​2010–2019
ເພື່ອ​ການ​ພັດ​ທະ​ນາ ແລະ ​ການ​ຮຽນ​ທາງ​ວິນ​ຍານ​ຂອງ​ເຮົາ
​ເດືອນ​ຕຸລາ 2016


ເພື່ອ​ການ​ພັດ​ທະ​ນາ ແລະ ​ການ​ຮຽນ​ທາງ​ວິນ​ຍານ​ຂອງ​ເຮົາ

ຄຳ​ຂອງ​ຢາ​ໂຄບ​ສອນ​ວ່າ ເຮົາ​ບໍ່​ສາ​ມາດ “ງັດ​ແຜ່ນ​ຈາ​ລຶກ” ອອກ​ໄດ້ ຫລື ​ບັງ​ຄັບ​ໃຫ້​ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ​ຖືກ​ເປີດ​ເຜີຍ​ໃຫ້​ເຮົາ​ຮູ້. ​ແຕ່ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ​ຈະຖືກ​ເປີດ​ເຜີຍ​ໃຫ້​ເຮົາ​ຮູ້ ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ​ແລະ ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເທົ່າ​ນັ້ນ.

ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ ພໍ່​ແມ່​ໄດ້​ຮັບ​ຂອງ​ຂວັນ​ທີ່​ຕຶງ​ໃຈ​ນ້ອງ​ຊາຍ​ຊື່​ ດາ​ວິດ ແລະ ​ຂ້າ​ພະ​ເຈົ້າ. ຂອງ​ຂວັນ​ດັ່ງ​ກ່າວ​ເປັນ​ແຜ່ນ​ຈາ​ລຶກນ້ອຍ​ສີຄຳສຳລັບ​ເອ້​ເຮືອນ ​ຊຶ່ງ​​ເຮັດ​ຄື​ແຜ່ນ​ຈາລຶກ​ຄຳ​ທີ່ສາດ​ສະ​ດາ​ໂຈເຊັບ ສະ​ມິດ​ ໄດ້​ຮັບ​ຈາກ​ໂມ​ໂຣ​ໄນ. ຕາມ​ທີ່​ຂ້າ​ພະ​ເຈົ້າ​ຈື່​ໄດ້ ​ແຜ່ນ​ຈາ​ລຶກ​ນ້ອຍ​ນັ້ນ ທີ່​ເຮັດ​ຈາກ​ໂລຫະ ມີ​ຢູ່​ດ້ວຍ​ກັນ​ປະມານ 10 ​ແຜ່ນ ທີ່​ມີ​ຂໍ້ຄວາມ​ຂຽນ​ໄວ້. ​ແຕ່​​​​ແຜ່ນ​ໂລຫະ​ເຫລົ່ານັ້ນ ບໍ່​ໄດ້​ຈັບ​ຕາ​ຈັບ​ໃຈ​ຂອງ​ພວກ​ເຮົາ.

ພວກ​ເຮົາ​​ເຕີບ​ໂຕ​ຂຶ້ນ ພ້ອມ​ກັບ​ການໄດ້​ຍິນ​ເລື່ອງ​ກ່ຽວ​ກັບ​ການ​ຟື້ນ​ຟູ​ເລື້ອຍໆ. ພວກ​ເຮົາ​ໄດ້​ຮູ້​ຈັກ​ ແລະ ​ໄດ້​ຮ້ອງ​ເພງ​ຢູ່​ໃນ​ຫ້ອງ​ປະ​ຖົມ ກ່ຽວ​ກັບ​ແຜ່ນ​ຈາ​ລຶກ​​ຄຳ​ທີ່​ໄດ້​ຝັງໄວ້​​ເລິກ​ຢູ່​ໃນ​ພູ​ດອຍ ແລະ ​ໂມ​ໂຣ​ໄນ​ຜູ້​ເປັນ​ທູດ​ສະ​ຫວັນ​ໄດ້​ມອບ​ໃຫ້ ​ໂຈເຊັບ ສະ​ມິດ.1 ​ໂດຍ​ທີ່​ເປັນ​ເດັກ​ທີ່​ຢາກ​ຮູ້ຢາກ​ເຫັນ ກໍ​ມີ​ສິ່ງ​ໜຶ່ງ​ທີ່​ພວກ​ເຮົາ​ຢາກ​ເຫັນ​ອີ່​ຫລີ: ມີ​ຫຍັງ​ແດ່​ທີ່​ຂຽນ​ໄວ້​​ໃນພາກ​ສ່ວນ​ໜຶ່ງຂອງ​​ແຜ່ນ​ຈາ​ລຶກ​ນັ້ນ ທີ່​ມີ​ສາຍ​ໂລ​ຫະ​ນ້ອຍ​ສອງ​ເສັ້ນ​ມັດ​ໄວ້?

