​2010–2019
ການຢືນ​ຄຽງ​ຂ້າງ​ຜູ້ນຳ​ຂອງ​ສາດສະໜາ​ຈັກ
ເມສາ 2016


ການຢືນ​ຄຽງ​ຂ້າງ​ຜູ້ນຳ​ຂອງ​ສາດສະໜາ​ຈັກ

ທ່ານ​ຢືນ​ຄຽງ​ຂ້າງ​ຜູ້ນຳ​ຂອງ​ສາດສະໜາ​ຈັກ ຢູ່​ໃນ​ໂລກທີ່​ມືດ​ມົວ​ບໍ ​ເພື່ອ​ວ່າ​ທ່ານ​ຈະ​ໄດ້​ຂະຫຍາຍຄວາມສະ​ຫວ່າງຂອງ​ພຣະຄຣິດອອກ​ໄປ?

ພວກ​ເຮົາ​ຂໍ​ຕ້ອນຮັບ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່, ສາວົກ​ເຈັດ​ສິບປະຈຳ​ເຂດ, ​ແລະ ຝ່າຍ​ປະທານ​ອົງການ​ປະຖົມ​ໄວ ຜູ້ດີ​ເດັ່ນ ທີ່​ຫາ​ກໍ​ຖືກ​ເອີ້ນ. ​ແລະ ດ້ວຍ​ຄວາມ​ກະຕັນຍູ, ພວກ​ເຮົາ​ຂໍ​ຂອບ​ໃຈ​ທຸກ​ຄົນ​ທີ່​ໄດ້​ຖືກ​ປົດ​. ພວກ​ເຮົາ​ຮັກ​ທ່ານ​ແຕ່ລະຄົນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ພວກ​ເຮົາ​ຫາ​ກໍ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ປະສົບ​ການ​ທີ່​ເປັນ​ພອນ​ຫລາຍ​ທີ່​ສຸດ ​ເມື່ອ​ເຮົາ​ຍົກ​ມື​ຂຶ້ນສະໜັບສະ​ໜູນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ ​ແລະ ​ເຈົ້າໜ້າ​ທີ່​ສາມັນ​ທັງຫລາຍ ທີ່​ພຣະ​ເຈົ້າ​ໄດ້​ເອີ້ນ​ໃນ​ວັນ​​ເວລາ​ນີ້. ຂ້າພະ​ເຈົ້າບໍ່​ເຄີຍ​ເມີນ​ເສີຍ ຫລື ລະ​​ເລີຍຕໍ່​ໂອກາດ​ທີ່​ຈະ​ໄດ້​ສະໜັບສະໜູນ​ ​ແລະ ຖືກ​ນຳພາ​ໂດຍຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າຈັກ​ເທື່ອ. ​ໂດຍ​ທີ່​ໄດ້​ຖືກ​ເອີ້ນ​ເມື່ອ​ບໍ່ດົນ​ມາ​ນີ້ ​ໃຫ້​ມາ​ເປັນ​ສະມາຊິກ​ຢູ່​ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ, ຂ້າພະ​ເຈົ້າຈຶ່ງ​ຖ່ອມຕົວ​ຫລາຍ ທີ່​​ໄດ້​ຮັບ​ການ​ສະໜັບສະໜູນ​ ​ແລະ ຮັບຄວາມ​​ເຊື່ອ​ໝັ້ນຈາກ​ທ່ານ. ຂ້າພະ​ເຈົ້າຈະ​ຖະໜອມ​ຄວາມ​ເຕັມ​ໃຈ​ຂອງ​ທ່ານ ​ທີ່​ຈະ​ຢືນ​ຄຽງ​ຂ້າງ​ຂ້າພະ​ເຈົ້າ ​ແລະ ຄຽງ​ຂ້າງ​ບັນດາ​ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ເຫລົ່າ​ນີ້.

ບໍ່​ດົນ​ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ສະໜັບສະໜູນ ​ເມື່ອ​ເດືອນ​ຕຸລາ​ຜ່ານ​ມາ​ນີ້, ຂ້າພະ​ເຈົ້າ​ໄດ້​ເດີນທາງ​ໄປ​ປະ​ເທດ ປາ​ກິດ​​ສະຖານ, ​ເພື່ອ​​ເຮັດ​ພາລະກິດ. ​ຢູ່​ທີ່​ນັ້ນ, ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າທີ່​ດີ​ເລີດ ​ແລະ ອຸທິດ​ຕົນ. ​ເຂົາ​ເຈົ້າ​ເປັນ​ກຸ່ມ​ນ້ອຍ, ​ແຕ່​​ໃຫຍ່ໃນ​ທາງ​ວິນ​ຍານ. ບໍ່​ດົນ​ຫລັງ​ຈາກ​ໄດ້​ກັບ​ມາ​ບ້ານ, ຂ້າພະ​ເຈົ້າ​ໄດ້​ຮັບ​ຈົດໝາຍ​ຈາກ ບຣາ​ເດີ ຊາ​​ກຽວ ອາຊາ​ດ, ​ສະມາ​ຊິກທີ່​ດີ ຜູ້​ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ ຕອນ​ໄປ​ຢ້ຽມຢາມ ປາ​ກິດ​ສະຖານ, ບອກ​ວ່າ: “ຂອບ​ໃຈ​ຫລາຍໆ, ​ແອວ​ເດີ ​ແຣັດສ໌​ແບນ, ທີ່​ມາ ປາ​ກິດ​​ສະຖານ. ຂ້ານ້ອຍ​ຢາກ​ບອກ​ທ່ານ​ວ່າ ພວກ​ເຮົາ … ສະມາຊິກ​ຂອງ​ສາດສະໜາ​ຈັກ … ສະໜັບສະ​ໜູນ​ທ່ານ ​ແລະ ຮັກ​ທ່ານ. [ພວກ​ເຮົາ] ​ໂຊກ​ດີ​ຫລາຍ ທີ່​ທ່ານ​ໄດ້​ມາ ​ແລະ ພວກ​ເຮົາ​​ໄດ້​ຍິນ​ຈາກ​ທ່ານ. ມັນ​ຊ່າງ​ເປັນ​ປະສົບ​ການ​ທີ່​ໜ້າ​ຊົງ​ຈຳ​ແທ້ໆ ສຳລັບ​ຄອບຄົວ​ຂອງ​ຂ້ານ້ອຍ ທີ່​ໄດ້​ເຫັນ​ອັກຄະ​ສາວົກ.”1

