​2010–2019
​​ການ​ປົດ​ບາບ​ຂອງ​ພວກທ່ານ​ຈະ​ມີ​ຢູ່ສະ​ເໝີ
ເມສາ 2016


​​ການ​ປົດ​ບາບ​ຂອງ​ພວກທ່ານ​ຈະ​ມີ​ຢູ່ສະ​ເໝີ

ໂດຍ​ອຳນາດ​ທີ່​ເຮັດ​ໃຫ້​ສັກສິດ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ໃນ​ຖານະທີ່​ເປັນ​ເພື່ອນຂອງ​ເຮົາ​ຕະຫລອດ​ເວລາ, ​ເຮົາ​ຈະ​ສາມາດ​ຮັກສາ​ການ​ປົດ​ບາບ​ຂອງ​ເຮົາ​ໄວ້​ຢູ່​ສະ​ເໝີ.

ສຳນວນ​ທີ່​ເລິກ​ຊຶ້ງ ຊຶ່ງ​ກະສັດ​ເບັນ​ຢາ​ມິນ ​ໄດ້​ໃຊ້​ໃນ​ຄຳ​ສອນ ກ່ຽວ​ກັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ ​ໄດ້​​ເປັນ​ຫົວ​ຂໍ້​ທີ່​ຂ້າພະ​ເຈົ້າມັກ​ເອົາ​ມາ​ນຳ​ໃຊ້​ເລື້ອຍໆ ​ໃນ​ການ​ສຶກສາ ​ແລະ ການ​ໄຕ່ຕອງ​ຂອງ​ຂ້າພະ​ເຈົ້າ ​ເປັນ​ເວລາ​ຫລາຍ​ປີ.

​ໃນ​ຄຳ​ເທ​ດສະໜາອຳ​ລາ​​ເລື່ອງວິນ​ຍານ​ທີ່​ໜ້າ​ຕື່ນ​ເຕັ້ນ ຕໍ່​ຜູ້​ຄົນ​ທີ່​​ເພິ່ນໄດ້​ຮັບ​ໃຊ້ ​ແລະ ຮັກ, ກະສັດ​ເບັນ​ຢາ​ມິນ ​ໄດ້​ບັນຍາຍ​ເຖິງ​ຄວາມ​ສຳຄັນ​ຂອງ​ຄວາມ​ຮູ້​​ເລື່ອງລັດສະໝີ​ພາບ​ຂອງ​ພຣະ​ເຈົ້າ ​ແລະ ການ​ຊື່ນ​ຊົມ​ກັບ​ຄວາມ​ຮັກ​ຂອງ​ພຣະອົງ, ​ເຖິງການ​ປົດ​ບາບ, ​ການ​ລະນຶກ​ເຖິງ​ຄວາມ​ຍິ່ງ​ໃຫຍ່ທີ່​ສຸດ​ຂອງ​ພຣະ​ເຈົ້າ, ​ແລະ ​ການ​ອະທິຖານ​ທຸກ​ວັນ ​ແລະ ການ​ຍຶດໝັ້ນຢູ່​ໃນ​ສັດທາ.1 ​ເພິ່ນ​ຍັງ​​ໄດ້​ສັນຍາ​ອີກ​ວ່າ ​ໂດຍ​ການ​ເຮັດ​ສິ່ງ​ເຫລົ່າ​ນີ້, “ພວກ​ທ່ານ​ຈະ​ປິ​ຕິ​ຍິນ​ດີ​ຢູ່​ສະ​ເໝີ, ​ແລະ ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ​ແລະ​ ການ​ປົດ​ບາບ​ຂອງ​ພວກ​ທ່ານ​ຈະ​ມີ​ຢູ່​ສະ​ເໝີ.2

ຂ່າວສານ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ເນັ້ນ​ໃສ່​ຫລັກ​ທຳ ​ເຖິງ​ການ​ປົດ​ບາບ​ຂອງ​ເຮົາ​ຈະ​ມີ​ຢູ່​ສະ​ເໝີ. ຄວາມ​ຈິງ​ໃນ​ສຳນວນ​ນີ້ ສາມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​ເຮົາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ໄດ້ ​ແລະ ​ຊ່ວຍ​ເຮົາ​ໃຫ້​ເປັນ​ສານຸສິດ​ທີ່​ດີກວ່າ​ເກົ່າ. ຂ້າພະ​ເຈົ້າອະທິຖານ​ວ່າ ພຣະວິນ​ຍານ​ບໍລິສຸດ ຈະ​ດົນ​ໃຈ ​ແລະ ​ໃຫ້​ຄວາມ​ຮູ້​ແກ່​ເຮົາ ​ເມື່ອ​ເຮົາ​ພິຈາລະນາ​ຄວາມ​ຈິງ​ທີ່ຈຳ​ເປັນທາງ​ວິນ​ຍານ​ນີ້.

