​2010–2019
ບ່ອນໃດທີສອງ ຫລື ສາມຄົນມາເຕົ້າໂຮມກັນ
ເມສາ 2016


ບ່ອນໃດທີສອງ ຫລື ສາມຄົນມາເຕົ້າໂຮມກັນ

ຖ້າທ່ານຮັບຟັງດ້ວຍພຣະວິນຍານ, ທ່ານຈະເຫັນວ່າ ໃຈຂອງທ່ານໄດ້ອ່ອນລົງ, ສັດທາຂອງທ່ານຈະເຂັ້ມແຂງຂຶ້ນ, ແລະ ຄວາມສາມາດຂອງທ່ານທີ່ຈະຮັກພຣະຜູ້ເປັນເຈົ້າ ຈະມີຫລາຍກວ່າເກົ່າ.

ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍຕ້ອນຮັບທ່ານ ສູ່ກອງປະຊຸມໃຫຍ່ສາມັນ ປະຈຳເຄິ່ງປີ ຄັ້ງທີ 186 ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຂ້າພະເຈົ້າດີໃຈຫລາຍ ທີ່ໄດ້ມາຮ່ວມກັບທ່ານ, ແລະ ຂໍຕ້ອນຮັບທ່ານດ້ວຍຄວາມອົບອຸ່ນ.

ຂ້າພະເຈົ້າມີຄວາມກະຕັນຍູທີ່ທ່ານໄດ້ມາຮ່ວມກອງປະຊຸມ ເພື່ອຈະຮູ້ສຶກເຖິງການດົນໃຈຈາກສະຫວັນ ແລະ ຮູ້ສຶກເຂົ້າໃກ້ພຣະບິດາເທິງສະຫວັນ ແລະ ອົງພຣະເຢຊູຄຣິດເຈົ້າ.

ການຊຸມນຸມໃນມື້ນີ້ ຊຶ່ງກະຈາຍກັນຢູ່ທົ່ວໂລກ ມີສານຸສິດຂອງພຣະເຢຊູຄຣິດຫລາຍລ້ານຄົນ ຜູ້ໄດ້ເຮັດພັນທະສັນຍາ ທີ່ຈະລະນຶກເຖິງພຣະອົງຕະຫລອດເວລາ ແລະ ຮັບໃຊ້ພຣະອົງ. ໂດຍການມະຫັດສະຈັນຂອງ ເທັກໂນໂລຈີ ທີ່ທັນສະໄໝ, ຈຶ່ງນຳຄວາມສະດວກມາໃຫ້ກອງປະຊຸມ. ມັນຄືກັບວ່າ ເຮົາໄດ້ຊຸມນຸມຢູ່ສະຖານທີ່ອັນໃຫຍ່ໂຕ ໃນບ່ອນດຽວກັນ.

ແຕ່ສຳຄັນໄປກວ່ານັ້ນ ເຮົາມາຊຸມນຸມກັນ ໃນພຣະນາມຂອງໃຜ. ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ເຖິງແມ່ນມີສານຸສິດເປັນຈຳນວນຫລວງຫລາຍຢູ່ໃນໂລກນີ້ກໍຕາມ, ພຣະອົງຈະສະຖິດຢູ່ໃກ້ເຮົາສະເໝີ. ພຣະອົງໄດ້ກ່າວກັບໄພ່ພົນຂອງພຣະອົງ ກຸ່ມນ້ອຍໆ ໃນປີ 1829 ວ່າ, … ບ່ອນໃດທີ່ສອງ ຫລື ສາມຄົນມາເຕົ້າໂຮມກັນ ໃນພຣະນາມຂອງພຣະອົງ, … ແລ້ວພຣະອົງຈະຢູ່ບ່ອນນັ້ນ ໃນທ່າມກາງເຂົາເຈົ້າ (ເບິ່ງ D&C 6:32).

ບັດນີ້ ເຮົາເຫັນໄດ້ວ່າ ສານຸສິດຂອງພຣະອົງ ມີຫລາຍກວ່າສອງສາມຄົນ ໃນສູນກາງປະຊຸມນີ້, ແລະ ດັ່ງທີ່ໄດ້ສັນຍາໄວ້, ພຣະຜູ້ເປັນເຈົ້າ ຈະສະຖິດຢູ່ທ່າມກາງເຮົາ. ເພາະພຣະອົງໄດ້ຟື້ນຄືນພຣະຊົນແລ້ວ ແລະ ມີລັດສະໝີພາບ, ພຣະອົງຈຶ່ງບໍ່ສາມາດໄປຫາທຸກບ່ອນໄດ້ໃນເວລາດຽວກັນ ຕອນທີ່ໄພ່ພົນມາຊຸມນຸມກັນ. ແຕ່ໂດຍອຳນາດຂອງພຣະວິນຍານ, ເຮົາສາມາດຮູ້ສຶກໄດ້ວ່າ ພຣະອົງຢູ່ທີ່ນີ້ ກັບເຮົາໃນມື້ນີ້.

