​2010–2019
ຄວາມ​ກະຕັນຍູ​ສຳ​ລັບວັນ​ຊະບາ​ໂຕ
​ເດືອນ​ຕຸລາ 2016


ຄວາມ​ກະຕັນຍູ​ສຳ​ລັບວັນ​ຊະບາ​ໂຕ

ສຳລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ວັນ​ຊະບາ​ໂຕ ເປັນ​ວັນ​ແຫ່ງ​ຄວາມ​ກະຕັນຍູ ແລະ ຄວາມ​ຮັກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ ທີ່ຢູ່​ຕະຫລອດ​ທົ່ວ​ໂລກ ​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ ທີ່​ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ຂໍ​ໃຫ້​ຂ້າພະ​ເຈົ້າມາ​ກ່າວ ​ໃນ​ກອງ​ປະຊຸມ​ ​ໃນ​ວັນ​ຊະບາ​ໂຕ​ມື້​ນີ້. ຂ້າພະ​ເຈົ້າອະທິຖານ​ວ່າ ພຣະວິນ​ຍານ​ບໍ​ລິ​ສຸດ​ຈະ ນຳ​ຖ້ອຍ​ຄຳ​ຂອງ​ຂ້າພະ​ເຈົ້າ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ທ່ານ.

ມື້​ນີ້ ຂ້າພະ​ເຈົ້າຢາກ​ກ່າວ​ກ່ຽວ​ກັບ​ຄວາມ​ຮູ້ສຶກ​ຂອງ​ໃຈ. ສິ່ງ​ທີ່​ຂ້າພະ​ເຈົ້າຈະ​ເນັ້ນໜັກ​​ແມ່ນຄວາມ​ກະຕັນຍູ—​ໂດຍ​ສະ​ເພາະກ່ຽວ​ກັບ ວັນ​ຊະບາ​ໂຕ.

​ເຮົາ​ຮູ້ສຶກ​ກະຕັນຍູ​​ສຳລັບ​ຫລາຍ​ສິ່ງ ​ເຊັ່ນ: ຄວາມ​ດີ​ຂອງ​ຄົນ​ແປກ​ໜ້າ, ອາຫານການ​ກິນ​ຕອນ​ເຮົາ​ຫິວ​ໂຫຍ, ທີ່​ພັກ​ອາ​ໄສ​​ເພື່ອ​ຫລົບ​ໄພ, ກະດູກ​ຫັກ​ທີ່​ຫາຍ​ດີ, ​ແລະ ສຽງ​ເດັກ​ແດງ​ຮ້ອງ​ໄຫ້​ຢ່າງ​ແຮງ. ຫລາຍ​ຄົນ​ພວກ​ເຮົາ​ຈະ​ຈື່​ຈຳ​ຄວາມ​ຮູ້ສຶກ​ກະຕັນຍູ ​ໃນ​ເວລາ​ເຊັ່ນ​ນັ້ນ.

ສຳລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ວັນ​ຊະບາ​ໂຕ ​ເປັນ​ເວລາ, ​ແທ້​ຈິງ​ແລ້ວ ​ເປັນ​ວັນ​ແຫ່ງ​ຄວາມ​ກະຕັນຍູ ​ແລະ ຄວາມ​ຮັກ. ພຣະຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ໄພ່​ພົນ​ຢູ່​ໃນ​​ເຂດ​​ແຈ໊ກສັນ, ລັດ​ມີ​ເຊີຣີ, ​ໃນ​ປີ 1831 ວ່າ ຄຳ​ອະທິຖານ ​ແລະ ຄວາມ​ຂອບ​ພຣະ​ໄທ ຂອງ​ເຂົາ​ເຈົ້າຄວນ​ເປັນ​ສຳລັບ​ພຣະ​ເຈົ້າ. ​ໄພ່​ພົນ​ລຸ້ນ​​ທຳ​ອິດ ​ໄດ້​ຮັບ​ການ​ເປີດ​ເຜີຍ​ກ່ຽວ​ກັບ​ວິທີ ຮັກສາ​ວັນ​ຊະບາ​ໂຕ ​ແລະ ວິທີ​ຖື​ສິນ​ອົດ​ເຂົ້າ ​ແລະ ອະທິຖານ.1

​ພຣະ​ເຈົ້າກໍ​ໄດ້​ບອກເຂົາ​ເຈົ້າ ​ແລະ ​ໄດ້​ບອກ​ເຮົານຳ​ອີກ​ ​ເຖິງ​ວິທີນະມັດສະການ ​ແລະ ຂອບ​ພຣະ​ໄທ​ໃນ​ວັນ​ຊະບາ​ໂຕ. ດັ່ງ​ທີ່​ທ່ານ​ສາມາດຮູ້​ໄດ້, ສິ່ງ​ທີ່​ສຳຄັນ​ທີ່​ສຸດ ​ແມ່ນ​ຄວາມ​ຮັກ​ທີ່​ເຮົາຮູ້ສຶກຕໍ່​ຜູ້ມອບ​ຂອງ​ປະ​ທານ​ໃຫ້. ຕໍ່​ໄປ​ນີ້​ແມ່ນ​ພຣະຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ ສຳລັບ​ວິທີ​ຂອບ​ພຣະ​ໄທ ​ແລະ ວິທີ​​ຖະຫວາຍ​ຄວາມຮັກ ​ໃນ​ວັນ​ຊະບາ​ໂຕວ່າ:

ພຣະຜູ້​ເປັນ​ເຈົ້າ​ໄດ້​ມອບ​ພຣະບັນຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ເຮົາ, ບອກ​​ໃຫ້​ເຮົາ​ຮັກ​ພຣະຜູ້​ເປັນ​ເຈົ້າ ອົງ​ເປັນ​ພຣະ​ເຈົ້າຂອງ​ເຮົາ​ດ້ວຍ​ສຸດ​ໃຈ​ຂອງ​ເຮົາ, ດ້ວຍ​ສຸດ​ພະລັງ, ສຸດ​ຈິດ​ໃຈ, ​ແລະ ສຸດກຳ​ລັງ​ຂອງ​ເຮົາ; ​ແລະ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ ​ໃຫ້​ເຮົາ​ຮັບ​ໃຊ້​ພຣະອົງ. ...

