​2010–2019
​ຫວັງ​ເພິ່ງ​ພຣະຄຳ​ພີ, ​ຫວັງ​ເພິ່ງພຣະຜູ້​ເປັນ​ເຈົ້າ
​ເດືອນ​ຕຸລາ 2016


​ຫວັງ​ເພິ່ງ​ພຣະຄຳ​ພີ, ​ຫວັງ​ເພິ່ງພຣະຜູ້​ເປັນ​ເຈົ້າ

ພວກ​ເຈົ້າຈະ​ເຮັດ​ໃຫ້​ພຣະຄຳ​ພີ​ມໍ​ມອນ​ເປັນ​ຫລັກ​ສີ​ລາ​ສຳຄັນ ​ໃນ​ຊີວິດ​ຂອງ​ພວກ​ເຈົ້າ​ໄດ້​ບໍ, ​ເຮັດໃຫ້​ມັນເປັນ​ຈຸດ​ໃຈກາງ​ແຫ່ງ​ພະລັງ​ຂອງ​ພວກ​ເຈົ້າ​ໄດ້​ບໍ?

​ແມຣີ ​ເອລີ​ຊາ​ເບັດ ​​ໂຣນລິນ​ສ໌

​ໃນ​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າວາດ​ພາບ​ເຫັນ​ພວກ​ເຈົ້າ​ ຄົນ​ລຸ້ນ​ໃໝ່ ກຳລັງ​ຮັບ​ຊົມ​ຮັບ​ຟັງ​ກອງ​ປະຊຸມ​ພາກ​ນີ້​ຢູ່ ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ​ໃນ​ໂລກ. ຂ້າພະ​ເຈົ້າຢາກ​​ເລົ່າ​ເລື່ອງ​ຈິງ​ເລື່ອງ​ໜຶ່ງ​​ໃຫ້ພວກ​ເຈົ້າຟັງ, ​ມັນ​ເປັນ​ທັງ​ຕົວຢ່າງ ​ແລະ ບົດຮຽນ. ມັນ​ສາມາດ​ສະ​ແດງ​ໃຫ້​ພວກ​ເຈົ້າ​ຮູ້ຈັກ​ວິທີ​ທີ່​ຈະ​ເຂົ້າ​ໃກ້ຊິດ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ເຂົ້າ​ເຖິງ​ອຳນາດ​ຂອງ​ພຣະອົງ​ ​ເພື່ອ​ຕ້ານທານ​ກັບ​ການ​ລໍ້​ລວງ​.

​ໃນ​ເລື່ອງ​ນີ້ ມີ​ນາງ​ນ້ອຍ​ຄົນ​ໜຶ່ງ, ອາ​ໄສ​ຢູ່​ລັດນິວຢອກ, ຜູ້​ຊຶ່ງ​ຕອນ​ມີ​ອາຍຸ​ໄດ້​ສາມ​ປີ ນາງ​ໄດ້​ສູນ​ເສຍ​ພໍ່​ຂອງ​ນາງ​ໄປ ຕອນ​ເຮືອ​ຫລົ້ມ ຢູ່​ໃນ​ອ່າວ​ທະ​ເລສາບ​ໃຫຍ່​ແຫ່ງ​ໜຶ່ງ. ນາງ, ​ແມ່, ​ອ້າຍ​, ​ແລະ ນ້ອງ​ສາວ​ຂອງ​ນາງ ​ໄດ້​ຍ້າຍ​ໄປ​ຢູ່​ລັດ​ໃໝ່ ​ເພື່ອ​ອາ​ໄສ​ຢູ່ນຳ​ປ້າ​ກັບ​ລຸງຂອງ​ນາງ. ຫລັງ​ຈາກ​ຄອບຄົວ​ໄດ້​ຍ້າຍ​ໄປ​ຢູ່, ຜູ້​ສອນ​ສາດສະໜາ ​ແລະ ສະມາຊິກ​ຂອງ​ສາດສະໜາ​ຈັກທີ່​ຫາ​ກໍ​ຖືກຈັດຕັ້ງຂຶ້ນ ​ໄດ້​ມາ​ເມືອງ​ຂອງ​ເຂົາ​ເຈົ້າ ດ້ວຍ​ພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່. ​ເຂົາ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ທູດ​ອົງ​ໜຶ່ງ ​ຜູ້ໄດ້​ມອບ​ແຜ່ນ​ຈາລຶກ​ບູຮານ ​ໃຫ້​ຊາຍໜຸ່ມ​ຄົນ​ໜຶ່ງ ຊື່ ​ໂຈ​ເຊັບ ສະ​ມິດ, ​ເປັນ​ບັນທຶກ​ທີ່​ໄດ້​ຖືກ​ແປ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ. ຜູ້​ມາ​ຢ້ຽມຢາມທັງ​ສອງ​ຄົນ, ອໍ​ລີ​ເວີ ຄາວ​ເດີຣີ ​ແລະ ຈອນ ວິດ​ເມີ, ​ໄດ້​ເຫັນ​ບັນທຶກ​ນັ້ນ​ຂອງ​ສະ​ໄໝ​ບູຮານ​​ແທ້ໆ ດ້ວຍ​ຕາ​ຂອງ​​ພວກ​ເພິ່ນ​ເອງ, ​ແລະ ທ່ານວິດ​ເມີ​ໄດ້​​ເປັນ​ພະຍານ​ວ່າ ​ເພິ່ນ​ໄດ້ຈັບບາຍ​ແຜ່ນ​ຈາລຶກ​ທອງຄຳນັ້ນ. ບັນທຶກ​ດັ່ງ​ກ່າວ ຫາກໍ​ໄດ້​ຖືກ​ພິມ​ເປັນ​ປຶ້ມ, ​ແລະ ບຣາ​ເດີ ວິດ​ເມີ ​ກໍ​ໄດ້​ເອົາ​ປຶ້ມນັ້ນມາ​ນຳ. ຊື່​ຂອງ​ປຶ້ມນັ້ນ​ແມ່ນ ພຣະຄຳ​ພີ​ມໍ​ມອນ.

​ເມື່ອ​ນາງ​ແມຣີ ຜູ້​ມີ​ອາຍຸ​ 12 ປີ ​ໄດ້​ຍິນ​ຜູ້​ສອນ​ສາດສະໜາ​ກ່າວ​ກ່ຽວ​ກັບປຶ້ມ​ເຫລັ້ມນັ້ນ, ນາງ​ໄດ້​ຮູ້ສຶກ​ເຖິງ​ພຣະວິນ​ຍານ. ​ເຖິງ​ແມ່ນ​ວ່າ ພຣະຄຳ​ພີ​ມໍ​ມອນ ​ເປັນ​ປຶ້​ມ​ເຫລັ້ມ​ໜາ ​ແລະ ມີ​ຫລາຍ​ໃບ, ​ແຕ່​ນາງ​ແມຣີ ຢາກ​ອ່ານ​ມັນ​ຫລາຍ​​ແທ້ໆ. ​ເມື່ອບຣາ​ເດີ ວິດ​ເມີ ​ໄດ້​ຈາກ​ໄປ, ​ເພິ່ນ​ໄດ້​ມອບ​ເຫລັ້ມໜຶ່ງ​ໃຫ້ ບຣາ​ເດີ ​ໄອ​ເຊັກ ມໍ​ລີ, ຜູ້​ເປັນ​ລຸງ​ຂອງ​ນາງ​ແມຣີ ​ແລະ ​ເປັນ​ຜູ້ນຳ​ທ້ອງ​ຖິ່ນ ​ໃນ​ສາດສະໜາ​ຈັກ​​ແຫ່ງ​ໃໝ່​ນີ້.

