​2010–2019
​ແບບ​ແຜນ​ສຳລັບ​ຄວາມ​ສະຫງົບ​ສຸກ
ເມສາ 2016


​ແບບ​ແຜນ​ສຳລັບ​ຄວາມ​ສະຫງົບ​ສຸກ

ຄວາມ​ສະຫງົບ​ສຸກ​ທີ່​ເຮົາ​ສະ​ແຫວ​ງຫາ ​ຮຽກຮ້ອງ​​ໃຫ້​ເຮົາ​​ປະຕິບັດ—​ໂດຍ​ການ​ຮຽນ​ຮູ້​ຈາກ​ພຣະ​ເຢຊູ​ຄຣິດ, ​ໂດຍ​ການຮັບ​ຟັງ​ພຣະຄຳ​ຂອງ​ພຣະອົງ, ​ແລະ ​ໂດຍ​ການ​ເດີນ​ໄປ​ກັບ​ພຣະອົງ.

​ເມື່ອ​ສອງ​ສາມ​ປີ​ກ່ອນ, ລູກ​ສາວ​ ​ແລະ ລູກ​ເຂີຍ​ຂອງ​ພວກ​ຂ້າພະ​ເຈົ້າ ​ໄດ້​ຖືກ​ຂໍ​ໃຫ້​ເປັນ​ຄູ​ສອນນຳ​ກັນ ຢູ່​ຫ້ອງ​ຮຽນ​ຊັ້ນປະຖົມ​ໄວ ​ເພື່ອ​ສອນ​ເດັກນ້ອຍ​ຜູ້​ຊາຍອາຍຸ​ສີ່​ປີ ທີ່​ຂີ້​ດື້​ຫ້າ​ຄົນ. ລູກ​ສາວ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຄູ​ສອນ ​ສ່ວນ​ລູກ​ເຂີຍ ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຄວບ​ຄຸມນັກຮຽນ, ພະຍາຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ ​ເພື່ອ​ໃຫ້​ມີ​ຄວາມ​ມິດ​ງຽບ, ຜ່ອນ​ຄວາມ​ວຸ້ນວາຍ​ໃນ​ຫ້ອງ, ​ເພື່ອ​ຈະ​ໄດ້​ສອນ​ຫລັກ​ທຳ​ພຣະກິດ​ຕິ​ຄຸນ​ໃຫ້​ແກ່​ເດັກນ້ອຍ.

​ໃນລະ​ຫວ່າ​ງທີ່​ພະຍາຍາມ​ສອນ, ​ແລະ ຫລັງ​ຈາກ​ໄດ້​ຕັກ​ເຕືອນ​ເດັກນ້ອຍ​ຫລາຍ​ເທື່ອ, ລູກ​ເຂີຍ​ຂອງ​ພວກ​ຂ້າພະ​ເຈົ້າ ​ໄດ້​ພາ​ທ້າວ​ນ້ອຍ​ຄົນ​ໜຶ່ງ​ອອກ​ໄປ​ຈາກ​ຫ້ອງ​ຮຽນ. ​ເມື່ອ​ຢູ່​ນອກ​ຫ້ອງ, ​ແລະ ກຳລັງ​ຈະ​ເວົ້າລົມ​ກັບ​ທ້າວ​ນ້ອຍ​ນັ້ນ ກ່ຽວ​ກັບ​ການ​ປະພຶດ​ຂອງ​ລາວ ​ແລະ ຕ້ອງ​ໄປ​ຊອກ​ຫາ​ພໍ່​ແມ່​ຂອງ​ລາວ, ທ້າວ​ນ້ອຍ​ນັ້ນ​ໄດ້​ຢຸດ​ລູກ​ເຂີຍ​ຂອງ​ພວກຂ້າພະ​ເຈົ້າ ກ່ອນ​ລາວ​ໄດ້​ເວົ້າຫຍັງອອກ​ມາ. ທ້າວ​ນ້ອຍ​ໄດ້​ຍົກ​ມື​ສອງ​ຂ້າງ​ຂຶ້ນ ​ແລະ ​ເວົ້າອອກ​ມາ ດ້ວຍ​ຄວາມ​ຍາກ​ໃຈ​ວ່າ, “ບາງ​ເທື່ອ—ບາງ​ເທື່ອ—ມັນ​ຍາກ​ຫລາຍ​ສຳລັບ​ຂ້ານ້ອຍ ທີ່​ຈະ​ຄິດ​ກ່ຽວ​ກັບ​ພຣະ​ເຢຊູ!

​ໃນການ​ເດີນທາງຂອງ​ເຮົາ​ຢູ່​ໃນ​ຊ່ວງ​ມະຕະ​ນີ້, ​ເຖິງ​ແມ່ນ​ຈຸດໝາຍ​ປາຍທາງ​ຂອງ​ເຮົາ ຈະ​ຮຸ່ງ​ເຫລື້ອມ​ປານ​ໃດ​ກໍ​ຕາມ ​ແລະ ​ເຖິງ​ແມ່ນ​ການ​ເດີນທາງ ອາດ​ລ່າ​ເລີງ​ຫລາຍ​ປານ​ໃດ​ກໍ​ຕາມ, ​ແຕ່​ເຮົາ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ການ​ທົດ​ລອງ ​ແລະ ຄວາມ​ໂສກ​ເສົ້າ ຢູ່​ໃນ​ເສັ້ນທາງ. ​ແອວ​ເດີ ​ໂຈ​ເຊັບ ບີ ​ເວີດລິນ ​ໄດ້​ສອນ​ວ່າ: “ໃນ​ທີ່​ສຸດລູກ​ສອນ​​ແຫ່ງ​ຄວາມ​ໂສກ​ເສົ້າ ມາ​ທາງ​ເຮົາ​ແຕ່ລະຄົນ. ອາດ​​ເປັນ​ເວລາ​ໃດ​ເວລາ​ໜຶ່ງ, ​ທີ່ເຮົາ​ແຕ່ລະຄົນ​​ຕ້ອງ​ປະ​ເຊີນ​ກັບ​ຄວາມ​ໂສກ​ເສົ້າ. ບໍ່​ມີ​ໃຜ​ຖືກ​ຍົກ​ເວັ້ນ.”1 ພຣະຜູ້​ເປັນ​ເຈົ້າ ​ໃນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະອົງ, ບໍ່​ໄດ້​ປ້ອງ​ກັນ​ຄົນ​ໃດ​ໄວ້ ຈາກ​ຄວາມ​ໂສກ​ເສົ້າ ​ແລະ ຄວາມ​ເສົ້າ​ໃຈ.”2 ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ສາມາດ​ຂອງ​ເຮົາ​ທີ່ຈະ​ເດີນ​ໄປ​ໃນ​ເສັ້ນທາງ​ນີ້ ​ໃນ​ຄວາມ​ສະຫງົບ​ສຸກ, ​ສ່ວນ​ໃຫຍ່ຈະ​ຂຶ້ນກັບ​ວ່າ ມັນ​ຍາກ​ສຳລັບ​ເຮົາ ທີ່​ຈະ​ຄິດ​ກ່ຽວ​ກັບ​ພຣະ​ເຢຊູຫລື​ບໍ່.

