​2010–2019
ໃນການສັນລະເສີນຄົນທີ່ຊ່ວຍກູ້
ເມສາ 2016


ໃນການສັນລະເສີນຄົນທີ່ຊ່ວຍກູ້

ເມື່ອເຮົາເຮັດຕາມແບບຢ່າງແຫ່ງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະອົງຈະອວຍພອນເຮົາ ແລະ ເຮັດໃຫ້ຄວາມພະຍາຍາມເປັນຄົນຊອບທຳຂອງເຮົາຈະເລີນກ້າວໜ້າ ເພື່ອຈະໄດ້ຊ່ວຍກູ້ການແຕ່ງງານ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວຂອງເຮົາ.

ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ໄປພຣະວິຫານ ແຟຣງເຝີດ ເຢຍລະມັນ ຕອນຂ້າພະເຈົ້າໄດ້ສັງເກດເຫັນ ສາມີພັນລະຍາອະວຸໂສຄູ່ໜຶ່ງ ຍ່າງຈູງມືກັນໄປ. ຄວາມອ່ອນໂຍນ ແລະ ຄວາມຮັກທີ່ມີຕໍ່ກັນ ໄດ້ເຮັດໃຫ້ຂ້າພະເຈົ້າເກືອບນ້ຳຕາໄຫລ ດ້ວຍຄວາມດີໃຈ.

ຂ້າພະເຈົ້າບໍ່ແນ່ໃຈວ່າ ເປັນຫຍັງພາບນີ້ຈຶ່ງປະທັບໃຈຂ້າພະເຈົ້າຫລາຍແທ້. ບາງທີ ມັນເປັນຄວາມຮັກອັນຫວານຊື່ນຂອງສອງຄົນ ທີ່ມີຕໍ່ກັນ—ມັນເປັນສັນຍາລັກເຖິງຄວາມພາກພຽນ ແລະ ຄຳໝັ້ນສັນຍາ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ສາມີພັນລະຍາຄູ່ນີ້ ໄດ້ຢູ່ນຳກັນດົນພໍສົມຄວນ ແລະ ຄວາມຮັກທີ່ມີຕໍ່ກັນ ກໍໄດ້ແໜ້ນແຟ້ນຫລາຍຂຶ້ນ.

ສັງຄົມທີ່ຖິ້ມໄປຫລັງຈາກໃຊ້ແລ້ວ

ຂ້າພະເຈົ້າຄິດວ່າ ເຫດຜົນຢ່າງໜຶ່ງ ທີ່ພາບອັນອ່ອນໂຍນນີ້ ຍັງຝັງຢູ່ໃນຄວາມຊົງຈຳຂອງຂ້າພະເຈົ້າເປັນເວລາດົນນານ ກໍເພາະວ່າ ຄວາມກົງກັນຂ້າມທີ່ຂ້າພະເຈົ້າເຫັນ ຢູ່ໃນເວລານີ້. ໃນຫລາຍສັງຄົມ ຢູ່ຕະຫລອດທົ່ວໂລກ, ທຸກສິ່ງເບິ່ງຄືວ່າ ຈະຖືກຖິ້ມໄປຫລັງຈາກໃຊ້ແລ້ວ. ທັນທີທີ່ບາງສິ່ງເລີ່ມຫັກເພ ຫລື ເກົ່າລົງ—ຫລື ແມ່ນແຕ່ຕອນເຮົາເບື່ອກັບມັນແລ້ວ—ເຮົາກໍຖິ້ມມັນໄປ ແລະ ປ່ຽນເອົາອັນອື່ນທີ່ທັນສະໄໝກວ່າ, ໃໝ່ກົ່ວ, ຫລື ເຫລື້ອມກວ່າ.

ເຮົາເຮັດແນວນີ້ກັບ ມືຖື, ເຄື່ອງນຸ່ງຫົ່ມ, ລົດລາງ—ແລະ ເປັນໜ້າເສົ້າໃຈ, ແມ່ນແຕ່ ກັບຄວາມສຳພັນ.

ເຖິງແມ່ນອາດເປັນສິ່ງດີ ທີ່ເຮົາຈະກຳຈັດສິ່ງທີ່ເຮົາບໍ່ໃຊ້ອີກແລ້ວ ອອກໄປຈາກບ້ານເຮືອນຂອງເຮົາ ເພື່ອເຮັດໃຫ້ບ້ານເຮືອນສະອາດຂຶ້ນກວ່າເກົ່າ, ແຕ່ສິ່ງທີ່ກ່ຽວຂ້ອງກັບຄວາມສຳຄັນນິລັນດອນ—ການແຕ່ງງານ, ຄອບຄົວ, ແລະ ຄຸນຄ່າຂອງເຮົາ—ຄວາມຄິດທີ່ຈະຖິ້ມຂອງເກົ່າ ແລະ ໄປຊອກຫາເອົາຂອງໃໝ່ ອາດນຳຄວາມສຳນຶກຜິດມາໃຫ້ ກໍເປັນໄດ້.

