​2010–2019
ສະຖານທີ່​ສັກສິດ​ຂອງການ​ຟື້ນ​ຟູ
ເມສາ 2016


ສະຖານທີ່​ສັກສິດ​ຂອງການ​ຟື້ນ​ຟູ

​ພາ​​ໄມ​ຣາ ເປັນ​ສະຖານທີ່​ສຳລັບ​ ການ​ຟື້ນ​ຟູ, ບ່ອນ​ທີ່​ສຸລະສຽງ​ຂອງ​ພຣະ​ບິດາ ຈະ​ຖືກ​ໄດ້​ຍິນ​ຫລັງ​ຈາກ​ເກືອບ​ສອງ​ພັນ​ປີ.

ເພື່ອນ​ທີ່​ດີ​ຂອງ​ຂ້າພະເຈົ້າ​ຄົນ​ໜຶ່ງ ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ ໄດ້​ພະຍາຍາມ, ເປັນ​ເວລາ​ຫລາຍ​ປີ, ທີ່​ຈະ​ສອນ​ຂ້າພະເຈົ້າ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ ​ຄອບຄົວ​ນິລັນດອນ. ມັນບໍ່​ໄດ້​ເກີດ​ຜົນ ຈົນ​ກວ່າ​ຂ້າພະເຈົ້າ ໄດ້​ໄປ​ທ່ຽວ​ຊົມພຣະ​ວິຫານ ຊາວ​ປາ​ໂລ ກ່ອນ​ການ​ອຸທິດ ໃນ​ເດືອນ​ຕຸລາ ​ປີ 1978, ​ແລະ ໄດ້​ເຂົ້າ​ໄປ ໃນ​ຫ້ອງ​ຜະ​ນຶກ, ທີ່​ຄຳ​ສອນ​ເຖິງ​ຄອບຄົວ​ນິລັນດອນ​ນັ້ນ ໄດ້​ມີ​ອິດ​ທິ​ພົນ​ຫລາຍ ຕໍ່​ຄວາມ​ຮູ້ສຶກ ແລະ ຄວາມ​ຄິດ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ໄດ້​ອະທິຖານ​ເປັນ​ເວລາ​ຫລາຍ​ວັນ ເພື່ອ​ຈະ​ຮູ້ ຖ້າ​ຫາກ​ວ່າ​ສາດສະໜາ​ຈັກ​ນີ້ ເປັນ​ສາດສະໜາ​ຈັກ​ທີ່ແທ້​ຈິງ.

ຂ້າພະເຈົ້າ​ບໍ່​ໄດ້​ເປັນ​ຄົນ​ນັບຖື​ສາດສະໜາ ແຕ່ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ລ້ຽງ​ດູ​ມາ​ໂດຍ​ພໍ່​ແມ່​ທີ່​ນັບຖື​ສາດສະໜາ ແລະ ໄດ້​ເຫັນ​ຄວາມ​ດີ​ງາມ​ໃນ​ສາດສະໜາ​ອື່ນໆ. ໃນ​ຈຸດ​ນັ້ນ ​ໃນ​ຊີວິດ​​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ໄດ້​ຄິດ​ວ່າ ສາດສະໜາ​ທັງ​ໝົດ​ເປັນ​ທີ່​ຍອມຮັບ​ຕໍ່​ພຣະ​ເຈົ້າ.

ຫລັງ​ຈາກ​ການ​ທ່ຽວ​ຊົມ​ພຣະ​ວິຫານກ່ອນການ​ອຸທິດ, ຂ້າພະເຈົ້າ​ໄດ້​ຊອກ​ຫາ​ຄຳ​ຕອບຜ່ານ​ການ​ອະທິຖານ, ໂດຍ​ມີ​ສັດທາ ແລະ ຄວາມ​ໝັ້ນ​ໃຈ​ວ່າ ພຣະ​ເຈົ້າ​ຈະ​ຕອບຂ້າພະເຈົ້າ, ວ່າ​ສາດສະໜາ​ຈັກ​ໃດ​ເປັນ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ.

ຫລັງ​ຈາກ​ການ​ດີ້ນ​ລົນ​ຫລາຍ​ ທາງ​ວິນ​ຍານ, ໃນ​ທີ່​ສຸດ ຂ້າພະເຈົ້າ​ໄດ້​ຮັບ​ຄຳ​ຕອບ​ທີ່​ຊັດ​ເຈນ, ຂ້າພະເຈົ້າຖືກ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ. ຂ້າພະ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາ ​ໃນ​ວັນ​ທີ 31 ​ເດືອນ​ຕຸລາ ປີ 1978, ຄືນ​ກ່ອນ​ທີ່​ພຣະ​ວິຫານ ຊາວ​ປາ​ໂລ ຖືກ​ອຸ​ທິດ.

