​2010–2019
​ເຮົາ​ເຊື່ອຢູ່​ບໍ?
ເມສາ 2016


​ເຮົາ​ເຊື່ອຢູ່​ບໍ?

​ຖ້າ​ສິ່ງ​ເຫລົ່າ​ນີ້​ເປັນຄວາມ​ຈິງ, ​ແລ້ວ​ເຮົາ​ກໍ​ມີ​ຂ່າວສານ​ທີ່​ປະ​ເສີດ​ທີ່​ສຸດ ​ເຖິງ​ຄວາມ​ຫວັງ ​ແລະ ການ​ຊ່ວຍ​ເຫລືອ ທີ່​ຊາວ​ໂລກ ​ເຄີຍ​ຮູ້​ມາ.

​ໃນ​ວັນ​ທີ 30 ​ເດືອນ​ມິ​ນາ, ປີ​ກາຍ​ນີ້, ທ້າວ​ ອີ​ຕັນ ຄາ​ເນ​ເສ​ກາ ອາຍຸ​ສອງ​ປີ ຈາກ​ເມືອງ​ອາ​ເມຣິກັນ​ຝອກ, ລັດ​ຢູທາ, ​ໄດ້​ຖືກ​ສົ່ງ​ເຂົ້າ​ໂຮງໝໍ ​ເພາະ​ປອດ​ອັກ​ເສບ ​ແລະ ນ້ຳຖ້ວມ​ປອດ. ສອງ​ມື້​ຈາກ​ນັ້ນ, ອາການ​ຂອງ​ລາວ​ເລີ່​ມໜັກ​ກວ່າ​ເກົ່າ ຈົນ​ລາວ​ໄດ້​ຖືກ​ສົ່ງ​ຂຶ້ນຍົນ​ເຮ​ລິ​ຄອບ​ເຕີ ​ໄປ​ຫາ​ໂຮງໝໍ​​ອະນຸບານ ຢູ່​ເມືອງ​ເຊົາ​ເລັກ. ນາງມິ​​ແຊວ​ຜູ້​ເປັນ​ແມ່ ທີ່​ເປັນ​ຫ່ວງ​ລູກຫລາຍ ​ໄດ້​ຖືກ​ອະນຸຍາດ​ໃຫ້​ຂີ່​ຍົນ​ໄປ​ກັບ​ລູກ​ຊາຍ. ນາງ​ໄດ້​ໃສ່​ຫູ​ຟັງ ​ເພື່ອ​ວ່ານາງ​ຈະ​ສາມາດ​​ເວົ້າລົມ​ກັບ​ຄົນ​ອື່ນໆ ຢູ່​ໃນ​ຍົນ​ໄດ້. ນາງ​ໄດ້​ຍິນ​​ນາຍ​ແພດ​ກຳລັງ​ຊ່ວຍ​ລູກ​ຂອງ​ນາງ, ​​ແລະ ​ໂດຍ​ທີ່​ນາງ​ກໍເປັນ​ນາງພະຍາບານ​ຂອງ​ເດັກຄື​ກັນ, ນາງ​ຮູ້​ວ່າທ້າວ ອີ​ຕັນ ຢູ່​ໃນ​ຂັ້ນອັນຕະລາຍ​ທີ່ສຸດ.

ຮູບ​ພາບ
ທ້າວ ອີ​ຕັນ ຄາ​ເນ​ເສ​ກາ ຕອນ​ປ່ວຍ

​ໃນ​ພາວະ​ສຸກ​ເສີນ​ນີ້, ນາງ​ມິ​ແຊວ​ເຫັນ​ວ່າ ຍົນ​ກຳລັງ​ບິນ​ຜ່ານ​ພຣະວິຫານ ​ເດຣບເປີ​ ໄປ. ນາງ​ໄດ້​ຫລຽວ​​ເບິ່ງ​ທາງຊ້າຍ ​ແລະ ​ໄດ້​ເຫັນ​ພຣະວິຫານ​ຈໍ​ແດນ, ພຣະວິຫານ​ໂອ​ເຄີ, ​ແລະ ກໍ​ເຫັນ​ພຣະວິຫານ​ເຊົາ​ເລັກ​ອີກ ທີ່ຢູ່​ໄກໆ. ນາງ​ຄິດ​ທັນທີ​ວ່າ: “ເຮົາ​ເຊື່ອ ຫລື ບໍ່​ເຊື່ອ?”

