​2010–2019
ສະພາ​ຄອບຄົວ
ເມສາ 2016


ສະພາ​ຄອບຄົວ

​ເມື່ອ​ພໍ່​ແມ່ຕຽມ​ພ້ອມ ​ແລະ ລູກ​ຟັງ​ຢ່າງ​ຕັ້ງ​ໃຈ ​ແລະ ມີ​ສ່ວນ​ຮ່ວມ, ​ແລ້ວ​ສະພາ​ຄອບຄົວ ກໍ​ຈະ​ປະສົບ​ຄວາມ​ສຳ​ເລັດ!

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ການ​ເປັນ​ພໍ່​ແມ່​ເປັນ​ສິ່ງ​ແປກ​ຫລາຍນໍ ​​ເບິ່ງ​ຄື​ວ່າ ​ເຮົາ​ຈະ​ເກັ່ງ​ເລື່ອງ​ການ​ເປັນ​ພໍ່​ແມ່ ຫລັງ​ຈາກ​ລູກ​ໃຫຍ່​ໝົດ​ແລ້ວ. ຂ້າພະ​ເຈົ້າຂໍ​ແບ່ງປັນ​ກັບ​ທ່ານ​ໃນ​ບ່າຍ​ມື້​ນີ້ ​ເຖິງ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ ​ເມື່ອ ບາ​ບາຣາ ກັບ​ຂ້າພະ​ເຈົ້າ​ເລີ່ມຕົ້ນລ້ຽງ​ດູ​ລູກໆ​ທີ່​ລ້ຳ​ຄ່າ​ຂອງ​ພວກ​ເຮົາ.

​ໃນ​​ໄລຍະການ​​ເປັນ​ອັກຄະ​ສາວົກ​, ຂ້າພະ​ເຈົ້າມັກ​ເນັ້ນໜັກ​ເລື້ອຍໆ​ເຖິງ​ອຳນາດ ​ແລະ ຄວາມ​ສຳຄັນ​ຂອງສະພາ​ຂອງ​ສາດສະໜາ​ຈັກ, ຮ່ວມ​ທັງ ​ເຂດ​ເຜີຍ​ແຜ່, ສະ​ເຕກ, ຫວອດ, ​ແລະ ສະພາຂອງ​ອົງການ​ຊ່ວຍ​ເຫລືອ​ຕ່າງໆ.

ຂ້າພະ​ເຈົ້າ​ເຊື່ອ​ວ່າ ສະພາ​ເປັນ​ວິທີ​ທີ່​ມີ​ປະສິດທິພາບ​ທີ່​ສຸດ ​ໃນ​ການ​ຊອກ​ຫາ​ຄຳ​ຕອບ​ທີ່​ແທ້​ຈິງ. ນອກ​ເໜືອ​ຈາກ​ນັ້ນ, ຂ້າພະ​ເຈົ້າຮູ້​ວ່າ ສະພາ​ເປັນ​ວິທີ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ວ່າ​ພຣະອົງ​ໄດ້​ສ້າງ​ທຸກ​ສິ່ງ​ທັງ​ປວງ ຢູ່​ໃນ​ຈັກກະວານ​ນີ້ ຜ່ານ​ທາງ​ສະພາ​ໃນ​ສະຫວັນ, ດັ່ງ​ທີ່​ໄດ້​ກ່າວ​ເຖິງ​ຢູ່​ໃນ​ພຣະຄຳ​ພີ​ທີ່​ສັກສິດ.1

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈົນ​ເຖິງ​ເວລາ​ນີ້, ຂ້າພະ​ເຈົ້າບໍ່​ເຄີຍ​ກ່າວ​ຢູ່​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ ກ່ຽວ​ກັບສະພາ​ຂັ້ນພື້ນຖານ ​ແລະ ​ເບື້ອງ​ຕົ້ນ—​ແລະ ບາງທີ ສຳຄັນ​ທີ່​ສຸດ—​ໃນ​ທຸກ​ສະພາ​ທັງ​ໝົດ ນັ້ນຄື: ສະພາ​ຄອບຄົວ.

ສະພາ​ຄອບຄົວ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ຫລາຍ​ຕະຫລອດມາ. ຕາມ​ຈິງ​ແລ້ວ, ມັນ​ເປັນ​ສະພາ​ນິລັນດອນ. ​ເຮົາ​ເປັນ​ພາກສ່ວນ​ໃນ​ສະພາ​ຄອບຄົວ ຢູ່​ໃນ​ໂລກ​ກ່ອນ​ຊ່ວງ​ມະຕະ, ຕອນ​ເຮົາ​ໄດ້​ອາ​ໄສ​ຢູ່​ນຳພຣະບິດາ​ມານ​ດາ​ຢູ່​ໃນ​ສະຫວັນ ​ເປັນ​ລູກ​ທາງ​ວິນ​ຍານ​ຂອງ​ພວກ​ພຣະອົງ.

ສະພາ​ຄອບຄົວ, ​ເມື່ອ​ເຮົາ​ປະຕິບັດ​ດ້ວຍ​ຄວາມ​ຮັກ ​ແລະ ດ້ວຍ​ຄຸນສົມບັດ​ຂອງ​ການ​ເປັນ​ເໝືອນ​ດັ່ງ​ພຣະຄຣິດ, ​ແລ້ວ​ມັນຕ້ານທານ​ກັບ​​ຄວາມ​ສຳຄັນ​ຂອງ​ ​ເທັກ​ໂນ​ໂລ​ຈີ ຂອງສະ​ໄໝ​ໃໝ່ ຊຶ່ງ​ກີດ​ກັນ​ເຮົາ​ຈາກ​ການ​ໃຊ້​ເວລາ​ທີ່​ດີ​ນຳ​ກັນ ​ແລະ ມັນ​ມັກ​ຈະ​ນຳ​ຄວາມ​ຊົ່ວ​ຮ້າຍ​ເຂົ້າມາສູ່​ບ້ານ​ເຮືອນ​ຂອງ​ເຮົານຳ​ອີກ.