ການ​​ພົບ​ປະ​​ກັບ​ໄພ່​ພົນ​​ ຄືດັ່ງ​ເຊັ່ນ ບຣາ​ເດີ ອາຊາ​ດ ​ໄດ້​ເປັນ​ປະສົບ​ການ​ທີ່​ປະ​ທັບ​ໃຈ ​ແລະ ຖ່ອມຕົວ, ​ເຊັ່ນ​ດຽວ​ກັນ. ມັນ​ກໍ “​​ເປັນປະສົບ​ການ​ທີ່​ໜ້າ​ຊົງ​ຈຳ​ແທ້ໆ” ສຳລັບ​ຂ້າພະ​ເຈົ້າ.

​ໃນ​ເດືອນ​ມັງກອນ ຜູ້ນຳ​ຂອງ​ສາດສະໜາ​ຈັກ ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການຖ່າຍ​ທອດ ໜ້າ​ຕໍ່ໜ້າ ນຳ​ຊາວ​ໜຸ່ມ, ​ແລະ ຜູ້ນຳ, ​ແລະ ພໍ່​ແມ່​ຂອງ​ເຂົາ​ເຈົ້າ ຕະຫລອດ​ທົ່ວ​ໂລກ. ມັນ​ເປັນ​ການຖ່າຍ​ທອດ​ສົດ ສົ່ງ​ຕໍ່​ທາງ​ອິນ​ເຕີ​ແນັດ ​ໄປ​ໃຫ້​ສະຖານ​ທີ່​ຕ່າງໆ ​ໃນ 146 ປະ​ເທດ; ບາງ​ສະຖານ​ທີ່​ກໍ​ມີ​ຫລາຍ​ຄົນ​ມາ​ຮ່ວມ​ກັນຢູ່​ໃນ​ຕຶກ​ໂບດ, ​ແລະ ບາງ​ສະຖານ​ທີ່ ກໍ​​ເປັນ​ຢູ່​ໃນ​ບ້ານ​ເຮືອນ ມີ​ຊາວ​ໜຸ່ມ​ຄົນ​ໜຶ່ງ​ຮັບ​ຊົມ. ລວມ​ແລ້ວ ມີ​ຫລາຍ​ຮ້ອຍ​ພັນ​ຄົນ ​​​ໄດ້​ເຂົ້າຮ່ວມ​ປະຊຸມ.

ຮູບ​ພາບ
ໜ້າ​ຕໍ່ໜ້າ​ກັບ​ແອວ​ເດີ ​ແຣັດສ໌​ແບນ, ຊິດ​ສະ​ເຕີ ​ໂອ​ສະກາ​ສັນ, ​ແລະ ບຣາ​ເດີ ​ໂອ​ເວັນ

​ໃນ​ການ​ຕິດ​ຕໍ່​ກັບ​ຜູ້​ເຂົ້າຮ່ວມ​ປະຊຸມ​ທີ່​ກວ້າງ​ໄກ, ຊິດ​ສະ​ເຕີ ບອນ​ນີ ​ໂອ​ສະກາ​ສັນ, ປະທານ​ອົງການ​ຍິງ​ໜຸ່ມ​ສາມັນ; ບຣາ​ເດີ ສະຕີ​ບ​ເວັນ ດັບ​ເບິນ​ຢູ ​ໂອ​ເວັນ, ປະທານ​ອົງການ​ຊາຍ​ໜຸ່ມ​ສາມັນ; ​ແລະ ຂ້າພະ​ເຈົ້າ—ຮ່ວມ​ດ້ວຍ​ກຸ່ມ​ຊາວ​ໜຸ່ມ​ຈຳນວນ​ໜຶ່ງ, ກຸ່ມ​ນັກ​ຮ້ອງ, ​ແລະ ຄົນ​ອື່ນໆຂອງພວກ​​ເຮົາ—​ໄດ້​ຕອບ​ຄຳ​ຖາມ ຂອງ​ຊາວ​ໜຸ່ມຂອງ​ພວກ​ເຮົາ.

ຮູບ​ພາບ
ຄຳ​ຂວັນ​ຂອງ​ກຸ່ມ​ຊາວ​ໜຸ່ມ ປີ 2016

ຈຸດປະສົງ​ຂອງ​ພວກ​ເຮົາ ​ແມ່ນ​ເພື່ອ​ແນະນຳ​ຄຳ​ຂວັນ​ຂອງ​ຊາວ​ໜຸ່ມ ສຳລັບ​ປີ 2016 ​ນັ້ນຄື “ຈົ່ງ​ມຸ້ງ​ໜ້າ​ດ້ວຍຄວາມໝັ້ນຄົງ​ໃນ​ພຣະຄຣິດ” ຈາກ 2 ນີ​ໄຟ, ຊຶ່ງ​ອ່ານ​ວ່າ: “ດັ່ງນັ້ນ, ພວກ​ທ່ານ​ຕ້ອງ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນຄົງ​ໃນ​ພຣະຄຣິດ, ​ໂດຍ​ມີ​ຄວາມ​ສະຫວ່າງ​ຢ່າງ​ບໍລິບູນ​ຂອງ​ຄວາມ​ຫວັງ ​ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ​ແລະ ຂອງ​ມະນຸດ​ທັງ​ປວງ. ດັ່ງນັ້ນ, ຖ້າ​ຫາກ​ພວກ​ທ່ານ​ຈະ​ມຸ້ງ​ໜ້າ​ຊື່ນ​ຊົມ​ດ້ວຍ​ພຣະຄຳ​ຂອງ​ພຣະຄຣິດ ​ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ຈົ່ງ​ເບິ່ງ, ພຣະບິດາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້: ​ເຈົ້າຈະ​ມີ​ຊີວິດ​ນິລັນດອນ.”2

