​2010–2019
“ຕັ້ງຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ”
​ເດືອນ​ຕຸລາ 2016


“ຕັ້ງຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ”

ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ບໍ່​ມີ​ຈຸດ​ຈົບ ​ແລະ ຈະ​ອົດທົນ​ຕະຫລອດ​ການ, ​ແຕ່ສິ່ງ​ທີ່​ມັນ​ມີ​ຄວາມ​ໝາຍ​ສຳລັບ​ເຮົາ​ແຕ່ລະຄົນ ​ແມ່ນ​ຂຶ້ນຢູ່ກັບ​ວິທີ​ທີ່​ເຮົາ​ຕອບ​ຮັບ​ຕໍ່​ຄວາ​ມຮັກ​ຂອງ​ພຣະອົງ.

ພຣະຄຣິສຕະທຳ​ຄຳ​ພີ ບອກ​ເຮົາ​ວ່າ “ພຣະ​ເຈົ້າ​ເປັນຄວາມ​ຮັກ.”1 ພຣະອົງ​ເປັນ​ຕົວຢ່າງ​ທີ່​ສົມບູນ​ແບບ ​ເຖິງ​ຄວາມ​ຮັກ, ​ແລະ ​ເຮົາ​ເພິ່ງ​ອາ​ໄສ​ຄວາມ​ຮັກ​ທີ່ໝັ້ງຄົງ ​ແລະ ຄວາມ​ຮັກສຳລັບ​ທຸກ​ຄົນ​ນັ້ນຫລາຍ​ທີ່​ສຸດ. ດັ່ງ​ທີ່ປະທານທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ: “ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ມີ​​ໄວ້​ໃຫ້​ທ່ານ​ຢູ່​ແລ້ວ ບໍ່​ວ່າ​ທ່ານ​ຈະ​ຮູ້ສຶກ​ວ່າ ທ່ານ​ມີຄ່າ​ຄວນສຳລັບ​ຄວາມ​ຮັກ​ນັ້ນຫລື​ບໍ່. ມັນ​ຈະ​ມີ​ໄວ້​ໃຫ້​ທ່ານ​ຢູ່​ສະ​ເໝີ.”2

ມີ​ຫລາຍ​ວິທີ​ທີ່​ຈະ​ບັນຍາຍ ​ແລະ ກ່າວ​ເຖິງ​ຄວາມ​ຮັກ​​ແຫ່ງ​ສະຫວັນ. ຄຳ​ໜຶ່ງ ທີ່​ເຮົາ​​ໄດ້​ຍິນ​ເລື້ອຍໆ ​ໃນ​ທຸກ​ວັນ​ນີ້ແມ່ນ​ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ແມ່ນ “ບໍ່​ມີ​ເງື່ອນ​ໄຂ.” ​​ເຖິງ​ແມ່ນມັນ​ຖືກຕ້ອງ​ໃນ​ຄວາມ​ໝາຍ​ໜຶ່ງ, ​ແຕ່ຄຳ​ວ່າ ບໍ່​ມີ​ເງື່ອນ​ໄຂ ບໍ່​ມີ​ຢູ່​ໃນ​ພຣະຄຳ​ພີ​ເລີຍ. ​ແຕ່​ຄວາມ​ຮັກ​ຂອງ​ພຣະອົງ​ຖືກ​ບັນຍາຍ​ຢູ່​ໃນ​ພຣະຄຳ​ພີ ວ່າ​ເປັນ “ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່ ​ແລະ ປະ​ເສີດ,”3 “ຄວາມ​ຮັກ​ອັນ​ຄົບ​ບໍລິບູນ,”4 “ຄວາມ​ຮັກ​ທີ່​ໄຖ່,”5 ​ແລະ “ຄວາມ​ຮັກ​ອັນໝັ້ນຄົງ.”6 ຄຳ​​ເຫລົ່າ​ນີ້ ​ເປັນ​ຄຳ​ທີ່​ດີກ​ວ່າ ​ເພາະ​ຄຳ​ທີ່​ວ່າ ບໍ່​ມີ​ເງື່ອນ​ໄຂ ສາມາດ​ສື່ສານ​ຄວາມ​ຄິດ​ທີ່​ຜິດ ກ່ຽວ​ກັບ​ຄວາມ​ຮັກ​ແຫ່ງ​ສະຫວັນ, ດັ່ງ​ເຊັ່ນ, ພຣະ​ເຈົ້າທົນ​ກັບ​ເຮົາ ​ແລະ ບໍ່​ເອົາ​ໂທດ​ເຮົາ ​ເພາະ​ຄວາມ​ຮັກ​ຂອງ​ພຣະອົງ ບໍ່​ມີ​ເງື່ອນ​ໄຂ, ຫລື ພຣະ​ເຈົ້າ​ບໍ່​ບັນຊາ​ເຮົາ ​ເພາະ​ຄວາມ​ຮັກ​ຂອງ​ພຣະອົງ ບໍ່​ມີ​ເງື່ອນ​ໄຂ, ຫລື ທຸກ​ຄົນ ຈະ​ລອດ ​ໃນ​ອານາຈັກ​ສະຫວັນຂອງ​ພຣະ​ເຈົ້າ ​ເພາະ​ຄວາມ​ຮັກ​ຂອງ​ພຣະ​ອົງ ບໍ່​ມີ​ເງື່ອນ​ໄຂ. ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ບໍ່​ມີ​ຈຸດ​ຈົບ ​ແລະ ຈະ​ອົດທົນ​ຕະຫລອດ​ການ, ​ແຕ່ສິ່ງ​ທີ່​ມັນ​ມີ​ຄວາມ​ໝາຍ​ສຳລັບ​ເຮົາ​ແຕ່ລະຄົນ ​ແມ່ນ​ຂຶ້ນຢູ່ກັບ​ວິທີ​ທີ່​ເຮົາ​ຕອບ​ຮັບ​ຕໍ່​ຄວາ​ມຮັກ​ຂອງ​ພຣະອົງ.

ພຣະ​ເຢຊູ​ໄດ້​ກ່າວ​ວ່າ:

“ພຣະບິດາ​ຮັກ​ເຮົາ​ຢ່າງ​ໃດ ​ເຮົາ​ກໍ​ຮັກ​ພວກ​ເຈົ້າຢ່າງ​ນັ້ນ: ຈົ່ງ​ຕັ້ງຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ.

“ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງ​ພຣະບັນຍັດ​ຂອງ​ເຮົາ, ພວກ​ເຈົ້າກໍ​ຈະຕັ້ງຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ; ​ເໝືອນ​ດັ່ງ​ເຮົາ​ໄດ້​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ພຣະບິດາ, ​ແລະ ຕັ້ງຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະອົງ.”7

​ໃນ​ການ “ຕັ້ງ​ໃຈ​ຢູ່​ໃນ” ຫລື “ຕັ້ງຢູ່​ໃນ” ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ໝາຍ​ເຖິງ​ທີ່​ຈະ​ຮັບ​ເອົາ​ພຣະຄຸນ​ຂອງ​ພຣະອົງ ​ແລະ ດີ​ພ້ອມ​ເພາະ​ການ​ນີ້.8 ​ໃນ​ການ​ຮັບ​ເອົາ​ພຣະຄຸນ​ຂອງ​ພຣະອົງ, ​ເຮົາ​ຕ້ອງ​ມີ​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ, ຮ່ວມທັງ​ການກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ, ການບັບຕິ​ສະມາ​ເພື່ອ​ການ​ປົດ​ບາບ, ການຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ, ​ແລະ ການດຳ​ເນີນ​ຕໍ່​ໄປ​ໃນ​ເສັ້ນທາງ​ແຫ່ງ​ການ​ເຊື່ອ​ຟັງ.9

ພຣະ​ເຈົ້າຈະ​ຮັກ​​ເຮົາສະ​ເໝີ​ໄປ, ​ແຕ່​ພຣະອົງ​ບໍ່​ສາມາດ​ຊ່ວຍ​​ເຮົາ​ໃຫ້​ລອດ​ຢູ່​ໃນ​ບາບ​ຂອງ​​ເຮົາ.10 ​ເຮົາ​ຈື່​ຈຳ​ຖ້ອຍ​ຄຳ​ຂອງ​ແອວ​ມິວເລັກ ຕໍ່ ຊີ​​ເອສຣອມ ​ໄດ້​ບໍ​ທີ່​ວ່າ ພຣະຜູ້​ຊ່ວຍ​ໃຫ້​ລອດ ຈະ​ບໍ່​ຊ່ວຍ​ຜູ້​ຄົນ​ຂອງ​ພຣະອົງ ໃນ ​ບາບ​ ​ແຕ່ ຈາກ ​​ບາບ​ຂອງ​ພວກ​ເຂົາ,11 ​ເຫດຜົນ​ກໍ​ຄື ​ເມື່ອ​ມີ​ບາບ​ ​ເຮົາ​ກໍ​ບໍ່​ສະອາດ ​ແລະ “ສິ່ງ​ທີ່​ບໍ່​ສະອາດ ຈະ​ບໍ່​ໄດ້​ຮັບ​ອານາຈັກ​ສະຫວັນ”12 ຫລື ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. “ແລະ [ພຣະຄຣິດ] ມີ​ອຳນາດ ຊຶ່ງ​ໄດ້​ຮັບ​ຈາກ​ພຣະບິດາ ​ເພື່ອ​ໄຖ່​ [ຜູ້​ຄົນ​ຂອງ​ພຣະອົງ] ຈາກ​ບາບ​ຂອງ​ພວກ​ເຂົາ ຍ້ອນ​ການ​ກັບ​ໃຈ; ຊຶ່ງ​ຈະ​ນຳ​ໄປ​ຫາ​ອຳນາດ​ຂອງ​ພຣະຜູ້​ໄຖ່, ​ໄປ​ຫາ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ.”13

ຈາກ​ພຣະຄຳ​ພີ​ມໍ​ມອນ ​ເຮົາ​ຮຽນ​ຮູ້​ວ່າ ​ເຈດ​ຕະນາຂອງ​ການ​ຮັບ​ທຸກທໍລະມານ​ຂອງ​ພຣະຄຣິດ, ການ​ສະ​ແດງ​ໃຫ້​ປະຈັກ​ອັນ​ສູງ​ສົ່ງ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ, ຄື​ “ເພື່ອ​ຈະ​ນຳ​ອຸທອນ​ແຫ່ງ​ຄວາມ​ເມດ​ຕາ​ມາ, ຊຶ່ງ​ມີ​ອຳນາດ​ເໜືອກ​ວ່າຄວາມ​ຍຸດຕິ​ທຳ, ​ແລະ ນຳ​ຫົນທາງ​ມາ​ໃຫ້​ມະນຸດ ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ສັດທາ​ຈົນ​ເຖິງ​ການ​ກັບ​ໃຈ.

“ແລະ ຄວາມ​ເມດ​ຕາ​ສາມາດ​ສະໜອງ​ຂໍ້​ຮຽກຮ້ອງ​ແຫ່ງ​ຄວາມ​ຍຸດ​ຕິທຳ​ໄດ້, ​ແລະ ລ້ອມ​ພວກ​ເຂົາ​ໄວ້​ໃນ​ອ້ອມ​ແຂນ​ແຫ່ງ​ຄວາມ​ປອດ​ໄພ, ​ແຕ່​ຜູ້​ບໍ່​ມີ​ສັດທາ​ຈົນ​ເຖິງ​ການ​ກັບ​ໃຈ ຈະ​ຕ້ອງ​ຊົດ​ໃຊ້​ດ້ວຍ​ຕົນ​ເອງ​ຕາມ​ກົດ​ຂອງ​ຂໍ້​ຮຽກຮ້ອງ​ແຫ່ງ​ຄວາມ​ຍຸດຕິ​ທຳ​ທັງ​ໝົດ; ດັ່ງນັ້ນ ​ແຜນ​ແຫ່ງ​ການ​ໄຖ່​ອັນ​ຍິ່ງ​ໃຫຍ່ ​ແລະ ນິລັນດອນ​ມາ​ເຖິງ​ພຽງ​ຄົນ​ທີ່​ມີ​ສັດທາ​ຈົນ​ເຖິງ​ການ​ກັບ​ໃຈ​ເທົ່າ​ນັ້ນ.”14

​ແລ້ວການ​ກັບ​ໃຈ ຄື​ຂອງ​ປະທານ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ເຮົາ, ຊຶ່ງ​ມີຄ່າ​ຫລາຍ​ທີ່​ສຸດ.