ຂ້າພະເຈົ້າມີຄວາມກະຕັນຍູທີ່ ຂ້າພະເຈົ້າໄດ້ເປັນສະມາຊິກຂອງສາດສະໜາຈັກ ທີ່ນັບຖືການແຕ່ງງານ ແລະ ຄອບຄົວ. ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນທີ່ຮູ້ຈັກກັນ ຕະຫລອດທົ່ວໂລກ ວ່າມີຄອບຄົວ ແລະ ການແຕ່ງງານທີ່ດີ ເທົ່າທີ່ທ່ານເຄີຍພົບເຫັນ. ຂ້າພະເຈົ້າເຊື່ອວ່າ ມັນເປັນເພາະຄວາມຈິງ ທີ່ໄດ້ຖືກຟື້ນຟູໂດຍທາງໂຈເຊັບ ສະມິດ ວ່າການແຕ່ງງານ ແລະ ຄອບຄົວ ແມ່ນເຈດຕະນາໃຫ້ຍືນຍົງຕະຫລອດໄປຊົ່ວນິລັນດອນ. ຄອບຄົວບໍ່ແມ່ນພຽງແຕ່ເພື່ອຊ່ວຍເຫລືອກັນເຮັດໃຫ້ທຸກສິ່ງເປັນໄປດ້ວຍດີ ຢູ່ໃນໂລກນີ້ເທົ່ານັ້ນ, ແລະ ໂຍນມັນຖິ້ມເມື່ອເຮົາໄປເຖິງສະຫວັນ. ແຕ່ມັນເປັນ ລະບຽບ ຂອງສະຫວັນ. ມັນເປັນເຄື່ອງໝາຍຂອງແບບແຜນຊັ້ນສູງ, ເປັນແບບຢ່າງຂອງຄອບຄົວນິລັນດອນຂອງພຣະເຈົ້າ.

ແຕ່ຄວາມສຳພັນອັນເຂັ້ມແຂງຂອງການແຕ່ງງານ ແລະ ຄອບຄົວ ບໍ່ໄດ້ເກີດຂຶ້ນ ເພາະເຮົາເປັນສະມາຊິກຂອງສາດສະໜາຈັກ. ມັນຮຽກຮ້ອງຄວາມພະຍາຍາມສະເໝີໄປ ແລະ ດ້ວຍຄວາມຕັ້ງໃຈ. ຄຳສອນເລື່ອງຄອບຄົວນິລັນດອນ ຄວນດົນໃຈເຮົາໃຫ້ອຸທິດຕົນ ເພື່ອເຮັດຈົນສຸດຄວາມສາມາດ ທີ່ຈະຊ່ວຍກູ້ ແລະ ສົ່ງເສີມການແຕ່ງງານ ແລະ ຄອບຄົວຂອງເຮົາ. ຂ້າພະເຈົ້າຍ້ອງຍໍ ແລະ ສັນລະເສີນ ຄົນທີ່ໄດ້ຮັກສາ ແລະ ທະນຸຖະໜອມຄວາມສຳພັນອັນສຳຄັນ ແລະ ນິລັນດອນນີ້ໄວ້.

ມື້ນີ້, ຂ້າພະເຈົ້າຢາກກ່າວສັນລະເສີນຄົນທີ່ຊ່ວຍກູ້.

ການຊ່ວຍກູ້ການແຕ່ງງານຂອງເຮົາ

ເປັນເວລາຫລາຍປີ ທີ່ຂ້າພະເຈົ້າໄດ້ເປັນຜູ້ຜະນຶກຄູ່ແຕ່ງງານບ່າວສາວເຂົ້າກັນຢູ່ໃນພຣະວິຫານ. ຂ້າພະເຈົ້າບໍ່ເຄີຍພົບເຫັນຄູ່ບ່າວສາວຄູ່ໃດ ທີ່ຈ້ອງໜ້າກັນຢູ່ແທ່ນບູຊາ ແລະ ຄິດວ່າ ເຂົາເຈົ້າຈະປະຮ້າງ ຫລື ເຈັບປວດໃຈ ໃນມື້ໜຶ່ງ.

ໜ້າເສຍໃຈທີ່ ບາງຄູ່ກໍເປັນແນວນັ້ນ.