ຈົ່ງ​ຈື່​ຈຳ​ໄວ້​ວ່າ ສະພາຄອບຄົວ​​ແມ່ນ​ແຕກ​ຕ່າງ​ຈາກ ການ​ສັງ​ສັນ​ໃນ​ຄອບຄົວ ຊຶ່ງ​ຈັດ​ຂຶ້ນ​ໃນ​​ແລງວັນ​ຈັນ. ການ​ສັງ​ສັນ​ໃນ​ຄອບຄົວ​ເຈາະ​ຈົງ​ໃສ່​ການ​ສິດສອນ​ພຣະກິດ​ຕິ​ຄຸນ​ໂດຍ​ສະ​ເພາະ ​ແລະ ການ​ເຮັດ​ກິດຈະກຳ​ເປັນ​ຄອບຄົວ. ກົງກັນຂ້າມ ສະພາ​ຄອບຄົວ ສາມາດ​ຖືກ​ຈັດ​ຂຶ້ນ​ໄດ້​ ​ໃນມື້​ໃດ​ກໍ​ໄດ້ ພາຍ​ໃນ​ອາທິດ, ​ແລະ ມັນ​ເປັນ​ການ​ປະຊຸມ​ສະ​ເພາະ​ໃຫ້​ພໍ່​ແມ່ຮັບ​ຟັງ—ກັນ​ແລະ​ກັນ ​ແລະ ຮັບ​ຟັງ​ລູກໆ​ຂອງ​ຕົນ.

ຂ້າພະ​ເຈົ້າ​ເຊື່ອ​ວ່າ ຢ່າງ​ໜ້ອຍ​ມີ​ສະພາ​ຄອບຄົວ​ຢູ່​ດ້ວຍ​ກັນ​ສີ່​​ແບບ.

ໜຶ່ງ, ສະພາ​ຄອບຄົວ​ໂດຍ​ທົ່ວ​ໄປ ຮ່ວມ​ດ້ວຍ​ທຸກ​ຄົນ​ໃນ​ຄອບຄົວ.

ສອງ, ສະພາ​ຄອບຄົວ​ສູງ​ສຸດ ຮ່ວມ​ດ້ວຍພໍ່​ແມ່​ສອງ​ຄົນ​ເທົ່າ​ນັ້ນ.

ສາມ, ສະພາ​ຄອບຄົວ​ຈຳກັດ ຮ່ວມ​ດ້ວຍ​ພໍ່​ແມ່ ​​ແລະ ລູກ​ໜຶ່ງຄົນ.

ສີ່, ສະພາ​ຄອບຄົວ​​ສອງ​ຕໍ່​ສອງ ຮ່ວມ​ດ້ວຍພໍ່ແມ່ໜຶ່ງຄົນ ​ແລະ ລູກ​ໜຶ່ງ​ຄົນ.

​ໃນສະພາບ​ການຈັດ​ສະພາ​ຄອບຄົວ​ທັງ​ໝົດ​ເຫລົ່າ​ນີ້, ​ເຄື່ອງມື​ເອ​ເລັກ​ໂທລນິກ ຕ້ອງ​ຖືກ​ປິດ​ໄວ້ ​ເພື່ອ​ວ່າ​ທຸກ​ຄົນ​ຈະ​​ສາມາດ ຟັງ​ກັນ​ແລະ​ກັນ. ​ໃນ​ລະຫວ່າງ​ສະພາ​ຄອບຄົວ ​ແລະ ​ໃນ​ເວລາ​ອື່ນໆ​ທີ່​ເໝາະ​ສົມ, ທ່ານ​ຕ້ອງ​ຈັດ​ກະຕ່າ​ນ້ອຍ​ສຳລັບ​ເກັບ​ເຄື່ອງ​ເອ​ເລັກ​ໂທລນິກ​ໄວ້ ​ເພື່ອ​ວ່າ ​ເມື່ອ​ທຸກ​ຄົນ​ໃນ​ຄອບຄົວ​ມາ​​ເຕົ້າ​ໂຮມ​ກັນ—ຮ່ວມ​ທັງ ​ແມ່ ​ແລະ ພໍ່—ຈະ​ໄດ້​ເອົາ​ມື​ຖື, ​​ແຜ່ນຄອມ​ພິວ​ເຕີ​ນ້ອຍ, ​ເຄື່ອງ​ຟັງ​ເພງ ​ໃສ່​ໄວ້​ໃນ​ກະຕ່າ. ດັ່ງນັ້ນ, ​ເຂົາ​ເຈົ້າຈະ​ສາມາດ​ປຶກສາ​ຫາລື​ນຳ​ກັນ ​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ຕອບ​ຮັບ Facebook, text, Instagram, Snapchat, ​ແລະ ອີ​ເມວ ທີ່​ຜູ້ຄົນ​ສົ່ງ​ມາ​ຫາ ​ໃນ​ເວລາ​ນັ້ນ.

ຂ້າພະ​ເຈົ້າຂໍ​ແບ່ງປັນ​ກັບ​ທ່ານ​ໜ້ອຍ​ໜຶ່ງ ​ເຖິງ​ວິທີ​ທີ່​ສະພາ​ຄອບຄົວ​ແຕ່ລະ​ແບບ ຖືກກະທຳກັນ​ຢ່າງ​ໃດ.