ສະຖານທີ່ ແລະ ເວລາທີ່ເຮົາຮູ້ສຶກວ່າໄດ້ຢູ່ໃກ້ພຣະອົງນັ້ນ ແມ່ນຂຶ້ນຢູ່ກັບເຮົາເອງ. ພຣະອົງໄດ້ແນະນຳວ່າ:

ພຣະອົງໄດ້ຝາກຄຳກ່າວເຫລົ່ານີ້ໄວ້ກັບເຮົາ ເພື່ອໃຫ້ໄຕ່ຕອງຢູ່ໃນໃຈຂອງເຮົາ, ດ້ວຍພຣະບັນຍັດນີ້ ຊຶ່ງພຣະອົງປະທານໃຫ້ແກ່ເຮົາ, ວ່າເຮົາຈະເອີ້ນຫາພຣະອົງໃນຂະນະທີ່ພຣະອົງຢູ່ໃກ້—

ໃຫ້ເຂົ້າໃກ້ພຣະອົງ ແລະ ພຣະອົງຈະເຂົ້າໃກ້ເຮົາ; ໃຫ້ສະແຫວງຫາພຣະອົງ ດ້ວຍຄວາມພາກພຽນ ແລະ ເຮົາຈະພົບພຣະອົງ; ໃຫ້ໝັ່ນຂໍ ແລ້ວເຮົາຈະໄດ້ຮັບ; ໃຫ້ໝັ່ນເຄາະ ແລ້ວຈະມີຜູ້ໄຂປະຕູໃຫ້ເຮົາ (ເບິ່ງ D&C 88:62–63).

ຂ້າພະເຈົ້າຮູ້ຢ່າງໜ້ອຍ ສອງຄົນ ທີ່ກຳລັງຮັບຊົມກອງປະຊຸມຢູ່ມື້ນີ້ ຜູ້ຢາກໄດ້ພອນນັ້ນຫລາຍທີ່ສຸດ. ເຂົາເຈົ້າພະຍາຍາມເຂົ້າໃກ້ພຣະຜູ້ເປັນເຈົ້າ ໃນລະຫວ່າງມີກອງປະຊຸມໃຫຍ່ນີ້. ເຂົາເຈົ້າໄດ້ຂຽນຈົດໝາຍມາຫາຂ້າພະເຈົ້າ—ຈົດໝາຍຂອງສອງຄົນນັ້ນ ໄດ້ມາເຖິງຫ້ອງການຂອງຂ້າພະເຈົ້າ ໃນອາທິດດຽວກັນ—ໄດ້ຂໍຄວາມຊ່ວຍເຫລືອຢ່າງດຽວກັນ.

ທງສອງຄົນໄດ້ປ່ຽນໃຈເຫລື້ອມໃສເຂົ້າໃນສາດສະໜາຈັກ ແລະ ແຕ່ກ່ອນ ເຂົາເຈົ້າເຄີຍມີປະຈັກພະຍານເຖິງຄວາມຮັກຂອງອົງພຣະບິດາເຈົ້າ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ເຂົາເຈົ້າຮູ້ວ່າ ສາດສະດາໂຈເຊັບ ສະມິດ ໄດ້ຈັດຕັ້ງສາດສະໜາຈັກຂຶ້ນ ຕາມການເປີດເຜີຍຈາກພຣະເຈົ້າ ແລະ ວ່າຂໍກະແຈຂອງຖານະປະໂລຫິດທີ່ສັກສິດ ໄດ້ຖືກຟື້ນຟູຄືນມາໃໝ່. ແຕ່ລະຄົນຮູ້ສຶກເຖິງການເປັນພະຍານຂອງຂໍກະແຈນັ້ນ ທີ່ມີຢູ່ໃນສາດສະໜາຈັກໃນທຸກວັນນີ້. ທັງສອງໄດ້ສະແດງປະຈັກພະຍານຕໍ່ຂ້າພະເຈົ້າ ໃນຈົດໝາຍ.