ການ​ເກີດ​ໃໝ່​ທາງ​ວິນ​ຍານ

ໃນ​ຊ່ວງ​ມະຕະ ​ເຮົາຈະ​ປະ​ເຊີນ​ກັບ​ການ​ເກີດ​ທາງ​​ເນື້ອ​ໜັງ ​ແລະ ມີ​ໂອກາດ​ສຳລັບ​ການ​ເກີດ​​ໃໝ່​ທາງ​ວິນ​ຍານ.3 ​ເຮົາ​ໄດ້​ຮັບ​ການ​ຕັກ​ເຕືອນ​ຈາກ​ສາດສະດາ ​ແລະ ​ອັກຄະ​ສາວົກ ​ໃຫ້ “[ຕື່ນ​ຂຶ້ນ] ມາ​ຫາ​ພຣະ​ເຈົ້າ,4 ​“ເກີດ​ໃໝ່,”5 ​ແລະ ກາຍ​ເປັນ “ຄົນ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່ … ​ໃນ​ພຣະຄຣິດ6 ​ໂດຍ​ການ​ຮັບ​ເອົາ​ພອນ​ໃນ​ຊີວິດຂອງ​ເຮົາ ຊຶ່ງ​ເປັນ​ໄປ​ໄດ້​ ໂດຍ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. “ພຣະຄຸນ​ຄວາມ​ດີ, … ພຣະ​ເມດ​ຕາ, ​ແລະ ພຣະຄຸນ​ຂອງ​ພຣະ​ເມ​ຊີ​ອາ​ຜູ້​ບໍລິສຸດ”7 ສາມາດ​ຊ່ວຍ​ເຫລືອ​ເຮົາ ​ໃຫ້​ເອົາ​ຊະນະ ການ​ຄິດ​ແຕ່​ນຳ​ຕົນ​ເອງ ​ແລະ ການ​ມັກເຫັນ​ແກ່​ຕົວ ຕາມ​ທຳ​ມະ​ຊາດ​ຂອງ​ມະນຸດ​ໄດ້ ​ແລະ ກາຍ​ເປັນ​ຄົນ​ບໍ່​ເຫັນ​ແກ່​ຕົວ, ມີ​ເມດ​ຕາ​ກະລຸນາ, ​ແລະ ​ເປັນນັກບຸນ​ຫລາຍ​ຂຶ້ນ. ​ເຮົາ​​ໄດ້​ຮັບ​ການ​ຕັກ​ເຕືອນ​ໃຫ້​ດຳລົງ​ຊີວິດ ​ໃນ​ທາງ​ທີ່​ເຮົາ​ຈະ​ສາມາດ “ຢືນ​ຢູ່​ໂດຍ​ບໍ່​ມີ​ມົນທິນ​ຕໍ່ພຣະພັກ​ຂອງ [ພຣະຜູ້​ເປັນ​ເຈົ້າ] ​ໃນ​ວັນ​ສຸດ​ທ້າຍ.”8

ພຣະວິນ​ຍານ​ບໍລິສຸດ ​ແລະ ພິທີການ​ຂອງ​ຖານະ​ປະ​ໂລຫິດ

ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ສະຫລຸບສັ້ນໆ ​ເຖິງ​ບົດບາດ​ທີ່​ຈຳ​ເປັນຂອງ​ພິທີ​ການ​ຂອງ​ຖານະ​ປະ​ໂລຫິດ ​ໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ດັ່ງ​ນີ້: “ການ​ເກີດ​ໃໝ່ ມີ​ມາ​ໂດຍ​ທາງ​ພຣະວິນ​ຍານ​ຂອງ​ພຣະ​ເຈົ້າ ຜ່ານ​ພິທີການ.”9 ຂໍ້ຄວາມ​ທີ່​ແຈ່ມ​ແຈ້ງນີ້ ​ເນັ້ນ​ເຖິງ​ບົດບາດ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ແລະ ພິທີການ​ທີ່​ສັກສິດ​ ​ໃນ​ຂັ້ນຕອນ​ຂອງ​ການ​ເກີດ​ໃໝ່​ທາງ​ວິນ​ຍານ.

ພຣະວິນ​ຍານ​ບໍລິສຸດ ​ເປັນ​ສະມາຊິກ​ອົງ​ທີ​ສາມ ​ໃນ​ຝ່າຍ​ພຣະ​ເຈົ້າ. ພຣະອົງ​ມີ​ຮ່າງກາຍ​ທີ່​ເປັນວິນ​ຍານ ​ແລະ ​ພຣະອົງ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ທັງ​ໝົດ. ​ໃນ​ພຣະຄຳ​ພີ ພຣະວິນ​ຍານ​ບໍລິສຸດ ​ໄດ້​ຖືກ​ກ່າວ​ເຖິງ​ວ່າ​ເປັນ ຜູ້​ປອບ​ໂຍນ,10 ​ເປັນ​ຄູ​ສອນ,11 ​ແລະ ​ເປັນ​ຜູ້​ເປີດ​ເຜີຍ.12 ນອກ​ເໜືອ​ຈາກ​ນັ້ນ, ພຣະວິນ​ຍານ​ບໍລິສຸດ ຍັງ​ເປັນ​ຜູ້​ຊຳລະ,13 ​​ເປັນ​ຜູ້​ລ້າງ​ສ່ວຍ, ຈູດ​ເຜົາຄວາມ​ບໍ່​ສະອາດ ​ແລະ ຄວາມຊົ່ວ​ຮ້າຍ ອອກ​ຈາກ​ຈິດ​ວິນ​ຍານ​ຂອງ​ມະນຸດ ຄື​ກັນ​ກັບ​ດ້ວຍ​ໄຟ.

ພິທີການ​ທີ່​ສັກສິດ ​ເປັນ​ຈຸດ​ໃຈກາງ​ໃນ​ຫລັກ​ທຳ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ​ໃນ​ຂັ້ນຕອນ​ຂອງ​ການມາ​ຫາ​ພຣະອົງ ​ແລະ ສະ​ແຫວ​ງຫາ​ການ​ເກີດ​ໃໝ່​ທາງ​ວິນ​ຍານ. ພິທີການ ​ເປັນ​ການ​ກະທຳ​ທີ່​ສັກສິດ ​​ໂດຍ​ມີ​ຈຸດປະສົງ​ທາງ​ວິນ​ຍານ, ມີ​ຄວາມ​ສຳຄັນ​ນິລັນດອນ, ​ແລະ ມີ​ສ່ວນ​ຜູກ​ພັນ​ກັບ​ກົດ ​ແລະ ຂໍ້​ບັງຄັບ​ຂອງ​ພຣະ​ເຈົ້າ.14 ພິທີການ​ຊ່ວຍ​ໃຫ້​ລອດ​ທັງ​ໝົດ ​ແລະ ພິທີ​ສິນ​ລະ​ລຶກ ຈະ​ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​ຜູ້​ທີ່​ດຳລົງຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ.

