​2010–2019
“ຖ້າ​ຫາກ​ເຈົ້າ​ໄດ້​ຮູ້​ຈັກ​ເຮົາ”
​ເດືອນ​ຕຸລາ 2016


“ຖ້າ​ຫາກ​ເຈົ້າ​ໄດ້​ຮູ້​ຈັກ​ເຮົາ”

ເຮົາ​ພຽງ​ແຕ່​ຮູ້​ເລື່ອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເທົ່າ​ນັ້ນ​ບໍ, ຫລື​ວ່າ ເຮົາ​ກຳ​ລັງ​ຮູ້​ຈັກ​ພຣະ​ອົງ​ຢ່າງ​ໃກ້​ຊິດ​ຫລາຍ​ຂຶ້ນ? ເຮົາ​ຈະ​ມາ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນວ​ໃດ?

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິ້ນ​ສຸດ​ການ​ເທດ​ສະ​ໜາ​ຢູ່​ເທິງ​ເນີນ​ພູ, ພຣະ​ອົງ​ໄດ້​ເນັ້ນ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ ທີ່​ວ່າ “ພຽງ​ແຕ່​ໂດຍ​ການ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທົ່າ​ນັ້ນ ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ພຣະ​ຄຸນ​ຂອງ​ພຣະ​ບຸດ​ໄດ້.”1

ພຣະ​ອົງ​ໄດ້​ປະ​ກາດ​ວ່າ:

“ບໍ່​ແມ່ນ​ວ່າ​ທຸກ​ຄົນ​ທີ່​ເອີ້ນ​ເຮົາ​ວ່າ, ພຣະ​ອົງ​ເຈົ້າ, ພຣະ​ອົງ​ເຈົ້າ, ແລ້ວ​ຈະ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໄດ້; ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະ​ຕິ​ບັດ​ຕາມ​ນ້ຳ​ພຣະ​ໄທ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ ຜູ້​ຊຶ່ງ​ຢູ່​ໃນ​ສະ​ຫວັນ.

“ເມື່ອ​ວັນ​ພິ​ພາກ​ສາ​ມາ​ເຖິງ ຫລາຍ​ຄົນ​ຈະ​ເວົ້າ​ກັບ​ເຮົາ​ວ່າ, ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ເຈົ້າ​ເອີຍ, ພວກ​ຂ້າ​ນ້ອຍ​ໄດ້​ປະ​ກາດ​ຖ້ອຍ​ຄຳ​ຂອງ​ພຣະ​ເຈົ້າ​ໃນ​ນາມ​ຂອງ​ພຣະ​ອົງ ພວກ​ຂ້າ​ນ້ອຍ​ໄດ້​ຂັບ​ໄລ່​ຜີ​ມານ​ຮ້າຍ​ອອກ ແລະ ໄດ້​ເຮັດ​ການ​ອັດ​ສະ​ຈັນ​ຫລາຍ​ປະ​ການ​ໃນ​ນາມ​ຂອງ​ພຣະ​ອົງ​ບໍ່​ແມ່ນ​ບໍ?

“ເມື່ອ​ນັ້ນ ເຮົາ​ຈະ​ປະ​ກາດ​ຕໍ່​ພວກ​ເຂົາ​ວ່າ, ເຮົາ​ບໍ່​ເຄີຍ​ຮູ້​ຈັກ​ພວກ​ເຈົ້າ: ຈົ່ງ​ຖອຍ​ໜີ​ໄປ​ຈາກ​ເຮົາ​ເສຍ, ພວກ​ເຈົ້າ​ຄົນ​ທີ່​ເຮັດ​ການ​ຊົ່ວ​ຮ້າຍ​ເອີຍ.”2

ເຮົາ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ເຖິງ​ຄຳ​ສອນ​ນີ້ ຂະ​ນະ​ທີ່​ເຮົາ​ສະ​ທ້ອນ​ຄິດ​ໄຕ່​ຕອງ​ເຖິງ ຂໍ້​ຄວາມ​ທີ່​ຖືກ​ດົນ​ໃຈ​ໃຫ້​ແກ້​ໄຂ​ໃໝ່​ນີ້. ສຳ​ນວນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຖືກ​ລາຍ​ງານ​ຢູ່​ໃນ​ພຣະ​ຄຣິ​ສ​ຕະ​ທຳ​ຄຳ​ພີ ສະ​ບັບ​ກະ​ສັດ​ເຈມ​ສ໌ ມີ​ຄວາມ​ໝາຍ​ສຳ​ຄັນ ທີ່​ກ່າວ​ວ່າ, “ເຮົາ​ບໍ່​ເຄີຍ​ຮູ້​ຈັກ​ເຈົ້າ,” ແມ່ນ​ຖືກ​ປ່ຽນ ໃນ​ການ​ດັດ​ແປງ​ຂອງ ໂຈ​ເຊັບ ສະ​ມິດ ໃຫ້​ເປັນ​ວ່າ “ເຈົ້າ​ບໍ່​ເຄີຍ​ຮູ້​ຈັກ​ເຮົາ.”3

ຂໍ​ໃຫ້​ພິ​ຈະ​ລະ​ນາ ຄຳ​ອຸ​ປະ​ມາ​ເລື່ອງ​ຍິງ​ສາວ​ບໍ​ລິ​ສຸດ​ສິບ​ຄົນ ນຳ​ອີກ. ຂໍ​ໃຫ້​ຈຳ​ຄືນ​ວ່າ ຍິງ​ສາວ​ບໍ​ລິ​ສຸດ​ທີ່​ໂງ່​ຈ້າ ແລະ ບໍ່​ຕຽມ​ພ້ອມ​ຫ້າ​ຄົນ​ນັ້ນ ໄດ້​ໄປ​ຫາ​ຊື້​ນ້ຳ​ມັນ​ມາ​ໃສ່​ໂຄມ​ໄຟ​ຂອງ​ພວກ​ນາງ ຫລັງ​ຈາກ​ໄດ້​ຍິນ​ການ​ເຊີນ​ໃຫ້​ເຂົ້າ​ໄປ ແລະ ພົບ​ເຈົ້າ​ບ່າວ.

