​2010–2019
ການ​ກັບ​ໃຈ: ການ​ເລືອກ​ທີ່​ຊື່ນ​ຊົມ
​ເດືອນ​ຕຸລາ 2016


ການ​ກັບ​ໃຈ: ການ​ເລືອກ​ທີ່​ຊື່ນ​ຊົມ

ການ​ກັບ​ໃຈ​ບໍ່​ພຽງ​ແຕ່​ຈະ​ເປັນ​ໄປ​ໄດ້ ແຕ່​ຍັງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ​ນຳ​ອີກ ເພາະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຕອນ​ຂ້າ​ພະ​ເຈົ້າ​ມີອາ​ຍຸ​ໄດ້ 12 ປີ ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອາ​ໄສ​ຢູ່​ທີ່​ເມືອງໂກ​ເຕໂບກ, ທີ່​ເປັນ​ເມືອງ​ຢູ່​ໃກ້​ຝັ່ງ​ທະ​ເລ ພາກ​ໃຕ້​ຂອງ​ປະ​ເທດ​ສະ​ວີ​ເດັນ. ພຽງ​ໃຫ້​ທ່ານ​ຮູ້ຈັກ, ​ເມືອງນີ້​ເປັນ​ບ້ານ​ເກີດ​ຂອງ​ແອວ​ເດີ ​ເພີ ຈີ ມອມ,1 ຜູ້​ຫາ​ກໍໄດ້​ເສຍ​ຊີວິດ​ໄປ​ໃນ​ລະດູ​ແລ້ງ​ຜ່າ​ນມາ​ນີ້. ພວກ​ເຮົາ​ຄິດ​ຮອດ​ເພິ່ນ. ​ພວກ​​ເຮົາມີ​ຄວາມ​ກະຕັນຍູ​ສຳລັບຄວາມ​ສູງ​ສົ່ງ ​ແລະ ການ​ຮັບ​ໃຊ້​ທີ່​ມີ​ກຽດ​ຂອງ​ເພິ່ນ ​ແລະ ສຳລັບ​ຕົວຢ່າງ​ທີ່​ໜ້າ​ຮັກ​ແທ້ໆ​ຂອງ​ຄອບຄົວ​ຂອງ​ເພິ່ນ. ​ແລະ ພວກ​ເຮົາ​ກໍ​ໄດ້​ອະທິຖານ​ຂໍ​ພອນ​ທີ່​ດີ​ທີ່​ສຸດຈາກ​ພຣະ​ເຈົ້າ ​ສຳລັບ​ເຂົາ​ເຈົ້ານຳ​ອີກ.​

​ເມື່ອຫ້າ​ສິບ​ປີກ່ອນ, ພວກ​ເຮົາ​ໄດ້​ໄປ​ໂບດ​ຢູ່​ທີ່​ບ້ານ​ຫລັງ​ໃຫຍ່​ຫລັງ​ໜຶ່ງ ທີ່​ຖືກ​ສ້ອມ​ແປງ​ໃໝ່. ວັນ​ອາ​ທິດ​ໜຶ່ງ, ສະ​ເຕ​ຟານ,2 ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ ທີ່​ເປັນ​ມັກ​ຄະ​ນາ​ຍົກ​ອີກ​ຄົນ​ໜຶ່ງ​ໃນ​ສາ​ຂາ, ໄດ້​ທັກ​ທາຍ​ຂ້າ​ພະ​ເຈົ້າ​ຢູ່​ທີ່​ໂບດ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ. ພວກ​ເຮົາ​ໄດ້​ໄປ​ໃນ​ຫ້ອງ​ທີ່​ຕິດ​ກັບ​ຫ້ອງ​ນະ​ມັດ​ສະ​ການ, ແລະ ລາວ​ໄດ້​ດຶງ​ເອົາ​ໝາກ​ກະ​ໂພກ ແລະ ໄມ້​ຂີດ​ໄຟ​ອອກ​ຈາກ​ຖົງ. ໃນ​ການ​ກະ​ທຳ​ທີ່​ກ້າ​ຫານ​ຂອງ​ຄົນ​ໜຸ່ມ, ຂ້າ​ພະ​ເຈົ້າ​ໄດ້​ຈັບ​ເອົາ​ໝາກ​ກະ​ໂພກ​ນັ້ນ ແລະ ໄດ້​ຈູດ​ສາຍ​ຊະ​ນວນ​ສີ​ເຖົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ຕັ້ງ​ໃຈ​ວ່າ​ຈະ​ດັບ​ມັນ​ກ່ອນ​ມັນ​ຈະ​ໄໝ້​ລຸກລາມ​ອອກ​ໄປ. ແຕ່​ເມື່ອ​ໄຟ​ໄດ້ໄໝ້​ນິ້ວ​ມື​ຂອງ​ຂ້າ​ພະ​ເຈົ້າ​ຕອນ​ພະ​ຍາ​ຍາມ​ທີ່​ຈະ​ດັບ​ໄຟ, ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃຫ້​ມັນ​ຫລຸດ​ມື. ສະ​ເຕ​ຟານ ແລະ ຂ້າ​ພະ​ເຈົ້າ​ໄດ້​ພາ​ກັນ​ເບິ່ງ​ດ້ວຍ​ຄວາມ​ຢ້ານ​ກົວ​ຂະ​ນະ​ທີ່​ສາຍ​ຊະ​ນວນ​ນັ້ນ​ໄດ້​ໄໝ້​ຕໍ່​ໄປ.

ໝາກ​ກະ​ໂພກ​ນັ້ນ​ໄດ້​ລະ​ເບີດ, ແລະ ຄວັນ​ໄຟ​ກໍ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ​ທາງ​ຂ້າງ ແລະ ຫ້ອງ​ນະ​ມັດ​ສະ​ການ. ພວກ​ເຮົາ​ໄດ້​ພາ​ກັນ​ມ້ຽນ​ມັດ​ເສດ​ໝາກ​ກະ​ໂພກ​ທີ່​ກະ​ຈັດ​ກະ​ຈາຍ​ໄປ ແລະ ໄດ້​ເປີດ​ປ່ອງ​ຢ້ຽມ​ເພື່ອ​ພະ​ຍາ​ຍາມ​ກຳ​ຈັດ​ກິ່ນ​ນັ້ນ, ໂດຍ​ທີ່​ຫວັງ​ດ້ວຍ​ຄວາມ​ໄຮ້​ດຽງ​ສາ​ວ່າ​ຈະ​ບໍ່​ມີ​ໃຜ​ຮູ້​ຈັກເລີຍ. ໂຊກ​ດີ​ແທ້ໆ ທີ່​ບໍ່​ມີ​ໃຜ​ໄດ້​ຮັບ​ບາດ​ເຈັບ ແລະ ບໍ່​ມີ​ຫຍັງ​ຖືກ​ທຳ​ລາຍ.

ເມື່ອ​ສະ​ມາ​ຊິກ​ມາ​ທີ່​ກອງ​ປະ​ຊຸມ, ເຂົາ​ເຈົ້າ​ກໍ​ໄດ້​ຖືກ​ກິ່ນ​ທີ່​ເໝັນ​ໄປ​ທົ່ວ​ນັ້ນ. ຫລີກ​ລ້ຽງ​ກິ່ນ​ນັ້ນ​ບໍ່​ໄດ້​ດອກ. ກິ່ນ​ໄດ້​ລົບ​ກວນ​ບັນ​ຍາ​ກາດ​ທີ່​ສັກ​ສິດ​ຂອງ​ກອງ​ປະ​ຊຸມ. ເພາະ​ວ່າ​ບໍ່ມີ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນຫລາຍ​ຄົນ—ແລະ ​ເຫັນ​ໄດ້​ວ່າ ໃນ​ຂະນະ​ທີ່​ຂ້າພະ​ເຈົ້າກຳລັງ​ແຍກ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເຮັດ​ໄປ—ຂ້າ​ພະ​ເຈົ້າ​ໄດ້​ຢາຍ​ສິນ​ລະ​ລຶກ, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮູ້​ສຶກ​ວ່າ​ມີ​ຄຸນ​ຄ່າ​ດີ​ພໍ​ທີ່​ຈະ​ຮັບ​ສ່ວນ​ສິນ​ລະ​ລຶກ. ເມື່ອ​ຖາດ​ສິນ​ລະ​ລຶກ​ຖືກ​ມອບ​ໃຫ້​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ບໍ່​ຍອມ​ຮັບ​ສ່ວນ ທັງ​ເຂົ້າ​ຈີ່ ຫລື ນ້ຳ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ບໍ່​ສະ​ບາຍ​ໃຈ​ຫລາຍ​ແທ້ໆ. ຂ້າ​ພະ​ເຈົ້າ​ໄດ້​ລະ​ອາຍ​ແກ່​ໃຈ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ລົງ​ໄປ​ນັ້ນ​ໄດ້​ເຮັດ​ໃຫ້​ພຣະ​ເຈົ້າ​ບໍ່​ພໍ​ພຣະ​ໄທ.

