​2010–2019
ຄຳ​ສອນ​ຂອງ​ພຣະຄຣິດ
​ເດືອນ​ຕຸລາ 2016


ຄຳ​ສອນ​ຂອງ​ພຣະ​ຄຣິດ

​ຄຳ​ສອນ​ຂອງ​ພຣະຄຣິດ ຊ່ວຍ​ເຮົາ​ໃຫ້​​ໄດ້​ຮັບ​ພະລັງ​ທາງ​ວິນ​ຍານ ທີ່​ຈະ​ຍົກ​ເຮົາ​ຂຶ້ນ ຈາກ​ສະພາວະ​ທາງ​ວິນ​ຍານ​ໃນ​ປະຈຸ​ບັນ ​ໄປ​ສູ່​ສະພາວະ​ບ່ອນ​ທີ່​ເຮົາ​ຈະ​ກາຍ​ເປັນ​ຄົນ​ດີ​ພ້ອມ​ທຸກ​ຢ່າງ.

ການ​ໄປ​ຢ້ຽມຢາມ​ຂອງ​ພຣະ​ເຢຊູ ຕໍ່​ຊາວ​ນີ​ໄຟ ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະຊົນ​ຂອງ​ພຣະອົງ ​ໄດ້​ຖືກ​ຈັດ​ເປັນ​ລະ​ບຽບຢ່າງ​ລະມັດ​ລະວັງ ​ເພື່ອ​ສອນ​ເຮົາ​ເຖິງ​ສິ່ງ​ທີ່​ສຳຄັນ​ຫລາຍ​ທີ່​ສຸດ. ມັນ​ເລີ່ມຕົ້ນ​ດ້ວຍ​ການ​ເປັນ​ພະຍານ​ຂອງ​ພຣະບິດາ ຕໍ່​ຜູ້​ຄົນ ວ່າ​ພຣະ​ເຢຊູ​ ​ເປັນ “ບຸດ​ທີ່​ຮັກຂອງ​ພຣະອົງ​, ທີ່ ​[ພຣະອົງ] ພໍ່​ພຣະ​ໄທ​ຫລາຍ.”1 ​ແລ້ວພຣະ​ເຢຊູ​ພຣະອົງ​ເອງ ​ໄດ້​ສະ​ເດັດ​ລົງ​ມາ ​ແລະ ​​ໄດ້ເປັນ​ພະຍານ​ເຖິງ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ,2 ​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້ “ຮູ້​ຢ່າງ​ແນ່​ນອນໃຈ” ວ່າ ພຣະອົງ​ຄື ພຣະຄຣິດ ​ໂດຍ​ການ​ໃຫ້​​ຜູ້​ຄົນ​ອອກ​ມາ ​ແລະ ​ແຕະຕ້ອງ​ຮອຍ​ແຜ ຢູ່​ທີ່​ຂ້າງ ​ແລະ ຮອຍ​ຕະປູ​ຢູ່​ທີ່​ພຣະຫັດ ​ແລະ ພຣະບາດ​ຂອງ​ພຣະ​ອົງ.3 ປະຈັກ​ພະຍານ​ເຫລົ່າ​ນີ້​ໄດ້​ພິສູດ​ໃຫ້​ເຫັນ​ຢ່າງ​ບໍ່​ມີ​ຄວາມ​ສົງ​ໄສ​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ ​ໄດ້​ສຳ​ເລັດ​ແລ້ວ ​ແລະ​ ວ່າ​ພຣະບິດາ​ໄດ້​​ເຮັດ​ຕາມ​ພັນທະ​ສັນຍາ​ ທີ່​ວ່າພຣະອົງ​ຈະ​ຈັດ​ຫາ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ເຮົາ. ຈາກ​ນັ້ນ ພຣະ​ເຢຊູ​ໄດ້​ສອນ​ຊາວ​ນີ​ໄຟ ​ເຖິງ​ວິທີ​ທີ່​ເຂົາ​ເຈົ້າຈະ​ຮັບ​ເອົາ​ພອນ​ທັງ​ໝົດ ຈາກ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະບິດາ, ຊຶ່ງ​ມີ​ໄວ້​ໃຫ້​ເຮົາ ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ​ໂດຍ​ການ​ສອນ​ເຂົາ​ເຈົ້າ​ເຖິງ ຄຳ​ສອນ​ຂອງ​ພຣະຄຣິດ.4

ຂ່າວສານ​ຂອງ​ຂ້າພະ​ເຈົ້າ​ໃນ​ມື້​ນີ້ ​ແມ່ນ​​ເຈາະ​ຈົງ​ໃສ່​ກັບ​ຄຳ​ສອນຂອງ​ພຣະຄຣິດ. ພຣະຄຳ​ພີ​ອະທິບາຍ​ຄວາມ​ໝາຍ​ຂອງ​ຄຳ​ສອນ​ຂອງພຣະຄຣິດ ວ່າ​ເປັນ​ການ​​ເຝິກ​ສັດທາ​ໃນ​ພຣະຄຣິດ ​ແລະ ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະອົງ, ການ​ກັບ​ໃຈ, ການ​ຮັບ​ບັບຕິ​ສະມາ, ການ​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ​ແລະ ການອົດທົນ​ຈົນ​ເຖິງ​ທີ່​ສຸດ.5

ຄຳ​ສອນ​ຂອງ​ພຣະຄິດ ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ພອນ​​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ.