​ແຜ່ນ​ຈາ​ລຶກ​ໄດ້​ຢອງຢູ່​ທີ່​ໂຕະ​ນ້ອຍ​ຫລາຍ​ມື້​ກ່ອນ​ພວກ​ເຮົາ​ອົດ​ຕໍ່​ໄປ​ບໍ່​ໄດ້. ເຖິງ​ແມ່ນ​ພວກ​ເຮົາ​​ຮູ້​ວ່າ ນັ້ນ​ບໍ່​ແມ່ນ​ແຜ່ນ​ຈາ​ລຶກ​ຕົວ​ແທ້​ຈິງ​ ທີ່​ໂມ​ໂຣ​ໄນ​ໄດ້​ມອບ​ໃຫ້, ພວກ​ເຮົາ​ຍັງ​ຢາກ​ເຫັນ​ສ່ວນ​ທີ່​ອັດ​ໄວ້​ນັ້ນ. ສະ​ນັ້ນ​ມີ​ຫລາຍ​ເທື່ອ​ທີ່​ນ້ອງ​ຊາຍ​ ແລະ​ ຂ້າ​ພະ​ເຈົ້າ​ໄດ້​ເອົາ​ມີດ​ເອົາ​ບ່ວງ​ເອົາ​ຫຍັງ​ ຕາມ​ແຕ່​ຈະ​ຄິດ​ອອກ​ໄດ້ ເພື່ອ​ພະ​ຍາ​ຍາມ​ງັດ​ແຍກ​ສ່ວນ​ທີ່​ອັດ​ໄວ້ ມີ​ແຕ່​ຢາກ​ແຫວກ​ໜ້ອຍ​ດຽວ​ ເພື່ອຈະ​ໄດ້​ເຫັນ​ວ່າ​ມີ​ຫຍັງ​ຢູ່​ໃນນັ້ນ—​ແຕ່​ບໍ່​ສາມາດ​ໃຫ້​ສາຍ​ນ້ອຍນັ້ນຂາດ. ພວກ​ເຮົາ​ເກັ່ງ​ສົມຄວນ ທີ່​ບໍ່​ໄດ້​ວາງ​ຮອຍ​ໃດ​ທີ່​ຈະ​ບົ່ງ​ບອກ​ເຖິງ​ຄວາມ​ຢາກ​ຮູ້​ຢາກ​ເຫັນຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ທໍ້​ຖອຍ​ໃຈ​ ແລະ​ ເຫລືອ​ໃຈ​ທີ່​ຄວາມ​ພະ​ຍາ​ຍາມ​ທີ່ຈະ “ງັດ​ແຜ່ນ​ຈາ​ລຶກ” ບໍ່​ເຄີຍ​ໄດ້​ຜົນ​ຈັກ​ເທື່ອ.

ຂ້າ​ພະ​ເຈົ້າ​ຍັງ​ບໍ່​ຮູ້​ວ່າ​ມີ​ຫຍັ​ງ​—ຖ້າ​​ມີ​ຫຍັງ—​ຖືກ​ເຊື່ອງ​ຊ້ອນໄວ້​ໃນ​ສ່ວນ​ທີ່​ອັດ​ນັ້ນ. ແຕ່​ສິ່ງ​ທີ່​ໜ້າ​ອາຍ​ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ​ວ່າ ຕັ້ງ​ແຕ່​ມື້​ນີ້​ເອງ​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ຮູ້​ຈັກ​ເລີຍ​ວ່າ ມີ​ຫຍັງ​ຂຽນ​ໄວ້​​ໃນສ່ວນທີ່​ມີ​ໄວ້​ເພື່ອ​​ໃຫ້ອ່ານ​ໄດ້. ຂ້າ​ພະ​ເຈົ້າ​ຄິດ​ວ່າ ໜ້າ​ເຫລົ່າ​ນັ້ນ​ມີ​ເລື່ອງ​ກ່ຽວ​ກັບ​ການ​ຟື້ນ​ຟູ ແລະ ​ປະ​ຈັກ​ພະ​ຍານ​ຂອງ​ໂຈ​ເຊັບ ສະ​ມິດ ແລະ ​ຂອງ​ພະ​ຍານ​ສາມ​ຄົນ ແລະ ​ພະ​ຍານ​ແປດ​ຄົນ ຜູ້​ທີ່​ໄດ້​ເຫັນ​ແຜ່ນ​ຈາ​ລຶກ​ແທ້ໆ ທີ່​ໂມ​ໂຣ​ໄນ​ໄດ້​ມອບ​ໃຫ້.

