​2010–2019
ພໍ່​ທັງຫລາຍ
ເມສາ 2016


ພໍ່​ທັງຫລາຍ

ມື້ນີ້​ ຂ້າພະເຈົ້າ​ຈະ​ເນັ້ນ​ໜັກ ວ່າ​ຜູ້​ຊາຍ​ກໍ​ສາມາດ​ເຮັດ​ດີ​ໃນ​ບົດບາດ​ທີ່​ຍິ່ງ​ໃຫຍ່​ຂອງ​ຜູ້​ຊາຍ​ໄດ້ ນັ້ນ​ຄື​ການເປັນ—​ສາມີ ​ແລະ ເປັນ​ພໍ່.

ມື້ນີ້​ຂ້າພະເຈົ້າ​ຈະ​ເວົ້າ​ເຖິງ​ພໍ່​ທັງ​ຫລາຍ. ຂ້າພະເຈົ້າ​ຮູ້ສຶກ​ເປັນ​ກຽດ ທີ່​ຈະ​ເວົ້າ​ເຖິງ​ການ​ເອີ້ນ​ນີ້​ ທີ່​ຈຳເປັນ​ສຳລັບ​ປະຈຸບັນ​ ​ແລະ ​ນິລັນດອນ. ຂ້າພະເຈົ້າ​ຂໍ​​ສະໜັບສະໜູນ​ຜູ້​ທີ່​ພະຍາຍາມ​ທີ່​ຈະ​ເຮັດ​ການ​ເອີ້ນ​ນັ້ນ​ໃຫ້​ດີ​ທີ່​ສຸດ. ການ​ຍ້ອງຍໍ ​ແລະ ​ສະໜັບສະໜູນ​ຄວາມ​ເປັນ​ພໍ່ ​​ແລະ ​ຄົນ​ທີ່​ເປັນ​ພໍ່​ບໍ່​ແມ່ນ​ສິ່ງ​ທີ່​ລະອາຍ ຫລື​ ຫລຸດ​ຄຸນຄ່າ​ສຳລັບ​ຄົນ​ໃດ​ເລີຍ. ຂ້າພະເຈົ້າ​ພຽງ​ແຕ່​ເນັ້ນ​ໜັກວ່າ ​ຜູ້​ຊາຍ​ກໍ​ສາມາດ​ເຮັດ​ດີ​ໃນ​ບົດບາດ​ທີ່​ຍິ່ງ​ໃຫຍ່​ຂອງ​ຜູ້​ຊາຍ​ໄດ້ ນັ້ນ​ຄື​ ການເປັນ​ສາມີ ​ແລະ ເປັນ​ພໍ່.

ທ່ານເດ​ວິດ ແບ​ລນ​ເຄັນ​ຮອນ ເປັນ​ນັກ​ປະພັນ​ຂອງ​ປຶ້ມ​ທີ່​ຊື່ວ່າ Fatherless America, (​ແປ​ວ່າ ອາເມຣິກາ​ທີ່​ຂາດ​ພໍ່), ໄດ້​ສັງເກດ​ວ່າ: “ໃນ​ສະໄໝ​ນີ້ ສັງຄົມ​ອາ​ເມ​ຣິ​ກັນ ມີ​ຄວາມ​ຄິດ​ທີ່​ແບ່ງ​ແຍກ​ກັນ ​​ແລະ ​ລັງ​ເລ​ໃຈ​ໃນ​ຄວາມ​ຄິດ​ຂອງ​ການ​ເປັນ​ພໍ່. ບາງ​ຄົນ​ກໍ​ຮອດ​ບໍ່​ຈື່​ຊ້ຳ. ບາງ​ຄົນ​ກໍ​ຄຽດ​ເລື່ອງ​ນີ້. ຄົນ​ອື່ນໆ ທີ່​ຮວມ​ທັງ​ນັກ​ປັນຍາ​ຊົນ​ຫລາຍ​ກວ່າ​ສອງ​ສາມ​ຄົນ ໄດ້​ເມີນເສີຍ ​ແລະ ລັງ​ກຽດ​ເລື່ອງ​ນີ້. ບາງ​ຄົນ​ກໍ​ບໍ່​ຕ້ານ​ເລື່ອງ​ນີ້ ຫລື​ ​ບໍ່​ຢາກ​ມີ​ພັນທະ​ໃນ​ເລື່ອງ​ນີ້. ມີ​ຫລາຍ​ຄົນ​ກໍ​ຢາກ​ໃຫ້​ເຮົາ​ຈັດການ​ເລື່ອງ​ນີ້ ຫລື​ ​ເຊື່ອ​ວ່າ​ສັງຄົມ​ບໍ່​ສາມາດ​ຈັດການ ຫລື​ ເຮັດ​ໄດ້.”1

ຮູບ​ພາບ
​ເຮົາ​ເຊື່ອ​ໃນ​ຜູ້​ເປັນ​ພໍ່.
ຮູບ​ພາບ
ພໍ່​ເປັນ​ຜູ້​ດູແລ​ຄອບຄົວ​ດ້ວຍ​ຄວາມ​ຮັກ ​ແລະ ດ້ວຍຄວາມ​ຊອບ​ທຳ.

ໃນ​ຖານະ​ທີ່​ເປັນ​ສາດສະໜາ​ຈັກ, ພວກ​ເຮົາ​ເຊື່ອ​ໃນ​ການ​ມີ​ພໍ່. ພວກ​ເຮົາ​ເຊື່ອ​ໃນ “ຊາຍ​ອຸດົມ​ຄະຕິ ທີ່​ຖື​ວ່າ​ຄອບຄົວ​ມາ​ກ່ອນ​ສິ່ງ​ອື່ນ.”2 ພວກ​ເຮົາ​ເຊື່ອ​ວ່າ “ໂດຍ​ກົດ​ສະຫວັນ, ພໍ່​ເປັນ​ຜູ້​ດູແລ​ຄອບຄົວ​ດ້ວຍ​ຄວາມ​ຮັກ ​ແລະ ດ້ວຍຄວາມ​ຊອບ​ທຳ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສິ່ງ​ທີ່​ຈຳເປັນ​ໃນ​ຊີວິດ​ ​ແລະ ​ໃຫ້​ຄວາມ​ປົກ​ປ້ອງ​ຕໍ່​ຄອບຄົວ​ຂອງ​ເຂົາ​ເຈົ້າ.”3 ພວກ​ເຮົາ​ເຊື່ອ​ໃນ​ໜ້າທີ່​ພິເສດ​ຂອງ​ຄອບຄົວ, “ຜູ້​ເປັນ​ພໍ່ ​​ແລະ ​ແມ່​ມີໜ້າ​ທີ່ ທີ່​ຕ້ອງ​ຊ່ວຍເຫລື​ອ​ກັນ​ຢ່າງ​ເທົ່າ​ທຽມ​ກັນ.”4 ພວກ​ເຮົາ​ບໍ່​ຄິດ​ວ່າ​ມັນ​ບໍ່​ຈຳເປັນ​ທີ່​ຈະ​ມີ​ພໍ່. ພໍ່​ມີ​ຄວາມ​ເປັນ​ເອກ​ກະ​ລັກ ​​ແລະ ​ແທນ​ທີ່​ບໍ່​ໄດ້.