​ເຮົາ​ຄວນ​ຂອບ​ພຣະ​ໄທ​ພຣະຜູ້​ເປັນ​ເຈົ້າ ອົງ​ເປັນ​ພຣະ​ເຈົ້າຂອງ​ເຮົາ​ໃນ​ທຸກ​ສິ່ງ.

​ເຮົາ​ຄວນ​ຖວາຍ​ເຄື່ອງ​ບູຊາ​ແດ່​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ເຮົາ​ໃນ​ຄວາມ​ຊອບ​ທຳ, ​ແມ່ນ​ແຕ່​ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ ​ແລະ ວິນ​ຍານ​ທີ່​ສຳນຶກ​ຜິດ.”2

​ແລະ ​ແລ້ວ, ພຣະຜູ້​ເປັນ​ເຈົ້າ​ຍັງ​ໄດ້​ເຕືອນ​ເຖິງ​ຄວາມ​ອັນຕະລາຍ ຖ້າ​ຫາກ​ເຮົາ​ບໍ່​ຂອບ​ພຣະ​ໄທ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະ​ເຢຊູ​ຄຣິດ ​ໃນ​ຖານະ​ທີ່​ເປັນ​ຜູ້ມອບ​ຂອງ​ປະທານ​ໃຫ້. ບໍ່​ມີ​ສິ່ງ​ໃດ​ທີ່​ມະນຸດ​ຈະ​ເຮັດ​ໃຫ້​ພຣະ​ເຈົ້າຂຸ່ນ​ເຄືອງ, ຫລື ​ເຮັດ​ໃຫ້​ພຣະ​ອົງ​ພຣະພິ​ໂລດ, ຍົກ​ເວັ້ນ​ແຕ່​ຜູ້​ທີ່​ບໍ່​ສາລະພາບ​ວ່າ ທຸກ​ສິ່ງ​ທັງ​ປວງ​ຢູ່​ໃນ​ພຣະຫັດ​ຂອງ​ພຣະອົງ, ​ແລະ ​ບໍ່ເຊື່ອ​ຟັງ​ຕໍ່ພຣະບັນຍັດ​ຂອງ​ພຣະອົງ.3

ຫລາຍ​ຄົນ​ພວກ​ທ່ານ​ທີ່​ຟັງ​ຢູ່​ຕອນ​ນີ້ ​ໄດ້​ພົບ​ຄວາມສຸກ​ກັບ​ວັນ​ຊະບາ​ໂຕ ວ່າມັນ​ເປັນ​ວັນ​ທີ່​ຈະ​ລະນຶກ​ເຖິງ ​ແລະ ຂອບ​ພຣະ​ໄທ​ພຣະ​ເຈົ້າສຳລັບ​ພອນ​ຕ່າງໆ. ​ທ່ານ​ຍັງ​ຈື່​ເພງ​ທີ່​ຄຸ້ນ​ຫູ​ເພງ​ນີ້​ໄດ້ ທີ່​ວ່າ:

​ເມື່ອ​ຄວາມທຸກ​ລຳບາກ​ ເກີດ​ຂຶ້ນ​ແກ່​ທ່ານ​ເມື່ອ​ໃດ,

​ເມື່ອ​ໃດທ່ານ​ທໍ້​ແທ້​ໃຈ​ ຄິດ​ວ່າ​ທຸກ​ຢ່າງ​ມະລາຍ,

ມາ​ນັບ​ພຣະພອນ​ຂອງ​ທ່ານ ​ນັບ​ເບິ່ງ​ເທື່ອ​ລະ​ອັນ,

ທ່ານ​ຈະ​ແປກ​ໃຈ​ ໃນ​ສິ່ງ​ທີ່​ພຣະ​ເຈົ້າກະທຳ.

ນັບ​ພຣະພອນຂອງ​ທ່ານ;

​ເບິ່ງ​ທີລະ​ອັນ.

ນັບ​ພຣະພອນຂອງ​ທ່ານ;

​ເບິ່ງ​ສິ່ງ​ທີ່​ພຣະ​ເຈົ້າກະທຳ. …

ທ່ານ​ເກີດ​ອິດ​ເມື່ອຍ​ ກັບ​ພາລະ​ມາກ​ມາຍ​ຫລືບໍ່?

ກາງ​ແຂນນັ້ນ​ເບິ່ງ​ໜັກ ​ເກີນ​ກວ່າ​ທ່ານ​ແບກ​ໄດ້​ບໍ່?

ນັບ​ພຣະພອນ​ຂອງ​ທ່ານ ​ເບິ່ງ​ແລ້ວ​ຈະ​ໝົດ​ສົງ​ໄສ,

​ແລະ​ ທ່ານ​ຈະ​ຮ້ອງ​ເພງ​ໄປ ​ຈົນ​ຕະຫລອດ​ສິ້ນ​ການ.4

ຂ້າພະ​ເຈົ້າ​ໄດ້​ຮັບ​ຈົດໝາຍຫລາຍ​ສະບັບ ​ແລະ ​ໄດ້​ຮັບ​ການ​ມາ​ຢ້ຽມຢາມ​ຂອງ​ໄພ່​ພົນ​ຍຸກ​ສຸ​ດທ້າຍ​ທີ່​ຊື່ສັດ​ຫລາຍ​ຄົນ ຜູ້​ຮູ້ສຶກອິດ​ເມື່ອຍ​ກັບ​ພາລະ​ມາກ​ມາຍ. ຫລາຍ​ຄົນ​ກໍ​ຮູ້ສຶກ​, ຢ່າງ​ໜ້ອຍ​ສຳລັບ​ເຂົາ​ເຈົ້າ, ​ເກືອບ​ສູນ​ເສຍ​ໝົດ​ທຸກ​ຢ່າງ. ຂ້າພະ​ເຈົ້າຫວັງ​ ​ແລະ ອະທິຖານ​ວ່າ ສິ່ງ​ທີ່​ຂ້າພະ​ເຈົ້າກ່າວ​ໄປ​ກ່ຽວ​ກັບ​ການ​ມີ​ຄວາມ​ກະຕັນຍູ​ຕໍ່​ວັນ​ຊະບາ​ໂຕ ຈະ​ຊ່ວຍ​ເຮັດ​ໃຫ້​ຄວາມ​ສົງ​ໄສ​ໝົດ​ໄປ ​ແລະ ​ໃຫ້​ມີ​ເພງ​ຢູ່​ໃນ​ໃຈ​ຂອງ​ທ່ານ.

