​2010–2019
ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ
​ເດືອນ​ຕຸລາ 2016


ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ

ສິ່ງ​ທີ່​ເຮົາ​ເອີ້ນ​ວ່າ “ວຽກ​ງານ​ເຜີຍ​ແຜ່​ຂອງ​ສະ​ມາ​ຊິກ” ບໍ່​ໄດ້​ເປັນ​ໂຄງ​ການ ແຕ່​ເປັນ​ທ່າ​ທີ​ແຫ່ງ​ຄວາມ​ຮັກ ແລະ ການ​ເອື້ອມ​ອອກ​ໄປ​ຊ່ວຍ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ.

I.

ໃກ້​ບັ້ນ​ທ້າຍ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ໄດ້​ບັນ​ຊາ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ: “ເຫດ​ສະ​ນັ້ນ ພວກ​ເຈົ້າ​ຈົ່ງ​ໄປ, ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກ​ສິດ” (ມັດ​ທາຍ 28:19) ແລະ “ເຈົ້າ​ທັງ​ຫລາຍ​ຈົ່ງ​ໄປ​ທົ່ວ​ໂລກ ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ມະ​ນຸດ​ສະ​ໂລກ​ທັງ​ໝົດ.” (ມາຣະ​ໂກ 16:15). ຊາວ​ຄຣິດ​ທຸກ​ຄົນ​ມີ​ພັນ​ທະ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັນ​ຊາ​ເຫລົ່າ​ນີ້ ທີ່​ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ທຸກ​ຄົນ. ຫລາຍ​ຄົນ​ເອີ້ນ​ສິ່ງ​ນີ້​ວ່າ “ໜ້າ​ທີ່​ມອບ​ໝາຍ​ທີ່​ຍິ່ງ​ໃຫຍ່.”

ຮູບ​ພາບ
ພຣະຜູ້​ຊ່ວຍ​ໃຫ້​ລອດ​ສອນ​ເຮົາ​ໃຫ້​ຮັກ

ດັ່ງ​ທີ່​ແອວ​ເດີ ນຽວ ​ແອວ ​ແອນ​ເດີ​​ເຊັນ ​ໄດ້​ບັນຍາຍ​ໃນ​ພາກ​ເຊົ້າ, ແນ່​ນອນ​ວ່າ ໄພ່​ພົນ​ຍຸກ​ສຸດ​ທ້າຍ ເປັນ​ກຸ່ມ​ຄົນ​ຈຳ​ນວນ​ໜຶ່ງ​ທີ່​ຜູກ​ມັດ​ຕໍ່​ຄວາມ​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ນີ້. ເຮົາ​ຕ້ອງ​ພະ​ຍາ​ຍາມ​ໃນ​ເລື່ອງ​ນີ້, ເພາະ​ເຮົາ​ຮູ້​ວ່າ​ພຣະ​ເຈົ້າ​ຮັກ​ລູກໆ​ຂອງ​ພຣະ​ອົງ ແລະ ວ່າ​ໃນ​ວັນ​ເວ​ລາ​ສຸດ​ທ້າຍ​ນີ້ ພຣະ​ອົງ​​ໄດ້​ຟື້ນ​ຟູ​ຄວາມ​ຮູ້​ທີ່​ຈຳ​ເປັນ​ເພີ່ມ​ເຕີມ ແລະ ອຳ​ນາດ​ທີ່​ຈະ​ໃຫ້​ພອນ​ເຂົາ​ເຈົ້າ​ທຸກ​ຄົນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​​ໄດ້​ສອນ​ເຮົາ ໃຫ້​ຮັກ​ທຸກ​ຄົນ ໃນ​ຖາ​ນະ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ, ແລະ ເຮົາ​ໃຫ້​ກຽດ​ຄຳ​ສອນ​ນັ້ນ​ໂດຍ​ການ​ແບ່ງ​ປັນ​ພະ​ຍານ ແລະ ຂ່າວ​ສານ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ນີ້​​ໃຫ້​ແກ່ທຸກປະ​ຊາ​ຊາດ, ທຸກຕະ​ກຸນ, ທຸກພາ​ສາ, ແລະ ທຸກຜູ້​ຄົນ​ທັງ​ປວງ (ເບິ່ງ D&C 112:1). ນີ້​ຄື​ພາກ​ສ່ວນ​ທີ່​ຈຳ​ເປັນ​ຂອງ​ຄວາມ​ໝາຍ​ຂອງ​ການ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ເຮົາ​ຖື​ສິ່ງ​ນີ້​ວ່າ​ເປັນ​ສິດ​ທິ​ພິ​ເສດ​ທີ່​ໜ້າ​ຊື່ນ​ຊົມ. ຈະ​ມີ​ຫຍັງ​ເປັນ​ທີ່​ໜ້າ​ຊື່ນ​ຊົມ​ຫລາຍ​ກວ່າ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຈິງ​ນິ​ລັນ​ດອນ​ກັບ​ລູກໆ​ຂອງ​ພຣະ​ເຈົ້າ​ບໍ?

