​2010–2019
ພຣະວິນຍານບໍລິສຸດ
ເມສາ 2016


ພຣະວິນຍານບໍລິສຸດ

ຂ້າພະເຈົ້າຂໍສະແດງຄວາມຮັກ ຄວາມກະຕັນຍູ ຕໍ່ພຣະບິດາເທິງສະຫວັນສຳລັບຂອງປະທານແຫ່ງພຣະວິນຍານບໍລິສຸດ ທີ່ພຣະອົງໄດ້ເປີດເຜີຍຄວາມປະສົງ ແລະ ຊ່ວຍເຫລືອເຮົາໃນຊີວິດຂອງເຮົາ.

ອ້າຍເອື້ອຍນ້ອງທີ່ຮັກແພງທັງຫລາຍ ຂ້າພະເຈົ້າມາກ່າວຕໍ່ທ່ານໃນວັນນີ້ ໃນຖານະທີ່ເປັນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ແລະ ເປັນທວດຄົນໜຶ່ງ. ຂ້າພະເຈົ້າຂໍສອນ ແລະ ສະແດງປະຈັກພະຍານເຖິງຂອງປະທານທີ່ດີເລີດແຫ່ງພຣະວິນຍານບໍລິສຸດ ຕໍ່ທ່ານ ແລະ ຕໍ່ເຊື້ອສາຍຂອງຂ້າພະເຈົ້າ.

ຂ້າພະເຈົ້າເລີ່ມ ດ້ວຍການຮັບຮູ້ເຖິງແສງສະຫວ່າງຂອງພຣະຄຣິດ ທີ່ສ່ອງແສງໃສ່ຜູ້ຊາຍ [ແລະ ຜູ້ຍິງ] “ທຸກຄົນທີ່ລົງມາໃນໂລກນີ້.”1 ເຮົາທັງໝົດໄດ້ປະໂຫຍດຈາກແສງສະຫວ່າງທີ່ສັກສິດນີ້. ມັນແມ່ນໃນທຸກສິ່ງ ແລະ ຜ່ານທຸກສິ່ງ,2 ທີ່ຊ່ວຍໃຫ້ເຮົາໄດ້ຮູ້ຈັກໄຈ້ແຍກຄວາມດີຈາກຄວາມຊົ່ວ.3

ແຕ່ພຣະວິນຍານບໍລິສຸດນັ້ນ ແຕກຕ່າງຈາກແສງສະຫວ່າງຂອງພຣະຄຣິດ. ພຣະອົງເປັນສະມາຊິກອົງທີສາມໃນຝ່າຍພຣະເຈົ້າ, ທີ່ເປັນອົງທີ່ແຕກຕ່າງໃນທາງວິນຍານ ທີ່ມີຄວາມຮັບຜິດຊອບທີ່ສັກສິດ, ແລະ ມີເປົ້າໝາຍອັນດຽວກັນກັບພຣະບິດາ ແລະ ພຣະບຸດ.4

ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກ, ພວກເຮົາອາດຈະມີປະສົບການຈາກການມີພຣະວິນຍານບໍລິສຸດເປັນເພື່ອນຢ່າງຕໍ່ເນື່ອງ. ໂດຍທາງຖານະປະໂລຫິດຂອງພຣະເຈົ້າທີ່ຖືກຟື້ນຟູຄືນມາໃໝ່, ເຮົາໄດ້ຮັບບັບຕິສະມາ ໂດຍການລົງໄປໃນນ້ຳໝົດທັງຕົວ ເພື່ອການປົດບາບຂອງເຮົາ ແລະ ຖືກຢືນຢັນໃຫ້ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ໃນພິທີການນີ້ ເຮົາຈະໄດ້ຮັບພຣະວິນຍານບໍລິສຸດໂດຍມີຜູ້ວາງມືລົງເທິງຫົວຂອງເຮົາ ຊຶ່ງເປັນມືຂອງຜູ້ດຳລົງຖານະປະໂລຫິດ.5 ຫລັງຈາກນັ້ນ, ພວກເຮົາສາມາດໄດ້ຮັບ ແລະ ຮັກສາການເປັນເພື່ອນຂອງພຣະວິນຍານບໍລິສຸດໄດ້ ໂດຍການລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດຕະຫລອດເວລາ, ຮັກສາພຣະບັນຍັດຂອງພຣະອົງ, ກັບໃຈຈາກບາບ, ແລະ ຮັບສ່ວນສິນລະລຶກຢ່າງມີຄ່າຄວນ ໃນວັນຊະບາໂຕ.

