​2010–2019
ຜູ້​ຕາງໜ້າ​ໃຫ້​ສາດສະໜາ​ຈັກ
​ເດືອນ​ຕຸລາ 2016


ຜູ້​ຕາງໜ້າ​ໃຫ້​ສາດສະໜາ​ຈັກ

​ພວກ​ເຮົາ​ຂໍ​ໃຫ້​ທ່ານ​ ຜູ້ເປັນ​ຄູ​ສອນ​ປະຈຳ​ບ້ານ ​ໃຫ້​ເປັນ​ຜູ້​ຕາງໜ້າ​ຂອງພຣະ​ເຈົ້າຕໍ່​ລູກໆ​ຂອງ​ພຣະອົງ, ​ເພື່ອ​​ໃຫ້ຮັກ ​ແລະ ດູ​ແລ ​ແລະ ອະທິຖານ​ເພື່ອ​ຜູ້​ທີ່​ທ່ານ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ດູ​ແລ.

​ເມື່ອ​ບໍ່​ດົນ​ມາ​ນີ້ ​ເອື້ອຍ​ນ້ອງ​ໂສດ​ຄົນ​ໜຶ່ງ, ຂ້າພະ​ເຈົ້າຈະ​ເອີ້ນ​ນາງ​ວ່າ ​​ມໍລີ, ​ໄດ້​ກັບ​ມາ​ບ້ານ​ຈາກ​ການ​ທຳ​ງານ ​ແລະ ​ເຫັນ​ຫ້ອງ​ໃຕ້​ດິນຂອງ​ນາງ​ເຕັມ​​ໄປ​ດ້ວຍ​ນ້ຳ ສູງ​ປະມານ 5 ​ຊັງ​ຕີແມັດ. ທັນທີ ນາງ​ໄດ້​ຄິດ​ວ່າ ຄົນ​ຂ້າງ​ບ້ານ​ທີ່​ໃຊ້​ທໍ່​ນ້ຳດຽວກັນ ຄົງ​ຊັກ​ເຄື່ອງ​ ​ແລະ ອາບນ້ຳຫລາຍ ຈົນ​ວ່າ​ນ້ຳອັ່ງ​ຖ້ວມ.

ຫລັງ​ຈາກນາ​ງມໍລີ​ໄດ້​ໂທ​ຫາ​ເພື່ອນຄົນ​ໜຶ່ງ​ໃຫ້​ມາ​ຊ່ວຍ​ເຫລືອ, ທັງ​ສອງ​ໄດ້​ເລີ່ມຕົ້ນຕັກນ້ຳອອກ ​ແລະ ຖູ​ພື້ນ. ​ແລ້ວ​ມີ​ສຽງ​ຄົນ​ມາ​ກົດ​ກະດິງ​ປະຕູ​ບ້ານ. ​ເພື່ອນ​ຂອງ​ນາງ​ເວົ້າຂຶ້ນວ່າ, “ນັ້ນ​ແມ່ນ ຄູ​ສອນ​ປະຈຳ​ບ້ານ​ຂອງ​ເຈົ້າ!”

ນາງ​ມໍລີ ກໍ​ຫົວຂຶ້ນ. “ມັນ ​ເປັນ ​ມື້​ສຸດ​ທ້າຍ​ຂອງ​ເດືອນ,” ນາງ​ຕອບ, “ແຕ່​ຂ້ອຍ​​ແນ່​ໃຈ​ວ່າ ນັ້ນ ບໍ່ ​ແມ່ນ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ຂ້ອຍ.”

ດ້ວຍ​ຕີນ​ເປົ່າ, ​ໂສ້ງ​ປຽກ, ຜົມ​ພັນ​ດ້ວຍ​ຜ້າ, ​ແລະ ​ໃສ່​ຖົງມືຢາງ, ນາງ​​ມໍລີ ​ໄດ້​ຍ່າງ​ໄປ​ຫາ​ປະຕູ. ​ແຕ່​ການ​ແຕ່ງ​ກາຍ​ທີ່​ທຳ​ມະ​ດາ​ຂອງ​ນາງ ຍັງ​ບໍ່​ເທົ່າ​ກັບ​ພາບ​ທຳ​ມະ​ດາ​ ຂອງ​ຜູ້​ຄົນ​ທີ່​ຢືນ​ຢູ່​ໜ້າ​ປະຕູ​ເຮືອນ​ຂອງນາງ. ​ນັ້ນ ແມ່ນ ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ນາງ!

“ບໍ່​ເປັນຕາ​ເຊື່ອ!” ຕໍ່​ມານາງ​ໄດ້​ບອກ​ຂ້າພະ​ເຈົ້າ. “ນັ້ນ​ຄື ​ການ​ມະຫັດ​ສະ​ຈັນ ທີ່ບັນດາ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ແບ່ງປັນ​ຢູ່​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ!” ​ນາງ​ໄດ້​ເວົ້າຕື່ມ​ວ່າ “ຂ້ານ້ອຍບໍ່​ຮູ້​ວ່າ ຄວນ​ຈູບ​ເຂົາ​ເຈົ້າ ຫລື ​ເດ່​ໄມ້​ຖູ​ເຮືອນ​ໃຫ້​ເຂົາ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​ເວົ້າວ່າ, ‘ໂອ້ ​ມໍລີ, ຂໍ​ໂທດ​ເດີ. ພວກ​ເຮົາ​ເຫັນ​ວ່າ​ເຈົ້າກຳລັງ​ຫຍຸ້ງ. ພວກ​ເຮົາ​ບໍ່​ຢາກ​ລົບ​ກວນ​ເຈົ້າ, ສະນັ້ນພວກ​ເຮົາ​ຈະ​ກັບ​ມາ​ມື້​​ໃໝ່​ເດີ.’ ​ແລະ ​ເຂົາ​ເຈົ້າກໍ​ໄດ້​ອອກ​ເມືອ.”