ທຸກ​ວັນ​ນີ້​ເຮົາ​ມີ​ແຫລ່ງ​ຊ່ວຍ​ເຫລືອ​ຫລາຍ​ຢ່າງ ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ທີ່​ບໍ່​ໄດ້​ມີ​ໄວ້​ໃຫ້​ຄົນ​ໃນ​ລຸ້ນ​ທີ່​ຜ່ານ​ມາ. ເຮົາ​ມີ​ໂທ​ລະ​ພາບ, ອິນ​ເຕີ​​ເນັດ, ແລະ ຊ່ອງ​ສື່​ສານ​ມວນ​ຊົນ. ເຮົາ​ມີ​ຂ່າວ​ສານ​ທີ່​ສຳ​ຄັນ ທີ່​ຊ່ວຍ​ແນະ​ນຳ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ. ເຮົາ​ມີ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຊື່​ສຽງ​ໃນ​ຫລາຍໆ​ປະ​ຊາ​ຊາດ. ເຮົາ​ໄດ້​ເພີ່ມ​ຈຳ​ນວນ​ຜູ້​ສອນ​ສາດ​ສະ​ໜາ. ແຕ່ ເຮົາ​ກຳ​ລັງ​ນຳ​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ໃຫ້​ເຕັມ​ປ່ຽມ​ບໍ? ຂ້າ​ພະ​ເຈົ້າ​​ເຊື່ອວ່າ​ຫລາຍ​ຄົນ​ໃນ​ພວກ​ເຮົາ​ຈະ​ຕອບ​ວ່າ ບໍ່. ເຮົາ​ປາດ​ຖະ​ໜາ​ທີ່​ຈະ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ ໃນ​ການ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສູງ​ສົ່ງ​ທີ່​ຖືກ​ມອບ​ໝາຍ​ໃຫ້ ທີ່​ຈະ​ປະ​ກາດ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຕະ​ຫລອດ​ທົ່ວ​ໂລກ.

ມີ​ຄວາມ​ຄິດ​ທີ່​ດີ​ຫລາຍ​ຢ່າງ​ສຳ​ລັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ທີ່​ຈະ​ໃຊ້​ໄດ້​ໃນ​ສະ​ເຕກ​ຂອງ​ເຮົາ ຫລື ໃນ​ແຕ່​ລະ​ປະ​ເທດ. ແຕ່ ເປັນ​ເພາະ​ເຮົາ​ເປັນ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຢູ່​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ຢາກ​ຈະ​ກ່າວ​ເຖິງ​ຄວາມ​ຄິດ​ເຫັນ ທີ່​ຈະ​ນຳ​ໃຊ້​ໄດ້​ໃນ​ທຸກ​ແຫ່ງ​ຫົນ, ຮ່ວມ​ທັງ​ໜ່ວຍ​ໃໝ່ໆ​ຈົນ​ເຖິງ​ໜ່ວຍ​ທີ່​ຖືກ​ຈັດ​ຕັ້ງ​ຂຶ້ນ​ມາ​ນານ​ແລ້ວ, ຮ່ວມ​ທັງ​ວັດ​ທະ​ນະ​ທຳ​ທີ່​ກຳ​ລັງ​ຍອມ​ຮັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ປະ​ຊາ​ຊາດ​ທີ່​ນັບ​ມື້​ນັບ​ໂຫດ​ຮ້າຍ​ຕໍ່​ສາດ​ສະ​ໜາ. ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ເຖິງ​ຄວາມ​ຄິດ​ທີ່​ທ່ານ​ສາ​ມາດ​ແບ່ງປັນກັບ​ຜູ້​ຄົນ​ທີ່​ເປັນ​ຜູ້​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ​ ແລະ ກັບ​ຜູ້​ຄົນ​ທີ່​ບໍ່​ເຄີຍ​ໄດ້​ຍິນ​ແມ່ນ​ແຕ່​ຊື່​ຂອງ​ພຣະ​ອົງ, ກັບ​ຜູ້​ຄົນ​ທີ່​ພໍ​ໃຈ​ນຳ​ຊີ​ວິດ​ປະ​ຈຸ​ບັນ​ຂອງ​ເຮົາ ແລະ ກັບ​ຜູ້​ຄົນ​ທີ່​ກຳ​ລັງ​ສະ​ແຫວງ​ຫາ​ຢ່າງ​ສິ້ນ​ຫວັງ ທີ່​ຈະ​ພັດ​ທະ​ນາ​ຕົວ​ເອງ​ໃຫ້​ດີ​ຂຶ້ນ.

ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ​ຫຍັງ​ໄດ້​ແດ່ ທີ່​ຈະ​ຊ່ວຍ​ທ່ານ​ໄດ້ ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ທ່ານ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ? ເຮົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ມາ​ຊິກ​ທຸກ​ຄົນ, ແລະ ສະ​ມາ​ຊິກ​ທຸກ​ຄົນ​ກໍ​ສາ​ມາດ​ຊ່ວຍ​ໄດ້, ເພາະ​ວ່າ​ຍັງ​ມີ​ວຽກ​ງານ​ຫລາຍ​ຢ່າງ​ທີ່​ຕ້ອງ​ເຮັດ ຂະ​ນະ​ທີ່​ເຮົາ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ ກັບ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ.

ຮູບ​ພາບ
ປະທານ​ມອນ​ສັນ​ຊຸກຍູ້​ສະມາຊິກ ​ແລະ ຜູ້​ສອນ​ສາດສະໜາ​ໃຫ້​ເຮັດ​ວຽກ​ງານ​ນຳ​ກັນ