ພຣະວິນຍານບໍລິສຸດ ປະທານການເປີດເຜີຍສ່ວນຕົວແກ່ເຮົາ ເພື່ອຊ່ວຍເຮົາໃນການຕັດສິນໃຈອັນສຳຄັນໃນຊີວິດ ເຊັ່ນ ການສຶກສາ, ການໄປສອນສາດສະໜາ, ອາຊີບ, ການແຕ່ງງານ, ລູກໆ, ບ່ອນທີ່ເຮົາຈະຢູ່ກັບຄອບຄົວ, ແລະ ອື່ນໆ. ໃນເລື່ອງເຫລົ່ານີ້, ພຣະບິດາເທິງສະຫວັນຫວັງໃຫ້ເຮົາໃຊ້ ອຳເພີໃຈ ເປັນການໄຕ່ຕອງເລື່ອງຕ່າງໆດ້ວຍໃຈເຮົາເອງ ຕາມຫລັກທຳພຣະກິດຕິຄຸນ, ຫລັງຈາກຕັດສິນໃຈແລ້ວຈຶ່ງມາທູນພຣະອົງ.

ການເປີດເຜີຍສ່ວນຕົວແມ່ນເປັນສິ່ງຈຳເປັນ, ແຕ່ມັນເປັນພຽງສ່ວນໜຶ່ງຂອງງານຂອງພຣະວິນຍານບໍລິສຸດ. ຕາມດັ່ງທີ່ພຣະຄຳພີໄດ້ເປັນພະຍານໄວ້, ພຣະວິນຍານບໍລິສຸດກໍໄດ້ເປັນພະຍານເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ອົງພຣະບິດາເຈົ້ານຳອີກ.6 ພຣະອົງໄດ້ສອນພວກເຮົາເຖິງສິ່ງທີ່ສະຫງົບຂອງອານາຈັກ”7 “ແລະ ເຮັດໃຫ້ເຮົາມີຄວາມຫວັງ.”8 ພຣະອົງ “ຊົງນຳ [ເຮົາ] ໃຫ້ເຮັດຄວາມດີ … [ແລະ] ຕັດສິນຢ່າງຊອບທຳ.”9 ພຣະອົງໃຫ້ຂອງປະທານ … ຝ່າຍວິນຍານ” ແກ່ທັງຊາຍຍິງທຸກຄົນ ເພື່ອຄົນທັງປວງຈະໄດ້ປະໂຫຍດຈາກນັ້ນ.”10 ພຣະອົງ “ປະທານຄວາມຮູ້”11 ແລະ “ເຮັດໃຫ້ເຮົາຈື່ຈຳທຸກຢ່າງ.”12 ໂດຍທາງພຣະວິນຍານບໍລິສຸດ, ພວກເຮົາ “ອາດຈະຖືກຊຳລະໃຫ້ບໍລິສຸດ”13 ແລະ ໄດ້ຮັບ “ການປົດບາບ.”14 ພຣະອົງເປັນ “ພຣະຜູ້ປອບໂຍນ” ອົງດຽວກັນທີ່ “ໄດ້ສັນຍາກັບສານຸສິດຂອງ [ພຣະຜູ້ຊ່ວຍໃຫ້ລອດ].”15

ຂ້າພະເຈົ້າຂໍເຕືອນເຮົາທຸກຄົນວ່າ ພຣະວິນຍານບໍລິສຸດ ບໍ່ໄດ້ຖືກປະທານໃຫ້ ເພື່ອໃຫ້ມາຄວບຄຸມເຮົາ. ມີບາງຄົນ ສະແຫວງຫາຄຳຕອບຈາກພຣະວິນຍານບໍລິສຸດຢ່າງບໍ່ສະຫລາດ ໃນເລື່ອງພຽງເລັກໆນ້ອຍໆທຸກຢ່າງໃນຊີວິດ. ສິ່ງນີ້ເຮັດໃຫ້ບົດບາດຂອງພຣະອົງເສື່ອມລົງ. ພຣະວິນຍານບໍລິສຸດເຄົາລົບຫລັກທຳທາງອຳເພີໃຈ. ພຣະອົງຊຶ່ມໃສ່ຈິດໃຈເຮົາຢ່າງສຸພາບ ເຖິງຜົນຕ່າງໆທີ່ຈະຕາມມາ.16

