​2010–2019
ການເລືອກ
ເມສາ 2016


ການເລືອກ

ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ສິ່ງ​ທີ່​ຖືກຕ້ອງ ​ເຖິງ​ແມ່ນ​ຈະຍາກກວ່າ, ​ແທນ​ການ​ເລືອກ​ສິ່ງ​ທີ່ຜິດ ​ເຖິງ​ແມ່ນຈະ​ງ່າຍກວ່າ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ກ່ອນ​ຂ້າພະ​ເຈົ້າຈະ​ເລີ່​ມຕົ້ນກ່າວ​ຄຳ​ປາ​ໄສ​, ຂ້າພະ​ເຈົ້າຢາກ​ປະກາດ​​ເຖິງ ພຣະວິຫານ​ໃໝ່​ ສີ່ ​ແຫ່ງ ຊຶ່ງ​ຈະ​ຖືກ​ສ້າງ​ໃນ​ຫລາຍ​ເດືອນ ​ແລະ ຫລາຍ​ປີ​ທີ່​ຈະ​ມາ​ເຖິງ ຢູ່​ໃນ​ສະຖານ​ທີ່​ດັ່ງ​ຕໍ່​ໄປ​ນີ້: ​ເມືອງຄີ​ໂຕ, ​ປະ​ເທດເອກ​ວາ​ດໍ; ​ເມືອງຮາຣາ​ເຣ, ປະ​ເທດຊິ​ມບຳ​ເວ; ​ເມືອງບີ​ເລັມ, ປະ​ເທດບຣາຊິນ; ​ແລະ ພຣະວິຫານ​ແຫ່ງ​ທີ​ສອງ ​ໃນ​ເມືອງ​ລີ​ມາ, ​ປະ​ເທດ​ເປຣູ.

ຕອນ​ຂ້າພະ​ເຈົ້າ​ໄດ້​ກາຍ​ເປັນ​ສະມາຊິກ​ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ​ໃນ​ປີ 1963, ມີ​ພຣະວິຫານ ທີ່​ເປີດ​ບໍລິການ​ຢູ່ 12 ​ແຫ່ງ ຕະຫລອດ​ທົ່ວ​ສາດສະໜາ​ຈັກ. ​ດ້ວຍ​ການ​ອຸທິດ​ພຣະວິຫານ ໂພ​ຣ​ໂວ ຊີ​ທີ ເຊັນ​ເຕີ ​​ເມື່ອສອງ​ອາທິດ​ຜ່ານ​ມາ​ນີ້, ເຮົາ​ມີ​ພຣະວິຫານ ຢູ່​ດ້ວຍ​ກັນ 150 ​ແຫ່ງ ທີ່​ເປີດ​ບໍລິການ ຢູ່​ຕະຫລອດ​ທົ່ວ​ໂລກ. ​ເຮົາ​ມີ​ຄວາມ​ກະຕັນຍູ​ຫລາຍ ສຳລັບ​ພອນ​ທີ່​​ເຮົາ​ໄດ້​ຮັບ ​ຢູ່​ໃນ​ບ້ານທີ່​ສັກສິດ​ເຫລົ່າ​ນີ້.

ບັດ​ນີ້ ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າຢາກ​ກ່າວ​ເຖິງ​ຄວາມ​ກະຕັນຍູ ສຳລັບ​ໂອກາດ​ທີ່​ຈະ​ໄດ້​ແບ່ງປັນ ​ແນວ​ຄິດ​ສອງ​ສາມ​ຢ່າງກັບ​ທ່ານ ​ໃນ​ເຊົ້າມື້​ນີ້.

​ເມື່ອ​ບໍ່​ດົນ​ມານີ້ ຂ້າພະ​ເຈົ້າ​ໄດ້​ຄຸ້ນ​ຄິດ​ກ່ຽວ​ກັບ​ການ​ເລືອກ. ມີ​ຄຳ​ກ່າວ​ວ່າ ​ເຫດການ​ເລັກ​ນ້ອຍ ອາດ​ກາຍ​ເປັນ​ເລື່ອງ​ໃຫຍ່​ໄດ້, ​ແລະ ຊີວິດ​ຂອງ​ຜູ້​ຄົນ​ກໍ​ຄື​ກັນ. ຈຸດໝາຍ​ປາຍທາງ​ຂອງ​ເຮົາ ​ແມ່ນ​ຂຶ້ນຢູ່​ກັບການ​ເລືອກ​ຂອງ​​ເຮົາ.