ເຮົາ​ທຸກ​ຄົນ​ກໍ​ຮູ້​ດີ​ວ່າ​ພາກ​ສ່ວນ​ຂອງ​ສະ​ມາ​ຊິກ​ໃນ​ວຽກ​ງານ​ເຜີຍ​ແຜ່ ແມ່ນ​ຈຳ​ເປັນ​ຫລາຍ​ໃນ​ການ​ບັນ​​ລຸ​ຜົນ​ສຳ​ເລັດ ທັງ​ໃນ​ການ​ປ່ຽນ​ໃຈ​ເຫລື້ອ​ມໃສ ແລະ ໃນ​ການ​ຮັກ​ສາ​ໄວ້​ໃຫ້​ເຂັ້ມ​ແຂງ. ປະ​ທານທອມ​ມັສ ແອັສ ມອນ​ສັນ ໄດ້​ກ່າວ​ວ່າ: “ບັດ​ນີ້​ເປັນ​ເວ​ລາ​ສຳ​ລັບ​ສະ​ມາ​ຊິກ ແລະ ຜູ້​ສອນ​ສາດ​ສະ​ໜາ ທີ່​ຈະ​ຮ່ວມ​ມື​ກັນ ... [ແລະ] ອອກ​ແຮງ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ນຳ​ຈິດ​ວິນ​ຍານ​ມາ​ສູ່​ພຣະ​ອົງ. ພຣະ​ອົງ​ໄດ້​ຕຽມ​ແບບ​ແຜນ​ໄວ້​ໃຫ້​ເຮົາ​ໃນ​ຫລາຍ​ວິທີ​ທາງ ເພື່ອ​ຈະ​ໄດ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ແລະ ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ເຮົາ ໃນ​ການ​ອອກ​ແຮງ ຖ້າ​ຫາກ​ເຮົາ​ຈະ​ກະ​ທຳ​ໃນ​ສັດ​ທາ ເພື່ອ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ອົງ.”1

ຮູບ​ພາບ
ວຽກ​ງານ​ເຜີຍ​ແຜ່​ບໍ່​ແມ່ນ​ແຕ່​ວຽກ​ງານ​ສຳຄັນ​ຢ່າງດຽວ​

ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ ເປັນ​ໜ້າ​ທີ່ ແລະ ສິດ​ທິ​ພິ​ເສດ​ຕະ​ຫລອດ​ຊີ​ວິດ​ຂອງ​ຊາວ​ຄຣິດ​ສະ​ຕຽນ​ເຮົາ. ແອວ​ເດີ ຄ​ວິນ​ຕິນ ແອວ ຄຸກ ເຕືອນ​ເຮົາ​ວ່າ, “ວຽກ​ງານ​ເຜີຍ​ແຜ່​ບໍ່​ໄດ້​ເປັນ​ພຽງ​ແຕ່​ວຽກ​ງານ​ ທີ່​ເຮົາ​ຈະ​ເອົາ​ໃຈ​ໃສ່ເປັນ​ບາງ​ຄັ້ງ​ບາງ​ຄາວ​ເທົ່າ​ນັ້ນ; ມັນ​ເປັນ​ວຽກ​ງານ​​ທີ່​ສຳ​ຄັນ ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ຢ່າງ​ຕໍ່​ເນື່ອງ ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ ຖ້າ​ຫາກ​ເຮົາ​ຈະ​ຄົງ​ຢູ່​ໃຫ້​ສອດ​ຄ່ອງ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຮົາ​ຕໍ່​ອຸ​ດົມ​ການ​ຂອງ​ຊາວ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.”2

II.

ມີ​ສາມ​ສິ່ງ​ທີ່​ສະ​ມາ​ຊິກ​ທຸກ​ຄົນ​ສາ​ມາດ​ເຮັດ​ໄດ້ ເພື່ອ​ຊ່ວຍ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ບໍ່​ວ່າ​ສະ​ຖາ​ນະ​ການ​ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ອາ​ໄສ​ຢູ່ ແລະ ທີ່​ທຳ​ງານ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ. ເຮົາ​ທຸກ​ຄົນ​ຄວນ​ເຮັດ​ທຸກ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ.

ໜຶ່ງ, ເຮົາ​ສາ​ມາດ​ອະ​ທິ​ຖານ ເພື່ອ​ຂໍ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຊ່ວຍ ໃນ​ພາກ​ສ່ວນ​ທີ່​ຈຳ​ເປັນ​ຂອງ​ວຽກ​ງານ​ແຫ່ງ​ຄວາມ​ລອດ. ທຸກໆ​ຄວາມ​ພະ​ຍາ​ຍາມ​ເລີ່ມ​ຕົ້ນ​ດ້ວຍ ຄວາມ​ປາດ​ຖະ​ໜາ.