ຕໍ່​ມາ ນາງ​ແມຣີ ​ໄດ້​ບັນທຶກ​​ໄວ້ວ່າ: “ຂ້າພະ​ເຈົ້າ​ໄດ້​ໄປ​ຫາ​ບ້ານ​ຂອງ [ບຣາ​ເດີ ມໍ​ລີ] … ​ແລະ ​ໄດ້​ຂໍ​ເບິ່ງພຣະຄຳ​ພີ; [​ເພິ່ນ] ​ໄດ້​ວາງ​ມັນ​ໃສ່​ມື​ຂອງ​ຂ້າພະ​ເຈົ້າ, [​ແລະ] ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຫລຽວ​ເບິ່ງ​ມັນ, ຂ້າພະ​ເຈົ້າຢາກ​ອ່ານ​ມັນ​ຫລາຍຂະໜາດ, ຈົນ​ວ່າຂ້າພະ​ເຈົ້າ​ໄດ້​ຂໍ​ຢືມ​ປຶ້ມນັ້ນ ກັບ​ໄປ​ບ້ານ ​ແລະ ອ່ານ​ມັນ. … ​ເພິ່ນ​ໄດ້​ເວົ້າວ່າ … ​ເພິ່ນ​ບໍ່​ມີ​ເວລາ​ອ່ານ​ແມ່ນ​ແຕ່​ບົດ​ໜຶ່ງ​ໃນ​ນັ້ນ, ​ແລະ ພຽງ​ແຕ່​ອ້າຍ​ນ້ອງ​ສອງ​ສາມ​ຄົນ ​​ເຄີຍ​ໄດ້​ເຫັນ​ມັນ, ​ແຕ່​ຂ້າພະ​ເຈົ້າ​ໄດ້​ອ້ອນວອນ​ຂໍ​ຢືມ, ຈົນ​ໃນ​ທີ່​ສຸດ ​ເພິ່ນ​ໄດ້​ເວົ້າວ່າ, ‘ຫລານ​ເອີຍ, ຖ້າ​ຫາກ​ເຈົ້າຊິ​ເອົາ​ມັນ​ຄືນ​ມາ​ສົ່ງ ກ່ອນ​ກິນ​ເຂົ້າ​ເຊົ້າມື້​ອື່ນ, ​ເຈົ້າ​ເອົາ​ມັນ​ໄປ​ໄດ້.’”

​ນາງ​ແມຣີ​ໄດ້​ແລ່ນ​ກັບ​ບ້ານ ​ແລະ ຈັບ​ໃຈ​ກັບປຶ້ມຫລາຍ ຈົນ​ນາງ​ໄດ້​ອ່ານ​ມັນ​ເກືອບ​ໝົດ​ຄືນ. ​ເຊົ້າຕໍ່​ມາ ​ເມື່ອ​ນາງ​ເອົາ​ປຶ້ມກັບ​ຄືນ​ໄປ​ສົ່ງ, ບຣາ​ເດີ ມໍ​ລີ ​ໄດ້​ເວົ້າວ່າ, “ລຸງຄິດ​ວ່າ ​ຫລານຄົງ​ບໍ່​ໄດ້​ອ່ານ​ມັນ​ຫລາຍ​ເທົ່າ​ໃດ” ​ແລະ “ລຸງບໍ່​ເຊື່ອ​ວ່າ ​ຫລານສາມາດ​ບອກ​ລຸງ​ໄດ້​ຈັກ​ຄຳ ຢູ່​ໃນ​ນັ້ນ.” ນາງ​ແມຣີໄດ້​ຢືນ​ກົງ ​ແລະ ​ໄດ້​ກ່າວ​ຂໍ້​ທຳ​ອິດ ຕາມ​ທີ່​ນາງ​ຈື່​ໄດ້ ຈາກ​ພຣະຄຳ​ພີ​ມໍ​ມອນ. ​ແລ້ວ​ນາງ​ໄດ້​ບອກ​ເພິ່ນ​​ເຖິງ​ເລື່ອງ​ລາວ​ຂອງ​ສາດສະດາ​ນີ​ໄຟ. ຕໍ່​ມາ ນາງ​ແມຣີ​ໄດ້​ຂຽນ​ວ່າ, “ເພິ່ນ​ໄດ້​ຫລຽວ​ເບິ່ງ​ຂ້າພະ​ເຈົ້າດ້ວຍ​ສາຍ​ຕາ​ທີ່​ຕົກ​ຕະລຶງ, ​ແລະ ​ໄດ້​ເວົ້າວ່າ, ‘ຫລານ​ເອີຍ, ​ໃຫ້​ຫລານ​ເອົາ​ປຶ້ມນີ້​ກັບ​ໄປ​ບ້ານ ​ແລະ ອ່ານ​ມັນ​ຈົນ​ຈົບ​ເດີ, ລຸງ​ລໍຖ້າ​ໄດ້.’”

ບໍ່​ດົນ​ຈາກ​ນັ້ນ, ນາງ​ແມຣີ​ໄດ້ອ່ານ​ປຶ້ມຈົນ​ຈົບ ​ແລະ ​ໄດ້​ເປັນ​ຄົນ​ທຳ​ອິດ​ຢູ່​ໃນ​ໝູ່​ບ້ານ​ຂອງ​ນາງ ທີ່​ໄດ້​ອ່ານ​ຈົນ​ຈົບ​ເຫລັ້ມ. ນາງ​ຮູ້​ວ່າ ມັນ​ເປັນຄວາມ​ຈິງ ​ແລະ ມັນ​ມາ​ຈາກ​ພຣະບິດາ​ເທິງ​ສະຫວັນ. ​​ເມື່ອ​ນາງ​ໄດ້​ຫວັງ​ເພິ່ງ​ພຣະຄຳ​ພີ, ນາງກໍ​ໄດ້ຫວັງເພິ່ງ​ພຣະຜູ້​ເປັນ​ເຈົ້າ.