ແຕ່ທັງສອງ ຮູ້ສຶກວ່າ ເຂົາເຈົ້າມີຄວາມຮັກຕໍ່ພຣະຜູ້ເປັນເຈົ້າໜ້ອຍລົງ ແລະ ຄວາມຮັກຂອງພຣະອົງທີ່ມີຕໍ່ເຂົາເຈົ້າກໍໜ້ອຍລົງຄືກັນ. ທັງສອງໄດ້ຂໍໃຫ້ຂ້າພະເຈົ້າຊ່ວຍເຫລືອເຂົາເຈົ້າ ໃຫ້ເປັນເໝືອນແຕ່ກ່ອນ ເພື່ອຈະໄດ້ມີຄວາມສຸກ ແລະ ຮູ້ສຶກເຖິງຄວາມຮັກ ຄືຕອນທີ່ເຂົາເຈົ້າຫາກໍເຂົ້າມາສູ່ອານາຈັກຂອງພຣະເຈົ້າ. ທັງສອງໄດ້ບອກເຖິງຄວາມຢ້ານກົວວ່າ ຖ້າຫາກເຂົາເຈົ້າບໍ່ສາມາດຮູ້ສຶກເໝືອນແຕ່ກ່ອນ ເຖິງຄວາມຮັກຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ສາດສະໜາຈັກຂອງພຣະອົງ, ແລ້ວການທົດລອງ ທີ່ເຂົາເຈົ້າປະເຊີນຢູ່ ຈະເອົາຊະນະສັດທາຂອງເຂົາເຈົ້າໄດ້.

ບໍ່ແມ່ນແຕ່ເຂົາເຈົ້າສອງຄົນທີ່ຮູ້ສຶກເຊັ່ນນີ້, ຄົນອື່ນກໍເຄີຍຖືກທົດລອງມາແລ້ວ. ໃນໄລຍະການປະຕິບັດສາດສະໜາກິດຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດ ໄດ້ກ່າວຄຳອຸປະມາເລື່ອງຜູ້ຫວ່ານ. ເມັດພືດ ຄື ພຣະຄຳຂອງພຣະເຈົ້າ. ຜູ້ຫວ່ານແມ່ນ ພຣະຜູ້ເປັນເຈົ້າ. ການເຕີບໃຫຍ່ຂອງເມັດພືດ ແມ່ນຂຶ້ນຢູ່ກັບສະພາບຂອງດິນ. ທ່ານຄົງຈື່ພຣະຄຳຂອງພຣະອົງໄດ້ ທີ່ວ່າ:

“ຂະນະທີ່ເຮົາກຳລັງຫວ່ານເມັດພືດຢູ່ນັ້ນ, ບາງເມັດກໍຕົກຕາມທາງ, ແລ້ວຝູງນົກກໍມາສັບກິນເມັດນັ້ນເສຍ:

“ບາງເມັດກໍຕົກໃສ່ບ່ອນມີຫີນຫລາຍດິນໜ້ອຍ: ເມັດເຫລົ່ານີ້ຈຶ່ງງອກຂຶ້ນໄດ້ໄວເພາະພື້ນດິນບໍ່ເລິກ:

“ແຕ່ເມື່ອຕາເວັນຂຶ້ນມາ ພືດນັ້ນກໍແຫ້ມ ຈຶ່ງຫ່ຽວແຫ້ງໄປເພາະຮາກບໍ່ເລິກ.

“ບາງເມັດກໍຕົກໃສ່ກາງຟຸ່ມໜາມ, ໜາມເຫລົ່ານີ້ກໍໃຫຍ່ຂຶ້ນຫຸ້ມຮັດພືດນັ້ນໃຫ້ເສຍໄປ:

“ແຕ່ບາງເມັດຕົກໃສ່ດິນດີ ພຶດຈຶ່ງເກີດຜົນ: ເມັດໜຶ່ງໄດ້ຮ້ອຍຕໍ່, ເມັດໜຶ່ງໄດ້ຫົກສິບຕໍ່ ແລະ ເມັດໜຶ່ງໄດ້ສາມສິບຕໍ່.

“ຜູ້ໃດມີຫູຟັງ, ຈົ່ງຟັງເອົາ” (ມັດທາຍ 13:4–9).

ອີກເທື່ອໜຶ່ງ, ເມັດພືດຄື ພຣະຄຳຂອງພຣະເຈົ້າ. ດິນຄື ໃຈຂອງຜູ້ຄົນ ທີ່ຮັບເອົາເມັດພືດນັ້ນ.

ເຮົາທຸກຄົນມີຫລາຍສິ່ງທີ່ຄືກັນກັບສອງຄົນນີ້ ຜູ້ໄດ້ຂຽນຈົດໝາຍມາຫາຂ້າພະເຈົ້າ ເພື່ອຂໍຄວາມຊ່ວຍເຫລືອ ແລະ ຄວາມໝັ້ນໃຈ. ເຮົາທຸກຄົນກໍເຄີຍມີເມັດພືດ, ຫລື ພຣະຄຳຂອງພຣະເຈົ້າ, ຖືກປູກຝັງໄວ້ໃນໃຈຂອງເຮົາ ໃນເວລາໜຶ່ງ. ສຳລັບບາງຄົນ, ມັນເປັນຕອນທີ່ຍັງນ້ອຍ ຕອນພໍ່ແມ່ຂອງເຮົາ ໄດ້ຊັກຊວນເຮົາ ໃຫ້ຮັບບັບຕິສະມາ ແລະ ຮັບການຢືນຢັນ ໂດຍຜູ້ມີສິດອຳນາດ. ບາງຄົນໄດ້ຖືກສິດສອນໂດຍຜູ້ຮັບໃຊ້ຂອງພຣະເຈົ້າ. ແຕ່ລະຄົນກໍໄດ້ຮູ້ສຶກວ່າ ເມັດພືດນັ້ນດີ, ແລະ ຮູ້ສຶກວ່າມັນເຕີບໃຫຍ່ຂຶ້ນຢູ່ໃນໃຈຂອງເຮົາ, ແລະ ກໍມີຄວາມຊື່ນຊົມຂະນະທີ່ໃຈ ແລະ ຄວາມນຶກຄິດຂອງເຮົາໄດ້ເລີ່ມຂະຫຍາຍຕົວ.

