​2010–2019
ເພື່ອ​ວ່າ​ເຂົາ​ຈະ​ກາຍ​ເປັນ​ຄົນ​ເຂັ້ມ​ແຂງ​ຄື​ກັນ
​ເດືອນ​ຕຸລາ 2016


ເພື່ອ​ວ່າ​ເຂົາ​ຈະ​ກາຍ​ເປັນ​ຄົນ​ເຂັ້ມ​ແຂງ​ຄື​ກັນ

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ບັນ​ລຸ​ການ​ເອີ້ນ​ຂອງ​ເຮົາ​ທີ່​ຈະ​ຍົກ​ຄົນ​ອື່ນ​ຂຶ້ນ ເພື່ອ​ຕຽນ​ພວກ​ເຂົາ​ສຳ​ລັບ​ການ​ຮັບ​ໃຊ້​ທີ່​ຮຸ່ງ​ໂລດ.

ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ​ໄດ້​ຮັບ​ພອນ ທີ່​ໄດ້​ມາ​ຮ່ວມ​ກັບ​ຜູ້​ຄົນ​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ໃນ​ກອງ​ປະ​ຊຸມ​ນີ້. ການ​ອຸ​ທິດ​ຕົນ, ສັດ​ທາ, ແລະ ການ​ຮັບ​ໃຊ້​ທີ່​ບໍ່​ເຫັນ​ແກ່​ຕົວ​ທີ່​ຜູ້​ຊາຍ​ກຸ່ມ​ນີ້ ແລະ ຊາຍ​ໜຸ່ມ​ທັງ​ຫລາຍ ໄດ້​ປະ​ຕິ​ບັດ​ລົງ​ໄປ​ນັ້ນ​ກໍ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ຍຸກ​ສະ​ໄໝ​ໃໝ່. ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ, ​ເຖົ້າ ​ແລະ ໜຸ່ມ, ທີ່​ສາ​ມັກຄີ​ກັນ​ ໃນ​ການ​ຮັບ​ໃຊ້​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ດ້ວຍ​ສຸດ​ຫົວ​ໃຈ.

ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ອຳ​ນາດ​ຂອງ​ພຣະ​ອົງ​ໃຫ້​ແກ່​ທຸກ​ຄົນ​ທີ່​ຢູ່​ໃນ​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ ຜູ້​ທີ່​ຮັບ​ໃຊ້​ຢ່າງ​ມີ​ຄຸນ​ຄ່າ​ໃນ​ໜ້າ​ທີ່​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຂົາ​ເຈົ້າ.

ທ່ານ​ວິວ​ເຝີດ ວູດ​ຣັບ, ຕອນ​ເພິ່ນ​ໄດ້​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ໄດ້​ບັນ​ຍາຍ​ເຖິງ​ປະ​ສົບ​ການ​ຂອງ​ເພິ່ນ​ໃນ​ຕຳ​ແໜ່ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ວ່າ:

“ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຄຳ​ເທດ​ສະ​ໜາ​ເປັນ​ເທື່ອ​ທຳ​ອິດ​ໃນ​ສາດ​ສະ​ໜາ​ຈັກ​ນີ້. ມື້​ຕໍ່​ມາ ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ... ຂ້າ​ພະ​ເຈົ້າ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຄູ​ສອນ. ການ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເລີ່ມ​ຕົ້ນ​ທັນ​ທີ. ... ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ໃນ​ການ​ເຜີຍ​ແຜ່​ນັ້ນ​ໃນ​ຖາ​ນະ​ຄູ​ສອນ. ... ຢູ່​ທີ່​ກອງ​ປະ​ຊຸມ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ປະ​ໂລ​ຫິດ. ... ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ປະ​ໂລ​ຫິດ​ແລ້ວ ຂ້າ​ພະ​ເຈົ້າ​ຖືກ​ສົ່ງ ... ໄປ​ສອນ​ສາດ​ສະ​ໜາ​ທີ່​ພາກ​ໃຕ້​ຂອງ​ສະ​ຫະ​ລັດ. ນັ້ນ​ໄດ້​ເກີດ​ຂຶ້ນ​ໃນ​ລະ​ດູ​ໃບ​ໄມ້​ຫລົ່ນ​ຂອງ​ປີ 1843. ຂ້າ​ພະ​ເຈົ້າ​ໄດ້​ມີ​ຄູ່​ຮ່ວມສອນ​ສາດ​ສະ​ໜາ​ໄປ​ນຳ, ແລະ ພວກ​ເຮົາ​ໄດ້​ເລີ່ມ​ອອກ​ໄປ​ສອນ​ໂດຍ​ບໍ່​ມີເງິນ ບໍ່​ມີ​ຖົງ​ເຄື່ອງ. ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ຄົນ​ດຽວ​ຫລາຍໆ​ກິ​ໂລ​ແມັດ ແລະ ໄດ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ, ແລະ ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ຫລາຍ​ຄົນ ​ແຕ່ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຢືນ​ຢັນ​ເຂົາ​ເຈົ້າ ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພຽງ​ແຕ່​ປະ​ໂລ​ຫິດ. ... ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ເປັນ​ເວ​ລາ​ດົນ​ນານ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ກ່ອນ​ຂ້າ​ພະ​ເຈົ້າ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ແອວ​ເດີ. …

“[ບັດ​ນີ້] ຂ້າ​ພະ​ເຈົ້າ​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ປະ​ມານ​ຫ້າ​ສິບ​ສີ່​ປີ. ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ນຳ​ກຸ່ມ​ນັ້ນ ແລະ ກຸ່ມ​ອື່ນໆ​ອີກ​ທີ່​ບັດ​ນີ້​ເປັນ​ເວ​ລາ​ຫົກ​ສິບ​ປີ; ແລະ ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ຕໍ່​ກຸ່ມ​ທີ່​ເຕົ້າ​ໂຮມ​ກັນ​ຢູ່​ນີ້​ວ່າ ຂ້າ​ພະ​ເຈົ້າ​ກໍ​ຖືກ​ສະ​ໜັບ​ສະ​ໜູນ​ໃນ​ລະ​ດັບ​ດຽວ​ກັນ ໂດຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ຕອນ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ຄູ​ສອນ, ແລະ ໂດຍ​ສະ​ເພາະ​ຕອນ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ສາດ​ສະ​ໜາ​ຈັກ​ໃນ​ຖາ​ນະ​ປະ​ໂລ​ຫິດ, ດັ່ງ​ດຽວ​ກັນ​ກັບ​ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ. ມັນ​ບໍ່​ມີ​ຄວາມ​ແຕກ​ຕ່າງ​ໃດໆ​ໃນ​ເລື່ອງ​ນີ້​ຖ້າ​ຫາກ​ເຮົາ​ປະ​ຕິ​ບັດ​ຕາມ​ໜ້າ​ທີ່​ຂອງ​ເຮົາ.”1