“ແມ່ນ​ໃຜ​ມາ?” ​ເພື່ອນ​ຂອງ​ນາງ​ເອີ້ນ​ມາ​ຈາກຫ້ອງ​ໃຕ້​ດິນ.

“ຂ້ານ້ອຍ​ຢາກ​ເວົ້າວ່າ, ‘ບໍ່​ແມ່ນ​ຊາວ​ນີ​ໄຟ​ສາມ​ຄົນ​ນັ້ນ,’” ນາງ​ມໍລີ ​​ໄດ້ເວົ້າ, “​ແຕ່ຂ້ານ້ອຍ​ໄດ້​ພະຍາຍາມ​ທຳ​ໃຈ ​ແລະ ​ໄດ້​ເວົ້າອອກ​ໄປ​ແບບ​ໃຈ​ເຢັນ​ວ່າ, ‘ຄູ​ສອນ​ປະຈຳ​ບ້ານ, ​ແຕ່​ເຂົາ​ເຈົ້າຄິດ​ວ່າ ມັນ​ເປັນ​ເວລາ​ທີ່​ບໍ່​ເໝາະ​ສົມ ທີ່​ຈະ​ມອບ​ຂ່າວສານ​ໃຫ້.’”1

ອ້າຍ​ນ້ອງ​ທັງຫລາຍ, ຂໍ​ໃຫ້​ເຮົາ​ຈົ່ງ​ສຳ​ຫລວດ​ເບິ່ງ​ໜ້າ​ທີ່​ຖານະ​ປະ​ໂລຫິດ​ຂອງ​ເຮົາ ຊຶ່ງ​ໄດ້​ຖືກ​ບັນຍາຍ​ໄວ້​ວ່າ ​ເປັນ​ແຫ​ລ່ງຊ່ວຍ​ເຫລືອ​ທຳ​ອິດ​ຂອງ​ສາດສະໜາ​ຈັກ ​ຕໍ່​ບຸກຄົນ ​ແລະ ຄອບຄົວ.2 ປ່າ​ໄມ້​​ເກືອບ​ໝົດ​ທັງ​ປ່າ​ແລ້ວ ​ເພື່ອ​ເອົາ​ມາ​​ໃຊ້​ເຮັດ​ອຸປະກອນ​ການ​ສອນກ່ຽວ​ກັບ​ເລື່ອງ​ນີ້. ມີ​ການ​ປາ​ໄສ​ຫລາຍ​ພັນ​ເທື່ອ ​​​ເລື່ອງ​ການ​ຊຸກຍູ້​ການ​ສອນ​ປະຈຳ​ບ້ານ. ​ເຮົາ​ຮູ້​ວ່າ ​ເຮົາ​ຮູ້ສຶກ​ຜິດ​ຫລາຍ​ໃນ​ເລື່ອງ​ນີ້. ​ແຕ່​ເຮົາ​ຍັງ​ມີ​ບັນຫາ​ໃນ​ການ​ບັນລຸ​ໜ້າ​ທີ່​ນີ້ຢູ່ ​ແລະ ຍັງ​ໄກ​ຈາກ​ມາດຕະຖານ​ທີ່​ຕັ້ງ​ໄວ້ ​ໃນ​ຂໍ້​ພຣະບັນຍັດ​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ວ່າ ​ໃຫ້ດູ​ແລ​ສາດສະໜາ​ຈັກ​ສະ​ເໝີ3 ຜ່ານ​ທາງ​ການ​ສອນ​ປະ​ຈຳ​ບ້ານ​ຂອງ​ຖານະ​ປະ​ໂລຫິດ.

ພາກສ່ວນ​ໜຶ່ງ​ຂອງ​ການ​ທ້າ​ທາຍ​ທີ່​ເຮົາ​ປະ​ເຊີນ​ຢູ່ ​ແມ່ນ​ສະຖິຕິ​ຂອງ​ຈຳນວນ​ສະມາຊິກ ​ໃນ​ສາດສະໜາ​ຈັກ. ​​ເຮົາ​ຮູ້​ວ່າ ໂດຍ​ທີ່​ຈຳນວນ​ສະມາຊິກ​ພາບຂອງ​ພວກ​ເຮົາ​ໃນ​ເວລາ​ນີ້ ມີຫລາຍ​ກວ່າ 30,000 ຫວອດ ​ແລະ ສາຂາ, ຊຶ່ງ​ຕັ້ງຢູ່​​ໃນ 188 ​ປະເທດ ​ແລະ ​ໃນດິນ​​ແດນຕ່າງໆ, ຈຶ່ງ​ຍາກທີ່​ຈະ​ໄປ​ຢ້ຽມຢາມ​ບ້ານ​ເຮືອນ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ສະມາຊິກ ຫລາຍ​ກວ່າຕອນ​ສາດສະໜາ​ຈັກ​ເລີ່​ມຕົ້ນ ຊຶ່ງ​ຕອນ​ນັ້ນ​ເພື່ອນ​ບ້ານ​ໄດ້​ສອນ​ກັນ​ແລະ​ກັນ ​ໃນ​ສິ່ງ​ທີ່​​ເອີ້ນ​ວ່າ “ການ​ສອນ​ໃນ​ຊອຍ.”