ພອນ​ຢ່າງໜຶ່ງ​ທີ່​ເຮົາ​ສາມາດ​ມີ​ຄວາມ​ກະຕັນຍູ​ຕໍ່ ​ແມ່ນ​​ເຮົາໄດ້​ຢູ່​ໃນ​ກອງ​ປະຊຸມ​ສິນ​ລະ​ລຶກ, ​ເຕົ້າ​ໂຮມ​ກັບ​ສານຸສິດ​ຂອງ​ພຣະອົງ​ ຫລາຍກວ່າ​ສອງ​ສາມ​ຄົນ ​ໃນ​ພຣະນາມ​ຂອງ​ພຣະອົງ. ບາງ​ຄົນ​ບໍ່​ສາມາດ​ລຸກ​ຈາກ​ຕຽງນອນ​ຂອງ​ຕົນ​ໄປ​ໂບດ. ບາງ​ຄົນ​ຢາກ​ໄປ​ຢູ່​ບ່ອນ​ທີ່​​ເຮົາ​ໄປ ​ແຕ່​ຕ້ອງ​ໄດ້​ທຳ​ງານ​ຢູ່​ໂຮງໝໍ ​ແລະ ຊ່ວຍ​ຮັກສາ​ຄວາມ​ສະຫງົບ ຫລື ປົກ​ປ້ອງ​​ເຮົາ​ດ້ວຍ​ຊີວິດ​ຂອງ​ເຂົາ​ເຈົ້າ​ເອງ ຢູ່​ໃນ​ທະ​ເລ​ຊາຍ ຫລື ຢູ່​ໃນ​ປ່າດົງ​ພົງ​ໄພ. ການທີ່​ຮູ້​ວ່າ ​ເຮົາ​ສາມາດ​ໄປ​ເຕົ້າ​ໂຮມ​ຢູ່​ກັບ​ໄພ່​ພົນ​ ​ແລະ ຮັບ​ສ່ວນ​ສິນ​ລະ​ລຶກ ນັ້ນຄື​ສິ່ງ​ທີ່​​ຈະ​ຊ່ວຍ​ເຮົາ​ໃຫ້ຮູ້ສຶກ​ມີ​ຄວາມ​ກະຕັນຍູ ​ແລະ ​ມີ​ຄວາມ​ຮັກ​ສຳ​ລັບ​ຄວາ​ມ​ເມດ​ຕາ​ກະ​ລຸ​ນາ​ຂອງພຣະ​ເຈົ້າ.

​ເປັນ​ຍ້ອນ​ສາດສະດາ​ໂຈ​ເຊັບ ສະ​ມິດ ​ແລະ ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ, ພອນ​ອີກ​ຢ່າງ​ໜຶ່ງ​ ທີ່​ເຮົາ​ສາມາດ​ນັບ​ໄດ້ ​ແມ່ນ​ເຮົາ​ມີ​ໂອກາດ​ທີ່​ຈະ​ຮັບ​ສ່ວນ​ສິນ​ລະ​ລຶກ​ທຸກ​ອາທິດ—​ຖືກຕຽມ, ​ໃຫ້​ພອນ, ​ແລະ ​ຢາຍ​ໂດຍ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ ຜູ້​ໄດ້​ຮັບ​ສິດ​ອຳນາດ. ​ເຮົາສາມາດ​ມີ​ຄວາມ​ກະຕັນຍູ​ເມື່ອ​ພຣະວິນ​ຍານ​ບໍລິສຸດ​ຢືນຢັນ​ແກ່​​ເຮົາ​ວ່າ ​ຄຳ​ອະທິຖານ​ສຳລັບສິນ​ລະ​ລຶກ, ທີ່​ກ່າວ​ໂດຍ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​​ໄດ້​ຮັບ​ສິດ​ອຳນາດ, ​​ໄດ້​ຖືກ​ຮັບ​ຮູ້​ໂດຍ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ.

ໃນ​ບັນດາ​ພອນ​ທັງ​ໝົດ​ທີ່​ເຮົາ​ສາມາດ​ນັບ​ໄດ້, ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ​ແມ່ນ​ຄວາມ​ຮູ້ສຶກ​ເຖິງ​ການ​ໃຫ້​ອະ​ໄພ ທີ່​ມາ​ເຖິງ ​ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ. ​ເຮົາ​ຈະ​ຮູ້ສຶກ​ເຖິງ​ພອນ​ອັນ​ຍິ່ງ​ໃຫຍ່ ​ແລະ ​ຮູ້​ບຸນຄຸນ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ການເສຍ​ສະລະ​ອັນ​ເປັນນິດຂອງ​ພຣະອົງ ​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳລັບ​ເຮົາ ທີ່​ຈະ​ຖືກ​ຊຳລະ​ໃຫ້​ສະອາດ​ຈາກ​ບາບ. ​ເມື່ອ​ເຮົາ​ຮັບ​ສ່ວນ​ເຂົ້າຈີ່ ​ແລະ ນ້ຳ, ​ເຮົາ​ຈື່ຈຳ​ວ່າ ພຣະອົງ​ໄດ້​ຮັບ​ທຸກທໍລະມານ​ເພື່ອ​ເຮົາ. ​ແລະ ​ເມື່ອ​ເຮົາ​ຮູ້ສຶກ​ເຖິງ​ຄວາມ​ກະຕັນຍູ​ສຳລັບ​ສິ່ງ​ທີ່​ພຣະອົງ​​ໄດ້​ກະທຳ​ເພື່ອ​ເຮົາ, ​ເຮົາ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ ​ແລະ ​ເຖິງ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະອົງ.

