​2010–2019
​ເຮົາ​ຈະ​ນຳ​ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ​ມາສູ່​ບ້ານ​ເຮືອນ​ຂອງ​ເຮົາ
​ເດືອນ​ຕຸລາ 2016


​ເຮົາ​ຈະ​ນຳ​ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ​ມາສູ່​ບ້ານ​ເຮືອນ​ຂອງ​ເຮົາ

ເຮົາ​ສາມາດນຳ​ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ ມາສູ່​ບ້ານ​ເຮືອນ, ​ໂຮງຮຽນ, ​ແລະ ບ່ອນ​ທຳ​ງານ​ຂອງ​ເຮົາ​ໄດ້ ຖ້າ​ຫາກ​ເຮົາ​ສະ​ແຫວງຫາ ​ແລະ ​ແບ່ງປັນ ສິ່ງ​ທີ່​ເປັນ​ທາງ​ບວກ ກ່ຽວ​ກັບ​ຄົນ​ອື່ນ.

​ໃນ​ການ​ຕອບ​ຮັບ​ຄຳ​ເຊື້ອ​ເຊີ​ນຂອງ ຊິດ​ສະ​ເຕີ ລິນ​ດາ ​ເຄ ​ເບີ​ຕັນ ​ທີ່​ກອງ​ປະຊຸມ​ໃຫຍ່​ສາມັນ​ ​ໃນ​ເດືອນ​ເມສາ,1 ຫລາຍ​ຄົນ​ໃນພວກ​ທ່ານ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ກະທຳ​ທີ່​ເປັນ​ຫ່ວງ​ເປັນ​​​ໃຍ ​ແລະ ​ເພື່ອ​ແຜ່ ​ເຈາະຈົງ​ໃສ່​ຄວາມ​ຕ້ອງການ​ຂອງ​ຊາວ​ອົບ​ພະຍົບ ຜູ້​ອາ​ໄສຢູ່​ໃນ​ທ້ອງ​ຖິ່ນ​ຂອງ​ທ່ານ. ຈາກ​ໂຄງການ​ທີ່​ງ່າຍໆ ​ໃນການ​ຊ່ວຍ​ເຫລືອ​ເປັນ​ບຸກຄົນ ຈົນ​​ເຖິງການ​ຊ່ວຍ​​ເຫລືອ​ຊຸມ​ຊົນ, ການ​ກະທຳ​ດັ່ງກ່າວ​ແມ່ນ​ຜົນທີ່​ມາ​ຈາກ​ຄວາມ​ຮັກ. ​ເມື່ອ​ທ່ານ​ໄດ້ເສຍ​ສະລະ​ເວລາ, ພອນ​ສະຫວັນ, ​ແລະ ຊັບ​ສິນ​ຂອງ​ທ່ານ, ຫົວ​ໃຈ​ຂອງ​ທ່ານ—​ແລະ ຂອງຊາວ​ອົບ​ພະຍົບ—​ໄດ້​​ຖືກ​ເຮັດ​ໃຫ້​ຜ່ອນຄາຍ​ຂຶ້ນ. ການ​ສ້າງ​ຄວາມ​ຫວັງ ​ແລະ ສັດທາ ​ແລະ ​ແມ່ນ​ແຕ່​ຄວາມ​ຮັກ​ທີ່​ຍິ່ງ​ໃຫຍ່​ກວ່າ ລະຫວ່າງ​ຜູ້​ທີ່ໄດ້​ຮັບ ​ແລະ ຜູ້​ທີ່​ໃຫ້ ​ເປັນ​ຜົນ​ທີ່​ເຫັນ​ໄດ້​ແຈ້ງ​ເຖິງ​ຄວາມ​ໃຈ​ບຸນ​ທີ່​ແທ້ຈິງ.

ສາດສະດາ​ໂມ​ໂຣ​ໄນ ບອກ​ເຮົາ​ວ່າ ຄວາມ​​ໃຈ​ບຸນ​ເປັນ​ລັກສະນະ​ທີ່​ຈຳ​ເປັນ​ຂອງ​ຜູ້​ທີ່​ຈະ​​ໄດ້​ອາ​ໄສ​ຢູ່​ກັບ​ພຣະບິດາ​ເທິງສະຫວັນ ​ໃນ​ອານາຈັກ​ຊັ້ນສູງ. ​ເພິ່ນ​ຂຽນ​ວ່າ, “ຖ້າ​ຫາກ​ທ່ານ​ບໍ່​ມີ​ຄວາມ​ໃຈ​ບຸນ ທ່ານ​ຈະ​ບໍ່ມີທາງ​ລອດ​ຢູ່​ໃນອານາຈັ​ກຂອງ​ພຣະ​ເຈົ້າ.”2

​ແນ່ນອນທີ່ພຣະ​ເຢຊູ​ຄຣິດ​ເປັນ​ຕົວຢ່າງ​ທີ່​ສົມບູນ​ແບບ​​ແຫ່ງ​ຄວາມ​ໃຈ​ບຸນ. ການສະ​ເໜີ​ຂອງ​ພຣະອົງ​ຢູ່​ໂລກ​ກ່ອນ​​ເກີດ ວ່າ​ຈະ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ຄວາມ​ສຳພັນ​ຂອງ​ພຣະອົງ​​ຕະຫລອດ​ຊີວິດ​ມະຕະຂອງ​ພຣະອົງ, ຂອງ​ປະທານ​ແຫ່ງ​ການ​ຊົດ​ໃຊ້​ທີ່​ສູງ​ສຸດ​ຂອງ​ພຣະອົງ, ​ແລະ ຄວາມ​ພະຍາຍາມ​ເລື້ອ​ຍ​ໄປ​ຂອງ​ພຣະອົງ ທີ່​ຈະ​ພາ​ເຮົາ​ກັບ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ ​ເປັນ​ການສະ​ແດງອອກ ​ອັນ​ສຸດ​ຍອດ​ເຖິງ​ຄວາມ​ໃຈ​ບຸນ. ພຣະອົງ​ດຳລົງຊີວິດ​ຢູ່​ໃນຈຸດປະສົງ​ດຽວ ນັ້ນຄື: ຄວາມ​ຮັກ​ສຳລັບ​ພຣະບິດາ​ຂອງ​ພຣະອົງ ທີ່​ສະ​ແດງ​ອອກ​ຜ່ານ​ຄວາມ​ຮັກ​ທີ່​ພຣະອົງ​ມີ​ຕໍ່​ເຮົາ​ແຕ່ລະຄົນ. ​ເມື່ອ​ຖາມ​ກ່ຽວ​ກັບ​ພຣະບັນຍັດ​ຂໍ້​​ໃຫຍ່​ທີ່​ສຸດ, ພຣະອົງ​ໄດ້​ຕອບ​ວ່າ:

“ຈົ່ງ​ຮັກ​ພຣະຜູ້​ເປັນ​ເຈົ້າດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ​ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.