ຕັ້ງ​ແຕ່​ການ​ສ້າງ​ໂລກ​​ນີ້ເປັນຕົ້ນມາ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ​ໄດ້​ມອບ​ ການ​ນຳ​ພາ, ການ​ເປັນ​ຜູ້​ແນະ​ນຳ, ​ແລະ ຄຳ​ແນະນຳ ​ໃຫ້​ແກ່​ລູກໆ​ຂອງ​ພຣະອົງ ຜ່ານ​ທາງ​ສາດ​ສະ​ດາ. ສາດ​ສະ​ດາ​ດັ່ງ​ກ່າວ​ນີ້​ໄດ້​ບັນ​ທຶກ​ຄຳ​ຂອງ​ພຣະ​ອົງ ແລະ ​ເກັບ​ໄວ້​ເປັນ​ພຣະ​ຄຳ​ພີ ​ເພື່ອ​ການ​ພັດ​ທະ​ນາ ​ແລະ ​ການ​ຮຽນ​ຮູ້​ຂອງ​ເຮົາ. ນີ​ໄຟ​ໄດ້​ອະ​ທິ​ບາຍ ດັ່ງ​ນີ້:

“ເພາະ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ​ພຣະ​ຄຳ​ພີ ແລະ ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຄຳ​ນຶງ​ເຖິງ​ຂໍ້​ຄວາມ​ເຫລົ່າ​ນັ້ນ ແລະ ​ໄດ້​ບັນ​ທຶກ​ມັນ​ໄວ້​ເພື່ອ​ການ​ຮຽນ​ຮູ້ ແລະ ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ.

“ຈົ່ງ​ເບິ່ງ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ​ເລື່ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຄິດ​ຄຳ​ນຶງ​ຢູ່​ຕະ​ຫລອດ​ເວ​ລາ​ເຖິງ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ ແລະ ​ໄດ້​ຍິນ​ມາ.”2

ນອກ​ເໜືອ​ຈາກ​ນີ້, ໃນ​ສະ​ໄໝ​ກ່ອນ ​ແລະ​ ໃນ​ສະ​ໄໝ​​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ​ອັນ​ສຸດ​ທ້າຍ​ນີ້, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ທີ່​ມີ​ຄ່າ​ຄວນ ໄດ້​ຮັບ​ພອນ​ທີ່​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ, ​ທີ່​ຊ່ວຍ​ໃນການ​ພັດ​ທະ​ນາ​ ແລະ​ ການ​ຮຽນ​ຮູ້​ທາງ​ວິນ​ຍານ​ຂອງ​ເຮົາ.

ໂດຍ​ທີ່​ຮູ້​ວ່າ​ນ້ອງ​ຊາຍ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ພາກ​ພຽນ, ຂ້າ​ພະ​ເຈົ້າ​ຄິດ​ວ່າ​ລາວ​ຄົງ​ຈະ​ໄດ້​ອ່ານ​ຄຳ​ທັງ​ໝົດ​ທີ່​ຂຽນ​ໄວ້​​ໃນຈາ​ລຶກນ້ອຍ​ຢູ່​ບ້ານ​ພໍ່​ແມ່​ພວກ​ເຮົາ. ແຕ່​ຂ້າ​ພະ​ເຈົ້າ​ໄດ້​ເມີນ​ເສີຍ​ຈາກຄວາມ​ຈິງ​ທີ່​ແຈ່ມ​ແຈ້ງ​ ແລະ ​ມີ​ຄ່າ​ທີ່​ສຸດ​ເຫລົ່າ​ນັ້ນ ແລະ ​ໄດ້​ໃຊ້​ແຮງ​ເພື່ອ​ຊອກ​ຫາ​ສິ່ງ​ທີ່​ບໍ່​​ສົມ​ຄວນ​ຈະ​ເປີດ​ເຜີຍ.

ເປັນ​ໜ້າ​ເສຍ​ດາຍ​ທີ່​ບາງ​ເທື່ອ​ການ​ພັດ​ທະ​ນາ​ ແລະ​ ການ​ຮຽນ​ຮູ້​ຂອງ​ເຮົາ​ຈະ​ຖືກ​ຕັນ​ ຫລື ຖືກ​ກີດ​ກັນໝົດ ເພາະ​ເຮົາ​ປາ​ດຖະ​ໜາ​ທີ່ຈະ “ງັດ​ແຜ່ນ​ຈາ​ລຶກ” ຢ່າງ​ທີ່​ບໍ່​ສົມ​ຄວນ. ການ​ກະ​ທຳ​ຢ່າງ​ນີ້​ອາດ​ຈະ​ນຳ​ເຮົາ​ໃຫ້​ໄປ​ສະ​ແຫວງ​ຫາ​ສິ່ງ​ທີ່​ບໍ່​ສົມ​ຄວນ​ທີ່​ຈະ​ເຂົ້າ​ໃຈ​ໃນ​ຕອນ​ນີ້, ໃນ​ເວ​ລາ​ອັນ​ດຽວກັນ ​ເຮົາ​ພັດເມີນ​ເສີຍຈາກ​ຄວາມ​ຈິງ​ທີ່​ງົດ​ງາມ ທີ່​ໄດ້​ຕັ້ງ​ໄວ້​ເພື່ອ​ເຮົາ​ ແລະ ​ສຳລັບ​ສະ​ຖາ​ນະ​ການ​ຂອງ​ເຮົາ​—​ຄວາມ​ຈິງ​ທີ່​ນີ​ໄຟ ໄດ້​ອະ​ທິ​ບາຍ​​ໄວ້ໄດ້​ຖືກຂຽນ​ໄວ້​ເພື່ອ​ການ​ຮຽນ​ຮູ້​ ແລະ​ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຮົາ.

