​2010–2019
“ເຮົາ​ຈະ​ຍົກ​ຜູ້​ພະຍາກອນທີ່​ປະ​ເສີດ​ຜູ້​ໜຶ່ງ​ຂຶ້ນ”
​ເດືອນ​ຕຸລາ 2016


“ເຮົາ​ຈະ​ຍົກ​ຜູ້​ພະຍາກອນທີ່​ປະ​ເສີດ​ຜູ້​ໜຶ່ງ​ຂຶ້ນ”

ເພາະ ​ໂຈ​ເຊັບ​ໄດ້​ເປັນ​ສາດສະດາ, ​ເຮົາ​ບໍ່ພຽງ​ແຕ່​ສາມາດ​ຜ່ານ​ເຂົ້າ​ໄປ​ໃນປະຕູ​ສະຫວັນ​ເທົ່າ​ນັ້ນ—​ແຕ່​ປະຕູ​ນິລັນດອນ ​ກໍ​ເປີດ​ຕ້ອນຮັບ​​ເຮົາ​ຢູ່.​

ຕອນ​ໂມ​ໂຣ​ໄນ ​ໄດ້​ມາ​ຫາ​ໂຈ​ເຊັບ ສະ​ມິດ ​​ເທື່ອ​ທຳ​ອິດ, ​ເພິ່ນ​ໄດ້​ເຕືອນ​ວ່າ ຊື່​ຂອງ​ໂຈ​ເຊັບ “ຈະ​ເປັນ​ທີ່​ຮູ້ຈັກ​ທັງ​ໃນ​ທາງ​ດີ ​ແລະ ທາງ​ຊົ່ວ​ ໃນ​ບັນດາ​ປະຊາ​ຊາດ​ທັງ​ປວງ.”1 ​ເຮົາ​ໄດ້​ເຫັນ​ຄຳ​ທຳນາຍ​ນີ້​ເກີດ​ເປັນ​ຈິງ​ແລ້ວ. ​ໃນ​ສົງຄາມ​ລະຫວ່າງ​ຄວາມ​ດີ ​ແລະ ຄວາມ​ຊົ່ວ, ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ ​ໂດຍ​ຜ່ານ​ທາງ​ສາດສະດາ ​ໂຈ​ເຊັບ ສະ​ມິດ ​ໄດ້​ດົນ​ໃຈ​ຜູ້​ທີ່​ເຊື່ອ ຊຶ່ງ​ຕິດຕາມ​ເພິ່ນ ​ແລະ ກໍ​ຍັງ​ໄດ້​ເຮັດ​ໃຫ້​ສັດຕູ ທີ່ຕໍ່ຕ້ານ​ອຸດົມ​ການ​ຂອງ​ຊີ​ໂອນ​ໃຈ​ຮ້າຍ ​ແລະ ຕໍ່ຕ້ານ​ໂຈ​ເຊັບອີກ. ການ​ຕໍ່ສູ້​ນີ້​ບໍ່​ໄດ້​ເປັນ​​ເລື່ອງ​ທີ່​ຫາ​ກໍ​ເກີດ​ຂຶ້ນ. ມັນ​ໄດ້​ເລີ່ມຕົ້ນ ບໍ່​ດົນ​ຫລັງ​ຈາກ​ທີ່ຊາຍ​ໜຸ່ມ ​ໂຈ​​ເຊັບ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ປ່າ​ສັກສິດ ​ແລະ ​ມັນ​ກໍ​ດຳ​ເນີນ​ມາ​ຈົນ​ເຖິງ​ປະຈຸ​ບັນ​ນີ້ ​​ແລະ ​ເພີ່ມ​ທະວີ​ຂຶ້ນ ຊຶ່ງ​ເຫັນ​ໄດ້ຢູ່​ໃນອິນ​ເຕີ​ເນັດ.

ພຣະຜູ້​ເປັນ​ເຈົ້າພຣະອົງ​ເອງ ​ໄດ້​ປະກາດ​ຕໍ່​ໂຈ​ເຊັບ ສະ​ມິດ ວ່າ,

ທີ່​ສຸດ​ຂອງ​ແຜ່ນດິນ​ໂລກ​ຈະ​ສອບ​ຖາມ​ກ່ຽວ​ກັບ​ຊື່​ຂອງ​ເພິ່ນ, ​ແລະ ຄົນ​ໂງ່​ຈະ​ເຫັນ​ວ່າ ​ເພິ່ນ​ສົມຄວນ​ທີ່​ຈະ​ຖືກ​ເຍາະ​ເຍີ້​ຍ, ​ແລະ ນະລົກ​ຈະ​ລຸກ​​​ໄໝ້​ຕໍ່ຕ້ານ​ເພິ່ນ;

​ໃນ​ຂະນະ​ທີ່​ ຜູ້​ທີ່​ມີ​ໃຈ​ບໍລິສຸດ, ​ແລະ ຄົນ​ສະຫລາດ, ​ແລະ ຜູ້​ມີ​ກຽດ, ​ແລະ ຜູ້​ມີ​ຄຸນ​ນະ​ທຳ, ຈະ​ສະ​ແຫວງຫາ​ຄຳ​ແນະນຳ, ​ແລະ ສິດ​ອຳນາດ, ​ແລະ ພອນ​ຢູ່​ສະ​ເໝີ​ກຈາກ​ມື​ຂອງ​ເພິ່ນ.2

ມື້​ນີ້ ຂ້າພະ​ເຈົ້າຂໍ​ສະ​ແດງ​ປະຈັກ​ພະຍານ​ຕໍ່​ທຸກ​ຄົນ ຜູ້​ທີ່​ສະ​ແຫວງຫາ​ຄວາມ​ເຂົ້າ​ໃຈ​ເພີ່ມ​ເຕີມ ​ກ່ຽວ​ກັບພາລະກິດຂອງ​ໂຈ​ເຊັບ ສະ​ມິດ ຜູ້​ລູກ, ສາດສະດາ​ແຫ່ງການ​ຟື້ນ​ຟູ.