“ນັ້ນ​ແຫລະ, ​ແມ່ນ​ພຣະບັນຍັດ​ຂໍ້​ໃຫຍ່ ​ແລະ ຂໍ້​ຕົ້ນ.

“ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ​ຄື, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.”3

ວິທີ​ທີ່​ສຳຄັນທີ່​ສຸດ​ວິທີ​ໜຶ່ງ ທີ່​ເຮົາ​ສາມາດ​ພັດທະນາ ​ແລະ ສະ​ແດງ​ຄວາມ​ຮັກ​ຕໍ່​ເພື່ອນ​ບ້ານ​ຂອງ​ເຮົາ ​ແມ່ນ​ຜ່ານ​ທາງ​ຄວາມ​ເພື່ອ​ແຜ່​ ​ໃນ​ຄວາມ​ຄິດ ​ແລະ ​ໃນ​ຄຳ​​ເວົ້າ. ​ເມື່ອ​ຫລາຍ​ປີ​ກ່ອນ, ​ເພື່ອນ​ທີ່​ດີຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າ ​ໄດ້​ສັງ​ເກດ​ເຫັນ​ວ່າ, “ຄວາມ​ໃຈ​ບຸນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ ອາດ​ເປັນ​ການ​ບໍ່​ຕັດສິນ​ຄົນ​ອື່ນ.”4 ສິ່ງ​ນີ້ ຍັງ​ເປັນຄວາມ​ຈິງ​ຢູ່ ​ໃນ​ທຸກ​ວັນ​ນີ້.

​ເມື່ອບໍ່​ດົນ​ມາ​ນີ້, ​ໃນ​ຂະນະ​ທີ່​ນາງ​ ອາ​ລິ​ສາ ຜູ້​ອາຍຸ​ສາມ​ປີ ກຳລັງ​​ເບິ່ງ​ໜັງ​ເລື່ອງ​ໜຶ່ງ​ຢູ່ ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ນາງ, ນາງ​ໄດ້​ເວົ້າຂຶ້ນດ້ວຍ​ຄວາມສັບສົນ​ວ່າ, “ແມ່, ​ໄກ່​ໂຕນັ້ນ ​ເບິ່ງ​ຄືແປກໆ!”

​ແມ່​ຂອງ​ນາງ​ໄດ້​ຫລຽວ​ເບິ່ງ​ຈໍ ​ແລະ ​ໄດ້​ຕອບ​ດ້ວຍ​ຮອຍ​ຍິ້ມວ່າ, “ອີ່​ຫລ້າ, ນັ້ນ​ແມ່ນນົກ​ຍຸງ​.”

​ເຊັ່ນ​ດຽວກັນ​ກັບ​ເດັກ​ອາຍຸ​ສາມ​ປີ, ບາງ​ເທື່ອ​ເຮົາ​ກໍ​ຫລຽວ​ເບິ່ງ​ຄົນ​ອື່ນ ​ແບບ​ບໍ່​ຄັກ ​ແລະ ບໍ່​ເຂົ້າ​ໃຈ. ​ເຮົາ​ອາດ​ເຈາະ​ຈົງ​ໃສ່​ກັບ​ຄວາມ​ແຕກ​ຕ່າງ ​ແລະ ​ເຫັນ​ເຖິງ​ຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​ຄົນທີ່ຢູ່​ອ້ອມ​ຮອບ​ເຮົາ ຊຶ່ງບໍ່​ຄື​ກັນກັບ​ເມື່ອ​ພຣະບິດາ​ເທິງ​ສະຫວັນ ຫລຽວ​ເບິ່ງ​ລູກໆ​ຂອງ​ພຣະອົງ, ຜູ້​ພຣະອົງ​ໄດ້​ສ້າງ​ຂຶ້ນ ຕາມ​ຮູບ​ຮ່າງ​ລັກ​ສະ​ນະ​ນິລັນດອນຂອງ​ພຣະອົງ​ເອງ, ດ້ວຍ​ຄວາມ​ສາມາດ​ທີ່​ດີ​ເລີດ ​ແລະ ຮຸ່ງ​ເຫລື້ອມ.

ປະທານ​ເຈມສ໌ ອີ ຟາວ ​ເຄີຍ​ໄດ້​ກ່າວ​ວ່າ, “ເມື່ອ​ຂ້າພະ​ເຈົ້າມີ​ອາຍຸ​ສູງ​ຂຶ້ນ, ຂ້າພະ​ເຈົ້າກໍ​ຕັດສິນ​ຄົນ​ອື່ນ​ໜ້ອຍ​ລົງ.”5 ຄຳ​ນີ້​ເຕືອນ​ໃຈ​ຂ້າພະ​ເຈົ້າ​ເຖິງ​ຄຳ​ສອນ​ຂອງ​ອັກຄະ​ສາວົກ​ໂປ​ໂລ ທີ່​ວ່າ:

“ເມື່ອ​ເຮົາ​ເປັນ​ເດັກນ້ອຍ​ຢູ່​ນັ້ນ ການ​ເວົ້າຈາ, ຄວາມ​ຮູ້ສຶກ ​ແລະ ຄວາມ​ນຶກ​ຄິດ​ຂອງ​ເຮົາ​ກໍ​ເປັນ​ຢ່າງ​ເດັກນ້ອຍ: ​ແຕ່​ເມື່ອ​ເຮົາ​ກາຍ​ເປັນ​ [ຜູ້​ໃຫຍ່] ແລ້ວ ​ເຮົາ​ກໍ​ເລີກ​ຄວາມ​ປະພຶດ​ຢ່າງ​ເດັກນ້ອຍ​ນັ້ນ.