ເຮົາທຸກຄົນ ເຄີຍໄດ້ຖືກທົດສອບທາງສັດທາ ເມື່ອພອນມາເຖິງຢ່າງຊ້າໆ, ຖືກຈູ່ໂຈມໂດຍຜູ້ຄົນທີ່ພະຍາຍາມທຳລາຍສັດທາຂອງເຮົາ, ໄດ້ຖືກລໍ້ລວງໃຫ້ເຮັດບາບ, ແລະ ຄວາມສົນໃຈທີ່ເຫັນແກ່ຕົວ ເຮັດໃຫ້ຄວາມພະຍາຍາມທີ່ຈະພັດທະນາຂອງເຮົາມີໜ້ອຍລົງ ແລະ ເຮັດໃຫ້ຄວາມຮູ້ສຶກທີ່ເລິກຊຶ້ງທາງວິນຍານ ໃນໃຈຂອງເຮົາອ່ອນແອລົງ.

ຜູ້ທີ່ໂສກເສົ້າ ເພາະການສູນເສຍຄວາມສຸກ ທີ່ຄັ້ງໜຶ່ງ ເຂົາເຈົ້າເຄີຍມີນັ້ນ ກໍເປັນຜູ້ທີ່ເປັນສຸກ. ບາງຄົນບໍ່ເຫັນຄວາມຫ່ຽວແຫ້ງຂອງສັດທາຂອງຕົນ. ຊາຕານສະຫລາດແທ້ໆ. ມັນບອກຜູ້ຄົນທີ່ມັນຢາກໃຫ້ໂສກເສົ້າວ່າ ຄວາມສຸກທີ່ເຂົາເຈົ້າເຄີຍມີ ເປັນພຽງການຫລອກຕົວເອງເທົ່ານັ້ນ.

ຂ່າວສານຂອງຂ້າພະເຈົ້າແກ່ທ່ານທຸກຄົນໃນມື້ນີ້ແມ່ນ ທ່ານຈະໄດ້ຮັບໂອກາດພິເສດ ໃນສອງມື້ນີ້ ທີ່ຈະເຮັດໃຫ້ໃຈຂອງທ່ານອ່ອນລົງ, ທີ່ຈະຮັບ ແລະ ບຳລຸງລ້ຽງເມັດພືດນັ້ນ. ເມັດພືດຄື ພຣະຄຳຂອງພຣະເຈົ້າ, ແລະ ພຣະຄຳຈະຖືກຖອກເທລົງມາສູ່ຜູ້ທີ່ຮັບຊົມ, ຮັບຟັງ, ແລະ ອ່ານຂ່າວສານຂອງກອງປະຊຸມນີ້. ສຽງເພງ, ຄຳປາໄສ, ແລະ ປະຈັກພະຍານ ໄດ້ຖືກຕຽມມາແລ້ວ ໂດຍຜູ້ຮັບໃຊ້ຂອງພຣະເຈົ້າ ຜູ້ໄດ້ສະແຫວງຫາພຣະວິນຍານບໍລິສຸດ ດ້ວຍຄວາມພາກພຽນ ເພື່ອຊົງນຳ ໃນການຕຽມຂອງພວກເພິ່ນ. ພວກເພິ່ນໄດ້ອະທິຖານເປັນເວລາດົນນານ ແລະ ດ້ວຍຄວາມຖ່ອມຕົວ ເມື່ອກອງປະຊຸມເລື່ອນເຂົ້າມາໃກ້.

ພວກເພິ່ນໄດ້ອະທິຖານ ແລະ ໄດ້ຮັບພະລັງ ທີ່ຈະຊຸກຍູ້ທ່ານ ໃຫ້ເລືອກສິ່ງທີ່ເຮັດໃຫ້ໃຈຂອງທ່ານ ເປັນດິນດີ ສຳລັບພຣະຄຳຂອງພຣະເຈົ້າ ເພື່ອເມັດພືດຈະໄດ້ເຕີບໂຕ ແລະ ອອກຜົນ. ຖ້າທ່ານຮັບຟັງດ້ວຍພຣະວິນຍານ, ທ່ານຈະເຫັນວ່າ ໃຈຂອງທ່ານໄດ້ອ່ອນລົງ, ສັດທາຂອງທ່ານຈະເຂັ້ມແຂງຂຶ້ນ, ແລະ ຄວາມສາມາດຂອງທ່ານທີ່ຈະຮັກພຣະຜູ້ເປັນເຈົ້າ ຈະມີຫລາຍກວ່າເກົ່າ.

