​2010–2019
ບໍ່​ມີ​ຄວາມສຸກ​ໃດ​ທີ່​ເກີນ​ກວ່າ​ການ​ຮູ້​ວ່າ ພວກ​ເຂົາຮູ້
​ເດືອນ​ຕຸລາ 2016


ບໍ່​ມີ​ຄວາມສຸກ​ໃດ​ທີ່​ເກີນ​ກວ່າ​ການ​ຮູ້​ວ່າ ພວກ​ເຂົາຮູ້

ຂ້າພະ​ເຈົ້າບໍ່​ຮູ້​ວ່າ ຈະ​ມີ​ສິ່ງ​ໃດ ຢູ່​ໃນ​ໂລກ​ນີ້ ທີ່​ສາມາດ​ນຳ​ຄວາມສຸກ ​ແລະ ຄວາມ​ຊື່ນຊົມ​ມາ​ໃຫ້​ເຮົາ ຫລາຍ​ໄປ​ກວ່າ​ທີ່​ໄດ້​ຮູ້​ວ່າ ລູກໆ​ຂອງ​ເຮົາ​ຮູ້ຈັກ​ພຣະຜູ້​ຊ່ວຍ​ໃຫ້​ລອດ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ໄຕ່ຕອງ​ຄຳ​ຖາມ​ນີ້: “ຖ້າ​ຫາກ​ລູກ​ຂອງ​ທ່ານ​ຮູ້ຈັກ​ພຣະກິດ​ຕິ​ຄຸນ​ຈາກ​ທ່ານ​ແຕ່​ພຽງ​ຜູ້​ດຽວ—​ທ່ານເປັນ​ພຽງ​ແຫລ່ງດຽວ​ເທົ່າ​ນັ້ນ—​​ແລ້ວພວກ​ເຂົາ​ຈະ​ຮູ້​ຫລາຍ​ປານ​ໃດ?” ຄຳ​ຖາມ​ນີ້ ກ່ຽວຂ້ອງ​ກັບ​ເຮົາ​ທຸກ​ຄົນ​ທີ່​ຮັກ, ​ສອນ, ​ແລະ ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​​ແກ່​​ເດັກນ້ອຍ​ທັງຫລາຍ.

ມີ​ຂອງ​ປະທານ​ທີ່​ຍິ່ງ​ໃຫຍ່​ອື່ນ​ໃດບໍ ທີ່​ເຮົາ​ສາມາດມອບ​ໃຫ້​ແກ່​ລູກໆ​ຂອງ​ເຮົາ​ໄດ້ ຫລາຍ​ກວ່າ​ຄວາມ​ຊົງ​ຈຳ​ທີ່​ແຊກ​ຊຶມ​ເຂົ້າ​ໃນສ່ວນ​ເລິກໆຂອງ​ໃຈພວກ​ເຂົາ​ວ່າ ເຮົາ​ຮູ້​ວ່າ ພຣະຜູ້​ໄຖ່​ຂອງ​ເຮົາ​ຊົງ​ພຣະຊົນ​ຢູ່? ​ພວກ​ເຂົາຮູ້​ບໍ​ວ່າ ​ເຮົາ​ຮູ້? ​ແລະ ສຳຄັນ​ກວ່າ​ນັ້ນ, ​ພວກເຂົາ​ຮູ້​ດ້ວຍ​ຕົວ​ເອງ​ບໍ​ວ່າ ພຣະອົງ​ຊົງ​ພຣະຊົນ​ຢູ່?

ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ, ຂ້າພະ​ເຈົ້າ​ໄດ້​ເປັນ​ລູກ​ ຜູ້​ທີ່​ແມ່ລ້ຽງ​ຍາກ​ຫລາຍ​ທີ່​ສຸດ. ຂ້າພະ​ເຈົ້າມີ​ພະລັງ​ວັງຊາ​ຫລາຍ​ເກີນ​ໄປ. ​ແມ່​ຂອງ​ຂ້າພະ​ເຈົ້າບອກ​ຂ້າພະ​ເຈົ້າວ່າ ​ສິ່ງ​ທີ່​ເພິ່ນ​ຢ້ານ​ຫລາຍ​ທີ່​ສຸດ ​ແມ່ນ​​ເພິ່ນ​ຢ້ານ​ຂ້າພະ​ເຈົ້າຊິ​ບໍ່​ມີ​ຊີວິດຢູ່​​ຈົນ​ເຖິງ​ເປັນ​ຜູ້​ໃຫຍ່. ຂ້າພະ​ເຈົ້າ​ບໍ່​ເຄີຍນັ່ງ​ຢູ່​ຊື່ໆ.