ພິທີການ​ແຫ່ງ​ຄວາມ​ລອດ ​ແລະ ຄວາມ​ສູງ​ສົ່ງ ທີ່ຖືກ​ປະຕິບັດ ​ໃນ​ສາດສະໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແມ່ນ​ເກີນ​ກວ່າ​ພິທີຕ່າງໆ ຫລື ການ​ປະຕິບັດ​​ໃນ​ທາງ​ເປັນ​ສັນຍາ​ລັກ​ເທົ່າ​ນັ້ນ. ​ແຕ່​ມັນ​ປະກອບ​ດ້ວຍ​ແບບ​ແຜນ​ທີ່​ຖືກ​ອະນຸມັດ ຊຶ່ງ​ຜ່ານ​ແບບ​ແຜນ​ເຫລົ່າ​ນີ້ ພອນ ​ແລະ ອຳນາດ​ຈາກ​ສະຫວັນ ຈະ​ຫລັ່ງ​ໄຫລ​ລົງ​ມາສູ່​ຊີວິດ​ຂອງ​ບຸກຄົນ.

ແລະ ຖານະ​ປະ​ໂລຫິດ​ດັ່ງກ່າວ​ທີ່​ສູງ​ກວ່າ​ປະຕິບັດ​ພຣະກິດ​ຕິ​ຄຸນ ​ແລະ ຖື​ຂໍ​ກະ​ແຈ​ແຫ່ງ​ຄວາມ​ລຶກລັບ ຂອງອານາຈັກ, ​ແມ່ນ​ແຕ່ຂໍ​ກະ​ແຈ​ແຫ່ງຄວາມ​ຮູ້ຂອງພຣະ​ເຈົ້າ.

ສະນັ້ນ, ​ໃນພິທີການດັ່ງກ່າວ, ອຳນາດຂອງຄວາມ​ເປັນ​ເໝືອນ​ພຣະ​ເຈົ້າຈະສະ​ແດງ​ໃຫ້​ປະຈັກ.

ແລະ ຖ້າ​ຫາກປາ​ດສະ​ຈາກ​ພິທີການ​ດັ່ງກ່າວ, ​ແລະ ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​, ອຳນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ ຈະບໍ່ສະ​ແດງ​ໃຫ້​ປະຈັກ​ແກ່ມະນຸດ​ໃນເນື້ອ​ໜັງ.15

ພິທີການ​ທີ່​ຮັບ​ເອົາ ​ແລະ ​ໃຫ້​ກຽດ ດ້ວຍ​ຄວາມ​ຊື່ສັດ ​ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ໄດ້​ຮັບ​ອຳນາດ ຂອງ​ຄວາມ​ເປັນ​ເໝືອນ​​ພຣະ​ເຈົ້າ ​ແລະ ພອນ​ທັງ​ໝົດ ທີ່​ມີ​ໄວ້​ໃຫ້ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ.

ການ​ຮັບ ​ແລະ ການ​ຮັກສາ ການ​ປົດ​ບາບ ຜ່ານ​ພິທີການ

​ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ຢ່າງ​ເລິກ​ຊຶ້ງ ​ເຖິງ​ຂັ້ນຕອນ​ທີ່​ເຮົາ​ຈະ​ສາມາດ​ໄດ້​ຮັບ ​ແລະ ຮັກສາ​ການ​ປົດ​ບາບຂອງ​ເຮົາ​ໄວ້​ຢູ່ສະ​ເໝີ, ​ທຳ​ອິດ​ເຮົາ​ຕ້ອງ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳພັນ ທີ່​ແຍກ​ອອກ​ຈາກກັນ​ບໍ່​ໄດ້ ລະຫວ່າງ​ພິທີການ​ສາມ​ຢ່າງ ຊຶ່ງ​ເປີດ​ທາງ​ສູ່​ອຳນາດ​ຂອງ​ສະຫວັນ. ການ​ຮັບ​ບັບຕິ​ສະມາ​ໂດຍ​ລົງ​ໄປ​ໃນ​ນ້ຳໝົດ​ທັງ​ຕົວ, ການວາງ​ມື​ສຳລັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ​ແລະ ສິນ​ລະ​ລຶກ.

ການ​ຮັບ​ບັບຕິ​ສະມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳໝົດ​ທັງ​ຕົວ “ເປັນ​ພິທີການ​ຂັ້ນຕົ້ນ​ແຫ່ງ​ພຣະກິດ​ຕິ​ຄຸນ”16 ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ຈະ​ຕ້ອງ​ມີ​ສັດທາ​ໃນ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ​ໂດຍ​ການ​ກັບ​ໃຈ​ຢ່າງ​ຈິງ​ໃຈ​ກ່ອນ. ພິທີການ​ນີ້ “ເປັນ​ເຄື່ອງໝາຍ ​ແລະ ພຣະບັນຍັດ ຊຶ່ງ​ພຣະ​ເຈົ້າ​ໄດ້​ສົ່ງ​ມາ​ໃຫ້ [ລູກໆ​ຂອງ​ພຣະອົງ] ​ເພື່ອ​ຈະ​ໄດ້​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະອົງ.”17 ການ​ບັບຕິ​ສະມາ​ເປັນ​ການ​ປະຕິບັດ ​ດ້ວຍ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ. ​ໃນ​ຂັ້ນຕອນ​ຂອງ​ການ​ເຂົ້າມາ​ຫາ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ​ເກີດ​ໃໝ່​ທາງ​ວິນ​ຍານ, ການ​ບັບຕິ​ສະມາ​​ເປັນ​ສິ່ງ​ຈຳ​ເປັນ​ຕໍ່ ​ການ​ຊຳລະ​ລ້າງ​​ເທື່ອ​ທຳ​ອິດ ຂອງຈິດ​ວິນ​ຍານ​ຂອງ​ເຮົາ​ຈາກ​ບາບ.