ຕອນ​ເຮົາ​ໄດ້​ຈາກ​ໂລກກ່ອນ​ເກີດ​ມາສູ່​ຊ່ວງ​ມະຕະ​ນີ້, ​ເຮົາ​ໄດ້​ເອົາ​ຂອງ​ປະທານ​​ແຫ່ງ​ອຳ​ເພີ​ໃຈ​ມາ​ນຳ. ຈຸດ​ເປົ້າໝາຍ​ຂອງ​ເຮົາ ​ແມ່ນ​ທີ່​ຈະ​ຮັບ​ເອົາ​ລັດສະໝີ​ພາບ​ແຫ່ງ​ຊັ້ນສູງ, ​ແລະ ການ​ບັນລຸ​ເປົ້າໝາຍ​ຂອງ​ເຮົາ ​ແມ່ນ​ຂຶ້ນຢູ່​ກັບ​ການ​ເລືອກ​ຂອງ​ເຮົາ.

ພວກ​ທ່ານ​ສ່ວນ​ຫລາຍ ຄົງ​ຈື່ນາງ ອາ​ລິ​ສ ​ໄດ້ ຢູ່​ໃນ​ປຶ້ມນິ​ຍາຍ ​ທີ່​ແຕ່ງ​ໂດຍ ຫລຸຍສ໌ ແຄ​ໂຣ ​ຊື່ວ່າ Alice’s Adventures in Wonderland. ທ່ານ​ຄົງ​ຈື່​ວ່າ ນາງ​ໄດ້​ເດີນທາງ​ໄປ​ເຖິງ​ທາງ​ແຍກ, ​ແຕ່​ລະສາຍ ກໍ​ຍາວ​ຢຽດ​ຢູ່​ຕໍ່ໜ້າ​ນາງ, ​​ເສັ້ນໜຶ່ງ​ໄປ​ເບື້ອງ​ຊາຍ ​ແລະ ອີກ​ເສັ້ນໜຶ່ງ​ໄປ​ເບື້ອງ​ຂວາ. ​ໃນ​ຂະນະ​ທີ່​ນາງ​ກຳລັງພິຈາລະນາ​ຢູ່​ນັ້ນ, ນາງ​ໄດ້​ຫລຽວ​ເຫັນ​ແມວ​​ໂຕ​ໜຶ່ງ ຊື່ ເຈ​ຊາຍ, ​ແລະ ອາ​ລິ​ສ​ໄດ້​ຖາມ​ແມວ​ວ່າ, “ຂ້ອຍ​ຄວນ​ໄປ​ທາງ​ໃດ?”

​ແມວ​ໄດ້​ຕອບ​ວ່າ, “ມັນ​ຂຶ້ນກັບ​ວ່າ ​ເຈົ້າຢາກ​ໄປ​​ໃສ. ຖ້າ​ເຈົ້າບໍ່​ຮູ້​ວ່າ​ ​ເຈົ້າຢາກ​ໄປ​​ໃສ, ກໍ​ບໍ່​ສຳຄັນ​ວ່າ ​ເຈົ້າຊິ​ໄປ​ທາງ​ໃດ.”1

ບໍ່​ຄື​ກັນ​ກັບ​ນາງ ອາ​ລິ​ສ, ​ເຮົາ​ຮູ້​ວ່າ ​ເຮົາ​ຢາກ​ໄປ​​ໃສ, ​ແລະ ມັນ ກໍ ​​ສຳຄັນ​ວ່າ ​ເຮົາ​ຕ້ອງ​​ເດີນ​ໄປ​ທາງ​ໃດ, ​ເພາະ​ເສັ້ນທາງ​ທີ່​ເຮົາ​ເດີນ​ໄປ​​ໃນ​ຊີວິດນີ້ ຈະ​ພາ​ເຮົາ​ໄປ​​ເຖິງຈຸດໝາຍ​ປາຍທາງ ​ຫລັງ​ຈາກ​ຊີວິດ​ນີ້.

ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ທີ່​ຈະ​ສ້າງ​ສັດທາ​ທີ່​ຍິ່ງ​ໃຫຍ່ ​ແລະ ມີ​ພະລັງ​ຢູ່​ໃນ​ຕົວ​ເຮົາ ຊຶ່ງ​ຈະ​ເປັນ​ສິ່ງ​ປ້ອງ​ກັນ​ທີ່​ມີ​ປະສິດທິພາບ​ທີ່​ສຸດ ຕ້ານ​ກັບ​ຍຸດທະວິທີ​ຂອງ​ຜູ້​ປໍ​ລະ​ປັກ—​ເປັນ​ສັດທາ​ທີ່​ແທ້​ຈິງ, ​ເປັນ​ສັດທາທີ່​ຈະ​ຄ້ຳຈູ​ນ​ເຮົາ ​ແລະ ​ເພີ່ມ​ຄວາມ​ປາດ​ຖະໜາ​ຂອງ​ເຮົາ ​ໃຫ້​ເລືອກ​ສິ່ງ​ທີ່​ຖືກຕ້ອງ. ປາດ​ສະ​ຈາກ​ສັດທາ​ເຊັ່ນ​ນັ້ນ, ​ເຮົາ​ຈະ​ບໍ່​ໄປ​ເຖິງ​ຈຸດ​ໃດ​ເລີຍ. ດ້ວຍ​ສັດທາ​ນີ້, ​ເຮົາ​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ຂອງ​ເຮົາ​ໄດ້.

​ເຖິງ​ແມ່ນ​ເປັນ​ສິ່ງ​ຈຳ​ເປັນທີ່​ສຸດ ​ທີ່​ເຮົາ​ຕ້ອງ​ເລືອກ​ຢ່າງ​ສະຫລາດ, ​ແຕ່​ບາງ​ເທື່ອ ​ເຮົາ​ຈະ​ເຫັນ​ວ່າ ​ເຮົາ​ໄດ້​ເລືອກ​ຢ່າງ​ໂງ່​ຈ້າ. ຂອງ​ປະທານ​ແຫ່ງ​ການ​ກັບ​ໃຈ, ຊຶ່ງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຈັດ​ຕຽມ​​ໄວ້, ສາມາດ​ຊ່ວຍ​ເຮົາ​ໃຫ້​ດັດ​ແປງ​ຊີວິດ​ໄດ້, ​ເພື່ອ​ເຮົາ​ຈະ​ສາມາດ​ກັບ​ຄືນ​ສູ່​ເສັ້ນທາງ​ ທີ່​ຈະ​ພາ​ເຮົາ​ໄປ​ສູ່​ລັດສະໝີ​ພາບ​​ແຫ່ງ​ຊັ້ນສູງ ທີ່​ເຮົາ​ສະ​ແຫວ​ງຫານັ້ນ.

ຂໍ​ໃຫ້​ເຮົາ​ຈົ່ງ​ກ້າຫານ​ຕໍ່​ໄປ ​ເພື່ອ​ຕ້ານ​ກັບ ມະຕິ​ຂອງ​ມະຫາຊົນ. ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​​ສິ່ງ​ທີ່​ຖືກຕ້ອງ ​ເຖິງ​ແມ່ນ​ຈະ​ຍາກກວ່າ, ​ແທນ​ການ​ເລືອກ​ສິ່ງ​ທີ່ຜິດ ​ເຖິງ​ແມ່ນ​ຈະງ່າຍ​ກວ່າ.

​​ເມື່ອ​ເຮົາຄິດ​ກ່ຽວ​ກັບ​ການ​ເລືອກ​ທີ່​ເຮົາ​ຕ້ອງ​ເຮັດໃນ​ແຕ່​ລະ​ມື້—ບໍ່​ວ່າ ຈະ​ເປັນອັນ​ນີ້ ຫລື ອັນ​ນັ້ນ—ຖ້າ​ຫາກ​ເຮົາ​ເລືອກ​ພຣະຄຣິດ, ​ແລ້ວ​ເຮົາ​ຈະ​ເລືອກ​ສິ່ງ​ທີ່​ຖືກຕ້ອງ.

ນີ້​ຄື​ຄຳ​ອະທິຖານ​ທີ່​ຈິງ​ໃຈ ​ແລະ ຖ່ອມຕົວ​ຂອງ​ຂ້າພະ​ເຈົ້າ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. Adapted from Lewis Carroll, Alice’s Adventures in Wonderland (1898), 89.