​2010–2019
ການກົງກັນຂ້າມໃນທຸກຢ່າງ
ເມສາ 2016


ການກົງກັນຂ້າມໃນທຸກຢ່າງ

ການກົງກັນຂ້າມຍ່ອມໃຫ້ພວກເຮົາເຕີບໂຕ ກາຍເປັນຄົນຢ່າງທີ່ພຣະບິດາເທິງສະຫວັນປາດຖະໜາໃຫ້ກາຍເປັນ.

ສິ່ງທີ່ເປັນສູນກາງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແມ່ນແຜນແຫ່ງຄວາມລອດຂອງພຣະບິດາເພື່ອຄວາມຈະເລີນອັນນິລັນດອນຂອງລູກໆຂອງພຣະອົງ. ແຜນດັ່ງກ່າວນັ້ນ, ຕາມທີ່ບັນຍາຍໃນການເປີດເຜີຍສະໄໝປະຈຸບັນ, ຊ່ວຍພວກເຮົາໃຫ້ເຂົ້າໃຈຫລາຍຢ່າງທີ່ພວກເຮົາປະສົບໃນຊີວິດມະຕະ. ຂ່າວສານຂອງຂ້າພະເຈົ້າແມ່ນເນັ້ນໜັກກັບບົດບາດຈຳເປັນຂອງການກົງກັນຂ້າມໃນແຜນດັ່ງກ່າວ.

I.

ຈຸດມຸ້ງໝາຍຂອງຊີວິດມະຕະສຳລັບລູກໆຂອງພຣະເຈົ້າແມ່ນທີ່ຈະໃຫ້ມີປະສົບການທີ່ຈຳເປັນ “ເພື່ອຈະໄດ້ພັດທະນາຕົນ ຈົນເຖິງຂັ້ນດີພ້ອມທຸກຢ່າງ ແລະ ຮັບເອົາມໍລະດົກຂອງຕົນທີ່ເປັນຊີວິດນິລັນດອນ.”1 ດັ່ງທີ່ປະທານທອມມັສ ແອັສ ມອນສັນ ໄດ້ສອນພວກເຮົາຢ່າງມີພະລັງ ເມື່ອມື້ເຊົ້ານີ້, ວ່າພວກເຮົາກ້າວໜ້າໂດຍການເລືອກ, ໂດຍສິ່ງທີ່ເຮົາຖືກທົດລອງ ເພື່ອສະແດງວ່າພວກເຮົາຈະຮັກສາພຣະບັນຍັດຂອງພຣະເຈົ້າຫລືບໍ່ (ເບິ່ງ Abraham 3:25). ໃນການຖືກທົດລອງ, ພວກເຮົາຕ້ອງມີສິດເສລີທີ່ຈະເລືອກລະຫວ່າງທາງຕ່າງໆ. ເພື່ອໃຫ້ມີທາງຕ່າງໆ ເພື່ອພວກເຮົາຈະໃຊ້ອຳເພີໃຈຂອງຕົວເອງໄດ້, ເຮົາຕ້ອງມີການກົງກັນຂ້າມ.

ສ່ວນທີ່ເຫລືອຢູ່ຂອງແຜນກໍຈຳເປັນເໝືອນກັນ. ຕອນທີ່ພວກເຮົາເລືອກຜິດ—ຕາມທີ່ພວກເຮົາຈະເຮັດແນ່ນອນ—ພວກເຮົາເປິເປື້ອນໂດຍບາບ ແລະ ຕ້ອງຖືກຊຳລະລ້າງໃຫ້ສະອາດເພື່ອຈະພັດທະນາ ໄປເຖິງຈຸດໝາຍປາຍທາງອັນນິລັນດອນຂອງພວກເຮົາ. ແຜນຂອງພຣະບິດາຈຶ່ງໃຫ້ວິທີທີ່ຈະເຮັດສິ່ງນີ້ໄດ້, ວິທີທີ່ສະໜອງຂໍ້ຮຽກຮ້ອງແຫ່ງຄວາມຍຸດຕິທຳໄດ້: ພຣະຜູ້ຊ່ວຍໃຫ້ລອດໄດ້ຈ່າຍຄ່າເພື່ອໄຖ່ພວກເຮົາຈາກບາບ. ພຣະຜູ້ຊ່ວຍໃຫ້ລອດແມ່ນພຣະເຢຊູຄຣິດ, ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ ພຣະບິດາຜູ້ສະຖິດນິລັນດອນ, ແມ່ນການເສຍສະລະຊົດໃຊ້ຂອງພຣະອົງ—ການທຸກທໍລະມານຂອງພຣະອົງ—ຈຶ່ງຈ່າຍຄ່າແທນບາບຂອງພວກເຮົາ ຖ້າຫາກພວກເຮົາຈະກັບໃຈຈາກບາບດັ່ງກ່າວ.