ພັນທະ​ສັນຍາ​ແຫ່ງ​ການ​ຮັບ​ບັບຕິ​ສະມາ ​ແມ່ນ​ຮ່ວມ​ດ້ວຍ ຄຳ​ສັນຍາ​ທີ່​ສຳຄັນ​ສາມ​ຢ່າງ: (1) ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, (2) ທີ່​ຈະ​ລະນຶກ​ເຖິງ​ພຣະອົງ​ຕະຫລອດ​ເວລາ, ​ແລະ (3) ທີ່​ຈະ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ. ພອນ​ທີ່​ໄດ້​ສັນຍາ​ໄວ້​ສຳລັບ​ການ​ຮັກສາ​ພັນທະ​ສັນຍາ​ນີ້ ​ແມ່ນ ​ເພື່ອ [ເຮົາ] ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ.18 ດັ່ງນັ້ນ, ການ​ບັບຕິ​ສະມາ ຈຶ່ງ​ເປັນ​ການ​ຕຽມ​ທີ່​ຈຳ​ເປັນ ​ເພື່ອ​ຮັບ​ເອົາ​ໂອກາດ​ ຊຶ່ງ​ໄດ້ລະບຸ​ໄວ້ ສຳລັບ​ການ​ມີ​​ເພື່ອນ​ຢູ່​ດ້ວຍ​ຕະຫລອດ​ເວລາ ທີ່​ເປັນ​ສະມາຊິກ​ອົງ​ທີ​ສາມ ​ໃນ​ຝ່າຍ​ພຣະ​ເຈົ້າ.

“ການ​ບັບຕິ​ສະມາ [​ດ້ວຍ] ນ້ຳ … ຈະ​ຕ້ອງ​ຕິດຕາມ​ດ້ວຍ​ການ​ບັບຕິ​ສະມາ​ດ້ວຍ​ພຣະວິນ​ຍານ ຈຶ່ງ​ຈະ​ສຳ​ເລັດ​ຄົບ​ຖ້ວນ.”19 ດັ່ງ​ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​ ນີ​ໂກ​ເດ​ມ ວ່າ, “ຖ້າ​ຜູ້​ໃດ​ບໍ່​ບັງ​ເກີດ​ຈາກ​ນ້ຳ ​ແລະ ຈາກ​ພຣະວິນ​ຍານ ຜູ້ນັ້ນຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າບໍ່​ໄດ້.”20

ບົດ​ຄວາມ​ສາມ​ບົດ ທີ່​ກ່າວ​ໂດຍ​ສາ​ດສະ​ດາ​ໂຈ​ເຊັບ ສະ​ມິດ ​ເນັ້ນ​ເຖິງ​ຄວາມ​ຜູກ​ພັນ​ອັນ​ຈຳ​ເປັນ ລະຫວ່າງ​ພິທີບັບຕິ​ສະມາສຳລັບ​ການ​ປົດ​ບາບ ​ແລະ ການ​ວາງ​ມື​ສຳລັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ.

ບົດ​ຄວາມ​ທີ 1: “ການ​ບັບຕິ​ສະມາ​ແມ່ນ​ພິທີການ​ທີ່​ສັກສິດ ​ເພື່ອ​ຕຽມ​ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ; ມັນ​ເປັນ​ແບບ​ແຜນ ​ແລະ ຂໍ​ກະ​ແຈ ຊຶ່ງ​ໂດຍ​ທາງ​ນີ້ ພຣະວິນ​ຍານ​ບໍລິສຸດ​ຈະ​ຖືກປະຕິບັດຕໍ່​ບຸກຄົນ.”21

ບົດ​ຄວາມ​ທີ 2: “ການ​ບັບຕິ​ສະ​ມາ​​ໃຫ້​ບາງ​ຄົນ ກໍ​ເທົ່າ​ກັບ​ການ​ຈຸ່ມ​ຖົງ​ດິນຊາຍ​ລົງ​ນ້ຳ ຖ້າ​ຫາກ​ບໍ່​ປະຕິບັດ​ໃນ​ທາງ​ທີ່​ຈະ​ໄດ້​ຮັບ​ການ​ປົດ​ບາບ ​ແລະ ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ. ກາ​ນບັບຕິ​ສະມາ​ພຽງ​ເຄິ່ງດຽວ ກໍ​​ໄຮ້ປະ​ໂຫຍດ ຖ້າ​ຫາກ​ປາດ​ສະ​ຈາກ​ເຄິ່ງໜຶ່ງ​ຂອງ​ມັນ—ນັ້ນຄື, ການ​ບັບຕິ​ສະມາ​ດ້ວຍ​ພຣະວິນ​ຍານ​ບໍລິສຸດ.”22

ບົດ​ຄວາມ​ທີ 3: “ການ​ບັບຕິ​ສະມາ​ດ້ວຍ​ນ້ຳ ທີ່ປາດ​ສະ​ຈາກ​ການ​ບັບຕິ​ສະມາ​ດ້ວຍ​ໄຟ ​ແລະ ບໍ່​ມີ​ພຣະວິນ​ຍານບໍລິສຸດ​ສະຖິດ​ຢູ່​ນຳ, ກໍ​ໄຮ້​ປະ​ໂຫຍ​ດ; ທັງ​ສອງ​ແມ່ນ​ຈຳ​ເປັນ ​ແລະ ​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້.”23

ຄວາມ​ສຳພັນ​ອັນ​ໝັ້ນຄົງ​ລະຫວ່າງ​ຫລັກ​ທຳ​ແຫ່ງ​ການ​ປ່ຽນ​ໃຈ, ພິທີບັບຕິ​ສະມາ ​ແລະ ການ​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ​ແລະ ພອນ​ອັນ​ຮຸ່ງ​ເຫລື້ອມ​ແຫ່ງ​ການ​ປົດ​ບາບ ​ຖືກ​ເນັ້ນຫລາຍ​ເທື່ອ​ຢູ່​ໃນ​ພຣະຄຳ​ພີ.