​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຂີ້​ອາຍ​ກ່ຽວ​ກັບ​ການ​ເປັນ​ພະຍານ​ເຖິງ​ພາລະກິດ​ຂອງ​ໂຈ​ເຊັບ ວ່າ​ເພິ່ນ​ເປັນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ, ​ເພາະ​ພຣະຜູ້​ເປັນ​ເຈົ້າ​ໄດ້​ທຳ​ງານ​ຜ່ານ​ທາງ​ສາດສະດາມາ​ຕະຫລອດ.3 ​ເພາະ​ຄວາມ​ຈິງ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຜ່ານ​ທາງ​​ໂຈ​ເຊັບ ສະ​ມິດ, ​ເຮົາ​ຈຶ່ງ​ຮູ້​ຫລາຍ​ຂຶ້ນ ກ່ຽວ​ກັບ​ພຣະບິດາ​ເທິງ​ສະຫວັນ​ ​ແລະ ​ເຖິງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ ພຣະ​ເຢຊູ​ຄຣິດ. ​ເຮົາ​ຮູ້​ເຖິງ​ຄຸນສົມບັດ​​ແຫ່ງ​ສະຫວັນ​ຂອງ​ພວກພຣະອົງ, ​ເຖິງ​ຄວາມ​ສຳພັນ​ຕໍ່​ກັນ​ແລະ​ກັນ ​ແລະ ຕໍ່​ເຮົາ, ​ແລະ​ ​ເຖິງ​ແຜນ​ແຫ່ງ​ການ​ໄຖ່​ທີ່​ຍິ່ງ​ໃຫຍ່ ທີ່​ຊ່ວຍ​ເຮົາ​ໃຫ້​ສາມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພວກ​ພຣະອົງ.

​ເມື່ອ​ກ່າວ​ເຖິງ​ໂຈ​ເຊັບ, ປະທານບຣິກຳ ຢັງ ​ໄດ້​ປະກາດ​ວ່າ: “ມັນ​ເປັນ​ຄຳ​ສັ່ງ​ຢູ່​ໃນ​ສະພາ​ແຫ່ງ​ນິລັນດອນ, ດົນ​ນານ​ກ່ອນ​ການ​ສ້າງ​ຮາກ​ຖານ​ຂອງ​ໂລກ, ທີ່​ເພິ່ນ​ໄດ້​ຖືກ​ເລືອກ ​ໃຫ້​ນຳພຣະຄຳ​ຂອງ​ພຣະ​ເຈົ້າ ​ໄປ​ໃຫ້​ຜູ້​ຄົນໃນ​ຍຸກ​ສຸດ​ທ້າຍ​ຂອງ​ໂລກ​ນີ້ ​ແລະ ຮັບ​ເອົາ​ຂໍ​ກະ​ແຈທີ່​ບໍລິບູນ ​ແລະ ອຳນາດ​ຖານະ​ປະ​ໂລຫິດ​ຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າ. ພຣະ​ເຈົ້າ​ໄດ້​ເລືອກ​ເອົາ​ເພິ່ນ​ແລ້ວ … [ເພາະ​ເພິ່ນ] ​ໄດ້​ຖືກ​ແຕ່ງຕັ້ງ​ໃນ​ນິລັນດອນ ​​ໃຫ້​ເປັນ​ຜູ້ຄວບ​ຄຸມ​ຍຸກ​ສຸດ​ທ້າຍ​ນີ້.”4

​ໃນ​ການ​ຕຽມ​ສຳລັບ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ນີ້, ​ໂຈ​ເຊັບ ສະ​ມິດ ​ໄດ້​ເກີດ​ມາ​ໃນ​ຄອບຄົວ​ທີ່​ດີ ຜູ້​ໄດ້​ປະ​ເຊີນ​ກັບ​ຄວາມ​ໜັກໜ່ວງ​​ທຸກ​ວັນ ​ແລະ ການ​ທົດ​ລອງ​ໃນ​ຊີວິດ. ​ເມື່ອ​ໂຈ​ເຊັບ​ເລີ່ມ​ເຕີບ​ໃຫຍ່​ຂຶ້ນ, ຄວາມ​ຮູ້ສຶກ​ຂອງ​ເພິ່ນ​ທີ່​ມີຕໍ່​ພຣະ​ເຈົ້າ​ແມ່ນ “ເລິກ​ຊຶ້ງ ​ແລະ ມັກ​ຈະຕື້ນ​ຕັນ​ໃຈ,”5 ​ແຕ່​ເພິ່ນ​ຍັງ​ສັບສົນ​​ເລື່ອງສາດສະໜາ​ ຊຶ່ງ​ສິດສອນ​ໂດຍ​ນິກາຍ​ຕ່າງໆ ​ໃນ​ວັນ​ເວລາ​ຂອງ​ເພິ່ນ. ​ໂຊກ​ດີ​ທີ່ຊາ​ຍໜຸ່ມ ​ໂຈ​ເຊັບ ບໍ່​ໄດ້​ປ່ອຍ​ໃຫ້​ຄຳ​ຖາມ​ຂອງ​ເພິ່ນ ທຳລາຍ​ສັດທາ​ຂອງ​ເພິ່ນ. ​ເພິ່ນ​ໄດ້​ຊອກ​ຫາ​ຄຳ​ຕອບ​ຢູ່​ໃນ​ພຣະຄຣິສຕະທຳ​ຄຳ​ພີ ​ແລະ ​ໄດ້​ພົບ​ເຫັນ​ຄຳ​ແນະນຳນີ້: “ຖ້າ​ຄົນ​ໃດ​ໃນ​ພວກ​ເຈົ້າຂາດ​ສະຕິ​ປັນຍາ ກໍ​ໃຫ້​ຜູ້ນັ້ນທູນ​ຂໍ​ຈາກ​ພຣະ​ເຈົ້າ ຜູ້​ໂຜດ​ປະ​ທານ​ໃຫ້​ແກ່​ຄົນ​ທັງ​ປວງ​ດ້ວຍ​ພຣະກະລຸນາ ​ແລະ ບໍ່ຊົງ​ກ່າວ​ຕິ.”6

