​2010–2019
ອຳນາດຂອງຄວາມເປັນເໝືອນພຣະເຈົ້າ
ເມສາ 2016


ອຳນາດຂອງຄວາມເປັນເໝືອນພຣະເຈົ້າ

ພຣະວິຫານແຕ່ລະແຫ່ງເປັນບ້ານທີ່ບໍລິສຸດ, ບ້ານທີ່ສັກສິດ, ແລະ ໃນທີ່ນັ້ນເຮົາແຕ່ລະຄົນສາມາດຮຽນຮູ້ ແລະ ຮູ້ຈັກອຳນາດຂອງການເປັນເໝືອນພຣະເຈົ້າ.

ພຽງແຕ່ສາມສີ່ເດືອນກ່ອນສາດສະດາໂຈເຊັບ ສະມິດ ໄດ້ເສຍຊີວິດໄປ, ເພິ່ນໄດ້ພົບປະກັບອັກຄະສາວົກສິບສອງ ເພື່ອເວົ້າລົມກ່ຽວກັບຄວາມຕ້ອງການອັນໃຫຍ່ຫລວງທີ່ສຸດ ທີ່ສາດສະໜາຈັກກຳລັງໄດ້ປະເຊີນຢູ່ ໃນຊ່ວງເວລາ ທີ່ຍາກລຳບາກນັ້ນ. ເພິ່ນໄດ້ບອກເຂົາເຈົ້າວ່າ, “ພວກເຮົາຕ້ອງການພຣະວິຫານຫລາຍກວ່າສິ່ງອື່ນໃດທັງໝົດ.”1 ແນ່ນອນວ່າ ໃນວັນເວລາທີ່ຍາກລຳບາກເຫລົ່ານີ້, ເຮົາແຕ່ລະຄົນ ແລະ ຄອບຄົວຂອງເຮົາ ກໍຕ້ອງການພຣະວິຫານຫລາຍກວ່າສິ່ງອື່ນໃດທັງໝົດ.

ໃນລະຫວ່າງການອຸທິດພຣະວິຫານເມື່ອບໍ່ດົນມານີ້, ຂ້າພະເຈົ້າດີໃຈຫລາຍກັບປະສົບການທັງໝົດ. ຂ້າພະເຈົ້າມັກການເປີດທ່ຽວຊົມພຣະວິຫານ, ການທັກທາຍຕ້ອນຮັບຜູ້ທ່ຽວຊົມຫລາຍໆຄົນ ທີ່ໄດ້ມາຊົມພຣະວິຫານ; ຂ້າພະເຈົ້າມັກການສະຫລອງວັດທະນາທຳດ້ວຍຄວາມເບີກບານ ແລະ ຄວາມຕື່ນເຕັ້ນຂອງຊາວໜຸ່ມ; ທີ່ໄດ້ຕິດຕາມດ້ວຍພາກອຸທິດທີ່ປະເສີດ. ພຣະວິນຍານກໍໜ້າພຶ່ງພໍໃຈ. ຫລາຍໆຄົນໄດ້ຮັບພອນ. ແລະ ແລ້ວເຊົ້າມື້ຕໍ່ມາ, ພັນລະຍາ ແລະ ຂ້າພະເຈົ້າໄດ້ລົງໄປໃນອ່າງບັບຕິສະມາ ເພື່ອມີສ່ວນໃນການຮັບບັບຕິສະມາ ແທນບັນພະບຸລຸດຂອງພວກເຮົາເອງ. ເມື່ອຂ້າພະເຈົ້າໄດ້ຍົກແຂນຂຶ້ນເພື່ອຈະເລີ່ມພິທີການນັ້ນ, ຂ້າພະເຈົ້າໄດ້ຮູ້ສຶກຕື້ນຕັນໃຈຫລາຍໂດຍອຳນາດຂອງພຣະວິນຍານ. ຂ້າພະເຈົ້າໄດ້ຮັບຮູ້ອີກເທື່ອໜຶ່ງວ່າ ອຳນາດທີ່ແທ້ຈິງແມ່ນຢູ່ໃນພິທີການຕ່າງໆເຫລົ່ານັ້ນເອງ.

ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ເປີດເຜີຍ, ຄວາມສົມບູນຂອງຖານະປະໂລຫິດແຫ່ງເມນຄີເສເດັກ ແມ່ນພົບເຫັນຢູ່ໃນພຣະວິຫານ ແລະ ພິທີການຕ່າງໆ, ເພາະໃນນັ້ນມີຂໍກະແຈຂອງຖານະປະໂລຫິດອັນສັກສິດຖືກແຕ່ງຕັ້ງໄວ້, ເພື່ອວ່າພວກເຮົາຈະໄດ້ຮັບກຽດຕິຍົດ ແລະ ລັດສະໝີພາບ.2 ສະນັ້ນ, ໃນພິທີການດັ່ງກ່າວ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າຈະສະແດງໃຫ້ປະຈັກ.3 ຄຳສັນຍານີ້ ແມ່ນສຳລັບທ່ານ ແລະ ຄອບຄົວຂອງທ່ານ.

ໜ້າທີ່ຮັບຜິບຊອບຂອງເຮົາແມ່ນຈະ “ຮັບເອົາ” ສິ່ງທີ່ພຣະບິດາຂອງເຮົາມີໃຫ້ເຮົາ.4 ເພາະແກ່ຄົນທີ່ຮັບເອົາ ພຣະເຈົ້າຈະມອບໃຫ້ຢ່າງຫລວງຫລາຍ, ແມ່ນແຕ່ອຳນາດ:5 ອຳນາດທີ່ຈະໄດ້ຮັບທຸກສິ່ງ ທີ່ພຣະອົງສາມາດປະທານ ແລະ ຈະປະທານໃຫ້ເຮົາ—ໃນເວລານີ້ ແລະ ໃນຊົ່ວນິລັນດອນ;6 ອຳນາດທີ່ຈະກາຍເປັນບຸດ ແລະ ທິດາຂອງພຣະເຈົ້າ,7 ທີ່ຈະຮູ້ຈັກອຳນາດແຫ່ງສະຫວັນ,8 ທີ່ຈະກ່າວໃນພຣະນາມຂອງພຣະອົງ,9 ແລະ ຮັບເອົາອຳນາດຂອງພຣະວິນຍານ (ຂອງພຣະອົງ).”10 ອຳນາດເຫລົ່ານີ້ກໍມີໄວ້ໃຫ້ເຮົາແຕ່ລະຄົນເປັນການສ່ວນຕົວ ຜ່ານພິທີການ ແລະ ພັນທະສັນຍາຕ່າງໆ ທີ່ກ່ຽວພັນກັບພຣະວິຫານ.

ນີໄຟໄດ້ເຫັນວັນເວລາຂອງເຮົາໃນພາບນິມິດທີ່ຍິ່ງໃຫຍ່ຂອງເພິ່ນວ່າ: “ຂ້າພະເຈົ້ານີໄຟໄດ້ເຫັນ ອຳນາດ ຂອງພຣະເມສານ້ອຍຂອງພຣະເຈົ້າລົງມາເທິງໄພ່ພົນຂອງສາດສະໜາຈັກຂອງພຣະເມສານ້ອຍ ແລະ ຜູ້ຄົນແຫ່ງພັນທະສັນຍາ ຂອງພຣະຜູ້ເປັນເຈົ້າ ຊຶ່ງກະຈັດກະຈາຍໄປຕາມຜືນແຜ່ນດິນໂລກ; ແລະ ພວກເຂົາ ມີອາວຸດຄືຄວາມຊອບທຳ ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່.11

ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ມີສິດທິພິເສດ ທີ່ໄດ້ຢູ່ໃນຕອນເປີດຊົມພຣະວິຫານກັບປະທານຣະໂຊ ເອັມ ແນວສັນ ແລະ ຄອບຄົວຂອງເພິ່ນ ຂະນະທີ່ເພິ່ນໄດ້ເຕົ້າໂຮມເຂົາເຈົ້າຢູ່ອ້ອມແທ່ນບູຊາ ແລະ ໄດ້ອະທິບາຍໃຫ້ເຂົາເຈົ້າຮູ້ວ່າ ທຸກສິ່ງທີ່ເຮົາເຮັດລົງໄປໃນສາດສະໜາຈັກ—ທຸກໆການປະຊຸມ, ກິດຈະກຳ, ບົດຮຽນ, ແລະ ການຮັບໃຊ້ທັງໝົດ—ແມ່ນເພື່ອຈັດຕຽມເຮົາແຕ່ລະຄົນໃຫ້ມາພຣະວິຫານ ແລະ ຄຸເຂົ່າລົງຢູ່ທີ່ແທ່ນບູຊາ ເພື່ອຮັບເອົາພອນທັງໝົດທີ່ພຣະບິດາໄດ້ສັນຍາໄວ້ໃຫ້ຕະຫລອດຊົ່ວນິລັນດອນ.12