ການອະທິບາຍທີ່ດີທີ່ສຸດຢ່າງໜຶ່ງກ່ຽວກັບບົດບາດຂອງແຜນ ທີ່ມີການກົງກັນຂ້າມ ກໍມີຢູ່ໃນພຣະຄຳພີມໍມອນ ຕາມການສອນທີ່ ລີໄຮ ໄດ້ສອນລູກຊາຍຊື່ ຢາໂຄບ.

“ເພາະມັນຈຳເປັນວ່າ ຕ້ອງມີການກົງກັນຂ້າມໃນທຸກຢ່າງ … ຖ້າບໍ່ດັ່ງນັ້ນຈະເຮັດໃຫ້ເກີດຄວາມຊອບທຳບໍ່ໄດ້, ບໍ່ມີທັງຄວາມຊົ່ວຮ້າຍ, ບໍ່ມີທັງຄວາມບໍລິສຸດ ຫລື ຄວາມທຸກທໍລະມານ, ບໍ່ມີທັງຄວາມດີ ຫລື ຄວາມຊົ່ວ” (2 ນີໄຟ 2:11; ເບິ່ງ ຂໍ້ທີ 15 ນຳອີກ).

ຜົນກະທົບຄື, ຕາມທີ່ລີໄຮໄດ້ສອນຕໍ່ໄປວ່າ, “ອົງພຣະຜູ້ເປັນເຈົ້າຈຶ່ງປະທານໃຫ້ມະນຸດ ເພື່ອພວກເຂົາຈະກະທຳດ້ວຍຕົວເອງ. ດັ່ງນັ້ນ, ມະນຸດກະທຳດ້ວຍຕົວເອງບໍ່ໄດ້ ນອກຈາກຈະເປັນໄປເພື່ອພວກເຂົາຖືກຊັກຈູງໂດຍຢ່າງໜຶ່ງ ຫລື ອີກຢ່າງໜຶ່ງ” (ຂໍ້ທີ 16). ເໝືອນກັນນີ້, ໃນການເປີດເຜີຍສະໄໝປະຈຸບັນ ພຣະຜູ້ເປັນເຈົ້າປະກາດວ່າ, ມັນຈຳເປັນທີ່ມານຈະລໍ້ລວງລູກຫລານມະນຸດ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະມີອຳເພີໃຈບໍ່ໄດ້ (ເບິ່ງ D&C 29:39).

ການກົງກັນຂ້າມແມ່ນຈຳເປັນໃນສວນເອເດນ. ຖ້າຫາກອາດາມ ແລະ ເອວາ ບໍ່ໄດ້ເຮັດການເລືອກທີ່ໄດ້ນຳຄວາມເປັນມະຕະມາ ລີໄຮ ໄດ້ສອນວ່າ, “ພວກເຂົາຈະຄົງຢູ່ໃນສະພາບຂອງຄວາມໄຮ້ດຽງສາ, … ບໍ່ເຮັດຄວາມດີ ເພາະພວກເຂົາບໍ່ຮູ້ຈັກບາບ” (2 ນີໄຟ 2:23).

ຕັ້ງແຕ່ການເລີ່ມຕົ້ນ ອຳເພີໃຈ ແລະ ການກົງກັນຂ້າມ ຢູ່ສູນກາງໃນແຜນຂອງພຣະບິດາ ແລະ ໃນການກະບົດຂອງຊາຕານຕໍ່ແຜນນັ້ນ. ພຣະຜູ້ເປັນເຈົ້າໄດ້ເປີດເຜີຍແກ່ໂມເຊວ່າ ໃນລະຫວ່າງກອງປະຊຸມໃນສະຫວັນ ຊາຕານໄດ້ຊອກຫາທີ່ຈະທຳລາຍສິດເສລີຂອງມະນຸດ (ເບິ່ງ Moses 4:3). ການທຳລາຍດັ່ງກ່າວມີຢູ່ໃນເງື່ອນໄຂຂອງການແນະນຳຂອງຊາຕານ. ມັນໄດ້ໄປຫາພຣະບິດາ ແລະ ຂໍໃຫ້ພຣະອົງສົ່ງມັນມາ, ໃຫ້ມັນເປັນພຣະບຸດຂອງພຣະອົງ, ແລະ ມັນຈະໄຖ່ມະນຸດທຸກຄົນ, ແລ້ວບໍ່ມີຈິດວິນຍານຈັກດວງຈະສູນຫາຍໄປ. ຊາຕານໄດ້ກ່າວວ່າ ເພາະມັນຈະເຮັດດັ່ງນີ້ ມັນຈຶ່ງຄວນຈະໄດ້ຮັບລັດສະໝີພາບຂອງພຣະເຈົ້າ (ເບິ່ງ Moses 4:1).