ຂ້າພະເຈົ້າ​ໄດ້​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ຮູ້ຈັກ ແລະ ຫ່ວງ​ໃຍ​ຂ້າພະເຈົ້າ​ ​ເພາະ​ພຣະອົງ​ໄດ້​ຕອບ​ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ.

ໃນ​​ເຊົ້າຕໍ່ມາ ພັນ​ລະ​ຍາ ແລະ ຂ້າພະເຈົ້າ​ໄດ້​ໄປ ຊາວ​ປາ​ໂລ ເພື່ອ​ໄປ​ຮ່ວມ​ໃນ​ພາກ​ອຸທິດ​ພຣະ​ວິ​ຫານ.

ພວກ​ເຮົາ​ໄດ້​ຢູ່​ທີ່​ນັ້ນ, ແຕ່​ຂ້າພະເຈົ້າ​ຍັງ​ບໍ່​ໄດ້​ຮູ້​ຈັກວ່າ ຈະ​ຮູ້ສຶກ​ບຸນຄຸນ​ສຳລັບ​ໂອກາດ​ທີ່​ປະເສີດ​ນັ້ນ​ແນວໃດ​ເທື່ອ. ມື້ຕໍ່ມາ​ພວກ​ເຮົາ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມ​ອະ​ນາ​ເຂດ.

ພວກ​ເຮົາ​ໄດ້​ເລີ່ມ​ການ​ເດີນທາງ​ຂອງ​ພວກ​ເຮົາ​ໃນ​ສາດສະໜາ​ຈັກ, ແລະ ພວກ​ເຮົາ​ໄດ້​ພົບ​ເຫັນ​ໝູ່​ເພື່ອນ​ທີ່​ດີ ຜູ້​ທີ່​ໄດ້​ຕ້ອນຮັບພວກ​ເຮົາ ໃນ​ໄລຍະ​ເວລາ​ຂອງ​ການ​ປ່ຽນແປງ​ຊີວິດ​ນີ້.

ຫ້ອງ​ຮຽນສຳລັບ​ສະມາຊິກ​​ໃໝ່​ກໍ​ດີ​ຫລາຍ ທີ່​ເຮົາ​ໄດ້​ໄປ​ຮ່ວມ ​​ໃນວັນ​ອາທິດ. ມັນ​ໄດ້​ໃຫ້​ຄວາມ​ຮູ້​ແກ່​ພວກ​ເຮົາ ແລະ ພວກ​ເຮົາ​ຢາກ​ໃຫ້​ອາທິດ​ຜ່ານ​ໄປ​ໄວໆ ເພື່ອ​ວ່າ ໃນ​ວັນ​ອາທິດ ພວກ​ເຮົາ​ຈະ​ໄດ້​ຮັບ​ການ​ບຳລຸງ​ລ້ຽງ​ທາງ​ວິນ​ຍານ​ນັ້ນ​ຫລາຍ​ຂຶ້ນ.

ພັນ​ລະ​ຍາ ແລະ ຂ້າພະເຈົ້າ​ມີ​ຄວາມ​ກະຕືລືລົ້ນ ​ລໍຄອຍເຖິງ​ວັນ​ທີ່​ຈະ​ໄດ້​ເຂົ້າ​ໄປ​ໃນ​ພຣະ​ວິຫານ ເພື່ອ​ຜະ​ນຶກ​ຄອບຄົວ ຂອງ​ພວກ​ເຮົາ​ເຂົ້າ​ກັນ​ຊົ່ວ​ນິລັນດອນ. ສິ່ງ​ນັ້ນ​ໄດ້​ເກີດ​ຂຶ້ນ​ໜຶ່ງ​ປີ ແລະ ເຈັດ ​ວັນ​ ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາ, ຊຶ່ງໄດ້​ເປັນ​ໂອກາດ ທີ່​ປະເສີດ​ແທ້ໆ. ຂ້າພະເຈົ້າ​ໄດ້​ຮູ້ສຶກ​ຄື​ກັບ​ວ່າ ນິລັນດອນ​ໄດ້​ຖືກ​ແບ່ງ​ແຍກ​ຢູ່​ທີ່​ແທ່ນ​ບູຊາ ລະຫວ່າງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກ່ອນ ແລະ ຫລັງ​ການ​ຜະ​ນຶກ.

