​2010–2019
ພຣະ​ເຈົ້າຈະ​ເຊັດ​ນ້ຳຕາ​ທຸກ​ຢົດ
​ເດືອນ​ຕຸລາ 2016


ພຣະ​ເຈົ້າຈະ​ເຊັດ​ນ້ຳຕາ​ທຸກ​ຢົດ

ເມື່ອ​ເຮົາ​​ໃຊ້​ສັດທາ​ຂອງ​ເຮົາ​ໃນ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ພຣະອົງ​ຈະ​ຍົກ​ເຮົາ​ຂຶ້ນ ​ແລະ ຊ່ວຍເຮົາ​ຜ່ານ​ຜ່າ​ການ​ທົດ​ລອງ​ທັງ​ໝົດ​ຂອງ​ເຮົາ, ​ແລະ ​ໃນ​ທີ່​ສຸດ, ຈະ​ຊ່ວຍ​ເຮົາ​ໃຫ້​ລອດ ​ໃນ​ອານາຈັກ​ຊັ້ນສູງ.

ພາກສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ, ພຣະອົງ​ໄດ້​ອະນຸຍາດ​ໃຫ້​ຄວາມ​ໂສກ​ເສົ້າມີ​ຢູ່​ໃນ​ປະສົບ​ການ​ຊ່ວງ​ມະຕະ​ຂອງ​ເຮົາ.1 ​ເຖິງ​ແມ່ນ​​ເບິ່ງ​ຄື​ກັບ​ວ່າ ມັນ​ເປັນ​ການ​ທົດ​ລອງ​ອັນເຈັບ​ປວດ ຊຶ່ງ​ເກີດ​ກັບ​ທຸກ​ຄົນ​ແບບ​ບໍ່​ເທົ່າ​ທຽມ​ກັນ, ​ແຕ່​ເຮົາ​ສາມາດ​ແນ່​ໃຈ​ໄດ້​ວ່າ ​ເຮົາ​ທຸກ​ຄົນ​ຈະ​ໄດ້​ຮັບ​ມັນ ຖ້າ​ບໍ່​ໜ້ອຍ​ກໍ​ຫລາຍ. ຂ້າພະ​ເຈົ້າ​ອະທິຖານ​ວ່າ ພຣະວິນ​ຍານ​ບໍລິສຸດ ຈະ​ຊ່ວຍເຮົາ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ ກ່ຽວ​ກັບວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ເປັນ​​ແນວ​ນີ້.

​ເມື່ອ​ເຮົາ​ເບິ່ງ​ປະສົບ​ການ​ທີ່​ຫຍຸ້ງຍາກ​ຂອງ​ຊີວິດ ຜ່ານ​ດວງ​ຕາ​ແຫ່ງ​ສັດທາ​ໃນ​ພຣະຄຣິດ, ​ເຮົາ​ຈະ​ສາມາດ​​ເຫັນ​ໄດ້ວ່າ ມັນ​ມີ​ຈຸດປະສົງ​ດັ່ງ​ພຣະ​ເຈົ້າ ຢູ່​ໃນ​ການ​ຮັບ​ທຸກ​ທໍລະມານ​ຂອງ​ເຮົາ. ຄົນ​ທີ່ຊື່ສັດ​ສາມາດ​ປະສົບກັບ​ຄວາມ​ຈິງ ທີ່​ເປ​ໂຕ​​ໄດ້​ແນະນຳ ຊຶ່ງ​ເປັນ​ແບບ​ກົງກັນ​ຂ້າມ ທີ່​ວ່າ, “ຖ້າ​ພວກ​ເຈົ້າຕ້ອງ ທົນ​ທຸກ ​​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ພວກ​ເຈົ້າກໍ​ເປັນ​ສຸກ.”2 ​​ເມື່ອ​ເຮົາ​​​ໃຊ້ “ໃຈຂອງ​ເຮົາ ​ເພື່ອ​ໃຫ້​ເຂົ້າ​ໃຈ,”3 ​ເຮົາ​ຈະ​ເພີ່ມ​ຄວາມ​ສາມາດ ​ໃຫ້​ແກ່​ຄວາມ​ອົດທົນ ​ແລະ ການ​ທົດ​ລອງ​ຂອງ​ເຮົາ​​ໄດ້​ດີ ​ແລະ ຮຽນ​ຈາກ— ​ແລະ ຖືກ​ຫລໍ່​ຫລອມ​ໂດຍ—ສິ່ງ​ດັ່ງກ່າວ. ຄວາມ​ເຂົ້າ​ໃຈ​ເຊັ່ນ​ນັ້ນ ຈະ​ເປັນ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ອະມະຕະ ທີ່​ວ່າ “ເປັນ​ຫຍັງ​ສິ່ງ​ທີ່​ບໍ່​ດີ ຈຶ່ງ​ເກີດຂຶ້ນ​ກັບ​ຄົນ​ດີ?”