ຫລັງ​ຈາກ​ເລີກ​ໂບດ, ປະ​ທານ​ສາ​ຂາ​ຊື່, ຟະ​ແຣ້ງ ລິນ​ເບີກ, ບຸ​ລຸດ​ທີ່​ໂດດ​ເດັ່ນ, ຜູ້​ສູງ​ອາ​ຍຸ​ພ້ອມ​ດ້ວຍ​ຜົມ​ສີ​ຂີ້​ເທົ່າ, ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ໄປ​ຫາ​ຫ້ອງ​ທຳ​ງານ​ຂອງ​ເພິ່ນ. ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ລົງ​ແລ້ວ, ເພິ່ນ​ໄດ້​ຫລຽວ​ເບິ່ງ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ເມດ​ຕາ ແລະ ໄດ້​ເວົ້າ​ວ່າ​ເພິ່ນ​ໄດ້​ສັງ​ເກດ​ເຫັນ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮັບ​ສ່ວນ​ສິນ​ລະ​ລຶກ. ເພິ່ນ​ໄດ້​ຖາມ​ວ່າ​ເປັນ​ຫຍັງ. ຂ້າ​ພະ​ເຈົ້າ​ສົງ​​ໄສ​ວ່າ​ເພິ່ນ​ຮູ້​ແລ້ວ​ວ່າ​ເປັນ​ຫຍັງ. ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ​ທຸກ​ຄົນ​ໄດ້​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຫຍັງ​ລົງ​ໄປ. ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ເພິ່ນ​ແລ້ວ, ເພິ່ນ​ໄດ້​ຖາມ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ແນວ​ໃດ. ຂະນະ​ທີ່​ໄຫ້​ຢູ່, ຂ້າ​ພະ​ເຈົ້າ​ໄດ້​ບອກ​ເພິ່​ນ​ດ້ວຍ​ຄວາມ​ສະ​ອື້ນ​ວ່າ ຂ້າ​ພະ​ເຈົ້າ​ເສຍ​ໃຈ ແລະ ວ່າ​ຂ້າ​ພະ​ເຈົ້າ​​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃຫ້​ພຣະ​ເຈົ້າ​ຜິດ​ຫວັງ.

ປະ​ທານ​ລິນ​ເບີກ ໄດ້​ເອົາ​ພຣະ​ຄຳ​ພີ Doctrine and Covenants ສະ​ບັບ​ທີ່​ຖືກ​ໃຊ້​ມາ​ນານ​ອອກ​ມາ. ເພິ່ນ​ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ອ່ານ​ຂໍ້​ທີ່​ເພິ່ນ​ໄດ້​ໝາຍ​ໄວ້. ພຣະຄຳ​ພີ​ໄດ້​ບອກ​ວ່າ,

ຄົນ​ທີ່​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ, ຄົນໆ​ນັ້ນ​ໄດ້​ຮັບ​ການ​ໃຫ້​ອະ​ໄພ, ແລະ ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ຈື່​ຈຳ​ບາບ​ຂອງ​ຄົນ​ນັ້ນ​ອີກ​ເລີຍ.

​ໂດຍ​ການ​ນັ້ນ ​ເຮົາ​ຈະ​ຮູ້​ວ່າຄົນໆ​ນັ້ນ​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ​ຫລື​ບໍ່—ວ່າເຂົາ​ຈະ​ສາ​ລະ​ພາບ ແລະ ປະ​ຖິ້ມ​ມັນ.3

ຂ້າ​ພະ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ຮອຍ​ຍິ້ມ​ທີ່​ມີ​ເມດ​ຕາ​ຂອງ​ປະ​ທານລິນ​ເບີກເລີຍ ຕອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເງີຍ​ໜ້າ​ຂຶ້ນ ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຈົບ​ແລ້ວ. ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ໄດ້​ຮູ້​ສຶກ​ວ່າ​ ມັນ​ຈະ​ເປັນ​ສິ່ງ​ດີ​ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຈະ​ກັບ​ມາ​ຮັບ​ສ່ວນ​ສິນ​ລະ​ລຶກ​ອີກ. ຕອນ​ຂ້າ​ພະ​ເຈົ້າ​ໄດ້​ອອກ​ໄປ​ຈາກ​ຫ້ອງ​ທຳ​ງານ​ຂອງ​ເພິ່ນ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ເກີນ​ກວ່າ​ຈະ​ບັນ​ລະ​ຍາຍ​ໄດ້.

ຄວາມ​ປິ​ຕິ​ຍິນ​ດີ​ແບບ​ນີ້​ເປັນ​ຜົນ​ທີ່​ຕາມ​ມາ​ຈາກ​ການ​ກັບ​ໃຈ. ຄຳ​ທີ່​ວ່າ ກັບ​ໃຈ ໝາຍ​ຄວາມ​ວ່າ, “ທີ່​ຈະ​ເຫັນ​ໄດ້​ພາຍ​ຫລັງ” ແລະ ໝາຍ​ເຖິງ “ການ​ປ່ຽນ​ແປງ.”4 ໃນ​ພາ​ສາ​ສະ​ວີ​ເດັນ, ຄຳ​ທີ່​ວ່າ ອອມ​ວານ, ຊຶ່ງມີ​ຄວາມ​ໝາຍ​ງ່າຍໆ​ວ່າ “ຫັນ​ກັບ​ຄືນ.”5 ນັກ​ຂຽນ​ຊາວ​ຄຣິ​ດຄົນ​ໜຶ່ງ ​ຊື່, ຊີ ແອສ໌ ລະ​ວິ​ສ, ໄດ້​ຂຽນ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ ແລະ ວິ​ທີ​ທາງ​ສຳ​ລັບ​ການ​ປ່ຽນ​ແປງ. ເພິ່ນ​ໄດ້​ກ່າວ​ວ່າ ການ​ກັບ​ໃຈ​ກ່ຽວ​ພັນ​ກັບ “ການ​ຖືກ​ວາງ​ໄວ້​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ. ສິ່ງ​ທີ່​ໄດ້​ຜິດ​ພາດ​ໄປ​ກໍ​ສາ​ມາດ​ຖືກ​ເຮັດ​ໃຫ້​ຖືກ​ຕ້ອງ​ອີກ​ໄດ້: ແຕ່ຕ້ອງ​ໄດ້​ກັບ​ຄືນ​ໄປ​ຈົນ​ທ່ານ​ໄດ້​ພົບ​ເຫັນ​ຄວາມ​ຜິດ​ພາດ ແລະ ເລີ່ມ​ຕົ້ນ​ໃໝ່​ອີກ​ຈາກ​ຈຸດ​ນັ້ນ, ບໍ່​ແມ່ນ​ພຽງ​ແຕ່​ຈະ​ເຮັດ ​ຕໍ່​ໄປ​ເທົ່າ​ນັ້ນ.6 ການ​ປ່ຽນ​ແປງ​ພຶດ​ຕິ​ກຳ​ຂອງ​ເຮົາ ແລະ ການ​ກັບ​ຄືນ​ມາ​ສູ່ “ເສັ້ນ​ທາງ​ທີ່​ຖືກ​ຕ້ອງ” ເປັນ​ພາກ​ສ່ວນ​ຂອງ​ການ​ກັບ​ໃຈ, ແຕ່​ເປັນ​ພຽງ​ແຕ່​ພາກ​ສ່ວນ​ໜຶ່ງ​ເທົ່າ​ນັ້ນ. ການ​ກັບ​ໃຈ​ທີ່​ແທ້​ຈິງ​ແມ່​ນຮ່ວມ​ດ້ວຍ ການ​ຫັນ​ຫົວ​ໃຈ ແລະ ປະ​ສົງ​ຂອງ​ເຮົາ​ໄປ​ຫາ​ພຣະ​ເຈົ້າ ແລະ ປະ​ຖິ້ມ​ບາບ.7 ດັ່ງ​ທີ່​ຖືກ​ອະ​ທິ​ບາຍ​ໃນ​ໜັງ​ສື ເອ​​ເຊກຽນ ວ່າ, ທີ່​ຈະ​ກັບ​ໃຈ​ຄື​ທີ່​ຈະ “ຫັນ​ໄປ​ຈາກ ... ບາບ, ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ... ກົດ​ຂອງ​ຊີ​ວິດ, ປາດ​ສະ​ຈາກ​ການ​ເຮັດ​ຄວາມ​ຊົ່ວ​ຮ້າຍ.”8