ຂ້າພະ​ເຈົ້າຈື່​ຕອນ​ຍັງ​ນ້ອຍ​ໄດ້ ​ເວລາ​ນັ່ງ​ຢູ່​ກອງ​ປະຊຸມ​ສິນ​ລະ​ລຶກ​ມື້ໜຶ່ງ ກັບ​ຄອບຄົວ. ​ແມ່​ຂອງ​ຂ້າພະ​ເຈົ້າຫາ​ກໍ​ໄດ້​ພຣະຄຳ​ພີ​ຊຸດ​ໃໝ່. ພຣະຄຳ​ພີ​ຊຸດ​ນີ້ ມີ​ປຶ້ມ​ມາດ​ຕະຖານ​ສີ່​ເຫລັ້ມ​ຕິດ​ຢູ່​ດ້ວຍ​ກັນ​ເປັນ​ຫົວ​ດຽວ, ​ແລະ ຢູ່​ທາງ​ກາງ​ມີ​ເຈ້ຍ​ເປົ່າ ທີ່​ຂີດ​ເປັນ​ເສັ້ນ ​ເພື່ອ​ໃຫ້​ໃຊ້​ຂຽນ​ໝາຍ​ເຫດ.

​ໃນ​ລະຫວ່າງ​ກອງ​ປະຊຸມ​ນັ້ນ, ຂ້າພະ​ເຈົ້າ​ໄດ້ຂໍ​ຈັບ​ພຣະຄຳ​ພີຂອງ​ເພິ່ນ. ດ້ວຍ​ຄວາມ​ຫວັງ​ຢາກ​ໃຫ້​ຂ້າພະ​ເຈົ້າມິດ​ງຽບ​ຢູ່, ​ເພິ່ນ​​ໄດ້​ສົ່ງ​ພຣະຄຳ​ພີມາ​​ໃຫ້ຂ້າພະ​ເຈົ້າ. ​​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ເປີດ​ເບິ່ງ​ພຣະຄຳ​ພີ​ຂອງ​ແມ່, ຂ້າພະ​ເຈົ້າ​ໄດ້​ເຫັນ​​ຈຸດເປົ້າ​ໝາຍ​ສ່ວນ​ຕົວຂອງ​​ແມ່ ທີ່​ເພິ່ນ​ໄດ້​ຂຽນ​ໄວ້ ​ໃນ​ພາກ​ໝາຍ​ເຫດ. ​ກ່ອນ​ຈະ​ບອກ​ເຖິງ​ເປົ້າໝາຍ​ຂອງ​ເພິ່ນ, ຂ້າພະ​ເຈົ້າຈະ​ບອກ​ທ່ານ​ກ່ອນ​ວ່າ ຂ້າພະ​ເຈົ້າ​ເປັນ​ລູກ​ຄົນທີ​ສອງ ​ໃນ​ຈຳນວນ​ລູກ​ຫົກ​ຄົນ ​ແລະ ຂ້າພະ​ເຈົ້າຊື່ ບະແຣັດ. ​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຂຽນ​ເປົ້າໝາຍ​ດຽວ​ເປັນ​ໂຕ​ສີ​ແດງ​ໄວ້​ວ່າ: “ຕ້ອງ​ມີ​ຄວາມ​ອົດທົນ​ນຳ​ທ້າວ​ບະແຣັດ!”