​​ໂດຍ​ການ​ອ່ານ​ຄຳ​ຖາມ​ຂອງ​ຊາວ​ໜຸ່ມ​ຫລາຍ​ກວ່າ ໜຶ່ງ​ຮ້ອຍ ຂໍ້, ​ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່? ​ເຮົາ​ໄດ້​ຮຽນ​ຮູ້​ວ່າ ຊາວ​ໜຸ່ມ​ຂອງ​ເຮົາ​ຮັກ​ພຣະຜູ້​ເປັນ​ເຈົ້າ, ສະໜັບສະ​ໜູນ​ຜູ້ນຳ​ຂອງ​ຕົນ, ​ແລະ ປາດ​ຖະໜາ​ທີ່​ຈະ​ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ຂອງ​​ຕົນ! ຄຳ​ຖາມ​ດັ່ງກ່າວ ບົ່ງ​ບອກ​ເຖິງ​ຄວາມ​ປາດ​ຖະໜາ​ທີ່​ຈະ​ຮຽນ​ຮູ້, ​ເພື່ອຕື່ມ​ໃສ່​ກັບ​ຄວາມ​ຈິງ​ເຫລົ່ານັ້ນ ທີ່​ມີ​ຢູ່​ໃນ​ປະຈັກ​ພະຍານ​ຂອງ​​ເຮົາ​ຢູ່​ແລ້ວ, ​ແລະ ​ເພື່ອ​ຕຽມ​ຕົວ​ຕື່ມ​ອີກ ທີ່​ຈະ “ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນຄົງ​ໃນ​ພຣະຄຣິດ.”

ການ​ຟື້ນ​ຟູ​ຂອງ​ພຣະກິດ​ຕິ​ຄຸນ ​ໄດ້​ເລີ່ມຕົ້ນຈາ​ກຄຳ​ຖາມ​ຂອງຊາຍ​ໜຸ່ມ ຊື່ ​ໂຈ​ເຊັບ ສະ​ມິດ. ຄຳ​ສອນ​ຫລາຍ​ຢ່າງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໃນ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ ​ແມ່ນ​ເລີ່ມຕົ້ນດ້ວຍ​ຄຳ​ຖາມ. ທ່ານ​ຈື່​ຄຳ​ຖາມ​ທີ່​ພຣະອົງ​ໄດ້​ຖາມ ​ເປ​ໂຕ ​ໄດ້​ບໍ ທີ່​ວ່າ: “ພວກ​ເຈົ້າ​ເດ ວ່າ​ເຮົາ​ເປັນ​ຜູ້​ໃດ?”3 ​ແລະ ​ເປ​ໂຕ ​ໄດ້​ຕອບ​ວ່າ: “ພຣະອົງ​ເປັນ​ພຣະຄຣິດ ພຣະບຸດ​ຂອງ​ພຣະ​ເຈົ້າ ທີ່​ຊົງ​ພຣະຊົນ​ຢູ່.”4 ​ເຮົາ​ຕ້ອງ​ຊ່ວຍ​ເຫລືອ​ກັນ ​ເພື່ອ​ຊອກ​ຫາ​ຄຳ​ຕອບ​ຂອງ​ພຣະບິດາ​ເທິງ​ສະຫວັນ ຜ່ານ​ການ​ນຳພາ​ຂອງ​ພຣະວິນ​ຍານ.

​ໃນ​ການຖ່າຍ​ທອດ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ກ່າວ​ຕໍ່​ຊາວ​ໜຸ່ມ​ວ່າ:

“ຜູ້ນຳ​ຂອງ​ສາດສະໜາ​ຈັກ​ນີ້ ຮູ້​ເຖິງ​ບັນຫາ, ຄວາມ​​ເປັນ​ຫ່ວງ​ເປັນ​​ໃຍ, ​ແລະ ການ​ທ້າ​ທາຍ​ຂອງ​ພວກ​ເຈົ້າ.

“ພວກ​ເຮົາມີ​ລູກ​. ພວກ​ເຮົາ​ມີ​ຫລານ. ພວກ​ເຮົາ​ໄດ້​ຮ່ວມ​ປະຊຸມ​ກັບ​ຊາວ​ໜຸ່ມ​ເລື້ອຍໆ ຕະຫລອດ​ທົ່ວ​ໂລກ. ​ແລະ ພວກ​ເຮົາ​ກໍ​ໄດ້​ອະທິຖານ​ເພື່ອ​ພວກ​ເຈົ້າ, ພວກ​ເຮົາ​ໄດ້​ເວົ້າ​ເຖິງ​ພວກ​ເຈົ້າ ​ໃນ​ສະຖານ​ທີ່​ສັກສິດ​ທີ່​ສຸດ, ​ແລະ ພວກ​ເຮົາ​ຮັກ​ພວກ​ເຈົ້າ.”5

ຂ້າພະ​ເຈົ້າຂໍ​ແບ່ງປັນ​ເລື່ອງ​ໜຶ່ງ ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ ຈາກ​ການຖ່າຍ​ທອດ​ນັ້ນ.