ໂດຍ​ທີ່​ໄດ້​ອາໄສ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ຢູ່​ທີ່​ເຂດ​ຕາເວັນ​ອອກ​ຂອງ​ສະຫະລັດ ເປັນ​ເວລາ​ສາມ​ສີ່​ປີ, ຂ້າພະເຈົ້າ​ຈຶ່ງ​ຮູ້ຈັກ​ຫລາຍ​ເມືອງ, ແລະ ສ່ວນ​ຫລາຍ ​ເປັນ​ເມືອງ​ນ້ອຍໆ.

ເມື່ອ​ຂ້າພະເຈົ້າ​ໄດ້​ອ່ານ ຫລື ໄດ້​ຍິນ​ເລື່ອງ​ທີ່​​ເກີດ​ຂຶ້ນ ກ່ອນ​​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳອິດ, ຝູງ​ຊົນ​ກຸ່ມ​ໃຫຍ່​ໄດ້ຖືກ​ກ່າວ​ເຖິງ, ຊຶ່ງຂ້າພະເຈົ້າ​ບໍ່​ເຂົ້າໃຈ​ເລື່ອງ​ນີ້.

ຄຳ​ຖາມ​ໄດ້​ເລີ່ມ​ເກີດ​ຂຶ້ນ​ໃນ​ໃຈ​ຂ້າ​ພະ​ເຈົ້າ. ເປັນ​ຫຍັງ​ສາດສະໜາ​ຈັກ​ຈຶ່ງ​ຕ້ອງ​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ໃນ ສະຫະລັດ​ອາ​ເມ​ຣິ​ກາ ແລະ ບໍ່​ແມ່ນ​ຢູ່​ປະເທດ​ບຣາ​ຊິນ ຫລື ອີ​ຕາ​ລີ, ແຜ່ນ​ດິນ​ຂອງ​ບັນພະບຸລຸດ​ຂອງ​ຂ້າພະເຈົ້າ?

ຝູງ​ຊົນກຸ່ມ​ໃຫຍ່​ທີ່​ຖືກ​ກ່າວ​ເຖິງ​ນັ້ນ​ຢູ່​ໃສ, ຜູ້​ທີ່​ໄດ້​ມີ​ສ່ວນ​ໃນ​ການ​ຟື້ນ​ຟູ ແລະ ຄວາມ​ສັບສົນ​ວຸ້ນວາຍ ເລື່ອງ​ສາດສະໜາ​ນັ້ນ​—​ທັງ​ໝົດ​ທີ່​ໄດ້​ ເກີດ​ຂຶ້ນ​ໃນ​ສະຖານທີ່​ທີ່​ສະຫງົບ​ສຸກ ແລະ ງຽບ​ສະຫງົບ​ນັ້ນ?

ຂ້າພະເຈົ້າ​ໄດ້​ຖາມ​ຫລາຍ​ຄົນ​ກ່ຽວ​ກັບ​ເລື່ອງ​ນີ້ ແຕ່​ບໍ່​ໄດ້​ຮັບ​ຄຳ​ຕອບ. ຂ້າພະເຈົ້າ​ໄດ້​ອ່ານ​ທຸກ​ສິ່ງ​ເປັນ​ພາສາ​ປອກຕຸຍ​ການ ແລະ ແລ້ວ​ພາສາ​ອັງກິດ ແຕ່​ບໍ່​ໄດ້​ພົບ​ເຫັນ​ຫຍັງ​ເລີຍ ທີ່​ຈະ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້າພະເຈົ້າ​ສະຫງົບ​ລົງ. ແຕ່​ຂ້າພະເຈົ້າ​ໄດ້​ຄົ້ນຄວ້າ​ຕໍ່​ໄປ.

ໃນ​ເດືອນ​ຕຸລາ 1984, ຂ້າພະເຈົ້າ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສາມັນ ໃນ​ຖານະ​ທີ່​ປຶກສາ​ໃນ​ຝ່າຍ​ປະທານ​ສະ​ເຕກ. ຫລັງ​ຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ໄປ​ເມືອງ​ພາ​ໄມ​ຣາ, ລັດ​ນິວຢອກ​, ຕື່ນເຕັ້ນ​ທີ່​ຈະ​ໄດ້​ພົບ​ເຫັນ​ຄຳ​ຕອບ.