ຍິ່ງ​ໄປ​ກວ່າ​ນັ້ນ, ​ໃນ​ຫລາຍໆ​ໜ່ວຍ​ຂອງ​ສາດສະໜາ​ຈັກ, ກໍ​ມີ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຈຳນວນ​ໜ້ອຍ ທີ່ສາມາດ​ໄປຢ້ຽມຢາມ, ​ສະນັ້ນ ​ເຂົາ​ເຈົ້າຈຶ່ງ​ຕ້ອງ​ດູ​ແລ​ປະມານ 18 ​ເຖິງ 20 ຄອບຄົວ—ຫລື ຫລາຍ​ກວ່າ​ນັ້ນ. ບາງ​ກໍລະນີ ​ເຂົາ​ເຈົ້າຕ້ອງ​ໄດ້​ເດີນທາງ​ໄກ, ມີ​ການ​​ໃຊ້​ຈ່າຍ​ສູ​ງກັບ​ການ​ເດີນທາງ ​ແຕ່ຍານພາຫະນະ​ພັດ​ຫາ​ຍາກ, ​ທັງ​ຕ້ອງ​ທຳ​ງານ​ທັງ​ວັນ​ຕະຫລອດ​ອາທິດ. ​ແລະ ຕໍ່​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ບ່ອນ​ທີ່​ບໍ່​ສາມາດ​ຕ້ອນຮັບຄູ​ສອນ​ປະຈຳ​ບ້ານທີ່​ບໍ່​ໄດ້​ຮັບ​ເຊີນ ​ແລະ ມີ​ບັນຫາ​ເລື່ອງ​ຄວາມ​ປອດ​ໄພ ຊຶ່ງ​ມີ​ຢູ່​ໃນ​ຫລາຍ​ປະ​ເທດທົ່ວ​ໂລກ—ພວກ​ເຮົາກໍ​ເຫັນ​ຄວາມ​ສັບສົນ​ຂອງບັນຫານີ້.

ອ້າຍ​ນ້ອງ​ທັງຫລາຍ, ​ໃນ​ສະພາບການ ​ແລະ ​ໃນ​ສະພາບ​ແວດ​ລ້ອມ​ທີ່​ເຮົາ​ສາມາດ​ເຮັດ​ໄດ້, ​ເຮົາ​ກໍ​ຄວນ​ພະຍາຍາມ​ໄປ​ຢ້ຽມຢາມ​ຄອບຄົວ​ເດືອນ​ລະ​ເທື່ອ ຕາມ​ທີ່​ສາດສະໜາ​ຈັກ​ຄາດ​ໝາຍ. ​ແຕ່​ພວກ​ເຮົາ​ຮູ້​ວ່າ ມີ​ຫລາຍ​ບ່ອນ​ໃນ​ໂລກ ທີ່​ບໍ່​ສາມາດ​ບັນລຸ​ເປົ້າໝາຍ​ນີ້ ​ແລະ ພວກ​ເຮົາ​​ໄດ້ເຮັດ​ໃຫ້​ອ້າຍ​ນ້ອງ​ຮູ້ສຶກ​ຜິດ ​ເມື່ອ​ພວກ​ເຮົາ​ໄດ້​ຂໍ​ໃຫ້​ເຂົາ​ເຈົ້າ ​ເຮັດ​ສິ່ງ​ທີ່​​ເປັນ​ໄປ​ບໍ່​ໄດ້. ຝ່າຍ​ປະທານ​ສູງ​ສຸດ ​ໄດ້​ຂຽນ​ຈົດໝາຍ​ເຖິງ​ຜູ້ນຳ​ຖານະ​ປະ​ໂລຫິດ​ຂອງ​ສາດສະໜາ​ຈັກ ​ໃນ​ເດືອນ​ທັນ​ວາ ປີ 2001, ​ເພື່ອ​ໃຫ້​ຄຳ​ແນະນຳ​ທີ່​ດົນ​ໃຈ ​ແລະ ​ເປັນ​ປະ​ໂຫຍ​ດຫລາຍ ນີ້​ວ່າ: “ມີ​ຫລາຍ​ສະຖານ​ທີ່ ຢູ່​ໃນ​ສາດສະໜາ​ຈັກ,” ພວກ​ເພິ່ນ​ຂຽນ, “ບ່ອນ​ທີ່ … ການ​ສອນ​ປະຈຳ​ບ້ານ​ເດືອນ​ລະ​ເທື່ອ ຍັງ​ເປັນ​ໄປ​ບໍ່​ໄດ້ ​ເພາະ​ບໍ່​ມີ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ພຽງພໍ ​​ແລະ ​ເນື່ອງ​ດ້ວຍ​ການ​ທ້າ​ທາຍ​ຕ່າງໆ​ຢູ່​ໃນ​ທ້ອງ​ຖິ່ນ. ​ພວກ​ເຮົາ​ເຄີຍ​ໄດ້​ກ່າວ​ເຖິງ​ບາງ​ຢ່າງ​ມາ​ແລ້ວ. “ໃນ​ກໍລະນີ​ດັ່ງກ່າວ,” ພວກ​ເພິ່ນ​ໄດ້​ກ່າວ​ຕໍ່​ໄປ, “ຜູ້ນຳ​ຄວນ​ເຮັດ​ໃຫ້​ດີ​ທີ່​ສຸດ ​ເທົ່າ​ທີ່​ຕົນ​ຈະ​ສາມາດເຮັດ​ໄດ້ ​ເພື່ອ​ໃຊ້​ແຫລ່ງທີ່​ເຂົາ​ເຈົ້າມີ ​ເພື່ອ​ດູ​ແລ ​ແລະ ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະມາຊິກ​ແຕ່ລະຄົນ.”4