ຄວາມ​ສະຫງົບ​ໃນຄວາມ​ຄິດ, ຄວາມ​ສະຫງົບ​ໃນ​ຄວາມ​ສຳນຶກ, ​ແລະ ຄວາມ​ສະຫງົບ​​ໃນ​ໃຈ ​ບໍ່​ໄດ້​ຂຶ້ນກັບ ການ​ທີ່​ເຮົາສາມາດ​ຫລີກ​ລ້ຽງ​ຈາກ​ການ​ທົດ​ລອງ, ຄວາມ​ໂສກ​ເສົ້າ, ຫລື ບັນຫາ. ​ເຖິງ​ແມ່ນ​ເຮົາ​ໄດ້​ອ້ອນວອນ​ຢ່າງ​ຈິງ​ໃຈ, ​ແຕ່ມໍ​ລະ​ສຸມ​ທັງ​ໝົດ ຈະບໍ່​ປ່ຽນ​ທິດ​ທາງ​ຂອງ​ມັນທຸກ​ຄັ້ງ, ​ແຕ່ຄວາມ​ເຈັບ​ປວດ​ທັງ​ໝົດ ຈະບໍ່ຫາຍ​ດີທຸກ​ເທື່ອ, ​ແລະ ​ເຮົາ​ອາດ​ບໍ່​ເຂົ້າ​ໃຈ​ຄຳ​ສອນ, ຫລັກ​ທຳ, ຫລື ການ​ປະຕິບັດ​ທັງ​ໝົດ ທີ່​ຖືກສິດສອນ​ໂດຍ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຮົາ​ໄດ້​ຖືກ​ສັນຍາ​ໄວ້​ວ່າ ຈະ​ໄດ້​ຮັບ​ຄວາມ​ສະ​ຫງົບ​ສຸກ—ພ້ອມດ້ວຍ​ເງື່ອນ​​ໄຂ.

​ໃນ​ພຣະທຳ ​ໂຢຮັນ, ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ສອນ​ວ່າ ​ເຖິງ​ແມ່ນ​ຈະ​ມີ​ຄວາມ​ຍາກ​ລຳບາກ​ໃນ​ຊີວິດ, ​ເຮົາ​ກໍ​ຍັງ​ຊື່ນ​ໃຈ​ໄດ້; ​ເຮົາ​ສາມາດ​ມີ​ຄວາມ​ຫວັງ, ​ແລະ ບໍ່​ຈຳ​ເປັນ​ຕ້ອງ​ຢ້ານ, ​ເພາະ​ພຣະອົງ​ໄດ້​ປະກາດ​ວ່າ, “ເພື່ອ​ເຈົ້າຈະ​ມີ​ຄວາມ​ສະຫງົບສຸກ ​ໃນ​ເຮົາ.”3 ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ​ໃນ​ການ​​ເສຍ​ສະລະຊົດ​ໃຊ້​ຂອງ​ພຣະອົງ ​ເປັນ​ຫລັກ​ທຳ​ຂໍ້​ທຳ​ອິດ​ຂອງ​ພຣະກິດ​ຕິ​ຄຸນ ​ແລະ ​ເປັນ​ຮາກ​ຖານຕະຫລອດ​ໄປ ຊຶ່ງ​ເທິງ​ນັ້ນ ​ເຮົາ​ສາມາດສ້າງ​ຄວາມ​ຫວັງ​ຂອງ​ເຮົາ ສຳລັບສັນຕິ​ສຸກ​ຢູ່​ໃນ​ໂລກ​ນີ້ ​ແລະ ​ໃນຊີວິດ​ນິລັນດອນ​ ຢູ່​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.4

​ໃນ​ການສະ​ແຫວ​ງຫາ​​ສັນຕິ​ສຸກ​ຂອງ​ເຮົາ ​ໃນ​ທ່າມກາງ​ການ​ທ້າ​ທາຍ​ໃນ​ຊີວິດ​ປະຈຳ​ວັນ, ​​ເຮົາ​ໄດ້​ຮັບ​ແບບ​ແຜນ​ທີ່​ງ່າຍໆ ​ເພື່ອ​ໃຫ້​​ເຮົາ​ເອົາ​ໃຈ​ໃສ່​ຕໍ່ ພຣະຜູ້​ຊ່ວຍ​ໃຫ້​ລອດ ຜູ້​ໄດ້​ບອກ​​ເຮົາ ​ໃຫ້​ຮຽນ​ຮູ້​ຈາກ​ພຣະອົງ ​ແລະ ຟັງ​ຖ້ອຍຄຳ​ຂອງ​ພຣະອົງ; ​ໃຫ້​ເດີນ​ໄປ​ໃນ​ຄວາມ​ອ່ອນ​ໂຍນ​ແຫ່ງ​ພຣະວິນ​ຍານ​ຂອງ​ພຣະອົງ, ​ແລະ ​ເຮົາ​ຈະ​ມີ​ສັນຕິ​ສຸກ​ໃນ​ພຣະອົງ. ພຣະອົງ​ຄື ພຣະ​ເຢຊູ​ຄຣິດ.5

​ຮຽນຮູ້, ຮັບຟັງ, ​ແລະ ​ເດີນ​ໄປ—ສາມ​ຂັ້ນຕອນ ດ້ວຍ​ຄຳ​ສັນຍາ.