ຄວາມ​ເປັນ​ໄປ​ໄດ້​ທາງ​ວິນ​ຍານ​ທີ່​ປະ​ເສີດ​ນັ້ນ​ທີ່​ບໍ່​ມີ​ຄວາມ​ແຕກ​ຕ່າງ ກໍ​ຖືກ​ແນະ​ນຳ​ໃນ​ຄຳ​ບັນ​ຍາຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຖິງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ວ່າ​ເປັນ “ສ່ວນ​ປະ​ກອບ” ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.2 ຄຳວ່າ ສ່ວນ​ປະ​ກອບ ໝາຍ​ຄວາມ​ວ່າ ທັງ​ສອງ​ກ່ຽວ​ພັນ​ກັນ. ການ​ກ່ຽວ​ພັນ​ກັນ​ນີ້​ກໍ​ສຳ​ຄັນ​ຕໍ່​ຖາ​ນະ​ປະ​ໂລ​ຫິດ​ທີ່​ຈະ​ກາຍ​ເປັນ​ພະ​ລັງ ແລະ ພອນ​ທີ່​ມັນ​ຈະ​ເປັນ​ໄດ້, ໃນ​ໂລກ​ນີ້ ແລະ ຕະ​ຫລອດ​ໄປ, ເພາະ​ວ່າ​ມັນ​ບໍ່​ມີການ​ເລີ່ມ​ຕົ້ນ​ຂອງ​ມື້ ຫລື ການ​ສິ້ນ​ສຸດ​ຂອງ​ປີ.3

ການ​ກ່ຽວ​ພັນ​ກັນ​ກໍ​ເປັນ​ສິ່ງ​ງ່າຍ. ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຕຽມ​ຊາຍ​ໜຸ່ມ​ສຳ​ລັບ​ຄວາມ​ໄວ້​ວາງ​ໃຈ​ທີ່​ສັກ​ສິດ​ຫລາຍ​ກວ່າ​ນັ້ນ.

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ພອນ​ທາງ​ວິນ​ຍານ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ—

ພອນ​ທາງ​ວິນ​ຍານ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ​ແມ່ນ​ຮ່ວມ​ດ້ວຍ ການ​ມີ​ສິດ​ທິ​ພິ​ເສດ​ທີ່​ຈະ​ຮັບ​ເອົາ​ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ​ສະ​ຫວັນ, ໃຫ້​ສະ​ຫວັນ​ເປີດ​ອອກ​ແກ່​ພວກ​ເຮົາ, ເພື່ອ​ຕິດ​ຕໍ່​ກັບ​ການ​ປະ​ຊຸມ​ໃຫຍ່ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ບຸດ​ຫົວ​ປີ, ແລະ ຊື່ນ​ຊົມ​ກັບ​ການ​ພົວ​ພັນ ແລະ ການ​ປະ​ທັບ​ຢູ່​ຂອງອົງພຣະ​ບິ​ດາ​ເຈົ້າ, ແລະ ພຣະ​ເຢ​ຊູ ຜູ້​ເປັນ​ກາງ​ຂອງ​ພັນ​ທະ​ສັນ​ຍາ​ໃໝ່.4

ຂໍ​ກະ​ແຈ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ເຫລົ່າ​ນັ້ນ​ແມ່ນ​ຖືກ​ນຳ​ໃຊ້​ຢ່າງ​ຄົບ​ຖ້ວນ​ໂດຍ​ຜູ້​ຊາຍ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ ໃນ​ໄລ​ຍະ​ເວ​ລາ​ໃດ​ເວ​ລາ​ໜຶ່ງ, ຊຶ່ງ​ເປັນ​ປະ​ທານ ແລະ ມະ​ຫາ​ປະ​ໂລ​ຫິດ​ທີ່​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແລ້ວ, ໂດຍ​ການ​ມອບ​ໝາຍ​ຂອງ​ປະ​ທານ, ຊາຍ​ທຸກ​ຄົນ​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ສາ​ມາດ​ໄດ້​ຮັບ​ສິດ​ອຳ​ນາດ ແລະ ສິດ​ທິ​ພິ​ເສດ​ແຫ່ງ​ການ​ກ່າວ ແລະ ການ​ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊົງ​ລິດ​ທານຸ​ພາບ. ອຳ​ນາດ​ນັ້ນ​ບໍ່​ມີ​ຂອບ​ເຂດ. ມັນ​ກ່ຽວ​ພັນ​ກັບ​ຊີ​ວິດ ແລະ ຄວາມ​ຕາຍ, ກັບ​ຄອບ​ຄົວ ແລະ ສາດ​ສະ​ໜາ​ຈັກ, ກັບ​ທຳ​ມະ​ຊາດ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ​ເອງ ແລະ ວຽກ​ງານ​ນິ​ລັນ​ດອນ​ຂອງ​ພຣະ​ອົງ.

ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ຈັດ​ຕຽມ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ໃຫ້​ກາຍ​ເປັນ​ແອວ​ເດີ ທີ່​ຮັບ​ໃຊ້​ດ້ວຍ​ສັດ​ທາ, ອຳ​ນາດ, ແລະ ຄວາມ​ກະ​ຕັນ​ຍູ​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ຮຸ່ງ​ໂລດ​ນັ້ນ.

ສຳ​ລັບ​ບັນ​ດາ​ແອວ​ເດີ, ຄວາມ​ກະ​ຕັນ​ຍູ​ທີ່​ເລິກ​ຊຶ້ງ​ຈະ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ໃນ​ການ​ບັນ​ລຸ​ຄວາມ​ສຳ​ເລັດ​ໃນ​ບົດ​ບາດ​ຂອງ​ທ່ານ ໃນ​ການ​ຮັບ​ໃຊ້​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຢ່າງ​ເຕັມ​ປ່ຽມ. ທ່ານ​ຈະ​ຈື່​ຈຳ​ວັນ​ເວ​ລາ​ຂອງ​ທ່ານ ຕອນ​ເປັນ​ມັກ​ຄະ​ນາ​ຍົກ, ຄູ​ສອນ, ຫລື ປະ​ໂລ​ຫິດ​ ເມື່ອ​ຜູ້​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສູງ​ກວ່າ ໄດ້​ເອື້ອມ​ມາ​ຍົກ​ທ່ານ​ຂຶ້ນ ແລະ ໃຫ້​ກຳ​ລັງ​ໃຈ​ທ່ານ​ໃນ​ການ​ເດີນ​ທາງ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ທ່ານ.