ການອະທິຖານດ້ວຍຈຸດປະສົງອັນເຕັມປ່ຽມແຫ່ງໃຈ ຈະປ່ຽນປະສົບການຂອງທ່ານ ໃນພາກຕ່າງໆຂອງກອງປະຊຸມ ແລະ ໃນວັນ ແລະ ເດືອນຕໍ່ໆໄປ.

ຫລາຍຄົນພວກທ່ານກໍໄດ້ເລີ່ມຕົ້ນແລ້ວ. ໃນຕົ້ນກອງປະຊຸມນີ້, ທ່ານບໍ່ພຽງແຕ່ຟັງຄຳອະທິຖານເທົ່ານັ້ນ, ແຕ່ທ່ານໄດ້ຕື່ມສັດທາຂອງທ່ານໃສ່ກັບຄຳຂໍຮ້ອງໃຫ້ເຮົາ ຊື່ນຊົມກັບພອນ ທີ່ໄດ້ມີພຣະວິນຍານບໍລິສຸດສະຖິດຢູ່ກັບເຮົາ. ເມື່ອທ່ານຕື່ມຄຳຂໍຮ້ອງຂອງທ່ານໃສ່ອີກ ໃນພຣະນາມຂອງພຣະເຢຊູຄຣິດ, ແລ້ວທ່ານຈະເຂົ້າໃກ້ພຣະອົງຫລາຍຂຶ້ນ. ນີ້ແມ່ນກອງປະຊຸມຂອງພຣະອົງ. ພຽງແຕ່ພຣະວິນຍານບໍລິສຸດເທົ່ານັ້ນ ທີ່ສາມາດນຳພອນທີ່ພຣະຜູ້ເປັນເຈົ້າ ປາດຖະໜາໃຫ້ເຮົາມີ ມາໃຫ້ເຮົາໄດ້. ໃນຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ, ພຣະອົງໄດ້ສັນຍາວ່າ:

ສິ່ງໃດກໍຕາມທີ່ເຮົາຈະກ່າວ ເມື່ອໄດ້ຮັບການດົນໃຈໂດຍພຣະວິນຍານບໍລິສຸດ ຈະເປັນພຣະຄຳພີ, ຈະເປັນພຣະປະສົງຂອງພຣະຜູ້ເປັນເຈົ້າ, ຈະເປັນພຣະດຳລັດຂອງພຣະຜູ້ເປັນເຈົ້າ, ຈະເປັນພຣະຄຳຂອງພຣະຜູ້ເປັນເຈົ້າ, ຈະເປັນສຸລະສຽງຂອງພຣະຜູ້ເປັນເຈົ້າ, ແລະ ເປັນອຳນາດຂອງພຣະເຈົ້າ ໄປສູ່ຄວາມລອດ.

ນີ້ຄືຄຳສັນຍາຂອງພຣະຜູ້ເປັນເຈົ້າ ຕໍ່ຜູ້ຮັບໃຊ້ຂອງພຣະອົງ.

ດັ່ງນັ້ນ ຈົ່ງເບີກບານເຖີດ, ແລະ ຢ່າສູ່ຢ້ານ, ເພາະພຣະຜູ້ເປັນເຈົ້າຢູ່ກັບເຮົາ, ແລະ ຈະຢືນຢູ່ກັບເຮົາ; ແລະ ເຮົາຈະເປັນພະຍານເຖິງພຣະອົງ, ແມ່ນແຕ່ພຣະເຢຊູຄຣິດ, ວ່າພຣະອົງ ຄືພຣະບຸດ ຂອງພຣະເຈົ້າ ຜູ້ຊົງພຣະຊົນຢູ່, ວ່າພຣະອົງເຄີຍເປັນຢູ່, ວ່າພຣະອົງເປັນຢູ່, ແລະ ວ່າພຣະອົງຈະສະເດັດມາ (ເບິ່ງ D&C 68:4–6).