ຕາບໃດທີ່ເຮົາຮູ້ສຶກເຖິງພອນຕ່າງໆຂອງພຣະວິຫານໃນຊີວິດຂອງເຮົາ, ຈິດໃຈຂອງເຮົາກໍຈະຫັນໄປຫາຄອບຄົວຂອງເຮົາ, ທັງຜູ້ທີ່ມີຊີວິດຢູ່ ແລະ ຜູ້ທີ່ລ່ວງລັບໄປແລ້ວ.

ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ເຫັນຄອບຄົວທີ່ມີສາມລຸ້ນຄົນ ມີສ່ວນຮ່ວມໃນການຮັບບັບຕິສະມານຳກັນ ແທນບັນພະບຸລຸດຂອງເຂົາເຈົ້າ. ແມ່ນແຕ່ແມ່ຕູ້ຍ່າກໍໄດ້ມີສ່ວນຮ່ວມ—ເຖິງແມ່ນວ່ານາງມີຄວາມຢ້ານກົວທີ່ຈະຖືກຈຸ່ມລົງນ້ຳ. ເມື່ອນາງໄດ້ຂຶ້ນຈາກນ້ຳ ແລະ ໂອບກອດສາມີຂອງນາງ, ນາງໄດ້ຫລັ່ງນ້ຳຕາດ້ວຍຄວາມດີໃຈ. ແລ້ວພໍ່ຕູ້ປູ່ ແລະ ຜູ້ເປັນພໍ່ໄດ້ບັບຕິສະມາໃຫ້ກັນ ແລະ ຫລານຫລາຍຄົນ. ຈະມີປະສົບການໃດບໍທີ່ຈະໃຫ້ຄອບຄົວມີຄວາມສຸກນຳກັນຫລາຍກວ່ານີ້? ພຣະວິຫານແຕ່ລະແຫ່ງມີເວລາພິເສດໄວ້ໃຫ້ຄອບຄົວ ເພື່ອຈະໃຫ້ທ່ານ ແລະ ຄອບຄົວຈັດເວລາໄປຮັບບັບຕິສະມາ.

ບໍ່ດົນກ່ອນປະທານໂຈເຊັບ ແອັຟ ສະມິດ ໄດ້ເສຍຊີວິດໄປ ເພິ່ນໄດ້ຮັບພາບນິມິດເຖິງການໄຖ່ຄົນຕາຍ. ເພິ່ນໄດ້ສອນວ່າຜູ້ທີ່ຢູ່ໃນໂລກວິນຍານເພິ່ງພິທີການຕ່າງໆທີ່ເຮົາຮັບແທນເຂົາເຈົ້າ. ພຣະຄຳພີກ່າວວ່າ ຄົນຕາຍຜູ້ທີ່ກັບໃຈຈະຖືກໄຖ່, ຜ່ານການເຊື່ອຟັງຕໍ່ພິທີການຂອງບ້ານຂອງພຣະເຈົ້າ.”13 ເຮົາຮັບເອົາພິທີການແທນເຂົາເຈົ້າ, ແຕ່ເຂົາເຈົ້າຈະເຮັດ ແລະ ຮັບຜິດຊອບຕໍ່ພັນທະສັນຍາແຕ່ລະຢ່າງທີ່ກ່ຽວພັນກັບພິທີການແຕ່ລະຢ່າງນັ້ນ. ແນ່່ນອນວ່າ, ເຮົາສາມາດຮູ້ສຶກເຖິງຜູ້ຄົນທີ່ຢູ່ໃນໂລກວິນຍານ ແລະ ເຂົາເຈົ້າສາມາດຮັບຮູ້ພິທີການທຸກຢ່າງທີ່ຖືກເຮັດລົງໄປເພື່ອເຂົາເຈົ້າ.