ໜຶ່ງ, ສະພາ​ຄອບຄົວ​​ໂດຍ​ທົ່ວ​ໄປ ຮ່ວມ​ດ້ວຍ​ສະມາຊິກ​ທຸກ​ຄົນ​ໃນ​ຄອບຄົວ.

ປຶ້ມນ້ອຍ​ຂອງ​ສາດສະໜາ​ຈັກ​ ຊື່ Our Family ບອກ​ວ່າ, “ສະພາ​ນີ້ ສາມາດ​ມາ​ຮ່ວມ​ກັນ ​ເພື່ອ​ປຶກສາ​ຫາລື​ ກ່ຽວ​ກັບ​ບັນຫາ​ໃນ​ຄອບຄົວ, ​ແກ້​ໄຂ​ເລື່ອງ​ການ​ເງິນ, ວາງ​ແຜນ, ສະໜັບສະໜູນ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ​, ​ແລະ ອະທິຖານ​ເພື່ອ​ກັນ​ແລະ​ກັນ ​ແລະ ​ເພື່ອ​ໜ່ວຍ​ຂອງ​ຄອບຄົວ.”2

ສະພາ​ນີ້ ຄວນ​ມາ​ຮ່ວມ​ກັນ ​ໃນ​ເວລາ​ທີ່​ຖືກຈັດ​ໄວ້ ​ແລະ ຕາມ​ປົກກະຕິ​​ແລ້ວ ສະພາ​ນີ້​ຈະ​​ເປັນ​​ແບບທາງ​ການ ​ຫລາຍ​ກວ່າສະພາ​ອື່ນໆ​ຂອງຄອບຄົວ.

ມັນ​ຄວນ​ເລີ່ມຕົ້ນດ້ວຍ​ການ​ອະທິຖານ, ຫລື ບາງທີ​ອາດ​​ເປັນການ​ສືບ​ຕໍ່​ຈາກ​ການ​ເວົ້າລົມ​ກັນ​​ແບບທຳ​ມະ​ດາ ທີ່​ໄດ້​ເລີ່ມຕົ້ນ​ແລ້ວ​ໃນ​ໂອກາດອື່ນ ​ໃຫ້​ຈື່​ຈຳ​ໄວ້​ວ່າ ສະພາ​ຄອບຄົວ ອາດຈະ​ບໍ່​ຖືກ​ຈັດ​ຂຶ້ນ​ແບບ​ເປັນ​ທາງ​ການ​ເລື້ອຍ​ໄປ ​ໃນ​ຕອນ​ເລີ່ມຕົ້ນ ​ແລະ ​ໃນ​ຕອນ​ປິດ.

​ເມື່ອ​ພໍ່​ແມ່ຕຽມ​ພ້ອມ ​ແລະ ລູກ​ຟັງ​ຢ່າງ​ຕັ້ງ​ໃຈ ​ແລະ ມີ​ສ່ວນ​ຮ່ວມ, ​ແລ້ວ​ສະພາ​ຄອບຄົວ ກໍ​ຈະ​ປະສົບ​ຄວາມ​ສຳ​ເລັດ!

ບໍ່​ວ່າ​ສະພາບ​ການ​ໃນ​ຄອບຄົວ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ​ມັນຈຳ​ເປັນ​ຫລາຍ​ທີ່​ເຮົາ​ຈະ​ເຂົ້າ​ໃຈ​ເຖິງ​ຄວາມ​ແຕກ​ຕ່າງ​ຂອງສະພາບ​ການ​​ ຂອງ​ແຕ່ລະຄົນ​ໃນ​ຄອບຄົວ​ຂອງ​ເຮົາ. ​ເຖິງ​ແມ່ນ​ວ່າ​ເຮົາ​ມີ​ສາຍ​ເລືອດ​ດຽວ​ກັນ, ອາດ​ຈະ​ມີ​ສະພາບ​ການ ​ແລະ ສະຖານະ​ການ ​ໃນ​ທ່າມກາງ​ພວກ​ເຮົາ ທີ່​ເຮັດ​ໃຫ້​ພວກ​ເຮົາ​ແຕກ​ຕ່າງຈາກ​ກັນ​ແລະ​ກັນ ຊຶ່ງ​ຮຽກຮ້ອງຄວາມ​ຮ່ວມ​​ໄມ້​ຮ່ວມ​ມື​ ທີ່​ເຫັນ​ອົກ​ເຫັນ​ໃຈກັນ​ ຢູ່​ໃນ​ສະພາ​ຄອບຄົວ.

ຍົກ​ຕົວຢ່າງ, ​ການ​ເວົ້າລົມ ​ແລະ ການ​ແບ່ງປັນ ​ແລະ ຄວາມ​ຮັກ​ທັງ​ໝົດ​ຢູ່​ໃນ​ໂລກ​ນີ້ ອາດບໍ່​ສາມາດ​ແກ້​ໄຂ​ບັນຫາ​ເລື່ອງ ສຸຂະພາບ​ ຫລື ​ແກ້​ໄຂ​ບັນຫາ​ທາງ​ຈິດ​ໃຈ​ຂອງ​ບາງ​ຄົນໃນ​ຄອບຄົວ​ຂອງ​ເຮົາໄດ້. ​ໃນ​ເວລາ​ເຊັ່ນນັ້ນ, ສະພາ​ຄອບຄົວ​ອາດ​ກາຍ​ເປັນ​ແຫລ່ງຊ່ວຍ​ໃຫ້​ຄວາມ​ເປັນ​ໜຶ່ງ, ຈົງ​ຮັກ​ພັກດີ, ​ແລະ ​ໃຫ້​ຄວາມ​ຮັກ ​​ໃນ​ຂະນະ​ທີ່ກຳລັງ​ຊອກ​ຫາ​ການ​ແກ້​ໄຂ​ຈາກ​ຜູ້​ຄົນພາຍ​ນອກຢູ່.