ທ່ານສາມາດອະທິຖານ ແລະ ຕື່ມສັດທາຂອງທ່ານໃສ່ທຸກເທື່ອ ທີ່ຜູ້ຮັບໃຊ້ຂອງພຣະເຈົ້າຂຶ້ນມາກ່າວ ເພື່ອວ່າຄຳສັນຍາຂອງພຣະຜູ້ເປັນເຈົ້າ ຢູ່ໃນພຣະຄຳພີ ຄຳສອນ ແລະ ພັນທະສັນຍາ ພາກທີ 50 ຈະເກີດເປັນຈິງ ທີ່ວ່າ:

ຄົນທີ່ໄດ້ຮັບການແຕ່ງຕັ້ງຈາກພຣະອົງ ແລະ ຖືກສົ່ງອອກໄປສັ່ງສອນພຣະຄຳແຫ່ງຄວາມຈິງໂດຍພຣະຜູ້ປອບໂຍນ, ໃນພຣະວິນຍານແຫ່ງຄວາມຈິງ, ເຂົາເຈົ້າຈະສັ່ງສອນມັນ ໂດຍພຣະວິນຍານແຫ່ງຄວາມຈິງບໍ ຫລື ໂດຍທາງອື່ນ?

ຖ້າຫາກເປັນໂດຍທາງອື່ນ ມັນກໍບໍ່ໄດ້ມາຈາກພຣະເຈົ້າ.

ຄົນທີ່ໄດ້ຮັບພຣະຄຳແຫ່ງຄວາມຈິງ, ເຂົາເຈົ້າໄດ້ຮັບມັນໂດຍພຣະວິນຍານແຫ່ງຄວາມຈິງບໍ ຫລື ໂດຍທາງອື່ນ?

ຖ້າຫາກເປັນໂດຍທາງອື່ນ ມັນກໍບໍ່ໄດ້ມາຈາກພຣະເຈົ້າ.

ດ້ວຍເຫດໃດເຮົາຈຶ່ງບໍ່ສາມາດເຂົ້າໃຈ ແລະ ຮູ້ຈັກ, ວ່າຄົນທີ່ໄດ້ຮັບພຣະຄຳໂດຍພຣະວິນຍານແຫ່ງຄວາມຈິງ ໄດ້ຮັບມັນດັ່ງທີ່ສັ່ງສອນໄວ້ ໂດຍພຣະວິນຍານແຫ່ງຄວາມຈິງ?

ດັ່ງນັ້ນ ຄົນທີ່ສັ່ງສອນ ແລະ ຄົນທີ່ໄດ້ຮັບຈະເຂົ້າໃຈກັນ, ແລະ ທັງສອງໄດ້ຮັບການເສີມສ້າງ ແລະ ປິຕິຍິນດີນຳກັນ (ເບິ່ງ D&C 50:17–22).

ທ່ານສາມາດອະທິຖານ ຕອນກຸ່ມນັກຮ້ອງ ຕຽມຈະຮ້ອງ. ຜູ້ນຳເພງ, ຜູ້ຫລິ້ນອໍແກນ, ແລະ ກຸ່ມນັກຮ້ອງ ໄດ້ອະທິຖານ ແລະ ໄດ້ຊ້ອມເພງ ດ້ວຍການອະທິຖານຢູ່ໃນໃຈຂອງເຂົາເຈົ້າ ແລະ ດ້ວຍສັດທາວ່າ ສຽງເພງ ແລະ ຄຳປາໄສ ຈະເຮັດໃຫ້ໃຈອ່ອນລົງ ແລະ ຂະຫຍາຍອຳນາດຂອງຕົນ ເພື່ອສ້າງສັດທາຂອງກັນແລະກັນ. ເຂົາເຈົ້າຈະຮ້ອງເພງໃຫ້ພຣະອົງຟັງ ຄືກັບວ່າ ພຣະອົງຢູ່ຕໍ່ໜ້າເຂົາເຈົ້າ, ແລະ ເຂົາເຈົ້າຮູ້ວ່າ ພຣະບິດາເທິງສະຫວັນ ໄດ້ຍິນສຽງເພງຂອງເຂົາເຈົ້າ ເທົ່າໆກັບຄຳອະທິຖານສ່ວນຕົວຂອງເຂົາເຈົ້າ. ເຂົາເຈົ້າໄດ້ທຳງານດ້ວຍຄວາມຮັກ ເພື່ອເຮັດໃຫ້ຄຳສັນຍາຂອງພຣະຜູ້ຊ່ວຍໃຫ້ລອດ ຕໍ່ ເອມມາ ສະມິດ ເກີດເປັນຈິງ ທີ່ວ່າ ຈິດວິນຍານຂອງພຣະອົງເບີກບານໃນເພງຈາກໃຈ; ເພງຂອງຄົນຊອບທຳເປັນຄຳອະທິຖານຫາພຣະເຈົ້າ, ແລະ ຈະໄດ້ຮັບຄຳຕອບດ້ວຍພອນຢູ່ເທິງຫົວຂອງພວກເຂົາ (ເບິ່ງ D&C 25:12).