ຮູບ​ພາບ
ພໍ່​ແມ່​ມີໜ້າ​ທີ່ ທີ່​ຕ້ອງ​ຊ່ວຍ​ເຫລືອ​ກັນ​ຢ່າງ​ເທົ່າ​ທຽມ​ກັນ.
ຮູບ​ພາບ
ບໍ່​ມີ​ໃຜສາມາດ​ມາ​ແທນ​ທີ່​ພໍ່​ໄດ້.

ບາງ​ຄົນ​ກໍ​ເຫັນ​ວ່າການ​ເປັນ​ພໍ່ ແມ່ນ​ເປັນ​ການ​ດີ​ໃນ​ແວດ​ວົງ​ສັງຄົມ, ຊຶ່ງ​ເປັນ​ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ຜູ້​ຊາຍ​ມີ​ພັນທະ​ຕໍ່​ລູກໆ​ຂອງເຂົາເຈົ້າ, ເຮັດ​ໃຫ້​ເຂົາເຈົ້າ​ເປັນ​ຄົນ​ດີ ​​ແລະ ​ເຫັນ​ຄວາມ​ຕ້ອງການ​ຂອງ​ຄົນ​ອື່ນ, ຊ່ວຍເຫລື​ອ​ໃນ​ການ “ລົງທຶນ​ຢ່າງ​ຜູ້​ເປັນ​ແມ່​ໃນ​ລູກໆ ​​ແລະ ​ລົງທຶນ​ຢ່າງ​ຜູ້​ເປັນ​ພໍ່​ໃນ​ລູກໆ. … ຖ້າ​ຈະ​ເວົ້າ​ແລ້ວ​ ສິ່ງ​ສຳຄັນ​ສຳລັບ​ຜູ້​ຊາຍແມ່ນ​ການ​ເປັນ​ພໍ່. ສິ່ງ​ສຳຄັນ​ສຳລັບ​ເດັກນ້ອຍ ກໍ​ຄື​ການ​ມີ​ພໍ່. ສິ່ງ​ສຳຄັນ​ສຳລັບ​ສັງຄົມ​ແມ່ນ​ສ້າງ​ພໍ່.”5 ເມື່ອ​ເລື່ອງ​ນີ້​ຖື​ວ່າ​ເປັນຄວາມ​ຈິງ​ ​ແລະ ​ສຳຄັນ​ແນ່​ແທ້ ພວກ​ເຮົາ​ຮູ້​ວ່າການ​ເປັນ​ພໍ່​ແມ່ນ​ເກີນ​ກວ່າ​ການ​ສ້າງ​ສັງຄົມ ຫລື​ ໝາກຜົນ​ຂອງ​ການ​ວິວັດທະນາ​ການ. ບົດບາດ​ຂອງ​ພໍ່ ມີ​ຕົ້ນ​ກຳເນີດ​ຈາກ​ສະຫວັນ​ທີ່​ເລີ່ມ​ຈາກ​ພຣະ​ບິດາ​ເທິງ​ສະຫວັນ ​ແລະ ພໍ່​ທາງ​ມະຕະ ທີ່​ເລີ່ມຈາກ​ອາ​ດາມ.

ຕົວຢ່າງ​ທີ່​ສົມບູນ​ແບບ ທີ່​ກໍ່ໃຫ້​ເຫັນ​ເຖິງ​ການ​ເປັນ​ພໍ່ ຄື​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ນິໄສ ​​ແລະ ​ຄຸນສົມບັດ​ຂອງ​ພຣະ​ອົງ ແມ່ນ​ມີ​ແຕ່​ຄວາມ​ດີງາມ​ ​​ແລະ ​ຄວາມ​ຮັກ​ທີ່​ສົມ​ບູນ. ວຽກງານ​ ​​ແລະ ​ລັດສະໝີ​ພາບ​ຂອງ​ພຣະ​ອົງ ແມ່ນ​ການ​ພັດທະນາ, ຄວາມສຸກ, ​​ແລະ ​ຊີວິດ​ນິລັນດອນ​ຂອງ​ລູກໆ​ຂອງ​ພຣະ​ອົງ.6 ພໍ່​ທັງຫລາຍ​ໃນ​ໂລກ​ທີ່​ລົ້ມເຫລວ​ນີ້ ບໍ່​ສາມາດ​ອ້າງ​ແນວໃດ​ທີ່​ທຽບ​ເທົ່າ​ພຣະ​ອົງ​ຜູ້​ສູງ​ສົ່ງ​ໄດ້ ແຕ່​ເຂົາເຈົ້າ​ສາມາດ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະ​ອົງ​ໃຫ້​ດີ​ທີ່​ສຸດ​ໄດ້, ​ແລະ ​ເຂົາເຈົ້າ​ໄດ້​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ​ຢ່າງ​ແທ້​ຈິງ.

ສຳລັບ​ຜູ້​ຊາຍ ການ​ເປັນ​ພໍ່​ຈະ​ເຮັດ​ໃຫ້​ເຮົາ​ເຫັນ​ຄວາມ​ອ່ອນແອຂອງ​ຕົນ​ເອງ ​ແລະ ​ຕ້ອງ​ໄດ້​ປັບປຸງ​ຕົນ​ເອງ. ການ​ເປັນ​ພໍ່ ຕ້ອງ​ມີ​ການ​ເສຍ​ສະ​ລະ. ຂໍ​ເວົ້າ​ອີກ ແບບຢ່າງ​ທີ່​ດີເລີດ​ຄື​ພຣະ​ບິດາ​ເທິງ​ສະຫວັນ ຜູ້​ຊຶ່ງ​ຮັກ​ເຮົາ ທີ່​ເປັນ​ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ​ຫລາຍ ຈົນ​ພຣະ​ອົງ​ໄດ້​ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີ​ດຂອງ​ພຣະ​ອົງ​ລົງ​ມາ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ ​ແລະ ​ໃຫ້​ໄດ້​ຮັບ​ຄວາມ​ສູງ​ສົ່ງ.7 ພຣະ​ເຢ​ຊູ​ກ່າວ​ວ່າ, “ບໍ່​ມີ​ຄວາມ​ຮັກ​ຍິ່ງ​ໃຫຍ່​ທີ່​ຄົນ​ໜຶ່ງ​ໃຫ້​ມິດ​ສະຫາຍ​ຂອງ​ຕົນ​ໄດ້ ແມ່ນ​ສະລະ​ຊີວິດ​ຂອງ​ຕົນ​ເພື່ອ​ສະຫາຍ​ຄົນ​ນັ້ນ.”8 ຄົນ​ທີ່​ເປັນ​ພໍ່​ກໍ​ໄດ້​ສະແດງ​ຄວາມ​ຮັກ​ນັ້ນ​ໃນ​ແຕ່​ລະ​ວັນ​ໃນ​ຊີວິດຂອງ​ເຂົາເຈົ້າ ໂດຍ​ການຮັບ​ໃຊ້​ ​ແລະ ​ຫາ​ລ້ຽງ​ຄອບຄົວ​ຂອງ​ຕົນ.

