​2010–2019
ພຣະອົງ​ຈະ​ຍົກ​ທ່ານ​ໃສ່​ບ່າ​ຂອງ​ຕົນ ​ແລະ ​ແບກ​ທ່ານ​ກັບ​ບ້ານ
ເມສາ 2016


ພຣະອົງ​ຈະ​ຍົກ​ທ່ານ​ໃສ່​ບ່າ​ຂອງ​ຕົນ ​ແລະ ​ແບກ​ທ່ານ​ກັບ​ບ້ານ

​ເຊັ່ນ​ດຽວ​ກັບ​ພຣະຜູ້​ລ້ຽງ​ທີ່​ດີ ​ໄດ້​ພົບ​ເຫັນ​ແກະ​ຂອງ​ພຣະອົງ, ຖ້າ​ຫາກ​ທ່ານ​ຫັນ​ຈິດ​ໃຈ​ມາ​ຫາ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ​ແລ້ວ​ພຣະອົງ​ຈະ​ພົບ​ເຫັນ​ທ່ານ.

ຄວາມ​ຊົງ​ຈຳ​ໜຶ່ງ​ທີ່​ຫລອກ​ຫລອນ​ຂ້າພະ​ເຈົ້າມາຕັ້ງ​ແຕ່​ນ້ອຍ​ ​ແມ່ນ​ສຽງ​ແກ​ເຕືອນ​ໄພ ​ທີ່​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າສະດຸ້ງ​ຕື່ນ​ຈາກ​ນອນ. ບໍ່​ດົນ​ຈາກ​ນັ້ນ, ກໍ​ມີ​ສຽງ​ໜຶ່ງ​ອີກ, ​ເປັນ​ສຽງ​ດັງ​​ໃບ​ພັດ​ຂອງ​ຍົນ ຈົນ​ເຖິງ​ຂະໜາດ ​ແຜ່ນດິນ​ສັ່ນ​ສະ​ເທືອ​ນ. ຕາມ​ທີ່​ແມ່​ໄດ້​ສອນ​ພວກ​ເຮົາ​ໃຫ້​ເຮັດ, ລູກ​ແຕ່ລະຄົນ​ຈະ​ຕ້ອງ​ຈັບ​ເອົາ​ຖົງ​ ​ແລ້ວ​ແລ່ນ​ລົງ​ຄ້ອຍ​ໄປ​ຫາ​ຫ້ອງ​​ໃຕ້​ດິນຫລົບ​ໄພ. ​ໃນ​ຂະນະ​ທີ່​ພວກ​ເຮົາ​ແລ່ນ​ໄປ​ໃນ​ຄວາມ​ມືດ​ອັນ​ໜາຕຶບ, ພວກ​ເຮົາ​ໄດ້​ຫລຽວ​ເຫັນ​ແສງ​ໄຟ​ສີ​ຂຽວ ​ແລະ ຂາວ ຊຶ່ງ​ເປັນ​ສັນຍານ​​​ເຖິງ​ຈຸດ​ທີ່​ຈະ​ໃຫ້​ເຮືອບິນ​ຖິ້ມ​ລະ​ເບີດ. ​​ແຕ່​ໜ້າແປກ​​ໃຈ ທີ່​ທຸກ​ຄົນ​ເອີ້ນ​ແສງເຫລົ່າ​ນັ້ນ​ວ່າ ຕົ້ນ​ຄຣິດສະມັດ.

ຕອນ​ນັ້ນ ຂ້າພະ​ເຈົ້າ​ມີ​ອາຍຸ​ໄດ້​ສີ່​ປີ, ຂ້າພະ​ເຈົ້າ​ໄດ້​ເຫັນ​ສົງຄາມ​ໂລກ​.

​ເດຣສ໌​ເດັນ

ບໍ່​ໄກ​ຈາກ​ບ່ອນ​ທີ່​ຄອບຄົວ​ຂອງ​ຂ້າພະ​ເຈົ້າ​​ໄດ້​ອາ​ໄສ​ຢູ່ ມີ​ເມືອງ​ໜຶ່ງ​ຊື່ ​ເດ​ຣສ໌​ເດັນ. ຜູ້​ຄົນ​ທີ່ຢູ່​ໃນ​ເມືອງ​ນີ້ ຄົງ​ໄດ້​ເຫັນ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ ຫລາຍກວ່າພັນ​ເທື່ອ. ລະ​ເບີດຫລາຍໆ​ພັນ​ໂຕນ​ໄດ້​ທະ​ລົ່ມ​ເມືອງ​ນີ້ ຈົນ​ວ່າ​ຫລາຍ​ກວ່າ 90 ​ເປີ​ເຊັນ​ຂອງ​ເມືອງ​ນີ້​ໄດ້​ເສຍ​ຫາຍ​ໄປ, ​ເມື່ອ​ເຊົ້າຮຸ່ງ​ຂຶ້ນ ​ເມືອງ​ເດ​ຣສ໌​ເດັນ ​ເຫລືອ​ຢູ່​ແຕ່​ຊາກ.

ຮູບ​ພາບ
​ເດຣສ໌​ເດັນ​ຕອນ​ຮົກ​ຮ້າງ

ພຽງ​ແຕ່​ໃນ​ເວລາ​ສັ້ນໆ​ເທົ່າ​ນັ້ນ, ​ເມືອງ​ທີ່​ເຄີຍ​ຖືກ​ເອີ້ນ​ວ່າ “ກ່ອງ​​ເຄື່ອງ​ເອ້” ​ໄດ້​ຖືກ​ທຳລາຍຈົນ​ໝົດ​ສິ້ນ. ທ່ານ ​​ແອຣິສ໌ ​ແຄ​ສະ​ເນີ, ນັກ​ປະພັນຄົນ​ເຢຍລະ​ມັນ, ​ໄດ້​ຂຽນ​ເຖິງ​ການ​ທຳລາຍ​ນັ້ນວ່າ, “​ເປັນ​ເວລາ​ຫລາຍ​ພັນ​ປີ ​​ທີ່ເມືອງ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ຢ່າງ​ສວຍ​ງາມ, ​​ແຕ່ໃນ​ຄືນ​ດຽວ ມັນ​ໄດ້​ຖືກ​ທຳລາຍ​ຈົນໝົດ​ສິ້ນ.”1 ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ ຂ້າພະ​ເຈົ້າບໍ່​ຄິດ​ວ່າ ພວກ​ເຮົາ​ຈະ​ສາມາດ​​ແກ້​ໄຂ​ການ​ທຳລາຍ​ຈາກ​ສົງຄາມ ​ທີ່ຜູ້​ຄົນ​ຂອງ​ພວກ​ເຮົາ​ເອງ ​ໄດ້​ລິ​ເລີ່​ມຂຶ້ນ​​. ​​ໂລກ​ທີ່ຢູ່​ອ້ອມ​ຮອບ​ພວກ​ເຮົາ ​ປະກົດ​ວ່າສິ້ນ​ຫວັງ, ​ແລະ ປາດ​ສະ​ຈາກ​ອະນາຄົດ.