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທຸກ​ຄົນ​ກໍ​ມີ​ຄວາມ​ຊົງ​ຈຳ​ດັ່ງ​ກ່າວ, ແຕ່​ຄວາມ​ຮູ້​ສຶກ​ເຖິງ​ຄວາມ​ກະ​ຕັນ​ຍູ​ອາດ​ລົດ​ນ້ອຍ​ຖອຍ​ລົງ​ເມື່ອ​ເວ​ລາ​ໄດ້​ຜ່ານ​ໄປ. ຄວາມ​ຫວັງ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ຈະ​ເຮັດ​ໃຫ້​ຄວາມ​ຮູ້​ສຶກ​ນັ້ນ​ກັບ​ຄືນ​ມາ ພ້ອມ​ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ມອບ​ຄວາມ​ຊ່ວຍ​ເຫລືອ​ໃຫ້​ທຸກ​ຄົນ​ທີ່​ທ່ານ​ໃຫ້​ໄດ້ ໃນ​ທຳ​ນອງ​ດຽວ​ກັນ​ກັບ​ທີ່​ທ່ານ​ເຄີຍ​ໄດ້​ຮັບ.

ຂ້າ​ພະ​ເຈົ້າ​ຈຳ​ອະ​ທິ​ການ​ຄົນ​ໜຶ່ງ​ໄດ້ ຜູ້​ທີ່​ໄດ້​ປະ​ຕິ​ບັດ​ຕໍ່​ຂ້າ​ພະ​ເຈົ້າ​ເໝືອນ​ກັບ​ວ່າ ຂ້າ​ພະ​ເຈົ້າ​ມີ​ຄວາມ​ສາມາດ​ທີ່​ຈະ​ກາຍ​ເປັນ​ໄປ​ໄດ້ ໃນ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ເພິ່ນ​ໄດ້​ໂທ​ຫາ​ຂ້າ​ພະ​ເຈົ້າ​ວັນ​ອາ​ທິດ​ໜຶ່ງ ຕອນ​ຂ້າ​ພະ​ເຈົ້າ​ເປັນ​ປະ​ໂລ​ຫິດ. ເພິ່ນ​ໄດ້​ເວົ້າ​ວ່າ ເພິ່ນ​ຕ້ອງ​ການ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ຄູ່​​ໄປ​ຢ້ຽມ​ຢາມ​ສະ​ມາ​ຊິກ​ບາງ​ຄົນ​ໃນ​ຫວອດ​ຂອງ​ເຮົາກັບ​ເພິ່ນ. ເພິ່ນ​ໄດ້​ເຮັດ​ຄື​ວ່າ ​ຂ້າ​ພະ​ເຈົ້າ​ຄົນ​ດຽວ​ທີ່​ເປັນ​ຄວາມ​ຫວັງ​ສຳ​ລັບ​ຄວາມ​ສຳ​ເລັດ​ນັ້ນ. ເພິ່ນ​ບໍ່​ໄດ້​ຕ້ອງ​ການ​ຂ້າ​ພະ​ເຈົ້າດອກ. ເພິ່ນ​ມີ​ທີ່​ປຶກ​ສາ​ທີ່​ດີ​ເລີດ​ຢູ່​ແລ້ວ​ໃນ​ຝ່າຍ​ອະ​ທິ​ການ​ຂອງ​ເພິ່ນ.

ພວກ​ເຮົາ​ໄດ້​ໄປ​ຢາມ​ແມ່​ໝ້າຍ​ທີ່​ທຸກ​ຍາກ​ລຳ​ບາກ​ຄົນ​ໜຶ່ງ. ເພິ່ນ​ຢາກ​ໃຫ້​ຂ້າ​ພະ​ເຈົ້າ​ຊ່ວຍ​ສຳ​ພັດ​ຫົວ​ໃຈ​ຂອງ​ນາງ, ທ້າ​ທາຍ​ນາງ​ໃຫ້​ຈັດ ແລະ ໃຊ້​ການ​ງົບ​ປະ​ມານ, ແລະ ໃຫ້​ສັນ​ຍາ​ກັບ​ນາງ​ວ່າ ​ນາງ​ບໍ່​ພຽງ​ສາ​ມາດ​ຈະ​ເອົາ​ຊະ​ນະ​ສະ​ພາບ​ການ​ຂອງ​ນາງ​ໄດ້​ເທົ່າ​ນັ້ນ ​ແຕ່​ຍັງ​ຈະ​ຊ່ວຍ​ຄົນ​ອື່ນ​ໄດ້ນຳອີກ.

ຈາກນັ້ນ ພວກ​ເຮົາ​ໄດ້​ໄປ​ໃຫ້​ການ​ປອບ​ໂຍນ​ເດັກ​ຍິງ​ສອງ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ສະ​ພາບ​ການ​ທີ່​ຫຍຸ້ງ​ຍາກ. ຕອນ​ພວກ​ເຮົາ​ໄດ້​ອອກ​ຈາກ​ບ້ານ​ນັ້ນ​ໄປ, ອະທິການ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ຢ່າງ​ງຽບໆ​ວ່າ, “ເດັກ​ຍິງ​ເຫລົ່າ​ນັ້ນ​ຈະ​ບໍ່​ມີ​ວັນ​ລືມ​ວ່າ ​ພວກ​ເຮົາ​ໄດ້​ມາ​ຢ້ຽມ​ຢາມ​ພວກ​ນາງ.”

ໃນ​ບ້ານ​ຕໍ່​ໄປ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວິ​ທີ​ທີ່​ຈະ​ເຊື້ອ​ເຊີນ​ຊາຍ​ຄົນ​ໜຶ່ງ​ທີ່​ບໍ່​ເຂັ້ມ​ແຂງ​ໃຫ້​ກັບ​ຄືນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ການ​ເຮັດ​ໃຫ້​ລາວ​ໝັ້ນ​ໃຈ​ວ່າ ສະ​ມາ​ຊິກ​ໃນ​ຫວອດ​ຕ້ອງ​ການ​ລາວ.