ບາງເທື່ອ, ເມື່ອດົນນານໄປ ແລະ ສີສັນຂອງຄວາມຮັກປ່ຽນໄປ, ເຂົາເຈົ້າຄ່ອຍໆຢຸດຄິດເຖິງຄວາມສຸກຂອງກັນແລະກັນ ແລະ ເລີ່ມຕົ້ນຄິດຫາແຕ່ຄວາມຜິດພາດຂອງກັນແລະກັນ. ໃນສະພາບແວດລ້ອມແບບນັ້ນ, ມັນກໍເປັນທີ່ໜ້າເສົ້າໃຈ ທີ່ບາງຄົນກໍລົງເອີ່ຍວ່າ ຄູ່ຄອງບໍ່ສະຫລາດ, ບໍ່ມ່ວນ, ຫລື ບໍ່ສາວພຽງພໍ. ແລະ ກໍເລີ່ມມີແນວຄິດ ອອກໄປຊອກຫາເອົາຄົນໃໝ່.

ອ້າຍນ້ອງທັງຫລາຍ, ຖ້າຫາກທ່ານເກີດມີແນວຄິດແບບນີ້ ແມ່ນແຕ່ໜ້ອຍໜຶ່ງ, ຂ້າພະເຈົ້າຂໍເຕືອນທ່ານວ່າ ທ່ານກຳລັງຢູ່ໃນເສັ້ນທາງ ທີ່ຈະເຮັດໃຫ້ການແຕ່ງງານແຕກສະຫລາຍ, ບ້ານເຮືອນເພພັງ, ແລະ ຫົວໃຈເຈັບປວດ. ຂ້າພະເຈົ້າຂໍຮ້ອງທ່ານ ໃຫ້ຢຸດຄິດດຽວນີ້ເລີຍ, ຫັນຫລັງກັບໄປ ຫາເສັ້ນທາງທີ່ປອດໄພ ແຫ່ງການຊື່ສັດ ແລະ ຈົງຮັກພັກດີ ຕໍ່ພັນທະສັນຍາ. ແລະ ແນ່ນອນ, ຫລັກທຳດຽວກັນນີ້ ກໍແມ່ນສຳລັບຝ່າຍເອື້ອຍນ້ອງຄືກັນ.

ບັດນີ້, ຄຳດຽວຕໍ່ອ້າຍນ້ອງຄົນໂສດ ຜູ້ມີມະໂນພາບວ່າ ເຂົາເຈົ້າຕ້ອງຊອກຫາ “ຜູ້ຍິງທີ່ດີພ້ອມທຸກຢ່າງ” ກ່ອນເຂົາເຈົ້າ ຈະຜູກພັນຢ່າງເອົາຈິງເອົາຈັງ ຫລື ແຕ່ງງານ.

ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍເຕືອນທ່ານວ່າ, ຖ້າຫາກມີຜູ້ຍິງທີ່ດີພ້ອມທຸກຢ່າງ, ແລ້ວທ່ານຄິດວ່າ ນາງຈະສົນໃຈທ່ານຢູ່ບໍ?

ໃນແຜນແຫ່ງຄວາມສຸກຂອງພຣະເຈົ້າ, ເຮົາບໍ່ຈຳເປັນຕ້ອງຊອກຫາຄົນທີ່ດີພ້ອມທຸກຢ່າງ, ແຕ່ກັບຄົນທີ່ເມື່ອເຮົາຢູ່ດ້ວຍກັນ, ເຮົາສາມາດຮ່ວມມືກັນ ສ້າງຄວາມສຳພັນທີ່ຮັກຫອມ, ຍືນຍົງ, ແລະ ດີກວ່າເກົ່າໄດ້. ນັ້ນຄືເປົ້າໝາຍ.

ອ້າຍນ້ອງທັງຫລາຍ, ຄົນທີ່ຊ່່ວຍກູ້ການແຕ່ງງານຂອງເຂົາເຈົ້າໄວ້ ຈະເຂົ້າໃຈວ່າ ເປົ້າໝາຍນີ້ ຕ້ອງໄດ້ໃຊ້ເວລາອັນດົນນານ, ຕ້ອງມີຄວາມອົດທົນ, ແລະ ເໜືອສິ່ງອື່ນໃດໝົດ, ຕ້ອງມີພອນແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ. ມັນຮຽກຮ້ອງທ່ານໃຫ້ມີເມດຕາ, ບໍ່ອິດສາບັງບຽດ, ບໍ່ສະແຫວງຫາເພື່ອຕົນເອງ, ບໍ່ໃຈຮ້າຍໄວ, ບໍ່ຄິດໃນທາງຊົ່ວຮ້າຍ, ແລະ ຊື່ນຊົມກັບຄວາມຈິງ. ໃນອີກຄຳໜຶ່ງ, ມັນຮຽກຮ້ອງຄວາມໃຈບຸນ, ຄວາມຮັກອັນບໍລິສຸດຂອງພຣະຄຣິດ.1

ທຸກສິ່ງຢ່າງນີ້ ຈະບໍ່ເກີດຂຶ້ນໃນທັນທີທັນໃດ. ການແຕ່ງງານທີ່ຍືນຍົງ ເປັນການສ້າງດ້ວຍຫີນເທື່ອລະກ້ອນ, ໄປແຕ່ລະມື້, ຈົນຕະຫລອດຊີວິດ.