ຢ່າງນັ້ນແຫລະ ຊາຕານໄດ້ແນະນຳທີ່ຈະເຮັດໃນແຜນຂອງພຣະບິດາ ໃນແບບທີ່ຈະກີດກັນບໍ່ໃຫ້ຈຸດມຸ້ງໝາຍຂອງພຣະບິດາສຳເລັດ ແລະ ທີ່ຈະມອບລັດສະໝີພາບຂອງພຣະອົງໃຫ້ຊາຕານ.

ການແນະນຳຂອງຊາຕານ ຈະເຮັດໃຫ້ມີຄວາມສະເໝີພາບຢ່າງສົມບູນ: ມັນຈະໄຖ່ມະນຸດທຸກຄົນ, ເພື່ອບໍ່ໃຫ້ມີຈິດວິນຍານຈັກດວງສູນຫາຍໄປ. ຈະບໍ່ມີຜູ້ໃດເລີຍທີ່ມີສິດເສລີ ຫລື ເລືອກໄດ້ ແລະ ດັ່ງນັ້ນ ຈະບໍ່ຕ້ອງມີການກົງກັນຂ້າມ. ຈະບໍ່ມີການທົດລອງ, ບໍ່ມີການແພ້, ແລະ ບໍ່ມີການສຳເລັດ. ຈະບໍ່ມີການຈະເລີນເຕີບໂຕ ເພື່ອຈະເຖິງຈຸດມຸ້ງໝາຍທີ່ພຣະບິດາປາດຖະໜາໃຫ້ລູກຂອງພຣະອົງ. ພຣະຄຳພີບັນທຶກວ່າ ການຕໍ່ຕ້ານຂອງຊາຕານໄດ້ເຮັດໃຫ້ມີ “ສົງຄາມໄດ້ເກີດຂຶ້ນໃນສະຫວັນ” (ພຣະນິມິດ 12:7), ຊຶ່ງໃນສົງຄາມນັ້ນ ລູກໆສອງສ່ວນສາມຂອງພຣະເຈົ້າໄດ້ຮັບສິດທິທີ່ຈະມີຊີວິດມະຕະ ເພາະໄດ້ເລືອກແຜນຂອງພຣະບິດາ ແລະ ໄດ້ປະຕິເສດການກະບົດຂອງຊາຕານ.

ຈຸດມຸ້ງໝາຍຂອງຊາຕານແມ່ນທີ່ຈະໃຫ້ມັນເອງມີລັດສະໝີພາບ ແລະ ລິດເດດຂອງພຣະບິດາ (ເບິ່ງ ເອຊາຢາ 14:12–15; Moses 4:1, 3). ເພາະຊາຕານໄດ້ກະບົດຕໍ່ພຣະບິດາ, ພຣະບິດາຈຶ່ງໄດ້ເຮັດໃຫ້ມັນຖືກຊັດລົງໄປ (ເບິ່ງ Moses 4:3) ພ້ອມກັບດວງວິນຍານທັງຫລາຍທີ່ໄດ້ໃຊ້ອຳເພີໃຈທີ່ຈະຕິດຕາມມັນໄປ (ເບິ່ງ ຢູດາ 1:6; ພຣະນິມິດ 12:8–9; D&C 29:36–37). ຊາຕານ ແລະ ບໍລິວານຂອງມັນ ໄດ້ລໍ້ລວງ ແລະ ຊອກຫາທີ່ຈະຕົວະ ແລະ ຍຶດເອົາລູກໆຂອງພຣະເຈົ້າ (ເບິ່ງ Moses 4:4). ເປັນເຊັ່ນນີ້ ກັບຜູ້ທີ່ຊົ່ວຮ້າຍນັ້ນ, ທີ່ໄດ້ຕໍ່ຕ້ານ ແລະ ຊອກຫາທີ່ຈະ ທຳລາຍ ແຜນຂອງພຣະບິດາ, ຊຶ່ງຕາມຈິງແລ້ວ ມັນ ໄດ້ຊ່ວຍ ແຜນໃຫ້ເປັນໄປໄດ້, ເພາະແມ່ນການກົງກັນຂ້າມທີ່ເຮັດໃຫ້ມີການເລືອກ ແລະ ເປັນໂອກາດທີ່ຈະເລືອກທາງທີ່ຖືກຕ້ອງ ທີ່ນຳໄປສູ່ການຈະເລີນເຕີບໂຕ ຊຶ່ງແມ່ນຈຸດມຸ້ງໝາຍຂອງແຜນຂອງພຣະບິດາ.

II.

