​2010–2019
ຊັ້ນທີ​ສີ່, ຫ້ອງ​ສຸດ​ທ້າຍ
​ເດືອນ​ຕຸລາ 2016


ຊັ້ນທີ​ສີ່, ປະຕູ​ສຸດ​ທ້າຍ

ພຣະ​ເຈົ້າ “ຈະປະທານ​ລາງວັນ​ໃຫ້​ແກ່​ຜູ້​ທີ່​ສະ​ແຫວງຫາ​ພຣະອົງ,” ​ສະນັ້ນ ​ເຮົາ​ຕ້ອງ​ເຄາະ​ຕໍ່​ໄປ. ​ເອື້ອຍ​ນ້ອງ​ທັງຫລາຍ, ຢ່າ​ທໍ້ຖອຍ. ຈົ່ງ​ສະ​ແຫວງຫາ​ພຣະ​ເຈົ້າດ້ວຍ​ສຸດ​ໃຈຂອງ​ທ່ານ.

​ເອື້ອຍ​ນ້ອງ, ໝູ່​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຈັ່ງ​ແມ່ນ​ເປັນ​ພອນ​ແທ້ໆ ທີ່​ເຮົາ​ໄດ້​ມາ​ເຕົ້ມ​ໂຮມ​ກັນ ​ໃນ​ກອງ​ປະຊຸມ​ໃຫຍ່​ທົ່ວ​ໂລກ​ນີ້ ພາຍ​ໃຕ້​ການ​ນຳພາ​ຂອງ​ສາດສະດາ​ທີ່​ຮັກ​ຂອງ​ເຮົາ ປະທານທອມ​ມັສ ​ແອັສ ມອນ​ສັນ. ປະ​ທານ​ເອີຍ, ພວກ​ເຮົາ​ຮັກທ່ານ ​ແລະ ພວກ​ເຮົາສະໜັບ​ສະ​ໜູນ​ທ່ານ! ພວກ​ເຮົາ​ຮູ້​ວ່າ ທ່ານ​ຮັກ​ເອື້ອຍ​ນ້ອງ​ຂອງ​ສາດສະໜາ​ຈັກ.

ຂ້າພະ​ເຈົ້າມັກ​ມາ​ຮ່ວມ​ພາກ​ທີ່​ດີ​ເລີດ​ນີ້ ຂອງ​ກອງ​ປະຊຸມ​ໃຫຍ່​ສາມັນ ຊຶ່ງ​​ໄດ້​ຈັດ​ຂຶ້ນສຳລັບ​ເອື້ອຍນ້ອງ​ຂອງສາດສະໜາ​ຈັກ​ໂດຍ​ສະ​ເພາະ.

ເອື້ອຍ​ນ້ອງ​ທັງຫລາຍ, ​ເມື່ອ​ຂ້າພະ​ເຈົ້າ​ເຫັນ​ທ່ານ, ຂ້າພະ​ເຈົ້າອົດ​ໃຈ​ບໍ່​ໄ​ດ້ທີ່​ຈະ​ຄິດ​ເຖິງ​ສະຕີ​ຜູ້​ໄດ້ມີ​ອິດທິພົນ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ ​ເຊັ່ນ: ​ແມ່ຕູ້​ ​ແລະ ​​ແມ່​ຂອງ​ຂ້າພະ​ເຈົ້າ ຊຶ່ງ​ເປັນ​ຜູ້​ທຳ​ອິດ ທີ່​ໄດ້​ຮັບ​ເອົາ​ການ​​ເຊື້ອ​ເຊີນ ​ໃຫ້​ມາ​ເບິ່ງ ວ່າ​ສາດສະໜາ​ຈັກ​ແມ່ນ​ກ່ຽວ​ກັບ​ຫຍັງ.1 ​ແລ້ວ​ກໍ​ມີ ​ແຮຣີ​ແອດ ​ພັນ​ລະ​ຍາ​ທີ່​ແສນ​ຮັກ​ຂອງ​ຂ້າພະ​ເຈົ້າ ຜູ້​ທີ່​ຂ້າພະ​ເຈົ້າ​ໄດ້​ຕົກ​ຫລຸມ​ຮັກ ​​ໃນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ​ນາງ; ​ແລ້ວ​ກໍ​ມີ ​ແມ່ຂອງ ​ແຮຣີ​ແອດ, ຜູ້​ໄດ້​ເຂົ້າຮ່ວມ​ສາດສະໜາ​ຈັກ ບໍ່​ດົນ​ຫລັງ​ຈາກ​ສາມີ​ຂອງ​ນາງໄດ້​ເສຍ​ຊີວິດ​ໄປ ດ້ວຍ​ໂຣກມະ​ເລັງ; ​​ແລ້ວ​ແມ່ນ ເອື້ອ​ຍຂອງ​ຂ້າພະ​ເຈົ້າ, ລູກ​ສາວ​, ຫລານ​ສາວ, ​ແລະ ​ເຫລັນ​ຂອງ​ຂ້າພະ​ເຈົ້າ—ທຸກໆ​ຄົນ​ເຫລົ່າ​ນີ້. ​ໄດ້​​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ແກ່​ຂ້າພະ​ເຈົ້າ. ​ເຂົາ​ເຈົ້າ​ເປັນ​ແສງ​ສະຫວ່າງ​ໃຫ້​ແກ່​ຊີວິດ​ຂອງ​ຂ້າພະ​ເຈົ້າ​ແທ້ໆ. ​ເຂົາ​ເຈົ້າດົນ​ໃຈ​ຂ້າພະ​ເຈົ້າ​ໃຫ້​ກາຍ​ເປັນ​ຄົນ​ດີກ​ວ່າ​ເກົ່າ ​ແລະ ​ເປັນ​ຜູ້ນຳ​ຂອງ​ສາດສະໜາ​ຈັກ​ທີ່​ມີ​ຄວາມ​ຮູ້ສຶກ​ໄວ​ກວ່າ​ເກົ່າ. ຊີວິດ​ຂອງ​ຂ້າພະ​ເຈົ້າຄົງ​ແຕກ​ຕ່າງ​ຫລາຍ ຖ້າ​​ປາດ​ສະຈາກ​ບຸກຄົນ​ເຫລົ່ານີ້!

ບາງທີ ສິ່ງ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າຖ່ອມຕົວ​ທີ່​ສຸດ ​ແມ່ນ​ການ​ທີ່​ຮູ້​ວ່າ ຕົວຢ່າງ​ທີ່​ດີ​ອັນ​ດຽວ​ກັນນັ້ນ ຖືກ​ເຮັດ​ຊ້ຳ ​ເປັນ​ຫລາຍ​ລ້ານ​ເທື່ອ ຕະຫລອດ​ທົ່ວ​ສາດສະໜາ​ຈັກ ຜ່ານ​ທາງ​ຄວາມ​ສາມາດ, ພອນ​ສະຫວັນ, ຄວາມສະຫລາດ, ​ແລະ ປະຈັກ​ພະຍານ​ຂອງ​ສະຕີ​ແຫ່ງ​ສັດທາ ​ຄື​ກັນ​ກັບ​ທ່ານ.