​ໜຶ່ງ​ເດືອນ​ຈາກ​ນັ້ນ, ມີ​ແຂກ​ພິ​ເສດ​ຄົນ​ໜຶ່ງ​ໄດ້​ມາບ້ານ​ຂອງ​ນາງ. ນີ້​ຄື​ຖ້ອຍ​ຄຳ​ທີ່​ນາງ​ແມຣີ​ໄດ້​ຂຽນ​ກ່ຽວ​ກັບ​ມື້ນັ້ນ: “ເມື່ອ [ໂຈ​ເຊັບ ສະ​ມິດ] ​ໄດ້​ເຫັນ​ຂ້າພະ​ເຈົ້າ ​​ເພິ່ນໄດ້​ຫລຽວ​ເບິ່ງ​ຂ້າພະ​ເຈົ້າຢ່າງ​ຕັ້ງ​ໃຈ. … ຫລັງ​ຈາກ​ບຶດໜຶ່ງ … ​ເພິ່ນ​ໄດ້​ອວຍພອນ​ຂ້າພະ​ເຈົ້າ … ​ແລະ ​ໄດ້​ມອບ​ປຶ້ມ​ໃຫ້​ຂ້າພະ​ເຈົ້າ, ​ແລະ ​ເວົ້າວ່າ ​ເພິ່ນ​ຊິ​ເອົາ​ປຶ້ມ​ເຫລັ້ມ​ໃໝ່​ໃຫ້ ບຣາ​ເດີ ມໍ​ລີ. … ພວກ​ເຮົາ​ທຸກ​ຄົນຮູ້​ສຶກວ່າ ​ເພິ່ນ​ເປັນ​ຄົນ​ຂອງ​ພຣະ​ເຈົ້າ, ​ເພາະ​ເພິ່ນ​​ໄດ້​ກ່າວ​ດ້ວຍພະລັງ, ​ແລະ ຄື​ກັບ​ວ່າ​ເປັນ​ຜູ້​ໜຶ່ງ​ທີ່​ມີ​ສິດ​ອຳນາດ.”

ນາງ​ນ້ອຍ ​ແມຣີ ​ເອລີ​ຊາ​ເບັດ ​ໂຣນລິງສ໌, ​ໄດ້​ເຫັນ​ການ​ມະຫັດສະຈັນ​ຫລາຍ​ຢ່າງ ​ໃນ​ຊີວິດ​ຂອງ​ນາງ ​ແລະ ​ມີ​ປະຈັກ​ພະຍານ​ເຖິງ​ພຣະຄຳ​ພີ​ມໍ​ມອນ​ສະ​ເໝີ.1 ​ເລື່ອງ​ນີ້​ມີ​ຄວາມ​ໝາຍ​ພິ​ເສດ​ຕໍ່​ຂ້າພະ​ເຈົ້າ ​ເພາະ​ນາງ​ເປັນ​ປ້າ​ທວດ ອັນ​ດັບ​ທີ​ສີ່​ຂອງ​ຂ້າພະ​ເຈົ້າ. ຜ່ານ​ຕົວຢ່າງ​ຂອງ​ນາງ​ແມຣີ, ພ້ອມ​ດ້ວຍ​ປະສົບ​ການ​ອື່ນ​ອີກ ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ​ບໍ່​ມີ​​ໃຜ​ທີ່ອາຍຸ​ນ້ອຍ​ເກີນ​ກວ່າ​ທີ່​ຈະ​ສະ​ແຫວ​ງຫາ​ປະຈັກ​ພະຍານ​ສ່ວນ​ຕົວ ​ເຖິງ​ພຣະຄຳ​ພີ​ມໍ​ມອນ.

​ຫລັກສີ​ລາ​ສຳຄັນ​ຂອງ​ປະຈັກ​ພະຍານ​ຂອງ​ພວກ​ເຈົ້າ

ມັນ​ມີ​ບົດຮຽນ​ສ່ວນ​ຕົວ​ສຳລັບ​ພວກ​ເຈົ້າ ຢູ່​ໃນ​ເລື່ອງ​ຂອງ​ນາງ​ແມຣີ. ພວກ​ເຈົ້າຜູ້​ເປັນ​ຊາຍ​ໜຸ່ມ, ຍິງ​ໜຸ່ມ, ​ແລະ ​ເດັກນ້ອຍສາມາດ​ມີ​ຄວາມ​ຮູ້ສຶກ ​ດັ່ງ​ທີ່​ນາງ​ໄດ້​ຮູ້ສຶກ. ​ເມື່ອ​ພວກ​ເຈົ້າອ່ານ​ພຣະຄຳ​ພີ​ມໍ​ມອນ ​ແລະ ອະທິຖານ​ດ້ວຍ​ຄວາມ​ຢາກ​ຮູ້​ວ່າ​ມັນ​ເປັນຄວາມ​ຈິງ, ພວກ​ເຈົ້າສາມາດ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ຢ່າງ​ດຽວ​ກັນນັ້ນ ​ໃນ​ໃຈ​ຂອງ​ພວກ​ເຈົ້າ ດັ່ງ​ທີ່​ນາງ​ແມຣີ​ໄດ້​ຮັບ. ພວກ​ເຈົ້າຈະ​ພົບ​ເຫັນ​ວ່າ ​ເມື່ອ​ພວກ​ເຈົ້າຍຶດໝັ້ນ ​ແລະ ​ເປັນ​ພະຍານ​ເຖິງ​ພຣະຄຳ​ພີ​ມໍ​ມອນ, ພວກ​ເຈົ້າຈະ​ຮູ້ສຶກ​ເຖິງ​ພຣະວິນ​ຍານ ​ໃຫ້​ຄຳ​ຢືນຢັນ. ພຣະວິນ​ຍານ​ບໍລິສຸດ ຈະ​ກ່າວ​ໃສ່​ໃຈ​ພວກ​ເຈົ້າ. ພວກ​ເຈົ້າສາມາດ​ຮູ້ສຶກ​ເຖິງ​ການ​ຢືນຢັນ​ຈາກ​ພຣະວິນ​ຍານ ​ເມື່ອ​ພວກ​ເຈົ້າ​ໄດ້​ຍິນ​ຄົນ​ອື່ນ​ແບ່ງປັນ​ປະຈັກ​ພະຍານ​ຂອງ​ເຂົາ​ເຈົ້າ ​ເຖິງ​ພຣະຄຳ​ພີ​ມໍ​ມອນ. ປະຈັກ​ພະຍານ​ທາງ​ວິນ​ຍານ​ແຕ່​ລະ​ຢ່າງ ສາມາດ​ນຳ​ໄປ​ສູ່​ພຣະຄຳ​ພີ​ມໍ​ມອນ ທີ່​ຈະກາຍ​ເປັນຫລັກ​​ສີ​ລາ​ສຳຄັນ​ຂອງ​ປະຈັກ​ພະຍານ​ຂອງ​ພວກ​ເຈົ້າ​ໄດ້.