ທຸກ​ຄົນ​ທີ່​ກຳລັງ​ຟັງ​ຢູ່​ ​ໃນ​ມື້​ນີ້ ກໍ​ເຄີຍ​ປະ​ເຊີນ​ກັບ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ, ຄວາມ​ທໍ້​ຖອຍ​ໃຈ, ​ຄວາມ​ໂສກ​ເສົ້າ, ຄວາມ​ເຈັບ​ປວດ, ຫລື ຄວາມ​ເສຍ​ໃຈ. ປາດ​ສະ​ຈາກ  ຕາ​ແຫ່ງ​ສັດທາ4 ​ແລະ ​ປາດ​ສະ​ຈາກ​ຄວາມ​ເຂົ້າ​ໃຈ​​ເຖິງ​ຄວາມ​ຈິງ​​ນິລັນດອນ, ​ສ່ວນ​ຫລາຍ​ເຮົາ​ຈະ​ພົບ​ວ່າ ຄວາມທຸກຍາກ ​ແລະ ຄວາມທຸກ​ທໍລະມານ ​ໃນ​ຊ່ວງ​ມະຕະ ສາມາດ​ເຊື່ອງຊ້ອນ ຫລື ປິດ​ບັງ​ຄວາມສຸກ​ນິລັນດອນ ຂອງ​ການ​ຮູ້​ວ່າ ​ແຜນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຂອງ​ເຮົາ ​ເປັນ​ແຜນ​ແຫ່ງ​ຄວາມ​ສຸກ​ນິລັນດອນ​ ແທ້ໆ. ບໍ່​ມີ​ວິທີ​ອື່ນ​ໃດ​ອີກ ທີ່​ຈະ​ໄດ້​ຮັບ  ຄວາມສຸກ​ຫລາຍ​ແທ້ໆ​ແບບ​ນີ້.5

ພຣະ​ເຈົ້າ​ເຊື້ອ​ເຊີນ​ເຮົາ ​ໃຫ້​ຮັບ​ເອົາຄວາມທຸກ​ຍາກ​ລຳບາກຂອງ​ເຮົາ ດ້ວຍ​ສັດທາ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ເກັບ​ກ່ຽວ​ພອນ ​ແລະ ​ໄດ້​ຮັບ​ຄວາມ​ຮູ້ ຊຶ່ງ​ບໍ່ສາມາດ​ຮຽນ​ຮູ້​ໄດ້ຈາກ​ວິທີ​ທາງ​ອື່ນ. ​ເຮົາ​ຖືກ​ບັນຊາ​ໃຫ້​ຮັກສາ ພຣະບັນຍັດ ​ໃນ​ທຸກ​ສະຖານະ​ການ ​ແລະ ​ໃນ​ທຸກ​ສະພາບ​ແວດ​ລ້ອມ, ​ເພາະ ຄົນ​ທີ່​ຊື່ສັດ​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ, ລາງວັນ​ຂອງ​ຄົນໆ​ດຽວ​ກັນ​ນັ້ນ​ຈະ​ຍິ່ງ​ໃຫຍ່​ກວ່າ​ໃນ​ອານາຈັກ​ສະຫວັນ.”6 ​ແລະ ພຣະຄຳ​ພີ​ກ່າວ​ວ່າ, ຖ້າຫາກ​ເຮົາ​ເສົ້າ​ສະຫລົດ​ໃຈ, ຈົ່ງ​ເອີ້ນ​ຫາພຣະຜູ້​ເປັນ​ເຈົ້າອົງ​ເປັນພຣະ​ເຈົ້າຂອງ​ເຮົາດ້ວຍ​ການ​ອ້ອນວອນ, ​ເພື່ອ​ວ່າ​ຈິດວິນ​ຍານຂອງ​ເຮົາ​ຈະ​ຊື່ນ​ຊົມ.”7

ອັກຄະ​ສາວົກ​ໂປ​ໂລ ກໍ​​ເຄີຍ​ປະ​ເຊີນ​ກັບ​ຄວາມທຸກ​ຍາກ​ລຳ​ບາກ​ຄື​ກັນ, ຊຶ່ງ​ເພິ່ນ​ໄດ້​ໃຊ້​ປະສົບ​ການ​ໃນ​ຊີວິດ​ຂອງ​ເພິ່ນ ​​ໃນ​ການ​ສອນ​ອັນເລິກ​ຊຶ້ງ ​ແລະ ສວຍ​ງາມ ກ່ຽວ​ກັບ​ທັດ​ສະນະ​ນິລັນດອນ ທີ່​ມາ​ເຖິງ​ເມື່ອ​ເຮົາ​ປະ​ເຊີນ​ກັບ​ມັນໄດ້​ດີ ​ແລະ ດ້ວຍ​ຄວາມອົດທົນ. ​ເພິ່ນ​ໄດ້​ກ່າວ​ວ່າ, “ຝ່າຍ​ຄວາມທຸກ​ຍາກ​ລຳບາກ​ອັນ​ເບົາບາງ ​ແລະ ຊົ່ວຄາວ​ນີ້ ກໍ​ກຳລັງ​ຈັດ​ຕຽມ​ພວກ​ເຮົາ​ໃຫ້​ມີ​ສະຫງ່າ​ລາ​ສີ​ອັນ​ຍິ່ງ​ໃຫຍ່​ຖາວອນ​ຕະຫລອດ​ໄປ.”8 ​ໃນ​ຄຳ​ໜຶ່ງ​ອີກ, ​ເຮົາ​ສາມາດ​ຮູ້​ໄດ້ ​ໃນທ່າມກາງ​ຄວາມທຸກ​ຍາກ​ລຳບາກ​ຂອງ​ເຮົາ ວ່າ​ພຣະ​ເຈົ້າຈະ​ຊົດ​ເຊີຍ​ເຮົາ​ດ້ວຍ​ລາງວັນ​ທີ່​ເປັນນິ​ລັນດອນ.