ນາງ​ໄດ້​ເວົ້າ​ເຖິງ​ປະສົບ​ການ​ນັ້ນວ່າ:

“ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​​ເຖິ​ງ​ພອນ​ຂອງ​ພຣະວິຫານ ​ແລະ ​ເຖິງ​ການ​ເປັນ​ຄອບຄົວ​ຕະຫລອດ​ການ. ​ໃນ​ຊັ້ນປະຖົມ​ໄວ ​ແລະ ​ໃນ​ຊັ້ນກຸ່ມ​ຍິງ​ໜຸ່ມ. ຂ້າພະ​ເຈົ້າ​ເຄີຍ​ໄດ້​​ແ​ບ່ງປັນ​ບົດຮຽນ​ເລື່ອງຄອບຄົວ ​ໃຫ້​ແກ່​ຄົນ​ຢູ່​ປະ​ເທດ​​ແມັກ​ຊິ​ໂກ ຕອນ​ຂ້າພະ​ເຈົ້າ​ໄດ້​​ໄປ​ເຜີຍ​ແຜ່. ຂ້າພະ​ເຈົ້າ​ໄດ້​ຜະ​ນຶກ​ເຂົ້າກັບ​ຄູ່​ຄອງ​ ສຳລັບ​ການ​ເວລາ ​ແລະ ນິລັນດອນ ຢູ່​ໃນ​ພຣະວິຫານ. ຂ້າພະ​ເຈົ້າ​ໄດ້​ສອນ​ບົດຮຽນ​ຢູ່​ໃນ​ຫ້ອງ​ຮຽນ​ຍິງ​ໜຸ່ມ ​ເລື່ອງ​ຄອບຄົວ ​ຕອນ​ເປັນ​ຜູ້ນຳ​ກຸ່ມ​ຍິ່ງ​ໜຸ່ມ, ​ແລະ ຂ້າພະ​ເຈົ້າ​ເຄີຍ​​ແບ່ງປັນ​ເລື່ອງ​ລາວ ກ່ຽວ​ກັບ​ການ​ເປັນຄອບຄົວ​ຕະຫລອດ​ການ ​​ໃຫ້​ແກ່ລູກໆ ​ໃນ​ການ​ສັງ​ສັນ​ໃນ​ຄອບຄົວ. ຂ້າພະ​ເຈົ້າຮູ້ຈັກ, ​ແຕ່​ຂ້າພະ​ເຈົ້າ​ເຊື່ອຢູ່​ບໍ? ຄຳ​ຕອບ​ກໍ​ມາ​ເຖິງ​ຢ່າງ​ໄວ ບອກ​ວ່າ: ພຣະວິນ​ຍານ​ໄດ້​ຢືນຢັນ​ຕໍ່​ຈິດ​ໃຈ​ ​ແລະ ຄວາມ​ຄິດຂອງ​ຂ້າພະ​ເຈົ້າວ່າ ຂ້າພະ​ເຈົ້າຮູ້​ຢູ່​ແລ້ວ—ຂ້າພະ​ເຈົ້າ​ເຊື່ອ​ຢູ່​ແລ້ວ!

“ໃນ​ເວລາ​ນັ້ນ​ເອງ ຂ້າພະ​ເຈົ້າ​ໄດ້​ຕັ້ງ​ໃຈ​ອະທິຖານຫາ​ພຣະບິດາ​ເທິງ​ສະຫວັນ​ຂອງ​ຂ້າພະ​ເຈົ້າ, ຂອບ​ພຣະ​ໄທ​ພຣະອົງ ສຳລັບ​ຄວາມ​ຮູ້ ​ແລະ ຄວາມ​ເຊື່ອ​ທີ່​ຂ້າພະ​ເຈົ້າມີ ວ່າ​ຄອບຄົວ​ສາມາດ​ຢູ່​ນຳ​ກັນ​ຕະຫລອດ​ການ. ຂ້າພະ​ເຈົ້າ​ໄດ້​ຂອບ​ພຣະ​ໄທ​ພຣະອົງ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ຜູ້​ໄດ້​ເຮັດ​ໃຫ້​ທຸກ​ສິ່ງ​ເປັນ​ໄປ​ໄດ້. ຂ້າພະ​ເຈົ້າ​ໄດ້​ຂອບ​ພຣະ​ໄທ​ພຣະອົງ​ສຳລັບ​ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າ, ​ແລະ ຂ້າພະ​ເຈົ້າຢາກ​ໃຫ້​ພຣະບິດາ​ເທິງ​ສະຫວັນ​ຮູ້​ວ່າ ຖ້າ​ຫາກ​ພຣະອົງຢາກ​ໃຫ້​ລູກ​ຊາຍ​ນ້ອຍ​ຂອງ​ຂ້າພະ​ເຈົ້າກັບ​ບ້ານ​​ແຫ່ງ​ສະຫວັນຂອງ​ພຣະອົງ ຂ້າພະ​ເຈົ້າກໍ​ຍອມ​. ຂ້າພະ​ເຈົ້າ​ໄວ້​ວາງ​ພຣະ​ໄທພຣະບິດາ​ເທິງ​ສະຫວັນ, ​ແລະ ຂ້າພະ​ເຈົ້າຮູ້​ວ່າ ຂ້າພະ​ເຈົ້າຈະ​​ໄດ້ເຫັນ​ທ້າວ ອີ​ຕັນ ອີກ. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ ​ຊຶ່ງໃນ​ພາວະອັນ​ສຸກ​ເສີນ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ຮັບ​ຄວາມ​ຮູ້ ​ແລະ ​ເຊື່ອ​ວ່າ ພຣະກິດ​ຕິ​ຄຸນ​ ​ເປັນຄວາມ​ຈິງ. ຂ້າພະ​ເຈົ້າ​ໄດ້​ຮັບ​ຄວາມ​ສະຫງົບ.”1