ແຕ່ນີ້​ກໍ​ເປັນ​ຄຳ​ອະ​ທິ​ບາຍ​ທີ່​ບໍ່​ສົມ​ບູນ​ຄົບ​ຖ້ວນ. ມັນ​ບໍ່​ໄດ້​ບອກ​ຢ່າງ​ຖືກ​ຕ້ອງ ເຖິງ​ອຳ​ນາດ​ທີ່​ເຮັດ​ໃຫ້​ການ​ກັບ​ໃຈ ເປັນ​ໄປ​ໄດ້, ຊຶ່ງ​ເປັນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ການ​ກັບ​ໃຈ​ທີ່​ແທ້​ຈິງ​ຕ້ອງ​ກ່ຽວ​ພັນ​ກັບ​ສັດ​ທາ​ໃນອົງ​ພຣະ​ເຢ​ຊູ​ຄຣິດ, ສັດ​ທາ​ທີ່​ວ່າ​ພຣະ​ອົງ​ສາ​ມາດ​ປ່ຽນ​ເຮົາ​ໄດ້, ສັດ​ທາ​ທີ່​ວ່າ ພຣະ​ອົງ​ສາ​ມາດ​ໃຫ້​ອະ​ໄພ​ເຮົາ​ໄດ້, ແລະ ສັດ​ທາ​ທີ່​ວ່າ ພຣະ​ອົງ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຫລີກ​ລ້ຽງ​ຄວາມ​ຜິດ​ພາດ​ອີກ​ຫລາຍ​ຢ່າງ. ສັດ​ທາ​ດັ່ງ​ກ່າວ​ເຮັດ​ໃຫ້​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ມີ​ປະ​ສິດ​ທິ​ພາບ​ໃນ​ຊີ​ວິດ​ຂອງ​ເຮົາ. ເມື່ອ​ເຮົາ “ເຫັນ​ໄດ້​ພາຍ​ຫລັງ” ແລະ “ຫັນ​ກັບ​ຄືນ” ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຫວັງ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ແລະ ເຖິງ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ການ​ໄດ້​ຮັບ​ການ​ໃຫ້​ອະ​ໄພ. ປາດ​ສະ​ຈາກ​ພຣະ​ຜູ້​ໄຖ່, ຄວາມ​ຫວັງ ແລະ ຄວາມ​ປິ​ຕິ​ຍິນ​ດີ​ຈະ​ຫາຍ​ໄປ ​ແລະ ການ​ກັບ​ໃຈ​ກໍ​ພຽງ​ແຕ່ ເປັນ​ການ​ດັດ​ແປງ​ພຶດ​ຕິ​ກຳ​ທີ່​ໜ້າ​ໂສກ​ເສົ້າ​ເທົ່າ​ນັ້ນ. ແຕ່​ໂດຍ​ການ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ, ເ​ຮົາຈະ​ເຫລື້ອມ​ໃສ​ຕໍ່​ຄວາມ​ສາ​ມາດ ແລະ ຄວາມ​ເຕັມ​ພຣະ​ໄທ​ຂອງ​ພຣະ​ອົງ​ທີ່​ຈະ​ໃຫ້​ອະ​ໄພ​ເຮົາ.

ປະ​ທານບອຍ ເຄ ແພ໊ກ​ເກີ ໄດ້​ຢືນ​ຢັນ​ເຖິງ​ຄຳ​ສັນ​ຍາ​ທີ່​ໃຫ້​ຄວາມ​ຫວັງ​ຈາກ​ການ​ກັບ​ໃຈ​ນັ້ນ ໃນ​ເດືອນ​ເມສາ 2015 ທີ່​ກອງ​ປະ​ຊຸມ​ໃຫຍ່​ສາມັນຄັ້ງ​ສຸດ​ທ້າຍ​ຂອງ​ເພິ່ນ. ເພິ່ນ​ໄດ້​ບັນ​ຍາຍ​ເຖິງ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ປິ່ນ​ປົວ ໃນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຖື​ວ່າ​ເປັນ ການ​ສະ​ສົມ​ສະ​ຕິ​ປັນ​ຍາ​ທີ່​ໄດ້​ມາ​ຈາກ​ການ​ຮັບ​ໃຊ້​ເປັນ​ອັກ​ຄະ​ສາ​ວົກ​ເຄິ່ງ​ສັດ​ຕະ​ວັດ. ປະ​ທານ​ແພ໊ກ​ເກີ ໄດ້​ກ່າວ​ວ່າ: “ການ​ຊົດ​ໃຊ້​ບໍ່​ໄດ້​ປ່ອຍ​ໃຫ້​ເຫັນ​ຮອຍ​ໃດໆ. ສິ່ງ​ທີ່​ມັນ​ໄດ້​ສ້ອມ​ແປງ​ກໍ​ຖືກ​ສ້ອມ​ແປງ. ... ມັນ​ປິ່ນ​ປົວ, ແລະ ສິ່ງ​ທີ່​ມັນ​ປິ່ນ​ປົວ​ກໍ​ຄົງ​ຖືກ​ປິ່ນ​ປົວ​ຢູ່​ຕໍ່​ໄປ.”9

ເພິ່ນ​ໄດ້​ກ່າວ​ຕໍ່​ໄປ​ວ່າ:

“ການ​ຊົດ​ໃຊ້, ​ຊຶ່ງ​ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ທວງ​ເອົາ​ໄດ້ ບໍ່​ມີ​ຮອຍ​ແຜ. ນັ້ນ​ໝາຍ​ຄວາມ​ວ່າ ບໍ່​ວ່າ​ເຮົາ​ໄດ້​ເຄີຍ​ເຮັດ​ສິ່ງ​ໃດ ຫລື ເຄີຍ​ຢູ່​ໃສ ຫລື ສິ່ງ​ໃດ​ເຄີຍ​ເກີດ​ຂຶ້ນ, ຖ້າ​ເຮົາ​ກັບ​ໃຈ​ແທ້ໆ, ພຣະ​ອົງ​ໄດ້​ສັນ​ຍາ​ວ່າ ພຣະ​ອົງ​ຈະ​ຊົດ​ໃຊ້​ໃຫ້​ເຮົາ. ແລະ ເມື່ອ​ພຣະ​ອົງ​ໄດ້​ຊົດ​ໃຊ້, ພຣະ​ອົງ​ກໍ​ໄດ້​ເຮັດ​ຕາມ​ສັນ​ຍາ​ນັ້ນ. ...

