​2010–2019
ຂໍກະແຈ ແລະ ສິດອຳນາດຂອງຖານະປະໂລຫິດຢູ່ໃສ?
ເມສາ 2016


ຂໍກະແຈ ແລະ ສິດອຳນາດຂອງຖານະປະໂລຫິດຢູ່ໃສ?

ສິດອຳນາດ ແລະ ຂໍກະແຈຂອງຖານະປະໂລຫິດ ໃຫ້ອຳນາດ ທີ່ຈະເປີດປະຕູສະຫວັນ, ອຳນວຍໃຫ້ໃຊ້ອຳນາດແຫ່ງສະຫວັນນັ້ນ, ແລະ ຈັດຫາພັນທະສັນຍາທີ່ເຮົາຕ້ອງການ ເພື່ອຈະກັບຄືນໄປຫາພຣະບິດາເທິງສະຫວັນຂອງເຮົາ.

ເມື່ອແສງອາທິດກະຈາຍໄປທົ່ວຄ້ອຍຫລິ້ນສະກີ້ ອັນກວ້າງໃຫຍ່ ທີ່ເຕັມໄປດ້ວຍຫິມະ ໃນຍາມບ່າຍຂອງລະດູໜາວ, ອາກາດທີ່ໜາວເຢັນ ໄດ້ສຽບແທງເຂົ້າໄປໃນແກ້ມ ແລະ ດັງ, ເບິ່ງຄືກັບວ່າ ມັນກຳລັງແນະນຳເຮົາໃຫ້ໄປຫາລົດ ທີ່ຈອດຢູ່ເດີ່ນໃນສະຖານທີ່ຫລິ້ນສະກີ້. ຢູ່ທີ່ນັ້ນ, ລົດທີ່ຂີ່ມ່ວນ, ມີທັງແອຮ້ອນ ບໍ່ດົນກໍຈະໃຫ້ຄວາມອົບອຸ່ນແກ່ຕີນມືຂອງເຮົາແລ້ວ. ສຽງກອບໆຂອງຫິມະ ບອກໃຫ້ຮູ້ວ່າ ແຕ່ລະບາດກ້າວແມ່ນໜາວເຢັນຫລາຍທີ່ສຸດເລີຍ.

ຄອບຄົວຂອງພວກເຮົາໄດ້ໄປຫລິ້ນສະກີ້ຢ່າງມ່ວນຊື່ນນຳກັນໝົດມື້, ແລະ ຕອນທີ່ຫລິ້ນແລ້ວພວກເຮົາມີຄວາມໜາວເຢັນຫລາຍ. ເມື່ອໄປເຖິງລົດ, ຂ້າພະເຈົ້າໄດ້ຈົກເອົາກະແຈລົດຈາກຖົງເສື້ອກັນໜາວ ແລະ ແລ້ວ ຈົກຖົງນັ້ນຖົງນີ້. ກະແຈຢູ່ໃສ? ທຸກຄົນກໍພາກັນລໍຖ້າກະແຈດ້ວຍຄວາມຮ້ອນຮົນໃຈ! ໝໍ້ສາກໄຟລົດກໍເຕັມຢູ່, ແລະ ທຸກສິ່ງທຸກຢ່າງ—ລວມທັງແອຮ້ອນ—ກໍພ້ອມແລ້ວທີ່ຈະທຳງານ, ແຕ່ປາດສະຈາກກະແຈ, ປະຕູທີ່ລ໊ອກຢູ່ ຈະບໍ່ອະນຸຍາດໃຫ້ເຮົາເຂົ້າໄປໃນລົດ; ປາດສະຈາກກະແຈ, ຈັກລົດຈະບໍ່ທຳງານ.

ໃນເວລານັ້ນ, ພວກເຮົາໄດ້ຕັ້ງໃຈຫາວິທີທີ່ຈະເຂົ້າລົດ ແລະ ຫາຄວາມອົບອຸ່ນ, ແຕ່ຂ້າພະເຈົ້າໄດ້ຄິດ—ແມ່ນແຕ່ເວລານັ້ນ—ວ່າສະພາບການນີ້ສາມາດເປັນບົດຮຽນໄດ້. ປາດສະຈາກກະແຈ, ການມະຫັດສະຈັນຂອງເຄື່ອງຈັກເຄື່ອງຍົນນີ້ກໍເປັນພຽງຢາງ ແລະ ເຫລັກເທົ່ານັ້ນ. ເຖິງແມ່ນວ່າ ລົດມີປະໂຫຍດຫລາຍກໍຕາມ, ແຕ່ປາດສະຈາກກະແຈ ມັນກໍໃຊ້ການບໍ່ໄດ້.