“ແລະ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ອອກ​ໄປ​ຊື້​ນ້ຳ​ມັນ​ນັ້ນ, ເຈົ້າ​ບ່າວ​ກໍ​ມາ​ຮອດ ແລະ ຜູ້​ທີ່​ຕຽມ​ພ້ອມ​ຢູ່​ແລ້ວ​ກໍ​ເຂົ້າ​ໄປ​ກັບ​ເຈົ້າ​ບ່າວ​ໃນ​ງານ​ກິນ​ລ້ຽງ​ສົມ​ຣົດ ແລະ ປະ​ຕູ​ກໍ​ອັດ.

“ຫລັງ​ຈາກ​ນັ້ນ ພວກ​ຍິງ​ສາວ​ຄົນ​ອື່ນໆ​ກໍ​ມາ​ຮອດ ແລະ ຮ້ອງ​ວ່າ, ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ເຈົ້າ​ເອີຍ, ໂຜດ​ໄຂ​ປະ​ຕູ​ໃຫ້​ພວກ​ຂ້າ​ນ້ອຍ​ເຂົ້າ​ໄປ​ແດ່​ທ້ອນ.

“ແຕ່​ເພິ່ນ​ໄດ້​ຕອບ​ວ່າ, ເຮົາ​ບອກ​ພວກ​ເຈົ້າ​ທັງ​ຫລາຍ​ຕາມ​ຄວາມ​ຈິງ​ວ່າ, ເຮົາ​ບໍ່​ຮູ້​ຈັກ​ພວກ​ເຈົ້າ.”4

ຄວາມ​ສຳ​ຄັນ​ຂອງ​ຄຳ​ອຸ​ປະ​ມາ​ນີ້ ສຳ​ລັບ​ເຮົາ​ແຕ່​ລະ​ຄົນ ກໍ​ຖືກ​ຂະ​ຫຍາຍ ໂດຍ​ການ​ແກ້​ດັດ​ແປງ​ໃໝ່​ທີ່​ຖືກ​ດົນ​ໃຈ. ສຳ​ຄັນ​ທີ່​ສຸດ​ຄື, ສຳ​ນວນ​ທີ່​ວ່າ “ເຮົາ​ບໍ່​ຮູ້​ຈັກ​ພວກ​ເຈົ້າ” ດັ່ງ​ທີ່​ໄດ້​ລາຍ​ງານ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ສະ​ບັບ​ກະ​ສັດ​ເຈມສ໌ ໄດ້​ຖືກ​ອະ​ທິ​ບາຍ​ຢ່າງ​ແຈ່ມ​ແຈ້ງ ໃນ​ການ​ແປ​ຂອງ ໂຈ​ເຊັບ ສະ​ມິດ ວ່າ “ພວກ​ເຈົ້າ​ບໍ່​ຮູ້​ຈັກ​ເຮົາ.”5

ສຳ​ນວນ​ທີ່​ວ່າ “ພວກ​ເຈົ້າ​ບໍ່​ເຄີຍ​ຮູ້​ຈັກ​ເຮົາ” ແລະ “ພວກ​ເຈົ້າ​ບໍ່​ຮູ້​ຈັກ​ເຮົາ” ຄວນ​ເປັນ​ເຫດ​ຂອງ​ການ​ປະ​ເມີນ​ຢ່າງ​ເລິກ​ຊຶ້ງ​ທາງ​ວິນ​ຍານ​ຂອງ​ຕົວ​ເຮົາ​ເອງ​ແຕ່​ລະ​ຄົນ. ເຮົາ​ພຽງ​ແຕ່​ຮູ້​ເລື່ອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເທົ່າ​ນັ້ນ​ບໍ, ຫລື​ວ່າ ເຮົາ​ກຳ​ລັງ​ຮູ້​ຈັກ​ພຣະ​ອົງ​ຢ່າງ​ໃກ້​ຊິດ​ຫລາຍ​ຂຶ້ນ? ເຮົາ​ຈະ​ມາ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນວ​ໃດ? ຄຳ​ຖາມ​ຈາກ​ໃຈ​ເຫລົ່າ​ນີ້​ຄື​ຄວາມ​ເຈາະ​ຈົງ​ຂອງ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢ່າງ​ຈິງ​ໃຈ ຂະ​ນະ​ທີ່​ເຮົາ​ມາ​ພິ​ຈາ​ລະ​ນາ​ນຳ​ກັນ​ເຖິງ​ຫົວ​ຂໍ້​ທີ່​ສຳ​ຄັນ​ນີ້.

ການ​ມາ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ

ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ:

“ເຮົາ​ນີ້​ແຫລະ ເປັນ​ທາງ​ນັ້ນ, ເປັນ​ຄວາມ​ຈິງ ແລະ ເປັນ​ຊີ​ວິດ: ບໍ່​ມີ​ຜູ້​ໃດ​ມາ​ເຖິງ​ພຣະ​ບິ​ດາ​ເຈົ້າ​ໄດ້, ນອກ​ຈາກ​ມາ​ທາງ​ເຮົາ.

“ບັດ​ນີ້​ເຈົ້າ​ທັງ​ຫລາຍ​ຮູ້​ຈັກ​ເຮົາ​ແລ້ວ, ແລະ ພວກ​ເຈົ້າ​ກໍ​ຈະ​ຮູ້​ຈັກ​ພຣະ​ບິ​ດາ​ເຈົ້າ​ຂອງ​ເຮົາ​ເໝືອນ​ກັນ.”6

ເຮົາ​ມາ​ຮູ້​ຈັກ​ພຣະ​ບິ​ດາ ເມື່ອ​ເຮົາ​ມາ​ຮູ້​ຈັກ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ.

