​2010–2019
“ຜູ້ໃດ​ທີ່ຕ້ອນ​ຮັບ​ພວກເຂົາ, ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ”
ເມສາ 2016


“ຜູ້ໃດ​ທີ່ຕ້ອນ​ຮັບ​ພວກເຂົາ, ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ”

​​ເດັກນ້ອຍ​​ໃ​ນທຸກ​ວັນ​ນີ້ ພົບ​​ເຫັນ​ຕົວ​ເອງ ຢູ່​ໃນ​​ໂຄງ​ຮ່າງ​ຂອງຄອບຄົວ​ທີ່​ແຕກ​ຕ່າງກັນ ​ແລະ ຊັບຊ້ອນ. ເຮົາ​ຕ້ອງ​ເອື້ອມ​ອອກ​ໄປຫາ​ຜູ້​ທີ່ຮູ້ສຶກ​ເປົ່າ​​ປ່ຽວ​ດຽວ​ດາຍ, ຖືກ​ປະ​ຖິ້ມ, ຫລື ຢູ່​ນອກຮົ້ວ.

ພຣະ​ເຈົ້າຮັກ​​ເດັກນ້ອຍ. ພຣະອົງ​ຮັກ​ເດັກນ້ອຍ​ທຸກ​ຄົນ. ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ … ​ມາ​ຫາ​ເຮົາ: ອານາຈັກ​ສະຫວັນ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍ​ເຫລົ່າ​ນີ້​ແຫລະ.”1

​ເດັກນ້ອຍ​​ໃ​ນທຸກ​ວັນ​ນີ້ ພົບ​​ເຫັນ​ຕົວ​ເອງ ຢູ່​ໃນ​​ໂຄງ​ຮ່າງ​ຂອງຄອບຄົວ​ທີ່​ແຕກ​ຕ່າງກັນ ​ແລະ ຊັບຊ້ອນ.

ຍົກ​ຕົວຢ່າງ, ທຸກ​ວັນ​ນີ້, ​ມີເດັກນ້ອຍ​ເປັນ​ຈຳນວນ​ສອງ​ເທົ່າ ​ອາ​ໄສ​ຢູ່​ໃນ​ສະຫະລັດ ທີ່ອາ​ໄສ​ຢູ່​ກັບ​ພໍ່ ຫລື ​ແມ່ ຊຶ່ງ​ມີ​ຈຳນວນ​ຫລາຍ​ກວ່າ​ເມື່ອ 50 ປີ ກ່ອນ.2 ​ແລະ ກໍ​ມີ​ຫລາຍ​ຄອບຄົວ ທີ່​ບໍ່​​ເປັນນ້ຳໜຶ່ງ​ໃຈ​ດຽວ​ກັນ ​​ໃນ​ຄວາມ​ຮັກ​ທີ່​ມີ​ຕໍ່ພຣະ​ເຈົ້າ ​ແລະ ​ຄວາມເຕັມ​ໃຈ​ທີ່​ຈະ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ.

ໃນ​ຄວາມ​ສັບສົນ​ເລື່ອງ​ທາງ​ວິນ​ຍານທີ່​ເພີ່ມ​ທະວີ​ຂຶ້ນ​ນີ້, ພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຈະ​ສືບ​ຕໍ່​ຈັດ​ຫາມ​າດຕະຖານ, ອຸດົມ​ຄະຕິ, ​ແລະ ​ແບບ​​ແຜນ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໃຫ້.

“​ເດັກນ້ອຍ​ມີ​ສິດ​ທີ່​ຈະ​ມາ​ເກີດ​ນຳ​ພໍ່​ແມ່​ທີ່​ແຕ່ງງານ​ກັນ, ​ແລະ ທີ່​ຈະ​ໄດ້​ຮັບ​ການ​ລ້ຽງ​ດູ​ຈາກ​ພໍ່​ແມ່​ຜູ້​ນັບຖື​ຄຳ​ໝັ້ນສັນຍາ​ທີ່​ໄດ້​ກະທຳ​ໄວ້​ຕໍ່​ກັນ ​ແລະ ຊື່ສັດ​ບໍລິສຸດ​ຕໍ່​ກັນ. …

“ສາມີ ​ແລະ ພັນ​ລະ​ຍາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ຮັກ​ແພງ​ເອົາກັນ ​ແລະ ຮັກ​ແພງ​ລູກໆ​ຂອງ​ຕົນ. … ພໍ່​ແມ່​ມີໜ້າ​ທີ່​ອັນ​ສັກສິດ​ທີ່​ຈະ​ລ້ຽງ​ດູ​ລູກໆ​ຂອງ​ຕົນ​ດ້ວຍ​ຄວາມ​ຮັກ ​ແລະ ດ້ວຍ​ຄວາມ​ຊອບ​ທຳ, ທີ່​ຈະ​ຈັດ​ຫາ​ສິ່ງ​ຈຳ​ເປັນ​ທາງ​ກາຍ ​ແລະ ທາງ​ວິນ​ຍານ​ໃຫ້​ເຂົາ​​ເຈົ້າ, ທີ່​ຈະ​ສອນ​ເຂົາ​ເຈົ້າ​ໃຫ້​ຮັກ ​ແລະ ຮັບ​ໃຊ້​ຊຶ່ງ​ກັນແລະ​ກັນ, ທີ່​ຈະ​ເຊື່ອ​ຟັງ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ.”3

​ພວກ​ເຮົາ​ກໍ​ຮັບ​ຮູ້​ພໍ່​ແມ່​ທີ່​ດີ​ຫລາຍ​ຄົນ ຕະຫລອດ​ທົ່ວ​ໂລກ, ​ຂອງທຸກ​ສາດສະໜາ, ຜູ້​ດູ​ແລ​ລູກໆ​ດ້ວຍ​ຄວາມ​ຮັກ. ​ແລະ ດ້ວຍ​ຄວາມ​ກະຕັນຍູ ພວກ​ເຮົາກໍຮັບ​ຮູ້​ເດັກນ້ອຍ ​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍອີກ ຜູ້​ໄດ້​ຮັບ​ການ​ດູ​ແລ​ຈາກ​ພໍ່​ແມ່​ ຜູ້​ມີ​ຄວາມ​ເຫລື້ອມ​ໃສ​​ໃນພຣະຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ໄດ້​ຜະ​ນຶກ​ເຂົ້າກັນ ດ້ວຍ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ, ​ແລະ ຜູ້​ກຳລັງ​ສອນ​ຄອບຄົວ ​ໃຫ້​ຮັກ ​ແລະ ​ໄວ້​ວາງ​ໃຈ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຂົາ​ເຈົ້າ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ.