ເມື່ອຂ້າພະເຈົ້າໄດ້ໄຕ່ຕອງ ເຖິງປະສົບການນັ້ນຫລາຍຂຶ້ນເທົ່າໃດ, ຂ້າພະເຈົ້າຍິ່ງເຂົ້າໃຈຫລາຍຂຶ້ນເທົ່ານັ້ນ. ຂ້າພະເຈົ້າປະຫລາດໃຈ ກັບຄວາມຮັກຂອງພຣະບິດາເທິງສະຫວັນ ທີ່ມີຕໍ່ລູກໆຂອງພຣະອົງ. ຂ້າພະເຈົ້າປະຫລາດໃຈ ກັບພາບນິລັນດອນອັນກວ້າງໄກ ທີ່ພຣະເຈົ້າໄດ້ປະທານໃຫ້ແກ່ໂຈເຊັບ ສະມິດ. ໂດຍສະເພາະແລ້ວ ຫົວໃຈຂອງຂ້າພະເຈົ້າໄດ້ເຕັມໄປດ້ວຍຄວາມກະຕັນຍູ ສຳລັບການຟື້ນຟູສິດອຳນາດຂອງຖານະປະໂລຫິດ ແລະ ການຟື້ນຟູຂໍກະແຈຂອງຖານະປະໂລຫິດ. ປາດສະຈາກການຟື້ນຟູນີ້ ສິດອຳນາດ ແລະ ຂໍກະແຈຂອງຖານະປະໂລຫິດ, ເຮົາຈະບໍ່ສາມາດເຂົ້າໄປໃນລົດ ແລະ ບໍ່ສາມາດເດີນທາງກັບບ້ານ ໄປຫາພຣະບິດາມານດາເທິງສະຫວັນທີ່ຊົງຮັກໄດ້. ການປະຕິບັດຂອງພິທີການແຫ່ງຄວາມລອດທຸກຢ່າງກ່ຽວກັບພັນທະສັນຍາທີ່ຈະຊ່ວຍເຮົາ ກັບຄືນໄປຢູ່ໃນທີ່ປະທັບຂອງພຣະບິດາໃນສະຫວັນຂອງເຮົາ ຮຽກຮ້ອງສິດອຳນາດທີ່ສົມຄວນ ຜ່ານທາງຂໍກະແຈຂອງຖານະປະໂລຫິດ.

ໃນເດືອນພຶດສະພາຂອງປີ 1829, ໂຢຮັນບັບຕິສະໂຕ ໄດ້ມາປະກົດຕໍ່ ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ, ເພິ່ນໄດ້ມອບຖານະປະໂຫລິດແຫ່ງອາໂຣນ ແລະ ຂໍກະແຈທີ່ກ່ຽວພັນກັບຖານະປະໂລຫິດນັ້ນ ໃຫ້ແກ່ພວກເພິ່ນ. ບໍ່ດົນຫລັງຈາກນັ້ນ, ເປໂຕ, ຢາໂກໂບ ແລະ ໂຢຮັນ ໄດ້ມອບຂໍກະແຈຂອງຖານະປະໂລຫິດແຫ່ງເມນຄີເສເດັກ ໃຫ້ແກ່ພວກເພິ່ນ.1

ເກືອບເຈັດປີຕໍ່ມາ ໃນວັນອາທິດ ຢູ່ທີ່ພຣະວິຫານເຄີດແລນ, ພຽງແຕ່ໜຶ່ງອາທິດຫລັງຈາກການອຸທິດພຣະວິຫານ, ພຣະຜູ້ເປັນເຈົ້າ ພຣະເຢໂຮວາ ໄດ້ປະກົດຕົວໃນລັດສະໝີພາບຕໍ່ ໂຈເຊັບ ແລະ ອໍລີເວີ, ຖືກຕິດຕາມໂດຍການປະກົດຕົວຂອງໂມເຊ, ອີລາຍ ແລະ ເອລີຢາ, ຜູ້ທີ່ໄດ້ມອບຂໍກະແຈກັບຍຸກສະໄໝຂອງພວກເພິ່ນໃຫ້.”2 ສິດອຳນາດຂອງຖານະປະໂລຫິດທີ່ໄດ້ຮັບການຟື້ນຟູແລ້ວ ແລະ ຂໍກະແຈທີ່ກ່ຽວພັນກັບຖານະປະໂລຫິດເຫລົ່ານີ້ໄດ້ຖືກສູນເສຍເປັນເວລາຫລາຍສັດຕະວັດແລ້ວ. ໃນແບບດຽວກັນກັບທີ່ຄອບຄົວຂອງຂ້າພະເຈົ້າບໍ່ສາມາດ ເຂົ້າໄປໃນລົດ ເພາະການເຮັດກະແຈເສຍ, ລູກໆຂອງພຣະບິດາເທິງສະຫວັນທຸກຄົນ ກໍບໍ່ສາມາດຮູ້ຈັກພິທີການທີ່ຊ່ວຍໃຫ້ລອດ ຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ຄືກັນ—ຈົນກວ່າການຟື້ນຟູແຫ່ງສະຫວັນໄດ້ຖືກນຳກັບຄືນມາ ໂດຍທູດແຫ່ງສະຫວັນເຫລົ່ານີ້. ເຮົາບໍ່ຈຳເປັນຕ້ອງຖາມວ່າ, “ກະແຈຢູ່ໃສ?” ຕໍ່ໄປອີກແລ້ວ.

