​2010–2019
ຂ້ອຍ​ເປັນ​ຄົນ​ດີ​ພໍ​ແລ້ວ​ບໍ? ຂ້ອຍ​ຈະ​​ໄປ​ເຖິງ​ບໍ?
​ເດືອນ​ຕຸລາ 2016


ຂ້ອຍ​ເປັນ​ຄົນ​ດີ​ພໍ​ແລ້ວ​ບໍ? ຂ້ອຍ​ຈະ​​ໄປ​ເຖິງ​ບໍ?

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​​ຕໍ່ທ່ານ​ວ່າ ຖ້າ​ຫາກ​ທ່ານ​ຈະ​ພະ​ຍາ​ຍາມ​ອີ່​ຫລີ ​ແລະ ​ຈະ​ບໍ່​ອ້າງ​ເຫດຜົນ ຫລື ​ກະ​ບົ​ດ​—​ກັບ​ໃຈ​​ເລື້​ອຍໆ ​ແລະ ​ທູນ​ຂໍພຣະ​ຄຸນ ຫລື ​ຄວາມຊ່ວຍ​ເຫລືອ ຈາກພຣະ​ຄຣິ​ດ​—ແນ່​ນອນ​ທ່ານ​ຈະ “ດີ​ພໍ.​”

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ ເປັນ​ພອນ​ອັນ​ຍິ່ງ​ໃຫຍ່​ສຳ​ລັບ​ເຮົາ​ທີ່​​ໄດ້​ມາຮ່ວມ​ກັນ ເພື່ອ​ຮັບ​ຄຳ​ສອນ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ວິທີທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​​ໄດ້​ຮັກ, ​ນຳ​ທາງ,​ ​ແລະ ​ອວຍ​ພອນ​​ເຮົາ ​ແມ່ນ​ໜ້າ​ອັດສະຈັນ​ໃຈ​ຫລາຍ ​ແມ່ນ​ບໍ? ພຣະ​ອົງ​ຢາກ​ໃຫ້​​ເຮົາ​ກັບ​ໄປ​ຫາ​ພຣະ​ອົງຫລາຍ​ແທ້ໆ.

ໂດຍ​ທີ່​ໄດ້​ຮັບ​ພອນ​ຢ່າງ​ເມດ​ຕາ​ປາ​ນີ ຕອນ​ທີ່​ຂ້າ​ພະ​ເຈົ້າ​​ໃກ້​ຈົບ​ຮຽນ​ເປັນ​ນາຍ​ໝໍ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຮັບ​ເຂົ້າ​ໂຄງ​ການ​ອັນ​ຍາກ ​ເພື່ອ​ເປັນ​ນາຍ​ໝໍສຳລັບ​ເດັກ​ນ້ອຍ. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ນາຍ​ໝໍ​ເຝິກ​ງານ​ຄົນ​ອື່ນໆ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ ຂ້າພະ​ເຈົ້າເປັນ​ຄົນ​ບໍ່​ພ້ອມ​ທີ່​ສຸດ​ໃນ​ໝູ່. ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ ຕົວ​ເອງ​ທຽບ​ສູ້​ກັບ​ຄົນ​ອື່ນບໍ່​ໄດ້.

​ໃນ​ຕົ້ນຂອງ​ເດືອນ​ທີ​ສາມ ເວ​ລາ​​ເດິກໆ​ຂອງ​ຄືນ​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ຮ້ອງ​ໄຫ້ ພ້ອມ​ກັບ​ງ້ວງ​ນອນ​ຂະ​ນະ​ທີ່​ພະ​ຍາ​ຍາມ​ຂຽນ​ເອກະ​ສານສົ່ງ​ເດັກ​ຊາຍ​ນ້ອຍ​ທີ່​ມີ​ໂຣກ​ປອດ​ບວມ​ໄປເຂົ້າ​​ໂຮງ​ໝໍ​​. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ທໍ້​ຖອຍ​ໃຈ​ຊ່ຳ​ນີ້​ມາ​ກ່ອນ. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າຈະ​ເຮັດ​ຈັ່ງ​ໃດ​ເລີຍ​ ​ເພື່ອປິ່ນ​ປົວ​ໂຣກ​ປອດ​ບວມ. ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ສົງ​ໄສ​ວ່າ ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ໄດ້​ຢູ່​ຫັ້ນ.

ໃນ​​ເວ​ລາ​ນັ້ນ​ເອງ ມີ​ນາຍ​ໝໍ​ຜູ້​ຊັ້ນ​ສູງ​ ​ໄດ້ວາງ​ມື​ໃສ່​ບ່າ​ໄຫລ່​ຂອງຂ້າ​ພະ​ເຈົ້າ. ເພິ່ນ​ຖາມ​ວ່າ ຂ້າ​ພະ​ເຈົ້າ​ເປັນ​ຈັ່ງ​ໃດ ​ແລະ ​ຂ້າ​ພະ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ທໍ້​ຖອຍ​ ​ແລະ ​ຄວາມ​ຢ້ານ​ຂອງ​ຕົນ. ຄຳ​ເວົ້າ​ຂອງ​ເພິ່ນ​ໄດ້​ປ່ຽນ​ຊີ​ວິດຂອງ​ຂ້າ​ພະ​ເຈົ້າ. ເພິ່ນ​ບອກ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ ​ແລະ ​ນາຍ​ໝໍຜູ້​ຊັ້ນ​ສູງ​ທຸກ​ຄົນ​ພູມ​ໃຈ​ນຳ​ຂ້າ​ພະ​ເຈົ້າ ​ແລະ ​ພວກ​ເພິ່ນຮູ້​ສຶກ​ວ່າ ຂ້າ​ພະ​ເຈົ້າ​ຈະ​ເປັນ​ນາຍໝໍ​ທີ່ດີ. ໂດຍ​ສະ​ຫລຸບ ເພິ່ນ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ຂອງຂ້າ​ພະ​ເຈົ້າ​ ຕອນ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ໝັ້ນ​ໃຈ​ກັບ​ຕົວ​ເອງ.

ຕາມປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ, ​ສະ​ມາ​ຊິກຂອງ​ພວກ​ເຮົາ ມັກ​ຖາມ​ເລື້ອຍໆວ່າ, “ຂ້ອຍ​ເປັນ​ຄົນ​ດີ​ພໍ​ແລ້ວ​ບໍ?” ຫລື “ຂ້ອຍ​​ໄປ​ເຖິງ​ອາ​ນາ​ຈັກ​ຊັ້ນ​ສູງ​ໄດ້​ແທ້​ບໍ?” ທີ່​ຈິງ​ກໍ​ບໍ່​ມີ “ດີ​ພໍ​.” ບໍ່​ມີ​ຜູ້​ໃດ​ທີ່​ສາ​ມາດ “ຊື້” ຫລື “ເໝາະສົມ​” ກັບຄວາມ​ລອດ​ຂອງ​ເຮົາ, ແຕ່​​ເປັນ​ສິ່ງ​ທຳ​ມະ​ດາ​ທີ່​ສົງ​ໄສ​ວ່າ ຕົວ​ເຮົາ​ເອງ​ຈະ​ເປັນ​ທີ່​ຍອມ​ຮັບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າຫລືບໍ່, ຊຶ່ງ​ແມ່ນ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ຄຳ​ຖາມ​ນີ້.

ບາງ​ເທື່ອ​ຕອນ​ທີ່​ເຮົາ​ໄປ​ໂບດ ເຮົາ​ຈະ​ທໍ້​ຖອຍ​ໃຈ​ແມ່ນ​ແຕ່​ຈາກ​ການ​ເຊື້​ອ​ເຊີນ​ອັນ​ຈິງ​ໃຈ​ ​ເພື່ອ​ໃຫ້ປັບ​ປຸງ​ຕົວ​ເອງ. ເຮົາ​ມັກ​ຄິດ​ຢ່າງ​ງຽບໆ​ວ່າ “ຂ້ອຍ​ເຮັດ​ທັງ​ໝົດ​ນີ້​ບໍ່​ໄດ້” ຫລື “ຂ້ອຍ​ຊິ​ດີ​ເທົ່າ​ກັບ​ຜູ້​ຄົນ​ເຫລົ່າ​ນີ້ບໍ່​ໄດ້​ເລີຍ.” ບາ​ງ​ທີ​ເຮົາ​ຮູ້​ສຶກ​ຄ້າຍຄືກັນ​ກັບ ຕອນທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໃນ​ຄືນ​ນັ້ນ​ຢູ່​ຄະ​ລີ​ນິກ.

ກະ​ລຸ​ນາ​, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ ເຮົາ​ຕ້ອງ​ຢຸດ​ປຽບ​ທຽບ​ຕົວ​ເອງ​ໃສ່​ກັບ​ຄົນ​ອື່ນ. ເຮົາ​ທໍ​ລະ​ມານ​ຕົວ​ເອງ​ຢ່າງ​ບໍ່​ຈຳເປັນ ​ເມື່ອ​ເຮົາ​ແຂ່ງ​ຂັນ​ກັນ​ ​ແລະ ​ປຽບ​ທຽບ. ເຮົາ​ຕັດ​ສິນ​​ຄຸນ​ຄ່າ​ຕົວ​ເອງ​ໂດຍ ສິ່ງ ​ທີ່​ເຮົາ​ມີ​ ບໍ່​ມີ ​ແລະ ​ໂດຍ​ ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ. ຖ້າ​ເຮົາ​ຕ້ອງ​ປຽບ​ທຽບ ຂໍ​ໃຫ້​ເຮົາ​ປຽບ​ທຽບ​ອະ​ດີດຂອງ​ເຮົາ​ເອງ​ ​ໃສ່ກັບ​ຕົວ​ເຮົາ​ໃນ​ປະຈຸ​ບັນ—​ແລະ ​ກັບ​ຕົວ​ເຮົາ​ຢາກ​ເປັນ​ໃນ​ອະ​ນາ​ຄົດ. ຄວາມ​ຄິດ​ເຫັນ​ອັນ​ດຽວ​ທີ່​ສຳ​ຄັນ​ແມ່ນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​​ຄິດ​ເຖິງ​ເຮົາ​ຈັ່ງ​ໃດ. ​ໃຫ້​ທູນ​ຖາມ​ພຣະອົງ​ດ້ວຍ​ຄວາມ​ຈິງ​ໃຈ ​ວ່າ​ພຣະອົງ​ຄິດ​ກັບ​ທ່ານ​ຢ່າງ​ໃດ. ພຣະອົງ​ຈະ​ຮັກ ​ແລະ ຈະ​ແກ້​ໄຂ​ເຮົາ ແຕ່​ບໍ່​ເຄີຍ​ເຮັດ​ໃຫ້​ເຮົາ​ທໍ້​ຖອຍ​ໃຈ​ເລີຍ; ນັ້ນ​ຄື​ວິ​ທີ​ການ​ຫລອກ​ຕົ້ມ​ຂອງ​ຊາ​ຕານ.

ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ຊື່​ຕົງ​ ​ແລະ ​ແຈ່ມ​ແຈ້ງ. ຄຳ​ຕອບ​ຕໍ່​ຄຳ​ຖາມ​ທີ່ວ່າ “ຂ້ອຍ​ເປັນ​ຄົນ​ດີ​ພໍ​ແລ້ວ​ບໍ?” ​ແລະ “ຂ້ອຍ​ຈະ​​ໄປ​​ເຖິ​ງ​ບໍ?” ກໍ​ຄື “ແມ່ນ​ແລ້ວ! ທ່ານ​ຈະ​ເປັນ​ຄົນ​ດີ​ພໍ​” ​ແລະ “ແມ່ນ​ແລ້ວ ທ່ານ​ຈະ​ໄປ​ເຖິງ ຖ້າ​ຫາກ​ທ່ານກັບ​ໃຈ​ຕະ​ຫລອດ​ ​ແລະ ​ບໍ່​ອ້າງ​ເຫດຜົນ ​ຫລື​ ກະ​ບົດ.” ພຣະ​ເຈົ້າ​ແຫ່ງ​ສະ​ຫວັນ​ບໍ່​ແມ່ນ​ກຳ​ມະ​ການ​ແຫ່ງ​ສະ​ຫວັນ​ທີ່​ກຳ​ລັງ​ຫາ​ເຫດຜົນ​ໃດ​​ໜຶ່ງ​ທີ່​ຈະ​ໄລ່​ເຮົາ​ອອກ​ເລີຍ. ພຣະ​ອົງ​​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ​ທີ່​ຮັກ​ຢ່າງບໍລິ​ບູນ ຜູ້​ທີ່​ຫລາຍ​ກວ່າ​ສິ່ງ​ອື່ນ ​ຢາກ​ໃຫ້​ລູກ​ຂອງ​ພຣະ​ອົງ​ທຸກ​ຄົນ​ກັບ​ບ້ານ​ ​ແລະ ​​ໄປຢູ່​ກັບ​ພຣະ​ອົງ​ໃນ​ຖາ​ນະ​ເປັນ​ຄອບ​ຄົວ​ຊົ່ວ​ນິ​ລັນ​ດອນ. ພຣະ​ອົງ​​​ໄດ້​ມອບ​ພຣະບຸດ​ອົງ​ດຽວທີ່​ຖື​ກຳ​ເນີດ​​ຂອງ​ພຣະ​ອົງ ເພື່ອ​ເຮົາ​ຈະ​ບໍ່​ຕາຍ ​ແຕ່​ມີ​ຊີ​ວິດ​ອັນ​ຕະ​ຫລອດ​ໄປ​ເປັນ​ນິດ!1 ກະ​ລຸ​ນາ​ເຊື່ອ ​ແລະ ​ກະ​ລຸ​ນາ​ຮັບ​ເອົາຄວາມ​ຫວັງ​ ​ແລະ ​ຄວາມ​ປອບ​ໂຍນ​ຈາກ​ຄວາມ​ຈິງ​ອັນ​ນິ​ລັນ​ນັ້ນ. ອ້າຍ​ເອື້ອຍ​ນ້ອງ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ເຈດ​ຕະ​ນາ​ໃຫ້​ເຮົາ​​ໄປ​ເຖິງ​ພຣະ​ອົງ. ນັ້ນ​ຄື​ວຽກ​ງານ​ຂອງ​ພຣະ​ອົງ​ ​ແລະ ​ລັດ​ສະ​ໝີພາບ​ຂອງ​ພຣະ​ອົງ.2

ຂ້າ​ພະ​ເຈົ້າ​ຮັກ​ວິ​ທີ​ທີ່​ປະ​ທານ​ກໍ​ດອນ ບີ ຮິງ​ລີ ​​ສອນ​ຫລັກ​ທຳ​ນີ້. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເພິ່ນ​ເວົ້າ​ຫລາຍ​ເທື່ອ​ວ່າ, “ອ້າຍ​ເອື້ອຍ​ນ້ອງທັງຫລາຍ ສິ່ງ​ດຽວ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ຫວັງຈາກ​ເຮົາ ​ແມ່ນ​​ໃຫ້ພະ​ຍາ​ຍາມ​ເທົ່າ​ນັ້ນ, ແຕ່​ທ່ານ​ຕ້ອງ​ພະ​ຍາ​ຍາມ ອີ່ຫລີ!”3