ການ​ອ້ອນວອນ​ສຳລັບ​ຊາວ​ໜຸ່ມ

​ແຕ່ການ​ອ້ອນວອນ​ຂອງ​ຂ້າພະ​ເຈົ້າ​ໃນ​ມື້​ນີ້ ​ແມ່ນ​ສຳລັບ​ເດັກນ້ອຍ​, ຊາວ​ໜຸ່ມ, ​ແລະ ຜູ້​ໃຫຍ່​ໂສດ ຫລາຍ​ຮ້ອຍ​ພັນ​ຄົນ, ຜູ້​ບໍ່​ໄດ້​ມາ​ຈາກ​ຄອບຄົວ​ ທີ່​ເອີ້ນ​ກັນ​ວ່າ, ຄອບຄົວ “ທີ່​ສົມບູນ​ແບບ”. ຂ້າພະ​ເຈົ້າບໍ່​ພຽງ​ແຕ່ກ່າວ​​ກັບ​ຊາວ​ໜຸ່ມ​ ຜູ້​ເຄີຍ​​ເຫັນ​ການ​ຕາຍ, ການ​ຢ່າ​ຮ້າງ, ຫລື ການ​ໝົດ​ສັດທາ ​ຂອງ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ ​ເທົ່າ​ນັ້ນ, ​ແຕ່ກ່າວ​ກັບ​ຊາຍ​ໜຸ່ມ ​ແລະ ຍິງ​ໜຸ່ມ ຈາກຕະຫລອດ​ທົ່ວ​ໂລກ​ນຳ​ອີກ ຜູ້​ທີ່​ຮັບ​ເອົາ​ພຣະກິດ​ຕິ​ຄຸນ ປາດ​ສະ​ຈາ​ກພໍ່​ແມ່ ທີ່​ໄປ​ໂບດ​ກັບ​ເຂົາ.4

​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຜູ້​ໜຸ່ມ​ນ້ອຍ​ເຫລົ່າ​ນີ້ ​ໄດ້​ເຂົ້າມາສູ່​ສາດສະໜາ​ຈັກ ດ້ວຍ​ສັດທາ​ອັນ​ແຮງ​ກ້າ. ​ເຂົາ​ເຈົ້າຫວັງ​ທີ່​ຈະ​ສ້າງ​ຄອບຄົວ​ໃນ​ອຸດົມ​ຄະຕິ ​ຂອງ​ເຂົາ​ເຈົ້າ​ເອງ ​ໃນ​ອະນາຄົດ.5 ​ເມື່ອ​ເວລາ​ຜ່ານ​ໄປ, ​ເຂົາ​ເຈົ້າຈະກາຍ​ເປັນ​ພາກສ່ວນ​ທີ່​ສຳຄັນ ​ໃນ​ພະລັງ​ຂອງ​ຜູ້​ສອນ​ສາດສະໜາ​ຂອງ​ເຮົາ, ​ເປັນ​ຜູ້​ໃຫຍ່​ໂສດ​ທີ່​ຊອບ​ທຳ, ​ແລະ ​ເປັນ​ຜູ້​ໜຶ່ງ​ທີ່​ຄຸ​ເຂົ່າ​ລົງ​ທີ່​ແທ່ນ​ບູຊາ ​ເມື່ອ​ເລີ່ມ​ຕົ້ນ​ສ້າງ​ຄອບຄົວ​ຂອງ​ຕົນ​ເອງ.

ຄວາມ​ຮູ້ສຶກ​ໄວ

ພວກ​ເຮົາ​ຈະ​ສືບ​ຕໍ່​ສິດສອນ​ແບບ​ແຜນ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໃຫ້​ແກ່​ຄອບຄົວ, ​ແຕ່​ບັດ​ນີ້ ​ໂດຍ​ທີ່​ມີສະມາຊິກ​ສິບກວ່າ​ລ້ານ​ຄົນ, ​​ແລະ ​ໂດຍຄວາມ​ແຕກ​ຕ່າງ​ຂອງ​ເດັກນ້ອຍ​ໃນ​ສາດສະໜາ​ຈັກ, ພວກ​ເຮົາ​ຈຶ່ງ​ຈຳ​ເປັນ​ຕ້ອງ ຮູ້ຈັກ​ໃຈ ​ແລະ ມີ​ຄວາມ​ຮູ້ສຶກ​ໄວ ຫລາຍ​ກວ່າ​ເກົ່າ. ວັດທະ​ນະທຳ ​ແລະ ພາສາ​ປາກ​ເວົ້າຂອງ​ສາດສະໜາ​ຈັກ​ຂອງ​ເຮົາ ​ກໍ​ແຕກ​ຕ່າງກັນ​ຫລາຍ. ​ເດັກນ້ອຍ​ໃນ​ຊັ້ນປະ​ຖົມ​ໄວ ຈະ​ບໍ່​ເຊົາ​ຮ້ອງ​ເພງ​ທີ່​ວ່າ “ຄອບຄົວ​ສາມາດ​ຢູ່​ນຳກັນ​ຕະຫລອດ​ການ,”6 ​ແຕ່​ເມື່ອ​ເຂົາ​ຮ້ອງ​ເພງ, “ເຮົາ​ດີ​ໃຈ​ທີ່​ພໍ່ກັບ​ມາ​ບ້ານ”7 ຫລື “ມີ​ພໍ່​ແມ່​ນຳພາ​ເສັ້ນທາງ,”8 ບໍ່​ແມ່ນ ​ເດັກນ້ອຍ​ທຸກ​ຄົນ ທີ່​ຈະ​ຮ້ອງ​ກ່ຽວ​ກັບ​ຄອບຄົວ​ຂອງ​ຕົນ​ເອງ.

​ເພື່ອນຄົນ​ໜຶ່ງ​ຂອງ​ພວກ​ເຮົາ​ຊື່ ​ເບ​ຕີ ​ໄດ້​ແບ່ງປັນ​ປະສົບ​ການທີ່​ນາງ​ມີຢູ່​ໂບດ ຕອນ​ນາງ​ມີ​ອາຍຸ​ໄດ້ 10 ປີ. ນາງ​ໄດ້​ເວົ້າວ່າ: “ນາຍຄູຂອງ​ພວກ​ເຮົາ ​ໄດ້​ສອນ​ບົດຮຽນ ​ເລື່ອງ​ການ​ແຕ່ງງານ​ໃນ​ພຣະວິຫານ. ​ເພິ່ນ​ໄດ້​ຖາມ​ຂ້ານ້ອຍ​ວ່າ, ‘ເບ​ຕີ, ພໍ່​ແມ່​ຂອງ​ເຈົ້າ ບໍ່​ໄດ້​ແຕ່ງງານ​ກັນ​ຢູ່​ໃນ​ພຣະວິຫານ, ​ແມ່ນ​ບໍ?’ [ນາຍຄູ ​ແລະ ທຸກ​ຄົນ​ຢູ່​ໃນ​ຫ້ອງ] ຮູ້​ຄຳ​ຕອບ.” ບົດຮຽນ​ຂອງ​ນາຍຄູ​ໄດ້​ຕິດຕາມ​ຄຳ​ຖາມ​ນັ້ນ, ​ແລະ ​ເບ​ຕີ ຮູ້ສຶກ​​ສິ້ນ​ຫວັງ​ກັບ​ຄອບຄົວ. ​ເບ​ຕີ ​ໄດ້​ກ່າວ​ວ່າ, “ຫລາຍ​ຄືນ​ທີ່​ຂ້ານ້ອຍ​ໄດ້​ນອນຫລັບ​ດ້ວຍ​ນ້ຳຕາ. ​ເມື່ອ​ຂ້ານ້ອຍ​​ເປັນ​ໂຣກຫົວ​ໃຈ ສອງ​ປີ​ຈາກ​ນັ້ນ ​ແລະ ຄິດ​ວ່າ ຂ້ານ້ອຍ​ຊິ​ຕາຍ, ຂ້ານ້ອຍ​ກໍ​ຢ້ານ​ກົວ, ຄິດ​ວ່າ ຂ້ານ້ອຍ​ຊິ​ໄດ້​ຢູ່​ຄົນ​ດຽວ​ຕະຫລອດ​ການ.”