ຮູບ​ພາບ
ສະຖານທີ່ຟື້ນຟູຖານະປະໂລຫິດ
ຮູບ​ພາບ
ແມ່ນ້ຳຊັດສະຄູຮັນນາ

ໃນວັນທີ່ສວຍງາມຂອງລະດູໃບໄມ້ລົ່ນປີແລ້ວນີ້, ຂ້າພະເຈົ້າໄດ້ໄປຢ້ຽມຢາມພູຜາປ່າດົງທີ່ສະຫງົບງຽບ ທີ່ຕັ້ງຢູ່ທາງພາກຕາເວັນອອກສ່ຽງເໜືອຂອງລັດ ເພັນໂຊເວເນຍ, ຊຶ່ງຮູ້ຈັກກັນໃນພຣະຄຳພີວ່າ ເປັນເມືອງຮາມໂມນີ, ບ່ອນທີ່ໂຢຮັນບັບຕິສະໂຕ ໄດ້ມາປະກົດຕໍ່ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ແລະ ໄດ້ຟື້ນຟູຖານະປະໂລຫິດແຫ່ງອາໂຣນ. ຂ້າພະເຈົ້າຍັງໄດ້ຢືນຢູ່ແຄມແມ່ນ້ຳ ຊັດສະຄູຮັນນາ ນຳອີກ, ບ່ອນທີ່ ຫລັງຈາກໄດ້ຮັບສິດອຳນາດ ແລະ ຂໍກະແຈແລ້ວ, ພວກເພິ່ນໄດ້ຮັບບັບຕິສະມາ. ຢູ່ໃກ້ແມ່ນ້ຳສາຍດຽວກັນນີ້, ເປໂຕ, ຢາໂກໂບ, ແລະ ໂຢຮັນ ໄດ້ມາປະກົດ ແລະ ໄດ້ຟື້ນຟູຖານະປະໂລຫິດແຫ່ງເມນເຄສີເດັກ ແລະ ຂໍກະແຈທີ່ກ່ຽວພັນກັບຖານະປະໂລຫິດນັ້ນ.3

ຮູບ​ພາບ
ເຮືອນຂອງໂຈເຊັບ ແລະ ເອມມາ ສະມິດ
ຮູບ​ພາບ
ຂ້າງໃນຂອງສູນຕ້ອນຮັບແຂກ ຢູ່ທີ່ສະຖານທີ່ຟື້ນຟູຖານະປະໂລຫິດ
ຮູບ​ພາບ
ຂ້າງນອກຂອງສູນຕ້ອນຮັບແຂກ ຢູ່ທີ່ສະຖານທີ່ຟື້ນຟູຖານະປະໂລຫິດ

ສະຖານທີ່ເຫລົ່ານີ້, ພ້ອມທັງເຮືອນຫລັງທຳອິດຂອງໂຈເຊັບ ແລະ ເອມມາ ທີ່ໄດ້ສ້າງຂຶ້ນໃໝ່, ບ່ອນທີ່ພາກສ່ວນໃຫຍ່ຂອງພຣະຄຳພີມໍມອນໄດ້ຖືກແປ; ເຮືອນຂອງພໍ່ແມ່ຂອງນາງເອມມາ ທີ່ຕັ້ງຢູ່ໃກ້ໆຫັ້ນ; ແລະ ສູນຕ້ອນຮັບແຂກ, ໄດ້ໂຮມເຂົ້າກັນເປັນສະຖານທີ່ປະຊຸມແຫ່ງໃໝ່, ຮ່ວມທັງສະຖານທີ່ຟື້ນຟູຖານະປະໂລຫິດ, ທັງໝົດ ໄດ້ຖືກອຸທິດໂດຍປະທານ ຣະໂຊ ເອັມ ແນວສັນ ໃນເດືອນກັນຍາປີແລ້ວນີ້. ຢູ່ທີ່ນັ້ນ, ຂ້າພະເຈົ້າໄດ້ຮູ້ສຶກເຖິງອຳນາດ ແລະ ຄວາມເປັນຈິງ ຂອງເຫດການແຫ່ງສະຫວັນ ຊຶ່ງໄດ້ເກີດຂຶ້ນໃນທີ່ດິນບ່ອນສັກສິດນັ້ນ. ປະສົບການນັ້ນໄດ້ນຳພາຂ້າພະເຈົ້າໃຫ້ໄຕ່ຕອງ, ສຶກສາ, ແລະ ອະທິຖານກ່ຽວກັບສິດອຳນາດຂອງຖານະປະໂລຫິດ ແລະ ຂໍກະແຈຂອງຖານະປະໂລຫິດ, ຊຶ່ງປະທັບໃຈຂ້າພະເຈົ້າດ້ວຍຄວາມປາດຖະໜາໃຫ້ກ່າວກັບບັນດາຊາຍໜຸ່ມ ແລະ ຍິງໜຸ່ມໃນສາດສະໜາຈັກ ວ່າສິດອຳນາດຂອງຖານະປະໂລຫິດ ແລະ ຂໍກະແຈທີ່ຖືກຟື້ນຟູຄືນມາແລ້ວ ສາມາດເປັນພອນໃຫ້ແກ່ເຂົາເຈົ້າແນວໃດ.