“… ການ​ຊົດ​ໃຊ້ ... ສາ​ມາດ​ຊຳ​ລະ​ລ້າງ​ຄວາມ​ດ່າງ​ພ້ອຍ ບໍ່​ວ່າ​ຈະ​ຍາກ ຫລື ດົນ​ນານ ຫລື ຫລາຍ​ເທື່ອ​ປານ​ໃດກໍ​ຕາມ.”10

ການ​ເອື້ອມ​ອອກ​ໄປ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນັ້ນ​ບໍ່​ມີ​ວັນ​ສິ້ນ​ສຸດ ໃນ​ຄວາມ​ກວ້າງ​ໄກ ແລະ ຄວາມ​ເລິກ​ຊຶ້ງ, ສຳ​ລັບ​ທ່ານ ແລະ ຂ້າ​ພະ​ເຈົ້າ. ແຕ່​ເຮົາຈະ​ບໍ່​ຖືກ​ບີບ​ບັງ​ຄັບ​ໃຫ້​ຮັບ​ເອົາການ​ຊົດ​ໃຊ້. ດັ່ງ​ທີ່​ສາດ​ສະ​ດາ​ລີ​ໄຮ​ໄດ້​ອະ​ທິ​ບາຍ, ຫລັງ​ຈາກ​ທີ່​ເຮົາ “ໄດ້​ຮັບ​ການ​ແນະ​ນຳ​ຢ່າງ​ພຽງພໍ” ທີ່​ຈະ “ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ,”11 ເຮົາ​ກໍ “ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ ໂດຍ​ທາງ​ພຣະ​ຜູ້​ເປັນ​ກາງ​ທີ່​ຍິ່ງ​ໃຫຍ່​ຂອງ​ມະ​ນຸດ​ທັງ​ປວງ, ຫລື ຈະ​ເລືອກ​ການ​ເປັນ​ຊະ​ເລີຍ ແລະ ຄວາມ​ຕາຍ.”12 ໃນ​ອີກ​ຄວາມ​ໝາຍ​ໜຶ່ງ​ກໍ​ແມ່ນ​ວ່າ, ການ​ກັບ​ໃຈ​ເປັນ​ການ​ເລືອກ.

ເຮົາ​ສາ​ມາດ—ແລະ ບາງ​ເທື່ອ​ເຮົາ​ກໍ​ເລືອກ​ແບບ​ນັ້ນ—ເລືອກ​ທາງ​ທີ່​ແຕກ​ຕ່າງ​ໄດ້. ການ​ເລືອກ​ດັ່ງ​ກ່າວ​ອາດ​ເບິ່ງ​ຄື​ວ່າ​ບໍ່​ເປັນ​ສິ່ງ​ທີ່​ຜິດ​ພາດ, ແຕ່​ມັນ​ຍັງ​ກີດ​ກັນ​ເຮົາ​ຈາກ​ຄວາມ​ເສຍ​ໃຈ​ທີ່​ແທ້​ຈິງ ແລະ ສະ​ນັ້ນ​ກໍ​ກີດ​ຂວາງ​ເຮົາ​ຈາກ​ການ​ໄຕ່​ຕາມ​ຫາ​ການ​ກັບ​ໃຈ​ທີ່​ແທ້​ຈິງ. ຍົກ​ຕົວ​ຢ່າງ, ເຮົາ​ອາດ​ເລືອກ​ທີ່​ຈະ​ໂທດ​ຄົນ​ອື່ນ. ຕອນ​ເປັນ​ເດັກ​ອາ​ຍຸ 12 ປີ ໃນ​ເມືອງ​ໂກ​ເຕ​ໂບກ, ຂ້າ​ພະ​ເຈົ້າ​ສາ​ມາດ​ໂທດ ສະ​ເຕ​ຟານ ກໍ​ໄດ້. ລາວ​ເປັນ​ຄົນ​ທີ່​ໄດ້​ເອົາ​ໝາກ​ກະ​ໂພກ ແລະ ໄມ້​ຂີດໄຟ​ນັ້ນ​ມາ​ໂບດ. ແຕ່​ການ​ໂທດ​ຄົນ​ອື່ນ, ແມ່ນ​ແຕ່​ຖ້າ​ມັນ​ຖືກ​ຕ້ອງ, ກໍ​ອະ​ນຸ​ຍາດ​ໃຫ້​ເຮົາ​ມີ​ຂໍ້​ແກ້​ຕົວ​ສຳ​ລັບ​ການ​ປະ​ພຶດ​ຂອງ​ເຮົາ. ໂດຍ​ການ​ເຮັດ​ແບບ​ນີ້, ເຮົາ​ໂຍນ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ກະ​ທຳ​ຂອງ​ເຮົາ​ໄປ​ໃສ່​ຄົນ​ອື່ນ. ເມື່ອ​ເຮົາ​ໂຍນ​ຄວາມ​ຮັບ​ຜິດ​ຊອບ​ນັ້ນ​ໄປ​ໃສ່​ຄົນ​ອື່ນ, ເຮົາຫລຸດ​ທັງ​ຄວາມ​ຈຳ​ເປັນ ແລະ ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ກະ​ທຳ. ເຮົາ​ປ່ອຍ​ໃຫ້​ຕົນ​ກາຍ​ເປັນ​ຜູ້​ເຄາະ​ຮ້າຍ, ແທນ​ທີ່​ຈະ​ເປັນ​ຜູ້​ຄົນ​ທີ່​ສາ​ມາດ​ກະ​ທຳ​ເພື່ອ​ຕົວ​ເອງ​ໄດ້.13

ການ​ເລືອກ​ອີກ​ຢ່າງ​ໜຶ່ງ​ທີ່​ກີດ​ກັນ​ການ​ກັບ​ໃຈ​ຄື ການ​ຫລຸດ​ຄວາມ​ໜັກ​ໜ່ວງ​ຂອງ​ຄວາມ​ຜິດ​ຂອງ​ເຮົາ. ໃນ​ເຫດ​ການ ໝາກ​ກະ​ໂພກ​ທີ່​ເມືອງ​ໂກ​ເຕ​ໂບກ, ບໍ່​ມີ​ໃຜ​ໄດ້​ຮັບ​ບາດ​ເຈັບ, ບໍ່​ໄດ້​ມີ​ຫຍັງ​ຖືກ​ທຳ​ລາຍ​ຢ່າງ​ຖາ​ວອນ​ໄດ້​ເກີດ​ຂຶ້ນ, ແລະ ການ​ປະ​ຊຸມ​ກໍ​ໄດ້​ດຳ​ເນີນ​ຕໍ່​ໄປ​ຢູ່​ດີ. ມັນ​ຈະ​ເປັນ​ເລື່ອງ​ງ່າຍ ທີ່​ຈະ​ວ່າ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ເຫດ​ຜົນ​ທີ່​ຈະ​ກັບ​ໃຈ. ແຕ່, ການ​ຫລຸດ​ຄວາມ​ໜັກ​ໜ່ວງ​ຂອງ​ຄວາມ​ຜິດ​ພາດ​ຂອງ​ເຮົາ, ແມ່ນ​ແຕ່​ຖ້າ​ບໍ່​ມີ​ຜົນ​ທີ່​ຕາມ​ມາ​ທີ່​ເຫັນ​ໄດ້​ຢ່າງ​ທັນ​ທີ​ກໍ​ຕາມ, ມັນ​ກໍ​ດຶງ​ເອົາ​ການ​ກະ​ຕຸ້ນ​ໃຫ້​ປ່ຽນ​ແປງ​ນັ້ນ​ໄປ. ຄວາມ​ຄິດ​ແບບ​ນີ້​ກີດ​ກັນ​ເຮົາ​ຈາກ​ຄວາມ​ເຂົ້າ​ໃຈ​ວ່າ ຄວາມ​ຜິດ​ພາດ ແລະ ບາບ​ຂອງ​ເຮົາ​ມີ​ຜົນ​ນິ​ລັນ​ດອນ​ທີ່​ຕາມ​ມາ.