ການ​ຊົດ​ໃຊ້​ຂອງ​ພຣະຄຣິດ ສ້າງ​ເງື່ອນ​ໄຂ ຊຶ່ງ​ໃນ​ນັ້ນ​ເຮົາ​ຕ້ອງ​ເພິ່ງ​ອາ​ໄສ “ພຣະຄຸນ​ຄວາມ​ດີ,​ ​ແລະ ພຣະ​ເມດ​ຕາ, ​ແລະ ພຣະຄຸນ​ຂອງ​ພຣະ​ເມ​ຊີ​ອາ​ຜູ້​ບໍລິສຸດ,”6 “ເປັນ​ຄົນ​ດີ​ພ້ອມ​ໃນ [ພຣະຄຣິດ],”7 ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ດີ,8 ​ແລະ ຮັບ​ເອົາ​ຊີວິດ​ນິລັນດອນ.9

ກົງກັນຂ້າມ ຄຳ​ສອນ​ຂອງ​ພຣະຄຣິດ ​ເປັນທາງ—​ເປັນ​ພຽງ​ທາງ​ດຽວ​ເທົ່າ​ນັ້ນ—​ຊຶ່ງ​ໂດຍທາງນັ້ນ ​ເຮົາ​ຈະ​ໄດ້​ຮັບ​ພອນ​ທັງ​ໝົດ​ທີ່​ມີ​ໄວ້​ໃຫ້​ເຮົາ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ. ມັນ​ແມ່ນ​ຄຳ​ສອນ​ຂອງ​ພຣະຄຣິດ ທີ່​ຊ່ວຍ​ເຮົາ​ໃຫ້​​ໄດ້​ຮັບ​ພະລັງ​ທາງ​ວິນ​ຍານ ທີ່​ຈະ​ຍົກ​ເຮົາ​ຂຶ້ນ ຈາກ​ສະພາວະ​ທາງ​ວິນ​ຍານ​ໃນ​ປະຈຸ​ບັນ ​ໄປ​ສູ່​ສະ​ພາວະ​ບ່ອນ​ທີ່​ເຮົາ​ຈະ​ກາຍ​ເປັນ​ຄົນ​ດີ​ພ້ອມ​ທຸກ​ຢ່າງ ຄື​ກັນ​ກັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ.10 ກ່ຽວ​ກັບ​ການ​ເກີດ​ໃໝ່​ນີ້, ​ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ​ໄດ້​ສອນ​ວ່າ: “ການ​ເກີດ​ໃໝ່ນີ້, ຊຶ່ງບໍ່​ຄື​ກັນກັບ​ການ​ເກີດ​ເທື່ອ​ທຳ​ອິດ, ​ເປັນ​ຂັ້ນຕອນ ​ແລະ ບໍ່​ແມ່ນ​​ເປັນ​ເຫດການ. ​ແລະ ການ​ເຮັດ​ຕາມ​ຂັ້ນຕອນ​ດັ່ງກ່າວ ​ເປັນ​ຈຸດປະສົງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊີວິດ​ມະຕະ.”11

ຂ້າພະເຈົ້າຂໍກ່າວເຖິງ​ແຕ່​ລະພາກ​ສ່ວນ​ຂອງ​ຄຳ​ສອນ​ຂອງ​ພຣະຄຣິດ.

ທຳ​ອິດ, ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ. ສາດສະດາ​ໄດ້​ສອນ​ວ່າ ສັດທາ​ເລີ່ມຕົ້ນ ​ໂດຍ​ການ​ໄດ້​ຍິນພຣະຄຳ​ຂອງພຣະຄຣິດ.12 ພຣະຄຳ​ຂອງ​ພຣະຄຣິດ​ເປັນ​ພະຍານ​ເຖິງ​ການ​​ເສຍສະລະ​ຊົດ​ໃຊ້​ຂອງ​ພຣະອົງ ​ແລະ ​ບອກ​ເຮົາ​ເຖິງ​ວິທີ​ທີ່​ເຮົາ​ຈະ​ສາມາດ​ໄດ້ຮັບ​ເອົາ​ການ​ໃຫ້​ອະ​ໄພ, ພອນຕ່າງໆ, ​ແລະ ຄວາມ​ສູງ​ສົ່ງ.13