ນີ​ໄຟ​ໄດ້​ປະກາດ​ວ່າ, “ເພາະ​ປະຕູ​ທີ່​ພວກ​ທ່ານ​ຄວນ​ເຂົ້າ​ໄປຄື​ການ​ກັບ​ໃຈ ແລະ ຮັບ​ການ​ບັບຕິ​ສະມາ​ດ້ວຍ​ນ້ຳ; ແລະ ເວລາ​ນັ້ນການ​ປົດ​ບາບ​ຂອງ​ພວກ​ທ່ານ​ຈະ​ມາ​ເຖິງ​ໂດຍ​ໄຟ ແລະ ໂດຍ​ພຣະ​ວິນ​ຍານ​ບໍລິສຸດ.24

ພຣະຜູ້​ຊ່ວຍ​ໃຫ້​ລອດ​ເອງ ​ໄດ້​ປະກາດ​ວ່າ, “ບັດ​ນີ້ ນີ້​ຄື​ພຣະ​ບັນຍັດ: ຈົ່ງ​ກັບ​ໃຈ, ເຈົ້າທັງຫລາຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນດິນ​ໂລກ, ແລະ ຈົ່ງ​ມາ​ຫາ​ເຮົາ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມຂອງ​ເຮົາ, ເພື່ອ​ເຈົ້າຈະ​ໄດ້ຮັບ​ການ​ຊຳລະ​ໃຫ້ບໍລິສຸດ ​ໂດຍການ​ຮັບ​ພຣະ​ວິນ​ຍານ​ບໍລິສຸດ, ເພື່ອ​ເຈົ້າຈະ​ຢືນຢູ່​ໂດຍ​ບໍ່​ມີ​ມົນທິນຕໍ່​ໜ້າ​ເຮົາ​ໃນ​ວັນ​ສຸດ​ທ້າຍ.”25

ການວາງມື​ສຳລັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ ​ເປັນ​ພິທີການ​ປະຕິບັດດ້ວຍ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ​ໃນ​ຂັ້ນຕອນ​ຂອງ​ການ​ມາສູ່​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ​ເກີດ​ໃໝ່​ທາງ​ວິນ​ຍານ, ການ​ຮັບ​ອຳນາດ​ທີ່​ເຮັດ​ໃຫ້​ສັກສິດ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ໃນ​ຊີວິດ​ຂອງ​ເຮົາ ຈະ​​​ເຮັດ​ໃຫ້​ເຮົາ​ສາມາດ ​ຊຳ​ລ້າງ​ລ້າງ​ຈິດ​ວິນ​ຍານ​ຂອງ​ເຮົາ​​​ຕໍ່​ໄປ ຈາກ​ບາບ​ຂອງ​ເຮົາ. ພອນ​ທີ່​ປິ​ຕິ​ຍິນ​ດີນີ້​ແມ່ນ​ຈຳ​ເປັນ ​ເພາະວ່າ “ສິ່ງ​ທີ່​ເປິ​ເປື້ອນຈະ​ບໍ່​ສາມາດ​ຢູ່​ກັບ​ພຣະ​ເຈົ້າ​ໄດ້.”26

​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ທີ່​ຖືກຟື້ນ​ຟູ​ຄືນ​ມາ​ໃໝ່​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ເຮົາ​ໄດ້​ຮັບ​ພອນ​ທັງ​ການ​ຖືກ​ ຊຳລະ​ລ້າງ​ເທື່ອ​ທຳ​ອິດ​ຈາກ​ບາບ​ ຂອງ​ເຮົາ ທີ່​ກ່ຽວ​ພັນ​ກັບ​ການ​ບັບຕິ​ສະມາ ​ແລະ ​ການ​ມີ​ຄວາມ​ສາມາດ​ທີ່​ຈະ​ ຊຳລະ​ລ້າງບາບ​ຂອງ​ເຮົາ​ຕໍ່​ໄປ ຜ່ານ​ການ​​ເປັນ​ເພື່ອນ ​ແລະ ອຳນາດ​ຂອງ​ພຣະວິນ​ຍານ​ບໍລິສຸດ—ຜູ້​ເປັນ​ສະມາຊິກ​ອົງ​ທີ​ສາມ ​ໃນ​ຝ່າຍ​ພຣະ​ເຈົ້າ.