“ເພາະວ່າ​ດຽວ​ນີ້ເຮົາ​ທັງຫລາຍ​ເຫັນ​ພໍ​ມົວໆ​ເໝືອນ​ເບິ່ງ​ໃນ​ແວ່ນ, ​ແຕ່​ວ່າ​ເວລາ​ນັ້ນຈະ​​ໄດ້​ເຫັນ​ພຣະພັກ​ຢ່າງ​ຄັກ​: ດຽວ​ນີ້​ຄວາມ​ຮູ້​ຂອງ​ເຮົາ​ບໍ່​ສົມບູນ; ​ແຕ່​ເວລາ​ນັ້ນ ​ເຮົາ​ຈະ​ຢູ່​ຢ່າງ​ສົມບູນ​ເໝືອນ​ພຣະ​ເຈົ້າ.”6

ເມື່ອ​ເຮົາ​ເຫັນ​ຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​​ເຮົາ​ເອງ​ດ້ວຍ​ຕາ​ສະຫວ່າງ​ຫລາຍ​ຂຶ້ນ, ​ເຮົາ​ຈະ​ເບິ່ງ​ຄົນ​ອື່ນ​ຜ່ານ “ແວ່ນ​ທີ່​ມົວໆ” ໜ້ອຍ​ລົງ. ​ເຮົາ​ຢາກ​ໃຊ້​ຄວາມ​ສະຫວ່າງຂອງ​ພຣະກິດ​ຕິ​ຄຸນ​ເພື່ອ​ເບິ່ງ​ຄົນ​ອື່ນ ດັ່ງ​ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະທຳ—​ດ້ວຍຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ຄວາມ​ຫວັງ, ​ແລະ ຄວາມ​​ໃຈ​ບຸນ. ມື້ນັ້ນຈະ​ມາ​ເຖິງ ​ເມື່ອ​ເຮົາ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ສົມບູນ ​ເຖິງຄວາມ​ຄິດ​ຂອງ​ຄົນ​ອື່ນ ​ແລະ ຈະ​ມີ​ຄວາມ​ກະຕັນຍູ​ຫລາຍ ທີ່​​ເຮົາຈະ​ໄດ້​ຮັບຄວາມ​ເມດ​ຕາ—ຄື​ກັນ​ກັບ​ເມື່ອ​ເຮົາ​ຄິດ ​ແລະ ກ່າວ​ເຖິງ​ຄົນ​ອື່ນ​ໃນ​ທາງ​ທີ່​ມີ​ຄວາມ​ໃຈ​ບຸນ ​ຕອນເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້.

ເມື່ອ​ຫລາຍ​ປີ​ກ່ອນ, ຂ້າພະ​ເຈົ້າ​ໄດ້​ໄປ​ຂີ່​ເຮືອ canoe ກັບ​ກຸ່ມ​ຍິງ​ໜຸ່ມ​ກຸ່ມ​ໜຶ່ງ. ທະ​ເລ​ສາບ​ທີ່​ເປັນ​ສີ​ຄາມ, ອ້ອມ​ຮອບ​ໄປ​ດ້ວຍ​ພູຜາ​ປ່າດົງ​ທີ່​ຂຽວ​ງາມ ​ເປັນ​ພາບ​ທີ່​ໜ້າອັດສະຈັນ​ໃຈ​ຫລາຍ. ນ້ຳກໍ​ເຫລື້ອມ​ລະ​ຍິບລະ​ຍັບ ​ໃນ​ຂະນະ​ທີ່​ພວກ​ເຮົາ​ຈຸ່ມ​ໄມ້​ພາຍ​ລົງ​ນ້ຳທີ່​ໃສ​ສະອາດ, ​ແລະ ດວງ​ອາທິດ​ໄດ້​ສ່ອງ​ແສງ​ທີ່​ອົບ​ອຸ່ນ​ລົງ​ມາ ​ໃນ​ຂະນະ​ທີ່​ພວກ​ເຮົາ​ພາຍ​ເຮືອ​ໄປ​ຢ່າງສະ​ບາຍ ​ເພື່ອ​ຂ້າມ​ໄປ​ຫາ​ອີກ​ຟາກ​ໜຶ່ງ​ຂອງທະ​ເລ​ສາບ.

ແຕ່​ບໍ່​ດົນ ​ເມກ​ກ້ອນ​ໃຫຍ່​ກໍ​ໄດ້​ໄຫລ​ມາ ​ແລ້ວ​ທ້ອງຟ້າ​ກໍ​ມືດ​ໄປ ​ແລະ ລົມ​​ກໍ​ເລີ່ມພັດຢ່າງ​ແຮງ. ​ເພື່ອ​ຈະ​ມີ​ຄວາມ​ກ້າວໜ້າ, ພວກ​ເຮົາ​ກໍ​ຟ້າວ​ພາຍ​ເຮືອ​​ໄປຢ່າງ​ໄວ, ພາຍ​ແບບ​ບໍ່ຢຸດ​ພັກ​ເລີຍ. ຫລັງ​ຈາກ​ໄດ້​ພາຍ​ເຮືອ​ໄປ​ດ້ວຍ​ຄວາມ​ອິດ​ເມື່ອຍ​ເປັນ​​ເວລາສອງ​​ຊົ່ວ​ໂມງ, ​ໃນ​ທີ່​ສຸດ ພວກ​ເຮົາ​ກໍ​​ໄດ້​ໄປ​ເຖິງ​ບ່ອນ​ໂງ້ງ​ຂອງ​ອ່າວ​ທະ​ເລ ​ແລະ ​ເຫັນ​ວ່າ ລົມ​ກຳລັງ​ພັດ​ໄປ​ທາງ​ທີ່​ພວກ​ເຮົາ​ກຳລັງ​ຈະ​ໄປ​ຫາພໍດີ.