ທຳອິດ, ຄວາມເຂົ້າໃຈເຖິງຄວາມໝາຍຂອງຄຳສັບເຫລົ່ານີ້ອາດຊ່ວຍເຫລືອໄດ້. ຖານະປະໂລຫິດ ຫລື ສິດອຳນາດຂອງຖານະປະໂລຫິດໄດ້ມີຄວາມໝາຍວ່າ, “ອຳນາດ ແລະ ສິດອຳນາດຂອງພຣະເຈົ້າ”4 ແລະ “ອຳນາດທີ່ສູງສຸດຢູ່ເທິງໂລກນີ້.”5 ຂໍກະແຈຂອງຖານະປະໂລຫິດ ກໍມີຄວາມໝາຍສຳລັບຄວາມເຂົ້າໃຈຂອງເຮົາຄືກັນວ່າ: “ສິດອຳນາດຂອງຖານະປະໂລຫິດຄື ສິດອຳນາດທີ່ພຣະເຈົ້າໄດ້ປະທານໃຫ້ແກ່ຜູ້ນຳຂອງຖານະປະໂລຫິດ ເພື່ອໃຫ້ນຳພາ, ຄວບຄຸມ, ແລະ ປົກຄອງການນຳໃຊ້ຖານະປະໂລຫິດຂອງພຣະອົງຢູ່ເທິງໂລກ.”6 ຂໍກະແຈຂອງຖານະປະໂລຫິດຄວບຄຸມການນຳໃຊ້ສິດອຳນາດຂອງຖານະປະໂລຫິດ. ພິທີການຕ່າງໆທີ່ຖືກບັນທຶກໄວ້ໃນບັນທຶກຂອງສາດສະໜາຈັກ ຮຽກຮ້ອງຂໍກະແຈ ແລະ ບໍ່ສາມາດສຳເລັດລົງໄດ້ປາດສະຈາກການອະນຸມັດ. ແອວເດີໂອກສ໌ ໄດ້ສອນວ່າ, “ສຳຄັນສຸດກໍຄື, ຂໍກະແຈຂອງຖານະປະໂລຫິດທຸກຢ່າງ ແມ່ນຖືກດຳລົງຢູ່ໂດຍອົງພຣະເຢຊູຄຣິດເຈົ້າ, ທີ່ເປັນເຈົ້າຂອງຂອງຖານະປະໂລຫິດນີ້. ພຣະອົງຄືອົງດຽວທີ່ກຳນົດວ່າ ຂໍກະແຈໃດທີ່ຕ້ອງມອບໝາຍໃຫ້ແກ່ມະນຸດ ແລະ ວ່າຂໍກະແຈເຫລົ່ານີ້ຈະຖືກນຳໃຊ້ແນວໃດ.”7

ບັດນີ້ ສຳລັບພວກເຈົ້າຊາຍໜຸ່ມ ແລະ ຍິງໜຸ່ມທັງຫລາຍ, ຂ້າພະເຈົ້າໄດ້ພິຈາລະນາສາມວິທີທາງ ທີ່ພວກເຈົ້າຈະສາມາດ “ພົບເຫັນຂໍກະແຈເຫລົ່ານີ້” ຫລື ນຳໃຊ້ຂໍກະແຈ ແລະ ສິດອຳນາດຂອງຖານະປະໂລຫິດ ເພື່ອເປັນພອນໃຫ້ແກ່ຊີວິດຂອງພວກເຈົ້າ ແລະ ໃຫ້ແກ່ຊີວິດຂອງຄົນອື່ນ.

ທຳອິດແມ່ນ ຕຽມຕົວສຳລັບການຮັບໃຊ້ເປັນຜູ້ສອນສາດສະໜາ

ນ້ອງຊາຍ ແລະ ນ້ອງສາວໜຸ່ມຂອງຂ້າພະເຈົ້າ, ພວກເຈົ້າອາດບໍ່ຮັບຮູ້, ແຕ່ໂມເຊໄດ້ຟື້ນຟູຂໍກະແຈຂອງການເຕົ້າໂຮມອິດສະຣາເອນແລ້ວ ທີ່ເຮັດໃຫ້ວຽກງານເຜີຍແຜ່ໃນຍຸກສະໄໝຂອງເຮົາເປັນໄປໄດ້. ໃຫ້ເຮົາມາຄິດເບິ່ງ ຜູ້ສອນສາດສະໜາເຕັມເວລາ ປະມານ 75,000 ຄົນ ທີ່ໄດ້ຮັບໃຊ້ຢູ່ໃນສະໜາມເຜີຍແຜ່ ພາຍໃຕ້ການນຳພາຂອງຂໍກະແຈເຫລົ່ານີ້. ດ້ວຍຄວາມຈິງນີ້, ຂໍໃຫ້ຈຳໄວ້ວ່າ ມັນບໍ່ໄວເກີນໄປສຳລັບພວກເຈົ້າ ທີ່ຈະຕຽມຕົວສຳລັບການຮັບໃຊ້ເປັນຜູ້ສອນສາດສະໜາ. ໃນປຶ້ມ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ, ເຮົາອ່ານວ່າ, “ຊາຍໜຸ່ມຂອງຖານະປະໂລຫິດແຫ່ງອາໂຣນ, … ຂໍໃຫ້ຕຽມຕົວພວກເຈົ້າເອງຢ່າງພາກພຽນ ເພື່ອຈະເປັນຜູ້ແທນຂອງພຣະຜູ້ເປັນເຈົ້າ ໃນຖານະຜູ້ສອນສາດສະໜາ.”8 ຍິງໜຸ່ມກໍສາມາດຕຽມຕົວໄດ້ເໝືອນກັນ, ແຕ່ ພວກເຈົ້າ “ບໍ່ໄດ້ຢູ່ໃຕ້ພັນທະໃຫ້ຮັບໃຊ້.”9 ເຖິງຢ່າງໃດກໍຕາມ, ການຕຽມຕົວທັງໝົດຂອງພວກເຈົ້າ, ບໍ່ວ່າພວກເຈົ້າຈະຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາຫລືບໍ່, ຈະເປັນຜົນປະໂຫຍດດີແກ່ພວກເຈົ້າ ຕະຫລອດຊີວິດຂອງພວກເຈົ້າ ໃນຖານະສະມາຊິກທີ່ປະຕິບັດວຽກງານເຜີຍແຜ່.