ເຮົາແຕ່ລະຄົນ ອາດຈະຮູ້ສຶກເຖິງລິດເດດຂອງພຣະວິນຍານບໍລິສຸດ ໃນທາງທີ່ແຕກຕ່າງກັນ. ເຮົາຈະຮູ້ສຶກການກະຕຸ້ນຂອງພຣະອົງ ແຮງ ຫລື ຄ່ອຍ ຕາມສະຖານະການຄວາມຮີບຮ້ອນຂອງເຮົາ.

ໃນສະໄໝຫລັງໆນີ້ ພວກເຮົາຂໍຢືນຢັນວ່າ ມີແຕ່ສາດສະດາເທົ່ານັ້ນ ທີ່ອາດໄດ້ຮັບການເປີດເຜີຍຜ່ານທາງພຣະວິນຍານບໍລິສຸດສຳລັບຄົນທົ່ວສາດສະໜາຈັກ. ບາງຄົນກໍລືມວ່າ ເປັນຄື ອາໂຣນ ແລະ ນາງ ມີຣຽມ ເມື່ອເຂົາເຈົ້າພະຍາຍາມເຮັດໃຫ້ໂມເຊເຫັນດີນຳເຂົາເຈົ້າ. ແຕ່ພຣະຜູ້ເປັນເຈົ້າໄດ້ສອນເຂົາເຈົ້າ ແລະ ເຮົາ. ພຣະອົງໄດ້ກ່າວວ່າ:

“ຖ້າມີຜູ້ປະກາດພຣະຄຳໃນທ່າມກາງພວກເຈົ້າ, ເຮົາຈະປະກົດຕົວເຮົາເອງໃຫ້ເຂົາເຫັນ. …

“ເຮົາຈະເວົ້າກັບເຂົາຢ່າງເຊິ່ງໜ້າ.”17

ບາງເທື່ອ ຝ່າຍປໍລະປັກຈະລໍ້ລວງເຮົາດ້ວຍຄວາມຄິດທີ່ຜິດໆ ເພື່ອໃຫ້ເຮົາສັບສົນວ່າ ເປັນພຣະວິນຍານບໍລິສຸດ. ຂ້າພະເຈົ້າເປັນພະຍານວ່າ ຄວາມມີສັດທາເຕັມປ່ຽມ ແລະ ການເຮັດຕາມພຣະບັນຍັດ ແລະ ຮັກສາພັນທະສັນຍາ ຈະປົກປ້ອງເຮົາຈາກການຫລອກລວງນັ້ນ. ເມື່ອມີພຣະວິນຍານບໍລິສຸດ ເຮົາຈະຮູ້ໄດ້ວ່າໃຜເປັນສາດສະດາປອມ ທີ່ສອນພັນທະສັນຍາ ແລະ ບັນຍັດຂອງມະນຸດ.18

ເມື່ອເຮົາໄດ້ຮັບການດົນໃຈຂອງພຣະວິນຍານບໍລິສຸດສຳລັບເຮົາເອງ ຂໍໃຫ້ເຮົາສະຫລາດຈື່ໄວ້ວ່າ ເຮົາບໍ່ສາມາດຮັບການເປີດເຜີຍສຳລັບຄົນອື່ນ. ຂ້າພະເຈົ້າຮູ້ຈັກອ້າຍບ່າວຄົນໜຶ່ງ ທີ່ບອກຜູ້ສາວຄົນໜຶ່ງວ່າ “ຂ້ອຍຝັນວ່າ ເຈົ້າຈະໄດ້ເປັນເມຍຂ້ອຍ.” ຜູ້ສາວຄົນນັ້ນຄຶດຢູ່ບຶດໜຶ່ງ ແລ້ວໄດ້ຕອບຄືນວ່າ “ຖ້າຂ້ອຍຝັນຄືກັນ ຂ້ອຍຈະກັບມາເວົ້າກັບເຈົ້າໃໝ່ເດີ.”