ແລ້ວແມ່ນຫຍັງຄືໜ້າທີ່ຮັບຜິດຊອບສ່ວນຕົວຂອງເຮົາ ທີ່ຈະມີສ່ວນຮ່ວມໃນວຽກງານນີ້, ທັງໃນຖານະຜູ້ໄປພຣະວິຫານ ແລະ ຜູ້ເຮັດວຽກໃນພຣະວິຫານ? ສາດສະດາໂຈເຊັບ ສະມິດ ໄດ້ສອນໄພ່ພົນໃນປີ 1840 ວ່າ ຕ້ອງມີຄວາມພະຍາຍາມຫລາຍຂຶ້ນ, ແລະ ຊັບສິນຈະຖືກຮຽກຮ້ອງ—ແລະ ເພາະວຽກງານ [ທີ່ຈະສ້າງພຣະວິຫານ] ຕ້ອງຖືກເລັ່ງຂຶ້ນໃນຄວາມຊອບທຳ, ມັນກໍສົມຄວນທີ່ໄພ່ພົນປະເມີນຄວາມສຳຄັນຂອງເລື່ອງເຫລົ່ານີ້, ໃນຄວາມຄິດຂອງເຂົາເຈົ້າ, … ແລະ ແລ້ວປະຕິບັດຕາມຂັ້ນຕອນທີ່ຈຳເປັນ ເພື່ອຈະສຳເລັດວຽກງານນີ້; ແລະ ຕຽມຕົວເຂົາເຈົ້າເອງດ້ວຍຄວາມກ້າຫານ, ຕັ້ງໃຈເດັດດ່ຽວທີ່ຈະເຮັດທຸກສິ່ງຈົນສຸດຄວາມສາມາດ, ແລະ ຮູ້ສຶກຄືກັບວ່າວຽກງານນີ້ຂຶ້ນຢູ່ກັບເຂົາເຈົ້າເທົ່ານັ້ນ.”14

ໃນພຣະທຳ ພຣະນິມິດ ເຮົາອ່ານວ່າ:

“ພວກທີ່ນຸ່ງເສື້ອຄຸມສີຂາວນັ້ນແມ່ນໃຜ ແລະ ມາແຕ່ໃສ?

“… ຄົນເຫລົ່ານີ້ແມ່ນພວກທີ່ໄດ້ຜ່ານການຖືກຂົ່ມເຫັງຢ່າງໜັກ. ພວກເຂົາໄດ້ຊຳລະເສື້ອລ່າມຂອງພວກເຂົາໃຫ້ຂາວສະອາດ ດ້ວຍເລືອດຂອງພຣະເມສານ້ອຍ.

“ດັ່ງນັ້ນ ພວກເຂົາຈຶ່ງໄດ້ຢືນຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ, ແລະ ບົວລະບັດຮັບໃຊ້ພຣະອົງໃນພຣະວິຫານ: ທັງກາງເວັນ ແລະ ກາງຄືນ ແລະ ພຣະອົງຜູ້ທີ່ປະທັບຢູ່ເທິງບັນລັງນັ້ນ ຈະສະຖິດຢູ່ນຳ ແລະ ປົກປ້ອງຄຸ້ມຄອງພວກເຂົາ.”15

ທ່ານສາມາດວາດພາບເຫັນໄດ້ບໍ ເຖິງຜູ້ຄົນທີ່ຮັບໃຊ້ໃນພຣະວິຫານໃນທຸກວັນນີ້?