ການ “ພະ​ຍາ​ຍາມ​ອີ່​ຫລີ” ໝາຍ​ຄວາມ​ວ່າ ເຮົາ​ເຮັດ​ດີ​ທີ່​ສຸດ ໂດຍ​ຮັບ​ຮູ້​ສິ່ງ​ທີ່​ເຮົາ​ຕ້ອງ​ປັບ​ປຸງ ແລ້ວ​ພະ​ຍາ​ຍາມ​ອີກ. ໂດຍ​ການ​ເຮັດ​ຢ່າງ​ນີ້​ຊ້ຳໆ ເຮົາ​ໄດ້​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າຫລາຍ​ຂຶ້ນ; ເຮົາ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ,4 ​ແລະ ​ເຮົາ​ຮັບ​ເອົາ​ພຣະ​ຄຸນ ​ຫລື ​ຄວາມຊ່ວຍ​ເຫລືອ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ.5

ຂ້າ​ພະ​ເຈົ້າ​ຄິດ​ວ່າ ບາງ​ເທື່ອ​ເຮົາ​ບໍ່​ຮັບ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​​ຢາກຊ່ວຍ​ເຮົາ​ຫລາຍ​ເທົ່າ​ໃດ. ຂ້າ​ພະ​ເຈົ້າ​ມັກ​ຄຳ​ຂອງ​​ແອວ​ເດີ ​ເດ​ວິດ ​ເອ ​ແບ໊ດນາ, ທີ່​ວ່າ:

“ພວກ​ເຮົາ​ສ່ວນ​ຫລາຍ​ເຂົ້າ​ໃຈ​ວ່າ ການ​ຊົດ​ໃຊ້​ແມ່ນ​ເພື່ອ​ຄົນ​ເຮັດ​ບາບ. ແຕ່​ຂ້າ​ພະ​ເຈົ້າ​ບໍ່​ແນ່​ໃຈ​ວ່າ ​​ເຮົາ​ຮູ້​ ​ແລະ ​ເຂົ້າ​ໃຈ​ຫລື​ບໍ່​ວ່າ ການ​ຊົດ​ໃຊ້​ກໍ​ແມ່ນ​ເພື່ອ​ຄົນ​ດີເໝືອນ​ກັນ. …

“... ການ​ຊົດ​ໃຊ້​ຍ່ອມຊ່ວຍ​ເຫລືອ​ພວກ​ເຮົາ​ໃຫ້​ເອົາ​ຊະ​ນະ​ ​ແລະ ​ຫລີກ​ເວັ້ນ​ຈາກ​ຄວາມ​ຊົ່ວ ​ແລະ ​ເພື່ອ​ເຮັດ​ ​ແລະ ​ກາຍ​ເປັນ​ຄົນ​ດີ. …

“‘… ມັນ​ກໍ ... ເປັນ​ໂດຍ​ທາງ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຄົນ ... ໄດ້​ຮັບ​ກຳ​ລັງ​ ​ແລະ ​ຄວາມຊ່ວຍ​ເຫລືອ​ເພື່ອ​ເຮັດ​ສິ່ງ​ທີ່​ດີ ຊຶ່ງ​ທຳ​ມະ​ດາ​ເຂົາ​ເຈົ້າ​ຊິ​ບໍ່​ສາ​ມາດ​ເຮັດ​ໄດ້ ... ພຣະ​ຄຸນ​ດັ່ງ​ກ່າວ​ນີ້​ແມ່ນ​ອຳ​ນາດ​ທີ່ຊ່ວຍ​ເຮັດ …’ [Bible Dictionary, “ພຣະຄຸນ”; ​ເນັ້ນຄຳ​ເນີ້ງ] … ຫລື​ ແມ່ນ​ຄວາມຊ່ວຍ​ເຫລືອ​ຈາກ​ສະ​ຫວັນ​ ທີ່​ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ການ ​ເພື່ອ​ຈະ​​ເໝາະ​ສົມ​ສຳລັບ​ອາ​ນາ​ຈັກ​ຊັ້ນ​ສູງ.”6

​​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຮັບ​ຄວາມຊ່ວຍ​ເຫລືອ​ຈາກ​ສະ​ຫວັນ​ດັ່ງ​ກ່າວ​ນີ້​ ແມ່ນ​ທີ່​ຈະຂໍ ແລ້ວ​ຕ້ອງ​ເຮັດ​ຕາມ​ຄວາມ​ຮູ້​ສຶກ​ອັນ​ຊອບ​ທຳ​ທີ່​ເຮົາ​ໄດ້​ຮັບ.