ບັດ​ນີ້, ​ເຮົາ​ບາງ​ຄົນ​ອາດ​ຮູ້ສຶກ​ວ່າ ​ບໍ່​ດີ​ພໍ​ສຳລັບ​ຄຳ​ຍ້ອງຍໍ​ນັ້ນ. ທ່ານ​ອາດ​ຄິດ​ວ່າ ທ່ານ​ບໍ່​ມີ​ຄວາມ​ສຳຄັນ​ແນວ​ໃດ ທີ່​ຈະ​ສາມາດ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​​ແກ່​ຄົນ​ອື່ນ​ໄດ້. ບາງທີ​ ທ່ານ​ບໍ່​ຄິດ​ວ່າ​ຕົນ​ເອງ​ເປັນ “ສະຕີ​ແຫ່ງ​ສັດທາ” ​ເພາະວ່າ​ບາງ​ຄັ້ງ ທ່ານ​ຍັງດີ້ນ​ລົນ​ກັບ​ຄວາມ​ສົງ​ໄສ ຫລື ຄວາມ​ຢ້ານ​ກົວ​ຢູ່.

ມື້​ນີ້, ຂ້າພະ​ເຈົ້າຢາກ​ກ່າວ​ກັບຜູ້​ທີ່​ຮູ້ສຶກ​​ແບບ​ນີ້—​ແລະ ນັ້ນ​ແມ່ນ​ຮ່ວມ​ດ້ວຍ​ທຸກ​ຄົນ​ໃນ​ພວກ​ເຮົາ ທີ່​ເຄີຍ​ຮູ້ສຶກ​ແບບ​ນີ້ ບໍ່​ວ່າ​ເວລາ​ໃດ​ກໍເວລາ​ໜຶ່ງ. ຂ້າພະ​ເຈົ້າຢາກ​ກ່າວ​ກ່ຽວ​ກັບ​ສັດທາ—ມັນ​ແມ່ນ​ຫຍັງ, ສິ່ງ​ທີ່​ມັນ​ສາມາດ ​ແລະ ບໍ່​ສາມາດ, ​​ແລະ ​ເຮົາ​ຕ້ອງ​ເຮັດ​ສິ່ງ​ໃດ ຈຶ່ງ​ຈະສາມາດ​​ເລີ່ມຕົ້ນພະລັງ​ແຫ່ງ​ສັດທາ ​ໃນ​ຊີວິດ​ຂອງ​ເຮົາ​ໄດ້.

ສັດທາ​ຄື​ຫຍັງ

ສັດທາ​ເປັນຄວາມ​ໝັ້ນ​ໃຈ​ກັບ​ບາງສິ່ງ​ທີ່​ເຮົາ​ເຊື່ອ—ຄວາມ​ໝັ້ນ​ໃຈ​ທີ່​ໜັກ​ແໜ້ນ ທີ່​ກະ​ຕຸ້ນ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ເຮົາ​ອາດ​ບໍ່​​ເຮັດ. “ສັດທາ​ຄື​ຄວາມ​ແນ່ນອນ​ໃຈ ​ໃນ​ສິ່ງ​ທີ່​ເຮົາ​ຫວັງ​ໄວ້ ​​ແລະ ເປັນຄວາມ​ຕາຍ​ໃຈ​ເຖິງ​ສິ່ງ​ທີ່​ຍັງ​ບໍ່​ເຫັນ​ກັບ​ຕາ.”2

​ເຖິງ​ແມ່ນ​ສິ່ງ​ນີ້ ​ເຂົ້າ​ໃຈ​ໄດ້ໃນ​ບັນດາ​ຜູ້​ຄົນທີ່​ເຊື່ອ, ​ແຕ່​ສ່ວນ​ຫລາຍ​ແລ້ວ ມັນ​ຍັງ​ເປັນ​ເລື່ອງສັບສົນ​ຢູ່ສຳລັບ​ຜູ້​ທີ່​ບໍ່​ເຊື່ອ. ​ເຂົາ​ເຈົ້າ​ແກ​ວ່ງຫົວ ​ແລະ ​ເວົ້າວ່າ, “ຊິ​ມີ​ໃຜ​ແນ່​ໃຈ​ໄດ້​ກັບ​ສິ່ງ​ທີ່​ເຂົາ​ບໍ່​ເຫັນ​ກັບ​ຕາ?” ຕໍ່​ເຂົາ​ເຈົ້າ​ແລ້ວ, ນີ້​ເປັນ​ຫລັກ​ຖານ​ທີ່​ບໍ່​ມີ​ເຫດຜົນ​ຂອງ​ສາດສະໜາ.

ສິ່ງ​ທີ່​ເຂົາ​ເຈົ້າບໍ່​ເຂົ້າ​ໃຈ​ແມ່ນ ມີ​ຫລາຍ​ວິທີ​ທີ່​ຈະ​ເຫັນ ນອກ​ເໜືອ​ໄປ​ຈາກ​ພຽງ​ແຕ່​ດ້ວຍ​ຕາ​ຂອງ​ເຮົາ. ມີ​ຫລາຍ​ວິທີ​ທີ່​ຈະ​ສຳພັດ ນອກ​ເໜືອ​ໄປ​ຈາກ​ພຽງ​ແຕ່​ດ້ວຍ​ມື​ຂອງ​ເຮົາ, ມີຫລາຍ​ວິ​ທີ​ທີ່​ຈະ​ໄດ້​ຍິນ​ ນອກ​ເໜືອ​ໄປ​ຈາກ​ພຽງ​ແຕ່ດ້ວຍ​ຫູ​ຂອງ​ເຮົາ.

ຄື​ກັນ​ກັບ​ປະສົບ​ການຂອງ​ນາງ​ນ້ອຍ​ຄົນ​ໜຶ່ງ ທີ່​​ຍ່າງ​ຫລິ້ນກັບ​ແມ່ຕູ້​ຂອງ​ນາງ. ​ສຽງ​ນົກ​ຮ້ອງ ​ເປັນ​ສຽງ​ເພງ​ທີ່​ປະ​ທັບ​ໃຈ​ຫລາຍສຳລັບ​ນາງ​ນ້ອຍ, ​ແລະ ນາງ​ໄດ້​ຊີ້​ບອກ​ເຖິງ​ທຸກ​ສຽງ ​ໃຫ້​ແມ່ຕູ້​ຂອງ​ນາງ​ຟັງ.

“ແມ່ຕູ້​ໄດ້​ຍິນ​ບໍ?” ນາງ​ນ້ອຍ​ໄດ້​ຖາມ​ ​ເທື່ອ​ແລ້ວ​ເທື່ອ​ອີກ. ​ແຕ່​ແມ່ຕູ້​ຂອງ​ນາງ​ຫູ​ຕຶງ ​ແລະ ບໍ່​ສາມາດ​ແຍກ​ແຍະ​​ສຽງ​ຂອງ​ນົກ​ໄດ້.

ໃນ​ທີ່​ສຸດ, ​ແມ່ຕູ້​ໄດ້​ຄຸ​ເຂົ່າ​ລົງ ​ແລະ ​ເວົ້າວ່າ, “ແມ່ຕູ້​ຂໍ​ໂທດ, ຫລານ​ເອີຍ. ​ແມ່ຕູ້​ບໍ່​​ໄດ້​ຍິນ​ຄັກ.”

