​2010–2019
ຫລັກ​ທຳ ​ແລະ ຄຳ​ສັນຍາ
​ເດືອນ​ຕຸລາ 2016


ຫລັກ​ທຳ ​ແລະ ຄຳ​ສັນຍາ

ຂໍ​ໃຫ້​ເຮົາ​ຈົ່ງ​ດູ​ແລ​ຮ່າງກາຍ​ ​ແລະ ຈິດ​ໃຈ​ຂອງ​ເຮົາ ​ໂດຍ​ການ​ດຳລົງ​ຊີວິດ​ຕາມ​ຫລັກ​ທຳ ທີ່​ຕັ້ງ​ໄວ້​ຢູ່​ໃນ ພຣະວາຈາ​ແຫ່ງ​ປັນຍາ, ຊຶ່ງ​ເປັນ​ແຜນ​ຈາກ​ສະຫວັນ.

ອ້າຍ​ນ້ອງ​ທັງຫລາຍ, ຄ່ຳ​ຄື​ນນີ້, ຂ້າພະ​ເຈົ້າອະທິຖານ​ຂໍ​ການ​ນຳພາ​ຈາກ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ແບ່ງປັນ​ຂ່າວສານ​ຂອງ​ຂ້າພະ​ເຈົ້າກັບ​ທ່ານ.

​ໃນ​ປີ 1833 ພຣະຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ແຜນ​ສຳລັບ​ການ​ມີ​ສຸຂະພາບ​ດີ ​ແກ່​ສາດສະດາ​ໂຈ​ເຊັບ ສະ​ມິດ. ຊຶ່ງ​ມີ​ຢູ່​ໃນ​ Doctrine and Covenants ພາກ​ທີ 89 ​ແລະ ຮູ້ຈັກ​ກັນ​ວ່າ ພຣະວາຈາ​ແຫ່ງ​ປັນຍາ. ມັນ​​ແນະນຳ​ເລື່ອງ​ການ​ກິນ​ໂດຍ​ສະ​ເພາະ, ​ແລະ ສິ່ງ​ທີ່​ຕ້ອງ​ຫ້າມ ຊຶ່ງ​ເປັນພິດ​ໄພ​ຕໍ່​ຮ່າງກາຍຂອງ​ເຮົາ.

ຜູ້​ທີ່​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ຮັກສາ​ພຣະວາຈາ​ແຫ່ງ​ປັນຍາ ​ໄດ້​ຮັບ​ຄຳ​ສັນຍາ​ວ່າ ຈະ​ໄດ້​ຮັບ​ພອນ​ພິ​ເສດ​, ຊຶ່ງ​ຮ່ວມ​ດ້ວຍ​ ການ​ມີ​ສຸຂະພາບ​ແຂງ​ແຮງ ​ແລະ ມີ​ກຳລັງວັງຊາ.1