ວິທີທີສອງທີ່ຈະ “ພົບເຫັນຂໍກະແຈ” ຄືການໄປພຣະວິຫານ

ຂໍກະແຈຂອງການຜະນຶກທີ່ ເອລີຢາ ສາດສະດາຂອງພຣະຄຳພີເດີມໄດ້ຟື້ນຟູ ເຮັດໃຫ້ພິທີການຕ່າງໆເກີດຂື້ນໄດ້ໃນພຣະວິຫານສັກສິດ. ພິທີການທີ່ຖືກດຳເນີນຢູ່ໃນພຣະວິຫານເຫລົ່ານີ້ ສາມາດເຮັດໃຫ້ບຸກຄົນ ແລະ ຄອບຄົວກັບຄືນໄປຫາທີ່ປະທັບຂອງພຣະບິດາມານດາເທິງສະຫວັນໄດ້.

ພວກເຮົາຂໍຊຸກຍູ້ພວກເຈົ້າ ຊາຍໜຸ່ມ ແລະ ຍິງໜຸ່ມທັງຫລາຍ ໃຫ້ຄົ້ນຄວ້າ ແລະ ຊອກຫາຊື່ຂອງບັນພະບຸລຸດຂອງພວກເຈົ້າ ແລະ ດຳເນີນພິທີບັບຕິສະມາແທນເຂົາເຈົ້າໃນພຣະວິຫານ. ພວກເຮົາສັງເກດເຫັນວ່າສິ່ງນີ້ກຳລັງເກີດຂຶ້ນແລ້ວ ຫລາຍກວ່າແຕ່ກ່ອນ ຕະຫລອດທົ່ວໂລກ! ອ່າງບັບຕິສະມາໃນພຣະວິຫານຫລາຍໆແຫ່ງ ກໍເຕັມໄປດ້ວຍຊາຍໜຸ່ມ ແລະ ຍິງໜຸ່ມ ໃນຕອນເຊົ້າໆ ແລະ ຕອນແລງ. ຂໍກະແຈຂອງຖານະປະໂລຫິດກໍຖືກນຳໃຊ້ ເພື່ອອະນຸຍາດໃຫ້ຄອບຄົວຖືກຜູກມັດເຂົ້າກັນ ເມື່ອພິທີການສັກສິດຖືກດຳເນີນໄປໃນພຣະວິຫານເຫລົ່ານີ້.

ພວກເຈົ້າເຂົ້າໃຈຄວາມສຳພັນລະຫວ່າງຂໍກະແຈຂອງຖານະປະໂລຫິດ ແລະ ພອນຕ່າງໆໄດ້ບໍ? ເມື່ອພວກເຈົ້າມີສ່ວນຮ່ວມໃນວຽກງານນີ້, ຂ້າພະເຈົ້າຄິດວ່າ ພວກເຈົ້າຈະໄດ້ພົບເຫັນວ່າ ພຣະຜູ້ເປັນເຈົ້າກໍມີພາກສ່ວນໃນວຽກງານນີ້. ຍົກຕົວຢ່າງຂອງປະສົບການໜຶ່ງ, ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຮຽນຮູ້ເຖິງແມ່ຄົນໜຶ່ງທີ່ພາລູກໆຂອງນາງໄປພຣະວິຫານ ເພື່ອດຳເນີນພິທີບັບຕິສະມາແທນຄົນຕາຍ. ໃນມື້ໜຶ່ງໂດຍສະເພາະ, ຂະນະທີ່ຄອບຄົວນີ້ໄດ້ສຳເລັດການບັບຕິສະມາຂອງເຂົາເຈົ້າແລ້ວ ແລະ ກຳລັງຈະອອກໄປຈາກພຣະວິຫານ, ຊາຍຄົນໜຶ່ງໄດ້ເຂົ້າໄປໃນເຂດບັບຕິສະມາ ພ້ອມດ້ວຍລາຍຊື່ຂອງຄົນໃນຄອບຄົວຂອງລາວ. ໂດຍທີ່ຮູ້ວ່າບໍ່ມີໃຜຍັງຢູ່ທີ່ຫ້ອງບັບຕິສະມາ ທີ່ຈະຊ່ວຍລາວຮັບບັບຕິສະມາ, ພະນັກງານໃນພຣະວິຫານໄດ້ພົບເຫັນຄອບຄົວ ທີ່ກຳລັງຈະອອກໄປຈາກພຣະວິຫານ ແລະ ໄດ້ຂໍໃຫ້ເດັກເຫລົ່ານັ້ນກັບໄປ ແລະ ໃສ່ເຄື່ອງບັບຕິສະມາອີກ ແລະ ຊ່ວຍດຳເນີນພິທີບັບຕິສະມາເຫລົ່ານີ້. ພວກເຂົາເຕັມໃຈ ແລະ ໄດ້ກັບເຂົ້າໄປ. ຂະນະທີ່ພວກເຂົາຮັບບັບຕິສະມາ, ແມ່ຂອງພວກເຂົາ, ທີ່ນັ່ງຟັງຢູ່, ເລີ່ມຮູ້ຈັກຊື່ ແລະ ບໍ່ດົນ, ສິ່ງທີ່ໜ້າປະຫລາດໃຈທີ່ສຸດຄື, ນາງໄດ້ຮູ້ຊື່ໃນຄອບຄົວຂອງຊາຍຄົນນັ້ນ ວ່າເປັນຊື່ຂອງບັນພະບຸລຸດທີ່ລ່ວງລັບໄປແລ້ວຂອງຄອບຄົວຂອງນາງຄືກັນ. ນັ້ນຊ່າງເປັນພອນແຫ່ງຄວາມເມດຕາທີ່ໜ້າຊາບຊຶ້ງຈາກພຣະຜູ້ເປັນເຈົ້າ ສຳລັບເຂົາເຈົ້າແທ້ໆ.

