​2010–2019
ຄວາມຕາຍຈະບໍ່ມີອີກຕໍ່ໄປ
ເມສາ 2016


ຄວາມຕາຍຈະບໍ່ມີອີກຕໍ່ໄປ

ສຳລັບທຸກຄົນທີ່ໂສກເສົ້າ ເພາະການຕາຍຂອງຄົນທີ່ຕົນຮັກ, ການຟື້ນຄືນຊີວິດແມ່ນແຫລ່ງແຫ່ງຄວາມຫວັງອັນຍິ່ງໃຫຍ່.

ອາທິດແລ້ວແມ່ນວັນອິສເຕີ ແລະ ພວກເຮົາໄດ້ເອົາໃຈໃສ່ອີກນຳການເສຍສະລະຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງອົງພຣະເຢຊູຄຣິດເຈົ້າ. ໃນປີທີ່ຜ່ານມາ ຂ້າພະເຈົ້າໄດ້ຄິດ ແລະ ໄຕ່ຕອງຫລາຍກວ່າເກົ່າເຖິງເລື່ອງການຟື້ນຄືນຊີວິດ.

ເກືອບໜຶ່ງປີແລ້ວ ລູກສາວຂອງພວກເຮົາ ນາງອາລິຊາ ໄດ້ເສຍຊີວິດໄປ. ນາງໄດ້ທໍລະມານກັບໂຣກມະເລັງເກືອບແປດປີ, ໂດຍໄດ້ຜ່າຕັດຫລາຍເທື່ອ, ໄດ້ລອງວິທີປິ່ນປົວຫລາຍຢ່າງ, ໄດ້ຮັບການອັດສະຈັນທີ່ໜ້າຕື່ນເຕັ້ນ, ແລະ ໄດ້ຮັບການເສຍໃຈອັນສຸດຂີດ. ພວກເຮົາໄດ້ເຫັນສະພາບທາງຮ່າງກາຍຂອງນາງເສື່ອມລົງຂະນະທີ່ນາງກຳລັງຮອດທີ່ສິ້ນສຸດຂອງຊີວິດມະຕະ. ມັນເຈັບຊ້ຳໃຈຫລາຍຂະໜາດທີ່ເຫັນອັນນີ້ເກີດກັບລູກສາວທີ່ຮັກ—ຜູ້ທີ່ເຄີຍເປັນທາລົກຕາແວວ ໄດ້ເຕີບໂຕຂຶ້ນເປັນຜູ້ຍິງ, ເປັນເມຍ, ເປັນແມ່, ທີ່ເກັ່ງກ້າ ແລະ ດີເລີດ. ຂ້າພະເຈົ້າໄດ້ຄິດວ່າ ຫົວໃຈຈະແຕກສະຫລາຍ.

ຮູບ​ພາບ
ອາລິຊາ ຈອນສັນ ລິນຕັນ

ປີກາຍນີ້ຕອນອິສເຕີ, ປະມານເດືອນກວ່າກ່ອນນາງຕາຍ, ນາງອາລິຊາໄດ້ຂຽນວ່າ: “ວັນອິສເຕີ ແມ່ນການຊົງຈຳກ່ຽວກັບທຸກສິ່ງທີ່ຂ້ອຍຫວັງໃຫ້ຕົວເອງ. ຄືວ່າຊິມີວັນໜຶ່ງ ທີ່ຂ້ອຍຊິຫາຍພະຍາດ ແລະ ຊິມີວັນໜຶ່ງທີ່ຂ້ອຍຊິສົມບູນ. ຊິມີວັນໜຶ່ງ ທີ່ຂ້ອຍຊິບໍ່ມີເຫລັກ ຫລື ບໍ່ມີປລາສະຕິກໃນຕົວຂ້ອຍ. ຊິມີວັນໜຶ່ງ ທີ່ໃຈຂ້ອຍຊິໝົດຢ້ານ ແລະ ຂ້ອຍຊິໝົດກັງວົນ. ຂ້ອຍບໍ່ໄດ້ອະທິຖານເພື່ອຂໍໃຫ້ສິ່ງເຫລົ່ານີ້ເກີດໃນໄວໆນີ້, ແຕ່ຂ້ອຍດີໃຈຂະໜາດທີ່ຂ້ອຍເຊື່ອແທ້ໆ ໃນເລື່ອງຊີວິດຫລັງຈາກຄວາມຕາຍ ອັນສະຫງ່າງາມ.”1

ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ ເຮັດໃຫ້ສິ່ງນັ້ນທີ່ນາງອາລິຊາຫວັງໄວ້ ກາຍເປັນຈິງ ແລະ ໃຫ້ພວກເຮົາທຸກຄົນມີ “ຄຳອະທິບາຍເຖິງຄວາມຫວັງທີ່ [ພວກເຮົາ] ມີຢູ່ນັ້ນ.”2 ປະທານກໍດອນ ບີ ຮິງລີ ເຄີຍກ່າວວ່າ ການຟື້ນຄືນຊີວິດແມ່ນ “ເຫດການອັນຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ.”3

ການຟື້ນຄືນຊີວິດມີມາ ໂດຍການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ເປັນສິ່ງທີ່ຈຳເປັນສຳລັບແຜນແຫ່ງຄວາມລອດ.4 ພວກເຮົາເປັນລູກໆທາງວິນຍານຂອງພຣະບິດາມານດາເທິງສະຫວັນ.5 ເມື່ອພວກເຮົາມາສູ່ຊີວິດໃນໂລກນີ້, ວິນຍານຂອງພວກເຮົາຈະເຂົ້າຮ່ວມກັບຮ່າງກາຍຂອງພວກເຮົາ. ພວກເຮົາປະສົບກັບຄວາມສຸກຄວາມທຸກທັງປວງທີ່ກ່ຽວຂ້ອງກັບຊີວິດມະຕະ. ເມື່ອຄົນຕາຍໄປ ວິນຍານກໍແຍກອອກຈາກຮ່າງກາຍຂອງເຂົາ. ການຟື້ນຄືນຊີວິດ ຈະນຳວິນຍານ ແລະ ຮ່າງກາຍຂອງຄົນມາເຂົ້າຮ່ວມກັນອີກ, ແຕ່ເທື່ອນີ້ຮ່າງກາຍນັ້ນຈະເປັນຮ່າງກາຍອະມະຕະ ແລະ ສົມບູນ—ມັນຈະບໍ່ມີຄວາມເຈັບປວດ, ໂຣກພະຍາດ, ຫລື ບັນຫາໃດໆ.6

ຫລັງຈາກການຟື້ນຄືນຊີວິດ, ວິນຍານ ແລະ ຮ່າງກາຍຈະບໍ່ແຍກອອກຈາກກັນອີກເລີຍ ເພາະການຟື້ນຄືນຊີວິດຂອງພຣະຜູ້ຊ່ວຍໃຫ້ລອດໄດ້ເອົາຊະນະຄວາມຕາຍຢ່າງຄົບຖ້ວນ. ເພື່ອຈະຍຶດເອົາຈຸດມຸ້ງໝາຍອັນນິລັນດອນຂອງເຮົາໄດ້, ເຮົາຕ້ອງມີຈິດວິນຍານທີ່ອະມະຕະນີ້—ທັງວິນຍານ ແລະ ທັງຮ່າງກາຍ—ຮ່ວມກັນຕະຫລອດການ. ໂດຍທີ່ມີວິນຍານ ແລະ ຮ່າງກາຍອະມະຕະຕິດກັນຢ່າງຂາດກັນບໍ່ໄດ້, ເຮົາສາມາດມີ“ຄວາມສຸກຢ່າງເຕັມທີ່.”7 ທີ່ຈິງແລ້ວ, ຖ້າບໍ່ມີການຟື້ນຄືນຊີວິດ, ເຮົາຈະມີຄວາມສຸກຢ່າງເຕັມທີ່ບໍ່ໄດ້ເລີຍ, ແຕ່ຈະຕ້ອງເປັນທຸກຕະຫລອດການ.8 ແມ່ນແຕ່ຄົນທີ່ຊື່ສັດ, ຄົນຊອບທຳ ຍັງເບິ່ງການແຍກອອກຈາກກັນ ຂອງຮ່າງກາຍ ແລະ ວິນຍານ ວ່າເປັນການຖືກຈ່ອງຈຳ. ເຮົາຖືກປົດປ່ອຍຈາກການເປັນຊະເລີຍໂດຍທາງການຟື້ນຄືນຊີວິດ, ຊຶ່ງເປັນການໄຖ່ຈາກໂສ້ແຫ່ງຄວາມຕາຍ.9 ຈະບໍ່ມີຄວາມລອດ ຖ້າບໍ່ມີວິນຍານຂອງເຮົາພ້ອມກັບຮ່າງກາຍຂອງເຮົາ.