ຫລັກ​ຖານ​ຕໍ່​ໄປ ​ເພື່ອ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ທ້າ​ທາຍ​ທີ່​ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ປະ​ເຊີນ ​ໃນ​ການ​ລ້ຽງ​ດູ​ຄອບຄົວ​ຂອງ​ພວກ​​ເພິ່ນ​, ຂ້າພະ​ເຈົ້າຈະ​ບອກ​ທ່ານ​ກ່ຽວ​ກັບການ​ອ່ານ​ພຣະຄຳ​ພີ​ເປັນ​ຄອບຄົວ ຂອງ​ພວກ​ເຮົາ. ​ແຕ່ລະ​ເຊົ້າ, ​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ອ່ານ​ພຣະຄຳ​ພີ​ມໍ​ມອນ​ໃຫ້​ພວກ​ເຮົາ​ຟັງ ຕອນ​ກິນ​ເຂົ້າ​ເຊົ້າ. ​ໃນ​ລະຫວ່າງ​ນັ້ນ, ທ້າວ​ເດບ ອ້າຍ​ຂອງ​ຂ້າພະ​ເຈົ້າ ກັບ​ຂ້າພະ​ເຈົ້າ ​ໄດ້​ນັ່ງ​ມິດ​ງຽບ​ຢູ່ ​ແຕ່​ບໍ່​ມີ​ຄວາມ​ຄາລະວະ. ຕາມ​ຄວາມ​ຈິງ​ແລ້ວ, ພວກ​ເຮົາ​ບໍ່​ໄດ້​ຟັງ​ເລີຍ ມີ​ແຕ່ສົນ​ໃຈອ່ານ​ຂໍ້ຄວາມ​ຢູ່​ກ່ອງ​ ຊີລີໂຢ ​ແທນ.

​ແລ້ວ ​ເຊົ້າມື້ໜຶ່ງ, ຂ້າພະ​ເຈົ້າ​ຢາກ​ເວົ້າ​ແຈ້ງໆ​ກັບ​ແມ່. ຂ້າພະ​ເຈົ້າ​​ໄດ້​ເວົ້າຂຶ້ນວ່າ, “ແມ່, ​ເປັນ​ຫຍັງ​ແມ່​ຈຶ່ງ​ເຮັດ​ແນວ​ນີ້​ກັບ​ພວກ​ເຮົາ? ​ເປັນ​ຫຍັງ​ແມ່​ຈຶ່ງ​ອ່ານ​ພຣະຄຳ​ພີ​ມໍ​ມອນ​ທຸກ​ເຊົ້າ?” ​ແລ້ວ ຂ້າພະ​ເຈົ້າ​ໄດ້​ເວົ້າສິ່ງ​ທີ່​ໜ້າ​ອັບອາຍ. ​ແທ້​ຈິງ​ແລ້ວ ຂ້າພະ​ເຈົ້າບໍ່​ເຊື່ອ​ວ່າ ຕົວ​ເອງ​​ໄດ້​ເວົ້າມັນອອກ​ມາ. ຂ້າພະ​ເຈົ້າ​ໄດ້​ບອກ​ເພິ່ນ​ວ່າ, “ແມ່, ​ລູກ ບໍ່ ໄດ້ຟັງ​ເລີຍ!”

ຄຳ​ຕອບ​ດ້ວຍ​ຄວາມ​ຮັກ​ຂອງ​ເພິ່ນ ​ໄດ້​ເປັນ​ສິ່ງທີ່​ສຳຄັນ​ຫລາຍ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ. ​ເພິ່ນ​ໄດ້​ເວົ້າວ່າ, “ລູກ​ເອີຍ, ​ແມ່​ໄດ້​ໄປ​ຮ່ວມ​ກອງ​ປະຊຸມ ບ່ອນ​ທີ່​ປະທານ​ແມຣິອອນ ຈີ ຣອມນີ ​ໄດ້​ສອນ​ກ່ຽວ​ກັບ​ພອນ​ທີ່​ມາຈາກ​ການ​ອ່ານ​ພຣະຄຳ​ພີ. ​ໃນ​ລະຫວ່າງ​ກອງ​ປະຊຸມ​ນັ້ນ, ​ແມ່​ໄດ້​ຮັບ​ຄຳ​ສັນຍາ​ວ່າ ຖ້າ​ຫາກ​ແມ່​ຈະ​ອ່ານ​ພຣະຄຳ​ພີ​ມໍ​ມອນໃຫ້​ລູກ​ໆ​ຟັງ​ທຸກ​ມື້, ​ແລ້ວ​ແມ່​ຈະ​ບໍ່​ສູນ​ເສຍ​ລູກ​ໄປ.” ​​ແລ້ວ ​ເພິ່ນ​ໄດ້​ຫລຽວ​ຈ້ອງ​ຕາ​ຂອງ​ຂ້າພະ​ເຈົ້າ, ດ້ວຍ​ຄວາມ​ຕັ້ງ​ໃຈ, ​ເວົ້າວ່າ, “ແລະ ​ແມ່​ຈະ​ບໍ່​ສູນ​ເສຍ​ລູກ​ໄປ!”