​ໃຫ້​ເຮົາ​ມາ​ພິຈາລະນາ​ເບິ່ງ​ ຊາວນາ​ຜູ້​ເພິ່ງ​ແບບ​ແຜນ​ຂອງ​ການ​ປູກຝັງ ​ແລະ ການ​ເກັບ​ກ່ຽວ. ຄວາມ​ເຂົ້າ​ໃຈ​ເລື່ອງ​ການ​ຫວ່ານ ​ແລະ ການ​ເກັບ​ກ່ຽວ ​ເປັນ​ແຫ​ລ່ງທີ່​ບໍ່​ປ່ຽນ​ແປງ ຂອງ​ຈຸດປະສົງ ​ແລະ ​ເປັນ​ອິດ​ທິພົນ ​ໃຫ້​ແກ່​ການ​ຕັດສິນ​ໃຈ ​ແລະ ການ​ກະທຳ​ທັງ​ໝົດ ຂອງ​ຊາວນາ​ຄົນ​ໜຶ່ງ ທີ່​ຈະ​ເຮັດ​ໃນ​ທຸກ​ລະດູ​ການ ພາຍ​ໃນ​ປີ. ​ເຊັ່ນ​ດຽວ​ກັນ​ນີ້, ຄວາມ​ຜູກ​ພັນ​ທີ່​ແຍກ​ກອອກ​ຈາກ​ກັນ​ບໍ່​ໄດ້ ລະຫວ່າງ​ພິທີ​ບັບຕິ​ສະມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳໝົດ​ທັງ​ຕົວ​​ເພື່ອ​ການ​ປົດ​ບາບ ​ແລະ ການວາງ​ມື​ສຳລັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ ຄວນ​ເປັນ​ຜົນ​ກະທົບ​ຕໍ່​ການ​ເປັນ​ສານຸສິດ​ໃນ​ທຸກ​ດ້ານ​ຂອງ​ເຮົາ ບໍ່​ວ່າ​​ຈະ​ເປັນ​​ໃນເວລາ​ໃດກໍ​ຕາມ ​ໃນ​ຊີວິດ​ຂອງ​ເຮົາ​.

ສິນ​ລະ​ລຶກ​ເປັນ​ພິທີການ​ທີ່​ຈຳ​ເປັນ​ຢ່າງ​ທີ​ສາມ ​​ຊຶ່ງ​ເປີດ​ທາງ​ສູ່​ອຳນາດ​ຂອງ​ຄວາມ​ເປັນ​ພຣະ​ເຈົ້າ. ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ຮັກສາ​ຕົນ​ເອງ​ຈາກ​ມົນທິນຂອງ​ໂລກ, ​ເຮົາ​​ໄດ້​ຖືກ​ບັນຊາ​ໃຫ້​ໄປ​ຫາ​ບ້ານ​ແຫ່ງ​ການ​ອະທິຖານ ​ແລະ ຖະຫວາຍ​ສິນ​ລະ​ລຶກ​​​ໃນ​ວັນ​ທີ່​ສັກສິດ​ຂອງ​ພຣະຜູ້​ເປັນ​ເຈົ້າ.27 ​ໃຫ້​ພິຈາລະນາ​ສ່ວນ​ສິນ​ລະ​ລຶກນັ້ນ ວ່າ​ເປັນ​ພຣະກາຍ ​ແລະ ​ໂລຫິດ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ເຂົ້າຈີ່ ​ແລະ ນ້ຳ, ທັງ​ສອງ​ໄດ້​ຖືກ​ໃຫ້​ພອນ ​ແລະ ​ເຮັດ​ໃຫ້​ສັກສິດ. “ໂອ້ ພຣະອົງເຈົ້າ, ພຣະ​ບິດາ​ຜູ້​ສະຖິດ​ນິລັນ​ດອນ, ພວກ​ຂ້າພຣະ​ອົງ​ທູນ​ຂໍພຣະ​ອົງ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ; ໂປດ​ປະທານ​ພອນ ແລະ ເຮັດ​ໃຫ້​ເຂົ້າຈີ່​ນີ້ [ຫລື ນ້ຳນີ້] ສັກສິດ​ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ທັງຫລາຍ​ຜູ້​ທີ່​ຮັບ​ສ່ວນ [ຫລື ດື່ມ].”28 ​ການເຮັດ​ໃຫ້​ສັກສິດ ​ແມ່ນ​ການ​ເຮັດ​ໃຫ້​ບໍ​ລິ​ສຸດ ​ແລະ ສັກສິດ. ​ເຄື່ອງໝາຍ​ຂອງ​ສິນ​ລະ​ລຶກ​ໄດ້​ຖືກ​ເຮັດ​ໃຫ້​ສັກສິດ ​ໃນ​ການ​ລະ​ນຶກ​ເຖິງ​ຄວາມ​ບໍລິສຸດ​ຂອງ​ພຣະຄຣິດ, ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເພິ່ງ​ການ​ຊົດ​ໃຊ້​ຂອງ​ພຣະອົງ​ແທ້ໆ, ​ແລະ ​ເຖິງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ເຮົາ ທີ່​ຈະ​ໃຫ້​ກຽດ​ແກ່​ພິທີການ ​ແລະ ພັນທະ​ສັນຍາ​ຂອງ​ເຮົາ ວ່າ​ເຮົາ​ຈະສາມາດ “ຢືນ​ຢູ່​ໂດຍ​ບໍ່​ມີ​ມົນທິນ​ຕໍ່ພຣະພັກ​ຂອງ [ພຣະອົງ] ​ໃນ​ວັນ​ສຸດ​ທ້າຍ.”29