ພອນ​ຂອງຄວາມ​ຮັກ​ທີ່​ເຮົາ​ໄດ້​ຮັບ, ຈະ​ຊ່ວຍ​ເຮັດ​ໃຫ້​ມັນ​ງ່າຍ​ຂຶ້ນ​ສຳລັບ​ເຮົາ​ທີ່​ຈະ​ຮັກສາ​ພຣະບັນຍັດ ເພື່ອ “ຈະ​ລະນຶກ​ເຖິງ​ພຣະອົງ​ຕະລອດ​ເວລາ.”5 ​ທ່ານ​ອາດ​ສາມາດ​ຮູ້ສຶກ​ມີຄວາມ​ຮັກ ​ແລະ ມີຄວາມ​ກະຕັນຍູ ດັ່ງ​ທີ່​ຂ້າພະ​ເຈົ້າມີ​ຕໍ່​ພຣະວິນ​ຍານ​ບໍລິສຸດ​, ຜູ້​ທີ່​ພຣະບິດາ​ເທິງ​ສະຫວັນ​ໄດ້​ສັນຍາ​ວ່າ ຈະ​ສະຖິດ​ຢູ່​ກັບ​​ເຮົາ​ຕະຫລອດ​ເວລາ ​ຕາບ​ໃດ​ທີ່​​ເຮົາ​ຊື່ສັດ​ຕໍ່ພັນທະ​ສັນຍາ ​ທີ່​​ເຮົາ​ໄດ້​ເຮັດ​ໄວ້. ​ເຮົາ​ສາມາດ​ນັບ​ພຣະພອນ​ທັງ​ໝົດ​ເຫລົ່ານັ້ນ ທຸກ​ວັນ​ອາທິດ ​ແລະ ຮູ້ສຶກ​ເຖິງຄວາມ​ກະຕັນຍູ.

ວັນ​ຊະບາ​ໂຕ​ກໍເປັນ​ເວລາ​ທີ່ດີ​ເລີດນຳ​ອີກ ທີ່​ຈະ​ລະນຶກ​ເຖິງ​ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ ຕອນ​ຢູ່​ໃນ​ນ້ຳ​ແຫ່ງ​ການ​ບັບຕິ​ສະມາ ວ່າ​ຈະ​ຮັກ ​ແລະ ຮັບ​ໃຊ້​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ. ການ​ບັນລຸ​ຄຳ​ສັນຍານັ້ນ​ໃນ​ວັນ​​ຊະ​ບາ​ໂຕ ຄື​ການ​ມີ​ສ່ວນ​ຮ່ວມ​ໃນ​ຫ້ອງ​ຮຽນ ຫລື ​ໃນ​ກຸ່ມ​ ດ້ວຍ​ຄວາມມຸ້ງ​ໝາຍ​ເຕັມທີ່​ແຫ່ງ​ໃຈ ​ໃນ​ການ​ສ້າງ​ສັດທາ ​ແລະ ສ້າງຄວາມ​ຮັກ ​​ໃນ​ບັນດາ​ອ້າຍ​​ເອື້ອຍ​ນ້ອງ​ຂອງ​​ເຮົາ ຜູ້​ທີ່ຢູ່​ກັບ​ເຮົາ. ຄຳ​ສັນຍານັ້ນ ​ແມ່ນຮ່ວມ​ດ້ວຍ​ການ​ບັນລຸ​ໜ້າ​ທີ່​ການ​ເອີ້ນ​ທີ່​​ເຮົາ​ໄດ້​ຮັບ ດ້ວຍຄວາມ​ເບີກບານ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ທີ່​ໄດ້​ສອນ​ກຸ່ມ​ມັກຄະ​ນາຍົກ​ໃນ​ວັນ​ອາທິດ​ຫລາຍ​ເທື່ອ ຢູ່​ເມືອງ​ບາວທີ​ຟູນ, ລັດ​ຢູທາ, ​ແລະ ​ເຄີຍ​ໄດ້​ສອນ​ຫ້ອງ​ຮຽນ​ວັນ​ອາທິດ​ນຳ​ອີກ ​ໃນ​ລັດ​ໄອ​ດາ​ໂຮ. ​ແລະ ຂ້າພະ​ເຈົ້າຍັງ​ຈື່​ຕອນ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ຊ່ວຍ​ພັນ​ລະ​ຍາ​ຢູ່​ຫ້ອງ​ອະນຸບານ, ຊຶ່ງ​ໜ້າ​ທີ່​ສ່ວນ​ໃຫຍ່​ຂອງ​ຂ້າພະ​ເຈົ້າ​ແມ່ນ​​ເອົາ​ຂອງ​ຫລິ້ນ​ໃຫ້​ເດັກນ້ອຍ ​ແລະ ​ເກັບ​ຂອງ​ຫລິ້ນ.

ມັນ​ເປັນ​​ໄລຍະ​ກ່ອນ​ທີ່​ຂ້າພະ​ເຈົ້າຮັບ​ຮູ້​ຜ່ານ​ທາງ​ພຣະວິນ​ຍານ​ວ່າ ການ​ຮັບ​ໃຊ້​ແບບ​ງ່າຍໆສຳລັບ​ພຣະຜູ້​ເປັນ​ເຈົ້າ ​ແມ່ນ​ສຳຄັນ​ໃນ​ຊີວິດ​ຂອງ​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ. ຂ້າພະ​ເຈົ້າປະຫລາດ​ໃຈ ທີ່​ຫລາຍ​ຄົນ​ຍັງ​ຈື່ ​ແລະ ​ໄດ້​ຂອບ​ໃຈ​ຂ້າພະ​ເຈົ້າ ສຳລັບຄວາມ​ພະຍາຍາມແບບ​ມື​ໃໝ່ຂອງ​ຂ້າພະ​ເຈົ້າ ທີ່​ຈະ​ຮັບ​ໃຊ້​ເຂົາ​ເຈົ້າ ​ແທນ​ພຣະອາຈານ ​ໃນ​ວັນ​ຊະບາ​ໂຕ​ເຫລົ່ານັ້ນ.