ຖ້ອຍ​ຄຳ​ຂອງ​ເພິ່ນ​ໄດ້​ສຽບ​ແທງ​ໃຈ​ຂອງ​ຂ້າພະ​ເຈົ້າ. ​ເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າຈະ​ບໍ່​ດີ​ພ້ອມຫລາຍ​ຂະໜາດ​ໃດ, ​ແຕ່​ກໍ​ດີ​ພໍ​ທີ່​ຈະຊ່ວຍ​ໃຫ້​ລອດ! ​ເພິ່ນ​ໄດ້​ສອນຄວາມ​ຈິງ​ນິລັນດອນ​ນັ້ນວ່າ ຂ້າພະ​ເຈົ້າ​ເປັນ​ບຸດ​ຂອງ​ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ. ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ​ເຖິງ​ແມ່ນສະພາບ​ການ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ​ແຕ່​ຂ້າພະ​ເຈົ້າກໍ​ມີຄ່າ​ພໍ. ມັນ​ເປັນ​ນາທີ​ທີ່​ດີ​ເລີດ ສຳລັບ​ເດັກນ້ອຍ​ທີ່​ບໍ່​ດີ​ພ້ອມ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຕະຫລອດ​ການສຳລັບ​ແມ່​ ຜູ້​ເປັນ​ທູດ​ສະຫວັນຂອງ​ຂ້າພະ​ເຈົ້າ ​ແລະ ສຳລັບ​ທູດ​ສະຫວັນທຸກ​ຄົນ ຜູ້​ຮັກ​ເດັກນ້ອຍ​ຫລາຍ​ແທ້ໆ, ​ເຖິງ​ແມ່ນ​ວ່າ ພວກ​ເຂົາ​ຈະ​ບໍ່​ດີ​ພ້ອມ​ກໍ​ຕາມ. ຂ້າພະ​ເຈົ້າ​ເຊື່ອ​ແທ້ໆ​ວ່າ ​ເອື້ອຍ​ນ້ອງ​ທຸກ​ຄົນ—ຂ້າພະ​ເຈົ້າຈະ​ເອີ້ນ​ເຂົາ​ເຈົ້າວ່າ “ທູດ​ສະຫວັນ”—​ເປັນ​ແມ່​ໃນ​ຊີ​ໂອນ, ບໍ່​ວ່າ​ເຂົາ​ເຈົ້າຈະ​ແຕ່ງງານ ຫລື​ບໍ່​ກໍ​ຕາມ ຫລື ມີ​ລູກ ​ໃນຊ່ວງ​ມະຕະ​ນີ້.

​ເມື່ອ​ຫລາຍ​ປີ​ກ່ອນ ຝ່າຍ​ປະທານ​ສູງ​ສຸດ ​ໄດ້​ປະກາດ​ວ່າ: “ການ​ເປັນ​ແມ່ ​ແມ່ນ​​ໃກ້​ຄວາມ​ເປັນ​ພຣະ​ເຈົ້າ. ມັນ​ເປັນ​ການ​ຮັບ​ໃຊ້​ທີ່​ສູງ​ສຸດ, ສັກສິດ​ທີ່​ສຸດ ທີ່​ຜູ້​ຄົນ​ສາມາດ​ຮັບ​ໃຊ້​ໄດ້. ​ເຮັດ​ໃຫ້​ສະຕີ​ຜູ້​ທີ່​ໃຫ້​ກຽດ​ແກ່​ການ​ເອີ້ນ​ ​ແລະ ການ​ຮັບ​ໃຊ້ທີ່​ສັກສິດ​ນີ້ ​ໃກ້​ຄຽງ​ກັບ​ການ​ເປັນ​ ທູດ​ສະຫວັນ.”1