ຂ້າພະ​ເຈົ້າຈະ​ອະທິບາຍ. ສາດສະດາ​ໂຈ​ເຊັບ ສະ​ມິດ, ຜູ້​ໄດ້​ແປ​ພຣະຄຳ​ພີ​ມໍ​ມອນ ຜ່ານ​ທາງ​ຂອງ​ປະທານ ​ແລະ ອຳນາດ​ຂອງ​ພຣະ​ເຈົ້າ, ​ໄດ້​ບັນຍາຍ​ເຖິງ​ພຣະຄຳ​ພີ​ມໍ​ມອນ​ວ່າ ມັນ​ເປັນ​ພຣະຄຳ​ພີ​ “ທີ່​ຖືກຕ້ອງ​ທີ່​ສຸດ​ໃນ​ໂລກ​ເໜືອກ​ວ່າ​ພຣະຄຳ​ພີ​ໃດໆ ​ແລະ ມັນ​ເປັນ​ທັງ​ຫລັກ​ສີ​ລາ​ສຳຄັນ​ຂອງ​ສາດສະໜາ​ຂອງ​ພວກ​ເຮົາ.”2

ນັບ​ແຕ່​ພຣະຄຳ​ພີ​ມໍ​ມອນ​ໄດ້​ຖືກ​ພິມ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ 1830 ​ເປັນຕົ້ນມາ, ຫລາຍ​ກວ່າ 174 ລ້ານ​ເຫລັ້ມ ​ໄດ້​ຖືກ​ພິມ ​ໃນ 110 ພາສາ, ສະ​ແດງ​ໃຫ້​ເຫັນ​ວ່າ ພຣະຄຳ​ພີ​ມໍ​ມອນ ຍັງ​ເປັນ​ຫລັກ​ສີ​ລາ​ສຳຄັນ​ຂອງ​ສາດສະໜາ​ຂອງ​ເຮົາ​ຢູ່. ​ແຕ່​ສິ່ງ​ນີ້ໝາຍ​ຄວາມ​ວ່າ​ແນວ​ໃດ​ສຳລັບ​ພວກ​ເຈົ້າ​ແຕ່ລະຄົນ?

ຮູບ​ພາບ
ຫລັກ​ສີ​ລາ​ສຳຄັນ ​ເປັນ​ຈຸດ​ໃຈກາງ

​ໃນ​ຄຳສັບ​ຂອງ​ຂະ​ແໜງ​ສະຖາປະນິກ, ຫລັກ​ສີ​ລາ​ສຳຄັນ ​ເປັນ​ຫີນ​ກ້ອນ​ສຳຄັນ​ຂອງ​ປະຕູ​ໂຄ້ງ. ມັນ​ເປັນ​ກ້ອນ​ຫີນ​ທີ່​ມີ​ສົ້ນ​ແຫລມ ຊຶ່ງ​ຖືກ​ໃຊ້ຢູ່​ລະ​ຫວ່າງກາງ​ ​ແລະ ຢູ່​ຈຸດ​ສູງ​ສຸດ​ຂອງ​ປະຕູ​ໂຄ້ງ. ມັນ​ເປັນ​ກ້ອນ​ຫີນ​ທີ່​ສຳຄັນ​ທີ່​ສຸດ ​ເພາະມັນ​​ເຊື່ອມ​ໂຍງປະ​ຕູໂຄ້ງທາງ​ເບື້ອງຊ້າຍ ​ແລະ ​ເບື້ອງ​ຂວາ​ໄວ້, ບໍ່​ໃຫ້​ມັນ​ພັງ​ລົງ. ​ແລະ ມັນ​ເປັນ​ການ​ສ້າງ​ປະ​ຕູ ຫລື ການ​ສ້າງ​ຮູຂ້າງ​ລຸ່ມ​ແບບ​ໝັ້ນຄົງ ​ທີ່ສາມາດຜ່ານ​ໄປ​ໄດ້.

ຮູບ​ພາບ
ຫີນສີ​ລາ​ສຳຄັນ​ຢູ່​ໃນ​ປະຕູ​ໂຄ້ງ

​ໃນຄຳ​ສັບ​ຂອງ​ພຣະກິດ​ຕິ​ຄຸນ, ມັນ​ແມ່ນ​ຂອງ​ປະທານ ​ແລະ ພອນ​ຈາກ​ພຣະຜູ້​ເປັນ​ເຈົ້າ ທີ່​ຫລັກ​ສີ​ລາ​ສຳຄັນ​ຂອງ​ສາດສະໜາ​ຂອງ​ເຮົາ ​ເປັນ​​ສິ່ງ​ທີ່​ມີ​ຕົວ​ມີ​ຕົນ ​ແລະ ຈັບບາຍ​ໄດ້ ດັ່ງ​ເຊັ່ນ​ພຣະຄຳ​ພີ​ມໍ​ມອນ ​ແລະ ພວກ​ເຈົ້າສາມາດ​ຈັບ​ມັນ​ຂຶ້ນມາ ​ແລະ ອ່ານ​ມັນ​ໄດ້. ພວກ​ເຈົ້າຈະ​ເຮັດ​ໃຫ້​ພຣະຄຳ​ພີ​ມໍ​ມອນ​ເປັນ​ຫລັກ​ສີ​ລາ​ສຳຄັນ ​ໃນ​ຊີວິດ​ຂອງ​ພວກ​ເຈົ້າ​ໄດ້​ບໍ, ​ເຮັດໃຫ້​ມັນເປັນ​ຈຸດ​ໃຈກາງ​ແຫ່ງ​ພະລັງ​ຂອງ​ພວກ​ເຈົ້າ​ໄດ້​ບໍ?

ປະທານ​ເອສະຣາ ​ແທັບ ​ເບັນ​ສັນ ​ໄດ້​ອະທິບາຍ​​ຄຳ​ສອນ​ຂອງ​​ໂຈ​ເຊັບ ສະ​ມິດ. ​ເພິ່ນ​ໄດ້​ກ່າວ​ວ່າ: “ມີ​ສາມ​ວິທີ ຊຶ່ງ​ໃນ​ນັ້ນ ພຣະຄຳ​ພີ​ມໍ​ມອນ ​ໄດ້​ເປັນ​ຫລັກ​ສີ​ລາ​ສຳຄັນ​ຂອງ​ສາດສະໜາ​ຂອງ​ເຮົາ. ມັນ​ເປັນ​ຫລັກ​ສີ​ລາ​ສຳຄັນ​ໃນ​ປະຈັກ​ພະຍານ​ຂອງ​ເຮົາ​ເຖິງ​ພຣະຄຣິດ. ມັນ​ເປັນ​ຫລັກ​ສີ​ລາ​ສຳຄັນ​ຂອງ​ຄຳ​ສອນ​ຂອງ​ເຮົາ. ມັນ​ເປັນ​ຫລັກ​ສີ​ລາ​ສຳຄັນ​ຂອງ​ປະຈັກ​ພະຍານ.”