ເຮົາທຸກຄົນກໍບົກພ່ອງ ແລະ ອ່ອນແອທາງດ້ານຮ່າງກາຍ, ສະຕິ ແລະ ຄວາມຮູ້ສຶກ. ການທ້າທາຍດັ່ງກ່າວນີ້, ຊຶ່ງດຽວນີ້ອາດຈະເບິ່ງຄືຈະແກ້ໄຂບໍ່ໄດ້, ໃນທີ່ສຸດຈະແກ້ໄຂໄດ້. ຈະບໍ່ມີບັນຫາດັ່ງນີ້ລົບກວນເຮົາຫລັງຈາກເຮົາໄດ້ຟື້ນຄືນຊີວິດແລ້ວ. ນາງອາລິຊາໄດ້ຄົ້ນຄວ້າອັດຕາຄົນຕາຍສຳລັບຄົນທີ່ມີໂຣກມະເລັງຢ່າງດຽວທີ່ນາງມີ, ແລະ ສະຖິຕິນັ້ນບໍ່ໄດ້ໃຫ້ຄວາມໝັ້ນໃຈດອກ. ນາງຂຽນວ່າ: “ແຕ່ການປິ່ນປົວມີຢູ່, ດັ່ງນັ້ນ ຂ້ອຍຈຶ່ງບໍ່ຢ້ານ. ພຣະເຢຊູໄດ້ຮັກສາໂຣກມະເລັງຂອງຂ້ອຍແລ້ວ, ແລະ ໂຣກຂອງເຈົ້າ. … ຂ້ອຍ ຊິ ຫາຍດີຂຶ້ນ. ຂ້ອຍດີໃຈທີ່ຮູ້ແນວນີ້.”10

ເຮົາສາມາດປ່ຽນຄຳວ່າ ມະເລັງ ເອົາຄວາມທຸກທໍລະມານດ້ານຮ່າງກາຍ, ສະຕິ ຫລື ຄວາມຮູ້ສຶກທີ່ເຮົາມີຢູ່ມາກ່າວແທນ. ຍ້ອນການຟື້ນຄືນຊີວິດ ຄວາມທຸກດັ່ງກ່າວໄດ້ຮັກສາມາແລ້ວເໝືອນກັນ. ຄວາມອັດສະຈັນແຫ່ງການຟື້ນຄືນຊີວິດ, ແມ່ນການຮັກສາອັນໃຫຍ່ສຸດນັ້ນ, ກໍຍິ່ງໃຫຍ່ກວ່າວິທີການທາງແພດໃນປະຈຸບັນ. ແຕ່ມັນບໍ່ຍິ່ງໃຫຍ່ກວ່າອຳນາດຂອງພຣະເຈົ້າ. ເຮົາຮູ້ມັນເປັນໄປໄດ້ເພາະພຣະຜູ້ຊ່ວຍໃຫ້ລອດໄດ້ຟື້ນຄືນຊີວິດແລ້ວ ແລະ ຈະນຳການຟື້ນຄືນຊີວິດມາໃຫ້ພວກເຮົາທຸກຄົນເໝືອນກັນ.11

ການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດພິສູດວ່າ ພຣະອົງຄືພຣະບຸດຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງໄດ້ສອນນັ້ນເປັນຈິງ. “ພຣະອົງເປັນຄືນມາແລ້ວຕາມທີ່ພຣະອົງໄດ້ກ່າວ.”12 ຄົງບໍ່ມີສິ່ງໃດທີ່ພິສູດຄວາມເປັນຂອງສະຫວັນຂອງພຣະອົງໄດ້ ຫລາຍກວ່າທີ່ພຣະອົງໄດ້ອອກຈາກຫລຸມຝັງສົບໂດຍມີພຣະກາຍອະມະຕະ.