ທ້າວ​ ອີ​ຕັນ ​ໄດ້​ນອນ​ໂຮງໝໍ​ຫລາຍ​ອາທິດ, ​ໄດ້​ຮັບ​ການ​ດູ​ແລ​ເປັນ​ຢ່າງ​ດີ. ຄຳ​ອະທິຖານ, ການ​ຖື​ສິນ​ອົດ​ເຂົ້າ, ​ແລະ ສັດທາ​ຂອງ​ຄົນ​ທີ່​ຮັກ​ລາວ, ພ້ອມ​ດ້ວຍ​ການ​ດູ​ແລ, ​ໄດ້​ຊ່ວຍ​ໃຫ້​ລາວ ອອກ​ຈາກ​ໂຮງໝໍ ​ແລະ ກັບ​ຄືນ​ໄປ​ຫາ​ຄອບຄົວ​ຂອງ​ລາວ​. ຕອນ​ນີ້ ລາວ​ມີ​ສຸຂະພາບ​ແຂງ​ແຮງ ​ແລະ ຫາຍດີ​ເປັນ​ປົກກະຕິ.

ຮູບ​ພາບ
ຄອບຄົວ​ ຄາ​ເນ​ເສ​ກາ
ຮູບ​ພາບ
ທ້າວ ອີ​ຕັນ ຄາ​ເນ​ເສ​ກາ ຫາຍ​ດີ​ເປັນ​ປົກກະຕິ

​ໃນ​ເວລາ​​ແຫ່ງ​ການ​ຄຸ້ນ​ຄິດ​ນັ້ນ ສຳລັບ​ນາງ​ມິ​ແຊວ ມັນ​ເປັນການ​ຢືນຢັນ​ວ່າ ສິ່ງ​ທີ່​ນາງ​ໄດ້​ຮຽນ​ຮູ້​ມາ​ຕະຫລອດ​ຊີວິດ ​ແມ່ນ​ເກີນ​ກວ່າ​ພຽງ​ຄຳ​ເວົ້າ​ເທົ່າ​ນັ້ນ; ມັນ​ເປັນຄວາມ​ຈິງ.

​ບາງ​ເທື່ອ ເຮົາ​ອາດລືມ​ພອນ​ທີ່​ເຮົາ​ໄດ້​ຮັບ ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ ຈົນ​ວ່າ​ເຮົາ​ບໍ່​ເຂົ້າ​ໃຈ​​ເຖິງ​ການ​ມະຫັດສະຈັນ ​ແລະ ​ເຖິງ​ຄວາມ​ສະຫງ່າ​ງາມ​ຂອງການ​ເປັນ​ສານຸສິດ​ ​ໃນ​ສາດສະໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະຜູ້​ເປັນ​ເຈົ້າບໍ? ​ເຮົາ​ເຄີຍ​ຮູ້ສຶກ​ຜິດ​ຢູ່​ບໍ ​ຕອນ​ເຮົາ​ບໍ່​ສົນ​ໃຈ​ກັບ​ຂອງ​ປະທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ເຮົາ​ສາມາດ​ໄດ້​ຮັບ​ຢູ່​ໃນ​ໂລກ​ນີ້? ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ສອນ​ວ່າ, “ຖ້າ​ເຈົ້າຮັກສາ​ພຣະບັນຍັດ​ຂອງ​ເຮົາ ​ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ ​ເຈົ້າຈະ​ມີ​ຊີວິດ​ນິລັນດອນ, ຊຶ່ງ​ເປັນ​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ ​ໃນ​ຂອງ​ປະທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ.”2

​ເຮົາ​ເຊື່ອ​ວ່າ ສາດສະໜາ​ຈັກ​ນີ້ ບໍ່​ເປັນ​​ພຽງ​ແຕ່​ສະຖານ​ທີ່ ທີ່​ດີ ທີ່​​ເຮົາຈະ​ໄປ​ຫາ​​ໃນ​ວັນ​ອາທິດ​ ​ແລະ ຮຽນ​ຮູ້​ວິທີ​ເປັນ​ຄົນ​ດີ​ເທົ່າ​ນັ້ນ. ສາດສະໜາ​ຈັກ​ບໍ່​ເປັນ​ພຽງ​​ແຕ່ສະຖານ​ທີ່​ໃຫ້ກຸ່ມ​ຊາວ​ຄຣິດ​ໄປ​ເຕົ້າ​ໂຮມ​ກັນ ​ແລະ ຮູ້ຈັກ​ກັບ​ຜູ້​ຄົນ​ທີ່​ມີ​ມາດຕະຖານ​ສິນທຳ​ດຽວ​ກັນ​ເທົ່າ​ນັ້ນ. ສາດສະໜາ​ຈັກ​ບໍ່​ເປັນ​ພຽງ​​ແຕ່ສະຖານ​ທີ່​ໃຫ້​ແນວ​ຄິດ ​ເພື່ອພໍ່​ແມ່​ຈະສາມາດ​ສອນ​ລູກໆ​ຢູ່​ບ້ານ​ເທົ່າ​ນັ້ນ ​ເພື່ອ​ວ່າ​ລູກ​ຈະ​ເປັນ​ຄົນ​ດີ. ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ແມ່ນ​ເກີນ​ກວ່າ​ສິ່ງ​ທີ່​ກ່າວ​ມານັ້ນ.