​ໂຈ​ເຊັບຈື່ໄດ້​ວ່າ: “ບໍ່​ເຄີຍມີ​ຂໍ້ຄວາມ​ໃດ​ໃນ​ພຣະຄຳ​ພີ​ທີ່​ມີ​ອຳນາດ ​ເຂົ້າ​ເຖິງ​ຈິດ​ໃຈ​ຂອງ​ມະນຸດ​ໄດ້​ຫລາຍ​ເທົ່າ​ກັບ​ຂໍ້ຄວາມ​ນີ້​ໃນ​ເວລາ​ນັ້ນ. ຂໍ້ຄວາມ​ປະກົດ​ວ່າ​ເຂົ້າ​ເຖິງ​ຄວາມ​ຮູ້ສຶກ​ທຸກ​ຢ່າງ​ ຂອງ​ຈິດ​ໃຈ​ຂອງ​ຂ້າພະເຈົ້າດ້ວຍ​ພະລັງ​ອັນ​ແຮງ​ກ້າ. ຂ້າພະ​ເຈົ້າຄິດ​ແລ້ວ​ຄິດ​ອີກ.”7

ດ້ວຍ​ສັດທາ​ທີ່​ລຽບ​ງ່າຍ, ​ໂຈ​ເຊັບ​ໄດ້​ເຮັດ​ຕາມ​ຄວາມ​ຮູ້ສຶກ​ທາງ​ວິນ​ຍານ​ເຫລົ່າ​ນີ້. ​ເພິ່ນ​ໄດ້​ພົບ​ເຫັນ​ສະຖານ​ທີ່ ທີ່ງຽບສະຫງົບ, ໄດ້​ຄຸ​ເຂົ່າ​ລົງ, “​ແລະ ​ໄດ້ເລີ່ມ​ຖວາຍ​ຄວາມ​ປາດ​ຖະໜາ​ຈາກ​ໃຈ​ [ຂອງ​ເພິ່ນ] ຕໍ່​ພຣະ​ເຈົ້າ.”8 ຕໍ່​ໄປ​ນີ້​ແມ່ນ​ຄຳ​ບັນຍາຍ​ອັນ​ມີ​ພະລັງ​ຂອງ​ໂຈ​ເຊັບ ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ:

“ຂ້າພະ​ເຈົ້າ​ໄດ້​ເຫັນ​ແສງ​ສະຫວ່າງ​ເປັນ​ເລົາ​ລົງ​ມາ, ​ແຈ້ງ​ກວ່າ​ຄວາມ​ສະຫວ່າງ​ຂອງ​ດວງ​ຕາ​ເວັນ, ຊຶ່ງ​ຄ່ອຍໆ​ເລື່ອນ​ລົງ​ມາ ຈົນ​ເຖິງ​ຕົວ​ຂອງ​ຂ້າພະ​ເຈົ້າ.

“… ເມື່ອ​ແສງ​ນັ້ນລົງ​ມາ​ເຖິງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ເຫັນ​ສອງ​ພຣະອົງ​ປະ​ທັບ​ຢືນ​ຢູ່​ໃນ​ອາ​ກາດ​ຊື່​ຫົວ​ຂອງ​ຂ້າພະ​ເຈົ້າ. ຄວາມ​ສະຫວ່າງ ​ແລະ ລັດສະໝີ​ພາບຂອງ​ທັງ​ສອງ​ພຣະອົງ​ນັ້ນ​ເກີນ​ກວ່າ​ທີ່​ຈະ​ພັນ​ລະນາ​ໄດ້. ອົງ​ໜຶ່ງ​ໄດ້​ຮັບ​ສັ່ງ​ກັບ​ຂ້າພະ​ເຈົ້າ​ ​ໂດຍ​ເອີ້ນ​ຊື່​ຂອງ​ຂ້າພະ​ເຈົ້າ ​ແລະ ຊີ້​ພຣະຫັດ​ໄປ​ຫາ​ອີກ​ອົງ​ໜຶ່ງ ​ແລະ ກ່າວ​ວ່າ—ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!9