ເຮົາຮູ້ຈັກພະຍານເຖິງການຟື້ນຄືນພຣະຊົນໃນເວລາຂອງພຣະຄຳພີໃໝ່. ນອກເໜືອໄປຈາກ ຜູ້ຍິງຜູ້ຊາຍໃນເລື່ອງທີ່ເຮົາອ່ານໃນພຣະທຳສີ່ສະບັບທຳອິດແລ້ວ, ພຣະຄຳພີໃໝ່ຍັງບອກເຮົາວ່າ ມີຫລາຍຮ້ອຍຄົນໄດ້ເຫັນພຣະຜູ້ເປັນເຈົ້າທີ່ຟື້ນຄືນພຣະຊົນ.13 ແລະ ພຣະຄຳພີມໍມອນບອກວ່າມີຫລາຍຮ້ອຍກວ່າຄົນອີກ: “ຝູງຊົນໄດ້ອອກໄປ ແລະ ໄດ້ເດ່ມືໄປໃສ່ຂ້າງ, … ແລະ [ພວກເຂົາ] ໄດ້ເຫັນດ້ວຍຕາຂອງຕົນເອງ ແລະ ໄດ້ລູບຄຳດ້ວຍມືຂອງຕົນເອງ, ແລະ ໄດ້ຮູ້ເຖິງຄວາມແນ່ນອນນີ້ ແລະ ໄດ້ເປັນພະຍານວ່າ ແມ່ນພຣະອົງແທ້ໆ ຜູ້ທີ່ສາດສະດາທັງຫລາຍໄດ້ຂຽນໄວ້ວ່າ ຈະສະເດັດມາ.”14

ພະຍານບູຮານເຫລົ່ານັ້ນມີພະຍານໃນຍຸກສຸດທ້າຍຕື່ມໃສ່ອີກ. ທີ່ຈິງແລ້ວ, ສິ່ງທຳອິດທີ່ເກີດໃນສະໄໝນີ້, ຄືໂຈເຊັບ ສະມິດ ໄດ້ເຫັນພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນພ້ອມກັບພຣະບິດາ.15 ສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່ ເຄີຍເປັນພະຍານກ່ຽວກັບຄວາມເປັນຈິງຂອງພຣະຄຣິດທີ່ຟື້ນຄືນພຣະຊົນ ແລະ ຊົງພຣະຊົນຢູ່.16 ສະນັ້ນພວກເຮົາເວົ້າໄດ້ວ່າ, “ມີພະຍານຫລວງຫລາຍຢູ່ອ້ອມຢ່າງນີ້ແລ້ວ.”17 ແລະ ພວກເຮົາທຸກຄົນສາມາດມີສ່ວນຮ່ວມເປັນພະຍານ ຜູ້ທີ່ຮູ້ໂດຍທາງອຳນາດຂອງພຣະວິນຍານບໍລິສຸດວ່າ ສິ່ງທີ່ເຮົາສະຫລອງໃນວັນອິສເຕີ ໄດ້ເກີດຂຶ້ນແທ້ໆ—ວ່າການຟື້ນຄືນພຣະຊົນເປັນຄວາມຈິງ.

ຄວາມເປັນຈິງຂອງການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດ ຍ່ອມເອົາຄວາມຫວັງມາແທນຄວາມໂສກເສົ້າຂອງເຮົາ, ເພາະພ້ອມກັນນັ້ນ ກໍມີຄວາມໝັ້ນໃຈທີ່ຄຳສັນຍາອື່ນໆ ໃນພຣະກິດຕິຄຸນກໍມີຢູ່ເປັນຈິງຄືກັນ—ຄຳສັນຍາທີ່ໜ້າອັດສະຈັນຄືກັນກັບການຟື້ນຄືນພຣະຊົນ. ເຮົາຮູ້ວ່າ ພຣະອົງມີອຳນາດທີ່ຈະຊຳລະລ້າງເຮົາຈາກບາບທັງໝົດຂອງເຮົາ. ເຮົາຮູ້ວ່າ ພຣະອົງໄດ້ຮັບແບກພະຍາດໂຣຄາ, ຄວາມເຈັບໄຂ້, ແລະຄວາມບໍ່ຍຸດຕິທຳຂອງເຮົາໄປ.18 ເຮົາຮູ້ວ່າ ພຣະອົງໄດ້ “ຟື້ນຄືນຈາກຄວາມຕາຍໂດຍອຳນາດແຫ່ງການປິ່ນປົວຂອງພຣະອົງ.”19 ເຮົາຮູ້ວ່າ ພຣະອົງສາມາດຮັກສາເຮົາໃຫ້ດີໄດ້ ບໍ່ວ່າເຮົາຈະແຕກລ້າວຫລາຍປານໃດກໍຕາມ. ເຮົາຮູ້ວ່າ ພຣະອົງຈະ “ເຊັດນ້ຳຕາທຸກຢົດຈາກຕາຂອງ [ເຮົາ]. ຄວາມຕາຍຈະບໍ່ມີອີກຕໍ່ໄປ, ຄວາມໂສກເສົ້າ, ການຮ້ອງໄຫ້, ແລະ ຄວາມເຈັບປວດຈະບໍ່ມີອີກຕໍ່ໄປ.”20 ເຮົາຮູ້ວ່າ ເຮົາສາມາດດີພ້ອມໄດ້ໂດຍຜ່ານພຣະເຢຊູ …, ຜູ້ເຮັດໃຫ້ເກີດການຊົດໃຊ້ທີ່ສົມບູນ,”21 ຖ້າຫາກເຮົາມີແຕ່ໃຊ້ສັດທາ ແລະ ຕິດຕາມພຣະອົງໄປ.

ຢູ່ຊ່ວງສຸດທ້າຍໃນເພງສວດອັນໜ້າດົນໃຈທີ່ເອີ້ນວ່າ ພຣະເມຊີ, ທ່ານແຮນເດີ ໄດ້ແຕ່ງເພງຈາກຖ້ອຍຄຳຂອງອັກຄະສາວົກໂປໂລ ທີ່ຊື່ນຊົມກັບການຟື້ນຄືນພຣະຊົນ.

“ເຮົາຈະເປີດເຜີຍຄວາມລຶກລັບໃຫ້ພວກເຈົ້າຮູ້ຄືວ່າ: ພວກເຮົາຈະບໍ່ຕາຍໄປໝົດທຸກຄົນ;

“ແຕ່ເມື່ອສຽງແກຄັ້ງລ່າສຸດດັງຂຶ້ນ: … ໃນບຶດດຽວ ໃນພັບຕາດຽວ ດ້ວຍວ່າເມື່ອສຽງແກດັງນັ້ນ ຄົນຕາຍແລ້ວຈະເປັນຄືນມາ ຄືບໍ່ຕາຍອີກຈັກເທື່ອ ແລະ ພວກເຮົາກໍຈະມີຮ່າງກາຍໃໝ່ໝົດທຸກຄົນ.

“ດ້ວຍວ່າສະພາບຊຶ່ງຕ້ອງເປື່ອຍເນົ່າຂອງພວກເຮົານີ້ ຕ້ອງຖືກປ່ຽນແປງສູ່ສະພາບທີ່ບໍ່ເປື່ອຍເນົ່າຈັກເທື່ອ; ສິ່ງທີ່ຕາຍເປັນ ຕ້ອງຖືກປ່ຽນແປງສູ່ສິ່ງທີ່ຕາຍບໍ່ເປັນ.