​ເພື່ອນ​ຂອງ​ຂ້າພະ​ເຈົ້າຊື່ ເລອິຟ ​ໄດ້​ໄປ​ໂບດ​ຄົນ​ດຽວ. ​ເທື່ອ​ໜຶ່ງ, ຕອນ​ຢູ່​ຊັ້ນປະຖົມ​ໄວ, ລາວ​ໄດ້​ຖືກ​ຂໍ​ໃຫ້​ກ່າວ​ຄຳ​ປາ​ໄສ​ສັ້ນໆ. ລາວ​ບໍ່​ມີ​​ແມ່ ຫລື ​ພໍ່ ຢູ່​​ໂບດນຳ ​ເພື່ອ​ຢືນ​ຄຽງ​ຂ້າງ ​ແລະ ຊ່ວຍ​ລາວ​ກ່າວ ຕອນ​ລາວ​ລືມ​ຄຳ​ເວົ້າ. ເລອິຟ ມີ​ຄວາມ​ຢ້ານ​ກົວຫລາຍ. ລາວ​ບໍ່​ຢາກ​ອັບອາຍ​ອີກ, ກໍ​ເລີຍ​ເຊົາ​ໄປ​ໂບດ ​ເປັນ​ເວລາ​ຫລາຍ​ເດືອນ.

“ພຣະ​ເຢຊູ​ໄດ້​ເອີ້ນ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທ່າມກາງ​ພວກ​ເພິ່ນ …

“ແລະ [ໄດ້​ກ່າວ​ວ່າ] ຜູ້​ໃດ​ທີ່​ຕ້ອນຮັບ​ເດັກນ້ອຍ​ຜູ້​ໜຶ່ງ​ຢ່າງ​ນີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້ນັ້ນກໍ​ຕ້ອນຮັບ​ເຮົາ.”9

​ໃຈ​ທີ່​ເຊື່ອ ​ແລະ ຂອງ​ປະທານ​ທາງ​ວິນ​ຍານ

​ເດັກນ້ອຍ​ເຫລົ່າ​ນີ້ ​ແລະ ຊາວ​ໜຸ່ມ ​ໄດ້​ຮັບ​ພອນ ດ້ວຍ​ໃຈ​ທີ່​ເຊື່ອ ​ແລະ ດ້ວຍ​ຂອງ​ປະທານ​ທາງ​ວິນ​ຍານ. ທ້າວ ເລອິຟ ​ໄດ້​ບອກ​ຂ້າພະ​ເຈົ້າວ່າ, “ຂ້ານ້ອຍ​ຮູ້​ຢູ່​ໃນ​ໃຈ​ວ່າ ພຣະ​ເຈົ້າ​ເປັນ​ພຣະບິດາ​ຂອງ​ຂ້ານ້ອຍ ​ແລະ ພຣະອົງ​ຮູ້ຈັກ​ຂ້ານ້ອຍ ​ແລະ ຮັກ​ຂ້ານ້ອຍ.”

​ເພື່ອນ​ຂອງ​ພວກ​ເຮົາ​ຊື່ ເວໂຣນິກ ​ໄດ້​ກ່າວ​ວ່າ, “ຕອນ​ຂ້ານ້ອຍ​ໄດ້​ຮຽນ​ຮູ້​ເຖິງ​ຫລັກ​ທຳ​ພຣະກິດ​ຕິຄຸນ ​ແລະ ​ໄດ້​ສຶກສາ​ພຣະຄຳ​ພີ​ມໍ​ມອນ, ຄື​ກັບ​ວ່າ ຂ້ານ້ອຍ​ຈື່​ສິ່ງ​ທີ່​ຂ້ານ້ອຍ​ເຄີຍ​ຮູ້ຈັກ​ມາ​ກ່ອນ ​ແຕ່​ຂ້ານ້ອຍ​ໄດ້​ລືມ​ມັນ​ໄປ.”

​ເພື່ອນ​ຂອງ​ພວກ​ເຮົາ​ຊື່ ຊູລິກາ ​ມາຈາກ​ເມືອງ ອາເລເກຕີ, ປະເທດ ບຣາຊິນ. ​ເຖິງ​ແມ່ນ​ວ່າ ຄອບຄົວ​ຂອງ​ນາງ ບໍ່​ສົນ​ໃຈ​ເລື່ອງ​ສາດສະໜາ, ຕອນ​ນາງ​ມີ​ອາຍຸ​ໄດ້ 12 ປີ, ແຕ່ນາງ ຊູລິກາ ​ໄດ້​ເລີ່ມຕົ້ນອ່ານ​ພຣະຄຣິສຕະທຳ​ຄຳ​ພີ ​ແລະ ​ໄດ້​ໄປ​ໂບດ​ຢູ່ໃນ​ເມືອງ, ສະ​ແຫວ​ງຫາ​ທີ່​ຈະ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ພຣະ​ເຈົ້າ. ​ຫລັງ​ຈາກ​ໄດ້​ຮັບ​ອະນຸຍາດ​ຈາກ​ພໍ່​ແມ່​​ແລ້ວ, ນາງ​ໄດ້​ຮຽນ​ຈາກ​ຜູ້​ສອນສາດ​ສະໜາ, ມີ​ປະຈັກ​ພະຍານ, ​ແລະ ​ໄດ້​ຮັບ​ບັບຕິ​ສະມາ. ນາງ ຊູລິກາ ​ໄດ້​ບອກ​ຂ້າພະ​ເຈົ້າວ່າ, “​ໃນ​ລະຫວ່າງ​ບົດຮຽນ, ຜູ້​ສອນ​ສາດສະໜາ​ໄດ້​ເອົາ​ຮູບພຣະວິ​ຫານ​ເຊົາ​ເລັກ ​ໃຫ້​ຂ້ານ້ອຍ​ເບິ່ງ ​ແລະ ​ໄດ້​ບອກ​ເຖິງ​ພິທີການ​ຜະ​ນຶກ. ຈາກ​ເວລາ​ນັ້ນມາ, ຂ້ານ້ອຍ​ໄດ້​ຕັດສິນ​ໃຈ​ວ່າ ມື້ໜຶ່ງ​ຂ້ານ້ອຍ​ຈະ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ມີ​ຄອບຄົວ​ນິລັນດອນ.”

​ເຖິງ​ແມ່ນ​ສະພາບ​ການ​ຂອງ​ເດັກຄົນ​ໜຶ່ງ ຢູ່​ໃນ​ໂລກ​ນີ້ ບໍ່​ໄດ້​​ຢູ່ໃນອຸດົມ​ຄະຕິ ກໍ​ຕາມ, ​ແຕ່ສາຍ​ເລືອດ​ຂອງ​ເດັກ​ຄົນ​ນັ້ນ ​ແມ່ນ​ສົມບູນ​ແບບ, ​ເພາະ​ຕາມ​ເອກະລັກ​ທີ່​ແທ້​ຈິງຂອງ​ເຂົາ​ແລ້ວ, ​ເຂົາ​ເປັນ​ບຸດ ​ແລະ ທິດາ ຂອງ​ພຣະ​ເຈົ້າ.

ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ: “ຈົ່ງ​ຊ່ວຍ​ລູກໆ​ຂອງ​ພຣະ​ເຈົ້າ ​ໃຫ້​ເຂົ້າ​ໃຈ​ເຖິງ​ສິ່ງ​ທີ່​ຈິງ​ແທ້ ​ແລະ ​​ສຳຄັນ​​ໃນ​ຊີວິດ​ນີ້. ຈົ່ງ​ຊ່ວຍ​ເຂົາ​ໃຫ້​ພັດທະນາ​ຄວາມ​ເຂັ້ມ​ແຂງ ທີ່​ຈະ​ເລືອກ​ເສັ້ນທາງ ທີ່​ຈະ​ຮັກສາ​ເຂົາ​ໃຫ້​ປອດ​ໄພ ຢູ່​ໃນ​ເສັ້ນທາງ ທີ່​ນຳ​ໄປ​ສູ່​ຊີວິດ​ນິລັນດອນ.”10 ຂໍ​ໃຫ້​ເຮົາ​ຈົ່ງ​ເປີດ​ອ້ອມ​ແຂນ ​ແລະ ​ເປີດ​ໃຈ ​ໃຫ້​ກວ້າງ​ກວ່າ​ເກົ່າ. ຊາວ​ໜຸ່ມ​ເຫລົ່າ​ນີ້ ຕ້ອງ​ການ​​ເວລາ​ຂອງ​ເຮົາ ​ແລະ ປະຈັກ​ພະຍານ​ຂອງ​ເຮົາ.

ທ້າວ ແບຣນດັນ, ຜູ້​ໄດ້​ເຂົ້າຮ່ວມ​ສາດສະໜາ​ຈັກ ຢູ່​ລັດ ໂຄໂລຣາໂດ ຕອນ​ຢູ່​ມັດທະຍົມ, ​ໄດ້​ກ່າວ​ກັບ​ຂ້າພະ​ເຈົ້າ ​ເຖິງ​ຜູ້​ຄົນ​ທີ່​ໄດ້​ເອື້ອມ​ອອກ​ມາ​ຫາ​ລາວ ທັງ​ກ່ອນ ​ແລະ ຫລັງ​ຈາກ ລາວ​ໄດ້​ຮັບ​ບັບຕິ​ສະມາ. ລາວ​ໄດ້​ເວົ້າວ່າ, “ຂ້ານ້ອຍ​ໄດ້​ໄປ​ເຮືອນ​ຂອງ​ຄອບຄົວ​ທີ່​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ. ສິ່ງ​ນີ້ໄດ້​ສະ​ແດງ​ໃຫ້​ຂ້ານ້ອຍ​ເຫັນ​ມາດຕະຖານ ທີ່​ຂ້ານ້ອຍ​ຮູ້ສຶກ​ວ່າ ຂ້ານ້ອຍ​ສາມາດ​ມີ​​ໃຫ້​ຄອບຄົວ​ຂອງ​ຂ້ານ້ອຍ​ເອງ​ໄດ້.”

ນາງ ເວໂຣນີກ, ຜູ້​ໄດ້​ເກີດ​ຢູ່​ປະ​ເທດ​​ໂຮນລັງ, ​ໄດ້​ເຂົ້າ​ໂຮງຮຽນ​ດຽວ​ກັນ​ກັບ​ລູກ​ສາວ​ຂອງ​ພວກ​ເຮົາ ຊື່, ຄຣິສເຕັນ, ຕອນ​ພວກ​ເຮົາ​ອາ​ໄສ​ຢູ່​ປະ​ເທດ ​ເຢຍລະ​ມັນ. ນາງ ເວໂຣນີກ ​ໄດ້​ເວົ້າວ່າ, “ນັກຮຽນ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ແຕກ​ຕ່າງ​ຈາກ​ນັກຮຽນ​ຄົນ​ອື່ນໆ. ຂ້ານ້ອຍ​ຮູ້​ວ່າ ຄວາມ​ແຕກ​ຕ່າງ​ນັ້ນ ມາ​ຈາກ​ສັດທາ​ຂອງ​ເຂົາ​ເຈົ້າ ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ຈາກ​ການ​ດຳລົງ​ຊີວິດ​ຕາມ​ຄຳ​ສອນ​ຂອງ​ພຣະອົງ.”

​ເພື່ອນ​ຂອງ​ຂ້າພະ​ເຈົ້າຊື່ ແມັກ ​ໄດ້​ຮັບ​ບັບຕິ​ສະມາ ຕອນ​ລາວມີ​ອາຍຸ​​ໄດ້ ​ແປດ ປີ. ພໍ່​ຂອງ​ລາວ ບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ, ​ແລະ ທ້າວ ແມັກ ຈະ​ໄປ ຫລື ບໍ່​ໄປ​ໂບດ​ກໍ​ໄດ້.

ຕອນ​ເປັນ​ໄວ​ລຸ້ນ, ຫລັງ​ຈາກ​ບໍ່​ໄດ້​ໄປ​ໂບດ​ເປັນ​ເວລາ​ຫລາຍ​ເດືອນ, ທ້າວ ແມັກ ຮູ້ສຶກ​ວ່າ ລາວ​ຄວນ​ກັບ​ໄປ​ໂບດ, ​ແລະ ​ລາວ​ໄດ້ຄືນ​ໄປ​ໂບດ​ໃນ​ວັນ​ອາທິດ​ມື້ໜຶ່ງ. ​ແຕ່​ເມື່ອ​​ໄປ​ເກືອບເຖິງປະຕູ​ໂບດ, ລາວ​ຮູ້ສຶກບໍ່​ສະບາຍ​ໃຈ.

ພໍດີ ອະທິການ​ຄົນ​ໃໝ່​ກຳລັງ​ຢືນ​ຢູ່​ທີ່​ປະຕູ. ທ້າວ ແມັກ ບໍ່​ຮູ້​ວ່າ​ເພິ່ນ​ເປັນ​ຜູ້​ໃດ, ​ແລະ ລາວ​​ແນ່​ໃຈ​ວ່າ ອະທິການ​ກໍ​ບໍ່​ຮູ້ຈັກ​ວ່າ ລາວ​ເປັນ​ໃຜ. ​ເມື່ອ ທ້າວ ແມັກ ​ໄປ​ເຖິງ, ອະທິການຕົກ​ຕະລຶງ ​ແລະ ​ໄດ້​ຢື້​ມື​ອອກ​ໄປໂອບ​ກອດ​ລາວ ​ແລະ ​ເວົ້າວ່າ, “ແມັກ, ຂ້ອຍ​ດີ​ໃຈ​ຫລາຍ​ແທ້ໆ ທີ່​​ເຫັນ​ເຈົ້າ!”