ໂຈ​ເຊັບ ສະ​ມິດ ​ໄດ້​ເຫັນ​ພຣະ​ເຈົ້າ, ພຣະບິດາ​ນິລັນດອນ, ​ແລະ ພຣະ​ເຢຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່ຂອງ​ໂລກ. ນີ້​ຄື​ພາບ​ທີ່​ມາ​ໃຫ້​ເຫັນ ຄັ້ງທຳ​ອິດ ​​ຂອງ​ໂຈ​ເຊັບ ສະ​ມິດ. ​ຫລາຍ​ປີ​ຕໍ່​ມາ, ​ໂຈ​ເຊັບ​ໄດ້​ແປ​ພຣະຄຳ​ພີ​ມໍ​ມອນ​ໂດຍ​ຂອງ​ປະທານ ​ແລະ ອຳນາດ​ຂອງ​ພຣະ​ເຈົ້າ. ບຸກຄົນ​ຈາກ​ສະຫວັນ​ຫລາຍ​ທ່ານ ​ໄດ້​ມາ​ຢ້ຽມຢາມ​ເພິ່ນ, ​​ໂດຍ​ການ​ຟື້ນ​ຟູ​ຄວາມ​ຈິງ ​ແລະ ສິດ​ອຳນາດ ທີ່​ໄດ້​ສູນ​ເສຍ​ໄປ​ເປັນ​ເວລາ​ຫລາຍ​ສັດຕະວັດ. ການ​ສື່ສານ​​ເຫລົ່າ​ນີ້ຈາກສະຫວັນ​ ກັບ​ໂຈ​ເຊັບ ສະ​ມິດ ​ໄດ້​ເປີດ​ປະຕູ​ສະຫວັນ ​ແລະ ​ເຮົາ​ໄດ້​ເຫັນ​ລັດສະໝີ​ພາບ​ແຫ່ງ​ນິລັນດອນ. ຊີວິດ​ຂອງ​ໂຈ​ເຊັບ ​ເປັນ​ພະຍານ​ວ່າ ຖ້າ​ມີ​ຄົນ​ໃດ​ໃນ​ພວກ​ເຮົາ​ຂາດ​ສະຕິ​ປັນຍາ, ​ເຮົາ​ສາມາດ​ທູນ​ຂໍ​ຈາກ​ພຣະ​ເຈົ້າດ້ວຍ​ສັດທາ ​ແລະ ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນ​ຂໍ—ບາງ​ເທື່ອ​ຈາກບຸກຄົນທີ່​ມາ​ຈາກ​ສະຫວັນ ​ແຕ່​ສ່ວນ​ຫລາຍ​ແລ້ວ​ຈະ​ເປັນ​ໂດຍ​ອຳນາດ​ຂອງ​ພຣະວິນ​ຍານ​ບໍລິສຸດ, ຜູ້​ກ່າວ​ກັບ​ເຮົາ ຜ່ານ​ທາງ​ຄວາມ​ຄິດ ​ແລະ ຄວາມ​ຮູ້ສຶກ​ທີ່​ໄດ້​ຮັບ​ການ​ດົນ​ໃຈ.10 ມັນ​ແມ່ນ​ໂດຍ​ຜ່ານ​ທາງ​ພຣະວິນ​ຍານ​ບໍລິສຸດ ທີ່​ເຮົາ​ສາມາດ “ຮູ້ຈັກ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ.”11

​ສຳລັບ​ພວກ​ເຮົາ​ຫລາຍ​ຄົນ, ການ​ເປັນ​ພະຍານ​ເຖິງ​ສາດສະດາ​ ​ໂຈ​ເຊັບ ສະ​ມິດ ​ໄດ້ເລີ່​ມຕົ້ນ ​ຕອນ​ເຮົາ​ອ່ານ​ພຣະຄຳ​ພີ​ມໍ​ມອນ. ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ອ່ານ​ພຣະຄຳ​ພີ​ມໍ​ມອນ​ຈົນ​ຈົບ ​ແ​ມ່ນຕອນ​ທີ່​ຂ້າພະ​ເຈົ້າ​ເປັນ​ນັກຮຽນ​ຢູ່​ຫ້ອງ​ຮຽນ​ສາດສະໜາ ທີ່​ໄປ​ຮຽນ​ໃນ​ຕອນ​ເຊົ້າມືດ. ດ້ວຍ​ຈິນຕະນາກ​ານຂອງ​ເດັກ​ໄວ​ລຸ້ນ, ຂ້າພະ​ເຈົ້າ​ໄດ້​ຕັດສິນ​ໃຈ​ອ່ານ​ພຣະຄຳ​ພີ​ ຄື​ກັບ​ວ່າ​ຕົວ​ເອງ​ເປັນ​ໂຈ​ເຊັບ ສະ​ມິດ, ຄົ້ນພົບ​ຄວາມ​ຈິງ​ໃນ​ພຣະຄຳ​ພີ​ມໍ​ມອນ ​ເປັນ​ເທື່ອ​ທຳ​ອິດ. ມັນ​ມີ​ຜົນ​ກະທົບ​ອັນ​ແຮງ​ກ້າ​ຕໍ່​ຊີວິດ​ຂອງ​ຂ້າພະ​ເຈົ້າ ຈົນ​ຂ້າພະ​ເຈົ້າຍັງ​ອ່ານ​ພຣະຄຳ​ພີ​ມໍ​ມອນ ​ໃນ​ແບບ​ດຽວ​ກັນນັ້ນ. ສ່ວນ​ຫລາຍ​ຂ້າພະ​ເຈົ້າຈະພົບ​ເຫັນ​ວ່າ ມັນ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູຢ່າງ​ເລິກ​ຊຶ້ງ ​ຕໍ່​ສາດສະດາ ​ໂຈ​ເຊັບ ​ແລະ ສຳລັບ​ຄວາມ​ຈິງ ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຢູ່​ໃນ​ພຣະຄຳ​ພີ​ອັນ​ລ້ຳຄ່າ​ນີ້.