ຂັ້ນຕອນ​ທຳ​ອິດ: “ຮຽນ​ຮູ້​ຈາກ​ເຮົາ”

​ໃນ ​ເອຊາ​ຢາ ​ເຮົາ​ອ່ານ​ວ່າ, “ປະຊາຊົນ​ຫລາຍ​ຊົນ​ຊາດ​ຈະ​ພາກັນ​ກ່າວ​ວ່າ, ​ໃຫ້​ຂຶ້ນ​ໄປ​ຍັງ​ເນີນ​ພູ​ຂອງ​ພຣະຜູ້​ເປັນ​ເຈົ້າ​ເດີ, ​ໄປ​ຍັງພຣະວິຫານ​ຂອງ​ພຣະ​ເຈົ້າ​ແຫ່ງ​ຢາ​​ໂຄບ; ​ພຣະອົງ​ຈະ​ສັ່ງສອນ​ພວກ​ເຮົາ​ເຖິງ​ສິ່ງ​ທີ່​ພຣະອົງ​ຢາກ​ໃຫ້​ເຮັດ.”6

​ໃນ​ຈຳນວນ​ພຣະວິຫານ​ທີ່​ນັບ​ມື້ນັບ​ມີ​ຫລາຍ​ຂຶ້ນ ຢູ່​ໃນ​ໂລກ​ນີ້, ​ເຮົາ​ຮຽນ​ຮູ້​ເຖິງ​ພຣະ​ເຢຊູ​ຄຣິດ ​ແລະ ບົດບາດ​ຂອງ​ພຣະອົງ ​ໃນ​ແຜນ​ຂອງ​ພຣະບິດາ ​ໃນ​ຖານະ​ເປັນ​ພຣະຜູ້​ສ້າງ​ໂລກ​ນີ້, ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ​ແລະ ພຣະຜູ້​ໄຖ່ຂອງ​ເຮົາ, ​ແລະ ​ເປັນ​ແຫລ່ງ​ໃຫ້​ຄວາມ​ສະຫງົບ​ສຸກ​ແກ່​ເຮົາ.

ປະທານ​ທອມມັສ ​ແອັສ ມອນ​ສັນ ​ໄດ້​ສອນ​ວ່າ: “​ໂລກທີ່​ເຮົາ​ອາ​ໄສ​ຢູ່​ນີ້​ ມີ​ການ​ທ້າ​ທາຍ ​ແລະ ມີຄວາມ​ຫຍຸ້ງຍາກຫລາຍ. … ​ເມື່ອ​ທ່ານ ​ແລະ ຂ້າພະ​ເຈົ້າ​ໄປ​ບ້ານ​ທີ່​ສັກສິດ​ຂອງ​ພຣະ​ເຈົ້າ, ​ເຮົາ​ຈະ​ຈື່​ຈຳ​ພັນທະ​ສັນຍາ ທີ່​ເຮົາ​ໄດ້​ເຮັດ​ຢູ່​ໃນ​ນັ້ນ, ​ເຮົາ​ຈະ​ສາມາດ​ອົດທົນ​ກັບ​ການ​ທົດ​ລອງ​ທຸກ​ຢ່າງ​ໄດ້ ​ແລະ ​ເອົາ​ຊະນະ​ການ​ລໍ້​ລວງ ​ແຕ່ລະຄັ້ງ​ໄດ້. ​ໃນ​ສະຖານ​ທີ່​ສັກສິດ​ນີ້ ​ເຮົາ​ຈະ​ພົບ​ຄວາມ​ສະຫງົບ​ສຸກ.”7

​ໃນຕອນ​ໄປ​ຮ່ວມ​ປະຊຸມ​ສະ​ເຕກ​ແຫ່ງ​ໜຶ່ງ ​ເມື່ອ​ສອງ​ສາມ​ປີ​ກ່ອນ, ​ຕອນ​​ໄດ້​ຮັບ​ໃຊ້​ຢູ່​ອາ​ເມຣິກາ​ໃຕ້, ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ ສາມີ​ພັນ​ລະ​ຍາ​ຄູ່​ໜຶ່ງ ຜູ້​ມີ​ຄວາມ​ໂສກ​ເສົ້າຫລາຍ ​ເພາະ​ການ​ຕາຍ​ຂອງ​ລູກ​ຊາຍ​ທີ່​ຫາ​ກໍ​ເກີດ.

​ຂ້າພ​ະ​ເຈົ້າ​ໄດ້​ພົບ​ກັບ ບຣາ​ເດີ ຕູ​ມີ​ຣີ ຕອນ​ໄດ້​ສຳພາດ​ລາວ ລະຫວ່າງ​ມີ​ກອງ​ປະຊຸມ​ສະ​ເຕກນັ້ນ ຈຶ່ງ​ໄດ້​ຮູ້ຈັກ​ເຖິງ​ການ​ສູນ​ເສຍ​ຂອງ​ລາວ. ​ໃນ​ຂະນະ​ທີ່​ພວກ​ເຮົາ​ເວົ້າລົມ​ກັນ, ລາວ​ໄດ້​ບອກ​ວ່າ ລາວ​ບໍ່​ພຽງ​ໂສກ​ເສົ້າຫລາຍກັບ​ການ​ຕາຍ​ຂອງ​ລູກ​ຊາຍ​ນ້ອຍ​ຂອງ​ລາວ​ເທົ່າ​ນັ້ນ, ​ແຕ່​ລາວ​ຍັງ​ທຸກ​ຮ້ອນ​ໃຈ​ຫລາຍ ຢ້ານ​ບໍ່​ໄດ້​ເຫັນ​ລູກ​ຊາຍຂອງ​ລາວ​ອີກ. ລາວ​ໄດ້​ອະທິບາຍ​ວ່າ ​ໂດຍ​ທີ່​​ໄດ້ເປັນ​ສະມາຊິກ​ໃໝ່​ຂອງ​ສາດສະໜາ​ຈັກ, ​ເຂົາ​ເຈົ້າ​ໄດ້​ທ້ອນ​ເງິນ​ ​ແລະ ​ໄດ້ໄປ​ພຣະວິຫານ​​ເທື່ອ​ໜຶ່ງ ກ່ອນ​ພັນ​ລະ​ຍາ​ໄດ້​ຄອດ​ລູກ, ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ຜະ​ນຶກ​ເຂົ້າກັນ​ ​ແລະ ​ໄດ້​ຜະ​ນຶກ​ເຂົ້າກັບ​ລູກ​ສາວ​ສອງ​ຄົນ​ຂອງ​ເຂົາ​ເຈົ້າດ້ວຍ. ​ແລ້ວ​ລາວ​ໄດ້​ບອກ​ຕື່ມ​ວ່າ ​ເຂົາ​ເຈົ້າ​ໄດ້​ທ້ອນ​ເງິນ​ຕື່ມອີກ ​ເພື່ອ​ຈະ​ໄດ້​ໄປ​ພຣະວິຫານ​, ​ແຕ່​ຍັງ​ບໍ່​ສາມາດ​ພາ​ລູກ​ຊາຍ​ນ້ອຍ​ຂອງ​ລາວ ​ໄປ​ພຣະວິຫານ ​ເພື່ອ​ຜະ​ນຶກ​ເຂົ້າກັບ​ລູກ​ຊາຍ​ນ້ອຍ​ເທື່ອ.