ສາມີ ກັບ​ຂ້າພະ​ເຈົ້າ​ກໍ​ໄດ້​ສວຍ​ໂອກາດ​ຢ່າງ​ໄວ ກັບ​ລົມ​ທີ່​ກຳລັງ​ພັດ​ມາ. ພວກ​ເຮົາ​ໄດ້​ດຶງ​​ເອົາ​ຜ້າ​ຢາງ​ຜືນ​ນ້ອຍ​ໜຶ່ງອອກ​ມາ, ​ແລະ ມັດ​ສອງ​ສົ້ນຂອງ​ມັນ​ໃສ່​ໄມ້​ພາຍ ​ແລະ ອີກ​ສອງ​ສົ້ນ ພວກ​ເຮົາ​ໄດ້​ມັດ​ມັນ​ໃສ່​ຕີນ​ຂອງ​ສາມີ​ຂອງ​ຂ້າພະ​ເຈົ້າ ຊຶ່ງລາວ​ໄດ້​ເດ່​ມັນ​ອອກ​ໄປທາງ​ຂ້າງ​ຂອງ​ເຮືອ. ລົມ​ໄດ້​ພັດ​ໃບ​ພັດ, ​ແລະ ​ເຮືອ​ຂອງ​ພວກ​ເຮົາ​ກໍ​ໄດ້​ແລ່ນ​ໄປ​ຢ່າງ​ໄວ!

​ເມື່ອ​ກຸ່ມ​ຍິງ​ໜຸ່ມ​ໄດ້​ເຫັນ​ເຮືອ​ຂອງ​ພວກ​ເຮົາ​ແລ່ນ​ໄປ​ຢ່າງ​ງ່າຍດາຍ, ພວກ​ເຂົາ​ເຈົ້າກໍ​ໄດ້​ເຮັດ​ໃບ​ເຮືອ​ຄື​ກັນ. ພາລະ​ຂອງ​ພວກ​ເຮົາ​ກໍ​ໄດ້​ເບົາບາງ​ລົງ ​ແລະ ກໍ​ມີ​ຄວາມ​ມ່ວນ​ຊື່ນ​ຫລາຍ, ມີ​ຄວາມ​ກະຕັນຍູ​ສຳລັບ​ຄວາມ​ຊ່ວຍ​ເຫລືອ ຈາກ​ການ​ທ້າ​ທາຍ​ໃນ​ມື້ນັ້ນ.

ການ​ເວົ້າຍ້ອງຈາກ​ໝູ່​ເພື່ອນກໍ​ເປັນ​ເໝືອນ​ລົມ​ທີ່​​ພັດ​ເຮົາ​ໄປ​ໜ້າ​ໄດ້, ການ​ທັກ​ທາຍ​ດ້ວຍ​ຄວາມ​ດີ​ອົກດີ​ໃຈ​ຂອງ​ພໍ່​ແມ່, ກິ​ລິ​ຍາ​ທ່າ​ທີ​ທີ່​​ເຫັນ​ດີ​ນຳຂອງ​ອ້າຍ​ເອື້ອຍ​ນ້ອງ, ຫລື ຮອຍ​ຍິ້ມ​ທີ່​​ເປັນ​ມິດຈາກ​ເພື່ອນ​ທຳ​ງານ ​ຫລື ​ເພື່ອນ​ນັກຮຽນ, ຈະ​ເປັນ “ລົມ​ທີ່​ພັດ​ເຮືອ​ຂອງ​ເຮົາ​ໄປ​ໜ້າ​ໄດ້” ​ໃນ​ຂະນະ​ທີ່​ເຮົາ​ປະ​ເຊີນ​ກັບ​ການ​ທ້າ​ທາຍຂອງ​ຊີວິດ! ປະທານທອມັສ ​ແອັສ ມອນ​ສັນ ​ໄດ້​ກ່າວ​​ໃນ​ທາງ​ນີ້​ວ່າ: “​ເຮົາ​ບໍ່​ສາມາດ​ບັນຊາ​ລົມ, ​ແຕ່​ເຮົາ​ສາມາດ​ປັບ​ໃບ​ພັດ​ຂອງ​ເຮົາ​ໄດ້. ສຳລັບ​ຄວາມສຸກ​, ຄວາມ​ສະຫງົບ, ​ແລະ ຄວາມ​ເພິ່ງ​ພໍ​ໃຈ​ທີ່​ສູງ​ສຸດ, ຂໍ​ໃຫ້​ເຮົາ ​ເລືອກ​ ທີ່​ຈະ​ມີ​ທັດສະນະ​ໄປ​ໃນ​ທາງ​ບວກ.”7

ຖ້ອຍ​ຄຳ​ມີ​ພະລັງ​ຫລາຍ, ທັງ​ເປັນ​ການ​ສ້າງສັນ ​ແລະ ​ເປັນ​ການ​ຖາກ​ຖາງ. ​ເຮົາທຸກ​ຄົງ​ອາດ​ບໍ່​ເຄີຍ​ລືມ ຖ້ອຍ​ຄຳ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຕ່ຳ​ຕ້ອຍ​ທີ່​ສຸດ ​ແລະ ຖ້ອຍ​ຄຳກ່າວ​ອອກ​ມາ​ດ້ວຍ​ຄວາມ​ຮັກ ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຢູ່​ສູງ​ສຸດ. ຂໍ​ໃຫ້​​ເຮົາ​ຈົ່ງເລືອກ​ກ່າວ​ຄຳ​ທີ່​​ເປັນ​​ໃນ​ທາງ​ບວກ—​ແລະ ຕໍ່—ຄົນອື່ນໆ ​​ໃນ​ທາງ​ທີ່​ຍົກ​ລະດັບ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ ​ແລະ ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ເຮັດ​ຕາມ​ວິ​ທິ​ທາງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ.