ຢາ​ໂຄບ ນ້ອງ​ຊາຍ​ຂອງ​ນີ​ໄຟ ໄດ້​ສອນ​ວ່າ, “ຈົ່ງ​ເບິ່ງ ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຍິ່ງ​ໃຫຍ່​ ແລະ ​ໜ້າ​ອັດ​ສະ​ຈັນ. ຄວາມ​ລຶກ​ລັບ​ຂອງ​ພຣະ​ອົງ​ບໍ່​ສາ​ມາດ​ຢັ່ງເຖິງ​ໄດ້; ແລະ ​ເປັນ​ໄປ​ບໍ່​ໄດ້​ທີ່​ຄົນ​ຈະ​ພົບ​ເຫັນ​ເສັ້ນ​ທາງ​ຂອງ​ພຣະ​ອົງ​ທັງ​ໝົດ.”3

ຄຳ​ຂອງ​ຢາ​ໂຄບ​ສອນ​ວ່າ ເຮົາ​ບໍ່​ສາ​ມາດ “ງັດ​ແຜ່ນ​ຈາ​ລຶກ” ອອກ​ໄດ້ ຫລື ​ບັງ​ຄັບ​ໃຫ້​ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ​ຖືກ​ເປີດ​ເຜີຍ​ໃຫ້​ເຮົາ​ຮູ້. ​ແຕ່ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ​ຈະຖືກ​ເປີດ​ເຜີຍ​ໃຫ້​ເຮົາ​ຮູ້ ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ​ແລະ ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເທົ່າ​ນັ້ນ.4

ຢາ​ໂຄບ​ສອນ​ຕໍ່​ໄປ​ວ່າ:

“ແລະ​ບໍ່​ມີ​ຜູ້​ໃດ​ຈະ​ຮູ້​ຈັກ​ເສັ້ນ​ທາງ​ຂອງ​ພຣະ​ອົງ ນອກ​ຈາກ​ພຣະ​ອົງ​ຈະ​ເປີດ​ເຜີຍ​ໃຫ້​ຮູ້; ສະ​ນັ້ນ ພີ່​ນ້ອງ​ເອີຍ, ຢ່າ​ໄດ້​ໝິ່ນ​ປະ​ໝາດ​ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ​ເລີຍ.

“ເພາະ​ຈົ່ງ​ເບິ່ງ, ໂດຍ​ອຳ​ນາດ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ອົງ ມະ​ນຸດ​ຈຶ່ງ​ໄດ້​ມາ​ສູ່​ແຜ່ນ​ດິນ​ໂລກ​ນີ້. ... ໂອ້​ ແລ້ວ​ເປັນ​ຫຍັງ​ພຣະ​ອົງ​ຈະ​ບໍ່​ສາ​ມາດ​ບັນ​ຊາ​ແຜ່ນ​ດິນ​ໂລກ ຫລື​ ວຽກ​ງານ​ແຫ່ງ​ພຣະ​ຫັດ​ຂອງ​ພຣະ​ອົງ​ເໜືອ​ຜືນ​ແຜ່ນ​ດິນ​ນີ້​ໄດ້ ຕາມ​ພຣະ​ປະ​ສົງ​ ແລະ​ ຄວາມ​ພໍ​ພຣະ​ໄທ​ຂອງ​ພຣະ​ອົງ?

“ສະ​ນັ້ນ ພີ່​ນ້ອງ​ເອີຍ, ຢ່າ​ໄດ້​ພະ​ຍາ​ຍາມ​ແນະ​ນຳ​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ໃຫ້​ຮັບ​ເອົາ​ຄຳ​ແນະ​ນຳ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ.”5