ເຮົາທຸກຄົນ ອາດຈະເຫລີງໃຈທີ່ຈະເຮັດໃຫ້ຄວາມຕ້ອງການສ່ວນຕົວເປັນໃຫຍ່ກວ່າການນຳທາງຂອງພຣະວິນຍານບໍລິສຸດ. ສາດສະດາໂຈເຊັບ ສະມິດ ໄດ້ທູນຂໍຢືມ 116 ໜ້າທຳອິດຂອງພຣະຄຳພີມໍມອນ ຈາກພຣະບິດາເທິງສະຫວັນ ເພື່ອເອົາໄປໃຫ້ ມາຕິນ ແຮຣິສ ອ່ານ. ໂຈເຊັບ ສະມິດ ຄິດວ່າມັນເປັນຄວາມຄິດທີ່ດີ. ແຕ່ທຳອິດ ພຣະວິນຍານບໍລິສຸດບໍ່ເຫັນດີກັບຄວາມຮູ້ສຶກຂອງເພິ່ນ. ແຕ່ພຣະຜູ້ເປັນເຈົ້າໄດ້ອະນຸຍາດໃຫ້ໂຈເຊັບ ເອົາເຈ້ຍເຫລົ່ານັ້ນໄປໃຫ້ມາຕິນ ແຮຣິສ ຢືມ. ມາຕິນ ແຮຣິສ ພັດເຮັດເສຍຊ້ຳ. ພຣະຜູ້ເປັນເຈົ້າໄດ້ຖອນພອນສະຫວັນຂອງການແປພາສາຂອງສາດສະດາ ແລະ ໂຈເຊັບກໍໄດ້ຮຽນບົດຮຽນອັນລ້ຳຄ່າ ແລະ ມັນກໍມີຜົນສະທ້ອນຕໍ່ການຮັບໃຊ້ຂອງເພິ່ນຊົ່ວຊີວິດ.

ພຣະວິນຍານບໍລິສຸດ ເປັນສູນກາງແຫ່ງການຟື້ນຟູ. ກ່ຽວກັບການອ່ານພຣະທຳ ຢາໂກໂບ 1:5, ຂອງເພິ່ນຕອນຍັງນ້ອຍ. ສາດສະດາໂຈເຊັບ ສະມິດ ໄດ້ເລົ່າວ່າ “ບໍ່ເຄີຍມີຂໍ້ຄວາມໃດຂອງພຣະຄຳພີຕ້ອງຈິດໃຈຂອງມະນຸດດ້ວຍອຳນາດຫລາຍກວ່າຂໍ້ຄວາມນີ້ ມັນເບິ່ງຄືວ່າມັນຕ້ອງຄວາມຮູ້ສຶກທຸກຢ່າງຂອງຈິດໃຈຂອງຂ້າພະເຈົ້າດ້ວຍພະລັງອັນແຮງກ້າ.”19 ອຳນາດທີ່ໂຈເຊັບ ສະມິດ ກ່າວເຖິງນັ້ນແມ່ນ ລິດເດດຂອງພຣະວິນຍານບໍລິສຸດ. ດັ່ງນັ້ນ ໂຈເຊັບ ສະມິດ ຈຶ່ງໄດ້ເຂົ້າໄປໃນປ່າທີ່ຢູ່ໃກ້ເຮືອນຂອງເພິ່ນ ແລ້ວໄປຄຸເຂົ່າທູນຖາມພຣະເຈົ້າ. ແລ້ວມີພາບນິມິດເກີດຂຶ້ນ ພາບນັ້ນພິເສດເລີດລ້ຳອີ່ຫລີ. ແຕ່ຫົນທາງສູ່ການມາຢ້ຽມຢາມເປັນສ່ວນຕົວຂອງພຣະບິດາ ແລະ ພຣະບຸດ ເລີ່ມມາຈາກການກະຕຸ້ນຂອງພຣະວິນຍານບໍລິສຸດທີ່ຊວນໃຫ້ເພິ່ນອະທິຖານ.