​ໂປ​ໂລ​ໄດ້​ກ່າວ​ເຖິງ​ການ​ທົດ​ລອງ, ການ​ຖືກ​ຂົ່ມ​ເຫັງ, ​ແລະ ຄວາມ​ໂສກ​ເສົ້າ​ໃນ​ຊີວິດ​ຂອງ​ເພິ່ນ ວ່າ​ເປັນ ຄວາມທຸກ​ຍາກລຳບາກ​ອັນ “ເບົາບາງ” ຊຶ່ງ​ບໍ່​ກົງ​ກັບ​ຄວາມທຸກ​ທໍລະມານ​ອັນ​ຮ້າຍ​ແຮງ​ທີ່​ເພິ່ນ​ໄດ້​ຮັບ, ອັນ​ທີ່​ໄດ້​ຖືກ​ກືນ​ເຂົ້າ​ໄປໃນ​ທັດ​ສະ​ນະ​ນິລັນດອນ​ຂອງ​ພຣະກິດ​ຕິ​ຄຸນ. ສັດທາ​ ຂອງ​​ໂປ​ໂລໃນ​ພຣະ​ເຢຊູ​ຄຣິດ ​ເຮັດ​ໃຫ້​​ເພິ່ນ​ສາມາດ​ທົນ​ກັບ​ທຸກ​ສິ່ງ​ໄດ້. ​ເພິ່ນ​​ໄດ້ຖືກ​ຂ້ຽນຕີ​ດ້ວຍ​ເຊືອກ​ຫ້າ​ເທື່ອ, ​ໄດ້​ຖືກ​ຂ້ຽນ​ຕີ​ດ້ວຍ​ແສ້​ຫວາຍ​ສາມ​ເທື່ອ; ​​ເພິ່ນ​ໄດ້​ຖືກ​ແກວ່ງ​ກ້ອນ​ຫີນ​ໃສ່​ໜຶ່ງ​ເທື່ອ; ​ໄດ້​ປະ​ເຊີນ​ກັບ​ເຮືອ​ຫລົ້ມສາມ​ເທື່ອ; ​ໄດ້​ຖືກ​​ແຊ່ໃຫ້​ຕາຍໃນ​ນ້ຳທະ​ເລຫລາຍ​ເທື່ອ ​ໂດຍ​ພວກ​ໂຈນ, ​ແລະ ​​ແມ່ນ​ແຕ່​​ໂດຍ​ພີ່ນ້ອງ​ທີ່​ໜ້າ​ໄຫວ້​ຫລັງ​ຫລອກ; ​​ເພິ່ນ​ໄດ້​ທົນກັບ​ຄວາມ​ອິດ​ເມື່ອຍ ​ແລະ ຄວາມ​ເຈັບ​ປວດ, ອຶດ​ເຂົ້າຢາກ​ນ້ຳ, ​ແລະ ຢູ່​ໃນ​ຄຸກທີ່​ໜາວ​ເຢັນ ​ແລະ ​ເປືອຍ​ເປົ່າ.9

ຫລາຍ​ຄົນ​ພວກ​ເຮົາ​ໄດ້​ອ້ອນວອນ​ຕໍ່​ພຣະ​ເຈົ້າ ຂໍ​ໃຫ້​ພຣະອົງ​ເອົາ​ຄວາມທຸກ​ທໍລະມານ​ໄປ​ຈາກ​ເຮົາ, ​ແລະ ​ເມື່ອ​​ຄວາມ​ບັນ​ເທົາ​ມາ​ເຖິງ​ຊ້າໜ້ອຍ​ໜຶ່ງ, ​ເຮົາ​ກໍ​ໃຈ​ຮ້າຍ ຄິດ​ວ່າ​ພຣະອົງ​ບໍ່​ໄດ້​ຍິນ​ເຮົາ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ, ​ແມ່ນ​ແຕ່​ໃນ​ເວລາ​ນັ້ນ, ພຣະອົງ​ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ເຮົາ, ​ມີ​ເຫດຜົນ​ທີ່​ຈະ​ປ່ອຍ​ໃຫ້​ເຮົາ​ທົນ​ກັບ​ຄວາມທຸກ​ຍາກ​ລຳບາກ​ຕໍ່​ໄປ,10 ​ແລະ ຈະ​ຊ່ວຍ​ເຫລືອ​ເຮົາ​ໃຫ້​ສາມາດ​ທົນ​ກັບ​ມັນ​ໄດ້.11