ບາງ​ຄົນ​ຈະ​ໂຕ້​ຖຽງ​ວ່າ ພຣະ​ເຈົ້າ​ປະທານພອນ​​ໃຫ້​ແກ່​ຄົນທຸກ​ຄົນ ​​ເທົ່າໆ​ກັນ—ອ້າງ​ເຖິງ, ​ເຊັ່ນ​ຕົວຢ່າງ, ພຣະຄຳ​ຂອງ​ພຣະ​ເຢຊູ ​ໃນ​ຕອນ​ທີ່​ເທດ​ສະໜາ​ຢູ່​ເທິງ​​ເນີນ​ພູ ທີ່​ວ່າ: “[ພຣະ​ເຈົ້າ] ບັນດານ​ໃຫ້​​ແສງຕາ​ເວັນ​ຂອງ​ພຣະອົງ​ສ່ອງ​ໃສ່​ທັງ​ຄົນ​ຊົ່ວ ​ແລະ ຄົນ​ດີ.”15 ​ແນ່ນອນ, ພຣະ​ເຈົ້າກໍ​ສົ່ງ​ຝົນ​ໃຫ້​ຕົກລົງ​ມາ​ໃສ່​ລູກໆ​ທຸກ​ຄົນ​ຂອງ​ພຣະອົງ ​ແລະ ສົ່ງ​ພອນ​ທັງ​ໝົດ​ມາ​ໃຫ້​ທຸກ​ຄົນ ຕາມ​ທີ່​ພຣະອົງສາ​ມາດ—ພອນ​ທຸກ​ປະການ​ທີ່​ຄວາມ​ຮັກ ​ແລະ ກົດ ​ແລະ ຄວາມ​ຍຸດຕິ​ທຳ ​ແລະ ຄວາມ​ເມດ​ຕາ ຈະ​ອະນຸຍາດ. ​ແລະ ພຣະອົງ​ບັນຊາ​ເຮົາ​ໃຫ້ມີ​ຄວາມ​ເພື່ອ​ແຜ່​ເຊັ່ນ​ກັນ ທີ່​ວ່າ:

“ເຮົາ​ບອກ​ເຈົ້າທັງຫລາຍ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ເຈົ້າ, ຈົ່ງ​ໃຫ້​ພອນ​ແກ່​ຄົນ​ທີ່​ປ້ອຍ​ດ່າ​ເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່ຜູ້​ທີ່​ກຽດ​ຊັງ​ເຈົ້າ, ​ແລະ ອະທິຖານ​ເພື່ອ​ຜູ້​ທີ່​ໃຊ້​ເຈົ້າຢ່າງ​ໝິ່ນປະໝາດ ​ແລະ ຂົ່ມ​ເຫັງ​ເຈົ້າ;

“ເພື່ອ​ວ່າ​ເຈົ້າຈະ​ໄດ້​ເປັນ​ລູກ​ຂອງ​ພຣະບິດາ ຜູ້​ປະ​ທັບ​ຢູ່​ໃນ​ສະຫວັນ.”16

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ ​ແມ່ນ​ຂຶ້ນຢູ່​ກັບ​ການ​ເຊື່ອ​ຟັງ. ປະທານຣະ​ໂຊ ​ເອັມ ​ແນວ​ສັນ ​ໄດ້​ອະທິບາຍ​ວ່າ: “ຄວາມ​ຮັກ​ຂອງ​ພຣະ​ເຈົ້າອັນ​​ຍິ່ງໃຫຍ່​—​ແມ່ນ​ຮ່ວມ​ດ້ວຍ​ຊີວິດ​ນິລັນດອນ—ຮ່ວມດ້ວຍ​ພອນທີ່​ເຮົາ​ຕ້ອງ​ເໝາະ​ສົມສຳລັບ​ມັນ, ບໍ່​ແມ່ນ​ພອນ​ທີ່​ເຮົາ​ຈະ​ໄດ້​ຮັບ ​ເຖິງ​ແມ່ນ​ເຮົາ​ບໍ່​ມີຄ່າ​ຄວນ​ສຳລັບ​ມັນ​ກໍ​ຕາມ. ຄົນ​ບາບ​ບໍ່​ສາມາດ​ບັງຄັບ​ພຣະອົງ​ໃຫ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ເຂົາ ​ແລະ​ ບໍ່​ສາມາດ​ຮຽກຮ້ອງ​​ໃຫ້ພຣະອົງ​ປະທານ​ພອນໃຫ້​ເຂົາ ​ໃນ​ຄວາມ​ບາບ​ຂອງ​ເຂົາ [ເບິ່ງ ແອວ​ມາ 11:37]. ຖ້າ​ຫາກ​ເຂົາ​ຢາກ​ຊື່ນ​ຊົມ​ກັບພອນ​ທຸກ​ປະການ​ທີ່​ພຣະອົງ​ມີ, ​ເຂົາ​ຕ້ອງ​ກັບ​ໃຈ.”17

ການ​ເຮັດ​ໃຫ້​ຄົນ​ໜຶ່ງ​ກັບ​ໃຈ​ຈາກ​ຄວາມ​ຮູ້ສຶກ​ຜິດ ​ແລະ ປາດ​ສະ​ຈາກ​ຈຸດ​ດ່າງ​ພ້ອຍ ດ້ວຍ​ຄຳ​ສັນຍາ ທີ່​ຈະ​ “ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ,”18 ມັນ​ມີ​ພາກສ່ວນ​ຈຳ​ເປັນອັນ​ທີ​ສອງ ​ໃນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ການ​ຕັ້ງຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະອົງ ຈະ​ຊ່ວຍ​​ເຮົາ​ໃຫ້​ບັນລຸ​ຄວາມ​ສາມາດ​ອັນ​ເຕັມ​ປ່ຽມ​ຂອງ​ເຮົາ, ​ເພື່ອ​ກາຍ​ເປັນ​ເໝືອນ​ດັ່ງ​ທີ່​ພຣະອົງ​ເປັນ.19 ດັ່ງ​ທີ່ປະທານດີ​ເດີ ​ແອັຟ ອຸກ​ດອບ ​ໄດ້​ກ່າວວ່າ: “ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ບໍ່​ໄດ້​ຖືກ​ມອບ​ໃຫ້​ເຮົາ ໃນ​ຕອນ​ທີ່​ເຮົາ​ຢູ່​ໃນ​ສະ​ພາບ​ບໍ​ລິ​ສຸດ​ເທົ່າ​ນັ້ນ. ... ພຣະ​ອົງ​ມີ​ເປົ້າ​ໝາຍ​ທີ່​ສູງ​ກວ່າ​ນັ້ນ. ພຣະ​ອົງ​ປະ​ສົງ​ໃຫ້​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.”20