ເພື່ອ​ຈະ​ເຂົ້າ​ໃຈ​ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ ຫລື​ ສິ່ງ​ທີ່​ສາ​ມາດ​ເຂົ້າ​ໃຈ​ໄດ້​ ແຕ່​ໂດຍ​ທາງ​ການ​ເປີດ​ເຜີຍ​ເທົ່າ​ນັ້ນ, ເຮົາ​ຕ້ອງ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ນີ​ໄຟ ທີ່​ໄດ້​ກ່າວ​ວ່າ, “ໂດຍ​ທີ່​ມີ​ອາ​ຍຸ​ໜ້ອຍ​ຢູ່, ແຕ່​ວ່າ​ມີ​ຮ່າງ​ກາຍ​ສູງ​ໃຫຍ່ ແລະ ​ມີ​ຄວາມ​ປາ​ດຖະ​ໜາ​ອັນ​ແຮງ​ກ້າ​ຢາກ​ຮູ້​ຈັກ​ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ; ແລະ ​ຈົ່ງ​ເບິ່ງ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຫາ​ຂ້າ​ພະ​ເຈົ້າ ແລະ ​ເຮັດ​ໃຫ້​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ອ່ອນ​ລົງ​ຈົນ​ວ່າ ຂ້າ​ພະ​ເຈົ້າ​ເຊື່ອ​ຄຳ​ເວົ້າ​ທີ່​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ເວົ້າ​ມາ​ທັງ​ໝົດ.”6 ພຣະ​ຜູ້​ເປັນ​ເຈົ້າ​ເອງ​ໄດ້​ອະ​ທິ​ບາຍ​ຕໍ່​ໄປ​ວ່າ ນີ​ໄຟ​ໄດ້​ລອງ​ໃຊ້​ສັດ​ທາ, ໄດ້​ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ ດ້ວຍ​ໃຈ​ອັນ​ຕ່ຳ​ຕ້ອຍ ແລະ ​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.7

ຕົວ​ຢ່າງ​ຂອງ​ນີ​ໄຟ​ທີ່​ສະ​ແຫວງ​ຫາ​ຄວາມ​ຮູ້​ກໍ​ມີ (1) ຄວາມ​ປາດ​ຖະ​ນາ​ທີ່​ຈິງ​ໃຈ, (2) ຄວາມ​ຖ່ອມຕົວ, (3) ການ​ອະທິຖານ, (4) ຄວາມ​ໄວ້​ວາງ​ໃຈ​ໃນ​ສາດ​ສະ​ດາ, ແລະ ​ການ​ນຳ​ໃຊ້ (5) ສັດທາ, (6) ຄວາມ​ພາກ​ພຽນ, ​ແລະ (7) ການ​ເຊື່ອ​ຟັງ. ວິ​ທີ​ການ​ສະ​ແຫວງ​ຫາ​ແບບ​ນີ້​ ກົງ​ກັນ​ຂ້າມ​ກັບ​ການ “ງັດ​ແຜ່ນ​ຈາ​ລຶກ” ຂອງ​ຂ້າ​ພະ​ເຈົ້າ​ ຫລື ​ການ​ພະ​ຍາ​ຍາມ​ບັງຄັບ ​ເພື່ອ​ຈະ​ໄດ້ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເປີດ​ເຜີຍ​ຕາມ​ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ​ແລະ ​ໂດຍ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ໃນ​ສະ​ໄໝ​ນີ້ ເຮົາ​ມັກ​ຈະ​ຄິດ​ວ່າ​ ​ເຮົາຄວນ​ໄດ້​ຮັບ​ຄວາມ​ຮູ້​ໃນໄວໆ​ນີ້ ​ແລະ​ ຄວນ​ຈະ​​ໄດ້​ຮັບ​ໃນ​ທັນ​ທີ; ເມື່ອ​ບໍ່​ໄດ້​ຂໍ້​ມູນ​ຢ່າງ​ງ່າຍ​ດາຍ ຫລາຍ​ເທື່ອ​ຄົນ​ມັກ​ປະ​ຕິ​ເສດ​ ຫລື​ ບໍ່​ໄວ້​ໃຈ​ຂໍ້​ມູນ​ນັ້ນ. ເພາະ​ມີ​ຂໍ້​ມູນ​ຢ່າງ​ລົ້ນ​ເຫລືອ ມີ​ບາງ​ຄົນ​ທີ່​ໂດຍ​ບໍ່​ຕັ້ງ​ໃຈ​ ມັກ​ຈະ​ໄວ້​ໃຈ​ກັບ​ຂໍ້​ມູນ​ທີ່​ຕົນ​ສາ​ມາດ​ເຫັນ​ໄດ້​ ແຕ່​ບໍ່​ຮູ້​ມັນ​ມາ​ແຕ່​ໃສ ແທນ​ທີ່​ຈະ​ເອົາ​ໃຈ​ໃສ່​ຕາມ​ແບບ​ຢ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ໄວ້​ ເພື່ອ​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ຢາ​ໂຄບ​ອາດ​ໄດ້​ບັນ​ລະ​ຍາຍ​ສະ​ໄໝ​ຂອງ​ເຮົາ​ເມື່ອ​ ເພິ່ນ​​ກ່າວວ່າ: “ແຕ່​ຈົ່ງ​ເບິ່ງ, [ພວກ​ເຂົາ] ເປັນ​ຄົນ​ແຂງ​ຄໍ​ ແລະ​ ພວກ​ເຂົາ​ດູ​ໝິ່ນ​ປະ​ໝາດ​ຄຳ​ເວົ້າ​ອັນ​ແຈ່ມ​ແຈ້ງ ... ແລະ ​ສະ​ແຫວງ​ຫາ​ສິ່ງ​ທີ່​ພວກ​ເຂົາ​ບໍ່​ອາດ​ເຂົ້າ​ໃຈ​ໄດ້. ສະ​ນັ້ນ​ເພາະ​ຄວາມ​ຕາ​ບອດ​ຂອງ​ພວກ​ເຂົາ ຊຶ່ງ​ຕາ​ບອດ​ນັ້ນ​ມາ​ຈາກ​ການ​ເບິ່ງ​ຂ້າມ​ເຄື່ອງ​ໝາຍ, ພວກ​ເຂົາ​ຈຶ່ງ​ຕ້ອງ​ຕົກ​ໄປ; ເພາະ​ພຣະ​ເຈົ້າ​ໄດ້​ເອົາ​ຄວາມ​ແຈ່ມ​ແຈ້ງ​ຂອງ​ພຣະ​ອົງ​ໄປ​ຈາກ​ພວກ​ເຂົາ, ແລະ ​ມອບ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໃຫ້​ແກ່​ພວກ​ເຂົາ​ ຊຶ່ງ​ພວກ​ເຂົາ​ເຂົ້າ​ໃຈ​ບໍ່​ໄດ້, ເພາະ​ພວກ​ເຂົາ​ປາດ​ຖະ​ໜາ​ແນວ​ນັ້ນ.”8