​ເມື່ອ​ໄດ້​ຍິນ​ພຣະຄຳ​ຂອງ​ພຣະຄຣິດ, ​ເຮົາ​ຈະ​ໃຊ້​ສັດທາ ​ໂດຍ​ການ​ເລືອກ​ທີ່​ຈະ​​ເຮັດ​ຕາມ​ຄຳ​ສອນ ​ແລະ ຕົວຢ່າງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ.14 ​ໃນ​ການ​ເຮັດ​ສິ່ງ​ນີ້, ນີ​ໄຟ​ໄດ້​ສອນ​ວ່າ ​ເຮົາ​ຕ້ອງ​ເພິ່ງ​ອາ​ໄສ “ພຣະຄຸນ​ຄວາມ​ດີ​ຂອງ​ [ພຣະຄຣິດ,] ຜູ້​ຊົງ​ອານຸພາບ​ເພື່ອ​ຊ່ວຍ​ໃຫ້​ລອດ.”15 ​ເພາະ​ພຣະ​ເຢຊູ​ກໍ​ເປັນ​ພຣະ​ເຈົ້າອົງ​ໜຶ່ງ ຢູ່​ໃນ​ໂລກ​ກ່ອນ​ເກີດ,16 ​ໄດ້​ດຳລົງ​ຊີວິດ​ທີ່​ປາດ​ສະ​ຈາກ​ບາບ,17 ​​ແລະ ​ໃນ​ລະຫວ່າງ​ການ​​ເສຍ​ສະ​ລະ​ຊົດ​​ໃຊ້​ຂອງ​ພຣະອົງ, ພຣະອົງ​ໄດ້​ບັນລຸ​ທຸກ​ສິ່ງ​ທີ່​ຄວາມ​ຍຸດຕິ​ທຳ​ຮຽກຮ້ອງ​ ສຳລັບ​ທ່ານ ​ແລະ ຂ້າພະ​ເຈົ້າ,18 ພຣະອົງ​ມີ​ອຳນາດ ​ແລະ ມີຂໍ​ກະ​ແຈ​ທີ່​ຈະ​ນຳ​ການ​ຟື້ນ​ຄືນ​ຊີວິດ​ມາ​ສູ່ມະນຸດ​ທັງ​ປວງ,19 ​ແລະ ພຣະອົງ​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້ ສຳລັບ​ຄວາມ​ເມດ​ຕາ ທີ່​ຈະ​ມີ​ອຳນາດ​ເໜືອ​ກວ່າຄວາມ​ຍຸດຕິ​ທຳ ​ໃນ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ.20 ​ເມື່ອ​ເຮົາ​ເຂົ້າ​ໃຈ​ວ່າ ​ເຮົາ​ສາມາດ​ໄດ້​ຮັບ​ຄວາມ​ເມດ​ຕາ ຜ່ານ​ພຣະຄຸນ​ຄວາມ​ດີ​ຂອງ​ພຣະຄຣິດ, ​ແລ້ວ​ເຮົາ​ຈະ​ສາມາດ “ມີ​ສັດທາ​ຈົນ​ເຖິງ​ການ​ກັບ​ໃຈ.”21 ສະນັ້ນ ​ໃນ​ການ​ທີ່​ຈະ​ເພິ່ງ​ອາ​ໄສ​ພຣະຄຸນ​ຄວາມ​ດີ​ຂອງ​ພຣະຄຣິດ, ​ເຮົາ​ຕ້ອງ​ໄວ້​ວາງ​ໃຈ​ວ່າ ພຣະອົງ​ໄດ້​ກະທຳ​ສິ່ງ​ທີ່​ຈຳ​ເປັນ ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ ​​ແລະ ​ແລ້ວ​ກະທຳ​ຕາມ​ຄວາມ​ເຊື່ອ​ຂອງ​ເຮົາ.22

ສັດທາ​ຍັງ​ຊ່ວຍ​ເຮົາບໍ່​ໃຫ້​​ກັງວົນຫລາຍ​ ກ່ຽວ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ຄິດ​ກ່ຽວ​ກັບ​ເຮົາ ​ແລະ ​ເລີ່ມ​ຕົ້ນ​ຄິດ​ຫລາຍ​ກວ່າ​ເກົ່າ ວ່າ​ພຣະ​ເຈົ້າຄິດ​ແນວ​ໃດກ່ຽວ​ກັບ​ເຮົາ.

ສອງ, ການ​ກັບ​ໃຈ. ຊາ​ມູ​ເອນ​ຄົນ​ເລ​ມັນ ​ໄດ້​ສອນ​ວ່າ, “ຖ້າ​ຫາກ​ພວກ​ທ່ານ​ເຊື່ອ​ໃນ​ພຣະນາມ​ [ຂອງພຣະຄຣິດ] ​ແລ້ວ, ພວກ​ທ່ານ​ຈະ​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ທ່ານ.”23 ການ​ກັບ​ໃຈ​ເປັນ​ຂອງ​ປະທານ​ທີ່​ມີຄ່າ​ ຈາກ​ພຣະບິດາ​ເທິງ​ສະຫວັນ ຊຶ່ງ​ເຮັດ​ໃຫ້​ເປັນ​ໄປ​ໄດ້ ຜ່ານ​ການ​ເສຍ​ສະລະ​ຂອງ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະອົງ. ມັນ​​ເປັນ​ຂັ້ນຕອນ​ທີ່​ພຣະບິດາ​ໄດ້​ປະທານ​ໃຫ້​ເຮົາ ຊຶ່ງ​ໂດຍ​ຂັ້ນ​ຕອນ​ດັ່ງກ່າວ ​ເຮົາ​ໄດ້​ປ່ຽນ​ແປງ, ຫລື ຫັນ​ແນວ​ຄິດ, ປ່ຽນ​ການ​ກະທຳ, ​ແລະ ປັບ​ຕົວ​ເອງ ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້ລອດ​ຫລາຍ​ຂຶ້ນ.24 ມັນ​ບໍ່​​ແມ່ນພຽງ​ແຕ່ສຳລັບ​ບາບ​ທີ່​ຮ້າຍ​ແຮງ​ເທົ່າ​ນັ້ນ ​ແຕ່​ມັນ​ເປັນ​ຂັ້ນຕອນ​ໃນ​ແຕ່​​ລະວັນ ທີ່​ຈະ​ປະ​ເມີນ​ຕົວ​ເອງ ​ແລະ ພັດ​ທະ​ນາ25 ອັນ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ບາບ​, ຄວາມ​ຂາດ​ຕົກ​ບົກພ່ອງ, ຄວາມ​ອ່ອນ​ແອ, ​ແລະ ຄວາມ​ບໍ່​ພຽບ​ພ້ອມ​ຂອງ​ເຮົາ.26 ການ​ກັບ​ໃຈ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ “ຜູ້​ຕິດຕາມ​ທີ່​ແທ້​ຈິງ​” ຂອງ​ພຣະຄຣິດ, ຊຶ່ງ​ເຮັດ​ໃຫ້​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ27 ​ແລະ ກຳຈັດ​ຄວາມ​ຢ້ານກົວ​ຂອງ​ເຮົາ​ໃຫ້​ໜີ​ໄປ.28 ການ​ກັບ​ໃຈ​ບໍ່​ໄດ້​ເປັນ​ແຜນ​ສຳລອງ ​​ເພື່ອ​ເອົາ​ໄວ້ໃຊ້​ຕອນ​ແຜນ​ທີ່ຈະ​ດຳລົງ​ຊີວິດ​ຢ່າງ​ສົມບູນ​ແບບຂອງ​ເຮົາບໍ່​ປະສົບ​ຜົນສຳ​ເລັດ.29 ການ​ກັບ​ໃຈ​ເລື້ອຍ​ໄປ ​ເປັນ​ທາງ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ນຳ​ຄວາມສຸກ​ທີ່​ຍືນ​ຍົງມາ​ໃຫ້​ເຮົາ ​ແລະ ຊ່ວຍ​ເຮົາ​ໃຫ້​ສາມາດ​ກັບ​ຄືນ​​ໄປ​ຢູ່​ກັບ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ໄດ້ອີກ.