​​ໂດຍ​ທີ່​ຮູ້​ເຖິງ​ຄວາມ​ເຂົ້າ​ໃຈ​ຜິດ​ຂອງ​ລາວ, ຂ້າພະ​ເຈົ້າຈຶ່ງ​ໄດ້​ອະທິບາຍ​ວ່າ ລາວ​ຈະ​ໄດ້​ເຫັນ​ລູກ​ຊາຍ​ຂອງ​ລາວ​ອີກ​ຢ່າງ​ແນ່ນອນ, ຖ້າ​ຫາກ​ລາວ​ຊື່ສັດ​ຕໍ່​ໄປ, ​ເພາະ​ພິທີການ​ຜະ​ນຶກ​ທີ່​ໄດ້​ຜູກ​ມັດ​ລາວ ກັບ​ພັນ​ລະ​ຍາ​​ແລະ ລູກໆ​ເຂົ້າກັນ ກໍ​ສົມບູນ​ແລ້ວ ສຳລັບ​ລູກ​ຊາຍ​ຂອງ​ລາວ, ຜູ້​ທີ່​ໄດ້​ເກີດ​​ໃນ​ພັນທະ​ສັນຍາ.

​ດ້ວຍ​ຄວາມ​ແປກ​ໃຈ, ລາວ​ໄດ້​ຖາມ​ວ່າ ​ເປັນ​ແນວ​ນັ້ນ​ແທ້ໆ​ບໍ, ​ແລະ ​ເມື່ອຂ້າພະ​ເຈົ້າ​ໄດ້​ຢືນຢັນ​ວ່າ ​ເປັນ​ແນວ​ນັ້ນ​ແທ້ໆ, ​ລາວ​ໄດ້​ຂໍ​ໃຫ້​ຂ້າພະ​ເຈົ້າ ​ເວົ້າລົມ​ກັບ​ພັນ​ລະ​ຍາ​ຂອງ​ລາວ ​ເພາະ​ນາງ​ໂສກ​ເສົ້າທີ່​ສຸດ ​ໃນ​ໄລຍະ​ສອງ​ອາທິດ ທີ່​ລູກ​ຊາຍ​ຂອງ​ເຂົາ​ເຈົ້າໄດ້​​ເສຍ​ຊີວິດ​ໄປ​ນັ້ນ.

ບ່າຍ​ຂອງ​ວັນ​ອາທິດ, ຫລັງ​ຈາກ​ກອງ​ປະຊຸມ, ຂ້າພະ​ເຈົ້າ​ໄດ້​ພົບ​ກັບ ຊິດ​ສະ​ເຕີ ຕູ​ມີ​ຣີ ​ແລະ ​ໄດ້​ອະທິບາຍ​ຄຳ​ສອນ​ທີ່​ດີ​ເລີດ​ນີ້ ​ໃຫ້​ນາງ​ຟັງ​ຄື​ກັນ. ​ເຖິງ​ແມ່ນຍັງ​ມີ​ຄວາມ​ເຈັບ​ປວດ​ເພາະ​ການ​ສູນ​ເສຍ​ລູກ​ໄປ, ​ແຕ່​ເວລາ​ນີ້ ນາງ​ມີ​ຄວາມ​ຫວັງ​ແລ້ວ, ນາງ​ໄດ້​ຖາມ​ດ້ວຍ​ນ້ຳຕາ​ວ່າ, “ຂ້ານ້ອຍ​ຈະ​​ໄດ້ອູ້ມ​ລູກ​ຊາຍ​ນ້ອຍ​ໄວ້​​ໃນ​ອ້ອມ​ແຂນ​ຂອງ​ຂ້ານ້ອຍ​ແທ້ໆ​ບໍ. ລາວ​ເປັນ​ລູກ​ຂອງຂ້ານ້ອຍຕະຫລອດ​ການ ​ແທ້ໆ​ບໍ?” ຂ້າພະ​ເຈົ້າ​ໄດ້​ໃຫ້​ນາງ ໝັ້ນ​ໃຈ​ໄດ້​ວ່າ ຕາບ​ໃດ​ທີ່​ນາງ​ຍັງ​ຮັກສາ​ພັນທະ​ສັນຍາ​ຂອງ​ນາງ​ຢູ່, ອຳນາດ​ແຫ່ງ​ການ​ຜະ​ນຶກ​ໃນ​ພຣະວິຫານ, ຈະ​ເປັນ​ຜົນ​ສັກສິດ ​ເພາະ​ສິດ​ອຳນາດ​ຂອງ​ພຣະ​ເຢຊູ​ຄຣິດ, ຈະ​ອະນຸຍາດ​ໃຫ້​ນາງ ຢູ່​ກັບ​ລູກ​ຊາຍ​ຂອງ​ນາງ​ອີກ ​ແລະ ​ໂອບ​ກອດ​ລາວ​ໄວ້​ໃນ​ອ້ອມ​ແຂນ ​ໃນ​ມື້ໜຶ່ງ.

​ເຖິງ​ແມ່ນ ຊິດ​ສະ​ເຕີ ຕູ​ມີ​ຣີ ມີ​ຄວາມ​ເຈັບ​ປວດ​ໃຈ​ຫລາຍ ​ເພາະ​ການ​ຕາຍ​ຂອງ​ລູກ​ຊາຍ, ​ແຕ່​ນາງ​ໄດ້​ອອກ​ຈາກ​ຫ້ອງ​ປະຊຸມ​ໄປ​ດ້ວຍ​ນ້ຳຕາ ​ແຫ່ງ​ຄວາມ​ກະຕັນຍູ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫງົບ​ສຸກ ​ເພາະ​ພິທີການ​ທີ່​ສັກສິດ ຂອງ​ພຣະວິຫານ, ​ຊຶ່ງ​​ເຮັດ​ໃຫ້​ເປັນ​ໄປ​ໄດ້ ​ໂດຍ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ.

ທຸກ​ເທື່ອ​ທີ່​ເຮົາ​ໄປ​ພຣະວິຫານ—ທຸກ​ສິ່ງ​ທີ່​ເຮົາ​​ໄດ້​ຍິນ, ​ເຮັດ, ​ແລະ ກ່າວ; ​ໃນ​ທຸກ​ພິທີການ ທີ່​ເຮົາ​ມີ​ສ່ວນ​ຮ່ວມ; ​ແລະ ​ໃນ​ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ—​ເຮົາ​ຖືກ​ຊີ້​​ໃຫ້ໄປ​ຫາ​ພຣະ​ເຢຊູ​ຄຣິດ. ​ເຮົາ​ຮູ້ສຶກ​ສະຫງົບ​ສຸກ ​ເມື່ອ​ເຮົາ​ໄດ້​ຍິນ​ພຣະຄຳ​ຂອງ​ພຣະອົງ ​ແລະ ຮຽນ​ຮູ້ຈາກ​ແບບຢ່າງ​ຂອງ​ພຣະອົງ. ປະທານ​ກໍ​ດອນ ບີ ຮິງ​ລີ ​ໄດ້​ສອນ​ວ່າ, “ຈົ່ງ​ໄປ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ຢູ່​ທີ່​ນັ້ນ ​ທ່ານ​ຈະ​ຮູ້ສຶກ​ເຖິງ​ພຣະວິນ​ຍານ​ຂອງ​ພຣະອົງ ​ແລະ ຈະ​ໄດ້​ສື່ສານ​ກັບ​ພຣະອົງ, ​ແລະ ທ່ານ​ຈະ​ຮູ້ຈັກ​ຄວາມ​ສະຫງົບ​ສຸກ​ນັ້ນ ທີ່​ທ່ານ​ບໍ່​ສາມາດ​ຮູ້ສຶກ​ໄດ້ ຢູ່​ບ່ອນ​ອື່ນ.”8