“ເມື່ອ​ເພິ່ນ​ກ່າວ​ຖ້ອຍ​ຄຳ​ນັ້ນ​,” ທ້າວ ແມັກ ​ໄດ້​​ເວົ້າວ່າ, “ຄວາມ​ຮູ້ສຶກ​ອັນ​ອົບ​ອຸ່ນ ​ໄດ້​ເຂົ້າມາສູ່​ຂ້ານ້ອຍ ​ແລະ ຂ້ານ້ອຍ​ຮູ້​ວ່າ ຂ້ານ້ອຍ​​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ.”11

ການ​ຮູ້ຈັກ​ຊື່​ຂອງ​ຜູ້​ຄົນ ຈະ​ສ້າງ​ຄວາມ​ແຕກ​ຕ່າງ.

“ແລະ [ພຣະ​ເຢຊູ] ​ໄດ້​ສັ່ງ​ໃຫ້​ນຳ​ເອົາ​ເດັກນ້ອຍ​ຂອງ​ພວກ​ເຂົາ​ມາ [ຫາ​ພຣະອົງ]. …

“ແລະ … ພຣະອົງ​ໄດ້​ເອົາ [ພວກ​ເຂົາ], ມາ​ເທື່ອ​ລະ​ຄົນ, ​ແລະ ອວຍພອນ​ພວກ​ເຂົາ, ​ແລະ ອະທິຖານ​ຕໍ່​ພຣະບິດາ​ເພື່ອ​ພວກ​ເຂົາ.

“ແລະ ​ເມື່ອ​ພຣະອົງ​ໄດ້​ເຮັດ​ສິ່ງ​ນີ້​ແລ້ວ ພຣະອົງ​ກໍ​ກັນ​ແສງ.”12

ຊາວ​ໜຸ່ມ​ທີ່​ຍັງ​ບໍ່​ໄດ້​ຮັບ​ບັບຕິ​ສະມາ​ເທື່ອ

ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ພໍ່​ແມ່, ຊາວ​ໜຸ່ມ​ຫລາຍ​ຄົນ ​ໄດ້​ລໍຖ້າ​ເປັນ​​ເວລາ​ຫລາຍ​ປີ ກ່ອນ​ເຂົາ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາ.

ພໍ່​ແມ່​ຂອງ​ນາງ ເອມະລີ ​ໄດ້​ຢ່າ​ຮ້າງ​ກັນ ຕອນ​ນາງຍັງ​ນ້ອຍ, ​ແລະ ນາງ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ຮັບ​ບັບຕິ​ສະມາ ຈົນ​ກວ່າ​ນາງ​ມີ​ອາຍຸ​ໄດ້ 15 ປີ. ນາງ ເອມະລີ ​ໄດ້​ກ່າວ​ດ້ວຍ​ຄວາມ​ເບີກບານ ​ເຖິງ​ຜູ້ນຳ​ກຸ່ມ​ຍິງ​ໜຸ່ມ ທີ່​ໄດ້ “​ເອື້ອມ​ອອກ​ໄປສະ​ເໝີ ​ເພື່ອ​ຊ່ວຍ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະຈັກ​ພະຍານ​ຂອງ​ນາງ.”13

ທ້າວ ໂຄຕັນ ​ແລະ ທ້າວ ​ພະ​ແຣສະຕັນ ​ເປັນ​​ໄວ​ລຸ້ນ ຜູ້​ອາ​ໄສ​ຢູ່​ລັດ​ຢູທາ. ພໍ່​ແມ່​ຂອງ​ເຂົາ​ເຈົ້າຢ່າ​ຮ້າງ​ກັນ, ​ແລະ ​ເຂົາ​ເຈົ້າ​ບໍ່​ໄດ້ຮັບອະນຸຍາດ​ໃຫ້​ຮັບ​ບັບຕິ​ສະມາ. ​ເຖິງ​ແມ່ນ​ວ່າ ​ເຂົາ​ເຈົ້າບໍ່​ສາມາດ​ຢາຍ​ສິນ​ລະ​ລຶກ, ​ແຕ່​ເຂົາ​ເຈົ້າ​ໄດ້​ເອົາ​ເຂົ້າຈີ່​ມາ​ໂບດ​ທຸກ​ອາທິດ. ​ແລະ ​ເຖິງ​ແມ່ນວ່າ​ເຂົາ​ເຈົ້າບໍ່​ສາມາດ​ໄປ​ພຣະວິຫານ​ເພື່ອ​ຮັບ​ບັບຕິ​ສະມາແທນ​ຄົນ​ຕາຍ ກັບ​ເພື່ອນ​ຊາວ​ໜຸ່ມ​ດ້ວຍ​ກັນ, ​ແຕ່​ຊາຍ​ໜຸ່ມ​ສອງ​ຄົນ​ນີ້ ​ໄດ້​ຊອກ​ຫາ​ລາຍ​ຊື່​ຂອງ​ຍາດ​ພີ່ນ້ອງ ຢູ່​ໃນ​ສູນ​ສືບ​ປະ​ຫວັດ​ຄອບຄົວ ທີ່ຢູ່​ໃກ້​ບ້ານ​. ອິດ​ທິພົນ​ທີ່​ດີທີ່​ສຸດ ທີ່​ຈະຊ່ວຍ​ຊາວ​ໜຸ່ມ​ຂອງ​ເຮົາ ​ໃຫ້​ຮູ້ສຶກ​ອົບອຸ່ນ ​ແມ່ນ​ຊາວ​ໜຸ່ມ​ຜູ້​ຊອບ​ທຳ​ຄົນ​ອື່ນໆ.

​ແອວ​ເດີ ​ໂຈ​ເຊັບ ​ເສັງ​ກູ​ບາ

ຂ້າພະ​ເຈົ້າຂໍ​ປິດ​ດ້ວຍ​ຕົວຢ່າງ​ຂອງ​ເພື່ອນ​ໃໝ່​ຄົນ​ໜຶ່ງ, ​ເປັນ​ຄົນ​ທີ່​ພວກ​ເຮົາ​ຫາກໍຮູ້ຈັກ ສອງ​ສາມ​ອາທິດ​ຜ່ານ​ມາ​ນີ້ ຕອນ​ພວກ​ເຮົາ​ໄດ້​ໄປ​ຢ້ຽມຢາມ​ເຂດ​ເຜີຍ​ແຜ່ ຊຳເບຍ ລູຊາກາ.

ຮູບ​ພາບ
​​ໂຈ​ເຊັບ ​ເສັງ​ກູ​ບາ ຕອນ​ຍັງ​ນ້ອຍ

ແອວເດີ ໂຈເຊັບ ເສັງກູບາ ມາ​ຈາກ​ປະ​ເທດ ຢູການດາ. ພໍ່​ຂອງ​ລາວ​ໄດ້​ຕາຍ​ໄປ ຕອນ​ລາວ​ມີ​ອາຍຸ​ໄດ້​ເຈັດ ປີ. ຕອນ​​ເກົ້າປີ, ​ໂດຍ​ທີ່​ແມ່ ​ແລະ ພີ່ນ້ອງ​ບໍ່​ສາມາດ​ລ້ຽງ​ດູລາວ, ລາວ​ຈຶ່ງ​ໄດ້​ຫາ​ລ້ຽງ​ຕົນ​ເອງ. ຕອນ 12 ປີ, ລາວ​ໄດ້​ພົບ​ກັບ​ຜູ້​ສອນ​ສາດສະໜາ ​ແລະ ​ໄດ້​ຮັບ​ບັບຕິ​ສະມາ.