ຍົກ​ຕົວຢ່າງ, ​ໃຫ້ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ໂຈ​ເຊັບ ຕອນ​ເພິ່ນ​ໄດ້​ແປ​ຂໍ້ຄວາມ​ກ່ຽວ​ກັບ ການ​ບັບຕິ​ສະມາ​ເພື່ອ​ການ​ປົດ​ບາບ. ​ໂຈ​ເຊັບ, ຜູ້​ໄດ້​ຖືກ​ສັ່ງ​ບໍ່​ໃຫ້​ເຂົ້າຮ່ວມ​ສາດສະໜາ​ຈັກ​​ແຫ່ງ​ໃດ, ຄົງ​ຈະ​ມີ​ຄຳ​ຖາມ​ກ່ຽວ​ກັບ​ພິທີການ​ຊ່ວຍ​ໃຫ້​ລອດ​ນີ້. ຄຳ​ຖາມ​ຂອງ​ເພິ່ນ ​ໄດ້​ເຮັດ​ໃຫ້​ເພິ່ນ​ຕ້ອງ​ອະທິຖານ​ອີກ, ​ແລະ ການ​ອະທິຖານ​ນັ້ນ ​ໄດ້​ນຳ​ໄປ​ສູ່​ການ​ມາ​ຢ້ຽມຢາມ ຂອງ​ໂຢຮັນ​ບັບຕິ​ສະ​ໂຕ, ຜູ້​ໄດ້​ຟື້ນ​ຟູ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ແລະ ສິດ​ອຳນາດ​ທີ່​ຈະ​​ໃຫ້​ບັບຕິ​ສະມາ.12

ຫລື ​ໃຫ້​ຄິດ​ວ່າ ​​ໂຈ​ເຊັບ​ໄດ້​ຮູ້ສຶກ​ແນວ​ໃດ ຕອນ​ເພິ່ນ​ຮຽນ​ຮູ້​ເປັນ​ເທື່ອ​ທຳ​ອິດ​ວ່າ ພຣະ​ເຢຊູ​ຄຣິດ ​ໄດ້​ມາ​ຢ້ຽມຢາມ​ຜູ້​ຄົນ​ຢູ່​ໃນ ຊີກ​ໂລກ​ເບື້ອງ​ຕາ​ເວັນ​ຕົກ—ວ່າ ພຣະອົງ​ໄດ້​ສອນ​ເຂົາ​ເຈົ້າ, ​ໄດ້​ອະທິຖານ​ເພື່ອ​ເຂົາ​ເຈົ້າ, ​ໄດ້ປິ່ນ​ປົວ​ເຂົາ​ເຈົ້າ, ​ໄດ້​ໃຫ້​ພອນ​ເດັກນ້ອຍ, ​ໄດ້​ມອບ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ, ​ແລະ ​ໄດ້​ປະຕິບັດ​ສິນ​ລະ​ລຶກ​​ໃຫ້​ແກ່​ເຂົາ​ເຈົ້າ.13 ​ໂຈ​ເຊັບອາດ​ບໍ່​​ເຂົ້າ​ໃຈ​ມັນ​ໃນ​ເວລາ​ນັ້ນ, ​ແຕ່​ສິ່ງ​ທີ່​ເພິ່ນ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພິທີການ ​ແລະ ການຈັດ​ຕັ້ງ​ສາດ​ສະໜາ​ຈັກ​ຂອງ​ພຣະຄຣິດ​ໃນ​ສະ​ໄໝ​ບູຮານ ​ໄດ້​ຕຽມ​ເພິ່ນ ​ໃຫ້​ຊ່ວຍ​ເຫລືອພຣະຜູ້​ເປັນ​ເຈົ້າ ​ໃນ​ເວລາ​ຕໍ່​ມາ ​​​ໃນ​ການຟື້ນ​ຟູ​ສາດສະໜາ​ຈັກ​ອັນ​ດຽວ​ກັນ ຢູ່​ໃນ​ໂລກ.

ໃນລະຫວ່າງ​ການ​ແປ​ພຣະຄຳ​ພີ​ມໍ​ມອນ, ​ໂຈ​ເຊັບ ​ແລະ ​ເອມມາ ພັນ​ລະ​ຍາ​ຂອງ​ເພິ່ນ ​ໄດ້​​ມີ​ຄວາມໂສກ​ເສົ້າກັບ​ການ​ສູນ​ເສຍ​ລູກ​ຊາຍ​ຫາ​ກໍ​ເກີດ​ຂອງ​ເຂົາ​ເຈົ້າ​ໄປ. ​ໃນ​ສະ​ໄໝ​ນັ້ນ ນັກ​ເທດ​ສະໜາ​ ​ໄດ້​ສອນ​ວ່າ ​ເດັກນ້ອຍ​ທີ່​ຕາຍ​ໄປ ​ປາດ​ສະ​ຈາກ​ການ​ບັບຕິ​ສະມາ ຈະ​ຖືກ​ລົງ​ໂທດ​ຕະຫລອດ​ການ. ​ໃຫ້​ຄິດ​ເບິ່ງ ວ່າ ​ໂຈ​ເຊັບ​ໄດ້​ຮູ້ສຶກ​ຈັ່ງ​ໃດ ຕອນ​ເພິ່ນ​ແປ​ຖ້ອຍ​ຄຳ​ຈາກ​ສາດສະດາ​ມໍ​ມອນ ທີ່​ວ່າ: “ລູກນ້ອຍໆ​ຂອງ​ພວກ​ເຂົາ​ບໍ່​ຕ້ອງການ​ການ​ກັບ​ໃຈ ຫລື ຮັບ​ບັບຕິ​ສະມາ. … [ເພາະ] ​ເດັກນ້ອຍ​ມີ​ຊີວິດ​ຢູ່​ໃນ​ພຣະຄຣິດ, ​ເຖິງ​ແມ່ນ​ຕັ້ງ​ແຕ່​ການວາງ​ຮາກ​ຖານຂອງ​ໂລກ​ມາ.”14