ອະ​ທິ​ການ​ຄົນ​ນັ້ນ​ໄດ້​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ຜູ້​ທີ່​ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ຮັບ​ຮູ້​ຄວາມ​ສາມາດ​ຂອງ​ຂ້າ​ພະ​ເຈົ້າ ແລະ ດົນ​ໃຈ​ຂ້າ​ພະ​ເຈົ້າ​ໂດຍ​ຕົວ​ຢ່າງ​ຂອງ​ເພິ່ນ. ເພິ່ນ​ໄດ້​ສອນ​ຂ້າ​ພະ​ເຈົ້າ​ໃຫ້​ມີ​ພະລັງ ແລະ ມີຄວາມ​ກ້າ​ຫານ​ ທີ່​ຈະ​ໄປ​ທຸກ​ຫົນທຸກ​ແຫ່ງ​ໃນ​ການ​ຮັບ​ໃຊ້​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ເສຍ​ຊີ​ວິດ​ໄປ​ຮັບ​ເອົາ​ລາງ​ວັນ​ໃນ​ສະ​ຫວັນ​ຂອງ​ເພິ່ນ​ແລ້ວ, ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຈື່​ຈຳ​ເພິ່ນ​ຢູ່ ເພາະ​ເພິ່ນ​ໄດ້​ເອື້ອມ​ລົງ​ມາ​ ຍົກ​ຂ້າ​ພະ​ເຈົ້າ​ຂຶ້ນ ຕອນ​ຂ້າ​ພະ​ເຈົ້າ​ເປັນ​ຜູ້ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ ທີ່​ຂາດ​ປະ​ສົບ​ການ. ຕໍ່​ມາ​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ​ເພິ່ນ​ໄດ້​ເຫັນ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫລາຍ​ກວ່າ​ນັ້ນ​ໃນ​ອະ​ນາ​ຄົດ, ທີ່​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້​ຢ່າງ​ຄົບ​ຖ້ວນ​ໃນ​ເວ​ລາ​ນັ້ນ.

ພໍ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຮັດ​ແບບ​ດຽວ​ກັນ​ສຳ​ລັບ​ຂ້າ​ພະ​ເຈົ້າ. ເພິ່ນ​ໄດ້​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ມີ​ປະ​ສົບ​ການ​ຫລາຍ ແລະ ສະ​ຫລຽວ​ສະ​ຫລາດ. ຄັ້ງ​ໜຶ່ງ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ​ໄດ້​ຂໍ​ຮ້ອງ​ໃຫ້​ເພິ່ນ​ຂຽນ​ບັນ​ທຶກ​ສັ້ນໆ​ກ່ຽວ​ກັບ​ຫລັກ​ຖານ​ທາງ​ວິ​ທະ​ຍາ​ສາດ​ວ່າ​​​ໂລກ​ນີ້ ໄດ້​ເປັນ​ຢູ່​ມາ​ນານ​ເທົ່າ​ໃດ​ແລ້ວ. ເພິ່ນ​ໄດ້​ຂຽນ​ມັນ​ຢ່າງ​ລະ​ມັດ​ລະ​ວັງ, ໂດຍ​ທີ່​ຮູ້​ວ່າ​ຄົນ​ບາງ​ຄົນ​ທີ່​ອາດ​ຈະ​ອ່ານ​ມັນ ກໍ​ໄດ້​ມີ​ຄວາມ​ຮູ້​ສຶກ​ຢ່າງ​ແຮງ​ກ້າ​ວ່າ ໂລກ​ນີ້​ບໍ່​ໄດ້​ເປັນ​ມາ​ດົນ​ນານ​ກວ່າ​ຫລັກ​ຖານ​ທາງ​ວິທະ​ຍາ​ສາດ​ໄດ້​ແນະ​ນຳ.

ຂ້າ​ພະ​ເຈົ້າ​ຍັງ​ຈຳ​ຕອນ​ທີ່​ພໍ່​ໄດ້​ຍື່ນ​ສິ່ງ​ທີ່​ເພິ່ນ​ໄດ້​ຂຽນ ແລະ ກ່າວ​ວ່າ, “ຮາວ, ລູກ​ມີ​ສະ​ຕິ​ປັນ​ຍາ​ທີ່​ຈະ​ຮູ້​ວ່າ​ພໍ່​ຄວນ​ສົ່ງ​ບັນ​ທຶກ​ນີ້​ໄປ​ໃຫ້​ບັນ​ດາ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ​ຫລື​ບໍ່?” ຂ້າ​ພະ​ເຈົ້າ​ຈຳ​ຫຍັງ​ບໍ່​ໄດ້​ຫລາຍ​ເຖິງ​ສິ່ງ​ທີ່​ບັນ​ທຶກ​ນັ້ນ​ໄດ້​ກ່າວ, ແຕ່​ຂ້າ​ພະ​ເຈົ້າ​ຈະ​ເກັບ​ຄວາມ​ກະ​ຕັນ​ຍູ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ໄວ້​ຕະ​ຫລອດ​ໄປ ສຳລັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ຍິ່ງ​ໃຫຍ່ ຜູ້​ທີ່​ໄດ້​ເຫັນ​ສະ​ຕິ​ປັນ​ຍາ​ທາງ​ວິນ​ຍານ​ໃນ​ຕົວ​ຂ້າ​ພະ​ເຈົ້າ ທີ່​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເຫັນ​ໄດ້.

ຄືນ​ໜຶ່ງ, ເມື່ອ​ຫລາຍ​ປີ​ຕໍ່​ຈາກ​ນັ້ນ, ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ, ສາດ​ສະ​ດາ​ໄດ້​ໂທ​ມາ​ຫາ ແລະ ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ອ່ານ​ສິ່ງ​ທີ່​ຖືກ​ຂຽນ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ. ເພິ່ນ​ໄດ້​ໃຊ້​ເວ​ລາ​ໃນ​ຄືນ​ນັ້ນ​ເພື່ອ​ອ່ານ​ຫລາຍ​ບົດ​ໃນ​ປຶ້ມ​ນັ້ນ. ເພິ່ນ​ທັງ​ເວົ້າ​ ​ແລະ ທັງ​ຫົວ​​​ໄປ​ນຳ ວ່າ, “ຂ້ອຍ​ອ່ານ​ທັງ​ໝົດ​ນີ້​ບໍ່​ໄດ້​ດອກ. ເຈົ້າ​ບໍ່​ຄວນ​ຈະ​ພັກ​ຜ່ອນ ຂະ​ນະ​ທີ່​ຂ້ອຍ​ຕ້ອງ​ທຳ​ງານ.” ແລະ ແລ້ວ​ເພິ່ນ​ກໍ​ໄດ້​ໃຊ້​ເກືອບ​ຄຳ​ດຽວ​ກັນ​ນັ້ນ ທີ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ໄປ​ເມື່ອ​ຫລາຍ​ປີ​ກ່ອນ​ວ່າ: “ຮາວ, ເຈົ້າ​ເປັນ​ຄົນ​ທີ່​ຄວນ​ອ່ານ​ຄຳ​ສອນ​ນີ້. ເຈົ້າ​ຈະ​ຮູ້​ຖ້າ​ຫາກ​ວ່າ​ມັນ​ຖືກ​ຕ້ອງ​ພໍ​ທີ່​ຈະ​ຈັດ​ພິມ​ມັນ​ຫລື​ບໍ່.”