ສອງ, ເຮົາ​ສາ​ມາດ​ຮັກ​ສາ​ພຣະ​ບັນ​ຍັດ​ດ້ວຍ​ຕົວ​ເຮົາ​ເອງ. ສະ​ມາ​ຊິກ​ທີ່​ຊື່​ສັດ ແລະ ເຊື່ອ​ຟັງ​ຄື​ພະ​ຍານ​ທີ່​ດຶງ​ດູດ​ໃຈ​ເຖິງ​ຄວາມ​ຈິງ ແລະ ຄຸນ​ຄ່າ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ. ຍິ່ງ​ສຳ​ຄັນ​ຫລາຍ​ກວ່າ​ນັ້ນ, ສະ​ມາ​ຊິກ​ທິ່​ຊື່​ສັດ​ຈະ​ມີ​ພຣະ​ວິນ​ຍານຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ສະ​ຖິດ​ຢູ່​ນຳ​ເຂົາ​ເຈົ້າ​ຕະ​ຫລອດ​ເວ​ລາ ເພື່ອ​ຊີ້​ນຳ​ເຂົາ​ເຈົ້າ ຂະ​ນະ​ທີ່​ເຂົາ​ເຈົ້າ​ສະ​ແຫວງ​ຫາ ທີ່​ຈະ​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ທີ່​ປະ​ເສີດ ຂອງ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ສາມ, ເຮົາ​ສາ​ມາດ​ອະ​ທິ​ຖານ​ເພື່ອ​ຂໍ​ການ​ດົນ​ໃຈ​ເຖິງ​ສິ່ງ​ທີ່​ ​ເຮົາ ສາ​ມາດ​ເຮັດ​ໄດ້ ໃນ​ສະ​ຖາ​ນະ​ການ​ສ່ວນ​ຕົວ​ຂອງ​ເຮົາ ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ຄົນ​ອື່ນ. ນີ້​ແມ່ນ​ແຕກ​ຕ່າງ​ຈາກ​ການ​ອະ​ທິ​ຖານ​ເພື່ອ​ ຜູ້​ສອນ​ສາດ​ສະ​ໜາ ຫລື ການ​ອະ​ທິ​ຖານ​ເພື່ອ​ສິ່ງ​ທີ່​ ຄົນ​ອື່ນ​ ສາ​ມາດ​ເຮັດ​ໄດ້. ເຮົາ​ຄວນ​ອະ​ທິ​ຖານ​ເພື່ອ​ສິ່ງ​ທີ່​ ເຮົາ​ ສາ​ມາດ​ເຮັດ​ໄດ້​ເປັນ​ສ່ວນ​ຕົວ. ເມື່ອ​ເຮົາ​ອະ​ທິ​ຖານ, ເຮົາ​ຄວນ​ຈຳ​ໄວ້​ວ່າ ຄຳ​ອະ​ທິ​ຖານ​ເພື່ອ​ການ​ດົນ​ໃຈ​ດັ່ງ​ກ່າວ​ຈະ​ໄດ້​ຮັບ​ຄຳ​ຕອບ ຖ້າ​ຫາກ​ມັນ​ຄຽງ​ຄູ່​ໄປ​ກັບ​ຄຳ​ໝັ້ນ​ສັນ​ຍາ—ສິ່ງ​ທີ່​ພຣະ​ຄຳ​ພີ​ເອີ້ນ​ວ່າ, “ໃຈ​ຈິງ” ຫລື “ຄວາມ​ມຸ້ງ​ໝາຍ​ເຕັມ​ທີ່​ແຫ່ງ​ໃຈ.” ຂໍ​ໃຫ້​ອະ​ທິ​ຖານ​ດ້ວຍ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ກະ​ທຳ ຕາມ​ການ​ດົນ​ໃຈ​ທີ່​ທ່ານ​ໄດ້​ຮັບ, ໃຫ້​ສັນ​ຍາ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຖ້າ​ຫາກ​ພຣະ​ອົງ​ຈະ​ດົນ​ໃຈ​ທ່ານ​ໃຫ້​ເວົ້າ​ລົມ​ກັບ​ຄົນ​ໃດ​ຄົນ​ໜຶ່ງ ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ, ແລ້ວ​ທ່ານ​ຈະ​ເຮັດ​ຕາມ.

ເຮົາ​ຕ້ອງ​ການ​ ການ​ຊີ້​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ ໃນ​ເວ​ລາ​ໃດ​ເວ​ລາ​ໜຶ່ງ​ໂດຍ​ສະ​ເພາະ ບາງ​ຄົນ—ກໍ​ພ້ອມ ແລະ ອີກ​ບາງ​ຄົນ​ກໍ​ບໍ່​ພ້ອມ—ທີ່​ຈະ​ຮັບ​ຟັງ​ຄວາມ​ຈິງ​ເພີ່ມ​ເຕີມ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ. ເຮົາ​ບໍ່​ຄວນ​ຕັ້ງ​ຕົວ​ເອງ​ຂຶ້ນ​ເພື່ອ​ເປັນ​ຜູ້​ຕັດ​ສິນ​ວ່າ​ໃຜ​ພ້ອມ​ແລ້ວ ແລະ ໃຜ​ຍັງ​ບໍ່​ພ້ອມ​ທີ່​ຈະ​ຍອມ​ຮັບ. ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ, ແລະ ຖ້າ​ຫາກ​ເຮົາ​ອະ​ທິ​ຖານ​ເພື່ອ​ຂໍ​ການ​ດົນ​ໃຈ, ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ພົບ​ເຫັນ​ຜູ້​ຄົນ​ທີ່​ພຣະ​ອົງ​ຮູ້​ວ່າ​ ຄົນ​ໃດ “ຢູ່ໃນ​ການ​ຕຽມ​ພ້ອມ​ທີ່​ຈະ​ຮັບ​ຟັງ​ພຣະ​ຄຳ” (ແອວ​ມາ 32:6).

ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄົນ​ໜຶ່ງ, ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ສະ​ມາ​ຊິກ ແລະ ຄອບ​ຄົວ​ໃນ​ສາດ​ສະ​ໜາ​ຈັກ ໃຫ້​ອະ​ທິ​ຖານ​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ ເພື່ອ​ຈະ​ພົບ​ເຫັນ​ຜູ້​ຄົນ​ທີ່​ຖືກ​​ຕຽມ​ໄວ້​ໃຫ້ ເພື່ອ​ຮັບ​ເອົາ​ຂ່າວ​ສານ​ແຫ່ງ​ພຣະ​ກິດ​ຕິ​ຄຸນຂອງ​ພຣະ​ເຢ​ຊູ​ຄຣິດ. ແອວ​ເດີ ເອັມ ຣະ​ໂຊ ບາ​ເລີດ ໄດ້​ໃຫ້​ຄຳ​ແນະ​ນຳ​ທີ່​ສຳ​ຄັນ, ທີ່​ຂ້າ​ພະ​ເຈົ້າ​ກໍ​ເຫັນ​ດ້ວຍ ທີ່​ວ່າ “ຈົ່ງ​ໄວ້​ວາງ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ຮູ້​ຈັກ​ແກະ​ຂອງ​ພຣະ​ອົງ. ... ຖ້າ​ຫາກ​ເຮົາ​ບໍ່​ຮ່ວມ​ໄມ້​ຮ່ວມ​ມື​ກັນ, ຫລາຍ​ຄົນ​ທີ່​ຄວນຈະ​ໄດ້​ຮັບ​ຟັງ​ຂ່າວ​ສານ​ແຫ່ງ​ການ​ຟື້ນ​ຟູ​ ຈະ​ບໍ່​​ມີ​ໂອ​ກາດ. ... ຫລັກ​ການ​ນັ້ນ​ກໍ​ລຽບ​ງ່າຍ—ອະ​ທິ​ຖານເປັນ​ສ່ວນ​ຕົວ ແລະ ​ເປັນ​ຄອບ​ຄົວ​, ຂໍ​ໂອ​ກາດ​ທາງ​ການ​ເຜີຍ​ແຜ່.”3 ເມື່ອ​ເຮົາ​ສະ​ແດງ​ສັດ​ທາ​ຂອງ​ເຮົາ ໂອ​ກາດ​ເຫລົ່າ​ນີ້​ຈະ​ມາ​ເຖິງ ໂດຍ​ບໍ່​ໄດ້​ວາງ​ແຜນ​ໄວ້​ລ່ວງ​ໜ້າ. ມັນ​ຈະ​ເກີດ​ຂຶ້ນ​ຕາມຜົນງານ​ທຳ​ມະ​ຊາດ​ແຫ່ງ​ຄວາມ​ຮັກ​ຂອງ​ເຮົາ​ ທີ່​ມີ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ.”4