ຮູບ​ພາບ
ການ​ຖັກ​ແສ່ວ “ເຮົາ​ຈະ​ນຳ​ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ​ມາສູ່​ບ້ານ​ເຮືອນ​ຂອງ​ເຮົາ”

ຕອນ​ຂ້າພະ​ເຈົ້າຢູ່​ຊັ້ນປະຖົມ​​ໄວ, ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ຢ່າງ​ພາກ​ພຽນ ​ເພື່ອ​ຮຽນ​ຖັກ​ແສ່ວ ຂໍ້ຄວາມ​ງ່າຍໆ ທີ່​ອ່ານ​ວ່າ, “ເຮົາ​ຈະ​ນຳ​ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ​ມາສູ່​ບ້ານ​ເຮືອນ​ຂອງ​ເຮົາ.” ​ໃນ​ຕອນ​ບ່າຍ​ຂອງ​ມື້ໜຶ່ງ, ​ໃນ​ຂະນະ​ທີ່​ກຸ່ມ​ຜູ້ຍິງ​ຂອງ​ພວກ​ເຮົາ​ກຳລັງ​ຖັກ​ແສ່ວ​ຢູ່​ນັ້ນ, ຄູ​ຂອງ​ພວກ​ເຮົາ ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ນາງ​ນ້ອຍ​ຄົນ​ໜຶ່ງ ຜູ້​ໄດ້​ອາ​ໄສ​​ຢູ່​ອີກ​ເບື້ອງ​ໜຶ່ງ​ຂອງ​ຮ່ອມ​ພູ. ​ໃນ​ຕອນ​ບ່າຍ​ຂອງ​ແຕ່​ລະ​ມື້, ນາງ​ໄດ້​ສັງ​ເກດ​ເຫັນ​ເຮືອນ​ຫລັງ​ໜຶ່ງ ທີ່​ຕັ້ງຢູ່​ຟາກ​ຮ່ອມ​ພູ ມີ​ປ່ອງຢ້ຽມ​​ເປັນ​ສີຄຳ ​ແລະ ຮຸ່ງ​ເຫລື້ອມ. ​ສ່ວນ​ເຮືືອນຂອງ​ນາງ​​ເປັນ​ຫລັງ​ນ້ອຍໆ ​ແລະ ​ເກົ່າ, ​ແລະ ນາງ​ນ້ອຍ​ຄົນ​ນັ້ນ ກໍ​ໄດ້​ຄິດ​ຝັນ​ຢາກ​ຢູ່​ເຮືອນ​ທີ່​ສວຍ​ງາມ ທີ່​ມີ​ປ່ອງຢ້ຽມ​ເປັນ​ສີຄຳ.

ມື້ໜຶ່ງ ນາງ​ນ້ອຍ​ໄດ້​ຖືກ​ອະນຸຍາດ​ໃຫ້​ຂີ່​ລົດຖີບຂອງ​ນາງ ​ໄປ​ຫາ​ຫ່ອມພູ​ເບື້ອງ​ນັ້ນ. ນາງ​ກໍ​ໄດ້​ຟ້າວ​ຂີ່​ລົດຖີບ​ໄປ​ດ້ວຍ​ຄວາມ​ກະຕືລືລົ້ນ ຈົນ​ວ່າ​ນາງ​ໄປ​ເຖິງ​ເຮືອນ​ທີ່​ມີ​ປ່ອງຢ້ຽມ​ເປັນ​ສີຄຳ ຊຶ່ງນາງ​ໄດ້​ຊົມ​ເປັນ​ເວລາ​ດົນ​ນານ. ​ແຕ່​ເມື່ອ​ນາງ​ລົງ​ຈາກ​ລົດຖີບ, ນາງ​ໄດ້​ເຫັນ​ວ່າ ​ເຮືອນ​ຫລັງ​ນັ້ນ​ເປັນ​ເຮືອນ​ຮ້າງ ​ແລະ ​ເພພັງ, ທັງ​ມີ​ຫຍ້າ​ສູງ​ເຕັມ​ຢູ່​ເດີ່ນ​ບ້ານ ​ແລະ ປ່ອງຢ້ຽມ​ກໍ​ທຳ​ມະ​ດາ ​ແລະ ສົກກະປົກ. ດ້ວຍ​ຄວາມ​ຜິດ​ຫວັງ, ນາງ​ໄດ້​ຫລຽວ​ຄືນ​ໄປ​ເບິ່ງ​ເຮືອນ​ຂອງ​ນາງ. ດ້ວຍ​ຄວາມ​ຕົກ​ຕະລຶງ, ນາງ​ເຫັນ​ເຮືອນ​ຫລັງ​ໜຶ່ງຮຸ່ງ​ເຫລື້ອມ, ປ່ອງຢ້ຽມ​ກໍ​ເປັນ​ສີຄຳ ​ແລະ ຕັ້ງຢູ່​ຄ້ອຍ​ພູ ອີກ​ຟາກ​ໜຶ່ງ. ​ເມື່ອ​ເບິ່ງ​ຄັກໆ​ແລ້ວ ​ເຮືອນ​ຫລັງ​ນັ້ນ ​​ແມ່ນ​ເຮືອນ​ຂອງ​ນາງ​​ເອງ!8

ບາງ​ເທື່ອ, ​ເຊັ່ນ​ດຽວ​ກັບ​ນາງ​ນ້ອຍ​ຄົນ​ນີ້, ​ເຮົາ​ຈະ​ເບິ່ງ​ສິ່ງ​ທີ່​ຄົນ​ອື່ນ​ມີ ຫລື ​ເປັນ ​ແລະ ຮູ້ສຶກ​ວ່າ ​ເຮົາ​ມີ​ໜ້ອຍ​ກວ່າ​ເຂົາ​ເຈົ້າ. ​ເຮົາ​ໄດ້​ກາຍ​ເປັນ​ຄົນ​ໜຶ່ງ​ທີ່​ໝົກໝຸ້ນ​ຢູ່​ກັບພາບ​ຊີວິດ​ໃນ Pinterest ຫລື Instagram ຫລື ຖືກ​ລົບ​ກວນດ້ວຍ​ການ​ແຂ່ງຂັນ​ຢູ່​ໂຮງຮຽນ ຫລື ບ່ອນ​ທຳ​ງານ​ຂອງ​ເຮົາ. ​ແຕ່​ເມື່ອ​ເຮົາ​ຢຸດ​ພັກ​ຈັກ​ບຶດໜຶ່ງ ​ເພື່ອ “ນັບພຣະພອນ​ [ຂອງ​ເຮົາ],”9 ​ແລ້ວ​ເຮົາ​ຈະ​ເຫັນ​ມຸມ​ມອງ​ທີ່​ແທ້​ຈິງ ​ແລະ ຮັບ​ຮູ້​ຄວາມ​ດີງາມ​ຂອງ​ພຣະ​ເຈົ້າ ທີ່​ມີ​ຕໍ່​ລູກໆຂອງ​ພຣະອົງ ທຸກ​ຄົນ.