ເມື່ອສອງອາທິດທີ່ຜ່ານມານີ້ ພຣະວິຫານ ໂພຣໂວ ຊີຕີ ເຊັນເຕີ ກໍຖືກອຸທິດເປັນພຣະວິຫານແຫ່ງທີ 150 ທີ່ເປີດບໍລິການຂອງສາດສະໜາຈັກຕະຫລອດທົ່ວໂລກ. ເຮົາສັງເກດເຫັນໄດ້ວ່າ ເມື່ອປະທານທອມມັສ ແອັສ ມອນສັນ ໄດ້ຖືກສະໜັບສະໜູນເປັນອັກຄະສາວົກໃນປີ 1963, ມີພຣະວິຫານທີ່ເປີດບໍລິການຢູ່ 12 ແຫ່ງໃນສາດສະໜາຈັກ. ນັບມື້ພຣະວິຫານນັບຢູ່ໃກ້ພວກເຈົ້າຫລາຍຂຶ້ນ. ເຖິງຢ່າງໃດກໍຕາມ, ສຳລັບພວກເຈົ້າທີ່ອາໄສຢູ່ໄກ ຫລື ສະຖານະການບໍ່ອຳນວຍຄວາມສະດວກໃຫ້ພວກເຈົ້າໄປພຣະວິຫານເປັນປະຈຳ, ພວກເຈົ້າຄວນຮັກສາຕົວເອງໃຫ້ມີຄ່າຄວນທີ່ຈະໄປ. ພວກເຈົ້າສາມາດເຮັດວຽກງານທີ່ສຳຄັນ ຢູ່ນອກພຣະວິຫານໄດ້ ເມື່ອພວກເຈົ້າຄົ້ນຫາ ແລະ ສົ່ງລາຍຊື່ຂອງຄອບຄົວຂອງພວກເຈົ້າເຂົ້າໄປ.

ສຸດທ້າຍ, ທີສາມ: ກ້າວໄປໜ້າດ້ວຍສັດທາ

ອັບຣາຮາມ ສາດສະດາໃນພຣະຄຳພີເດີມ ໄດ້ຮັບພອນທີ່ຍິ່ງໃຫຍ່ຈາກພຣະຜູ້ເປັນເຈົ້າ ໃນຍຸກສະໄໝຂອງເພິ່ນ, ທີ່ບາງເທື່ອຖືກເອີ້ນວ່າ ພັນທະສັນຍາຂອງອັບຣາຮາມ. ຫລາຍໆພັນປີຕໍ່ມາ, ພອນຂອງພຣະກິດຕິຄຸນທີ່ຖືກມອບໃຫ້ແກ່ອັບຣາຮາມ ໃນຍຸກສະໄໝຂອງເພິ່ນ ກໍຖືກຟື້ນຟູຄືນມາໃໝ່. ສິ່ງນີ້ໄດ້ເກີດຂື້ນເມື່ອສາດສະດາອີລາຍ ໄດ້ມາປະກົດຕໍ່ ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ໃນພຣະວິຫານເຄີດແລນ.