ມັນສຳຄັນທີ່ຮູ້ວ່າ ການລໍ້ລວງໃຫ້ເຮັດບາບ ບໍ່ແມ່ນການກົງກັນຂ້າມຢ່າງດຽວໃນຊີວິດມະຕະ. ລີໄຮໄດ້ສອນວ່າ ຖ້າບໍ່ມີການຕົກເກີດຂຶ້ນ, ອາດາມກັບເອວາ “ຈະຄົງຢູ່ໃນສະພາບຂອງຄວາມໄຮ້ດຽງສາ, ບໍ່ມີຄວາມສຸກ, ເພາະພວກເຂົາບໍ່ຮູ້ຈັກຄວາມທຸກ” (2 ນີໄຟ 2:23). ຖ້າບໍ່ໄດ້ປະສົບກັບການກົງກັນຂ້າມໃນຊີວິດມະຕະ, ຊຶ່ງ “ທຸກຢ່າງຈຳເປັນຈະຕ້ອງສານປະກອບເຂົ້າກັນເປັນອັນດຽວ,” ໃນສະພາບນັ້ນ ຈະບໍ່ມີທັງຄວາມສຸກ ຫລື ທັງຄວາມທຸກ (ຂໍ້ທີ 11). ດັ່ງນັ້ນ, ລີໄຮໄດ້ສອນຕໍ່ວ່າ, ຫລັງຈາກພຣະເຈົ້າໄດ້ສ້າງທຸກສິ່ງທັງປວງ “ເພື່ອນຳມາຊຶ່ງຈຸດມຸ້ງໝາຍອັນເປັນນິລັນດອນຂອງພຣະອົງໃນທີ່ສຸດຂອງມະນຸດ, … ຈຳເປັນຕ້ອງມີການກົງກັນຂ້າມ ເຖິງວ່າໝາກໄມ້ທີ່ຕ້ອງຫ້າມຍັງກົງກັນຂ້າມກັບຕົ້ນໄມ້ແຫ່ງຊີວິດ; ຢ່າງໜຶ່ງຫວານ ແລະ ອີກຢ່າງໜຶ່ງຂົມ” (ຂໍ້ທີ 15).2. ການສອນຂອງເພິ່ນກ່ຽວກັບແຜນແຫ່ງຄວາມລອດພາກນີ້ໄດ້ຈົບລົງໂດຍຖ້ອຍຄຳຕໍ່ໄປນີ້:

“ຈົ່ງເບິ່ງ, ທຸກຢ່າງເປັນໄປໂດຍຄວາມສະຫລຽວສະຫລາດຂອງພຣະອົງ ຜູ້ຮູ້ຈັກທຸກເລື່ອງ.

“ອາດາມຕົກເພື່ອມະນຸດຈະໄດ້ເປັນຢູ່; ແລະ ມະນຸດເປັນຢູ່ກໍເພື່ອພວກເຂົາຈະໄດ້ມີຄວາມສຸກ” (ຂໍ້ທີ 24–25).

ການກົງກັນຂ້າມໃນສະພາບຫຍຸ້ງຍາກທີ່ພວກເຮົາປະສົບໃນຊີວິດມະຕະ ແມ່ນອີກສ່ວນໜຶ່ງຂອງແຜນ ຊຶ່ງໃຫ້ພວກເຮົາຈະເລີນເຕີບໂຕໃນຊີວິດມະຕະ.

III.

ພວກເຮົາທຸກຄົນຈະປະສົບກັບການກົງກັນຂ້າມໃນຫລາຍຮູບແບບ ທີ່ທົດລອງພວກເຮົາ. ການທົດລອງບາງຢ່າງແມ່ນການລໍ້ລວງໃຫ້ເຮັດບາບ. ບາງຢ່າງແມ່ນການທ້າທາຍທີ່ບໍ່ກ່ຽວຂ້ອງກັບບາບ. ບາງຢ່າງກໍໃຫຍ່ຍິ່ງ. ບາງຢ່າງກໍເລັກນ້ອຍ. ບາງຢ່າງມີຢູ່ເລື້ອຍໆ, ແລະ ບາງຢ່າງເກີດແຕ່ເທື່ອດຽວ. ບໍ່ມີຜູ້ໃດຖືກຍົກເວັ້ນດອກ. ການກົງກັນຂ້າມຍ່ອມໃຫ້ພວກເຮົາເຕີບໂຕ ກາຍເປັນຄົນຢ່າງທີ່ພຣະບິດາເທິງສະຫວັນປາດຖະໜາໃຫ້ກາຍເປັນ.

