​2010–2019
ໜ້າທີ່ຮັບຜິດຊອບທີ່ສັກສິດ
ເມສາ 2016


ໜ້າທີ່ຮັບຜິດຊອບທີ່ສັກສິດ

ຂອງປະທານແຫ່ງອຳນາດຂອງຖານະປະໂລຫິດທີ່ລ້ຳຄ່ານີ້ ບໍ່ໄດ້ນຳພຽງແຕ່ໜ້າທີ່ຮັບຜິດຊອບທີ່ສັກສິດມາໃຫ້ເທົ່ານັ້ນ ແຕ່ຍັງນຳພອນພິເສດຕ່າງໆມາໃຫ້ດ້ວຍ ສຳລັບຕົວເຮົາເອງ ແລະ ສຳລັບຄົນອື່ນນຳອີກ.

ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າອະທິຖານ ທູນຂໍໃຫ້ພຣະວິນຍານມາຊີ້ນຳຄຳປາໄສຂອງຂ້າພະເຈົ້າໃນຄ່ຳຄືນນີ້. ເຮົາມີສິ່ງໃດສິ່ງໜຶ່ງທີ່ຜູກມັດພວກເຮົາເຂົ້າກັນ. ເຮົາໄດ້ຮັບມອບໝາຍໃຫ້ດຳລົງຖານະປະໂລຫິດຂອງພຣະເຈົ້າ ແລະ ໃຫ້ກະທຳໃນພຣະນາມຂອງພຣະອົງ. ເຮົາມີໜ້າທີ່ຮັບຜິດຊອບທີ່ສັກສິດ. ມີຫລາຍສິ່ງຖືກຄາດໝາຍຈາກເຮົາ.

ພຣະຄຳພີ Doctrine and Covenants, ພາກທີ 121, ຂໍ້ທີ 36, ກ່າວວ່າ, ສິດຂອງຖານະປະໂລຫິດກ່ຽວຂ້ອງກັບອຳນາດແຫ່ງສະຫວັນຢ່າງແຍກກັນບໍ່ໄດ້. ນີ້ຊ່າງເປັນຂອງປະທານທີ່ປະເສີດແທ້ໆ ທີ່ເຮົາໄດ້ຮັບ. ເຮົາມີໜ້າທີ່ຮັບຜິດຊອບທີ່ຈະຮັກສາ ແລະ ປົກປ້ອງຖານະປະໂລຫິດນັ້ນ ແລະ ມີຄຸນຄ່າດີພໍສຳລັບພຣະພອນທີ່ຮຸ່ງໂລດ ທີ່ພຣະບິດາໃນສະຫວັນຂອງເຮົາ ໄດ້ຕຽມໄວ້ໃຫ້ເຮົາ—ແລະ ໃຫ້ແກ່ຜູ້ອື່ນ ຜ່ານຕົວເຮົາ.

ບໍ່ວ່າທ່ານຈະໄປໃສ, ຖານະປະໂລຫິດຂອງທ່ານກໍຈະໄປກັບທ່ານ. ທ່ານກຳລັງຢືນຢູ່ໃນສະຖານທີ່ສັກສິດບໍ? ກ່ອນທ່ານຈະເຮັດໃຫ້ຕົວທ່ານເອງ ແລະ ຖານະປະໂລຫິດຂອງທ່ານຕົກຢູ່ໃນອັນຕະລາຍ ໂດຍການເຂົ້າໄປໃນສະຖານທີ່ ຫລື ມີສ່ວນຮ່ວມໃນກິດຈະກຳຕ່າງໆ ທີ່ບໍ່ມີຄຸນຄ່າດີພໍສຳລັບທ່ານ ຫລື ຖານະປະໂລຫິດຂອງທ່ານ, ຂໍໃຫ້ຢຸດບຶດໜຶ່ງເພື່ອພິຈະລະນາເຖິງຜົນທີ່ຈະຕາມມາ. ຂໍໃຫ້ຈື່ຈຳວ່າ ທ່ານເປັນໃຜ ແລະ ຄົນທີ່ພຣະເຈົ້າຄາດຫວັງໃຫ້ທ່ານກາຍເປັນ. ທ່ານເປັນລູກແຫ່ງຄຳສັນຍາ. ທ່ານເປັນບຸລຸດທີ່ຍິ່ງໃຫຍ່, ທ່ານເປັນບຸດຂອງພຣະເຈົ້າ.

ຂອງປະທານແຫ່ງອຳນາດຂອງຖານະປະໂລຫິດທີ່ລ້ຳຄ່ານີ້ ບໍ່ໄດ້ນຳພຽງແຕ່ໜ້າທີ່ຮັບຜິດຊອບທີ່ສັກສິດມາໃຫ້ເທົ່ານັ້ນ ແຕ່ຍັງນຳພອນພິເສດຕ່າງໆມາໃຫ້ດ້ວຍ ສຳລັບຕົວເຮົາເອງ ແລະ ສຳລັບຄົນອື່ນນຳອີກ. ຂໍໃຫ້ເຮົາຈົ່ງພົບເຫັນຕົວເອງວ່າມີຄຸນຄ່າດີພໍ ທີ່ຈະຮຽກຮ້ອງຫາອຳນາດຂອງມັນໃຫ້ມາຊ່ວຍເຮົາ, ບໍ່ວ່າເຮົາຈະຢູ່ທີ່ໃດກໍຕາມ, ເພາະເຮົາບໍ່ຮູ້ເລີຍວ່າເຮົາຈະຕ້ອງການມັນ ຫລື ມີໂອກາດຈະນຳໃຊ້ມັນເມື່ອໃດ.