​ເອື້ອຍ​ອ້າຍນ້ອງ​, ​ໂດຍສ​ະ​ເພາະ​ຜູ້​ໃຫຍ່, ສາມາດ​​ເປັນ​ຜູ້​ໃຫ້​ຄຳ​ແນະນຳ​ທີ່​ມີ​ພະລັງ ​ແກ່​ນ້ອງ​ຜູ້​ນ້ອຍ​ໄດ້ ຖ້າ​ຫາກ​ພໍ່​ແມ່ ຈະ​ໃຊ້​ສະພາ​ຄອບຄົວ ​ເປັນ​ວິທີ​ທີ່​ຈະ​ຫາ​ຄວາມ​ຊ່ວຍ​ເຫລືອ ​ແລະ ການ​ສະໜັບສະໜູນ ​ໃນ​ໄລຍະ​ທີ່​ມີ​ຄວາມ​ຫຍຸ້ງຍາກ ​ແລະ ໜັກ​ໃຈນັ້ນ.

​ໃນ​ວິທີ​ນີ້, ຄອບຄົວ​ຈະ​ເປັນ​ຄື​ກັນ​ກັບ​ຫວອດ. ​ເມື່ອ​ອະທິການ​ໃຫ້​ສະພາ​ຫວອດ​ມີ​ສ່ວນ​ຮ່ວມ, ​ເພິ່ນ​ຈະ​ສາມາດ​ແກ້​ໄຂ​ບັນຫາ ​ແລະ ​ສຳ​ເລັດ​ຫລາຍ​ຢ່າງ​ທີ່​ດີ ​ໃນ​ວິທີ​ທີ່​ເພິ່ນ​ບໍ່​ເຄີຍ​ເຮັດ​ມາ​ກ່ອນ ຖ້າປາດ​ສະ​ຈາກ​ຄວາມ​ຊ່ວຍ​ເຫລືອ​ຂອງ​ສະພາ. ​ໃນ​ວິທີ​ທີ່​ຄ້າຍຄື​ກັນ​ນີ້, ພໍ່​ແມ່​ຕ້ອງ​ໃຫ້​ສະມາ​ຊິກ​ໃນ​ຄອບຄົວ​ມີ​ສ່ວນ​ຮ່ວມ ​ໃນ​ການ​ຈັດການ​ກັບ​ການ​ທ້າ​ທາຍ ​ແລະ ບັນຫາ​ຕ່າງໆ. ​ໃນ​ວິທີ​ນີ້, ພະລັງ​ຂອງ​ສະພາ​ຄອບຄົວ​ຈຶ່ງ​ຈະ​ຖືກ​ເອົາ​ໄປ​ນຳ​ໃຊ້.​ ເມື່ອ​ສະມາຊິກ​ໃນ​ສະພາ​ຮູ້ສຶກ​ວ່າ ​ເຂົາ​ເຈົ້າ​ເປັນ​ພາກສ່ວນ​ໃນ​ການ​ຕັດສິນ​ໃຈ, ​ແລ້ວ​ເຂົາ​ເຈົ້າຈະ​ກາຍ​ເປັນ​ຄົນ​ສະໜັບສະໜູນ ​ແລະ ຈະ​ໄດ້​ຮັບຜົນສຳ​ເລັດ​​ໃນ​ທາງ​ດີ.

ບໍ່​ແມ່ນ​ທຸກ​ສະພາ​ຄອບຄົວ ຈະ​ມີ​ພໍ່​ແມ່​ນຳ​ກັນ​ສອງ​ຄົນ ​​ແລະ ລູກໆ. ສະພາ​ຄອບຄົວ​ຂອງ​ທ່ານ ອາດ​ເບິ່ງ​ແຕກ​ຕ່າງ​ຈາກ​ສະພາ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ ​ໂດຍ​ທີ່​ພວກ​ຂ້າພະ​ເຈົ້າມີ​ລູກ​ຢູ່​ເຈັດ​ຄົນ. ປະຈຸ​ບັນ​ນີ້, ສະພາ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ ມີ​ຢູ່​ດ້ວຍ​ກັນ​ສອງ​ຄົນ, ບາ​ບາຣາ ກັບ​ຂ້າພະ​ເຈົ້າ, ຍົກ​ເວັ້ນ​ແຕ່​ພວກ​ຂ້າພະ​ເຈົ້າຈັດ​ສະພາ​ວົງຕະກຸນ ຊຶ່ງ​ຮ່ວມ​ດ້ວຍ​ລູກຜູ້​ໃຫຍ່, ສາມີ​ພັນ​ລະ​ຍາ​ຂອງ​ເຂົາ​ເຈົ້າ, ບາງ​ເທື່ອ ຫລານ​ເຫ​ລັນ​ນຳ​ອີກ.

ຄົນ​ທີ່​ຍັງ​ໂສດ ​ແລະ ​ແມ່ນ​ແຕ່​ນັກ​ສຶກສາ​ທີ່​ອາ​ໄສ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເຮືອນ ສາມາດ​ເຮັດ​ຕາມ​ແບບ​ແຜນ​ສະພາ​​ແຫ່ງ​ສະຫວັນ​ນີ້ ​ໂດຍ​ການ​ເຕົ້າ​ໂຮມ​ກັບ​ໝູ່​ເພື່ອນ ​ແລະ ​ເພື່ອນ​​ໃນ​ຫໍ​ພັກ​ ​ເພື່ອ​ປຶກສາ​ຫາລື​ນຳ​ກັນ.