ປະທານ​ເບັນ​ສັນ ​ໄດ້​ສອນ​ຕື່ມ​ວ່າ: “ພຣະຄຳ​ພີ​ມໍ​ມອນ ສອນ​ເຮົາ​ເຖິງ​ຄວາມ​ຈິງ [ແລະ] ​ເປັນ​ພະຍານ​ເຖິງ​ພຣະຄຣິດ. … ​ແຕ່​ຍັງມີ​ສິ່ງ​ໜຶ່ງອີກ. ມັນ​ມີ​ພະລັງ​ຢູ່​ໃນ​ພຣະຄຳ​ພີ ຊຶ່ງ​ຈະ​ເລີ່ມ​ໄຫລ​ເຂົ້າ​ໄປ​ສູ່​ຊີວິດ​ຂອງທ່ານ ທັນທີ​ທີ່​ທ່ານເລີ່ມຕົ້ນສຶກສາ​ພຣະຄຳ​ພີ​ຢ່າງ​ຈິງ​ຈັງ. ທ່າ​ນຈະ​ພົບ​ເຫັນ​ພະລັງ​ອັນ​ຍິ່ງ​ໃຫຍ່ ​​ເພື່ອຕ້ານທານ​ກັບ​ການ​ລໍ້​ລວງ. … ທ່ານຈະ​ພົບ​ເຫັນ​ພະລັງ ​ເພື່ອ​ຢູ່​ໃນ​ເສັ້ນທາງ​ທີ່​ຄັບ​ແຄບ.”3

ປະຈັກ​ພະຍານ​ສ່ວນ​ຕົວ​ຂອງ​ຂ້າພະ​ເຈົ້າ

​ໃນ​ກໍລະນີ​ຂອງ​ຂ້າພະ​ເຈົ້າ, ພຣະຄຳ​ພີ​ມໍ​ມອນ​​ໄດ້​ກາຍ​ເປັນ​ຫລັກ​ສີ​ລາ​ສຳຄັນ​ຂອງ​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ ​ເປັນ​ເວລາ​ຫລາຍ​ປີ ​ແລະ ຜ່ານປະສົບ​ການອື່ນ​ໆອີກ​ຂອງ​ຂ້າພະ​ເຈົ້າ. ປະສົບ​ການ​ໜຶ່ງ​ທີ່​ມີ​ພະລັງ​ຫລາຍ ທີ່​ສ້າງ​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ ​ໄດ້​ເກີດ​ຂຶ້ນຕອນ​ຂ້າພະ​ເຈົ້າ​​ຮັບ​ໃຊ້ເປັນ​ຜູ້​ສອນ​ສາດສະໜາ​ໜຸ່ມ ຢູ່​ໃນ​ເຂດ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າ: ເມືອງ​ຄູ​ມາ​ໂມ​ໂຕະ, ປະ​ເທດ​ຍີ່ປຸ່ນ. ຄູ່​ສອນ​ຂອງ​ຂ້າພະ​ເຈົ້າ ກັບ​ຂ້າພະ​ເຈົ້າ​ໄດ້​ໄປ​ເລາະ​ເຄາະ​ປະຕູ. ຂ້າພະ​ເຈົ້າ​ໄດ້​ພົບ​​ເຫັນແມ່ຕູ້​ຄົນ​ໜຶ່ງ ຜູ້​ໄດ້​ເຊື້ອ​ເຊີນ​ພວກ​ເຮົາ​ໃຫ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ລາວ, ຊຶ່ງ​ເອີ້ນ​ວ່າ ເຈັນ​ການ​ ​ໃນ​ພາ​ສາ​ຍີ່ປຸ່ນ. ລາວ​ໄດ້​ເອົາ​ນ້ຳ​ເຢັນ​ມາ​ໃຫ້​ພວກ​ເຮົາ​ດື່ມ​ໃນ​ວັນ​ທີ່​ຮ້ອນ​ເອົ້າ. ຕອນ​ນັ້ນຂ້າພະ​ເຈົ້າຫາ​ກໍ​ໄປ​ເຖິງ​ປະ​ເທດ​ຍີ່ປຸ່ນ, ​ແລະ ຫາ​ກໍ​ໄດ້​ອ່ານ​ພຣະຄຳ​ພີ​ມໍ​ມອນ​ຈົບ​ເຫລັ້ມ ​ແລະ ​ໄດ້​ອະທິຖານ​ເພື່ອ​ຢາກ​ຮູ້​ແນ່ນອນ​ໃຈ​ວ່າ ມັນ​ເປັນຄວາມ​ຈິງ​ຫລື​ບໍ່.

​ເພາະ​ຂ້າພະ​ເຈົ້າຫາ​ກໍ​ໄປ​ຮອດ​ປະ​ເທດ​ຍີ່ປຸ່ນ​ໃໝ່ໆ, ຂ້າພະ​ເຈົ້າບໍ່​ສາມາດ​ເວົ້າພາສາ​ຍີ່ປຸ່ນ​ໄດ້​ຫລາຍ. ຕາມ​ຄວາມ​ຈິງ​ແລ້ວ, ຂ້າພະ​ເຈົ້າບໍ່​ຄິດ​ວ່າ ​ແມ່ຕູ້​ຄົນ​ນັ້ນ​ເຂົ້າ​ໃຈ​ສິ່ງ​ທີ່​ຂ້າພະ​ເຈົ້າ​​ເວົ້າ. ຂ້າພະ​ເຈົ້າ​ໄດ້​ເລີ່ມຕົ້ນສອນ​ລາວ​ກ່ຽວ​ກັບ​ພຣະຄຳ​ພີ​ມໍ​ມອນ, ບັນຍາຍ​ວິທີ​ທີ່ໂຈ​ເຊັບ ສະ​ມິດ​ ​​ໄດ້​ຮັບອັກຂະ​ລະ​ທີ່​ຖືກ​ບັນທຶກ​ໄວ້​ຢູ່​ໃນ​ແຜ່ນ​ຈາລຶກ​ບູຮານ​ ຈາກ​ທູດ​ອົງ​ໜຶ່ງ ​ແລະ ​ເຖິງວິທີ​ທີ່​ເພິ່ນ​ໄດ້​ແປ​ມັນ ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ.

​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າກ່າວ​ປະຈັກ​ພະຍານ​ ​ເຖິງ​ພຣະຄຳ​ພີ​ມໍ​ມອນ ວ່າ​ເປັນ​ພຣະຄຳ​ຂອງ​ພຣະ​ເຈົ້າ ​ແລະ ​ເປັນ​ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢຊູ​ຄຣິດ, ຂ້າພະ​ເຈົ້າ​​ໄດ້​ມີ​ຄວາມ​ຮູ້ສຶກອັນ​ແຮງ​ກ້າ​ທີ່​ສຸດ, ພ້ອມ​ທັງ​ມີຄວາມ​ຮູ້ສຶກ​ອົບ​ອຸ່ນ​ແຫ່ງ​ການ​ປອບ​ໂຍນ ​ແລະ ຄວາມ​ສະຫງົບ​ໃນ​ຊວງ​ອົກ​ຂອງ​ຂ້າພະ​ເຈົ້າ, ຊຶ່ງ​ພຣະຄຳ​ພີ​ໄດ້​ບັນຍາຍ​ວ່າ ຊວງ​ອົກ​ຂອງ​ທ່ານ [ຮ້ອນ​ຮົນ] ພາຍ​ໃນ.”4 ຄວາມ​ຮູ້ສຶກ​ດັ່ງກ່າວ​ໄດ້​ຢືນຢັນ​ຕໍ່​ຂ້າພະ​ເຈົ້າ​ໃນ​ທາງ​ທີ່​ມີ​ພະລັງ ວ່າ​ພຣະຄຳ​ພີ​ມໍ​ມອນ​ເປັນ​ພຣະຄຳ​ຂອງ​ພຣະ​ເຈົ້າ​ແທ້ໆ. ​ໃນ​ເວລາ​ນັ້ນ​ເອງ, ຂ້າພະ​ເຈົ້າມີຄວາມ​ຮູ້ສຶກ​ອັນ​ແຮງ​ກ້າ​ທີ່​ສຸດ ຈົນ​ນ້ຳຕາ​ຂອງ​ຂ້າພະ​ເຈົ້າ​ໄດ້​ໄຫລ​ອອກ​ມາ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າກ່າວ​ກັບ​ແມ່ຕູ້​ຊາວ​ຍີ່ປຸ່ນ. ຂ້າພະ​ເຈົ້າບໍ່​ເຄີຍ​ລືມ​ຄວາມ​ຮູ້ສຶກ​ພິ​ເສດ​ຂອງ​ມື້ນັ້ນ.