ຄວາມຈິງເລື່ອງພຣະກິດຕິຄຸນໄດ້ຖືກຟື້ນຟູຄືນມາໃໝ່ ຍ້ອນການໝັ່ນອະທິຖານ ແລ້ວຈະມີການຮັບ ແລະ ການກະຕຸ້ນຈາກພຣະວິນຍານບໍລິສຸດ. ໃຫ້ພິຈາລະນາຕົວຢ່າງ ດັ່ງຕໍ່ໄປນີ້: ການແປພຣະຄຳພີມໍມອນ, ການຟື້ນຟູຖານະປະໂລຫິດ ແລະ ພິທີການຕ່າງໆ—ຕົວຢ່າງສອງສາມຢ່າງເຊັ່ນ ເລີ່ມຈາກການບັບຕິສະມາ, ແລະ ການຈັດຕັ້ງສາດສະໜາຈັກ. ຂ້າພະເຈົ້າເປັນພະຍານວ່າ ໃນປະຈຸບັນນີ້ ການເປີດເຜີຍຈາກພຣະຜູ້ເປັນເຈົ້າ ຕໍ່ປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ ແມ່ນໄດ້ຮັບຕາມແບບແຜນສັກສິດອັນດຽວກັນ. ນີ້ແມ່ນແບບແຜນສັກສິດອັນດຽວກັນທີ່ເຮັດໃຫ້ເກີດການເປີດເຜີຍສ່ວນຕົວ.

ພວກເຮົາໃຫ້ກຽດທຸກຄົນ ທີ່ຕິດຕາມພຣະວິນຍານບໍລິສຸດ ເພື່ອທີ່ຈະຮັບເອົາພຣະກິດຕິຄຸນທີ່ຟື້ນຟູຄືນມາໃໝ່, ນັ້ນເລີ່ມຈາກຄອບຄົວຂອງໂຈເຊັບ ສະມິດ ເອງ. ເມື່ອໂຈເຊັບໜຸ່ມນ້ອຍ ໄດ້ບອກພໍ່ຂອງເພິ່ນກ່ຽວກັບການມາຢ້ຽມຢາມຂອງໂມໂຣໄນ. ພໍ່ຂອງເພິ່ນກໍໄດ້ຮັບການຢືນຢັນເຖິງເຫດການນັ້ນດ້ວຍຕົວເພິ່ນເອງ. ໂຈເຊັບກໍໄດ້ປ່ອຍຈາກໜ້າທີ່ການເຮັດໄຮ່ ເຮັດນາ ແລະ ສົ່ງເສີມໃຫ້ເພິ່ນເຮັດຕາມທູດສະຫວັນນັ້ນໂດຍທັນທີ.

ໃນຖານະທີ່ເປັນພໍ່ແມ່ ແລະ ຜູ້ນຳ ຂໍໃຫ້ເຮົາເຮັດເຊັ່ນນັ້ນເໝືອນກັນ. ຈົ່ງພາກັນສົ່ງເສີມລູກຂອງເຮົາ ແລະ ຄົນອື່ນໆໃຫ້ຕິດຕາມການນຳທາງຂອງພຣະວິນຍານບໍລິສຸດ. ໂດຍການທີ່ເຮົາເອງກໍຕິດຕາມພຣະວິນຍານບໍລິສຸດ ໂດຍການນຳພາຢ່າງສຸພາບ, ອ່ອນໂຍນ, ມີເມດຕາ, ອົດທົນນານ, ແລະ ມີຄວາມຮັກທີ່ບໍ່ມີມານຍາ.20

ພຣະວິນຍານບໍລິສຸດເປັນສິ່ງເສື່ອມໂຍງສຳລັບວຽກງານຂອງພຣະເຈົ້າ ໃນຄອບຄົວ ແລະ ທົ່ວສາດສະໜາຈັກ. ຂ້າພະເຈົ້າຂໍອະນຸຍາດແບ່ງປັນຕົວຢ່າງຈາກປະສົບການສ່ວນຕົວໃນຊີວິດ ແລະ ການຮັບໃຊ້ສາດສະໜາຈັກໄດ້ບໍ່? ຂ້າພະເຈົ້າຂໍເວົ້າໃນການເປັນພະຍານສ່ວນຕົວວ່າ ພຣະວິນຍານບໍລິສຸດໃຫ້ພອນແກ່ເຮົາທຸກຄົນ.