​ໃຫ້​ຄິດ​ເບິ່ງ​ວ່າ ສະພາບ​ແວດ​ລ້ອມ​ຢູ່​ໃນ​ຫໍ​ພັກ ຈະ​ເປັນ​ແນວ​ໃດ ຖ້າ​ຫາກ​ເພື່ອນ​ໃນ​ຫໍ​ພັກ​ ມາ​ເຕົ້າ​ໂຮມ​ກັນ​ເປັນ​ປະຈຳ ​ເພື່ອ​ອະທິຖານ, ຮັບ​ຟັງ, ສົນທະນາ, ​ແລະ ວາງ​ແຜນ​ນຳ​ກັນ.

ທຸກ​ຄົນ​ສາມາດ​ປັບ​ສະພາ​ຄອບຄົວ​ໄດ້ ​ເພື່ອ​ນຳ​ໃຊ້​ຜົນ​ປະ​ໂຫຍດຂອງ​ແບບ​ແຜນ​ແຫ່ງ​ສະຫວັນ​ນີ້ ​ທີ່​ພຣະບິດາ​ເທິງ​ສະຫວັນ​ທີ່​ຮັກ​ຂອງ​ເຮົາ ​ໄດ້​ສ້າງຕັ້ງ​ໄວ້.

ດັ່ງ​ທີ່​ໄດ້​ກ່າວ​ຜ່ານ​ມານັ້ນ, ບາງ​ຄັ້ງສະພາ​ວົງ​ຕະກຸນ​ກໍ​ສາມາດ​ຊ່ວຍ​ເຫລືອ​ໄດ້. ສະພາ​ວົງ​ຕະກຸນ ສາມາດ​ຮ່ວມ​ດ້ວຍ​ ປູ່ຍ່າ​ຕາ​ຍາຍ ​ແລະ ລູກ​ຜູ້​ໃຫຍ່ ຜູ້​ທີ່​ບໍ່​ໄດ້​ອາ​ໄສ​ຢູ່​ໃນ​ບ້ານ. ​ເຖິງ​ແມ່ນ​ປູ່ຍ່າ​ຕາ​ຍາຍ ​ແລະ ລູກ​ຜູ້​ໃຫຍ່​ອາ​ໄສ​ຢູ່​ຫ່າງ​ໄກ​ຈາກ​ທ່ານ, ​ແຕ່​ເຂົາ​ເຈົ້າກໍ​ສາມາດ​ມີ​ສ່ວນ​ຮ່ວມ​ໃນ​ສະພາ​ຄອບຄົວ​ໄດ້ ຜ່ານ​ທາງ​ໂທລະສັບ, Skype, ຫລື FaceTime.

ທ່ານ​ອາດ​ໃຊ້​ວັນ​ອາທິດ ​ເພື່ອ​ຈັດ​ສະພາ​ຄອບຄົວ​ໂດຍ​ທົ່ວ​ໄປ, ​ເພາະ​ມັນ​ເປັນ​ມື້​ທຳ​ອິດ​ຂອງ​ອາທິດ; ຄອບຄົວ​ສາມາດ​ທົບ​ທວນ​ອາທິດ​ທີ່​ຜ່ານ​ມາ ​ແລະ ວາງ​ແຜນ​ອາທິດ​ທີ່​ຈະ​ມາ​ເຖິງ. ສິ່ງ​ນີ້​ອາດ​ເປັນ​ສິ່ງ​ທີ່​ຄອບຄົວ​ຕ້ອງການ ​ເພື່ອ​ເຮັດ​ໃຫ້​ວັນ​ຊະບາ​ໂຕ ​ເປັນ​ປະສົບ​ການ​ທີ່​ປິ​ຕິ​ຍິນ​ດີ.

ສະພາ​ຄອບຄົວ​ແບບ​ທີ​ສອງ ແມ່ນ​ສະພາ​ຄອບຄົວ​ສູງ​ສຸດ ຊຶ່ງຮ່ວມດ້ວຍ​ພໍ່​ແມ່​ສອງ​ຄົນ​ເທົ່າ​ນັ້ນ. ​ໃນ​ລະຫວ່າງ​ເວລາ​ນີ້, ພໍ່​ແມ່​ສາມາດ​ທົບ​ທວນ​ສຸຂະພາບ, ຄວາມ​ຮູ້ສຶກ, ​ຄວາມ​ຕ້ອງການ​ທາງ​ວິນ​ຍານ​ ​ແລະ ຄວາມ​ກ້າວໜ້າ​ຂອງ​ລູກ​ແຕ່ລະຄົນ​ໄດ້.