​ໃນ​ຂໍ້ຄວາມ​ສ່ວນ​ຕົວ ​ແລະ ​ເຮັດ​ໃຫ້​ຄຸ້ນ​ຄິດ, ​ໂປ​ໂລບອກ​ເຮົາ​ກ່ຽວ​ກັບ “ສ້ຽນ​ໜາມ” ​ໃນ​ເນື້ອ​ກາຍ​ຂອງ​ເພິ່ນ, ຊຶ່ງ​ເຮັດ​ໃຫ້​ເພິ່ນ​​ໄດ້​ຮັບ​ຄວາມ​ເຈັບ​ປວດ​ຫລາຍ ​ແລະ ​ເຮັດ​ໃຫ້​ເພິ່ນຕ້ອງ​ອະທິຖານ​ເຖິງ​ສາມ​​ເທື່ອ, ທູນ​ຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າ​ເອົາ​ສ້ຽນ​ໜາມ​ອອກ​ໄປ ​​ແຕ່​ພຣະອົງ​ໄດ້​ປະທານ​ຄວາມ​ສະຫງົບ ​ແລະ ​ໃຫ້​ຄວາມ​ເຂົ້າ​ໃຈ​ແກ່​​ເພິ່ນ, ​ໂດຍ​ກ່າວ​ວ່າ, “ພຣະຄຸນ​ຂອງ​ເຮົາ​ກໍ​ມີ​ພໍ​ແລ້ວ​ສຳລັບ​ເຈົ້າ: ດ້ວຍ​ວ່າ, ​ເມື່ອ​ໃດ​ທີ່​ເຈົ້າອ່ອນ​ແຮງ ​ເມື່ອນັ້ນ​ລິດ​ອຳນາດ​ຂອງ​ເຮົາ​ກໍ​ສະ​ແດງ​ອອກ​ຢ່າງ​ລົ້ນ​ເຫລືອ.” ດ້ວຍ​ຄວາມ​ເຂົ້າ​ໃຈ​ໃໝ່ນັ້ນ, ​ໂປ​ໂລ​ຈຶ່ງ​ສາມາດ​ຮັບ​ເອົາ ​ແລະ ມີ​ຄວາມ​ກະຕັນຍູ​ຕໍ່​ສ້ຽນ​ໜາມ​ທີ່​ເພິ່ນ​ໄດ້​ຮັບ. ​ເພິ່ນ​ໄດ້​ກ່າວ​ວ່າ, “ດັ່ງນັ້ນ​ແຫລະ ​ເຮົາ​ຈຶ່ງ … ພາກພູມ​ໃຈ​ໃນ​ຄວາມ​ອ່ອນ​ແຮງ​ຂອງ​ເຮົາ, ​ເພື່ອ​ວ່າ​ລິດ​ອຳນາດ​ຂອງ​ພຣະຄຣິດ​ຈະ​ຄຸ້ມ​ຄອງ​ປ້ອງ​ກັນ​ເຮົາ​ໄວ້.”12

​ເມື່ອ​ເຮົາ​ມີ​ທັດ​ສະນະ​ນິລັນດອນ​ນີ້​ຢູ່​ໃນ​ຊີວິດ​ຂອງ​ເຮົາ, ຄວາມ​ສາມາດ​ຂອງ​ເຮົາ​ທີ່​ຈະ​ອົດທົນ ຈະ​ເພີ່ມ​ທະວີ​ຫລາຍ​ຂຶ້ນ, ​ເຮົາ​ຈະຮູ້ທີ່​ຈະຊ່ວຍ​ເຫລືອ​ຜູ້ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫລືອ​ແນວ​ໃດ,13 ​ແລະ ​ເຮົາຈະ​​ຮູ້​ບຸນຄຸນ ​ແລະ ມີ​ຄວາມ​ກະຕັນຍູ​ ສຳລັບ​ປະສົບ​ການ​ທີ່​ພຣະ​ເຈົ້າ ປ່ອຍ​ໃຫ້​ເຮົາ​ມີ ​ເພື່ອ​ເປັນຄູ​ສອນ​ພິ​ເສດ ​ໃນ​ເສັ້ນທາງ​ທີ່​ນຳ​ໄປ​ສູ່​ຊີວິດ​ນິລັນດອນ.

​ເມື່ອ​ເຮົາ​ເຫັນ​ຕົວ​ເອງ​ອອກ​ແຮງ​ຜ່ານ​ຄວາມທຸກ​ຍາກ​ລຳບາກ, ອາດ​ເປັນ​ສິ່ງ​ຍາກ ທີ່​ຈະ​ເບິ່ງ​ການ​ທົດ​ລອງ ວ່າ​ເປັນ​ປ້າຍ​ຄຳ​ແນະນຳ ຢູ່​ໃນ​ເສັ້ນທາງ​ສ່ວນ​ຕົວແຫ່ງ​ການ​ເປັນ​ສານຸ​ສິດ​ຂອງ​ເຮົາ. ​​ແຕ່, ບໍ່​ວ່າ​ເຮົາ​ຈະ​ພົບ​ຕົວ​ເອງ​​ໃນ​ຄວາມ​ມືດ ​ແຫ່ງ​ຄວາມ​ສິ້ນຫວັງ ຫລື ​ໃນ​ເສັ້ນທາງ​ສູງທີ່​ມີ​ຄວາມສຸກ​ກໍ​ຕາມ, ການ​ຮຽນ​ຮູ້​ຈາກ​ ​ແລະ ການ​ຮູ້ສຶກ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ ​ທີ່​ມີ​ຄວາມທຸກ​ທໍລະມານ​ ກໍສາມາດ​ເປັນ​ພອນ​ໃຫ້​ເຮົາ​ໄດ້.