ຜ່ານການຟື້ນຟູນີ້, ພວກເຈົ້າແຕ່ລະຄົນກໍເຂົ້າເຖິງພອນທີ່ປະເສີດ ທີ່ຖືກສັນຍາຕໍ່ອັບຣາຮາມ. ພວກເຈົ້າສາມາດໄດ້ຮັບພອນເຫລົ່ານີ້, ຖ້າຫາກພວກເຈົ້າຄົງຢູ່ຢ່າງຊື່ສັດ ແລະ ດຳລົງຊີວິດທີ່ມີຄຸນຄ່າດີພໍ. ໃນປຶ້ມນ້ອຍ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ, ພວກເຈົ້າໄດ້ຮັບຄຳແນະນຳບາງຢ່າງທີ່ໃຊ້ການໄດ້ ກ່ຽວກັບວິທີທີ່ຈະ “ກ້າວໄປໜ້າດ້ວຍສັດທາ.” ຂ້າພະເຈົ້າຈະສະຫລຸບຄຳແນະນຳບາງຂໍ້ວ່າ: “ເພື່ອຊ່ວຍເຈົ້າກາຍເປັນຜູ້ທີ່ພຣະຜູ້ເປັນເຈົ້າຢາກໃຫ້ເຈົ້າເປັນ, ຈົ່ງຄຸເຂົ່າແຕ່ລະມື້ ແລະ ອະທິຖານຫາພຣະບິດາໃນສະຫວັນຂອງເຈົ້າ. … ໃຫ້ອ່ານພຣະຄຳພີທຸກມື້ ແລະ ນຳໃຊ້ສິ່ງທີ່ເຈົ້າໄດ້ອ່ານໃນຊີວິດຂອງເຈົ້າ. … ພະຍາຍາມແຕ່ລະມື້ທີ່ຈະເຊື່ອຟັງ. … ໃນທຸກໆສະຖານະການ, ຈົ່ງຕິດຕາມຄຳສອນຂອງສາດສະດາ. … ຈົ່ງຖ່ອມຕົວ ແລະ ເຕັມໃຈທີ່ຈະຟັງສຽງກະຊິບຂອງພຣະວິນຍານບໍລິສຸດ.”

ຄຳແນະນຳດັ່ງກ່າວ ແມ່ນຕິດຕາມໂດຍຄຳສັນຍາ ທີ່ນຳໄປສູ່ຄຳສັນຍາທີ່ຈະມີມາ ຜ່ານພອນຂອງອັບຣາຮາມ ວ່າ: “ເມື່ອເຈົ້າເຮັດສິ່ງເຫລົ່ານີ້, ພຣະຜູ້ເປັນເຈົ້າຈະເຮັດໃຫ້ຊີວິດຂອງເຈົ້າປະສົບຄວາມສຳເລັດ ຫລາຍກວ່າທີ່ເຈົ້າສາມາດເຮັດໄດ້ດ້ວຍຕົວເອງ. ພຣະອົງຈະເພີ່ມໂອກາດໃຫ້ເຈົ້າ, ຈະຂະຫຍາຍມະໂນພາບຂອງເຈົ້າ, ແລະ ຈະເພີ່ມຄວາມເຂັ້ມແຂງໃຫ້ເຈົ້າ. ພຣະອົງຈະຊ່ວຍເຫລືອເຈົ້າ ໃນຍາມມີບັນຫາ ແລະ ມີການທ້າທາຍ. ປະຈັກພະຍານຂອງເຈົ້າຈະເຂັ້ມແຂງຂຶ້ນ ແລະ ເຈົ້າຈະພົບຄວາມສຸກທີ່ແທ້ຈິງ ເມື່ອເຈົ້າມາຮູ້ຈັກພຣະບິດາຜູ້ສະຖິດຢູ່ໃນສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ແລະ ຮູ້ສຶກເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ເຈົ້າ.”10

ເພື່ອການສະຫລຸບ: ຕຽມຕົວສຳລັບການຮັບໃຊ້ເປັນຜູ້ສອນສາດສະໜາ, ໄປພຣະວິຫານ, ແລະ ກ້າວໄປໜ້າດ້ວຍສັດທາ.

ຂໍ້ສະຫລຸບ

ບັດນີ້ຂ້າພະເຈົ້າຈະກັບຄືນໄປຫາເລື່ອງທີ່ຂ້າພະເຈົ້າໄດ້ເລົ່າໃນຕອນຕົ້ນຄຳປາໄສ, ເມື່ອຖືກຄ້າງຢູ່ໃນບ່ອນຈອດລົດທີ່ໜາວເຢັນ ແລະ ຖາມວ່າ, “ກະແຈຢູ່ໃສ?” ເອີ, ຊ່າງເປັນສິ່ງມະຫັດສະຈັນແທ້ໆ ທີ່ໃນແລງວັນນັ້ນຂ້າພະເຈົ້າໄດ້ພົບເຫັນກະແຈທີ່ໄດ້ຕົກເຫ່ຍຈາກຖົງເສື້ອຂອງຂ້າພະເຈົ້າຢູ່ເທິງພູ. ພຣະຜູ້ເປັນເຈົ້າໄດ້ສະແດງໃຫ້ເຮົາເຫັນວ່າ ພຣະອົງຈະບໍ່ປະຖິ້ມໃຫ້ເຮົາຢືນຢູ່ໃນຄວາມໜາວເຢັນຕາມລຳພັງ ປາດສະຈາກຂໍກະແຈ ຫລື ສິດອຳນາດທີ່ຈະນຳເຮົາກັບຄືນບ້ານຢ່າງປອດໄພ ໄປຫາພຣະອົງ.