ສະພາ​ຄອບຄົວ​ສູງ​ສຸດ ກໍ​ຍັງ​ເປັນ​ເວລາ​ທີ່​ດີ​ສຳລັບ​ສາມີ​ພັນ​ລະ​ຍາ ທີ່​ຈະ​ໄດ້​ເວົ້າລົມ​ກັນ​ກ່ຽວ​ກັບ​ຄວາມສຳພັນ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້ານຳ​ອີກ. ​ເມື່ອ​ ​ແອວ​ເດີ ​ແຮ​ໂຣນ ບີ ລີ ​ໄດ້​ຜະ​ນຶກ​ພວກ​ຂ້າພະ​ເຈົ້າ, ​ເພິ່ນ​ໄດ້​ສອນ​ພວກ​ຂ້າພະ​ເຈົ້າ​ເຖິງ​ຫລັກ​ທຳ​ຂໍ້​ໜຶ່ງ ທີ່​ຂ້າພະ​ເຈົ້າ​ເຊື່ອ​ວ່າ ຄູ່​ສາມີ​ພັນ​ລະ​ຍາ​ທຸກ​ຄູ່ ຈະ​ເຫັນ​ວ່າ ມັນ​ຊ່ວຍ​ໄດ້​ຫລາຍ. ​ເພິ່ນໄດ້​ກ່າວວ່າ, “ຢ່າ​ເຂົ້ານອນ​ກ່ອນ​ຄຸເຂົ່າ​ອະທິຖານ​ນຳ​ກັນ, ​ໃຫ້ຈັບ​ມື​ກັນ, ​ແລະ ກ່າວ​ຄຳ​ອະທິຖານ​ຂອງ​ພວກ​ທ່ານ. ການ​ອະທິຖານ​ເຊັ່ນ​ນັ້ນ ຈະ​ເຊື້ອ​ເຊີນ​ພຣະບິດາ​ເທິງ​ສະຫວັນ ​ໃຫ້​ມາ​ແນະນຳ​ເຮົາ ​ໂດຍ​ອຳນາດ​ຂອງ​ພຣະວິນ​ຍານ.”

ສະພາ​ຄອບຄົວ​ແບບ​ທີ​ສາມ ແມ່ນ​ສະພາ​ຄອບຄົວ​ຈຳກັດ. ສະພາ​ນີ້ ພໍ່​ແມ່​ທັງ​ສອງ ຈະ​ໃຊ້​ເວລາ​ກັບ​ລູກ​ຄົນ​ໜຶ່ງ ​ໃນ​​ແບບ​​ເປັນ​ທາງ​ການ ຫລື ​ໃນ​ແບບ​ເປັນ​ກັນ​ເອງ. ນີ້​ຄື​ໂອກາດ​ສຳລັບ​ການ​ສົນທະນາ ​ເລື່ອງ​ການ​ຕັດສິນ​ໃຈ​ລ່ວງ​ໜ້າ ກ່ຽວ​ກັບ​ສິ່ງ​ທີ່​​ເຂົາ​ຈະ​ເຮັດ ຫລື ບໍ່​ເຮັດ ​ໃນ​ອະນາຄົດ. ​ເມື່ອ​​ໄດ້​ຕັດສິນ​ໃຈ​ແລ້ວ, ​ເຂົາ​​ເຈົ້າຕ້ອງ​ບັນທຶກ​ມັນ​ໄວ້ ​ເພື່ອ​ເປັນ​ສິ່ງ​ອ້າງ​ອີງ​ຖ້າ​ຕ້ອງການ. ຖ້າ​ລູກ​ຊາຍ ຫລື ລູກ​ສາວ​ຂອງ​ທ່ານ ​ເຫັນ​ທ່ານ​ສະໜັບສະໜູນ​ເຂົາ​ເຈົ້າ​ແທ້ໆ, ​ແລ້ວ​ສະພາ​ກໍ​ສາມາດ​ສ້າງຕັ້ງ​ເປົ້າໝາຍ ​ແລະ ຈຸດປະສົງ​ສຳລັບ​ອະນາຄົດ​ໄດ້. ສະພາ​ນີ້​ກໍ​ເປັນ​ເວລາ​ທີ່​ຕ້ອງ​ຮັບ​ຟັງ​ຢ່າງ​ລະມັດລະວັງ ​​ກ່ຽວ​ກັບ​ບັນຫາ ​ແລະ ການ​ທ້າ​ທາຍ​ອັນ​ໜັກໜ່ວງ ທີ່​ລູກ​ກຳລັງ​ປະ​​ເຊີນ​ຢູ່ ​ເຊັ່ນ​ວ່າ ​ເຂົາ​ຂາດ​ຄວາມ​ໝັ້ນ​ໃຈ, ຖືກ​ທາລຸນ, ຖືກ​ຂົ່ມ​ເຫັງ, ຫລື ມີ​ຄວາມ​ຢ້ານ​ກົວ.

ສະພາ​ຄອບຄົວ​ແບບ​ທີ​ສີ່ ເປັນ​ສະພາ​ຄອບຄົວ​ສອງ​ຕໍ່​ສອງ ຊຶ່ງ​ຮ່ວມ​ດ້ວຍ​ພໍ່​ແມ່​​ໜຶ່ງຄົນ ກັບ​ລູກ​​ໜຶ່ງຄົນ. ສະພາ​ຄອບຄົວ​ແບບ​ນີ້ ສ່ວນ​ຫລາຍ​ແລ້ວ​ຈະ​ເກີດ​ຂຶ້ນ​ໂດຍ​ບໍ່​ໄດ້​ວາງ​ແຜນ​ລ່ວງ​ໜ້າ. ຍົກ​ຕົວຢ່າງ, ພໍ່​​ແມ່​ຄົນ​ໜຶ່ງ ​ແລະ ລູກ​ຄົນ​ໜຶ່ງ ສາມາດ​ໃຊ້​ໂອກາດ​ນີ້ ​​ໃນ​ຂະນະ​ທີ່​ເດີນທາງ​ນຳ​ກັນ​ຢູ່​ໃນ​ລົດ ຫລື ​​ໃນ​ຂະນະ​ທີ່​ເຮັດ​ວຽກ​ງານ​ຢູ່​ໃນ​ບ້ານ. ການ​ທີ່​ພໍ່​ ຫລື​ ແມ່​ພາ​ລູກ​ຄົນ​ໜຶ່ງ​ໄປ​ຫລິ້ນ ກໍ​ສາມາດ​ເປັນ​ເວລາຜູກ​ພັນ​ພິ​ເສດ​ທາງ​ວິນ​ຍານ ​ແລະ ທາງ​ຄວາມ​ຮູ້ສຶກ​ກັບ​ລູກ​ໄດ້. ​ໃຫ້​ຈັດ​ເວລາ​ໄວ້​ໃນ​ປະຕິທິນ​ສຳລັບ​ເວລາ​ນີ້ ​ເພື່ອ​ວ່າ​ລູກ​ຂອງ​ທ່ານ​ຈະ​ສາມາດ​ຄາດ​ໄວ້​ໄດ້ ​ແລະ ລໍຖ້າ​ເວລາ​ພິ​ເສດ​ນີ້ ​ເພື່ອ​ຈະ​ໄດ້​ຢູ່​ນຳ​​ແມ່ ຫລື ພໍ່.