​ໃຫ້​ຄິດ​ເບິ່ງ​ບຶດໜຶ່ງ ​ເຖິງ​ການ​ປະກາດ​ກ່ຽວ​ກັບ​ສາດສະໜາ​ຈັກ​ຂອງ​ເຮົາ. ​ເຮົາ​ເຊື່ອ​ວ່າ ສາດສະໜາ​ຈັກ​ທີ່ພຣະ​ເຢຊູ​ຄຣິດ​ໄດ້​ສ້າງຕັ້ງຂຶ້ນຢູ່​ໃນ​ໂລກ ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ອີກ ​ໂດຍ​ສາດສະດາ​ຂອງ​ພຣະ​ເຈົ້າ ​ໃນ​ວັນ​ເວລາ​ຂອງ​ເຮົາ ​ແລະ ວ່າ​ຜູ້​ນຳ​ຂອງ​ເຮົາ ມີ​ອຳນາດ ​ແລະ ສິດ​ອຳນາດ​ດຽວ​ກັນນັ້ນ ທີ່​ຈະ​ປະຕິບັດ​​ໃນ​ພຣະນາມ​ຂອງ​ພຣະ​ເຈົ້າ ຕາມ​ທີ່​ກຸ່ມ​ອັກຄະ​ສາວົກ​​ໃນ​ສະ​ໄໝ​ບູຮານ​ເຄີຍ​ມີ. ມັນ​ຖືກ​ເອີ້ນ​ວ່າ ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ. ​ເຮົາ​ປະກາດ​ວ່າ ຜ່ານ​ສິດ​ອຳນາດ​ທີ່​ຖືກ​ຟື້ນ​ຟູ​ນີ້, ​ເຮົາ​ສາມາດ​ໄດ້​ຮັບ​ພິທີການ​ຊ່ວຍ​ໃຫ້​ລອດ ດັ່ງ​ເຊັ່ນ​ການບັບຕິ​ສະມາ ​ແລະ ຊື່ນ​ຊົມ​ກັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ ​ທີ່​ຈະ​ສະຖິດ​ຢູ່​ກັບ​ເຮົາ​ຕະຫລອດ​ເວລາ. ​ເຮົາ​ມີ​ອັກຄະ​ສາວົກ ​ແລະ ສາດສະດາ ນຳພາ​ເຮົາ ​ແລະ ຊີ້​ນຳ​ສາດສະໜາ​ຈັກ​ນີ້ ຜ່ານ​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ, ​ແລະ ​ເຮົາ​ເຊື່ອ​ວ່າ ພຣະ​ເຈົ້າກ່າວ​ກັບ​ລູກໆ​ຂອງ​ພຣະອົງ ຜ່ານ​ທາງ​ສາດສະດາ​ເຫລົ່າ​ນີ້.

​ເຮົາ​ກໍ​ເຊື່ອ​ອີກ​ວ່າ ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ນີ້ ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳລັບ​ເຮົາ​ທີ່​ຈະ​ເຮັດ ​ແລະ ຮັບ​ເອົາ​ພິທີການ ຢູ່​ໃນ​ພຣະວິຫານ​ທີ່​ສັກສິດ ​ເພື່ອ​ວ່າ​ໃນ​ມື້ໜຶ່ງ ​ເຮົາ​ຈະ​ສາມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ​ແລະ ຢູ່​ກັບ​ພຣະອົງ​ຕະຫລອດ​ການ. ​ເຮົາ​ກໍ​ຍັງ​ປະກາດ​ວ່າ ຜ່ານ​ອຳນາດ​ນີ້ ຄອບຄົວ​ສາມາດ​ຖືກ​ຜູກ​ມັດ​ເຂົ້າກັນ ຊົ່ວ​ນິລັນດອນ ​​ເມື່ອ​ສາມີ​ພັນ​ລະ​ຍາ​ເຂົ້າ​ເຮັດ​ພັນທະ​ສັນຍາ​ໃໝ່ ​ແລະ ​ເປັນນິດ ຂອງ​ການ​ແຕ່ງງານ ຢູ່ໃນ​ອາຄານ​ທີ່​ສັກສິດ ​ຊຶ່ງ​ເຮົາ​ເຊື່ອ​ວ່າ ​ເປັນ​ບ້ານ​ຂອງ​ພຣະ​ເຈົ້າ. ​ເຮົາ​ເຊື່ອ​ວ່າ ​ເຮົາ​ສາມາດ​ໄດ້​ຮັບ​ພິທີການຊ່ວຍ​ໃຫ້​ລອດ ບໍ່​ພຽງ​ແຕ່​ສຳລັບ​ຕົວ​ເຮົາ​ເອງ​ເທົ່າ​ນັ້ນ ​ແຕ່​ສຳລັບ​ບັນ​ພະ​ບຸລຸດ​ຂອງ​ເຮົາ​ນຳ​ອີກ ຜູ້​ໄດ້​ມີ​ຊີວິດ​​ໃນ​ໂລກ ​ໂດຍ​ບໍ່​ມີ​ໂອກາດ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ພິທີການ​ຊ່ວຍ​ໃຫ້​ລອດ​ທີ່​ຈຳ​ເປັນ​ເຫລົ່າ​ນີ້. ​ເຮົາ​ເຊື່ອ​ວ່າ ​ເຮົາ​ສາມາດ​ປະຕິບັດ​ພິທີການ​ແທນ​ບັນພະບຸລຸດ​ຂອງ​ເຮົາ​ໄດ້ ​ໂດຍ​ການ​ເປັນ​ຜູ້​ກະທຳ​ແທນ ​ໃນ​ພຣະວິຫານ​ທີ່​ສັກສິດ​ເຫລົ່ານີ້.