​ປີ​ກາຍ​ນີ້. ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ກັບ​ໄປ​ເມືອງ​ ເດຣສ໌​ເດັນ. ​ເຈັດ​ສິບ​ປີ​ຫລັງ​ຈາກ​ສົງຄາມ, ອີກ​ເທື່ອ​ໜຶ່ງ, ມັນ​ເປັນ​ເມືອງ​ທີ່​ເອີ້ນວ່າ “ກ່ອງ​ເຄື່ອງ​ເອ້”. ຊາກ​ເມືອງ​ໄດ້​ຖືກ​ມ້ຽນ​ມັດ ​ແລະ ​ເມືອງ​ນີ້ກໍ​ໄດ້​ຖືກ​ສ້ອມ​ແຊມ​ຄືນ​ໃໝ່ ​ແລະ ສວຍ​ງາມ​ກວ່າ​ເກົ່າ.

ຮູບ​ພາບ
ຟຣາວ​ເອັນ​ເກ​ຍກາ ​ໄດ້​ຖືກ​ທຳລາຍ

​ໃນ​ລະຫວ່າງ​ການ​ໄປ​ຢ້ຽມຢາມ, ຂ້າພະ​ເຈົ້າ​ໄດ້​ເຫັນ​ໂບດ ລູ​ເຕີ​​ແຣນ, ຟຣາວ​ເອັນ​ເກຍກາ ທີ່​ສວຍ​ງາມ, ທີ່​ເອີ້ນ​ວ່າ ​ໂບດ​ຂອງ​ເຈົ້າຍິງ​ຂອງ​ພວກ​ເຮົາ. ມັນ​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ລະຫວ່າງ​ປີ 1700, ຊຶ່ງ​ເປັນ​ຕຶກ​ຫລັງ​ໜຶ່ງ​​ໃນ​ເມືອງ ​ເດຣສ໌​ເດັນ ທີ່​ສວຍ​ງາມ​ທີ່​ສຸດ, ​ແຕ່​ສົງຄາມ​ໄດ້​ທຳ​ລາຍ​ມັນ ​ຈົນ​ເຫລືອ​ແຕ່​ຊາກ. ​ເປັນ​ເວລາ​ຫລາຍ​ປີ ທີ່​ມັນ​ໄດ້​ເປັນ​ຢູ່​ແບບ​ນັ້ນ, ຈົນ​ໃນ​ທີ່​ສຸດ ຫລາຍ​ຄົນ​ຄິດ​ວ່າ ຄວນ​ສ້າງ​ໂບດ ຟຣາວ​ເອັນ​ເກຍກາ ຄືນ​ໃໝ່.

ຮູບ​ພາບ
ຟຣາວ​ເອັນ​ເກຍກາ ​ໄດ້​ຖືກ​ສ້າງ​ຄືນ​ໃໝ່

ຫີນຈາກ​ໂບດ​ທີ່​ຖືກ​ທຳລາຍ ກໍ​ໄດ້​ຖືກ​ຮັກສາ​ ​ແລະ ບັນທຶກ​ໄວ້, ​ແລ້ວ​ເມື່ອເປັນ​ໄປ​ໄດ້ ​ມັນ​ໄດ້​ຖືກ​ນຳ​ຄືນ​ມາ​ໃຊ້​ອີກ ​ເມື່ອ​ໂບດ​ຖືກ​ສ້າງ​ຄືນ​ໃໝ່. ທຸກ​ວັນນີ້ ທ່ານ​ສາມາດ​ເຫັນ​ກ້ອນ​ຫີນ​ທີ່​ຖືກ​ໄຟ​ໃໝ້ ຢູ່​ຝາ​ຂ້າງ​ນອກ​ຂອງ​ຕຶກ ຄື​ກັບ​ແຜ​ຂອງ​ສົງຄາມ. “​ແຜ” ​ເຫລົ່າ​ນີ້ ບໍ່​ພຽງ​ແຕ່​​ເຕືອນ​ເຖິງ​ປະຫວັດສາດ​ສົງຄາມ ​ຂອງ​ຕຶກ​ນັ້ນ ​ແຕ່​ຍັງ​ເປັນ​ອະນຸສອນ​ເຖິງ​ຄວາມ​ຫວັງ​ນຳ​ອີກ—​​ເປັນ​ສັນຍາ​ລັກ​ເຖິງ​ຄວາມ​ສາມາດ​ຂອງ​ມະນຸດ ​ເລື່ອງ​ການ​ສ້າງ​ຊີວິດ​ໃໝ່ ຈາກ​ເຖົ່າຖ່ານ.

ຮູບ​ພາບ
ຟຣາວ​ເອັນ​ເກຍກາ ​ເປັນ​ອະນຸສອນ​​ເຖິງ​ຄວາມ​ຫວັງ.

​ເມື່ອ​ຂ້າພະ​ເຈົ້າ​​ໄຕ່ຕອງ​ເຖິງ​ປະຫວັດສາດ​ຂອງ​ເມືອງ​ ເດຣສ໌​ເດັນ ​ແລະ ​ເຖິງ​​ຄວາມ​ຕັ້ງ​ໃຈ​ທີ່​ໜ້າ​ອັດສະຈັນ​ໃຈ ຂອງ​ຜູ້​ຄົນ​ທີ່​ໄດ້​ສ້າງ​​ເມືອງ​ນີ້​ຄືນ​ໃໝ່, ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ອິດ​ທິພົນ​ອັນ​ຫວານ​ຊື່ນ​ຂອງ​ພຣະວິນ​ຍານ​ບໍລິສຸດ. ​ແນ່ນອນ, ຂ້າພະ​ເຈົ້າຄິດ​ວ່າ ຖ້າ​ຫາກ​ມະນຸດ​ສາມາດ​ສ້ອມ​ແຊມ​ຊາກ​ເມືອງທີ່​ຖືກ​ທຳ​ລາຍໄປ​ແລ້ວ ​ແລະ ​ສ້າງ​ມັນ​ຂຶ້ນ​ໃໝ່ ​ໃຫ້​ເປັນ​ຕຶກ​ທີ່​ສູງ​ສົ່ງ ທັງ​ສວຍ​ງາມ ​ແລະ ​ດົນ​ໃຈ, ​ແລ້ວ ພຣະ​ບິດາ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່ ກໍມີຄວາມ​ສາມາດ ທີ່​ຈະ​ສ້ອມ​ແຊມ​ລູກໆ​ຂອງ​ພຣະອົງ​ ຜູ້​ໄດ້​ຕົກ​ໄປ, ດີ້ນ​ລົນ, ​ແລະ ສູນ​ເສຍ​ໄປ ໄດ້​ຫລາຍ​ຂະໜາດ​ໃດ?