ບໍ່​ວ່າ​ເຮົາ​ຈະ​ມີ​ອາຍຸ​ໄດ້ ​8 ​ປີ ຫລື 108 ປີ, ​ເຮົາ​ສາມາດ​ນຳ​ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ ມາສູ່​ສິ່ງ​ແວດ​ລ້ອມຂອງ​ເຮົາ​ໄດ້, ບໍ່​ວ່າ​ຈະ​ເປັນ​ເຮືອນ​ຫ້ອງ​ແຖວ​ທີ່​ສູງໆຢູ່​ເມືອງ ​ແມນ​ແຮັດ​ຕັນ, ​ຫລື ​ເຮືອນ​ຢອງເສົາ ຢູ່​ປະ​ເທດ ມາ​ເລ​ເຊຍ, ຫລື ​ເຮືອນຜ້າ​ໜັງ​ສັດຢູ່​ປະ​ເທດ ມົງ​ໂກ​ເລຍ. ​ເຮົາ​ສາມາດ​ພະຍາຍາມ​ທີ່​ຈະ​ຊອກ​ຫາ​ຄວາມ​ດີ​ໃນ​ຕົວ​ຂອງ​ຄົນ​ອື່ນ​ໄດ້ ​ແລະ ​ໃນ​ສະພາບ​ການ​ທີ່ຢູ່​ອ້ອມ​ຮອບ​ເຮົາ. ສະຕີ​ທີ່​ຍັງ​ໜຸ່ມ ​ແລະ ​ຜູ້​ອາຍຸ​ສູງ ​ໃນ​ທຸກ​ແຫ່ງ​ຫົນ ສາມາດ​ສະ​ແດງ​ຄວາມ​ໃຈ​ບຸນ ​ເມື່ອ​ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ໃຊ້​ຖ້ອຍ​ຄຳ ທີ່​ສ້າງ​ຄວາມ​ໝັ້ນ​ໃຈ ​ແລະ ສ້າງ​ສັດທາ ໃຫ້​ກັບ​ຄົນ​ອື່ນ​ໄດ້.

​ແອວ​ເດີ ​ແຈັບ​ຟະຣີ ອາ ຮໍ​ແລນ ​ໄດ້​ບອກ​​ເຖິງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ທີ່​ຖືກ​ໝູ່​ເພື່ອນ​ແກ້ງ​ເປັນ​ປະຈຳ ຕອນ​ເຂົ້າ​ໂຮງຮຽນ. ຫລາຍ​ປີ​ຈາກ​ນັ້ນ, ລາວ​ໄດ້​ຍ້າຍ​ໄປ​ຢູ່​ບ່ອນ​ໃໝ່, ​ໄດ້​ເຂົ້າ​​ເປັນ​ທະຫານ, ​ໄດ້​ຮັບ​ການ​ສຶກສາ, ​ແລະ ​ໄດ້​ກາຍ​ເປັນ​ສະມາຊິກ​ທີ່​ເຂັ້ມ​ແຂງ​ຂອງ​ສາດສະໜາ​ຈັກ. ຊີວິດ​ຂອງ​ລາວ​ໃນ​ໄລຍະ​ນັ້ນ ​​ກໍປະສົບ​ຜົນ​ສຳ​ເລັດ​​ໃນຫລາຍໆ​ດ້ານ.

ຫລັງ​ຈາກ​ຫລາຍ​ປີ, ລາວ​ໄດ້​ກັບ​ຄືນ​ໄປ​ບ້ານ​ເກີດ. ​ແຕ່​ຜູ້​ຄົນ​ບໍ່​ຍອມຮັບ​ຮູ້​​ຄວາມ​ເຕີບ​ໂຕ ​ແລະ ຄວາມ​ຈະ​ເລີນກ້າວໜ້າ​ຂອງ​ລາວ. ຕໍ່​ເຂົາ​ເຈົ້າ​ແລ້ວ, ລາວ​ຍັງ​ເປັນ​ເດັກ “ຜູ້​ຕ່ຳ​ຕ້ອຍ,” ຄົນ​ໜຶ່ງ​ເທົ່າ​ນັ້ນ ​ແລະ ​ເຂົາ​ເຈົ້າກໍ​ໄດ້ກະທຳ​ກັບ​ລາວ​ແບບ​ເກົ່າ. ​ທ້າຍ​ສຸດ, ຊາຍ​ທີ່​ດີ​ຄົນ​ນີ້ ​​ໄດ້​ສູນ​ເສຍ​ຄວາມ​ສຳ​ເລັດ​ຜົນ​ຂອງ​ລາວ​ເກືອບ​ທັງ​ໝົດ ​ໂດຍ​ທີ່​ບໍ່​ສາມາດ​ໃຊ້​ພອນ​ສະຫວັນ​ຂອງ​ລາວ ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ເຄີຍ​ກ່າວ​ສຽດ​ສີ​ລາວ ​ແລະ ໄດ້​ປະຕິ​ເສດ​ລາວ​ອີກ​ເທື່ອ​ໜຶ່ງ.10 ໜ້າ​ເສຍ​ດາຍ ທັງ​ສຳລັບ​ຊາຍ​ຄົນ​ນີ້ ​ແລະ ຊຸມ​ຊົນນັ້ນ!

ອັກຄະ​ສາວົກ​ໂປ​ໂລ ​ໄດ້​ສອນ​ວ່າ, “ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນ​ໃດ​ໝົດ ຈົ່ງ​ຮັກ​ຊຶ່ງກັນ​ແລະ​ກັນ​ດ້ວຍຄວາມ​ເຕັມ​ໃຈ ​ເພາະ​ຄວາມ​ຮັກ​ກໍ​ປິດ​ບັງ​ຄວາມ​ຜິດ​ບາບ​ໄວ້​ຢ່າງ​ຫລວງ​ຫລາຍ.”11 ຈົ່ງ​ຮັກ​ຊຶ່ງກັນ​ແລະ​ກັນ​ດ້ວຍ ຄວາມ​ເຕັມ​ໃຈ, ໝາຍ​ເຖິງ “ດ້ວຍ​ສຸດ​ໃຈ,” ​ເປັນ​ການສະ​ແດງ​ອອກ​ເຖິງ​ການ​ລືມ​ຄວາມ​ຜິດພາດ ​​ແລະ ຄວາມບົກພ່ອງ​ຂອງ​ຄົນ​ອື່ນ ​ແທນ​ທີ່​ຈະ​ໝົກ​ໝຸ້ນ​ຢູ່​ກັບ​ຄວາມ​ຄຸ້ນ​ເຄືອງ ຫລື ​ເຕືອນ​ຕົວ​ເອງ ​ແລະ ຄົນ​ອື່ນ​ເຖິງ​ຄວາມ​ຂາດ​ຕົກ​ບົກພ່ອງ ​ໃນ​ອະ​ດີດ.