ຫລັງຈາກໂຈເຊັບ ສະມິດ ໄດ້ແປພຣະຄຳພີມໍມອນຈົບແລ້ວ ເພິ່ນຍັງຕ້ອງພົບຜູ້ຈັດພິມຈຳໜ່າຍ. ອັນນີ້ບໍ່ໄດ້ງ່າຍ. ຄວາມຊັບຊ້ອນຂອງໜັງສື ພ້ອມກັບລາຄາທີ່ພິມ ແລະ ຫຍິບປຶ້ມຫລາຍພັນເຫລັ້ມ ກໍເປັນໜ້າຢ້ານ. ທຳອິດໂຈເຊັບໄດ້ໄປຫາ ອີ ບີ ແກຣນດິນ ຜູ້ຈັດພິມຈຳໜ່າຍຢູ່ເມືອງພາໄມຣາ, ແຕ່ລາວປະຕິເສດ. ແລ້ວເພິ່ນໄດ້ໄປຫາຜູ້ຈັດພິມຈຳໜ່າຍອີກຄົນໜຶ່ງຢູ່ເມືອງພາໄມຣາ, ຜູ້ນັ້ນກໍບໍ່ຮັບເໝືອນກັນ. ເພິ່ນໄດ້ເດີນທາງໄປເມືອງຣໍເຈສະເຕີ, 25 ໄມ (40 ກີໂລແມັດ), ແລະ ໄປເວົ້ານຳຜູ້ຈັດພິມຈຳໜ່າຍຄົນມີຊື່ສຽງໂດ່ງດັງທີ່ສຸດຢູ່ພາກຕາເວັນຕົກຂອງລັດນິວຢອກ, ແຕ່ຜູ້ນັ້ນບໍ່ຮັບເໝືອນກັນ. ມີຜູ້ຈັດພິມຈຳໜ່າຍອີກຄົນໜຶ່ງຢູ່ຣໍເຈສະເຕີ ທີ່ເຕັມໃຈ ແຕ່ສະພາບການບໍ່ອຳນວຍ ຈຶ່ງເຮັດໃຫ້ເປັນໄປບໍ່ໄດ້.

ຫລາຍອາທິດໄດ້ຜ່ານໄປ, ແລະ ໂຈເຊັບໄດ້ຮູ້ສຶກສັບສົນ ຍ້ອນການກົງກັນຂ້າມ ທີ່ເກີດກັບເພິ່ນ ໃນການເຮັດພາລະກິດອັນສັກສິດຂອງເພິ່ນໃຫ້ສຳເລັດ. ພຣະຜູ້ເປັນເຈົ້າບໍ່ໄດ້ເຮັດໃຫ້ມັນງ່າຍ, ແຕ່ພຣະອົງໄດ້ເຮັດໃຫ້ມັນເປັນໄປໄດ້. ເທື່ອທີຫ້າຂອງໂຈເຊັບ, ການໄປຫາຜູ້ຈັດພິມຈຳໜ່າຍຢູ່ເມືອງພາໄມຣາຄື ແກຣນດິນ ນັ້ນ ໄດ້ເກີດຜົນສຳເລັດ.3

ຫລາຍປີຈາກນັ້ນ, ໂຈເຊັບໄດ້ຖືກຂັງໃນຄຸກລີເບີຕີ ຢ່າງເຈັບປວດເປັນຫລາຍເດືອນ. ເມື່ອເພິ່ນໄດ້ອະທິຖານເພື່ອຂໍການປອບໂຍນ ພຣະຜູ້ເປັນເຈົ້າໄດ້ບອກເພິ່ນວ່າ ສິ່ງທັງປວງເຫລົ່ານີ້ຈະເປັນປະສົບການແກ່ເພິ່ນ, ແລະ ຈະເກີດຂຶ້ນເພື່ອຄວາມດີຂອງເພິ່ນ (ເບິ່ງ D&C 122:7).

ພວກເຮົາທຸກຄົນຮູ້ຈັກເຖິງການກົງກັນຂ້າມທາງມະຕະ ທີ່ບໍ່ໄດ້ເກີດຂຶ້ນຈາກບາບຂອງເຮົາ, ເຊັ່ນ ຄວາມປ່ວຍກາຍ, ຄວາມພິການ, ແລະ ຄວາມຕາຍ. ປະທານທອມມັສ ແອັສ ມອນສັນ ໄດ້ອະທິບາຍວ່າ:

“ທ່ານບາງຄົນອາດມີຕອນທີ່ຮ້ອງຂໍໃນລະຫວ່າງການທົນທຸກທໍລະມານຂອງຕົນ ໂດຍສົງໄສເປັນຫຍັງພຣະບິດາເທິງສະຫວັນຂອງເຮົາຈຶ່ງຍອມໃຫ້ທ່ານປະສົບກັບການທົດລອງທີ່ທ່ານກຳລັງມີຢູ. …