ນາງ ລີ​ຊາ ຈາກ​ເມືອງ ​ແກຣນ ພຣາຣີ, ​ແຂວງ ອາ​ເບີ​ຕາ, ປະ​ເທດ ກາ​ນາ​ດາ ​ໄດ້​ຂຽນ​ວ່າ: “ການຖ່າຍ​ທອດ ໜ້າ​ຕໍ່ໜ້າ​ນີ້ ​ເປັນ​ສິ່ງ​ທີ່​ດີ​ເລີດ. ມັນ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະຈັກ​ພະຍານ​ຂອງ​ຂ້ານ້ອຍ ​ແລະ ​ໃຫ້​ມີຄວາມ​ເຊື່ອ​ໝັ້ນຕໍ່​ພຣະກິດ​ຕິ​ຄຸນ. ພວກ​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ທີ່​ມີ​ຜູ້ນຳ​ທີ່​ດົນ​ໃຈ ຜູ້​ໄດ້​ຖືກ​ເອີ້ນ​ໃຫ້​ມາ​ຮັບ​ໃຊ້ ​ໃນ​ຫລາຍ​ຕຳ​ແໜ່​ງທີ່​ແຕກ​ຕ່າງ​ກັນ.”6

ນາງ ລິ​ສ໌, ຈາກ​ເມືອງ ພະລີ​ແຊ້ນ ​​ໂກຣບ, ລັດ ຢູທາ, ​ໄດ້​ຂຽນ​ໃສ່ ​​ເຟດບຸກ ວ່າ: “ຂ້ານ້ອຍ​ມີ​ຄວາມ​ກະຕັນຍູ​ຫລາຍ ສຳລັບ​ສັດທາ​ສ່ວນ​ຕົວ ​ແລະ ສຳລັບ​ໂອກາດ​ທີ່​ໄດ້​ສະໜັບ​ສະ​ໜູນ​ສາດສະດາ ຂອງ​ພຣະ​ເຈົ້າ ​ແລະ ບັນດາ​ບຸລຸດ ​ແລະ ສະຕີ ທີ່​ໄດ້​ຖືກ​ເອີ້ນ​ໃຫ້​ມາ​ຮັບ​ໃຊ້​ພຣະອົງ.”7

ພວກ​ເຮົາ​ມີ​ຜູ້ນຳ​ທີ່​ໄດ້​ຖືກ​ສະໜັບສະ​ໜູນ​ໃນ​ມື້​ນີ້ ຜູ້​​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະຫວັນ ​​ເພື່ອ​ໃຫ້​ສອນ ​ແລະ ນຳພາ​ເຮົາ ​ແລະ ຜູ້​ໄດ້​​ເອີ້ນ​ບອກ​ເຮົາ​​ໃຫ້ລະ​ວັງ​​ສິ່ງ​ອັນຕະລາຍ ທີ່ຢູ່​ຕໍ່ໜ້າ​ເຮົາ ທຸກ​ວັນ—​ເຊັ່ນ​ໃຫ້​ລະວັງ​ເລື່ອງ ການ​ນະມັດສະການ​ແບບ​ທຳ​ມະ​ດາ, ​ໄພ​ຕໍ່​ຄອບຄົວ, ການ​ໂຈມ​ຕີ​ສາດສະໜາ, ​ແລະ ​ແມ່ນ​ແຕ່​ການ​ໂຕ້​ຖຽງ​ກ່ຽວ​ກັບ​ການ​ເປີ​ດ​ເຜີຍ​ໃນ​ຍຸກ​ສຸດ​ທ້າຍ. ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ພວກ​ເພິ່ນຢູ່​ບໍ?

ຫລາຍ​ເທື່ອ​ໃນ​ກອງ​ປະຊຸມ​ໃຫຍ່, ​ໃນ​ກອງ​ປະຊຸມ​ສິນ​ລະ​ລຶກ, ​ແລະ ​ໃນ​ຊັ້ນປະຖົມ​ໄວ, ​ເຮົາ​ໄດ້​ຮ້ອງ​ເພງ​ນີ້, “ພາ​ເຮົາ, ນຳ​ເຮົາ, ຍ່າງ​ຄຽງ​ຂ້າງ​ເຮົາ.”8 ຖ້ອຍ​ຄຳ​ເຫລົ່ານີ້ ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ? ທ່ານ​ຄິດ​ເຖິງ​ໃຜ ​ໃນ​ເວລາ​ນັ້ນ? ທ່ານ​ເຄີຍ​ຮູ້ສຶກ​ເຖິງ​ອິດ​ທິພົນ​ຂອງ​ຜູ້ນຳ​ທີ່​ຊອບ​ທຳຢູ່​ບໍ, ທ່ານ​ເຄີຍ​ຄິດ​ເຖິງສາ​ນຸສິດ​ຂອງ​ພຣະ​ເຢຊູ​ຄຣິດ ​ໃນ​ອະດີດ ​ແລະ ​ໃນ​ເວລາ​ນີ້ ຜູ້​ໄດ້​ສຳ​ພັດ​ຊີວິດ​ຂອງ​ທ່ານ, ຜູ້​ໄດ້​ເດີນ​ໃນ​ເສັ້ນທາງ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໄປ​ກັບ​ທ່ານຢູ່​ບໍ? ພວກ​ເພິ່ນ​ອາດ​ຢູ່​​ໃກ້​ບ້ານເຮືອນ​ທ່ານ, ພວກ​ເພິ່ນອາດ​ເປັນ​ຄົນ​ທີ່​ມາ​ປະຊຸມ​ໂບດກັບ​ທ່ານ, ຫລື ອາດ​ເປັນ​ຄົນ​ທີ່​ກ່າວ​ປາ​ໄສ​ຢູ່​ກອງ​ປະຊຸມ​ໃຫຍ່​ສາມັນ. ສານຸສິດ​ເຫລົ່ານັ້ນ ​ໄດ້​ແບ່ງປັນ​ພອນ​ຂອງ​ການ​ມີປະຈັກ​ພະຍານ​ເຖິງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ຜູ້ນຳ​ຂອງ​ສາດສະໜາ​ຈັກ​ນີ້, ​ເຖິງຜູ້ນຳ​ພາ​ຈິດ​ວິນ​ຍານ​ຂອງ​ເຮົາ, ​ທີ່ໄດ້​ສັນຍາ​ວ່າ, “ຈົ່ງ​ເບີກ​ບາກ ​ແລະ ຢ່າ​ສູ່ຢ້ານ ​ເພາະ​ພຣະຜູ້​ເປັນ​ເຈົ້າຢູ່​ກັບ​ພວກ​ທ່ານ ​ແລະ ຈະ​ຢືນ​ຢູ່ກັບ​ພວກ​ທ່ານ.”9