ປະຈັກ​ພະຍານ​ສ່ວນ​ຕົວ​ຂອງ​ພວກ​ເຈົ້າ

ພວກ​ເຈົ້າ​ແຕ່ລະຄົນ​ສາມາດ​ໄດ້​ຮັບ​ປະຈັກ​ພະຍານ​ສ່ວນ​ຕົວ​ເຖິງ​ພຣະຄຳ​ພີ​ນີ້​ໄດ້! ພວກ​ເຈົ້າ​ຮູ້​ບໍ​ວ່າ ພຣະຄຳ​ພີ​ມໍ​ມອນ​ໄດ້​ຖືກ​ຂຽນ​​ໄວ້ສຳລັບ​ພວກ​ເຈົ້າ—​ແລະ ສຳລັບ​ວັນ​ເວລາ​ຂອງ​ພວກ​ເຈົ້າ? ພຣະຄຳ​ພີ​ເຫລັ້ມນີ້ ​ເປັນ​ພອນ​ຂອງ​ການ​ມີ​ຊີວິດ​ຢູ່ ​ໃນ​ສະ​ໄໝຂອງ​ຄວາມ​ສົມບູນ​ແຫ່ງ​ເວລາ. ​ເຖິງ​ແມ່ນ​ວ່າ​ພຣະຄຳ​ພີ​ມໍ​ມອນ​ໄດ້​ຖືກ​ຂຽນ​​ໄວ້ດ້ວຍ​ນັກ​ຂຽນໃນ​ສະ​ໄໝ​ບູຮານ ທີ່​ໄດ້​ຮັບ​ການ​ດົນ​ໃຈ—ຫລາຍ​ຄົນ​ເປັນ​ສາດສະດາ—ພວກ​ເພິ່ນ ​ແລະ ຜູ້​ຄົນ​ໃນ​ວັນ​ເວລາ​ຂອງ​ພວກ​ເພິ່ນ ບໍ່​ໄດ້​ເຫັນ​ປຶ້ມໝົດ​ທັງ​ເຫລັ້ມ. ບັດ​ນີ້ ພວກ​ເຈົ້າ​ມີ​ບັນທຶກ​ທີ່​ສັກສິດນີ້​ຢູ່​​ໃກ້​ພຽງ​ເອື້ອມ​ມື ຊຶ່ງ​ສາດສະດາ, ປະ​ໂລຫິດ, ​ແລະ ກະສັດ​ຖື​ວ່າ​ເປັນ​ສິ່ງ​ທີ່​ລ້ຳ​ຄ່າ, ​ໄດ້ທະນຸ​ຖະໜອມ, ​ແລະ ຮັກສາ​ໄວ້! ພວກ​ເຈົ້າ​ສາມາດ​ຈັບ​ບາຍພຣະຄຳ​ພີ​ມໍ​ມອນ​ທັງ​ເຫລັ້ມ. ສິ່ງ​ທີ່​ໜ້າ​ສົນ​ໃຈຄື ​ໂມ​ໂຣ​ໄນ, ສາດສະດາ​ຂອງ​ພຣະຄຳ​ພີ​ມໍ​ມອນ ​ໄດ້​ເຫັນ​ວັນ​ເວລາ​ຂອງ​ເຮົາ—ວັນ​ເວລາ​ຂອງ​ພວກ​ເຈົ້າ. ​ເພິ່ນ​ໄດ້​ເຫັນ​ພວກ​ເຈົ້າ, ​ໃນ​ພາບ​ນິມິດ, ​ເມື່ອ​ຫລາຍພັນ​ປີ​ກ່ອນ! ​ໂມ​ໂຣ​ໄນ ​ໄດ້​ຂຽນ​ວ່າ:

“ຈົ່ງ​ເບິ່ງ, ພຣະຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ເລື່ອງ​ຍິ່ງ​ໃຫຍ່ ​ແລະ ໜ້າ​ອັດສະຈັນ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ຕ້ອງ​ມາ​ໃນ​ບໍ່​ຊ້າ​ນີ້ … ​​ເມື່ອ​ເວລາ​ມາ​ເຖິງ​ໃນ​ມື້ນັ້ນ ສິ່ງ​ເຫລົ່າ​ນີ້​ຈະ​ອອກ​ມາ​ໃນ​ບັນດາ​ພວກ​ທ່ານ.

“ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ເວົ້າກັບ​ທ່ານ​ຄື​ກັບ​ວ່າ​ທ່ານ​ຢູ່​ຕໍ່ໜ້າ​ຂ້າພະ​ເຈົ້າ, ​ແຕ່​ວ່າ​ທ່ານ​ບໍ່​ໄດ້​ຢູ່. ​ແຕ່​ຈົ່ງ​ເບິ່ງ, ພຣະ​ເຢຊູ​ຄຣິດ​ໄດ້​ສະ​ແດງ​ໃຫ້​ຂ້າພະ​ເຈົ້າ​ເຫັນ​ທ່ານ, ​ແລະ ຂ້າພະ​ເຈົ້າຮູ້ຈັກ​ການ​ກະທຳ​ຂອງ​ທ່ານ.”5