“ແຕ່ຊີວິດມະຕະນີ້ບໍ່ເຄີຍມຸ້ງໝາຍທີ່ຈະໃຫ້ງ່າຍ ຫລື ສະບາຍຕະຫລອດ. ພຣະບິດາເທິງສະຫວັນຂອງເຮົາ … ຮູ້ວ່າ ເຮົາຮຽນ ແລະ ເຕີບໂຕ ແລະ ກາຍເປັນຄົນສົມບູນແບບ ໂດຍທາງການທ້າທາຍທີ່ຍາກ, ການຜິດຫວັງແທ້ໆ, ແລະ ການເລືອກທີ່ຫຍຸ້ງຍາກ. ພວກເຮົາທຸກຄົນມີມື້ທີ່ມືດມົວເພາະຄົນທີ່ຮັກຕາຍ, ເວລາເຈັບປວດເພາະສຸຂະພາບອ່ອນເພຍ, ຄວາມຮູ້ສຶກຢູ່ໂດດດ່ຽວເພາະຄົນທີ່ເຮົາຮັກໄດ້ປະຖິ້ມເຮົາ. ສິ່ງນີ້ ແລະ ການທົດລອງຢ່າງອື່ນ ທີ່ເຮົາໄດ້ຮັບ ເປັນການທົດສອບຄວາມສາມາດຂອງເຮົາ ທີ່ຈະໃຫ້ອົດທົນ.”4

ການພະຍາຍາມຂອງເຮົາທີ່ຈະປັບປຸງການຮັກສາວັນຊະບາໂຕເປັນຕົວຢ່າງທີ່ງ່າຍກວ່າ ເຖິງການກົງກັນຂ້າມ. ພວກເຮົາມີພຣະບັນຍັດຂອງພຣະຜູ້ເປັນເຈົ້າ ທີ່ໃຫ້ນັບຖືວັນຊະບາໂຕ. ການເລືອກຂອງເຮົາບາງຢ່າງອາດຈະລະເມີດກັບພຣະບັນຍັດຂໍ້ນີ້, ແຕ່ການເລືອກຢ່າງອື່ນກ່ຽວກັບສິ່ງທີ່ຈະເຮັດໃນວັນຊະບາໂຕ ກໍເປັນພຽງຄຳຖາມທີ່ວ່າ ພວກເຮົາເຮັດສິ່ງທີ່ດີ ຫລື ເຮັດສິ່ງທີ່ດີກວ່າ ຫລື ດີທີ່ສຸດ.5

ເພື່ອບົ່ງບອກເຖິງການກົງກັນຂ້າມທີ່ມາຈາກການລໍ້ລວງ ພຣະຄຳພີມໍມອນໄດ້ບັນລະຍາຍສາມວິທີທີ່ມານຈະໃຊ້ໃນຍຸກສຸດທ້າຍນີ້. ທຳອິດ ມັນຈະ “ແຜ່ເຂົ້າໄປໃນໃຈຂອງລູກຫລານມະນຸດ, ແລະ ຍຸຍົງພວກເຂົາໃຫ້ຄຽດແຄ້ນໃຫ້ສິ່ງທີ່ດີ” (2 ນີໄຟ 28:20). ທີສອງ ມັນຈະ “ເຮັດໃຫ້ [ຊາວສະມາຊິກ] ສະຫງົບ ແລະ ກ່ອມພວກນັ້ນໄປໃນຄວາມໝັ້ນຄົງທີ່ເຕັມໄປດ້ວຍກາມມະລົມ,” ໂດຍເວົ້າວ່າ “ຊີໂອນຮຸ່ງເຮືອງໃນທຸກດ້ານ” (ຂໍ້ທີ 21). ທີສາມ ມັນຈະບອກເຮົາວ່າ “ບໍ່ມີນະລົກ; ແລະ…ເຮົາບໍ່ແມ່ນມານ ເພາະວ່າບໍ່ມີມານເລີຍ” (ຂໍ້ທີ 22), ແລະ ດັ່ງນັ້ນບໍ່ມີຄວາມດີຄວາມຜິດ. ຍ້ອນການກົງກັນຂ້າມນີ້ ພວກເຮົາຈຶ່ງຖືກເຕືອນບໍ່ໃຫ້ “ຢູ່ຢ່າງບໍ່ທຸກຮ້ອນໃນຊີໂອນ!” (ຂໍ້ທີ 24).

ສາດສະໜາຈັກຕາມພາລະກິດສັກສິດຂອງມັນ ແລະ ພວກເຮົາໃນຊີວິດສ່ວນຕົວຄື ກຳລັງປະເຊີນກັບການກົງກັນຂ້າງ ທີ່ເພີ່ມທະວີຂຶ້ນໃນຕອນນີ້. ບາງທີໃນຂະນະທີ່ສາດສະໜາຈັກເຕີບໂຕຂຶ້ນໃນກຳລັງ ແລະ ພວກເຮົາຜູ້ເປັນສະມາຊິກກໍເຕີບໂຕໃນດ້ານສັດທາ ແລະ ການເຊື່ອຟັງ, ຊາຕານກໍຈະເພີ່ມທະວີກຳລັງຂອງການກົງກັນຂ້າມຂອງມັນຂຶ້ນ ເພື່ອພວກເຮົາຈະຍັງມີ “ການກົງກັນຂ້າມໃນທຸກຢ່າງ.”