ຂ່າວ​ດີ​ແມ່ນ ຖ້າ​ຫາກ​ເຮົາ​ໄດ້​ກັບ​ໃຈ​ຢ່າງ​ຈິງ​ຈັງ ບາບ​ເກົ່າ​ຂອງ​ເຮົາ​ຈະ​ບໍ່​ກີດ​ກັນເຮົາ​ຈາກ​ຄວາມ​ສູງ​ສົ່ງ. ໂມ​ໂຣ​ໄນ​ບອກ​ເຮົາ​ກ່ຽວ​ກັບ​ຄົນ​ເຮັດ​ບາບ​ໃນ​ສະ​ໄໝ​ຂອງເພິ່ນ​ວ່າ, “ແຕ່​ວ່າ​ທຸກ​ເທື່ອ​ທີ່​ເຂົາ​ກັບ​ໃຈ ​ແລະ ​ສະ​ແຫວງ​ຫາ​ການ​ຍົກ​ໂທດ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ເຂົາ​ກໍ​ໄດ້​ຮັບ​ການ​ອະ​ໄພ.”7

​ແລະ ​ພຣະ​ຜູ້​ເປັນ​ເຈົ້າ​ເອງ​ໄດ້​ກ່າວ​ກ່ຽວ​ກັບ​ຜູ້​ເຮັດ​ບາບ​ວ່າ:

“ຖ້າ​ຫາກ​ເຂົາ​ສາ​ລະ​ພາບ​ບາບ​ທີ່​ເຂົາ​ໄດ້​ກະ​ທຳ​ມາ​ນັ້ນ​ຕໍ່​ໜ້າ​ເຈົ້າ ​ແລະ ​ຕໍ່​ໜ້າ​ເຮົາ, ​ແລະ ​ກັບ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຂອງ​ເຂົາ, ແລ້ວ​ເຈົ້າ​ຈົ່ງ​ໃຫ້​ອະ​ໄພ​ແກ່​ເຂົາ, ​ແລະ ​ເຮົາ​ຈະ​ໃຫ້​ອະ​ໄພ​ແກ່​ເຂົາ​ຄື​ກັນ.

“ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ຂອງ​ເຮົາ​ຈະ​ກັບ​ໃຈ​ເທົ່າ​ໃດ​​ເທື່ອກໍ​ຕາມ ເຮົາ​ກໍ​ຈະ​ໃຫ້​ອະ​ໄພ​ແກ່​ເຂົາ​ສຳ​ລັບ​ການ​ລ່ວງ​ລະ​ເມີດ​ຂອງ​ເຂົາ​ທີ່​ມີ​ຕໍ່​ເຮົາ.”8

ຖ້າ​ຫາກ​ເຮົາ​ຈະ​ກັບ​ໃຈ​ຢ່າງ​ຈິງ​ໃຈ, ພຣະ​ເຈົ້າ​ຈະ​ໃຫ້​ອະ​ໄພ​ແກ່​ເຮົາ​ແທ້ໆ ເຖິງ​ແມ່ນ​ເຮົາ​ໄດ້​ເຮັດ​ບາບ​ອັນ​ດຽວ​ກັນ​ຊ້ຳ​​ແລ້ວ​ຊ້ຳ​ອີກກໍ​ຕາມ. ດັ່ງ​ທີ່​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ກ່າວ: “ບໍ່​ວ່າ​ທ່ານ​ຈະ​ຄິດ​ວ່າ ທ່ານ​ພາດ​ໂອ​ກາດ​ໄປ​ແລ້ວ​ຈັກ​ເທື່ອ, ບໍ່​ວ່າ​ທ່ານ​ຈະ​ຮູ້​ສຶກ​ວ່າ ທ່ານ​ໄດ້​ເຮັດ​ຜິດ​ພາດ​​ຫລາຍ​ເທົ່າ​ໃດ … , ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ ທ່ານ​ຍັງ ບໍ່​ໄດ້ ເດີນ​ທາງ​ໄກ​ເກີນ​ໄປ​​ ຈົນວ່າຄວາມ​ຮັກ​​ແຫ່ງ​ສະຫວັນຂອງ​ພຣະ​ເຈົ້າ ເອື້ອມ​ບໍ່​ເຖິງ​ດອກ. ເປັນ​ໄປ​ບໍ່​ໄດ້​ທີ່​ທ່ານ​ຈະ​ຈົມ​ລົງເລິກ​​ເກີນ​ໄປ ຈົນ​ວ່າຄວາມ​ສະ​ຫວ່າງ​ອັນ​ບໍ່​ມີ​ຂອບ​ເຂດ​​ແຫ່ງການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ ສ່ອງ​ບໍ່​ເຖິງ​ດອກ.”9