ມີຫລາຍກວ່າ 120,000 ຄົນ ທີ່ເປັນຜູ້ດຳເນີນພິທີການ ໃນພຣະວິຫານໃນ 150 ແຫ່ງທີ່ເປີດບໍລິການຢູ່ຕະຫລອດທົ່ວໂລກ. ແຕ່ຍັງມີໂອກາດຢູ່ເພື່ອໃຫ້ຫລາຍຄົນອີກມີປະສົບການທີ່ຫວານຊື່ນນີ້. ເມື່ອປະທານກໍດອນ ບີ ຮິງລີ ໄດ້ປະກາດເຖິງຄວາມຄິດທີ່ຈະສ້າງພຣະວິຫານອີກຫລາຍໆແຫ່ງຕະຫລອດທົ່ວໂລກ, ເພິ່ນໄດ້ສອນວ່າ “ຜູ້ດຳເນີນພິທີການໃນພຣະວິຫານທຸກຄົນຈະເປັນຜູ້້ຄົນໃນທ້ອງຖິ່ນ ຜູ້ທີ່ຈະຮັບໃຊ້ໃນໜ້າທີ່ອື່ນໆອີກ ໃນຫວອດ ແລະ ສະເຕກຂອງເຂົາເຈົ້າ.”16 ຕາມປົກກະຕິແລ້ວ, ຜູ້ທີ່ດຳເນີນພິທີການໃນພຣະວິຫານຖືກເອີ້ນໃຫ້ຮັບໃຊ້ເປັນເວລາສອງ ຫລື ສາມປີ, ດ້ວຍໂອກາດທີ່ຈະຕໍ່ການເອີ້ນອີກນານກວ່ານັ້ນ. ບໍ່ໄດ້ເປັນຄວາມປະສົງທີ່ວ່າ ເມື່ອທ່ານຖືກເອີ້ນແລ້ວ ທ່ານຈະຢູ່ໃນຖານະນັ້ນນານເທົ່າທີ່ທ່ານສາມາດ. ຜູ້ດຳເນີນພິທີການເປັນເວລາດົນນານຫລາຍຄົນ ໄດ້ນຳເອົາຄວາມຮັກຂອງເຂົາເຈົ້າທີ່ມີຕໍ່ພຣະວິຫານໄປນຳເຂົາເຈົ້າ ຕອນເຂົາເຈົ້າຖືກປົດຈາກຕຳແໜ່ງ ແລະ ອະນຸຍາດໃຫ້ຜູ້ດຳເນີນພິທີການຄົນໃໝ່ ໃຫ້ຮັບໃຊ້ດ້ວຍ.

ເກືອບ 100 ປີຜ່ານມາແລ້ວ, ອັກຄະສາວົກ ຈອນ ເອ ວິດໂຊ ໄດ້ສອນວ່າ: “ເຮົາຕ້ອງການຜູ້ດຳເນີນພິທີການຫລາຍຂຶ້ນ ເພື່ອຈະບັນລຸວຽກງານອັນປະເສີດ [ນີ້]. … ເຮົາຕ້ອງການຜູ້ຄົນທີ່ມີປະຈັກພະຍານທີ່ໜັກແໜ້ນເຖິງວຽກງານນີ້, ທັງຜູ້ໜຸ່ມ ແລະ ຜູ້ແກ່. ເວລາໄດ້ມາເຖິງແລ້ວ, ໃນຄວາມພະຍາຍາມທີ່ຈະສຳເລັດວຽກງານພຣະວິຫານ, ເພື່ອຈະນຳຜູ້ຄົນໃນທຸກໆໄວ ໃຫ້ມາຮັບໃຊ້ຢ່າງກະຕືລືລົ້ນ. … ວຽກງານພຣະວິຫານເປັນ … ຜົນປະໂຫຍດດີຕໍ່ຄົນໜຸ່ມທີ່ຫ້າວຫັນ, ແລະ ຕໍ່ຜູ້ທີ່ສູງອາຍຸ, ຜູ້ທີ່ໄດ້ປ່່ອຍວາງພາລະໜັກຂອງຊີວິດໄວ້ເບື້ອງຫລັງແລ້ວ. ຊາຍໜຸ່ມຕ້ອງການພຣະວິຫານຫລາຍກວ່າພໍ່ ແລະ ພໍ່ຕູ້ຂອງລາວ, ຜູ້ທີ່ໝັ້ນຄົງແລ້ວເພາະປະສົບການຫລາຍຢ່າງໃນຊີວິດ, ແລະ ຍິງໜຸ່ມທີ່ກຳລັງກ້າວເຂົ້າສູ່ຊີວິດ, ກໍຕ້ອງການພຣະວິນຍານ, ອິດທິພົນ ແລະ ການຊີ້ນຳທີ່ມາຈາກການມີສ່ວນຮ່ວມໃນພິທີການພຣະວິຫານ.”17