​ເຖິງ​ແມ່ນຊີວິດ​ຂອງ​ເຮົາ​​ເບິ່ງ​ຄື​ວ່າ ມັນຖືກ​ທຳລາຍ​ຫລາຍ​ປານ​ໃດ​ກໍ​ຕາມ. ​ເຖິງ​ແມ່ນ​ວ່າ ບາບ​ຂອງ​ເຮົາ​ຈະ​ແດງ​ເຂັ້ມຫລາຍ​ປານ​ໃດ​ກໍ​ຕາມ, ຄວາມ​ຂົມ​ຂື່ນ​ຂອງ​ເຮົາ ຈະ​ໜັກໜ່ວງ, ​ເປົ່າ​ປ່ຽວ​, ຖືກ​ປະ​ຖິ້ມ, ຫລື ​ເຈັບ​ປວດ​ໃຈ​ຫລາຍ​ປານ​ໃດ​ກໍ​ຕາມ. ​ເຖິງ​ແມ່ນ​ຄົນ​ທີ່​ໝົດຫວັງ, ຄົນ​ທີ່ຢູ່​ໃນ​ຄວາມສິ້ນ​ຫວັງ, ຄົນ​ທີ່ຖືກ​ຫລອກ​ຕົ້ມ, ຄົນ​ທີ່ຖິ້ມ​ຄວາມ​ຊື່ສັດ​ໄປ, ຫລື ​ຄົນ​ທີ່ຫັນ​ໜີ​ຈາກພຣະ​ເຈົ້າ ກໍ​ຍັງ​ສາມາດ​ຖືກ​ສ້ອມ​ແຊມ​ຄືນ​ໃໝ່​ໄດ້. ຍົກ​ເວັ້ນ​ແຕ່​ພວກ​ບຸດ​​ແຫ່ງ​ຄວາມ​ຈິບ​ຫາຍ​ເທົ່າ​ນັ້ນ ທີ່​ບໍ່​ສາມາດ​ຖືກສ້ອມ​​ແຊມ​ຄືນ​ໃໝ່.

ຂ່າວ​ປິ​ຕິ​ຍິນ​ດີ​ຂອງ​ພຣະກິດ​ຕິ​ຄຸນ ​ແມ່ນ: ​ເພາະ​ແຜນ​ແຫ່ງ​ຄວາມສຸກ​ນິລັນດອນ ທີ່​ພຣະບິດາ​ເທິງ​ສະຫວັນ ທີ່​ຮັກ ​ໄດ້​ຈັດ​ໄວ້​ໃຫ້​ເຮົາ ​ແລະ ຜ່ານ​ການ​​ເສຍ​ສະລະ​ທີ່​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ເຢຊູ​ຄຣິດ, ​ເຮົາ​ບໍ່​ພຽງ​ແຕ່​​ໄດ້​ຮັບ​ການ​ໄຖ່​ຈາກ​ສະພາວະ​ທີ່​ຕົກ​ໄປ ​ແລະ ຖືກ​ສ້ອມ​ແຊມ​ສູ່​ຄວາມ​ບໍລິສຸດ​ເທົ່າ​ນັ້ນ, ​ແຕ່​ເຮົາ​ຈະ​ສາມາດ​ກ້າວໜ້າ​ເກີນ​ກວ່າ ມະນຸດ​ສາມາດ​ເຮັດ​ໄດ້ ​ແລະ ກາຍ​ເປັນ​ຜູ້​ຮັບ​ມູນ​ມໍ​ລະດົກ​ແຫ່ງ​ຊີວິດ​ນິລັນດອນ​ ​ແລະ ຮັບ​ເອົາ​ລັດສະໝີ​ພາບ​ຂອງ​ພຣະ​ເຈົ້າ ທີ່​ເກີນ​ກວ່າ​ຈະ​ບັນ​ລະ​ຍາຍ​ໄດ້​.

ຄຳ​ອຸປະມາ​​ເລື່ອງ​ແກະ​ທີ່​ເສຍ​​ໄປ

​ໃນ​ລະຫວ່າງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ຜູ້ນຳ​ຝ່າຍ​ສາດສະໜາ​ໃນ​ວັນ​ເວລາ​ຂອງ​ພຣະອົງ ບໍ່​ຢາກ​ໃຫ້​ພຣະ​ເຢຊູ​ໃຊ້​ເວລາ​ກັບ​ຄົນ​ທີ່​ເຂົາ​ເຈົ້າ​​ເອີ້ນ​ວ່າ “ຄົນ​ບາບ.”

ບາງທີ​ຕໍ່​ເຂົາ​ເຈົ້າ ​ເບິ່ງ​ຄື​ວ່າ ​ພຣະອົງ​ອົດທົນ ​ຫລື ​ໄດ້​ຍອມຮັບ​ກັບການ​ປະພຶດທີ່​ບໍ່​ດີ​ຂອງ​ຄົນ​ເຫລົ່ານັ້ນ. ບາງທີ ​ເຂົາ​ເຈົ້າ​ເຊື່ອ​ວ່າ ວິທີ​ທີ່​ດີ​ທີ່​ສຸດ ທີ່​ຈະ​ໃຫ້​ຄົນ​ບາບ​ກັບ​ໃຈ ​ແມ່ນ​ການ​ກ່າວ​ໂທດ, ​ເຍາະ​ເຍີ້ຍ, ​ແລະ ​​ເຮັດ​ໃຫ້​​ເຂົາ​ອັບ​ອາຍ.