ດ້ວຍ​ຄວາມ​ງຸດງິດ​ໃຈ, ນາງ​ນ້ອຍ​ໄດ້​ຈັບ​ໜ້າ​ຂອງ​ແມ່ຕູ້, ຈ້ອງ​ຕາ, ​ແລະ ​ເວົ້າວ່າ, “ແມ່ຕູ້, ​ໃຫ້​ຕັ້ງ​ໃຈ​ຟັງ​ຄັກໆ​ດູ!”

ມັນ​ມີ​ບົດຮຽນ​ຢູ່​ໃນ​ເລື່ອງ​ນີ້ ສຳລັບ​ຜູ້​ທີ່​ບໍ່​ເຊື່ອ ​ແລະ ຜູ້​ທີ່​ເຊືອ. ​ເຖິງ​ແມ່ນ​ເຮົາ​ບໍ່​ສາມາດ​ໄດ້​ຍິນ ບໍ່​ໄດ້​ໝາຍ​ຄວາມ​ວ່າ ມັນບໍ່​ມີ​ສຽງ​ໃຫ້​ໄດ້​ຍິນ. ສອງ​ຄົນ​ສາມາດ​ໄດ້​ຍິນ​ຂ່າວສານ​ອັນ​ດຽວ​ກັນ​ໄດ້ ຫລື ອ່ານ​ພຣະຄຳ​ພີ​ຂໍ້​ດຽວ​ກັນ​ໄດ້, ​ແລະ ຄົນ​ໜຶ່ງ​ອາດ​ຮູ້ສຶກ​ເຖິງ​ການ​ເປັນ​ພະຍານ​ຂອງ​ພຣະວິນ​ຍານ, ​ແຕ່​ອີກ​ຜູ້​ໜຶ່ງ​ບໍ່​ສາມາດ​ຮູ້ສຶກ.

ກົງກັນຂ້າມ, ​ໃນ​ຄວາມ​ພະຍາຍາມ​ຂອງ​ເຮົາ ທີ່​ຈະ​ຊ່ວຍ​ເຫລືອ​ຄົນ​ທີ່​ເຮົາ​ຮັກ ​ໃຫ້​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະວິນ​ຍານ ​ແລະ ​ເຫັນ​ຄວາມ​ງາມຢ່າງ​ຫລວງຫລາຍ, ທີ່​ເປັນນິລັນ​ດອນ, ​ແລະ ໜ້າ​ປ​ະທັບ​ໃຈ​ຂອງ​ພຣະກິດ​ຕິ​ຄຸນ ຂອງ​ພຣະ​ເຢຊູ​ຄຣິດ, ​ໂດຍ​ການ​ບອກ​ເຂົາ​ເຈົ້າ “ໃຫ້​ຕັ້ງ​ໃຈຟັງ​ຄັກໆ” ອາດ​ບໍ່​​ເປັນວິທີ​ທີ່​ໄດ້ຜົນ​ດີ.

ບາງທີ ຄຳ​ແນະນຳ​ທີ່​ດີກ​ວ່າ—ສຳລັບ​ຄົນ​ທີ່ຢາກ​ມີ​ສັດທາ​ຫລາຍ​ກວ່າ​ເກົ່າ—​ແມ່ນ ການ​ຟັງສຽງ ທີ່​ແຕກ​ຕ່າງ. ​ອັກຄະ​ສາວົກ​ຊຸກຍູ້​​ເຮົາ ​ໃຫ້​ສະ​ແຫວງຫາ​ສຽງ​ທີ່​ກ່າວ​ກັບ​ວິນ​ຍານ​ຂອງ​ເຮົາ ບໍ່​ແມ່ນ​ກ່າວ​ພຽງ​ໃສ່​ຫູ​ຂອງ​ເຮົາ​ເທົ່າ​ນັ້ນ. ​ເພິ່ນ​ໄດ້​ສອນ​ວ່າ, “ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ຈະ​ຮັບ​ສິ່ງ​ຊຶ່ງ​ເປັນ​ຂອງ​ພຣະວິນ​ຍານ​ຂອງ​ພຣະ​ເຈົ້າກໍ​ບໍ່​ໄດ້ ​ເພາະ​ພວກ​ເຂົາ​ເຫັນ​ວ່າ ສິ່ງ​ເຫລົ່າ​ນີ້​ເປັນ​ເລື່ອງ​ໂງ່​ສຳລັບ​ຕົນ ​ແລະ ບໍ່​ສາມາດ​ເຂົ້າ​ໃຈ ​ເພາະວ່າ ທີ່​ຈະ​ເຂົ້າ​ໃຈ​ສິ່ງ​ເຫລົ່ານັ້ນ​ໄດ້ ກໍ​ຕ້ອງ​ອາ​ໄສ​ພຣະວິນ​ຍານ.”3 ຫລື ບາງທີ​ເຮົາ​ຄວນ​ພິຈາລະນາ​ຖ້ອຍ​ຄຳ​ຂອງ Saint-Exupéry’s Little Prince, ຜູ້​ໄດ້​ກ່າ​ວວ່າ: “ຄົນ​ຈະ​ຫລຽວ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງດ້ວຍ​ໃຈ. ທຸກ​ສິ່ງ​ທີ່​ສຳຄັນ ​ຕາ​ບໍ່​ສາມາດ​ຫລຽວ​ເຫັນ​ໄດ້.”4

ພະລັງ ​ແລະ ຂອບ​ເຂດ​ຂອງ​ສັດທາ

ບາງ​ເທື່ອ, ມັນ​ບໍ່​ໄດ້​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ພັດທະນາ​ສັດທາ ​ໃນ​ເລື່ອງ​ທາງ​ວິນ​ຍານ ຂະນະ​ທີ່ມີ​ຊີວິດ​ຢູ່​ໃນ​ໂລກ​ມະຕະ​ນີ້. ​ແຕ່​ມັນ​ເປັນຄວາມ​ພະຍາຍາມ​ທີ່​ກຸ້ມ​ຄ່າ, ​ເພາະພະລັງ​ຂອງ​ສັດທາ​ໃນ​ຊີວິດ​ຂອງ​ເຮົາ ສາມາດ​ເລິກ​ຊຶ້ງ​ໄດ້. ພຣະຄຳ​ພີ​ສອນ​ເຮົາ​ວ່າ ຜ່ານ​ທາງ​ສັດທາ ​ໂລກ​ຕ່າງໆ​ໄດ້​ຖືກ​ສ້າງ​ຂຶ້ນ, ​ແລະ ນ້ຳ​ໄດ້​ຖືກ​ແຍກ​ອອກຈາກ​ກັນ, ຄົນ​ຕາຍ​ໄດ້​ຖືກ​ໂຜດ​ໃຫ້​ມີ​ຊີວິດຄືນ​ອີກ, ​ແມ່ນ້ຳ ​ແລະ ພູ​​ເຂົາ ​ໄດ້​​ຖືກຍ້າຍ​ອອກ​ຈາກ​ບ່ອນ​ຂອງ​ມັນ.5