ແລະ ນັ້ນຄືຂ່າວດີ.

ເພາະວ່າ ເຖິງແມ່ນຄວາມສຳພັນຂອງທ່ານຈະເປັນໜ້າເບື່ອໜ່າຍ ຫລາຍປານໃດກໍຕາມໃນເວລານີ້, ຖ້າຫາກທ່ານພະຍາຍາມເພີ່ມຄວາມເມດຕາ, ຄວາມເຫັນອົກເຫັນໃຈ, ການຮັບຟັງ, ການເສຍສະລະ, ຄວາມເຂົ້າໃຈ, ແລະ ການບໍ່ເຫັນແກ່ຕົວ, ແລ້ວໃນທີ່ສຸດ ຄວາມສຳພັນຈະສູງຂຶ້ນໄປເລື້ອຍໆ.

ຖ້າມັນປະກົດຄືວ່າ ຕ້ອງໃຊ້ເວລາດົນນານ, ຈົ່ງຈື່ຈຳໄວ້ວ່າ: ການແຕ່ງງານທີ່ມີຄວາມສຸກ ແມ່ນເຈດຕະນາໃຫ້ ຍືນຍົງ ໄປຕະຫລອດການ! ສະນັ້ນ, ຢ່າເມື່ອຍລ້າໃນການເຮັດວຽກງານດີ, ເພາະທ່ານພວມວາງຮາກຖານຂອງວຽກງານອັນຍິ່ງໃຫຍ່. ແລະ ຈາກສິ່ງເລັກນ້ອຍ ສິ່ງຍິ່ງໃຫຍ່ຈະເກີດຂຶ້ນ.”2

ມັນອາດເປັນວຽກງານທີ່ກ້າວໜ້າຂຶ້ນເທື່ອລະເລັກເທື່ອລະໜ້ອຍ, ແຕ່ບໍ່ຈຳເປັນຕ້ອງເປັນວຽກງານທີ່ໜ້າທໍ້ຖອຍໃຈ. ຕາມຄວາມຈິງແລ້ວ, ໃນການກ່າວຕາມທີ່ເຫັນກັນຢ່າງແຈ່ມແຈ້ງ, ຈະບໍ່ມີການຢ່າຮ້າງຫລາຍ ຖ້າຫາກສາມີ ແລະ ພັນລະຍາ ມີຄວາມສຸກ, ແມ່ນບໍ?

ສະນັ້ນ ຕ້ອງມີຄວາມສຸກ!

ອ້າຍນ້ອງທັງຫລາຍ, ຈົ່ງເຮັດໃຫ້ພັນລະຍາຂອງທ່ານຕົກຕະລຶງ ໂດຍການເຮັດສິ່ງ ທີ່ເຮັດໃຫ້ນາງມີຄວາມສຸກ.

ຄົນທີ່ຊ່ວຍກູ້ການແຕ່ງງານຂອງຕົນໄວ້ ຈະເລືອກເອົາຄວາມສຸກ. ເຖິງແມ່ນຄວາມເສົ້າໃຈບາງຢ່າງ ອາດຮຽກຮ້ອງການດູແລເປັນພິເສດ, ແຕ່ຂ້າພະເຈົ້າມັກຖ້ອຍຄຳປັນຍາຈານຂອງທ່ານອັບຣາຮາມ ລິງກັນ ທີ່ວ່າ: “ຄົນສ່ວນຫລາຍ ຈະມີຄວາມສຸກ ເທົ່າກັບລະດັບຄວາມສຸກທີ່ເຂົາເຈົ້າຄິດຢາກຈະມີ.” ມັນເຂົ້າກັນດີກັບເລື່ອງໃນພຣະຄຳພີ ທີ່ແນະນຳວ່າ: “ຈົ່ງໝັ່ນຊອກຫາ, ແລ້ວເຈົ້າຈະໄດ້ພົບ.”3

ຖ້າຫາກເຮົາຊອກຫາຄວາມບົກພ່ອງໃນຄູ່ຄອງຂອງເຮົາ ຫລື ສິ່ງລຳຄານໃນການແຕ່ງງານຂອງເຮົາ, ແລ້ວເຮົາຈະພົບເຫັນມັນຢ່າງແນ່ນອນ, ເພາະທຸກຄົນກໍມີມັນ. ກົງກັນຂ້າມ, ຖ້າຫາກເຮົາຊອກຫາຄວາມດີງາມ, ເຮົາກໍຈະພົບເຫັນມັນຄືກັນ, ເພາະທຸກຄົນກໍມີຄວາມດີງາມຄືກັນ.