ໜ້າ​ທີ່ ​ແລະ ສິດທິ​ພິ​ເສດ​ຂອງ​ເຮົາ ​ແມ່ນ​ທີ່​ຈະ​ຮັບ​ເອົາ​ການ​ພັດທະ​ນາ​ຕົນ ​ໃນ ແຕ່ລະຄົນເມື່ອ​ເຮົາ​ພະຍາຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ. ຊ່າງ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ​ແທ້ໆ ທີ່​ເຫັນ​ແສງ​ແວວ​ວາວ ​ໃນ​ດວງ​ຕາ​ຂອງ​ບາງ​ຄົນ ຜູ້​ເຂົ້າ​ໃຈ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ທຳ​ການ​ປ່ຽນ​ແປງ​ທີ່​ແທ້​ຈິງ​ໃນ​ຊີວິດ​ຂອງ​ເຂົາ! ຜູ້​ສອນ​ສາດສະໜາ​ທີ່​ເຄີຍປະສົບ​ກັບ​ຄວາມສຸກ ​ເມື່ອ​ເຫັນ​ຄົນ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ ລົງ​ໄປ​ໃນ​ນ້ຳ​ແຫ່ງ​ບັບຕິ​ສະມາ ​ແລະ ​ແລ້ວ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ ​ເປັນ​ການ​ເຫັນ​ພອນ​ທີ່​ໃຫ້​ໂອກາດ—​ແລະ ຊຸກຍູ້—​ຄົນ​ອື່ນ ​ເພື່ອ​ປ່ຽນ​ແປງ. ສະມາຊິກ​ຜູ້​ທີ່​ຊ່ວຍ​ເຫລືອ ຄົນ​ປ່ຽນ​ໃຈເຫລື້ອ​ມ​ໃສ ທີ່​ບໍ່​ຄິດ​ວ່າ ​ເຂົາ​ເຈົ້າຈະ​ເປັນ​ຄົນ​ແບບ​ທີ່ ຈະ​ເໝາະ​ສົມ​ກັບ​ອານາຈັກ ຈະ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຫລາຍ ກັບ​ການ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ ​ໃຫ້​ຮູ້​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ເປັນ​ເຈົ້າ. ຄວາມ​ງາມ​ທີ່​ດີເດັ່ນ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແມ່ນ​ຄວາມ​ເປັນ​ຈິງ​ຂອງ​ຄວາມ​ກ້າວໜ້າ​ນິລັນດອນ—​ເຮົາ​ບໍ່​ພຽງ​ແຕ່​ຖືກ ອະນຸຍາດ ​ໃຫ້​ປ່ຽນ​ແປງ​ຕົວ​ເອງ ​ເພື່ອ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ​ເທົ່າ​ນັ້ນ ​​ແຕ່​ເຮົາ​ຖືກ​ຊຸກຍູ້​ໃຫ້​ເປັນ​ແບບ​ນັ້ນນຳ​ອີກ, ​ແລະ ​ແມ່ນ​ແຕ່​ຖືກ ບັນຊາ, ​ໃຫ້​ສະ​ແຫວງຫາ​ທີ່​ຈະ​ພັດທະນາ​ຕົນ ຈົນ​ໃຫ້​ດີ​ພ້ອມ​ທຸກ​ຢ່າງ.

ປະທານທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ແນະນຳ​ວ່າ: “ໃນ​ວິທີ​ອັນ​ເລັກ​ນ້ອຍ ​ໃນ​ຫລາຍ​ຮ້ອຍ​ວິທີ, ທ່ານ​ທຸກ​ຄົນ ​ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງ​ຄວາມ​ໃຈ​ບຸນ. … ​ແທນ​ທີ່​ຈະ​ເປັນ​ຄົນ​ມັກ​ຕັດສິນ ຫລື ກ່າວ​ວິຈານ ກັນ​ແລະ​ກັນ, ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ ສຳລັບ​ເພື່ອນ​ມະນຸດ ທີ່​ເດີນທາງ​ໄປ​ດ້ວຍ​ກັນ ​ໃນ​ເສັ້ນທາງ​ແຫ່ງ​ຊີວິດ​ນີ້. ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ຮູ້​ວ່າ ທຸກ​ຄົນ​ກໍ​ພະຍາຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ​ຢູ່​ແລ້ວ ​ກັບ​ການ​ທ້າ​ທາຍ ທີ່​ມາສູ່​ເຂົາ​ເຈົ້າ, ​ແລະ ຂໍ​ໃຫ້​ເຮົາ​ຈົ່ງ​ພະຍາຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ ເພື່ອ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ.”12

ຄວາມ​ໃຈ​ບຸນ, ​ໃນ​ຄວາມ​ໝາຍ​ທາງບວກ, ໝາຍ​ເຖິງ ຄວາມ​ອົດທົນ, ຄວາມ​ເມດ​ຕາ, ​ແລະ ຄວາມ​ພໍ​ໃຈ. ຄວາມ​ໃຈ​ບຸນ​ ໝາຍ​ເຖິງ​ການ​ຄິດ​ກັບ​ຄົນ​ອື່ນ​ກ່ອນ. ມັນຄື​ການ​ຖ່ອມຕົວ, ການ​ສາມາດ​ຄວບ​ຄຸມ​ຕົນ​ເອງ, ​ການຊອກ​ຫາ​ສິ່ງ​ທີ່​ດີ​ໃນ​ຕົວ​ຂອງ​ຄົນ​ອື່ນ, ​ແລະ ປິ​ຕິ​ຍິນ​ດີ ​ເມື່ອ​ຄົນ​ອື່ນ​ເຮັດ​ໄດ້​ດີ.13