​ແຕ່​ບາງ​ຄົນ​ອາດ​ຖາມ​ວ່າ, “ຖ້າ​ຫາກ​ສັດທາ​ມີ​ພະລັງ​ຫລາຍ​ຂະໜາດ​ນັ້ນ, ​ເປັນ​ຫຍັງ​ຂ້າພະ​ເຈົ້າຈຶ່ງ​ບໍ່​ໄດ້​ຮັບ​ຄຳ​ຕອບ ​ໃຫ້​ກັບ​ຄຳ​ອະທິຖານ​ທີ່​ຈິງ​ໃຈ​ຂອງຂ້າພະ​ເຈົ້າ? ບໍ່​ຈຳ​ເປັນ​ຕ້ອງໃຫ້ນ້ຳ​ແຍກ, ຫລື ​ໃຫ້ພູເຄື່ອນ​ຍ້າຍ​ອອກ. ຂ້າພະ​ເຈົ້າພຽງ​ແຕ່​ຢາກ​ຫາຍ​ດີ​ຈາກ​ພະຍາດ ຫລື ຢາກ​ໃຫ້​ພໍ່​ແມ່​ອະ​ໄພ​ໃຫ້​ກັນ ຫລື ຢາກ​ໃຫ້​ຄູ່ນິລັນດອນ​ຂອງ​ຂ້າພະ​ເຈົ້າ ​ມາ​​ເຄາະ​ປະຕູ ພ້ອມ​ກັບ​ຊໍ່​ດອກ​ໄມ້​ຢູ່​ໃນ​ມື​ໜຶ່ງ ​ແລະ ອີກ​ມື​ໜຶ່ງ ມີ​ແຫວນມາ​ໝັ້ນ. ​ເປັນ​ຫຍັງ​ສັດທາ​ຂອງ​ຂ້າພະ​ເຈົ້າ ຈຶ່ງ​ບໍ່​ປະສົບ​ຄວາມສຳ​ເລັດ ນັ້ນ?”

ສັດທາ ​ແມ່ນ ​ມີ​ພະລັງ​ຫລາຍ, ​ແລະ ສ່ວນ​ຫລາຍ​ແລ້ວ ມັນ​ຈະຕິດຕາມ​ດ້ວຍ​ການ​ມະຫັດສະຈັນ. ​ບໍ່​ວ່າ​ເຮົາ​ຈະ​ມີ​ສັດທາ​ຫລາຍ​ປານ​ໃດ​ກໍ​ຕາມ, ມີ​ສອງ​ຢ່າງ​ທີ່​ສັດທາ​ບໍ່​ສາມາດ​ເຮັດ​ໄດ້. ໜຶ່ງ, ມັນ​ບໍ່​ສາມາດ​ຝ່າຝືນ​ອຳ​ເພີ​ໃຈ​ຂອງ​ຄົນ​ອື່ນ.

ສະຕີ​ຄົນ​ໜຶ່ງ​ໄດ້​ອະທິຖານ​ເປັນ​ເວລາ​ຫລາຍ​ປີ ຂໍ​ໃຫ້​ລູກ​ສາວ​ທີ່​ອອກ​ນອກ​ທາງ​ຂອງ​ນາງ ກັບ​ຄືນ​ມາ​ຫາ​ພຣະຄຣິດ ​ແລະ ​​ຮູ້ສຶກ​ວ່າ ຄຳ​ອະທິຖານ​ຂອງ​ນາງ​ບໍ່​ໄດ້​ຮັບ​ຄຳ​ຕອບ. ​ນາງ​ມີ​ຄວາມ​ເຈັບ​ປວດ​ຫລາຍ ​​ໂດຍ​ສະ​​ເພາະ ​ເມື່ອ​ນາງ​ໄດ້​ຍິນ​ລູກ​ຂອງ​ຄົນ​ອື່ນ ​ໄດ້​ກັບ​ໃຈຈາກ​ທິດ​ທາງ​ຂອງ​ເຂົາ.

ບັນຫາ​ບໍ່​ແມ່ນ​ຢູ່​ທີ່​ວ່າ ອະທິຖານ​ບໍ່​ພຽງພໍ ຫລື ຂາດ​ສັດທາ. ນາງ​ພຽງ​ແຕ່​ຕ້ອງ​ເຂົ້າ​ໃຈ​ວ່າ, ​ເຖິງ​ແມ່ນ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນຂອງ​ເຮົາຈະເຈັບ​ປວດ​ຫລາຍ​ພຽງ​ໃດ, ພຣະອົງ​ຈະ​ບໍ່ບັງຄັບ​ຄົນ​ໃດ​ໃຫ້​ເລືອກ​ເສັ້ນທາງ​ທີ່​ຊອບ​ທຳ. ພຣະ​ເຈົ້າບໍ່​ໄດ້​ບັງຄັບ​ລູກ​ຄົນ​ໃດ​ຂອງ​ພຣະອົງ​ໃຫ້​ຕິດຕາມ​ພຣະອົງ ຢູ່​ໃນ​ໂລກ​ກ່ອນ​ເກີດ​. ​ແລ້ວ​ພຣະອົງ​ຈະ​ບັງຄັບ​ເຮົາ​ແນວ​ໃດ ​ໃນ​ຂະນະ​ທີ່​ເຮົາ​ກຳລັງ​ເດີນທາງ ຜ່ານ​ຊີວິດ​ທີ່​ເປັນ​ມະຕະ​ນີ້?

ພຣະ​ເຈົ້າຈະ​ເຊື້ອ​ເຊີນ, ຊັກ​ຊວນ. ພຣະ​ເຈົ້າ​ຈະ​ເອື້ອມ​ອອກ​ໄປ​ຢ່າງ​ບໍ່​ຫລົດ​ລະ ດ້ວຍ​ຄວາມ​ຮັກ ​ແລະ ການ​ດົນ​ໃຈ ​ແລະ ການ​ຊຸກຍູ້. ​ແຕ່​ພຣະ​ເຈົ້າຈະ​ບໍ່​ບັງຄັບ—ສິ່ງ​ນັ້ນຈະ​ທຳລາຍ​ແຜນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະອົງ ສຳລັບ​ຄວາມ​ເຕີບ​ໂຕ​ທາງ​ວິນ​ຍານ​ຂອງ​ເຮົາ.

ສິ່ງ​ທີສອງ​ທີ່​ສັດທາ​ບໍ່​ສາມາດ​ເຮັດ​ໄດ້ ​ແມ່ນບັງຄັບ​​ພຣະ​ເຈົ້າ​ໃຫ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ. ​ເຮົາບໍ່​ສາມາດ​ບັງຄັບພຣະ​ເຈົ້າ​ໃຫ້​ເ​ຮັດ​ຕາມ​ໃຈ​ຂອງ​ເຮົາ​—​ເຖິງ​ແມ່ນ​ເຮົາ​ຄິດ​ວ່າ ​ເຮົາ​ຖືກຕ້ອງ​ຫລາຍ​ປານ​ໃດ​ກໍ​ຕາມ ຫລື ​ເຮົາ​ອະທິຖານ​ດ້ວຍ​ຄວາມ​ຈິງ​ໃຈ​ຫລາຍ​ປານ​ໃດ​ກໍ​ຕາມ. ​ໃຫ້​ຄິດ​ກ່ຽວ​ກັບປະສົບ​ການ​ຂອງ​ໂປ​ໂລ, ຜູ້​ໄດ້​ທູນ​ຂໍ​ຫລາຍ​ເທື່ອ ໃຫ້​ພຣະຜູ້​ເປັນ​ເຈົ້າປົດ​ປ່ອຍ​ລາວ​ອອກ​ຈາກການທົດ​ລອງສ່ວນ​ຕົວ, ຊຶ່ງ​ລາວ​ເອີ້ນ​ວ່າ “ສ້ຽນໜາມ​ໃນ​ເນື້ອ​ກາຍ.” ​ແຕ່ນັ້ນ​ບໍ່​ແມ່ນ​ພຣະປະສົງ​ຂອງ​ພຣະ​ເຈົ້າ. ​ໃນ​ທີ່​ສຸດ​ໂປ​ໂລ​ໄດ້​ຮັບ​ຮູ້​ວ່າ ການ​ທົດ​ລອງ​ຂອງ​ລາວ ​​ເປັນ​ພອນ, ​ແລະ ລາວ​ໄດ້​ຂອບ​ພຣະ​ໄທ​ພຣະ​ເຈົ້າທີ່​ບໍ່​ໄດ້ຕອບ​ຄຳ​ອະທິຖານ​ຂອງ​ລາວ ​ໃນ​ທາງ​ທີ່​ລາວ​ໄດ້​ຫວັງ​ໄວ້.6