ຫລາຍປີມາແລ້ວ ຊິດສະເຕີ ແຮວສ໌ ແລະ ຂ້າພະເຈົ້າໄດ້ວາງແຜນເປັນເຈົ້າພາບໃຫ້ຄົນຮ່ວມງານມາກິນເຂົ້າແລງຢູ່ບ້ານ. ຕອນກັບເມືອຈາກຫ້ອງການມື້ນັ້ນ ຂ້າພະເຈົ້າຖືກດົນໃຈໃຫ້ແວ່ເຮືອນຂອງແມ່ໝ້າຍຄົນໜຶ່ງທີ່ຕົນສອນປະຈຳບ້ານ. ເມື່ອຂ້າພະເຈົ້າເອງເຄາະປະຕູຂອງລາວ, ລາວໄດ້ເວົ້າວ່າ “ພໍດີຂ້ອຍໄດ້ອະທິຖານໃຫ້ເຈົ້າມາ.” ຄວາມບັນດານໃຈນັ້ນມາຈາກໃສ? ມັນແມ່ນຈາກພຣະວິນຍານບໍລິສຸດ.

ເທື່ອໜຶ່ງ ຫລັງຈາກຫາຍປ່ວຍໜັກແລ້ວ ຂ້າພະເຈົ້າໄດ້ໄປເປັນປະທານໃນການປະຊຸມສະເຕກ. ເພື່ອແພງແຮງຕົນເອງ, ຂ້າພະເຈົ້າມີແຜນທີ່ຈະອອກຈາກໂບດທັນທີ ຫລັງຈາກພາກປະຊຸມຜູ້ນຳຖານະປະໂລຫິດ. ແຕ່ຫລັງຈາກການປິດອະທິຖານ, ພຣະວິນຍານໄດ້ກ່າວກັບຂ້າພະເຈົ້າ, “ທ່ານກຳລັງຈະໄປໃສ?” ຂ້າພະເຈົ້າຖືກດົນໃຈໃຫ້ໄປຈັບມືທຸກຄົນເມື່ອເຂົາເຈົ້າອອກຈາກຫ້ອງ. ເມື່ອແອວເດີໜຸ່ມຄົນໜຶ່ງກ້າວອອກມາ ຂ້າພະເຈົ້າໄດ້ຮັບການດົນໃຈ ໃຫ້ບອກຂ່າວພິເສດແກ່ລາວ. ລາວກົ້ມໜ້າຢູ່, ແລະ ຂ້າພະເຈົ້າໄດ້ລໍຖ້າລາວ ໃຫ້ຫລຽວໜ້າຂຶ້ນ, ແລ້ວຂ້າພະເຈົ້າໄດ້ກ່າວກັບລາວວ່າ, “ໃຫ້ອະທິຖານຫາພຣະບິດາເທິງສະຫວັນ, ເຊື່ອຟັງພຣະວິນຍານບໍລິສຸດ, ເຮັດຕາມການກະຕຸ້ນທີ່ໄດ້ປະທານໃຫ້, ແລະ ທຸກຢ່າງໃນຊີວິດຂອງເຈົ້າຈະເປັນໄປດ້ວຍດີ.” ຕໍ່ມາປະທານສະເຕກ ໄດ້ບອກຂ້າພະເຈົ້າວ່າ ຊາຍໜຸ່ມຄົນນັ້ນໄດ້ກັບຈາກການເປັນຜູ້ສອນສາດສະໜາກ່ອນກຳນົດ. ຕາມທີ່ໄດ້ຮັບການດົນໃຈ, ປະທານສະເຕກໄດ້ໃຫ້ສັນຍາພໍ່ຂອງຊາຍໜຸ່ມຄົນນັ້ນວ່າ ຖ້າລາວພາລູກຂອງລາວໄປປະຊຸມຖານະປະໂລຫິດ “ແອວເດີ ແຮວສ໌ ຈະເວົ້າກັບລູກຊາຍຂອງລາວ.” ເປັນຫຍັງຂ້າພະເຈົ້າຈຶ່ງຈັບມືກັບທຸກໆຄົນ? ເປັນຫຍັງຂ້າພະເຈົ້າຈຶ່ງໄດ້ຢຸດເວົ້າລົມກັບຊາຍໜຸ່ມພິເສດຄົນນີ້? ເປັນຫຍັງຂ້າພະເຈົ້າຈຶ່ງໃຫ້ຄຳແນະນຳນັ້ນ? ງ່າຍໆ: ແມ່ນຍ້ອນພຣະວິນຍານບໍລິສຸດແທ້ໆ.