ບາງທີ ຂໍ້ຄວາມ​ທີ່​ເດັ່ນ​ທີ່​ສຸດ ຢູ່​ໃນພຣະຄຳ​ພີ​ມໍ​ມອນ ຕໍ່​ຊາຍ​ໜຸ່ມ ​ໂຈ​ເຊັບອາດ​ເປັນ ​ບົດ​ທີສາມ ຂອງ 2 ນີ​ໄຟ. ບົດ​ນີ້ ບັນຈຸ​ຄຳ​ທຳນາຍ​ຂອງ​ສະ​ໄໝ​ບູຮານ ກ່ຽວ​ກັບ “ຜູ້​ພະຍາກອນ​ທີ່​ປະ​ເສີດ” ຜູ້​ທີ່​ພຣະຜູ້​ເປັນ​ເຈົ້າ​ຈະ​ຍົກ​ຂຶ້ນ ​ໃນ​ຍຸກ​ສຸດ​ທ້າຍ—​ເປັນ​ຜູ້​ພະຍາກອນ ມີ​ຊື່ວ່າ ​ໂຈ​ເຊັບ, ​​ເອີ້ນ​ຕາມ​ຊື່​ຂອງພໍ່​​ເພິ່ນ. ສາດສະດາ​ໃນ​ອະນາຄົດ​ຄົນ​ນີ້ ຈະ​ເປັນ “ຜູ້​ທີ່​ໜ້າ​ນັບຖື​ຢ່າງ​ສູງ” ​ແລະ ຈະ​ທຳ​ງານ​ຢ່າງ “ມີຄ່າ​ອັນ​ຍິ່ງ​ໃຫຍ່” ​​ໃຫ້​ແກ່​ຜູ້​ຄົນ​ຂອງ​ເພິ່ນ. ​ເພິ່ນ​ຈະ “ຍິ່ງ​ໃຫຍ່​ເໝືອນ​ກັນ​ກັບ​ໂມ​ເຊ” ​ແລະ ຈະ​ໄດ້​ຮັບ​ອຳນາດ ທີ່​ຈະ​ນຳພຣະຄຳ​ຂອງ​ພຣະ​ເຈົ້າອອກ​ມາ..15 ​ໃຫ້​ຄິດ​ວ່າ ​​ໂຈ​ເຊັບ ສະ​ມິດ ​ໄດ້​ຮູ້ສຶກ​ຈັ່ງ​ໃດ ​ເມື່ອ​ເພິ່ນ​ເຂົ້າ​ໃຈ​ວ່າ ການ​ທຳນາຍ​ດັ່ງກ່າວ​ແມ່ນ​ກ່ຽວ​ກັບ​ ເພິ່ນ! ​ເພິ່ນ​ບໍ່​ພຽງ​ແຕ່​ໄດ້ແປ​ປະຫວັດສາດ​ເທົ່າ​ນັ້ນ, ​ແຕ່​ເພິ່ນ​ຍັງ​​ໄດ້​ແປ​ພາບ​ນິມິດ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ​ນຳ​ອີກ, ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ທີ່ໜ້າ​ອັດ​ສະ​ຈັນ​ໃຈ—​ແລະ ຕົວ ​ໂຈ​ເຊັບ​ເອງຈະ​ໄດ້​ຊ່ວຍ​ເຮັດ​ໃຫ້​ມັນ​ບັນລຸ​ຄວາມ​ສຳ​ເລັດ!