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ມັນ​ຈິງ. ຂ້າ​ພະ​ເຈົ້າ​ຈະ​ຕື່ມ​ຄຳ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າວ່າ ດ້ວຍ​ສັດ​ທາ​ໃນ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ຈະ​ຖືກ​ນຳ​ພາ, ໄດ້​ຮັບ​ການ​ດົນ​ໃຈ, ແລະ ພົບ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ໃນ​ວຽກ​ງານ​ແຫ່ງ​ຄວາມ​ຮັກ ທີ່​ສຳ​ຄັນ​ຊົ່ວ​ນິ​ລັນ​ດອນ. ເຮົາ​ມາ​ເຂົ້າ​ໃຈ​ວ່າ​ຄວາມ​ສຳ​ເລັດ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແມ່ນ​ການ​ເຊື້ອ​ເຊີນ​ຜູ້​ຄົນ​ດ້ວຍ​ຄວາມ​ຮັກ ແລະ ດ້ວຍເຈດ​ຕະ​ນາ​ທີ່​ຈິງ​ໃຈ ເພື່ອ​ຈະ​ຊ່ວຍ​ເຂົາ​ເຈົ້າ, ບໍ່​ວ່າ​ການ​ໂຕ້​ຕອບ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ.

III.

ຕໍ່​ໄປ​ນີ້​ຄື​ສິ່ງ​ອື່ນໆ ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້ ເພື່ອ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ມິ​ປະ​ສິດ​ທິ​ພາບ.

ຮູບ​ພາບ
ສະມາຊິກ​ໃຫ້ການ​ຜູກ​ມັດ
ຮູບ​ພາບ
ສະມາຊິກ​ຢ້ຽມຢາມ
ຮູບ​ພາບ
ຄົນ​ຂັບ​ລົດ​ແທັກຊີ​ ທີ່ໂອ​ລິ​ມປິກ ປະ​ເທດ​ບຣາຊິນ
  1. ເຮົາ​ຕ້ອງ​ຈຳ​ໄວ້​ວ່າ, “ຜູ້​ຄົນ​ຈະຮຽນ​​ເມື່ອ​ເຂົາ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ຮຽນ​, ບໍ່​ແມ່ນ​ເມື່ອ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ສອນ​ເຂົາ​ເຈົ້າ.”5 ສິ່ງ​ທີ່​ ​ເຮົາ ສົນ​ໃຈ, ດັ່ງ​ຄຳ​ສອນ​ເພີ່ມ​ເຕີມ​ທີ່​ສຳ​ຄັນ ໃນ​ສາດ​ສະ​ໜາ​ຈັກ, ຕາມ​ປົກ​ກະ​ຕິ​ແລ້ວ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ ຄົນ​ອື່ນ ​ສົນ​ໃຈ. ຄົນ​ອື່ນ​ຢາກ​ໄດ້​ ຜົນ ​ທີ່​ຕາມ​ມາ​ຂອງ​ຄຳ​ສອນ, ບໍ່​ແມ່ນ​ຢາກ​ໄດ້ຄຳ​ສອນ​. ເມື່ອ​ເຂົາ​ເຈົ້າ​ສັງ​ເກດ​ເຫັນ ຫລື ປະ​ສົບ​ກັບ​ຜົນ​ສະ​ທ້ອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ ແລະ ເລີ່ມ​ຈະ​ສົນ​ໃຈ​ໃນ​ຄຳ​ສອນ. ເຂົາ​ເຈົ້າ​ອາດ​ສົນ​ໃຈ​ເມື່ອ​ເຂົາ​ເຈົ້າ​ສະ​ແຫວງ​ຫາ​ຄວາມ​ສຸກ​ຫລາຍ​ກວ່າ​ນັ້ນ, ສະ​ແຫວ​ງຫາໃກ້​ຊິດ​ກັບ​ພຣະ​ເຈົ້າ, ຫລື ຄວາມ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ຊີ​ວິດຫລາຍ​ຂຶ້ນ.6 ສະ​ນັ້ນ, ເຮົາ​ຕ້ອງ​ລະ​ວັງ ແລະ ອະ​ທິ​ຖານ, ສະ​ແຫວງ​ຫາ​ການ​ຫລິງ​ເຫັນ ວິ​ທີ​ທີ່​ຈະ​ຖາມ​ຄົນ​ອື່ນ​ກ່ຽວ​ກັບ​ຄວາມ​ສົນ​ໃຈ​ຂອງ​ເຂົາ​ເຈົ້າ ທີ່​ຈະ​ຮຽນ​ຮູ້​ຫລາຍ​ກວ່າ​ເກົ່າ. ສິ່ງ​ນີ້​ຈະ​ຂຶ້ນ​ຢູ່​ກັບ​ຫລາຍໆ​ຢ່າງ, ດັ່ງ​ເຊັນ​ສະ​ຖາ​ນະ​ການ​ຂອງ​ຄົນ​ອື່ນ​ໃນ​ປະ​ຈຸ​ບັນ ແລະ ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ເຂົາ. ນີ້​ເປັນ​ຫົວ​ຂໍ້​ທີ່​ດີ ທີ່​ຈະ​ສົນ​ທະ​ນາ​ໃນ​ສະ​ພາ, ກຸ່ມ, ແລະ ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ.