ອັນ​ນີ້​ບໍ່​ໝາຍ​ຄວາມ​ຢ່າງ​ເດັດ​ຂາດ​ວ່າ ບໍ່​ເປັນ​ຫຍັງ​ທີ່​ຈະ​ເຮັດ​ບາບ. ບາບ​ຈະ​ມີ​ຜົນ​ສະທ້ອນ​ທຸກ​ເທື່ອ. ທຸກ​ເທື່ອ ​ບາບຈະ​ທຳ​ຮ້າຍ​ ​ແລະ ​​ເຮັດ​ໃຫ້​ທັງ​ຄົນທີ່​ເຮັດ​ບາບ ​ພ້ອມ​ດ້ວຍ​ຄົນ​ທີ່​ຮັບ​​ເຄາະ ​ໄດ້​ຮັບ​ຄວາມ​ເຈັບ​ປວດ. ​ແລະ ​ການ​ກັບ​ໃຈ​ແທ້ໆ ບໍ່​ເຄີຍ​​ເປັນ​ສິ່ງ​ງ່າຍ​.10 ຫລາຍ​ກວ່າ​ນັ້ນ ຂໍ​ໃຫ້​ເຂົ້າ​ໃຈ​ວ່າ ເຖິງ​ແມ່ນ​ພຣະ​ເຈົ້າ​ຈະ​ເອົາ​ຄວາມ​ເຈັບ​ຊ້ຳ​ໃຈ​ ​ແລະ ​ຮອຍ​ເປື້ອນ​ແຫ່ງ​ບາບ​ອອກ​ໄປ ເມື່ອ​ໃດ​ທີ່​ເຮົາ​ກັບ​ໃຈ​ຢ່າງ​ຈິງ​ໃຈ, ບາງ​ເທື່ອ​ພຣະ​ອົງ​ບໍ່​ເອົາ​ຜົນ​ສະທ້ອນ​ຈາກ​ບາບ​ ອອກ​ໄປ​ຈາກ​ເຮົາທັນ​ທີ. ບາງ​ເທື່ອ​ຜົນ​ສະທ້ອນດັ່ງ​ກ່າວ​ຈະ​ຢູ່​ນຳ​ເຮົາ​ຕະ​ຫລອດ​ຊີ​ວິດ. ​ແລະ ​ບາບ​ທີ່​ຮ້າຍ​ແຮງ​ທີ່​ສຸດ ແມ່ນ​ບາບ​ທີ່​ຕັ້ງ​ໃຈ​​ໄວ້ລ່ວງ​ໜ້າ​ທີ່ຈະ​ເຮັດ​ ຄື​ຄົນ​ຈະ​ວ່າ, “ຂ້ອຍ​ເຮັດ​ບາບ​ດຽວ​ນີ້​ກໍ​ໄດ້ ແລ້ວ​ຊິ​ກັບ​ໃຈ​ພາຍ​ຫລັງ.” ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ການ​ເຮັດ​ຈັ່ງ​ຊີ້ ແມ່ນ​ການ​ເຍາະ​ເຍີ້ຍ​ການ​ເສຍ​ສະ​ລະ​ ​ແລະ ​ການ​ທົນ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ພຣະ​ຜູ້​ເປັນ​ເຈົ້າ​ເອງ​ໄດ້​ປະ​ກາດ​ວ່າ, ພຣະ​ອົງ​ບໍ່​ອາດ​ມອງ​ເຫັນ​ບາບ ດ້ວຍ​ລະ​ດັບ​ຄວາມ​ຍິນ​ຍອມ​ແມ່ນ​ແຕ່​ໜ້ອຍ​ດຽວ.11

​ແລະ ​ແອ​ລ​ມາ​ໄດ້​ປະ​ກາດ​ວ່າ, “ຈົ່ງ​ເບິ່ງ​ພໍ່​ເວົ້າ​ກັບ​ລູກ​ວ່າ ຄວາມ​ຊົ່ວ​ຮ້າຍ​ບໍ່​ເຄີຍ​ເປັນ​ຄວາມ​ສຸກ​ເລີຍ.”12

ເຫດຜົນ​ໜຶ່ງ​ທີ່​ຄຳ​ເວົ້າ​ຂອງ​ແອວ​ມາ​​ເປັນ​ຄວາມ​ຈິງ​ກໍ​ຍ້ອນ​ວ່າ ເມື່ອ​ເຮັດ​ບາບ​ຊ້ຳ​ແລ້​ວຊ້ຳອີກ ເຮົາ​​ໄດ້ຍອມ​ແຍກ​ຕົວ​ເອງ​ອອກ​ຈາກ​ພຣະ​ວິນ​ຍານ, ເລີ່ມ​ທໍ້​ຖອຍ​ໃຈ, ແລ້ວ​ຢຸດ​ກັບ​ໃຈ. ແຕ່​ຂ້າ​ພະ​ເຈົ້າ​ເວົ້າ​ອີກ​ວ່າ, ​ເປັນ​ຍ້ອນ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້ຊ່ວຍ​ໃຫ້​ລອດ ເຮົາ​ຈຶ່ງສາ​ມາດ​ກັບ​ໃຈ​ໄດ້ ​ແລະ ​ໄດ້​ຮັບ​ການ​​ໃຫ້ອະ​ໄພ​ຢ່າງ​ເຕັມ​ທີ່ ທັນ​ທີ​ທີ່​ເຮົາກັບ​ໃຈ​ຢ່າງ​ຈິງ​ໃຈ.

ແຕ່​ເຮົາ​ບໍ່​ສາ​ມາດ​​ອ້າງ​ເຫດຜົນ​ແທນ​ການ​ກັບ​ໃຈ. ມັນ​ບໍ່​ມີ​ປະ​ໂຫຍດ​ທີ່​ຈະພະ​ຍາ​ຍາມ​ຫາ​ຂໍ້​ແກ້​ຕົວ ​ໃນ​ຕອນ​ເຮັດບາບ​ ໂດຍ​ການເວົ້າ​ວ່າ, “ພຣະເຈົ້າ​​ຮູ້​ວ່າ ​ມັນ​ຍາກ​ໂພດສຳລັບ​ຂ້າ​ພະ​ເຈົ້າ ດັ່ງ​ນັ້ນ​ພຣະ​ອົງຈຶ່ງ​​ຍອມ​ຮັບ​ຂ້າ​ພະ​ເຈົ້າ ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ເປັນ​ຢູ່.” “ການ​ພະ​ຍາ​ຍາມ​ອີ່​ຫລີ” ໝາຍ​ຄວາມ​ວ່າ ​ເຮົາ​ເຮັດ​ເລື້ອຍໆ ຂະ​ນະ​ທີ່​ເຮົາ​ໄປ​ຮອດ​ມາດ​ຕະ​ຖານ​​ແທ້ໆຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ໄດ້​ຈັດ​ໄວ້​ຢ່າງ​ແຈ່ມ​ແຈ້ງ​ໃນ​ຄຳ​ຖາມ​ທີ່​ເຮົາ​ຖືກ​ຖາມ ​ເພື່ອ​ຈະ​ໄດ້​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ.