​ຜ່ານ​ການ​ກັບ​ໃຈ ​ເຮົາ​ຈະ​ຍອມ​ຕົນ ​ແລະ ​ເຊື່ອ​ຟັງ​ຕໍ່​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ. ບັດ​ນີ້ ສິ່ງ​ນີ້​ບໍ່​ໄດ້​ຖືກ​ເຮັດ​ຕາມ​ລຳພັງ. ການ​ຮັບ​ຮູ້​ເຖິງ​ພຣະ​ກະລຸນາ​ທິຄຸນ​ຂອງ​ພຣະ​ເຈົ້າ ​​ແລະ ຄວາມບໍ່​ມີຫຍັງ​ຂອງ​ເຮົາ,30 ປະກອບ​ເຂົ້າກັບ​ຄວາມ​ພະຍາຍາມ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ ​ເພື່ອທຳ​ຕົນ​ໃຫ້​ປອງ​ດອງກັບ​ພຣະປະສົງ​ຂອງ​ພຣະ​ເຈົ້າ,31 ຈະ​ນຳ​ພຣະຄຸນ​ມາສູ່​ຊີວິດ​ຂອງ​ເຮົາ.32 ພຣະຄຸນ “ແມ່ນ​ທາງ​ແຫ່ງ​ສະຫວັນ ທີ່​ຊ່ວຍ​ເຫລືອ ຫລື ​ເພີ່ມ​ພະລັງ, ຖືກ​ມອບ​ໃຫ້​ຜ່ານ​ຄວາມ​​ເມດ​ຕາ​ອັນ​ລົ້ນ​ເຫລືອ ​ແລະ ຜ່ານ​ຄວາມ​ຮັກ​ຂອງ​ພຣະ​ເຢຊູ​ຄຣິດ … ​​ເພື່ອ​ເຮັດ​ຄວາມ​ດີ ຊຶ່ງ [ເຮົາ] ອາດ​ບໍ່​ສາມາດ​ຮັກສາ​ມັນ​ໄວ້​ໄດ້ ຖ້າ​ປ່ອຍ​ມັນ​ໃຫ້​ເປັນ​ທາງ [ຂອງ​ເຮົາ].”33 ​ເພາະ​ແທ້ໆ​ແລ້ວ ​ການ​ກັບ​ໃຈ​ ​ແມ່ນ​ກ່ຽວ​ກັບ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ເຮົາ​ບໍ່​ສາມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ, ສະນັ້ນ​ເຮົາ​ຈຶ່ງ​ຕ້ອງການ​ພຣະຄຸນ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ກ່ອນ​ຈະ​ສາມາດ​ປ່ຽນ​ແປງອັນ​​ໃດ​ກໍ​ຕາມ ​ໃນ​ຊີວິດ​ຂອງ​ເຮົາ.

​ເມື່ອ​ເຮົາ​ກັບ​ໃຈ, ​ເຮົາ​ໄດ້​ປ່ຽນການ​ປະພຶດ​​ເກົ່າ ທີ່​ບໍ່​ຊອບ​ທຳ, ຄວາມ​ອ່ອນ​ແອ, ຄວາມ​ຂາດ​ຕົກ​ບົກພ່ອງ, ​ແລະ ຄວາມ​ຢ້ານ​ກົວ ດ້ວຍ​ການ​ປະພຶດ ​ແລະ ຄວາມ​ເຊື່ອ​ໃໝ່ ຊຶ່ງ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ ​ແລະ ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ.