ຂ້າພະ​ເຈົ້າຈື່​ເລື່ອງ​ໜຶ່ງ​ທີ່​ປະທານທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ແບ່ງປັນ ​ເຖິງ​ຕອນ​ທີ່​ເພິ່ນ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ບ້ານ​ຂອງ​ປະທານ​ສະ​ເຕກຂອງ​ເພິ່ນ, ພອລ໌ ຊີ ຊາຍ ​ເພື່ອ​ຕຽມ​​ຮັບ​ເອົາ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ຊ່າງ​ເປັນ​ພອນ​ຫລາຍ​ສຳລັບ​ປະທານ​ຊາຍ, ຜູ້​ທີ່​ບໍ່​ຮູ້​ໃນ​ເວລາ​ນັ້ນວ່າ ​ເພິ່ນ​ກຳລັງສອນ​ຊາຍ​ໜຸ່ມ​​ຂອງຖານະ​ປະ​ໂລຫິດ​​ແຫ່ງ​ອາ​ໂຣນ ຜູ້​ຊຶ່ງ​ມື້ໜຶ່ງ ຈະ​ກາຍ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ.10

ຂ້າພະ​ເຈົ້າກໍ​ເຄີຍ​ໄດ້​ຮຽນ​ຮູ້​ຈາກ​ສາດສະດາ​ທີ່​ຮັກ​ຂອງ​​ເຮົາ​, ປະທານມອນ​ສັນ ຄື​ກັນ. ບໍ່​ມີ​ຄວາມ​ສົງ​ໄສ​ເລີຍ​ໃນ​ຄວາມ​ຄິດ ​ແລະ ​ໃນ​ໃຈ​ຂອງ​ຂ້າພະ​ເຈົ້າ ວ່າ​​ເພິ່ນ​ເປັນ​ສາດສະດາ​ຂອງ​ພຣະຜູ້​ເປັນ​ເຈົ້າຢູ່​ໃນ​ໂລກ​ນີ້ ຫລື​ບໍ່; ຂ້າພະ​ເຈົ້າ​ເປັນ​ຜູ້​ທີ່​ໄດ້​ຮັບ​ທີ່ຖ່ອມຕົວ​ຫລາຍ ຂະນະ​​ທີ່ເພິ່ນ​ໄດ້​ຮັບ​​ການ​ເປີດ​ເຜີຍ ​ແລະ ກໍ​ໄດ້ປະຕິບັດ​ຕາມ. ​ເພິ່ນ​ໄດ້​ສອນ​ເຮົາ ​ໃຫ້​ເອື້ອມ​ອອກ​ໄປ, ​​ໃຫ້​ປົກ​ປ້ອງ​ກັນ​ແລະ​ກັນ, ​ໃຫ້​ຊ່ວຍ​ກູ້​ກັນ​ແລະ​ກັນ. ດັ່ງ​ທີ່​ຖືກ​ສອນ​ຢູ່​ທີ່​ນ້ຳມໍ​ມອນ ຜູ້​ທີ່​ປາດ​ຖະໜາ “ມີ​ຊື່ວ່າ … ​ຜູ້​ຄົນ​ຂອງ​ພຣະອົງ”​ ​​ໄດ້ເຕັມ​ໃຈ​ທີ່​ຈະ “​ແບກ​ຫາບ​ພາລະ​ຂອງ​ກັນ​ແລະ​ກັນ,” “ເພື່ອ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ,” ​ແລະ “ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າ.”11

ຂ້າພະ​ເຈົ້າຂໍ​ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າ ພຣະບິດາ​ນິລັນດອນ ​ແລະ ພຣະບຸດ​ຂອງ​ພຣະອົງ ​ໃນ​ມື້​ນີ້. ຂ້າພະ​ເຈົ້າຮູ້​ວ່າ ພຣະຜູ້​ຊ່ວຍ​ໃຫ້​ລອດ​ຊົງ​ພຣະຊົນ​ຢູ່ ​ແລະ ຮັກ​ເຮົາ ​ແລະ ຊີ້​ນຳ​ຜູ້ຮັບ​ໃຊ້​ຂອງ​ພຣະອົງ, ທ່ານ ​ແລະ ຂ້າພະ​ເຈົ້າ, ​ໃຫ້​ບັນລຸ​ຈຸດປະສົງ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະອົງ ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້.12

​ເມື່ອ​ເຮົາ​ມຸ້ງ​ໜ້າ​ຕໍ່​ໄປ, ​ເລືອກ​ເຮັດ​ຕາມ​ການ​​ແນະ​ນຳ ​ແລະ ຄຳ​ເຕືອນ​ຂອງ​ຜູ້ນຳ​ຂອງ​ເຮົາ, ​​ແລ້ວ​ເຮົາ​ຈະ​ເລືອກ​ຕິດຕາມ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໃນ​ຂະນະ​ທີ່​ຊາວໂລກ​ກຳລັງ​ມຸ້ງ​ໜ້າ​ໄປ​ອີກ​ທາງ​ໜຶ່ງ. ​ເຮົາ​ເລືອກທີ່​ຈະ​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ, ​ທີ່​ຈະ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ທີ່​ຈະ​ເປັນ​ຜູ້​ແລ່ນ​ວຽກ​​ໃຫ້​ພຣະຜູ້​ເປັນ​ເຈົ້າ, ​ແລະ ທີ່​ຈະ​​ເຕັມ​ໄປ​ “ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ລົ້ນ​ເຫລືອ.”13

ຄຳ​ຖາມ​ຂໍ້​ສຳຄັນ​ຂອງ​ທຸ​ກວັນ​ນີ້ ​ແມ່ນ​ແຈ່ມ​ແຈ້ງ: ທ່ານ​ຢືນ​ຄຽງ​ຂ້າງ​ຜູ້ນຳ​ຂອງ​ສາດສະໜາ​ຈັກ ຢູ່​ໃນ​ໂລກທີ່​ມືດ​ມົວ​ບໍ ​ເພື່ອ​ວ່າ​ທ່ານ​ຈະ​ໄດ້ກະຈາຍ​ຄວາມ​ສະ​ຫວ່າງຂອງ​ພຣະຄຣິດອອກ​ໄປ?