ໃນຕົ້ນປີ 2005, ຂ້າພະເຈົ້າໄດ້ຮັບການດົນໃຈໃຫ້ຕຽມຂ່າວສານສຳລັບກອງປະຊຸມໃຫຍ່ກ່ຽວກັບຄູ່ສອນສາດສະໜາອາວຸໂສ. ຫລັງຈາກກອງປະຊຸມໃຫຍ່ ສະມາຊິກຜູ້ຊາຍຄົນໜຶ່ງໄດ້ເວົ້າວ່າ: “ເມື່ອເຮົາຟັງການປາໄສນັ້ນ, … ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ຕ້ອງໃຈຂ້າພະເຈົ້າແທ້ໆໃນທັນທີ. … ຂ່າວສານນັ້ນບອກຄັກແທ້ໆ ສຳລັບຂ້າພະເຈົ້າ ແລະ ສຸດທີ່ຮັກຂອງຂ້າພະເຈົ້າ. ພວກເຮົາຄວນຈະໄປສອນສາດສະໜາ, ແລະ ມັນກໍເຖິງເວລາແລ້ວ. ເມື່ອຂ້າພະເຈົ້າ … ຫລຽວເບິ່ງພັນລະຍາຂອງຂ້າພະເຈົ້າ, ຂ້າພະເຈົ້າຮູ້ວ່າ ນາງກໍຮູ້ສຶກເຖິງພຣະວິນຍານນັ້ນເໝືອນກັນ.”21 ແມ່ນຫຍັງທີ່ເຮັດໃຫ້ເຮົາຕອບຮັບຢ່າງໝັ້ນໃຈຈາກການດົນໃຈນັ້ນ? ແມ່ນພຣະວິນຍານບໍລິສຸດແທ້ໆ.

ເຖິງລູກຫລານ ແລະ ເຫລນຂອງຂ້າພະເຈົ້າ ແລະ ຄົນທີ່ໄດ້ຍິນສຽງຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍບອກທ່ານວ່າ ມີການເປີດເຜີຍສ່ວນຕົວ ແລະ ການນຳທາງປະຈຳວັນຕະຫລອດ, ການເຕືອນ, ການຊຸກຍູ້, ແລະ ພະລັງ. ການຊຳລະວິນຍານ, ການປອບໂຍນ, ແລະ ຄວາມສະຫງົບສຸກ ຈະມາສູ່ຄອບຄົວຂອງເຮົາໂດຍຜ່ານທາງພຣະວິນຍານບໍລິສຸດ. ໂດຍຜ່ານທາງພຣະວິນຍານບໍລິສຸດ, ເຮົາຈະສຳພັດກັບຄວາມເມດຕາປານີ ຢ່າງຫລວງຫລາຍ22 ແລະ ການມະຫັດສະຈັນທີ່ບໍ່ເຄີຍສິ້ນສຸດ ຈາກພຣະຄຣິດ.23

ຂ້າພະເຈົ້າຂໍເປັນພະຍານພິເສດວ່າ ພຣະຜູ້ຊ່ວຍໃຫ້ລອດຊົງພຣະຊົນຢູ່. ຂ້າພະເຈົ້າຂໍສະແດງຄວາມຮັກ ຄວາມກະຕັນຍູ ຕໍ່ພຣະບິດາເທິງສະຫວັນສຳລັບຂອງປະທານແຫ່ງພຣະວິນຍານບໍລິສຸດ ທີ່ພຣະອົງໄດ້ເປີດເຜີຍຄວາມປະສົງ ແລະ ຊ່ວຍເຫລືອເຮົາໃນຊີວິດຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.