ຈຸດ​ປະ​ສົງ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ຂອງ​ຊີ​ວິດ​ມະ​ຕະ ບໍ່​ແມ່ນ​ພຽງ​ແຕ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ບິ​ດາ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ການ​ພະ​ຍາ​ຍາມ​ທີ່​ຈະ​ຮູ້​ຈັກ​ພຣະ​ອົງ. ຂັ້ນ​ຕອນ​ທີ່​ສຳ​ຄັນ​ສີ່​ຂັ້ນ ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ມາ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ ຄື ການ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ, ການ​ຕິດ​ຕາມ​ພຣະ​ອົງ, ການ​ຮັບ​ໃຊ້​ພຣະ​ອົງ, ແລະ ການ​ເຊື່ອ​ພຣະ​ອົງ.

ການ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ

ການ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ການ​ເພິ່ງ​ອາ​ໄສ​ພຣະ​ຄຸນ​ຄວາມ​ດີ, ຄວາມ​ເມດ​ຕາ, ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ.7 ເຮົາ​ເລີ່ມ​ຕົ້ນ​ມາ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເມື່ອ​ເຮົາ​ເລີ່ມ​ຕົ້ນ​ໃຊ້​ຄວາມ​ສາ​ມາດ​ທາງ​ວິນ​ຍານ​ຂອງ​ເຮົາ ແລະ ລອງ​ໃຊ້​ມັນ​ໃນ​ຄຳ​ສອນ​ຂອງ​ພຣະ​ອົງ, ຈົນ​ກວ່າ​ເຮົາ​ຈະ​ຮັບ​ເອົາ​ຄຳ​ສອນ​ພາກ​ສ່ວນ​ໃດ​ໜຶ່ງ​ຂອງ​ພຣະ​ອົງ​ໄວ້.8 ເມື່ອ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ເພີ່ມ​ຫລາຍ​ຂຶ້ນ, ເຮົາ​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ແລະ ມີ​ຄວາມ​ໝັ້ນ​ໃຈ ໃນ​ອຳ​ນາດ​ຂອງ​ພຣະ​ອົງ ທີ່​ຈະ​ໄຖ່, ປິ່ນ​ປົວ, ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ.

ສັດ​ທາ​ທີ່​ແທ້​ຈິງ​ນັ້ນ​ແມ່ນ​ການ​ມີ​ພື້ນ​ຖານ​ຢູ່​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຈາະ​ຈົງ​ຢູ່​ທີ່​ພຣະ​ອົງ ແລະ ຈະ​ກະ​ຕຸ້ນ​ໃຫ້​ເຮົາ​ກະ​ທຳ​ຢ່າງ​ຊອບ​ທຳ​ສະ​ເໝີ. “ສັດ​ທາ​ໃນ​ພຣະ​ຄຣິດ [ຄື] ຫລັກ​ທຳ​ຂໍ້​ທີ​ໜຶ່ງ​ໃນ​ສາດ​ສະ​ໜາ​ທີ່​ຖືກ​ຟື້ນ​ຟູ, ... ເປັນ​ພື້ນ​ຖານ​ຂອງ​ຄວາມ​ຊອບ​ທຳ​ທັງ​ໝົດ ... ແລະ ເປັນ​ຫລັກ​ທຳ​ແຫ່ງ​ການ​ກະ​ທຳ​ໃນ​ມະ​ນຸດ​ທີ່​ມີ​ສະ​ຕິ​ປັນ​ຍາ​ທຸກ​ຄົນ.”9 ເພາະ​ວ່າ​ການ​ກະ​ທຳ​ທີ່​ສອດ​ຄ່ອງ​ກັບ​ຫລັກ​ທຳ​ທີ່​ຖືກ​ຕ້ອງ ທີ່​ພຣະ​ຜູ້​ໄຖ່​ໄດ້​ປະ​ກາດ​ນັ້ນ ເປັນ​ຈຸດ​ໃຈ​ກາງ​ຂອງ​ການ​ໄດ້​ຮັບ ແລະ ການ​ໃຊ້​ສັດ​ທີ່​ແທ້​ຈິງ, ເພາະ “ສັດ​ທາ​ທີ່​ບໍ່​ມີ​ການ​ປະ​ຕິ​ບັດ​ນັ້ນ​ກໍ​ໄຮ້​ຜົນ.”10 ເຮົາ​ຕ້ອງ​ບໍ່ “ພຽງ​ແຕ່​ຟັງ​ພຣະ​ທຳ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ, ແຕ່​ຈົ່ງ​ປະ​ຕິ​ບັດ​ຕາມ​ພຣະ​ທຳ​ນັ້ນ​ຢ່າງ​ແທ້​ຈິງ.”11

ການ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ການ​ໄດ້​ຮັບ​ຂອງ​ປະ​ທານ​ທາງ​ວິນ​ຍານ ຊຶ່ງ​ເປັນ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ກ່ຽວ​ພັນ​ກັນ​ແທ້ໆ, ເພາະ “ຄວາມ​ເຊື່ອ​ເກີດ​ຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້​ຍິນ, ແລະ ການ​ໄດ້​ຍິນ​ເກີດ​ຂຶ້ນ​ໄດ້​ກໍ​ເພາະ​ການ​ປະ​ກາດ​ເລື່ອງ​ພຣະ​ຄຣິດ.”12 ເຮົາ​ມາ​ຮູ້​ຈັກ​ພຣະ​ອົງ ແລະ ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເມື່ອ​ເຮົາ​ສຶກ​ສາ ແລະ ຊື່ນ​ຊົມ​ຢູ່​ກັບ​ພຣະ​ຄຳ​ຂອງ​ພຣະ​ອົງ​ໃນ​ພຣະ​ຄຳ​ພີ,13 ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ດ້ວຍ​ເຈດ​ຕະ​ນາ​ທີ່​ແທ້​ຈິງ,14 ແລະ ສະ​ແຫວງ​ຫາ​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢູ່​ຕະ​ຫລອດ​ເວ​ລາ.15 ການ​ຮຽນ​ຮູ້ ແລະ ການ​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໃນ​ຊີ​ວິດ​ຂອງ​ເຮົາ ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ກ່ອນ​ຈະ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ສັດ​ທາ​ໃນ​ພຣະ​ອົງ.16

ການ​ໃຊ້​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ການ​ຕຽມ​ພ້ອມ​ທີ່​ຈຳ​ເປັນ ສຳ​ລັບ​ການ​ຕິດ​ຕາມ​ພຣະ​ອົງ.

ການ​ຕິດ​ຕາມ​ພຣະ​ອົງ

“ແລະ ຂະ​ນະ​ທີ່​ພຣະ​ເຢ​ຊູ​ກຳ​ລັງ​ຍ່າງ​ໄປ​ຕາມ​ແຄມ​ທະ​ເລ​ສາບ​ຄາ​ລີ​ເລ​ນັ້ນ, ພຣະ​ອົງ​ກໍ​ເຫັນ​ສອງ​ອ້າຍ​ນ້ອງ​ທີ່​ເປັນ​ຄົນ​ຫາ​ປາ, ຜູ້​ໜຶ່ງ​ຊື່​ວ່າ​ຊີ​ໂມນ, (ຍັງ​ມີ​ຊື່​ອີກ​ວ່າ ເປ​ໂຕ) ແລະ ນ້ອງ​ຊາຍ​ຂອງ​ເພິ່ນ​ຊື່​ວ່າ ອັນ​ເດ​ອາ, ພວກ​ເພິ່ນ​ກຳ​ລັງ​ຖິ້ມ​ມອງ​ຫາ​ປາ​ລົງ​ໃນ​ທະ​ເລ​ສາບ.

“ພຣະ​ເຢ​ຊູ​ກ່າວ​ແກ່​ພວກ​ເພິ່ນ​ວ່າ, ຈົ່ງ​ຕາມ​ເຮົາ​ມາ ແລະ ເຮົາ​ຈະ​ສອນ​ພວກ​ເຈົ້າ​ໃຫ້​ເປັນ​ຜູ້​ຫາ​ຄົນ.

“ໃນ​ທັນ​ໃດ​ນັ້ນ ພວກ​ເພິ່ນ​ກໍ​ປະ​ມອງ​ໄວ້ ແລະ ຕິດ​ຕາມ​ໄປ​ກັບ​ພຣະ​ອົງ.”17

ເປ​ໂຕ ແລະ ອັນ​ເດ​ອາ ເປັນ​ຕົວ​ຢ່າງ​ທີ່​ເຂັ້ມ​ແຂງ ຂອງ​ການ​ໄດ້​ຍິນ ແລະ ການ​ຕິດ​ຕາມ​ພຣະ​ອາ​ຈານ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ແນະ​ນຳ​ທ່ານ ແລະ ຂ້າ​ພະ​ເຈົ້າ​ນຳ​ອີກ​ວ່າ: “ຖ້າ​ຜູ້​ໃດ​ຢາກ​ຕາມ​ເຮົາ​ມາ, ໃຫ້​ຜູ້​ນັ້ນ​ຕັດ​ສິດ​ຂອງ​ຕົນ, ຮັບ​ແບກ​ຫາບ​ໄມ້​ກາງ​ແຂນ​ຂອງ​ຕົນ ແລ້ວ​ຕິດ​ຕາມ​ເຮົາ​ມາ.”18 ທີ່​ຈະ​ຮັບ​ແບກ​ຫາບ​ໄມ້​ກາງ​ແຂນ​ຂອງ​ຕົນ ຄື​ການ​ປະ​ຕິ​ເສດ​ຕົວ​ເອງ​ຈາກ​ຄວາມ​ບໍ່​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ທຸກ​ຢ່າງ ແລະ ຕັນ​ຫາ​ລາ​ຄະ​ຂອງ​ໂລກ​ທັງ​ໝົດ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.19

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສັ່ງ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.20 ດັ່ງ​ນັ້ນ, ການ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຮ່ວມ​ດ້ວຍ ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ. ເຮົາ​ມາ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ຕໍ່​ເນື່ອງ​ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ ຜ່ານ​ອຳ​ນາດ​ແຫ່ງ​ຫານ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ສະ​ແດງ​ໃຫ້​ເຫັນ​ເສັ້ນ​ທາງ, ໄດ້​ນຳ​ທາງ​ນັ້ນ, ແລະ ໄດ້​ເປັນ​ຕົວ​ຢ່າງ​ທີ່​ດີ​ພ້ອມ. ຄວາມ​ຄິດ​ທີ່​ຖືກ​ຕ້ອງ​ເຖິງ​ບຸກ​ຄະ​ລິກ​ລັກ​ສະ​ນະ, ຄວາມ​ດີ​ພ້ອມ, ແລະ ຄຸນ​ສົມ​ບັດ​ຂອງ​ພຣະ​ອົງ21 ຈັດ​ໃຫ້​ເຮົາ​ມີ​ຈຸດ​ປະ​ສົງ​ອັນ​ເປັນ​ນິດ ແລະ ການ​ຊີ້​ນຳ​ທີ່​ແຈ່ມ​ແຈ້ງ ຂະ​ນະ​ທີ່​ເຮົາ​ຕິດ​ຕາມ​ພຣະ​ອົງ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ.

ການ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍັງ​ເຮັດ​ໃຫ້​ເຮົາ​ສາ​ມາດ​ໄດ້​ຮັບ​ຄວາມ​ຮູ້​ແທ້​ນຳ​ອີກ​ວ່າ ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາ​ນັ້ນ22 ​ແມ່ນ​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ. ຄວາມ​ຮູ້​ດັ່ງ​ກ່າວ​ບໍ່​ແມ່ນ​ຄວາມ​ລຶກ​ລັບ​ທີ່​ບໍ່​ເປັນ​ທີ່​ຮູ້​ໄດ້ ແລະ ບໍ່​ແມ່ນ​ເຈາະ​ຈົງ​ໃສ່​ແຕ່​ການ​ໄຕ່​ຕາມ​ຫາ​ທາງ​ໂລກ​ຂອງ​ເຮົາ ຫລື ເປັນ​ຄວາມ​ຫ່ວງ​ໃຍ​ທຳ​ມະ​ດາ​ທາງ​ຊີ​ວິດ​ມະ​ຕະ. ແຕ່ເປັນ​ຄວາມ​ກ້າວ​ໜ້າ​ທີ່​ໝັ້ນ​ຄົງ ແລະ ສະ​ໝ່ຳ​ສະ​ເໝີ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ທີ່​ເປັນ​ເສັ້ນ​ທາງ​ແຫ່ງ​ຊີ​ວິດ​ທີ່​ເຮັດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ພໍ​ພຣະ​ໄທ.

ຄວາມ​ຝັນ​ຂອງ​ລີ​ໄຮ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ບອກ​ເຖິງ​ເສັ້ນ​ທາງ​ທີ່​ເຮົາ​ຄວນ​ຕິດ​ຕາມ, ການ​ທ້າ​ທາຍ​ທີ່​ເຮົາ​ຈະ​ປະ​ເຊີນ​ໜ້າ, ແລະ ແຫລ່ງ​ທາງ​ວິນ​ຍານ​ທີ່​ມີ​ໄວ້​ໃຫ້​ເພື່ອ​ຊ່ວຍ​ເຫລືອ​ເຮົາ​ໃນ​ການ​ຕິດ​ຕາມ ແລະ ການ​ເຂົ້າ​ມາ​ຫາ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ການ​ມຸ້ງ​ໄປ​ໜ້າ​ໃນ​ເສັ້ນ​ທາງ​ທີ່​ຄັບ​ແຄບ​ຄື​ສິ່ງ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ເຮັດ. ການ​ຊີມ​ລົດ​ຊາດ​ຂອງ​ໝາກ​ໄມ້​ຂອງ​ຕົ້ນ​ໄມ້ ແລະ ການ​ມາ “ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ”23 ເປັນ​ພອນ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ໄດ້​ຮັບ. ສະ​ນັ້ນ, ພຣະ​ອົງ​ຈຶ່ງ​ເຊື້ອ​ເຊີນ​ເຮົາ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”24

ການ​ໃຊ້​ສັດ​ທາ ແລະ ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ເປັນ​ການ​ຕຽມ​ພ້ອມ​ທີ່​ຈຳ​ເປັນ​ສຳ​ລັບ​ການ​ຮັບ​ໃຊ້​ພຣະ​ອົງ.

ການ​ຮັບ​ໃຊ້​ພຣະ​ອົງ

“ເພາະ​ແມ່ນ​ໃຜ​ຈະ​ຮູ້​ຈັກ​ນາຍ​ຜູ້​ເຂົາ​ບໍ່​ເຄີຍ​ຮັບ​ໃຊ້ ແລະ ຊຶ່ງ​ເປັນ​ຄົນ​ແປກ​ໜ້າ​ສຳ​ລັບ​ເຂົາ, ແລະ ຢູ່​ໄກ​ຈາກ​ຄວາມ​ນຶກ​ຄິດ ແລະ ເຈດ​ຕະ​ນາ​ຂອງ​ໃຈ​ເຂົາ?”25

ເຮົາ​ຈະ​ມາ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ​ເມື່ອ​ເຮົາ​ຮັບ​ໃຊ້​ພຣະ​ອົງ ແລະ ທຳ​ງານ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ. ເມື່ອ​ເຮົາ​ເຮັດ​ດັ່ງ​ນີ້, ພຣະ​ອົງ​ຈະ​ປະ​ທານ​ພອນ​ໃຫ້​ເຮົາ​ຢ່າງ​ເພື່ອ​ແຜ່ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ, ຂອງ​ປະ​ທານ​ທາງ​ວິນ​ຍານ, ແລະ ຄວາມ​ສາ​ມາດ​ທີ່​ເພີ່ມ​ທະ​ວີ​ຂຶ້ນ. ເຮົາ​ຈະ​ບໍ່​ຖືກ​ປະ​ໃຫ້​ຢູ່​ຕາມ​ລຳ​ພັງ ເມື່ອ​ເຮົາ​ເຮັດ​ວຽກ​ງານ​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ອົງ.

ພຣະ​ອົງ​ໄດ້​ປະ​ກາດ​ວ່າ ພຣະ​ອົງ​ຈະ​ອອກ​ໜ້າ​ເຮົາ. ພຣະ​ອົງ​ຈະ​ຢູ່​ທາງ​ຂວາ​ມື​ເຮົາ ແລະ ທາງ​ຊ້າຍ​ມື​ເຮົາ. ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຈະ​ຢູ່​ໃນ​ໃຈ​ເຮົາ, ແລະ ທູດ​ຂອງ​ພຣະ​ອົງ​ຈະ​ຢູ່​ອ້ອມ​ຮອບ​ເຮົາ, ເພື່ອ​ຄ້ຳ​ຊູ​ເຮົາ​ໄວ້.26

ເຮົາ​ມາ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເມື່ອ​ເຮົາ​ເຮັດ​ສຸດ​ຄວາມ​ສາ​ມາດ​ທີ່​ຈະ​ໄປ​ໃນ​ບ່ອນ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ໄປ, ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ກ່າວ​ສິ່ງ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ກ່າວ, ແລະ ເມື່ອ​ເຮົາ​ກາຍ​ເປັນ​ຜູ້​ຄົນ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ກາຍ​ເປັນ.27 ເມື່ອ​ເຮົາ​ຍອມ​ຮັບ​ຄວາມ​ເພິ່ງ​ພາ​ທັງ​ໝົດ​ຂອງ​ເຮົາ​ໃນ​ພຣະ​ອົງ​ຢ່າງ​ນອບ​ນ້ອມ, ພຣະ​ອົງ​ຈະ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງ​ເຮົາ ທີ່​ຈະ​ຮັບ​ໃຊ້​ດ້ວຍ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ. ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ຈະ​ສອດ​ຄ່ອງ​ຢ່າງ​ສົມ​ບູນ​ຄົບ​ຖ້ວນ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ແລະ ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ກໍ​ຈະ​ກາຍ​ເປັນ​ຈຸດ​ປະ​ສົງ​ຂອງ​ເຮົາ, ແລ້ວ​ເຮົາ​ຈະ “ບໍ່​ຂໍ​ສິ່ງ​ທີ່​ກົງ​ກັນ​ຂ້າມ​ກັບ​ພຣະ​ປະ​ສົງ [ຂອງ​ພຣະ​ອົງ] ເລີຍ.”28

ການ​ຮັບ​ໃຊ້​ພຣະ​ອົງ​ຮຽກ​ຮ້ອງ ໃຈ, ພະ​ລັງ, ຄວາມ​ຄິດ ແລະ ກຳ​ລັງ​ທັງ​ໝົດ​ຂອງ​ເຮົາ.29 ດັ່ງ​ນັ້ນ, ການ​ຮັບ​ໃຊ້​ຄົນ​ອື່ນ​ຢ່າງ​ບໍ່​ເຫັນ​ແກ່​ຕົວ​ເອົາ​ຊະ​ນະ​ແນວ​ໂນ້ມ​ທີ່​ເຫັນ​ແກ່​ຕົວ​ຂອງ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ. ເຮົາ​ຈະ​ຮັກ​ຄົນ​ທີ່​ຮັບ​ໃຊ້​ຫລາຍ​ຂຶ້ນ. ແລະ ເພາະ​ວ່າ​ການ​ຮັບ​ໃຊ້​ຄົນ​ອື່ນ​ກໍ​ເປັນ​ການ​ຮັບ​ໃຊ້​ພຣະ​ເຈົ້າ, ເຮົາ​ກໍ​ຈະ​ຮັກ​ພຣະ​ອົງ ແລະ ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ​ຫລາຍ​ຂຶ້ນ. ຄວາມ​ຮັກ​ດັ່ງ​ກ່າວ​ຈະ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຂອງ​ປະ​ທານ​ທາງ​ວິນ​ຍານ​ແຫ່ງ​ຄວາມ​ໃຈ​ບຸນ, ຊຶ່ງ​ເປັນ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ.30

“ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ, ເພື່ອ​ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນີ້, ຊຶ່ງ​ພຣະ​ອົງ​ປະ​ທານ​ໃຫ້​ທຸກ​ຄົນ​ຊຶ່ງ​ເປັນ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ; ເພື່ອ​ທ່ານ​ຈະ​ໄດ້​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ; ເມື່ອ​ພຣະ​ອົງ​ສະ​ເດັດ​ມາ ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, ເພາະ​ວ່າ​ເຮົາ​ຈະ​ເຫັນ​ພຣະ​ອົງ​ຢ່າງ​ທີ່​ພຣະ​ອົງ​ເປັນ​ຢູ່​ນັ້ນ, ເພື່ອ​ເຮົາ​ຈະ​ມີ​ຄວາມ​ຫວັງ​ນີ້; ຄື​ເຮົາ​ຈະ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ​ຄື​ກັນ​ກັບ​ພຣະ​ອົງ​ທີ່​ບໍ​ລິ​ສຸດ.”31

ເຮົາ​ມາ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ.

ການ​ເຊື່ອ​ພຣະ​ອົງ

ມັນ​ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ, ຕິດ​ຕາມ​ພຣະ​ອົງ, ຮັບ​ໃຊ້​ພຣະ​ອົງ, ແຕ່​ບໍ່​ເຊື່ອ​ພຣະ​ອົງ?

ຂ້າ​ພະ​ເຈົ້າ​ຮູ້​ຈັກ​ສະ​ມາ​ຊິກ ຜູ້​ທີ່​ຍອມ​ຮັບ​ຄຳ​ສອນ ແລະ ຫລັກ​ທຳ​ທີ່​ມີ​ຢູ່​ໃນ​ພຣະ​ຄຳ​ພີ ແລະ ທີ່​ຖືກ​ປະ​ກາດ​ຈາກ​ແທ່ນ​ປາ​​ໄສ​ນີ້ ວ່າ​ເປັນ​ຄວາມ​ຈິງ. ແຕ່​ເຂົາ​ເຈົ້າ​ມີ​ບັນ​ຫາ​ທີ່​ຈະ​ເຊື່ອ​ວ່າ ຄວາມ​ຈິງ​ແຫ່ງ​ພຣະ​ກິດ​ຕິຄຸນ​ເຫລົ່າ​ນີ້​ກ່ຽວ​ພັນ​ໂດຍ​ສະ​ເພາະ​ໃນ​ຊີ​ວິດ ແລະ ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເບິ່ງ​ຄື​ວ່າ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແຕ່​ເຂົາ​ເຈົ້າ​ບໍ່​ເຊື່ອ​ວ່າ​ພອນ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້​ນັ້ນ​ມີ​ໄວ້​ໃຫ້​ເຂົາ​ເຈົ້າ ຫລື ວ່າ​ຈະ​ນຳ​ໃຊ້​ໄດ້​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ຍັງ​ໄດ້​ພົບ​ເຫັນ​ອ້າຍ​ເອື້ອຍ​ນ້ອງ​ຄົນ​ອື່ນ​ນຳ​ອີກ ຜູ້​ທີ່​ບັນ​ລຸ​ໜ້າ​ທີ່ຂອງ​ຕົນ ແຕ່​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ແລ້ວ​ຍັງ​ບໍ່​ໄດ້​ເປັນ​ຄວາມ​ຈິງ​ທີ່​ມີ​ຊີ​ວິດ​ຊີ​ວາ ແລະ ການ​ປ່ຽນ​ແປງ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ເຮົາ​ມາ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ເມື່ອ​ເຮົາ​ບໍ່​ພຽງ​ແຕ່​ເຊື່ອ​ໃນ​ພຣະ​ອົງ ແຕ່​ເຊື່ອ​ພຣະ​ອົງ ແລະ ເຊື່ອ​ໃນ​ສິ່ງ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້​ໃຫ້.

ໃນ​ພຣະ​ຄຳ​ພີ​ໃໝ່, ພໍ່​ຄົນ​ໜຶ່ງ​ໄດ້​ທູນ​ຂໍ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປິ່ນ​ປົວ​ລູກ​ຂອງ​ລາວ. ພຣະ​ເຢ​ຊູ​ໄດ້​ຕອບ​ວ່າ:

“ທຸກ​ສິ່ງ​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ທີ່​ເຊື່ອ.

“ໃນ​ທັນ​ໃດ​ນັ້ນ ພໍ່​ຂອງ​ເດັກ​ນ້ອຍ​ນັ້ນ​ໄດ້​ຮ້ອງ​ໄຫ້​ທັງ​ນ້ຳ​ຕາ​ໄຫລ ກ່າວ​ວ່າ, ໂຜດ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ມີ​ຄວາມ​ເຊື່ອ​ຫລາຍ​ກວ່າ​ນີ້​ແດ່​ທ້ອນ.”32

ຂ້າ​ພະ​ເຈົ້າ​ໄດ້​ຄິດ​ໄຕ່​ຕອງ​ຫລາຍ​ເທື່ອ​ເຖິງ​ການ​ທູນ​ຂໍ​ຂອງ​ພໍ່​ຄົນ​ນີ້​ທີ່​ວ່າ: “ໂຜດ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ມີ​ຄວາມ​ເຊື່ອ​ຫລາຍ​ກວ່າ​ນີ້​ແດ່​ທ້ອນ.” ຂ້າ​ພະ​ເຈົ້າ​ຄິດ​ຖ້າ​ຫາກ​ວ່າ​ເຈດ​ຕະ​ນາ​ຂອງ​ການ​ທູນ​ຂໍ​ຊາຍ​ຄົນ​ນັ້ນ​ບໍ່​ແມ່ນ​ພຽງ​ແຕ່​ຈະ​ຊ່ວຍ​ໃຫ້​ລາວ​ເຊື່ອ​ໃນ​ພຣະ​ເຢ​ຊູ​ວ່າ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ ແລະ ໃນ​ອຳ​ນາດ​ທີ່​ຈະ​ປິ່ນ​ປົວ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ. ລາວ​ອາດ​ໄດ້​ຍອມ​ຮັບ​ແລ້ວ​ວ່າ​ພຣະ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ແຕ່​ບາງ​ທີ​ລາວ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ທີ່​ຈະ​ເຊື່ອ​ວ່າ​ອຳ​ນາດ​ການ​ປິ່ນ​ປົວ​ຂອງ​ພຣະ​ອາ​ຈານ ສາ​ມາດ​ເປັນ​ເລື່ອງ​ສ່ວນ​ບຸກ​ຄົນ​ໄດ້ ແລະ ເປັນ​ສ່ວນ​ຕົວ​ທີ່​ມັນ​ຈະ​ໃຫ້​ພອນ​ລູກ​ຊາຍ​ທີ່​ຮັກ​ຂອງ​ລາວ​ເອງ​ໄດ້. ລາວ​ອາດ​ໄດ້​ເຊື່ອ​ໃນ​ພຣະ​ຄຣິດ​ໂດຍ​ທົ່ວ​ໄປ ແຕ່​ບໍ່​ໄດ້​ເຊື່ອ​ພຣະ​ຄຣິດ​ໂດຍ​ສະ​ເພາະ ແລະ ໂດຍ​ສ່ວນ​ຕົວ.

ເຮົາ​ມັກ​ຈະ​ເປັນ​ພະ​ຍານ​ເຖິງ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​ຈິງ, ແຕ່​ບາງ​ເທື່ອ​ຄຳ​ຖາມ​ທີ່​ສຳ​ຄັນ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ​ແມ່ນ​ວ່າ ເຮົາ​ເຊື່ອ​ສິ່ງ​ທີ່​ເຮົາ​ຮູ້​ຫລື​ບໍ່.

ພິ​ທີ​ການ​ສັກ​ສິດ​ທີ່​ຖືກ​ດຳ​ເນີນ​ໂດຍ​ສິດ​ອຳ​ນາດ​ທີ່​ຖືກ​ຕ້ອງ​ແມ່ນ​ຈຳ​ເປັນ​ສຳ​ລັບ​ການ​ເຊື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ການ​ມາ​ຮູ້​ຈັກ​ພຣະ​ອົງ, ແລະ ໃນ​ທີ່​ສຸດ, ການ​ເຊື່ອ​ສິ່ງ​ທີ່​ເຮົາ​ຮັບ​ຮູ້.

ຖາ​ນະ​ປະ​ໂລ​ຫິດ [ແຫ່ງ​ເມນ​ຄີ​ເສ​ເດັກ] ປະ​ຕິ​ບັດ​ພຣະ​ກິດ​ຕິ​ຄຸນ ແລະ ຖື​ຂໍ​ກະ​ແຈ​ແຫ່ງ​ຄວາມ​ລຶກ​ລັບ ຂອງ​ອາ​ນາ​ຈັກ, ແມ່ນ​ແຕ່​ ຂໍ​ກະ​ແຈ​ແຫ່ງ​ຄວາມ​ຮູ້​ຂອງ​ພຣະ​ເຈົ້າ.

ສະ​ນັ້ນ, ໃນ​ພິ​ທີ​ການ​ດັ່ງ​ກ່າວ, ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ​ຈະ​ສະ​ແດງ​ໃຫ້​ປະ​ຈັກ.33

ເຮົາ​ເຊື່ອ ແລະ ມາ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ເມື່ອຂໍ​ກະ​ແຈ​ແຫ່ງ​ຄວາມ​ຮູ້​ຂອງ​ພຣະ​ເຈົ້າ​ຖືກ​ປະ​ຕິ​ບັດ​ຜ່ານ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ເປີດ​ປະ​ຕູ ແລະ ເຮັດ​ໃຫ້​ມັນ​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ ທີ່​ຈະ​ໄດ້​ຮັບ​ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ. ເຮົາ​ເຊື່ອ ແລະ ມາ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເມື່ອ​ເຮົາ​ຕິດ​ຕາມ​ພຣະ​ອົງ ໂດຍ​ການ​ຮັບ​ເອົາ ແລະ ຮັກ​ສາ​ພິ​ທີ​ການ​ສັກ​ສິດ​ຢ່າງ​ຊື່​ສັດ ແລະ ມີ​ເງົາ​ຂອງ​ພຣະ​ອົງ​ໄວ້​ໃນ​ໃບ​ໜ້າ​ຂອງ​ເຮົາ​ຫລາຍ​ຂຶ້ນ.34 ເຮົາ​ເຊື່ອ ແລະ ມາ​ຮູ້​ຈັກ​ພຣະ​ຄຣິດ​ເມື່ອ​ເຮົາ​ປະ​ສົບ​ກັບ​ອຳ​ນາດ​ແຫ່ງ​ການ​ປ່ຽນ​ແປງ, ການ​ປິ່ນ​ປົວ, ການ​ເພີ່ມ​ພະ​ລັງ ແລະ ການ​ຊຳ​ລະ​ລ້າງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ເຮົາ​ເຊື່ອ ແລະ ມາ​ຮູ້​ຈັກ​ພຣະ​ອາ​ຈານ​ເມື່ອ “ອຳ​ນາດ​ຂອງ​ພຣະ​ຄຳ​ຂອງ​ພຣະ​ອົງ [ອອກ​ຮາກ] ຢູ່​ກັບ​ເຮົາ”35 ​ແລະ ຖືກ​ບັນ​ຈຸ​ໄວ້​ໃນ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ເຮົາ36 ແລະ ​ເມື່ອເຮົາ “ປະ​ຖິ້ມ​ບາບ [ຂອງ​ເຮົາ] ທັງ​ໝົດ​ເພື່ອ​ຈະ​ໄດ້​ຮູ້​ຈັກ [ພຣະ​ອົງ].”37

ການ​ເຊື່ອ​ພຣະ​ອົງ​ຄື ການ​ໄວ້​ພຣະ​ໄທ​ວ່າ​ພອນ​ຢ່າງ​ຫລວງ​ຫລາຍ​ຂອງ​ພຣະ​ອົງ​ກໍ​ມີ​ໄວ້​ໃຫ້ ແລະ ນຳ​ໃຊ້​ໄດ້​ໃນ​ຊີ​ວິດ​ສ່ວນ​ບຸກ​ຄົນ ແລະ ຄອບ​ຄົວ​ຂອງ​ເຮົາ. ການ​ເຊື່ອ​ພຣະ​ອົງ​ດ້ວຍ​ສຸດ​ຈິດ​ວິນ​ຍານ​ຂອງ​ເຮົາ38 ຈະ​ມີ​ມາ​ຂະ​ນະ​ທີ່​ເຮົາ​ມຸ້ງ​ໄປ​ໜ້າ ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ມອບ​ປະ​ສົງ​ຂອງ​ເຮົາ​ໃຫ້​ພຣະ​ອົງ, ແລະ ຍອມ​ຮັບ​ຄວາມ​ສຳ​ຄັນ ແລະ ເວ​ລາ​ຂອງ​ພຣະ​ອົງ​ສຳ​ລັບ​ເຮົາ. ການ​ເຊື່ອ​ພຣະ​ອົງ—ຍອມ​ຮັບ​ວ່າ​ອຳ​ນາດ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຈິງ—ເຊື້ອ​ເຊີນ​ທັດ​ສະ​ນະ​ມຸມ​ມອງ, ຄວາມ​ສະ​ຫງົບ​ ​ແລະ ຄວາມສຸກ ໃຫ້​ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ.

ຄຳ​ສັນ​ຍາ ແລະ ປະ​ຈັກ​ພະ​ຍານ

ໃນ​ວັນ​ຂ້າງ​ໜ້າ, ທຸກ​ຫົວ​ເຂົ່າ​ຈະ​ຄຸ​ລົງ, ແລະ ທຸກ​ລີ້ນ​ຈະ​ສາ​ລະ​ພາບ39 ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ໃນ​ວັນ​ທີ່​ປະ​ເສີດ​ນັ້ນ, ເຮົາ​ຈະ​ຮູ້​ວ່າ​ພຣະ​ອົງ​ຮູ້​ຈັກ​ຊື່​ຂອງ​ເຮົາ​ແຕ່​ລະ​ຄົນ. ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ແລະ ໃຫ້​ສັນ​ຍາ​ວ່າ ເຮົາ​ບໍ່​ສາ​ມາດ​ພຽງ​ແຕ່​ຮູ້​ເລື່ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ ແຕ່​ຈະ​ມາ​ຮູ້​ຈັກ​ພຣະ​ອົງ​ນຳ​ອີກ ເມື່ອ​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ, ຕິດ​ຕາມ​ພຣະ​ອົງ, ຮັບ​ໃຊ້​ພຣະ​ອົງ, ແລະ ເຊື່ອ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.