ການ​ມີ​ຄວາມ​ສຳພັນ​ກັບ​ຜູ້ນຳ​ເປັນ​ສິ່ງ​ສຳຄັນ ​ແລະ ຈຳ​ເປັນຫລາຍ. ບໍ​ວ່າ​ພວກ​ເພິ່ນຈະ​ຢູ່​ໃນ​ໄວ​ໃດກໍ​ຕາມ, ຢູ່​ໃກ້​ ຫລື ຢູ່​ໄກ, ຫລື ພວກ​ເພິ່ນ​​ໄດ້ສຳ​ພັດ​​ຈິດ​ໃຈ​ຂອງ​ເຮົາ​ເມື່ອ​ໃດ, ອິດ​ທິພົນ​ຂອງ​ພວກ​ເພິ່ນ ຈະ​ສະທ້ອນ​ເຖິງ​ຖ້ອຍ​ຄຳ ຢູ່​ໃນ​ກາບກອນ​ຂອງ​ທ່ານ ​ເອດ​ວິນ ມາກຳ ທີ່​ວ່າ:

ມີ​ຈຸດໝາຍ​ປາຍທາງ​ທີ່​ເຮັດ​ໃຫ້​ເຮົາ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ:

[ບໍ່​ມີ​ໃຜ] ເດີນ​ໄປ​ຕາມ​ທາງ​ຄົນ​ດຽວ:

ທຸກ​ສິ່ງ​ທີ່​ເຮົາ​ສົ່ງ​ໃຫ້​ຄົນ​ອື່ນ

ຈະ​ກັບ​ຄືນ​ສູ່​ຕົວ​ເຮົາ​ເອງ.14

ຊາ​​ກຽວ ອາຊາ​ດ, ​ເພື່ອນ​ຂອງ​ຂ້າພະ​ເຈົ້າຢູ່​ປະ​ເທດ ປາ​ກິດ​ສະຖານ, ​ໄດ້ສະໜັບສະໜູນ​ຂ້າພະ​ເຈົ້າ, ຜູ້​ເປັນ​ອ້າຍ​ນ້ອງ ​ແລະ ​ເປັນ​ເພື່ອນ​ຂອງ​ລາວ. ພວກ​ທ່ານ​ກໍ​ຄື​ກັນ. ​ເມື່ອ​ເຮົາ​ເອື້ອມ​ອອກ​ໄປ ​ເພື່ອຊຸກຍູ້​ຊຶ່ງ​ກັນ​ແລະກັນ, ​ແລ້ວ​ເຮົາ​ຈະ​​ເປັນ​ພະຍານໃຫ້​ແກ່​ຖ້ອຍ​ຄຳທີ່​ມີ​ພະລັງ ​ທີ່​ວ່າ: “[ບໍ່​ມີ​ໃຜ] ​ເດີນ​ໄປ​ຕາມ​ທາງ​ຄົນ​ດຽວ”

​ເໜືອກ​ວ່າ​ສິ່ງ​ອື່ນ​ໃດ, ​ເຮົາ​ຕ້ອງການ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ພຣະ​ຜູ້​ເປັນ​ເຈົ້າຂອງ​ເຮົາ, ພຣະ​ເຢຊູ​ຄຣິດ. ​ເລື່ອງ​ໜຶ່ງ​ໃນ​ພຣະຄຳ​ພີ ທີ່​ປະ​ທັບ​ໃຈ​ຂ້າພະ​ເຈົ້າ​ສະ​ເໝີ​ມາ ​ແມ່ນ​ຕອນ​ທີ່​ພຣະ​ເຢຊູ​ຄຣິດ ​ໄດ້​ຍ່າງ​ເທິງ​ໜ້ານ້ຳ ​ໄປ​ຫາສານຸສິດ​ຂອງ​ພຣະອົງ ຜູ້​ກຳລັງ​​ເດີນທາງ​ໄປ​ທາງ​ເຮືອ ຢູ່​ໃນ​ທະ​ເລສາບ ​ຄາ​ລີ​ເລ. ​ຢູ່ໃນ​ເຮືອລຳນັ້ນ ກໍ​ມີ​ຜູ້ນຳ ທີ່​ຫາ​ກໍ​ຖືກ​ເອີ້ນ ​ຄື​ກັນ​ກັບພວກ​ເຮົາ​ຫລາຍ​ຄົນ ທີ່​ນັ່ງ​ຢູ່​ເທິງ​ເວທີ​ໃນ​ມື້​ນີ້. ​ເລື່ອງ​ລາວ​ມີ​ບັນທຶກ​ໄວ້ ຢູ່​ໃນ​ພຣະທຳ ມັດ​ທາຍ ດັ່ງ​ນີ້ວ່າ:

“ສ່ວນ​ເຮືອ​ທີ່​ພວກ​ສາວົກ​ຂີ່​ໄປ​ນັ້ນ ກໍ​ອອກ​ຫ່າງ​ໄກ​ຈາກ​ຝັ່ງ ​ແລະ ຖືກ​ຟອງນ້ຳທະ​ເລ​ສາບ​ຕີ​ພັດ​ໄປມາ ​ເພາະ​ເຮືອ​ຕ້ານ​ທວນ​ລົມ.