ບາງທີ ງານ​ທີ່​ຈຳເປັນ​ຂອງ​ຜູ້​ເປັນ​ພໍ່ ແມ່ນ​ການ​ປ່ຽນ​ຈິດໃຈ​ຂອງ​ລູກ​ໃຫ້​ມາ​ຫາ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຂົາ. ໂດຍ​ຕົວຢ່າງ​ທາງ​ວາຈາ​ທີ່​ຜູ້​ເປັນ​ພໍ່​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຊື່ສັດ​ຕໍ່​ພຣະ​ເຈົ້າ​ວ່າ​ເປັນ​ແນວໃດ​ໃນ​ແຕ່​ລະ​ວັນ, ທີ່​ພໍ່​ຄົນ​ນັ້ນ​ຈະ​ເອົາ​ກະແຈ​ໃຫ້​ລູກໆ​ຂອງ​ຕົນ ເພື່ອ​ໃຫ້​ມີ​ຄວາມ​ສະຫງົບ​ໃນ​ຊີວິດ ​ແລະ ມີ​ຊີວິດ​ນິລັນດອນ​ໃນ​ໂລກ​ພາຍ​ໜ້າ.9 ພໍ່​ຜູ້​ອ່ານ​ພຣະຄຳ​ພີ​ໃຫ້​ລູກ​ໆຟັງ ຫລື ອ່ານ​ກັບ​ລູກໆ ຈະ​ເຮັດ​ໃຫ້​ເຂົາ​ລຶ້ງ​ເຄີຍ​ກັບ​ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ.10

ຮູບ​ພາບ
ພໍ່​ກຳລັງ​ອ່ານ​ພຣະຄຳ​ພີ

ພວກ​ເຮົາ​ເຫັນ​ຄຳ​ເວົ້າ​ໃນ​ພະ​ຄຳ​ພີ ທີ່​ເນັ້ນ​ໜັກ​ເຖິງ​ໜ້າທີ່ ທີ່​ພໍ່​ແມ່​ຕ້ອງ​ສອນ​ລູກ​ຂອງ​ຕົນ​ວ່າ:

​ແລະ ​ອີກ​ເທື່ອ​ໜຶ່ງ ຕາບໃດ​ທີ່​ພໍ່​ແມ່​ມີ​ລູກ​ໃນ​ຊີ​ໂອນ, ຫລື​ ​ໃນ​ສະ​ເຕກ​ໃດໆ ທີ່​ວາງ​ລະບຽບ​ໄວ້ ທີ່​ພໍ່​ແມ່​ບໍ່​ສອນ​ເຂົາ​ໃຫ້​ເຂົ້າໃຈ​ຄຳ​ສອນ​ເລື່ອງ​ການ​ກັບ​ໃຈ ສັດທາ​ໃນ​ພຣະ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ ​ແລະ ​ເລື່ອງ​ບັບ​ຕິ​ສະ​ມາ ​ແລະ ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ ໂດຍ​ການ​ປົກ​ມື​ເທິງ​ຫົວ​ເມື່ອ​ມີ​ອາຍຸ​ແປດ​ປີ, ບາບ​ຍ່ອມ​ຕົກ​ຢູ່​ເທິງ​ຫົວ​ຂອງ​ຜູ້​ເປັນ​ພໍ່​ແມ່. …

ແລະ ​ເຂົາເຈົ້າ​ຈະ​ສອນ​ລູກໆ​ຂອງ​ເຂົາເຈົ້າ​ໃຫ້​ອະທິຖານ​ອີກ​ດ້ວຍ, ​ແລະ ​ຍ່າງ​ຢ່າງ​ພາກພູມ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.11

ໃນ​ປີ 1833, ພຣະ​ຜູ້​ເປັນ​ເຈົ້າ​​ໄດ້ຕຳ​ນິ ຝ່າຍ​ປະທານ​ສູງ​ສຸດ ເຖິງ​ການ​ບໍ່​ເອົາໃຈໃສ່​ໃນ​ໜ້າທີ່​ຂອງ​ການ​ສອນ​ເດັກນ້ອຍ​. ພຣະອົງ​ໄດ້​ກ່າວ​ຕຳ​ນິຄົນ​ໜຶ່ງ​ໂດຍ​ສະ​ເພາະວ່າ ​ເພິ່ນ​ບໍ່​ສອນຄວາມ​ສະຫວ່າງ​ ​ແລະ ​ຄວາມ​ຈິງ​ໃຫ້​ລູກໆ ຕາມ​ພຣະ​ບັນຍັດ ​ແລະ ຄົນ​ຊົ່ວ​ຮ້າຍ​ຈະ​ມີ​ອຳນາດ​ເໜືອ​​ເພິ່ນ ​ແລະ ນີ້​ເປັນ​ເຫດ​ແຫ່ງ​ຄວາມ​ລຳບາກ​ຂອງ​​ເພິ່ນ.12

ຜູ້​ເປັນ​ພໍ່ ຕ້ອງ​ສອນ​ກົດ​ຂອງ​ພຣະ​ເຈົ້າ ​ແລະ ​ການ​ເຮັດ​ວຽກ​ໃຫ້​ຄົນ​ລຸ້ນ​ໃໝ່​ແຕ່​ລະ​ລຸ້ນ. ຕາມ​ດັ່ງ​ ​ເພງ​ສັນລະ​ເສີນ ເວົ້າ​ວ່າ,

“ເພາະ​ພຣະ​ອົງ​ໄດ້​ມອບ​ປະຈັກ​ພະຍານ​ໄວ້​ກັບ​ຢາ​ໂຄບ ​ແລະ ແຕ່ງຕັ້ງ​ກົດ​ໄວ້​ໃນ​ອິດ​ສະ​ຣາ​ເອນ, ທີ່​ພຣະ​ອົງ​ໄດ້​ສັ່ງ​ໃຫ້​ບິດາ​ທັງຫລາຍ​ໃຫ້​ບອກ​ລູກ​ຫລານ​ຕໍ່​ໄປ:

“ເພື່ອ​ວ່າ​ເຊື້ອສາຍ​ຕໍ່ໆ​ມາ​ນັ້ນ​ຈະ​ໄດ້​ຮຽນ​ຮູ້​ເອົາ, ​ແລະ ​ບອກ​ລູກ​ຫລານ​ທີ່​ເກີດ​ໃໝ່​​ລຸ້ນ​ຕໍ່​ໄປ​ຕາມ​ຜຽນ​ເຂົາເຈົ້າ:

“ເພື່ອ​ເຂົາ​ຈະ​ມີ​ຄວາມ​ຫວັງ​ໃນ​ພຣະ​ເຈົ້າ, ​ແລະ ​ບໍ່​ລືມ​ວຽກ​ງານ​ຂອງ​ພຣະ​ເຈົ້າ, ແຕ່​ຮັກສາ​ກົດ​ບັນຍັດ​ຂອງ​ພຣະ​ອົງ.”13

ຮູບ​ພາບ
ພໍ່ ​ແລະ ລູກ​ສາວ​ເຕັ້ນລຳ

ແນ່ນອນ ການ​ສອນ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ໜ້າທີ່ ທີ່ພໍ່​ກັບ​ແມ່​ຕ້ອງ​ແບ່ງ​ກັນ​ສອນ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ແຈ້ງວ່າ ພຣະ​ອົງ​ຫວັງ​ໃຫ້​ພໍ່​ເປັນ​ຜູ້​ຊີ້​ນຳ​ວ່າ ມັນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ ພຣະ​ອົງ​​ຫວັງ​ໃຫ້​ພໍ່​ເປັນ​ຜູ້​ສຳຄັນ. (ແລະ ຂໍ​ໃຫ້​​ເຮົາ​ຈື່​ຈຳ​ວ່າ ການ​ສົນທະນາ​​ແບບ​ເປັນ​ກັນ​ເອງ, ການ​ເຮັດ​ວຽກ​ງານ ​ແລະ ການ​ຫລິ້ນ​ນຳ​ກັນ ​ແລະ ການ​ຮັບ​ຟັງ ​ກໍ​ເປັນ​ພາກສ່ວນ​ສຳຄັນ​ໃນ​ການ​ສິດສອນ.) ພຣະຜູ້​ເປັນ​ເຈົ້າຫວັງ​ໃຫ້​ພໍ່​ຊ່ວຍ​ຫລໍ່​ຫລອມ​ລູກໆ​ຂອງ​ຕົນ, ​ແລະ ລູກໆກໍ​ຕ້ອງການ​ ​ແລະ ​ຈຳເປັນ​ຕ້ອງ​ມີ​ຜູ້​ເປັນ​ຕົວ​ຢ່າງ.

