ່າ​ຄວນ​ສະ​ເໝີ ແລະ ໃຊ້​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິຫານ​ຂອງ​ເຮົາ ເພື່ອ​ຮັບ​ໃຊ້​ເປັນ​ປະ​ຈຳ.

ການ​ເອົາ​ຊະ​ນະ​ຄວາມ​ເປັນ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ

ຫລັກ​ທຳ​ຂໍ້​ທີ​ສາມ​ແມ່ນ: ເຮົາ​ຕ້ອງ​ສູ້​ກັບຄວາມ​ຮູ້​ສຶກ​ຂອງມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ທີ່​ຈະ​ເລື່ອນມື້​ເລື່ອນ​ວັນ ຫລື ຍອມ​ແພ້.17

​ເມື່ອ​ເຮົາ​ກ້າວ​ໄປ​ໜ້າ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ຈະ​ເຮັດ​ຄວາມ​ຜິດ​ພາດ, ບາງ​ອັນ​ຈະ​ເຮັດ​ຜິດ​ພາດ​ຫລາຍ​ເທື່ອ. ເຮົາ​ບາງ​ຄົນ​ຈະ​ດີ້ນ​ລົນ​ກັບ​ນິ​ໄສ ຫລື ການ​ຕິດ​ແສດ ທີ່​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ໝົດພະ​ລັງ​ທີ່​ຈະ​ເອົາ​ຊະ​ນະ​ມັນ​ໄດ້. ແຕ່​ສັດ​ທາ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ຈະ​ເປັນ​ຫລັກ​ທຳ​ແຫ່ງ​ການປະ​ຕິ​ບັດ ແລະ ເປັນ​ພະ​ລັງ.18 ຖ້າ​ຫາກ​ເຮົາ​ເຕັມ​ໃຈ​ທີ່​ຈະ​ກະ​ທຳ, ເຮົາ​ຈະ​ໄດ້​ຮັບ​ພະ​ລັງ​ທີ່​ຈະ​ກັບ​ໃຈ ແລະ ປ່ຽນ​ແປງ.

ເຮົາ​ລົ້ມ​ເຫລວ​ຖ້າ​ຫາກ​ເຮົາ​ບໍ່​ກ້າວ​ໄປ​ໜ້າ​ດ້ວຍ​ສັດ​ທາ. ເຮົາ​ຈະ​ບໍ່​ລົ້ມ​ເຫລວ​ຖ້າ​ຫາກ​ເຮົາ​ຊື່​ສັດ​ຕໍ່​ພ​າ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຢູ່​ໃນ​ໂລກ—ພຣະ​ອົງ​ຜູ້ບໍ່​ເຄີຍ​ລົ້ມ​ເຫລວ ແລະ ຈະບໍ່​ມີ​ວັນ​ລົ້ມ​ເຫລວ​ຈັກ​ເທື່ອ!

ພອນ​ທີ່​ສັນ​ຍາ​ໄວ້

ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ​ ແຕ່​ລະ​ບາດ​ກ້າວ​ທີ່​ເຕັມ​ໄປ​ດ້ວຍ​ສັດ​ທາ​ ຈະ​ຊ່ອຍ​ເຮົາ​ໃຫ້​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະ​ຫວັນ, ການ​ນຳ​ພາ​ມີ​ມາ​ເມື່ອ​ເຮົາ​ອະ​ທິ​ຖານ​ເຖິງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຮັບ​ຟັງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຄວາມ​ເຂັ້ມ​ແຂງ​ຈະ​ມີ​ມາ​ເພາະ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.19 ການ​ປິ່ນ​ປົວ ແລະ ການ​ໃຫ້​ອະ​ໄພ​​ຈະມີ​ມາ​ເພາະ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ.20 ປັນ​ຍາ ແລະ ຄວາມ​ອົດ​ທົນ​ຈະ​ມີ​ມາ​ໂດຍ​ການ​ໄວ້​ວາງ​ໃຈ​ໃນ​ເວ​ລາຂອງ​ພຣະ​ຜູ້​ເປັນ​ເຈົ້າ. ການ​ປົກ​ປ້ອງ​ຈະ​ມີ​ມາ​ໂດຍ​ການ​ດຳ​ລົງ​ຊີ​ວິດ​ຕາມ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ເຈົ້າ, ປະທານ​ທອມມັສ ແອັສ ມອນສັນ.

ທ່ານ​ຖືກ​ສ້າງ​ຂຶ້ນ​ມາ “ເພື່ອ​ຈະ​ມີ​ຄວາມ​ສຸກ,”21 ຄວາມ​ສຸກ​ທີ່​ທ່ານ​ຈະ​ຮູ້​ສຶກ​ເມື່ອ​ທ່ານ​ມີ​ຄ່າ​ຄວນ​ທີ່​ຈະ​ກັບ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ທ່ານ ໃນ​ອ້ອມກອດ​ທີ່​ອົບ​ອຸ່ນ​ຂອງ​ພວກ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກຂອງ​ທ່ານ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ ຊົງ​ພຣະ​ຊົນ​ຢູ່. ພວກ​ພຣະ​ອົງ​ຮູ້​ຈັກ​ທ່ານ ແລະ ຮັກ​ທ່ານ ແລະ ເຊື້ອ​ເຊີນ​ທ່ານ​ໃຫ້​ຮັບ​ເອົາ​ບາດ​ກ້າວ​ຕໍ່​ໄປ. ຢ່າ​ລໍຊ້າ. ຈົ່ງ​ເຮັດ​ຕອນນີ້​ເລີຍ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.