​ໃນ​ລະຫວ່າງ​ກອງ​ປະຊຸມ​ສະ​ເຕກທີ່​ຂ້າພະ​ເຈົ້າ​ໄດ້​​ໄປ​ຮ່ວມ ຢູ່​​ເກາະ ຟີ​ລິບປີນ, ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເສົ້າ​ໃຈ​ຫລາຍ ​ເມື່ອ​ໄດ້​ຍິນ​ກ່ຽວ​ກັບ​ປະສົບ​ການ​ອັນ​ໂສກ​ເສົ້າ​ຂອງບຣາເດີ ​ແດນໂຍ ອາ​ປີ​ລາ​ໂດ. ບຣາເດີ ອາ​ປີ​ລາ​ໂດ ​ແລະ ພັນ​ລະ​ຍາ​ຂອງ​ລາວ​ໄດ້​ຮັບ​ບັບຕິ​ສະມາ​ໃນ​ປີ 1974. ​ເຂົາ​ເຈົ້າ​ໄດ້​ຮັບ​ເອົາ​ພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ​ແລະ ​ໄດ້​ຜະ​ນຶກ​ເຂົ້າກັນ​ຢູ່​​ໃນ​ພຣະວິຫານ. ​ຫລັງ​ຈາກ​ນັ້ນ, ເຂົາ​​ເຈົ້າມີ​ລູກ​ທີ່​ໜ້າ​ຮັກ​ຫ້າ​ຄົນ. ​ໃນ​ວັນ​ທີ 7 ເດືອນ​ກໍລະກົດ, ປີ 1997, ​ໃນ​ໄລຍະ​ທີ່ບຣາເດີ ອາ​ປີ​ລາ​ໂດ ​ໄດ້ຮັບ​ໃຊ້​ເປັນ​ປະທານ​ສະ​ເຕກ, ​ໄດ້​ເກີດ​ໄຟ​ໄໝ້​ຢູ່​ໃນເຮືອນ​ຫລັງ​ນ້ອຍໆ​ຂອງ​ເຂົາ​ເຈົ້າ. ທ້າວໄມໂກ້ ລູກ​ຊາຍ​ກົກ​ຂອງບຣາເດີ ອາ​ປີ​ລາ​ໂດ ​ໄດ້​ຊ່ວຍ​ພໍ່​ອອກ​ມາ​ຈາກ​ເຮືອນທີ່​ໄຟ​ໃໝ້ຢູ່​ນັ້ນ, ​ແລ້ວ​ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ເຮືອນ​ເພື່ອ​ຊ່ວຍ​ເຫລືອ​ຄົນ​ອື່ນໆ. ນັ້ນ​ແມ່ນ​ເທື່ອ​ສຸດ​ທ້າຍ​ທີ່ບຣາເດີ ອາ​ປີ​ລາ​ໂດ ​ໄດ້​ເຫັນ​ລູກ​ຊາຍ​ຂອງ​ລາວ. ນາງ​ໂດ​ມິງກາ, ​ພັນລະ​ຍາ ຂອງ​ບຣາເດີ ອາ​ປີ​ລາ​ໂດ ພ້ອມ​ທັງ​ລູກ​ຫ້າ​ຄົນ ​ໄດ້​ເສຍ​ຊີວິດ​ໄປ​ ​ໃນ​ເຮືອນ​ທີ່​ຖືກ​​ໄຟ​​ໄໝ້.

ການ​ທີ່ບຣາເດີ ອາ​ປີ​ລາ​ໂດ ​ໄດ້​ດຳລົງ​ຊີວິດ​ໃນ​ທາງ​ທີ່​ເຮັດ​ໃຫ້​ພຣະ​ເຈົ້າ​ໂປດ​ປານ ​ບໍ່​ໄດ້​ກີດ​ກັນ​ສິ່ງ​ທີ່​ໂສກ​ເສົ້າ ​ໃຫ້​ເກີດ​ຂຶ້ນ ​ແລະ ບໍ່​ໄດ້​ຍົກ​ເວັ້ນລາວ ຈາກ​ຄວາມ​ໂສກ​ເສົ້າ ທີ່​ຕາມ​ມາ. ​ແຕ່​ ຄວາມ​ຊື່ສັດ ​ຂອງ​ລາວ ​ໃນ​ການ​ຮັກສາ​ພັນທະ​ສັນຍາ ​ແລະ ການ​ໃຊ້​ສັດທາ​ຂອງ​ລາວ​ໃນ​ພຣະຄຣິດ ​ໄດ້​ເຮັດ​ໃຫ້​ລາວ​ແນ່​ໃຈ​ວ່າ ​ໃນ​ຄຳ​ສັນຍານັ້ນ ລາວ​ຈະ​ໄດ້​ຢູ່​ກັບພັນ​ລະ​ຍາ ​ແລະ ລູກໆ​ຂອງ​ລາວ​ອີກ. ຄວາມ​ຫວັງ​ນີ້ ກາຍ​ເປັນຫລັກ​ໝັ້ນ​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ລາວ.14