“… ເມື່ອນັ້ນແຫລະ ຂໍ້ຄວາມທີ່ມີຂຽນໄວ້ໃນພຣະຄຳພີ ກໍຈະກາຍເປັນຈິງ: ຄວາມຕາຍໄດ້ຖືກທຳລາຍສາແລ້ວ; ແລະ ຄວາມມີໄຊກໍຄົບຖ້ວນສາແລ້ວ.

“ໂອ້ ຄວາມຕາຍເອີຍ ໄຊຊະນະຂອງມຶງຢູ່ໃສ? …

“ແຕ່ຈົ່ງຂອບຄຸນພຣະເຈົ້າ ທີ່ໂຜດໃຫ້ພວກເຮົາມີໄຊຊະນະ ໂດຍທາງພຣະເຢຊູຄຣິດເຈົ້າ.”22

ຂ້າພະເຈົ້າກະຕັນຍູສຳລັບພອນທີ່ເປັນຂອງເຮົາຍ້ອນການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງອົງພຣະເຢຊູຄຣິດເຈົ້າ. ສຳລັບທຸກຄົນທີ່ເຄີຍມີລູກທີ່ຕາຍ, ທີ່ເຄີຍຮ້ອງໄຫ້ເພາະຜົວ ຫລື ເມຍຕາຍໄປ ຫລື ໂສກເສົ້າທີ່ພໍ່ແມ່ ຫລື ຄົນທີ່ຮັກໄດ້ເສຍໄປແລ້ວ, ການຟື້ນຄືນຊີວິດແມ່ນແຫລ່ງແຫ່ງຄວາມຫວັງອັນຍິ່ງໃຫຍ່. ມັນຈະເປັນປະສົບການທີ່ຫວານຊື່ນທີ່ສຸດ ເມື່ອໄດ້ເຫັນຄົນນັ້ນອີກ—ບໍ່ແມ່ນແຕ່ເປັນວິນຍານ ແຕ່ມີຮ່າງກາຍທີ່ຟື້ນຄືນມາແລ້ວ.

ຂ້າພະເຈົ້າຢາກເຫັນແມ່ຂອງຂ້າພະເຈົ້າອີກ ແລະ ຮູ້ສຶກເຖິງການແຕະຕ້ອງທີ່ນິ້ມນວນ ແລະ ການຫລຽວເບິ່ງດ້ວຍຄວາມຮັກຂອງແມ່. ຂ້າພະເຈົ້າຢາກເຫັນຮອຍຍິ້ມຂອງພໍ່ຂອງຂ້າພະເຈົ້າ ແລະ ຟັງສຽງຫົວຂອງພໍ່ ແລະ ເຫັນພໍ່ເປັນຄົນສົມບູນທີ່ຟື້ນຄືນຊີວິດແລ້ວ. ດ້ວຍຕາແຫ່ງສັດທາ, ຂ້າພະເຈົ້າໄດ້ຈິນຕະນາການເຫັນນາງອາລິຊາ ທີ່ບໍ່ມີບັນຫາທາງໂຣກໃດເລີຍ ບໍ່ມີໄລພິດຂອງຄວາມຕາຍເລີຍ—ແມ່ນນາງອາລິຊາ ທີ່ຟື້ນຄືນຊີວິດຢ່າງສົມບູນ ແລະ ມີຄວາມສຸກຢ່າງເຕັມທີ່.

ໃນຕອນອິສເຕີບໍ່ຫລາຍປີກ່ອນ ນາງໄດ້ຂຽນວ່າ: “ຊີວິດໂດຍທາງພຣະນາມຂອງພຣະອົງ. ມີຄວາມຫວັງຢ່າງຫລວງຫລາຍ. ຕະຫລອດໄປ. ໃນທຸກກໍລະນີ. ຂ້ອຍຮັກວັນອິສເຕີທີ່ໃຫ້ຂ້ອຍຊົງຈຳນີ້.”23

ຂ້າພະເຈົ້າເປັນພະຍານເຖິງຄວາມເປັນຈິງຂອງການຟື້ນຄືນພຣະຊົນ. ພຣະເຢຊູຄຣິດຊົງພຣະຊົນຢູ່, ແລະຍ້ອນພຣະອົງ ເຮົາທຸກຄົນຈະມີຊີວິດອີກ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.