ອີກ​ສິ່ງ​ໜຶ່ງ​ທີ່​ຈະກີດ​ກັນ​​ເຮົາ​ຈາກ​ສະ​ຫວັນ​ຂອງ​ເຮົາ ​ແລະ ​ແຍກ​ເຮົາ​ອອກ​ຈາກ​ຄວາມຊ່ວຍ​ເຫລືອ​ທີ່​ເຮົາ​ຕ້ອງ​ການ ​ຄື​ການ​ກະ​ບົດ. ຢູ່​ໃນ​ໜັງ​ສືໂມ​​ເຊ ເຮົາ​ຮຽນ​ຮູ້ວ່າ ຊາ​ຕານ​ໄດ້​ຖືກ​ໄລ່​ອອກຈາກ​ສະ​ຫວັນ​ ຍ້ອນ​ການ​ກະ​ບົດ.13 ເຮົາ​ກຳ​ລັງ​ກະ​ບົດ ​ເມື່ອ​ໃດ​ທີ່​ເຮົາ​ເວົ້າ​ໃນ​ໃຈ​ວ່າ, “​ເຮົາ​ບໍ່​ຕ້ອງ​ການ​ພຣະ​ເຈົ້າ ​ແລະ ​​ເຮົາບໍ່​ຕ້ອງ​ກັບ​ໃຈ.”

ໃນ​ຖາ​ນະ​ເປັນ​ໝໍສຳລັບ​ເດັກນ້ອຍ ຂ້າ​ພະ​ເຈົ້າ​ຮູ້​ວ່າ ຖ້າ​ຫາກ​ຄົນ​ປະ​ຕິ​ເສດ​ການປິ່ນ​ປົວ​ທີ່​ຈະ​ໄວ້​ຊີ​ວິດ ມັນ​ອາດ​ຈະ​ນຳ​ໄປ​ສູ່​ຄວາມ​ຕາຍ​ທີ່​ບໍ່​ຈຳ​ເປັນ. ຄື​ກັນ​ກັບສິ່ງ​ນີ້ ເມື່ອ​ເຮົາ​ກະ​ບົດ​ຕໍ່​ພຣະ​ເຈົ້າ ເຮົາກໍ​ປະ​ຕິ​ເສດ​ຄວາມຊ່ວຍ​ເຫລືອ​ ​ແລະ ​ຄວາມ​ຫວັງ​ອັນ​ດຽວ​ຂອງ​ເຮົາ ນັ້ນຄື ​ພຣະ​ເຢ​ຊູ​ຄຣິດ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ຕາຍ​ທາງ​ວິນ​ຍານ. ບໍ່​ມີ​ຜູ້​ໃດ​ເລີຍ​ທີ່​ເຮັດສິ່ງ​ນີ້​ໄດ້​ໂດຍ​ອຳ​ນາດ​ຂອງ​ຕົວ​ເອງ. ບໍ່​ມີ​ຜູ້​ໃດ​ເລີຍ​ທີ່​ຈະ “ດີ​ພໍ​” ນອກ​ຈາກ​ໂດຍ​ທາງ​ພຣະ​ຄຸນ ​ແລະ ​ພຣະ​ເມດ​ຕາ​ຂອງ​ພຣະ​ຄຣິດ,14 ແຕ່​ເພາະ​ພຣະ​ເຈົ້າ​ນັບ​ຖື​ອຳ​ເພີ​ໃຈ​ຂອງ​ເຮົາ ເຮົາຈຶ່ງ​ບໍ່​ສາ​ມາດ​ລອດ​ໄດ້​ ຖ້າ​ຫາກ​ເຮົາ​ບໍ່​ພະ​ຍາ​ຍາມ. ນັ້ນ​ຄື​ຄວາມ​ສົມ​ດູນ​ລະ​ຫວ່າງ​ພຣະ​ຄຸນ​ ​ແລະ ​ວຽກ​ງານ. ເຮົາ​ມີ​ຄວາມ​ຫວັງ​ໃນ​ພຣະ​ຄຣິດ​ໄດ້ ເພາະ​ພຣະ​ອົງ​ຢາກຊ່ວຍ​ເຮົາ​ ​ແລະ ​ປ່ຽນ​ເຮົາ. ທີ່​ຈິງ​ພຣະ​ອົງ​ກຳ​ລັງຊ່ວຍ​ທ່ານ​ຢູ່​ແລ້ວ. ຈົ່ງ​ຢຸດ​ບຶດໜຶ່ງ ​ແລະ ​ຄິດ​ເບິ່ງ ​ແລະ ​ຮັບ​ຮູ້​ຄວາມຊ່ວຍ​ເຫລືອ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ທ່ານ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​​ຕໍ່ທ່ານ​ວ່າ ຖ້າ​ຫາກ​ທ່ານ​ຈະ​ພະ​ຍາ​ຍາມ​ອີ່​ຫລີ ​ແລະ ​ຈະ​ບໍ່​ອ້າງ​ເຫດຜົນ ຫລື ​ກະ​ບົ​ດ​—​ກັບ​ໃຈ​​ເລື້​ອຍໆ ​ແລະ ​ທູນ​ຂໍພຣະ​ຄຸນ ຫລື ​ຄວາມຊ່ວຍ​ເຫລືອ ຈາກພຣະ​ຄຣິ​ດ​—ແນ່​ນອນ​ທ່ານ​ຈະ “ດີ​ພໍ​” ໝາຍ​ຄວາມ​ວ່າ​ເປັນ​ທີ່​ຍິນ​ຍອມ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ; ທ່ານ​ຈະ​ໄປ​ເຖິງ​ອາ​ນາ​ຈັກ​ຊັ້ນ​ສູງ​ໄດ້ ໂດຍ​ການ​ເປັນ​ຄົນ​ດີ​ພ້ອມ​ທຸກ​ຢ່າງ​ໃນ​ພຣະ​ຄຣິດ, ​ແລະ ​ທ່ານ​ຈະ​ໄດ້​ຮັບ​ພອນ​ ​ແລະ ​ລັດ​ສະ​ໝີ​ພາບ​ທີ່​ພຣະ​ເຈົ້າ​​ປະສົງ​ໃຫ້​ລູກ​ທຸກ​ຄົນທີ່​ລ້ຳ​ຄ່າ​ຂອງ​ພຣະ​ອົງ​ ໄດ້​ຮັບ—​ຮ່ວມ​ທັງ​ທ່ານ​ ​ແລະ ​ຂ້າ​ພະ​ເຈົ້າ​ໂດຍສ​ະ​ເພາະ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າຊົງ​​ພຣະ​ຊົນຢູ່ ​ແລະ ​​ປະສົງ​ໃຫ້​ເ​ຮົາກັບ​ບ້ານ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຢຊູ​ຊົງ​ພຣະຊົນ​ຢູ່. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ ​ໂຢຮັນ 3:16.