​ໃນ​ລະຫວ່າງ​ການ​ໄປ​ຢ້ຽມຢາມ​ຂອງ​ຂ້າພະ​ເຈົ້າ, ບຣາເດີ ອີ​ປີ​ລາ​ໂດ, ​ໃນປະຈຸ​ບັນນັ້ນ ​ເປັນ​ປິ​ຕຸ ປະຈຳ​ສະ​ເຕກ, ​ໄດ້​ແນະນຳ​ຂ້າພະ​ເຈົ້າ​ໃຫ້​ຮູ້ຈັກກັບ ພັນ​ລະ​ຍາ​ຄົນ​ໃໝ່​ຂອງ​ລາວ​ ຊື່ ​ຊີ​ໂມ​ແນັດ, ​ແລະ ລູກ​ຊາຍ​ສອງ​ຄົນ​ຂອງ​ເຂົາ​ເຈົ້າ ຊື່ ລາຟາ​ແອວ ​ແລະ ​ແດນ​​ແຍວ. ພຣະ​ເຢຊູ​ຄຣິດສາມາດ ​ແລະ ຈະ “ປິ່ນປົວໃຈ​ທີ່​ຊອກ​ຊ້ຳ”15 ຢ່າງ​ແນ່ນອນ.

​ໃນ​ການ​​ເລົ່າ​ເລື່ອງຂອງ ບຣາເດີ ອາ​ປີ​ລາ​ໂດ, ຂ້າພະ​ເຈົ້າ​ເປັນ​ຫ່ວງ​ວ່າ ການ​ສູນ​ເສຍ​ຢ່າງ​ຫລວງຫລາຍ​ຂອງ​ລາວ ຈະ​ເຮັດ​ໃຫ້​ຫລາຍ​ຄົນ​ຄິດ​ວ່າ ຄວາມ​ໂສກ​ເສົ້າ ​ແລະ ຄວາມທຸກ​ທໍລະມານ​ຂອງ​ຕົນ ​ແມ່ນ​ໜ້ອຍ​ທີ່​ສຸດ ​ເມື່ອ​ປຽບທຽບ​ໃສ່​ກັນ. ຂໍຢ່າ​ປຽບທຽບ​ໃສ່​ກັນ, ​ແຕ່​ໃຫ້​ຮຽນ​ຮູ້ ​ແລະ ນຳ​ໃຊ້​ຫລັກ​ທຳ​ນິລັນດອນ ຜ່ານປະສົບ​ການ​ທີ່ຫລໍ່​ຫລອມ​ຄວາມທຸກ​ຍາກ​ລຳບາກ​ຂອງ​ທ່ານ​ເອງ.

ຕໍ່​ທ່ານ​ແຕ່ລະ​ຄົນ—“ຜູ້​ທີ່​​ເຮັດ​ການ​ໜັກໜ່ວງ ​ແລະ ​ແບກ​ພາລະ​ໜັກ”16—ຂ້າພະ​ເຈົ້າຂໍ​ແນະນຳ​ວ່າ ຄວາມ​ດີ້ນ​ລົນ​ສ່ວນ​ຕົວ​ຂອງ​ທ່ານ, ຄວາມ​ໂສກ​ເສົ້າ​, ຄວາມ​ເຈັບ​ປວດ, ​ຄວາມທຸກ​ຍາກ​ລຳ​ບາກ, ​ແລະ ຄວາມ​ບົກພ່ອງ​ຂອງ​ທ່ານ ບໍ່​ວ່າ​ຈະ​ເປັນອັນ​ໃດ​ກໍ​ຕາມ, ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ​ແລະ ພຣະບຸດ​ຂອງ​ພຣະອົງ ຮູ້​ຈັກ​ຢູ່ແລ້ວ​. ຈົ່ງ​ກ້າຫານ! ​ຈົ່ງ​ມີ​ສັດທາ! ແລະ ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພຣະ​ເຈົ້າ!