ສາມ, ບັບຕິ​ສະມາ ​ແລະ ສິນ​ລະ​ລຶກ. ສາດສະດາ​ມໍ​ມອນ​ໄດ້​ສອນ​ວ່າ “ຜົນ​ທຳ​ອິດ​ຂອງ​ການ​ກັບ​ໃຈ​ຄື​ການ​ບັບຕິ​ສະມາ.”34 ​ໃນ​ການ​ບັນລຸ​ສິ່ງ​ນີ້, ການ​ກັບ​ໃຈ​ຕ້ອງ​ປະກອບ​ດ້ວຍ​ພິທີການ​ຮັບ​ບັບຕິ​ສະມາ ຊຶ່ງ​ປະຕິ​ບັດ​ໂດຍ​ຜູ້ທີ່​ດຳລົງ​ສິດ​ອຳນາດ​ຖານະ​ປະໂລ​ຫິດ​ຂອງ​ພຣະເຈົ້າ. ສຳລັບ​ສະມາຊິກ​ຂອງ​ສາດ​ສະໜາ​ຈັກ, ພັນທະ​ສັນຍາ​ທີ່​ໄດ້​ເຮັດ​ຕອນ​ຮັບ​ບັບຕິ​ສະມາ ​ແລະ ​ໃນ​ໂອກາດ​ອື່ນໆ ​ໄດ້​ຖືກ ​ຕໍ່​ໃໝ່ ​ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະລຶກ.35

​ໃນ​ພິທີການ​ຮັບ​ບັບຕິ​ສະມາ ​ແລະ ພິທີ​ສິນ​ລະ​ລຶກ, ​ເຮົາ​ເຮັດ​ພັນທະ​ສັນຍາ​ທີ່​ຈະ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະບິດາ ​ແລະ ຂອງ​ພຣະບຸດ, ຈະ​ລະນຶກ​ເຖິງ​ພຣະຄຣິດ​ຕະຫລອດ​ເວລາ, ​ແລະ ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະນາມ​ຂອງ​ພຣະຄຣິດ (ຫລື ວຽກ​ງານ ​ແລະ ຄຸນສົມບັດ​ຂອງ​ພຣະອົງ36) ​ໄວ້​ກັບ​ເຮົາ.37 ສ່ວນ​ພຣະຜູ້​ຊ່ວຍ​ໃຫ້​ລອດ ກໍ​​ໄດ້ເຮັດ​ພັນທະ​ສັນຍາ ທີ່​ຈະ​ໃຫ້​ອະ​ໄພ, ຫລື ຍົກ​ເລີກບາບ​ໃຫ້​ເຮົາ38 ​ແລະ ຖອກ​ເທ​ພຣະວິນ​ຍານ​ຂອງ​ພຣະອົງ​ລົງ​ມາສູ່​ [ເຮົາ] ​ຢ່າງ​ຫລວງ​ຫລາຍ.39 ພຣະ​ຄຣິດ​ຍັງ​ສັນຍາ ທີ່​ຈະ​ຕຽມ​ເຮົາ​ສຳລັບ​ຊີວິດ​ນິລັນ​ດອນ​ນຳ​ອີກ ​ໂດຍ​ການ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ.40

ດັກ​ລັສ ດີ ​ໂຮມສ໌, ທີ່​ປຶກສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ອົງການ​ຊາຍ​ໜຸ່ມ​ສາມັນ, ​​ໄ​ດ້ຂຽນ​ວ່າ: “ພິທີການ​ຮັບ​ບັບຕິ​ສະມາ ​ແລະ ພິທີ​ສິນ​ລະລຶກ ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ຜົນ ​ແລະ ຂັ້ນຕອນ ຂອງ​ການ​ເກີດ​ໃໝ່. ​ໃນ​ການ​ຮັບ​ບັບຕິ​ສະມາ, ​ເຮົາ​ໄດ້​ຝັງ​ການ​ປະພຶດ​ເກົ່າ​ໄວ້​ ​ແລະ ​ໄດ້​ຂຶ້ນມາສູ່​ຊີວິດ​ໃໝ່.41 ​ໃນພິທີ​ສິນ​ລຶກ, ​ເຮົາ​ຮຽນ​ຮູ້​ວ່າ ການ​ປ່ຽນ​ແປງ​ນີ້ ​ເປັນ​ຂັ້ນຕອນ​ທີ່​ກ້າວ​ຂຶ້ນ​ເທື່ອ​ລະ​ຂັ້ນ, ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ​​ແຕ່​ລະ​ມື້​​ແຕ່​ລະວັນ, ​ເຮົາປ່ຽນ​ໄປ​ເມື່ອ​ເຮົາ​ກັບ​ໃຈ, ​ເຮັດ​ພັນທະ​ສັນຍາ, ​ແລະ ຜ່ານ​ພອນ​ເພີ່ມ​ເຕີມ​ຂອງ​ພຣະວິນ​ຍານ [ເພື່ອ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ວຍ​ໃຫ້ລອດ].”42