ທ້າວ ໂຈເຊັບ ​ໄດ້​ບອກ​ຂ້າພະ​ເຈົ້າ ​ເຖິງ​ມື້​ທຳ​ອິດ​ທີ່​ລາວ​ໄດ້​ໄປ​ໂບດ ດັ່ງ​ນີ້: “ຫລັງ​ຈາກ​ກອງ​ປະຊຸມ​ສິນ​ລະ​ລຶກ, ຂ້້ານ້ອຍ​ຄິດ​ວ່າ ມັນ​ເຖິງ​ເວລາ​ກັບ​ບ້ານ, ​ແຕ່​ຜູ້​ສອນ​ສາດສະໜາ​ໄດ້​ແນະນຳ​ຂ້ານ້ອຍ​ໃຫ້​ຮູ້ຈັກ​ກັບ ທ້າວ ໂຈຊູວາ ວາລູຊິມບີ. ທ້າວ ໂຈຊູວາ ​ໄດ້​ບອກ​ຂ້ານ້ອຍ​ວ່າ ລາວ​ຈະ​ເປັນ​ເພື່ອນ​ຂອງ​ຂ້ານ້ອຍ, ​ແລະ ລາວ​ໄດ້​ຍື່ນ ​ປຶ້ມ​ເພງ​ຂອງ​ເດັກນ້ອຍ​ໃຫ້​ຂ້ານ້ອຍ ​ເພື່ອ​ວ່າ​ຂ້ານ້ອຍ​ຈະ​ບໍ່​ໄດ້​ໄປ​ຫ້ອງ​ຮຽນ​ຊັ້ນປະຖົມ​ໄວ ​ໂດຍ​ມື​ເປົ່າ. ​ໃນ​ຊັ້ນປະຖົມ​ໄວ, ທ້າວ ໂຈຊູວາ ​ໄດ້​ເອົາ​ຕັ່ງ​ໜ່ວຍ​ໜຶ່ງມາ​ວາງຢູ່​ຂ້າງ​ລາວ. ປະທານ​ຂອງ​ຊັ້ນປະຖົມ​ໄວ ​ໄດ້​ເຊື້ອ​ເຊີນ​ຂ້ານ້ອຍ​ໄປ​ຢືນ​ຢູ່​ໜ້າ​ຫ້ອງ, ​ແລະ ​ໄດ້​ໃຫ້​ທຸກ​ຄົນ​ຮ້ອງ​ເພງ ຕ້ອນຮັບ​ຂ້ານ້ອຍ ຊື່ວ່າ: ‘ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.’ ຂ້ານ້ອຍ​ຮູ້ສຶກ​ພິ​ເສດ​ຫລາຍ.”

ປະທານ​ສາຂາ​ໄດ້​ພາ ທ້າວ ໂຈເຊັບ ​ໄປ​ຫາ​ຄອບຄົວ​ ປີແອ ມັນໂກຊາ, ​ແລະ ລາວ​ໄດ້​ອາ​ໄສ​ຢູ່​ກັບ​ເຂົາ​ເຈົ້າ ​ເປັນ​ເວລາ​ສີ່​ປີ.

ຮູບ​ພາບ
ແອວເດີໂຈຊູວາ ວາລູຊິມບີ ​ແລະ ​​ໂຈ​ເຊັບ ​ເສັງ​ກູ​ບາ

​ແປດ​ປີ​ຈາກ​ນັ້ນ ​ຕອນແອວເດີ ໂຈເຊັບ ເສັງກູບາ ​ໄດ້​ເຂົ້າ​ເປັນ​ຜູ້​ສອນສາດສະໜາ, ​ແລະ ລາວ​ຕົກ​ຕະລຶງ ​ເມື່ອ​ຮູ້​ວ່າ ຜູ້​​ເຝິກ​ລາວ​ແມ່ນ ແອວເດີ ໂຈຊູວາ ວາລູຊິມບີ, ​​ເດັກນ້ອຍ ຜູ້​ທີ່​ຊ່ວຍ​ລາວ ​ໃຫ້​ຮູ້ສຶກ​ອົບ​ອຸ່ນ ​ໃນ​ມື້​ທຳ​ອິດ ຢູ່​ຊັ້ນປະຖົມ​ໄວ. ​ແລ້ວ​ແມ່ນ​ໃຜ​ທີ່ເປັນ​ປະ​ທານ​ເຜີຍ​ແຜ່​ຂອງ​ລາວ? ​ເພິ່ນ​ຄື​ປະທານ ເລອິຟ ເອຣິກສັນ, ​ເດັກນ້ອຍ​ຜູ້​ຊາຍທີ່​ເຊົາ​​​ໄປ​ໂບດຫລາຍເດືອນ ​ເພາະ​ບໍ່​ກ້າ​ກ່າວ​ຄຳປາ​ໄສ. ພຣະ​ເຈົ້າຮັກ​ລູກໆ​ຂອງ​ພຣະອົງ​ທຸກ​ຄົນ.

ຮູບ​ພາບ
​ແອວ​ເດີ ​ໂຈ​ເຊັບ ​ເສັງ​ກູ​ບາ ​ແລະ ປະທານ ​ເລ​ອິຟ ​ເອຣິກສັນ

ພວກ​ເດັກນ້ອຍພາກັນ​ແລ່ນ​ເຂົ້າມາ

ຕອນ ແຄຕີ້ ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າ ​ໄປ ອາຟຣິກາ ສອງ​ສາມ​ອາທິດ​ຜ່ານ​ມາ​ນີ້, ພວກ​ເຮົາ​ໄດ້​ໄປ​ຢ້ຽມຢາມ ເມືອງ ມຸບຈີ-ມາຢີ, ປະຊາທິປະ​ໄຕ ຄອງໂກ. ​ເພາະ​ອາຄານ​ບໍ່ໃຫຍ່ໂຕ​ພໍ​ສຳລັບ 2,000 ຄົນ​, ພວກ​ເຮົາ​ຈຶ່ງ​​ໄດ້ຈັດ​ກອງ​ປະຊຸມ​ຢູ່ຂ້າງນອກ ​ໂດຍ​ການ​​ໃຊ້​ລຳ​ໄມ້​ໄຜ່​ເປັນ​ເສົາ​ຫລັກ ​ແລະ ມຸງ​ດ້ວຍ​ຜ້າ​ຢາງ. ​ເມື່ອ​ກອງ​ປະຊຸມ​ເລີ່ມຕົ້ນ, ພວກ​ເຮົາ​ໄດ້​ເຫັນ​ເດັກນ້ອຍ​ຈຳນວນ​ສິບ​ກວ່າ​ຄົນ ພາກັນ​ມາ​ຢືນ​ຈ່ອງ​ຮົ້ວຢູ່​ຂ້າງ​ນອກ​ ເບິ່ງ​ພວກ​ເຮົາ​ຢູ່. ​ແຄ​ຕີ້ ​ໄດ້​ເວົ້າຄ່ອຍໆ​ວ່າ, “ອ້າຍ​ນຽວ, ອ້າຍ​ບໍ່​ຢາກ​ເຊື້ອ​ເຊີນ​ພວກ​ເດັກນ້ອຍ​ເຫລົ່ານັ້ນ ​ເຂົ້າມາ​ບໍ?” ຂ້າພະ​ເຈົ້າ​ໄດ້ຍ່າງ​ໄປ​ຫາ​ປະທານ​ທ້ອງ​ຖິ່ນ ຊື່ ຄາ​ລົນ​ຈີ ທີ່​ແທ່ນ​ປາ​ໄສ ​ແລະ ຂໍ​ໃຫ້​ເພິ່ນ ​ເຊື້ອ​ເຊີນ​ພວກ​ເດັກນ້ອຍ​ເຫລົ່ານັ້ນ ​ເຂົ້າມາ​ຮ່ວມ​ກັບ​ພວກ​ເຮົາຢູ່​ຂ້າງ​ໃນ.