​ເຮົາ​ເຊື່ອ​ວ່າ, ຜ່ານ​ທາງ​ສາດສະດາ ​ແລະ ອຳນາດ​ຂອງ​ພຣະ​ເຈົ້າ, ​ເຮົາ​ຈະ​ໄດ້​ຮັບ​ພຣະຄຳ​ພີ​ເພີ່ມ​ເຕີມ, ຕື່ມປະຈັກ​ພະຍານ​​ໃສ່​ກັບ​ພຣະຄຣິສຕະທຳ​ຄຳ​ພີ ​ໃນ​ການ​ປະກາດ​ວ່າ ພຣະ​ເຢຊູ​ຄຣິດ ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ.

​ເຮົາ​ປະກາດ​ວ່າ ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ເປັນ​ອານາຈັກ​ຂອງ​ພຣະ​ເຈົ້າ ​ແລະ ​ເປັນ​ສາດສະໜາ​ຈັກ​ແຫ່ງ​ດຽວ​ທີ່​ແທ້​ຈິງ ຢູ່ເທິງ​ແຜ່ນດິນ​ໂລກ. ມັນ​ຖືກ​ເອີ້ນ​ວ່າ ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ ​ເພາະພຣະອົງ​ເປັນ​ປະມຸກ​ຂອງ​ມັນ; ມັນ​ເປັນ​ສາດສະໜາ​ຈັກ​ຂອງ​ພຣະອົງ, ​ແລະ ທຸກ​ສິ່ງ​ເປັນ​ໄປ​ໄດ້ ​ເພາະ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ.

​ເຮົາ​ເຊື່ອ​ວ່າ ຈຸດ​ເດັ່ນ​ເຫລົ່າ​ນີ້ ບໍ່​ມີ​ຢູ່​ໃນ​ອົງການ​ໃດໆ ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້. ​ເຖິງ​ແມ່ນ​ສາດສະໜາ​ຕ່າງໆ ​ແລະ ນິກາຍ​ຕ່າງໆ ຈະ​ມີ​ຄວາມ​ຈິງ​ໃຈ ​ແລະ ດີ​ປານ​ໃດ​ກໍ​ຕາມ, ​ແຕ່​ບໍ່​ມີ​ບ່ອນ​ໃດ​ມີ ສິດ​ອຳນາດ​ ທີ່​ຈະ​ເຮັດ​ພິທີການ​ຊ່ວຍ​ໃຫ້​ລອດ​ໄດ້ ​ດັ່ງ​ທີ່​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ ສາມາດ​ເຮັດ.

​ເຮົາ​ມີ​ຄວາມ​ຮູ້​ເຖິງ​ສິ່ງ​ເຫລົ່າ​ນີ້, ​ແຕ່ ​ເຮົາ​ເຊື່ອ​ຢູ່​ບໍ? ຖ້າ​ສິ່ງ​ເຫລົ່າ​ນີ້​ເປັນຄວາມ​ຈິງ, ​ແລ້ວ​ເຮົາ​ກໍ​ມີ​ຂ່າວສານ​ທີ່​ປະ​ເສີດ​ທີ່​ສຸດ ​ເຖິງ​ຄວາມ​ຫວັງ ​ແລະ ການ​ຊ່ວຍ​ເຫລືອ ທີ່​ຊາວ​ໂລກ ​ເຄີຍ​ຮູ້​ມາ. ການ​​ເຊື່ອ​ສິ່ງ​ເຫລົ່າ​ນີ້ ​ເປັນ​ສິ່ງ​ສຳຄັນ​ຕໍ່​ເຮົາ ​ແລະ ຕໍ່​ຄົນ​ທີ່​ເຮົາ​ຮັກ ​ໃນ​ເລື່ອງ​ຄວາມ​ສຳຄັນ​ນິລັນດອນ.