ຖ້າທ່ານຟັງ ແລະ ອະທິຖານໄປນຳ ໃນຂະນະທີ່ເຂົາເຈົ້າຮ້ອງ, ຄຳອະທິຖານຂອງທ່ານ ແລະ ຂອງເຂົາເຈົ້າ ຈະໄດ້ຮັບຄຳຕອບ ດ້ວຍພອນຢູ່ເທິງຫົວຂອງທ່ານ ແລະ ຂອງເຂົາເຈົ້າດ້ວຍ. ທ່ານຈະຮູ້ສຶກເຖິງພອນແຫ່ງຄວາມຮັກ ແລະ ການຮັບຮູ້ຂອງພຣະຜູ້ຊ່ວຍໃຫ້ລອດ. ທຸກຄົນທີ່ສັນລະເສີນນຳກັນ ຈະຮູ້ສຶກວ່າ ເຂົາເຈົ້າຮັກພຣະອົງຫລາຍຂຶ້ນກວ່າເກົ່າ.

ທ່ານສາມາດເລືອກທີ່ຈະອະທິຖານ ຕອນຜູ້ກ່າວປາໄສ ໃກ້ຈະຈົບຂ່າວສານຂອງເພິ່ນ. ເພິ່ນກໍໄດ້ອ້ອນວອນຢູ່ໃນໃຈ ຂໍໃຫ້ພຣະບິດາ ຊົງນຳໃຫ້ພຣະວິນຍານບໍລິສຸດ ບອກຖ້ອຍຄຳ ທີ່ເພິ່ນຈະກ່າວປະຈັກພະຍານ ອັນທີ່ຈະປະທັບໃຈຂອງຜູ້ຟັງ, ໃຫ້ຄວາມຫວັງ, ແລະ ໃຫ້ມີຄວາມຕັ້ງໃຈທີ່ຈະລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ຮັກສາພຣະບັນຍັດຂອງພຣະອົງ ທີ່ພຣະອົງໄດ້ປະທານໃຫ້ເຮົາ.

ປະຈັກພະຍານຈະບໍ່ເປັນພຽງຂ່າວສານເທົ່ານັ້ນ. ມັນເປັນການຢືນຢັນເຖິງຄວາມຈິງ ທີ່ພຣະວິນຍານຈະເອົາໃສ່ໄວ້ໃນໃຈຂອງຜູ້ທີ່ອະທິຖານຂໍຄວາມຊ່ວຍເຫລືອ, ຂໍການຊີ້ນຳຈາກສະຫວັນ, ແລະ ຂໍຄວາມຮັກທີ່ແທ້ຈິງຂອງພຣະຄຣິດ.

ປະຈັກພະຍານທີ່ແທ້ຈິງ ຈະຖືກມອບໃຫ້ແກ່ຜູ້ກ່າວປາໄສ. ຖ້ອຍຄຳຂອງເພິ່ນອາດສັ້ນໆ, ແຕ່ມັນຈະແຊກຊຶມເຂົ້າໄປໃນໃຈຂອງຜູ້ຟັງທີ່ຖ່ອມຕົວ ຜູ້ມາກອງປະຊຸມ ດ້ວຍຄວາມຢາກໄດ້ຮັບພຣະຄຳຂອງພຣະເຈົ້າ.

ຂ້າພະເຈົ້າຮູ້ຈາກປະສົບການວ່າ ສັດທາຂອງຄົນດີ ສາມາດນຳພຣະຄຳຈາກພຣະວິນຍານ ມາສູ່ທ້າຍຂອງຄຳເທດສະໜາໄດ້. ຫລາຍກວ່າໜຶ່ງເທື່ອ, ບາງຄົນໄດ້ບອກຂ້າພະເຈົ້າວ່າ ຫລັງຈາກຂ້າພະເຈົ້າໄດ້ກ່າວປະຈັກພະຍານແລ້ວ, ເຂົາເຈົ້າເວົ້າວ່າ “ທ່ານຮູ້ໄດ້ແນວໃດ ວ່າຂ້ານ້ອຍຕ້ອງການໄດ້ຍິນຄຳນັ້ນຫລາຍແທ້ໆ?” ຂ້າພະເຈົ້າໄດ້ພະຍາຍາມບໍ່ເຮັດໜ້າແບບປະຫລາດໃຈ ຕອນຂ້າພະເຈົ້າຈື່ບໍ່ໄດ້ວ່າ ຕົນໄດ້ເວົ້າຫຍັງ. ຂ້າພະເຈົ້າໄດ້ກ່າວປະຈັກພະຍານ, ແຕ່ພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ ແລະ ໄດ້ມອບຖ້ອຍຄຳໃຫ້ເຂົາເຈົ້າໃນເວລານັ້ນ. ຄຳສັນຍາທີ່ພຣະຜູ້ເປັນເຈົ້າຈະປະທານໃຫ້ເຮົາເປັນຖ້ອຍຄຳ ໃນເວລານັ້ນເອງ ແມ່ນກ່ຽວພັນກັບປະຈັກພະຍານຂອງເຮົາ (ເບິ່ງ D&C 24:6). ຂໍຈົ່ງຕັ້ງໃຈຟັງປະຈັກພະຍານ ທີ່ຖືກກ່າວຢູ່ໃນກອງປະຊຸມນີ້—ທ່ານຈະຮູ້ສຶກວ່າ ຕົນໄດ້ເຂົ້າໃກ້ພຣະຜູ້ເປັນເຈົ້າຫລາຍຂຶ້ນ.