ເມື່ອ​ໄປ​ເຖິງ, ຂ້າພະເຈົ້າ​ໄດ້​ພະຍາຍາມ​ຈະ​ເຂົ້າໃຈ: ເປັນ​ຫຍັງ​ການ​ຟື້ນ​ຟູ​ຈຶ່ງ​ຕ້ອງ​ເກີດ​ຂຶ້ນ​ຢູ່ ​ທີ່​ນີ້, ແລະ ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ວຸ້ນວາຍ​ທາງ​ຝ່າຍ​ວິນ​ຍານ? ຜູ້​ຄົນ​ທີ່​ຂ້າພະເຈົ້າ​ໄດ້​ຍິນ ​ໃນ​ເລື່ອງ​ລາວ​ຂອງ​ໂຈ​ເຊັບ ມາ​ຈາກ​ໃສ? ເປັນ​ຫຍັງ​ຕ້ອງ​ເປັນ​ບ່ອນ​ນີ້?

ໃນ​ເວລາ​ນັ້ນ, ຄຳ​ຕອບ​ທີ່​ມີ​ເຫດຜົນ​ດີ​ທີ່​ສຸດ​ສຳລັບ​ຂ້າພະເຈົ້າ ຄື ເປັນ​ເພາະວ່າ​ລັດ​ຖະທຳ​ມະ​ນູນ​ຂອງ​ສະຫະລັດ ໄດ້​ຮັບຮອງ​ໃຫ້​ມີ​ອິດ​ສະລະ​ພາບ.

​ເຊົ້າມື້ນັ້ນ ຂ້າພະ​ເຈົ້າ​ ໄດ້​ໄປ​ຢ້ຽມຢາມ​ຕຶກ ແກ​ຣນ​ດິນ, ບ່ອນ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ຊຸດທຳ​ອິດ ຖືກ​ພິມ​ອອກ​ມາ. ແລ້ວ​ຂ້າພະເຈົ້າ ໄດ້​ໄປ​ທີ່​ປ່າ​ສັກສິດ, ບ່ອນ​ທີ່​ຂ້າພະເຈົ້າ​ໄດ້​ຕັ້ງໃຈ​ອະທິ​ຖານ.

ເກືອບ​ບໍ່​ມີ​ໃຜ​ເລີຍ​ໃນ​ຖະໜົນ​ ​ໃນ ໝູ່​ບ້ານ​ນ້ອຍໆ​ ຂອງ​ເມືອງ​ພາ​ໄມຣານັ້ນ. ຝູງ​ຊົນ​ທີ່ ໂຈ​ເຊັບ ໄດ້​ກ່າວ​ເຖິງ​ ຢູ່​ໃສ​ໝົດ?

ໃນ​ບ່າຍ​ມື້​ ນັ້ນ ຂ້າພະເຈົ້າ​ໄດ້​ຕັດສິນ​ໃຈ​ໄປ​ຢ້ຽມ​ບ້ານ​ສວນ​ຂອງ ພີ​ເຕີ ວິດ​ເມີ, ແລະ ເມື່ອ​ຂ້າພະເຈົ້າ​ໄດ້​ໄປ​ເຖິງ ຂ້າພະເຈົ້າ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ນັ່ງ​ຢູ່​ທີ່​ປະຕູ​ບ້ານ​ໄມ້​ທ່ອນ. ລາວ​ໄດ້​ມີ​ຄວາມ​ສົດໃສ​ຫລາຍ ໃນ​ແວວ​ຕາ​ຂອງ​ລາວ. ຂ້າພະເຈົ້າ​ໄດ້​ທັກ​ທາຍ​ລາວ ແລະ ແລ້ວ​ໄດ້​ເລີ່ມ​ຖາມ​ຄຳ​ຖາມ​ດຽວ​ກັນ​ເຫລົ່າ​ນັ້ນ.

​ແລ້ວລາວ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ມີ​ເວລາ​ບໍ?” ຂ້າພະເຈົ້າ​ໄດ້​ຕອບ​ວ່າ​ ມີ.

ລາວ​ໄດ້​ອະທິບາຍ​ວ່າ ແມ່ນ້ຳ​ແອ​ຣີ ແລະ ອອນ​​ແທ​ຣິ​ໂອ ຍາວ​ຢຽດ​ໄປ​ທາງທິດ​ຕາ​ເວັນ​ອອກ, ແມ່ນ້ຳ​ຮັດ​ສັນ ກໍ​ຕັ້ງ​ຢູ່​ໃນ​ເຂດ​ນັ້ນ.