ໃນພຣະວິຫານຫລາຍແຫ່ງ, ປະທານພຣະວິຫານຍິນດີຕ້ອນຮັບຜູ້ສອນສາດສະໜາໃໝ່ ທີ່ຫາກໍໄດ້ຮັບການເອີ້ນ ແລະ ໄດ້ຮັບພອນສັກສິດໃນພຣະວິຫານ, ທັງຊາຍ ແລະ ຍິງໜຸ່ມ, ທີ່ຈະຮັບໃຊ້ເປັນເວລາສັ້ນໆ ເປັນຜູ້ດຳເນີນພິທີການໃນພຣະວິຫານ ກ່ອນຈະເຂົ້າສູນອົບລົມຜູ້ສອນສາດສະໜາ. ຄົນໜຸ່ມເຫລົ່ານີ້ບໍ່ພຽງແຕ່ໄດ້ຮັບພອນທີ່ຈະຮັບໃຊ້, ແຕ່ “ເຂົາເຈົ້າເພີ່ມຄວາມສວຍງາມ ແລະ ຄວາມຮູ້ສຶກເຖິງພຣະວິນຍານໃຫ້ແກ່ທຸກຄົນທີ່ຮັບໃຊ້ຢູ່ໃນພຣະວິຫານນຳອີກ.”18

ຂ້າພະເຈົ້າໄດ້ຖາມຊາຍ ແລະ ຍິງໜຸ່ມຫລາຍຄົນ ຜູ້ທີ່ໄດ້ຮັບໃຊ້ເປັນພະນັກງານພິທີການ ກ່ອນ ແລະ ຫລັງຈາກການເຜີຍແຜ່ຂອງເຂົາເຈົ້າ ໃຫ້ແບ່ງປັນຄວາມຮູ້ສຶກຂອງເຂົາເຈົ້າ. ເຂົາເຈົ້າໄດ້ໃຊ້ສຳນວນດັ່ງຕໍ່ໄປນີ້ ເພື່ອບັນຍາຍເຖິງປະສົບການຂອງເຂົາເຈົ້າໃນພຣະວິຫານ:

ເມື່ອຂ້ານ້ອຍຮັບໃຊ້ໃນພຣະວິຫານ

  • ຂ້ານ້ອຍ “ຮູ້ສຶກວ່າໄດ້ຢູ່ໃກ້ພຣະບິດາ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງຂ້ານ້ອຍ”;

  • ຂ້ານ້ອຍຮູ້ສຶກເຖິງ “ຄວາມສັນຕິສຸກ ແລະ ຄວາມສຸກທີ່ສົມບູນ”;

  • ຂ້ານ້ອຍມີຄວາມຮູ້ສຶກວ່າ “ໄດ້ຢູ່ໃນບ້ານ”;

  • ຂ້ານ້ອຍໄດ້ຮັບ “ຄວາມສັກສິດ, ພະລັງ, ແລະ ຄວາມເຂັ້ມແຂງ”;

  • ຂ້ານ້ອຍ “ຮູ້ສຶກເຖິງຄວາມສຳຄັນຂອງພັນທະສັນຍາສັກສິດຂອງຂ້ານ້ອຍ”;

  • “ພຣະວິຫານໄດ້ກາຍເປັນພາກສ່ວນໜຶ່ງກັບຕົວຂ້ານ້ອຍ”;

  • “ຜູ້ຄົນທີ່ເຮົາຮັບໃຊ້ກໍຢູ່ໃກ້ໆ ໃນລະຫວ່າງພິທີການເຫລົ່ານັ້ນ”;

  • “ມັນໃຫ້ຄວາມເຂັ້ມແຂງແກ່ຂ້ານ້ອຍ ທີ່ຈະເອົາຊະນະການທ້າທາຍ”; ແລະ

  • “ພຣະວິຫານໄດ້ປ່ຽນຊີວິດຂອງຂ້ານ້ອຍຕະຫລອດໄປ.”19

ການຮັບໃຊ້ໃນພຣະວິຫານເປັນປະສົບການທີ່ລ້ຳຄ່າ ແລະ ມີພະລັງຫລາຍສຳລັບຜູ້ຄົນໃນທຸກໆໄວ. ແມ່ນແຕ່ຄູ່ສາມີພັນລະຍາທີ່ຫາກໍແຕ່ງງານໃໝ່ກໍຮັບໃຊ້ໃນພຣະວິຫານໄດ້. ປະທານແນວສັນໄດ້ສອນວ່າ, “ການຮັບໃຊ້ຢູ່ໃນພຣະວິຫານ … ເປັນກິດຈະກຳທີ່ສູງສົ່ງສຳລັບຄອບຄົວ.”20 ໃນຖານະຜູ້ດຳເນີນພິທີການພຣະວິຫານ, ນອກເໜືອໄປຈາກການຮັບເອົາພິທີການແທນບັນພະບຸລຸດຂອງທ່ານແລ້ວ, ທ່ານຍັງສາມາ ດຳເນີນ ໃນພິທີການແທນເຂົາເຈົ້ານຳອີກ.