​ບາງ​ເທື່ອ ເຮົາ​ຈະ​ບໍ່​ສາມາດ​ເຫັນ​ຜົນປະ​ໂຫຍດ​ຂອງ​ການ​ຮັບ​ໃຊ້​ຂອງ​ເຮົາ​ເອງ ທີ່​ເຮົາ​ໄດ້​ເຮັດ​ໃນ​ວັນ​ຊະບາ​ໂຕ, ​ເຊັ່ນ​ດຽວ​ກັນ ເຮົາ​ອາດ​ບໍ່​ສາມາດ​ເຫັນ​ຜົນ​ກະທົບ​ທີ່​ຮ່ວມ​ກັນ​ຂອງ​ຜູ້​ຮັບ​ໃຊ້​ຄົນ​ອື່ນ​ໆຂອງ​ພຣະຜູ້​ເປັນ​ເຈົ້າ​ເໝືອນ​ກັນ. ​ແຕ່​ພຣະຜູ້​ເປັນ​ເຈົ້າ​ສ້າງອານາຈັກ​ຂອງ​ພຣະອົງ​​ແບບ​ງຽບໆ ຜ່ານ​ຜູ້​ຮັບ​ໃຊ້​ທີ່​ຊື່ສັດ ​ແລະ ຖ່ອມຕົວ, ​ໂດຍ​ທີ່ມີ​ຄົນຮູ້​ຈັກ​ພຽງ​ໜ້ອຍ​ດຽວ ​ໄປ​ສູ່​​ອະ​ນາ​ຄົດ​ທີ່​ຮຸ່ງ​ເຫ​ລື້​ອມ​ໃນ​ຊ່ວງ​ໜຶ່ງ​ພັນ​ປີ. ​ເຮົາ​ຕ້ອງ​ມີ​ພຣະວິນ​ຍານ​ສັກສິດສະຖິດ​ຢູ່​ນຳ ກ່ອນ​ຈະ​ເຫັນ​ຄວາມ​​ເຕີບ​ໂຕ​ຢ່າງສະຫງ່າ​ງາມນັ້ນ​ໄດ້.

ຕອນຂ້າພະ​ເຈົ້າ​​ຍັງ​ນ້ອຍ ຂ້າພະ​ເຈົ້າ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມ​ສິນ​ລະ​ລຶກຢູ່​ສາຂານ້ອຍໆ ໃນ​ລັດນິວ​ເຈີ​ຊີ ຮ່ວມ​ກັບ​ສະມາຊິກ​ພຽງສອງ​ສາມ​ຄົນ ​ແລະ ຄອບຄົວ​ໜຶ່ງ, ຊຶ່ງ​ເປັນຄອບຄົວ​ຂອງ​ຂ້າພະ​ເຈົ້າ​ເອງ. ​​ເມື່ອ​ເຈັດ​ສິບ​ຫ້າ​ປີ​ກ່ອນ, ຂ້າພະ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາຢູ່​ທີ່​ເມືອງຟີ​ລາ​ແດວ​ເຟຍ ​​ໃນຕຶກ​ໂບດ​​ແຫ່ງດຽວ​ຂອງ​ສາດສະໜາ​ຈັກ ທີ່​ພວກ​ເຮົາ​ສາມາດ​ໄປ​ເຖິງ ຢູ່​ລັດ​ເພັນ​​ໂຊເວ​ເນຍ ​ຫລື ລັດ​ນິວ​ເຈີ​ຊີ. ​ບ່ອນ​ທີ່​​ເຄີຍມີ​ສາ​ຂາ​ນ້ອຍ​ແຫ່ງ​ໜຶ່ງ ​ໃນ​ເມືອງພິນສະຕັນ, ລັດ​ນິວ​ເຈີ​ຊີ, ປະຈຸ​ບັນ​ນີ້ ມີ​ຫວອດ​ຢູ່​ສອງ​ແຫ່ງ​ແລ້ວ. ​ແລະ ​ເມື່ອ​ບໍ່​ດົນ​ມາ​ນີ້, ກຸ່ມ​ຊາວ​ໜຸ່ມ​ຫລາຍ​ພັນ​ຄົນ ​ໄດ້​ຈັດ​ງານ​ສະ​ເຫລີມສະຫລອງ ການ​ອຸທິດ​ພຣະວິຫານ ຟີລາ​​ແດວ​ເຟຍ ​​ໃນ​ລັດ​​ເພັນ​ໂຊ​ເວ​ເນຍ.

ຕອນ​ຂ້າພະ​ເຈົ້າ​ຍັງໜຸ່ມ, ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ສອນ​ສາດສະໜາ​ປະຈຳ​ທ້ອງ​ຖິ່ນ ບ່ອນ​ທີ່​ພວກ​ເຮົາ​ໄດ້​ນະ​ມັດ​ສະການ​ໃນ​ວັນ​ອາທິດ ຢູ່​ໃນ​ຕຶກ​ໂບດ​ແຫ່ງດຽວ ຢູ່​​ເມືອງອາວ​ເບີ​ເຄີ​ກີ, ລັດນິວ​ແມັກ​ຊິ​ໂກ. ປະຈຸ​ບັນ​ນີ້ ມີ​ພຣະວິຫານ​ແຫ່ງ​ໜຶ່ງ ​ແລະ ມີ​ສະ​ເຕກຢູ່​ສີ່ແຫ່ງ.

ຂ້າພະ​ເຈົ້າ​ໄດ້​ຈາກ​ເມືອງ​ອາວ​ເບີ​ເຄີກີ ​ໄປ​ຮຽນ​ຢູ່​ເມືອງ​​ເຄມ​ບຣິຈ໌, ລັດ​ມາ​ຊາ​ຈູເຊັດສ໌. ມັນ​ມີ​ຕຶກ​ໂບດ​ຢູ່​ແຫ່ງ​ໜຶ່ງ ​ແລະ ມີ​ໜຶ່ງ​ທ້ອງ​ຖິ່ນ ທີ່​ຂະຫຍາຍ​ກວ້າງ​ອອກ​ໄປ​ຕະຫລອດ​ທົ່ວ​ລັດມາ​ຊາ​ຈູ​ເຊັດສ໌ ຈົນ​ເຖິງ ລັດໂຣດ​ໄອ​ແລນ. ຂ້າພະ​ເຈົ້າ​ໄດ້​ຂັບ​ລົດ​ຜ່ານ​ທົ່ງ​ທີ່​ສວຍ​ງາມ​ຂອງ​ເຂດ​ເຫລົ່າ​ນັ້ນ ​ໄປ​ຮ່ວມ​ສິນ​ລະ​ລຶກ​ນຳ​ສາຂາ​ນ້ອຍ​, ສ່ວນ​ຫລາຍ​ແລ້ວ ​ໄດ້​ເປັນ​ຕຶກ​ເຊົ່າ​ຫ້ອງ​ນ້ອຍໆ ຫລື ​ເຮືອນ​ເກົ່າ​ທີ່​​ໄດ້​ສ້ອມ​ແປງ​ໃໝ່. ປະຈຸ​ບັນ​ນີ້ ມີ​ພຣະ​ວິຫາ​ນທີ່​ສັກສິດ​ຂອງ​ພຣະ​ເຈົ້າຢູ່​​ໃນເມືອງ​ແບວໝ້ອນ, ລັດມາ​ຊາ​ຈູ​ເຊັດສ໌ ​ແລະ ມີ​ສະ​ເຕກຢາຍ​ຢູ່​ທົ່ວ​ເຂດ​ດັ່ງກ່າວ.