​​ໃນ​ການ​ທີ່ຈະ​ເຊື່ອ, ​ເຮົາ​ຕ້ອງ​ເອົາ​ພຣະກິດ​ຕິ​ຄຸນ​ທີ່​ເຮົາ​ໄດ້​ຍິນ ​​ໃສ່ໄວ້​ໃນ​ໃຈ​ຂອງ​ເຮົາ. ມັນ​ເປັນ​ໄປ​ໄດ້​ທີ່​ເຮົາ​ພຽງ​ແຕ່ ຈະ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ ​ແບບ​ແປະໆ​ບາງໆ ​ເທົ່າ​ນັ້ນ ​ເພາະ​ເຮົາ​ຖືກ​ຄາດ​ໝາຍ​ໃຫ້​ເຮັດ ຫລື ​ເພາະ​ມັນ​ເປັນນິ​ໄສ. ບາງ​ຄົນ​ຍັງ​ບໍ່​ເຄີຍ​ມີ​ປະສົບ​ການ ດັ່ງ​ທີ່​ຜູ້​ຄົນ​ຂອງ​ກະສັດ​ເບັນ​ຢາ​ມິນ ​ເຄີຍ​ມີ ຫລັງ​ຈາກ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ຄຳ​ເທດ​ສະໜາ​ ທີ່​ວ່າ: “ພວກ​ເຂົາ​ທຸກ​ຄົນ​ຮ້ອງ​ອອກ​ມາ​ເປັນ​ສຽງ​ດຽວ​ກັນ, ​ໂດຍ​ກ່າວ​ວ່າ: ​ແທ້​ຈິງ​ແລ້ວ, ພວກ​ເຮົາ​ເຊື່ອ​ຄຳ​ເວົ້າທັງ​ໝົດ​ທີ່​ທ່ານ​ເວົ້າກັບ​ພວກ​ເຮົາ, ​ແລະ ພວກ​ເຮົາ​ຮູ້​ເຖິງ​ຄວາມ​ແນ່​ນອນ ​ແລະ ຄວາມ​ຈິງ​ຂອງ​ມັນ​ທັງ​ໝົດ, ​ເພາະ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າອົງ​ຊົງ​ລິດ​​ອຳນາດ​ຍິ່ງ​ໃຫຍ່ ​ໄດ້​ກະທຳ​ໃຫ້​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​ພວກ​ເຮົາ, ຫລື ​ໃນ​ໃຈ​ຂອງ​ພວກ​ເຮົາ, ຈົນວ່າ​ພວກ​ເຮົາ​ບໍ່​ມີ​ໃຈ​ທີ່​ຈະ​ກະທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ, ​ແຕ່​ປາດ​ຖະໜາ​ຈະ​ເຮັດ​ແຕ່​ຄວາມ​ດີ ​ໂດຍ​ຕະຫລອດ.”3

​ເຮົາ​ທຸກ​ຄົນ​ຕ້ອງການ​ທີ່​ຈະ​ສະ​ແຫວ​ງຫາ​ການ​ປ່ຽນ​ແປງ​ໃນ​ໃຈ ​ແລະ ປັບປຸງ​ຕົວ​ເອງ ​ເພື່ອ​ວ່າ​ເຮົາ​ຈະ​ບໍ່​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ຕິດຕາມ​ເສັ້ນທາງ​ຂອງ​ໂລກ​ອີກ​ຕໍ່​ໄປ ​ແຕ່​ຈະ​​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະ​ເຈົ້າ. ການ​ປ່ຽນ​ໃຈ​ເຫລື້​ອ​ໃສ​ທີ່​ແທ້​ຈິງ ​ເປັນ​ຂັ້ນຕອນ​ທີ່​ໃຊ້​ເວລາ ​ແລະ ປະກອບ​ດ້ວຍ​ຄວາມ​ເຕັມ​ໃຈ ທີ່​ຈະ​ໃຊ້​ສັດທາ. ມັນ​ມາ​ເຖິງ​ຕອນ​ທີ່​​ເຮົາ​ຄົ້ນຫາ​ພຣະຄຳ​ພີ ​ແທນ​ອິນ​ເຕີ​ແນັດ. ມັນ​ມາ​ເຖິງ​ເມື່ອ​ເຮົາ​​ເຊື່ອ​ຟັງ ພຣະບັນຍັດ​ຂອງ​ພຣະ​ເຈົ້າ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ມາ​ເຖິງ​ເມື່ອ​ເຮົາ​ຮັບ​ໃຊ້​ຄົນ​ອື່ນ​ທີ່ຢູ່​ອ້ອມ​ຮອບ​ເຮົາ. ມັນ​ມາ​ເຖິງ ຈາກ​ການ​ອະທິຖານ​ຢ່າງ​ຕັ້ງ​ໃຈ, ການ​ໄປ​ພຣະວິຫານ​ເປັນ​ປະຈຳ, ​ແລະ ການ​ເຮັດ​ໜ້າ​ທີ່​ຮັບຜິດຊອບ​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ເຮົາ. ​ເຮົາ​ຕ້ອງ​ພະຍາຍາມ​ຕະຫລອດ​ເວລາ ​ແລະ ​ໃນ​ທຸກ​ວັນ.