ອ້າຍ​ນ້ອງ​ທັງຫລາຍ, ຖ້າ​ຂ້າພະ​ເຈົ້າປະ​ເຊີນ​ກັບ​ສະພາບ​ການ​ທີ່​ຫຍຸ້ງຍາກ​ເຊັ່ນ​ນັ້ນ ຢູ່​ໃນ​ຫວອດ ​ແລະ ​ໃນ​ສາຂາ​ຂອງ​ຂ້າພະ​ເຈົ້າ, ​ແລ້ວ​ຂ້າພະ​ເຈົ້າ ກັບ​ຄູ່​ສອນ​ໜຸ່ມ​ຂອງ​ຂ້າພະ​ເຈົ້າ ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຝ່າຍ​ປະທານ​ສູງ​ສຸດ (ຊຶ່ງ​ມີ​ຢູ່​ໃນ​ປຶ້ມນະ​ໂຍບາຍ) ​ໃນ​ທາງ​ນີ້: ທຳ​ອິດ, ​ເຖິງ​ແມ່ນ​ຕ້ອງ​ໃຊ້​ຫລາຍ​ເດືອນ​ໃນ​ການ​ບັນລຸ​ສິ່ງ​ດັ່ງກ່າວ, ​ເຮົາ​ຄວນ​ເຮັດ​ຕາມ​ຄຳ​ສັ່ງ​ ທີ່​ໃຫ້​ໄປຢ້ຽມ​ຢາມ​ບ້ານ​ເຮືອນ​ຂອງ​ສະມາຊິກ​ແຕ່ລະຄົນ,5​ ຕ້ອງ​ຈັດ​ເວລາ​ນັດ​ໝາຍ ​ເພື່ອ​ໄປ​ຫາ​ບ້ານ​ເຮືອນ​ເຫລົ່ານັ້ນ ​ໄວ້​ໃນ​ປະຕິທິນ ​ຕາມ​ເວລາ​ທີ່​ເປັນ​ໄປ​ໄດ້. ​ໃຫ້​ຈັດ​ລຳດັບ​ຄວາມ​ສຳຄັນ​ຂອງ​ເວລາ ​ແລະ ການ​ຕິດ​ຕໍ່ ສຳລັບ​ຜູ້​ທີ່​ຕ້ອງການ​ເຮົາ​ຫລາຍ​ທີ່​ສຸດ—​ໄປ​ຫາ​ຜູ້​ສົນ​ໃຈ​ທີ່​ຜູ້​ສອນ​ສາດສະໜາ​ກຳລັງ​ສອນ,​ ​ໄປ​ຫາ​ສະມາຊິກ​ໃໝ່, ​ໄປ​ຫາ​ຄົນ​ປ່ວຍ​ໂຊ, ​ໄປ​ຫາ​ຄົນ​ທີ່​ເປົ່າ​ປ່ຽວ​ດຽວ​ດາຍ, ຄົນ​ທີ່​ບໍ່​ເຂັ້ມ​ແຂງ​ໃນ​ໂບດ, ຄອບຄົວ​ທີ່​ມີ​ພໍ່ ຫລື ​ແມ່ ທີ່​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ, ​ແລະ ອື່ນໆ.

​ໃນ​ຂະນະ​ທີ່​ພະຍາຍາມ​ຈັດ​ຫາ​ເວລາ​ໄປ​ຢ້ຽມຢາມ​ທຸກ​ຄອບຄົວ, ຊຶ່ງ​ອາດ​ໃຊ້​ຫລາຍ​ເດືອນ​ທີ່​ຈະ​ສຳ​ເລັດ​ໄດ້, ​ເຮົາ​ຕ້ອງ​ມີ​ການ​ຕິດ​ຕໍ່​ໃນ​ທາງ​ອື່ນ​ອີກກັບ​ບຸກຄົນ ​ແລະ ຄອບຄົວ ​ໃນ​ວິທີ​ທາງ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດ​ໄວ້​ໃຫ້. ​ແນ່ນອນວ່າ​ເຮົາ​ດູ​ແລ​ຄອບຄົວທີ່​ເຮົາ​ຖືກ​ມອບ​ໝາຍຢູ່​ທີ່​ໂບດ, ​ດັ່ງ​ທີ່​ພຣະຄຳ​ພີ ​ບອກ​ວ່າ ຄວນ “ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ.”6 ນອກ​ເໜືອ​ຈາກ​ນັ້ນ, ​ເຮົາ​ຍັງ​ສາມາດ​ໂທ​ຫາ, ສົ່ງ​ອີເມວ ​ແລະ ​ສົ່ງ​ຂໍ້ຄວາມ​ທາງ​ມື​ຖື, ​ແມ່ນ​ແຕ່ ຕິດ​ຕໍ່​ທາງສື່ສານ​ມວນ​ຊົນ ທີ່​ມີ​ບໍລິການ ​ໃນ​ອິນ​ເຕີ​​ເນັດ. ​ໃນ​ການ​ກ່າວ​ເຖິງ​ຄວາມ​ຕ້ອງການ​ພິ​ເສດ, ​ເຮົາ​ສາມາດ​ສົ່ງ​ຂໍ້ຄວາມ​​ຈາກ​ພຣະຄຳ​ພີ ຫລື ຈາກ​ຄຳປາ​ໄສ​ທີ່​ກອງ​ປະຊຸມ​ໃຫຍ່​ສາມັນ ຫລື ຂ່າວສານ​ຂອງ​ຊາວ​ມໍ​ມອນ ຈາກ​ເວບ​ໄຊ້ LDS.org. ​ໃນ​ການ​ເຮັດ​ຕາມ​ຈົດໝາຍ​ຂອງ​ຝ່າຍ​ປະທານ​ສູງ​ສຸດ, ​ເຮົາ​ຕ້ອງ​ເຮັດ​ໃຫ້​ດີ​ທີ່​ສຸດ ​ເທົ່າ​ທີ່​ເຮົາ​ສາມາດ​ເຮັດ​ໄດ້ ​ໃນ​ສະພາບ​ການ​ທີ່​ເຮົາ​ປະ​ເຊີນ​ຢູ່ ດ້ວຍ​ແຫ​ລ່ງທີ່​ມີ​ໄວ້​ໃຫ້ບໍລິການ.