ໃນ​ຕົ້ນ​ປີ 1800 ​ເຂົາ​ເຈົ້າ​ໄດ້​ຕັດສິນ​ໃຈ​ສ້າງ​ຕະຄອງ​ເພື່ອ​ການ​ເດີນ​ເຮືອ, ຊຶ່ງ​ໄດ້​ຜ່ານ​​ເຂດ​ນັ້ນ, ທີ່​ເປັນ​ເສັ້ນທາງ​ໄກ​ກວ່າ 300 ໄມ (480 ກິ​ໂລ​ແມັດ) ທີ່​ນຳໄປ​ສູ່​ແມ່ນ້ຳ​ຮັດ​ສັນ. ມັນ​ໄດ້​ເປັນ​ທຸລະ​ກິດ​ທີ່​ດີ​ສຳລັບ​ເວລາ​ນັ້ນ, ແລະ ເພິ່ງ​ພາ​ໄດ້​ພຽງ​ແຕ່​ແຮງ​ງານ​ຂອງ​ຄົນ ແລະ ພະລັງ​ຂອງ​ສັດ​ເທົ່າ​ນັ້ນ.

ເມືອງ​ພາ​ໄມ​ຣາ ກໍ​ເປັນ​ຈຸດ​ສູນ​ກາງ​ໃນ​ການ​ກໍ່​ສ້າງນັ້ນ. ນັກ​ກໍ່ສ້າງ​ ຕ້ອງການ​ຜູ້​ຄົນ​ທີ່​ມີ​ຝີ​ມື​ດີ, ຊ່າງ​ຕ່າງໆ, ນັກວິຊາການ, ຄອບຄົວ, ແລະ ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ. ຫລາຍ​ຄົນ​ໄດ້​ເລີ່ມ​ພາກັນ​ມາ​ທີ່​ນີ້ ຈາກ​ໝູ່​ບ້ານ​ທີ່​ໃກ້​ຄຽງ, ​ແລະ ບ່ອນ​ທີ່​ໄກໆ​ຈາກ​ນັ້ນ, ​ເຊັ່ນ ຈາກ​ປະ​ເທດ ອຽກລັງ ເພື່ອ​ຈະ​ມາ​ທຳ​ງານ​ຢູ່​ທີ່​ຕະ​ຄອງ.

ນັ້ນ​ໄດ້​ເປັນ​ເວລາ​ທີ່​ສັກສິດ ແລະ ມີ​ພຣະ​ວິນ​ຍານ ເພາະວ່າ ໃນ​ທີ່​ສຸດ​ຂ້າພະເຈົ້າ​ກໍ​ໄດ້​ພົບ​ເຫັນ​ຝູງ​ຊົນ​ແລ້ວ. ເຂົາເຈົ້າ​ໄດ້​ນຳ​ເອົາ​ປະເພນີ ແລະ ຄວາມ​ເຊື່ອ​ຖື​ຂອງ​ເຂົາເຈົ້າ​ມາ​ນຳ. ເມື່ອ​ຊາຍ​ຄົນ​ນັ້ນໄດ້​ກ່າວ​ເຖິງ ຄວາມ​ເຊື່ອ​ຖື​ຂອງເຂົາເຈົ້າ, ພຣະ​ເຈົ້າ​​ໄດ້​ເຮັດ​ໃຫ້​ຄວາມ​ຄິດ​ຂອງ​ຂ້າພະເຈົ້າ​ໄດ້​ຮັບ​ຄວາມ​ເຂົ້າໃຈ ແລະ ໄດ້​ເປີດ​ຕາ​ແຫ່ງ​ວິນ​ຍານ​ໃຫ້ ຂ້າພະເຈົ້າ​ໄດ້​ເຫັນ.

ໃນ​ເວລາ​ນັ້ນ, ຂ້າພະເຈົ້າ​ໄດ້​ເຂົ້າໃຈ​ວິທີ​ທີ່​ພຣະ​ເຈົ້າ, ພຣະ​ບິດາ​ຂອງ​ເຮົາ, ໃນ​ສະຕິປັນຍາ​ທີ່​ກວ້າງ​ໄກ​ຂອງ​ພຣະ​ອົງ, ໄດ້​ຈັດ​ຕຽມສະຖານທີ່​ໃນ​ແຜນການ​ຂອງ​ພຣະ​ອົງ ບ່ອນ​ທີ່​ຈະ​ນຳ ໂຈ​ເຊັບ ສະ​ມິດ ​ຜູ້​ໜຸ່ມ​ນ້ອຍ​ໄປ, ເພື່ອ​ວາງ​ເພິ່ນ​ໄວ້​ໃນ​ທ່າມກາງ ເລື່ອງ​ລາວ​ທາງ​ສາດສະໜາ ທີ່​ວຸ້ນວາຍ, ເພາະ​ໃນ​ທີ່​ນັ້ນ, ໃນຄ້ອຍ​ພູ​ຄູ​ໂມ​ຣາ, ແຜ່ນ​ຈາລຶກ​ທີ່​ລ້ຳ​ຄ່າ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ຖືກ​ຊ້ອນ​ຢູ່.

ນີ້​ເປັນ​ສະຖານທີ່​ສຳລັບ ​ການ​ຟື້ນ​ຟູ, ບ່ອນ​ທີ່​ສຸລະສຽງ​ຂອງ​ພຣະ​ບິດາ ຈະ​ຖືກ​ໄດ້​ຍິນ​ຫລັງ​ຈາກ​ເກືອບ​ສອງ​ພັນ​ປີ, ໃນ​ພາບ​ທີ່​ມາ​ໃຫ້​ເຫັນ​ທີ່​ປະເສີດ, ກ່າວ​ກັບ​ຊາຍ​ໜຸ່ມ ໂຈ​ເຊັບ ສະ​ມິດ, ເມື່ອ​ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ທີ່​ສັກສິດ​ນັ້ນ ເພື່ອ​ອະທິຖານ ແລະ ໄດ້​ຍິນ​ຄຳ​ທີ່​ວ່າ: “ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!”1

ຢູ່​ທີ່​ນັ້ນ​ເພິ່ນ​ໄດ້​ເຫັນ​ສອງພຣະ​ອົງ, ຄວາມ​ສະຫວ່າງ ແລະ ລັດສະໝີ​ພາບ​ຂອງ​ພວກ​ພຣະ​ອົງ​ນັ້ນ ​ແມ່ນ​ເກີນ​ກວ່າ​ຈະ​ບັນ​ລະ​ຍາຍ​ໄດ້. ແມ່ນ​ແລ້ວ, ພຣະ​ເຈົ້າ​ໄດ້​ເປີດ​ເຜີີຍ​ຕົວ​ພຣະ​ອົງ​ເອງ ໃຫ້​ມະນຸດ​ເຫັນ​ອີກ​ແລ້ວ. ຄວາມ​ມືດ​ມົວ ທີ່​ໄດ້​ປົກ​ຄຸມ​ແຜ່ນດິນ​ໂລກ​ກໍ​ໄດ້​ເລີ່ມ​ກະຈາຍ​ໄປ.

ຄຳ​ພະຍາກອນກ່ຽວ​ກັບ​ການ​ຟື້ນ​ຟູ​ໄດ້​ເລີ່ມ​​ເກີດ​ເປັນ​ຈິງ ທີ່​ວ່າ: “ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ເທວະດາ​ອົງ​ໜຶ່ງ​ອີກ ບິນ​ໄປ​ໃນ​ທ້ອງຟ້າ, ມີ​ຂ່າວ​ປະເສີດ​ນິລັນດອນ ນຳໄປ​ປະກາດ​ແກ່​ຊາວ​ໂລກ​ທັງ​ປວງ, ແກ່​ທຸກ​ປະເທດ, ທຸກ​ຊົນເຜົ່າ, ທຸກ​ພາສາ, ​ແລະ ທຸກ​ຜູ້​ຄົນ​ທັງ​ປວງ.”2

ພາຍ​ໃນ​ສາມ​ສີ່​ປີ​ສັ້ນໆ ໂຈ​ເຊັບ ກໍ​ຖືກ​ນຳໄປ​ເຫັນ​ບັນທຶກ​ຂອງ​ຄຳ​ພະຍາກອນ, ພັນທະ​ສັນຍາ, ແລະ ພິທີການ​ຕ່າງໆ ທີ່​ສາດສະດາ​ໃນ​ສະໄໝ​ບູຮານ​ໄດ້​ປະ​ໄວ້​ໃຫ້, ຊຶ່ງ​ເປັນ ພຣະ​ຄຳ​ພີ​ມໍ​ມອນ​ທີ່​ເຮົາ​ຮັກ​ນັ້ນ​ເອງ.

ສາດສະໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ບໍ່​ສາມາດ​ຖືກ​ຟື້ນ​ຟູ​ຄືນ​ມາ​ໄດ້ ປາດ​ສະ​ຈາກ​ພຣະ​ກິດ​ຕິ​ຄຸນ​ນິລັນດອນ, ທີ່​ຖືກ​ເປີດເຜີຍ​ຢູ່​ໃນ ພຣະ​ຄຳ​ພີ​ມໍ​ມອນ ໃນ​ຖານະ​ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ແມ່ນ​ແຕ່​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ລູກ​ແກະ​ຂອງ​ພຣະ​ເຈົ້າ, ອົງ​ທີ່​ໄດ້ຍົກ​ເອົາ​ບາບ​ຂອງ​ໂລກ​ໄປ.