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ສຳລັບ​ທູດ​ສະຫວັນ ຕະຫລອດ​ທົ່ວ​ສາດສະໜາ​ຈັກ ຜູ້​ປະກາດຄວາມ​ຈິງ​ນິລັນດອນ​ດ້ວຍ​ຄວາມ​ກ້າຫານ ​ແລະ ດ້ວຍ​ຄວາມ​ຮັກ ​ແກ່​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຕໍ່ຂອງ​ປະທານ​ຈາກ​ພຣະຄຳ​ພີ​ມໍ​ມອນ. ຂ້າພະ​ເຈົ້າຮູ້​ວ່າ ມັນ​ເປັນຄວາມ​ຈິງ! ມັນ​ບັນຈຸ​ພຣະກິດ​ຕິ​ຄຸນ​ທີ່​ສົມບູນຂອງ​ພຣະ​ເຢຊູ​ຄຣິດ. ຂ້າພະ​ເຈົ້າບໍ່​ເຄີຍ​ຮູ້ຈັກ​ໃຜ ທີ່​ອ່ານ​ພຣະຄຳ​ພີ​ມໍ​ມອນຢ່າງ​ພາກ​ພຽນ ທຸກ​ມື້ ດ້ວຍ​ເຈດ​ຕະນາ​ອັນ​ບໍລິສຸດ ​ແລະ ດ້ວຍ​ສັດທາ​ໃນ​ພຣະຄຣິດ ​ແລ້ວ​ສູນ​ເສຍ​ປະຈັກ​ພະຍານ ​ແລະ ຕົກ​ໄປ. ຄຳ​ທຳນາຍ​ຂອງ​ໂມ​ໂຣ​ໄນ ສັນຍາ ດ້ວຍ​ຂໍ້ຄວາມ​ທີ່​ສຳຄັນ​ວ່າ​ ​ເຮົາຈະຮູ້ຈັກ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ—ຮ່ວມ​ທັງ​ການ​ມີ​ຄວາມ​ສາມາດ​ທີ່​ຈະ​​ເບິ່ງ​ອອກ ​ແລະ ສາມາດຫລີກ​ລ້ຽງ​ຈາກ​ການ​ຫລອກ​ລວງ​ຂອງ​ຜູ້​ປໍ​ລະ​ປັກ. (ເບິ່ງ ​ໂມ​ໂຣ​ໄນ 10:4–5.)

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຕໍ່ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ ​ແລະ ຕໍ່​ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ. ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເປັນ​ຕົວຢ່າງ ​ເຖິງ​ວິທີ​ທີ່​ຈະ​ດຳລົງ​ຊີວິດ​ຢູ່​ໃນ​ໂລກ​ທີ່​ບໍ່​ດີພ້ອມ ​ແລະ ບໍ່​ຍຸດຕິ​ທຳ​ນີ້. “ເຮົາ​ຮັກ​ພຣະອົງ, ​ເພາະ​ພຣະອົງ​ໄດ້​ຮັກ​ເຮົາ​ກ່ອນ” (1 ໂຢຮັນ 4:19). ຄວາມ​ຮັກ​ຂອງ​ພຣະອົງ​ສຳລັບ​ເຮົາ​ແມ່ນ​ເກີນ​ກວ່າ​ທີ່​ຈະ​ວັດ​ແທກ​ໄດ້. ພຣະອົງ​ເປັນ​ເພື່ອນ​ທີ່​ແທ້​ຈິງ​ທີ່​ສຸດ. ​ເຫື່ອ​ຂອງ​ພຣະອົງ “ເກີດ​ເປັນ​ເໝືອນ​ເລືອດ​ໄຫລ​ຢາດ” ສຳລັບ​ທ່ານ ​ແລະ ຂ້າພະ​ເຈົ້ານຳ​ອີກ (ລູກາ 22:44). ພຣະອົງ​ໄດ້​ໃຫ້​ອະ​ໄພ ຜູ້​ທີ່​ເບິ່ງ​ວ່າ ບໍ່​ສາມາດ​ໃຫ້​ອະ​ໄພ. ພຣະອົງ​ຮັກ​ຜູ້​ທີ່​ບໍ່​ເປັນຕາ​ຮັກ. ພຣະອົງ​ໄດ້​ເຮັດ​ສິ່ງ​ທີ່​ມະນຸດ​ບໍ່​ສາມາດ​ເຮັດ ນັ້ນຄື: ພຣະ​ອົງ​ໄດ້​ທຳ​ການ​ຊົດ​ໃຊ້ ​ເພື່ອ​ເອົາ​ຊະນະ​ການ​ລ່ວງ​ລະ​ເມີດ, ຄວາມ​ເຈັບ​ປວດ, ​ແລະ ຄວາມປ່ວຍ​ໂຊ​ຂອງ​ມະນຸດ​ທັງ​ປວງ.