ອ້າຍ​ນ້ອງ​ທັງຫລາຍ, ສິ່ງ​ທີ່​ຂ້າພະ​ເຈົ້າກ່າວ​​ໃນ​ຄ່ຳ​ຄືນ​ນີ້ ​ແມ່ນ​ເພື່ອ​ຂະຫຍາຍ​ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ ​​ເລື່ອງ​ການ​ສອນ​ປະຈຳ​ບ້ານ. ​ໃນ​ຮູບ​ແບບ​ໃໝ່ ຂໍ​ໃຫ້​ທ່ານ​ເຫັນ​ຕົວ​ເອງ​ ​ເປັນ​ຜູ້ຕາງໜ້າ​ຂອງ​ພຣະຜູ້​ເປັນ​ເຈົ້າ ຕໍ່​ລູກໆ​ຂອງ​ພຣະອົງ. ນັ້ນໝາຍ​ເຖິງ ການປ່ຽນ​ຈາກ​ວິທີ​ທີ່​ກະວົນກະວາຍ, ​ຈາກ​ການ​ເປັນ​ເໝືອນ​ດັ່ງ​ກົດ​ຂອງ​ໂມ​ເຊ, ການ​ໄປ​ຢ້ຽມຢາມ​ໃນ​ທ້າຍ​ເດືອນ ​ດ້ວຍ​ຄວາມ​ຮີບຮ້ອນ ​ແລະ ມອບ​ຂ່າວສານ​ຈາກ​ວາລະສານ​ຂອງ​ສາດສະໜາ​ຈັກ ຊຶ່ງ​ຄອບຄົວ​ໄດ້​ອ່ານ​ມັນ​ແລ້ວ. ພວກ​ເຮົາ​ຫວັງວ່າ, ​ທ່ານ​ຈະຕັ້ງ​ແບບ​ແຜນ​ທີ່ຈິງ​ໃຈ, ມີ​ຄວາມ​ເປັນ​ຫ່ວງ​ເປັນ​​ໃຍຕໍ່​ສະມາຊິກ, ດູ​ແລ, ​ຊ່ວຍ​ເຫລືອ​ກັນ​ແລະ​ກັນ, ບອກ​ກ່າວ​ເຖິງ​ຄວາມ​ຕ້ອງການ​ທາງ​ວິນ​ຍານ ​ແລະ ທາງ​ໂລກ ​ໃນ​ທາງ​ທີ່​ເປັນ​ປະ​ໂຫຍດ.

ບັດ​ນີ້, ສິ່ງ​ທີ່​ “ນັບ” ວ່າ​ເປັນ​ການ​ສອນ​ປະຈຳ​ບ້ານ ຄື​ທຸກ​ສິ່ງ​ທີ່​ດີ ທີ່​ທ່ານ​ໄດ້​ເຮັດ ຈະຖືກ “ນັບ,” ​ໄວ້. ສະນັ້ນຈົ່ງ​ລາຍ​ງານ​ມັນ​ທັງ​ໝົດ! ການ​ລາຍ​ງານ​ທີ່​ສຳຄັນ​ທີ່​ສຸດ ​ແມ່ນ​ວິທີ​ທີ່​ທ່ານ​ໄດ້​ເປັນ​ພອນ ​ແລະ ດູ​ແລ ຄົນ​ທີ່​ທ່ານ​ຖືກ​ມອບ​ໝາຍ​ໃຫ້​ພິທັກ​ຮັກສາ, ຊຶ່ງ​ບໍ່​ກ່ຽວຂ້ອງ​ກັບ​ວັນ​ທີ ຫລື ສະຖານ​ທີ່​ໃດ ​ໂດຍ​ສະ​ເພາະ. ສິ່ງ​ສຳຄັນ​ແມ່ນ​ຄວາມ​ຮັກ​ທີ່​ທ່ານ​ມີ​ຕໍ່​ຜູ້​ຄົນ​ຂອງ​ທ່ານ ​ແລະ ການ​ບັນລຸ​ຕາມ​ພຣະບັນຊາ​ທີ່ໃຫ້ ດູ​ແລ​ສາດສະໜາ​ຈັກ​ສະ​ເໝີ.”7