“ລະຫວ່າງ​ສາມ​ໂມງ​ຂ້ອນ​ແຈ້ງ​ຫາ​ຫົກ​ໂມງ​ເຊົ້າ, ພຣະ​ເຢຊູ​ໄດ້​ຍ່າງ​ເທິງ​ໜ້ານ້ຳມາ​ຫາ​ພວກ​ສາວົກ.

“​ເມື່ອ​ພວກ​ເພິ່ນ​ເຫັນ​ພຣະອົງ​ຍ່າງ​ເທິງ​ໜ້ານ້ຳ ຕ່າງ​ກໍ​ສະ​ທ້ານຢ້ານ​ກົວ​ທີ່​ສຸດ​, … ​​ຮ້ອງ​ຂຶ້ນດ້ວຍ​ຄວາມ​ຢ້ານ.

“​ແຕ່​ພຣະ​ເຢຊູ ​​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ ໂດຍ​ທັນທີ​ວ່າ, ຈົ່ງ​ດີ​ໃຈ​ເຖີດ ​ແມ່ນ​ເຮົາ​ເອງ, ຢ່າ​ສູ່​ຢ້ານ.”15

​ເປ​ໂຕ​ໄດ້​ຍິນສຽງປະ​ເສີດ​ທີ່​​ບອກໃຫ້​ກຳລັງ​ໃຈ ຈາກ​ພຣະຜູ້​ເປັນ​ເຈົ້າ.

“​​ເປ​ໂຕ​ກໍ​ເວົ້າຂຶ້ນວ່າ, ພຣະອົງ​ເຈົ້າ​ເອີຍ, ຖ້າ​ແມ່ນ​ທ່ານ​ແທ້ ​ໂຜດ​ສັ່ງ​ໃຫ້​ຂ້ານ້ອຍ​ຍ່າງ​ເທິງ​ໜ້ານ້ຳ​ໄປ​ຫາ​ທ່ານ​ແດ່ທ້ອນ.

“​ແລະ [ພຣະ​ເຢຊູ] ​ໄດ້​ຕອບ​ວ່າ, ມາ​ແມ.”16

ຈັ່ງ​ແມ່ນ​ກ້າຫານ​ແທ້ໆ. ​ເປ​ໂຕ​ເປັນ​ຊາວ​ປະ​ມຸງ, ​ແລະ ​ເພິ່ນ​​ໄດ້ຮູ້​ດີ​​ເຖິງ​ຄວາມອັນຕະລາຍ​ຂອງ​ນ້ຳ, ​ແຕ່​ເພິ່ນ​​ໄດ້ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ພຣະ​ເຢຊູ—ບໍ່​ວ່າ​ຈະ​ເປັນ​ຕອນ​ກາງຄືນ ຫລື ກາງ​ເວັນ, ຢູ່​ໃນ​ເຮືອ ຫລື ຢູ່​​ເທິງ​ບົກ.

ຂ້າພະ​ເຈົ້າວາດ​ພາບ​ເຫັນ ​ເປ​ໂຕ​ເນີ້ງ​ຕົວ​ໄປ​ຫາ​ຂອບ​ເຮືອ, ​ໂດຍ​ບໍ່​ໄດ້​ລໍຖ້າ ຄຳ​ເຊື້ອ​ເຊີນ​ເປັນ​ເທື່ອ​ທີ​ສອງ, ​ໄດ້​ຍ່າງ​ອອກ​ໄປ​ເທິງ​ໜ້ານ້ຳ. ​ພຣະຄຳ​ພີ​ບອກ​ວ່າ, “ເພິ່ນ​ໄດ້​ຍ່າງ​ເທິງ​ໜ້ານ້ຳ, ​ໄປ​ຫາ​ພຣະ​ເຢຊູ.”17 ​ເມື່ອ​ລົມ​ພັດ​ມາ​ແຮງ ​ແລະ ຊັດ​ນ້ຳ​​ສູງ​ຂຶ້ນ, ​ເປ​ໂຕ​ຈຶ່ງ​ເກີດ​ຄວາມ​ຢ້ານ​ກົວ “​ກຳລັງ​ຈະ​ຈົມ​ລົງ, ລາວ​ຈຶ່ງ​ຮ້ອງ​ຂຶ້ນວ່າ, ພຣະອົງ​ເຈົ້າ​ເອີຍ, ຊ່ວຍ​ຂ້ານ້ອຍ​ແດ່ທ້ອນ.

“​ໃນ​ທັນ​ໃດ​ນັ້ນ, ພຣະ​ເຢຊູ​ກໍ​ເດ່​ພຣະຫັດ​ອອກ​ໄປ ຈັບ​ລາວ​ໄວ້.”18

ນີ້​ເປັນ​ບົດຮຽນ​ທີ່​ມີ​ພະລັງ. ພຣະຜູ້​ເປັນ​ເຈົ້າ​ໄດ້​ຢູ່​ທີ່​ນັ້ນ​ກັບ​ເພິ່ນ, ​ເຊັ່ນ​ດຽວ​ກັບ​ພຣະອົງ​ຢູ່​ໃກ້​ທ່ານ ​ແລະ ຂ້າພະ​ເຈົ້າ. ພຣະອົງ​ຈະ​​ເດ່​ພຣະຫັດ​ອອກ​ໄປ ​ແລະ ຈັບ​ເປ​ໂຕ​ໄວ້ ​ແລະ ພາ​​ເພິ່ນໄປ​ຫາ​ບ່ອນ​ປອດ​ໄພ.