ວິທີ​ໜຶ່ງ​ອີກ ​ຄື​ການຄິດ​ວ່າ​ບາບ​ຂອງ​ເຮົາ​ບໍ່​ສຳ​ຄັນ ເພາະ​ວ່າ​ພຣະ​ເຈົ້າ​ຮັກ​ເຮົາ ບໍ່​ວ່າ​ເຮົາ​ຈະ​ເຮັດ​ຫຍັງ​ກໍ​ຕາມ. ມັນ​ເປັນ​ການ​ລໍ້​ລວງ​ທີ່​ຈະ​ເຊື່ອ​ສິ່ງ​ທີ່ ນີ​ຮໍ​ຜູ້​ຫລອກ​ລວງ ໄດ້​ສອນ​ຜູ້​ຄົນ​ໃນ​ແຜ່ນ​ດິນ​ເຊ​ລາ​ເຮັມ​ລາ​ວ່າ: “ມະ​ນຸດ​ຊາດ​ທັງ​ປວງ​ຈະ​ລອດ​ໃນ​ວັນ​ສຸດ​ທ້າຍ, ແລະ​ວ່າ​ພວກ​ເຂົາ​ບໍ່​ຕ້ອງ​ຢ້ານ​ກົວ ຫລື ຕົວ​ສັ່ນ … ແລະ ໃນ​ຕອນ​ສຸດ​ທ້າຍ​ມະ​ນຸດ​ທັງ​ປວງ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.”14 ແຕ່​ຄວາມ​ຄິດ​ທີ່​ຢົ້ວ​ຢວນ​ນີ້​ບໍ່​ເປັນ​ຄວາມ​ຈິງ. ພຣະ​ເຈົ້າ​ຮັກ​ເຮົາ​ແທ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ທີ່​ເຮົາ​ເຮັດ​ສຳ​ຄັນ​ຕໍ່​ພຣະ​ອົງ ​ແລະ ຕໍ່​ເຮົາ​ດ້ວຍ. ພຣະ​ອົງ​ໄດ້​ໃຫ້​ຄຳ​ສັ່ງ​ທີ່​ແຈ່ມ​ແຈ້ງ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ຄວນ​ປະ​ພຶດ​ຕົນ. ເຮົາ​ເອີ້ນ​ຄຳ​ສັ່ງ​ເຫລົ່າ​ນີ້​ວ່າ ພຣະ​ບັນ​ຍັດ. ຄວາມ​ພໍ​ພຣະ​ໄທ​ຂອງ​ພຣະ​ອົງ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ເຮົາ ຂຶ້ນ​ຢູ່​ກັບ​ການ​ປະ​ພຶດ​ຂອງ​ເຮົາ, ຮ່ວມ​ທັງ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ​ທີ່​ຈະ​ສະ​ແຫວງ​ຫາ​ການ​ກັບ​ໃຈ​ທີ່​ແທ້​ຈິງ​ຢ່າງ​ຖ່ອມ​ຕົວ.15

ນອກ​ເໜືອ​ຈາກ​ນັ້ນ, ເຮົາ​ຈະ​ບໍ່​ບັນ​ລຸ​ເຖິງ​ການ​ກັບ​ໃຈ​ທີ່​ແທ້​ຈິງ ເມື່ອ​ເຮົາ​ເລືອກ​ທີ່​ຈະ​ແຍກ​ພຣະ​ເຈົ້າ ໄປ​ຈາກ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ໃນ​ທີ່​ສຸດ, ຖ້າ​ຫາກ​ສິນ​ລະ​ລຶກ​ບໍ່​ເປັນ​ສິ່ງ​ສັກ​ສິດ, ມັນ​ກໍ​ຈະ​ບໍ່​ສຳ​ຄັນ​ທີ່​ກິ່ນ​ຂອງ​ໝາກ​ກະ​ໂພກ ໄດ້​ລົບ​ກວນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ໃນ​ເມືອງ​ໂກ​ເຕ​ໂບກ. ເຮົາ​ຕ້ອງ​ລະ​ວັງ​ໃນ​ການ​ບໍ່​ຖື​ຊາ​ການ​ປະ​ພຶດ​ທີ່​ເປັນ​ບາບ ໂດຍ​ການ​ປະ​ໝາດ ຫລື ບໍ່​ເອົາ​ໃຈ​ໃສ່​ວ່າ​ພຣະ​ເຈົ້າ​ໄດ້​ເປັນ​ຜູ້​ຂຽນ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ການ​ກັບ​ໃຈ​ທີ່​ແທ້​ຈິງ​ຮຽກ​ຮ້ອງ ການ​ຮັບ​ຮູ້​ເຖິງ​ຄວາມ​ສູງ​ສົ່ງ​ຂອງ​ພຣະ​ຜູ້​ຊ່ວຍໃຫ້​ລອດ ແລະ ຄວາມ​ຈິງ​ຂອງ​ວຽກ​ງານ​ຂອງ​ພຣະ​ອົງ​ໃນ​ຍຸກ​ສຸດ​ທ້າຍ​ນີ້.

ແທນ​ທີ່​ຈະ​ໃຫ້​ຂໍ້​ແກ້​ຕົວ, ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ທີ່​ຈະ​ກັບ​ໃຈ. ຜ່ານ​ການ​ກັບ​ໃຈ, ເຮົາ​ຈະ​ສາ​ມາດ​ສຳ​ນຶກ​ຕົວ​ໄດ້, ເໝືອນ​ດັ່ງ​ລູກ​ຊາຍ​ທີ່​ເສຍ​ໄປ​ໃນ​ຄຳ​ອຸ​ປະ​ມາ,16 ແລະ ສະ​ທ້ອນ​ຄິດ​ເຖິງ​ຄວາມ​ສຳ​ຄັນ​ນິ​ລັນ​ດອນ​ຈາກ​ການ​ກະ​ທຳ​ຂອງ​ເຮົາ. ເມື່ອ​ເຮົາ​ເຂົ້າ​ໃຈ​ວ່າ ບາບ​ຂອງ​ເຮົາ​ສາ​ມາດ​ມີ​ຜົນ​ກະ​ທົບ​ກະ​ເທືອນ​ຕໍ່​ຄວາມ​ສຸກ​ນິ​ລັນ​ດອນ​ຂອງ​ເຮົາ, ເຮົາ​ບໍ່​ພຽງ​ແຕ່​ຈະ​ກັບ​ໃຈ​ແທ້ໆ ແຕ່​​ເຮົາຍັງ​ຈະ​ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ຄົນ​ທີ່​ດີກ​ວ່າ​ເກົ່າ. ເມື່ອ​ຖືກ​ປະ​ເຊີນ​ໜ້າ​ກັບ​ການ​ລໍ້​ລວງ, ເຮົາ​ມັກ​ຈະ​ຖາມ​ຕົວ​ເອງ, ດັ່ງ​ໃນ​ຖ້ອຍ​ຄຳ​ຂອງ ວິວ​ລຽມ ເສກ​ສະ​ເປຍ ວ່າ:

ເຮົາ​ຈະ​ຊະ​ນະ​ຫຍັງ​ຖ້າ​ຫາກ​ເຮົາ​ໄດ້​ສິ່ງ​ທີ່​ເຮົາ​ສະ​ແຫວງ​ຫາ?

ຄວາມ​ຝັນ, ລົມ​ຫັນ​ໃຈ, ຄວາມ​ສຸກ​ທີ່​ບໍ່​ທົນ​ທານ:

ຜູ້​ທີ່​ແລກ​ເອົາ​ຄວາມ​ມ່ວນ​ຊື່ນ​ຈັກ​ນາ​ທີ​ດຽວ ແລ້ວ​ເຈັບ​ໃຈ​ເປັນ​ອາ​ທິດ?