ຄົນທີ່ຊ່ວຍກູ້ການແຕ່ງງານໄວ້ ຈະບໍ່ສົນໃຈກັບຄວາມບົກພ່ອງ ແຕ່ຈະສົນໃຈກັບຄວາມດີງາມ. ເຂົາເຈົ້າຈະສະຫລອງການກະທຳອັນເລັກນ້ອຍດ້ວຍພຣະຄຸນ ທີ່ເຮັດໃຫ້ເກີດຄວາມຮູ້ສຶກທີ່ເພື່ອແຜ່. ຄົນທີ່ຊ່ວຍກູ້ການແຕ່ງງານ ຈະຊ່ວຍກູ້ຄົນລຸ້ນຫລັງໄວ້.

ອ້າຍນ້ອງທັງຫລາຍ, ຈົ່ງຈື່ຈຳວ່າ ດ້ວຍເຫດໃດທ່ານຈຶ່ງຕົກຫລຸມຮັກ.

ຈົ່ງພະຍາຍາມທຸກວັນ ເພື່ອເຮັດໃຫ້ການແຕ່ງງານຂອງທ່ານເຂັ້ມແຂງ ແລະ ມີຄວາມສຸກກວ່າເກົ່າ.

ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຂໍໃຫ້ເຮົາຈົ່ງເຮັດຈົນສຸດຄວາມສາມາດ ເພື່ອໃຫ້ຖືກນັບເຂົ້າໃນບັນດາ ຜູ້ຄົນທີ່ເປັນໜ້າເຄົາລົບ ແລະ ມີຄວາມສຸກເຫລົ່ານັ້ນ ຜູ້ໄດ້ຊ່ວຍກູ້ການແຕ່ງງານຂອງຕົນໄວ້.

ການຊ່ວຍກູ້ຄອບຄົວຂອງເຮົາ

ມື້ນີ້ ຂ້າພະເຈົ້າກໍຢາກກ່າວສັນລະເສີນຄົນທີ່ຊ່ວຍກູ້ຄວາມສຳພັນ ກັບຄອບຄົວຂອງຕົນໄວ້ ນຳອີກ. ທຸກຄອບຄົວກໍຕ້ອງການ ການຊ່ວຍກູ້.

ເຖິງແມ່ນສາດສະໜາຈັກນີ້ ເປັນທີ່ຮູ້ຈັກກັນວ່າ ມີຄອບຄົວທີ່ເຂັ້ມແຂງ, ເຮົາອາດຮູ້ສຶກເລື້ອຍໆວ່າ ຄຳນີ້ແມ່ນກ່ຽວກັບຄອບຄົວຂອງໄພ່ພົນຍຸກສຸດທ້າຍ ຄອບຄົວອື່ນໆ, ຍົກເວັ້ນຄອບຄົວຂອງເຮົາ. ແຕ່ຕາມຄວາມເປັນຈິງແລ້ວ ບໍ່ມີຄອບຄົວໃດ ທີ່ສົມບູນແບບທຸກຢ່າງ.

ທຸກຄອບຄົວຈະມີຊ່ວງເວລາທີ່ອຶດອັດໃຈ.

ເຊັ່ນ ຕອນພໍ່ແມ່ຂອງທ່ານ ຂໍໃຫ້ທ່ານຖ່າຍຮູບເອົາພວກເພິ່ນ, ຫລື ຕອນປ້າໃຫຍ່ເວົ້າວ່າ ທ່ານຍັງເປັນໂສດ ເພາະທ່ານເລືອກຫລາຍໂພດ, ຫລື ຕອນອ້າຍເຂີຍຄິດວ່າ ຄວາມຄິດເລື່ອງການເມືອງຂອງລາວ ແມ່ນຄວາມຄິດເລື່ອງພຣະກິດຕິຄຸນ, ຫລື ຕອນພໍ່ຂອງທ່ານຈັດໃຫ້ຄອບຄົວຖ່າຍຮູບນຳກັນ ແລະ ໃຫ້ທຸກຄົນແຕ່ງກາຍຕາມຕົວລະຄອນຢູ່ໃນໜັງເລື່ອງທີ່ເພິ່ນມັກ.

ແລະ ທ່ານໄດ້ນຸ່ງຊຸດຂອງ Chewbacca (ຈູບາກາ).

ຄອບຄົວກໍເປັນແນວນັ້ນແຫລະ.

ເຮົາອາດມີສາຍເລືອດດຽວກັນ, ແຕ່ເຮົາບໍ່ຄືກັນ. ເຮົາມີວິນຍານພິເສດ. ເຮົາໄດ້ຮັບອິດທິພົນໃນວິທີທີ່ແຕກຕ່າງກັນ ໂດຍປະສົບການຂອງເຮົາເອງ. ແລະ ເຮົາແຕ່ລະຄົນກໍໄດ້ຮັບຜົນທີ່ແຕກຕ່າງກັນ.