​​ເປັນ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ, ​ເຮົາ​ຈຶ່ງ​ສາມາດ​ດຳລົງ​ຊີວິດ​ຢູ່​ດ້ວຍ​ຄຳ​ສັນຍາ​ທີ່​ວ່າ ບໍ່​ວ່າການ​ດີ້ນ​ລົນ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ​ເຮົາ​ຍັງສາມາດ​ມີ​ຄວາມ​ຫວັງ​ໃນ​ພຣະອົງ, “ຜູ້​ຊົງ​ອານຸພາບ​ເພື່ອ​ຊ່ວຍ​ໃຫ້​ລອດ” (2 ນີ​ໄຟ 31:19). ​ເປັນ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະອົງ, ​ເຮົາ​ຈຶ່ງ​ສາມາດ​ມີ​ຄວາມ​ຊື່ນ​ຊົມ, ຄວາມ​ສະຫງົບ, ຄວາມສຸກ, ​ແລະ ຊີວິດ​ນິລັນດອນ.

ປະທານບອຍ ເຄ ​ແພ໊ກເກີ ​ໄດ້​ກ່າວ​ວ່າ: “ຍົກ​ເວັ້ນ​ແຕ່​ບຸກຄົນ​ຈຳນວນ​ນ້ອຍ​ໜຶ່ງ​ທີ່​​ເລືອກໄປ​ຫາ​ຝ່າຍ​ຜູ້ຈິບຫາຍ​ເທົ່າ​ນັ້ນທີ່​ຈະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ, ນອກ​ເໜືອ​ຈາກ​ນັ້ນ ບໍ່​ມີ​ການ​ປະພຶດ​ໃດ, ການ​ຕິດ​ແສດ​ໃດ, ການ​ກະບົດ​ໃດ, ການ​ລ່ວງ​ລະ​ເມີດ​ໃດ, ການ​ປະ​ຖິ້ມ​ຄວາມ​ເຊື່ອ​ໃດ, ການ​ອາ​ຊະ​ຍາ​ກຳ​ໃດ ທີ່​ຖືກ​ຍົກ​ເວັ້ນຈາກ​ຄຳ​ສັນຍາ ຂອງ​ການ​ໄດ້​ຮັບ​ການ​ໃຫ້​ອະ​ໄພທີ່​ຄົບ​ຖ້ວນ. ນັ້ນຄື​ຄຳ​ສັນຍາ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ.”2

​ເຫດການ​ໜຶ່ງ​ທີ່​ເຫລືອ​ເຊື່ອ​ທີ່​ສຸດ ​ໃນ​ປະຫວັດສາດ​ຂອງ​ມະນຸດ ​ແມ່ນ​ການ​ມາ​ຢ້ຽມຢາມ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ເພື່ອ​ປະຕິບັດ​ສາດສະ​ໜາກິດ​ແກ່ຜູ້​ອາ​ໄສ​ຢູ່​​ອາ​ເມຣິກາ ​ໃນ​ສະ​ໄໝ​ບູຮານ. ​ໃຫ້​ທ່ານ​ວາດ​ພາບ​ຢູ່​ໃນ​ໃຈ ​ວ່າ ຖ້າ​ທ່ານ​ມີ​ຊີວິດ​ຢູ່​ໃນ​ເວລາ​ນັ້ນ ທ່ານ​ຈະ​ຮູ້ສຶກ​ຈັ່ງ​ໃດ. ຂະນະ​ທີ່ຂ້າພະ​ເຈົ້າ​ໄດ້​ໄຕ່ຕອງ​ເຖິງ​ຄວາມ​ຮັກ ​ແລະ ຄວາມ​ລະອຽດ​ອ່ອນ​ຂອງ​ພຣະອົງ ທີ່​ມີ​ຕໍ່​​ໄພ່​ພົນ​ທີ່​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ພຣະວິຫານ, ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ເດັກນ້ອຍ​ແຕ່ລະຄົນ ຜູ້​ຂ້າພະ​ເຈົ້າຮັກ​ຫລາຍ​ທີ່​ສຸດ. ຂ້າພະ​ເຈົ້າ​ໄດ້​ວາດ​ພາບ​ເຫັນຕອນ ພຣະຜູ້​ຊ່ວຍ​ໃຫ້​ລອດໄດ້​ເຊື້ອ​ເຊີນ​ເດັກນ້ອຍ​ແຕ່ລະຄົນ ​ໃຫ້​ເຂົ້າມາ​ຫາ​ພຣະອົງ, ​ໄດ້​ເຫັນ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ວາ​ແຂນ​ອອກ​ໄປ, ​ໄດ້ຢືນ​ຢູ່​ທາງ​ຂ້າງ ​ໃນ​ຂະນະ​ທີ່​ເດັກນ້ອຍ​ແຕ່ລະຄົນ​ແຕະຕ້ອງ​ຮອຍ​ແຜ​ຢູ່​ໃນ​ພຣະຫັດ ​ແລະ ພຣະບາດ​ຂອງ​ພຣະອົງ, ​ແລ້ວ​ເຫັນ​ເຂົາ​ແຕ່ລະຄົນ ຢືນກ່າວ​ເປັນ​ພະຍານ​ວ່າ ພຣະອົງ​ຊົງ​ພຣະຊົນ​ຢູ່! (ເບິ່ງ 3 ນີ​ໄຟ 11:14–17; ​ເບິ່ງ 17:21; 18:25 ນຳ​ອີກ.) ​ເຫັນ​ລູກໆ​ຂອງ​ເຮົາ​ຫັນ​ໄປ​ຫາ​ພໍ່​ແມ່​ ​ແລະ ​ເວົ້າວ່າ, “ແມ່, ພໍ່, ​ແມ່ນ​ພຣະອົງ​ແທ້ໆ!”