ສິ່ງ​ທີ່​ຂ້າພະ​ເຈົ້າບໍ່​ສາມາດ​ຫລິງ​ເຫັນ​ຢ່າງ​ແຈ່ມ​ແຈ້ງ ​​ໃນ​ເວລາ​ນັ້ນ ​ແມ່ນ​ພຣະ​ຜູ້​ເປັນເຈົ້າ​ໄດ້​ຖອກ​ເທພຣະວິນ​ຍານ​ຂອງ​ພຣະອົງ​ລົງ​ມາສູ່ຜູ້​ຄົນ ຢູ່​ໃນ​ກອງ​ປະຊຸມ​ສິນ​ລະ​ລຶກນ້ອຍໆ​ເຫລົ່ານັ້ນ. ຂ້າພະ​ເຈົ້າຮູ້ສຶກ​ຢູ່, ​ແຕ່​ຂ້າພະ​ເຈົ້າບໍ່​ສາມາດ​ເຫັນ​ຂອບ​ເຂດ ​ແລະ ​ເວລາທີ່​ພຣະຜູ້​ເປັນ​ເຈົ້າມີເຈດ​ຕະນາ ທີ່​ຈະ​ສ້າງ ​ແລະ ​ເຮັດ​ໃຫ້​ອານາຈັກ​ຂອງ​ພຣະ​ອົງ​ຮຸ່ງ​ເຫລື້ອມ. ​ໂດຍ​ການ​ເປີດ​ເຜີຍ, ສາດສະ​ດາ​ໄດ້​ເຫັນ ​ແລະ ​ໄດ້​ບັນທຶກ​ສິ່ງ​ທີ່​ເຮົາ​ສາມາດ​ເຫັນດ້ວຍຕົວ​ເອງ​ໃນ​ເວລາ​ນີ້. ນີ​ໄຟ​ໄດ້​ກ່າວ​ວ່າ ຈຳນວນ​ຄົນ​ຂອງ​ພວກ​ເຮົາ​ຈະ​ບໍ່​ມີ​ຫລາຍ, ​ແຕ່​ອິດ​ທິພົນ​ທີ່​ເພີ່ມ​ທະວີ​ຂຶ້ນ ຈະ​ເປັນ​ໜ້າ​ປະ​ທັບ​ໃຈ​ຫລາຍ ທີ່​ວ່າ:

“ແລະ ​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້າ​ໄດ້​ເຫັນ​ສາດສະໜາ​ຈັກ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ; ​ແລະ ມີ​ສະມາ​ຊິກ​ພຽງ​​ເລັກ​ໜ້ອຍ. …

“ແລະ ​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້ານີ​ໄຟ​ໄດ້​ເຫັນ​ອຳນາດ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າລົງ​ມາ​ເທິງ​ໄພ່​ພົນ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເມສາ​ນ້ອຍ ​ແລະ ຜູ້​ຄົນ​ແຫ່ງ​ພັນທະ​ສັນຍາ​ຂອງ​ພຣະຜູ້​ເປັນ​ເຈົ້າ ຊຶ່ງ​ກະຈັດ​ກະຈາຍ​ໄປ​ຕາມ​ຜືນ​ແຜ່ນດິນ​ໂລກ; ​ແລະ ພວກ​ເຂົາ​ມີ​ອາວຸດຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດສະໝີ​ພາບ​ອັນ​ຍິ່ງ​ໃຫຍ່.”6

​ໃນ​ຍຸກ​ນີ້, ກໍ​ມີການ​ທຳນາຍ​ທີ່​ຄ້າຍຄື​ກັນນັ້ນ ກ່ຽວ​ກັບ​ສະພາບ​ການ​ຂອງ​ເຮົາ ​ແລະ ​ໂອກາດ​ໃນ​ພາຍ​ໜ້າ ທີ່​ໄດ້​ມີ​ບັນທຶກ​ໄວ້ ຢູ່​ໃນ​ພຣະຄຳ​ພີ Doctrine and Covenants ທີ່​ວ່າ,

​ເຮົາຍັງ​ບໍ່​ເຂົ້າ​ໃຈ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່ພຣະບິດາມີ​ໃນພຣະຫັດ​ຂອງ​ພຣະອົງ ແລະ ຕຽມ​ໄວ້​ໃຫ້​ເຮົາເທື່ອ;

ແລະ ​​ເຮົາບໍ່​ສາມາດ​ທົນ​ກັບທຸກ​ສິ່ງທັງ​ປວງ​ໄດ້​ໃນ​ຕອນ​ນີ້; ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຮົາ​ຄວນ​ເບີກບານ,​ ເພາະ​ພຣະ​ເຈົ້າ​ຈະນຳພາ​​ເຮົາ​ໄປ. ອານາຈັກ​ເປັນ​ຂອງ​​ເຮົາ ​ແລະ ພອນໃນ​ນັ້ນ​ເປັນ​ຂອງ​​ເຮົາ, ​ແລະ ຄວາມ​ຮັ່ງມີ​ແຫ່ງ​ຊົ່ວນິ​ລັນດອນ​ກໍ​ເປັນ​ຂອງ​ເຮົາ.