ຮູບ​ພາບ
​ແອວ​ເດີ ​ແອນ​ເດີ​ເຊັນ ​ໃນ ປະຊາທິປະ​ໄຕ ຄອງ​ໂກ
ຮູບ​ພາບ
ພວກ​ເດັກນ້ອຍ​ທີ່ຢູ່​ນອກ​ຮົ້ວ
ຮູບ​ພາບ
ພວກ​ເດັກນ້ອຍ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າມາ​ຂ້າງ​ໃນ

ຕໍ່​ຄວາມ​​ແປກ​ໃຈ​ຂອງ​ພວກ​ເຮົາ, ​ທັນທີ​ທີ່ ປະທານ ຄາ​ລົນ​ຈີ ​ໄດ້​ກ່າວ​​ເຊື້ອ​ເຊີນ, ພວກ​ເຂົາ​ໄດ້​ແລ່ນ​ເຂົ້າມາຢ່າງ​ໄວ—​ຫລາຍ​ກວ່າ 50 ຄົນ, ບາງ​ເທື່ອ​ເກືອບ​ເຖິງ 100 ຄົນ—ບາງ​ຄົນ​ນຸ່ງ​ເຄື່ອງຂາດ​ສ້ອຍ ​ແລະ ຕີນ​ເປົ່າ, ​ແຕ່ດ້ວຍ​ຮອຍ​ຍິ້ມ ​ແລະ ​ດ້ວຍໃບ​ໜ້າ​ທີ່​ຕື່ນ​ເຕັ້ນ.

ຂ້າພະ​ເຈົ້າ​ໄດ້ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ກັບ​ປະສົບ​ການ​ນັ້ນ ​ແລະ ​​ໄດ້ເຫັນ​ເຖິງ​ຄວາມ​ຕ້ອງການ​ຂອງ​ເຮົາ ທີ່​ຈະ​ເອື້ອມ​ອອກ​ໄປຫາ​ຊາວ​ໜຸ່ມ ຜູ້​ຮູ້ສຶກ​ເປົ່າ​​ປ່ຽວ​ດຽວ​ດາຍ, ຖືກ​ປະ​ຖິ້ມ, ຫລື ຢູ່​ນອກຮົ້ວ. ຂໍ​ໃຫ້​ເຮົາ​ຈົ່ງ​ຄິດ​ກ່ຽວ​ກັບ​ເຂົາ​ເຈົ້າ, ຕ້ອນຮັບ, ​​ໂອບ​ກອດ, ​ແລະ ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້ ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ ທີ່​ມີ​ຕໍ່​ພຣະຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ເຢຊູ​​ໄດ້​ກ່າວ​ວ່າ, “ຜູ້​ໃດ​ທີ່​ຕ້ອນຮັບ​ເດັກນ້ອຍ​ຜູ້​ໜຶ່ງ​ຢ່າງ​ນີ້​ໄວ້ … ຜູ້ນັ້ນກໍ​ຕ້ອນຮັບ​ເຮົາ.”14 ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. ມັດ​ທາຍ 19:14.

  2. ເບິ່ງ “Family Structure,” Child Trends DataBank (Dec. 2015), appendix 1, page 9, childtrends.org/databank.

  3. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Liahona, Nov. 2010, 129, ວັກ​ທີ 7 ​ແລະ 6.

  4. ຂ້າພະ​ເຈົ້າ​ຢາກ​ຍ້ອງຍໍ​ຜູ້​ເປັນ​ແມ່​ທີ່​ຊອບ​ທຳ ຫລາຍ​ສິບ​ພັນ​ຄົນ, ຊຶ່ງຫລາຍ​ຄົນ​ກໍ​ເປັນ​ແມ່​ທີ່​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ, ຜູ້​ຮັບ​ເອົາໜ້າ​ທີ່​ຮັບຜິດ​ຊອບ​ຕົ້ນຕໍ ​ດ້ວຍ​ຄວາມ​ກ້າຫານ ທີ່​ຈະ​ເພີ່ມຄວາມ​ເຂັ້ມ​ແຂງ​ທາງ​ວິ​ນຍານ​ໃຫ້​ແກ່​ລູກໆ​ຂອງ​ຕົນ. ​​ເພື່ອນ​ຂອງ​ພວກ​ເຮົາ ນາງ ​ແຊວລີ ຈາກ​ປະ​ເທດ ກາ​ນາ​ດາ ​ໄດ້​ກ່າວ​ເຖິງ​ແມ່​ຂອງ​ນາງ ດັ່ງ​ນີ້:

    “ຜູ້​ສອນ​ສາດສະໜາ​ໄດ້​ມາ​ເຄາະ​ປະຕູ​ບ້ານ​ຂອງ​ພໍ່​ແມ່​ຂອງ​ຂ້ານ້ອຍ ຫ້າ​ປີ ກ່ອນ​ຂ້ານ້ອຍ​ໄດ້​ເກີດ​ມາ. ພໍ່​ແມ່​ຂອງ​ຂ້ານ້ອຍ​ໄດ້​ຮັບ​ຟັງ​ສອງ​ສາມ​ບົດຮຽນ, ​ແລະ ​ແລ້ວ​ພໍ່​ຂອງ​ຂ້ານ້ອຍ​ບໍ່​ສົນ​ໃຈ​ອີກ​ຕໍ່​ໄປ. ​ແມ່​ຂອງ​ຂ້ານ້ອຍ ​ໄດ້​ຮັບ​ຟັງ​ບົດຮຽນ​ຕໍ່​ໄປ ​ແລະ ຢາກ​ຮັບ​ບັບຕິ​ສະມາ. ​ເປັນ​ເວລາ​ຫ້າ​ປີ ທີ່​ແມ່​ຂອງ​ຂ້ານ້ອຍ​ໄດ້​ໄປ​ໂບດ ​ໃນ​ຖານະ​ຜູ້​ສົນ​ໃຈ, ​ແລະ ​ແລ້ວ​ສາມ​ເດືອນ​ຫລັງ​ຈາກ​ຂ້ານ້ອຍ​ໄດ້​ເກີດ​ມາ, ​ແມ່​ຂອງຂ້ານ້ອຍ​ຈຶ່ງ​ສາມາດຮັບ​ບັບຕິ​ສະມາ.