ຫລື​ ຈະ​ສູນ​ເສຍ​ສິ່ງ​ສຳ​ຄັນ​ນິ​ລັນ​ດອນ ເພື່ອ​ຈະ​ໄດ້​ສິ່ງ​ທີ່​ໃຫ້​ຄວາມ​ມ່ວນ​ຊື່ນ​ພຽງ​ຊົ່ວ​ຄາວ?17

ຖ້າ​ຫາກ​ເຮົາ​ບໍ່​ໄດ້​ເຫັນ​ຊີ​ວິດ​ນິ​ລັນ​ດອນ ເພື່ອ​ເຫັນ​ແກ່​ຂອງ​ຫລິ້ນ, ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ກັບ​ໃຈ​ໄດ້. ເປັນ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ກໍ​ມີ​ໂອກ​ກາດ​ອີກ​ຄັ້ງ. ດັ່ງ​ຄຳ​ປຽບທຽບ, ​ເຮົາ​ສາມາດ​ສະລະ​ຂອງ​ຫລິ້ນທີ່​ເຮົາ​ມັກຕັ້ງ​ແຕ່​ຕົ້ນ ​ເພື່ອ​ຈະ​ໄດ້​ມີ​ຄວາມ​ຫວັງ​ແຫ່ງ​ນິລັນດອນ. ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດໄດ້​ອະ​ທິ​ບາຍ​ວ່າ, ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ໄຖ່​ຂອງ​​ເຮົາ​ໄດ້​ຮັບ​ຄວາມ​ຕາຍ​ໃນ​ເນື້ອ​ໜັງ; ພຣະ​ອົງ​ຈຶ່ງ​ໄດ້​ຮັບ​ເອົາ​ຄວາມ​ເຈັບ​ປວດ​ຂອງ​ມະ​ນຸດ​ທັງ​ປວງ, ເພື່ອ​ວ່າ​ມະ​ນຸດ​ທັງ​ປວງ​ຈະ​ໄດ້​ກັບ​ໃຈ ແລະ ມາ​ຫາ​ພຣະ​ອົງ.18

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ໃຫ້​ອະ​ໄພ ເພາະ​ພຣະ​ອົງ​ໄດ້​ຈ່າຍ​ຄ່າ​ບາບ​ຂອງ​ເຮົາ.19

ພຣະຜູ້​ໄຖ່​ຂອງ​ເຮົາເລືອກ​ທີ່​ຈະ​ໃຫ້​ອະ​ໄພ ເພາະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ຄວາມ​ເມດ​ຕາ, ແລະ ຄວາມ​ຮັກ​ທີ່​ບໍ່​ມີ​ຫຍັງ​ທຽບ​ເທົ່າ​ຂອງ​ພຣະ​ອົງ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາປະ​ສົງ​ທີ່ຈະ​ໃຫ້​ອະ​ໄພ. ​ເພາະວ່ານີ້​ຄື​ຄຸນ​ສົມບັດອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ.

​ແລະ ​ເໝືອນ​ດັ່ງ​ພຣະຜູ້​ລ້ຽງ​ທີ່​ດີ, ພຣະອົງ​ປິ​ຕິ​ຍິນ​ດີ ​ເມື່ອ​ເຮົາ​ເລືອກ​ທີ່​ຈະ​ກັບ​ໃຈ.20

ແມ່ນ​ແຕ່​ເມື່ອ​ເຮົາ​ຮູ້​ສຶກ​ຜິດ​ດັ່ງ​ພຣະ​ເຈົ້າ ສຳ​ລັບ​ການ​ກະ​ທຳ​ຂອງ​ເຮົາ,21 ເມື່ອ​ເຮົາ​ເລືອກ​ທີ່​ຈະ​ກັບ​ໃຈ, ໃນ​ທັນ​ທີ​ນັ້ນ ເຮົາ​ກໍ​ເຊື້ອ​ເຊີນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ. ດັ່ງ​ທີ່​ແອມ​ມິວ​ເລັກ​ໄດ້​ສອນ​ວ່າ, ຈົ່ງ “ອອກ​ມາ ແລະ ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ​ອີກ​ຕໍ່​ໄປ; ເພາະ​ຈົ່ງ​ເບິ່ງ, ບັດ​ນີ້​ຄື​ເວ​ລາ ແລະ ວັນ​ແຫ່ງ​ຄວາມ​ລອດ​ຂອງ​ພວກ​ທ່ານ; ແລະ ດັ່ງ​ນັ້ນ, ຖ້າ​ຫາກ​ພວກ​ທ່ານ​ຈະ​ກັບ​ໃຈ ແລະ ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ​ແລ້ວ, ແຜນ​ແຫ່ງ​ການ​ໄຖ່​ອັນ​ຍິ່ງ​ໃຫຍ່​ນີ້​ຈະ​ຖືກ​ນຳ​ມາ​ຫາ​ພວກ​ທ່ານ ໂດຍ​ທັນທີ.”22 ເຮົາ​ສາ​ມາດ​ຮູ້​ສຶກ​ຜິດ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ການ​ກະ​ທຳ​ຂອງ​ເຮົາ ແລະ ໃນ​ເວ​ລາ​ດຽວ​ກັນ ກໍ​ຮູ້​ສຶກ​ເຖິງ​ຄວາມ​ປິ​ຕິ​ຍິນ​ດີ ຈາກ​ການ​ມີ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຄວາມ​ຈິງ​ທີ່​ວ່າ ເຮົາ​ສາ​ມາດ​ກັບ​ໃຈ​ໄດ້​ນັ້ນ​ເປັນ​ຂ່າວ​ທີ່​ປະ​ເສີດ​ຂອງ​ພຣະ​ກິດ​ຕິ​ຄຸນ!23 ຄວາມ​ຮູ້​ສຶກ​ຜິດ ສາ​ມາດ​ຖືກກຳ​ຈັດ​ອອກ​ໄປ.24 ເຮົາ​ສາ​ມາດ​ເຕັມ​ໄປ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ, ໄດ້​ຮັບ​ການ​ໄຖ່​ບາບ​ຂອງ​ເຮົາ, ແລະ ມີ​ຄວາມ​ສະ​ຫງົບ​ໃນ​ຈິດ​ໃຈ.25 ເຮົາ​ສາ​ມາດ​ເປັນ​ອິດ​ສະ​ລະ​ຈາກ​ຄວາມ​ຮູ້​ສຶກ​ສິ້ນ​ຫວັງ ແລະ ການ​ເປັນ​ຂ້າ​ທາດ​ຂອງ​ບາບ. ເຮົາ​ສາ​ມາດ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ​ທີ່​ອັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ ແລະ “ບໍ່​ໄດ້​ເຈັບ​ປວດ​ອີກ​ຕໍ່​ໄປ.”26 ການ​ກັບ​ໃຈ​ບໍ່​ພຽງ​ແຕ່​ຈະ​ເປັນ​ໄປ​ໄດ້ ແຕ່​ຍັງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ​ນຳ​ອີກ ເພາະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຍັງ​ຈຳ​ຄວາມ​ຮູ້​ສຶກ​ທີ່​ໄດ້​ສຳ​ພັດ​ໃຈ​ຂ້າ​ພະ​ເຈົ້າ ຢູ່​ໃນ​ຫ້ອງ​ການ​ຂອງ​ປະ​ທານ ຫລັງ​ຈາກ​ປະສົບ​ການ​ໝາກ​ກະ​ໂພກ​ນັ້ນ​ຢູ່. ຂ້າ​ພະ​ເຈົ້າ​​ໄດ້​ຮູ້​ວ່າ ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແລ້ວ. ຄວາມ​ຮູ້​ສຶກ​ຜິດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ສູນ​ຫາຍ​ໄປ, ອາ​ລົມ​ເສົ້າ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຖືກ​ຍົກ​ອອກ, ແລະ ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ກໍ​ໄດ້​ຮູ້​ສຶກ​ວ່າ​ເບີກ​ບານ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂະ​ນະ​ທີ່​ເຮົາ​ຈົບ​ກອງ​ປະ​ຊຸມ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້ ຮູ້​ສຶກ​ເຖິງ​ຄວາມ​ປິ​ຕິ​ຍິນ​ດີ​ຫລາຍ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ທ່ານ: ຄວາມ​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຮູ້​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ນັ້ນ​ຈິງ; ຄວາມ​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ສາ​ມາດ, ຄວາມ​ເຕັມ​ພຣະ​ໄທ, ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຈະ​ໃຫ້​ອະ​ໄພ; ແລະ ຄວາມ​ປິ​ຕິ​ຍິນ​ດີ​ໃນ​ການ​ເລືອກ​ທີ່​ຈະ​ກັບ​ໃຈ. ຂໍ​ໃຫ້​ເຮົາ​ຈົ່ງ​ຕິດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຈະ “ດື່ມ​ຈາກ​ບໍ່​ນ້ຳ​ແຫ່ງ​ຄວາມ​ລອດ ... ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ.”27 ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ທີ່​ຈະ​ກັບ​ໃຈ; ທີ່​ຈະ​ປະ​ຖິ້ມ​ບາບ​ຂອງ​ເຮົາ, ທີ່​ຈະ​ຫັນ​ຫົວ​ໃຈ ແລະ ຄວາມ​ປະ​ສົງ​ຂອງ​ເຮົາ ກັບ​ຄືນ​ໄປ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ເປັນ​ຈິງ​ທີ່​ດຳ​ລົງ​ຢູ່​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານຄົນ​ໜຶ່ງ ແລະ ​ເປັນຜູ້​ໄດ້​ຮັບ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ຄວາມ​ເມດ​ຕາ, ແລະ ຄວາມ​ຮັກ​ຫລາຍ​ຕໍ່​ຫລາຍ​ເທື່ອ ທີ່​ບໍ່​ມີຫຍັງທຽບ​ເທົ່າ​ໄດ້. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພອນ​ແຫ່ງ​ການ​ໄຖ່​ຈາກ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ຈະ​ເປັນ​ຂອງ​ທ່ານ​ໃນ​ເວລາ​ນີ້ ​ແລະ ​ເປັນ​ຂອງ​ທ່ານ​ເທື່ອ​ແລ້ວ​ເທື່ອ​ອີກ ຕະຫລອດ​ຊົ່ວ​ຊີວິດ​ຂອງ​ທ່ານ,28 ດັ່ງ​ທີ່​ມັນ​ເປັນ​ສຳລັບ​ຂ້າພະ​ເຈົ້າ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ແອວ​ເດີ ​ເພີ ​ໂກສະ​ຕາ ມອມ (1948–2016) ​ໄດ້​ຮັບ​ໃຊ້​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ສາວົກ​ເຈັດ​ສິບ ຈາກ 2010 ຈົນ​ເຖິງ​​ເວລາ​ເພິ່ນ​ໄດ້​ເສຍ​ຊີວິດ​ໄປ. ​ເຖິງ​ແມ່ນ​ເພິ່ນ​ໄດ້​ເກີດ​ຢູ່​ເມືອງຈອນ​ກໍ​ປິງ, ​ໃນປະ​ເທດ​ສະ​ວີ​ເດັນກໍ​ຕາມ, ​​ແຕ່ເພິ່ນ ​ແລະ ນາງອັກ​ນີຕາ ພັນ​ລະ​ຍາ​ຂອງ​ເພິ່ນ ​ໄດ້​ໄປ​ອາ​ໄສ​ຢູ່​ເມືອງໂກ​ເຕ​ໂບກ, ປະ​ເທດ​ສະ​ວີ​ເດັນ. ​ໃນ​ຄຳ​ປາ​ໄສ​ທີ່​ດີ​ເດັ່ນ​ຂອງ​ເພິ່ນ ຢູ່​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ ​ເດືອນ​ຕຸລາ 2010, ​ແອວ​ເດີ ມອມ ກໍ​ໄດ້​ກ່າວ​ສະທ້ອນ​ຄືນຫລັງ​ເຖິງ​ເມືອງ​ໂກ​ເຕໂບກ (​ເບິ່ງ “Rest unto Your Souls,” Liahona, Nov. 2010, 101–2).