ດັ່ງທີ່ ປະທານວິວເຝີດ ວຸດດຣັບ ໄດ້ກ່າວ:

“ຈະມີການເອີ້ນໃດແດ່ທີ່ຍິ່ງໃຫຍ່ກວ່າ ທີ່ຊາຍ [ແລະ ຍິງ] ຢູ່ເທິງໂລກຈະມີອຳນາດ ແລະ ສິດອຳນາດຢູ່ໃນກຳມືຂອງເຂົາ ທີ່ຈະກ້າວອອກໄປ ແລະ ປະຕິບັດພິທີການແຫ່ງຄວາມລອດນີ້ໄດ້? …

“… ທ່ານຈະກາຍເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າ ໃນຄວາມລອດຂອງຈິດວິນຍານນັ້ນ. ບໍ່ມີສິ່ງໃດເລີຍທີ່ຖືກມອບໃຫ້ມະນຸດທີ່ຈະມາທຽບເທົ່າກັບສິ່ງນີ້.”21

ເພິ່ນກ່າວຕໍ່ອີກວ່າ:

“ສຽງຊື່ມທີ່ສະຫງົບງຽບທີ່ມາຈາກພຣະວິນຍານສັກສິດຈະຖືກມອບໃຫ້ແກ່ [ທ່ານ] ແລະ ຂຸມຊັບແຫ່ງສະຫວັນ, ການປະຕິບັດຕໍ່ກັນກັບເຫລົ່າທູດ, ຈະຖືກເພີ່ມໃຫ້ແກ່ທ່ານເປັນບາງຄັ້ງບາງຄາວ.”22

“ນີ້ຄືຄຸນຄ່າຫລາຍກວ່າທຸກສິ່ງທັງໝົດທີ່ທ່ານ ຫລື ຂ້າພະເຈົ້າສາມາດສະລະໄດ້ [ລະຫວ່າງ] ສຳລັບເວລາສັ້ນໆ ທີ່ເຮົາມີຢູ່ເທິງໂລກໃນຊ່ວງມະຕະນີ້.”23

ປະທານທອມມັສ ແອັສ ມອນສັນ ເມື່ອບໍ່ດົນມານີ້ ໄດ້ເຕືອນເຮົາວ່າ “ພອນຈາກພຣະວິຫານແມ່ນລ້ຳຄ່າຫລາຍ.”24 “ບໍ່ມີການເສຍສະລະໃດຍິ່ງໃຫຍ່ເກີນໄປ.”25

ຂໍໃຫ້ມາພຣະວິຫານ. ຂໍໃຫ້ມາເລື້ອຍໆ. ຂໍໃຫ້ມາກັບຄອບຄົວ ແລະ ເພື່ອຄອບຄົວຂອງທ່ານ. ຂໍໃຫ້ມາ ແລະ ຊ່ວຍຄົນອື່ນໃຫ້ມານຳດ້ວຍ.

“ພວກທີ່ນຸ່ງເສື້ອຄຸມສີຂາວນັ້ນແມ່ນໃຜ?” ອ້າຍເອື້ອຍນ້ອງທັງຫລາຍ, ທ່ານ ເປັນຜູ້ຄົນເຫລົ່ານັ້ນ—ທ່ານຜູ້ທີ່ໄດ້ຮັບພິທີການພຣະວິຫານແລ້ວ, ຜູ້ທີ່ໄດ້ຮັກສາພັນທະສັນຍາຂອງທ່ານ ແມ່ນແຕ່ໂດຍການເສຍສະລະ; ທ່ານຜູ້ທີ່ກຳລັງຊ່ວຍຄອບຄົວຂອງທ່ານຄົ້ນພົບພອນຂອງການຮັບໃຊ້ໃນພຣະວິຫານ ແລະ ຜູ້ທີ່ໄດ້ຊ່ວຍຄົນອື່ນຕະຫລອດທາງນັ້ນມາ. ຂໍຂອບໃຈສຳລັບການຮັບໃຊ້ຂອງທ່ານ. ຂ້າພະເຈົ້າເປັນພະຍານວ່າ ພຣະວິຫານແຕ່ລະແຫ່ງເປັນບ້ານທີ່ບໍລິສຸດ, ບ້ານທີ່ສັກສິດຂອງພຣະອົງ ແລະ ໃນທີ່ນັ້ນເຮົາແຕ່ລະຄົນສາມາດຮຽນຮູ້ ແລະ ຮູ້ຈັກອຳນາດຂອງການເປັນເໝືອນພຣະເຈົ້າ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງອ້າງອີງ