ຮູບ​ພາບ
ພໍ່ ​ແລະ ລູກ​ຊາຍ ​ເຮັດ​ວຽກ​ນຳ​ກັນ

ຂ້າພະເຈົ້າ​ໂຊກ​ດີ ທີ່​ມີ​ພໍ່​ດີ​ຫລາຍ. ຂ້າ​ພະ​ເຈົ້​າຈື່​ໄດ້​ວ່າ ຕອນ​ຂ້າພະເຈົ້າ​ຍັງ​ນ້ອຍ ເມື່ອ​ອາຍຸ​ປະມານ 12 ປີ ພໍ່​ຂອງ​ຂ້າພະເຈົ້າ​ເປັນ​ຜູ້​ຫາ​ສຽງ​ໃນ​ການ​ເລືອກ​ຕັ້ງ​ຜູ້​ແທນ​ເມືອງ ໃນ​ຊຸມ​ຊົນ​ນ້ອຍໆ​ຂອງ​ເຮົາ. ​ເພິ່ນ​ບໍ່​ມີ​ຜູ້​ຊ່ວຍ​ຫາ​ສຽງ​ແບບ​ກຸ່ມ​ໃຫຍ່ໆ​—​ແຕ່​ຂ້າພະເຈົ້າ​ຈື່​ໄດ້​ວ່າ ພໍ່​ ​ແລະ ​ອ້າຍ​ນ້ອງ​ ​ແລະ ​ຕົນ​ເອງ​ໄດ້​ໄປ​ຢາຍ​ໃບ​ປິວ​ຕາມ​ບ້ານ​ເຮືອນ​ຕ່າງໆ ຂົນຂວາຍ​ໃຫ້​ຄົນ​ມາ​ເລືອກ​ຕັ້ງ​ເອົາ ພອລ໌ ຄຣິ​ສ​ໂຕ​ເຟີ​ຊັນ. ເມື່ອ​ຂ້າພະເຈົ້າ​ຢາຍ​ໃບ​ປິວ ຜູ້​ໃຫຍ່​ຫລາຍ​ຄົນ​ໄດ້​ເວົ້າ​ວ່າ ພອລ໌ ເປັນ​ຄົນ​ດີ​ ​ແລະ ​ຊື່ສັດ ​ແລະ ​ເຂົາເຈົ້າ​ບໍ່​ມີ​ບັນຫາ​ເລືອກ​ຕັ້ງ​ເອົາ​ເພິ່ນ. ໃຈ​ໜຸ່ມ​ນ້ອຍ​ຂອງ​ຕົນ​ກໍ​ມີ​ຄວາມ​ພູມໃຈ​ໃນ​ພໍ່​ຂອງ​ຕົນ. ມັນ​ໄດ້​ເຮັດ​ໃຫ້​ຕົນ​ໝັ້ນ​ໃຈ​ທີ່​ຈະ​ເດີນ​ຕາມ​ຮອຍ​ຂອງ​ພໍ່. ເພິ່ນ​ບໍ່​ໄດ້​ດີ​ພ້ອມທຸກ​ຢ່າງ—​ບໍ່​ມີ​ໃຜ​ດີ​ພ້ອມ​ທຸກຢ່າງ​ດອກ—​ແຕ່​ເພິ່ນ​ເປັນ​ຄົນ​ທ່ຽງ​ທຳ ​ແລະ ​ເປັນ​ຄົນ​ດີ ​ແລະ ​ເປັນ​ຕົວຢ່າງ​ຂອງ​ແຮງ​ບັນດານ​ໃຈ​ໃຫ້​ລູກ​ຊາຍ​ຄົນ​ໜຶ່ງ.

ການ​ລົງ​ໂທດ ​ແລະ ​ການ​ບອກສອນ​ເປັນພາກ​ສ່ວນ​ໃນ​ການ​ສັ່ງສອນ ແຕ່​ຈະ​ໃຫ້​ໄດ້ຜົນ​ແທ້ໆ ເຂົາເຈົ້າ​ຕ້ອງ​ເຮັດ​ຕາມ​ແບບແຜນ​ຂອງ​ພຣະ​ບິດາ​ເທິງ​ສະ​ຫວັນ. ສາວົກ​ໂປໂລ​ກ່າວ​ວ່າ “ເພາະ​ພຣະ​ເຈົ້າ​ຕຳ​ນິ​ທຸກ​ຄົນ​ທີ່​ພຣະ​ອົງ​ຮັກ.”14 ເມື່ອ​ພໍ່​ສັ່ງສອນ​ກໍ​ຕ້ອງ​ເຮັດ​ວິທີ​ດຽວ​ກັນ ແຮງ​ຈູງ​ໃຈ​ຂອງ​ພໍ່​ຕ້ອງ​ແມ່ນ​ຄວາມ​ຮັກ, ​ແລະ ​ການ​ນຳ​ທາງ​ຂອງ​ພໍ່​ຕ້ອງ​ແມ່ນ​ພຣະ​ວິນ​ຍານ​ບໍລິສຸດ:

ຕິຕຽນ​ແຕ່​ທຳອິດ​ຢ່າງ​ມີ​ພິກໄຫວ ເມື່ອ​ພຣະ​ວິນ​ຍານ​ບໍລິສຸດ​ຊົງ​ນຳ ຫລັງ​ຈາກ​ນັ້ນ​ສະແດງ​ໃຫ້​ເຂົາ​ຮູ້​ວ່າ ເຮົາ​ຍັງ​ຮັກ​ເຂົາ​ເລື້ອຍໆ​ຢູ່​ຕໍ່​ຄົນ​ທີ່​ທ່ານ​ຕິຕຽນ ເພາະ​ຢ້ານ​ເຂົາ​ຖື​ວ່າ​ເຮົາ​ເປັນ​ສັດຕູ​ຂອງເຂົາ;

ເພື່ອ​ເຂົາ​ຈະ​ຮູ້​ວ່າ ຄວາມ​ຊື່ສັດ​ຂອງ​ທ່ານ​ນັ້ນ​ແຮງ​ກວ່າ​ສາຍຮັດ​ແຫ່ງ​ຄວາມ​ຕາຍ.15

ການ​ສັ່ງສອນ​ຕາມ​ແບບແຜນ​ແຫ່ງ​ສະຫວັນ ບໍ່​ແມ່ນ​ການ​ລົງໂທດ​ທີ່​ຈະ​ໃຫ້​ຄົນ​ທີ່​ທ່ານ​ຮັກ​ໃຫ້​ຮຽນ​ຮູ້​ດ້ວຍ​ຕົນ​ເອງ.