ພິທີການ ​ແລະ ພັນທະ​ສັນຍາ ​ເປັນ​ສິ່ງ​ຈຳ​ເປັນ​ຢູ່​ໃນ​ຄຳ​ສອນ​ຂອງ​ພຣະຄຣິດ. ມັນ​ແມ່ນ​ຜ່ານ​ທາງ​ການ​ຮັບ​ພິທີການ​ຂອງ​ຖານະ​ປະ​ໂລຫິດຢ່າງ​ມີຄ່າ​ຄວນ ​ແລະ ການ​ຮັກສາ​ພັນທະ​ສັນຍາ​ທີ່​ກ່ຽວ​ພັນ​ກັນນັ້ນ ຊຶ່ງ​ອຳນາດ​ແຫ່ງຄວາມ​ເປັນ​ພຣະ​ເຈົ້າ ຖືກ​ເຮັດ​ໃຫ້​ປະຈັກ​ໃນ​ຊີວິດ​ຂອງ​ເຮົາ.43 ​ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ​ໄດ້​ອະທິບາຍ​ວ່າ “‘ອຳນາດ​ແຫ່ງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ’ ນີ້ ມາສູ່​ບຸກຄົນ ​ແລະ ​ໂດຍ​ຜ່ານ​ທາງ​ອິດ​ທິພົນ​ຂອງ​ພຣະວິນ​ຍານ​ບໍລິສຸດ.”44

ສີ່, ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ. ຫລັງ​ຈາກ​ບັບຕິ​ສະມາ, ​ເຮົາ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ ​ແລະ ພິທີການ​ຢືນຢັນ.45 ຂອງ​ປະທານ​ນີ້, ຖ້າ​ເຮົາ​ໄດ້​ຮັບ​ມັນ, ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ພຣະ​ເຈົ້າ​ສະຖິດ​ຢູ່ເປັນ​ເພື່ອນ​ຕະຫລອດ​ເວລາ46 ​ແລະ ສາມາດ​​ໄດ້​ຮັບ​ພຣະຄຸນ​ເລື້ອຍ​ໄປ ຊຶ່ງ​​ໂດຍ​ທຳມະ​ຊາດ ຈະ​ມາ​ກັບ​ອິດ​ທິພົນ​ຂອງ​ພຣະອົງ.

ໃນ​ຖານະ​ທີ່​ເປັນ​ເພື່ອນ​ຂອງ​ເຮົາ​ຕະຫລອດ​ເວລາ, ພຣະວິນ​ຍານ​ບໍລິສຸດ ຈະ​ປະທານ​ພະລັງ ​ຫລື ຄວາມ​ເຂັ້ມ​ແຂງ​ເພີ່ມ​ເຕີມ​ໃຫ້​ເຮົາ ​ເພື່ອ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ.47 ພຣະອົງ​ຍັງ​ຊຳລະ​ເຮົາ​ໃຫ້​ສະອາດ,48 ຊຶ່ງ​ໝາຍ​​ເຖິງ ການ​ເຮັດ​ໃຫ້​ເຮົາ “ເປັນ​ອິດ​ສະລະ​ຈາກ​ບາບ, ບໍລິສຸດ, ສະອາດ, ​ແລະ ສັກສິດ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ.”49 ຂັ້ນຕອນ​ຂອງ​ການ​ຊຳລະ​ໃຫ້​ສະອາດ ບໍ່​ພຽງ​ແຕ່​​ເຮັດ​ໃຫ້​ເຮົາ​ສະອາດ​ເທົ່າ​ນັ້ນ, ​ແຕ່​ມັນ​ຍັງ​ຊ່ວຍ​ເຮົາ​ໃຫ້​ສາມາດ​ມີ​ຂອງ​ປະທານ​ທາງ​ວິນ​ຍານ​ທີ່​ຈຳ​ເປັນ ຫລື ມີ​ຄຸນ​ສົມບັດ​ແຫ່ງ​ສະຫວັນ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ50 ​ແລະ ປ່ຽນ​ທຳ​ມະ​ຊາດ​ຂອງ​ເຮົາ​ເອງ,51 ຈົນ​ວ່າ “ເຮົາ​ບໍ່​ມີ​ໃຈ​ທີ່​ຈະ​ກະທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ.”52 ທຸກ​ເທື່ອ​ທີ່​ເຮົາ​ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ ​ເຂົ້າມາ​ໃນ​ຊີວິດ​ຂອງ​ເຮົາ ຜ່ານ​ການ​ມີ​ສັດທາ, ການ​ກັບ​ໃຈ, ພິທີການ, ການ​ຮັບ​ໃຊ້​ຢ່າງ​ພຣະຄຣິດ, ​ແລະ ຄວາມ​ພະຍາ​ຍາມ​ທີ່​ຊອບ​ທຳ​ອື່ນໆ, ​ເຮົາ​ຈະ​ປ່ຽນ​ແປງ ຈົນ​ວ່າ ​ເຮົາ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຄຣິດ ​​ເທື່ອ​ລະ​ຂັ້ນຕອນ, ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ.53