ກົງ​ກັນ​ຂ້າມ​ກັບຄຳ​ແນະ​ນຳ​ຂອງ​ປະ​ທານ​ດີ​ເດີ ແອັຟ. ອຸກ​ດອບ. ເພິ່ນ​ໄດ້​ເວົ້າ​ກ່ຽວ​ກັບ​ຜູ້​ສອນ​ສາດ​ສະ​ໜາ ແຕ່​ຄຳ​ຂອງ​ເພິ່ນ​ຈະ​ໃຊ້​ໄດ້​ກັບ​ທຸກ​ຄົນ​ທີ່​ສະ​ແຫວງ​ຫາ​ຄວາມ​ຈິງ​ທາງ​ວິນ​ຍານ. “ເມື່ອ ... ຜູ້​ສອນ​ສາດ​ສະ​ໜາ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ,” ເພິ່ນ​ວ່າ, “ເຂົາ​ເຈົ້າ​ຈະ​ວາງ​ໃຈ​ໄວ້​ນຳ​ພຣະ​ຜູ້​ເປັນ​ເຈົ້າ​ພໍ​ທີ່​ຈະ​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົ​ງ​—​ເຖິງ​ແມ່ນ​ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ຢ່າງ​ສົມ​ບູນ​​ເຖິງສາ​ເຫດ​ຂອງພຣະ​ບັນ​ຍັດ​ນັ້ນ. ສັດ​ທາ​ຂອງ​ເຂົາ​ເຈົ້າ​ຈະ​ສະ​ແດງ​ອອກ​ໂດຍ​ທາງ​ຄວາມ​ພາກ​ພຽນ​ ແລະ​ ທາງ​ການ​ເຮັດ​ວຽກ.”9

ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ, ແອວ​ເດີ ດາ​ລິນ ເ​ອັຈ ໂອ​ກ​ສ໌ ໄດ້​ອະ​ທິ​ບາຍ​ວ່າ: “ສາດ​ສະ​ໜາ​ຈັກ​ກຳ​ລັງ​ພະ​ຍາ​ຍາມ​ຢ່າງ​ຈິງ​ຈັງ​ທີ່​ຈະ​ເປີດ​ບັນ​ທຶກ​ທີ່​ເຮົາ​ມີ​ຢູ່, ແຕ່​ຫລັງ​ຈາກ​ຈັດ​ພິມ​ທັງ​ໝົດ​ທີ່​ພວກ​ເຮົາ​ສາ​ມາດ​ພິມ​ໄດ້, ບາງ​ເທື່ອ​ສະ​ມາ​ຊິກ​ເຮົາ​ຍັງ​ມີ​ຄຳ​ຖາມ​ທີ່​ບໍ່​ສາ​ມາດ​ຕອບ​ໄດ້​ໂດຍ​ການ​ຮຽນ​ເທົ່າ​ນັ້ນ. ... ມີ​ບາງ​ສິ່ງ​ທີ່​ຈະ​ຮຽນ​ໄດ້​ແຕ່​ໂດຍ​ທາງ​ສັດ​ທາ.”10

ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ​ໄດ້​ສອນ​ຫລັກ​ທຳ​ອັນ​ດຽວ​ກັນ​ນີ້, ຈຶ່ງ​ສະ​ແດງ​ວ່າ​ນິ​ໄສ​ມະ​ນຸດ​ບໍ່​ໄດ້​ປ່ຽນ ແລະ ​ວ່າ​ແບບ​ຢ່າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ເພື່ອ​ການ​ຮຽນ​ກໍ​ເໝືອນ​ກັນ​ຕະ​ຫລອດ​ເວ​ລາ. ໃຫ້​ພິ​ຈາ​ລະ​ນາ​ສຸ​ພາ​ສິດ​ຈາກ​ພຣະ​ຄຳ​ພີ​ເດີມ ທີ່​ວ່າ: “ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ຫົວ​ໃຈ​ເຈົ້າ, ຢ່າ​ເຊື່ອ​ໝັ້ນ​ຈັກ​ເທື່ອ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເຈົ້າ​ຮູ້​ຈັກ.”11