ພິທີ​ສິນລະ​ລຶກ​ເປັນ​ການ​ເຊື້ອ​ເຊີນ​​ເລື້ອຍໆທີ່​ສັກສິດ ​ເພື່ອ​ໃຫ້​ກັບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ​ເກີດ​​ໃໝ່ທາງ​ວິນ​ຍານ. ການ​ພຽງ​ແຕ່ຮັບ​ສ່ວນ​ສິນ​ລະ​ລຶກ​ເທົ່າ​ນັ້ນ ຈະ​ບໍ່ປົດ​ບາບ. ​ແຕ່​ຖ້າ​ຫາກ​ເຮົາ​ຕຽມ​ຢ່າງ​ຕັ້ງ​ໃຈ ​ແລະ ມີ​ສ່ວນ​ຮ່ວມ​ໃນ​ພິທີການ​ທີ່​ສັກສິດ​ນີ້ ​ດ້ວຍ​ໃຈ​ອັນ​ຊອກ​ຊ້ຳ ​ແລະ ວິນ​ຍານ​ທີ່​ສຳນຶກ​ຜິດ, ​ແລ້ວ​​ເຮົາ​ຈະ​ໄດ້​ຮັບ​ຕາມ​ທີ່​ຖືກສັນຍາ​ໄວ້​ວ່າ ​ເຮົາ​ຈະ​ມີ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າສະຖິດ​ຢູ່​ນຳ ຕະຫລອດ​ເວລາ. ​ແລະ ​ໂດຍ​ອຳນາດ​ທີ່​ເຮັດ​ໃຫ້​ສັກສິດ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ໃນ​ຖານະທີ່​ເປັນ​ເພື່ອນຂອງ​ເຮົາ​ ຕະຫລອດ​ເວລາ, ​ເຮົາ​ຈະ​ສາມາດ​ຮັກສາ​ການ​ປົດ​ບາບ​ຂອງ​ເຮົາ​ໄວ້​ຢູ່​ສະ​ເໝີ.

​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ແທ້ໆ ​ໃນ​ແຕ່​ລະອາ​ທິດ ​ໂດ​ຍການ​ມີ​ໂອກາດ​ທີ່​ຈະ​ປະ​ເມີນ​ຊີວິດ​ຂອງ​ເຮົາ ຜ່ານ​ພິທີ​ສິນ​ລະ​ລຶກ, ​ເພື່ອ​ຕໍ່​ພັນທະ​ສັນຍາ​, ​ແລະ ​ເພື່ອ​ຮັບ​ເອົາ​ຄຳ​ສັນຍາ​ແຫ່ງ​ພັນທະ​ສັນຍາ​ຂອງ​ເຮົາ.30

​ບັບຕິ​ສະມາ​ຄືນ​​ໃໝ່

ບາງ​ເທື່ອ ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ໄດ້​ເວົ້າວ່າ ​ເຂົາ​ເຈົ້າຢາກ​ຮັບ​ບັບຕິ​ສະມາ​ຄືນ​ໃໝ່—ຊຶ່ງ​ໂດຍ​ການ​ນັ້ນ ​ເຂົາ​ເຈົ້າຈະ​ສະອາດ ​ແລະ ມີຄ່າ​ຄວນ ຄື​ກັນ​ກັບ​ມື້​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ພິທີການ​ຂອງ​ພຣະກິດ​ຕິ​ຄຸນ​ທີ່​ຊ່ວຍ​ໃຫ້​ລອດ. ຂ້າພະ​ເຈົ້າຂໍ​ແນະນຳ​ວ່າ ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ ບໍ່​ມີເຈດ​ຕະນາ​ໃຫ້​ເຮົາ ​ໄດ້​ມີ​ປະສົບ​ການ​ ທີ່​ຮູ້ສຶກ​​ໄດ້​ຕໍ່​ອາຍຸ​ທາງ​ວິນ​ຍານ, ຖືກ​ເຮັດ​ໃຫ້​ສົດ​ຊື່ນ, ​ແລະ ຖືກ​ຟື້ນ​ຟູ ພຽງ​ແຕ່​ເທື່ອ​ດຽວ​ເທົ່າ​ນັ້ນ ​ໃນ​ຊີວິດ. ພອນ​ຂອງ​ການ​ໄດ້​ຮັບ ​ແລະ ການ​ຮັກສາ​ການ​ປົດ​ບາບ​ຂອງ​ເຮົາໄວ້​ຢູ່​ສະ​ເໝີ ຜ່ານ​ທາງ​ພິທີການ​ຂອງ​ພຣະກິດ​ຕິ​ຄຸນ ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ ການ​ບັບຕິ​ສະມາ ​ເປັນ​ຈຸດ​​​ເດີນທາງ ທາງ​ວິນ​ຍານ​ຂອງ​ເຮົາ ​ໃນ​ຊ່ວງ​ມະຕະ; ມັນ​ບໍ່​ໄດ້​ເປັນຈຸດ ທີ່​ເຮົາຢາກ​ໄປ​ຢ້ຽມຢາມ​ເທື່ອ​ແລ້ວ ​ເທື່ອ​ອີກ.

ພິທີ​ບັບຕິ​ສະມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳໝົດ​ທັງ​ຕົວ, ການວາງ​ມື​ສຳລັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ​ແລະ ສິນ​ລະ​ລຶກ ​ບໍ່​ໄດ້​ເປັນ​ເຫດການ​ທີ່​ແຍກ​ກັນ; ​ແຕ່ ທັງ​ສາມ​ເປັນ​ສ່ວນ​ປະສົມ ​ໃນ​ແບບ​ແຜນ​ທີ່​ກ່ຽວ​ພັນ ​ແລະ ຕໍ່​ເຕີມ​ໃຫ້​ກັນ ຂອງ​ຄວາມ​ກ້າວໜ້າ​ສູ່​ການ​ໄຖ່. ພິທີການ​ໃນ​ແຕ່ລະ​ຂັ້ນຕອນ ຈະ​ຍົກ​ລະດັບ ​ແລະ ຂະຫຍາຍ​ຈຸດປະສົງ​ທາງ​ວິນ​ຍານ, ຄວາມ​ປາດ​ຖະໜາ, ​ແລະ ພາກ​ປະຕິບັດ. ​ແຜນ​ຂອງ​ພຣະບິດາ, ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ​ແລະ ພິທີການ​ແຫ່ງ​ພຣະກິດ​ຕິ​ຄຸນ ຈັດ​ຫາ​ພຣະຄຸນ​ທີ່​ເຮົາ​ຕ້ອງການ​​ເພື່ອ​ຈະກ້າວ​ໄປ​ໜ້າ​ ​ແລະ ກ້າວ​ຂຶ້ນ​ໄປ​ເທື່ອລະ​ແຖວ ​ແລະ ​ເທື່ອ​ລະ​ບົດ ສູ່​ຈຸດໝາຍ​ປາຍທາງ​ນິລັນດອນ​ຂອງ​ເຮົາ.