ຫ້າ, ອົດທົນ​ຈົນ​ເຖິງ​ທີ່​ສຸດ. ສາດສະດາ​ນີ​ໄຟ ​ໄດ້​ສອນ​ວ່າ ຫລັງ​ຈາກ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ​ແລ້ວ ​ເຮົາ​ຕ້ອງ “ອົດທົນ​ຈົນ​ເຖິງ​ທີ່​ສຸດ ​ໃນ​ການ​ທຳ​ຕາມ​ຕົວຢ່າງ​ຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າຜູ້​ຊົງ​ພຣະຊົນ​ຢູ່.”54 ​ແອວ​ເດີ ​ແດວ ຈີ ​ເຣັນລັນ ​ໄດ້ບັນຍາຍ​ເຖິງ​ຂັ້ນຕອນ​ຂອງ​ການ​ອົດທົນ​ຈົນ​ເຖິງ​ທີ່​ສຸດ ດັ່ງ​ຕໍ່​ໄປ​ນີ້: “ເຮົາ​ອາດ​ຈະ​ດີ​ພ້ອມ​ໂດຍ​ການໃຊ້​ສັດທາ … ຊ້ຳ​ແລ້ວ​ຊ້ຳ​ອີກ ໃນ [ພຣະຄຣິດ], ກັບ​ໃຈ, ຮັບ​ສ່ວນ​ສິນ​ລະ​ລຶກ ເພື່ອ​ຕໍ່​ພັນ​ທະ​ສັນ​ຍາ ແລະ ພອນ​ຂອງ​ການ​ບັບ​ຕິ​ສະ​ມາ, ແລະ ຮັບ​ເອົາ​ພຣະ​ວິນ​ຍານບໍ​ລິ​ສຸດ​​ໃຫ້ມາ​ສະ​ຖິດ​ຢູ່​ເປັນ​ເພື່ອນ ໃນ​ລະດັບ​ທີ່​ສູງກວ່າ. ເມື່ອ​ເຮົາ​ເຮັດ​ດັ່ງ​ນັ້ນ, ເຮົາ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ຫລາຍ​ຂຶ້ນ ແລະ ສາມາດ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.”55

​ໃນ​ອີກ​ຄຳ​ໜຶ່ງ, ການ​ຕ້ອນຮັບ​ພຣະວິນ​ຍານ​ບໍລິສຸດ ​ແລະ ການ​ປ່ຽນ​ແປງ​ທີ່​ການ​ຕ້ອນຮັບ​ນັ້ນ​ສ້າງ​ຂຶ້ນ ​ໃນຕົວ​ເຮົາຕໍ່​ໄປ ຈະ​ສ້າງ​ສັດທາ​ຂອງ​ເຮົາ. ການ​ມີ​ສັດທາ​ຫລາຍ​ຂຶ້ນ ຈະ​ນຳ​ໄປ​ສູ່​ການ​ກັບ​ໃຈ​ຕື່ມ​ອີກ. ​ເມື່ອ​ເຮົາ​ຖວາຍ​ຫົວໃຈ ​ແລະ ບາບ​ຂອງ​ເຮົາ​ໄວ້​​ເທິງ​​ໂຕະ​ສິນ​ລະ​ລຶກ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ພຣະວິນ​ຍານ​ບໍລິສຸດ ​ໃນ​ລະດັບ​ທີ່​ສູງ​ກວ່າ ການ​ໄດ້​ຮັບ​ພຣະວິນ​ຍານ​ບໍລິສຸດ ​ໃນ​ລະດັບ​ທີ່​ສູງ​ກວ່າ ຈະ​ນຳເຮົາ​ໄປ​ຂ້າງໜ້າ ​ໃນ​ເສັ້ນທາງ​ແຫ່ງ​ການ​ເກີດ​ໃໝ່. ​ໃນ​ຂະນະ​ທີ່​ເຮົາ​ສືບ​ຕໍ່​ເຮັດ​ຕາມ​ຂັ້ນຕອນ ​ແລະ ຮັບ​ເອົາ​ພິທີການ​ແຫ່ງ​ຄວາມລອດ ​ແລະ ພັນທະ​ສັນຍາ​ຂອງ​ພຣະກິດ​ຕິ​ຄຸນ​ທັງ​ໝົດ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ “ພຣະຄຸນ​ເພື່ອ​ພຣະຄຸນ” ຈົນກວ່າ​ເຮົາຈະ​ໄດ້​ຮັບ​ຄວາມ​ບໍລິບູນ.56

​ເຮົາ​ຕ້ອງ​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະຄຣິດ ​ໃນ​ຊີວິດ​ຂອງ​ເຮົາ

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເມື່ອ​ເຮົາ​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະຄຣິດ​ໃນ​ຊີວິດ​ຂອງ​ເຮົາ, ​ເຮົາຈະ​ໄດ້​ຮັບ​ພອນ​ທັງ​ຝ່າຍ​ໂລກ ​ແລະ ຝ່າຍ​ວິນ​ຍານ, ​ແມ່ນ​ແຕ່​ໃນ​ການ​ທົດ​ລອງ. ​ໃນ​ທີ່​ສຸດ ​ເຮົາ​ຈະ​ສາມາດ “ຍຶດຖື​ທຸກ​ສິ່ງ​ທີ່​ດີ​ໄວ້.”57 ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ຂັ້ນຕອນ​ເຫລົ່າ​ນີ້ ​ໄດ້​ເກີດ​ຂຶ້ນ ​ແລະ ຈະ​ເກີດ​ຂຶ້ນຕໍ່​ໄປ ​ໃນ​ຊີວິດ​ຂອງ​ເຮົາ, ​ເທື່ອ​ລະ​ຂັ້ນ, ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ.