ຂ້າພະ​ເຈົ້າມັກ​ຖືກຖາມວ່າ, “​ແມ່ນ​ຫຍັງ​ຄື​ການ​ທ້າ​ທາຍ​ອັນ​ໜັກໜ່ວງ​ທີ່​ຊາວ​ໜຸ່ມ​ຂອງ​ເຮົາ ​ປະ​ເຊີນ​ຢູ່​ໃນ​ເວລານີ້?” ຂ້າພະ​ເຈົ້າຕອບ​ວ່າ ຂ້າພະ​ເຈົ້າ​ເຊື່ອ​ວ່າ ມັນ​ເປັນ​ອິດ​ທິພົນ​ຂອງ “ອາຄານ​ໃຫຍ່ ​ແລະ ກວ້າງ​ຂວາງ” ນັ້ນ ​ໃນ​ຊີວິດ​ຂອງ​​ເຂົາ​ເຈົ້າ.4 ຖ້າ​ພຣະຄຳ​ພີ​ມໍ​ມອນ ​ໄດ້​ຖືກ​ຂຽນ​ໄວ້​ສຳລັບ​ວັນ​ເວລາ​ຂອງ​ເຮົາ​ໂດຍສະ​ເພາະ, ​ແລ້ວ​ແນ່ນອນ ​ເຮົາທຸກ​ຄົນ​ບໍ່​ຄວນ​ມອງ​ຂ້າມ​ຂ່າວສານ​ຂອງ​ລີ​ໄຮ ຢູ່​ໃນ​ພາບ​ນິມິດ​ເລື່ອງ​ຕົ້ນ​ໄມ້​ແຫ່ງ​ຊີວິດ​ ​ແລະ ຜົນກະທົບ​ຂອງ​ຄົນ​ທີ່​ຊີ້​ມື​ມາ​ທາງ​ເຮົາ ​ແລະ ​ເວົ້າ​ເຍາະ​ເຍີ້​ຍ ຈາກ​ອາຄານ​ໃຫຍ່ ​ແລະ ກວ້າງຂວາງ​ນັ້ນ.

ສິ່ງ​ທີ່​​ເຮັດ​ໃຫ້​ຂ້າພະ​ເຈົ້າ​ໂສກ​ເສົ້າຫລາຍທີ່​ສຸດ ​ແມ່ນ​ຄຳ​ບັນຍາຍ​ເຖິງ​ຜູ້​ທີ່​ໄດ້​​ເດີນ​ຜ່ານໝອກ​ອັນ​ຕຶບໜາມາ​ ​ໃນ​ທາງ​ທີ່​ຄັບ​ແຄບ, ​ໄດ້​ຈັບ​ຮາວ​ເຫລັກ​ໄວ້​ແໜ້ນ, ​ໄດ້​ໄປ​ເຖິງ​ຈຸດ​ເປົ້າໝາຍ, ​ແລະ ​ໄດ້​ເລີ່ມຕົ້ນຊີມ​ໝາກ​ໄມ້​ທີ່​ບໍລິສຸດ ​ແລະ ຫວານ​ແຊບ​ຊ້ອຍ ຈາກ​ຕົ້ນ​ໄມ້​ແຫ່ງ​ຊີວິດ. ​ແລ້ວ​ພຣະຄຳ​ພີ​ໄດ້​ກ່າວ​ວ່າ ຜູ້​ຄົນ​ທີ່​​ນຸ່ງ​ຖືຈົບງາມ ຢູ່​ອາຄານ​ໃຫຍ່ ​ແລະ ກວ້າງຂວາງ “ຢູ່​ໃນ​ທ່າ​ທາງ​ເຍາະ​ເຍີ້​ຍ ​ແລະ ຊີ້​ມື​ມາ​ຫາ​ຄົນ​ຜູ້​ທີ່​ມາ​ຮອດ ​ແລະ ກຳລັງ​ຮັບ​ສ່ວນ​ໝາກ​ໄມ້​ນັ້ນຢູ່.

“ແລະ ຫລັງ​ຈາກ​ພວກ​ເຂົາ​ຊີມ​ໝາກ​ໄມ້​ນັ້ນ​ແລ້ວ ພວກ​ເຂົາ​ກໍ​ມີ​ຄວາມ​ອັບອາຍ, ​ເພາະວ່າ​ມີ​ຜູ້​ທີ່​ກຳລັງ​ເຍາະ​ເຍີ້​ຍພວກ​ເຂົາ​ຢູ່; ​ແລະ ພວກ​ເຂົາ​ກໍ​ຕົກລົງ​ໄປ​ໃນ​ທາງ​ຕ້ອງ​ຫ້າມ ​ແລະ ສູນຫາຍ​ໄປ.”5