  2. ເຖິງ​ແມ່ນ​ວ່າ ສະ​ເຕ​ຟານ ບໍ່​ແມ່ນ​ຊື່​ແທ້​ຂອງ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ເລື່ອງ​ນີ້​ກໍ​ຖືກ​ເລົ່າ​​ໂດຍ​ໄດ້​ຮັບ​ການ​ອະ​ນຸ​ຍາດຈາກ​ລາວ.

  3. ​ເບິ່ງ Doctrine and Covenants 58:42–43.

  4. ຄຳ​ວ່າ metanoeo ​ໃນ​ພາສາ​ກຣີກ ໝາຍ​ຄວາມ​ວ່າ “‘ເຫັນ​ໄດ້​ພາຍຫລັງ’ (meta, ‘ຫລັງ​ຈາກ,’ ໝາຍ​ເຖິງ ‘ການ​ປ່ຽນ​ແປງ,’ noeo, ‘ທີ່​ຈະ​ເຫັນ’; nous, ‘ຄວາມ​ຄິດ, ຕົ້ນ​ເຫດ​ຂອງ​ການ​ສະທ້ອນ​ຄິດ​ທາງ​ສິນ​ທຳ’)” (ເບິ່ງ James Strong, The New Strong’s Expanded Exhaustive Concordance of the Bible [2010], Greek dictionary section, 162).

  5. ຄຳ​ແປ​ຂອງ​ຂ້າ​ພະ​ເຈົ້າ​ຂອງ​ຄຳ omvänd. Om ສາ​ມາດ​ຖືກ​ແປ​ວ່າ “ອ້ອມ​ຮອບ.” Vänd ສາ​ມາດ​ຖືກ​ແປ​ວ່າ “ການ​ຫັນ.”

  6. C. S. Lewis, The Great Divorce (1946), 6. ໃນ​ຄຳ​ນຳ​ຂອງ​ໜັງ​ສື​ນີ້, ທ່ານ​ລະ​ວິ​ສ ໄດ້​ຂຽນ​ວ່າ ບາງ​ຄົນ​ພະ​ຍາ​ຍາມ​ທີ່​ຈະເຮັດ​ໃຫ້ ສະ​ຫວັນ ແລະ ນະ​ລົກ ມາ​ລວມຕົວ “ເຂົ້າ​ກັນ” ແທນ​ທີ່​ຈະ​ເລືອກ​ເອົາ​ອັນ​ໃດ​ອັນ​ໜຶ່ງ. ເພິ່ນ​ກ່າວ​ວ່າ ບາງ​ຄົນ​ໃນ​ພວກ​ເຮົາ​ກໍ​ຄິດ​ວ່າ “ການ​ພັດ​ທະ​ນາ ຫລື ການ​​ປ່ຽນ​ແປງ ຫລື ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ ຈະ​ປ່ຽນ​ຄວາມ​ຊົ່ວ​ໃຫ້​ເປັນ​ຄວາມ​ດີ. ... ຂ້າ​ພະ​ເຈົ້າ​ຄິດ​ວ່າ ຄວາມ​ຄິດ​ນີ້ ເປັນ​ຄວາມ​ຜິດ​ທີ່​ມີ​ຜົນ​ຮ້າຍ. ... ເຮົາ​ບໍ່​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ບ່ອນ​ທີ່​ເສັ້ນ​ທາງ​ທຸກ​ເສັ້ນ​ນັ້ນ​ຊື່​ຕົງ ແລະ ທຸກ​ເສັ້ນ, ຖ້າ​ຫາກ​​ເດີນ​ໄປ​ດົນ​ນານ​ພໍ​ສົມ​ຄວນ, ​​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ​ ​ແລ້ວ​ມັນ​ຈະ​ໃກ້​​ເຂົ້າກັນ ແລະ ໃນ​ທີ່​ສຸດ​ໄປ​ພົບ​ກັນ​ໃນ​ໃຈ​ກາງ. ...

    “ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ທຸກ​ຄົນ​ທີ່​ເລືອກ​ເສັ້ນ​ທາງ​ຜິດ​ຈະ​ຕາຍ​ໄປ; ແຕ່​ວ່າ​ການ​ຊ່ວຍ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ປະ​ກອບ​ຢູ່​ໃນ​ການ​ຖືກ​ວາງ​ຄືນ​ໄວ້​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ. ... ຄວາມ​ຊົ່ວ​ຮ້າຍ​ສາ​ມາດ​ຖືກ​ແກ້​ໄຂ, ແຕ່​ມັນ​ຈະ​ບໍ່​ສາ​ມາດ ‘ພັດ​ທະ​ນາ’ ເປັນ​ຄວາມ​ດີ​ໄດ້. ວັນ​ເວ​ລາ​ຈະ​ບໍ່​ປິ່ນ​ປົວ​ມັນ. ຄວາມ​ຊົ່ວ​ຮ້າຍ​ນັ້ນ​ຕ້ອງ​ຖືກ​ແກ້​ໄຂ, ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ. ... ຫລື ບໍ່ຖືກ​ແກ້​ໄຂ​ເລີຍ” (5–6).