  2. ເມື່ອ​ເຮົາ​ກ່າວ​ກັບ​ຄົນ​ອື່ນ, ເຮົາ​ຕ້ອງ​ຈຳ​ໄວ້​ວ່າ ການ​ເຊື້ອ​ເຊີນ​ໃຫ້​ຮຽນ​ຮູ້​ຫລາຍ​ຂຶ້ນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ເປັນ​ສິ່ງ​ທີ່​ດີກ​ວ່າ ການ​ເຊື້ອ​ເຊີນ​ໃຫ້​ຮຽນ​ຮູ້​ຫລາຍ​ຂຶ້ນ​ກ່ຽວ​ກັບ​ ສາດສະໜາ​ຈັກ.7 ເຮົາ​ຢາກ​ໄດ້​ຜູ້​ຄົນ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ກິດ​ຕິ​ຄຸນ. ນີ້​ຄື​ບົດບາດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະຄຳ​ພີ​ມໍ​ມອນ. ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ ຈະ​ຕິດຕາມ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ເຢ​ຊູ​ຄຣິດ​, ບໍ່​​ແມ່ນ​ມາ​ກ່ອນ. ​ເຖິງ​ແມ່ນຫລາຍ​ຄົນ​ທີ່​ມັກ​ລະ​ແວງ​ກ່ຽວ​ກັບສາດ​ສະ​ໜາ​ຈັກ, ແຕ່​​ເຂົາ​ເຈົ້າຍັງ​ມີ​ຄວາມ​ຮັກ​ຕໍ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດຢູ່. ​ເຮົາຕ້ອງ​ເຮັດ​ສິ່ງ​ທີ່​ສຳ​ຄັນ​​ກ່ອນ.

  3. ເມື່ອ​ເຮົາ​ສະ​ແຫວງ​ຫາ ທີ່​ຈະ​ແນະ​ນຳ​ຜູ້​ຄົນ​ໃຫ້​ຮູ້​ຈັກ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ, ເຮົາ​ຄວນ​ເຮັດ​ໃນ​ວິ​ທີ​ທີ່​ຈິງ​ໃຈ ​ແລະ ໃນ​ຄວາມ​ຮັກ​ທີ່​ຫ່ວງ​ໃຍ​ທີ່​ມີ​ໃຫ້​ບຸກ​ຄົນ​ນັ້ນ. ສິ່ງ​ນີ້​ຈະ​ເກີດ​ຂຶ້ນ ເມື່ອ​ເຮົາ​ພະ​ຍາ​ຍາມ​ຊ່ວຍ​ຄົນ​ອື່ນ​ກັບ​ບັນ​ຫາ​ທີ່​ເຂົາ​ເຈົ້າ​ໄດ້​ຊີ້​ບອກ ຫລື ເມື່ອ​ເຮົາ​ເຮັດ​ວຽກ​ກັບ​ເຂົາ​ເຈົ້າ​ໃນ​ກິດ​ຈະ​ກຳ​ການ​ຮັບ​ໃຊ້​ໃນ​ຊຸມ​ຊົນ, ດັ່ງ​ເຊັ່ນ​ການ​ບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ, ການ​ດູ​ແລ​ຜູ້​ຄົນ​ທີ່​ຍາກ​ຈົນ ແລະ ຂັດ​ສົນ, ຫລື ເພີ່ມ​ຄຸນ​ນະ​ພາບ​ໃຫ້​​ແກ່ຊີ​ວິດ​ຂອງ​ຄົນ​ອື່ນ.

  4. ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ບໍ່​ຄວນ​ມີ​ຂີດ​ຈຳ​ກັດ ພຽງ​ແຕ່​ໃນ​ກຸ່ມ​ໝູ່​ເພື່ອນ ແລະ ເພື່ອນ​ຮ່ວມ​ງານ​ເທົ່າ​ນັ້ນ. ໃນ​ລະ​ຫວ່າງ​ການ​ແຂ່ງ​ຂັນ​ກິ​ລາ ໂອ​ລິມ​ປິກ ເຮົາ​ໄດ້​ຮຽນ​ຮູ້​ເຖິງ​ຄົນ​ຂັບ​ລົດ​ແທັກ​ຊີ​ຄົນ​ໜຶ່ງ ທີ່​ເປັນ​ໄພ່​ພົນ​ໃນ ຣີ​ໂອ ເດ ຮາ​ເນ​ໂຣ ຜູ້​ທີ່​ໄດ້​ມີ​ພຣະ​ຄຳ​ພີ​ມໍ​ມອນ​ທັງ​ເຈັດ​ພາ​ສາ​ທີ່​ຕິດ​ຕົວ​ລາວ​ໄປ ແລະ ໄດ້​ເອົາ​ມັນ​ໃຫ້​ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ຮັບ​ເອົາ​ມັນ. ລາວ​ໄດ້​ເອີ້ນ​ຕົວ​ເອງ​ວ່າ “ຜູ້​ສອນ​ສາດ​ສະ​ໜາ​ທີ່​ຂັບ​ລົດ​ແທັກ​ຊີ.” ລາວ​ໄດ້​ເວົ້າ​ວ່າ, “ຖະ​ໜົນ​ຫົນ​ທາງ​ຂອງ ຣີ​ໂອ ເດ ຮາ​ເນ​ໂຣ ... ເປັນ​ສະ​ໜາມ​ເຜີຍ​ແຜ່ [ຂອງ​ຂ້າ​ພະ​ເຈົ້າ].”8