ຂັ້ນຕອນ​ທີສອງ: “ຟັງ​ຖ້ອຍ​ຄຳ​ຂອງ​ເຮົາ”

​ໃນ​ພຣະຄຳ​ພີ Doctrine and Covenants ​ເຮົາ​ອ່ານ​ວ່າ, “ບໍ່​ວ່າ​ຈະ​ເປັນ​ດ້ວຍ​ສຽງ​ຂອງ​ເຮົາ​ເອງ ຫລື ​ໂດຍ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ມັນ​ກໍ​ເໝືອນ​ກັນ.”9 ຈາກ​ວັນ​ເວລາ​ຂອງ​ອາດາມ ​ແລະ ລົງ​ມາ​ເຖິງ​ວັນ​ເວລາ​ຂອງ​ເຮົາ ຈົນ​ເຖິງ​ສາດສະດາ​ໃນ​ປະຈຸ​ບັນ, ທ່ານ​ທອມ​ມັສ ສະ​ເປັນ​ເຊີ ມອນ​ສັນ, ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ ຜ່ານ​ຕົວ​ແທນ​ທີ່ມີ​ສິດ​ອຳນາດ​ຂອງ​ພຣະອົງ. ຄົນ​ທີ່​ເລືອກ​ຟັງ ​ແລະ ​ເຮັດ​ຕາມ​ພຣະຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ, ດັ່ງ​ທີ່​ໄດ້​ບອກ​ກ່າວ​ຜ່ານ​ທາງ​ສາດສະດາ​ຂອງ​ພຣະອົງ, ຈະ​ພົບ​ຄວາມ​ປອດ​ໄພ ​ແລະ ຄວາມ​ສະຫງົບ​ສຸກ.

​ໃນ​ພຣະຄຳ​ພີ​ມໍ​ມອນ ​ເຮົາ​ພົບ​ເຫັນ​ຫລາຍ​ຕົວຢ່າງ ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ສາດສະດາ ​ແລະ ​ເຖິງ​ການ​ສະໜັບ​ສະໜູນ​ສາດສະດາ, ຮ່ວມ​ທັງ​ບົດຮຽນ​ຈາກ​ພາບ​ນິມິດ​ຂອງ​ລີ​ໄຮ ກ່ຽວ​ກັບ​ຕົ້ນ​ໄມ້​ແຫ່ງ​ຊີວິດ, ຢູ່​ໃນ 1 ນີ​ໄຟ ບົດ​ທີ 8. ບໍ່​ເຄີຍ​ມີ​ເວລາ​ໃດ ທີ່ອາຄານ​​ກວ້າງ​​ຂວາງມີ​ຜູ້​ຄົນ​ຢ່າງ​ຫລວງຫລາຍ​ເທົ່າ​ກັບ​ເວລາ​ນີ້ ຫລື ສຽງ​ທີ່​ດັງ​ມາ​ຈາກ​ອາຄານນັ້ນ ​ແນະນຳ​ຜູ້​ຄົນ​​ໃຫ້ໄປ​ທາງ​ຜິດ ຫລາຍ​ເທົ່າ​ກັບ​ເວລາ​ນີ້. ​ໃນ​ນິມິດ​ນີ້ ​ເຮົາ​​ອ່ານ​ເຖິງ​ຜູ້​ຄົນ​ສອງ​ກຸ່ມ ​ແລະ ການຕອບຮັບ​ຂອງ​ເຂົາ​ເຈົ້າ ທີ່​ໄດ້​ຮ້ອງ​ອອກ​ມາ ຈາກ​ອາຄານ​ແຫ່ງ​ນັ້ນ.

ຮູບ​ພາບ
ຄວາມ​ຝັນ​ຂອງ​ລີ​ໄຮ

​ເລີ່ມຕົ້ນຈາກ​ ຂໍ້​ທີ 26, ​ເຮົາ​ອ່ານ​ວ່າ:

“ແລະ ພໍ່​ກວາດ​ສາຍຕາ​ໄປ​ອ້ອມ​ຮອບ, ​ແລະ ຈົ່ງ​ເບິ່ງ, ຢູ່​ຟາກ​ແມ່ນ້ຳ, ມີ​ອາຄານ​ໃຫຍ່ ​ແລະ ກວ້າງຂວາງ​ຫລັງ​ໜຶ່ງ ​ແລະ ມັນຕັ້ງຢູ່ ​ຄື​ກັບ​ວ່າ ມັນ​ຢູ່​ໃນ​ອາກາດ, ສູງ​ກວ່າ​ແຜ່ນດິນ​ໂລກ. …

“ແລະ ມັນ​ເຕັມ​ໄປ​ດ້ວຍ​ຄົນ, … ​ແລະ ພວກ​ເຂົາ​ຢູ່​ໃນ​ທ່າ​ທາງ​ເຍາະ​ເຍີ້ຍ ​ແລະ ຊີ້​ມື​ມາ​ຫາ​ຄົນ​ຜູ້​ທີ່​ມາ​ຮອດ ​ແລະ ກຳລັງ​ຮັບ​ສ່ວນ​ໝາກ​ໄມ້​ນັ້ນຢູ່.