ຮູບ​ພາບ
ພໍ່​ຢູ່​ບ່ອນ​ທຳ​ງານ
ຮູບ​ພາບ
ການຫາ​ລ້ຽງ​ຄອບຄົວ

ພຣະ​ຜູ້​ເປັນ​ເຈົ້າ​​ໄດ້​ກ່າວ​ວ່າ ເດັກນ້ອຍ​ທຸກ​ຄົນ ມີ​ສິດ​ທີ່​ຈະໄດ້​ຮັບ​ການ​ລ້ຽງ​ດູ​ຈາກ​ພໍ່​ແມ່​ຂອງ​ເຂົາ​ຈົນ​ກວ່າ​ເຂົາ​ຈະ​ບັນລຸ​ນິຕິ​ພາ​ວະ.16 ການ​ຫາ​ລ້ຽງ​ຄອບຄົວ​ເປັນ​ສິ່ງ​ທີ່​ກຳນົດ​ໄວ້. ໂດຍ​ທົ່ວ​ໄປ​ແລ້ວ ການ​ຫາ​ລ້ຽງ​ຄອບຄົວ​ຂອງ​ຕົນ ແມ່ນ​ເຮົາ​ຕ້ອງ​ຫ່າງ​ຈາກ​ຄອບຄົວ ມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ເຮັດ​ໜ້າທີ່​ຂອງ​ພໍ່​—​ແຕ່​ມັນ​ເປັນຄວາມ​ຈຳເປັນ​ໃນ​ໜ້າທີ່​ຂອງ​ພໍ່​ທີ່​ດີ. “ການ​ງານ​ ​ແລະ ​ໜ້າທີ່​ເປັນ​ສິ່ງ​ທີ່​ຊັບຊ້ອນ​ກັນ.”17 ແຕ່​ຖ້າ​ເວົ້າ​ແທ້ແລ້ວ ຜູ້​ຊາຍ​ທີ່​ລະເລີຍ​ຄອບຄົວ​ຂອງ​ຕົນ ​ແລະ ​ເອົາ​ການ​ງານ​ເປັນ​ໃຫຍ່ ຫລື​ ເຫັນ​ແຕ່​ວຽກ​ຂອງ​ຕົນ​ເປັນ​ໃຫຍ່ ບໍ່​ສະລະ​ອັນ​ໃດ​ເລີຍ ​ແລະ ​ໂຍນ​ຄວາມ​ຮັບຜິດຊອບ​ໃຫ້​ຄົນ​ອື່ນ ບໍ່​ໄດ້​ເຮັດ​ໃຫ້​ຜູ້​ຊາຍຄົນ​ນັ້ນ​ເປັນ​ຄົນ​ດີ. ກະສັດ​ເບັນ​ຢາ​ມິນ ກ່າວ​ໄວ້​ວ່າ:

“ທ່ານ​ຈະ​ບໍ່​ປ່ອຍ​ໃຫ້​ລູກ​ຫລານ​ຂອງ​ພວກ​ທ່ານ​ຫິວ​ໂຫຍ ຫລື​ ເປືອຍ​ເປົ່າ; ທັງ​ພວກ​ທ່ານ​ຈະ​ບໍ່​ປ່ອຍ​ໃຫ້​ພວກ​ເຂົາ​ລ່ວງ​ລະເມີດ​ກົດ​ຂອງ​ພຣະ​ເຈົ້າ, ​ແລະ ຕໍ່ສູ້ ​ແລະ ຜິດ​ຖຽງ​ກັນ. …

“ແຕ່​ພວກ​ທ່ານ​ຈະ​ສອນ​ໃຫ້​ພວກ​ເຂົາ​ເດີນ​ໃນ​ເສັ້ນທາງ​ແຫ່ງ​ຄວາມ​ຈິງ ​ແລະ ​ມີ​ສະຕິ​ສຳ​ປະ​ສັນ​ຍະ; ພວກ​ທ່ານ​ຈະ​ສອນ​ໃຫ້​ພວກ​ເຂົາ​ຮັກ​ກັນ ​ແລະ ຮັບ​ໃຊ້​ຊຶ່ງ​ກັນ​​ແລະກັນ.”18

ພວກ​ເຮົາ​ຮັບ​ຮູ້​ການ​ດີ້ນ​ລົນ​ຂອງ​ຜູ້​ທີ່​ບໍ່​ສາມາດ​ຫາ​ລ້ຽງ​ດູ​ຄອບຄົວ​ຂອງ​ເຂົາເຈົ້າ​ໄດ້. ມັນ​ກໍ​ບໍ່​ແມ່ນ​ສິ່ງ​ທີ່​ລະອາຍ​ເລີຍ ຖ້າ​ເຂົາເຈົ້າ​ພະຍາ​ຍາ​ຍາມ​ຈົນ​ສຸດ​ຂີດ​ໃນ​ໜ້າທີ່​ຂອງ​ພໍ່​ ແຕ່​ບໍ່​ສາມາດ​ລ້ຽງ​ຄອບຄົວ​ໄດ້. ອາດ​ມີ “ຄວາມ​ພິການ, ຄວາມ​ຕາຍ; ຫລື​ ​ສະພາບ​ອື່ນໆ​ທີ່​ອາດ​ເຮັດ​ໃຫ້​ເຂົາເຈົ້າ​ຈຳເປັນ​ປັບ​ຕົນ ກໍ​ເປັນ​ໄດ້. ຍາດ​ພີ່ນ້ອງ ຄວນ​ຊ່ວຍເຫລື​ອ​ກັນ​ໃນ​ຍາມ​ລຳ​ບາກ.”19

ຮູບ​ພາບ
ພໍ່​ແມ່​ທີ່​ຮັກຫອມ
ຮູບ​ພາບ
ພໍ່​ແມ່​ເຕັ້ນລຳ

ການ​ຮັກ​ແມ່​ຂອງ​ລູກ​—​ແລະ ​ສະແດງ​ຄວາມ​ຮັກ​ນັ້ນ—​ເປັນ​ສອງ​ຢ່າງ​ທີ່​ດີ​ທີ່​ສຸດ​ທີ່​ພໍ່​ຂອງ​ລູກໆ​ສາມາດ​ເຮັດ​ເພື່ອ​ລູກ. ມັນ​ເຮັດ​ໃຫ້​ຊີວິດ​ແຕ່ງງານ​ທີ່​ເປັນ​ພື້ນຖານ​ແຫ່ງ​ຊີວິດ​ຄອບຄົວ​ ​ແລະ ​ຄວາມ​ໝັ້ນຄົງ​ມີ​ຄວາມ​ເຂັ້ມແຂງ​ຂຶ້ນ.