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ​ສະ​ໄໝ​ກ່ອນ ບ້ານ​ເຮືອນ​ຂອງ​ເຮົາ ​ໄດ້​ເປັນ​ບ່ອນ​ປ້ອງ​ກັນ​ທີ່​ເຮົາ​ຕ້ອງການ ຕ້ານ​ການ​ບຸກລຸກ ​ແລະ ຕ້ານອິດ​ທິພົນ​ຕ່າງໆ. ​ເຮົາ​ໄດ້​ປິດ​ປະຕູ, ປິດ​ປ່ອງຢ້ຽມ; ​ເຮົາ​ໄດ້ປິດ​ຮົ້ວ; ​ແລ້ວ​ເຮົາ​ຮູ້ສຶກ​ປອດ​ໄພ, ໝັ້ນຄົງ, ​ແລະ ຖືກ​ປົກ​ປ້ອງ ​ໃນ​ບ້ານ​ເຮືອນ​ ຈາກ​ໂລກ​ພາຍ​ນອກ.

​ສະ​ໄໝ​ນັ້ນ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ. ບ້ານ​ເຮືອນ, ປະຕູ, ຮົ້ວຮາວ, ​ແລະ ປະຕູ​ຮົ້ວ ຂອງ​ບ້ານ​ເຮືອນ​ຂອງ​ເຮົາ ບໍ່​ສາມາດ​ກີດກັນ​ການ​ບຸກລຸກ​ທີ່​ຕາ​ຫລຽວ​ບໍ່​ເຫັນ​ໄດ້ ຈາກ ອິນ​ເຕີ​​ເນັດ, ວາຍ-ຟາຍ, ​ແລະ ​ມື​ຖື. ມັນ​ສາມາດ​​ແຊກ​ຊຶມ​ເຂົ້າມາ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ ພຽງ​ແຕ່ ​ເອົາ​ມື​ກົດ​ເທື່ອ​ດຽວເທົ່າ​ນັ້ນ.

​ໂຊກ​ດີ​ທີ່ ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຫາ​ວິທີ​ຕ້ານທານ​ກັບ​ການ​ບຸກລຸກ​ຂອງ​​ເທັກ​ໂນ​ໂລ​ຈີ​ທີ່​ບໍ່​ດີ​ໄດ້ ຊຶ່ງ​ສາມາດ​ກີດ​ກັນ​ເຮົາ​ຈາກ​ການ​ໃຊ້​ເວລາ​ທີ່​ດີ​ນຳ​ກັນ. ພຣະອົງ​ໄດ້​ເຮັດ​ສິ່ງ​ນີ້​ໂດຍ​ການຈັດ​ໃຫ້​ມີ​ລະບົບ​ສະພາ ​ເພື່ອ​ເພີ່ມ​ພະລັງ, ປົກ​ປ້ອງ, ປ້ອງ​ກັນ, ​ແລະ ບຳລຸງ​ລ້ຽງ ຄວາມ​ສຳພັນ​ທີ່​ມີຄ່າ​ທີ່​ສຸດ​ຂອງ​ເຮົາ​ໄວ້.

ລູກໆ​ກໍ​ຕ້ອງການ​ພໍ່​ແມ່​ຜູ້​ເຕັມ​​ໃຈ​ທີ່​ຈະ​ຮັບ​ຟັງ​ເຂົາ, ​ແລະ ສະພາ​ຄອບຄົວ​ກໍ​ສາມາດ​ຈັດ​ຫາ​ເວລາ ​ໃຫ້​ສະມາຊິກ​ໃນ​ຄອບຄົວ​ເພື່ອຮຽນ​ຮູ້​ ທີ່​ຈະ​ເຂົ້າ​ໃຈ ​ແລະ ຮັກ​ກັນ​ແລະ​ກັນ​.