ແລະ ຄົນ​ທີ່​ຮັບ​ເອົາ​ທຸກ​ສິ່ງ​ທັງ​ປວງ​ດ້ວຍ ຄວາມ​ຂອບພຣະ​ຄຸນ ​ຈະ​ຖືກ​ເຮັດ​ໃຫ້ຮຸ່ງ​​ເຫລື້ອມ; ​ແລະ ສິ່ງຂອງ ຂອງແຜ່ນດິນ​ໂລກຈະ​ຖືກ​ຕື່ມ​ໃຫ້ເຂົາ, ​ແມ່ນ​ແຕ່ຮ້ອຍ​ເທົ່າ, ​ແທ້​ຈິງ​ແລ້ວ, ຫລາຍ​ກວ່າ​ນັ້ນ.7

ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງ​ການ​ປ່ຽນ​ແປງ​ດັ່ງກ່າວ ຂອງ​ການມີ​ຄວາມ​ກະຕັນຍູ​ຫລາຍ​ຂຶ້ນ ສຳລັບ​ພອນ ​ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ທີ່​ຂະຫຍາຍ​ໄປ​ທົ່ວ​ໂລກ. ​ເບິ່ງ​ຄື​ວ່າ ມັນ​ແຜ່​ລາມ​ໄປ​ຢ່າງ​ໄວ ​ໃນ​ບັນດາ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ໃນ​ເວລາ ​ແລະ ສະຖານ​ທີ່ ບ່ອນ​ທີ່​ມີ​ການ​ທົດ​ລອງ​ເລື່ອງ​ສັດທາ​ຂອງ​ເຂົາ​ເຈົ້າ, ບ່ອນ​ທີ່​ເຂົາ​ເຈົ້າຕ້ອງ​ອ້ອນວອນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ ​ເພື່ອ​ຈະ​ໄດ້​ມີ​ຊີວິດ​ຢູ່ຕໍ່​ໄປ.

​ເວລາ​ທີ່​ເຮົາ​ມີ​ຊີວິດ​ຢູ່​ນີ້ ​ຈະນຳ​ການ​ທົດ​ລອງ​ທີ່​ຫຍຸ້ງຍາກ​ມາ​ ຄື​ກັນ​ກັບ​ຕອນ​ທີ່​ຜູ້​ຄົນ​ຂອງ​ແອວ​ມາ ​ໄດ້​ຮັບ ​ໃນ​ເວລາ​ທີ່ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ ອາມູ​ລອນ ທີ່​ໂຫດ​ຮ້າຍ​ນັ້ນ, ຜູ້​ໄດ້ສັ່ງ​​ໃຫ້​ຜູ້​ຄົນ​ແບກ​ຫາບ​ພາລະ​ອັນ​ໜັກໜ່ວງຢູ່​ບ່າ ຈົນ​ເກີນ​ກວ່າ​ຈະ​ທົນ​ໄດ້:

“ແລະ ​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ສຸລະ​ສຽງຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ພວກ​ເຂົາ​ໃນ​ທ່າມກາງ​ຄວາມທຸກ​ຂອງ​ພວກ​ເຂົາ, ມີ​ຄວາມ​ວ່າ​: ຈົ່ງ​ເງີຍ​ໜ້າ​ຂຶ້ນ ​ແລະ ຈົ່ງ​ສະບາຍ​ໃຈ​ເຖີດ, ​ເພາະວ່າ​ເຮົາ​ຮູ້ຈັກ​ເຖິງ​ພັນທະ​ສັນຍາ​ທີ່​ພວກ​ເຈົ້າ​ເຮັດ​ໄວ້​ກັບ​ເຮົາ; ​ແລະ ​ເຮົາ​ຈະ​ເຮັດ​ພັນທະ​ສັນຍາ​ກັບ​ຜູ້​ຄົນ​ຂອງ​ເຮົາ ​ເພື່ອ​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ຄວາມ​ເປັນ​ທາດ.

“ແລະ ​ເຮົາ​ຈະ​ໃຫ້​ພາລະ​ແບກ​ຫາບ​ຢູ່​ບ່າ​ຂອງ​ພວກ​ເຈົ້າ​ເບົາບາງ​ລົງ​ຈົນ​ວ່າ​ພວກ​ເຈົ້າບໍ່​ຮູ້ສຶກ​ວ່າ ມີ​ຫຍັງ​ຢູ່​ເທິງ​ຫລັງ​ເລີຍ ​ເຖິງ​ແມ່ນ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ເປັນ​ທາດ; ​ແລະ ​ເລື່ອງ​ນີ້​ເຮົາ​ຈະ​ເຮັດ​ໄປ​ເພື່ອ​ພວກ​ເຈົ້າຈະ​ໄດ້​ຢືນ​ເປັນ​ພະຍານ​ໃຫ້​ເຮົາ​ໃນ​ພາຍ​ໜ້າ, ​ແລະ ​ເພື່ອ​ພວກ​ເຈົ້າຈະ​ຮູ້ຈັກ​ຢ່າງ​ແນ່ນອນ​ວ່າ ​ເຮົາ​ຄື ອົງ​ພຣະຜູ້​ເປັນ​ເຈົ້າ, ​ໄດ້​ມາ​ຢ້ຽມຢາມ​ຜູ້​ຄົນຂອງ​ເຮົາ​ໃນ​ຄວາມທຸກ​ຂອງ​ພວກ​ເຂົາ.

“ແລະ ​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພາລະ​ແບກ​ຫາບ​ຊຶ່ງ​ຢູ່​ເທິງ​ບ່າ​ຂອງ​ແອວ​ມາ​ກັບ​ພີ່ນ້ອງ​ຂອງ​ເພິ່ນ​ຖືກ​ເຮັດ​ໃຫ້​ເບົາບາງ​ລົງ; ​ແທ້​ຈິງ​ແລ້ວ, ພຣະຜູ້​ເປັນ​ເຈົ້າ​ໄດ້​ເພີ່ມ​ພະລັງ​ໃຫ້​ພວກ​ເຂົາ ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ທົນ​ຕໍ່​ພາລະ​ແບກ​ຫາບ​ຢ່າງ​ງ່າຍດາຍ, ​ແລະ ພວກ​ເຂົາ​ໄດ້​ຍອມຮັບ​ຢ່າງ​ເບີກບານ​ມ່ວນ​ຊື່ນ ​ແລະ ດ້ວຍ​ຄວາມ​ອົດທົນ​ຕໍ່​ພຣະປະສົງ​ທັງ​ໝົດ​ຂອງ​ພຣະຜູ້​ເປັນ​ເຈົ້າ.”8