​ທີ່​ຈະຕັ້ງ​ຢູ່່​ໃນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ​​ໃນ​ຄວາມ​ຮູ້ສຶກ​ນີ້ ໝາຍ​ເຖິງ​ການ​ຍອມ​​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ. ມັນ​ໝາຍ​ເຖິງການ​ຮັບ​ເອົາ​ຄຳຕັກ​ເຕືອນ​ຂອງ​ພຣະອົງ ​ເມື່ອ​ຈຳ​ເປັນ, “ເພາະ​ພຣະຜູ້​ເປັນ​ເຈົ້າຕີ​ສອນ​ຜູ້​ທີ່​ພຣະອົງ​ຮັກ.”21 ມັນ​ໝາຍ​ຄວາມ​ວ່າ ທີ່​ຈະ​ຮັກ ​ແລະ ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ ດັ່ງ​ທີ່​ພຣະ​ເຢຊູ​ໄດ້​ຮັກ ​ແລະ ຮັບ​ໃຊ້​ເຮົາ.22 ມັນ​ໝາຍ​​ເຖິງ​ການ​ຮຽນ ທີ່​ຈະ​ປະຕິບັດ​ຕາມ​ກົດ​ຂອງ​ອານາຈັກ​ຊັ້ນສູງ.”23 ກ່ອນ​ພຣະອົງ​ຈະ​ສາມາດ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ຄົນ​ທີ່​ເຮົາ​ສາມາດ​ກາຍ​ເປັນ, ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຮຽກຮ້ອງ​ເຮົາ​ໃຫ້​ຍອມ​ຕໍ່ “ການ​ຊັກ​ຈູງ​ຂອງ​ພຣະວິນ​ຍານ​ອັນ​ສັກສິດ, ​ແລະ [ປະ​ຖິ້ມ] ​ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ​ແລະ [ກາຍ​ເປັນ​] ໄພ່​ພົນ​ຂອງ​ພຣະ​ເຈົ້າ ​ໂດຍ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະຄຣິດ, ​ແລະ [ກາຍ​ເປັນ] ຄື​ກັບ​ກັບ​ເດັກນ້ອຍ, ບອກ​ລອນ​ສອນ​ງ່າຍ, ອ່ອນ​ໂຍນ, ຖ່ອມຕົວ, ອົດທົນ, ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ​ເຕັມ​ໃຈ​ໃນ​ທຸກ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ເຫັນ​ສົມຄວນ​ທີ່​ຈະ​ໃຫ້​ເກີດ​ກັບ​ພວກ​ເຂົາ, ​ເໝືອນ​ດັ່ງ​ເດັກນ້ອຍ​ຍິນ​ຍອມ​ຕໍ່​ບິດາ​ຂອງ​ຕົນ.”24

​ແອວ​ເດີ ດາ​ລິນ ​ເອັຈ ​ໂອກສ໌ ​ໄດ້​ສັງ​ເກດ​ວ່າ: “ການ​ພິພາກສາ​ຄັ້ງສຸດ​ທ້າຍ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ເປັນ​ການ​ປະ​ເມີນ​ຄວາມ​ດີງາມ ​ແລະ ການ​ກະທຳ​ທີ່​ຊົ່ວ​ຮ້າຍ​—ສິ່ງ​ທີ່​ເຮົາ​ໄດ້​ ​ເຮັດ ຜ່ານ​ມາ​ເທົ່າ​ນັ້ນ. ມັນ​ເປັນ​ການ​ຮັບ​ຮູ້​ເຖິງ​ຜົນ​ສະທ້ອນສຸດ​ທ້າຍ​ຂອ​ງການ​ກະທຳ ​ແລະ ຄວາມ​ຄິດ—ສິ່ງ​ທີ່​ເຮົາ​ໄດ້​​ ກາຍ​ເປັນ.25

​​ເລື່ອງລາວ​ຂອງນາງ​ເຮ​ເລັນ ​ເຄວ​ເລີ ​​ຄື​ກັນ​ກັບ​ຄຳ​ອຸປະມາ ​ບອກ​ເຖິງ​ວິທີ​ທີ່​ຄວາມ​ຮັກ​ແຫ່ງ​ສະ​ຫວັນ ສາມາດປ່ຽນ​ແປງ​ຄົນ​ທີ່​ເຕັມ​ໃຈຈະ​ປ່ຽນ. ນາງ​ເຮ​ເລັນ ​ໄດ້​ເກີດ​ຢູ່​​ໃນ​ລັດອາ​ລາ​ບາ​ມາ ຂອງສະຫະລັດ​ອາ​ເມຣິກາ ​ໃນ​ປີ 1880. ຕອນ​ນາງ​ມີ​ອາຍຸ​ໄດ້ 19 ​ເດືອນ, ນາງ​ໄດ້​ລົ້ມປ່ວຍ ​ແລະ ​ໄດ້ກາຍ​ເປັນ​ຄົນຫູໜວກ ​ແລະ ຕາບອດ. ນາງ​ເປັນ​ຄົນ​ສະຫລາດ​ຫລາຍ ​ແລະ ​ນາງ​ມີ​ຄວາມງຸດງິດ​ໃຈ​ຫລາຍ ​ເມື່ອນາງ​ພະຍາຍາມ​ເຂົ້າ​ໃຈ ​ແລະ ສັງ​ເກດ​ເບິ່ງ ສິ່ງ​ທີ່ຢູ່​ອ້ອມ​ຮອບ​ນາງ. ​ເມື່ອນາງ​ເຮ​ເລັນ​ເອົາ​ມື​ແປະ​ປາກ​ຄົນ​ໃນ​ຄອບຄົວ ​ແລະ ຮູ້​ວ່າ ​ເຂົາ​ເຈົ້າ​ໃຊ້​ປາກ​ເວົ້າ, “ນາງ​​ໄດ້ໃຈ​ຮ້າຍ​ຂຶ້ນຢ່າງ​ແຮງ [ເພາະ] ນາງ​ບໍ່​ສາມາດ​​ເວົ້າລົມ​ກັບ​ເຂົາ​ເຈົ້າ​ໄດ້.”26 ຕອນ​ນາງ​ເຮ​ເລັນມີ​ອາຍຸ​ໄດ້​ຫົກ​ປີ, ນາງ​ຢາກ​​ສື່ສານ​ຫລາຍ ​ແລະ ຄວາມ​ງຸດງິດ​ໃຈຂອງ​ນາງ ​ໄດ້​ເພີ່ມ​ທະວີ​ຫລາຍ​ຂຶ້ນ ຈົນ​ວ່າ​ນາງ “ລະ​ເບີດທຸກ​ມື້, ບາງ​ເທື່ອທຸກໆ​ຊົ່ວ​​ໂມງ.”27