ລະຫວ່າງສົງຄາມໂລກຄັ້ງທີສອງ, ເພື່ອນຂອງຂ້າພະເຈົ້າຄົນໜຶ່ງ ໄດ້ຮັບໃຊ້ຢູ່ເຂດປາຊີຟິກພາກໃຕ້ ເມື່ອຍົນຂອງລາວຖືກຍິງຕົກລົງໄປໃນມະຫາສະໝຸດ. ລາວ ແລະ ພະນັກງານຄົນອື່ນໆໄດ້ໂຕນຈ້ອງຢ່າງປອດໄພ ຈາກຍົນທີ່ກຳລັງຖືກເຜົາຜານຢູ່, ໄດ້ສູບລົມເຮືອຊູຊີບຂອງເຂົາເຈົ້າ, ແລະ ໄດ້ລອດຊີວິດຢູ່ໃນເຮືອລຳນັ້ນເປັນເວລາສາມມື້.

ໃນມື້ທີສາມ ເຂົາເຈົ້າໄດ້ເຫັນສິ່ງທີ່ເຂົາເຈົ້າໄດ້ຮູ້ວ່າເປັນເຮືອຊ່ວຍກູ້. ມັນໄດ້ກາຍຜ່ານເຂົາເຈົ້າໄປ. ມື້ເຊົ້າຕໍ່ມາມັນໄດ້ກາຍຜ່ານເຂົາເຈົ້າໄປອີກ. ເຂົາເຈົ້າເລີ່ມຮູ້ສຶກສິ້ນຫວັງ ເມື່ອເຂົາເຈົ້າໄດ້ຮັບຮູ້ວ່າມັນເປັນມື້ສຸດທ້າຍ ທີ່ເຮືອຊ່ວຍກູ້ຈະມາໃນເຂດນັ້ນອີກ.

ແລ້ວພຣະວິນຍານສັກສິດໄດ້ກ່າວກັບເພື່ອນຂອງຂ້າພະເຈົ້າວ່າ: “ເຈົ້າມີຖານະປະໂລຫິດ. ບັນຊາໃຫ້ຜູ້ຊ່ວຍກູ້ມາຮັບເອົາພວກເຈົ້າແມ.”

ລາວໄດ້ເຮັດຕາມທີ່ຖືກກະຕຸ້ນ ວ່າ: “ໃນພຣະນາມຂອງພຣະເຢຊູຄຣິດ ແລະ ໂດຍອຳນາດຂອງຖານະປະໂລຫິດ, ຈົ່ງກັບຄືນມາ ແລະ ຮັບເອົາພວກເຮົາສາ.”

ພາຍໃນສາມສີ່ນາທີ ເຮືອລຳນັ້ນກໍໄດ້ຢູ່ຄຽງຂ້າງເຂົາເຈົ້າ, ຊ່ວຍເຫລືອເຂົາເຈົ້າຂຶ້ນເທິງຊານເຮືອ. ຜູ້ດຳລົງຖານະປະໂລຫິດທີ່ຊື່ສັດ ແລະ ມີຄຸນຄ່າດີພໍຄົນໜຶ່ງ, ໃນສະພາບທີ່ຂັບຂັນຂອງລາວ, ໄດ້ນຳໃຊ້ຖານະປະໂລຫິດນັ້ນ, ທີ່ເປັນພອນໃຫ້ແກ່ຊີວິດຂອງລາວ ແລະ ຊີວິດຂອງຄົນອື່ນໆ.

ຂໍໃຫ້ເຮົາຈົ່ງຕັດສິນໃຈ, ຢູ່ທີ່ນີ້ ແລະ ໃນເວລານີ້, ທີ່ຈະຕຽມພ້ອມສະເໝີ ສຳລັບເວລາທີ່ຈຳເປັນຂອງເຮົາ, ເວລາຂອງການຮັບໃຊ້ຂອງເຮົາ, ເວລາຂອງການເປັນພອນຂອງເຮົາ.

ໃນທ້າຍກອງປະຊຸມຖານະປະໂລຫິດສາມັນນີ້, ຂ້າພະເຈົ້າຂໍກ່າວກັບທ່ານວ່າ ທ່ານເປັນ “ຊາດທີ່ພຣະເຈົ້າຊົງເລືອກໄວ້ແລ້ວ, ເປັນປະໂລຫິດຫລວງ” (1 ເປໂຕ 2:9). ຂໍໃຫ້ເຮົາຈົ່ງມີຄຸນຄ່າດີພໍ ທີ່ຈະໄດ້ຮັບກຽດຕິຍົດແຫ່ງສະຫວັນເຫລົ່ານີ້ເຖີດ, ຂ້າພະເຈົ້າອະທິຖານດ້ວຍສຸດໃຈຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ອາແມນ.