ທ່ານ ​ແລະ ຂ້າພະ​ເຈົ້າ​ໄດ້​ເປັນ​ພະຍານ​ວ່າ ​ເມື່ອໃດ​ກໍ​ຕາມ​ທີ່​ເຮົາ​ຮັກສາພັນທະ​ສັນຍາ​ນຳພຣະ​ເຈົ້າ, ​ໂດຍສະ​ເພາະ​ຕອນ​ມີ​ຄວາມ​ຫຍຸ້ງຍາກ, ພຣະອົງ​ຈະ​ໄດ້ຍິນ​ຄຳ​ອະທິຖານ​ຂອບ​ພຣະຄຸນ​ຂອງ​ເຮົາ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ເພື່ອ​ເຮົາ ​ແລະ ​ໄດ້​ຕອບ​ຄຳ​ອະທິຖານ​ຂອງ​ເຮົາ ​ເພື່ອ​ປະທານ​ຄວາມ​ເຂັ້ມ​ແຂງ​ໃຫ້​​ເຮົາ ​ເພື່ອ​ຈະ​ໄດ້​ອົດທົນ​ກັບ​ຄວາມ​ຫຍຸ້ງຍາກ​ຢ່າງ​ຊື່ສັດ. ​ແລະ ພຣະອົງ​ໄດ້​ເຮັດ​ໃຫ້​​ເຮົາເບີກ​ບາກ ​ແລະ ​ເຂັ້ມ​ແຂງ ຫລາຍ​ກວ່າ​ໜຶ່ງ​ເທື່ອ.

ທ່ານ​ອາດ​ຢາກ​ຮູ້ວ່າ ທ່ານ​ຄວນ​ເຮັດ​ສິ່ງ​ໃດ ​ເພື່ອ​ຈະ​ໄດ້ດຳລົງ​ຊີວິດ ​ແລະ ນະ​ມັດ​ສະການ ​ໃນ​ວັນ​ຊະບາ​ໂຕ ​​ໃນ​ແບບ​ທີ່ຈະສະ​ແດງ​​ຄວາມ​ກະຕັນຍູ ​ແລະ ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຕົວ​ເອງ ​ແລະ ​ໃຫ້​ກັບຄົນ​ອື່ນໆ ​ສຳລັບການ​ທົດ​ລອງ ທີ່​ຈະ​ມາ​ເຖິງ​.

ທ່ານ​ສາມາດ​ເລີ່ມຕົ້ນ​ໃນ​ມື້​ນີ້ ດ້ວຍ​ການ​ອະທິຖານ​ເປັນ​ສ່ວນ​ຕົວ ​ແລະ ​ເປັນ​ຄອບຄົວ ​ເພື່ອ​ຂອບ​ພຣະ​ໄທ​ສຳລັບ​ທຸກ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະທຳ​ເພື່ອ​ທ່ານ. ທ່ານ​ສາມາດ​ອະທິຖານ ​ເພື່ອ​ຈະ​ໄດ້​ຮູ້​ວ່າ ພຣະຜູ້​ເປັນ​ເຈົ້າມີ​ຫຍັງ​ໃຫ້​ທ່ານ​ເຮັດ​ເພື່ອ​ຮັບ​ໃຊ້​ພຣະອົງ ​ແລະ ຄົນ​ອື່ນ. ​ໂດຍສະ​ເພາະ​ແລ້ວ ທ່ານ​ສາມາດ​ອະທິຖານ​ຂໍ​ໃຫ້​ມີ​ພຣະວິນ​ຍານ​ບໍລິສຸດ​ ​ບອກ​ທ່ານ ​ວ່າຄົນ​ໃດ​ເປົ່າ​ປ່ຽວ​ດຽວ​ດາຍ ຫລື ຂັດ​ສົນ ທີ່​ພຣະ​ຜູ້​ເປັນ​ເຈົ້າປະ​ສົງ​ໃຫ້​ທ່ານ​ໄປ​ຫາ.

ຂ້າພະ​ເຈົ້າສາມາດ​ສັນຍາ​ກັບ​ທ່ານ​ໄດ້​ວ່າ ຄຳ​ອະທິຖານ​ຂອງ​ທ່ານ​ຈະ​​ໄດ້​ຮັບ​ຄຳ​ຕອບ, ​ແລະ ​ເມື່ອ​ທ່ານ​ເຮັດ​ຕາມ​ຄຳ​ຕອບ​ດັ່ງກ່າວ ​ແລ້ວ​ທ່ານ​ຈະ​ພົບ​ຄວາມສຸກ ​ໃນ​ວັນ​ຊະບາ​ໂຕ ​ແລະ ​ໃຈຂອງ​ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຂອບ​ພຣະ​ໄທ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຈົ້າອົງ​ເປັນ​ພຣະບິດາ ຮູ້ຈັກ ​ແລະ ຮັກ​ທ່ານ. ພຣະຜູ້​ຊ່ວຍ​ໃຫ້​ລອດ​, ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ທ່ານ ດ້ວຍ​ຄວາມ​ຮັກ​ທີ່​ມີ​ຕໍ່​ທ່ານ. ພວກ​ພຣະອົງ​, ພຣະບິດາ ​ແລະ ພຣະບຸດ, ຮູ້ຈັກ​ຊື່ຂອງ​ທ່ານ ດັ່ງ​ທີ່​ພວກ​ພຣະອົງ​ຮູ້​ຈັກ​ຊື່​ຂອງ​ສາດສະດາ ​ໂຈ​ເຊັບ ສະ​ມິດ ຕອນ​ພວກ​ພຣະອົງ​ໄດ້​ມາ​ປະກົດ​ຕໍ່​ເພິ່ນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ນີ້​ຄື​ສາດສະໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ວ່າ​ພຣະອົງ​ຈະ​ຮັບ​ຮູ້​ພັນທະ​ສັນຍາ​ທີ່​ທ່ານ​ໄດ້​ເຮັດ​ ​ແລະ ຕໍ່​ມັນ​ນຳພຣະ​ເຈົ້າ. ​ທຳ​ມະ​ຊາດ​ຂອງ​ທ່ານ​ຈະ​ປ່ຽນ​ໄປ ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ. ທ່ານ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຕ້ານ​ກັບ​ການ​ລໍ້​ລວງ ​ແລະ ຕ້ານ​ກັບ​ຄວາມ​ຮູ້ສຶກ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ຈິງ. ທ່ານ​ຈະ​ພົບ​ຄວາມສຸກ​ໃນ​ວັນ​ຊະບາ​ໂຕ. ຂ້າພະ​ເຈົ້າສັນຍາ​ກັບ​ທ່ານ ​ໃນພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.