ແບບ​ແຜນ​ຂອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ອັນ​ດຽວ​ກັນ​ນັ້ນ ທີ່​ຍົກ​ລະ​ດັບ​ຄວາມ​ເຫັນ ແລະ ໃຫ້​ຄວາມ​ໝັ້ນ​ໃຈ​ ໄດ້​​ເກີດ​ຂຶ້ນ​ໃນຄືນ​ໜຶ່ງ​ ຕອນຢູ່​ງານ​ກ່າວ​ປາ​ໄສ ທີ່​ສາດ​ສະ​ໜາ​ຈັກ​ໄດ້​ສະ​ໜັບ​ສະ​ໜູນ. ຕອນ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ 17 ປີ, ຂ້າ​ພະ​ເຈົ້າ​ຖືກ​ຂໍ​ໃຫ້​​ໄປກ່າວ​ປາ​ໄສ​ຕໍ່​ຄົນ​ທີ່​ຮັບ​ຟັງ​ເປັນ​ຈຳ​ນວນ​ໃຫຍ່. ຂ້າ​ພະ​ເຈົ້າ​ຄິດ​ບໍ່​ອອກ​ເຖິງ​ສິ່ງ​ທີ່​ຖືກ​ຄາດ​ຫວັງ​ຈາກ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮັບ​ຫົວ​ຂໍ້​ທີ່​ຈະໃຫ້​ກ່າວ​ປາ​ໄສ, ແລະ ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຕຽມ​ບົດ​ປາ​ໄສ​ທີ່​ເກີນ​ກວ່າ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ. ຕອນ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ, ຂ້າພະ​ເຈົ້າ​ກໍ​ໄດ້​ຮັບ​ຮູ້​ວ່າ​ ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຜິດ​ພາດ​ໄປ. ຂ້າ​ພະ​ເຈົ້າ​ຍັງ​ຈຳ​ຄວາມ​ຮູ້​ສຶກ​ຂອງ​ຂ້າ​ພະ​ເຈົ້າ​, ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ກ່າວ, ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ການ​ລົ້ມ​ເຫລວ​ນັ້ນ.

ຜູ້​ກ່າວ​ປາ​ໄສ​ຄົນ​ຕໍ່​ໄປ ແລະ ຜູ້​ກ່າວ​ຄົນ​ສຸດ​ທ້າຍ​ແມ່ນ ແອວ​ເດີ ແມດ​ທິວ ຄາວ​ລີ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ. ເພິ່ນ​ໄດ້​ເປັນ​ຜູ້​ກ່າວ​ປາ​ໄສ​ທີ່​ດີ​ເດັ່ນ—ເປັນ​ທີ່​ຮັກ​ຕະ​ຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ. ຂ້າ​ພະ​ເຈົ້າ​ຍັງ​ຈຳ​ໄດ້​ຕອນ​ເງີຍ​ໜ້າ​ຂຶ້ນ​ເບິ່ງ​ເພິ່ນ​ຈາກ​ບ່ອນນັ່ງ​ຂອງ​ຂ້າ​ພະ​ເຈົ້າ ທີ່​ຢູ່​ຖັດ​ໄປ​ຈາກ​ແທ່ນ​ປາ​ໄສ.

ເພິ່ນ​ໄດ້​ເລີ່ມ​ດ້ວຍ​ນ້ຳ​ສຽງ​ທີ່​ມີ​ພະ​ລັງ​ອຳ​ນາດ. ເພິ່ນ​ໄດ້​ກ່າວ​ວ່າ​ ຄຳ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃຫ້​ເພິ່ນ​ຮູ້​ສຶກ​ວ່າ​ເພິ່ນ​ໄດ້​ຢູ່​ທີ່​ກອງ​ປະ​ຊຸມ​ທີ່​ດີ​ເລີດ. ເພິ່ນ​ໄດ້​ສະ​ແດງ​ຮອຍ​ຍິ້ມ​ເມື່ອ​ເພິ່ນ​ໄດ້​ກ່າວ. ຄວາມ​ຮູ້​ສຶກ​ທີ່​ລົ້ມ​ເຫລວ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ສູນ​ຫາຍ​ໄປ ແລະ ຄວາມ​ໝັ້ນ​ໃຈ​ກໍ​ໄດ້​ຕິດ​ຕາມ​ມາ ເພື່ອ​ວ່າ​ວັນ​ໃດ​ວັນ​ໜຶ່ງ​ຂ້າ​ພະ​ເຈົ້າ​ອາດ​ກາຍ​ເປັນ​ຄົນ​ທີ່​ເພິ່ນ​ໄດ້​ຄິດ​ວ່າ ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຢູ່​ແລ້ວ.

ຄວາມ​ຊົງ​ຈຳ​ຂອງ​ຄືນ​ນັ້ນ​ຍັງ​ນຳ​ພາ​ຂ້າ​ພະ​ເຈົ້າ​ໃຫ້​ຮັບ​ຟັງ​ຢ່າງ​ລະ​ມັດ​ລະ​ວັງ ເມື່ອ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ກ່າວ​ອອກ​ໄປ. ເປັນ​ເພາະ​ສິ່ງ​ທີ່ ແອວ​ເດີ ຄາວ​ລີ ໄດ້​ເຮັດ​ໃຫ້​ແກ່​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ຄາດ​ຫວັງ​ສະ​ເໝີ ວ່າ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ໜ້ອຍ​ໜັກ​ໜ້ອຍ​ໜາ​ ທີ່​ຂ້າ​ພະ​ເຈົ້າ​ຈະ​ຜິດ​ຫວັງ ແລະ ສ່ວນ​ຫລາຍ​ແລ້ວ​ມັກ​ຈະ​ປະ​ຫລາດ​ໃຈ, ແລະ ຂ້າ​ພະ​ເຈົ້າ​ອົດ​ບໍ່​ໄດ້ ແຕ່​ຕ້ອງ​ຍິ້ມ​ດັ່ງ​ທີ່ ແອວ​ເດີ​ ຄາວ​ລີ ໄດ້​ຍິ້ມ.