ການໄວ້​ວາງ​ໃຈ ​ແລະ ສັດທາ

ບໍ່​ແມ່ນ, ຈຸດປະສົງ​ຂອງ​ສັດທາ ບໍ່​ແມ່ນ​ທີ່​ຈະ ປ່ຽນ ​ພຣະປະສົງ​ຂອງ​ພຣະ​ເຈົ້າ ​ແຕ່​ເຮັດ​ໃຫ້​ເຮົາ​ສາມາດ​ ເຮັດ​ຕາມ ພຣະປະສົງ​ຂອງ​ພຣະ​ເຈົ້າ. ສັດທາ​ແມ່ນ​ການ​ໄວ້​ວາງ​ໃຈ—​ໄວ້​ວາງ​ໃຈ​ວ່າ ພຣະ​ເຈົ້າ​ເຫັນ​ສິ່ງ​ທີ່​​ເຮົາ​ບໍ່​ສາມາດ​ຫລຽວເຫັນ ​ແລະ ວ່າ​ພຣະອົງ​ຮູ້​ສິ່ງ​ທີ່​ເຮົາ​ບໍ່​ຮູ້.7 ບາງ​ຄັ້ງ, ການ​ໄວ້​ວາງ​ໃຈ​ຕາ ​ແລະ ການ​ຕັດສິນ​ໃຈ​ຂອງ​ເຮົາ​ເອງ ​ແມ່ນ​ບໍ່​ພຽງພໍ.

ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​​ເລື່ອງ​ນີ້ ​ໃນ​ຖານະ​ເປັນ​ນັກ​ຂັບ​ຍົນ, ​ໃນ​ມື້​ທີ່​ຂ້າພະ​ເຈົ້າຕ້ອງ​ໄດ້​ຂັບ​ຜ່າ​ເມກທີ່​ຕຶບໜາ ​ແລະ ບໍ່​ສາມາດ​ຫລຽວ​ເຫັນ​ໄດ້​ໄກ ຂ້າພະ​ເຈົ້າຕ້ອງ​ໄດ້​ເພິ່ງ​​ເຂັມທິດ​ ທີ່​ບອກ​ຂ້າພະ​ເຈົ້າວ່າ ຂ້າພະ​ເຈົ້າຢູ່​ຈຸດ​ໃດ ​ແລະ ວ່າຂ້າພະ​ເຈົ້າກຳລັງ​ມຸ້ງ​ໜ້າ​ໄປທາງ​ໃດ. ຂ້າພະ​ເຈົ້າຕ້ອງ​ຟັງສຽງ​ຜູ້​ຄວບ​ຄຸມ​ການ​​ເດີນ​ຍົນ. ຂ້າພະ​ເຈົ້າຕ້ອງ​ເຮັດ​ຕາມ​ບຸກຄົນທີ່​ມີຂໍ້​ມູນ​ທີ່​ຖືກຕ້ອງຫລາຍ​ກວ່າທີ່​ຂ້າພະ​ເຈົ້າມີ. ບຸກຄົນ​ທີ່​ຂ້າພະ​ເຈົ້າບໍ່​ສາມາດ​ຫລຽວ​ເຫັນ ​ແຕ່​ເປັນ​ຜູ້​ທີ່​ຂ້າພະ​ເຈົ້າຕ້ອງ​ຮຽນ​ທີ່​ຈະ​ໄວ້​ວາງ​ໃຈ. ບຸກຄົນ​ທີ່​ສາມາດ​ຫລຽວ​ເຫັນ ສິ່ງ​ທີ່​ຂ້າພະ​ເຈົ້າບໍ່​ສາມາດ​ຫລຽວ​ເຫັນ. ຂ້າພະ​ເຈົ້າຕ້ອງ​ໄວ້​ວາງ​ໃຈ ​ແລະ ​ເຮັດ​ຕາມ ​ຢ່າງ​ຖືກຕ້ອງ, ​​ເພື່ອ​ຈະ​ໄປ​ເຖິງ​ຈຸດໝາຍ​ປາຍທາງ​ຢ່າງ​ປອດ​ໄພ.

ສັດທາໝາຍ​ຄວາມ​ວ່າ ​ເຮົາບໍ່​ພຽງ​ໄວ້​ວາງ​ໃຈ​ແຕ່​ໃນ​ຄວາມ​ສະຫລຽວ​ສະ​ຫລາດ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ, ​ແຕ່​ເຮົາ​ຍັງ​ໄວ້​ວາງ​ໃຈ​ໃນ​ຄວາມ​ຮັກ​ຂອງ​ພຣະອົງ​ນຳ​ອີກ. ນັ້ນໝາຍ​​ຄວາມ​ວ່າ ​ເຮົາໄວ້​ວາງ​ໃຈວ່າ ພຣະ​ເຈົ້າຮັກ​ເຮົາ​ຢ່າງ​ສົມບູນ​ແບບ, ວ່າ​ທຸກ​ສິ່ງ​ທີ່​ພຣະອົງ​ກະທຳ—ພອນ​ທຸກ​ປະການ​ທີ່​ພຣະອົງ​ປະທານ​ໃຫ້ ​ແລະ ​ເກັບ​ໄວ້​ຊົ່ວ​ໄລຍະ​ໜຶ່ງ—​ແມ່ນ​ສຳລັບ​ຄວາມສຸກ​ນິລັນດອນ​ຂອງ​ເຮົາ.8

ດ້ວຍ​ສັດທາ​ເຊັ່ນ​ນີ້, ​ເຖິງ​ແມ່ນ​ເຮົາ​ອາດ​ບໍ່​ເຂົ້າ​ໃຈ​ວ່າ ​ເປັນ​ຫຍັງ​ບາງ​ສິ່ງ​ໄດ້​ເກີດ​ຂຶ້ນ ຫລື ​ເປັນ​ຫຍັງ​ຄຳ​ອະທິຖານ​ບາງ​ຄຳ​ບໍ່​ໄດ້ຮັບ​ຄຳ​ຕອບ, ​ແຕ່​ເຮົາ​ກໍ​ສາມາດ​ຮູ້​ໄດ້ວ່າ ​ໃນ​ທີ່​ສຸດ ທຸກ​ສິ່ງ​ຈະ​​ເປັນ​ທີ່ເຂົ້າ​ໃຈ​ໄດ້. “ພຣະ​ເຈົ້າ [ຈະ] ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ ​ເພື່ອ​ໃຫ້​ເກີດ​ຜົນ​ດີ​ໃນ​ທຸກ​ສິ່ງ.”9

ທຸກ​ສິ່ງ​ຈະ​ຖືກ​ເຮັດ​ໃຫ້​ຖືກຕ້ອງ. ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ.

​ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ ຈະ​ໄດ້​ຮັບ​ຄຳ​ຕອບ, ​ແລະ ​ເຮົາກໍ​ສາມາດ​ແນ່​ໃຈ​ໄດ້​ວ່າ ບໍ່​ພຽງ​ແຕ່​ເຮົາ​ຈະ​ເພິ່ງ​ພໍ​ໃຈ​ກັບ​ຄຳ​ຕອບ​ເທົ່າ​ນັ້ນ, ​​ແຕ່ເຮົາ​ຈະ​ປາບ​ປື້​ມກັບ​ພຣະຄຸນ, ຄວາມ​ເມດ​ຕາ, ຄວາມ​ເພື່ອ​ແຜ່, ​ແລະ ຄວາມ​ຮັກ​ຂອງ​ພຣະບິດາ​ເທິງ​ສະຫວັນ ທີ່​ມີ​ສຳລັບ​ເຮົາ​ຜູ້​ເປັນ​ລູກໆ​ຂອງ​ພຣະອົງນຳ​ອີກ.

ຈົ່ງ​ເຄາະ​ຕໍ່​ໄປ

ຈົນ​ເຖິງ​ມື້ນັ້ນ, ເຮົາຕ້ອງດຳ​ເນີນ​ຊີວິດ​ຕາມ​ສັດທາ​ທີ່​ເຮົາ​ມີ​ຢູ່,10 ສະ​ແຫວງຫາ​ການທີ່​ຈະ​ມີ​ສັດທາ​ຫລາຍ​ຂຶ້ນ ເລື້ອຍ​ໄປ. ບາງ​ຄັ້ງ, ສິ່ງ​ນີ້​ບໍ່​ໄດ້​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ເຮັດ. ຄົນ​ທີ່​ບໍ່​ມີ​ຄວາ​ມອົດທົນ, ບໍ່​ຕັ້ງ​ໃຈ, ຫລື ບໍ່​ສົນ​ໃຈ ຈະ​ພົບ​ວ່າ ສັດທາ​ເປັນສິ່ງ​ຍາກ​ທີ່​ຈະ​ມີ​ໄດ້. ຄົນ​ທີ່​ທໍ້ຖອຍ​ ໄວ ຫລື ຖືກ​ລົບ​ກວນ ອາດ​ມີ​ສັດທາ​ຍາກ. ສັດທາ​ມາສູ່​ຄົນ​ທີ່​ຖ່ອມຕົວ, ພາກ​ພຽນ, ​ແລະ ອົດທົນ.

ມັນ​ມາສູ່​ຄົນ​ທີ່​ຕັ້ງຕໍ່​ຢູ່​ກັບ​ການ​ເປັນ​ຄົນ​ຊື່ສັດ.

ຄວາມ​ຈິງ​ນີ້ ​ໄດ້​ຖືກ​ສາທິດ​ໃຫ້​ເຫັນ​ໃນ​ປະສົບ​ການ​ຂອງ​ຜູ້​ສອນ​ສາ​ດສະໜາ​ໜຸ່ມ​ສອງ​ຄົນ ທີ່​ຮັບ​ໃຊ້​ຢູ່​ເອີຣົບ ໃນ​ບ່ອນ​ທີ່​ມີ​ຄົນ​ປ່ຽນ​​ໃຈ​ຮັບ​ບັບຕິ​ສະມາ​ໜ້ອຍ. ຂ້າພ​ະ​ເຈົ້າຄິດ​ວ່າ ​ເຂົາ​ເຈົ້າຄົງ​ເຂົ້າ​ໃຈ​ວ່າ ສິ່ງ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ເຮັດ ຈະບໍ່​ສ້າງ​ຄວາມ​ແຕກ​ຕ່າງ​ຫຍັງ​ເລີຍ.

​ແຕ່​ຜູ້​ສອນ​ສາດສະໜາ​ສອງ​ຄົນ​ນີ້​ມີ​ ສັດທາ, ​ແລະ​ ​ສັດທາ​ນັ້ນ​ໄດ້​ດົນ​ໃຈ​ເຂົາ​ເຈົ້າ​ໃຫ້​ທຳ​ງານ. ​ເຂົາ​ເຈົ້າ​ໄດ້ມີ​ທ່າ​ທີ​ແບບ​ວ່າ ຖ້າ​ຫາກ​ບໍ່​ມີ​ຄົນ​ຟັງ​ຂ່າວສານ​ຂອງ​ເຂົາ​ເຈົ້າ, ບໍ່​ແມ່ນ​ເພາະ​ເຂົາ​ເຈົ້າ​​ໄດ້​ໃຊ້​ຄວາມພະຍາຍາມ​ເລັກ​ນ້ອຍ​.

ມື້ໜຶ່ງ, ​ເຂົາ​ເຈົ້າ​ໄດ້​ຮູ້ສຶກ​ວ່າ ຄວນໄປຫາ​ເຮືອນ​ຫ້ອງ​ແຖວສີ່​ຊັ້ນ ​ທີ່ສວຍ​ງາມບ່ອນ​ໜຶ່ງ. ​ເຂົາ​ເຈົ້າ​ໄດ້​ເລີ່ມຕົ້ນ​ເຄາະ​ປະຕູ ຈາກ​ຊັ້ນທຳ​ອິດ, ​ເຄາະ​ໄປ​ແຕ່ລະ​ປະຕູ, ​ໄດ້​ສະ​ເໜີ​ຂ່າວສານ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ການ​ຟື້ນ​ຟູ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະອົງ.

ຮູບ​ພາບ
ຕຶກ​ຫ້ອງ​ແຖວ​ຂອງ​ຊິດ​ສະ​ເຕີ ອຸກ​ດອບ ຕອນ​ເພິ່ນ​ຍັງ​ນ້ອຍ

ບໍ່​ມີ​ໃຜ​ຢູ່​ຊັ້ນທຳ​ອິດ​ສົນ​ໃຈ​ຟັງ​ເຂົາ​ເຈົ້າ.

ມັນ​ເປັນ​ສິ່ງ​ງ່າຍ​ທີ່​ຈະ​​ເວົ້າອອກ​ມາວ່າ, “ພວກ​ເຮົາ​ເມື່ອ​ຍ​ແລ້ວ. ​ໃຫ້​ຢຸດ​ພຽງ​ເທົ່າ​ນີ້​ສາ. ພາກັນ​ໄປ​ເທາະ ​ແລະ ພະຍາຍາມ​ລອງ​ເຄາະ​ປະຕູ​ຢູ່​ຕຶກ​ອື່ນ.”