“ແລະ ຫລັງ​ຈາກ​ພວກ​ເຂົາ​ ຊີມ ໝາກ​ໄມ້​ນັ້ນ​ແລ້ວ ພວກ​ເຂົາ​ກໍ​ມີ​ຄວາມ​ອັບອາຍ, ​ເພາະວ່າ​ມີ​ຜູ້​ທີ່​ກຳລັງ​ເຍາະ​ເຍີ້ຍພວກ​ເຂົາ​ຢູ່; ​ແລະ ພວກ​ເຂົາ​ກໍ​ຕົກລົງ​ໄປ​ໃນ​ທາງ​ຕ້ອງ​ຫ້າມ ​ແລະ ສູນຫາຍ​ໄປ.”10

​ໃນ ​ຂໍ້​ທີ 33 ​ເຮົາ​ອ່ານ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ຕອບ​ຮັບອີກ​ແບບ​ໜຶ່ງ ກັບ​ສຽງຫົວຂວັນ ​ແລະ ຄຳ​ເຍາະ​ເຍີ້ຍ ທີ່​ພວກ​ເຂົາ​ໄດ້​ຍິນ​ຈາກ​ອາຄານ​​ຫລັງນັ້ນ. ລີ​ໄຮ​ ອະທິບາຍ​ວ່າ ຜູ້​ຄົນ​ທີ່ຢູ່​ໃນ​ອາຄານ “ໄດ້​ຊີ້​ມື​ເຍາະ​ເຍີ້ຍຂ້າພະ​ເຈົ້າກັບ​ຜູ້​ທີ່​ກຳລັງ​ ຮັບ​ສ່ວນ ​ໝາກ​ໄມ້​ນັ້ນຢູ່; ​ແຕ່​ພວກ​ເຮົາ​ບໍ່​ໄດ້​ຫົວຊາ​ພວກ​ເຂົາ​ເລີຍ.”11

ຈຸດ​ສຳຄັນ​ລະຫວ່າງ​ຄົນ​ທີ່​ອັບອາຍ, ​ໄດ້​ຕົກ​ໄປ, ​ແລະ ​ສູນຫາຍ​ໄປ ກັບ​ຄົນ​ທີ່​ບໍ່​ໄດ້​ຫົວຊາ​ກັບ​ຄຳ​ເຍາະ​ເຍີ້ຍ ຈາກ​ອາຄານ ​ແລະ ຢືນ​ຢູ່​ກັບສາດສະດາ ມີ​ຢູ່​ໃນ​ສອງ​ສຳນວນນີ້: ທຳ​ອິດ, “ຫລັງ​ຈາກ​ພວກ​ເຂົາ​ໄດ້ ຊີມ,” ​ແລະ ທີ​ສອງ, “ຜູ້​ທີ່​ກຳລັງ​ ຮັບ​ສ່ວນ.

ກຸ່ມ​ທຳ​ອິດ​ໄດ້​ມາ​ເຖິງ​ຕົ້ນ​ໄມ້​ແລ້ວ, ​ໄດ້​ຢືນ​ຢູ່​ທີ່​ນັ້ນຊົ່ວ​ໄລຍະ​ໜຶ່ງ ຢູ່​ກັບ​ສາດສະດາ, ​ພຽງ​ແຕ່ ຊີມ ໝາກ​ໄມ້​ເທົ່າ​ນັ້ນ. ​​ໂດຍ​ທີ່​ບໍ່​ໄດ້​ກິນ​ໝາກ​ໄມ້​ຕໍ່​ໄປ, ​ພວກ​ເຂົາຈຶ່ງ​ປ່ອຍ​ໃຫ້​ຖ້ອຍ​ຄຳ​ທີ່​ໄດ້​ຍິນ​ຈາກ​ອາຄານ​ ກະທົບກະ​ເທືອນຈິດ​ໃຈ​ຂອງ​ຕົນ, ​ແລ້ວດຶງພວກ​ເຂົາ​ໄປ​ຈາກ​ສາດສະດາ ​ແລະ ​ຕົກລົງ​ໄປ​ໃນ​ທາງ​ຕ້ອງ​ຫ້າມ, ບ່ອນ​ທີ່​ພວກ​ເຂົາ​ໄດ້​ສູນຫາຍ​ໄປ.

ກົງກັນຂ້າມກັບຜູ້​ຄົນ​ທີ່​ໄດ້​ຊີມ ​ແລະ ສູນຫາຍ​ໄປ, ​ແຕ່​ຍັງ​ມີ​ຜູ້​ຄົນ​ທີ່​ໄດ້​ ຮັບ​ສ່ວນ ​ໝາກ​ໄມ້​ຕໍ່​ໄປ. ຜູ້​ຄົນ​ເຫລົ່ານັ້ນ ບໍ່​ສົນ​ໃຈ​ກັບ​ຄວາມ​ສັບສົນ​ວຸ້ນວາຍ​ຈາກ​ອາຄານ, ​ໄດ້​ຢືນ​ຢູ່​ກັບ​ສາດສະດາ, ​ແລະ ຊື່ນ​ຊົມ​ກັບ​ຄວາມ​ປອດ​ໄພ ​ແລະ ຄວາມ​ສະຫງົບ​ສຸກ. ຄຳ​ໝັ້ນ​ສັນຍາ​ຂອງ​ເຮົາຕໍ່​ພຣະຜູ້​​ເປັນ​ເຈົ້າ ​ແລະ ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ ບໍ່​ສາມາດ​ເປັນ​ຄຳ​ໝັ້ນສັນຍາ​ເຄິ່ງດຽວ. ຖ້າ​ເປັນ​ແນວ​ນັ້ນ, ​ເຮົາ​ຈະ​ປ່ອຍ​​ໂອກາດ​ໃຫ້ຄົນ​ທີ່​ຄອຍ​ທຳລາຍ ຄວາມ​ສະຫງົບ​ສຸກ​ຂອງ​ເຮົາ. ​ເມື່ອ​ເຮົາຮັບ​ຟັງ​ພຣະຄຳ​ຂອງ​ພຣະຜູ້​​ເປັນ​ເຈົ້າ ຜ່ານ​ທາງ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳນາດ​ຂອງ​ພຣະອົງ, ​ແລ້ວ​ເຮົາ​ຈະ​ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ ​ແລະ ບໍ່​ຫວັ່ນ​ໄຫວ.

ຜູ້​ປໍ​ລະ​ປັກ​ຈະ​ສະ​ເໜີ​ການ​ແກ້​ໄຂ​ທີ່​ຈອມ​ປອມ ຊຶ່ງ​ອາດ​ເບິ່ງ​ວ່າ ​ເປັນ​ຄຳ​ຕອບ, ​ແຕ່​ມັນ​ຈະ​ພາ​ເຮົາ​ໜີ​ໄປ​ໄກ​ຈາກ​ຄວາມ​ສະຫງົບສຸກ ທີ່​ເຮົາ​ສະ​ແຫວງຫາ. ມັນ​ຈະ​ສະ​ເໜີ​ການ​ແກ້​ໄຂ ທີ່​ປະກົດ​ວ່າ​ ຖືກຕ້ອງ ​ແລະ ປອດ​ໄພ, ​ແຕ່​ໃນ​ທີ່​ສຸດ, ​ເຊັ່ນ​ດຽວ​ກັບ ອາຄານ​ກວ້າງ​​​ຂວາງ​ຫລັງ​ນັ້ນ, ຈະລົ້ມລະລາຍ, ທຳລາຍ​ທຸກ​ຄົນ​ທີ່​ສະ​ແຫວ​ງຫາ​ຄວາມ​ສະຫງົບ​ສຸກ ຢູ່​​ໃນ​ອາຄານ​ຫລັງນັ້ນ.