​ແຕ່​ສຳຄັນ​ກວ່າ​ນັ້ນ, ​ເຮົາ​ຕ້ອງ​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະຄຣິດ ​ໃນ​ຊີວິດ​ຂອງ​ເຮົາ ​ເພາະ​ມັນ​ເປັນທາງ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ພາ​ເຮົາກັບ​ຄືນ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ມັນ​ເປັນ​ທາງ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ໄດ້​ຮັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ກາຍ​ເປັນບຸດ ​ແລະ ທິດາ​ຂອງ​ພຣະອົງ.58 ຕາມ​ຈິງ​ແລ້ວ, ​ທາງ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ບາບ ​ແລະ ກ້າວໜ້າ​ທາງ​ວິນ​ຍານ ​ແມ່ນ​ການ​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະຄຣິດ ​ໃນ​ຊີວິດ​ຂອງ​ເຮົາ.59 ອີກ​ວິທີ​ໜຶ່ງ, ອັກຄະ​ສາວົກ​ໂຢຮັນ ​ໄດ້​ສອນ​ວ່າ “ຜູ້​ໃດ … ທີ່​ບໍ່​ດຳລົງ​ໃນ​ຄຳ​ສອນ​ຂອງ​ພຣະຄຣິດ, ຜູ້ນັ້ນກໍ​ບໍ່​ມີ​ພຣະ​ເຈົ້າ.”60 ​ແລະ ອົງພຣະ​ເຢຊູ​ຄຣິດ​ເຈົ້າເອງ ກໍ​ໄດ້​ບອກ​ອັກຄະ​ສາວົກ​ສິບ​ສອງ​ຄົນ​ຂອງ​ຊາວ​ນີ​ໄຟ​ວ່າ ຖ້າ​ຫາກ​ເຮົາ​ບໍ່​ໃຊ້​ສັດທາ​ໃນ​ພຣະຄຣິດ, ກັບ​ໃຈ, ຮັບ​ບັບຕິ​ສະມາ, ​ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ, ​ແລ້ວ​ເຮົາ​ຈະ “ຈະ​ຖືກ​ໂຄ່ນ​ລົງ ​ແລະ ​ໂຍນ​ເຂົ້າກອງ​ໄຟ, ​​ຊຶ່ງຈາກ​ບ່ອນ​ນັ້ນ [ເຮົາ] ຈະ​ບໍ່​ມີ​ທາງ​ຫວນ​ກັບ​ຄືນ​ໄດ້.”61

ສະນັ້ນ ​ເຮົາ​ຈະ​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະຄຣິດ​​ໃຫ້​ຫລາຍ​ທີ່​ສຸດ ​ໃນ​ຊີວິດ​ຂອງ​ເຮົາ​ໄດ້​ແນວ​ໃດ? ວິທີ​ໜຶ່ງ​ແມ່ນ​ຕ້ອງ​ພະຍາຍາມ​ເອົາ​ໃຈ​ໃສ່​ກັບ​ການ​ຕຽມ​ຮັບ​ສ່ວນ​ສິນ​ລະ​ລຶກ ​ໃນ​ແຕ່​ລະອາ​ທິດ ​ໂດຍການ​ໄຕ່ຕອງ​ດ້ວຍ​ການ​ອະທິຖານວ່າ ​ເຮົາ​ຄວນ​ພັດທະນາ​ຕົນ​ໃນ​ທາງ​ໃດ. ​ແລ້ວ ​ໃຫ້​ເຮົາ​ຖວາຍ​ຢ່າງ​ໜຶ່ງ ອັນ​ທີ່​ກີດ​ກັນ​ເຮົາ​ຈາກ​ການ​ເປັນ​ເໝືອນ​ດັ່ງ​ພຣະ​ເຢຊູ​ຄຣິດ ຢູ່​ເທິງ​​ໂຕະສິນ​ລະ​ລຶກ, ອ້ອນວອນ​ດ້ວຍ​ສັດທາ​​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ, ທູນ​ຂໍ​ຂອງ​ປະທານ​ທາງ​ວິນ​ຍານ​ທີ່​ຈຳ​ເປັນ, ​ແລະ ​ເຮັດ​ພັນທະ​ສັນຍາ ທີ່​ຈະ​ພັດ​ທະນາ​ຕົນ​ໃຫ້​ດີກວ່າ​ເກົ່າ ​ໃນ​ອາທິດ​ຕໍ່​ໄປ.62 ​​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ພຣະວິນ​ຍານ​ບໍລິສຸດ ຈະ​ມາສູ່​ຊີວິດ​ຂອງ​ເຮົາ ​ໃນ​ລະ​ດັບ​ທີ່​ສູງ​ກວ່າ, ​ແລະ ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ເພີ່ມ​ຂຶ້ນ ​ເພື່ອ​ເອົາ​ຊະ​ນະຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​ເຮົາ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຢຊູ​ຄຣິດ​ຄື ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ ​ແລະ ວ່າ​ພຣະນາມ​ຂອງ​ພຣະອົງ ​ເປັນ​ພຣະນາມ​ດຽວ ທີ່​​ເຮົາ​ຈະສາມາດ​ຖືກຊ່ວຍ​ໃຫ້​ລອດ​ໄດ້.63 ທຸກ​ສິ່ງ​ທີ່ດີ ທີ່​ມີ​ໄວ້​ໃຫ້​ເຮົາ ​ແມ່ນ​ໄດ້​ຮັບ​ໂດຍ​ຜ່ານ​ທາງ​ພຣະອົງ​ເທົ່າ​ນັ້ນ.64 ​ແຕ່​​ແທ້ໆ​ແລ້ວ ກ່ອນ​ຈະ​ສາມາດ “ຍຶດຖື​ສິ່ງ​ທີ່​ດີ​ໄວ້,”65 ຮ່ວມ​ທັງ​ຊີວິດ​ນິລັນດອນ, ​ເຮົາ​ຕ້ອງ​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະຄຣິດ ​ໃນ​ຊີວິດ​ຂອງ​ເຮົາ​ເລື້ອຍ​ໄປ. ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.