​ໃນ​ວັນ​ທີ 30 ​ເດືອນ​ພຶ​ດສະພາ ປີ​ກາຍ​ນີ້, ​ເພື່ອນ​ຂອງ​ຂ້າພະ​ເຈົ້າຊື່ ທຣອຍ ຣະໂຊ ​ໄດ້​ຖອຍ​ລົດ​ປິກ​ອັບ ອອກ​ຈາກ​ກະ​ລ້າ​ລົດ ຢ່າງ​ຊ້າໆ ​ໃນ​ມື້​ທີ່​ລາວ​ຊິ​ເອົາ​ເຄື່ອງ​ໄປ​ບໍລິຈາກ ​ໃຫ້ບ່ອນ​ຂາຍ​ເຄື່ອງ​ຂອງ​ສາດສະໜາ​ຈັກ. ລາວ​ຮູ້ສຶກ​ວ່າ ລໍ້​ລົດ​ຂ້າງ​ຫລັງ ຢຽບ​ສິ່ງ​ໃດ​ສິ່ງ​ໜຶ່ງ. ລາວ​ຄິດ​ວ່າ ສິ່ງ​ຂອງໄດ້​ຕົກ​ອອກ​ຈາກ​ລົດ, ຈຶ່ງ​ໄດ້​ອອກ​ໄປ​ເບິ່ງ ​ແລະ ​ເຫັນ​ວ່າ​ລາວ​ໄດ້​ຢຽບທ້າວ ອໍ​ສະ​​ເຕັນ ​ລູກ​ຊາຍ ອາຍຸ​ເກົ້າປີ ຂອງ​ລາວ​ເອງ ຊຶ່ງ​ນອນ​ຂວ້າມໜ້າ​ຢູ່. ການ​ຮ້ອງ​ໄຫ້, ພອນ​ຂອງ​ຖານະ​ປະ​ໂລຫິດ, ໜ່ວຍ​ສຸກ​ເສີນ, ກຸ່ມ​ນາຍ​ໝໍ—​ເຂົາ​ເຈົ້າທັງ​ໝົດ​ບໍ່​ສາມາດ​ຊ່ວຍ​ຊີວິດ​ທ້າວ​ນ້ອຍ​​ໄວ້​ໄດ້​. ທ້າວ​ ອໍ​ສະ​ເ​ຕັນ ​ໄດ້​ຈາກ​ໄປ​ແລ້ວ.

​ໂດຍ​ທີ່​ບໍ່​ສາມາດ​ຫລັບ​ນອນ, ບໍ່​ສາມາດ​​ສະຫງົບ​ໃຈ​ໄດ້, ທ້າວ​ທຣອຍ ມີ​ຄວາມ​ໂສກ​ເສົ້າຫລາຍ​ທີ່​ສຸດ. ລາວ​ເວົ້າວ່າ ມັນ​ເກີນ​ກວ່າ​ທີ່​ລາວ​ຈະ​ສາມາດ​ທົນກັບ​ມັນ​ໄດ້ ​ແລະ ລາວບໍ່​ຢາກ​ມີ​ຊີວິດ​ຢູ່ຕໍ່​ໄປ. ​ແຕ່​ໃນຂະນະ​ທີ່ກຳລັງຈົມ​ຢູ່​ກັບ​ຄວາມ​ໂສກ​ເສົ້າອັນ​ໜັກໜ່ວງ​ນັ້ນ ມີ​ພະລັງ​ສາມ​ຢ່າງ​ໄດ້​ມາສູ່​ລາວ.

ທຳ​ອິດ ຄືວິນ​ຍານ​ແຫ່ງ​ຄວາມ​ຮັກ ​ແລະ ​ໃຫ້​ຄວາມ​ໝັ້ນ​ໃຈ ຈາກພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ, ຊຶ່ງ​ສື່ສານ​ຜ່ານ​ທາງ​ພຣະວິນ​ຍານ​ບໍລິສຸດ ທີ່​ໄດ້​ມາ​ປອບ​ໂຍນ​ທ້າວທຣອຍ, ​ໄດ້​ສອນ​ລາວ​, ​ໄດ້​ຮັກ​ລາວ, ​ແລະ ​ໄດ້​ສື່​ມ​ບອກລາວ​ວ່າ ພຣະ​ເຈົ້າຮູ້​ທຸກ​ສິ່ງກ່ຽວ​ກັບ​ການ​ສູນ​ເສຍ​ບຸດ​ທີ່​ຈົບງາມ ​ແລະ ດີ​ພ້ອມ​ທຸກ​ຢ່າງ​. ທີສອງ ​ແມ່ນ​ນາງດີ​ດຣາ ພັນ​ລະ​ຍາ​ຂອງ​ລາວ, ຜູ້​ໄດ້​ໂອບ​ກອດ​ທ້າວທຣອຍ ​ແລະ ຮັກ​ລາວ ​ແລະ ​ເຕືອນ​ໃຈ​ລາວ​ວ່າ ນາງ​ກໍ​ໄດ້​ສູນ​ເສຍ​ລູກ​ຊາຍ​ໄປ​ຄື​ກັນ ​ແລະ ບໍ່​ຢາກ​ສູນ​ເສຍ​ສາມີ​ຂອງ​ນາງ​ໄປ​ອີກ​ຄົນ. ທີ​ສາມ ​ໃນ​ເລື່ອງນີ້ແມ່ນ​ບຣາເດີ ຈອນ ​ແມນ​ນິງ, ຄູ​ສອນ​ປະຈຳ​ບ້ານ ທີ່​ດີ​ເລີດ.