    “ແມ່​ຂອງ​ຂ້ານ້ອຍ​​ເປັນ​ຄົນ​ທີ່​ບໍ່​ມັກ​ໃຊ້​ສຽງ ຫລື ມີ​ຕຳ​ແໜ່​ງການ​ເປັນ​ຜູ້ນຳ​ທີ່ໃຫຍ່​ໂຕ​​ແນວ​ໃດ. ​ເພິ່ນ​ມີ​ປະຈັກ​ພະຍານ​ທີ່​ລຽບ​ງ່າຍ, ອ່ອນ​ໂຍນ, ​ແລະ ສະ​ມ່ຳສະ​ເໝີ, … ​ແລະ ​ເພິ່ນ​ດຳລົງ​ຊີວິດ​ໃນ​ແຕ່​ລະ​ວັນ​ໃນ​ຄວາມ​ຈິງ ຕໍ່​ສິ່ງ​ທີ່​ເພິ່ນ​ເຊື່ອ​ຖື. ຕົວຢ່າງ​ທີ່​ງຽບໆ ​ແລະ ລຽບ​ງ່າຍ​ຂອງ​ເພິ່ນ ​ໄດ້​ຮັກສາ​ຂ້ານ້ອຍ​ໃຫ້​ຢູ່​ໃກ້ຊິດ​ກັບພຣະຜູ້​ເປັນ​ເຈົ້າ ​ແລະ ສາດສະໜາ​ຈັກ​ຕະຫລອດ​ມາ.”

  5. ​ເພື່ອນ​ຂອງ​ພວກ​ເຮົາ​ຊື່ ​ແຣນ​ໂດ ​ໄດ້​ບອກ​ຂ້າພະ​ເຈົ້າວ່າ: “ຂ້ານ້ອຍ​ໄດ້​ຖືກ​ສິດສອນ ​ແລະ ຮູ້​ວ່າ ຂ້ານ້ອຍ​ເປັນ​ບຸດ​ຂອງ​ບິດາ​ມານ​ດາ​ເທິງ​ສະຫວັນ, ​ແລະ ​ໂດຍ​ທີ່​ຮູ້​ເຖິງ​ເອກະລັກ ​ແລະ ທາດ​ແທ້ ​ທີ່​ແທ້​ຈິງ​ຂອງ​ຂ້າພະ​ເຈົ້າ ​​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ມີ​ຄວາມ​ຫວັງ ຊຶ່ງ​ບໍ່​ຈຳ​ເປັນ​ຕ້ອງ​ເດີນ​ໄປ​ໃນ​ເສັ້ນທາງ​ດຽວ​ກັນ​ກັບ​ພໍ່​ແມ່​ຂອງ​ຂ້ານ້ອຍ, ຜູ້​ທີ່ຂ້ານ້ອຍ​ຮັກ ​ແຕ່​ບໍ່​ຢາກ​ເຮັດ​ຕາມ. ຂ້ານ້ອຍ​​ເຊື່ອ​ໃນ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ຮຽນ​ຈາກ​ຄູ​ສອນ ຢູ່​ໃນ​ຊັ້ນປະຖົມ​ໄວ, ຫ້ອງ​ຮຽນ​ວັນ​ອາທິດ, ​ແລະ ຫ້ອງ​ກຸ່ມ​ຊາຍ​ໜຸ່ມ ​ແລະ ຈາກ​ຄູ​ສອນ​ອື່ນໆ. ຂ້ານ້ອຍ​ໄດ້​ເຫັນ​ຕົວຢ່າງ ຢູ່​ໃນ​ຫວອດ ​ແລະ ​​ໄດ້​ເຫັນ​ຕົວຢ່າງ​ຂອງ​ຍາດ​ພີ່ນ້ອງຜູ້ທີ່​ຊື່ສັດ, ​ຂອງ​ຄອບຄົວ​ທີ່​ມີ​ຄວາມສຸກ, ​ແລະ ຂ້ານ້ອຍ​ໄວ້​ວາງ​ພຣະ​ໄທ​ພຣະບິດາ​ເທິງ​ສະຫວັນ, ​ໂດຍ​ທີ່​ຮູ້​ວ່າ ຖ້າ​ຫາກ​ຂ້ານ້ອຍຊື່ສັດ​ຕໍ່​ໄປ, ​ແລ້ວ​ພຣະອົງ​ຈະ​ຊ່ວຍ​ເຫລືອ​ຂ້ານ້ອຍ ​ໃຫ້​ມີ​ຄອບຄົວ​ແບບ​ນັ້ນຄື​ກັນ.”

  6. “Families Can Be Together Forever,” Children’s Songbook, 188.

  7. “Daddy’s Homecoming,” Children’s Songbook, 210.

  8. “Love Is Spoken Here,” Children’s Songbook, 190–91.

  9. ມັດ​ທາຍ 18:2, 5.

  10. Thomas S. Monson, “Learn of Me,” Liahona, Mar. 2016, 6.

  11. ເບິ່ງ Max H. Molgard, Inviting the Spirit into Our Lives (1993), 99.

  12. 3 ນີ​ໄຟ 17:11, 21–22.

  13. ນາງ ​ເອມະລີ, ​ເຖິງ​ແມ່ນພໍ່​ແມ່​ບໍ່​ເຂັ້ມ​ແຂງ​ໃນ​ໂບດ, ​ແຕ່​ນາງ​ໄດ້​ກ່າວ​ເຖິງ​ປູ່ຍ່າ​ຕາ​ຍາຍ​ທີ່​ຮັ​ກ​ແພງ, ລຸງ​ປ້າ​ນ້າ​ອາວ​ອາ, ​ແລະ ຄົນ​ອື່ນໆ ຜູ້ “​ໄດ້​ເປັນ​ຕົວ​ແທນ” ​ໃຫ້​ແກ່​ພໍ່​ແມ່​ຂອງ​ນາງ. ​ຕອນ​ກ່າວ​​ເຖິງ​ຜູ້ນຳ​ກຸ່ມ​ຍິ່ງ​ໜຸ່ມ ​ໃນ​ລັດ ມີ​ຊີ​ແກນ, ນາງ​ໄດ້​ກ່າວ​ວ່າ: “ລູກໆ​ຂອງ​ນາງ​ກໍ​ໃຫຍ່​ໝົດ​ແລ້ວ, ​ແລະ ນາງ​ຈະ​ພະຍາຍາມ​ເຮັດ​ໃຫ້ ຍິງ​ໜຸ່ມ​ທຸກ​ຄົນ ຮູ້ສຶກ​ວ່າ ​ເຂົາ​ເຈົ້າ​ເປັນ​ລູກ​ສາວ​ຂອງ​ນາງ​ເອງ. … ຮອຍ​ຍິ້ມ​ຂອງ​ນາງ ສາມາດ​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ທ່ານ​ອົບ​ອຸ່ນ​ຂຶ້ນ​ໄດ້ ​ໃນ​ມື້​ທີ່ທ່ານທໍ້ຖອຍ​ໃຈ​ທີ່​ສຸດ. … ຂ້ານ້ອຍ​ໄດ້​ຕັ້ງ​ເປົ້າໝາຍ ທີ່​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ນາງ ​ແລະ ​ເປັນ ຊິດ​ສະ​ເຕີ ​ໂມນນາ ສຳລັບ​ເດັກນ້ອຍ​ເຫລົ່ານັ້ນ ຜູ້​ທີ່ຮູ້ສຶກ ‘​ແຕກ​ຕ່າງ,’ ‘ຖືກ​ປະ​ຖິ້ມ,’ ຫລື ‘ຢູ່​ນອກ​ກຸ່ມ.’”

  14. ມັດ​ທາຍ 18:5.