ພຣະ​ຄຣິດ​ໄດ້​ກ່າວ​ຕໍ່​ຜູ້​ຄົນ​ຂອງ​ພຣະ​ອົງ​ໃນ​ເຢ​ຣູ​ຊາ​ເລັມ​ວ່າ:

“ມີ​ຝູງ​ແກະ​ອື່ນ​ທີ່​ເປັນ​ຝູງ​ແກະ​ຂອງ​ເຮົາ, ແຕ່​ບໍ່​ຢູ່​ໃນ​ຄອກ​ນີ້.”3

“ເຮົາ​ນີ້​ແຫລະ​ເປັນ​ຜູ້​ລ້ຽງ​ທີ່​ດີ, ເຮົາ​ຮູ້ຈັກ​ແກະ​ຂອງ​ເຮົາ ແລະ ແກະ​ຂອງ​ເຮົາ​ກໍ​ຮູ້ຈັກ​ເຮົາ.”4

ຕອນ​ອອກ​ໄປ​ຈາກ​ບ້ານ​ສວນ​ຂອງ​ວິດ​ເມີ, ຂ້າພະເຈົ້າ​ບໍ່​ໄດ້​ກ່າວ​ອຳ​ລາ. ຂ້າພະເຈົ້າ​ຈຳ​ໄດ້​ພຽງ​ແຕ່​ນ້ຳ​ຕາ ທີ່​ໄຫລ​ອາບ​ໜ້າ​ຂອງ​ຂ້າພະເຈົ້າ​ເທົ່າ​ນັ້ນ. ແສງ​ອາທິດ​ກໍ​ກຳລັງ​ຈະ​ກະຈາຍ​ໄປ​ໃນ​ທ້ອງຟ້າ​ທີ່​ສວຍ​ງານ​ນັ້ນ.

ໃນ​ຫົວໃຈ​ຂອງ​ຂ້າພະເຈົ້າ​ນັ້ນ ກໍ​ມີ​ຄວາມສຸກ​ຢ່າງຫລວງ​ຫລາຍ ​ແລະ ຄວາມ​ສະຫງົບ​ສຸກ​ໄດ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າພະເຈົ້າ​ສະຫງົບ​ລົງ. ຂ້າພະເຈົ້າ​ໄດ້​ເຕັມ​ໄປ​ດ້ວຍ ຄວາມ​ກະ​ຕັນ​ຍູ.

ບັດ​ນີ້​ຂ້າພະເຈົ້າ​ໄດ້​ເຂົ້າໃຈ​ຢ່າງ​ຊັດ​ເຈນ​ແລ້ວ​ວ່າ​ເພາະ​ເຫດ​ໃດ. ອີກ​ເທື່ອ​ໜຶ່ງ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ຄວາມ​ຮູ້ ແລະ ຄວາມ​ສະຫວ່າງ​ໃຫ້​ແກ່​ຂ້າພະເຈົ້າ​ອີກ.

ຕອນ​ຂ້າພະ​ເຈົ້າ ​ເດີນທາງ​ກັບ​ບ້ານ, ຂໍ້​ພຣະ​ຄຳ​ພີ​ໄດ້​ເຂົ້າ​ມາສູ່​ຈິດໃຈ​ຂອງ​ຂ້າພະເຈົ້າ​ຢ່າງ​ຕໍ່​ເນື່ອງ ທີ່​ວ່າ: ຄຳ​ສັນຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ພໍ່​ອັບ​ຣາ​ຮາມ ທີ່​ວ່າ ໃນ​ລູກ​ຫລານ​ຂອງ​ເພິ່ນ ຄອບຄົວ​ຂອງ​ແຜ່ນດິນ​ໂລກ​ຈະ​ໄດ້​ຮັບ​ພອນ.5

ແລະ ສຳລັບ​ສິ່ງ​ນີ້, ພຣະ​ວິຫານ​ຈະ​ຖືກ​ສ້າງ​ຂຶ້ນ ເພື່ອ​ວ່າ​ອຳນາດ​ແຫ່ງ​ສະຫວັນ ຈະ​ຖືກ​ປະທານ​ໃຫ້​ມະນຸດ​ອີກ ຢູ່​ເທິງ​ແຜ່ນດິນ​ໂລກ ເພື່ອ​ວ່າ​ຄອບຄົວ​ຈະ​ຖືກ​ຜູກ​ມັດ​ເຂົ້າກັນ, ບໍ່​ພຽງ​ແຕ່​ວ່າ​ຈົນ​ຕາຍ​ຈາກ​ກັນ​ໄປ ແຕ່​ຕະຫລອດ​ຊົ່ວ​ນິລັນດອນ.