ແທນທີ່ຈະພະຍາຍາມຂົ່ມໃຫ້ຄົນອື່ນມາເຮັດຄືກັນກັບເຮົາ, ເຮົາສາມາດເລືອກທີ່ຈະສະຫລອງຄວາມແຕກຕ່າງ ແລະ ປາບປື້ມກັບເຂົາເຈົ້າ ສຳລັບການເສີມສ້າງ ແລະ ຄວາມຕື່ນເຕັ້ນ ໃຫ້ແກ່ຊີວິດຂອງເຮົາຢູ່ເລື້ອຍໆ.

ເຖິງຢ່າງໃດກໍຕາມ, ບາງເທື່ອ ຄົນໃນຄອບຄົວຂອງເຮົາ ອາດເລືອກເຮັດສິ່ງທີ່ບໍ່ຄິດ, ທີ່ເຮັດໃຫ້ເຈັບປວດ, ຫລື ອະທຳ. ເຮົາຈະເຮັດແນວໃດ ໃນກໍລະນີເຫລົ່ານີ້?

ບໍ່ມີວິທີແກ້ບັນຫາໃດ ທີ່ສາມາດແກ້ໄຂບັນຫາໄດ້ທຸກສະພາບການ. ຄົນທີ່ຊ່ວຍກູ້ຄອບຄົວຂອງຕົນໄວ້ ຄືຄົນທີ່ບັນລຸຄວາມສຳເລັດ ເພາະເຂົາເຈົ້າປຶກສາຫາລືກັບຄູ່ຄອງຂອງຕົນ ແລະ ຄອບຄົວ, ສະແຫວງເຮັດຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ, ແລະ ຮັບຟັງການກະຕຸ້ນຂອງພຣະວິນຍານບໍລິສຸດ. ເຂົາເຈົ້າຮູ້ວ່າ ສິ່ງໜຶ່ງທີ່ເໝາະກັບຄອບຄົວໜຶ່ງ ອາດບໍ່ເໝາະກັບອີກຄອບຄົວໜຶ່ງ.

ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງທີ່ຖືກຕ້ອງໃນທຸກກໍລະນີ.

ໃນພຣະຄຳພີມໍມອນ ເຮົາຮຽນຮູ້ເຖິງຜູ້ຄົນ ທີ່ຄົ້ນພົບເຄັດລັບໄປສູ່ຄວາມສຸກ. ເພາະຫລາຍລຸ້ນຄົນທີ່ “ບໍ່ມີການຜິດຖຽງກັນ. … ໂດຍແນ່ນອນແລ້ວ ຄົງບໍ່ມີຜູ້ຄົນກຸ່ມໃດ ທີ່ມີຄວາມສຸກຫລາຍໄປກວ່ານີ້ ໃນບັນດາຜູ້ຄົນທັງປວງ ທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ.” ເຂົາເຈົ້າເຮັດໄດ້ແນວໃດ? “ຍ້ອນວ່າຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນໃຈຂອງຜູ້ຄົນ.”4

ບໍ່ວ່າ ບັນຫາໃນຄອບຄົວຂອງທ່ານຈະເປັນແນວໃດກໍຕາມ, ບໍ່ວ່າທ່ານຈະຕ້ອງເຮັດສິ່ງໃດກໍຕາມ ເພື່ອແກ້ບັນຫາ, ບັ້ນຕົ້ນ ແລະ ບັ້ນປາຍຂອງການແກ້ບັນຫາແມ່ນ ຄວາມໃຈບຸນ, ແມ່ນຄວາມຮັກອັນບໍລິສຸດຂອງພຣະຄຣິດ. ຖ້າປາດສະຈາກຄວາມຮັກນີ້, ເຖິງແມ່ນເບິ່ງຄືວ່າ ສົມບູນແບບ, ແຕ່ຄອບຄົວຈະດີ້ນລົນ. ຖ້າມີຄວາມຮັກ, ເຖິງແມ່ນຄອບຄົວຈະມີການທ້າທາຍອັນໜັກໜ່ວງ ແຕ່ຈະປະສົບຄວາມສຳເລັດ.

“ຄວາມໃຈບຸນບໍ່ເຄີຍລົ້ມເຫລວ.”5

ມັນເປັນຄວາມຈິງ ໃນການຊ່ວຍກູ້ການແຕ່ງງານໄວ້! ມັນເປັນຄວາມຈິງ ໃນການຊ່ວຍກູ້ຄອບຄົວໄວ້!