ທຸກ​ວັນ​ນີ້, ​ເກືອບ​ເຖິງ 200 ປີ ຕໍ່​ມາ, ​ມັນ​ເປັນ​ສິ່ງ​ງ່າຍ ທີ່​ຈະ​ເຫັນ​​ໄດ້ວ່າ ການ​ທຳນາຍ​ດັ່ງກ່າວ ​ໄດ້​​ເກີດ​ເປັນ​ຈິງ​ແລ້ວ. ​ເຮົາ​ຮູ້ຈັກ​ສິ່ງ​ຍິ່ງ​ໃຫຍ່ທີ່​ໂຈ​ເຊັບ​ໄດ້​ບັນລຸ ​ໃນ​ຖານະ​ທີ່​ເປັນ​ສາດສະດາ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ແຕ່​ຈົ່ງ​ຈື່​ຈຳ​ວ່າ ຕອນ​ໂຈ​ເຊັບ ​ໄດ້​ແປ​ຄຳ​ທຳນາຍ​ນີ້, ​ເພິ່ນ​ໄດ້​ເຮັດ​ສຳ​ເລັດ​ພຽງ​ແຕ່​ສອງ​ສາມ​ຢ່າງ​ເທົ່າ​ນັ້ນ ທີ່​ສາດສະດາ​ໄດ້​ບອກ​​ໄວ້​ລ່ວງ​ໜ້າ. ​ເພິ່ນ​ຍັງ​ໜຸ່ມ​ຢູ່ ມີ​ອາຍຸພຽງ 20 ປາຍ​ປີ. ສາດສະໜາ​ຈັກ​ຍັງ​ບໍ່​ໄດ້​ຖືກ​ຈັດຕັ້ງຂຶ້ນ​ເທື່ອ. ບໍ່​ມີ​ຫວອດ ຫລື​ ສາຂາ, ບໍ່​ມີ​ຜູ້​ສອນ​ສາດສະໜາ, ​ແລະ ບໍ່​ມີ​ພຣະວິຫານ. ມີໜ້ອຍ​ຄົນ​ທີ່​​ເຄີຍ​​ໄດ້​ຍິນກ່ຽວ​ກັບ​ໂຈ​ເຊັບ ສະ​ມິດ, ​ຫລື ບາງ​ຄົນ​ໃນ​ພວກ​ນັ້ນ ກໍ​ຕໍ່ຕ້ານ​ເພິ່ນ. ບັດ​ນີ້ ​ໃຫ້​ເບິ່ງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ໄດ້​ບັນລຸ​ຜົນສຳ​ເລັດ ຜ່ານ​ທາງ​ໂຈ​ເຊັບ ຜູ້​ຮັບ​ໃຊ້​ຂອງ​ພຣະອົງ, ​ເຖິງ​​ແມ່ນ​ເພິ່ນ​ໄດ້​ຖືກ​ຕໍ່ຕ້ານ​ກໍ​ຕາມ. ຄວາມ​ສຳ​ເລັດ​ຂອງ​ຄຳ​ທຳນາຍ​ດັ່ງກ່າວ ​​ໄດ້​ເປັນ​ຫລັກ​ຖານ​ເຖິງ​ການ​ເອີ້ນ​ໃຫ້​ເປັນ​ສາດສະດາ​ຂອງ​ໂຈ​ເຊັບ ສະ​ມິດ ບໍ?

ຕໍ່​ທຸກ​ຄົນ​ທີ່​ຍັງ​ຂ້ອງ​ໃຈ​ກ່ຽວ​ກັບ​ປະຈັກ​ພະຍານ​ຂອງ​ຕົນ​​ເລື່ອງ ​ໂຈ​ເຊັບ ສະ​ມິດ ຫລື ກຳລັງ​ດີ້ນ​ລົນ​ຢູ່​ກັບ​ສິ່ງ​ທີ່​ບໍ່​ຖືກຕ້ອງ, ສິ່ງ​ທີ່​ເຮັດ​ໃຫ້​ຕົນເຂົ້າ​ໃຈ​ຜິດ, ຫລື ຂໍ້​ມູນ​ທີ່​ບໍ່​ຄົບ​ຖ້ວນ ກ່ຽວ​ກັບຊີວິດ​ ​ແລະ ການ​ປະຕິບັດ​ຂອງ​ເພິ່ນ, ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ ​ໃຫ້​ພິຈາລະນາ​ຜົນ​ຂອງ​ມັນ—ພອນ​ຢ່າງ​ຫລວງຫລາຍ ທີ່​ໄດ້​ມາສູ່​ເຮົາ ຜ່ານ​ພາລະກິດ​ທີ່​ໜ້າ​ອັດສະຈັນ​ໃຈ​ຂອງ​ໂຈ​ເຊັບ ສະ​ມິດ, ສາດສະດາ​ແຫ່ງ​ການ​ຟື້ນ​ຟູ.

​ເພາະ​ ​ໂຈ​ເຊັບ​ໄດ້​ເປັນ​ສາດສະດາ, ການ​ເປີດ​ເຜີຍ ​ແລະ ສາດສະດາ ຈຶ່ງ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ມີ​ຢູ່​ໃນ​ອະດີດ​ອີກ​ຕໍ່​ໄປ​. ວັນ​ເວລາ​ແຫ່ງ​ການ​ມະຫັດສະຈັນ—​ພາບ​ນິມິດ, ການ​ປິ່ນປົວ, ​ແລະ ການ​ປະຕິບັດ​ຂອງ​ເຫລົ່າ​ທູດ—ຍັງ​ມີ​ຢູ່.16

​ເພາະ ​ໂຈ​ເຊັບ​ໄດ້​ເປັນ​ສາດສະດາ, ​ເຮົາ​ແຕ່ລະຄົນ​ຈຶ່ງ​ສາມາດ​ເຂົ້າ​ເຖິງ​ອຳນາດ ​ແລະ ພອນ​ຂອງຖານະ​ປະ​ໂລຫິດ​ໄດ້, ຮ່ວມ​ທັງ​ການ​ບັບຕິ​ສະມາ, ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ​ແລະ ສິນ​ລະ​ລຶກ.