​ແອວ​ມາ ​ໄດ້​ສອນ​ວ່າ, “ຈົ່ງ​ປຶກສາ​ນຳພຣະຜູ້​ເປັນ​ເຈົ້າ​ໃນ​ການ​ກະທຳ​ທັງ​ໝົດ​ຂອງ​ລູກ, ​ແລະ ພຣະອົງ​ຈະ​ຊີ້​ທາງ​ໃຫ້​ລູກ​ເພື່ອ​ຄວາມ​ດີ.”3 ການ​ເຊື້ອ​ເຊີນ​ພຣະຜູ້​ເປັນ​ເຈົ້າ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ສະພາ​ຄອບຄົວ ຜ່ານ​ທາງ​ການ​ອະທິຖານ ຈະ​ພັດທະນາ​ຄວາມ​ສຳພັນ​ຂອງ​ເຮົາ​ນຳ​​ແຕ່ລະຄົນ. ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ວຍ​ໃຫ້​ລອດ, ເຮົາຈະ​ສາມາດ​ກາຍ​ເປັນ​ຄົນ​ທີ່​ມີ​ຄວາມ​ອົດທົນ​ຫລາຍ​ກວ່າ​ເກົ່າ, ຮູ້ຈັກ​ຄິດ, ຮູ້ຈັກ​ຊ່ວຍ​ເຫລືອ, ​ໃຫ້​ອະ​ໄພ, ​ແລະ ​ເຂົ້າ​ໃຈ​ຫລາຍ​ຂຶ້ນ ​ເມື່ອ​ເຮົາ​ອະທິຖານ​ຂໍ​ຄວາມ​ຊ່ວຍ​​ເຫລືອ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພວກພຣະອົງ, ​ເຮົາ​ຈະ​ສາມາດ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ ​ເປັນ​ສະຫວັນ​ຢູ່​ເທິງ​ແຜ່ນດິນ​ໂລກ​ໄດ້.

ສະພາ​ຄອບຄົວ​ທີ່​ມີ​ແບບ​ແຜນ​ຕາມ​ສະພາ​ໃນ​ສະຫວັນ, ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ທີ່​​ເປັນ​ເໝືອນ​ພຣະຄຣິດ, ​ໂດຍ​ຖືກ​ນຳພາ​ໂດຍ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ, ຈະ​ຊ່ວຍ​ເຮົາ​ໃຫ້​ປົກ​ປ້ອງ​ຄອບຄົວ​ຂອງ​ເຮົາ ຈາກ​ສິ່ງ​ລົບ​ກວນ ທີ່​ສາມາດ​ລັກ​ເອົາ​ເວລາ​ທີ່​ມີຄ່າ​ຂອງ​ຄອບຄົວ​ໄປ ​ແລະ ປົກ​ປ້ອງ​ເຮົາ​ຈາກ​ຄວາມຊົ່ວ​ຮ້າຍຂອງ​ໂລກ​ໄດ້.

ສະພາ​ຄອບຄົວ​ທີ່​ຮ່ວມ​ດ້ວຍ​ການ​ອະທິຖານ ຈະ​ເຊື້ອ​ເຊີນ​​ພຣະຜູ້​ຊ່ວຍ​ໃຫ້​ລອດ​​ ໃຫ້ມາ​ສະຖິດ​ຢູ່​ນຳ ​ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ວ່າ, “ດ້ວຍ​ວ່າ ມີ​ສອງ ຫລື ສາມ​ຄົນ​ມາ​ຮ່ວມ​ປະຊຸມ​ກັນ​ໃນ​ນາມ​ຂອງ​ເຮົາ​ຢູ່​ບ່ອນ​ໃດ ​ເຮົາ​ກໍ​ຢູ່​ທ່າມກາງ​ພວກ​ເຂົາ​ໃນ​ບ່ອນ​ນັ້ນ​ແຫລະ.”4 ໃນ​ການ​ເຊື້ອ​ເຊີນ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໃຫ້​ມາ​ເປັນ​ພາກສ່ວນ​ໜຶ່ງ​ໃນ​ສະພາ​ຄອບຄົວ​ຂອງ​ເຮົາ ຈະ​ນຳ​ພອນ​ທີ່​ເກີນ​ກວ່າ​ຈະ​ພັນ​ລະນາ​ໄດ້ ມາ​ໃຫ້​ເຮົາ.

ສຸດ​ທ້າຍ​ນີ້, ຈົ່ງ​ຈື່​ຈຳ​ໄວ້​ວ່າ ສະພາ​ຄອບຄົວ​ທີ່​ຖືກ​ຈັດ​ຂຶ້ນ​ເປັນ​ປະຈຳ ຈະຊ່ວຍ​ເຮົາ​ໃຫ້​​ຮູ້ຈັກ​ບັນຫາ ​ແລະ ກຳຈັດ​ມັນ​ໄປ ກ່ອນ​ຈະ​ສາຍ​ເກີນ​ແກ້; ສະພາ​ເຫລົ່າ​ນີ້​ຈະ​ເຮັດ​ໃຫ້​ສະມາຊິກ​ແຕ່ລະຄົນ​ໃນ​ຄອບຄົວ ຮູ້ສຶກ​ເຖິງ​ຄຸນຄ່າ ​ແລະ ຄວາມ​ສຳຄັນຂອງ​ຕົນ, ​ແລະ ຍິ່ງ​ກວ່າ​ທຸກ​ສິ່ງ ​ມັນຈະ​ຊ່ວຍ​ເຮົາ​ໃຫ້​ສຳ​ເລັດ​ຫລາຍກວ່າ​ເດີມ ​ແລະ ຊື່ນ​ຊົມ​ກັບ​ຄວາມ​ສຳພັນ​ອັນ​ລ້ຳ​ຄ່າ​, ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ. ​ຂໍ​ໃຫ້​ພຣະບິດາ​ເທິງ​ສະຫວັນຂອງ​ເຮົາ ຈົ່ງ​ປະທານ​ພອນ​ໃຫ້​ແກ່​ຄອບຄົວ​ຂອງ​ເຮົາ ​ເມື່ອ​ເຮົາ​ປຶກສາ​ຫາລື​ນຳ​ກັນ, ນີ້​ຄື​ຄຳ​ອະທິຖານ​ທີ່​ຖ່ອມຕົວ​ຂອງ​ຂ້າພະ​ເຈົ້າ ໃນ​ພຣະນາມ​ຂອງ​ອົງພຣະເຢຊູ​ຄຣິດ​ເຈົ້າ, ອາແມນ.