ຈົ່ງປະຖິ້ມຄວາມທະນົງຕົວ

ສັດຕູຂອງຄວາມໃຈບຸນ ແມ່ນຄວາມທະນົງຕົວ, ແລະ ຄວາມທະນົງຕົວເປັນສາເຫດອັນໃຫຍ່ສຸດທີ່ເຮັດໃຫ້ການແຕ່ງງານ ແລະ ຄອບຄົວຕ້ອງດີ້ນລົນ. ຄວາມທະນົງຕົວຄືການໃຈຮ້າຍໄວ, ບໍ່ມີຄວາມເມດຕາ, ແລະ ອິດສາບັງບຽດ. ຄວາມທະນົງຕົວຄືການຍົກຍ້ອງຄວາມເຂັ້ມແຂງຂອງຕົນເອງ ແລະ ບໍ່ສົນໃຈກັບຄຸນນະທຳຂອງຄົນອື່ນ. ຄວາມທະນົງຕົວຄືການເປັນຄົນເຫັນແກ່ຕົວ ແລະ ກໍ່ຜິດໄວ. ຄວາມທະນົງຕົວຄືຄວາມຄິດ ມີເຈດຕະນາຮ້າຍ ເຖິງແມ່ນບໍ່ມີກໍຕາມ ແລະ ຈະເຊື່ອງຄວາມອ່ອນແອຂອງຕົນໄວ້ຂ້າງຫລັງຂອງຄວາມແກ້ຕົວທີ່ສະຫລາດ. ຄວາມທະນົງຕົວຄື ການເຍາະເຍີ້ຍ, ຄິດໃນແງ່ບໍ່ດີ, ໃຈຮ້າຍ, ແລະ ບໍ່ມີຄວາມອົດທົນ. ຖ້າຫາກຄວາມໃຈບຸນເປັນຄວາມຮັກຂອງພຣະຄຣິດ, ແລ້ວຄວາມທະນົງຕົວກໍຕ້ອງເປັນບຸກຄະລິກລັກສະນະຂອງຊາຕານ ຢ່າງແນ່ນອນ.

ຄວາມທະນົງຕົວອາດເປັນຄວາມອ່ອນແອແບບທຳມະດາຂອງມະນຸດ. ແຕ່ມັນບໍ່ໄດ້ເປັນພາກສ່ວນໜຶ່ງໃນມໍລະດົກທາງວິນຍານ, ແລະ ມັນບໍ່ມີບ່ອນ ຢູ່ໃນບັນດາຜູ້ດຳລົງຖານະປະໂລຫິດຂອງພຣະເຈົ້າ.

ອ້າຍນ້ອງທັງຫລາຍ, ຊີວິດນີ້ສັ້ນຫລາຍ. ຄວາມກິນແໜງອາດຄົງຢູ່ເປັນເວລາດົນນານ—ບາງຄົນຈະມີຜົນສະທ້ອນ ທີ່ຍືນຍາວໄປຊົ່ວນິລັນດອນ.

ວິທີທີ່ທ່ານປະຕິບັດຕໍ່ພັນລະຍາ ຫລື ລູກ ຫລື ພໍ່ແມ່ ຫລື ອ້າຍເອື້ອຍນ້ອງ ອາດຖືກຮຽນແບບຕໍ່ໄປເຖິງຫລາຍລຸ້ນຄົນ. ມີມໍລະດົກແບບໃດ ທີ່ທ່ານຢາກປະໄວ້ໃຫ້ລູກຫລານຂອງທ່ານ? ແບບຄວາມຫຍາບຊ້າ, ການແກ້ແຄ້ນ, ຄວາມໂມໂຫຮ້າຍ, ຄວາມຢ້ານກົວ, ຫລື ຄວາມໂດດດ່ຽວບໍ? ຫລື ແບບຄວາມຮັກ, ຄວາມຖ່ອມຕົນ, ການໃຫ້ອະໄພ, ຄວາມເຫັນອົກເຫັນໃຈ, ຄວາມເຕີບໂຕທາງວິນຍານ, ແລະ ຄວາມເປັນໜຶ່ງ?

ເຮົາທຸກຄົນຕ້ອງຈື່ຈຳວ່າ “ການພິພາກສາ ຈະບໍ່ສະແດງຄວາມເມດຕາ ຕໍ່ຜູ້ທີ່ບໍ່ໄດ້ສະແດງຄວາມເມດຕາ.”6

ເພື່ອເຫັນແກ່ຄວາມສຳພັນຂອງຄອບຄົວທ່ານ, ເພື່ອເຫັນແກ່ຈິດວິນຍານຂອງທ່ານ, ຈົ່ງມີເມດຕາ ເພາະ “ຄວາມເມດຕາຍ່ອມມີໄຊຊະນະເໜືອການພິພາກສາ.”7

ຈົ່ງປະຖິ້ມຄວາມທະນົງຕົວເສຍ.