ຫລາຍ​ສິ່ງ​ຫລາຍ​ຢ່າງ​ອາດ​ຊ່ວຍ​ເຮັດ​ໃຫ້​ບັນດາ​ນ້ອງ​ຊາຍ​ໜຸ່ມ​ຂອງ​ເຮົາ​ເຂັ້ມ​ແຂງ​ຂຶ້ນ ເພື່ອ​ຈະ​ກ້າວ​ໜ້າ​ຕໍ່​ໄປ​ໃນ​ຖາ​ນະ​ປະ​ໂລ​ຫິດ, ແຕ່​ບໍ່​ມີ​ຫຍັງ​ຈະ​ມີ​ພະ​ລັງ​ຫລາຍ​ກວ່າ​ການ​ທີ່​ເຮົາ​ໄດ້​ຊ່ວຍ​ໃຫ້​ພວກ​ເຂົາ​ພັດ​ທະ​ນາ​ສັດ​ທາ ແລະ ຄວາມ​ໝັ້ນ​ໃຈ ວ່າ​ພວກ​ເຂົາ​ສາ​ມາດ​ເພິ່ງ​ພາ​ອຳ​ນາດ​ຂອງ​ພຣະ​ເຈົ້າ ໃນ​ການ​ຮັບ​ໃຊ້​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພວກ​ເຂົາ.

ສັດ​ທາ ແລະ ຄວາມ​ໝັ້ນ​ໃຈ​ນັ້ນ​ຈະ​ບໍ່​ຄົງ​ຢູ່​ກັບ​ພວກ​ເຂົາ ຈາກ​ປະ​ສົບ​ການ​ຄັ້ງ​ດຽວ ຈາກ​ການ​ຖືກ​ຍົກ​ຂຶ້ນ ແມ່ນ​ແຕ່​ໂດຍ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ມີ​ພອນ​ສະ​ຫວັນ. ຄວາມ​ສາ​ມາດ​ທີ່​ຈະ​ນຳ​ໃຊ້​ອຳ​ນາດ​ເຫລົ່າ​ນັ້ນ​ຕ້ອງ​ຖືກ​ພັດ​ທະ​ນາ​ໂດຍ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ໝັ້ນ​ໃຈ​ຫລາຍໆ​ເທື່ອ ຈາກ​ຜູ້​ທີ່​ມີ​ປະ​ສົບ​ການ​ຫລາຍ​ໃນ​ຖາ​ນະ​ປະ​ໂລຫິດ.

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຈະ​ຕ້ອງ​ການ​ກຳ​ລັງ​ໃຈ ແລະ ການ​ແກ້​ໄຂ​ທຸກໆ​ວັນ ແມ່ນ​ແຕ່​ທຸກໆ​ຊົ່ວ​ໂມງ ຈາກ​​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ອົງ​ເອງ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ນັ້ນ​ຈະ​ມີ​ໄວ້​ໃຫ້​ແກ່​ພວກ​ເຂົາ ຂະ​ນະ​ທີ່​ພວກ​ເຂົາ​ ເລືອກ​ທີ່​ຈະ​ຄົງ​ຢູ່​ໃຫ້​ມີ​ຄຸນ​ຄ່າ​ທີ່​ຈະ​ໄດ້​ຮັບ​ມັນ. ມັນ​ຈະ​ຂຶ້ນ​ຢູ່​ກັບ​ການ​ເລືອກ​ ທີ່​ພວກ​ເຂົາຈະ​ເລືອກ.

ນັ້ນ​ແຫລະ ​ຈຶ່ງ​ເປັນ​ສາ​ເຫດ​ທີ່​ເຮົາ​ຕ້ອງ​ສອນ​ໂດຍ​ການ​ເປັນ​ຕົວ​ຢ່າງ ແລະ ໂດຍ​ປະ​ຈັກ​ພະ​ຍານ ວ່າ​ຖ້ອຍ​ຄຳ​ຂອງ ກະ​ສັດ​ເບັນ​ຢາ​ມິນ ຜູ້​ນຳ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ຍິ່ງ​ໃຫຍ່​ນັ້ນ​ຈິງ.5 ມັນ​ເປັນ​ຖ້ອຍ​ຄຳ​ແຫ່ງ​ຄວາມ​ຮັກ ທີ່​ໄດ້​ກ່າວ​ອອກ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້ຊຶ່ງ​ເປັນ​ເຈົ້າ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນີ້. ກະ​ສັດ​ເບັນ​ຢາ​ມິນ​ສອນ​ສິ່ງ​ທີ່​ຖືກ​ຮຽກ​ຮ້ອງ​ຈາກ​ເຮົາ ທີ່​ໃຫ້​ຄົງ​ຢູ່​ຢ່າງ​ບໍ​ລິ​ສຸດ​ ​ເພື່ອ​ຈະ​ໄດ້​ຮັບ​ກຳ​ລັງ​ໃຈ ແລະ ການ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ:

“ແລະ ສຸດ​ທ້າຍ​ນີ້, ຂ້າ​ພະ​ເຈົ້າ​ບອກ​ພວກ​ທ່ານ​ບໍ່​ໄດ້​ທຸກ​ເລື່ອງ ໂດຍ​ການ​ທີ່​ພວກ​ທ່ານ​ຈະ​ກະ​ທຳ​ບາບ; ເພາະ​ມີ​ທາງ ແລະ ວິ​ທີ​ຕ່າງໆ​ຊຶ່ງ​ມີ​ຫລາຍ​ຈົນ​ຂ້າ​ພະ​ເຈົ້າ​ນັບ​ບໍ່​ໄດ້.