ເອ​ຊາ​ຢາ​ໄດ້​ອະ​ທິ​ບາຍ, ​ໂດຍ​ກ່າວ​​ແທນ​ພຣະຜູ້​ເປັນ​ເຈົ້າ​ວ່າ, “ສະ​ຫວັນ​ຊັ້ນ​ຟ້າ​ສູງ​ກວ່າ​ແຜ່ນ​ດິນ​ໂລກ​ສັນ​ໃດ ວິ​ຖີ​ທາງ​ທັງ​ຄວາມ​ຄິດ​ເຮົາ​ກໍ​ສູງ​ກວ່າ​ສັນ​ນັ້ນ.”12

ນີ​ໄຟ​ເປັນ​ພະ​ຍານ​ອີກ​ຄົນ​ໜຶ່ງ​ເມື່ອ​ເພິ່ນ​ໄດ້​ປະ​ກາດ​ວ່າ, “ໂອ້​ ພຣະ​ອົງ​ເຈົ້າ​ເອີຍ, ຂ້າ​ນ້ອຍ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ແລະ ​ຂ້າ​ນ້ອຍ​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ຕະ​ຫລອດ​ໄປ.”13

ສັດ​ທາ​ ແລະ ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຍ່ອມ​ຕ້ອງ​ການ​ໃຫ້​ເຮົາ​ຮັບ​ຮູ້​ວ່າ ປັນ​ຍາ​ຂອງ​ພຣະ​ອົງ​ກໍ​ສູງ​ກວ່າ​ປັນ​ຍາ​ຂອງ​ເຮົາ. ອີກ​ຢ່າງ​ໜຶ່ງ​ ເຮົາ​ຕ້ອງ​ຮັບ​ຮູ້​ວ່າ ແຜນ​​ຂອງ​ພຣະ​ອົງ​ ​ຈັດ​ຫາ​ຄວາມ​ສາມາດ​ສູງ​ສຸດ​​ເພື່ອການ​ພັດ​ທະ​ນາ​ ແລະ ​ການ​ຮຽນ​ທາງ​ວິນ​ຍານ​.

ເຮົາ​ບໍ່​ຄວນຄາດ​ຫວັງ​ວ່າ “ຕ້ອງມີຄວາມ​ຮູ້ອັນ​ສົມ​ບູນ​ເຖິງ​ເລື່ອງ​ຕ່າງໆ” ໃນ​ຊີ​ວິດ​ມະ​ຕະ​ນີ້. ແຕ່​ເຮົາ​ຄວນ​​ຄາດຫວັງ “​ໃນ​ສິ່ງ​ທີ່​ບໍ່​ເຄີຍ​ເຫັນ, ຊຶ່ງ​ເປັນ​ຄວາມ​ຈິງ.”14

ເຖິງ​ແມ່ນ​ນີ​ໄຟ​ໄດ້​ມີ​ສັດ​ທາ​ອັນ​ຍິ່ງ​ໃຫຍ່, ເພິ່ນ​ຍັງ​ໄດ້​ຮັບ​ຮູ້​ວ່າ ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ຈຳ​ກັດ​ເມື່ອ​ເພິ່ນ​ໄດ້​ຕອບ​ທູດ​ສະ​ຫວັນ​ທີ່​ໄດ້​ຖາມ​ເພິ່ນ​ວ່າ, “ເຈົ້າ​ຮູ້​ຈັກ​ຄວາມ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ເຈົ້າ​ບໍ?” ນີ​ໄຟ​ຕອບ​ວ່າ, “ຂ້າ​ນ້ອຍ​ຮູ້​ວ່າ​ພຣະ​ອົງ​ຮັກ​ລູກໆ​ຂອງ​ພຣະ​ອົງ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ນ້ອຍ​ບໍ່​ຮູ້​ເຖິງ​ຄວາມ​ໝາຍ​ໝົດ​ທຸກ​ຢ່າງ.15

ຄ້າຍຄື​ກັນນັ້ນ, ແອວ​ມາ​ໄດ້​ບອກ​ຮີ​ລາມັນ ລູກ​ຊາຍ​ຂອງ​ເພິ່ນ​ວ່າ, “ບັດ​ນີ້​ຄວາມ​ລຶກ​ລັບ​ຍັງ​ບໍ່​ທັນ​ເປັນ​ທີ່​ຮູ້​ໂດຍ​ສົມ​ບູນ​ແກ່​ພໍ່; ດັ່ງ​ນັ້ນ ພໍ່​ຈຶ່ງ​ຢຸດ​ໄວ້​ກ່ອນ.”16

ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ​ຮັກ​ລູກໆ​ຂອງ​ພຣະ​ອົງ, ແຕ່​ແລ້ວ, ຄື​ກັນ​ກັບ​ນີ​ໄຟ​ ແລະ ​ແອວ​ມາ, ຂ້າ​ພະ​ເຈົ້າ​ບໍ່​ຮູ້​ເຖິງ​ຄວາມ​ໝາຍ​ໝົດ​ທຸກ​ຢ່າງ. ແລະ ​ຂ້າ​ພະ​ເຈົ້າ​ບໍ່​ຕ້ອງ​ການ​ຈະ​ຮູ້​ເຖິງ​ຄວາມ​ໝາຍ​ໝົດ​ທຸກ​ຢ່າງ; “ຂ້າ​ພະ​ເຈົ້າຈຶ່ງ​ຢຸດ​ໄວ້​ກ່ອນ ຄື​ກັນ” ແລະ ​ລໍ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ອົດ​ທົນ, ​ໂດຍ​ທີ່ຮູ້​ວ່າ “ຂ້າ​ພະ​ເຈົ້າ​ມີ​ທຸກ​ສິ່ງ​ທຸກ​ຢ່າງ​ ທີ່ເປັນ​ປະ​ຈັກ​ພະ​ຍານ​ວ່າ ​ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ. …

“… ພຣະ​ຄຳ​ພີ​ວາງ​ຢູ່​ຕໍ່​ໜ້າ​ຂອງ​ເຈົ້າ, ແທ້​ຈິງ​ແລ້ວ, ແລະ ​ທຸກ​ສິ່ງ​ທຸກ​ຢ່າງ​ຊີ້​ໃຫ້​ເຫັນ​ວ່າ ມັນ​ມີ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ແຜ່ນ​ດິນ​ໂລກ ແລະ ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ມີ​ໃນ​ຜືນ​ແຜ່ນ​ດິນ​ນີ້, ແທ້​ຈິງ​ແລ້ວ, ແລະ ​ພ້ອມ​ທັງ​ໂລກ​ອື່ນໆ​ນຳ​ອີກ ຊຶ່ງ​ເຄື່ອນ​ໄຫວ​ໃນ​ລັກ​ສະ​ນະ​ຂອງ​ມັນ ຊຶ່ງ​ເປັນ​ປະ​ຈັກ​ພະ​ຍານ​ວ່າ​ມີ​ພຣະ​ຜູ້​ສ້າງ​ສູງ​ສຸດ.”17

ຂະ​ນະ​ທີ່​ເຮົາ​ຮັບ​ຮູ້​ວ່າ​ ເຮົາ​ເປັນ​ຂຶ້ນ​ມາ​ຈາກ​ພຣະ​ບິດ​ເທິງ​ສະ​ຫວັນ​ທີ່​ສະຫລາດ​ສະຫລຽວ ​ແລະ ​ຮັກ​ເຮົາ, “ໂອ້​ ແລ້ວ,” ເປັນ​ຫຍັງ​ຈະ​ບໍ່​ຍອມ​ໃຫ້​ພຣະ​ອົງ​ຊົງ​ນຳ​ການ​ພັດ​ທະ​ນາ ​ແລະ ​ການ​ຮຽນ​ຮູ້ທາງ​ວິນ​ຍານ​ຂອງ​ເຮົາ “ຕາມ​ພຣະ​ປະ​ສົງ ແລະ ​ຄວາມ​ພໍ​ພຣະ​ໄທ​ຂອງ​ພຣະ​ອົງ” ແທນຄວາມ​ປະສົງຂອງ​ເຮົາ​ເອງ?18

ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່. ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ ແລະ ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ມະ​ນຸດ. ຍ້ອນ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ຄຣິດ ພຣະ​ອົງ​ຈຶ່ງ​ມີ​ປັນ​ຍາ​ ມີ​ຄວາມ​ຮູ້​ ທີ່​ຊົງ​ນຳ​ເຮົາ​ໃນ​ຍຸກ​ສຸດ​ທ້າຍ​ນີ້. ໂຈເຊັບ ສະ​ມິດ ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ໄດ້ຖືກ​ເລືອກ​​ໃຫ້ຟື້ນ​ຟູ​ອາ​ນາ​ຈັກ​ຂອງ​ພຣະ​ອົງຢູ່​ໃນ​ໂລກ​ຢ່າງ​ສົມບູນ​ແບບ. ທ່ານທອມ​ມັສ ​ແອັສ ມອນ​ສັນ ​ເປັນ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ແລະ​ ເປັນ​ຜູ້​ກ່າວ​ແທນ​ພຣະ​ອົງ ​ໃນ​ທຸກ​ວັນນີ້. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ຢ່າງ​ຈິງ​ໃຈ​ເຖິງສິ່ງ​ເຫລົ່າ​ນີ້​ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.