​ໃນ​ຖານະ​ທີ່​ເປັນ​ເອື້ອຍ​ນ້ອງ (ແລະ ອ້າຍ​ນ້ອງ) ​ໃນ​ຊີ​ໂອນ, ​ເຮົາ​ຈະ​ບໍ່​ເອົາ​ໃຈ​ໃສ່​ກັບ “ການ​ເຮັດ​ວຽກ​ງານ ທັງ​ໝົດ ນຳ​ກັນ​ບໍ … ​ເພື່ອ​ເຮັດ​ສິ່ງ​ໃດ​ກໍ​ຕາມ ທີ່​ອ່ອມ​ນ້ອມ ​ແລະ ​ເພື່ອ​ມະນຸດ, ​ເພື່ອ​ຊຸກ​ຍູ້ ​ແລະ ​ເພື່ອ​ເປັນ​ພອນ ​ໃນ​ພຣະນາມ [ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ]”?14 ​ເຮົາ​ສາມາດ​​ຊອກ​ຫາ ​ແລະ ຮັບ​ເອົາ​ຄວາມ​ສວຍ​ງາມ ​ໃນ​ຄົນ​ອື່ນ​ໄດ້​ບໍ ດ້ວຍ​ຄວາມ​ຮັກ ​ແລະ ດ້ວຍ​ຄວາມ​ຫວັງ​ສູງ, ​ເພື່ອ​​ໃຫ້​ເຂົາ​ເຈົ້າກ້າວໜ້າ ດ້ວຍ​ການ​ໃຫ້​ໂອກາດ​ ​ແລະ ຊຸກຍູ້​ເຂົາ​ເຈົ້າ? ​ເຮົາ​ສາມາດ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ໄດ້​ບໍ ​ໃນ​ຄວາມ​ສຳ​ເລັດ​ຜົນ​ຂອງ​ຄົນ​ອື່ນ ​ໃນ​ຂະນະ​ທີ່​ເຮົາ​ດຳ​ເນີນ​ໄປ​ໜ້າ ​ໃນ​ການ​ພັດທະນາ​ຂອງ​ເຮົາ​ເອງ?

ແມ່ນ​ແລ້ວ, ​ເຮົາ​ ສາມາດ ນຳ​ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ ມາສູ່​ບ້ານ​ເຮືອນ, ​ໂຮງຮຽນ, ​ແລະ ບ່ອນ​ທຳ​ງານ​ຂອງ​ເຮົາ​ໄດ້ ຖ້າ​ຫາກ​ເຮົາ​ສະ​ແຫວ​ງຫາ ​ແລະ ​ແບ່ງປັນ ສິ່ງ​ທີ່​ເປັນ​ທາງ​ບວກ ກ່ຽວ​ກັບ​ຄົນ​ອື່ນ ​ແລະ ປ່ອຍ​ໃຫ້​ຄວາມ​ຂາດ​ຕົກ​ບົກພ່ອງ​ສະຫລາຍ​ໄປ. ຂ້າພະ​ເຈົ້າມີຄວາມ​ກະຕັນຍູ​ຢ່າງ​ລົ້ນ​ເຫລືອ ​ເມື່ອ​ຂ້າພະ​ເຈົ້າຄິດ​ເຖິງ ການ​ກັບ​ໃຈ ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ, ​ໄດ້​ເຮັດ​ໃຫ້​​ເປັນ​ໄປ​ໄດ້ ສຳລັບ​ເຮົາ​ທຸກ​ຄົນ ຜູ້​ໄດ້​ເຮັດ​ບາບ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້ ຢູ່​ໃນ​ໂລກ​ທີ່​ບໍ່​ດີ​ພ້ອມ​ທຸກ​ຢ່າງ ​ແລະ ບາງ​ເທື່ອ​ຢູ່​ໃນ​ໂລກ​ທີ່​ຫຍຸ້ງຍາກ​ນີ້!

​ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເມື່ອ​ເຮົາ​ເຮັດ​ຕາມ​ຕົວຢ່າງ​ທີ່​ດີ​ພ້ອມ​ຂອງ​ພຣະອົງ, ​ເຮົາ​ຈະ​ສາມາດ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ຄວາມ​ໃຈ​ບຸນ, ຊຶ່ງ​ຈະ​ນຳ​ຄວາມສຸກ​ອັນ​ຍິ່ງ​ໃຫຍ່​ມາ​ໃຫ້​ເຮົາ ​ໃນ​ຊີວິດ​ນີ້ ​ແລະ ນຳຄຳ​ສັນຍາວ່າ​ເຮົາຈະ​ມີ​ຊີວິດ​ນິລັນດອນ​ຢູ່​ກັບ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ມາ​ໃຫ້​ເຮົາ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ Linda K. Burton, “I Was a Stranger,” Liahona, May 2016, 13–15.

  2. ໂມ​ໂຣ​ໄນ 10:21.

  3. ມັດ​ທາຍ 22:37–39.

  4. Sandra Rogers, “Hearts Knit Together,” in Hearts Knit Together: Talks from the 1995 Women’s Conference (1996), 7.

  5. James E. Faust, in Dallin H. Oaks, “‘Judge Not’ and Judging,” Ensign, Aug. 1999, 13.

  6. 1 ໂກຣິນ​ໂທ 13:11–12.

  7. Thomas S. Monson, “Living the Abundant Life,” Liahona, Jan. 2012, 4.

  8. ດັດ​ແປງ​ຈາກ Laura E. Richards, The Golden Windows: A Book of Fables for Young and Old (1903), 1–6.

  9. “ນັບ​ພຣະພອນ​ຂອງ​ທ່ານ,” ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ​ເລກທີ 8.

  10. ​ເບິ່ງ Jeffrey R. Holland, “The Best Is Yet to Be,” Liahona, Jan. 2010, 18–19.

  11. 1 ເປ​ໂຕ 4:8.

  12. Thomas S. Monson, “Charity Never Faileth,” Liahona, Nov. 2010, 125.

  13. ​ເບິ່ງ 1 ​ໂກຣິນ​ໂທ 13:4–6.

  14. “As Sisters in Zion,” Hymns, no. 309; ​ເນັ້ນຄຳ​ເນີ້ງ.