“ແຕ່​ຂ້າ​ພະ​ເຈົ້າ​ບອກ​ພວກ​ທ່ານ​ໄດ້​ເທົ່າ​ນີ້​ຄື ຖ້າ​ຫາກ​ພວກ​ທ່ານ​ບໍ່​ລະ​ວັງ​ຕົວ ແລະ ຄວາມ​ນຶກ​ຄິດ​ຂອງ​ພວກ​ທ່ານ, ແລະ ຄຳ​ເວົ້າ​ຂອງ​ພວກ​ທ່ານ, ແລະ ການ​ກະ​ທຳ​ຂອງ​ພວກ​ທ່ານ, ແລະ ບໍ່​ຍຶດ​ຖື​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ບໍ່​ດຳ​ເນີນ​ໄປ​ດ້ວຍ​ສັດ​ທາ​ທີ່​ພວກ​ທ່ານ​ໄດ້​ຍິນ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ, ເຖິງ​ແມ່ນ​ຈົນ​ເຖິງ​ທີ່​ສຸດ​ແຫ່ງ​ຊີ​ວິດ​ຂອງ​ພວກ​ທ່ານ​ແລ້ວ, ພວກ​ທ່ານ​ຈະ​ຕ້ອງ​ຕາຍ. ແລະ ບັດ​ນີ້, ໂອ້ ມະ​ນຸດ, ຈົ່ງ​ຈື່​ຈຳ​ຄຳ​ເຫລົ່າ​ນີ້​ໄວ້ ແລະ ຢ່າ​ຕາຍ​ເລີຍ.”6

ເຮົາ​ທຸກ​ຄົນ​ກໍ​ຮັບ​ຮູ້​ເຖິງ​ລູກ​ສອນ​ໄຟ​ຂອງ​ສັດ​ຕູ​ຂອງ​ບັນ​ດາ​ຄວາມ​ຊອບ​ທຳ ທີ່​ຖືກ​ສົ່ງ​ລົງ​ມາ​ເໝືອນ​ດັ່ງ​ລົມ​ພະ​ຍຸ​ຮ້າຍ ທີ່​ຕໍ່​ສູ້​ກັບ​ບັນ​ດາ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ໜຸ່ມ​ທີ່​ເຮົາ​ຮັກ​ຫລາຍ​ທີ່​ສຸດ. ຕໍ່​ພວກ​ເຮົາ​ແລ້ວ, ພວກ​ເຂົາ​ເບິ່ງ​ຄື​ວ່າ​ເໝືອນ​ທະ​ຫານ​ໜຸ່ມ, ຜູ້​ທີ່​ໄດ້​ເອີ້ນ​ຕົວ​ພວກ​ເຂົາ​ເອງ​ວ່າ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ. ພວກ​ເຂົາ​ສາ​ມາດ​ລອດ​ຊີ​ວິດ​ໄດ້, ເໝືອນ​ດັ່ງ ​ທະ​ຫານ​ໜຸ່ມ​ເຫລົ່າ​ນັ້ນ, ຖ້າ​ຫາກ​ພວກ​ເຂົາ​ຮັກ​ສາ​ຕົວພວກ​ເຂົາ​ເອງ​ໃຫ້​ປອດ​ໄພ ດັ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ຊຸກ​ຍູ້​ໃຫ້​ພວກ​ເຂົາ​ເຮັດ.

ພວກ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ​ບໍ່​ໄດ້​ສົງ​ໃສ​ຫຍັງ​ເລີຍ. ພວກ​ເຂົາ​ໄດ້​ຕໍ່​ສູ້​ຢ່າງ​ກ້າ​ຫານ ແລະ ເປັນ​ຜູ້​ໄດ້​ຮັບ​ໄຊ​ຊະ​ນະ ເພາະ​ວ່າ​ພວກ​ເຂົາ​ໄດ້​ເຊື່ອ​ໃນ​ຖ້ອຍ​ຄຳ​ຂອງ​ແມ່​ຂອງ​ພວກ​ເຂົາ.7 ເຮົາ​ເຂົ້າ​ໃຈ​ອຳ​ນາດ​ແຫ່ງ​ສັດ​ທາ​ຂອງ​ແມ່​ທີ່​ຊົງ​ຮັກ. ແມ່​ໃຫ້​ການ​ສົ່ງ​ເສີມ​ສຳ​ຄັນ​ແກ່​ລູກ​ຊາຍ​ຂອງ​ພວກ​ນາງ​ໃນ​ທຸກ​ວັນ​ນີ້. ເຮົາ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ, ສາ​ມາດ ແລະ ຕ້ອງ​ໃຫ້​ການ​ສົ່ງ​ເສີມ​ນັ້ນ​ເພີ່ມ​ເຕີມ ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ ວ່າ​ເມື່ອ​ເຮົາ​ໄດ້​ເຫລື້ອມ​ໃສ​ແລ້ວ, ເຮົາ​ກໍ​ຈະ​ເອື້ອມ​ລົງ​ໄປ​ຊ່ວຍ​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ນ້ອງ​ຊາຍ​ຂອງ​ເຮົາ.8

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທຸກ​ຄົນ ຈະ​ຮັບ​ເອົາ​ໂອ​ກາດ​ທີ່​ຖືກ​ສະ​ເໜີ​ໃຫ້ ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ.

ພຣະ​ອົງ​ກ່າວ​ວ່າ ຖ້າ​ຫາກ​ຄົນ​ໃດ​ໃນ​ບັນ​ດາ​ພວກ​ເຈົ້າ​ເຂັ້ມ​ແຂງ​ໃນ​ພຣະ​ວິນ​ຍານ, ກໍ​ໃຫ້​ເຂົາ​ເອົາ​ຄົນ​ທີ່​ອ່ອນ​ແອ​ໄປ​ກັບ​ເຂົາ, ເພື່ອ​ວ່າ​ເຂົາ​ຈະ​ໄດ້​ຮັບ​ການ​ເສີມ​ສ້າງ​ໃນ​ຄວາມ​ອ່ອນ​ນ້ອມ​ທຸກ​ຢ່າງ, ເພື່ອ​ວ່າ​ເຂົາ​ຈະ​ກາຍ​ເປັນ​ຄົນ​ເຂັ້ມ​ແຂງ​ຄື​ກັນ.

ພຣະ​ອົງ​ໄດ້​ກ່າວ​ວ່າ ເຮົາ​ຄວນ​ເອົາ​ຄົນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ​ຕ່ຳ​ກວ່າ​ໄປ​ກັບ​​ເຮົາ, ແລະ ສົ່ງ​ພວກ​ເຂົາ​ໄປ​ກ່ອນ​​ເຮົາ​ເພື່ອ​ນັດ​ໝາຍ, ແລະ ເພື່ອ​ຕຽມ​ທາງ, ແລະ ເພື່ອ​ໄປ​ຕາມ​ນັດ​ໝາຍ​ທີ່​ຕົວ​ພວກ​ເຮົາ​ເອງ​ບໍ່​ສາ​ມາດ​ບັນ​ລຸ​ຄວາມ​ສຳ​ເລັດ​ໄດ້.