ຕາມ​ຄວາມ​ຈິງ​ແລ້ວ, ຂ້າພະ​ເຈົ້າບໍ່​ຮູ້​ວ່າ ບຣາ​ເດີ ຈອນ ກັບ​ຄູ່​ສອນ​ໜຸ່ມ​ຂອງ​ລາວ​​ໄດ້ໄປ​ຢ້ຽມຢາມ​ຄອບຄົວ ຣະ​ໂຊ ຕອນ​ໃດ, ຫລື ​ເຂົາ​ເຈົ້າ​ໄດ້​ມອບ​ຂ່າວສານ​ໃດ ​ໃຫ້​ຄອບຄົວ​ຕອນ​ເຂົາ​ເຈົ້າ​ໄປ​ເຖິງ, ຫລື ​ເຂົາ​ເຈົ້າ​ໄດ້​ລາຍ​ງານ​ການ​ຢ້ຽມຢາມ​ຂອງ​ເຂົາ​ເຈົ້າ​ໃນ​ແບບ​ໃດ. ຂ້າພະ​ເຈົ້າຮູ້​ພຽງ​ແຕ່ ​ໃນ​ລະດູ​ໃບ​ໄມ້​ປົ່ງ​ຜ່ານ​ມາ​ນີ້ ບຣາ​ເດີ ​ແມນ​ນິງ ​ໄດ້​ເອື້ອມ​ລົງ​ໄປ​ດຶງ​ທ້າວ​ທຣອຍ ຣະ​ໂຊ ຂຶ້ນມາ​ຈາກ​ ຫລຸມ​ເລິກ​ແຫ່ງ​ຄວາມ​ໂສກ​ເສົ້າ ​​ເນື່ອງ​ດ້ວຍອຸບັດ​ເຫດເທື່ອ​ນັ້ນ ຄື​ກັບ​ວ່າ ລາວ​ໄດ້​ອູ້ມ​ເອົາ​ທ້າວ​ນ້ອຍ ອໍ​ສະ​​ເຕັນ ຂຶ້ນມາ​ດ້ວຍ​ຕົວ​ລາວ​ເອງ. ​ໃນ​ການ​ເປັນ​ຄູ​ສອນ​ປະ​ຈຳ​ບ້ານ ຫລື ​ເປັນ​ຜູ້ດູແລ ຫລື ​ເປັນ​ອ້າຍ​ນ້ອງ​ໃນ​ພຣະກິດ​ຕິ​ຄຸນ ດັ່ງ​ທີ່​ລາວ​ຄວນ​ເປັນ, ບຣາ​ເດີ ຈອນ ​ໄດ້​ເອົາ​ໃຈ​ໃສ່​ດູ​ແລ​ທ້າວທຣອຍ ຣະ​ໂຊ. ລາວ​ໄດ້​ເລີ່​ມຕົ້ນ​ໂດຍ​ການ​ເວົ້າວ່າ, “ທຣອຍ, ທ້າວ​ອໍ​ສະ​ເຕັນ, ຢາກ​ໃຫ້​ເຈົ້າດຳ​ເນີນ​ໄປ​ໜ້າ—ຮ່ວມ​ທັງ​ການ​ຫລິ້ນ​ບານ​ບ້ວງ—ສະນັ້ນ ຂ້ອຍຊິ​ມາ​ຫາ​ເຈົ້າທຸກ​ເຊົ້າ ປະມານ 5 ​ໂມງ 15 ນາທີ. ​ໃຫ້​ເຈົ້າຕຽມ​ພ້ອມ​ເດີ ​ເພາະ​ຂ້ອຍ​ບໍ່​ຢາກ​ເຂົ້າ​ໄປ​ປຸກ​ເຈົ້າ ​ໃຫ້​ລຸກ​ຈາກ​ບ່ອນ​ນອນ—​ແລະ ຂ້ອຍ​ ຮູ້​ວ່າ ນາງ​ດີ​ດຣາກໍບໍ່​ຢາກ​ໃຫ້ຂ້ອຍ​ເຮັດ​ແບບ​ນັ້ນຄື​ກັນ.”