​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ອ່ານ​ເລື່ອງ​ຈິງ​ກ່ຽວ​ກັບ​ຄຳ​ສັນຍາ​ເຫລົ່າ​ນີ້. ສະມາຊິກ​ທີ່​ຊື່ສັດ​ຄົນ​ໜຶ່ງ​ຂອງ​ສາດສະໜາ​ຈັກ, ຊື່ ຈອນ ​ເອ ລາ​​ເຊັນ, ​ໄດ້​ຮັບ​ໃຊ້​ເປັນ​ທະຫານ​ລາດ​ຕາ​ເວນ​ຂອງ​ສະຫະລັດ​ອາ​ເມຣິກາ ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງທີ​ສອງ ​ຢູ່​ໃນ​ກຳ​ປັ່ນ​ ຢູ​ແອັສ​ແອັສ ​ແຄມ​ບຣີອາ. ​ໃນ​ລະຫວ່າງ​ການ​ສູ້​ຮົບ​ຢູ່​ເກາະ​ຟີ​ລິບປີນ, ​ມີ​ຂ່າວ​ບອກ​ວ່າ ຂະ​ບວນຍົນ​ຖິ້ມ​ລະ​ເບີດ ​​ແລະ ຂ້າ​ຕົວ​ຕາຍ ກຳລັງ​ບິນ​ມາ. ​ກຸ່ມ​ທະຫານຖືກ​ສັ່ງ​ໃຫ້​ອອກ​ໜີ​ທັນທີ. ​ແຕ່​ເຮືອ ຢູ​ແອັສ​ແອັສ ແຄມ​ບຣີອາ ​ໄດ້​ອອກ​ຈາກ​ທ່າ​ໄປ​ແລ້ວ, ທ້າວ​ຈອນ ​ແລະ ​ເພື່ອນ​ທະຫານ​ອີກ​ສາມ​ຄົນ ​ໄດ້​​ເປ້​ເອົາ​ເຄື່ອງ​ຕີ​ສາຍ​ ​ແລະ ​ແລ່ນ​ລົງ​ໄປ​ຫາ​​ແຄມ​ທະ​ເລ ​ເພື່ອ​ຫວັງ​ວ່າ​ຈະ​ໄດ້​ຮັບ​ເອົາ​ໄປ​ກັບ​ກຳ​ປັ່ນ​ທີ່​ກຳລັງ​ຈະ​ແລ່ນ​ອອກ​ໄປ. ​ໂຊກ​ດີ​ມີເຮືອ​ບັນທຸກ​ລຳ​ໜຶ່ງ ​ໄດ້​ເອົາ​ເຂົ້າ​ເຈົ້າຂຶ້ນ​ເຮືອ ​ເພື່ອ​ໄປ​ສົ່ງ​ໃຫ້​ກຳ​ປັ່ນ​ລຳ​ສຸດ​ທ້າຍ. ພວກ​ທະຫານ​ທີ່​ໄດ້​ຂຶ້ນກຳ​ປັ່ນ​ລຳ​ສຸດ​ທ້າຍ​ກຳລັງ​ຫຍຸ້ງ​ຢູ່​ກັບ​ການ​ມ້ຽນ​ມັດ​ຢູ່​ດາດ​ຟ້າ​ເຮືອ ​ແລະ ມີ​ເວລາ​ແຕ່​ພຽງ​ໄດ້​ໂຍນ​ເຊືອກ​ລົງ​ໄປ​ໃຫ້ທະຫານ​ສີ່​ຄົນ​​ເຫລົ່ານັ້ນ, ​ເພື່ອ​ໃຫ້​ເຂົາ​ເຈົ້າປີນ​ຂຶ້ນມາ.

ທ້າວ​ຈອນ, ​ໂດຍ​ທີ່​ເປ້​ເຄື່ອງ​ຕີ​ສາຍ ຢູ່​ຂ້າງ​ຫລັງ, ​ເຫັນ​ຕົວ​ເອງ​ຈ່ອງ​ຢູ່​ສົ້ນ​ເຊືອກ​ທີ່​ຍາວ 12 ​ແມັດ, ຢູ່​ທາງ​ຂ້າງ​ກຳ​ປັ່ນ ທີ່​ກຳລັງ​ແລ່ນ​ອອກ​ໄປ​ສູ່ທະ​ເລ. ລາວ​ໄດ້​ພະຍາຍາມ​ປີນ​ຂຶ້ນ, ​ໃຊ້​ມື​ຊ້າຍ​ຂວາ​ຈ່ອງ​​ເຊືອກ, ​ໂດຍ​ທີ່​ຮູ້​ວ່າ ຖ້າ​ຫາກ​ມື​ຫລຸດ​ອອກ​ຈາກ​ເຊືອກ, ລາວ​ກໍ​ຄົງ​ຕາຍ​ຢ່າງ​ແນ່ນອນ. ຫລັງ​ຈາກ​ໄດ້​ດຶງ​ຕົວ​ເອງ​ຂຶ້ນ​ໄດ້​ໜຶ່ງ​ສ່ວນ​ສາມ, ​ລາວ​ຮູ້ສຶກ​ວ່າແຂນ​ຂອງ​ລາວ​ເຈັບ​ປວດ​ຫລາຍ. ລາວ​ຮູ້ສຶກ​ອ່ອນ​ເພຍ ​ແລະ ຄິດ​ວ່າຄົງບໍ່​ສາມາດ​​ຍຶດ​ເຊືອກ​ໄວ້​ອີກ​ຕໍ່​ໄປ.