​ໃນ​ການ​ຊ່ວຍ​ໃຫ້​ພຣະຄຳ​ພີ​ມໍ​ມອນ ກາຍ​ເປັນ​ຫລັກ​ສີ​ລາ​ສຳຄັນ​ໃນ​ປະຈັກ​ພະຍານ​ຂອງ​ພວກ​ເຈົ້າ, ຂ້າພະ​ເຈົ້າຂໍ​​ເຊື້ອ​​ເຊີນ​ພວກ​ເຈົ້າໃຫ້​ເຮັດ​ສິ່ງ​ໜຶ່ງ. ​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ຫລາຍ​ປະ​ເທດ​ຢູ່​ໃນ​ໂລກ, ຄົນ​ໜຸ່ມ​ໄດ້​ໃຊ້​ເວລາ​ປະມານ ​ເຈັດຊົ່ວ​ໂມງ​ຕໍ່​ມື້ ​ເບິ່ງ​ໂທລະພາບ, ຫລິ້ນຄອມ​ພິວ​ເຕີ, ​ແລະ ​ເບິ່ງຈໍ​ມື​ຖື.6 ໂດຍ​ທີ່​ຮູ້​ເຖິງ​ສິ່ງ​ນີ້, ພວກ​ເຈົ້າຈະດັດ​ແປງ​ຈັກ​ໜ້ອຍ​ໜຶ່ງ​ໄດ້​ບໍ? ​ໃຫ້​ພວກ​ເຈົ້າ​ເອົາ​ເວລາ​ໜ້ອຍ​ໜຶ່ງ​ທີ່​​ໃຊ້​ນຳ ອິນ​ເຕີ​ເນັດ, ນຳ​ການ​ຫລິ້ນ​ເກມ, ຫລື ​ເບິ່ງ​ໂທລະພາບ ​​ໄປ​ອ່ານ​ພຣະຄຳ​ພີ​ມໍ​ມອນ​ໄດ້​ບໍ? ຖ້າ​ຫາກ​ການຄົ້ນຄວ້າ​ຂອງ​ຂ້າພະ​ເຈົ້າຖືກຕ້ອງ, ພວກ​ເຈົ້າຄົງ​ມີ​ເວລາ​ອ່ານ​ພຣະຄຳ​ພີ​ມໍ​ມອນ ຈັກ 10 ນາທີ​ ຕໍ່​ມື້​ໄດ້. ​ແລະ ພວກ​ເຈົ້າສາມາດ​ສຶກສາມັນ ​ໃນ​ທາງ​ທີ່​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຊື່ນ​ຊົມ​ກັບ​ມັນ ​ແລະ ​ເຂົ້າ​ໃຈ​ມັນ—ບໍ່​ວ່າ ຈະ​ອ່ານຢູ່​ໃນ​ມື​ຖື ຫລື ຢູ່​ໃນ​ປຶ້ມກໍ​​ຕາມ. ​ເມື່ອ​ບໍ່​ດົນ​ມາ​ນີ້ ປະທານ​ຣະໂຊ ​ເອັມ ແນວ​ສັນ ​ໄດ້​​ເຕືອນວ່າ, “ເຮົາ​ບໍ່​ຄວນ​ເຮັດ​ໃຫ້ການ​ອ່ານ​ພຣະຄຳ​ພີ​ມໍ​ມອນ​ເປັນ​ໜ້າ​ທີ່ ທີ່​ລຳບາກ, ຄື​ກັນ​ກັບ​ການ​ກືນ​ຢາ​ໄວໆ ຕາມ​ທີ່​ໝໍ​ສັ່ງ.”7

ຮູບ​ພາບ
ຊາວ​ໜຸ່ມ​ກຳລັງ​ອ່ານ​ພຣະຄຳ​ພີ​ມໍ​ມອນ

ສຳລັບ​ພວກ​ເຈົ້າຜູ້​ຍັງເປັນ​ເດັກ, ພວກ​ເຈົ້າສາມາດ​ອ່ານ​ມັນ​ກັບ​ພໍ່​ແມ່, ປູ່ຍ່າ​ຕາ​ຍາຍ, ຫລື ຄົນ​ທີ່​ພວກ​ເຈົ້າຮັກ. ຖ້າ​ບົດ​ໃດ, ຂໍ້​​ໃດ, ຫລື ພາກສ່ວນ​ໃດ ​ຍາກ​ເກີນ​ໄປ​ສຳລັບ​ພວກ​ເຈົ້າ ຈົນ​ພວກ​ເຈົ້າບໍ່​ຢາກ​ອ່ານ, ​ໃຫ້​ພວກ​ເຈົ້າຂ້າມ​ໄປ​ອ່ານ​ຂໍ້​ຕໍ່​ໄປ ​ແລະ ຕໍ່ໆ​ໄປ. ຂ້າພະ​ເຈົ້າວາດ​ພາບ​ເຫັນ​ພວກ​ເຈົ້າ​ເຮັດ​ຕາມ​ຕົວຢ່າງ​ຂອງ​ນາງ​​ແມ​ຣີ. ຂ້າພະ​ເຈົ້າວາດ​ພາບ​ເຫັນ​ພວກ​ເຈົ້າຕື່ນເຕັ້ນກັບ​ການພົບ​ເຫັນ​ເວລາ ​ແລະ ສະຖານ​ທີ່​ງຽບໆ ​ເພື່ອ​ອ່ານ​ພຣະຄຳ​ພີ​ມໍ​ມອນ. ຂ້າພະ​ເຈົ້າ​ເຫັນ​ພວກ​ເຈົ້າພົບ​ເຫັນ​ຄຳ​ຕອບ, ຮູ້ສຶກ​ໄດ້​ຮັບ​ການ​ຊົງ​ນຳ, ​ແລະ ​ມີ​ປະຈັກ​ພະຍານ​ຂອງ​ຕົວ​ເອງ​ເຖິງ​ພຣະຄຳ​ພີ​ມໍ​ມອນ ​ແລະ ​ເຖິງ​ພຣະ​ເຢຊູ​ຄຣິດ. ​ເມື່ອ​ພວກ​ເຈົ້າ​ຫວັງ​ເພິ່ງພຣະຄຳ​ພີ, ພວກ​ເຈົ້າກໍ​ຫວັງ​ເພິ່ງພຣະຜູ້​ເປັນ​ເຈົ້າ.

ຮູບ​ພາບ
ກຳລັງ​ເບິ່ງ​ປຶ້ມ

ພວກ​ເຈົ້າຈະ​ອ່ານ​ຜ່ານ​ຂໍ້ຄວາມ​ຂອງ​ປຶ້ມທີ່​ມີຄ່າ​ປະ​ເສີດ​ລ້ຳນີ້ ​ແລະ ພົບ​ກັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຮັກ​ຂອງ​ພວກ​ເຈົ້າ, ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ​ໃນ​ເກືອບ​ທຸກ​ໜ້າ. ສະ​ເລ່ຍ​ແລ້ວ ພຣະນາມ​​ໃນ​ຫລາຍ​ຮູບ​ແບບຂອງ​ພຣະອົງ​ໄດ້​ຖືກ​ກ່າວ​ເຖິງ​ປະມານ​ໜຶ່ງ​​ເທື່ອ ໃນ​ແຕ່​ລະ​ສອງ​ຂໍ້.8 ​ແມ່ນ​ແຕ່​ພຣະຄຣິດ​ເອງ​ກໍ​​ໄດ້​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ຂອງ​ຍຸກ​ສຸດ​ທ້າຍ​ນີ້, ​ເລີ່ມຕົ້ນດ້ວຍຄຳ​ວ່າ, ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​​ເຮົາ​ຊົງ​ພຣະຊົນ​ຢູ່​ສັນ​ໃດ, ສິ່ງ​ນີ້​ກໍ​ເປັນ​ຄວາມ​ຈິງ​ສັນນັ້ນ.”9