ຈຸດປະສົງ ​ແລະ ພາລະກິດ​ຂອງ​ພຣະ​ເຢຊູ​ຄຣິດ​ ​ແມ່ນຮ່ວມ​ດ້ວຍ​ສິ່ງ​ທີ່​ພຣະ​ອົງ​ຈະ “ຮັບ​ເອົາ​ຄວາມ​ເຈັບ​ປວດ ​ແລະ ຄວາມ​ປ່ວຍ​ໄຂ້​ຂອງ​ຜູ້​ຄົນ​ຂອງພຣະອົງ,” “ຮັບ​ເອົາ​ຄວາມ​ບົກພ່ອງ​ຂອງ​ພວກ​ເຂົາ,” ​ແລະ “ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ພຣະອົງ ຕາມ​ຄວາມ​ບົກພ່ອງ​ຂອງ​ພວກ​ເຂົາ.”17

​ກ່ອນຈະ​ໄດ້​ຮັບ​ຂອງ​ປະທານ​ເຫລົ່ານັ້ນຢ່າງ​ເຕັມ​ປ່ຽມ ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ສະ​ເໜີ​ມອບ​ໃຫ້​ຟຣີໆ, ​ເຮົາ​ຕ້ອງ​ຮຽນ​ຮູ້​ວ່າ ຄວາມທຸກ​ທໍລະມານ—​ໃນ​ຕົວ​ມັນ​ເອງ—ຈະ​ບໍ່​ສອນ ຫລື ມອບ​ສິ່ງ​ໃດ​ໃຫ້​ເຮົາ ທີ່​ມີຄ່າອັນ​ຍາວນານ ຍົກ​ເວັ້ນ​ແຕ່​ເຮົາ​ຈະ​ມີ​ພາກສ່ວນ​ໃນຂັ້ນຕອນ​ການ​ຮຽນຮູ້​ຈາກ​ຄວາມທຸກ​ທໍລະມານ​ຂອງ​ເຮົາ​ເອງ ​ໂດຍ​ເຈດ​ຕະນາ ຜ່ານ​ການ​ໃຊ້​ສັດທາ.

​​ແອວ​ເດີ ນຽວ ​ເອ ​ແມ໊ກສະ​ແວວ ​ຄັ້ງໜຶ່ງໄດ້​​ແບ່ງປັນ​ສິ່ງ​ທີ່​ເພິ່ນ​ໄດ້​ຮຽນ​ຮູ້​ເຖິງ​ການ​ຮັບ​ທຸກທໍລະມານ ​ດ້ວຍ​ຄວາມ​ເດັດດ່ຽວ ດັ່ງ​ນີ້:

“ຄວາມທຸກ​ທໍລະມານ​ບາງ​ຢ່າງ, ຖ້າ​ອົດທົນ​ໄດ້​ດີ, ຈະ​ກາຍ​ເປັນ​ສິ່ງ​ຍົກ​ລະດັບ. …

“… ສ່ວນ​ປະກອບ​ຂອງ​ການ​ອົດທົນ​ໄດ້​ດີ ​ແມ່ນ​ການ​ມີຄວາມ​ອ່ອນ​ນ້ອມຫລາຍ​ພໍ ​ໃນ​ທ່າມກາງ​ຄວາມທຸກ​ທໍລະມານ ​ເພື່ອ​ຮຽນ​ຮູ້​ຈາກ​ປະສົບ​ການ​ທີ່​ກ່ຽວພັນ​ຂອງ​ເຮົາ. ​ແທນ​ທີ່​ຈະ​ຜ່ານ​ຜ່າ​ສິ່ງ​ເຫລົ່າ​ນັ້ນ​ໄປ​ຊື່ໆ, ​ເຮົາ​ຄວນ​ຜ່ານ​ຜ່າມັນ … ​ໄປ​ໃນ​ແບບ​ທີ່​ຈະ​​ເຮັດ​ໃຫ້​ເຮົາ​ສັກສິດ.”18

ຂ້າພະ​ເຈົ້າ​ເຄີຍ​ໄດ້​ສັງ​ເກດ​ເບິ່ງຊີວິດ ​ແລະ ຕົວຢ່າງ​ຂອງ​ຫລາຍ​ຄົນ ຜູ້​ມີ​ສັດທາ​ທີ່​ເຂັ້ມ​ແຂງ ​ແລະ ຄົງ​ຢູ່ຕະຫລອດ​ໄປ ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ຄຳ​ສັນຍາ​ຂອງ​ພຣະອົງ ​ໄດ້​ໃຫ້ຄວາມ​ແນ່ນອນ​ໃຈ​ວ່າ ສິ່ງ​ທີ່​ດີກວ່າ ຈະ​ມີ​ມາ. ຄວາມ​ແນ່ນອນ​ໃຈ​ນີ້ ​ເຮັດ​ໃຫ້​ເຮົາ​ໝັ້ນຄົງ, ນຳ​ຄວາມ​ເຂັ້ມ​ແຂງ ​ແລະ ພະລັງ​ທີ່​ເຮົາ​ຕ້ອງການ​ມາ​ໃຫ້​ເຮົາ ​ເພື່ອ​ຈະ​ສາມາດ​ອົດທົນ.19 ​ເມື່ອ​ເຮົາ​ຜູກ​ພັນ​ຄວາມທຸກ​ທໍລະມານ ​ໃສ່​ກັບ​ຄວາມ​ແນ່ນອນ​​ໃຈ ​ເຖິງ​ຈຸດປະສົງ​ໃນ​ຄວາມ​ເປັນ​ມະຕະ​ຂອງ​ເຮົາ ​ແລະ ​ໂດຍສະ​ເພາະ ​ໃສ່​ກັບ​ລາງວັນ​ທີ່​ລໍຖ້າ​ເຮົາ​ຢູ່​ໃນ​ສະຫວັນ​, ​ແລ້ວ​ສັດທາ​ຂອງ​ເຮົາ​ໃນ​ພຣະຄຣິດ ຈະ​ເພີ່ມ​ທະວີ​ຂຶ້ນ ​ແລະ ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ປອບ​ໂຍນ ​ໃຫ້​ແກ່ຈິດ​ວິນ​ຍານ​ຂອງ​ເຮົາ.