ຄຳ​ສັນຍາ ​ແລະ ປະຈັກ​ພະຍານ

​ເຮົາ​ເປັນ​ມະນຸດ​ທີ່​ຍັງຂາດ​ຕົກ​ບົກພ່ອງ ພະຍາຍາມ​ດຳລົງ​ຊີວິດ​ໃນ​ຊ່ວງ​ມະຕະ ອີງ​ຕາມ​​ແຜນ​ທີ່​ດີ​ພ້ອມ​ທຸກ​ຢ່າງ​ແຫ່ງ​ຄວາມ​ກ້າວໜ້າ​ນິລັນດອນ ຂອງ​ພຣະບິດາ​ເທິງ​ສະຫວັນ. ​ເງື່ອນ​ໄຂ​​ໃນ​ແຜນ​ຂອງ​ພຣະອົງ​ແມ່ນ​ຮຸ່ງ​ເຫລື້ອມ, ມີ​ເມດ​ຕາ, ​ແລະ ​ເຄັ່ງ​ຄັດ. ​ບາງ​ເທື່ອ​ເຮົາ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຕັ້ງ​ໃຈ ​ແລະ ບາງ​ເທື່ອ​ເຮົາ​ຈະ​ຮູ້ສຶກ​ວ່າ​ບໍ່​ພຽບ​ພ້ອມ. ​​ເຮົາ​ອາດ​ສົງ​ໄສ​ວ່າ ​ເຮົາ​ຈະ​ສາມາດ​ບັນລຸ​ຕາມ​ພຣະບັນຍັດ​ ທີ່​ຈະຢືນ​ຢູ່​ໂດຍ​ບໍ່​ມີ​ມົນທິນ​ຕໍ່ພຣະພັກ​ຂອງພຣະອົງ​ໃນ​ວັນ​ສຸດ​ທ້າຍ ​ໄດ້​ຫລືບໍ.

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະຜູ້​ເປັນ​ເຈົ້າ ​ແລະ ຜ່ານ​ອຳນາດ​ຂອງ​ພຣະວິນ​ຍານ​ຂອງ​ພຣະອົງ ທີ່​ຈະ “ສັ່ງສອນ [ເຮົາ] ​ໃນທຸກສິ່ງ,”31 ແນ່ນອນ ​ເຮົາ​ຈະ​ສາມາດ​​ໄດ້​ຮັບ​ພອນ ​ເພື່ອ​ຈະ​ໄດ້​ຮູ້ຈັກ​ຄວາມ​ເປັນ​ໄປ​ໄດ້​ທາງ​ວິນ​ຍານ​ຂອງ​ເຮົາ. ພິທີການ​ຈະ​ເຊື້ອ​ເຊີນ​ຈຸດປະສົງ​ທາງ​ວິນ​ຍານ ​ແລະ ອຳນາດ ​ໃຫ້ມາສູ່​ຊີວິດ​ເຮົາ ​ເມື່ອ​ເຮົາ​ພະຍາຍາມ​ເກີດ​ໃໝ່ ​ແລະ ກາຍ​ເປັນ​ຊາຍ ​ແລະ ຍິງ ຂອງ​ພຣະຄຣິດ.32 ຄວາມ​ອ່ອນ​ແອ​ຂອງ​ເຮົາ ສາມາດ​ໄດ້ຮັບ​ຄວາມ​ເຂັ້ມ​ແຂງ, ​ແລະ ຄວາມ​ຈຳ​ກັດ​ຂອງ​ເຮົາ ສາມາດ​ຖືກ​ເອົາ​ຊະນະ​ໄດ້.

​ເຖິງ​ແມ່ນ​ວ່າ ບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຮົາ ສາມາດ​ບັນລຸ​ຄວາມ​ດີ​ພ້ອມ​ທຸກ​ຢ່າງ​ໃນ​ຊີວິດ​ນີ້​ໄດ້, ​ແຕ່​ເຮົາ​ສາມາດມີຄ່າ​ຄວນ​ຫລາຍ​ຂຶ້ນ ​ແລະ ປາດ​ສະ​ຈາກ​ມົນທິນ ​ເມື່ອ​ເຮົາ “ຖືກ​ຊຳລະ​ລ້າງ​ໂດຍ​ໂລຫິດ​ຂອງ​ພຣະ​ເມສາ​ນ້ອຍ.”33 ຂ້າພະ​ເຈົ້າ​ສັນຍາ ​ແລະ ​ເປັນ​ພະຍານ​ວ່າ ​ເຮົາ​ຈະ​ໄດ້​ຮັບ​ພອນ ​ໂດຍ​ການ​ມີ​ສັດທາ​ຫລາຍ​ຂຶ້ນ ​ໃນ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ​​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນທາງ​ວິນ​ຍານ ​ເມື່ອ​ເຮົາ​ສະ​ແຫວ​ງຫາ​ການ​ປົດ​ບາບ​ຂອງ​ເຮົາ​ຢູ່​ສະ​ເໝີ ​ແລະ ​ໃນ​ທີ່​ສຸດ ​ຈະ​ຢືນ​ຢູ່​ໂດຍ​ບໍ່​ມີ​ມົນທິນ​ຕໍ່ພຣະພັກ​ຂອງພຣະຜູ້​ເປັນ​ເຈົ້າ​ໃນ​ວັນ​ສຸດ​ທ້າຍ. ຂ້າພະ​ເຈົ້າ​ເປັນ​ພະຍານ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.