ການກ່າວຄຳຂໍໂທດຢ່າງຈິງໃຈຕໍ່ລູກ, ຕໍ່ພັນລະຍາ, ຕໍ່ຄອບຄົວ, ຫລື ຕໍ່ໝູ່ເພື່ອນຂອງທ່ານ ບໍ່ໄດ້ບົ່ງບອກເຖິງຄວາມອ່ອນແອຂອງທ່ານ ແຕ່ເປັນຄວາມເຂັ້ມແຂງຂອງທ່ານ. ການເປັນຄົນຖືກຕ້ອງ ແມ່ນສຳຄັນຫລາຍກວ່າ ການພັດທະນາສະພາບແວດລ້ອມ ແຫ່ງການບຳລຸງລ້ຽງ, ການປິ່ນປົວ, ແລະ ມີຄວາມຮັກບໍ?

ຈົ່ງສ້າງຄວາມສຳພັນ, ຢ່າທຳລາຍມັນ.

ເຖິງແມ່ນທ່ານບໍ່ໄດ້ເປັນຝ່າຍຜິດ—ໂດຍສະເພາະ ຕອນທີ່ທ່ານບໍ່ໄດ້ເປັນຝ່າຍຜິດ—ຈົ່ງໃຫ້ຄວາມຮັກ ຊະນະ ຄວາມທະນົງຕົວ.

ຖ້າຫາກທ່ານເຮັດສິ່ງນີ້, ບໍ່ວ່າທ່ານກຳລັງປະເຊີນກັບຄວາມຍາກລຳບາກອັນໃດກໍຕາມ ມັນຈະຜ່ານພົ້ນໄປ, ແລະ ເປັນເພາະຄວາມຮັກຂອງພຣະເຈົ້າ ຢູ່ໃນໃຈຂອງທ່ານ, ການຜິດຖຽງກັນ ຈະສະຫລາຍໄປ. ຫລັກທຳເຫລົ່ານີ້ຂອງການຊ່ວຍກູ້ຄວາມສຳພັນ ແມ່ນສາມາດເອົາໄປນຳໃຊ້ໄດ້ ກັບເຮົາທຸກຄົນ, ບໍ່ວ່າເຮົາຈະແຕ່ງງານ, ຢ່າຮ້າງ, ເປັນໝ້າຍ, ຫລື ເປັນໂສດກໍຕາມ. ເຮົາທຸກຄົນສາມາດເປັນຜູ້ຊ່ວຍໃຫ້ລອດ ຂອງຄອບຄົວທີ່ເຂັ້ມແຂງ.

ຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດ

ອ້າຍນ້ອງທັງຫລາຍ, ໃນຄວາມພະຍາຍາມຂອງເຮົາ ທີ່ຈະຮັກສາການແຕ່ງງານ ແລະ ຄອບຄົວໄວ້, ດັ່ງໃນທຸກສິ່ງ, ຂໍໃຫ້ເຮົາຈົ່ງເຮັດຕາມແບບຢ່າງຂອງພຣະອົງ ຜູ້ທີ່ໄດ້ຊ່ວຍກູ້ເຮົາໄວ້. ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໄດ້ເອົາຊະນະ “ຈິດວິນຍານຂອງເຮົາດ້ວຍຄວາມຮັກ.”8 ພຣະເຢຊູຄຣິດເປັນພຣະອາຈານຂອງເຮົາ. ວຽກງານຂອງພຣະອົງເປັນວຽກງານຂອງເຮົາ. ມັນເປັນວຽກງານແຫ່ງການຊ່ວຍກູ້, ແລະ ມັນເລີ່ມຕົ້ນໃນບ້ານເຮືອນຂອງເຮົາ.

ຄວາມຮັກອັນຍິ່ງໃຫຍ່ທີ່ສຸດ ໃນແບບແຜນແຫ່ງຄວາມລອດ ຄືການບໍ່ເຫັນແກ່ຕົວ ແລະ ສະແຫວງຫາຄວາມສະຫວັດດີພາບຂອງຄົນອື່ນ. ນັ້ນຄືຄວາມຮັກຂອງພຣະບິດາເທິງສະຫວັນຂອງເຮົາ ທີ່ມີຕໍ່ເຮົາ.

ເມື່ອເຮົາເຮັດຕາມແບບຢ່າງແຫ່ງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະອົງຈະອວຍພອນເຮົາ ແລະ ເຮັດໃຫ້ຄວາມພະຍາຍາມເປັນຄົນຊອບທຳຂອງເຮົາຈະເລີນກ້າວໜ້າ ເພື່ອຈະໄດ້ຊ່ວຍກູ້ການແຕ່ງງານ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວຂອງເຮົາ.

ຂໍໃຫ້ພຣະຜູ້ເປັນເຈົ້າຈົ່ງອວຍພອນທ່ານ ໃນຄວາມພະຍາຍາມທີ່ບໍ່ອິດເມື່ອຍ ແລະ ຊອບທຳຂອງທ່ານ ເພື່ອວ່າທ່ານຈະໄດ້ຖືກນັບເຂົ້າໃນບັນດາຜູ້ຄົນທີ່ຊ່ວຍກູ້. ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.