“ໃນ​ມື້​ທັງຫລາຍ​ທີ່​ຈະ ​ໝຸນ​ວຽນມາ​ເຖິງ, ພູ​ບ່ອນ​ທີ່ ຕັ້ງພຣະວິຫານ ຈະສູງ ​ກວ່າ​ທຸກໆ​ແຫ່ງ, ພູ​ນັ້ນ​ຈະ​ຕັ້ງ​ຢູ່ ສູງ​ສົ່ງ​ເທິງ​ ເນີນ​ພູ​ທັງ​ໝົດ, ດັ່ງນັ້ນ ຫລາຍ ​ຊົນ​ຊາດ ຈຶ່ງ​ຈະ​ຫລັ່ງ​​ໄຫລມາສູ່​ທີ່​ນັ້ນ.”6

ຖ້າ​ຫາກ​ທ່ານ ຜູ້​ທີ່​ໄດ້​ຍິນ​ສຽງ​ຂອງ​ຂ້າພະເຈົ້າ ມີ​ຄຳ​ຖາມ​ຢູ່​ໃນ​ໃຈ​ຂອງ​ທ່ານ, ຂໍ​ຢ່າ​ຟ້າວ​ທໍ້ຖອຍ​ເທື່ອ!

ຂ້າພະເຈົ້າ​ຂໍ​ເຊຶ້ອ​ເຊີນ​ທ່ານ ໃຫ້​ຕິດຕາມ​ຕົວຢ່າງ​ຂອງສາດສະດາ ໂຈ​ເຊັບ ສະ​ມິດ ເມື່ອ​ເພິ່ນ​ໄດ້​ອ່ານ​ໃນ ຢາ​ໂກ​ໂບ 1:5, ວ່າ: “ຖ້າ​ຄົນ​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະຕິປັນຍາ ກໍ​ໃຫ້​ຜູ້​ນັ້ນ​ທູນ​ຂໍ​ຈາກ​ພຣະ​ເຈົ້າ, ຜູ້​ຊົງ​ໂຜດ​ປະທານ​ໃຫ້ແກ່​ຄົນ​ທັງ​ປວງ ດ້ວຍ​ພຣະ​ກະລຸນາ.”

ສິ່ງ​ທີ່ໄດ້​ເກີດ​ຂຶ້ນ​ທີ່​ເມືອງຄູ​ໂມ​ຣາ ພາກ​ສ່ວນ​ທີ່​ສຳຄັນ​ຂອງ​ການ​ຟື້ນ​ຟູ​, ​ເພາະ​ໂຈ​ເຊັບ ສະ​ມິດ ​ໄດ້​ຮັບ​ແຜ່ນ​ຈາລຶກ ທີ່​ບັນຈຸພຣະ​ຄຳ​ພີ​ມໍ​ມອນ. ພຣະ​ຄຳ​ພີ​ເຫລັ້ມ​ນີ້ ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃກ້ຊິດ​ພຣະ​ຄຣິດ ຫລາຍ​ກວ່າ​ໜັງສື​ອື່ນ​ໃດ​ຢູ່​ເທິງ​ໂລກ.7

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​​ໄດ້​ຍົກ​ສາດສະດາ, ຜູ້​ພະຍາກອນ, ແລະ ຜູ້​ເປີດເຜີຍ ຂຶ້ນ​ມາ ເພື່ອ​ຈະ​ນຳພາ​ອານາຈັກ​ຂອງ​ພຣະ​ອົງ ໃນ​​ຍຸກ​ສຸດ​ທ້າຍ​ນີ້ ແລະ ໃນ​ແຜນ​ນິລັນດອນ​ຂອງ​ພຣະ​ອົງ ຄອບຄົວ​ມີ​ຈຸດປະສົງ​ທີ່​ຈະ​ຢູ່​ນຳ​ກັນ​ຕະຫລອດ​ການ. ພຣະ​ອົງ​ຫ່ວງ​ໃຍ​ລູກໆ​ຂອງ​ພຣະ​ອົງ ແລະ ຕອບ​ຄຳ​ອະທິຖານ ຂອງ​ເຮົາ.

ເປັນ​ເພາະ​ຄວາມ​ຮັກ​ທີ່​ຍິ່ງ​ໃຫຍ່ ຂອງ​ພຣະ​ອົງ, ພຣະ​​ເຢຊູ​ຄຣິດ ​ຈຶ່ງ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ. ພຣະ​ອົງ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ. ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້ ໃນ​ພຣະ​ນາມ​ອັນ​ສັກສິດຂອງ ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.