​ແຕ່ຜູ້​ສອນ​ສາດສະໜາ​ສອງ​ຄົນ​ນີ້ ​ມີ​ ສັດທາ ​ແລະ ​ເຂົາ​ເຈົ້າໄດ້​ຕັ້ງ​ໃຈ​​ ທຳ​ງານ, ​ແລະ ສະນັ້ນ​ເຂົາ​ເຈົ້າຈຶ່ງ​ເຄາະ​ປະ​ຕູ​ຂອງ​ຊັ້ນທີ​ສອງ​ທຸກ​ຫ້ອງ.

ອີກ​ເທື່ອ​ໜຶ່ງ, ບໍ່​ມີ​ໃຜ​ຮັບ​ຟັງ.

ຊັ້ນທີ​ສາມ​ກໍ​ເໝືອນ​ກັນ. ​ແລະ ຊັ້ນທີ​ສີ່ກໍ​ແບບ​ດຽວ—ຈົນ​ໄປ​​ເຖິງປະຕູ​ສຸດ​ທ້າຍ​ຂອງ​ຊັ້ນທີ​ສີ່.

​ເມື່ອ​ປະຕູ​ເປີດ​ອອກ, ຍິ່ງ​ໜຸ່ມ​ຄົນ​ໜຶ່ງ​​ໄດ້ຍິ້ມ​ໃຫ້​ເຂົາ​ເຈົ້າ ​ແລະ ​ຂໍ​ໃຫ້​ເຂົາ​ເຈົ້າລໍຖ້າ ​ໃນ​ຂະນະ​ທີ່​ນາງ​​ໄປ​ເວົ້າລົມ​ກັບ​ແມ່​ຂອງ​ນາງ.

​ແມ່​ຂອງ​ນາງ ອາຍຸ 36 ປີ, ຜູ້​ຫາ​ກໍ​​ໄດ້ສູນ​ເສຍ​ສາມີ​ໄປ ​ແລະ ບໍ່​ມີ​ອາລົມ​ທີ່​ຈະ​ເວົ້າລົມກັບ​ຜູ້​ສອນ​ສາດສະໜາຂອງ​ໂບດ​ມໍ​ມອນ. ສະນັ້ນ ນາງຈຶ່ງ​​ໄດ້​ບອກລູກ​ສາວຂອງ​ນາງ​ ໃຫ້ບອກ​ຜູ້​ສອນ​​ສາດສະໜາ​ວ່າ ​ບໍ່​ສົນ​ໃຈ.

​ແຕ່​ລູກ​ສາວ​ໄດ້​ອ້ອນວອນ​ກັບ​ແມ່. ນາງ​ໄດ້​​ເວົ້າວ່າ ຜູ້​ສອນ​ສາດສະໜາ​ເຫລົ່າ​ນີ້​ເປັນ​ຄົນ​ຮຽບຮ້ອຍດີ​. ​ພຽງ​ແຕ່​​ໄປ​ເວົ້ານຳ​ເຂົາ​ເຈົ້າຈັກບຶດໜຶ່ງ​.

ສະນັ້ນ, ຜູ້​ເປັນ​ແມ່​ຈຶ່ງໄດ້​ຕົກລົງ​ແບບ​ຝືນ​ໃຈ. ຜູ້​ສອນ​​ສາດສະໜາ​ໄດ້​ບອກ​ຂ່າວສານ ​ແລະ ​ໄດ້​ຍື່ນ​ປຶ້ມ​ໃຫ້​ຜູ້​ເປັນ​ແມ່ ​ເພື່ອ​ເອົາ​ໄວ້​ອ່ານ—​ແມ່ນ​ພຣະຄຳ​ພີ​ມໍ​ມອນ.

ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ອອກ​ເຮືອນ​ໄປ, ຜູ້​ເປັນ​ແມ່​ໄດ້ຕັດສິນ​ໃຈ​ອ່ານ​ຈັກ​ສອງ​ສາມ​ໜ້າ.

ນາງ​ໄດ້​ອ່ານ​ໝົດ​ທັງ​ເຫລັ້ມພາຍ​ໃນ​ສາມສີ່​ມື້.

ຮູບ​ພາບ
ຄອບຄົວ​ຂອງ​ຊິດ​ສະ​ເຕີ​ ອຸກ​ດອບ ກັບ ຜູ້​ສອນ​ສາດສະໜາ

ບໍ່​ດົນ​ຈາກ​ນັ້ນ, ຄອບຄົວ​ທີ່​ມີ​​ແມ່ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ​ນີ້ ​ໄດ້​ລົງ​ໄປ​ໃນ​ນ້ຳ​ແຫ່ງ​ບັບຕິ​ສະມາ.

​ເມື່ອ​ຄອບຄົວ​ນ້ອຍນີ້​ໄດ້​ໄປ​ສາຂາ​ຂອງ​ເຂົາ​ເຈົ້າ ຢູ່​​ໃນ​ເມືອງ ​ຟະແຣ້ງ​ເຝີດ, ປະ​ເທດ​ເຢຍລະ​ມັນ, ມັກຄະ​ນາຍົກຄົນ​ໜຶ່ງ​ໄດ້​ສັງ​ເກດ​ເຫັນ​ຄວາມ​ສວຍ​ງາມ​ຂອງ​ຜູ້​ເປັນ​ລູກ​ສາວ ​ແລະ ຄິດ​ຢູ່​ໃນ​ໃຈ​ວ່າ, “ຜູ້​ສອນ​ສາດສະໜາ​ເຫລົ່າ​ນັ້ນ ​ເຮັດ​ວຽກ​ງານ​ໄດ້​ດີ​ຫລາຍ!”

ມັກຄະ​ນາຍົກ​ໜຸ່ມ​ຄົນ​ນັ້ນຊື່ວ່າ ດີ​ເດີ ​ອຸກ​ດອບ. ​ແລະ ຍິງ​ໜຸ່ມ​ທີ່​ສວຍ​ງາມ—ຜູ້​​ໄດ້​ອ້ອນວອນ​ໃຫ້​ແມ່​ຂອງ​ນາງ​ຮັບ​ຟັງ​ຜູ້​ສອນ​​ສາດສະໜາ ມີ​ຊື່​ທີ່​ໜ້າ​ຮັກ​​ວ່າ ​ແຮຣິ​ແອດ. ບັດ​ນີ້ ນາງ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ທຸກ​ຄົນ​ທີ່​ພົບ​ນາງ​ ​ເມື່ອ​ນາງ​ເດີນທາງ​ໄປ​ກັບ​ຂ້າພະ​ເຈົ້າ. ນາງ​ໄດ້​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ຫລາຍ​ຕໍ່​ຫລາຍ​ຄົນ ຜ່ານ​ຄວາມ​ຮັກ​ຂອງ​ນາງ​ສຳລັບ​ພຣະກິດ​ຕິ​ຄຸນ ​ແລະ ຜ່ານ​ຄຸນສົມບັດ​ທີ່​ດີ​ຂອງ​ນາງ. ນາງ​ເປັນ​​ແສງ​ອາທິດ ທີ່​ໃຫ້​ຄວາມ​ອົບ​ອຸ່ນ​ແກ່​ຂ້າພະ​ເຈົ້າ​ແທ້ໆ.