​ແລ້ວ​ເຮົາ​ຈະຫລຽວ​ເຫັນ​ຄວາມ​ສະຫວ່າງ ຢູ່​ສົ້ນ​ອຸບ​ມຸງ. ​ແອວ​ເດີ ​ແຈັບ​ຟະຣີ ອາ ຮໍແລນ ​ໄດ້​ສອນ​ວ່າ: “ມີ​ຄວາມ​ສະຫວ່າງ​ອີ​ຫລີ ຢູ່ ສົ້ນອຸບ​ມຸງ. ພຣະ​ເຈົ້າ​ຄື​ຄວາມ​ສະຫວ່າງ​ຂອງ​ໂລກ, ​ຄື​ຄວາມ​ສະຫວ່າງ​ຂອງ​ດວງ​ດາວ​ແຫ່ງ​ອາ​ລຸນ ‘ຄວາມ​ສະຫວ່າງ​ທີ່​ບໍ່​ໝົດ​ໄປ​ຈັກ​ເທື່ອ, ທີ່​ບໍ່​ມືດ​ຈັກ​ເທື່ອ’ [ໂມ​ໄຊ​ຢາ 16:9]. ​ເປັນ​ພຣະບຸດ​​ແທ້ໆ​ຂອງ​ພຣະ​ເຈົ້ານັ້ນ​ເອງ.”20

​ເຮົາ​ສາມາດ​ໄດ້​ຮັບ​ພະລັງ ​ທີ່ຮູ້​ວ່າ ປະສົບ​ການ​ທີ່​ຫຍຸ້ງຍາກ​ທັງ​ໝົດ ​ໃນ​ຊີວິດ​ນີ້ ​​ເປັນພຽງ​ຊົ່ວ​ໄລຍະ​ໜຶ່ງ​ເທົ່າ​ນັ້ນ; ​ແມ່ນ​ແຕ່​ຄ່ຳ​ຄືນ​ທີ່​ມືດ​ມົວ ກໍ​ຍັງປ່ຽນ​ເປັນ​ວັນ​ຮຸ່ງ​ເຊົ້າ ສຳລັບ​ຄົນ​ທີ່​ຊື່ສັດ.

​ເມື່ອ​ທັງ​ໝົດ​ສິ້ນ​ສຸດ​ລົງ ​ແລະ ​ເຮົາ​ໄດ້​ອົດທົນ​ກັບ​ທຸກ​ສິ່ງດ້ວຍ​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ, ​ແລ້ວ​ເຮົາ​ຈະ​​ໄດ້​ຮັບ​ຄຳ​ສັນຍາ​ ທີ່ວ່າ “ພຣະ​ເຈົ້າຈະ​ເຊັດ​ນ້ຳຕາ​ທຸກ​ຢົດ ຈາກ​ຕາ​ຂອງ​ເຮົາ.”21

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຈົ້າ ພຣະບິດາ​ຂອງ​ເຮົາ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ຊົງ​ພຣະຊົນ​ຢູ່ ​ແລະ ພວກ​ພຣະອົງ​ເປັນ​ຜູ້​ຮັກສາ​ຄຳ​ສັນຍາ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະຜູ້​ຊ່ວຍ​ໃຫ້​ລອດ​ເຊື້ອ​ເຊີນ​ເຮົາ​ທຸກ​ຄົນ ​ໃຫ້​ມາ ​ແລະ ​ຮັບ​ເອົາ​ການ​ຊົດ​ໃຊ້​ຂອງ​ພຣະອົງ. ​ເມື່ອ​ເຮົາ​​ໃຊ້​ສັດທາ​ຂອງ​ເຮົາ​ໃນ​ພຣະອົງ, ພຣະອົງ​ຈະ​ຍົກ​ເຮົາ​ຂຶ້ນ ​ແລະ ຊ່ວຍເຮົາ​ຜ່ານ​ຜ່າ​ການ​ທົດ​ລອງ​ທັງ​ໝົດ​ຂອງ​ເຮົາ, ​ແລະ ​ໃນ​ທີ່​ສຸດ, ຈະ​ຊ່ວຍ​ເຮົາ​ໃຫ້​ລອດ ​ໃນ​ອານາຈັກ​ຊັ້ນສູງ. ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ມາຫາ​ພຣະຄຣິດ, ອົດທົນ​ໃຫ້​ດີ​ໃນ​ສັດທາ, ​ແລະ ​ກາຍ​ເປັນ​ຄົນ​ດີ​ພ້ອມຜ່ານ​ທາງ​ພຣະອົງ, ​ແລະ ມີ​ຄວາມສຸກ​ທີ່​ດີ​ພ້ອມ​ໃນ​ພຣະອົງ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.