​ເຮົາ​ພົບ​ເຫັນ​ຄວາມ​ຈິງ​ທີ່​ລຽບ​ງ່າຍ ຢູ່​ໃນ​​ເພງ​ຂອງ​ເດັກ​ນ້ອຍ ທີ່​ວ່າ: “ສາດສະດາບອກ​ວ່າ: ຈົ່ງ​ຮັກສາ​ພຣະບັນຍັດ. ​ໃນນັ້ນ ມີ​ ຄວາມ​ປອດ​ໄພ ​ແລະ ຄວາມ​ສະຫງົບ​ສຸກ.12

ຂັ້ນຕອນ​ທີສາມ: “ຈົ່ງ​ເດີນ​ໄປ​ໃນ​ຄວາມ​ອ່ອນ​ໂຍນ ​ແຫ່ງ​ພຣະວິນ​ຍານ​ຂອງ​ເຮົາ”

​​ເຖິງ​ແມ່ນເຮົາຈະ​ເດີນ​ອອກຈາກ​ເສັ້ນທາງ​​ໄປ​ໄກຫລາຍ​ປານ​ໃດ​ກໍ​ຕາມ, ​ແຕ່​ພຣະຜູ້​ຊ່ວຍ​ໃຫ້​ລອດ ຍັງ​ເຊື້ອ​ເຊີນ​ເຮົາ ​ໃຫ້​ກັບ​ມາ ​ແລະ ​ເດີນ​ໄປ​ກັບ​ພຣະອົງ. ການ​ເຊື້ອ​ເຊີນ​ໃຫ້​ເດີນ​ໄປ​ກັບ​ພຣະ​ເຢຊູ​ຄຣິດ ​ເປັນ​ການ​ເຊື້ອ​ເຊີນ ​ໃຫ້​ໄປ​ຫາ​ສວນ​ເຄັດ​ເຊ​ມາ​ເນ​ກັບ​ພຣະອົງ, ​ແລະ ຈາກ​ສວນ​ເຄັດ​ເຊ​ມາ​ເນ ​ໄປ​ຫາ ພູ​ກະ​ໂຫລກຫົວ ​ແລະ ຈາກ​ພູ​ກະ​ໂຫລກຫົວ ​ໄປ​ຫາ ສວນ​ອຸບ​ໂມງ. ມັນ​ເປັນ​ການ​ເຊື້ອ​ເຊີນ ​​ໃຫ້​ຮັກສາ ​ແລະ ນຳ​ໃຊ້​ການ​ເສຍ​ສະລະ​ຊົດ​ໃຊ້​ອັນ​ຍິ່ງ​ໃຫຍ່ຂອງ​ພຣະອົງ, ຜູ້​ໄດ້​ເອື້ອມ​ອອກ​ຫາ​ທຸກ​ຄົນ ຢ່າງ​ບໍ່​ມີ​ວັນ​ສິ້ນ​ສຸດ. ມັນ​ເປັນ​ການ​ເຊື້ອ​ເຊີນ ​ໃຫ້​ກັບ​ໃຈ, ​ນຳ​ໃຊ້​ອຳນາດ​ແຫ່ງ​ການ​ຊຳລະ​ລ້າງ​ຂອງ​ພຣະອົງ, ​ແລະ ຮັບ​ເອົາ​ຄວາມ​ຮັກ​ຂອງ​ພຣະອົງ, ຊຶ່ງ​ໄດ້​ຍື່ນ​ມາ​ຫາ​ເຮົາ. ມັນ​ເປັນ​ການ​​ເຊື້ອ​ເຊີນ​ ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ.

ຮູບ​ພາບ
​ເຮົາ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ເດີນ​ໄປ​ກັບ​ພຣະອົງ.

​ເຮົາ​ທຸກ​ຄົນ​ເຄີຍ​ຮູ້ສຶກ, ​ໃນ​ເວລາ​ໃດ​ເວລາ​ໜຶ່ງ ​ໃນ​ຊີວິດ​ຂອງ​ເຮົາ ​ເຖິງ​ຄວາມ​ເຈັບ​ປວດ ​ແລະ ຄວາມ​​ເຈັບ​ປວດໃຈ ທີ່​ກ່ຽວ​ພັນ​ກັບ​ບາບ ​ແລະ ການ​ລ່ວງ​ລະ​ເມີດ, ​ເພາະ “ຖ້າ​ຫາກ​ພວກ​ເຮົາ​ເວົ້າວ່າ ພວກ​ເຮົາ​ບໍ່​ມີ​ບາບ ພວກ​ເຮົາ​ກໍ​ຫລອກ​ລວງ​ຕົນ​ເອງ ​ແລະ ພວກ​ເຮົາ​ກໍ​ບໍ່​ມີ​ຄວາມ​ຈິງ​ໃນ​ຈິດ​ໃຈ.”13 ​ເຖິງ​ຢ່າງ​ໃດ​ກໍ​ຕາມ, “ເຖິງ​ແມ່ນ​ວ່າ​ບາບ​ [ຂອງ​ເຮົາ] ນັ້ນ ​ເປັນ​ສີ​ແດງ​ເຂັ້ມ,” ​ແຕ່​ເມື່ອ​ເຮົາ​ນຳ​ໃຊ້​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ​ເດີນ​ໄປ​ກັບ​ພຣະອົງ ຜ່ານ​ການ​ກັບ​ໃຈ​ທີ່​ຈິງ​ໃຈ, ​ແລ້ວ “ມັນ​ຈະ​ຂາວ​ສະອາດ​ດັ່ງ​ຫິມະ.”14 ​ເຖິງ​ແມ່ນ​ເຮົາ​ມີ​ຄວາມທຸກ​ໃຈ​ຫລາຍ​ກັບ​ຄວາມ​ຮູ້ສຶກ​ຜິດ​ຂອງ​ເຮົາ, ​ແຕ່​ເຮົາ​ຈະ​ໄດ້​ຮັບ​ຄວາມ​ສະຫງົບ​ສຸກ.

ຮູບ​ພາບ
​ເຮົາ​​ໄດ້ຖືກ​ເຊື້ອ​ເຊີນ​ໃຫ້​ກັບ​ໃຈ.