​ເມື່ອ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​​ເຫັນ​ສິ່ງ​ທີ່​ພວກ​ຟາຣີຊາຍ ​ແລະ ພວກທຳ​ມະ​ຈານ​ກຳລັງ​ຄິດ​ຢູ່, ພຣະອົງ​ຈຶ່ງ​ໄດ້​ເລົ່າ​ເລື່ອງ​ໜຶ່ງ ໃຫ້​ຟັງ​ວ່າ:

“ມີ​ຄົນ​ໃດ​ແດ່​ໃນ​ພວກ​ເຈົ້າມີ​ແກະ​ຢູ່​ຮ້ອຍ​ໂຕ ​ແລະ ​ໂຕ​ໜຶ່ງ​ເສຍ​ໄປ ຄົນ​ນັ້ນຈະ​ເຮັດ​ຢ່າງ​ໃດ? ລາວ​ຈະ​ບໍ່​ປະ​ເກົ້າສິບ​ເກົ້າ​ໂຕນັ້ນ​ໄວ້​ໃນ​ທົ່ງ​ຫຍ້າ ​ແລະ ​ໄປ​ຊອກ​ຫາ​ໂຕ​ທີ່​ເສຍ​ນັ້ນຈົນພົບ​ບໍ?

“ເມື່ອ​ພົບ​ແລ້ວ ລາວ​ກໍ​ດີ​ໃຈ​ທີ່​ສຸດ ຈຶ່ງ​ຍົກ​ແກະ​ນັ້ນ​ໃສ່​ບ່າ​ຂອງ​ຕົນ ​ແລະ ​ແບກ​ກັບ​ມາ.”2

​ເປັນ​ເວລາ​ຫລາຍ​ສັດຕະວັດ, ຄຳ​ອຸປະມາ​ນີ້ ຍັງມີ​ຄວາມ​ໝາຍ​​ ​ໃນ​ການເອີ້ນ​ເຮົາ​ໃຫ້​ປະຕິບັດ ​ເພື່ອ​ນຳ​ແກະ​ໂຕ​ທີ່​​ເສຍ​ໄປ​ກັບ​ຄືນ​ມາ ​ແລະ ​ເອື້ອມ​ອອກ​ໄປ​ຫາ​ຜູ້​ທີ່​​ເສຍ​ໄປ. ​ເຖິງ​ແມ່ນ​ມັນ​ເປັນ​ສິ່ງ​ທີ່​ເໝາະ​ສົມ ​ແລະ ດີ, ​ແຕ່​ຂ້າພະ​ເຈົ້າຍັງ​ສົງ​ໄສ​ວ່າ ມັນ​ມີຫລາຍ​ກວ່າ​ນີ້​ຢູ່​ບໍ.

​ເປັນ​ໄປ​ໄດ້​ບໍ​ວ່າ ຈຸດ​ປະສົງ​ທຳ​ອິດ​ຂອງ​ພຣະ​ເຢຊູ​ ​ແມ່ນ​ທີ່​ຈະ​ສອນ​ເຖິງ​ວຽກ​ງານ​ຂອງ​ພຣະຜູ້​ລ້ຽງ​ທີ່​ດີ?

​ເປັນ​ໄປ​ໄດ້​ບໍ​ວ່າ ພຣະ​ອົງ​ໄດ້​ເປັນ​ພະຍານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ສຳລັບ​ລູກ​ໆ​ຂອງ​ພຣະອົງ ຜູ້​ທີ່​ເດີນ​ອອກ​ນອກ​ທາງ​ໄປ?

​ເປັນ​ໄປ​ໄດ້​ບໍ​ວ່າ ຂ່າວສານ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດແມ່ນ​ວ່າ ​ພຣະ​ເຈົ້າຮູ້​ກ່ຽວ​ກັບ​ຜູ້​ທີ່​ໄດ້​​ເສຍ​ໄປ​ແທ້ໆ—ວ່າ​ພຣະອົງ​ຈະ​ຊອກ​ຫາ​ເຂົາ, ວ່າ​ພຣະອົງ​ຈະ​ເອື້ອມ​ອອກ​ໄປ​ຫາ​ເຂົາ, ​ແລະ ວ່າ​ພຣະອົງ​ຈະ​ຊ່ວຍກູ້​ເຂົາ?

ຖ້າ​ເປັນ​ເຊັ່ນນັ້ນ, ​ແກະ​ໂຕນັ້ນຄວນ​ເຮັດ​ແນວ​ໃດ ກ່ອນ​ຈະ​ເໝາະ​ສົມ​ກັບ​ຄວາມ​ຊ່ວຍ​ເຫລືອ​ຈາກສະຫວັນ?

​ແກະ​ໂຕນັ້ນຕ້ອງ​ຮູ້​ຈັກ​ວິທີ​ໃຊ້ເຄື່ອງມື​​ທີ່​ສັບສົນ ​ເພື່ອ​ຊ່ວຍບອກ​ທິດ​ທາງ​ບໍ ກ່ອນ​ຈະ​ຮູ້ຈັກ​ເສັ້ນທາງ​​ກັບ​ບ້ານ? ມັນ​ຕ້ອງ​ໄດ້​ໃຊ້ GPS ບໍ ​ເພື່ອ​ຈະ​ໄດ້​ຮູ້​ວ່າ ຕົນ​ຢູ່​ໃສ? ມັນ​ຕ້ອງ​ມີ​ຄວາມ​ຊ່ຽວຊານ​ບໍ ​ເພື່ອ​ສ້າງ​ເຄື່ອງມື​ສົ່ງ​ສຽງ​ເອີ້ນ​ໃຫ້​ຊ່ວຍ​ເຫລືອ? ມັນ​ຕ້ອງ​ມີ​ຜູ້​ສຳຄັນ​ໃນ​ສັງຄົມ​​ເປັນ​ຜູ້​ອຸປະຖຳບໍ ກ່ອນ​ຜູ້​ລ້ຽງ​ທີ່​ດີ​ຈະ​ມາ​ຊ່ວຍ​ກູ້​ມັນ?

ບໍ່​ເລີຍ! ​ແກະ​ໂຕນັ້ນ​ມີຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ກູ້​ຈາກ​ສະຫວັນຢູ່​ແລ້ວ ​ເພາະ​ພຣະຜູ້​ລ້ຽງ​ທີ່​ດີ​ຮັກ​ມັນ.

ສຳລັບຂ້າພະ​ເຈົ້າ​ແລ້ວ, ຄຳ​ອຸປະມາ​ເລື່ອງ​ແກະ​ທີ່​ເສຍ​ໄປ​ ​ເປັນ​ຂ່າວສານ​ທີ່​ໃຫ້​ຄວາມ​ຫວັງ​ຫລາຍ​ທີ່​ສຸດ ຢູ່​ໃນ​ພຣະຄຳ​ພີທຸກ​ຂໍ້.