ພໍ່​ແມ່​ຂອງນາງ​ເຮ​ເລັນ ​ໄດ້ຈ້າງ​ນາຍຄູ​ມາ​ຊ່ວຍ​ສອນ​ລູກ​, ​ເປັນ​ຜູ້ຍິງ ຊື່ວ່າ ​ແອນ​ ຊາລີ​ວັນ. ​ເຊັ່ນ​ດຽວ​ກັບ​​ເຮົາທີ່​ມີ​ໃນ​ພຣະ​ເຢຊູ​ຄຣິດ, ພຣະອົງ​ຜູ້​ເຂົ້າ​ໃຈຄວາມ​ອ່ອນ​ແອ​ຂອງ​ເຮົາ,28 ນາງ​ແອນ​ ຊາລີ​ວັນ ກໍ​​ເຄີຍມີ​ບັນຫາ​ທີ່​ຮ້າຍ​ແຮງ​ ​ແລະ ກໍ​ເຂົ້າ​ໃຈຄວາມ​ອ່ອນ​ແອ​ຂອງນາງ​ເຮ​ເລັນ. ຕອນ​ມີ​ອາຍຸ​ໄດ້​ຫ້າ​ປີ, ນາງ​ເຮ​ເລັນ​ໄດ້​ຕິດພະຍາດ​ທີ່​ເຮັດ​ໃຫ້​ແກ້ວຕາ​ຂອງ​ນາງ​ເຈັບ​ປວດ​ທີ່​ສຸດ ຈົນ​ນາງ​ກາຍ​ເປັນ​ຄົນ​ຕາ​ບອດ. ຕອນ​ນາງ ​ແອນມີ​ອາຍຸ​ໄດ້​ແປດ​ປີ, ​ແມ່​ຂອງ​ນາງ​ໄດ້​ເສຍ​ຊີວິດ​ໄປ, ພໍ່​ຂອງ​ນາງ​ໄດ້​ປະ​ຖິ້ມ​ນາງ ​ແລະ ນ້ອງ​ຊາຍ​ຂອງ​ນາງ, ທ້າວ​ຈິມມີ. ທັງ​ສອງ​ຖືກ​ສົ່ງ​ໄປ​ຢູ່​ “ເຮືອນ​ສຳລັບ​ຄົນ​ອະນາຖາ” ບ່ອນ​ທີ່ສະພາບ​ການ​ເປັນຕາ​ເວດທະນາ​ຫລາຍ​ທີ່​ສຸດ ຈົນ​ວ່າ​ທ້າວ​ຈິ​ມມີ​ໄດ້​ຕາຍ​ໄປ ຫລັງ​ຈາກ​ພຽງ​ແຕ່​ສາມ​ເດືອນ. ຜ່ານ​ຄວາມ​ບໍ່​ຍອມ​ທໍ້ຖອຍ, ນາງແອນໄດ້​ຖືກ​ຮັບ​ເຂົ້າ​ໂຮງຮຽນ ​​ເພີ​ຄິນສ໌ ສຳລັບ​ຄົນ​ຕາບອດ ​ແລະ ສາຍຕາ​ຖືກ​ທຳລາຍ, ບ່ອນ​ທີ່​ນາງ​ໄດ້​​ສຳ​ເລັດ​ຢ່າງ​ສົດ​ໃສ. ການ​ຜ່ານ​ຕັດ​ຕາ​ໄດ້​ຊ່ວຍ​ໃຫ້​ນາງ​ສາມາດ​ອ່ານ​ປຶ້ມ​ໄດ້. ​ເມື່ອ​ພໍ່​ຂອງ​ນາງ​ເຮ​ເລັນ ​ເຄວ​ເລີ ​ໄດ້​ຕິດ​ຕໍ່​ໂຮງຮຽນ ​ເພີ​ຄິນສ໌ ຊອກ​ຫາ​ຄົນ​​ໄປ​ສອນ​ລູກ​ຂອງ​ລາວ, ນາງ​ແອນ​ ຊາລີ​ວັນ ກໍ​ໄດ້​ຖືກ​ເລືອກ.29

​ໃນ​ຕອນ​ຕົ້ນ ມັນ​ກໍ​ບໍ່​ໄດ້​ເປັນ​ປະສົບ​ການ​ທີ່​ໜ້າສະບາຍ​ໃຈ. ນາງ​ເຮ​ເລັນ “ໄດ້​ຕີ, ​ໄດ້​ຢິກ, ​ແລະ ​ໄດ້​ເຕະ ນາຍຄູ​ຂອງ​ນາງ ​ແລະ ​​ໄດ້​ຊັດ​ນາງ ຈົນ​​ແຂ້ວ​ເຫລັ້ມໜຶ່ງ​ຫັກ. ​ໃນ​ທີ່​ສຸດ [ນາງ​ແອນ] ​ສາມາດຄວບ​ຄຸມ​ສະຖານະ​ການ​ໄດ້ ​ໂດຍ​ການ​ຍ້າຍ​ໄປ​ຢູ່​ເຮືອນ​ຫລັງ​ນ້ອຍ​ກັບ​ [ນາງ​ເຮ​ເລັນ] ທີ່​ຕັ້ງຢູ່​ໃນ​ທີ່​ດິນ​ຂອງ​ຄອບຄົວ ​ເຄວ​ເລີ. ຜ່ານ​ຄວາມ​ອົດທົນ ​ແລະ ຜ່ານ​ການ​ເຮັດ​ຢ່າງສະ​ໜ່ຳສະ​ເໝີ, ​ໃນ​ທີ່​ສຸດ ນາງ​ໄດ້​ເອົາ​ຊະນະ​ໃຈ ​ແລະ ຄວາມ​ໄວ້​ວາງ​ໃຈ​ຂອງ​ເດັກ.”30 ​ເຊັ່ນ​ດຽວ​ກັນນັ້ນ, ​ເມື່ອ​ເຮົາ​ໄວ້​ວາງ​ໃຈ ​ແທນ​ທີ່​ຈະ​ຕໍ່ຕ້ານ​ພຣະອາຈານ​ແຫ່ງ​ສະຫວັນ​ຂອງ​ເຮົາ, ​ພຣະອົງສາ​ມາດ​ທຳ​ງານ​ກັບ​ເຮົາ ​ເພື່ອ​ສອນ​ເຮົາ ​ແລະ ຍົກ​ເຮົາ​ຂຶ້ນ ສູ່​ຄວາມ​ເປັນ​ຈິງລະດັບ​ໃໝ່.31

​ເພື່ອ​ຊ່ວຍ​ນາງ​ເຮ​ເລັນ​ໃຫ້ຮຽນຮູ້​ຄຳ​ສັບ, ນາງ​ແອນ​​ໄດ້​ໃຊ້​ນິ້ວມື​ສະກົດ​ຄຳ​ສັບ ​ໃສ່​ໃນ​ຝາ​ມື​ຂອງ​ນາງ​ເຮ​ເລັນ. “[ນາງ​ເຮ​ເລັນ] ມັກ​ການ​ຫລິ້ນ ‘ດ້ວຍ​ນິ້ວ ມື​,’ ນີ້​ຫລາຍ, ​ແຕ່​ນາງ​ບໍ່​ເຂົ້າ​ໃຈ​ມັນ ຈົນ​ກວ່າ​ນາງ​ແອນ​ ​ໄດ້ສະກົດຄຳ​ວ່າ ‘ນ້ຳ’ ​ໃສ່​ຝາ​ມື​ຂອງ​ນາງ ໃນ​ຂະນະ​ທີ່​ນາງ​ສູບ​ນ້ຳ​ໃສ່​ມື [ຂອງ​ນາງ​​ເຮ​ເລັນ]. ຕໍ່​ມາ [ນາງ​ເຮ​ເລັນ] ​ໄດ້​ຂຽນ​ວ່າ:

“‘ທັນ​ໃດ​ນັ້ນ, ຂ້າພະ​ເຈົ້າຮູ້ສຶກ​ຢູ່ໃນ​ໃຈ​ເຖິງ​ບາງ​ສິ່ງ​ທີ່​ຖືກ​ລືມ ... ​ແລະ ​ເບິ່ງ​ຄື​ວ່າ ຄວາມລຶກລັບ​ຂອງ​ພາສາ ​ໄດ້​ຖືກ​ເປີດ​ເຜີຍ​​ແກ່​ຂ້າພະ​ເຈົ້າ. ​ໃນ​ເວລາ​ນັ້ນ ຂ້າພະ​ເຈົ້າຮູ້ວ່າ “ນ້ຳ” ໝາຍ​ເຖິງ​ບາງ​ສິ່ງ​ທີ່​ເຢັນ ຊຶ່ງ​ໄຫລ​ລົງ​ມາ​ໃສ່​ມື​ຂອງ​ຂ້າພະ​ເຈົ້າ. ຄຳ​ສັບ​ທີ່​ມີ​ພະລັງ​ນັ້ນ ​ໄດ້​ປຸກ​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ​ໃຫ້​ຕື່ນ​ຂຶ້ນ, ​ໄດ້​​ໃຫ້​ຄວາມ​ສະຫວ່າງ, ຄວາມ​ຫວັງ, ຄວາມສຸກ, ​ແລະ ປ່ອຍ​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ​ໃຫ້ເປັນ​ອິດ​ສະລະ! … ທຸກ​ສິ່ງ​ມີ​ຊື່, ​ແລະ ທຸກ​ຊື່ ​ໄດ້​ສ້າງ​ແນວ​ຄິດ​​ໃໝ່​ໃຫ້​ຂ້າພະ​ເຈົ້າ. ​ເມື່ອ​ພວກ​ເຮົາ​ກັບ​ຄືນ​ໄປ​ເຮືອນ ສິ່ງ​ຂອງ​ທຸກ​ຢ່າງ ... ທີ່​ຂ້າພະ​ເຈົ້າ​ໄດ້​ສຳ​ພັດ ​ເບິ່ງ​ຄື​ວ່າ​ເຕັມ​ໄປ​ດ້ວຍ​ຊີວິດ.’”32

​ເມື່ອ​ນາງ​ເຮ​ເລັນ ​ເຄວ​ເລີ ​ໄດ້​ເຕີບ​ໂຕ​ເປັນ​ຜູ້​ໃຫຍ່, ນາງ​ໄດ້​ເປັນ​ທີ່​ຮູ້ຈັກ​ກັນດີ​ ​ເຖິງ​ຄວາມ​ຮັກ​ຂອງ​ນາງຕໍ່​ພາສາ, ​ເຖິງ​ຄວາມ​ສາມາດ​ຂອງ​ນາງ​ໃນການຂຽນ​​ປຶ້ມ, ​ແລະ ການ​ປາ​ໄສ​ຂອງ​ນາງ​ໃນ​ສາ​ທະ​ລະນະ​ຊົນ.

​ໃນ​ໜັງ​ເລື່ອງ​ຕາມ​ຊີວິດ​ຈິງ​ຂອງ​ນາງ​ເຮ​ເລັນ ​ເຄວ​ເລີ, ພໍ່​ແມ່​ຂອງ​ນາງ ​ໄດ້​ສະ​ແດງ​ເຖິງ​ຄວາມ​ພໍ​ໃຈ​ກັບ​ການ​ທຳ​ງານ​ຂອງນາງ​ແອນ ຊາລີ​ວັນ ທີ່​ໄດ້​ປ່ຽນລູກ​ສາວ​ທີ່​ເຄີຍ​ມີ​ອາລົມ​ຮ້າຍ ​ໃຫ້​ນັ່ງ​ຢູ່​ຢ່າງ​ຮຽບຮ້ອຍ ​ໃນ​ເວລາ​ກິນ​ເຂົ້າ, ກິນ​ຢ່າງ​ມີ​ມາລະຍາດ, ​ແລະ ພັບ​ຜ້າ​ເຊັດ​ມື ຫລັງ​ຈາກ​ກິນ​ເຂົ້າ​ແລ້ວ. ​ແຕ່​ນາງ​ແອນ​ຮູ້​ວ່າ​ນາງ​ເຮ​ເລັນມີ​ຄວາມ​ສາມາດ​ຫລາຍ​ກວ່າ​ນັ້ນ, ຫລາຍ​ກວ່ານັ້ນອີກ ​ແລະ ວ່າ​ນາງ​ມີ​ສິ່ງ​ສຳຄັນ​ທີ່​ຈະ​ເຮັດ.33 ​ເຖິງ​ແມ່ນ​ວ່າ ​ເຮົາ​ພໍ​ໃຈ​ກັບ​ສິ່ງ​ທີ່​ເຮົາ​ໄດ້​​ເຮັດ ​ໃນ​ຊີວິດ​ຂອງ​ເຮົາ, ​ແລະ ວ່າ​ເຮົາ​ເປັນ​ໄດ້​ເທົ່າ​ນັ້ນ, ​ແຕ່ພຣະຜູ້​ຊ່ວຍ​ໃຫ້​ລອດ ​​ເຫັນຄວາມ​ສາມາດ​ທີ່​ຮຸ່ງ​ເຫລື້ອມຂອງ​ເຮົາ ຊຶ່ງ​ເຮົາ​ພຽງ​ “ເຫັນ​ພໍ​ມົວໆ ​ເໝືອນ​ເບິ່ງ​ໃນ​ແວ່ນ.”34 ​ເຮົາ​ແຕ່ລະຄົນ​ສາມາດ​ຊື່ນ​ຊົມ​ກັບ​ຄວາມ​ສາມາດ​ແຫ່ງ​ສະຫວັນ ຊຶ່ງເຮົາ​ໄດ້​ພັດທະນາ​ຢູ່​ໃນ​ຕົວ ກໍ​ຄື​ກັນ​ກັບ​ຄວາມສຸກ​ຂອງ​ນາງ​ເຮ​ເລັນ ​ເຄວ​ເລີ ​ເມື່ອ​ຄຳ​ສັບ ກາຍ​ເປັນ​ສິ່ງ​ທີ່​ມີ​ຊີວິດ, ​ໃຫ້​ຄວາມ​ສະຫວ່າງ​ແກ່​ຈິດ​ວິນ​ຍານຂອງ​ນາງ ​ແລະ ປ່ອຍ​ມັນ​ໃຫ້​ເປັນ​ອິດ​ສະລະ. ​ເຮົາ​ແຕ່ລະຄົນ​ສາມາດ​ຮັກ ​ແລະ ຮັບ​ໃຊ້​ພຣະ​ເຈົ້າ ​ແລະ ​ສາມາດ​ເປັນ​ພອນ​ໃຫ້​ແກ່​​ເພື່ອນ​ມະນຸດ​ໄດ້. “​ເໝືອນ​ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້, ສິ່ງ​ທີ່​ຕາ​ບໍ່​ເຫັນ ຫູ​ບໍ່​ໄດ້​ຍິນ ​ແລະ ສິ່ງ​ທີ່​ມະ​ນຸດຄິດ​ບໍ່​ອອກ ​ແມ່ນ​ສິ່ງ​ນັ້ນ​ແຫລະ ທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ໄວ້ ​ໃຫ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.”35

ຂໍ​ໃຫ້​ເຮົາ​ຈົ່ງ​ຄິດ​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ມີຄ່າ​ປະ​ເສີດ​ລ້ຳຂອງ​ພຣະ​ເຈົ້າ. ພຣະ​ເຢຊູ​ໄດ້​ເປີດ​ເຜີຍ​ສິ່ງ​ນີ້ວ່າ ກ່ອນ​ຈະ​ຊົດ​ໃຊ້​ສຳລັບ​ບາບ​ຂອງ​ເຮົາ ​ແລະ ​ໄຖ່​ເຮົາ ຈາກ​ຄວາມ​ຕາຍ, ທັງ​ທາງ​ຮ່າງກາຍ ​ແລະ ທາງ​ວິນ​ຍານ, ຄວາມທຸກ​ທໍລະມານ​ຂອງ​ພຣະອົງ ​ໄດ້​ເຮັດ​ໃຫ້​ ແມ່ນ​ແຕ່​ພຣະ​ເຈົ້າ, ຜູ້ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ບັນດາ​ທຸກ​ສິ່ງ​ທັງ​ປວງ, ຕ້ອງ​ສັ່ນ​ເພາະ​ຄວາມ​ເຈັບ​ປວດ, ​ແລະ ​ເລືອດໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ, ​ແລະ ທົນ​ທຸກທໍລະມານ​ທັງ​ຮ່າງກາຍ ​ແລະ ວິນ​ຍານ—​ແລະ ປາດ​ຖະໜາ​ທີ່​ [ພຣະອົງ] ຈະ​ບໍ່​ຕ້ອງ​ດື່ມ​ຈອກ​ອັນ​ຂົມ​ຂື່ນ​ນັ້ນ, ​ແລະ ຢຸດ​ສະຫງັກຢູ່.36 ຄວາມທຸກ​ທໍລະມານ​ຂອງ​ພຣະອົງ​ໃນ​ສວນ​ເຄັດ​ເຊ​ມາ​ເນ ​ແລະ ຢູ່​ເທິງ​ໄມ້​ກາງ​ແຂນ ​ແມ່ນ​ເຈັບ​ປວດ​ຫລາຍ​ກວ່າ​ມະນຸດ​ຄົນ​ໃດ​ຈະ​ທົນ​ກັບ​ມັນ​ໄດ້.37 ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​​ເປັນ​ເພາະ​ຄວາມ​ຮັກ​ຂອງ​ພຣະອົງ ສຳລັບ​ພຣະບິດາ​ຂອງ​ພຣະອົງ ​ແລະ ສຳລັບ​ເຮົາ, ພຣະອົງ​ໄດ້​ອົດທົນ​ກັບ​ມັນ, ​ແລະ ​ໃນ​ທີ່​ສຸດ, ພຣະອົງສາ​ມາດ​ມອບ​ຊີວິດ​ທີ່​ເປັນ​ອະມະຕະ ​ແລະ ນິລັນດອນ​ໃຫ້​ແກ່​ເຮົາ.

ຮູບ​ພາບ
ເຄື່ອງ​ບົດໝາກກອກ​

ມັນ​ເປັນ​ເຄື່ອງໝາຍ​ທີ່​ຕື້ນ​ຕັນ​ໃຈ​ຫລາຍ ທີ່ “ໂລຫິດ [ໄດ້​ໄຫລ] ອອກ​ມາ​ຈາກ​ທຸກ​ຂຸມ​ຂົນ”38 ​ໃນ​ຂະນະ​ທີ່​ພຣະ​ເຢຊູ ຮັບ​ທຸກທໍລະມານຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ, ບ່ອນ​​ກັ່ນ​ນ້ຳໝາກກອກ. ​ໃນ​ການ​ຜະລິດ​ນ້ຳມັນໝາກກອກ ​ໃນ​ວັນ​ເວລາ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ກ່ອນ​ອື່ນ​ໝົດ ໝາກກອກ​ຕ້ອງ​ຖືກ​ທຸບໃຫ້​ແຕກ ​ໂດຍ​ການ​ໃຊ້​ຫີນ​​ແທ່ງໃຫຍ່​​ເປັນ​​ເຄື່ອງ​ລິ້ງທັບ. ​ເມື່ອ “ບົດ” ​ແລ້ວ, ໝາກກອກ​ຈະ​ຖືກ​ເອົາ​ໄປ​ໃສ່​ໄວ້​ໃນ​ກະຕ່າ​ໄມ້ ທີ່​ສານ​ຫ່າງໆ ​ແລະ ຖືກ​ຢອງ​ກັນ​ຂຶ້ນ. ນ້ຳໜັກ​ຂອງ​ມັນ ຈະ​ບີບ​ນ້ຳມັນທີ່​ເຂັ້ມຂຸ້ນ ​ແລະ ດີ​ທີ່​ສຸດ​ອອກ​ມາ. ​ແລ້ວ ​ເຂົາ​ເຈົ້າຈະ​ເອົາ​ຖ່ອນ​​ໄມ້ຍາວມາ​ຢອງກະຕ່າ​ນຳ​ອີກ, ຊຶ່ງ​​ເຮັດ​ໃຫ້​ນ້ຳມັນ ​ໄຫລ​ອອກ​ມາ​ຕື່ມ. ​ໃນ​ທີ່​ສຸດ, ​ໃນ​ການຄັ້ນ​ເອົາ​ນ້ຳມັນຢົດສຸດ​ທ້າຍ, ​ເຂົາ​ເຈົ້າ​ໄດ້​ຫ້ອຍ​ກ້ອນ​ຫີນ​ໃສ່​ສົ້ນຂອງ​ຖ່ອນ​ໄມ້ ​ເພື່ອ​ໃຫ້​ມີນ້ຳໜັກ​ຫລາຍ​ທີ່​ສຸດ.39 ​ແລະ ​ແມ່ນ​ແລ້ວ, ນ້ຳມັນ​ຢົດ​ທຳ​ອິດ ທີ່​​ໄຫລ​ອອກ​ມາ ​ເປັນ​ສີ​ແດງ ຄື​ກັນ​ກັບ​ເລືອດ.