ຮູບ​ພາບ
ພໍ່​ກັບ​ລູກໆ​ຜູ້​ໄວ​ລຸ້ນ

ຜູ້​ຊາຍ​ບາງ​ຄົນ​ເປັນ​ພໍ່​ຜູ້​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ, ​ເປັນ​ພໍ່ບຸນ​ທຳ, ​ຫລື ເປັນ​ພໍ່​ນ້າ. ມີ​ຫລາຍ​ຄົນ​ກໍ​ພະຍາຍາມ​ສຸດ​ຂີດ​ໃນ​ບົດບາດ​ທີ່​ລຳບາກ​ນັ້ນ. ພວກ​ເຮົາ​ໃຫ້​ກຽດ​ແກ່​ຜູ້​ທີ່​ພະຍາຍາມ​ເຮັດ​ດີ​ທີ່​ສຸດ​ດ້ວຍ​ຄວາມ​ຮັກ, ຄວາມ​ອົດທົນ, ​ແລະ ​ຄວາມ​ເສຍ​ສະລະ​ສ່ວນ​ຕົວ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ແກ່​ສ່ວນ​ບຸກຄົນ​ ​ແລະ ​ຄອບ​ຄົວ. ຂໍ​ໃຫ້​ເຮົາ​ຮູ້​ວ່າ ພຣະ​ເຈົ້າ​ເອງ​ຍັງ​ໄດ້​ໄວ້ໃຈ​ໃຫ້​ພຣະ​ບຸດ​ອົງ​ດຽວທີ່​ຖື​ກຳ​ເນີ​ດ​ຂອງ​ພຣະ​ອົງ​ຢູ່​ກັບ​ພໍ່​ບຸນ​ທຳ. ແນ່ນອນ​ກຽດ​ນັ້ນ​ເປັນ​ຂອງ​ໂຈ​ເຊັບ ເມື່ອ​ພຣະ​ເຢ​ຊູ​ໃຫຍ່​ຂຶ້ນ​ມາ ພຣະ​ອົງ “ໄດ້​ຈະເລີນ​ເຕີບ​ໃຫຍ່​ຂຶ້ນ​ໃນ​ດ້ານ​ສະຕິປັນຍາ ​ແລະ ດ້ານ​ຮ່າງກາຍ ​ແລະ ​ເປັນ​ທີ່​ຊອບ​ໃຈ​ທັງ​ພຣະ​ເຈົ້າ​ ​ແລະ ​ມະ​ນຸດ.”20

ເປັນ​ໜ້າ​ເສົ້າ​ໃຈ​ແທ້ໆ ທີ່​ລູກ​ບາງ​ຄົນ​ບໍ່​ມີ​ພໍ່​ຢູ່​ນຳ​ຍ້ອນ ພໍ່​ຕາຍ, ພໍ່​ໜີ, ຫລື​ ຍ້ອນ​ການ​ຢ່າງ​ຮ້າງ. ບາງ​ຄົນ​ມີ​ພໍ່​ຢູ່​ນຳ ແຕ່​ພໍ່​ນັ້ນ​ບໍ່​ສົນໃຈ​ເລື່ອງ​ຈິດໃຈ​ຂອງລູກ ຫລື​ ບໍ່​ເອົາໃຈໃສ່ ຫລື​ ບໍ່​ສົ່ງເສີມ​ລູກ. ພວກ​ເຮົາ​ຂໍ​ຮ້ອງ​ໃຫ້​ພໍ່​ໝົດ​ທຸກ​ຄົນ​ໃຫ້​ເຮັດ​ດີ​ກວ່ານີ້ ​ແລະ ​ເປັນ​ພໍ່​ທີ່​ດີ​ກ່ອນ​ເກົ່າ. ແທນ​ທີ່​ຈະ​ເອົາ​ຄົນ​​ທີ່​ຕະຫລົກ​ເຮ​ຮາ, ຫຍາບ​ຄາຍ, ບ້າໆ​ບໍໆ ມາສະ​ແດງ​ໃຫ້​ເບິ່ງ ເໝືອນ​ດັ່ງ​ທີ່​ເຮົາ​​ເຫັນ​​ເລື້ອຍໆ. ພວກ​ເຮົາ​ຂໍ​ຮ້ອງ​ໃຫ້​ສື່​ມວນ​ຊົນ ​ແລະ ​ບ່ອນ​ໃຫ້ການ​ເພີດເພີນ​ຕ່າງໆ ໃຫ້​ເຂົາເຈົ້າ​ມີ​ການສະແດງ​ເຖິງ​ພໍ່​ທີ່​ເອົາໃຈໃສ່​ ​ແລະ ​ມີ​ຄວາມ​ສາມາດ ເຖິງ​ການ​ຮັກ​ພັນ​ລະ​ຍາ​ ​ແລະ ​ນຳພາ​ລູກໆ​ຂອງ​ຕົນ​ຢ່າງ​ສະ​ຫລາດ.

ຕໍ່​ລູກໆ​ທີ່​ເປັນ​ຄອບຄົວ​ທີ່​ມີ​ບັນຫາ ພວກ​ເຮົາ​ຂໍ​ເວົ້າ​ວ່າ ທ່ານ​ບໍ່​ໄດ້​ເປັນ​ຄົນ​ມີ​ຄຸນຄ່າ​ນ້ອຍ. ການ​ມີ​ຄວາມ​ທ້າ​ທາຍ​ໃນ​ບາງເທື່ອ​ແປ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ວາງໃຈ​ທ່ານ. ພຣະ​ອົງສາ​ມາດ​ຊ່ວຍ​ທ່ານໂດຍ​ກົງ ​ແລະ ​ໂດຍ​ທາງ​ຄົນ​ອື່ນ ເພື່ອ​ແກ້​ໄຂ​ບັນຫາ​ທີ່​ທ່ານ​ປະ​ເຊີນ​ຢູ່. ທ່ານ​ສາມາດ​ເປັນ​ລຸ້ນ​​ທຳອິດ​ໃນ​ຄອບຄົວ ທີ່​ເຮັດ​ຕາມ​ແຜນ​ແຫ່ງ​ຄວາມສຸກ ​ແລະ ​ແຜນ​ແຫ່ງ​ສະຫວັນ​ຂອງ​ພຣະ​ເຈົ້າ​ທີ່​ມີ​ໄວ້​ໃຫ້​ຄອບຄົວ ​​ແລະ ​ລຸ້ນ​ຕໍ່ໆ​ໄປ​ຂອງ​ທ່ານ​ກໍ​ຈະ​​ເປັນຕາມ​ນັ້ນ ​ແລະ ​ໄດ້​ຮັບ​ພອນ.