ທ່ານສາມາດຮູ້ສຶກວ່າ ຂ້າພະເຈົ້າກຳລັງຈະກ່າວມ້ວນທ້າຍຂ່າວສານຂອງຂ້າພະເຈົ້າແລ້ວໃນເວລານີ້ ທີ່ຂ້າພະເຈົ້າໄດ້ພະຍາຍາມກ່າວດ້ວຍປະຈັກພະຍານ ເຖິງຄວາມຈິງ. ຄຳອະທິຖານຂອງທ່ານ ຈະຊ່ວຍຂ້າພະເຈົ້າໃຫ້ສາມາດກ່າວປະຈັກພະຍານໄດ້ ໃນຖ້ອຍຄຳທີ່ຈະຊ່ວຍເຫລືອບາງຄົນ ຜູ້ຢາກໄດ້ຮັບຄຳຕອບ ໃຫ້ແກ່ຄຳອະທິຖານຂອງເຂົາເຈົ້າ.

ຂ້າພະເຈົ້າຂໍເປັນພະຍານຢ່າງແນ່ນອນວ່າ ພຣະບິດາເທິງສະຫວັນຄື ເອໂລຮິມ ທີ່ຍິ່ງໃຫຍ່, ພຣະອົງຮັກ ແລະ ຮູ້ຈັກເຮົາທຸກຄົນ. ພາຍໃຕ້ການຊີ້ນຳຂອງພຣະອົງ, ພຣະບຸດຂອງພຣະອົງ, ພຣະເຢໂຮວາ ຈຶ່ງໄດ້ເປັນພຣະຜູ້ສ້າງ. ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູແຫ່ງນາຊາເຣັດຄື ພຣະບຸດຂອງພຣະເຈົ້າ. ພຣະອົງໄດ້ປິ່ນປົວຄົນເຈັບປ່ວຍ, ຄົນຕາບອດ, ແລະ ໂຜດຄົນຕາຍໃຫ້ເປັນຄືນມີຊີວິດ. ພຣະອົງໄດ້ຈ່າຍແທນບາບໃຫ້ລູກທຸກຄົນຂອງພຣະບິດາເທິງສະຫວັນ ທີ່ໄດ້ເກີດມາໃນໂລກ. ພຣະອົງໄດ້ເຮັດໃຫ້ສາຍຮັດແຫ່ງຄວາມຕາຍຂາດອອກສຳລັບທຸກຄົນ ເມື່ອພຣະອົງໄດ້ຟື້ນຄືນພຣະຊົນ ຈາກອຸບໂມງ ໃນເຊົ້າຂອງວັນອິດສະເຕີນັ້ນ. ພຣະອົງຊົງພຣະຊົນຢູ່ໃນທຸກວັນນີ້, ເປັນພຣະເຈົ້າ—ທີ່ໄດ້ຟື້ນຄືນພຣະຊົນແລ້ວ ແລະ ຮຸ່ງໂລດ.

ນີ້ຄືສາດສະໜາຈັກແຫ່ງດຽວເທົ່ານັ້ນທີ່ແທ້ຈິງ, ແລະ ພຣະອົງເປັນຫີນເສົາເອກ. ທ່ານທອມມັສ ແອັສ ມອນສັນ ເປັນສາດສະດາຂອງພຣະອົງ ຢູ່ໃນໂລກ. ສາດສະດາ ແລະ ອັກຄະສາວົກ ທີ່ທ່ານຈະໄດ້ຍິນ ຢູ່ໃນກອງປະຊຸມນີ້, ຈະກ່າວແທນພຣະຜູ້ເປັນເຈົ້າ. ພວກເພິ່ນເປັນຜູ້ຮັບໃຊ້ຂອງພຣະອົງ, ມີສິດອຳນາດທີ່ຈະກະທຳແທນພຣະອົງ. ພຣະອົງຈະເດີນອອກໜ້າຜູ້ຮັບໃຊ້ຂອງພຣະອົງ ຢູ່ໃນໂລກນີ້. ຂ້າພະເຈົ້າຮູ້ສິ່ງນີ້. ແລະ ຂ້າພະເຈົ້າກ່າວເປັນພະຍານມາໃນພຣະນາມຂອງພຣະອົງ, ແມ່ນແຕ່ພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.