“ຂ້ານ້ອຍ​ບໍ່​ຢາກ​ໄປ,” ຕໍ່​ມາ ທ້າວທຣອຍ ​ໄດ້​ບອກ​ຂ້າພະ​ເຈົ້າ, “​ເພາະ​ຂ້ານ້ອຍ​ໄດ້​ພາ​ທ້າວ ອໍ​ສະ​ເຕັນ ​ໄປ​ກັບ​ຂ້ານ້ອຍ​ເລື້ອຍໆທຸກ​ເຊົ້າ ​ແລະ ຂ້ານ້ອຍ​ຮູ້​ວ່າ ຄວາມ​ຊົງ​ຈຳນັ້ນ ຊິ​ເຮັດ​ໃຫ້​ຂ້ານ້ອຍ​ເຈັບ​ປວດ​ຫລາຍ. ​ແຕ່ ບຣາ​ເດີ ຈອນ ​ຊວນ​ແລ້ວ​ຊວນ​ອີກ, ຂ້ານ້ອຍ​ກໍ​ເລີຍ​ໄປ. ນັບ​ແຕ່​ເວລາ​ນັ້ນມາ, ພວກ​ເຮົາ​ໄດ້​ເວົ້າລົມ​ກັນ—ຫລື ມີ​ແຕ່ຂ້ານ້ອຍ​ເວົ້າຄົນດຽວ ​ແລະ ບຣາ​ເດີ ຈອນ ​ເປັນ​ຜູ້​ຟັງ. ຂ້ານ້ອຍ​ໄດ້​ເວົ້າ​ໄປ​ສຸດ​ທາງ ຂະນະ​ທີ່​ຂັບ​ລົດ​ໄປ​ໂບດ ​ແລະ ​ໄດ້​ເວົ້າສຸດ​ທາງ ຕອນ​ຂັບ​ລົດ​ກັບ​ບ້ານ. ບາງ​ເທື່ອ ຂ້ານ້ອຍ​ໄດ້​ເວົ້າຕອນ​​ຈອດລົດ​ຢູ່​ໜ້າ​ບ້ານ ​ແລະ ຫລຽວ​ເບິ່ງ​ດວງ​ອາທິດ​ກຳລັງ​ຂຶ້ນ ຢູ່​ເມືອງລາສ໌ ​ເວ​ກັສ. ຕອນ​ທຳ​ອິດ​ກໍ​ຍາກ​ຫລາຍ, ​ແຕ່​ເມື່ອ​ເວລາ​ຜ່ານ​ໄປ ຂ້ານ້ອຍ​ຮັບ​ຮູ້​ວ່າ ຂ້ານ້ອຍ​ໄດ້ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ເທື່ອ​ລະ​ເລັກ ​ເທື່ອ​ລະ​ໜ້ອຍ ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຄົນ​ຫຸ່ນ​ສູງ​ໃຫຍ່, ຍ່າງ​ຊ້າໆ, ມັກ​ຫລິ້ນ​ບານ, ​​ໂດດ​ບໍ່​ສູງ, ​ຜູ້​ທີ່ຮັກ​ຂ້ານ້ອຍ ​ແລະ ​ໄດ້​ຮັບ​ຟັງ​ຂ້ານ້ອຍ ຈົນວ່າຂ້ານ້ອຍ​ຢາກ​ມີ​ຊີວິດ​ຢູ່​ຕໍ່​ໄປ.”8

ອ້າຍ​ນ້ອງແຫ່ງ​ຖານະ​ປະ​ໂລຫິດທີ່​ສັກສິດຂອງ​ຂ້າພະ​ເຈົ້າ, ​ເມື່ອ​ເຮົາ​ກ່າວ​ເຖິງ​ການ​ສອນ​ປະຈຳ​ບ້ານ ຫລື ການ​ດູ​ແລ​, ຫລື ການ​ປະຕິບັດ​ຂອງ​ຖານະ​ປະ​ໂລຫິດ​ເປັນ​ສ່ວນ​ຕົວ—ຕາມ​​ແຕ່​ທ່ານ​ຈະ​ເອີ້ນ—ນີ້​ຄື ສິ່ງ​ທີ່​ພວກເຮົາ​ກ່າວເຖິງ. ​ພວກ​ເຮົາ​ຂໍ​ໃຫ້​ທ່ານ​ ຜູ້ເປັນ​ຄູ​ສອນ​ປະຈຳ​ບ້ານ ​ໃຫ້​ເປັນ​ຜູ້​ຕາງໜ້າ​ຂອງພຣະ​ເຈົ້າຕໍ່​ລູກໆ​ຂອງ​ພຣະອົງ, ​ເພື່ອ​​ໃຫ້ຮັກ ​ແລະ ດູ​ແລ ​ແລະ ອະທິຖານ​ເພື່ອ​ຜູ້​ທີ່​ທ່ານ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ດູ​ແລ, ດັ່ງ​ທີ່​ພວກ​ເຮົາ​ຮັກ, ​ແລະ ດູ​ແລ ​ແລະ ອະທິຖານ​ເພື່ອ​ທ່ານ. ຂໍ​ໃຫ້​ທ່ານ​ຈົ່ງ​ຮັກສາ​ຝູງ​ຂອງ​ພຣະ​ເຈົ້າດ້ວຍ​ຄວາມ​ລະມັດລະວັງ ​ໃນ​ທາງ​ທີ່​ສອດຄ່ອງ​ກັບ​ສະພາບ​ການ​ຂອງ​ທ່ານ. ຂ້າພະ​ເຈົ້າອະທິຖານ ​ໃນ​ພຣະນາມ​ຂອງ​ພຣະຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ​ທຸກ​ຄົນ, ຜູ້​ຊຶ່ງ​ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ, ​ແມ່ນ​ແຕ່​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ອາແມນ.

​ແຫ​ລ່ງອ້າງ​ອີງ

  1. ການ​ສົນທະນາ​ສ່ວນ​ຕົວ, ​ເດືອນ​ມິຖຸນາ 2016.

  2. Melchizedek Priesthood Leadership Handbook (1990), 5.

  3. ​ເບິ່ງ Doctrine and Covenants 20:53.

  4. ຈົດໝາຍ​ຂອງ​ຝ່າຍ​ປະທານ​ສູງ​ສຸດ, ວັນ​ທີ 10 ​ເດືອນ​ທັນວາ, 2001; ຄຳ​ແນະນຳ​ນີ້​ໄດ້​ຖືກ​ຮ່ວມ​ເຂົ້າກັບ Handbook 2: Administering the Church (2010), 7.4.3.

  5. ເບິ່ງ Doctrine and Covenants 20:47, 51.

  6. ໂມ​ໂຣ​ໄນ 6:5.

  7. ເບິ່ງ Doctrine and Covenants 20:53.

  8. ການ​ສົນທະນາ​ສ່ວນ​ຕົວ ​ແລະ ການ​ເວົ້າລົມ​ກັນ​ທາງ​ອີ​ເມວ, ​ເດືອນ​​ເມສາ 2016.