    ຄະ​ເລ​ຕັນ ​ເອັມ ຄຣິສຕຽນ​ເຊັນ, ຜູ້​ໄດ້​ມີ​ປະ​ສົບ​ການ​ທີ່​ໜ້າ​ປະ​ທັບ​ໃຈ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ເປັນ​ສະ​ມາ​ຊິກ, ກ່າວ​ວ່າ, “ເປັນ​ເວ​ລາ​ຊາວ​ປີ​ຜ່ານ​ມາ, ສະ​ມາ​ຊິກ​ໄດ້​ສັງ​ເກດ​ເຫັນ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ຄວາມ​ເລິກ​ຊຶ້ງ​ຂອງ​ຄວາມ​ສຳ​ພັນ ແລະ ຄວາມ​ເປັນ​ໄປ​ໄດ້​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ສົນ​ໃຈ​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ.”9

  5. ຝ່າຍ​ອະ​ທິ​ການ​ໃນ​ຫວອດ​ສາ​ມາດ​ວາງ​ແຜນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ພິ​ເສດ ທີ່​ສະ​ມາ​ຊິກ​ຖືກ​ຊຸກ​ຍູ້​ໃຫ້​ພາ​ຄົນ​ທີ່​ສົນ​ໃຈ​ມາ​ໂບດ​ດ້ວຍ. ສະ​ມາ​ຊິກ​ໃນ​ຫວອດ​ຈະ​ລັງ​ເລ​ໃຈ​ໜ້ອຍ​ລົງ ທີ່​ຈະ​ນຳ​ຜູ້​ຄົນ​ທີ່​ເຂົາ​ເຈົ້າ​ຮູ້​ຈັກ ມາ​ທີ່​ກອງ​ປະ​ຊຸມ​ນັ້ນ ເພາະ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ແນ່​ນອນ​ໃຈ​ວ່າ​ເນື້ອ​ເລື່ອງ​ຂອງ​ກອງ​ປະ​ຊຸມ​ນັ້ນ​ຈະ​ຖືກ​ວາງ​ແຜນ ທີ່​ຈະ​ກໍ່​ໃຫ້​ເກີດ​ຄວາມ​ສົນ​ໃຈ ແລະ ເປັນ​ຕົວ​ແທນ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ເປັນ​ຢ່າງ​ດີ.

  6. ຍັງ​ມີ​ຫລາຍໆ​ໂອ​ກາດ ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ຍົກ​ຕົວ​ຢ່າງ, ໃນ​ລະ​ດູ​ຮ້ອນ​ຜ່ານ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ​ທີ່​ມີ​ຄວາມ​ສຸກ​ຈາກ​ສະ​ມາ​ຊິກ​ໃໝ່​ຄົນ​ໜຶ່ງ ຜູ້​ທີ່​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ ເມື່ອ​ເພື່ອນ​ຮ່ວມ​ຫ້ອງ​ຮຽນ​ເກົ່າ​ໄດ້​ໂທ​ຫາ​ນາງ ​ເພື່ອ​ຖາມ​ຂ່າວ​ຄາວ​ກ່ຽວ​ກັບ​ຄວາມ​ເຈັບ​ປ່ວຍ​ທີ່​ນາງ​ເປັນ​ຢູ່​ໃນ​ເວ​ລາ​ນັ້ນ. ນາ​​ງ​ໄດ້​ຂຽນ​ວ່າ: “ຂ້າ​ນ້ອຍ​ປະ​ທັບ​ໃຈ​ໂດຍ​ວິ​ທີ​ທີ່​ລາວ​ໄດ້​ແນະ​ນຳ​ຕົວ​ຕໍ່​ຂ້າ​ນ້ອຍ. ຫລັງ​ຈາກ​ສາມ​ສີ່​ເດືອນ​ໃນ​ການ​ຮຽນ​ຮູ້​ຈາກ​ຜູ້​ສອນ​ສາດ​ສະ​ໜາ ຂ້າ​ນ້ອຍ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄດ້​ດີ​ຂື້ນ​ຫລາຍ​ນັບ​ຕັ້ງ​ແຕ່​ເວ​ລາ​ນັ້ນ.”10 ເຮົາ​ທຸກ​ຄົນ​ກໍ​ຮູ້​ວ່າ​ຊີ​ວິດ​ຂອງ​ຫລາຍ​ຄົນ​ຈະ​ດີ​ຂຶ້ນ​ ເພາະ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ. ເຮົາ​ກຳ​ລັງ​ເອື້ອມ​ອອກ​ໄປ​ຫາ​ເຂົາ​ເຈົ້າ​ຢູ່​ບໍ?