ພຣະຜູ້​ຊ່ວຍ​ໃຫ້​ລອດ​​ຂອງ​ເຮົາ, ພຣະຜູ້​ລ້ຽງ​ທີ່​ດີ, ຮູ້ຈັກ ​ແລະ ຮັກ​ເຮົາ. ພຣະ​ອົງ​ຮູ້ ແລະ ຮັກ​ທ່ານ.

ພຣະອົງ​ຮູ້​ວ່າ ​​ທ່ານ​ເສຍ​ໄປ​ເມື່ອ​ໃດ, ​ແລະ ພຣະອົງ​ຮູ້​ວ່າ ທ່ານ​ຢູ່​ໃສ. ພຣະອົງ​ຮູ້​ເຖິງ​ຄວາມ​ໂສກ​ເສົ້າຂອງ​ທ່ານ. ຮູ້​ເຖິງ​ການ​ອ້ອນວອນ​ຢູ່​ໃນ​ໃຈ​ຂອງ​ທ່ານ. ຮູ້​ເຖິງ​ຄວາມ​ຢ້ານ​ກົວຂອງ​ທ່ານ. ຮູ້​ເຖິງ​ການ​ຮ້ອງ​ໄຫ້​ຂອງ​ທ່ານ.

ບໍ່​ສຳຄັນ​ວ່າ​ທ່ານ​​ໄດ້ເສຍ​ໄປ—ບໍ່​ສຳຄັນ​ວ່າ ​ເພາະ​ການ​ເລື​ອກຜິດຂອງ​ທ່ານ ຫລື ​ເພາະ​ສະຖານະ​ການ​ທີ່​ເກີນ​ກວ່າ​ທ່ານ​ຈະ​ຄວບ​ຄຸມ​ໄດ້.

ສິ່ງ​ທີ່​ສຳຄັນ​ແມ່ນ ທ່ານ​ເປັນ​ລູກ​ຂອງ​ພຣະອົງ. ​ແລະ ພຣະອົງ​ຮັກ​ທ່ານ. ພຣະອົງ​ຮັກລູກໆ​ຂອງ​ພຣະອົງ.

ຮູບ​ພາບ
ການ​ຊ່ວຍ​ກູ້​ແກະ​ທີ່​ເສຍ​ໄປ

​ເພາະວ່າ​ພຣະອົງ​ຮັກ​ທ່ານ, ພຣະອົງ​ຈະ​ຊອກ​ຫາ​ທ່ານ. ພຣະອົງ​ຈະ​ຍົກ​ທ່ານ​​ໃສ່ບ່າ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ.​ແລະ ​ເມື່ອ​ພຣະອົງ​​ແບກທ່ານ​ກັບ​ບ້ານ, ພຣະອົງ​ຈະ​ກ່າວ​ກັບ​ທຸກ​ຄົນ​ວ່າ, “ຂ້ອຍ​ໄດ້​ພົບ​ແກະ​ຂອງ​ຂ້ອຍ​ທີ່​ເສຍ​​ໄປ ຈົ່ງ​ຮ່ວມ​ກັນ​ສະຫລອງ​ເທາະ.”3

​ເຮົາ​ຈະ​ຕ້ອງ​ເຮັດ​ຢ່າງໃດ?

​ແຕ່, ທ່ານ​ອາດ​ຄິດ​ວ່າ ​ພຣະອົງ​ຢາກ​​ໃຫ້​ທ່ານ​ເຮັດ​ຫຍັງ? ​ແນ່ນອນ ​ເຮົາຕ້ອງ​ເຮັດ​ຫລາຍ​ກວ່າ ພຽງ​ແຕ່​ນັ່ງ​ລໍຖ້າ​ການ​ຊ່ວຍກູ້​ເທົ່າ​ນັ້ນ.

​ເຖິງ​ແມ່ນ​ພຣະບິດາ​ທີ່​ຮັກ​ຂອງ​ເຮົາ ປາດ​ຖະໜາ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະອົງ​ກັບ​ໄປ​ຫາ​ພຣະອົງ, ​ແຕ່​ພຣະອົງ​ຈະ​ບໍ່​ບັງຄັບ​ຜູ້​ໃດ​ໃຫ້​ເຂົ້າ​ໄປ​​ສະຫວັນ4 ພຣະ​ເຈົ້າຈະ​ບໍ່​ຊ່ວຍ​ກູ້​ເຮົາ ຖ້າ​ເຮົາ​ບໍ່​ຢາກ​ໃຫ້​ຊ່ວຍ​ກູ້.

ສະນັ້ນ ​ເຮົາ​ຈະ​ຕ້ອງ​ເຮັດຢ່າງ​ໃດ?

ຄຳ​ເຊື້ອ​ເຊີນ​ຂອງ​ພຣະອົງ​ແມ່ນ​ລຽບ​ງ່າຍ:

“ຈົ່ງຫັນ … ມາ​ຫາ​ເຮົາ.”5

“ຈົ່ງ​ມາ​ຫາ​ເຮົາ.”6

ໃຫ້ເຂົ້າ​ໃກ້​ພຣະອົງ ​ແລ້ວ​ພຣະອົງ​ຈະ​ເຂົ້າ​ໃກ້​ເຮົາ.7

ນີ້​ແມ່ນ​ວິທີ​ທີ່​ເຮົາ​ສະ​ແດງ​ຕໍ່​ພຣະອົງ​ວ່າ ​ເຮົາ​ຢາກ​ໄດ້​ຮັບ​ການ​ຊ່ວຍ​ກູ້.

​ເຮົາ​ຕ້ອງ​ໃຊ້​ສັດທາ​​ອັນ​ເລັກ​ນ້ອຍ. ​ແຕ່​ຢ່າ​ທໍ້ຖອຍ​ໃຈ. ຖ້າ​ຫາກ​ທ່ານ​ບໍ່​ມີ​ສັດທາ​ໃນ​ເວລາ​ນີ້, ຂໍ​ໃຫ້​ເລີ່ມມີ​ຄວາມ​ຫວັງ.

ຖ້າ​ຫາກ​ທ່ານ​ບໍ່​ສາມາດ​ເວົ້າວ່າ ທ່ານ​ຮູ້​ວ່າ​ພຣະ​ເຈົ້າຢູ່​ໃກ້, ທ່ານ​ສາມາດ​ຫວັງ​ວ່າ ພຣະອົງ​ຈະ​ຢູ່​ໃກ້. ທ່ານ​ສາມາດ​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ເຊື່ອ.8 ນັ້ນກໍ​ພຽງພໍ​ແລ້ວ ​ໃນ​ການ​ເລີ່ມຕົ້ນ.