  1. Teachings of Presidents of the Church: Joseph Smith (2007), 416; emphasis added.

  2. ເບິ່ງ Doctrine and Covenants 124:34.

  3. ເບິ່ງ Doctrine and Covenants 84:20.

  4. ເບິ່ງ ມາຣະໂກ 4:20, 24–25.

  5. ເບິ່ງ Doctrine and Covenants 71:6.

  6. ເບິ່ງ Doctrine and Covenants 84:38: ພຣະຄຣິດໄດ້ສອນວ່າ ຄົນທີ່ໄດ້ຮັບເອົາພຣະບິດາຂອງພຣະອົງ ກໍຮັບເອົາອານາຈັກຂອງພຣະບິດາຂອງພຣະອົງ; ສະນັ້ນ ທຸກສິ່ງທີ່ພຣະບິດາຂອງພຣະອົງມີ ຈະຖືກມອບໃຫ້ແກ່ເຂົາ. ຄຳສັນຍາເຫລົ່ານີ້ແມ່ນກ່ຽວພັນກັບພັນທະສັນຍາໃນພິທີການພຣະວິຫານຕ່າງໆ; ເບິ່ງ Doctrine and Covenants 132:20–24 ນຳອີກ.

  7. ເບິ່ງ Doctrine and Covenants 39:4; ເບິ່ງ Doctrine and Covenants 45:8; Moses 6:65–68 ນຳອີກ.

  8. ເບິ່ງ Doctrine and Covenants 121:36.

  9. ເບິ່ງ Doctrine and Covenants 1:20 ທີ່ສອນວ່າ ທຸກໆຄົນອາດກ່າວໃນພຣະນາມຂອງພຣະເຈົ້າອົງເປັນພຣະຜູ້ເປັນເຈົ້າ, ແມ່ນແຕ່ພຣະຜູ້ຊ່ວຍໃຫ້ລອດຂອງໂລກ.

  10. ເບິ່ງ Doctrine and Covenants 29:30.

  11. 1 ນີໄຟ 14:14; ເນັ້ນຄຳເນີ້ງ.

  12. ເບິ່ງ Russell M. Nelson, “Personal Preparation for Temple Blessings,” Liahona, July 2001, 37.

  13. ເບິ່ງ Doctrine and Covenants 138:58; ເບິ່ງ ຂໍ້ທີ 53–54 ນຳອີກ.

  14. Teachings: Joseph Smith, 415.

  15. ພຣະນິມິດ 7:13–15.

  16. Gordon B. Hinckley, “Some Thoughts on Temples, Retention of Converts, and Missionary Service,” Ensign, Nov. 1997, 49.

  17. John A. Widtsoe, “Temple Worship,” Utah Genealogical and Historical Magazine, Apr. 1921, 51–52.

  18. ການຕິດຕໍ່ສ່ວນຕົວຈາກປະທານ ບເຣັນທ໌ ແບວລິສະຕັນ, ພຣະວິຫານ ບອຍຊີ ໃອດາໂຮ.

  19. ການຕິດຕໍ່ສ່ວນຕົວ.

  20. Russell M. Nelson, “The Spirit of Elijah,” Ensign, Nov. 1994, 86.

  21. “Discourse by President Wilford Woodruff,” Millennial Star, May 14, 1896, 307.

  22. Teachings of Presidents of the Church: Wilford Woodruff (2004), xxx.

  23. Teachings: Wilford Woodruff, 177.

  24. Thomas S. Monson, “Blessings of the Temple,”Liahona, May 2015, 93.

  25. Thomas S. Monson, “The Holy Temple—a Beacon to the World,”Liahona, May 2011, 92.