ຖ້າຫາກທ່ານເປັນເໝືອນຂ້າພະເຈົ້າ, ທ່ານອາດພົບເຫັນຕົນເອງຖາມເປັນປະຈຳວ່າ, “ກະແຈຢູ່ໃສ?” ກະແຈລົດ, ກະແຈຫ້ອງການ, ກະແຈບ້ານ ຫລື ຫ້ອງ. ເມື່ອສິ່ງນີ້ເກີດຂຶ້ນກັບຂ້າພະເຈົ້າ, ຂ້າພະເຈົ້າອົດຍິ້ມໃນໃຈບໍ່ໄດ້, ເພາະວ່າ ເມື່ອຂ້າພະເຈົ້າຊອກຫາກະແຈ, ຂ້າພະເຈົ້າຈະຄິດກ່ຽວກັບຂໍກະແຈຂອງຖານະປະໂລຫິດທີ່ໄດ້ຟື້ນຟູຄືນມາແລ້ວ ແລະ ເຖິງປະທານທອມມັສ ແອັສ ມອນສັນ, ຜູ້ທີ່ເຮົາສະໜັບສະໜູນວ່າ “ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ”11 ແລະ ເປັນຄົນດຽວຢູ່ເທິງໂລກທີ່ມີ ແລະ ໄດ້ຮັບສິດອຳນາດທີ່ຈະນຳໃຊ້ຂໍກະແຈຂອງຖານະປະໂລຫິດທັງໝົດ. ແມ່ນແລ້ວ, ສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍດຳລົງຂໍກະແຈເຫລົ່ານີ້ຢ່າງປອດໄພ. ມັນໄດ້ຖືກມອບໃຫ້, ແຕ່ງຕັ້ງ, ແລະ ມອບໝາຍໃຫ້ຄົນອື່ນ, ຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ, ພາຍໃຕ້ການຊີ້ນຳຂອງປະທານຂອງສາດສະໜາຈັກ.

ຂ້າພະເຈົ້າເປັນພະຍານວ່າ ສິດອຳນາດຂອງຖານະປະໂລຫິດ ແລະ ຂໍກະແຈຂອງຖານະປະໂລຫິດໃຫ້ອຳນາດ ທີ່ຈະເປີດປະຕູສະຫວັນ, ອຳນວຍໃຫ້ໃຊ້ອຳນາດແຫ່ງສະຫວັນນັ້ນ, ແລະ ຈັດຫາພັນທະສັນຍາທີ່ເຮົາຕ້ອງການ ເພື່ອຈະກັບຄືນໄປຫາພຣະບິດາເທິງສະຫວັນທີ່ຮັກຂອງເຮົາ.

ຂ້າພະເຈົ້າອະທິຖານວ່າພວກເຈົ້າ, ຊາຍໜຸ່ມ ແລະ ຍິງໜຸ່ມລຸ້ນໃໝ່, ຈະ “ມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ,”12 ວ່າພວກເຈົ້າຈະເຂົ້າໃຈວ່າ ມັນເປັນສິດທິພິເສດອັນສັກສິດຂອງພວກເຈົ້າ ທີ່ຈະປະຕິບັດພາຍໃຕ້ການຊີ້ນຳຂອງຜູ້ທີ່ດຳລົງຂໍກະແຈຂອງຖານະປະໂລຫິດ ທີ່ຈະຊ່ວຍໃຫ້ພວກເຈົ້າໄດ້ຮັບພອນ, ຂອງປະທານ, ແລະ ອຳນາດທີ່ກ່່ຽວພັນກັບສະຫວັນ.

ຂ້າພະເຈົ້າເປັນພະຍານເຖິງພຣະເຈົ້າພຣະບິດາ, ເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ພຣະເຢຊູຄຣິດ, ເຖິງພຣະວິນຍານບໍລິສຸດ, ແລະ ເຖິງການຟື້ນຟູພຣະກິດຕິຄຸນໃນວັນເວລາສຸດທ້າຍນີ້, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງອ້າງອີງ

  1. ເບິ່ງ Joseph Smith—History 1:68–72.

  2. ເບິ່ງ Doctrine and Covenants 110, ພາກສະຫລຸບ.

  3. ເບິ່ງ Doctrine and Covenants 128:20.

  4. Handbook 2: Administering the Church (2010), page 8.

  5. Boyd K. Packer, “Priesthood Power in the Home” (worldwide leadership training meeting, Feb. 2012), lds.org/broadcasts; see also James E. Faust, “Power of the Priesthood,” Ensign, May 1997, 41–43.

  6. Handbook 2, 2.1.1.

  7. Dallin H. Oaks, “The Keys and Authority of the Priesthood,” Liahona, May 2014, 50.

  8. ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ (ປຶ້ມນ້ອຍ, 2011), 43.

  9. Thomas S. Monson, “Welcome to Conference,” Liahona, Nov. 2012, 5.

  10. ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ, 42–43.

  11. ເບິ່ງ ເອກະສານສະໜັບສະໜູນເຈົ້າໜ້າທີ່ ຊຶ່ງອ່ານປະຈຳປີ ໃນກອງປະຊຸມຫວອດ ແລະ ສະເຕກ.

  12. 2 ນີໄຟ 31:20.