​ໂດຍ​ທີ່​ເຫື່ອ​ແຮງ​ໝົດ​ໄປ, ​ໃນ​ຂະນະ​ທີ່​ລາວ​ກຳລັງ​ຄິດ​ກ່ຽວ​ກັບ​ການ​ຕາຍ​ຂອງ​ລາວຢູ່​ນັ້ນ, ທ້າວ​ຈອນ​ໄດ້​ຮ້ອງຫາ​ພຣະ​ເຈົ້າຢູ່​ໃນ​​ໃຈ, ທູນ​ບອກ​ພຣະອົງ​ວ່າ ລາວ​ໄດ້​ຮັກ​ສາກົດ​ ພຣະວາຈາ​ແຫ່ງ​ປັນຍາ ຂອງ​ລາວ​ຕະຫລອດ​ເວລາ ​ແລະ ​ໄດ້​ດຳລົງ​ຊີວິດ​ຢ່າງຊອບ​ທຳ—​ແລະ ບັດ​ນີ້ ລາວ​ຕ້ອງການ​ພອນ​ທີ່​ຖືກ​ສັນຍາ​ໄວ້ ນັ້ນຫລາຍ​ທີ່​ສຸດ.

ຕໍ່​ມາທ້າວຈອນ​ໄດ້​​ເລົ່າ​ວ່າ ຫລັງ​ຈາກທີ່​ລາວ​ໄດ້​ກ່າວ​ຄຳ​ອະທິຖານ, ລາວ​ຮູ້ສຶກ​ວ່າ ລາວ​ມີກຳລັງວັງຊາ​ຂຶ້ນທັນທີ. ລາວ​ເລີ່ມຕົ້ນປີນ​ອີກ ​ແລະ ສາມາດ​ຂຶ້ນ​ໄປ​ໄດ້​ຢ່າງ​ວ່ອງ​ໄວ. ​ເມື່ອ​ລາວ​ຂຶ້ນ​ໄປ​ເຖິງ​ດາດ​ຟ້າ​ເຮືອ, ລາວ​ຫັນ​ໃຈ​ແບບ​ທຳ​ມະ​ດາ ​ແລະ ຄື​ກັນກັບ​ບໍ່​ໄດ້​ເຮັດ​ຫຍັງ. ພອນ​ຂອງ​ການ​ມີ​ສຸຂະພາບ​​ເຂັ້ມ​ແຂງ ​ແລະ ມີ​ກຳລັງວັງຊາ ຊຶ່ງ​ຖືກ​ສັນຍາ​ໄວ້ຢູ່​ໃນ ພຣະວາຈາ​ແຫ່ງ​ປັນຍາ, ​ໄດ້​ມາສູ່​ລາວ. ລາວ​ໄດ້​ຂອບ​ພຣະ​ໄທ​ພຣະບິດາ​ເທິງ​ສະຫວັນ​ຂອງ​ລາວ ​ໃນ​ເວລາ​ນັ້ນ ​ແລະ ຕະຫລອດ​ຊົ່ວ​ຊີວິດ​ສຳລັບ​ຄຳ​ຕອບ​ຕໍ່​ຄຳ​ອະທິຖານ ທີ່​ໄດ້​ໄວ້​ຊີວິດ​ລາວ.2

ອ້າຍ​ນ້ອງ​ທັງຫລາຍ, ຂໍ​ໃຫ້​ເຮົາ​ຈົ່ງ​ດູ​ແລ​ຮ່າງກາຍ​ ​ແລະ ຈິດ​ໃຈ​ຂອງ​ເຮົາ ​ໂດຍ​ການ​ດຳລົງ​ຊີວິດ​ຕາມ​ຫລັກ​ທຳ ທີ່​ຕັ້ງ​ໄວ້​ຢູ່​ໃນ ພຣະວາຈາ​ແຫ່ງ​ປັນຍາ, ຊຶ່ງ​ເປັນ​ແຜນ​ຈາກ​ສະຫວັນ. ດ້ວຍ​ສຸດ​ຈິດ​ສຸດໃຈ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ພອນ​ອັນ​ປະ​ເສີດ ທີ່​ລໍຖ້າ​ເຮົາ​ຢູ່ ຖ້າ​ເຮົາ​ປະຕິບັດ​ຕາມ​ກົດ​ຂອງ ພຣະວາ​ຈາ​ແຫ່ງ​ປັນຍາ. ຂ້າພະ​ເຈົ້າອະທິຖານ​ວ່າ ມັນ​ຈະ​ເປັນ​ດັ່ງນັ້ນ, ​ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ວຍ​ໃຫ້​ລອດ, ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ Doctrine and Covenants 89:18–21.

  2. ​ເບິ່ງ John A. Larsen, in Robert C. Freeman and Dennis A. Wright, comps., Saints at War: Experiences of Latter-day Saints in World War II (2001), 350–51; used by permission.