  7. ຄວາມ​ຫລົງ​ໄຫລ ແລະ ຄວາມ​ຊຳ​ນານ​ຂອງ​ສະ​ມາ​ຊິກ​ໜຸ່ມ​ຂອງ​ເຮົາ​ກັບ​ສື່​ສານ​ມວນ​ຊົນ ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ໂອ​ກາດ​ພິ​ເສດ ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​ຄວາມ​ສົນ​ໃຈ​ຂອງ​ຄົນ​ອື່ນ​ໃນ​ພຣະ​ກິດ​ຕິ​ຄຸນ. ໃນ​ການ​ບັນ​ຍາຍ​ເຖິງ​ການ​ປະກົດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ຊາວ​ນີ​ໄຟ, ມໍ​ມອນ​ຂຽນ​ວ່າ, “ພຣະ​ອົງ​ໄດ້​ສິດ​ສອນ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ເດັກ​ນ້ອຍ ... , ແລະ ພຣະ​ອົງ​ໄດ້​ມາຍ​ລີ້ນ​ຂອງ​ພວກ​ເຂົາ ... ເພື່ອ​ພວກ​ເຂົາ​ຈະ​ເວົ້າ​ອອກ​ມາ​ໄດ້(3 ນີ​ໄຟ 26:14). ໃນ​ວັນ​ເວ​ລາ​ຂອງ​ເຮົາ ຂ້າ​ພະ​ເຈົ້າ​ສັນ​ນິ​ຖານ​ວ່າ ເຮົາ​ຈະ​ກ່າວ​ວ່າ “ມາຍ [ນິ້ວ​ໂປ້​ທີ່​ໃຊ້​ສົ່ງ​ຂໍ້​ຄວາມ] ຂອງ​ເຂົາ​ເຈົ້າອອກ ເພື່ອ​ເຂົາ​ເຈົ້າຈະ​ເວົ້າ​ອອກ​ມາ​ໄດ້.” ຊາວ​ໜຸ່ມ​ທັງ​ຫລາຍ, ​ໃຫ້​ພວກ​ເຈົ້າ​ເຮັດ​ຕໍ່​ໄປ​ເລີຍ!

ຮູບ​ພາບ
ການ​ແບ່ງປັນ​ພຣະກິດ​ຕິ​ຄຸນ​ຜ່ານ​ການ​ສົ່ງ​ຂໍ້ຄວາມ​ໃນ​ມື​ຖື

ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ບໍ່​ໄດ້​ເປັນ​ພາ​ລະ​ໜັກ ແຕ່​ເປັນ​ຄວາມ​ສຸກ. ສິ່ງ​ທີ່​ເຮົາ​ເອີ້ນ​ວ່າ “ວຽກ​ງານ​ເຜີຍ​ແຜ່​ຂອງ​ສະ​ມາ​ຊິກ” ບໍ່​ໄດ້​ເປັນ​ໂຄງ​ການ ແຕ່​ເປັນ​ທ່າ​ທີ​ແຫ່ງ​ຄວາມ​ຮັກ ແລະ ການ​ເອື້ອມ​ອອກ​ໄປ​ຊ່ວຍ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ. ມັນ​ຍັງ​ເປັນ​ໂອ​ກາດ​ທີ່​ຈະ​ເປັນ​ພະ​ຍານ​ເຖິງ​ສິ່ງ​ທີ່​ເຮົາ​ຮູ້​ສຶກ​ນຳ​ອີກ ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ດັ່ງ​ທີ່ ແອວ​ເດີ ບາ​ເລີດ ໄດ້​ສອນ​ວ່າ, “ຫລັກ​ຖານ​ທີ່ສຳ​ຄັນ​ຫລາຍ​ທີ່​ສຸດ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ວ່າ​ເຮົາ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ໃນ​ຊີ​ວິດ​ຂອງ​ເຮົາ​ເອງ ຄື​ຄວາມ​ເຕັມ​ໃຈ​ທີ່​ຈະ​ແບ່ງ​ປັນ​ມັນ​ກັບ​ຄົນ​ອື່ນ.”11

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ອົງ​ທີ່​ເປັນ​ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ (ເບິ່ງ 3 ນີ​ໄຟ 11:11). ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ​ສ່ອງ​ແສງ​ໃຫ້​ໃນ​ຊີ​ວິດ​ມະ​ຕະ. ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ໃຫ້​ຄວາມ​ແນ່​ນອນ​ໃຈ​ແກ່​ເຮົາ ເຖິງ​ຊີ​ວິດ​ຫລັງ​ຄວາມ​ຕາຍ ແລະ ຄວາມ​ເຂັ້ມ​ແຂງ​ທີ່​ຈະ​ອົດ​ທົນ​ຕໍ່​ໄປ​ສູ່​ຄວາມ​ເປັນ​ອະ​ມະ​ຕະ. ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ປະ​ທານ​ໂອ​ກາດ​ໃຫ້​ແກ່​ເຮົາ​ ທີ່​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ເຮົາ ແລະ ພາຍ​ໃຕ້​ແຜນ​ແຫ່ງ​ຄວາມ​ລອດ​ອັນ​ຮຸ່ງ​ໂລດ​ຂອງ​ພຣະ​ອົງ, ເພື່ອ​ຈະ​ສົມ​ຄວນ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ, ຊຶ່ງ​ເປັນ​ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ ໃນ​ຂອງ​ປະ​ທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ (ເບິ່ງ D&C 14:7). ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. Thomas S. Monson, “Welcome to Conference,” Liahona, Nov. 2013, 4.

  2. Quentin L. Cook, “How to Be a Member Missionary,” New Era, Feb. 2015, 48.

  3. M. Russell Ballard, “Put Your Trust in the Lord,” Liahona, Nov. 2013, 44.

  4. M. Russell Ballard, “Put Your Trust in the Lord,” 44.

  5. Clayton M. Christensen, The Power of Everyday Missionaries (2012), 30.

  6. ​ເບິ່ງ Christensen, Power of Everyday Missionaries, 26–27.

  7. ​ເບິ່ງ Gary C. Lawrence, How Americans View Mormonism: Seven Steps to Improve Our Image (2008), 34–35.

  8. ​ເບິ່ງ Ashley Kewish, “Cab Driver Hands Out Copies of Book of Mormon to Rio Visitors,” Aug. 8, 2016, ksl.com.

  9. Christensen, Power of Everyday Missionaries, 21.

  10. ຈົດໝາຍ​ສ່ວນ​ຕົວ, ວັນ​ທີ 21 ເດືອນ​ສິງຫາ, 2016.

  11. M. Russell Ballard, “Now Is the Time,” Liahona, Jan. 2001, 89.