ພຣະ​ອົງ​ໄດ້​ກ່າວ​ວ່າ ນີ້​ຄື​ວິ​ທີ​ທີ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ, ໃນ​ຍຸກ​ສະ​ໄໝ​ບູ​ຮານ, ໄດ້​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ​ໃຫ້​ແກ່​ພຣະ​ອົງ.9

ທ່ານ​ຜູ້​ເປັນ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ແລະ ບັນ​ດາ​ພໍ່​ຂອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ສາ​ມາດ​ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ​ໄດ້. ທ່ານ​ສາ​ມາດຊ່ວຍ​​ພຣະຜູ້​ເປັນ​ເຈົ້າ​ ​ໃນ​ການ​ມອບ​ຕຳ​ແໜ່​ງຂອງ​​ແອວ​ເດີ​ທີ່​ຊື່ສັດ​ໃຫ້​ແກ່ຊາຍ​ໜຸ່ມ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ຮັບ​ໃຊ້ດ້ວຍ​ຄວາມ​ໝັ້ນ​ໃຈ. ທ່ານ​ຈະ​ໄດ້​ເຫັນ​ຄົນ​ທັງ​ຫລາຍ​ທີ່​ທ່ານ​ໄດ້​ຍົກ​ຂຶ້ນ ແລະ ໄດ້​ຊຸກ​ຍູ້​ໃຫ້​ຄົງ​ຢູ່​ຢ່າງ​ຊື່​ສັດ, ແຕ່ງ​ງານ​ຢ່າງ​ມີ​ຄຸນ​ຄ່າ​ດີ​ພໍ​ໃນ​ພຣະ​ວິ​ຫານ, ແລະ ຫັນ​ກັບ​ມາ, ຍົກລະດັບ ແລະ ຈັດ​ຕຽມ​ຄົນ​ອື່ນ.

ບໍ່​ຈຳ​ເປັນຕ້ອງ​ຮຽກ​ຮ້ອງ​ໂຄງ​ການ​ກິດ​ຈະ​ກຳ​ໃໝ່, ພັດ​ທະ​ນາ​ອຸ​ປະ​ກອນ​ການ​ສອນ, ຫລື ການ​ສື່​ສານ​ມວນ​ຊົນ. ບໍ່​ຈຳ​ເປັນ​ຕ້ອງ​ຮຽກ​ຮ້ອງ​ການ​ເອີ້ນ​ທີ່​ເກີນ​ກວ່າ​ທີ່​ທ່ານ​ມີ​ຢູ່​ດຽວ​ນີ້. ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ປະ​ທານ​ອຳ​ນາດ, ສິດ​ອຳ​ນາດ, ແລະ ການ​ຊີ້​ນຳ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ທ່ານ​ຈະ​ກັບ​ບ້ານ ແລະ ສຶກ​ສາ​ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ ຢ່າງ​ລະ​ມັດ​ລະ​ວັງ, ຕາມ​ທີ່​ພົບ​ເຫັນ​ໃນ​ພຣະ​ຄຳ​ພີ Doctrine and Covenants ພາກ​ທີ 84.

ເຮົາ​ທຸກ​ຄົນ​ຫວັງ​ວ່າ​ຊາຍ​ໜຸ່ມ​ຫລາຍ​ກວ່າ​ນີ້​ ຈະ​ມີ​ປະ​ສົບ​ການ​ເໝືອນ​ດັ່ງ ທ່ານ​ວິວເຝີດ ວູດ​ຣັບ, ຜູ້​ທີ່, ຕອນ​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ໄດ້​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ດ້ວຍ​ອຳ​ນາດ​ທີ່​ຈະ​ໃຫ້​ການ​ເຫລື້ອມ​ໃສ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ບັນ​ລຸ​ການ​ເອີ້ນ​ຂອງ​ເຮົາ​ທີ່​ຈະ​ຍົກ​ຄົນ​ອື່ນ​ຂຶ້ນ ເພື່ອ​ຕຽນ​ພວກ​ເຂົາ​ສຳ​ລັບ​ການ​ຮັບ​ໃຊ້​ທີ່​ຮຸ່ງ​ໂລດ. ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ຜູ້​ຄົນ​ທີ່​ປະ​ເສີດ​ສຸດ​ຫົວ​ໃຈ ຜູ້​ທີ່​ໄດ້​ຍົກ​ຂ້າ​ພະ​ເຈົ້າ​ຂຶ້ນ ແລະ ໄດ້​ສະ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ວິ​ທີ​ທີ່​ຈະ​ຮັກ ແລະ ຍົກ​ຄົນ​ອື່ນ​ຂຶ້ນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ດຳ​ລົງ​ຂໍ​ກະ​ແຈ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ​ຢູ່​ເທິງ​ໂລກ​ ໃນ​ເວ​ລາ​ນີ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ, ຕະ​ຫລອດ​ຊີ​ວິດ​ແຫ່ງ​ການ​ຮັບ​ໃຊ້, ເພິ່ນ​ໄດ້​ເປັນ​ຕົວ​ຢ່າງ​ໃຫ້​ແກ່​ເຮົາ​ທຸກ​ຄົນ ເຖິງ​ການ​ເອື້ອມ​ອອກ​ໄປ​ຍົກ​ຄົນ​ອື່ນ​ຂຶ້ນ ໃນ​ຖາ​ນະ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ວິ​ທີ​ທີ່​ເພິ່ນ​ໄດ້​ຍົກ​ຂ້າ​ພະ​ເຈົ້າ​ຂຶ້ນ ແລະ ໄດ້​ສະ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ວິ​ທີ​ທີ່​ຈະ​ຍົກ​ຄົນ​ອື່ນ​ຂຶ້ນ.

ພຣະ​ບິ​ດາ​ເຈົ້າ​ຊົງພຣະ​ຊົນ​ຢູ່. ພຣະ​ເຢ​ຊູ​ຄື​ ພຣະ​ຄຣິດ. ນີ້​ແມ່ນ​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ. ນີ້​ແມ່ນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຮູ້​ເລື່ອງ​ນີ້​ດ້ວຍ​ຕົວ​ເອງ ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ໃນ​ພຣະ​ນາມ​ຂອງອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາແມນ.