​2010–2019
ຄວາມສຸກ ​ແລະ ການ​ຢູ່​ລອດ​ທາງ​ວິນ​ຍານ
​ເດືອນ​ຕຸລາ 2016


ຄວາມ​ສຸກ ແລະ ການ​ຢູ່​ລອດ​ທາງ​ວິນ​ຍານ

ເມື່ອ​​ເຮົາ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາເອົາ​ໃຈ​ໃສ່ຕໍ່ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ໄດ້ ບໍ່​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ—ຫລື ບໍ່​ເກີດ​ຂຶ້ນ​ກໍ​ຕາມ—ໃນ​ຊີ​ວິດ​ຂອງ​ເຮົາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ມື້​ນີ້ ຂ້າ​ພະ​ເຈົ້າ​ຢາກ​ສົນ​ທະ​ນາ​ເຖິງ​ຫລັກ​ທຳ​ທີ່​ຈຳ​ເປັນ ຕໍ່​ການ​ຢູ່​ລອດ​ທາງ​ວິນ​ຍານ​ຂອງ​ເຮົາ. ມັນ​ເປັນ​ຫລັກ​ທຳ​ທີ່​ຈະ​ນັບ​ມື້​ນັບ​ສຳ​ຄັນ​ຫລາຍ​ຂຶ້ນ ຂະ​ນະ​ທີ່​ຄວາມ​ໂສກ​ເສົ້າ ແລະ ການ​ບິດ​ເບືອນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ເພີ່ມ​ທະ​ວີ​ຂຶ້ນ.

ນີ້​ຄື​ວັນ​ເວ​ລາ​ຍຸກ​ສຸດ​ທ້າຍ, ສະ​ນັ້ນ​ເຮົາ​ບໍ່​ຄວນ​ຕົກ​ໃຈ​ເມື່ອ​ເຮົາ​ເຫັນ​ການ​ທຳ​ນາຍ​ເກີດ​ເປັນ​ຈິງ. ສາດ​ສະ​ດາ​ຫລາຍໆ​ທ່ານ, ຮ່ວມ​ທັງ​ເອ​ຊາ​ຢາ, ໂປ​ໂລ, ນີ​ໄຟ, ແລະ ມໍ​ມອນ, ໄດ້​ເຫັນ​ລ່ວງ​ໜ້າ​ວ່າ ​ວັນ​ເວ​ລາ​ອັນ​ຕະ​ລາຍ​ນັ້ນ​ຈະ​ມາ​ເຖິງ,1 ວ່າ​ໃນ​ວັນ​ເວ​ລາ​ຂອງ​ເຮົາ ທັງ​ແຜ່ນ​ດິນ​ໂລກ​ຈະ​ສັບ​ສົນ​ວຸ້ນ​ວາຍ,2 ວ່າ​ມະ​ນຸດ “ຈະ​ເຫັນ​ແກ່​ຕົວ, ... ເປັນ​ຄົນ​ຂາດ​ມະ​ນຸດ​ສະ​ທຳ, ... ເປັນ​ຄົນ​ຮັກ​ຄວາມ​ສະ​ໜຸກ​ຫລາຍ​ກວ່າ​ຮັກ​ພຣະ​ເຈົ້າ,”3 ແລະ ວ່າ​ຫລາຍ​ຄົນ​ຈະ​ເປັນ​ບໍ​ລິ​ວານ​ຂອງ​ຊາ​ຕານ ຜູ້​ທີ່​ຄ້ຳ​ຈູນ​ວຽກ​ງານ​ຂອງ​ຜູ້​ປໍ​ລະ​ປັກ.4 ແນ່​ນອນ​ວ່າ, ທ່ານ ແລະ ຂ້າ​ພະ​ເຈົ້າ​ຈະ “ຕໍ່​ສູ້ ... ກັບ​ຜູ້​ຄອບ​ຄອງ​ຢູ່​ໃນ​ຍຸກ​ມືດ​ນີ້, [ແລະ] ວິນ​ຍານ​ທີ່​ມີ​ອຳ​ນາດ​ຊົ່ວ​ຮ້າຍ​ໃນ​ອາ​ກາດ​ສະ​ຖານ.”5

ຂະ​ນະ​ທີ່​ການ​ຂັດ​ແຍ້ງ​ລະ​ຫວ່າງ​ປະ​ເທດ​ຊາດ​ຮ້າຍ​ແຮງ​ຂຶ້ນ, ຂະ​ນະ​ທີ່ຜູ້​ກໍ່​ການ​ຮ້າຍ​ທີ່​ບໍ່​ມີ​ສິນ​ທຳ ​ຂ້າ​ຄົນ​ບໍ​ລິ​ສຸດ, ແລະ ການ​ສໍ້​ໂກງ​ໃນ​ທຸກໆ​ດ້ານ ຈາກ​ທຸ​ລະ​ກິດ​ຈົນ​ເຖິງ​ລັດ​ຖະ​ບານ​ກໍ​ກາຍ​ເປັນ​ເລື່ອງ​ທຳ​ມະ​ດາ​ຂື້ນ​ທຸກ​ວັນ, ຈະ​ມີ​ຫຍັງ​ຊ່ວຍ​ເຮົາ​ໄດ້​ແດ່? ແມ່ນ​ຫຍັງ​ຈະ​ຊ່ວຍ​ເຮົາ​ໃນ​ການ​ດີ້ນ​ລົນ​ສ່ວນ​ຕົວ​ຂອງ​ເຮົາ ແລະ ໃນ​ການ​ທ້າ​ທາຍ​ທີ່​ເຄັ່ງ​ຄັດ​ຂອງ​ການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ຍຸກ​ສຸດ​ທ້າຍ​ນີ້?

ສາດ​ສະ​ດາ​ລີ​ໄຮ ໄດ້​ສອນ​ຫລັກ​ທຳ​ສຳ​ລັບ​ການ​ຢູ່​ລອດ​ທາງ​ວິນ​ຍານ. ທຳ​ອິດ, ຂໍ​ໃຫ້​ພິ​ຈາ​ລະ​ນາ​ສະ​ຖາ​ນະ​ການ​ຂອງ​ເພິ່ນ: ເພິ່ນ​ຖືກ​ຂົ່ມ​ເຫັງ​ເພາະ​ການ​ສັ່ງ​ສອນ​ຄວາມ​ຈິງ​ໃນ​ເຢ​ຣູ​ຊາ​ເລັມ​ ແລະ ຖືກ​ບັນ​ຊາ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ປະ​ຖິ້ມ​ຊັບ​ສົມ​ບັດ​ຂອງ​ເພິ່ນ ແລະ ໜີ​ອອກ​ໄປ​ໃນ​ແດນ​ທຸ​ລະ​ກັນ​ດານ​ກັບ​ຄອບ​ຄົວ​ຂອງ​ເພິ່ນ. ເພິ່ນ​ອາ​ໄສ​ຢູ່​ໃນ​ຜ້າ​ເຕັ້ນ ແລະ ໄດ້​ຢູ່​ລອດ​ດ້ວຍ​ອາ​ຫານ​ທີ່​ຫາ​ໄດ້​ຕາມ​ທາງ​ທີ່​ນຳ​ໄປ​ສູ່​ຈຸດ​ໝາຍ​ປາຍ​ທາງ​ທີ່​ບໍ່​ເປັນ​ທີ່​ຮູ້​ຈັກ, ແລະ ເພິ່ນ​ໄດ້​ເຫັນ​ລູກ​ຊາຍ​ຂອງ​ເພິ່ນ​ສອງ​ຄົນ, ເລ​ມັນ ແລະ ລາ​ມູ​ເອນ, ກະ​ບົດ​ຕໍ່​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໂຈມ​ຕີ ນີ​ໄຟ ແລະ ແຊມ ນ້ອງ​ຊາຍ​ຂອງ​ພວກ​ເຂົາ.

ແນ່​ນອນ​ວ່າ, ລີ​ໄຮໄດ້​ຮູ້​ຈັກ​ການ​ກົງ​ກັນ​ຂ້າມ, ຄວາມ​ກັງ​ວົນ, ຄວາມ​ເສຍ​ໃຈ, ຄວາມ​ເຈັບ​ປວດ, ຄວາມ​ຜິດ​ຫວັງ, ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ. ແຕ່, ເພິ່ນ​ໄດ້​ປະ​ກາດ​ຢ່າງ​ອາດ​ຫານ ແລະ ປາດ​ສະ​ຈາກ​ການ​ລັງ​ເລ​ໃຈ​ເຖິງ​ຫລັກ​ທຳ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ວ່າ: “ມະ​ນຸດ​ເປັນ​ຢູ່​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຄວາມ​ສຸກ.”6 ຂໍ​ໃຫ້​ວາດ​ພາບ​ເບິ່ງ​ດູ! ໃນ​ຈຳ​ນວນ​ຖ້ອຍ​ຄຳ​ທັງ​ໝົດ​ທີ່​ເພິ່ນ​ສາ​ມາດ​ຈະ​ໃຊ້ ເພື່ອ​ບັນ​ຍາຍ​ເຖິງ​ທຳ​ມະ​ຊາດ ແລະ ຈຸດ​ປະ​ສົງ​ຂອງ​ຊີ​ວິດ​ເຮົາ​ຢູ່​ໃນ​ຊ່ວງ​ມະ​ຕະ​ນີ້, ເພິ່ນ​ໄດ້​ເລືອກ​ໃຊ້​ຄຳ​ທີ່​ວ່າ ຄວາມສຸກ!

ຊີ​ວິດ​ກໍ​ເຕັມ​ໄປ​ດ້ວຍ​ບັນ​ຫາ ແລະ ການ​ທ້າ​ທາຍ​ຕ່າງໆ​ນາໆ ​ທີ່​ເຮົາ​ບໍ່​ໄດ້​ຄາດ​ຄິດ​ເອົາ​ໄວ້. ເຮົາ​ແຕ່​ລະ​ຄົນ​ກໍ​ເຄີຍ​ມີ​ຊ່ວງ​ເວ​ລາ​ຕອນ​ທີ່​ຄວາມ​​ຕຶງຄຽດ, ຄວາມ​ເຈັບ​ປວດ, ແລະ ຄວາມ​ສິ້ນ​ຫວັງ​ ເກືອບ​ເອົາ​ຊະ​ນະ​ເຮົາ. ແຕ່ເຮົາ​ກໍ​ຢູ່​ທີ່​ນີ້​ເພື່ອ​ຈະ​ມີ​ຄວາມ​ສຸກ​ບໍ່​ແມ່ນ​ບໍ?

ແມ່ນ​ແລ້ວ! ຄຳ​ຕອບ​ກໍ​ດັງ​ກ້ອງ​ແນ່​ນອນ​ວ່າ​ ແມ່ນ​ແລ້ວ! ແຕ່​ມັນ​ຈະ​ເປັນ​ໄປ​ໄດ້​ແນວ​ໃດ? ແລະ ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ທວງ​ເອົາ​ຄວາມ​ສຸກ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຕຽມ​ໄວ້​ໃຫ້​ເຮົາ?

ນາງ​ອີ​ລາຍ​ຊາ ອາ ສະ​ໂນ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ​ຄົນ​ທີ​ສອງ, ໄດ້​ໃຫ້​ຄຳ​ຕອບ​ທີ່​ໜ້າ​ສົນ​ໃຈ​ຫລາຍ. ເພາະ​ຍ້ອນ​ຄຳ​ສັ່ງ​ຂອງ​ລັດ​ມິ​ເຊີ​ຣີ​ ໃຫ້​ກຳ​ຈັດ​ສະ​ມາ​ຊິກ, ທີ່​ຖືກ​ບົ່ງ​ອອກ​ມາ​ໃນ​ຕົ້ນ​ລະ​ດູ​ໜາວ​ທີ່​ຮ້າຍ​ກາດ​ຂອງ​ປີ 1838,7 ນາງ ແລະ ໄພ່​ພົນ​ຄົນ​ອື່ນໆ​ກໍ​ຖືກ​ບັງ​ຄັບ​ໃຫ້​ໜີ​ໄປ​ຈາກ​ລັດ​ ໃນ​ລະ​ດູ​ໜາວ​ນັ້ນ​ເອງ. ຄືນໜຶ່ງ, ຄອບ​ຄົວ​ຂອງນາງອີ​ລາຍ​ຊາ ໄດ້​ພາ​ກັນ​ຄ້າງ​ຄືນ​ຢູ່​ໃນ​ຕູບ​ໄມ້ທ່ອນ ທີ່​ໄພ່​ພົນ​ອົບ​ພະ​ຍົບ​ໄດ້​ພັກ​ຢູ່. ວັດ​ຖຸ​ທີ່​ໃຊ້​ຕາບ​ຮູ ກໍ​ຖືກ​ດຶງ​ອອກ​ມາ​ໃຊ້​ເປັນ​ຟືນ​ດັງ​ໄຟ ໂດຍ​ຜູ້​ຄົນ​ທີ່​ໄດ້​ມາ​ກ່ອນ​ເຂົາ​ເຈົ້າ, ສະ​ນັ້ນ​ຈຶ່ງ​ມີ​ປ່ອງ​ມີ​ຮູ​ຢູ່ລະ​ຫວ່າງ​ໄມ້​ທ່ອນ ທີ່​ໃຫຍ່​ພໍ​ໃຫ້​ແມວ​ຄານ​ຜ່ານ​ໄດ້. ມັນ​ເປັນ​ຄືນ​ທີ່​ເຍືອກ​ເຢັນ​ຫລາຍ​ແທ້ໆ, ແລະ ເຂົ້າປາ​ອາ​ຫານ​ຂອງ​ເຂົາ​ເຈົ້າ​ກໍ​ເຢັນ​ເປັນ​ນ້ຳ​ແຂງ​ໄປ​ໝົດ.

ໃນ​ຄືນ​ນັ້ນ ປະ​ມານ 80 ຄົນ​ໄດ້​ບຽດ​ກັນ​ຢູ່​ໃນ​ຕູບ​ນ້ອຍໆ​ຫລັງ​ນັ້ນ, ທີ່​ມີ​ຄວາມ​ກວ້າງ​ປະ​ມານ 2 ແມັດ​ມົນ​ທົນ. ຫລາຍ​ຄົນ​ໄດ້​ນັ່ງ ຫລື ຢືນ​ຢູ່​ໝົດ​ທັງ​ຄືນ​ເພື່ອ​ພະ​ຍາ​ຍາມ​ຮັກ​ສາ​ຄວາມ​ອົບ​ອຸ່ນ. ຢູ່​ຂ້າງ​ນອກ, ຜູ້​ຊາຍ​ກຸ່ມ​ໜຶ່ງ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ອ້ອມ​ກອງ​ໄຟ, ບາງ​ຄົນ​ໄດ້​ຮ້ອງ​ເພງ​ສວດ ແລະ ບາງ​ຄົນ​ກໍພາ​ກັນ​ປີ້ງ​ມັນ​ກິນ. ອີລາຍ​ຊາ ໄດ້​ບັນ​ທຶກ​ໄວ້​ວ່າ: “ບໍ່​ໄດ້​ຍິນ​ໃຜ​ຈົ່ມ​ຫຍັງ—ທຸກ​ຄົນ​ກໍ​ລ່າ​ເລີງ​ດີ, ແລະ ຖ້າ​ຫາກ​ຈະ​ເບິ່ງ​ຈາກ​ທ່າ​ທາງ​ພາຍ​ນອກ​ແລ້ວ, ຄົນ​ແປກ​ໜ້າ​ອາດ​ຕັດ​ສິນ​ວ່າ ພວກ​ເຮົາ​ເປັນ​ຜູ້​ຄົນ​ທີ່​ເດີນ​ທາງ​ໄປ​ຊອກ​ຫາ​ຄວາມ​ສະ​ໜຸກ​ສະ​ໜານ ແທນ​ທີ່​ເປັນ​ຜູ້​ຄົນ​ທີ່​ເຈົ້າ​ລັດ​ ໄດ້​ຂັບ​ໄລ່​ອອກ​ຈາກ​ລັດ.”

ບົດ​ລາຍ​ງານ​ຂອງ ອີ​ລາຍ​ຊາ ເຖິງ​ຄ່ຳ​ຄືນ​ທີ່​ອ່ອນ​ເພຍ ແລະ ໜາວ​ເຢັນ​ນັ້ນ​ກໍ​ເປັນ​ທີ່​ມອງ​ໂລກ​ໃນ​ແງ່​ດີ ທີ່​ໜ້າ​ປະ​ທັບ​ໃຈ. ນາງ​ໄດ້​ປະ​ກາດ​ວ່າ: “ນັ້ນ​ໄດ້​ເປັນ​ຄ່ຳ​ຄືນ​ທີ່​ມ່ວນ​ຊື່ນ​ລ່າ​ເລີງ​ແທ້ໆ. ບໍ່​ມີ​ຄົນ​ໃດ​ ນອກ​ຈາກ​ໄພ່​ພົນ​ຈະ​ສາ​ມາດ​ມີ​ຄວາມ​ສຸກ​ໄດ້ ພາຍ​ໃຕ້​ທຸກໆ​ສະ​ຖາ​ນະ​ການ.”8

ນັ້ນ​ແຫລະ! ໄພ່​ພົນ​ສາ​ມາດ​ມີ​ຄວາມ​ສຸກ​ໄດ້​ພາຍ​ໃຕ້​ທຸກໆ​ສະ​ຖາ​ນະ​ການ. ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ໄດ້ ແມ່ນ​ແຕ່​ຕອນ​ທີ່​ມີ​ວັນ​ທີ່​ບໍ່​ດີ, ອາ​ທິດ​ທີ່​ຫຍຸ້ງ​ຍາກ, ຫລື ແມ່ນ​ແຕ່​ເປັນ​ປີ​ທີ່​ລຳ​ບາກ​ກໍ​ຕາມ!

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​​ແພງຂອງ​ຂ້າ​ພະ​ເຈົ້າ, ຄວາມ​ສຸກ​ທີ່​ເຮົາຮູ້ສຶກ ​ບໍ່​ຂຶ້ນກັບ​ສະ​ຖາ​ນະ​ການໃນ​ຊີ​ວິດ​ຂອງ​ເຮົາ ແຕ່ມັນຂຶ້ນກັບ​ວ່າ ​ເຮົາ​ເອົາ​ໃຈ​ໃສ່ຕໍ່​ສິ່ງ​ໃດ ​ໃນ​ຊີວິດຂອງ​ເຮົາ.

ເມື່ອ​​ເຮົາ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາເອົາ​ໃຈ​ໃສ່ຕໍ່ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ປະທານ​ທອມ​ມັສ ແອັສ ມອນ​ສັນ ຫາ​ກໍ​ໄດ້​ສອນ​ເຮົາ, ແລະ ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ໄດ້ ບໍ່​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ—ຫລື ບໍ່​ເກີດ​ຂຶ້ນ​ກໍ​ຕາມ—ໃນ​ຊີ​ວິດ​ຂອງ​ເຮົາ. ຄວາມ​ສຸກ​ມາ​ຈາກ​ພຣະ​ອົງ ແລະ ເພາະ​ພຣະ​ອົງ. ພຣະ​ອົງ​ເປັນແຫລ່ງ​ຂອງ​ຄວາມ​ສຸກ​ທັງ​ໝົດ. ເຮົາ​ຮູ້​ສຶກ​ມັນ​ໃນ​ເທດ​ສະ​ການ​ຄຣິດ​ສະ​ມັດ ເມື່ອ​ເຮົາ​ຮ້ອງ​ເພງ​ວ່າ, “ຄວາມ​ສຸກ​ມີ​ສູ່​ໂລກ, ພຣະ​ຜູ້​ເປັນ​ເຈົ້າ​ມາ​ປະ​ສູດ.”9 ແລະ ເຮົາ​ສາ​ມາດ​ຮູ້​ສຶກ​ມັນ​ໄດ້​ຕະ​ຫລອດ​ທັງ​ປີ. ສຳ​ລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ແລ້ວ, ພຣະ​ເຢ​ຊູ​ຄຣິດ​ຄື​ ຜູ້​ໃຫ້​ຄວາມ​ສຸກ​ນັ້ນ!

ນີ້​ແຫລະ​ຄື​ເຫດ​ຜົນ ທີ່​ຜູ້ສອນ​ສາດ​ສະ​ໜາ​ຂອງ​ເຮົາ​ຈຶ່ງ​ຈາກ​ບ້ານ​ເຮືອນ​ເຂົາ​ເຈົ້າ​ໄປ ເພື່ອ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ​ບໍ່​ແມ່ນ​ຈະ​ເພີ່ມ​ຕົວ​ເລກ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ກົງ​ກັນ​ຂ້າມ, ຜູ້​ສອນ​ສາດ​ສະ​ໜາ​ຂອງ​ເຮົາ​ສອນ ແລະ ໃຫ້​ບັບ​ຕິ​ສະ​ມາ10 ເພື່ອ​ຈະ​ນຳ​ຄວາມ​ສຸກ​ນັ້ນ​ໄປ​ໃຫ້​ຜູ້​ຄົນ​ຕະ​ຫລອດ​ທົ່ວ​ໂລກ!11

ໃນ​ທຳ​ນອງ​ດຽວ​ ບໍ່​ພຽງ​ແຕ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ຄວາມ​ສະ​ຫງົບ​ທີ່ “ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ,” ​ເທົ່າ​ນັ້ນ12 ​ແຕ່ພຣະ​ອົງ​ກໍ​ຍັງ​ສະ​ເໜີ​ພະ​ລັງ ແລະ ຄວາມ​ສຸກ​ທັງ​ຫລາຍ​ທີ່​ເກີນ​ກວ່າ​ເຫດ​ຜົນ ຫລື ຄວາມ​ເຂົ້າ​ໃຈ​ຂອງ​ມະ​ນຸດນຳ​ອີກ. ຍົກ​ຕົວ​ຢ່າງ, ເບິ່ງ​ຄື​ວ່າ​ຈະ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ເມື່ອ​ລູກ​ຂອງ​ທ່ານ​ທົນ​ທຸກ​ຢູ່​ກັບ​ຄວາມ​ເຈັບ​ປ່ວຍ​ທີ່​ປິ່ນ​ປົວ​ບໍ່​ຫາຍ, ຫລື ເມື່ອ​ທ່ານ​ໄດ້​ຕົກ​ງານ, ຫລື ເມື່ອ​ຄູ່​ຄອງ​ຂອງ​ທ່ານ​ໄດ້​ນອກ​ໃຈ​ທ່ານ. ແຕ່ນັ້ນ​ແຫລະ​ຄື​ຄວາມ​ສຸກ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ໃຫ້​ເຮົາ. ຄວາມ​ສຸກ​ຂອງ​ພຣະ​ອົງ​ແມ່ນ​ສະ​ໝ່ຳ​ສະ​ເໝີ, ໃຫ້​ເຮົາ​ແນ່​ໃຈ​ວ່າ “ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຮົາ​ຈະ​ເປັນ​ຢູ່​ພຽງ​ຊົ່ວ​ຄາວ”13 ແລະ ຖືກ​ຕັ້ງ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຮົາ​ເອງ.14

ແລ້ວ ເຮົາ​ຈະ​ທວງ​ເອົາ​ຄວາມ​ສຸກ​ນັ້ນ​ໄດ້​ແນວ​ໃດ? ເຮົາ​ສາ​ມາດ​ເລີ່ມ​ຕົ້ນ​ໄດ້​ໂດຍ​ການ “ປັກ​ຕາ​ເບິ່ງ​ພຣະ​ເຢ​ຊູ​ເຈົ້າ ຄື​ຜູ້​ບຸກ​ເບີກ​ຄວາມ​ເຊື່ອ ແລະ ຜູ້​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ເຖິງ​ທີ່​ສຳ​ເລັດ”15 “ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ.”16 ເຮົາ​ສາ​ມາດ​ຂອບ​ພຣະ​ໄທ​ພຣະ​ອົງ ໃນ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ ແລະ ໂດຍ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພຣະ​ອົງ ແລະ ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ກາຍ​ເປັນ​ຄວາມ​ເປັນ​ຈິງ​ຫລາຍ​ຂຶ້ນ​ເທົ່າ​ໃດ​ສຳ​ລັບ​ເຮົາ ແລະ ເຮົາ​ທູນ​ຂໍ​ຄວາມ​ສຸກ​ຈາກ​ພຣະ​ອົງ, ຄວາມ​ສຸກ​ຂອງ​ເຮົາ​ກໍ​ຈະ​ມີ​ຫລາຍ​ຂຶ້ນ.

ຄວາມ​ສຸກ​ເປັນ​ສິ່ງ​ທີ່​ມີ​ພະ​ລັງ, ແລະ ການ​ເອົາ​ໃຈ​ໃສ່​ຕໍ່ຄວາມ​ສຸກ​ນັ້ນ​ຈະ​ນຳ​ອຳ​ນາດ​ຂອງ​ພຣະ​ເຈົ້າ ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ. ໃນ​ທຳ​ນອງ​ດຽວ​ກັນ​ກັບ​ທຸກໆ​ສິ່ງ, ພຣະ​ເຢ​ຊູ​ຄຣິດ​ເປັນ​ຕົວ​ຢ່າງ​ທີ່​ດີ​ເລີດ​ຂອງ​ເຮົາ, “ພຣະ​ອົງ​ໄດ້​ອົດ​ທົນ​ຢູ່​ທີ່ໄມ້​ກາງ​ແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນ​ດີ​ທີ່​ຕັ້ງ​ໄວ້​ຕໍ່​ໜ້າ​ພຣະ​ອົງ.”17 ຂໍ​ໃຫ້​ຄິດ​ເບິ່ງ​ດູ! ເພື່ອ​ວ່າ​ພຣະ​ອົງ​ຈະ​ອົດ​ທົນ​ຕໍ່​ປະ​ສົບ​ການ​ທີ່​ຮ້າຍ​ກາດ​ທີ່​ສຸດ ທີ່​ຈະ​ທົນ​ໄດ້​ຢູ່​ເທິງ​ໂລກ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ກໍ​ໄດ້​ເອົາ​ໃຈ​ໃສ່​ຕໍ່ ຄວາມສຸກ ນັ້ນ!

ແລະ ແມ່ນ​ຫຍັງ​ທີ່​ເປັນ​ຄວາມ​ສຸກ​ທີ່​ຖືກ​ຕັ້ງ​ໄວ້​ຕໍ່​ໜ້າ​ພຣະ​ອົງ? ແນ່​ນອນ​ວ່າ ມັນ​ຮ່ວມ​ທັງ​ຄວາມ​ສຸກ​ຂອງ​ການ​ຊຳ​ລະ​ໃຫ້​ສະ​ອາດ, ການ​ປິ່ນ​ປົວ, ແລະ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ; ຄວາມ​ສຸກ​ຂອງ​ການ​ຈ່າຍ​ຄ່າ​ບາບ​ຂອງ​ທຸກ​ຄົນ​ທີ່​ຈະ​ກັບ​ໃຈ; ຄວາມ​ສຸກ​ຂອງ​ການ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ທ່ານ ແລະ ຂ້າ​ພະ​ເຈົ້າ ທີ່​ຈະ​ກັບ​ຄືນ​ໄປ​ສູ່​ບ້ານ—ສະ​ອາດ ແລະ ມີ​ຄຸນ​ຄ່າ​ດີ​ພໍ—ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ກັບ​ພຣະ​ບິ​ດາ​ມານ​ດາ ແລະ ຄອບ​ຄົວ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ.

ຖ້າ​ຫາກ​ເຮົາ​​ເອົາ​ໃຈໃສ່​ຕໍ່ຄວາມ​ສຸກ​ທີ່​ຈະ​ມາ​ສູ່​ເຮົາ, ຫລື ມາ​ສູ່​ຜູ້​ຄົນ​ທີ່​ເຮົາ​ຮັກ, ແລ້ວ​ເຮົາ​ຈະ​ສາ​ມາດ ອົດ​ທົນ​ຕໍ່​ສິ່ງ​ໃດ​ແດ່ ທີ່​ໃນ​ເວ​ລາ​ນີ້​ເບິ່ງ​ຄື​ວ່າ​ລຳ​ບາກ, ເຈັບປວດ, ໜ້າ​ຢ້ານ​ກົວ, ບໍ່​ຍຸດ​ຕິ​ທຳ, ຫລື ແມ່ນ​ແຕ່​ເປັນ​ໄປ​ບໍ່​ໄດ້?

ພໍ່​ຄົນ​ໜຶ່ງ​ທີ່​ຕົກ​ຢູ່​ໃນ​ສະ​ພາບ​ການ​ທີ່​ອັນ​ຕະ​ລາຍ​ທາງ​ວິນ​ຍານ ໄດ້​​ເອົາ​ໃຈໃສ່​ຕໍ່ຄວາມ​ສຸກ ຊຶ່ງໃນ​ທີ່​ສຸດ ຈະ​ເປັນ​ຄົນ​ສະ​ອາດ ແລະ ຖືກ​ຕັດ​ສິນ​ວ່າ​ມີ​ຄຸນ​ຄ່າ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ—ຄວາມ​ສຸກ​ຈາກ​ການ​ເປັນອິດ​ສະ​ລະ​ຈາກ​ຄວາມ​ຮູ້​ສຶກ​ຜິດ ແລະ ຄວາມ​ອັບ​ອາຍ—ແລະ ຄວາມ​ສຸກ​ຈາກ​ການ​ມີ​ຄວາມ​ສະ​ຫງົບ​​ໃນຈິດ​ໃຈ. ຄວາມ​​ເອົາ​ໃຈ​ໃສ່ນັ້ນ​ໄດ້​ເຮັດ​ໃຫ້​ລາວ​ມີ​ຄວາມ​ກ້າ​ຫານ ທີ່​ຈະສະ​ລະ​ພາບ​ທຸກ​ສິ່ງ​ຕໍ່​ພັນ​ລະ​ຍາ ແລະ ອະ​ທິ​ການ​ຂອງ​ລາວ ກ່ຽວ​ກັບ​ບັນ​ຫາ​ທີ່​ລາວ ມີ​ກັບ​ຮູບ​ພາບ​ລາ​ມົກ ແລະ ການ​ນອກ​ໃຈ​ທີ່​ຕິດ​ຕາມ​ມາ​ນັ້ນ. ບັດ​ນີ້​ລາວ​ກຳ​ລັງ​ເຮັດ​ທຸກ​ສິ່ງ ຕາມທີ່​ອະ​ທິ​ການຂອງ​ລາວ​ໄດ້​ແນະ​ນຳ​ລາວ​​ໃຫ້ເຮັດ, ພະ​ຍາ​ຍາມ​ສຸດ​ຈິດ​ສຸດ​ໃຈ​ ​ເພື່ອ​ວ່າພັນ​ລະ​ຍາ​ທີ່​ຮັກຂອງ​ລາວ​ຈະ​ໄວ້​ວາງ​ໃຈ​ລາວ​ຄືນ​ອີກ.

ຍິງ​ສາວ​ຄົນ​ໜຶ່ງ​ໄດ້​ເອົາ​ໃຈ​ໃສ່​ຕໍ່ຄວາມ​ສຸກ​ຈາກ​ການ​ຮັກສາ​ກົດ​ພົມມະຈັນ, ເພື່ອ​ຊ່ວຍ​ໃຫ້​ນາງ​ອົດ​ທົນ ຕໍ່​ຄຳ​ເຍາະ​ເຍີ້ຍ​ຂອງ​ໝູ່​ເພື່ອນ, ເມື່ອ​ນາງ​ໄດ້​ຍ່າງ​ອອກ​ໄປ​ຈາກ​ສະ​ພາບ​ການ​ທີ່​ເປັນ​ທີ່​ນິ​ຍົມ ແລະ ຕື່ນ​ເຕັ້ນ, ແຕ່​ເປັນ​ອັນ​ຕະ​ລາຍ​ທາງ​ວິນ​ຍານ​ນັ້ນ.

ຊາຍ​ຄົນ​ໜຶ່ງ​ທີ່​ມັກ​ດູ​ຖູກ​ພັນ​ລະ​ຍາ ແລະ ໃຈ​ຮ້າຍ​​ໃຫ້ລູກ​ຂອງ​ລາວ​ເລື້ອຍໆ ໄດ້​​ເອົາ​ໃຈ​ໃສ່​ຕໍ່ຄວາມ​ສຸກ ຈາກ​ການ​ມີ​ຄຸນ​ຄ່າ​ດີ​ພໍ ເພື່ອ​ຈະ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະຖິດ​ຢູ່​ເປັນ​ເພື່ອນ ຕະ​ຫລອດ​ເວ​ລາ. ຄວາມ​​ເອົາ​ໃຈ​ໃສ່ນັ້ນ​ໄດ້​ກະ​ຕຸ້ນ​ໃຫ້​ລາວ​ປະ​ຖິ້ມ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ,18 ທີ່​ລາວ​ໄດ້​ຍອມ​ຈຳ​ນົນມາ​ຕະ​ຫລອດ, ແລະ ເລືອກ​ທີ່​ຈະ​ປ່ຽນ​ແປງ.

​ເມື່ອ​ບໍ່​ດົນ​ມາ​ນີ້ ​ເພື່ອນ​ຮ່ວມ​ງານ​ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າ ​ໄດ້​ບອກ​ຂ້າພະ​ເຈົ້າ​ເຖິງ​ຄວາມ​ໜັກໜ່ວງ​​ຂອງ​ລາວ ​ມາ​ໄດ້​ຫລາຍ​ກວ່າ​ຊາວປີ​ແລ້ວ. ລາວ​ໄດ້​ເວົ້າວ່າ, “ຂ້ອຍ​ໄດ້​ຮຽນ​ທີ່​ຈະທົນ​ທຸກທໍລະມານ ດ້ວຍ​ຄວາມສຸກ. ຄວາມທຸກ​ທໍລະມານ​ຂອງ​ຂ້ອຍ ​ໄດ້​ຖືກ​ກືນ​ກິນ​ເຂົ້າ​ໄປ​ໃນ​ຄວາມສຸກ​ຂອງ​ພຣະຄຣິດ.”19

ທ່ານ ແລະ ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ທົນ​ຕໍ່​ຫຍັງ​ແດ່, ເມື່ອ​ເຮົາ​​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ສຸກ ​ທີ່​ຖືກ “ຕັ້ງ​ໄວ້​ຕໍ່​ໜ້າ” ເຮົາ?20 ການ​ກັບ​ໃຈ​ຫຍັງ​ແດ່​ຈະ​ເປັນ​ໄປ​ໄດ້ ຕໍ່​ຈາກ​ນັ້ນ? ຄວາມ​ອ່ອນ​ແອ​ອັນ​ໃດ​ແດ່​ ທີ່​ຈະ​ກາຍ​ເປັນ​ຄວາມ​ເຂັ້ມ​ແຂງ?21 ການ​ຕີ​ສອນ​ຫຍັງ​ແດ່ ຈະ​ກາຍ​ເປັນ​ພອນ?22 ຄວາມ​ຜິດ​ຫວັງ​ຫຍັງ​ແດ່, ແມ່ນ​ແຕ່​ຄວາມ​ໂສກ​ເສົ້າ, ຈະ​ປ່ຽນ​ໄປ​ເປັນ​ຄວາມ​ດີຂອງ​ເຮົາ?23 ແລະ ການ​ຮັບ​ໃຊ້​ທີ່​ທ້າ​ທາຍ​ຫຍັງ​ແດ່​ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສາ​ມາດ​ປະ​ທານ​ໃຫ້?24

ເມື່ອ​ເຮົາ​ເອົາ​ໃຈ​ໃສ່ຢ່າງ​ພາກ​ພຽນ​ຕໍ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ແລ້ວ​ຕິດ​ຕາມ​ແບບ​ແຜນ​ຂອງ​ພຣະ​ອົງ ເຖິງ​ການ​​ເອົາ​ໃຈ​ໃສ່​ຕໍ່ຄວາມ​ສຸກ, ເຮົາ​ຕ້ອງ​ຫລີກ​ລ້ຽງ​ສິ່ງ​ທີ່​ສາ​ມາດ​ລົບ​ກວນ​ຄວາມ​ສຸກ​ຂອງ​ເຮົາ​ໄດ້. ທ່ານ​ຈື່​ຈຳ​ໂຄ​ຣິ​ຫໍ, ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ​ໄດ້​ບໍ? ລາວ​ກ່າວ​ຄວາມ​ເທັດ​ຕ່າງໆ​ນາໆ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍໃຫ້​ລອດ, ໂຄຣິ​ຫໍ​ໄດ້​ເດີນ​ທາງ​ຈາກ​ບ່ອນ​ໜຶ່ງ​ໄປ​ອີກ​ບ່ອນ​ໜຶ່ງ ຈົນ​ກວ່າ​ລາວ​ໄດ້​ຖືກ​ນຳ​ມາ​ຢູ່​ຕໍ່​ໜ້າ ມະ​ຫາ​ປະ​ໂລ​ຫິດ ຜູ້​ທີ່​ໄດ້​ຖາມ​ລາວ​ວ່າ: “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ທ່ຽວ​ບິດ​ເບືອນ​ເສັ້ນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ສອນ​ຜູ້​ຄົນ​ພວກ​ນີ້​ວ່າ ​ມັນ​ຈະ​ບໍ່​ມີ​ພຣະ​ຄຣິດ​ ເພື່ອ​ຂັດ​ຂວາງ​ຄວາມ​ຊື່ນ​ຊົມ​ຂອງ​ພວກ​ເຂົາ?”25

ອັນ​ໃດ​ກໍ​ຕາມ​ທີ່​ຕໍ່​ຕ້ານ​ພຣະ​ຄຣິດ ຫລື ຄຳ​ສອນ​ຂອງ​ພຣະ​ອົງ​ ຈະ​ຂັດ​ຂວາງ​ຄວາມ​ສຸກ​ຂອງ​ເຮົາ. ນັ້ນ​ກໍ​ຮ່ວມ​ທັງ​ທິດ​ສະ​ດີ​ຂອງ​ມະ​ນຸດ, ທີ່​ມີ​ຢ່າງ​ມາກ​ມາຍ​ຢູ່​ໃນ​ອິນ​ເຕີ​​ເນັດ ແລະ ທີ່​ມີ​ຂຽນ​ລົງ​ໃນ​ໜ້າ ​ແບ່ງປັນ​ຄວາມ​ຮູ້ ​ທັງ​ຫລາຍ, ຊຶ່ງເຮັດ​ສິ່ງ​ດຽວ​ກັນ​ກັບທີ່ ໂຄ​ຣິ​ຫໍ ໄດ້​ເຮັດ.26

ຖ້າ​ຫາກ​ເຮົາ​ເບິ່ງ​ໄປ​ທາງ​ໂລກ ແລະ ຕິດ​ຕາມ​ສິ່ງ​ທີ່​ຊາວໂລກ​ແນະ​ນຳ​ໃຫ້​ເຮັດ​ ເພື່ອ​ມີ​ຄວາມ​ສຸກ,27 ເຮົາ​ຈະ​ບໍ່​ຮູ້​ຈັກ​ຄວາມ​ສຸກ​ນັ້ນ​ເລີຍ. ຄົນ​ທີ່​ບໍ່​ຊອບ​ທຳ​ອາດ​ມີ​ຄວາມ​ຮູ້​ສຶກ​ຫລາຍ​ຢ່າງ, ແຕ່​ເຂົາ​ເຈົ້າ​ຈະ​ບໍ່​ມີ​ຄວາມ​ສຸກ​ຈັກ​ເທື່ອ!28 ຄວາມ​ສຸກ​ເປັນ​ຂອງ​ປະ​ທານ​ສຳ​ລັບ​ຜູ້​ຄົນ​ທີ່​ຊື່​ສັດ.29 ມັນ​ເປັນ​ຂອງ​ປະ​ທານ​ທີ່​ມາ​ຈາກ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຕັ້ງ​ໃຈ ທີ່​ຈະ​ດຳ​ລົງ​ຊີ​ວິດ​ທີ່​ຊອບ​ທຳ, ຕາມ​ວິ​ທີ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ສອນ.30

ພຣະ​ອົງ​ໄດ້​ສອນ​ເຮົາ​ເຖິງ​ວິ​ທີ​ທີ່​ຈະ​ມີ​ຄວາມ​ສຸກ. ເມື່ອ​ເຮົາ​ເລືອກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃຫ້​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ31 ແລະ ເມື່ອ​ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ ວ່າ​ມີ​ຜົນ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ນັ້ນ.32 ທຸກໆ​ເທື່ອ​ທີ່​ເຮົາ​ບຳ​ລຸງ​ລ້ຽງ​ຄູ່​ຄອງ​ຂອງ​ເຮົາ ແລະ ນຳ​ພາ​ລູກໆ​ຂອງ​ເຮົາ, ທຸກໆ​ເທື່ອ​ທີ່​ເຮົາ​ໃຫ້​ອະ​ໄພ​ຄົນ​ອື່ນ ຫລື ຂໍ​ການ​ໃຫ້​ອະ​ໄພ​ຈາກ​ເຂົາ​ເຈົ້າ, ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ນັ້ນ​ໄດ້.

ທຸກໆ​ວັນ​ທີ່​ທ່ານ ແລະ ຂ້າ​ພະ​ເຈົ້າ​ເລືອກ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ແຫ່ງ​ອາ​ນາ​ຈັກ​ຊັ້ນ​ສູງ, ທຸກໆ​ວັນ​ທີ່​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ແລະ ຊ່ວຍ​ຄົນ​ອື່ນ​ໃຫ້​ເຮັດ​ເໝືອນ​ກັນ, ຄວາມ​ສຸກ​ນັ້ນ​ຈະ​ເປັນ​ຂອງ​ເຮົາ.

ຂໍ​ໃຫ້​ເຮັດ​ຕາມ​ຖ້ອຍ​ຄຳ​ຂອງ​ຜູ້​ຂຽນ​ເພງ​ສັນ​ລະ​ເສີນ​ ທີ່​ວ່າ: “ເຮົາ​ໄດ້​ວາງ​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ເໜືອ​ເຮົາ​ຕະ​ຫລອດ​ເວ​ລາ: ເພາະ​ພຣະ​ອົງ​ຄົງ​ຢູ່​ທີ່​ມື​ຂວາ​ຂອງ​ເຮົາ, ເຮົາ​ຈະ​ບໍ່​ຫວັ່ນ​ໄຫວ. ... ໃນ​ທີ່​ປະ​ທັບ [ຂອງ​ພຣະ​ອົງ] ຄື​ຄວາມ​ສຸກ​ທີ່​ເຕັມ​ປ່ຽມ​ນັ້ນ.”33 ເມື່ອ​ຫລັກ​ທຳ​ນີ້​ຖືກ​ຝັງ​ໄວ້​ເລິກໆ​ ຢູ່​ໃນ​ຫົວ​ໃຈ​ຂອງ​ເຮົາ, ແຕ່​ລະ​ວັນ ແລະ ທຸກໆ​ວັນ​ຈະ​ສາ​ມາດ​ເປັນ​ວັນ​ແຫ່ງ​ຄວາມ​ສຸກ ແລະ ຄວາມ​ເບີກ​ບານ​ໃຈ.34 ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ 2 ຕີ​ໂມ​ທຽວ 3:1–5.

  2. ​ເບິ່ງ Doctrine and Covenants 45:26; 88:91.

  3. 2 ຕີ​ໂມ​ທຽວ 3:2–4.

  4. ​ເບິ່ງ Doctrine and Covenants 10:5.

  5. ເອ​ເຟ​ໂຊ 6:12.

  6. 2 ນີ​ໄຟ 2:25.

  7. Governor Lilburn W. Boggs of Missouri issued the order of Mormon extermination on October 27, 1838 (see Teachings of Presidents of the Church: Joseph Smith [2007], 349).

  8. ​ເບິ່ງ Eliza R. Snow, in Edward W. Tullidge, The Women of Mormondom (1877), 145–46.

  9. “Joy to the World,” Hymns, no. 201.

  10. ຜູ້​ສອນ​ສາດ​ສະ​ໜາ​ປະ​ຕິ​ບັດ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ: ເຂົາ​ເຈົ້າ​ສັ່ງ​ສອນ, ສອນ, ແລະ ໃຫ້​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ (ເບິ່ງ ມັດ​ທາຍ 28:19; ມາຣະ​ໂກ 16:15; ມໍ​ມອນ 9:22; Doctrine and Covenants 68:8; 84:62; 112:28). ໃນ​ຄຳ​ອະ​ທິ​ຖານ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ປະ​ກາດ​ເຖິງ​ຄວາມ​ສຳ​ພັນ​ຂອງ​ພຣະ​ອົງ​ຕໍ່​ຄວາມ​ສຸກ​ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ເຮົາ​ກ່າວ​ເຖິງ​ສິ່ງ​ໃນ​ໂລກ​ນີ້, ເພື່ອ​ວ່າ​ພວກ​ເຂົາ​ຈະ​ມີ​ຄວາມ​ສຸກ​ຂອງ​ ​ເຮົາ ສຳ​ເລັດ​ຄົບ​ຖ້ວນ​ໃນ​ຕົວ​ເຂົາ​ເອງ” (ໂຢຮັນ 17:13; ເນັ້ນ​ຄຳ​ເນີ້ງ).

  11. ​ເບິ່ງ ແອວ​ມາ 13:22.

  12. ຟີ​ລິບ​ປອຍ 4:7.

  13. ​ເບິ່ງ Doctrine and Covenants 121:7.

  14. ​ເບິ່ງ 2 ນີ​ໄຟ 2:2.

  15. ເຮັບ​ເຣີ 12:2.

  16. ​ເບິ່ງ Doctrine and Covenants 6:36.

  17. ເຮັບ​ເຣີ 12:2.

  18. ​ເບິ່ງ ໂມ​ໄຊ​ຢາ 3:19. ໝາຍ​ເຫດ: “ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ” ບໍ່​ພຽງ​ແຕ່​ເປັນ​ສັດ​ຕູ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ; ເຂົາ​ເປັນ​ສັດ​ຕູ​ຂອງ​ພັນ​ລະ​ຍາ ແລະ ລູກໆ​ຂອງ​ເຂົາ​ນຳ​ອີກ.

  19. ​ເບິ່ງ ແອວ​ມາ 31:38.

  20. ເຮັບ​ເຣີ 12:2.

  21. ​ເບິ່ງ ອີ​ເທີ 12:27.

  22. ​ເບິ່ງ ເຮັບ​ເຣີ 12:6.

  23. ​ເບິ່ງ Doctrine and Covenants 122:7.

  24. ​ເບິ່ງ ມັດ​ທາຍ 19:26; ມາຣະ​ໂກ 10:27.

  25. ແອວ​ມາ 30:22. ພຣະ​ຄຳ​ພີ​ມໍ​ມອນ​ກໍ​ເຕັມ​ໄປ​ດ້ວຍ​ຕົວ​ຢ່າງ​ຂອງ​ບັນ​ດາ​ຊາຍ ແລະ ຍິງ ຜູ້​ທີ່​ປະ​ສົບ​ກັບ​ຄວາມ​ສຸກ ແລະ ຄວາມ​ຊື່ນ​ຊົມ ເພາະ​ ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ການ​ເລືອກ​ທາງ​ອື່ນ, ດັ່ງ​ທີ່​ໃນ​ກໍ​ລະ​ນີ​ຂອງ ໂຄ​ຣິ​ຫໍ, ໃນ​ທີ່​ສຸດ, ຈະ​ນຳ​ໄປ​ສູ່​ການ​ທຳ​ລາຍ.

  26. ການ​ໃສ່​ຮ້າຍ, ໝາຍ​ເຖິງ​ການ​ບິດ​ເບືອນ, ຖືກ​ໃຫ້​ນິ​ຍານ​ວ່າ​ເປັນ​ຄຳ​ຖະ​ແຫລງ​ເທັດ ແລະ ມີ​ເຈດ​ຕະ​ນາ​ຮ້າຍ ທີ່​ຈັດ​ຂຶ້ນ​ມາ​ເພື່ອ​ທຳ​ລາຍ​ຊື່​ສຽງ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ ຫລື ສິ່ງ​ຂອງ. ການ​ໃສ່​ຮ້າຍ ໄດ້​ເກີດ​ຂຶ້ນ​ໃນ​ວັນ​ເວ​ລາ​ຂອງ ໂຄ​ຣິ​ຫໍ, ແລະ ມັນ​ກໍ​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ເວ​ລາ​ນີ້. ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ເຖິງ​ຊື່​ສຽງ​ຂອງ​ສາດ​ສະ​ໜາ​ຈັກ ແມ່ນ​ແຕ່​ເມື່ອ​ຖືກ​ປະ​ເຊີນ​ກັບ​ການ​ໃສ່​ຮ້າຍ. ເພິ່ນ​ໄດ້​ກ່າວ​ວ່າ: “ມາດ​ຕະ​ຖານ​ແຫ່ງ​ຄວາມ​ຈິງ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ແລ້ວ; ຄົນ​ທີ່ບໍ່​ສະ​ອາດ​ຈະ​ຢຸດ​ຢັ້ງ​ວຽກ​ງານ​ນີ້​ຈາກ​ຄວາມ​ກ້າວ​ໜ້າບໍ່​ໄດ້; ການ​ຂົ່ມ​ເຫັງ​ອາດ​ຮ້າຍ​ແຮງ​ຂຶ້ນ, ກຸ່ມ​ທຳ​ຮ້າຍ​ອາດ​ຮ່ວມ​ເຂົ້າ​ກັນ, ກອງ​ທັບ​ເຕົ້າ​ໂຮມ​ກັນ, ການ​ໃສ່​ຮ້າຍ​ອາດ​ເຮັດ​ໃຫ້​ເສື່ອມ​ເສຍ, ແຕ່​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ​ຈະ​ກ້າວ​ໄປ​ໜ້າ​ຢ່າງ​ອາດ​ຫານ, ຢ່າງ​ສູງ​ສົ່ງ, ແລະ ເປັນ​ອິດ​ສະ​ລະ, ຈົນ​ກວ່າ​ມັນ​ໄດ້​ເຂົ້າ​ໄປ​ເຖິງ​ທຸກໆ​ທະ​ວີບ, ໄດ້​ຢ້ຽມ​ຢາມ​ທຸກໆ​ພາກ​ພື້ນ​ຂອງ​ແຜ່ນ​ດິນ, ໄດ້​ຜ່ານ​ໄປ​ໃນ​ທຸກໆ​ປະ​ເທດ, ແລະ ທຸກໆ​ຄົນ​ໄດ້​ຍິນ, ຈົນ​ກວ່າ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຈະ​ສຳ​ເລັດ​ຄົບ​ຖ້ວນ, ແລະ ພຣະ​ເຢ​ໂຮ​ວາ​ອົງ​ຍິ່ງ​ໃຫຍ່​ຈະ​ກ່າວ​ວ່າ ວຽກ​ງານ​ສຳ​ເລັດ​ແລ້ວ” (Teachings: Joseph Smith, 444).

  27. ໂລກ​ສອນ​ວ່າ​ການ​ຊື້ ສິ່ງ ​ຂອງຈະ​ນຳ​ຄວາມ​ສຸກ​ມາ​ໃຫ້. ແລະ ຖ້າຫາກ​ຍັງ​ບໍ່​ພໍ​ໃຈ ກໍ​ຊື້​ເອົາ​ຫລາຍ​ກວ່າ​ນັ້ນ! ມັນ​ຍັງ​ສອນ​ອີກ​ວ່າ ທ່ານ​ສາ​ມາດ​ມີ​ຄວາມ​ສຸກ​ໄດ້​ໂດຍ​ການ​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ. ແລະ ຖ້າ​ຫາກ​ຍັງ​ບໍ່ພໍ​ໃຈ ກໍ​ເຮັດ​ບາບ​ຫລາຍ​ກວ່າ​ນັ້ນ! ຄຳ​ສັນ​ຍາ​ກໍ​ຄື ທ່ານ​ຈະ​ມີ​ຄວາມ​ສຸກ​ຫລາຍ​ໂດຍ​ການ​ເຮັດ​ອັນ​ໃດ​ກໍ​ໄດ້​ຕາມ​ໃຈ​ຊອບ. ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ​ເລີຍ!

  28. ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ​ທັງ​ໃນ​ໂລກ​ນີ້ ຫລື ໃນ​ໂລກ​ທີ່​ຈະ​ມາ​ເຖິງ.

  29. ໄພ່​ພົນ​ທີ່​ຊອບ​ທຳ “ຄົນ​ທີ່​ອົດ​ທົນ​ຕໍ່​ກາງ​ແຂນ​ຂອງ​ໂລກ​ມາ​ແລ້ວ ... ຈະ​ໄດ້​ຮັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍ​ລະ​ດົກ, ... ແລະ ຄວາມ​ສຸກ​ຂອງ​ພວກ​ເຂົາ​ຈະ​ບໍ​ລິ​ບູນ​ຕະ​ຫລອດ​ໄປ” (2 ນີ​ໄຟ 9:18).

  30. ຍົກ​ຕົວຢ່າງ, ​ເບິ່ງ 2 ນີ​ໄຟ 27:30; ​ແອວ​ມາ 27:16–18.

  31. ​ເບິ່ງ 1 ນີ​ໄຟ 17:40.

  32. ​ເບິ່ງ ໂມ​ໄຊ​ຢາ 4:2–3.

  33. ເພງ​ສັນລະ​ເສີນ 16:8, 11.

  34. ​ເບິ່ງ ເອຊາ​ຢາ 35:10; 2 ນີ​ໄຟ 8:3.