​ເພາະ ​ໂຈ​ເຊັບ​ໄດ້​ເປັນສາດສະດາ, ​ເຮົາ​ຈຶ່ງ​ມີ​ພອນ ​ແລະ ພິທີການ​ຂອງ​ພຣະວິຫານ ທີ່​ຜູກ​ມັດ​ເຮົາ​ເຂົ້າກັບ​ພຣະ​ເຈົ້າ, ​ເຮັດ​ໃຫ້​ເຮົາ​ເປັນ​ຜູ້​ຄົນ​ຂອງ​ພຣະອົງ, ​ແລະ ​ເຮັດ​ໃຫ້ອຳນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ ປະຈັກ​ແກ່​ເຮົາ, ​ເຮັດ​​ໃຫ້​ເປັນ​ໄປ​ໄດ້ ​ທີ່ຈະ ໄດ້ເຫັນ​ພຣະພັກ​ຂອງພຣະ​ເຈົ້າ, ແມ່ນ​ແຕ່​ພຣະບິດາ, ​ແລະ ມີ​ຊີວິດ​ຢູ່ ​ໃນ​ວັນ​ໜຶ່ງ.”17

​ເພາະ ​ໂຈ​ເຊັບ​ໄດ້​ເປັນ​ສາດສະດາ, ​ເຮົາ​ຈຶ່ງ​ຮູ້​ວ່າ ການ​ແຕ່ງງານ ​ແລະ ຄອບຄົວ ​ເປັນ​ພາກສ່ວນ​ທີ່​ສຳຄັນ ​ໃນ​ແຜນ​ຂອງ​ພຣະ​ເຈົ້າ ສຳລັບ​ຄວາມສຸກ​ຂອງ​ເຮົາ. ​ເຮົາ​ຮູ້​ວ່າ ຜ່ານ​ທາງ​ພິທີການ ​ແລະ ພັນທະ​ສັນຍາ​ໃນ​ພຣະ​ວິຫານ, ຄວາ​ມສຳພັນ​ຂອງ​ຄອບຄົວ ທີ່​ເຮົາ​ທະນຸ​ຖະໜອມ ຈະ​ຍືນ​ຍົງ​ຊົ່ວ​ນິລັນດອນ.

​ເພາະ ​ໂຈ​ເຊັບ​ໄດ້​ເປັນ​ສາດສະດາ, ​ເຮົາ​ບໍ່ພຽງ​ແຕ່​ສາມາດ​ຜ່ານ​ເຂົ້າ​ໄປ​ໃນປະຕູ​ສະຫວັນ​ເທົ່າ​ນັ້ນ—​ແຕ່​ປະຕູ​ນິລັນດອນ ​ກໍ​ເປີດ​ຕ້ອນຮັບ​​ເຮົາ​ຢູ່.​ ​ເຮົາ​ສາມາດ​ຮູ້​ຈັກ “ພຣະອົງ ຜູ້​ເປັນ​ພຣະ​ເຈົ້າທ່ຽງ​ແທ້​ແຕ່​ອົງ​ດຽວ, ​ແລະ ຮູ້ຈັກ​ພຣະ​ເຢຊູ​ຄຣິດ, ຜູ້​ທີ່​ພຣະອົງ​ໃຊ້​ມາ.”18 ຊີວິດ​ນິລັນດອນ​ສາມາດ​ເປັນ​ຂອງ​ເຮົາ​ໄດ້.

​ເໜືອກ​ວ່າ​ສິ່ງ​ອື່ນ​ໃດ, ​ເພາະ ​ໂຈ​ເຊັບ​ໄດ້​ເປັນ​ສາດສະດາ, ​ເຮົາ​ມີ​ພະຍານ​ ​ແລະ ມີ​ປະຈັກ​ພະຍານ​ຢ່າງ​ຫລວງຫລາຍ, ​ວ່າພຣະ​ເຢຊູ​ຄຣິດ ​ເປັນ​ພຣະບຸດ​ຂອງ​ພຣະ​ເຈົ້າ ​ແລະ ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ. ​ເຮົາ​ມີພະຍານ​ພິ​ເສດ​ຂອງ​ພຣະ​ເຢຊູ​ຄຣິດ ທີ່​ບໍ່​ຂາດ​ສາຍ, ຮ່ວມ​ທັງ​ສາດສະດາ​ໃນ​ທຸກ​ວັນ​ນີ້, ປະທານທອມ​ມັສ ແອັສ ມອນ​ສັນ, ທີ່​ປຶກສາ​ໃນ​ຝ່າຍ​ປະທານ​ສູງ​ສຸດ, ​ແລະ ກຸ່ມ​ອັກຄະ​ສາວົກ​ສິບ​ສອງ. ຂ້າພະ​ເຈົ້າຂໍ​ຕື່ມ​ປະຈັກ​ພະຍານ​ທີ່​ຖ່ອມຕົວ ​ແຕ່​ແນ່ນອນ​ຂອງ​ຂ້າພະ​ເຈົ້າ ໃສ່​ກັບ​ປະຈັກ​ພະຍານ​ຂອງ​ພວກ​ເພິ່ນ​ວ່າ: ພຣະ​ເຢຊູ​ຄຣິດຊົງ​ພຣະຊົນ​ຢູ່ ​ແລະ ນຳພາ​ສາດສະໜາ​ຈັກ​ຂອງ​ພຣະອົງ​. ຖານະ​ປະ​ໂລຫິດ ​ແລະ ສິດ​ອຳນາດ​ຂອງ​ພຣະ​ເຈົ້າ ມີ​ຢູ່​ໃນ​ໂລກ​ນີ້​ອີກ. ຂໍ​ໃຫ້​ເຮົາ​ຈົ່ງ​ປະກາດ​ການ​ເປັນ​ພະຍານ ​ແລະ ຄວາມ​ກະຕັນຍູ​ຂອງ​ເຮົາຢ່າງ​ກ້າຫານ ສຳລັບ​ສາດສະດາ​, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ ທີ່​ປະ​ເສີດ​ຄົນ​ນີ້ ຂອງ​ພຣະຜູ້​ເປັນ​ເຈົ້າ. ນີ້​ຄື​ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.