ການກົງກັນຂ້າມບາງຢ່າງອາດຈະມາຈາກສະມາຊິກຂອງສາດສະໜາຈັກ. ບາງຄົນທີ່ມັກໃຊ້ການຄິດ ຫລື ປັນຍາສ່ວນຕົວທີ່ຂັດຂືນການຊີ້ນຳຈາກສາດສະດາ ມັກຕັ້ງຊື່ທີ່ໃຊ້ໃນກໍລະນີລັດຖະບານທີ່ຖືກເລືອກ—“ຝ່າຍຄ້ານທີ່ຈົງຮັກພັກດີ.” ເຖິງແມ່ນນີ້ອາດຈະເໝາະສົມໃນເລື່ອງປະຊາທິປະໄຕກໍຕາມ, ບໍ່ມີຂໍ້ອ້າງເລີຍທີ່ຈະໃຊ້ເລື່ອງນີ້ໃນການປົກຄອງອານາຈັກຂອງພຣະເຈົ້າ, ຊຶ່ງອານາຈັກນັ້ນນັບຖືຄຳຖາມ ແຕ່ບໍ່ຖືການກົງກັນຂ້າມ (ເບິ່ງ ມັດທາຍ 26:24).

ມີຕົວຢ່າງອີກ ຄືມີຫລາຍສິ່ງໃນປະຫວັດສາດຂອງສາດສະໜາຈັກຂອງພວກເຮົາ ໃນຊ່ວງເລີ່ມຕົ້ນ, ຄືສິ່ງທີ່ໂຈເຊັບ ສະມິດ ໄດ້ເຮັດ ຫລື ບໍ່ໄດ້ເຮັດ ໃນສະຖານະການທຸກແບບທຸກຢ່າງ, ທີ່ບາງຄົນຈະລົງມາໃຊ້ເປັນຂໍ້ອ້າງເພື່ອການກົງກັນຂ້າມ. ຕໍ່ທຸກຄົນ ຂ້າພະເຈົ້າເວົ້າວ່າ, ຂໍໃຫ້ໃຊ້ສັດທາ ແລະ ເພິ່ງອາໄສຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດທີ່ພວກເຮົາຄວນ “ຮູ້ຈັກຄົນເຫລົ່ານີ້ດ້ວຍການກະທຳຂອງເຂົາ” (ມັດທາຍ 7:16). ສາດສະໜາຈັກກຳລັງພະຍາຍາມຢ່າງຈິງຈັງທີ່ຈະເປີດບັນທຶກທີ່ເຮົາມີຢູ່, ແຕ່ຫລັງຈາກຈັດພິມທັງໝົດທີ່ພວກເຮົາສາມາດພິມໄດ້, ບາງເທື່ອສະມາຊິກເຮົາຍັງມີຄຳຖາມທີ່ບໍ່ສາມາດຕອບໄດ້ໂດຍການຮຽນເທົ່ານັ້ນ. ນັ້ນຄື “ການກົງກັນຂ້າມໃນທຸກຢ່າງ” ແຫ່ງປະຫວັດສາດສາດສະໜາຈັກ. ມີບາງສິ່ງທີ່ຈະຮຽນໄດ້ແຕ່ໂດຍທາງສັດທາ (ເບິ່ງ D&C 88:118). ການເພິ່ງອາໄສສຸດຍອດຂອງພວກເຮົາຕ້ອງແມ່ນສັດທາ ຕາມພະຍານທີ່ພວກເຮົາໄດ້ຮັບແລ້ວ ໂດຍທາງພຣະວິນຍານບໍລິສຸດ.

ສ່ວນຫລາຍ ພຣະເຈົ້າຈະບໍ່ລະເມີດອຳເພີໃຈຂອງລູກໆຂອງພຣະອົງ ໂດຍທາງການແຊກແຊງບາງຄົນເພື່ອຜົນປະໂຫຍດຂອງຄົນອື່ນ. ແຕ່ພຣະອົງຍັງຄອຍຍົກພາລະຂອງຄວາມທຸກທໍລະມານ ແລະ ເສີມກຳລັງພວກເຮົາ ເພື່ອໃຫ້ແບກຫາບມັນໄດ້, ເໝືອນດັ່ງທີ່ພຣະອົງໄດ້ເຮັດເພື່ອຜູ້ຄົນຂອງແອວມາ ໃນແຜ່ນດິນຮີລຳ (ເບິ່ງ ໂມໄຊຢາ 24:13–15). ພຣະອົງບໍ່ກີດກັນໄພພິບັດທັງໝົດ, ແຕ່ພຣະອົງຈະຕອບການອະທິຖານຂອງພວກເຮົາ ໂດຍການປັດປ່າຍໄພພິບັດ, ເໝືອນທີ່ພຣະອົງໄດ້ເຮັດກັບພະຍຸໝູນອັນຮ້າຍແຮງ ທີ່ໜ້າກີດກັນການອຸທິດພຣະວິຫານທີ່ເກາະຟີຈີ;6 ຫລື ພຣະອົງໄດ້ຜ່ອນເບົາການກະທົບ ຂອງການວາງລະເບີດຂອງພວກກໍ່ການຮ້າຍ ຊຶ່ງໄດ້ຂ້າຫລາຍຄົນ ຢູ່ທີ່ສະໜາມບິນ ບຣູໂຊ, ແຕ່ຜູ້ສອນສາດສະໜາຂອງພວກເຮົາພຽງສີ່ຄົນໄດ້ຖືກບາດເຈັບ.