ຕໍ່​ຊາຍ​ໜຸ່ມ ພວກເຮົາ​ຮັບ​ຮູ້​ບົດບາດ ທີ່​ເຈົ້າ​ຈະ​ມີ​ໃນ​ການ​ເປັນ​ຜູ້​ຫາ​ລ້ຽງ​ຄອບຄົວ​ ​ແລະ ​​ເປັນຜູ້​ປົກ​ປ້ອງ, ພວກ​ເຮົາ​ຕຽມ​ເຈົ້າ​ດຽວນີ້ ໃຫ້​ເຈົ້າ​ດຸໝັ່ນ​ຮ່ຳຮຽນ ​ແລະ ​ຕຽມ​ການ​ອົບຮົມ​ຫລັງ​ຈາກ​ຈົບ​ມັດທະຍົມ, ການ​ສຶກສາ​ບໍ່​ວ່າ​ໃນ​ມະຫາວິທະຍາໄລ, ໂຮງຮຽນ​ດ້ານ​ເທັກ​ນິກ, ຫລື​ ​​ເຝິກວິຊາ​ຊີບ ຫລື​ ໂຄງການ​ຄ້າຍຄື​ກັນ ຈະ​ເປັນ​ຫລັກ​ສຳຄັນ​ໃນ​ການ​ພັດທະນາ​ທັກ​ສະ ​ແລະ ​ຄວາມ​ສາມາດ​ທີ່​ຈຳເປັນ​ແກ່​ເຈົ້າ. ສວຍໂອກາດ​ເຂົ້າ​ເຖິງ​ຄົນ​ໃນ​ທຸກ​ໄວ ຮ່ວມ​ທັງ​ເດັກນ້ອຍ ​ແລະ ​ຮຽນ​ຮູ້​ໃນ​ການ​ມີ​ຄວາມ​ສຳພັນ​ທີ່​ດີ​ ​ແລະ ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ສຳພັນ​ຕ່າງໆ. ນັ້ນ​ໝາຍ​ເຖິງ ເວົ້າ​ກັບ​ຜູ້​ຄົນ​ໜ້າ​ຕໍ່ໜ້າ ​ແລະ ​ເຮັດ​ສິ່ງ​ຕ່າງໆ​ຮ່ວມ​ກັນ ບໍ່​ແມ່ນ​ແຕ່​ເກັ່ງ​ໃນ​ການ​ສົ່ງ​ຂໍ້ຄວາມ​ຫາ​ກັນ. ໃຊ້​ຊີວິດ​ໃຫ້​ເປັນ​ເໝືອນ​ວ່າ ເຈົ້າ​ເປັນ​ຜູ້​ຊາຍ​ທີ່​ຈະ​ນຳ​ຄວາມ​ບໍລິສຸດ​ມາສູ່​ການ​ແຕ່ງງານ​ ​ແລະ ​ລູກໆ​ຂອງ​ເຈົ້າ.

ສຳລັບ​ລຸ້ນ​ທີ່​ກຳລັງ​ເກີດ​ໃໝ່​ໃຫຍ່​ລຸນ ພວກ​ເຮົາ​ກ່າວ​ວ່າ ບໍ່​ວ່າ​ເຈົ້າ​ຈະ​ໃຫ້​ຄະແນນ ພໍ່​ຕົນ​ເອງ​ວ່າ​ໃນ​ຂັ້ນ​ດີ ປານ​ກາງ ​ແລະ ດີ​ທີ່​ສຸດ (ຂ້າພະເຈົ້າ​ຂໍ​ທວາຍ​ວ່າ​ ຄະແນນ​ນັ້ນ​ຈະ​ດີ​ຂຶ້ນ​ເມື່ອ​ເຈົ້າ​ມີ​ອາຍຸ​ແກ່​ລົງ​ ​ແລະ ​ສະ​ຫລາດ​ກວ່າ​ເກົ່າ), ໃຫ້​ປ່ຽນ​ໃຈ ທີ່​ຈະ​ໃຫ້​ກຽດ​ພໍ່ ​ແລະ ​ແມ່​ໃນ​ຊີວິດ​ຂອງ​​ເຈົ້າ. ຈົ່ງ​ຈື່​ຈຳ​ຄວາມ​ຫວັງ​ທີ່​ພໍ່​ປາດຖະໜາ ທີ່​ກ່າວ​ໂດຍ​ທ່ານຈອນ ວ່າ, “ຂ້າພະເຈົ້າ​ບໍ່​ມີ​ຄວາມສຸກ​ອື່ນ​ໃດ​ຍິ່ງ​ໄປ​ກ່ວາ ການ​ທີ່​ຈະ​ໄດ້​ຍິນ​ວ່າ ​ລູກ​ຂອງ​ຂ້າພະເຈົ້າ​ໄດ້​ເດີນ​ຕາມ​ທາງ​ແຫ່ງ​ຄວາມ​ຈິງ.”21 ຄວາມ​ຊອບ​ທຳ​ຂອງ​ເຈົ້າ ຈະ​ເປັນ​ກຽດ​ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ພໍ່​ຄົນ​ໃດ​ຄົນ​ໜຶ່ງ​ໄດ້​ຮັບ.

ຕໍ່​ອ້າຍ​ນ້ອງ​ທັງຫລາຍ, ຜູ້​ທີ່​ເປັນ​ພໍ່​ໃນ​ສາດສະໜາ​ຈັກ, ຂ້າພະເຈົ້າ​ຂໍ​ກ່າວ​ວ່າ, ຂ້າພະເຈົ້າ​ຮູ້​ວ່າ​ທ່ານ​ຢາກ​ເປັນ​ພໍ່​ທີ່ດີ​ກວ່າ​ນີ້. ຂ້າພະເຈົ້າ​ຮູ້ ຂ້າພະເຈົ້າ​ກໍ​ຢາກ​ເປັນ​ຄື​ກັນ. ເຖິງ​ວ່າ ທີ່​ເຮົາ​ມີ​ຂີດ​ຈຳກັດ ​ແຕ່ເຮົາ​ຈະ​ກ້າວ​ໄປ​ຂ້າງ​ໜ້າ. ຂໍ​ໃຫ້​ເຮົາ​ຢ່າ​ຄິດ​ເຖິງ​ຄວາມ​ດີ​ກວ່າ​ຄົນ​ອື່ນ ​ແລະ ​ຄວາມ​ເປັນ​ອິດ​ສະລະ​ໃນ​ປະເພນີ​ສະໄໝ​ນີ້ ​ແລະ ​ຂໍ​ໃຫ້​ເຮົາ​ຄິດ​ເຖິງຄວາມ​ຢູ່​ດີ​ກິນ​ດີ​ຂອງ​ຄົນ​ອື່ນ​ກ່ອນ. ນອກຈາກ​ຄວາມ​ບົກພ່ອງ​ຂອງ​ເຮົາ​ແລ້ວ ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ໝາກຜົນ​ຈາກ​ຄວາມ​ພະຍາຍາມ​ອັນ​ທຳ​ມະ​ດາ​ຂອງ​ເຮົາ. ຂ້າພະເຈົ້າ​ມີແຮງ​ໃຈ​ຈາກ​ເລື່ອງ​ລາວ​ໃນ​ວາລະສານ​ ຊື່ New Era ທີ່​ພິມ​ອອກ​ປີ​ດຽວ​ກັນ​ ປີ​ທີ່ຂ້າພະເຈົ້າໄດ້​ເປັນ​ເຈົ້າ​ໜ້າທີ່​ຊັ້ນຜູ້​ໃຫຍ່. ນັກ​ປະພັນ​ໄດ້​ກ່າວ​ເຖິງ​ເລື່ອງ​ນັ້ນ​ວ່າ:

“ເມື່ອ​ຂ້າພະເຈົ້າ​ຍັງ​ໜຸ່ມ ຄອບຄົວ​ນ້ອຍໆ​ຂອງ​ເຮົາ​ໄດ້​ອາໄສ​ຢູ່​​ເຮືອນ​ຫ້ອງ​ແຖວ ​ຫ້ອງ​ນອນ​ດຽວ ທີ່ຢູ່​ຊັ້ນ​ສອງ. ຕົນ​ເອງ​ກໍ​ນອນ​ຢູ່​ຕັ່ງ​ສະລົ້ງ ໃນ​ຫ້ອງ​ຮັບ​ແຂກ. …