​ແລ້ວ, ​ໃນ​ການ​ກະທຳ​ຕາມ​ຄວາມ​ຫວັງ​ນັ້ນ, ຈົ່ງ​ເອື້ອມ​ອອກ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ​. ພຣະ​ເຈົ້າຈະ​ສົ່ງ​ຄວາມ​ຮັກ​ຂອງ​ພຣະອົງ​ອອກ​ມາ​ຍັງ​ທ່ານ, ​ແລະ ວຽກ​ງານ​ຂອງ​ພຣະອົງ ຈະ​ຊ່ວຍ​ກູ້​ທ່ານ ​​ແລະ ການ​ປ່ຽນ​ແປງ​ຈະ​ເລີ່ມຕົ້ນ.

​ເມື່ອ​ເວລາ​ຜ່ານ​ໄປ, ທ່ານ​ຈະ​ຮັບ​ຮູ້​ພຣະຫັດ​ຂອງ​ພຣະອົງ ​ໃນ​ຊີວິດ​ຂອງ​ທ່ານ. ທ່ານ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ. ​ແລະ ຄວາມ​ປາດ​ຖະໜາ​ທີ່​ຈະ​ເດີນ​ໄປ​ໃນ​ຄວາມ​ສະຫວ່າງ​ຂອງ​ພຣະອົງ ​ແລະ ການ​ເຮັດຕາມ​ວິທີ​ທາງ​ຂອງ​ພຣະອົງ ຈະ​ຂະຫຍາຍ​ອອກ​ໄປ​ເລື້ອຍໆ ​ໃນ​ທຸກຂັ້ນຕອນ​ຂອງ​ສັດທາ​ຂອງ​ທ່ານ.

ເຮົາ​ເອີ້ນຂັ້ນຕອນ​ແຫ່ງ​ສັດທາ​ນີ້​ວ່າ “ການ​ເຊື່ອ​ຟັງ.”

​ມັນ​ບໍ່​ໄດ້​ເປັນ​ຖ້ອຍ​ຄຳ​ທີ່​ຜູ້​ຄົນ​ນິຍົມ​ໃຊ້​ກັນ ​​ໃນ​ເວລາ​ນີ້. ​ແຕ່​ການ​ເຊື່ອ​ຟັງ ​ເປັນ​ຄຳ​ສອນ​ທີ່​ມີຄ່າ​ຫລາຍ ​ໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ​ເພາະ​ເຮົາ​ຮູ້​ວ່າ “ໂດຍ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ ມະນຸດຊາດ​ທັງ​ປວງ​ຈະ​ລອດ​ໄດ້ ​ໂດຍ​ການ​ປະຕິບັດ​ຕາມ​ກົດ ​ແລະ ພິທີການ​ແຫ່ງ​ພຣະກິດ​ຕິ​ຄຸນ.”9

​ເມື່ອ​ເຮົາ​ມີ​ສັດທາ​ຫລາຍ​ຂຶ້ນເທົ່າ​ໃດ, ​ເຮົາ​ກໍ​ຈະ​ມີ​ຄວາມ​ຊື່ສັດ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ກ່ອນ​ໜ້າ​ນີ້ ຂ້າພະ​ເຈົ້າ​ໄດ້​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ນັກ​ປະພັນ​ຄົນ​ເຢຍລະ​ມັນ​ ຜູ້​ໄດ້​ກ່າວ​ເຖິງ​​ເມືອງ​ ເດຣສ໌​ເດັນ ທີ່​ຖືກ​ທຳລາຍ. ​ເພິ່ນ​​ໄດ້​ຂຽນ​ສຳນວນ​ນີ້​ວ່າ: “Es gibt nichts Gutes, ausser man tut es.” ສຳລັບ​ຜູ້​ທີ່​ບໍ່​ຮູ້ພາ​ສາສະຫວັນ​ຊັ້ນສູງ, ມັນແປ​ວ່າ “ບໍ່​ມີ​ສິ່ງ​ໃດ​ດີ ຖ້າ​ເຮົາ​ບໍ່​ເຮັດ​ເອງ.”10

ທ່ານ ​ແລະ ຂ້າພະ​ເຈົ້າອາດ​ສາ​ມາດ​ກ່າວ​ຖ້ອຍ​ຄຳ​ທີ່ປະ​ທັບ​ໃຈ​ເລື່ອງ​ທາງ​ວິນ​ຍານ. ​ເຮົາ​ອາດ​ສາມາດ​ເຮັດ​ໃຫ້​ຜູ້​ຄົນ​ປະ​ທັບ​ໃຈ​ເລື່ອງ​ການ​ແປ​ຄວາມ​ໝາຍ​ທາງ​ສາດສະໜາ. ​ເຮົາ​ອາດ​ສາມາດ​ກ່າວ​ອອກ​ມາ​ຢ່າງ​ກະຕືລືລົ້ນ ກ່ຽວ​ກັບ​ສາດສະໜາ ແລະ “ຝັນ​ຢາກ​ມີ​ປາສາດ​ຢູ່​ໃນ​ສະຫວັນ.”11 ​ແຕ່​ຖ້າ​ຫາກ​ສັດທາ​ຂອງ​ເຮົາ​ ບໍ່​ປ່ຽນ​ແປງວິທີ​ທີ່​ເຮົາ​ດຳ​ລົງ​ຊີວິດ​ຢູ່—ຖ້າ​ຫາກ​ຄວາມ​ເຊື່ອ​ຂອງ​ເຮົາ ບໍ່​ມີ​ອິດ​ທິພົນ​ໃນ​ການ​ຕັດສິນ​​ໃຈ ​ໃນ​ແຕ່​ລະ​ວັນ​ຂອງ​ເຮົາ—ສາດສະໜາ​ຂອງ​ເຮົາ ກໍ​ໄຮ້​ປະ​ໂຫຍ​ດ, ​ແລະ ສັດທາ​ຂອງ​ເຮົາ, ຖ້າມັນ​ບໍ່​ຕາຍ, ກໍຈະ​ບໍ່​ດີ ​ແລະ ຢູ່​ໃນ​ຂັ້ນ​ອັນຕະລາຍ ​ແລະ ​ໃນ​ທີ່​ສຸດ ຈະຫ່ຽວ​ແຫ້ງ​ໄປ​ຢ່າງ​ແນ່ນອນ.12

ການ​ເຊື່ອ​ຟັງ​​ເປັນ​ພະລັງ​ໃຫ້​ແກ່​ສັດທາ. ​ເພາະ​ການ​ເຊື່ອ​ຟັງນີ້ ​ເຮົາ​ຈຶ່ງ​ໄດ້​ຮັບ​ຄວາມ​ສະຫວ່າງ ​ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ.