ຮູບ​ພາບ
ພຣະຜູ້​ຊ່ວຍ​ໃຫ້​ລອດ ກັບ​ເດັກນ້ອຍ

ຂ້າພະ​ເຈົ້າບໍ່​ຮູ້​ວ່າ ຈະ​ມີ​ສິ່ງ​ໃດ ຢູ່​ໃນ​ໂລກ​ນີ້ ທີ່​ສາມາດ​ນຳ​ຄວາມສຸກ ​ແລະ ຄວາມ​ຊື່ນຊົມ​ມາ​ໃຫ້​ເຮົາ ຫລາຍ​ໄປ​ກວ່າ​ທີ່​ໄດ້​ຮູ້​ວ່າ ລູກໆ​ຂອງ​ເຮົາ​ຮູ້ຈັກ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ທີ່​ຮູ້​ວ່າ ​ເຂົາ​ຮູ້ຈັກ​ທີ່​ຈະ “ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ​ຂອງ​ພວກ​ເຂົາ.” ​ເພາະສະນັ້ນ​ ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ, “ພວກ​ເຮົາ​ຈຶ່ງສັ່ງສອນ​ເລື່ອງ​ພຣະຄຣິດ” ​ແລະ ພວກ​ເຮົາ​ຈຶ່ງ​ເປັນ​ພະຍານ​ເຖິງ​ພຣະຄຣິດ (2 ນີ​ໄຟ 25:26).

  • ​ເພາະສະນັ້ນ​ ​ເຮົາ​ຈຶ່ງ​ອະທິຖານ​ກັບ​ລູກໆ​ຂອງ​ເຮົາ​ທຸກ​ມື້.

  • ​ເພາະສະນັ້ນ​ ​ເຮົາ​ຈຶ່ງ​ອ່ານ​ພຣະຄຳ​ພີກັບ​ພວກເຂົາ​ທຸກໆ​ມື້.

  • ​ເພາະສະນັ້ນ​ ​ເຮົາ​ຈຶ່ງ​ສອນພວກ​ເຂົາ​ໃຫ້​ຮັບ​ໃຊ້​ຄົນ​ອື່ນ, ​ເພື່ອ​ວ່າ​ພວກເຂົາ​ຈະ​ສາມາດ​ໄດ້​ຮັບ​ພອນ ຂອງ​ການ​ພົບ​ເຫັນ​ຕົວ​ເອງ ​​ເມື່ອ​ພວກເຂົາ​ສະລະ​ຕົວ​ເອງ​ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ (ເບິ່ງ ມາຣະ​ໂກ 8:35; ໂມ​ໄຊ​ຢາ 2:17).

​ເມື່ອ​ເຮົາ​ອຸທິດ​ຕົນ​ຕໍ່​ແບບ​ແຜນທີ່​ງ່າຍໆ​ເຫລົ່າ​ນີ້​ຂອງ​ການ​ເປັນ​ສານຸສິດ, ​ເຮົາ​ຈະ​​ເພີ່ມອຳນາດ​​ໃຫ້​​ແກ່ລູກໆ​ຂອງ​ເຮົາດ້ວຍ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ​ພ້ອມດ້ວຍ​ການ​ຊີ້​ນຳ​ ​ແລະ ການ​ປົກ​ປ້ອງຈາກ​ສະຫວັນ ​ໃນ​ຂະນະ​ທີ່​ພວກເຂົາ​ປະ​ເຊີນ​ກັບ​ການ​ລໍ້​ລວງ​ທີ່​ໜ້າ​ຢ້ານ​ກົວ ຂອງ​ຜູ້​ປໍ​ລະ​ປັກ.