  7. ​ເບິ່ງ Bible Dictionary, “Repentance.”

  8. ເອ​ເຊ​ກຽນ 33:14–15.

  9. ປະຈັກ​ພະຍານ​ຂອງ​ປະທານ​ບອຍ ​ເຄ ​ແພ໊ກ​ເກີ ໃນ​ກອງ​ປະ​ຊຸມ​ຜູ້​ນຳ ທີ່​ກ່ຽວ​ພັນ​ກັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຂອງ​ເດືອນ​ເມ​ສາ 2015 ບໍ່​ໄດ້​ຖືກ​ຈັດ​ພິມ. ຂໍ້ຄວາມ​ທີ່​ກ່າວ​ມານັ້ນ ​ແມ່ນ​ມາ​ຈາກ​ບັນ​ທຶກ​ສ່ວນ​ຕົວ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ໄວ້​ໃນ​ເວ​ລາ​ນັ້ນ.

  10. Boyd K. Packer, “The Plan of Happiness,” Liahona, May 2015, 28.

  11. 2 ນີ​ໄຟ 2:5.

  12. 2 ນີ​ໄຟ 2:27.

  13. ​ເບິ່ງ 2 ນີ​ໄຟ 2:26.

  14. ແອວ​ມາ 1:4. ນີຮໍ ​ແລະ ຜູ້​ຕິດຕາມ​ຂອງ​ລາວ ບໍ່​ເຊື່ອ​ໃນ​​ການ​ກັບ​ໃຈ (ເບິ່ງ ​ແອວ​ມາ 15:15).

  15. ​ເບິ່ງ Russell M. Nelson, “Divine Love,” Liahona, Feb. 2003, 12–17.

  16. ​ເບິ່ງ ລູກາ 15:17; ​ເບິ່ງ ຂໍ້​ທີ 11–24 ນຳ​ອີກ.

  17. William Shakespeare, The Rape of Lucrece, lines 211–14.

  18. ​ເບິ່ງ Doctrine and Covenants 18:11.

  19. ​ເບິ່ງ ເອຊາ​ຢາ 53:5.

  20. ​ເບິ່ງ ລູກາ 15:4–7; Doctrine and Covenants 18:10–13.

  21. ການ​ກັບ​ໃຈ​ທີ່​ແທ້​ຈິງ​ຮ່ວມ​ດ້ວຍ “ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ” (2 ​ໂກຣິນ​ໂທ 7:10). ແອວ​ເດີ ເອັມ ຣະໂຊ ບາ​ເລີດ ໄດ້​ສອນ​ວ່າ: “ສຳ​ລັບ​ຜູ້​ທີ່​ໄດ້​ອອ​ກ​ໄປ​ຜິດ​ທາງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຈັດ​ຫາ​ທາງ​ໃຫ້​ກັບ​ຄືນ. ແຕ່​ມັນ​ບໍ່​ໄດ້​ປາດ​ສະ​ຈາ​ຄວາມ​ເຈັບ​ປວດ. ການ​ກັບ​ໃຈ​ນັ້ນ​ບໍ່​ແມ່ນ​ເລື່ອງ​ງ່າຍ; ມັນ​ຕ້ອງ​ໃຊ້​ເວ​ລາ—ຊ່ວງ​ເວ​ລາ​ທີ່​ເຈັບ​ປວດ!” (“Keeping Covenants,” Ensign, May 1993, 7). ​ແອວ​ເດີ ຣິ​ເຈີດ ຈີ ສະກາ​ດ ກໍ​ໄດ້​ສອນ​ນຳ​ອີກ​ວ່າ, “ບາງ​ເທື່ອ​ຂັ້ນ​ຕອນ​ຂອງ​ການ​ກັບ​ໃຈ ໃນ​ຕອນ​ຕົ້ນ​ກໍ​ຍາກ ແລະ ເຈັບ​ປວດ​ຫລາຍ” (“Finding Forgiveness,” Ensign, May 1995, 77). ເຖິງ​ແມ່ນ​ວ່າ ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ ແລະ ຄວາມ​ເຈັບ​ປວດ​ນັ້ນ​ກ່ຽວ​ພັນ​ໃນ​ຂັ້ນ​ຕອນ​ຂອງ​ການ​ກັບ​ໃຈ, ແຕ່​ຜົນ​ທີ່​ຕາມ​ມາ​ໃນ​ທີ່​ສຸດ​ນັ້ນ​ຄື​ຄວາມ​ປິ​ຕິ​ຍິນ​ດີ​ເມື່ອ​ໄດ້​ຮູ້​ສຶກ​ເຖິງ​ການ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ.

  22. ແອວ​ມາ 34:31; ​ເນັ້ນຄຳ​ເນີ້ງ.

  23. ​ເບິ່ງ Bible Dictionary, “Gospels.”

  24. ເອ​ໂນ​ດ 1:6.

  25. ໂມ​ໄຊ​ຢາ 4:3.

  26. ໂມ​ໄຊ​ຢາ 27:29.

  27. ເອຊາ​ຢາ 12:3.

  28. ເບິ່ງ ໂມ​ໄຊ​ຢາ 26:29–30. ​ເຖິງ​ແມ່ນ​ພຣະ​ເຈົ້າ​ສັນຍາ​ທີ່​ຈະ​ໃຫ້​ອະ​ໄພ​ດ້ວຍ​ຄວາມ​ສະໝັກ​ພຣະ​ໄທ, ​ແຕ່​ການ​ເຮັດ​ບາບ​ດ້ວຍ​​ເຈດ​ຕະນາ ​ແລະ ຫວັງ​ເພິ່ງ​ຄວາມ​ເມດ​ຕາ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ເພື່ອ​ຈະ​ໄດ້​ກັບ​ໃຈ​​ແບບ​ງ່າຍໆ ​ເປັນສິ່ງ​ທີ່​ໜ້າ​ລັງ​ກຽດ​ຕໍ່​ພຣະ​ເຈົ້າ (ເບິ່ງ ເຮັບ​ເຣີ 6:4–6; 10:26–27). ​ແອວ​ເດີ ຣິ​ເຈີດ ຈີ ສະກາດ ​ໄດ້​ກ່າວ​ວ່າ: “ຂ່າວ​ທີ່​ປິ​ຕິ​ຍິນ​ດີ​ສຳ​ລັບ​ຄົນ​ທີ່​ປາດ​ຖະ​ໜາ​ຈະ​ກຳ​ຈັດ​ຜົນ​ສະ​ທ້ອນ​ຂອງ​ການ​ເລືອກ​ທີ່ບໍ່​ດີ​ໃນ​ອະ​ດີດກໍ​ຄື​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ຄວາມ​ອ່ອນ​ແອວ່າແຕກ​ຕ່າງ​ຈາກ​ການ​ກະ​ບົດ. ພຣະ​ຜູ້​ເປັນ​ເຈົ້າ​ເຕືອນ​ວ່າ​ການ​ກະ​ບົດ​ທີ່​ຍັງ​ບໍ່​ໄດ້​ກັບ​ໃຈ​ນັ້ນ​ຈະ​ນຳ​ການ​ລົງ​ໂທດ​ມາ​ໃຫ້. ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ເຖິງ​ຄວາມ​ອ່ອນ​ແອ, ມັນ​ຈະ​ມາ​ດ້ວຍ​ຄວາມ​ເມດ​ຕາ​ສະ​ເໝີ” (“Personal Strength through the Atonement of Jesus Christ,” Liahona, Nov. 2013, 83).