  2. ​ເບິ່ງ Moses 1:39.

  3. ຂໍ້​ຄວາມ​ແທ້ໆ​​ຈາກ​ປະ​ທານຮິງ​ລີ ບໍ່​ໄດ້​ຖືກພິມ​ອອກ​ມາ, ແຕ່​ຄຳ​ຕໍ່​ໄປ​ນີ້​ໄດ້​ຖືກບັນ​ທຶກ​ໄວ້: “ມີ​ແຕ່​ເຮັດ​ໃຫ້​ດີ​ທີ່​ສຸດ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້, ​ແຕ່​ໃຫ້​ແນ່​ໃຈ​ວ່າ ທ່ານ​ເຮັດ​ດີ​ທີ່​ສຸດ​ແລ້ວ (“A Challenging Time—a Wonderful Time,” Teaching Seminary: Preservice Readings [Church Educational System manual, 2004], 18). ເພິ່ນ​ໄດ້​ກ່າວ​ອີກ​ວ່າ: “ກະລຸນາ ຢ່າລົບ​ກວນ​ຕົວ​ເອງ​ໂດຍ​​ການ​ຄິດກ່ຽວ​ກັບ​ຄວາມ​ບໍ່​ສຳ​ເລັດ. ຢ່າ​ຕັ້​ງ​ຈຸດ​ເປົ້າໝາຍ​ທີ່ເກີນ​ຄວາມ​ສາ​ມາດ​ຂອງ​ຕົນ. ມີ​ແຕ່​ຕ້ອງ​ເຮັດ​ສິ່ງ​ທີ່​ທ່ານສາມາດ​ເຮັດ​ໄດ້, ເຮັດ​ຢ່າງ​ດີ​ທີ່​ສຸດ​ທີ່​ທ່ານ​ເຮັດ​ໄດ້, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຮັບ​ຮູ້ການ​ກະ​ທຳ​ຂອງ​ທ່ານ” (“Rise to the Stature of the Divine within You,” Ensign, Nov. 1989, 96).

  4. ​ເບິ່ງ Doctrine and Covenants 50:24.

  5. ​ເບິ່ງ ອີ​ເທີ 12:27.

  6. David A. Bednar, “The Atonement and the Journey of Mortality,” Liahona, Apr. 2012, 14.

  7. ໂມ​ໂຣ​ໄນ 6:8.

  8. ໂມ​ໄຊ​ຢາ 26:29–30.

  9. Jeffrey R. Holland, “The Laborers in the Vineyard,” Liahona, May 2012, 33.

  10. ​ເບິ່ງ Doctrine and Covenants 19:15–19.

  11. ​ເບິ່ງ Doctrine and Covenants 1:31.

  12. ແອວ​ມາ 41:10.

  13. ​ເບິ່ງ Moses 4:3.

  14. ​ເບິ່ງ 2 ນີ​ໄຟ 2:6–8.