ພຣະກິດ​ຕິ​ຄຸນ​ແມ່ນ​ກ່ຽວ​ກັບ​ບຸກຄົນ​ໃດ​ໜຶ່ງ​ແທ້ໆ. ​ແມ່ນ​ກ່ຽວ​ກັບ​​ແກະ​ທີ່​ເສຍ (ເບິ່ງ ລູກາ 15:3–7); ແມ່ນ​ກ່ຽວກັບຍິງ​ຊາວ​ຊາ​ມາ​ເຣຍ ຢູ່​ທີ່​ນ້ຳສ້າງ (ເບິ່ງ ​ໂຢຮັນ 4:5–30); ແມ່ນ​ກ່ຽວ​ກັບ​ລູກຊາຍ​ທີ່​ເສຍ (ເບິ່ງ ​ລູກາ 15:11–32).

​ແລະ ມັນ​ກ່ຽວ​ກັບ​ເດັກນ້ອຍ​ຜູ້​ຊາຍ​ຄົນ​ໜຶ່ງ ​ທີ່​ໄດ້​ເວົ້າວ່າ ລາວ​ບໍ່​ສົນ​ໃຈ​ຟັງ.

ແມ່ນ​ກ່ຽວ​ກັບ​ເຮົາ​ແຕ່ລະຄົນ—​ເຖິງ​ແມ່ນ​ເຮົາ​ຈະ​ບໍ່​ດີ​ພ້ອມ​—​ເພື່ອກາຍ​ເປັນ​ອັນໜຶ່ງ​ດຽວ​ກັນ ​ນຳພຣະຜູ້​ຊ່ວຍ​ໃຫ້​ລອດ ດັ່ງ​ທີ່​ພຣະອົງ​ເປັນອັນ​ໜຶ່ງ​ດຽວ​ກັນ ນຳ​ພຣະບິດາ​ຂອງ​ພຣະອົງ (ເບິ່ງ ​ໂຢຮັນ 17:21).

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເຮົາ​ມີ​ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ, ຜູ້​ຮູ້ຈັກ​ເຮົາ​ຕາມ​ຊື່! ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຢຊູ​ຄຣິດ​ເປັນ​ພຣະບຸດທີ່​ຊົງ​ພຣະຊົນ​ຢູ່ ຂອງ​ພຣະ​ເຈົ້າທີ່​ຊົງ​ພຣະຊົນ​ຢູ່. ພຣະອົງ​ເປັນ​ພຣະອົງ​ດຽວ​ທີ່​ຖື​ກຳ​ເນີດ ​ແລະ ​ເປັນ​ຜູ້​ກ່າວ​ແທນ​ເຮົາ​ນຳພຣະບິດາ. ຂ້າພະ​ເຈົ້າ​ເປັນ​ພະຍານ​ຕື່ມ​ອີກ​ວ່າ ຄວາມ​ລອດ​ຈະ​ມີ​ມາ​ໃນພຣະນາມ ​ແລະ ຜ່ານ​ທາງ​ພຣະນາມຂອງ​ພຣະອົງ—​ແລະ ບໍ່​ແມ່ນ​ທາງ​ອື່ນ.

ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ອຸທິດ​ຫົວ​ໃຈ ​ແລະ ມື​ຂອງ​ເຮົາ ​ເພື່ອ​ຊ່ວຍ​ເຫລືອ​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ເພື່ອ​ເຂົາຈະ​ໄດ້​ຮູ້ຈັກ​ພຣະອົງ ​ແລະ ​ເພື່ອຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ. ​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ​ພຣະອົງ​ສັນຍາ​ວ່າ ຈະ​ປະທານ​ຄວາມ​ຊື່ນ​ຊົມ ​ແລະ ຄວາມສຸກ​ນິລັນດອນ​ໃຫ້​​ແກ່​ເຮົາ ຢູ່​ໃນ​ໂລກ​ນີ້ ​ແລະ ​ໃນ​ໂລກ​ໜ້າ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. “Message of the First Presidency,” in Conference Report, Oct. 1942, 12–13; read by President J. Reuben Clark Jr.

  2. Boyd K. Packer, “The Brilliant Morning of Forgiveness,” Ensign, Nov. 1995, 20.