ຂ້າພະ​ເຈົ້າຄິດ​​ເຖິງ​ເລື່ອງ​ລາວ​ຂອງມັດ​ທາຍ ກ່ຽວ​ກັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ຕອນ​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ສວນ ​ເຄັດ​ເຊ​ມາ​ເນ ​ໃນ​ຄ່ຳ​ຄືນ​ທີ່​ໂຊກ​ຊາຕາ​ໄດ້​ລິຂິດ​ໄວ້​ນັ້ນ—ວ່າ​ພຣະອົງ “​ຮູ້ສຶກ​ໂສກ​ເສົ້າ ​ແລະ ໜັກໜ່ວງ​ຫລາຍ. …

“ພຣະ​ອົງ​ຍ່າງ​ເລີຍ​ໄປ​ໄກ​ໜ້ອຍ​ໜຶ່ງ ໝູບ​ໜ້າ​ລົງ​ກັບ​ພື້ນ ​ແລະ ອະ​ທິຖານ​ວ່າ, ພຣະບິດາ​ຂອງ​ລູກ​ເອີຍ ຖ້າ​ເປັນ​ໄປ​ໄດ້ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນ​ທຸກທໍລະມານ​ນີ້ ​ເລື່ອນ​ພົ້ນ​ໄປ​ຈາກ​ລູກ​ທ້ອນ ​ແຕ່​ເຖິງຢ່າງ​ໃດ​ກໍ​ດີ, ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາດ​ຖະໜາ​ຂອງ​ລູກ, ​ແຕ່​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.”40

​ແລ້ວ, ດັ່ງ​ທີ່​ຂ້າພະ​ເຈົ້າວາດ​ພາບ ຄວາມ​ເຈັບ​ປວດ​ໄດ້​ເພີ່ມ​ທະວີ​ຫລາຍ​ຂຶ້ນ, ຈົນ​ພຣະອົງ​ໄດ້​ອ້ອນວອນ​ເປັນ​ເທື່ອ​ທີ​ສອງ ຂໍ​ຄວາມ​ບັນ​ເທົາ, ​ໃນ​ທີ່​ສຸດ, ບາງທີ​ໃນ​ຄວາມທຸກ​ທໍລະມານ​ຈົນ​ສຸດ​ຂີດ​ຂອງ​ພຣະອົງ, ພຣະອົງ​ໄດ້​ອ້ອນວອນ​ເປັນ​ເທື່ອ​ທີ​ສາມ. ພຣະອົງ​ໄດ້​ອົດທົນ​ກັບ​ຄວາມ​ເຈັບ​ປວດ​ອັນ​ແສນ​ສາຫັດ ຈົນ​​ໄດ້​ສະໜອງ​ຄວາມ​ຍຸດຕິ​ທຳ​ ​ຈົນ​​ເຖິງຢົດ​ສຸດ​ທ້າຍ.41 ພຣະອົງ​ໄດ້​ເຮັດ​ສິ່ງ​ນີ້ ​​ເພື່ອ​ໄຖ່​ທ່ານ ​ແລະ ຂ້າພະ​ເຈົ້າ.

ຄວາມ​ຮັກ​ແຫ່ງ​ສະຫວັນ​ເປັນ​ຂອງ​ປະທານ​ທີ່​ປະ​ເສີດ​ແທ້ໆ! ​ໂດຍ​ທີ່ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນັ້ນ, ພຣະ​ເຢຊູ​ໄດ້​ຖາມ​ວ່າ: “ບັດ​ນີ້ ພວກ​ເຈົ້າຍັງ​ຈະ​ບໍ່​ຫັນ​ກັບ​ມາ​ຫາ​ເຮົາ​ບໍ, ​ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຈົ້າ ​ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ, ​ເພື່ອ​ເຮົາ​ຈະ​ໄດ້​ປິ່ນປົວ​ພວກ​ເຈົ້າ?”42 ດ້ວຍ​ຄວາມ​ລະອຽດ​ອ່ອນ ພຣະອົງ​ໄດ້​​ໃຫ້​ເຮົາ​ແນ່​ໃຈ​ວ່າ, “ຈົ່ງ​ເບິ່ງ, ​ແຂນ​ແຫ່ງ​ຄວາມ​ເມດ​ຕາ​ສົງສານ​ຂອງ​ເຮົາ​ໄດ້​ເດ່ອອກ​ມາ​ຫາ​ພວກ​ເຈົ້າ​ແລ້ວ, ​ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເຂົ້າມາ​ຫາ​ເຮົາ, ​ເຮົາ​ຈະ​ຮັບ​ເອົາ​ໄວ້; ​ແລະ ຄົນ​ທີ່​ມາ​ຫາ​ເຮົາ​ຈະ​ເປັນ​ສຸກ.”43

ທ່ານ​ຈະ​ບໍ່​ຮັກ​ພຣະອົງ​ບໍ ຜູ້​ໄດ້​ຮັກ​ທ່ານ​ກ່ອນ?44 ແລ້ວ​ຈົ່ງ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ.45 ທ່ານ​ຈະ​ບໍ່​ເປັນ​ເພື່ອນ​ຂອງ​ພຣະອົງ​ບໍ ຜູ້​ໄດ້​ສະລະ​ພຣະຊົນ​ເພື່ອ​ເພື່ອນ​ຂອງ​ພຣະອົງ?46 ​ແລ້ວ​ຈົ່ງ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ.47 ທ່ານ​ຈະ​ບໍ່​ຕັ້ງຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະອົງ​ ​ແລະ ຮັບ​ເອົາ​ທຸກ​ສິ່ງ​ທີ່​ພຣະອົງ​ມີ​ໄວ້​ໃຫ້​ທ່ານບໍ? ​ແລ້ວ​ຈົ່ງ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ.48 ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະຮູ້ສຶກ ​ແລະ ຕັ້ງຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະອົງ​​ແທ້ໆ, ​ໃນພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.