​ແຕ່​ບາງ​ເທື່ອ ​ຂ້າພະ​ເຈົ້າຄິດ​ວ່າ ​ເຮົາ​ເຂົ້າ​ໃຈການ​ເຊື່ອ​ຟັງ​ໄປ​ໃນ​ທາງ​ທີ່​ຜິດ. ​ເຮົາ​ອາດ​ເຫັນ​ການ​ເຊື່ອ​ຟັງ ວ່າ​ເປັນຈຸດ​ເປົ້າໝາຍ ​ແທນ​ທີ່​ຈະ​ເປັນ​ສິ່ງ​ທີ່​ພາ​​ໄປ​ເຖິງ​ຈຸດ​ເປົ້າໝາຍ. ຫລື ​ປຽບ​ເໝືອນເຮົາ​​ໃຊ້​ຄ້ອນ​ຕີ​ແຫ່ງ​ການ​ເຊື່ອ​ຟັງ ທຸບ​ແຜ່ນ​ພຣະບັນຍັດ ​ລົງໃສ່​ຄົນ​ທີ່​ເຮົາ​ຮັກ ​ໃນ​ຄວາມ​ຫວັງ​ທີ່​ຈະ​ຫລໍ່​ຫລອມ​ເຂົາ​ເຈົ້າ, ​ເທື່ອ​ແລ້ວ​ເທື່ອ​ອີກ, ຫວັງ​ຈະ​ໃຫ້​ສັກສິດ​ຫລາຍ​ຂຶ້ນ, ​ເປັນ​ສິ່ງ​ທີ່​ເໝາະ​ສົມ​ສຳລັບ​ສະ​ຫວັນ.

ບໍ່​ຕ້ອງສົງ​ໄສ​ເລີຍ, ຈະ​ມີ​ເວລາ​ເມື່ອ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ຍິນ​ເຖິງ​ການ​ເອີ້ນ​ໃຫ້​ກັບ​ໃຈ. ​ແນ່ນອນ, ບາງ​ຄົນ​ກໍ​ເຂົ້າ​ເຖິງໄດ້ ພຽງ​ແຕ່​ໃນ​ທາງ​ນີ້​ເທົ່າ​ນັ້ນ.

​ແຕ່​ບາງທີ ອາດ​ມີ​ການ​ປຽບ​ທຽບ​ຢ່າງ​ອື່ນ​ອີກ ທີ່​ສາມາດ​ອະທິບາຍ​ວ່າ ​ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ຟັງ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ. ບາງທີ​ການ​ເຊື່ອ​ຟັງ ບໍ່​ແມ່ນ​ຂັ້ນຕອນ​ຂອງ​ການ​ບິດ​, ການ​ໝູນ, ​ແລະ ການ​ຕອກຈິດ​ວິນ​ຍານ​ຂອງ​ເຮົາ ​ໃຫ້​ເປັນ​ບາງສິ່ງ​ທີ່​ເຮົາ​ບໍ່​ໄດ້​ເປັນ. ​ແຕ່​ມັນ​ກໍ​ເປັນຂັ້ນຕອນທີ່​ເຮັດ​ໃຫ້​ເຮົາ​ພົບ​ເຫັນ​ວ່າ ​ເຮົາ​ເປັນ​ຢ່າງ​​ໃດ​ກັນ​ແທ້ໆ.

​ເຮົາ​ເປັນ​ຜູ້​ທີ່​ພຣະ​ເຈົ້າອົງ​ສູງ​ສຸດ​ໄດ້​ສ້າງ​ຂຶ້ນມາ. ພຣະອົງ​ເປັນ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ​ເຮົາ​ເປັນ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະອົງ​ແທ້ໆ. ​ເຮົາ​​ໄດ້​ຖືກ​ສ້າງ​ຂຶ້ນ​ດ້ວຍ​ວັດຖຸ​ໃນ​ສະຫວັນ ທີ່​ມີຄ່າ​ຫລາຍ​ທີ່ສຸດ, ​ແລະ ດັ່ງນັ້ນ ​ເຮົາ​ຈຶ່ງ​ມີ​ວັດຖຸ​ແຫ່ງ​ສະຫວັນ​ຢູ່​​ໃນ​ຕົວ​ເຮົາ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຢູ່​ໃນ​ໂລກ​ນີ້, ຄວາມ​ຄິດ ​​ແລະ ການ​ກະທຳ​ຂອງ​ເຮົາ ຖືກ​ຄອບ​ງຳ​ໂດຍ ອິດ​ທິພົນ​ທີ່​ເສື່ອມຊາມ, ບໍ່​ສັກສິດ, ​ແລະ ບໍ່​ບໍລິສຸດ. ຝຸ່ນ ​ແລະ ຄວາມ​ສົກກະປົກ​ຂອງ​​ໂລກ​ ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ມີ​ມົນທິນ, ​ເຮັດ​ໃຫ້​ມັນຍາກ​ທີ່​ຈະ​ຮັບ​ຮູ້ ​ແລະ ຈື່​ຈຳ​ສິດທິ​ການ​ເກີດ ​ແລະ ຈຸດປະສົງ​ຂອງ​ເຮົາ.

​ແຕ່ທັງ​ໝົດ​ນີ້ ​ບໍ່​ສາມາດ​ປ່ຽນ​ຄົນທີ່​ເຮົາ​ເປັນ​ຢູ່. ຄວາມ​ສັກສິດ​ຂັ້ນ​ພື້ນຖານ​ຂອງ​ເຮົາ​ຍັງ​ຄົງ​ມີ​ຢູ່. ​ແລະ ​ໃນ​ນາທີ​ທີ່​ເຮົາ​ເລືອກ​ປ່ຽນ​​ໃຈ​ມາ​ຫາ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຮັກ​ຂອງ​ເຮົາ ​ແລະ ​ເດີນ​​ໄປ​ໃນ​ເສັ້ນທາງ​ແຫ່ງ​ການ​ເປັນ​ສານຸສິດ, ບາງ​ສິ່ງ​ທີ່​ມະຫັດ​ສະຈັນ ຈະ​ເກີດ​ຂຶ້ນ. ຄວາມ​ຮັກ​ຂອງ​ພຣະ​ເຈົ້າຈະ​ມີ​ຢູ່​​ໃນ​ໃຈ​ຂອງ​ເຮົາ; ຄວາມ​ສະ​ຫວ່າງ​ແຫ່ງ​ຄວາມ​ຈິງ​ຈະ​ເຕັມ​ຢູ່​ໃນ​ຄວາມ​ຄິດ​ຂອງ​ເຮົາ, ​ເຮົາ​ຈະ​ເລີ່​ມຕົ້ນບໍ່​ປາດ​ຖະໜາ​ທີ່​ຈະ​ເຮັດ​ບາບ; ​ແລະ ​ເຮົາ​ບໍ່​ຢາກ​ເດີນ​ໄປ​ໃນ​ຄວາມ​ມືດ​ອີກ​ຕໍ່​ໄປ.13