ຮູບ​ພາບ
ຊິດ​ສະ​ເຕີ​ ອຸກ​ດອບ ກ່າວ​ຢູ່​ປະ​ເທດ​ນໍ​ເວ​

ຫລາຍ​ເທື່ອ ຂ້າພະ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ກະຕັນຍູ​ຕໍ່​ຜູ້​ສອນ​ສາດສະໜາ​ສອງ​ຄົນ​ນັ້ນ ຜູ້​ບໍ່​ໄດ້​ຢຸດ​ເຄາະ​ປະຕູ​ຢູ່​ຊັ້ນທີ​ໜຶ່ງ! ຫລາຍ​ເທື່ອ​ທີ່ຂ້າພະ​ເຈົ້າ​ໄດ້​ກ່າວຄວາມ​ປາບ​ປື້ມສຳລັບ ສັດທາ ​ແລະ ວຽກ​ງານ ​ຂອງ​ເຂົາ​ເຈົ້າ​. ຫລາຍ​​ເທື່ອ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ຄຳ​ຂອບ​ໃຈ ທີ່​ເຂົາ​ເຈົ້າ​ໄດ້​ເຄາະຕໍ່​ໄປ—ຈົນ​ເຖິງ​ຊັ້ນທີ​ສີ່, ປະຕູ​ສຸດ​ທ້າຍ.

​ແລ້ວ​ຈະ​ມີ​ຜູ້​ໄຂ​ໃຫ້​ເຈົ້າ

​ໃນ​ການສະ​ແຫວ​ງຫາ​ສັດທາ​ທີ່​ອົດທົນ, ​ໃນ​ຄວາມ​ພະຍາຍາມ​ຂອງ​ເຮົາ ທີ່​ຈະ​ຜູກ​ພັນ​ກັບ​ພຣະ​ເຈົ້າ ​ແລະ ຈຸດປະສົງ​ຂອງ​ພຣະອົງ, ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ໄວ້​ວ່າ ພຣະຜູ້​ເປັນ​ເຈົ້າ ​ໄດ້ສັນຍາວ່າ: “ຈົ່ງໝັ່ນ​ເຄາະ, ​ແລ້ວ​ຈະ​ມີ​ຜູ້​ໄຂ​ໃຫ້​ເຈົ້າ.”11

​ເຮົາ​ຈະ​ຍົກ​ເລີກ​ບໍ ຫລັງ​ຈາກ​ເຮົາ​ເຄາະ​ໄດ້​ໜຶ່ງ ຫລື ສອງ​ປະຕູ? ຊັ້ນທີ​ໜຶ່ງ ຫລື ທີ​ສອງ?

ຫລື ​ເຮົາ​ຈະ​​ເຄາະ​ຕໍ່​ໄປ ຈົນ​ເຖິງ​ຊັ້ນທີ​ສີ່, ປະຕູ​ສຸດ​ທ້າ​ຍ?

ພຣະ​ເຈົ້າ “ຈະປະທານ​ລາງວັນ​ໃຫ້​ແກ່​ຜູ້​ທີ່​ສະ​ແຫວງຫາ​ພຣະອົງ,”12 ​ແຕ່​ຕາມ​ປົກກະຕິ​ແລ້ວ ລາງວັນບໍ່​ໄດ້​ຢູ່​​ຂ້າງຫລັງຂອງ​ປະຕູ​ທຳ​ອິດ. ສະນັ້ນ ​ເຮົາ​ຕ້ອງ​​ເຄາະ​ຕໍ່​ໄປ. ​ເອື້ອຍ​ນ້ອງ​ທັງຫລາຍ, ຢ່າ​ທໍ້ຖອຍ. ຈົ່ງ​ສະ​ແຫວງຫາ​ພຣະ​ເຈົ້າດ້ວຍ​ສຸດ​ໃຈຂອງ​ທ່ານ. ຈົ່ງ​ໃຊ້​ສັດທາ. ຈົ່ງ​​ດຳ​ເນີນ​ໄປ​ໃນ​ຄວາມ​ຊອບ​ທຳ.

ຂ້າພະ​ເຈົ້າສັນຍາ​ວ່າ ຖ້າ​ທ່ານ​ເຮັດ​ເຊັ່ນ​ນີ້—​ແມ່ນ​ແຕ່ຈົນ​ເຖິງ​ຊັ້ນທີ​ສີ່, ປະຕູ​ສຸດ​ທ້າຍ—ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ ທີ່​ທ່ານ​ສະ​ແຫວງ​ຫາ. ທ່ານ​ຈະ​ພົບ​ສັດທາ. ​ແລະ ມື້ໜຶ່ງ ທ່ານ​ຈະ​ເຕັມ​ໄປ​ດ້ວຍຄວາມ​ສະຫວ່າງ ທີ່ຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປເລື້ອຍໆ​ຈົນ​ເຖິງ​ວັນ​ທີ່​ສົມບູນ.13

ເອື້ອຍ​ນ້ອງ​ທີ່​ຮັກ​ແພງຂອງ​ຂ້າພະ​ເຈົ້າ ​ໃນ​ພຣະຄຣິດ, ພຣະ​ເຈົ້າມີ​ຈິງ.

ພຣະອົງ​ຊົງ​ພຣະຊົນ​ຢູ່.

ພຣະອົງ​ຮັກ​ທ່ານ.

​ພຣະອົງ​ຮູ້ຈັກ​ທ່ານ.

ພຣະອົງ​ເຂົ້າ​ໃຈ​ທ່ານ.

ພຣະອົງ​ຮູ້​​ເຖິງການ​ອ້ອນວອນ​ທີ່​ມິດ​ງຽບຢູ່​ໃນ​ໃຈ​ຂອງ​ທ່ານ.

ພຣະອົງ​ບໍ່​ໄດ້ປະ​ຖິ້ມ​ທ່ານ.

ພຣະອົງ​ຈະ​ບໍ່ປະ​ຖິ້ມ​ທ່ານ.

ນີ້​ຄື​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ ​ແລະ ພອນ​ຂອງ​ອັກຄະ​ສາວົກ ຕໍ່​ທ່ານ​ທຸກ​ຄົນ ວ່າ​ທ່ານ​ຈະ​ຮູ້​ສຶກ​ໃນຈິດ​ໃຈ​ ​ເຖິງ​ຄວາມ​ຈິງ​ນີ້ ດ້ວຍ​ຕົວ​ທ່ານ​ເອງ. ຈົ່ງ​ດຳລົງ​ຊີວິດ​ໃນ​ສັດທາ, ໝູ່​ເພື່ອນ​ທີ່​ຮັກ​​ແພງ, ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ​ແລະ “ພຣະ​ອົງ​ພຣະຜູ້​ເປັນ​ເຈົ້າຂອງ​ເຮົາ ຈະ​ເພີ່ມ​ສັດທາ​ໃຫ້​ທ່ານ​ເຖິງ​ພັນ​ເທົ່າ ​ແລະ ອວຍພອນ​ທ່ານ ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້!”14

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ດ້ວຍ​ສັດທາ, ດ້ວຍຄວາມໝັ້ນ​ໃຈ, ​ດ້ວຍຄວາມ​ແນ່ນອນ​ໃຈ ​ແລະ ​ບໍ່​ຫວັ່ນ​ໄຫວວ່າ ນີ້​ຄື​ວຽກ​ງານ​ຂອງ​ພຣະ​ເຈົ້າ. ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງຮັກ​ຂອງ​ເຮົາ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.