​ແອວ​ມາ​ຜູ້​ເປັນ​ລູກ ​ຮູ້ສຶກ​ຈຳ​ເປັນ​ຕ້ອງສູ້​ກັບ​ບາບ​ຂອງ​ເພິ່ນ ຕອນ​ທູດ​ອົງ​ໜຶ່ງ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໄດ້​ມາ​ຢ້ຽມຢາມ​ເພິ່ນ. ​ເພິ່ນ​ໄດ້​ບັນຍາຍ​ເຖິງ​ປະສົບ​ການ​ຂອງ​ເພິ່ນ ​ໃນ​ຖ້ອຍ​ຄຳ​ເຫລົ່າ​ນີ້:

“ຈິດ​ວິນ​ຍານ​ຂອງ​ພໍ່​ເຈັບ​ປວດ​ຈົນ​ສຸດ​ຂີດ ​ແລະ ຖືກ​ທໍລະມານ​ດ້ວຍ​ບາບ​ທັງ​ໝົດ​ຂອງ​ພໍ່.

“… ​ແທ້​ຈິງ​ແລ້ວ, ພໍ່​ເຫັນ​ວ່າ ພໍ່​ໄດ້​ກະບົດ​ຕໍ່​ພຣະ​ເຈົ້າຂອງ​ພໍ່, ​ແລະ ວ່າ​ພໍ່​ບໍ່​ໄດ້​ຮັກສາ​ພຣະບັນຍັດ​ອັນ​ສັກສິດ​ຂອງ​ພຣະອົງ.”15

​​ກັບ​ຄວາມ​ຜິດ​ບາບ​ທີ່​ຮ້າຍ​ແຮງ​ຂອງ​ເພິ່ນ, ​ແລະ ​ໃນ​ຄວາມ​ທໍລະມານ​ຂອງ​ເພິ່ນ, ​ເພິ່ນ​ໄດ້​ກ່າວ​ຕໍ່​​ໄປ​ວ່າ:

“ພໍ່​ໄດ້​ລະນຶກ​ເຖິງ​ຄຳ​ທຳນາຍ​ຂອງ​ພໍ່ ທີ່​ເພິ່ນ​ໄດ້​ເວົ້າຕໍ່​ຜູ້​ຄົນ​ກ່ຽວ​ກັບ​ການສະ​ເດັດ​ມາ​ຂອງ​ພຣະ​ເຢຊູ​ຄຣິດ ພຣະບຸດ​ຂອງ​ພຣະ​ເຈົ້າອົງ​ໜຶ່ງ, ​ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ.

“… ພໍ່​ໄດ້​ຮ້ອງ​ໄຫ້​ຢູ່​ໃນ​ໃຈ​ວ່າ: ​ໂອ້ ພຣະ​ເຢຊູ​ເຈົ້າ​ເອີຍ, ພຣະບຸດ​ຂອງ​ພຣະ​ເຈົ້າ, ຂໍ​ຊົງ​ມີ​ເມດ​ຕາປາ​ນີຕໍ່​ຂ້ານ້ອຍ.”16

“ພໍ່​ບໍ່​ເຄີຍ​ໄດ້​ຮັບ​ການ​ປົດ​ບາບ​ຂອງ​ພໍ່​ເລີຍ ຈົນກະທັ້ງພໍ່​ໄດ້​ຮ້ອງ​ທູນ​ຂໍ​ຄວາມ​ເມດ​ຕາ​ຈາກ​ອົງ​ພຣະ​ເຢຊູ​ຄຣິດ​​ເຈົ້າ. ​ແຕ່​ຈົ່ງ​ເບິ່ງ, ພໍ່​ໄດ້​ຮ້ອງຫາ​ພຣະອົງ ​ແລະ ພໍ່​ໄດ້​ພົບ​ຄວາ​ມສະ​ຫງົບ​​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ພໍ່.17

​ເຊັ່ນ​ດຽວ​ກັບ ​ແອວ​ມາ, ​ເຮົາ​ກໍ​ຈະ​ພົບ​ຄວາມ​ສະຫງົບ​ສຸກ​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ​ຄື​ກັນ ​ເມື່ອ​ເຮົາ​​ເດີນ​ໄປ​ກັບ​ພຣະ​ເຢຊູ​ຄຣິດ, ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ, ​ແລະ ນຳ​ໃຊ້​ອຳນາດ​ແຫ່ງ​ການ​ປິ່ນປົວ​ຂອງ​ພຣະອົງ ​ໃນ​ຊີວິດ​ຂອງ​ເຮົາ.

ຄວາມ​ສະຫງົບ​ສຸກ​ທີ່​ເຮົາ​ສະ​ແຫວງຫາ ​ຮຽກຮ້ອງ​ຫລາຍ​ກວ່າ​ຄວາມ​ປາດ​ຖະໜາ. ມັນ​ຮຽກຮ້ອງ​ໃຫ້​ເຮົາ​​ປະຕິບັດ—​ໂດຍ​ການ​ຮຽນ​ຮູ້​ຈາກ​ພຣະອົງ, ​ໂດຍ​ການຮັບ​ຟັງ​ພຣະຄຳ​ຂອງ​ພຣະອົງ, ​ແລະ ​ໂດຍ​ການ​ເດີນ​ໄປ​ກັບ​ພຣະອົງ. ​ເຮົາ​ອາດ​ບໍ່​ສາມາດ​ຄວບ​ຄຸມ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນອ້ອມ​ຮອບ​ເຮົາ​ໄດ້, ​ແຕ່​ເຮົາ​ສາມາດ​ຄວບ​ຄຸມ ວິທີ​ທີ່​ເຮົາ​ນຳ​ໃຊ້​ແບບ​ແຜນ​ແຫ່ງ​ຄວາມ​ສະ​ຫງົບ​ສຸກ ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດ​ໄວ້​ໃຫ້​ເຮົາ—​ເປັນ​ແບບ​ແຜນ​ທີ່​ເຮັດ​ໃຫ້​ເຮົາ​ຄິດ​ກ່ຽວ​ກັບ​ພຣະ​ເຢຊູ ​ໄດ້​ງ່າຍ​ຂຶ້ນ.

ຮູບ​ພາບ
​ເຮົາ​ສາມາດ​ນຳ​ໃຊ້​ແບບ​ແຜນ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຢຊູ​ຄຣິດ ​ເປັນ​ທາງນັ້ນ, ​ເປັນຄວາມ​ຈິງ, ​ແລະ ​ເປັນ​ຊີວິດ”18 ​ແລະ ວ່າ​ພຽງ​ແຕ່​ຜ່ານ​ພຣະອົງ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ສາມາດ​ໄດ້​ຮັບ​ຄວາມ​ສະຫງົບ​ສຸກ​ທີ່​ແທ້​ຈິງ ​ແລະ ຊີວິດ​ນິລັນ​ດອນ ​ຢູ່​ໃນ​ໂລກທີ່​ຈະ​ມາ​ເຖິງ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.