ເຮົາ​ຈະ​ເຫັນ​ວ່າ ການ​ເຊື່ອ​ຟັງບໍ່​ໄດ້​ເປັນ​ການ​ລົງ​ໂທດ​ ​ແຕ່​ເປັນ​​ເສັ້ນທາງ​ປົດ​ປ່ອຍ​ໄປ​ສູ່​ຈຸດໝາຍ​ປາຍທາງ​ແຫ່ງ​ສະຫວັນຂອງ​ເຮົາ. ​ແລະ ​​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ຄວາມ​ເສື່ອມ​ຊາມ, ຄວາມ​ບໍ່​ສະອາດ, ​ແລະ ຂອບ​ເຂດ​ຂອງ​ໂລກ​ ຈະ​ເລີ່ມຕົ້ນຕົກ​ຫລົ່ນ​ໄປ. ​ໃນ​ທີ່​ສຸດ, ວິນ​ຍານ​ນິລັນດອນ​ອັນ​ລ້ຳຄ່າ ​ຂອງ​ການ​ເປັນ​ພຣະ​ເຈົ້າທີ່​ມີ​ຢູ່​ໃນ​ຕົວ​ເຮົາ ຈະ​ຖືກ​ເປີດ​ເຜີຍ, ​ແລະ ​ແຫລ່ງ​ແຫ່ງ​ຄວາມ​ດີງາມທີ່​ຮຸ່ງ​ເຫລື້​ອມ ຈະ​ກາຍ​ເປັນ​ທຳ​ມະ​ຊາດ​ຂອງ​ເຮົາ.

​ທ່ານມີຄ່າ​ຄວນ​ສຳລັບ​ການ​ຊ່ວຍ​ກູ້​

ອ້າຍ​ເອື້ອຍ​ນ້ອງ​ ​ແລະ ໝູ່​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຈົ້າ​ເຫັນ​ເຮົາ ດັ່ງ​ທີ່​ເຮົາ​ເປັນຢູ່​ແທ້ໆ—​ແລະ ​ພຣະອົງ​ເຫັນ​ວ່າ ​ເຮົາມີຄ່າ​ຄວນ​ສຳລັບ​ການ​ຊ່ວຍ​ກູ້.

ທ່ານ​ອາດ​ຮູ້ສຶກ​ວ່າ ຊີວິດ​ຂອງ​ທ່ານ​ພັງ​ທະ​ລາຍ​ໄປ​ແລ້ວ. ທ່ານ​ອາດ​ໄດ້​ເຮັດ​ບາບ. ທ່ານ​ອາດ​ຢ້ານ​ກົວ, ​ໃຈ​ຮ້າຍ, ​ໂສກ​ເສົ້າ, ຫລື​ ຖືກ​ສຽບແທງ​ດ້ວຍ​ຄວາມ​ສົງ​ໄສ. ​ແຕ່​ເຊັ່ນ​ດຽວ​ກັບ​ພຣະຜູ້​ລ້ຽງ​ທີ່​ດີ ​ໄດ້​ພົບ​ເຫັນ​ແກະ​ທີ່​ເສຍ​ຂອງ​ພຣະອົງ, ຖ້າ​ຫາກ​ທ່ານ​ຫັນ​ຈິດ​ໃຈ​ມາ​ຫາ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ​ແລ້ວ​ພຣະອົງ​ຈະ​ພົບ​ເຫັນ​ທ່ານ.

ພຣະອົງ​ຈະ​ຊ່ວຍ​ກູ້​ທ່ານ.

ພຣະອົງ​ຈະ​ຍົກ​ທ່ານ​​ໃສ່ບ່າຂອງ​ພຣະອົງ.

ພຣະອົງ​ຈະ​ແບກທ່ານ​ກັບ​ບ້ານ.

ຖ້າ​ຫາກ​ມື​ຂອງ​ມະນຸດ​ສາມາດ​ປ່ຽນ​ສິ່ງ​ທີ່​ພັງ​ທະລາ​ຍ​ ​ໃຫ້​ກາຍເປັນ​​ບ້ານ​ແຫ່ງ​ການ​ນະມັດ​ສະການ​ໄດ້, ​ແລ້ວ​ເຮົາ​ກໍ​ແນ່​ໃຈ​ໄດ້​ ​ແລະ ​ໄວ້​ວາງ​ໃຈໄດ້ວ່າ ພຣະບິດາ​ເທິງ​ສະຫວັນ​ທີ່​ຮັກ​ຂອງ​ເຮົາ ສາມາດ ​ແລະ ຈະ​ສ້ອມ​​ແຊມ​ເຮົາຄືນ​ໄດ້. ​ແຜນ​ຂອງ​ພຣະອົງ ​ແມ່ນ​ທີ່​ຈະ​ສ້າງ​ເຮົາ ​ໃຫ້​ເປັນ​ສິ່ງ​ທີ່​ເກີນ​ກວ່າ​ເຮົາ​ເຄີຍ​ເປັນ—​ເກີນ​ກວ່າ​ເຮົາ​ສາມາດ​ວາດ​ພາບ​ໄດ້. ດ້ວຍ​ສັດທາ​​ໃນ​ແຕ່​ລະບາດ​ກ້າວ ​ໃນ​ເສັ້ນທາງ​ແຫ່ງ​ການ​ເປັນ​ສານຸສິດ, ​ເຮົາຈະ​ເຕີບ​ໂຕ​ຂຶ້ນ​ໃນ​ລັດສະໝີ​ພາບ​ແຫ່ງ​ນິລັນດອນ ​ແລະ ​ໃນ​ຄວາມ​ຜາ​ສຸກ​ອັນ​ເປັນນິດ ທີ່​ເຮົາ​ຖືກວາງ​ແຜນ​ໄວ້​ທີ່​ຈະ​ໃຫ້​ກາຍ​ເປັນ.

ນີ້​ຄືປະຈັກ​ພະຍານ, ພອນ,​ ​ແລະ ​ຄຳ​ອະທິຖານ​ທີ່ຖ່ອມ​ຕົວຂອງ​ຂ້າພະ​ເຈົ້າ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະອາຈານ​ຂອງ​ເຮົາ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.