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ສຳລັບ​ການ​ເຊື້ອ​ເຊີນ ​ແລະ ຄຳ​ສັນຍາ​ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມອບ​ໃຫ້ແກ່​ພວກ​ເຈົ້າ​ແຕ່ລະຄົນ ຜ່ານ​ທາງ​ສາດ​ສະດາ​ໂມ​ໂຣ​ໄນ—​ແລະ ​ແກ່​ທຸກ​ຄົນ​ຜູ້​ອ່ານ​ພຣະຄຳ​ພີ​ມໍ​ມອນ. ຂ້າພະ​ເຈົ້າຂໍ​ປິດ​ດ້ວຍ​ການ​ອ່ານ​ຄຳ​ເຊື້ອ​ເຊີນ ​ແລະ ຄຳ​ສັນຍາ ​ແລະ ຕື່ມ​ດ້ວຍ​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ ດັ່ງ​ນີ້: “ແລະ ​ເມື່ອ​ທ່ານ​ໄດ້​ຮັບ​ເລື່ອງ​ເຫລົ່າ​ນີ້​ແລ້ວ, ຂ້າພະ​ເຈົ້າຂໍ​ແນະນຳ​ທ່ານ​ໃຫ້​ທູນ​ຖາມ​ພຣະ​ເຈົ້າ, ພຣະບິດາ​ຜູ້​ສະຖິດ​ນິລັນດອນ​ໃນ​ພຣະນາມ​ຂອງ​ພຣະ [ເຢຊູ] ຄຣິດ, ຖ້າ​ຫາກ​ເລື່ອງ​ເຫລົ່າ​ນີ້​ບໍ່​ຈິງ; ​ແລະ ຖ້າ​ຫາກ​ທ່ານ​ທູນ​ຖາມ​ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະນາ​ອັນ​ແທ້​ຈິງ, ​ໂດຍ​ມີ​ສັດທາ​ໃນ​ພຣະຄຣິດ, ພຣະອົງ​ຈະ​ສະ​ແດງ​ຄວາມ​ຈິງ​ຂອງ​ເລື່ອງ​ນີ້​ໃຫ້​ປະຈັກ​ແກ່​ທ່ານ, ​ໂດຍ​ອຳນາດ​ຂອງ​ພຣະວິນ​ຍານ​ບໍລິສຸດ​.”10

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ ​ໃນ​ຍຸກ​ສຸດ​ທ້າຍ ​ແລະ ​ເຖິງ​ພຣະຄຳ​ພີ​ມໍ​ມອນ ວ່າ​ເປັນ​ຫລັກ​ຖານ​ທີ່​ມີ​ຕົວ​ມີ​ຕົນ ​ເຖິງ​ການ​ຟື້ນ​ຟູ. ​ເຊັ່ນ​ດຽວ​ກັບ​ຖ້ອຍ​ຄຳ​ຢູ່​ໃນ​ພຣະຄຳ​ພີ​ນີ້ ​ໄດ້​ດົນ​ໃຈ​ນາງ​ນ້ອຍ​ອາຍຸ 12 ປີ ​ໃຫ້​ຮັບ​ເອົາ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຫລັງ​ຈາກ​ເກືອບ​ເຖິງ​ສອງ​ສັດຕະວັດຜ່ານ​ມາ​ແລ້ວ, ຄວາມ​ຈິງ​ທີ່​ພວກ​ເຈົ້າຈະ​ພົບ​ເຫັນ​ໃນ​ນັ້ນ ຈະ​ຍົກ​ລະດັບ ​ແລະ ດົນ​ໃຈ​ພວກ​ເຈົ້າ ​ໃນ​ທາງທີ່​ຄ້າຍຄື​ກັນນັ້ນ. ມັນ​ຈະ​ເພີ່ມ​ສັດທາ​ຂອງ​ພວກ​ເຈົ້າ, ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ, ​ແລະ ຕຽມ​ພວກ​ເຈົ້າ​ສຳລັບ​ອະນາຄົດ ທີ່​​ເກີນ​ກວ່າ​ພວກ​ເຈົ້າຈະ​ເຂົ້າ​ໃຈ​ໄດ້.

ຢູ່​ໃນ​ພຣະຄຳ​ພີ​ເຫລັ້ມນີ້, ພວກ​ເຈົ້າຈະ​ພົບ​ເຫັນ​ຄວາມ​ຮັກ​ອັນ​ເປັນນິດ ​ແລະ ພຣະຄຸນ​ທີ່​ບໍ່​ສາມາດ​ເຂົ້າ​ໃຈ​ໄດ້​ຂອງ​ພຣະ​ເຈົ້າ. ​ເມື່ອ​ພວກ​ເຈົ້າພະຍາຍາມ​ເຮັດ​ຕາມ​ຄຳ​ສອນ ທີ່​ພວກ​ເຈົ້າພົບ​ເຫັນ​ຢູ່​ໃນ​ນັ້ນ, ຄວາມສຸກ​ຂອງ​ພວກ​ເຈົ້າຈະ​ຂະຫຍາຍ​ອອກກວ້າງ, ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຈົ້າຈະ​ເພີ່ມ​ທະວີ​ຂຶ້ນ, ​ແລະ ຄຳ​ຕອບ​ທີ່​ພວກ​ເຈົ້າຊອກ​ຫາ​ສຳລັບການ​ທ້າ​ທາຍ​ຫລາຍ​ຢ່າງ​ໃນ​ຊີວິດ​ມະຕະ​ນີ້ ຈະ​ເປີດ​ອອກ​ແກ່​ພວກ​ເຈົ້າ. ​ເມື່ອພວກ​ເຈົ້າຫວັງ​ເພິ່ງ​ພຣະຄຳ​ພີ​, ພວກ​ເຈົ້າກໍ​ຫວັງ​ເພິ່ງ​ພຣະຜູ້​​ເປັນ​ເຈົ້າ. ພຣະຄຳ​ພີ​ມໍ​ມອນ​ເປັນ​ພຣະຄຳ​ຂອງ​ພຣະ​ເຈົ້າ​ທີ່​ຖືກ​ເປີດ​ເຜີຍ. ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້, ດ້ວຍ​ສຸດ​ໃຈ ​ແລະ ສຸດ​ຈິດ​ຂອງ​ຂ້າພະ​ເຈົ້າ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ “Mary Elizabeth Rollins Lightner,” Utah Genealogical and Historical Magazine, July 1926, 193–95.

  2. ຄຳແນະນຳຕໍ່​ພຣະຄຳ​ພີ​ມໍ​ມອນ.

  3. Ezra Taft Benson, “The Book of Mormon—Keystone of Our Religion,” Ensign, Nov. 1986, 5, 7.

  4. ເບິ່ງ Doctrine and Covenants 9:8.

  5. ມໍ​ມອນ 8:34–35.

  6. ​ເບິ່ງ American Academy of Pediatrics, “Media and Children,” aap.org.

  7. Russell M. Nelson, “Strengthen the Shepherds” (address given at the general conference leadership meetings, Sept. 28, 2016).

  8. ​ເບິ່ງ Susan Easton Black, Finding Christ through the Book of Mormon (1987), 16–18.

  9. ເບິ່ງ Doctrine and Covenants 17:6.

  10. ​ໂມ​ໂຣ​ໄນ 10:4; ​ເບິ່ງ ຂໍ້​ທີ 3, 5 ນຳ​ອີກ.