“ພໍ່​ຂອງ​ຂ້າພະເຈົ້າ ​ໄດ້​ທຳ​ງານ​ຢູ່​ໂຮງ​ງານ​ເຫລັກ​ ໄດ້​ອອກ​ຈາກ​ບ້ານ​ແຕ່​ເຊົ້າ​ທຸກ​ມື້. ທຸກໆ​ເຊົ້າ ພໍ່​ຈະ​ມາ … ຈິກ​ຜ້າຫົ່ມ​ອ້ອມ​ຂ້າງ​ຂ້າພະເຈົ້າ ​ແລະ ​ຢືນ​ຢູ່​ຫັ້ນ​ໜ້ອຍ​ໜຶ່ງ. ຂ້າພະເຈົ້າ​ຈະ​ເຄິ່ງ​ຫລັບ​ເຄິ່ງ​ຕື່ນ ຕອນ​ຂ້າພະເຈົ້າ​ຮູ້ສຶກ​ວ່າ​ພໍ່​ມາ​ຢືນ​ຢູ່​ໃກ້​ຕັ່ງ​ສະ​ລົ້ງ ​ແລະ ​ຫລຽວ​ເບິ່ງ​ຂ້າ​ພະ​ເຈົ້າ. ເມື່ອ​ຂ້າພະເຈົ້າ​ມືນ​ຕາ​ຊ້າໆ ຂ້າພະເຈົ້າ​ກໍ​ອາຍ​ວ່າ​ພໍ່​ໄດ້​ຢືນ​ຢູ່​ຫັ້ນ. ຂ້າພະເຈົ້າ​ກໍ​ທຳທ່າ​ຫລັບ. … ຂ້າພະເຈົ້າ​ຮູ້​ວ່າ​ເມື່ອ​ພໍ່​ໄດ້​ຢືນ​ຢູ່​ຂ້າງ​ບ່ອນ​ນອນ​ນັ້ນ ພໍ່​ໄດ້​ອະທິຖານ​ຢ່າງ​ສຸດ​ກຳລັງ​ຂອງຈິດ​ໃຈ​—​ໃຫ້​ຂ້າ​ພະ​ເຈົ້າ.

“ພໍ່​ຂອງ​ຂ້າພະເຈົ້າ​ອະທິຖານ​ໃຫ້​ຂ້າພະເຈົ້າ​ທຸກໆ​ເຊົ້າ. ເພິ່ນ​ອະທິຖານ​ວ່າ ຂ້າພະເຈົ້າ​ຈະ​ມີ​ວັນ​ທີ່​ດີ ​ແລະ ​ປອດ​ໄພ ​ແລະ ​ຈະ​ໄດ້​ຮຽນ​ຮູ້​ສິ່ງ​ຕ່າງໆ​ເພື່ອ​ອະ​ນາ​ຄົດ. ເພາະວ່າ​ເພິ່ນ​ບໍ່​ໄດ້​ຢູ່​ກັບ​ຂ້າພະເຈົ້າ​ຈົນ​ຮອດ​ຕອນ​ແລງ ເພິ່ນ​ໄດ້​ອະທິຖານ​ໃຫ້​ນາຍຄູ ​ແລະ ​ໝູ່​ເພື່ອນ​ຂອງ​ຂ້າພະເຈົ້າ​ທີ່​ຂ້າພະເຈົ້າ​ຈະ​ຢູ່​ນຳ​ໃນ​ວັນ​ນັ້ນ. …

“ທຳອິດ ຂ້າພະເຈົ້າ​ບໍ່​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ເພິ່ນຈຶ່ງ​ເຮັດ​ແນວ​ນັ້ນ​ ​ແລະ ​ອະທິຖານ​ໃຫ້​ຂ້າພະເຈົ້າ​ທຸກ​ເຊົ້າ. ເມື່ອ​ໃຫຍ່​ຂຶ້ນ​ມາ​ຈຶ່ງ​ຮູ້​ວ່າ ເພິ່ນ​ຮັກ​ ​ແລະ ​ເອົາໃຈໃສ່​ຂ້າພະເຈົ້າ​ໃນ​ທຸກ​ຢ່າງ​ທີ່​ຂ້າພະເຈົ້າ​ເຮັດ. ມັນ​ແມ່ນ​ຄວາມ​ຊົງຈຳ​ທີ່​ໂປດ​ປານ​ຂອງ​ຂ້າ​ພະ​ເຈົ້າ. ຈົນ​ວ່າ​ຫລາຍ​ປີ​ຜ່ານ​ໄປ ຫລັງ​ຈາກ​ທີ່​ຂ້າພະເຈົ້າ​ແຕ່ງງານ ​ແລະ ​ມີ​ລູກ​ເຕົ້າ​ຂອງຂ້າພະເຈົ້າ​ເອງ, ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໄປ​ຫ້ອງ​ລູກ​ ​ແລະ ​ອະທິຖານ​ໃຫ້​ເຂົາ​ຕອນ​ເຂົາ​ນອນ​ຢູ່ ຂ້າພະເຈົ້າ​ຈຶ່ງ​ເຂົ້າໃຈ​ວ່າ ​ພໍ່​ຮູ້ສຶກ​ແນວໃດ​ກ່ຽວ​ກັບ​ຂ້າ​ພະ​ເຈົ້າ.”22

ແອວ​ມາ​ໄດ້​​ເປັນພະຍານ​ຕໍ່​ລູກ​ຊາຍ​ຂອງ​ເພິ່ນ​ວ່າ:

“ແລະ ​ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ຢາກ​ເວົ້າ​ສິ່ງ​ໜຶ່ງ​ກັບ​ລູກ​ວ່າ, [ພຣະ​ຄຣິດ] ຈະ​ສະເດັດ​ມາ​ຢ່າງ​ແນ່ນອນ​ເພື່ອ​ເອົາ​ບາບ​ຂອງ​ລູກ​ໄປ … ; ແທ້​ຈິງ​ແລ້ວ, ພຣະ​ອົງ​ຈະ​ສະເດັດ​ມາ ເພື່ອ​ປະກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ລອດ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ.

“ແລະ ​ບັດ​ນີ້​ລູກ​ຂອງ​ພໍ່, ນີ້​ຄື​ການ​ປະຕິບັດ​ສາດສະໜາ​ກິດ ຊຶ່ງ​ເອີ້ນ​ລູກ​ມາ, ເພື່ອ​ຕຽມ​ຈິດໃຈ​ຂອງ​ເຂົາ; ຫລື​ ​ຢາກ​ໃຫ້​ເຂົາ … ຕຽມ​ຈິດໃຈ​ຂອງ​ລູກ​ຫລານ​ຂອງ​ພວກ​ເຂົາ ​ໃຫ້​ໄດ້​ຍິນ​ພຣະ​ຄຳ​ໃນ​ເວລາ​ຂອງ​ການ​ສະເດັດ​ມາ​ຂອງ​ພຣະ​ອົງ.”23

ນີ້​ແມ່ນ​ພາລະກິດ​ຂອງ​ພໍ່​ທັງຫລາຍ​ໃນ​ສະໄໝ​ນີ້. ຂໍ​ພຣະ​ເຈົ້າ​ຈົ່ງ​ອວຍພອນ ​ແລະ ​ໃຫ້​ເຂົາເຈົ້າ​ເປັນ​ໄປ​ຕາມ​ນັ້ນ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.