ຫລາຍ​ເທື່ອ​ທີ່​ຂ້າພະ​ເຈົ້າຕ້ອງການ​ພຣະຜູ້​ຊ່ວຍ​​ໃຫ້​ລອດ​ໃຫ້​ຊ່ວຍ​ກູ້​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຕ້ອງການ​ພຣະອົງ​ໃນ​ເວລາ​ນີ້ ຫລາຍ​ກວ່າ​ທີ່​ຜ່ານ​ມາ, ​ແລະ ທ່ານ​ກໍ​ຄື​ກັນ. ບາງ​ເທື່ອຂ້າພະ​ເຈົ້າກໍໝັ້ນ​ໃຈ​ທີ່​ຈະ​ອອກ​​ໄປ​ຈາກ​ເຮືອ, ​ໄປ​ຫາ​ບ່ອນ​ທີ່​ບໍ່​ຄຸ້ນ​ເຄີຍ, ​ແຕ່​ຮູ້​ວ່າ ຂ້າພະ​ເຈົ້າ​ເຮັດ​ດ້ວຍ​ຕົວ​ເອງ​ບໍ່​ໄດ້.

​ດັ່ງ​ທີ່​ພວກ​ເຮົາ​ໄດ້​ສົນທະນາ​ກັນ ​ໃນ​ການຖ່າຍ​ທອດ ໜ້າ​ຕໍ່ໜ້າ, ພຣະຜູ້​ເປັນ​ເຈົ້າກໍ​ຈະ​ເອື້ອມ​ອອກ​ໄປ​ຫາ​ເຮົາ​ເລື້ອຍໆ ຜ່ານ​ທາງ​ຄອບຄົວ ​ແລະ ຜູ້ນຳ​ຂອງ​ເຮົາ, ​ເຊື້ອ​ເຊີນ​ເຮົາ​ໃຫ້​ມາ​ຫາ​ພຣະອົງ—​ເຊັ່ນ​ດຽວ​ກັບ ຕອນ​ທີ່​ພຣະອົງ​ໄດ້​ເດ່​ພຣະຫັດ​ອອກ​ໄປ​ຊ່ວຍ​ເປ​ໂຕ.

ທ່ານ​ກໍ​ຄື​ກັນ ຈະ​ມີ​ຫລາຍ​ໂອກາດ ທີ່​ຈະ​ຕອບ​ຮັບ​ຄຳ​ເຊື້ອ​ເຊີນ ທີ່​ວ່າ “ຈົ່ງ​ມາ​ຫາ​ພຣະຄຣິດ.”19 ນັ້ນບໍ່​ແມ່ນ​ເປົ້າໝາຍ​ຂອງ​ຊີວິດ​ນີ້​ບໍ? ການ​ເອີ້ນ​ນັ້ນ ​ອາດແມ່ນ​ເພື່ອ​ໃຫ້​ເຮົາ​ຊ່ວຍ​ກູ້​ຄົນ​ໃນ​ຄອບຄົວ, ​ໃຫ້​ຮັບ​ໃຊ້​ເຜີຍ​ແຜ່, ​ໃຫ້​ກັບ​ມາ​ໂບດ; ​ໃຫ້​ໄປ​ພຣະວິຫານ​ທີ່​ສັກສິດ; ​ແລະ ດັ່ງ​ທີ່​ເຮົາ​ໄດ້​ຍິນ​ເມື່ອ​ບໍ່​ດົນ​ມາ​ນີ້ ຈາກ​ຊາວ​ໜຸ່ມທີ່​ດີ​ເດັ່ນ​ຂອງ​ພວກ​ເຮົາ ​ໃນ​ການຖ່າຍ​ທອດ ໜ້າ​ຕໍ່ໜ້າ, ​ໃຫ້​ມາ​ຊ່ວຍ​ຕອບ​ຄຳ​ຖາມ​ຂອງ​ຂ້າພະ​ເຈົ້າ. ​ເມື່ອ​ເວລາ​ມາ​ເຖິງ, ​ເຮົາ​ແຕ່ລະຄົນ ຈະ​ໄດ້​ຖືກ​ເອີ້ນ​ໃຫ້ “ກັບ​ບ້ານ.”

ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ເອື້ອມ—​ອອກ​ໄປ​ ​ແລະ ຈັບ​ພຣະຫັດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄວ້ ​ຊຶ່ງພຣະອົງ​ໄດ້​ເດ່​ອອກ​ມາ​ຫາ​ເຮົາ, ສ່ວນ​ຫລາຍ​ແລ້ວ ​ແມ່ນ​ຜ່ານ​ທາງ​ຜູ້ນຳ​ທີ່​ໄດ້​ຖືກ​ເອີ້ນ ​ແລະ ຜ່ານ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ​ເອງ—ແລະ ຟັງສຽງ​ເອີ້ນ​ຂອງ​ພຣະອົງ ​​ໃຫ້​ມາ​ຫາ​ພຣະອົງ.

ຂ້າພະ​ເຈົ້າຮູ້​ວ່າ ພຣະ​ເຢຊູ​ຊົງ​ພຣະຊົນ​ຢູ່. ຂ້າພະ​ເຈົ້າຮັກ​ພຣະອົງ, ​ແລະ ຂ້າພະ​ເຈົ້າຮູ້​ດ້ວຍ​ສຸດ​ໃຈ​ວ່າ ພຣະອົງ​ຮັກ​ເຮົາ​ແຕ່ລະຄົນ. ພຣະອົງ​ເປັນ​ແບບຢ່າງ​ທີ່​ຍິ່ງ​ໃຫຍ່ ​ແລະ ​ເປັນ​ຜູ້ນຳ​ແຫ່ງ​ສະຫວັນ ຂອງ​ລູກໆ​ທຸກ​ຄົນຂອງ​ພຣະບິດາ​ຂອງ​ເຮົາ. ຂ້າພະ​ເຈົ້າ​ເປັນ​ພະຍານ​ດ້ວຍ​ຄວາມ​ໜັກ​ແໜ້ນ​ເຖິງ​ສິ່ງ​ເຫລົ່ານີ້ ​ໃນ​ພຣະນາມ​ຂອງພຣະ​ເຢຊູ​ຄຣິດ, ອາ​ແມນ.