ຕະຫລອດການກົງກັນຂ້າມຢ່າງມະຕະທຸກຢ່າງ, ພວກເຮົາໄດ້ຮັບຄຳໝັ້ນສັນຍາຈາກພຣະເຈົ້າ ວ່າພຣະອົງຈະ “ຕັ້ງຄວາມທຸກທໍລະມານຂອງ [ເຮົາ] ໄວ້ເພື່ອຜົນປະໂຫຍດຂອງ [ເຮົາ]” (2 ນີໄຟ 2:2). ອີກຢ່າງໜຶ່ງ ພວກເຮົາໄດ້ຮັບການສິດສອນ ເພື່ອຈະໄດ້ເຂົ້າໃຈປະສົບການທາງມະຕະຂອງພວກເຮົາ ພ້ອມດ້ວຍພຣະບັນຍັດຂອງພຣະອົງຕາມເນື້ອເລື່ອງຂອງແຜນແຫ່ງຄວາມລອດອັນຍິ່ງໃຫຍ່ຂອງພຣະອົງ, ຊຶ່ງບອກພວກເຮົາເຖິງຈຸດມຸ້ງໝາຍຂອງຊີວິດ ແລະ ໃຫ້ພວກເຮົາມີຄວາມໝັ້ນໃຈໃນພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າຂໍເປັນພະຍານເຖິງພຣະອົງ ເຖິງຄວາມຈິງຂອງສິ່ງເຫລົ່ານີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງອ້າງອີງ

  1. “ຄອບຄົວ: ການປະກາດຕໍ່ໂລກ,” Liahona, Nov. 2010, 129.

  2. ຄ້າຍໆກັນ, ການເປີດເຜີຍສະໄໝປະຈຸບັນສອນວ່າ ຖ້າຫາກເຮົາບໍ່ເຄີຍຊີມຂອງຂົມ ເຮົາຈະບໍ່ສາມາດຮູ້ວ່າ ອັນໃດຫວານ (ເບິ່ງ Doctrine and Covenants 29:39).

  3. ເບິ່ງ Michael Hubbard MacKay and Gerrit J. Dirkmaat, From Darkness unto Light: Joseph Smith’s Translation and Publication of the Book of Mormon (2015), 163–79.

  4. Thomas S. Monson, “Joy in the Journey” (address given at the BYU Women’s Conference, May 2, 2008), womensconference.ce.byu.edu. ເລື່ອງສັ້ນກ່ຽວກັບນ້ຳໃຈຂອງນັກກິລາ ໂດຍ ຈອນ ແອັສ ແທນເນີ, ປະຈຸບັນເປັນປະທານມະຫາວິທະຍາໄລ BYU–Hawaii, ຮ່ວມທັງ ຄວາມຮູ້ນີ້ ກ່ຽວກັບເລື່ອງທີ່ເຮົາທຸກຄົນຮູ້ຈັກດີ: “ຮຽນຮູ້ທີ່ຈະແພ້ຢ່າງມີກຽດ ບໍ່ແມ່ນແຕ່ໜ້າທີ່ຂອງປະຊາຊົນ; ມັນເປັນສິ່ງຈຳເປັນທາງສາດສະໜາ; ພຣະເຈົ້າໄດ້ສ້າງຄວາມເປັນມະຕະ ເພື່ອຈະໃຫ້ມີ ‘ການກົງກັນຂ້າມໃນທຸກຢ່າງ’ (2 ນີໄຟ 2:11). ການເສຍ ແລະ ການແພ້ແມ່ນພາກສ່ວນຂອງແຜນຂອງພຣະອົງ ເພື່ອຄວາມດີພ້ອມຂອງເຮົາ … ການແພ້ມີບົດບາດສຳຄັນໃນ ‘ການຊອກຫາຄວາມສົມບູນ’ ຂອງເຮົາ” (Notes from an Amateur: A Disciple’s Life in the Academy [2011], 57).

  5. ເບິ່ງ Dallin H. Oaks, “Good, Better, Best,” Liahona, Nov. 2007, 104–8.

  6. ເບິ່ງ Sarah Jane Weaver, “Rededication Goes Forward,” Church News, Feb. 28, 2016, 3–4.