ຂໍ້​ພຣະຄຳ​ພີ​ເຫລົ່າ​ນີ້ ບັນຍາຍ​ເຖິງ​​ເຮົາ ຜູ້​ທີ່​ໄດ້​ຮັບ​ເອົາ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ແລ້ວ. ​ບໍ່​ວ່າເຮົາ​ໄດ້​ເກີດ​ຢູ່​ໃນ​ພຣະກິດ​ຕິ​ຄຸນ ຫລື ຕ້ອງ​ຜ່ານ​ຜ່າ​ໝອກ​ອັນ​ຕຶບໜາມາ ​ເພື່ອ​ຈະ​ໄດ້​ພົບ​ກັບ​ພຣະກິດ​ຕິ​ຄຸນ, ​ແລ້ວ​ໄດ້​ຊີມ​ໝາກ​ໄມ້​ນັ້ນ ຊຶ່ງ “ມີຄ່າ ​ແລະ​ ເປັນ​ໜ້າ​ເພິ່ງ​ປາດ​ຖະໜາ”6 ​ແລະ ສາມາດ​ນຳ​ຊີວິດ​ນິລັນດອນ​ມາ​ໃຫ້​ເຮົາ, “ຊຶ່ງ​ເປັນຂອງ​ປະທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ.” ​ເຮົາ​ຕ້ອງພຽງ​ແຕ່ຊື່ນ​ຊົມ​ກັບ​ພຣະກິດ​ຕິ​ຄຸນຕໍ່​ໄປ, ​ແລະ ບໍ່​ສົນ​ໃຈ​ກັບ​ຄົນ​ທີ່​ສ້າງ​ຄວາມ​ສົງ​ໄສ ຫລື ຊອກ​ຫາ​ຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​ຜູ້ນຳ​ຂອງ​ສາດສະໜາ​ຈັກ ​ແລະ ຄຳ​ສອນ. ​ມັນ​​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ເລືອກ​ໃນ​ທຸກ​ວັນ—ທີ່​ຈະ​ເລືອກ​ການ​ມີ​ສັດທາ ​ແທນຄວາມ​ສົງ​ໄສ. ​ແອວ​ເດີ ​ເອັມ ຣະ​ໂຊ ບາ​ເລີດ ​ໄດ້​ຮຽກຮ້ອງ​ເຮົາວ່າ “ຈົ່ງຢູ່​ໃນ​ເຮືອ, ​​ໃສ່​ເສື້ອ​ຊູ​ຊີບ​ຂອງ​ທ່ານ, ຈັບ​ເຮືອ​ໄວ້​ໃຫ້​ແໜ້ນດ້ວຍ​ມື​ທັງ​ສອງ​ເບື້ອງ.”7

​ໃນ​ການ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ເຮົາ​ໄດ້​ຢູ່​ໃນ​ເຮືອ​ແລ້ວ. ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ຊອກ​ຫາ​ຄວາມ​ຈິງ ຕາມ​ຄຳ​ສອນ​ຂອງ​ໂລກ ອັນ​ທີ່​ຈະ​ປອບ​ໂຍນ, ຊ່ວຍ​ເຫລືອ, ​ໃຫ້ການ​ຊີ້​ນຳ ​ເພື່ອ​ຊ່ວຍ​ເຮົາ​ຜ່ານ​ການ​ທົດ​ລອງ​ໃນ​ຊີວິດ—​ເຮົາ​ມີ​ຄຳ​ສອນ​ນັ້ນ​ແລ້ວ! ​ເຊັ່ນ​ດຽວ​ກັບ​ແມ່​ຂອງ​ທ້າວ ອີ​ຕັນ ​ໄດ້​ສຳ​ຫລວດ​ເບິ່ງ​ຄວາມ​​ເຊື່ອ​ຂອງ​ນາງ​ເອງ ​ແລະ ​ໄດ້​ປະກາດ​ຢ່າງ​​ແນ່ນອນ​ໃຈ ​ໃນ​ພາວະສຸກ​ເສີນ​ນັ້ນວ່າ, “ຂ້ານ້ອຍ​ເຊື່ອ​ແລ້ວ,” ​ເຮົາ​ກໍ​ສາມາດກ່າວ​ຄຳ​ນີ້​ໄດ້​ຄື​ກັນ!

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ການ​ເປັນ​ສະມາຊິກ​ຂອງ​ເຮົາ​ຢູ່​ໃນ​ອານາຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເປັນ​ຂອງ​ປະທານ​ທີ່​​ເກີນ​ກວ່າ​ຈະ​ວັດ​ແທກ​ໄດ້. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພອນ ​​ແລະ ຄວາມ​ສະຫງົບ​ສຸກ ທີ່​ພຣະຜູ້​ເປັນ​ເຈົ້າ ມີ​ໃຫ້​ສຳລັບ​ຄົນ​ທີ່​ເຊື່ອ​ຟັງ ​ແລະ ຊື່ສັດ ​ແມ່ນ​ເກີນ​ກວ່າ​ທຸກ​ສິ່ງ​ທີ່​ມະນຸດ​ຈະ​ເຂົ້າ​ໃຈ​ໄດ້. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.